ເພີ່ມພູມຄູນສ້າງສາຍພົວພັນພິເສດຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນ ຕະຫຼອດກາລະນານ

ດຣ. ຕ້າມິງເຈົາ ອະດີດເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
11:33, 25-12-2012

ຫວຽດນາມ ແລະ ລາວ ເປັນສອງປະເທດ ບ້ານໃກ້​​ເຮືອນ​ຄຽງ, ມີ​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ ທີ່​ເປັນ​ມູນ​ເຊື້ອ​ອັນ​ຈົບງາມ​ ມາແຕ່​ບູຮານ​ນະ​ການ. ສາຍ​ພົວພັນ​ດັ່ງກ່າວ ​ເປັນ​ປັດ​ໄຈ​ຮັບ​ປະ​ກັນ​ ໃຫ້​ແກ່​ໄຊຊະນະ ​ແຫ່ງພາລະກິດ​ປະຕິວັດ​ ຂອງ​ແຕ່ລະ​ປະ​ເທດ ​ແລະ ເປັນ​ມູນ​ມໍລະດົກ​ລວມ ທີ່​ລ້ຳ​ຄ່າ​ຂອງ​ສອງ​ຊາດ, ສ້າງພື້ນຖານ​ອັນ​ສະດວກ​ ເພື່ອ​ໃຫ້​ສອງ​ປະ​ເທດ​ພ້ອມ​ກັນ​ສືບ​ຕໍ່​ພັດທະນາ, ຫັນ​ໄປ​ສູ່​ອະນາ​ຄົດ​ທີ່​ໝັ້ນຄົງ. ປີ​ນີ້, 2012, ຫວຽດນາມ - ລາວ ​ໄດ້​ພ້ອມກັນ ​ຈັດ​ຕັ້ງ​ສະ​ເຫຼີ​ມ​ສະຫຼອງ ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນການ​ທູດ ​ຄົບຮອບ 50 ປີ (5.9.1962 – 5.9.2012) ​ແລະ ວັນ​ເຊັນ​ສົນ​ທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ຄົບຮ​ອບ 35 ປີ (18.7.1977 – 18.7.2012) ​ແລະ ຂ່ຳ​ນັບ​ຊົມ​ເຊີຍ​ ປີ​ສາມັກຄີມິດຕະພາບ​ ຫວຽດນາມ - ລາວ 2012.

ງານສະແດງສິລະປະກຳ ເປີດຊຸມວັນວັດທະນະທຳລາວ ຢູ່ຫວຽດນາມ - ຮູບຂອງໜັງສືພິມອອນໄລ: toquoc.vn

     ສາຍ​ພົວພັນ​ແບບຢ່າງ, ບໍລິສຸດ​ຜຸດ​ຜ່ອງ ​ແລະ ຫາຍ​າກ

​    ໃນ 80 ກ​ວ່າປີ​ຜ່ານ​ມາ, ນັບ​ແຕ່​ມື້​ມີ​ພັກ​ກອມ​ມູນິດ​ອິນດູຈີນ, ​ໂດຍ​ປະທານ​ໂຮ່ຈິ​ມິນ ​ແລະ ປະທານໄກສອນ ພົມວິຫານ ​ເປັນ​ຜູ້​ປູ​ພື້ນຖານ ​ແລະ ບັນດາຮຸ້ນ​ຜູ້ນຳ ​ພ້ອມ​ກັບ​ກອງທັບ ​ແລະ ປະຊາຊົນ​ສອງ​ປະເທດ​ສືບຕໍ່​ບຳລຸງ​ຄູນ​ສ້າງ, ສາຍ​ພົວພັນ​ຫວຽດ ນາມ - ລາວ ຂະຫຍາຍ​ຕົວຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ໄດ້​ຄັດ​ຖອດ​ເປັນ​ສາຍ​ພົວພັນ​ ທີ່ເປັນແບບຢ່າງ ບໍລິສຸດຜ່ອງໃສ ສະເໝີຕົ້ນ ສະເໝີປາຍ ທີ່ຫາຍາກໃນການພົວພັນສາກົນ, ​ເປັນ​ປັດ​ໄຈຮັບປະກັນ​ໄຊ ຊະນະ​ແຫ່ງ​ພາລະກິດ​ປະຕິວັດ​ຂອງ​ແຕ່ລະ​ປະ​ເທດ ແລະ ​ເປັນ​ມູນ​ມໍ​ລະ​ດົກ​ ອັນ​ລ້ຳ​ຄ່າ​ຂອງ​ທັງ​ສອງ​ຊາດ. ສາຍ​ພົວ ພັນ​ສາມັກຄີ​ພິ​ເສດ​ດັ່ງກ່າວ​ ໄດ້​ສະ​ແດງ​ອອກ​ຢູ່​ໃນ​ບົດ​ກະວີ​ອຳ​ມະຕະຂອງ​ປະທານ ໂຮ່ຈີ​ມິນ ທີ່​ວ່າ: “ຮັກ​ແພງ​ກັນ​ ໝາຍ​ໝັ້ນ, ຫຼາຍ​ສັນພູ​ກໍ່​ປີນ​ໄຕ່; ຫຼາຍ​ຫ້ວຍ​ໃຫຍ່ ​ແລະ ​ໂຄກ​ຄ້ອຍ​ກໍ່​ເດີນ​ດັ້ນ​ດຸ່ນ​ໄປ; ສອງ​ຊາດ​ລາວ - ຫວຽດ​ໄດ້ຝັງ​ຄວາມ​ຮັກ​ຢູ່​ໃນ​ໃຈ; ຮົ່ງຮ່າ​ທັງ​ແມ່​ຂອງ​ກໍ່​ບໍ່​ເລິກ​ປູນ​ປານ​​ໄດ້” ​ແລະ ປະທານໄກສອນ ພົມວິຫານ, ຕໍ່ຈາກ ນັ້ນ​ກໍ່​ແມ່ນ​ປະທານສຸພາ​ນຸວົງ ກໍ່​ຢັ້ງຢືນ​ວ່າ: “ຢູ່​ໃນ​ປະຫວັດສາດ​ແຫ່ງ​ການ​ປະຕິວັດ​ໂລກ​ກໍ່​ເຄີຍ​ມີບັນດາແວ່ນແຍງ ​ອັນ​ໃສ​ແຈ້ງ​ກ່ຽວ​ກັບຈິດ​ໃຈ​ສາກົນ​ກຳມາ​ຊີບ, ​ແຕ່​ຍັງ​ບໍ່​ທັນ​ມີ​ຢູ່​ໃສ ​ແລະບໍ່​ທັນ​ມີ​ຈັກ​ເທື່ອ​ທີ່​ມີ​ຄວາມ​ສາມັກ​ຄີ, ສຳພັນ​ ຮ່ວມ​ຮົບ​ພິເສດ, ຍາວ​ນານ, ຮອບດ້ານ​ຄື​ກັບ​ລາວ ແລະ ຫວຽດນາ​ມ”; “ສາຍ​ພົວພັນ​ມິດ​ຕະພາບ​ຖານ​ອ້າຍ​ນ້ອງ​ລະຫວ່າງ​ປະຊາຊົນ​ລາວ ​ແລະ ປະຊາຊົນ​ຫວຽດນາມ ​ແມ່ນ​ຍິ່ງ​ໃຫຍ່​ມະຫາສານ ຊຶ່ງບໍ່​ມີ​ບົດ​ເພງ ​ແລະ ບົດ​ກະວີ ໃດໆ ທີ່ຖືວ່າມ່ວນທີ່ສຸດນັ້ນ ຈະ​ພັນ​ລະນາ​ໃຫ້ໝົດ​ໄດ້. ມິດຕະພາບດັ່ງກ່າວ ສູງ​ກວ່າ​ພູ​ຜາ, ຍາວຍິ່ງ​ກວ່າ​ແມ່​ນ້ຳ, ກວ້າງຍິ່ງ​ກວ່າທະເລຫຼວງ, ງາມ​ຍິ່ງ​ກວ່າ​ເດືອນ​ເພັງ, ຫອມ​ຫວນ​ຍິ່ງ​ກວ່າ​ດວງ​ດອກ​ໄມ້ທີ່​ຫອມທີ່ສຸດ”.

    ກ່ອນ​ນີ້ 50 ປີ, ​ໃນ​ວັນ​ທີ 05/09/1962, ພາຍຫຼັງ​ເຊັນ​ສັນຍາ​ເຊີ​ແນວກ່ຽວ​ກັບ​ລາວ, ຫວຽດນາມ ແລະ ລາວ  ໄດ້​ເປັນ​ເອກະສັນ​ສ້າງສາ​ຍພົວພັນ​ທາງການ​ທູດ​ນຳ​ກັນ, ​ເປີດ​ໜ້າ​ປະຫວັດສາດ​ໃໝ່​ໃຫ້​ແກ່​ພາລະກິດ​ປັບປຸງ ແລະ  ຂະຫຍາຍ​ຕື່ມ​ອີກ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ຢູ່​ໃນ​ການ​ຕໍ່​ສູ້ປົດ​ປ່ອຍຊາດ ​ແລະ ຍາດ​ເອົາ​ເອກະລາດ ແຫ່ງ​ຊາດ​ຂອງ​ແຕ່ລະ​ປະ​ເທດ, ຄວາມ​ຜູກ​ພັນ​ສະໜິດ​ແໜ້ນ, ການ​ປະສານ​ສົມທົບ, ການ​ຊ່ວຍ​ເຫຼືອ​ທີ່​ບໍ່ເຫັນແກ່ຕົວ, ​ເຕັມ​ໄປ​ດ້ວຍ​ມິດ​ຈິດ​ມິດ​ໃຈ​ລະຫວ່າງ​ສອງ​ປະ​ເທດ, ສອງ​ຊາດ​ຫວຽດນາມ - ລາວ ​ໄດ້​ກາຍ​ເປັນ​ກຳລັງ​ໜຶ່ງ​ບໍ່​ ມີ​ສອງ ​ແລະ ​ເປັນ​ປັດ​ໄຈ​ສຳຄັນ​ ປະ​ກອບ​ສ່ວນ​ພາການ​ປະຕິວັດ​ຂອງ​ສອງ​ປະ​ເທດ ກ້າວຈາກ​ໄຊຊະນະ​ນີ້​ໄປ​ສູ່​ ໄຊຊະນະ​ໃໝ່ ​ແລະ ກ້າວ​ໄປ​ສູ່​ໄຊຊະນະ​ສົມບູນ​ໃນ​ປີ 1975.

    ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ຍຸກ​ສະ​ໄໝ​ແຫ່ງ​ສັນຕິພາບ, ສ້າງສາ​ປະ​ເທດ​ຊາດ, ​ໂດຍ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງຕໍ່​ຄວາມໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ສາຍ​ພົວພັນ​ພິ​ເສດ​ຫວຽດນາມ - ລາວ, ມາ​ໃນ​ວັນ​ທີ18/07/1977, ສອງ​ປະ​ເທດ​ ໄດ້​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມ​ມື, ຢືນຢັນ​ຄວາມ​ສາມັກຄີ​ພິ​ເສດ ​ສະ​ເໝີ​ຕົ້ນ​ສະ​ເໝີປາຍ, ການ​ຮ່ວມ​ມື, ສະໜັບສະໜູນ, ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ ​ໃນ​ພາລະ​ກິດ​ສ້າງສາ ​ແລະ ປົກ​ປັກຮັກສາ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ແຕ່ລະ​ປະ​ເທດ. ນັ້ນ​ມັນ​ເປັນ​ເອກະສານ​ທີ່​ມີ​ຄວາມໝາຍປະຫວັດສາດ ທີ່​ສຳຄັນ​ຍິ່ງ, ​ເປັນ​ຂີດ​ໝາຍ​ແຫ່ງ​ບາດກ້າວ​ຂະຫຍາຍຕົວ​ໃໝ່, ຮອບດ້ານ​ຂອງ​ສາຍ​ພົວພັນ​ພິ​ເສດ ​ລະຫວ່າງ​ສອງປະ​ເທດ.

    ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳກັນ ​ແລະ ​​ເຊັນ​ສົນທິສັນຍາ​ມິດຕະພາບແລະການຮ່ວມ​ມື, ສາຍ​ພົວພັນ​ພິ​ເສດ​ຫວຽດນາມ - ລາວ ສືບ​ຕໍ່​ມີ​ບາດກ້າວ​ຂະຫຍາຍຕົວ​ໃໝ່​ຢ່າງ​ຕໍ່​ເນື່ອງ, ພິ​ເສດ​ແມ່ນ​ໃນ​ຊຸມ​ປີ​ມໍ່ໆມາ​ນີ້. ​ໂດຍ​ການ​ເອົາ​ໃຈ​ໃສ່​ຊີ້​ນຳ​ຢ່າງ​ໃກ້ຊິດ ​ຈາກ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ລັດ, ພ້ອມ​ກັບຄວາມ​ພະຍາຍາມ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ບັນດາ​ສຳນັກງານ​ອົງການ​ກ່ຽວຂ້ອງ​ຢູ່​ສູນກາງ ແລະ ບັນດາ​ທ້ອງ​ຖິ່ນ, ບັນດາ​ວິ​ສາ​ຫະກິດ, ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ​ໄດ້​ຍົກ​ຂຶ້ນ​ສູ່​ລະດັບ​ໃໝ່, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະສິດທິ​ຜົນ​ຕົວຈິງ, ໃຫຍ່​ຫຼວງ​ໃຫ້​ແກ່​ທັງ​ສອງ​ປະ​ເທດ.

    ຢູ່​ໃນ​ການ​ພົວພັນ​ສອງ​ຝ່າຍໃນ​ໂລກ, ຈະຊອກຫາ​ ການ​ແລ​ກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລະຫວ່າງ​ສອງຝ່າຍ ທີ່​ໄດ້​ດຳ​ເນີນ​ໄປ​ຢ່າງ​ເປັນ​ປົກກະຕິ​ຄື​ກັນ​ກັບ​ລະຫວ່າງ​ຫວຽດນາມ ​ແລະ ລາວ ກໍ່ເປັນການຍາກ. ບັນດາການຢ້ຽມຢາມດັ່ງກ່າວ ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສອງ​ຝ່າຍ​ມີ​ໂອກາດ​ໄດ້​ແລກປ່ຽນ​ບົດຮຽນ, ຊອກ​ຮູ້, ຮ່ຳຮຽນ​ຊຶ່ງກັນ​ແລະ​ກັນ ​ໃນ​ການ​ນຳພາ​ພາລະ​ກິດ​ ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ທິດ​ສະ​ດີແລະພຶດຕິ​ກຳ​ໃໝ່, ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ປັບປຸງບູລະນະອຳ ນາດ​ການ​ປົກຄ​ອງຢູ່​ຮາກ​ຖານ ​ແລະ ອື່ນໆ… ໂດຍ​ຜ່ານ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ​ດັ່ງກ່າວ, ຂັ້ນ​ນຳ​ ສອງ​ພັກ, ສອງ​ລັດ​ໄດ້​ປຶກສາ​ຫາລື​ນຳ​ກັນ ​ແລະ ກໍ່​ໄປ​ເຖິງ​ການ​ຕົກລົງ​ເປັນ​ເອກະສັນ​ ໃນຫຼາຍບັນຫາ ​ທີ່​ສຳຄັນ​ ມີ​ລັກສະນະ​ຍຸດ​ທະ​ສາດ, ທັງ​ເປັນ​ການ​ກຳນົດ​ທິດ​ລວມ ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຍາວ​, ທັງ​ເປັນ​ການ​ແກ້​ໄຂ​ບັນຫາ​ຂໍ້​ຫຍຸ້ງ​ຍາກ​ໃຫ້​ທັນ​ການ, ​ແລະ ​ເຮັດ​ໃຫ້​ສາຍ​ພົວພັນ​ຫວຽດນາມ - ລາວ ​ນັບ​ມື້​ເຂົ້າ​ສູ່​ລວງ​ເລິກ ແລະ ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ.

    ການ​ຮ່ວມ​ມື, ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຢູ່​ ສູນ​ກາງ ​ແລະ ບັນດາ​ທ້ອງ​ຖິ່ນ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ ​ແລະ ລະຫວ່າງ​ ປະຊາຊົນ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ, ​ເຍົາວະ​ຊົນ​ສອງ​ປະ​ເທດ​ ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ເຈົ້າ​ການ, ດ້ວຍຫຼາຍ​ຮູບ​ການ ແລະ ​ເນື້ອ​ໃນ​ທີ່​ອຸດົມສົມບູນ, ມີ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ, ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ໃຈ ​ແລະ ເຊື່ອ​ໝັ້ນ​ຊຶ່ງກັນແລະກັນ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ, ​ເຮັດ​ໃຫ້​ສາຍ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້ນັບ​ຕິດ​ພັນ​ສະໜິດ​ແໜ້ນ.

    ພ້ອມ​ກັບ​ກະ​ແສ​ເຄື່ອນ​​ເໜັງ​ຂອງ​ກາລະ​ເວລາ ​ແລະ ການ​ປ່ຽນ​ແປງ​ຂອງ​ສະຖານະ​ການ, ​ໂດຍ​ສະເພາະແມ່ນ ​ການ​ທ້າ​ທາຍ ຂອງ​ກົນ​ໄກ​ການ​ຕະຫຼາດ, ຂອງ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສາກົນແລະໂລກາ​ພິວັດ, ການ​ໂຄສະນາ, ສຶກສາ​ອົບຮົມ​ເພື່ອ​ໃຫ້​ປະຊາຊົນ ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ຄົນຮຸ້ນໜຸ່ມ​ ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງເຖິງ​ເນື້ອ​ໃນ ແລະ ມູນ​ເຊື້ອສາຍ​ພົວພັນ​ພິ​ເສດ​ຫວຽດນາມ - ລາວ ​ເປັນ​ໜ້າ​ທີ​ອັນ​ໜຶ່ງ​ທີ່​ສຳຄັນ​ຍິ່ງ. ການ​ທີ່​ທັງ​ສອງ​ຝ່າຍ​ສົມທົບ​ ກັນ​ຄົ້ນ​ຄວ້າ, ຈັດ​ຕັ້ງ​ການ​ຮຽບຮຽງແລະເຜີຍ​ແຜ່​ໂຄ​ງການ​ຊຸດ “ປະຫວັດສາດສາຍ​ພົວພັນພິ​ເສດ ລາວ - ຫວຽດ  ນາມ, ຫວຽດນາມ - ລາວ (1930 - 2007)” ພວມ​ເປັນ​ການ​ປະກອບສ່ວນ​ຢ່າງ​ຈິງ​ຈັງ ​ເຮັດໃຫ້​ພະນັກງານ, ປະຊາຊົນ​ສອງ​ປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ຄົນ​ຮຸ້ນນໜຸ່ມ​ເຂົ້າ​ໃຈ​ໄດ້​ຕໍ່​ຄວາມ​ໝາຍ​ຍຸດ​ທະ​ສາດ ​ແລະ ຄວາມ​ສຳຄັນ​ພິ​ເສດ​ຂອງ​ສາຍ​ພົວພັນ​ຫວຽດນາມ - ລາວ ກໍ່​ຄື​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕໍ່​ການ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນພິ​ເສດ​ດັ່ງກ່າວ.

     ສາຍ​ພົວພັນ​ນຳມາເຊິ່ງປະສິດທິ​ຜົນ​ຕົວ​ຈິງ ​ແລະ ​ໃຫຍ່​ຫຼວງ​ໃຫ້​ທັງ​ສອງ​ປະ​ເທດ

​    ໃນ​ຊຸມ​ປີຜ່ານມາ, ການ​ເພີ່ມ​ທະວີ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ຂຶ້ນ​ສູ່​ລະດັບ​ໃໝ່​ ໃຫ້​ສົມ​ຄູ່ກັບການ​ພົວພັນ​ການ ​ເມືອງ ​ແລະ ຄວາມ​ອາດ​ສາມາດ​ຂອງ​ສອງ​ປະ​ເທດ ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ເນື້ອໃນ, ຮູບ​ການ​ຮ່ວມ​ມື​ນັບ​ມື້​ເປີດ​ກວ້າງ​, ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ອຸດົມສົມບູນ. ການ​ລົງທຶນ​ໂດຍ​ກົງ​ຂອງຫວຽດນາມຢູ່​ລາວ​ ​ໄດ້​ມີ​ບາດກ້າວ​ກະ​ໂດດ​ຂັ້ນ. ປັດຈຸ​ບັນ, ຫວຽດນາມຢູ່​ໃນ​ອັນ​ດັບ​ສອງ​ ໃນ​ບັນດາ​ປະ​ເທດ​ທີ່​ລົງທຶນ​ຢູ່​ລາວ​ດ້ວຍ 400 ກວ່າ​ໂຄງການ​ທີ່​ໄດ້​ຮັບ​ອະນຸຍາດ​ ໂດຍ​ຍອດ​ທຶນ​ຈົດ​ທະບຽນ​ເກືອບ 5 ຕື້​ໂດ​ລາສະຫະລັດ. ບັນດາ​ໂຄງການ​ລົງທຶນ​ຂອງ​ຫວຽດນາມ ​ແມ່ນ​ສຸມ​ໃສ່​ຂົງ​ເຂດ​ທີ່​ລາວ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ມີ​ທ່າ​ແຮງ, ​​ໄດ້​ຮັບ​ການ​ສົ່ງ​ເສີມ​ຈາກ​ ລັດຖະບານ​ລາວ​ເປັນ​ຕົ້ນຕໍ​ ເຊັ່ນ: ກະສິກຳ - ປ່າ​ໄມ້, ​ໄຟ​ຟ້ານ້ຳຕົກ, ຂຸດ​ຄົ້ນ​ແຮ່​ທາ​ດ, ຄົມ​ມະນາຄົມ​ຂົນ​ສົ່ງ, ບໍລິການ, ໂທລະຄົມ… ເບິ່ງລວມແລ້ວ, ບັນດາໂຄງການລົງທຶນ ຂອງບັນດາບໍລິສັດ ຫວຽດນາມຢູ່ລາວ ໄດ້ປະກອບສ່ວນຊຸກຍູ້ ແລະ ເຮັດໃຫ້ໂຄງປະກອບເສດຖະກິດ ຂອງລາວມີການປ່ຽນແປງ ແລະ ຂະຫຍາຍຕົວ, ສ້າງວຽກເຮັດ ງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ. ມີຫຼາຍບໍລິສັດ ຍັງເຮັດທັງວຽກງານສະຫວັດດີການສັງຄົມໄດ້ດີທີ່ສຸດ, ຊ່ວຍເພື່ອນສ້າງ ບັນດາກິດຈະການ ສາທາລະນະອື່ນໆ ເຊັ່ນ: ໂຮງຮຽນ, ໂຮງໝໍ, ຖະໜົນຫົນທາງ, ໄຟຟ້າ… ຊ່ວຍເຫຼືອວຽກງານ ລຶບລ້າງຄວາມອຶດຢາກ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງລະດັບຄວາມຮູ້ໃຫ້ປະຊາຊົນ ໂດຍໄດ້ຮັບການຕີລາຄາສູງ ຈາກລັດຖະບານ, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ ຂອງລາວ.

    ແລກປ່ຽນການຄ້າລະຫວ່າງສອງປະເທດກໍ່ມີບົດບາດສຳຄັນ. ສອງຝ່າຍໄດ້ເຊັນຂໍ້ຕົກລົງນຳກັນຫຼາຍສະບັບ, ປະກາດໃຊ້ ບັນດານະໂຍບາຍ, ກົນໄກທີ່ມີລັກສະນະບູລິມະສິດສູງ, ເປັນພື້ນຖານນິຕິທຳ ແລະ ສ້າງຄວາມອຳນວຍ ໃຫ້ແກ່ການເພີ່ມທະວີ ການແລກປ່ຽນສິນຄ້າເຊັ່ນ: ສັນຍາວ່າດ້ວຍສິນຄ້າຜ່ານແດນ, ແຜນແມ່ບົດຕະຫຼາດຊາຍແດນຫາປີ 2020, ໂຄງການພັດທະນາ ການຄ້າໄລຍະ 2000 – 2015; ຫຼຸດຜ່ອນ ຍົກເວັ້ນພາສີ ນຳເຂົ້າ ແລະ ສົ່ງອອກລົງເຫຼືອແຕ່ 0% - 50% ຕໍ່​ກັບ​ທຸກ​ປະ​ເພດ​ສິນຄ້າ ​ທີ່​ມີ​ຕົ້ນ​ກຳ​ເນີ​ດຈາກ​ສອງ​ປະເທດ. ດ້ວຍ​ຄວາມ​ພະຍາຍາມ​ດັ່ງກ່າວ​ ລວມຍອດມູນຄ່າ​ການ​ຄ້າ​ສອງ​ສົ້ນ ​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ, ປີ 2011 ບັນລຸ 734 ລ້ານ​ໂດ​ລາສະຫະລັດ. ຫວຽດນາມ​ໄດ້​ກາຍ​ເປັນ​ ເພື່ອນຮ່ວມທຸລະກິດການ​ຄ້າ​ໃຫຍ່​ອັນ​ດັບ​ສາມ​ຂອງ​ລາວ​. ທັງ​ສອງ​ຝ່າຍ​ກຳລັງ​ພະຍາຍາມ​ ເພື່ອ​ໃຫ້ລວມຍອດມູນຄ່າການຄ້າ ສອງ​ສົ້ນ​ບັນລຸ 1 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2012 ​ແລະ ບັນລຸ 2 ຕື້​ໂດ​ລາ​ສະຫະລັດໃນ​ປີ 2015.

    ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຮັບ​ໃຊ້​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ ເປັນ​ຂົງ​ເຂດ​ ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຍາວ​ນານ, ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ທີ່​ສຸດ​ຈາກ​ພັກ ​ແລະ ລັດ ຂອງ​ສອງ​ຝ່າຍ. ມີ​ຫຼາຍ​ສະຫາຍ, ​ແຕ່​ກ່ອນ​ເຄີຍ​ໄດ້​ຮ່ຳຮຽນຢູ່ຫວຽດນາມ, ດຽວນີ້ກຳລັງດຳລົງໜ້າທີ່ ຕຳແໜ່ງສຳຄັນ ຢູ່ໃນກົງຈັກຂັ້ນນຳຕ່າງໆ ຂອງລາວ. ແຕ່ລະປີ ຫວຽດນາມກໍ່ຊ່ວຍເຫຼືອບຳລຸງສ້າງໄລຍະສັ້ນ ແລະ ໄລຍະຍາວໃຫ້ແກ່ລາວ ແຕ່ 600 ຫາ 700 ທຶນ. ດຽວນີ້ມີນັກຮຽນລາວເກືອບ 6.000 ຄົນພວມສຶກສາຮ່ຳຮຽນ ຢູ່ຕາມມະຫາວິທະຍາໄລ ແລະ ໂຮງຮຽນຊັ້ນສູງຂອງຫວຽດນາມ ແລະ ນັກຮຽນຫວຽດນາມເກືອບ 500 ຄົນພວມຮ່ຳຮຽນ ຢູ່ຕາມໂຮງຮຽນມະຫາວິທະຍາໄລຂອງລາວ. ການເຊື່ອມໂຍງ ແລະ ການຮ່ວມມືໂດຍກົງລະຫວ່າງ ມະຫາວິທະຍາໄລຕ່າງໆ ແລະ ບັນດາພື້ນຖານການສຶກສາ ຂອງສອງປະເທດ ກໍ່ໄດ້ຮັບການສົ່ງເສີມ ແລະ ຊຸກຍູ້ຢ່າງແຂງແຮງ.​ ພື້ນຖານກໍ່ສ້າງ ແຫຼ່ງຊັບພະຍາກອນມະນຸດ ຫຼາຍແຫ່ງ ທີ່ຫວຽດນາມ ຊ່ວຍສ້າງຕັ້ງຂຶ້ນຢູ່ລາວ ກໍ່ໄດ້ ແລະ ພວມເສີມຂະຫຍາຍຄຸນປະໂຫຍດໄດ້ດີ. ທັງສອງຝ່າຍກຳລັງສືບຕໍ່ ປະສານສົມທົບກັນ ຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ດີທີ່ສຸດ ນັບແຕ່ຂອດການຄັດເລືອກ, ການຮຽນພາສາຕ່າງປະເທດ, ການສິດສອນ, ການຄຸ້ມຄອງ ຈົນເຖິງຂອດການນຳໃຊ້ພາຍຫຼັງຮຽນຈົບແລ້ວ ແນໃສ່ຍົກສູງຄຸນນະພາບຂຶ້ນຕື່ມອີກ ແລະ ມີປະສິດທິຜົນຫຼາຍກວ່າເກົ່າອີກ.  

    ການຮ່ວມມືລະຫວ່າງຫວຽດນາມ - ລາວ ໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ນັບມື້ໄດ້ຮັບການເພີ່ມທະວີ ຢ່າງໜັກແໜ້ນ ແລະ ມີປະສິດທິຜົນ, ປະກອບສ່ວນປົກປັກຮັກສາຄວາມໝັ້ນຄົງ ທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ ຂອງສອງປະເທດ, ທັບມ້າງທຸກກົນອຸບາຍ ແລະ ການກະທຳ ຂອງບັນດາອິດທິກຳລັງປໍລະປັກ ທີ່ຊອກທຸກວິທີເພື່ອໃສ່ຮ້າຍປ້າຍສີ, ແບ່ງແຍກສາຍພົວພັນ  ລະຫວ່າງສອງພັກ ແລະ ປະຊາຊົນສອງປະເທດ. ການສ້າງເສັ້ນຊາຍແດນສອງປະເທດ ໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ ກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ປັດຈຸບັນນີ້ ໂຄງການປັບປຸງເສີມສ້າງ, ເພີ່ມຄວາມໜາແໜ້ນ  ຂອງຫຼັກໝາຍຊາຍແດນແຫ່ງຊາດ ກໍ່ກຳລັງໄດ້ຮັບການຜັນຂະຫຍາຍ ເປັນຢ່າງດີ. ໂດຍປະຕິບັດ ແຜນນະໂຍບາຍເຊື່ອມໂຍງເສດຖະກິດຂົງເຂດ, ເຂດແຄວ້ນ, ດ່ານຊາຍແດນແຫ່ງຊາດ ຈຳນວນໜຶ່ງ ກໍ່ໄດ້ຍົກລະດັບຂຶ້ນເປັນດ່ານສາກົນ, ແນໃສ່ອຳນວຍຄວາມສະດວກ ໃຫ້ແກ່ການໄປມາຄ້າຂາຍ. ເຂດເສດຖະກິດ ດ່ານຊາຍແດນຈຳນວນໜຶ່ງ, ຕົວຢ່າງເຊັ່ນ: ເຂດເສດຖະກິດດ່ານສາກົນ ລາວບາວ-ແດນສະຫວັນ ກໍ່ກຳລັງຜັນຂະຫຍາຍການກໍ່ສ້າງ ຢ່າງຕັ້ງໜ້າ.

    ການປະສານສົມທົບ ແລະ ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການຕ່າງປະເທດ ກໍ່ນັບມື້ເພີ່ມທະວີ ແລະ ມີປະສິດທິຜົນສູງ. ການແລກປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນ ໃນການເຄື່ອນໄຫວສອງຝ່າຍ ແລະ ຫຼາຍຝ່າຍ; ການທາບທາມຄຳເຫັນ, ການປະສານສົມທົບກັນ ໃນບັນດາບັນຫາທີ່ກ່ຽວຂ້ອງ ຕໍ່ປະຊາຄົມບັນດາປະຊາຊາດ ອາຊີອາຄະເນ (ASEAN), ເວທີຮ່ວມມືອາຊີ-ເອີຣົບ (ASEM), ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ ກໍ່ຄືເວທີສາກົນອື່ນໆ ກໍ່ໄດ້ດຳເນີນ ຢ່າງເປັນປະຈຳ. ທັງສອງຝ່າຍກໍ່ໄດ້ເອົາໃຈໃສ່ ແລະ ຖືເປັນສຳຄັນ ການແລກປ່ຽນບົດຮຽນ ກ່ຽວກັບ ການເຊື່ອມຕົວເຂົ້າກັບພາກພື້ນ ແລະ ສາກົນ, ບົດຮຽນໃນການເຂົ້າຮ່ວມບັນດາ ໂຄງການຮ່ວມມືຫຼາຍຝ່າຍ; ປະສານສົມທົບ ລະຫວ່າງສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ ໃນການຜັນ ຂະຫຍາຍ ເຂດສາມຫຼ່ຽມພັດທະນາ; ແລກປ່ຽນຂ່າວສານ, ທາບທາມຄຳເຫັນ ໃນການປະຕິບັດບັນດາໂຄງການ  ແລວເສດຖະກິດຕາເວັນອອກ - ຕາເວັນຕົກ, ການຮ່ວມມືອະນຸພາກ ພື້ນແມ່ນ້ຳຂອງ ແລະ ອື່ນໆ ກໍ່ຄືຮ່ວມມື ໃນການບຳລຸງ, ກໍ່ສ້າງພະນັກງານ.

    ຈຸດພົ້ນເດັ່ນໃໝ່ທີ່ໜ້າພາກພູມໃຈໃນການພົວພັນລະຫວ່າງສອງປະເທດ ແມ່ນນອກຈາກບັນດາແຂວງ ທີ່ມີເສັ້ນຊາຍແດນ ຮ່ວມກັນແລ້ວ, ການພົວພັນຮ່ວມມືລະຫວ່າງແຂວງ, ກຳແພງນະຄອນຂອງສອງປະເທດ ໃນໄລຍະຜ່ານມາ ກໍ່ໄດ້ຮັບການເປີດກວ້າງ ຢ່າງໄວວາ ແລະ ນຳເອົາປະສິດທິຜົນຕົວຈິງ ມາສູ່ສອງປະເທດ. ບັນດາຕົວເມືອງໃຫຍ່ ເຊັ່ນ: ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ຮ່າຍຟອງ, ດານັ້ງ; ບັນດາແຂວງທີ່ມີທ່າແຮງ ດ້ານເສດຖະກິດ ເຊັ່ນ: ກວາງນິງ, ວິງຟຸກ, ດົ່ງນາຍ, ບິ່ງເຢືອງ ແລະ ບາງແຂວງເຂດທົ່ງພຽງ ແມ່ນ້ຳຂອງ ກໍ່ມີການພົວພັນຮ່ວມມື ກັບຫຼາຍແຂວງ ແລະ ທ້ອງຖິ່ນຂອງລາວ. ໂດຍຜ່ານການພົວພັນ ແລກປ່ຽນຮ່ວມມື ດັ່ງກ່າວນັ້ນ ໄດ້ສ້າງເງື່ອນໄຂ ໃຫ້ປະຊາຊົນທ້ອງຖິ່ນ ຂອງສອງປະເທດ ເຂົ້າໃຈຕໍ່ກັນຕື່ມອີກ. ໂຄງການຮ່ວມມື ເສດຖະກິດ - ການຄ້າ, ວັດທະນະທຳ ຫຼາຍໂຄງການ ກໍ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍ; ໂຄງການສາທາລະນະປະໂຫຍດ ຫຼາຍໂຄງການ ທີ່ຫວຽດນາມຊ່ວຍລາວ ກໍ່ໄດ້ຮັບການຈັດຕັ້ງປະຕິບັດ, ນຳເຂົ້າສູ່ການເຄື່ອນໄຫວ ຢ່າງມີປະສິດທິຜົນ. ອາດເວົ້າໄດ້ວ່າ ນີ້ແມ່ນການຮ່ວມມືອັນມີຄວາມໝາຍທີ່ສຸດ, ປະກອບສ່ວນເຮັດໃຫ້ ສາຍພົວພັນພິເສດຫວຽດນາມ - ລາວ ນັບມື້ຊຶມເລິກເຂົ້າສູ່ ໝູ່ມະຫາຊົນທຸກຊັ້ນວັນນະ ແລະ ແຜ່ລາມໄປທົ່ວປະເທດ.

   ເພື່ອເຮັດໃຫ້ຄວາມສາມັກຄີມິດຕະພາບພິເສດ ຫວຽດນາມ-ລາວ ນັບມື້ແຜ່ຂະຫຍາຍ ແລະ ຊຶມເລິກ

    ຫວນຄືນເບິ່ງຕະຫຼອດໄລຍະທາງແຫ່ງການພັດທະນາສາຍພົວພັນ ຫວຽດນາມ-ລາວ ນັບແຕ່ສະໄໝຕໍ່ສູ້ເພື່ອຍາດເອົາ ເອກະລາດແຫ່ງຊາດ ຈົນມາເຖິງສະໄໝສ້າງສາພັດທະນາປະເທດຊາດ, ເຊື່ອມຕົວເຂົ້າກັບສາກົນ, ກ້າວຂຶ້ນສັງຄົມນິຍົມ, ພວກເຮົາກໍ່ຍິ່ງເຫັນແຈ້ງວ່າ: ແຕ່ລະບາດກ້າວເດີນ, ແຕ່ລະໄຊຊະນະ ຂອງການປະຕິວັດ ແຕ່ລະປະເທດ ລ້ວນແຕ່ຕິດພັນກັບ ການຂະຫຍາຍຢ່າງຈົບງາມ ຂອງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ເປັນມູນເຊື້ອອັນລ້ຳຄ່າ, ເປັນກົດເກນຂະຫຍາຍຕົວ, ເປັນກຳລັງແຮງຊະນະເລີດ, ເປັນມູນມໍລະດົກລວມ ທີ່ລ້ຳຄ່າ ຂອງສອງຊາດ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ເວລາໃດກໍ່ຈົດຈຳ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງ, ມີປະສິດທິຜົນ, ໂປ່ງໃສ, ເຕັມໄປດ້ວຍມິດໃຈມິດໃຈທີ່ພັກ, ລັດ ແລະ ປະຊາຊົນລາວ ມີຕໍ່ພາລະກິດປະຕິວັດ ຂອງປະຊາຊົນ ຫວຽດນາມ. ພ້ອມກັນນັ້ນ, ພັກ, ລັດ, ປະຊາຊົນຫວຽດນາມ ກໍ່ເບີກບານມ່ວນຊື່ນ ແລະ ພາກພູມໃຈທີ່ສຸດ ຕໍ່ບັນດາໝາກຜົນໃຫຍ່ຫຼວງ, ຮອບດ້ານທີ່ພັກ, ລັດ ແລະ ປະຊາຊົນລາວຍາດມາໄດ້ໃນໄລຍະ ແຫ່ງການປ່ຽນແປງໃໝ່.

    ປີ 2012 ເປັນປີທີ່ມີຄວາມໝາຍສຳຄັນເປັນພິເສດຕໍ່ກັບສາຍພົວພັນຫວຽດນາມ - ລາວ, ເປັນປີທີ່ການນຳຂັ້ນສູງ ຂອງສອງພັກ, ສອງລັດເລືອກເປັນປີ “ສາມັກຄີ​ມິດຕະພາບ​ຫວຽດນາມ​-ລາວ, ລາວ-ຫວຽດນາມ” ແນໃສ່​ຈັດ​ຕັ້ງ​ສະ​ເຫຼີ​ມ ສະຫຼອງ​ສອງ​ເຫດການ​ສຳຄັນ​ຄື: ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ຄົບຮອບ 50 ປີ ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ ແລະ ການຮ່ວມ​ມື ຄົບຮອບ 35 ປີ. ຄະນະ​ນຳ​ຂອງ​ສອງ​ພັກ ​ໄດ້​ຕົກລົງ​ແຕ່ງ​ຕັ້ງ​ ຄະນະ​ຊີ້​ນຳລະດັບຊາດ ​ຂອງ​ແຕ່ລະ​ປະ​ເທດ​ ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ​ ດ້ວຍ​ຫຼາຍ​ຮູບ​ການ​ ທີ່​ອຸດົມສົມບູນ, ​ເຄັ່ງຂຶມ, ຕົວ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ບັນດາ​ການ​ຢ້ຽມຢາມ​ ຂອງ​ການ​ນຳ​ຂັ້ນ​ສູງ ​ຂອງ​ສອງ​ພັກ, ສອງ​ລັດ, ບັນດາ​ງານ​ໂຮມ​ຊຸມ​ນຸມມິດ​ຕິງ​ ສະ​ເຫຼີ​ມສະຫຼອງ​ສອງ ​ວັນ​ປະ​ຫວັດ​ສາດ; ການ​ແຂ່ງຂັນ​ຊອກ​ຮູ້​ສາຍ​ພົວພັນ​ພິ​ເສດ​ຫວຽດນາມ-ລາວ, ລາວ-ຫວຽດນາມ; ການ​ສຳ​ມະ​ນາ​ທິດ​ສະ​ດີ; ງານ​ພົບ​ປະ​ແລກປ່ຽນ ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ລະຫວ່າງ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂັ້ນ​ສູນກາງ  ແລະ ບັນດາ​ທ້ອງ​ຖິ່ນ; ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ກິລາ; ບັນດາ​ການ​ເຄື່ອນ​ໄຫ​ວ​ເສດຖະກິດ - ການ​ຄ້າ; ບັນດາ​ມາດ​ຕະການ​ໂຄສະນາຍ້ອງຍໍ…​ ແລະ ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນ​ມີ​ຄວາມ​ໝາຍ​ອື່ນໆ, ​ແນ່ນອນ​ຈະ​ນຳ​ມາ​ເຊິ່ງຄວາມ​ປະ​ທັບ​ໃຈ​ທີ່​ເລິກ​ເຊິ່ງ, ເຮັດ​ໃຫ້​ຄວາມ​ສາມັກຄີ​ມິດຕະພາບ​ພິ​ເສດ​ຫວຽດນາມ - ລາວ ນັບ​ມື້​ແຜ່​ລາມ ​ແລະ ຊຶມ​ເລິກ​ເຂົ້າ​ໃນ​ທຸກ​ຊັ້ນ​ຄົນ​ຂອງ​ສອງ​ປະ​ເທດ, ສ້າງ​ບາດກ້າວ​ຫັນປ່ຽນ​ທີ່​ສຳຄັນ​ທາງ​ດ້ານ​ການ​ຮັບ​ຮູ້ ​ແລະ ການ​ກະທຳ, ​ເປັນ​ການ​ປຸກລະດົມ​ກຳລັງ​ໃຈ​ທີ່​ໃຫຍ່​ຫຼວງ ​ແລະ ສ້າງ​ທ່ວງທ່າ​ໃໝ່​ ເພື່ອ​ນຳ​ເອົາ​ສາຍ​ພົວພັນ​ມິດຕະພາບ​ ທີ່​ເປັນ​ມູນເຊື້ອ, ຄວາມ​ສາມັກ​ຄີ​ພິ​ເສດ​ ການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ໃໝ່​ ສູງ​ກວ່າ​ເກົ່າ.

    ທຸກ​ມື້​ນີ້​, ​ໃນ​ສະພາບ​ແວດ​ລ້ອມ​ຂອງ​ໂລກ ​ແລະ ພາກພື້ນ​ສືບ​ຕໍ່​ຜັນ​ປ່ຽນ​ຢ່າງ​ສັບສົນ ​ມີ​ທັງ​ຂໍ້​ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າ​ທາຍ; ​ໂດຍ​ເຊື່ອມ​ຊຶມ​ແນວ​ຄິດ​ຂອງ​ປະທານ ​ໂຮ່ຈີມິນ, ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມພະຍາຍາມ​ສູງ​ສຸດ ​ຂອງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ພວກ​ເຮົາ​ເຊື່ອ​ໝັ້ນ​ຢ່າງໜັກ​ແໜ້ນ​ວ່າ​ ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ ​ຄື​ດັ່ງ​ຄວາມ​ປາຖະໜາ​ຂອງ​ທ່ານ ​ໄກສອນ ພົມວິຫານ ​ທີ່​ກ່າວ​ວ່າ: “ເຖິງວ່າພູ​ຈະຖືກ​ເຊາະ​ເຈື່ອນ, ​ແມ່ນ້ຳ​ລຳເຊ​ຈະ​ເຫືອດ​ແຫ້ງ, ​ແຕ່​ສາຍພົວພັນມິດຕະພາບ​ລາວ - ຫວຽດນາມ ຈະ​ໝັ້ນຄົງຂະໜົງແກ່ນ​ຢູ່​ຊົ່ວ​ກາລະ​ນານ” ​ແລະ ສາຍ​ພົວພັນ​ດັ່ງກ່າວ​ຈະ​ແຕກ​ດອກ​ອອກ​ຜົນ, ຂຽວ​ສົດ​ງົດ​ງາມ​ ເພື່ອ​ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ໃນພາກພື້ນ ແລະ ​ໃນ​ໂລກ./.