ຕາມຂ່າວຂອງ KPL.net.la: ສຳເລັດເປັນທີ່ຮຽບຮ້ອຍການແລກປ່ຽນ ສິລະປະວັດທະນະທຳ ໃນຫົວຂໍ້ ຫວນຄືນນ້ຳໃຈສາມັກຄີ ມິດຕະພາບແບບພິເສດ ລາວ-ຫວຽດນາມ

       ຕາມຂ່າວຂອງ KPL.net.la: ສຳເລັດເປັນທີ່ຮຽບຮ້ອຍການແລກປ່ຽນ ສິລະປະວັດທະນະທຳ ໃນຫົວຂໍ້ ຫວນຄືນນ້ຳໃຈສາມັກຄີ ມິດຕະພາບແບບພິເສດ ລາວ-ຫວຽດນາມທີ່ບັນດານັກສິລະປິນ 2 ຊາດ    ຜັດປ່ຽນກັນຂຶ້ນສະແດງ ເທິງເວທີກາງແຈ້ງ ຢູ່ເທສະບານແຂວງເຊີນລາ ສສ ຫວຽດນາມ ເມື່ອທ້າຍເດືອນເມສາ ຜ່ານມາ. ບໍ່ວ່າ ຈະເປັນບົດຟ້ອນ, ຮ້ອງເພງລວມໝູ່, ຮ້ອງດ່ຽວ ແລະ ອື່ນໆ ລ້ວນແຕ່ສ່ອງແສງໃຫ້ເຫັນເຖິງ ມູນເຊື້ອຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງສອງ ພັກ- ລັດ ປະຊາຊົນ ກໍຄືສະພາແຫ່ງຊາດ ສອງປະເທດ.

ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ກ່າວວ່າ: ໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍ ອັນສຳຄັນນີ້, ຂ້າພະເຈົ້າຂໍນຳເອົາມິດຈິດມິດໃຈ ຄວາມສາມັກຄີຮັກແພງອັນດູດດື່ມ ຂອງປະຊາຊົນລາວຕໍ່ ປະຊາຊົນຫວຽດນາມອ້າຍນ້ອງ ເວົ້າລວມ; ເວົ້າສະເພາະປະຊາຊົນແຂວງ ເຊີນລາ ທຸກທົ່ວໜ້າ. ເພື່ອຮັດແໜ້ນ ຄວາມສາມັກຄີອັນເປັນມູນເຊື້ອ ແລະ ຫວນຄືນສູ່ຕົ້ນກຳເນີດ ແຫ່ງຄວາມສາມັກຄີພິເສດ ລາວ-ຫວຽດນາມ, ພວກຂ້າພະເຈົ້າໄດ້ນຳເອົາ ລາຍການ ສິລະປະ ວັນນະຄະດີ ຈຳນວນໜຶ່ງ ທີ່ສ່ອງແສງເຖິງເອກະລັກວັດທະນະທຳ ຂອງປະຊາຊົນລາວບັນດາເຜົ່າ ກໍຄືມູນເຊື້ອສາຍພົວພັນມິດ ຕະພາບຂອງສອງປະເທດ ມາຮ່ວມສະແດງນຳເພື່ອນສະຫາຍຫວຽດນາມ. ນີ້ເປັນຄືນແຫ່ງມິດຕະພາບອັນດູດດື່ມ ແລະ ຄວາມຊົງຈຳທີ່ເລິກເຊິ່ງ ຂອງຄະນະຜູ້ແທນທັງສອງປະເທດ ແລະ ປະຊາຊົນແຂວງເຊີນລາ ພ້ອມທັງປະຊາຊົນລາວ-ຫວຽດນາມ.

ປະທານສະພາແຫ່ງຊາດລາວກ່າວວ່າ: ການແລກປ່ຽນສິລະປະວັດທະນະທຳແມ່ນໜຶ່ງໃນກິດຈະກຳສຳຄັນ   ຂອງກອງປະຊຸມ ສາຍພົວພັນຮ່ວມມືລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ, ຄວາມສາມມັກຄີມິດຕະພາບ​ແລະ ​ການ ​ເຄື​່ອນ​ໄຫວ​ຕ່າງໆ​ ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ ວັນ​ສ້າງ​ຕັ້ງ​ສາຍພົວພັນການ​ທູດ ຂອງ​ສອງ​ປະ​ເທດ ຄົບຮອບ 50 ປີ​ ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 35 ປີ ເຊິ່ງຈັດຂຶ້ນຢູ່ບົນດິນແດນແຂວງ ເຊີນລາທີ່ງົດງາມ, ຮັກແຂກແພງຄົນ,ເປັນແຂວງທີ່ມີມູນເຊື້ອປະຕິວັດອົງອາດກ້າຫານ ​ແລະ​ ພົວພັນ​ສະໜິດ​ແໜ​້ນ ກັບ​ການປະຕິວັດ ​ແຕ່​ເລີ່​ມຕົ້ນຈົນ​ເຖິງປັດຈຸບັນ.