ການພົວພັນຕ່າງປະເທດຂອງພັກໃນປີ 2022
ສືບຕໍ່ເສີມຂະຫຍາຍບົດບາດເປັນເສົາຄ້ຳສຳຄັນ
ຂອງແນວຮົບການຕ່າງປະເທດຂອງຫວຽດນາມ

ໂດຍ ປອ. ເລ ຮວ່າຍ ຈູງ
ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ
04:55, 05-08-2023

ວກ. - ດ້ວຍຖານະເສົາຄ້ຳສຳຄັນໃນແນວຮົບການຕ່າງປະເທດຂອງຫວຽດນາມ, ການພົວພັນຕ່າງປະເທດຂອງພັກໃນປີ 2022 ສືບຕໍ່ໄດ້ຮັບການຊຸກຍູ້ ແລະ ເພີ່ມທະວີໃນຫຼາຍດ້ານ. ການພົວພັນຕ່າງປະເທດຂອງພັກໃນປີທີ່ຜ່ານມາ ໄດ້ປະກອບສ່ວນປັບປຸງຮາກຖານການເມືອງທີ່ໜັກແໜ້ນ ໃຫ້ແກ່ການຮ່ວມມືລະຫວ່າງຫວຽດນາມກັບບັນດາປະເທດໃນໂລກ; ໜ່ວງໜ່ຽວແລະຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງປະເທດ; ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງວຽກງານການຕ່າງປະເທດ, ຍົກສູງທີ່ຕັ້ງ ແລະ ກຽດສັກສີຂອງພັກ ແລະ ຂອງປະເທດໃນເວທີສາກົນ.

 

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີ ຈີ້ນຜິງ ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ຢ້ຽມຢາມສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການ, ເດືອນພະຈິກ 2022 _ ພາບ: ເອກະສານ

ການພັວພັນຕ່າງປະເທດຂອງຫວຽນາມປີ 2022 ໄດ້ຮັບການຜັນຂະຫຍາຍ
ຢ່າງມີປະສິດທິຜົນ, ຄົບຊຸດ, ຮອບດ້ານ ແລະ ຍືດຫຍຸ່ນໃນທັງສາມເສົາຄ້ຳ 

ປີ 2022, ສັນຕິພາບ, ການຮ່ວມມື ແລະ ການພັດທະນາຍັງຄົງແມ່ນທ່າອ່ຽງໃຫຍ່ໃນໂລກ; ການແຜ່ລະບາດຂອງພະຍາດໂຄວິດ-19 ຖືກຄວບຄຸມໂດຍພື້ນຖານ; ເສດຖະກິດແລະສັງຄົມຂອງຫຼາຍປະເທດ ມີການຟື້ນຕົວໃນລະດັບທີ່ແຕກຕ່າງກັນ, ການຜະລິດແລະການແລກປ່ຽນບໍລິການທົ່ວໂລກ ສະແດງອອກເຖິງການປັບຕົວໃໝ່ຕໍ່ສະຖານະການຂອງການຢຸດຊະງັກຂອງຕ່ອງໂສ້ການສະໜອງ ແລະ ຄວາມບໍ່ໝັ້ນຄົງໃນການພົວພັນລະຫວ່າງປະເທດເສດຖະກິດໃຫຍ່, ການເຊື່ອມໂຍງເສດຖະກິດທີ່ເພີ່ມຂຶ້ນໃນພາກພື້ນ ແລະ ລະຫວ່າງປະເທດຈຳນວນໜຶ່ງ. ພ້ອມກັນນັ້ນ, ໂລກຍັງໄດ້ຜ່ານການປ່ຽນແປງອັນໃຫຍ່ຫຼວງແລະສັບສົນຫຼາຍຢ່າງ. ການແຂ່ງຂັນລະຫວ່າງປະເທດໃຫຍ່ມີຄວາມຮຸນແຮງຫຼາຍ, ສົ່ງຜົນກະທົບຢ່າງເລິກເຊິ່ງ ຕໍ່ຄວາມໝັ້ນຄົງແລະສະຖານະການທາງການເມືອງໃນໂລກ. ເສດຖະກິດໂລກປະເຊີນກັບຄວາມສ່ຽງທີ່ຮ້າຍແຮງ, ລວມທັງຄວາມສ່ຽງຈາກພາວະເສດຖະກິດຖົດຖອຍ. ບັນຫາລະດັບໂລກ ແລະ ຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມ ກໍ່ໃຫ້ເກີດຄວາມທ້າທາຍທີ່ບໍ່ເຄີຍມີມາກ່ອນ ຕໍ່ການພັດທະນາເສດຖະກິດແລະສັງຄົມຂອງຫຼາຍປະເທດ. ພາກພື້ນອາຊີປາຊີຟິກສືບຕໍ່ເປັນແຮງຂັບເຄື່ອນຫຼັກໃນການຟື້ນຕົວຂອງເສດຖະກິດໂລກ, ແຕ່ກໍ່ເປັນໜຶ່ງໃນຈຸດສຸມຂອງການແຂ່ງຂັນລະຫວ່າງບັນດາປະເທດໃຫຍ່. ປະຈຸບັນ ອາຊີຕາເວັນອອກສ່ຽງໃຕ້ພວມໄດ້ຮັບການຕີລາຄາສູງຈາກປະເທດຕ່າງໆ ທັງໃນແລະນອກພາກພື້ນ.  

ຕໍ່ໜ້າສະພາບການດັ່ງກ່າວ, ການພົວພັນຕ່າງປະເທດຂອງຫວຽດນາມ ສືບຕໍ່ເສີມຂະຫຍາຍໂຮງຮຽນການທູດ “ໄມ້ໄຜ່” ຢ່າງແຂງແຮງ ໂດຍມີຮາກທີ່ໝັ້ນຄົງ, ລຳຕົ້ນທີ່ແຂງແຮງ ແລະ ກິ່ງທີ່ຍືດຫຍຸ່ນ, “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”, ຕັ້ງໝັ້ນໃນຫຼັກການ, ຍືດຫຍຸ່ນໃນຍຸດໂທບາຍ. ດ້ວຍຈິດໃຈນັ້ນ, ປີ 2022, ການພົວພັນຕ່າງປະເທດຂອງຫວຽດນາມ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ຄົບຊຸດ, ຮອບດ້ານ ແລະ ໄຫວພິບ ໃນເສົາຄ້ຳທັງສານ (ການພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ, ການທູດປະຊາຊົນ), ພະຍາຍາມປະຕິບັດບົດບາດນຳໜ້າໃນການສ້າງ ແລະ ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ; ລະດົມແຫຼ່ງກຳລັງຈາກພາຍນອກຢ່າງແຂງແຮງ ເພື່ອພັດທະນາປະເທດຊາດ; ປັບປຸງບົດບາດ, ທີ່ຕັ້ງ ແລະ ກຽດສັກສີສາກົນຂອງພັກ ແລະ ປະເທດຊາດ. ພິເສດ, ໃນສະພາບການສາກົນທີ່ມີການປ່ຽນແປງຢ່າງວ່ອງໄວ, ສັບສົນ ແລະ ບໍ່ສາມາດຄາດຄະເນໄດ້, ຫວຽດນາມຍາມໃດກໍ່ຕັ້ງໝັ້ນໃນຫຼັກການ ແລະ ຍືດຫຍຸ່ນໃນຍຸດໂທບາຍ, ຕອບສະໜອງຢ່າງໄຫວພິບແລະທັນການ, ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ.

ເສີມຂະຫຍາຍບົດບາດການຕ່າງປະເທດຂອງພັກ
ໃນແນວຮົບການຕ່າງປະເທດຂອງຫວຽດນາມ.

ແຕ່ລະເສົາຄ້ຳການຕ່າງປະເທດໃນແນວຮົບການຕ່າງປະເທດຂອງຫວຽດນາມ ມີຈຸດແຂງຂອງຕົວເອງ. ການພົວພັນຕ່າງປະເທດຂອງພັກມີບົດບາດສຳຄັນໃນການກຳນົດທິດຍຸດທະສາດ ແຜນນະໂຍບາຍ ແລະ ແນວທາງການຕ່າງປະເທດ; ພັດທະນາການພົວພັນທີ່ດີງາມ ກັບບັນດາພັກການເມືອງ, ປະກອບສ່ວນກໍ່ສ້າງ ແລະ ປັບປຸງພື້ນຖານການເມືອງ, ອຳນວຍຄວາມສະດວກໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ ແລະ ຄູ່ຮ່ວມມື.  ການທູດຂອງລັດມີບົດບາດສຳຄັນໃນການຫັນເປັນນິຕິກຳ ແລະ ຈັດຕັ້ງປະຕິບັດແນວທາງ ແລະ ແຜນນະໂຍບາຍຂອງພັກຢ່າງມີປະສິດທິຜົນ. ການທຸດປະຊາຊົນມີບົດບາດສຳຄັນໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມື ກັບປະຊາຊົນບັນດາປະເທດ, ສ້າງຮາກຖານສັງຄົມທີ່ຕັ້ງໜ້າແລະສະດວກດີ ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດ; ສະໜັບສະໜູນການທູດຂອງພັກ ແລະ ລັດຢ່າງຕັ້ງໜ້າໃນບັນຫາຕ່າງໆ, ໃນພື້ນທີ່ ຫຼື ໃນສະຖານະການສະເພາະ ທີ່ບັນດາຊ່ອງທາງການທູດອື່ນໆ ຍັງບໍ່ມີເງື່ອນໄຂໃນການຜັນຂະຫຍາຍ ຫຼື ມີປະສິດທິຜົນຈຳກັດ. 

ໂດຍເສີມຂະຫຍາຍບົດບາດແລະທ່າແຮງຂອງຕົນ, ກຳແໜ້ນແຜນນະໂຍບາຍແລະທິດທາງການພົວພັນຕ່າງປະເທດ, ໃນປີ 2022, ການພົວພັນຕ່າງປະເທດຂອງພັກໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ຕັ້ງໜ້າ, ປະດິດສ້າງ, ມີຈຸດສຸມ ຈຸດໜັກໃຈກາງ ແລະ ບັນລຸຜົນສຳເລັດທີ່ສໍາຄັນຫຼາຍຢ່າງ, ຫຼາຍເນື້ອໃນມີລັກສະນະບຸກທະລຸ, ຜ່ານນັ້ນ ປະກອບສ່ວນອັນຕັ້ງໜ້າເຂົ້າໃນຜົນສຳເລັດລວມ ຂອງການທູດຮອບດ້ານຂອງຫວຽດນາມ.

ທີໜຶ່ງ, ວຽກງານການຕ່າງປະເທດຂອງພັກໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ຕັ້ງໜ້າ, ຍືດຫຍຸ່ນ ແລະ ມີປະສິດທິຜົນ ດ້ວຍການເຂົ້າຮ່ວມຂອງຫຼາຍອົງການ, ຫຼາຍຂັ້ນ, ຫຼາຍຮູບການທີ່ຕ່າງກັນ. ຈຸດພົ້ນເດັ່ນຂອງປີ 2022 ແມ່ນ ຫວຽດນາມໄດ້ຜັນຂະຫຍາຍການພົວພັນຕ່າງປະເທດຂອງພັກ ໂດຍມີການເຂົ້າຮ່ວມຂອງບັນດາຜູ້ມີບົດບາດຕ່າງກັນ. ພິເສດແມ່ນ ມີການເຂົ້າຮ່ວມຂອງການນຳຂັ້ນສູງຂອງພັກ, ສະຫາຍເລຂາທິການໃຫຍ່ ແລະ ບັນດາຜູ້ນຳທີ່ສຳຄັນ (ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ); ບັນດາສະຫາຍກຳມະການກົມການເມືອງສູນກາງ, ກຳມະການຄະນະເລຂາທິການສູນກາງ, ກຳມະການສູນກາງພັກ, ບັນດາຄະນະຂອງພັກ ແລະ ຄະນະພັກທ້ອງຖິ່ນ.   

ຢູ່ຂັ້ນສູງ ມີການຢ້ຽມຢາມຂັ້ນສູງ, ການພົບປະຂັ້ນສູງໃນເຫດການສາກົນ; ບັນດາຮູບແບບໂທລະສັບ, ຕິດຕໍ່ສົນທານາ, ພົບປະຫາລື, ກອງປະຊຸມຫຼາຍຝ່າຍໂດຍກົງ ຫຼືກອງປະຊຸມອອນໄລນ໌ລະດັບສູງ. ຢູ່ບັນດາຂັ້ນແລະຂະແໜງການ ມີການຢ້ຽມຢາມ, ພົບປະຫາລື, ຕິດຕໍ່ສົນທະນາ, ແລກປ່ຽນອອນໄລນ໌ ແລະ ແລກປ່ຽນໂດຍກົງ ໃນຊ່ອງທາງສອງຝ່າຍແລະຫຼາຍຝ່າຍ; ຝຶກອົບຮົມພະນັກງານ, ເຊັນຂໍ້ຕົກລົງການຮ່ວມມື, ແຮກສ່ຽວລະຫວ່າງທ້ອງຖິ່ນແລະທ້ອງຖິ່ນ; ບັນດາກົນໄກຮ່ວມມືພິເສດເຊັ່ນ ການສໍາມະນາທິດສະດີ, ການສົນທະນານະໂຍບາຍ, ການປຶກສາຫາລືທາງການເມືອງ, ການແລກປ່ຽນບົດຮຽນພາກປະຕິບັດ ໄດ້ຮັບການສົ່ງເສີມຢ່າງແຂງແຮງ.

ໂດຍສະເພາະຢ່າງຍິ່ງ ໃນການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງໃນຊ່ອງທາງພັກ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝຸຈ້ອງ ໄດ້ໄປຢ້ຽມຢາມປະເທດຈີນຢ່າງເປັນທາງການ, ດຳເນີນການສົນທະນາ, ໂທລະສັບ ແລະ ການຕິດຕໍ່ສາກົນ 37 ຄັ້ງ; ສະຫາຍປະຈຳຄະນະເລຂາທິກທານສູນກາງ ໄດ້ດຳເນີນການເຄື່ອນໄຫວຕ່າງປະເທດ 24 ຄັ້ງ; ບັນດາສະຫາຍກຳມະການກົມການເມືອງສູນກາງ, ຄະນະເລຂາທິການສູນກາງ ດຳເນີນການຢ້ຽມຢາມເກືອບ 20 ຄັ້ງ ເພື່ອຂະຫຍາຍການພົວພັນຕ່າງປະເທດຂອງພັກ. ວຽກງານການພົວພັນຕ່າງປະເທດຂອງພັກ ຂອງທ້ອງຖິ່ນຕ່າງໆ ມີຄວາມແທດຈິງຫຼາຍຂຶ້ນ, ມີການພັດທະນາໃໝ່ ແລະ ມີປະສິດທິຜົນ ເຊິ່ງສະແດງອອກໃນການເຂົ້າຮ່ວມຢ່າງເປັນເຈົ້າການແລະຕັ້ງໜ້າ ຂອງບັນດາຜູ້ນຳຄະນະພັກແຂວງ ນະຄອນ ໃນກິດຈະກຳການຕ່າງປະເທດຂອງທ້ອງຖິ່ນ ໃນຫຼາຍຮູບແບບ.  

ທີສອງ, ວຽກງານການຄົ້ນຄວ້າ, ໃຫ້ຄຳປຶກສາ ແລະ ຄາດຄະເນຍຸດທະສາດ ມີການຫັນປ່ຽນໃນທາງບວກ. 

ວຽກງານການຄົ້ນຄວ້າ ແລະ ຄາດຄະເນຍຸດທະສາດໄດ້ຮັບຄວາມເອົາໃຈໃສ່, ໄດ້ສ້າງຫົວຂໍ້ແລະລາຍງານຫຼາຍສະບັບ ກ່ຽວກັບສະພາບການສາກົນແລະພາກພື້ນ, ຫຼາຍບັນຫາໃຫຍ່ທີ່ເກີດຂຶ້ນ; ການເຄື່ອນໄຫວພົວພັນຕ່າງປະເທດຂອງສະຫາຍເລຂາທິການໃຫຍ່ ແລະ ບັນດາຜູ້ນຳຂັ້ນສູງຂອງພັກ, ການເຄືອນໄຫວສອງຝ່າຍແລະຫຼາຍຝ່າຍຂອງ ພັກກອມມູນິດຫວຽດນາມ; ສະພາບການຂອງພັກຕ່າງໆ ທີ່ພັກກອມມູນິດຫວຽດນາມມີການພົວພັນ ແລະ ເນື້ອໃນຂອງກອງປະຊຸມໃຫຍ່ ແລະ ກອງປະຊຸມສູນກາງຂອງພັກການເມືອງຈຳນວນໜຶ່ງ; ສະຖານະການການເມືອງຢູ່ບາງປະເທດ, “ຈຸດຮ້ອນ” ບາງແຫ່ງໃນພາກພື້ນແລະໃນໂລກ ແລະ ຜົນການເລືອກຕັ້ງໃນບາງປະເທດ; ຂໍ້ມູນກ່ຽວກັບການເຄື່ອນໄຫວຕ່າງປະເທດທີ່ໂດດເດັ່ນ ກໍ່ຄືການຄາດຄະເນນະໂຍບາຍຂອງບັນດາປະເທດໃຫຍ່ ແລະອື່ນໆ. 

ສາມາດເວົ້າໄດ້ວ່າ, ວຽກງານທີ່ປຶກສາຍຸດທະສາດກ່ຽວກັບບັນດາບັນຫາສຳຄັນໄດ້ຮັບການຜັນຂະຫຍາຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນທາງບວກ, ມີການຫັນປ່ຽນຫຼາຍຢ່າງທາງດ້ານຄຸນະພາບ, ປະກອບສ່ວນເຂົ້າໃນການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງຕັ້ງໜ້າ.  

ທີສາມ, ການພົວພັນກັບບັນດາພັກການເມືອງ ແລະ ບັນດາຄູ່ຮ່ວມມື ສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງ ໃຫ້ເຂົ້າສູ່ລວງເລິກ, ໂດຍມີຈຸດເນັ້ນຕ່າງໆດັ່ງຕໍ່ໄປນີ້:

1- ການພົວພັນກັບບັນດາພັກກຳອຳນາດການປົກຄອງໃນບັນດາປະເທດສັງຄົມນິຍົມ ແລະ ບັນດາປະເທດເພື່ອນບ້ານທີ່ມີຊາຍແດນຮ່ວມກັນນັ້ນ ມີບາດກ້າວຄືບໜ້າທີ່ສຳຄັນ, ສືບຕໍ່ໄປຕາມທິດທາງຍຸດທະສາດໂດຍລວມ ແລະ ສ້າງແຮງຜັກດັນທີ່ແຂແຮງໃນການຮັດແໜ້ນການພົວພັນຂອງເຮົາກັບປະເທດອື່ນໆ.

ການພົວພັນກັບພັກກອມມູນິດຈີນ ມີບາດກ້າວພັດທະນາໃໝ່ທີ່ສຳຄັນ ຜ່ານການຢ້ຽມຢາມປະເທດຈີນຢ່າງເປັນທາງການ ຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ພາຍຫຼັງກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ 20. ການຢ້ຽມຢາມແມ່ນເຫດການການເມືອງຕ່າງປະເທດທີ່ສຳຄັນພິເສດໃນປີ 2022, ມີຄວາມໝາຍປະຫວັດສາດ, ບັນລຸຜົນສຳເລັດຮອບດ້ານ, ປະກອບສ່ວນເພີ່ມທະວີ ຄວາມໄວ້ວາງໃຈທາງການເມືອງ, ສ້າງກຳລັງແຮງໃໝ່ ເພື່ອສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງປະເທດ. ສອງຝ່າຍໄດ້ແລກປ່ຽນຢ່າງຕັ້ງໜ້າ ແລະ ເປັນເອກະພາບກັນ ກ່ຽວກັບເນື້ອໃນຂອງແຜນການຮ່ວມມືລະຫວ່າງສອງພັກໃນໄລຍະ 2021-2025 ແລະ ແຜນການຮ່ວມມືດ້ານການຝຶກອົບຮົມພະນັກງານລະຫວ່າງສອງພັກໃນໄລຍະ 2021- 2025; ອຳນວຍຄວາມສະດວກໃນການດຳເນີນການຕາມກົນໄກການຮ່ວມມືຊ່ອງທາງພັກ ທັງໃນລະດັບສູນກາງ ແລະ ລະດັບທ້ອງຖິ່ນ.

ການພົວພັນກັບພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກຳປູເຈຍ ໄດ້ຮັບການເພີ່ມທະວີຢ່າງແຂງແຮງ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມແລະລາວ; 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມແລະກຳປູເຈຍ. ໃນຂອບເຂດປີແຫ່ງມິດຕະພາບແລະສາມັກຄີພິເສດນັ້ນ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກຳປູເຈຍ ໄດ້ມີການເຄື່ອນໄຫວເພື່ອລະນຶກທີ່ແທດຈິງແລະອຸດົມສົມບູນ, ພິເສດແມ່ນ ການຢ້ຽມຢາມ, ແລກປ່ຽນແລະແບ່ງປັນປະສົບການ ພາຍໃຕ້ກອບປີແຫ່ງມິດຕະພາບກັບສອງພັກ, ສອງປະເທດ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີການພົວພັນກັບສອງພັກ, ສອງປະເທດ ລາວ ແລະ ກຳປູເຈຍ.   

ການພົວພັນກັບພັກກອມມູນິດກູບາ ໄດ້ຮັບຄວາມເອົາໃຈໃສ່ຂອງທັງສອງຝ່າຍ ແລະ ມີບົດບາດເປັນພື້ນຖານໃຫ້ແກ່ການພົວພັນລະຫວ່າງສອງປະເທດ ໂດຍຜ່ານການໂອ້ລົມທາງໂທລະສັບອອນໄລນ໌ລະຫວ່າງເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ແລະ ເລຂາທິການທີໜຶ່ງ ພັກກອມມູນິດກູບາ ມີແກນ ດີອາດ ກາແນນ ແລະ ລະຫວ່າງສອງສະຫາຍປະຈຳການຄະນະເລຂາທິການສູນກາງຂອງສອງພັກ.  

ການພົວພັນກັບພັກແຮງງານເກົາຫຼີ ຍັງໄດ້ຮັກສາສະຖຽນລະພາບ ແລະ ຮັດແໜ້ນມິດຕະພາບທີ່ເປັນມູນເຊື້ອ ໂດຍຜ່ານການຕິດຕໍ່, ການສົ່ງຈົດໝາຍ/ອີແມວໃນໂອກາດເຫດການສຳຄັນຂອງກັນແລະກັນ.

2- ການພົວພັນກັບບັນດາພັກກຳອຳນາດ, ພັກການເມືອງ ແລະ ບັນດາພັກທີ່ມີບົດບາດສຳຄັນ ຢູ່ບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືທີ່ສຳຄັນ, ບັນດາປະເທດໃນພາກພື້ນ; ການພົວພັນກັບບັນດາພັກກອມມູນິດ ກຳມະກອນ ແລະ ເພື່ອມິດດັ້ງເດີມ ໄດ້ຮັບການຮັກສາແລະຊຸກຍູ້, ມີບາດກ້າວສູ່ຄວາມກ້າວໜ້າໃໝ່, ເພີ່ມທະວີພື້ນຖານການເມືອງຂອງການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະ ບັນດາປະເທດ ໃຫ້ມີການພັດທະນາຢ່າງໝັ້ນຄົງແລະຍືນຍົງ. 

ການພົວພັນກັບພັກເສລີປະຊາທິປະໄຕຍີ່ປຸ່ນ (LDP) ແລະ ພັກການເມືອງອື່ນໆຂອງຍີ່ປຸ່ນ ສືບຕໍ່ໄດ້ຮັບການເພີ່ມທະວີ, ປັບປຸງພື້ນຖານທາງການເມືອງອັນໜັກແໜ້ນ ແລະ ທິດທາງຍຸດທະສາດ ສຳລັບການພັດທະນາການພົວພັນລະຫວ່າງສອງປະເທດ. ພັກກອມມູນິດຫວຽດນາມ ແລະ ພັກກອມມູນິດຍີ່ປຸ່ນ ໄດ້ຮັກສາການຮ່ວມມືທາງທິດສະດີ ຜ່ານການແລກປ່ຽນທາງທິດສະດີຄັ້ງທີ 10 ລະຫວ່າງສອງພັກ. ການພົວພັນກັບພັກພະລັງແຫ່ງຊາດ (PPP) ທີ່ກຳອຳນາດຢູ່ ສ.ເກົາຫຼີ ສືບຕໍ່ໄດ້ຮັບການປັບປຸງ ໂດຍຜ່ານການປະຊຸມອອນໄລນ໌ ລະຫວ່າງເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນ ຝູຈ້ອງ ກັບປະທານາທິບໍດີ ຢູນ ຊັກເຢີນ ຂອງ ສ.ເກົາຫຼີ.  

ການພົວພັນກັບພັກສັງຄົມປະຊາທິປະໄຕແຫ່ງເຢຍລະມັນ ສືບຕໍ່ໄດ້ຮັບການຊຸກຍູ້ໂດຍຜ່ານການສົນທະນາທິດສະດີຄັ້ງທີ 7 ແລະ ການແລກປ່ຽນທາງອອນໄລນ໌ລະຫວ່າງສອງພັກ. 

ພັກກອມມູນິດຫວຽດນາມສືບຕໍ່ຍູ້ແຮງ ແລະ ເປີດກວ້າງການພົວພັນແບບມີຈຸດສຸມໃຈກາງ, ສ້າງການບຸກທະລຸບາງບາດກ້າວທີ່ມີຄວາມໝາຍຕັ້ງໜ້າ, ພິເສດແມ່ນກັບບັນດາພັກທີ່ກຳອຳນາດ, ພັກການເມືອງ ແລະ ພັກທີ່ມີການພົວພັນມິດຕະພາບທີ່ເປັນມູນເຊື້ອໃນພາກພື້ນອື່ນ, ໂດຍສະເພາະກັບຕາເວັນອອກກາງ - ອາຟຣິກາ, ພາກພື້ນອາເມລິກາລາຕິນ.  

ເປັນຄັ້ງທຳອິດທີ່ສະຫາຍເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ປະທານແນວໂຮມປົດປ່ອຍໂມຊຳບິກ (FRELIMO), ປະທານາທິບໍດີ ໂມຊຳບກ ໄດ້ຈັດການປະຊຸມອອນໄລ ເພື່ອກຳນົດທິດທາງການພົວພັນຫວຽດນາມ ກັບໂມຊຳບິກ. ເປັນຄັ້ງທຳອິດທີ່ພັກກອມມູນິດຫວຽດນາມ ສົ່ງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ພັກປະຕິວັດ ຕັງຊານີ ຄັ້ງທີ 10; ສ້າງບາດກ້າວບຸກທະລຸໃນການແກ້ໄຂການພົວພັນທາງດ້ານເສດຖະກິດ ຂອງຫວຽດນາມ ກັບຕັງຊານີ. ພັກກອມມູນິດຫວຽດນາມໄດ້ສ້າງຕັ້ງການພົວພັນກັບ ພັກອານາຄົດແຫ່ງຊາດທີ່ກຳອຳນາດ ຍັງເປັນພັກໃຫຍ່ທີ່ສຸດໃນເອຢິບ; ຊຸກຍູ້ການພົວພັນກັບພັກທີ່ກຳອຳນາດໃນ ອູການດາ ຜ່ານການຕິດຕໍ່ພົວພັນລະຫວ່າງເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ປະທານພັກຂະບວນການຕໍ່ຕ້ານແຫ່ງຊາດ, ປະທານາທິບໍດີ ອູການດາ.  

ການພົວພັນກັບບັນດາພັກໃນທະວີບອາຊີ, ເອີຣົບ, ຕາເວັນອອກກາງ - ອາຟຣິກາ, ອາເມລິກາລາຕີນ ເຊັ່ນ: ພັກປະຊາຊົນອິນເດຍ (BJP), ພັກກອມມູນິດ ຂະຊວນການຝ່າຍຊ້າຍໃນອາຊີໃຕ້, ພັກແຮງງານໂອຕຮິດ, ພັກກອມມູນິດອີຕາລີ, ພັກກອມມູນິດໂຮນລັງໃໝ່, ພັກສະຫະພາບປະຊາທິປະໄຕຄຣິສຕຽນເຢຍລະມັນ (CDU), ພັກອາແຊກໄບຊານໃໝ່, ພັກອາມານາດ ກາຊັກສະຖານ; ພັກສັງຄົມນິຍົມເອກະພາບແຫ່ງເວເນຊູເອລາ (PSUV), ພັກສະພາແຫ່ງຊາດອາຟຣິກາ (ANC), ພັກກອມມູນິດບຣາຊີນ (PcdoB), ອົງການເພື່ອການປົດປ່ອຍ ປາເລສະໄຕ,... ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ຜ່ານການແລກປ່ຽນຈົດໝາຍ, ໂທລະເລກຊົມເຊີຍ, ການຕິດຕໍ່ພົວພັນ ແລະ ການໂອ້ລົມສົນທະນາທາງອອນໄລນ໌, ເປັນການເສີມສ້າງຮາກຖານການເມືອງທີ່ເອື້ອອຳນວຍຕໍ່ການພັດທະນາການພົວພັນລະຫວ່າງຫວຽດນາມ ກັບປະເທດອື່ນໆ. 

3- ພັກກອມມູນິດຫວຽດນາມ ສືບຕໍ່ປັນເຈົ້າການແລະຕັ້ງໜ້າເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ ໃນບັນດາເວທີປາໄສຫຼາຍຝ່າຍ ຂອງພັກການເມືອງ, ໃນນັ້ນມີກອງປະຊຸມສາກົນຂອງບັນດາພັກການເມືອງອາຊີ (ICAPP), ກອງປະຊຸມສາກົນຂອງພັກກອມມູນິດແລະກຳມະກອນ (IMCWP); ບັນດາເວທີປາໄສອື່ນເຊັ່ນ: ການສໍາມະນາ “ພັກແລະສັງຄົມໃໝ່”; ກອງປະຊຸມສາກົນລະຫວ່າງພັກໃນຫົວຂໍ້ "ຄວາມໝັ້ນຄົງທາງດ້ານນິເວດແລະການພັດທະນາແບບຍືນຍົງ". ພິເສດ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ໄດ້ສົ່ງຈົດໝາຍອວຍພອນເຖິງເວທີປາໄສລະຫວ່າງ ພັກກອມມູນິດຈີນ ແລະ ພັກການເມືອງ ມາກຊິດ ທົ່ວໂລກ (ວັນທີ 28 ກໍລະກົດ 2022); ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມເວທີປາໄສ ແລະ ອ່ານຈົດໝາຍອວຍພອນຂອງເລຂາທິການໃຫຍ່ພັກກອມມູນິດຫວຽດນາມ.  

4- ສືບຕໍ່ເພີ່ມທະວີການແລກປ່ຽນທິດສະດີ ແລະ ບົດຮຽນປະສົບການກັບບັນດາພັກການເມືອງ ຜ່ານຫຼາຍຮູບການທີ່ຕ່າງກັນ. ພັກກອມມູນິດຫວຽດນາມໄດ້ ສົມທົບກັບພັກປະຊາຊົນປະຕິວັດລາວ ໃນການຈັດກອງປະຊຸມສຳມະນາທິດສະດີຄັ້ງທີ 9 ສຳເລັດ; ແລກປ່ຽນທິດສະດີຄັ້ງທີ່ 10 ກັບພັກກອມມູນິດຍີ່ປຸ່ນ; ການສົນທະນາທິດສະດີຄັ້ງທີ 7 ກັບພັກສັງຄົມປະຊາທິປະໄຕແຫ່ງເຢຍລະມັນ (SPD) ແລະ ການສົນທະນານະໂຍບາຍຄັ້ງທີສາມ ກັບພັກຝ່າຍຊ້າຍຂອງເຢຍລະມັນ. ບັນດາກອງປະຊຸມສຳມະນາ, ການສົນທະນາທິດສະດີ ແລະ ສົນທະນານະໂຍບາຍ ມີຄວາມໝາຍສຳຄັນ ເພື່ອໃຫ້ບັນດາຝ່າຍສະຫຼຸບ ແລະ ແບ່ງປັນຄວາມສຳເລັດທາງທິດສະດີ ແລະ ພຶດຕິກຳຕົວຈິງ ໃນຂະບວນການນໍາພາ, ກໍ່ສ້າງ ແລະ ພັດທະນາປະເທດຊາດ. ຜ່ານນັ້ນ, ພັກກອມມູນິດຫວຽດນາມສະສົມບົດຮຽນສາກົນຕື່ມອີກຈຳນວນຫຼາຍ ກ່ຽວກັບການສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມ, ກໍ່ສ້າງພັກ, ກ່ຽວກັບການນຳພາ ຄຸ້ມຄອງປະເທດ ແລະ ການແກ້ໄຂບັນດາບັນຫາເສດຖະກິດ, ສັງຄົມ, ວັດທະນະທຳ ແລະອື່ນໆ; ພ້ອມກັນນັ້ນ, ເພີ່ມຄວາມຮູ້ຄວາມເຂົ້າໃຈ, ປັບປຸງຄວາມເຊື່ອໝັ້ນ, ຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງໝັ້ນຄົງແລະຍືນຍົງ. 

5- ຖານະ, ບົດບາດ ແລະ ກຽດສັກສີຂອງພັກກອມມູນິດຫວຽດນາມ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ, ໂດຍສະເພາະການເຄື່ອນໄຫວພົວພັນຕ່າງປະເທດຂອງສະຫາຍເລຂາທິການໃຫຍ່; ບັນດາກຳທະການກົມການເມືອງສູນກາງ, ຄະນະເລຂາທິການສູນກາງ, ໄດ້ປະກອບສ່ວນເພີ່ມຖານະບົດບາດ ແລະ ກຽດສັກສີຂອງພັກກອມມູນິດຫວຽດນາມໃນເວທີສາກົນ, ປັບປຸງຄວາມຮັບຮູ້ທີ່ຖືກຕ້ອງ ກ່ຽວກັບບົດບາດນຳພາຂອງພັກກອມມູນິດຫວຽດນາມ, ກ່ຽວກັບພາລະກິດປະຕິວັດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ບັນດາພັກ, ບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ມີຄວາມຮັບຮູ້ນັບມື້ນັບຄົບຖ້ວນ ແລະ ຮອບດ້ານ ກ່ຽວກັບບົດບາດການນຳພາ ແລະ ກຳອຳນາດການປົກຄອງຂອງພັກກອມມູນິດຫວຽດນາມ, ໃຫ້ຄວາມສຳຄັນກັບບົດບາດຂອງການພົວພັນຕ່າງປະເທດຂອງພັກໃນການພົວພັນສອງຝ່າຍ. ບັນດາຄະນະຜູ້ແທນທາງການທູດຢູ່ຫວຽດນາມ, ບັນດາອົງການສາກົນ, ບັນດາຄະນະຜູ້ແທນຂັ້ນສູງຂອງບັນດາປະເທດ ແລະ ພັກຕ່າງໆ ທີ່ເດີນທາງມາຫວຽດນາມ ນັບມື້ນັບມີຄວາມຕ້ອງການ ແລະ ຄວາມປາຖະໜາຢາກພົບປະແລກປ່ຽນ ແລະ ເຮັດວຽກກັບຜູ້ນຳພັກກອມມູນິດຫວຽດນາມ ກໍ່ຄືບັນດາອົງການທີ່ປຶກສາຂອງພັກ, ແລກປ່ຽນຫຼາຍເນື້ອໃນຍຸດທະສາດ, ບັນດາບັນຫາສຳຄັນ ແລະ ແທດຈິງ ເພື່ອກຳນົດທິດທາງການພົວພັນສອງຝ່າຍ.

ບາງຈຸດສຸມກ່ຽວກັບວຽກງານການຕ່າງປະເທດ
ຂອງພັກກອມມູນິດຫວຽດນາມ ໃນໄລຍະຈະມາເຖິງ

ໃນໄລຍະຈະມາເຖິງ, ສະພາບການສາກົນຈະສືບຕໍ່ພັດທະນາຢ່າງສັບສົນ, ວ່ອງໄວ ແລະ ຍາກທີ່ຈະຄາດຄະເນໄດ້ ເຊິ່ງມີຄວາມທ້າທາຍໃຫຍ່ຫຼວງທັງໃນດ້ານຄວາມສະຫງົບຮຽບຮ້ອຍທາງການເມືອງ, ຄວາມໝັ້ນຄົງ, ເສດຖະກິດໂລກ, ກົດໝາຍ ແລະ ການຄ້າສາກົນ. ການແຂ່ງຂັນທາງຍຸດທະສາດລະຫວ່າງປະເທດມະຫາອຳນາດ ແລະ ຄວາມຂັດແຍ້ງພາກສ່ວນ ສືບຕໍ່ດຳເນີນໄປດ້ວຍຮູບແບບທີ່ສັບສົນແລະຮຸນແຮງ, ເພີ່ມຄວາມສ່ຽງຕໍ່ສະພາບແວດລ້ອມດ້ານເສດຖະກິດ, ການເມືອງ ແລະ ຄວາມໝັ້ນຄົງສາກົນ. ພາກພື້ນອາຊີປາຊີຟິກ, ໃນນັ້ນອາຊີຕາເວັນອອກສ່ຽງໃຕ້ ມີທີ່ຕັ້ງຍຸດທະສາດທີ່ນັບມື້ນັບສຳຄັນ, ແມ່ນພາກພື້ນທີ່ມີການແຂ່ງຂັນກັນຢ່າງຮຸນແຮງລະຫວ່າງປະເທດມະຫາອຳນາດ, ອາດຈະເຮັດໃຫ້ເກີດຄວາມບໍ່ໝັ້ນຄົງ ແລະ ຜົນກະທົບຢ່າງເລິກເຊິ່ງ ຕໍ່ສະພາບແວດລ້ອມຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດຫວຽດນາມ.

ໃນປະເທດ, ປີ 2023 ແມ່ນປີຫົວລ້ຽວຫົວຕໍ່ທີ່ສຳຄັນທີ່ສຸດ ເພື່ອປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງໄວ້ສຳລັບປີ 2025, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການປະຕິບັດເປົ້າໝາຍຍຸດທະສາດເຖິງປີ 2030 ແລະ ວິໄສທັດຮອດປີ 2045. ຕາມນັ້ນ, ການພົວພັນຕ່າງປະເທດຂອງພັກຈະໄດ້ຜັນຂະຫຍາຍຕາມຈຸດສຸມຈຳນວນໜຶ່ງດັ່ງຕໍ່ໄປນີ້:

ທີໜຶ່ງ, ຜັນຂະຫຍາຍປະຕິບັດແນວທາງການຕ່າງປະເທດ, ທິດທາງ ແລະ ແຜນນະໂຍບາຍສຳຄັນ ເພື່ອປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີປະສິດທິຜົນ.

ທີສອງ, ເອົາໃຈໃສ່ເຖິງການໃຫ້ຄໍາປຶກສາຍຸດທະສາດ; ຍົກສູງຄວາມສາມາດໃນການຄາດຄະເນສະພາບການ, ສະເໜີແນະແຜນນະໂຍບາຍ ແລະ ວິທີແກ້ໄຂທີ່ເໝາະສົມ ເພື່ອຮັບມືກັບສະພາບການປະຈຸບັນ, ຊຸກຍູ້ກຳລັງແຮງທີ່ມີຢູ່ຂອງປະເທດ. ຮັບຮູ້ຢ່າງຄົບຖ້ວນແລະເລິກເຊິ່ງ ກ່ຽວກັບຄວາມສະດວກ ແລະ ຄວາມທ້າທາຍ, ໝູນໃຊ້ລັດທິມາກ-ເລນິນ ແລະ ແນວຄິດໂຣ່ຈີມິນ ກ່ຽວກັບການຕ່າງປະເທດ ຢ່າງຊຳນິຊຳນານ; “ຮັບໃຊ້ຜົນປະໂຫຍດຂອງຊາດສະເໝີມາ”; ເອກະລາດ, ເປັນເຈົ້າຕົນເອງ, ການອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕ້ອງຕິດພັນກັບຄວາມສາມັກຄີ ແລະ ການຮ່ວມມືສາກົນ. ເຂົ້າໃຈຢ່າງເລິກເຊິ່ງເຖິງຈິດໃຈຊີ້ນຳຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ກ່ຽວກັບ “ການຕ່າງປະເທດທີ່ມີເອກະລັກໃນຍຸກໂຮ່ຈີມິນ ເຕັມໄປດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ””. ພ້ອມກັນນັ້ນ, ປ່ຽນແປງໃໝ່ຄວາມຄິດການຕ່າງປະເທດໃຫ້ສອດຄ່ອງກັບສະຖານະການໃໝ່ຢ່າງເປັນປະຈຳ; ເພີ່ມທະວີຄວາມເປັນເຈົ້າການ, ລັກສະນະຍຸດທະສາດ ແລະ ຄວາມຄົບຊຸດ, ຮອບດ້ານໃນທຸດຂັ້ນຕອນ ຕັ້ງແຕ່ການຄົ້ນຄວ້າ ຄາດຄະເນ ເຖິງການໃຫ້ຄຳປຶກສາ, ການຈັດການແກ້ໄຂບັນຫາການຕ່າງປະເທດ ແລະ ການຈັດຕັ້ງ ຜັນຂະຫຍາຍກິດຈະກຳການຕ່າງປະເທດ.

ທີສາມ, ຂະຫຍາຍແລະພັດທະນາການພົວພັນຕ່າງປະເທດຂອງພັກໃນທາງເລິກຢ່າງຕໍ່ເນື່ອງ, ເພີ່ມຄວາມໄວ້ວາງໃຈ, ສ້າງພື້ນຖານທາງການເມືອງທີ່ໝັ້ນຄົງ ໃຫ້ແກ່ການພົວພັນທະວິພາຄີ. ທິດທາງທີ່ສຳຄັນທີ່ສຸດ ແມ່ນໃຫ້ຄວາມສຳຄັນເປັນພິເສດແລະສືບຕໍ່ເພີ່ມທະວີຄວາມສາມັກຄີ, ການຮ່ວມມືຢ່າງຮອບດ້ານແລະຄວາມໄວ້ວາງໃຈ ກັບພັກທີ່ກຳອຳນາດໃນບັນດາປະເທດເພື່ອນບ້ານທີ່ມີຊາຍແດນຮ່ວມກັນ, ບັນດາປະເທດສັງຄົມນິຍົມ, ນຳການພົວພັນເຫຼົ່ານັ້ນເຂົ້າສູ່ລວງເລິກ, ປັບປຸງຄວາມໄວ້ວາງໃຈທາງການເມືອງ, ສ້າງພື້ນຖານການເມືອງທີ່ໝັ້ນຄົງ, ມີບົດບາດກຳນົດທິດທາງຍຸດທະສາດ ສຳລັບການພົວພັນທະວິພາຄີ, ພ້ອມກັນນັ້ນ ເສີມຂະຫຍາຍຂໍ້ໄດ້ປຽບສະເພາະຂອງຊ່ອງທາງການຕ່າງປະເທດຂອງພັກຢ່າງແຮງ ເພື່ອປະກອບສ່ວນແກ້ໄຂບັນດາບັນຫາສຳຄັນໃນການພົວພັນທະວິພາຄີກັບປະເທດເຫຼົ່ານີ້ຢ່າງມີປະສິດທິຜົນ. ທິດທາງທີ່ບຸກທະລຸ ແມ່່ນຍູ້ແຮງການພົວພັນກັບບັນດາພັກກຳອຳນາດ, ພັກການເມືອງ, ພັກທີ່ມີທີ່ຕັ້ງ ແລະ ບົດບາດສຳຄັນ ໃນການສ້າງຕັ້ງ ແລະ ປະຕິບັດນະໂຍບາຍຂອງປະເທດຕ່າງໆຕໍ່ຫວຽດນາມ. ທິດທາງດັ້ງເດີມ ແມ່ນເພີ່ມທະວີການພົວພັນທີ່ແທ້ຈິງກັບບັນດາພັກກອມມູນິດແລະກຳມະກອນ ທີ່ມີຕຳແໜ່ງແລະບົດບາດໃນເວທີການເມືອງ ຂອງບັນດາປະເທດ, ມີອິດທິພົນໃນຂະບວນການກອມມູນິດແລະກຳມະກອນສາກົນ ແລະ ໃນແຕ່ລະພາກພື້ນ ເພື່ອສ້າງກຳລັງໜູນຫຼັງທາງການເມືອງ.

ທີສີ່, ສືບຕໍ່ເສີມຂະຫຍາຍບົດບາດຂອງການພົວພັນຕ່າງປະເທດຂອງພັກ ເພື່ອປະກອບສ່ວນແທດຈິງເຂົ້າໃນວຽກງານການກໍ່ສ້າງພັກ, ໂດຍສະເພາະແມ່ນ ການຮັບເອົາບົດຮຽນປະສົບການໃນການກໍ່ສ້າງພັກ, ບົດຮຽນໃນການນຳພາ ບໍລິຫານປະເທດ, ຄຸ້ມຄອງບັນດາບັນຫາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ, ການສຶກສາແລະການຝຶກອົບຮົມ. 

ທີຫ້າ, ສືບຕໍ່ປະກອບສ່ວນຊຸກຍູ້ແລະຍົກສູງປະສິດທິຜົນຂອງວຽກງານຂໍ້ມູນຂ່າວສານຕ່າງປະເທດ, ຍາດແຍ່ງຄວາມສາມັກຄີແລະການສະໜັບສະໜູນຂອງປະຊາຄົມໂລກຕໍ່ການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຍົກສູງກຽດສັກສີສາກົນ ແລະ ບົດບາດທີ່ຕັ້ງຂອງພັກແລະປະເທດ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການປະຕິບັດບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງສຳເລັດຜົນ.

ທີຫົກ, ຮັບປະກັນການນຳພາໂດຍກົງ ແລະ ຮອບດ້ານຂອງພັກ, ການຄຸ້ມຄອງເປັນເອກະພາບຂອງລັດ ຕໍ່ບັນດາການເຄື່ອນໄຫວພົວພັນຕ່າງປະເທດ, ຍົກສູງຄວາມແທດຈິງ ແລະ ປະສິດທິຜົນຂອງການເຄື່ອນໄຫວພົວພັນຕ່າງປະເທດ; ພ້ອມກັນນັ້ນ, ປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງບັນດາຊ່ອງທາງການຕ່າງປະເທດ, ສ້າງຄວາມຕິດພັນເປັນເອກະພາບ, ແໜ້ນແຟ້ນ, ຄົບຊຸດ ແລະ ຮອບດ້ານລະຫວ່າງການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການທູດປະຊາຊົນ, ເສີມຂະຫຍາຍຂໍ້ໄດ້ປຽບ ແລະ "ບົດບາດ" ຂອງບັນດາຊ່ອງທາງການຕ່າງປະເທດ, ສ້າງກຳລັງແຮງສັງລວມຂອງແນວຮົບການຕ່າງປະເທດຂອງຫວຽດນາມ./.
-------------------------------
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1007 (ເດືອນກຸມພາ 2023)