ຮ່ວມມືທາງດ້ານ ການທະຫານ, ການປ້ອງກັນຊາດ: ໜຶ່ງໃນບັນດາເສົາຄ້ຳ ຂອງສາຍພົວພັນພິເສດ ຫວຽດນາມ - ລາວ

ພົນໂທ ໂງຊວນລິກ ເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງ - ກອງທັບປະຊາຊົນຫວຽດນາມ
03:40, 07-01-2013

ສາຍພົວພັນພິເສດຫວຽດນາມ - ລາວ ໃນນັ້ນມີການຮ່ວມມື ທາງດ້ານການທະຫານ - ການປ້ອງກັນຊາດ ເປັນການພົວພັນແບບຢ່າງ, ເປັນແວ່ນແຍງທີ່ໃສແຈ້ງ ຫາຍາກ ກ່ຽວກັບການຜູກພັນສະໜິດແໜ້ນ, ສະເໝີຕົ້ນສະເໝີປາຍ, ຜ່ອງໃສ ແລະ ມີປະສິດທິຜົນ ລະຫວ່າງສອງຊາດທີ່ພ້ອມກັນຕໍ່ສູ້ ເພື່ອເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ.

ຄະນະປະທານການຊຸມນຸມມິດຕິງສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໂດຍກະຊວງປ້ອງກັນປະເທດລາວ ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ວັນທີ 19 ກໍລະກົດ 2012

     ສາຍພົວພັນສາມັກຄີພິເສດຫວຽດນາມ - ລາວເວົ້າລວມ, ການຮ່ວມມືທາງດ້ານການທະຫານ - ການປ້ອງກັນຊາດ ເວົ້າໂດຍສະເພາະ ແມ່ນບັນຫາທີ່ມີລັກສະນະກົດເກນ ທີ່ເກີດມາຈາກທີ່ຕັ້ງພູມສາດ, ພູມສາດ-ການເມືອງ ແລະ ຍຸດທະສາດຂອງສອງປະເທດ, ທາດແທ້ມູນເຊື້ອມະນຸດສະລິຍະທຳ ເພິ່ງພາອາໃສຊຶ່ງກັນ ແລະກັນຂອງສອງຊາດ, ມີຜົນປະໂຫຍດອັນພື້ນຖານ ລວມກັນກ່ຽວກັບເອກະລາດແຫ່ງຊາດ ເປັນເຈົ້າຕົນເອງ ແລະ ຄວາມປາຖະໜາອັນຊອບທຳ, ແຮງກ້າກ່ຽວກັບສັນຕິພາບ ການພັດທະນາຕາມເສັ້ນທາງສັງຄົມນິຍົມ. ພາຍຫຼັງສົງຄາມປົດປ່ອຍຊາດ, ໂດຍປະຕິບັດ ຈຸດໝາຍອຸດົມຄະຕິຂອງສອງພັກ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນສອງປະເທດ, ຫວຽດນາມ ແລະ ລາວ ສືບຕໍ່ພ້ອມກັນເດີນບົນເສັ້ນທາງກໍ່ສ້າງປະເທດຕາມທິດສັງຄົນນິຍັມ. ບົນເສັ້ນທາງດັ່ງກ່າວນັ້ນ, ບັນດາອິດທິກຳລັງສັດຕູ ບໍ່ໄດ້ລົດລະໃນການປະຕິບັດບັນດາກົນອຸບາຍ ເລ່ຫຼ່ຽມທີ່ເລິກແລບແນບນຽນ ຫວັງແບ່ງແຍກສອງຊາດ, ທຳລາຍລົບລ້າງລະບອບສັງຄົນມິຍົມ. ໃນເງື່ອນໄຂດັ່ງກ່າວນັ້ນ, ການຮ່ວມມືທາງດ້ານການທະຫານ-ການປ້ອງກັນຊາດ ຖືກຖືວ່າເປັນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນທີ່ສຸດຂອງສາຍພົວພັນພິເສດ ຫວຽດນາມ-ລາວ.

     ພຶດຕິກຳຕົວຈິງໄດ້ຢັ້ງຢືນວ່າ ພາຍຫຼັງທີ່ປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມ ກຳເນີດເກີດຂຶ້ນ ພຽງສອງວັນ,ວັນທີ 4 ກັນຍາ 1945, ທ່ານປະທານໂຮ່ຈີມິນ ກໍ່ໄດ້ເຊີນສະເດັດເຈົ້າ ວຸພານຸວົງ ທີ່ພວມຢູ່ເມືອງວິງ ມາທີ່ນະຄອນຮ່າໂນ້ຍ. ການພົບປະລະຫວ່າງສອງທ່ານຜູ້ນຳຂອງສອງປະເທດ ໄດ້ວາງສີລາລຶກທຳອິດເພື່ອກໍ່ສ້າງ ສາຍພົວພັນຫວຽດນາມ-ລາວ. ດ້ວຍແນວຄິດຊີ້ນຳຍຸດທະສາດ “ອິນດູຈີນແມ່ນສະໜາມຮົບອັນໜຶ່ງ”, ໃນຕະຫຼອດ 30 ປີແຫ່ງການສົງຄາມປົດປ່ອຍປະເທດ, ການນຳສອງປະເທດຫວຽດນາມ - ລາວ ໄດ້ເປັນເອກະສັນກັນ ແລະ ປະສາມ ສົມທົບກັນຢ່າງແໜ້ນແຟ້ນ ໃນທຸກໆແຜນນະໂຍບາຍ, ໃນການກະທຳຍຸດທະສາດການທະຫານ ການປ້ອງກັນຊາດ ແນໃສ່ສ້າງເປັນກຳລັງແຮງສັງລວມ ເພື່ອຕີເອົາຊະນະສັດຕູລວມ ຄືພວກລ່າເມືອງຂຶ້ນ ແລະ ຈັກກະພັດຜູ້ຮຸກຮານ, ຍາດເອົາເອກະລາດ ອິດສະລະພາບມາໃຫ້ແຕ່ລະປະເທດ.

     ຫວຽດນາມແລະລາວ ໄດ້ກຳນົດວ່າ ການຮ່ວມມືທາງດ້ານການທະຫານ-ການປ້ອງກັນຊາດ ເປັນໜ້າທີ່ຮີບດ່ວນ ແລະສຳຄັນອັນດັບໜຶ່ງ, ສອງປະເທດໄດ້ເຊັນສັນຍາວ່າດ້ວຍການປ້ອງກັນຮັກສາ; ສອງລັດຖະບານ, ກະຊວງປ້ອງກັນ ຊາດຂອງສອງປະເທດໄດ້ເຊັນບັນດາສັນຍາ, ອະນຸສັນຍາ ວ່າດ້ວຍການຮ່ວມື ຊ່ວຍເຫຼືອຊຶ່ງກັນແລະກັນ ໃນການປັບປຸງການທະຫານ, ການປ້ອງກັນຊາດ. ກະຊວງປ້ອງກັນຊາດສອງປະເທດໄດ້ພົບປະກັນຢ່າງເປັນປະຈຳ ເພື່ອສົນ ທະນາແລກປ່ຽນ ກ່ຽວກັບຍຸດທະສາດການປ້ອງກັນຊາດໄລຍະຍາວນານ ແລະ ແນວທາງການປ້ອງກັນຊາດທົ່ວປວງຊົນ, ຮອບດ້ານຂອງກັນ; ກໍ່ສ້າງຍຸດທະສາດປົກປັກຮັກສາປະເທດຊາດ, ກໍ່ສ້າງກອງທັບໃຫ້ໝັ້ນຄົງໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ວິຊາສະເພາະ; ຖືເປັນສຳຄັນການແລກປ່ຽນຂ່າວສານ ແລະ ບົດຮຽນໃນການກໍ່ສ້າງກຳລັງ, ຕ້ານການແຊກຊຶມ, ຕ້ານການຈະລາຈົນ ແລະ ຕ້ານການເຄື່ອນໄຫວ “ຜັນປ່ຽນໂດຍສັນຕິ” ຂອງພວກສັດຕູ. ບັນດາ ເຂດທະຫານ,ບັນດາແຂວງທີ່ມີຊາຍແດນຕິດຈອດກັນຂອງຫວຽດນາມ ແລະ ລາວ ກໍ່ໄດ້ຮ່ວມມື, ແລກປ່ຽນບົດຮຽນຊ່ວຍເຫຼືອ ກັນຢ່າງເປັນປະຈຳ ກ່ຽວກັບການກໍ່ສ້າງຮາກຖານການເມືອງ; ກໍ່ສ້າງທ່າສະໜາມຮົບ, ກຸ່ມສູ້ຮົບຕິດຕໍ່ໜໍ່ເນືອງ ແລະ ປັບປຸງກຳລັງທະຫານລາດກອງຫຼອນ ເພື່ອຍູ້ແຮງການຜະລິດ, ສົມທົບກັບການປົກປັກຮັກສາຄວາມໝັ້ນຄົງ ທາງການເມືອງ ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຢູ່ຕາມເຂດປ້ອງກັນຊາຍແດນ; ເປັນເຈົ້າການປະສາມສົມທົບກັນຄົ້ນເຜີຍ ປາບປາມບັນດາຍ່ອມປະກອບອາວຸດ; ສະກັດກັ້ນ ຈັບກຸມພວກຄ້າຂາຍເຖື່ອນ, ພວກເລັດລອດຂົນສົ່ງຢາເສບຕິດ ອາວຸດຍຸດໂທປະກອນ ລະເບີດຜ່ານແດນ. ການຮ່ວມມືລະຫວ່າງກອງທັບສອງປະເທດ ໃນການສຶກສາອົບຮົນວິທະຍາສາດສັງຄົມມະນຸດການທະຫານ, ມູນເຊື້ອ ແລະ ວັດທະນະທຳ, ສິນລະປະກຳ ກໍ່ໄດ້ຮັບການເອົາໃຈໃສ່ເປັນສຳຄັນ ແລະ ໄດ້ດຳເນີນຢ່າງເປັນປະຈຳ. ສຸຂາພິບານທະຫານຫວຽດນາມ ໄດ້ເປັນເຈົ້າການ ໃນການຊ່ວຍເຫຼືອເຄື່ອງຈັກເຄື່ອງປະກອບ ອຸປະກອນ ເພື່ອກໍ່ສ້າງໂຮງໝໍນ້ອຍບາງແຫ່ງ; ແຕ່ລະປີໄດ້ຈັດຕັ້ງ ການກວດພະຍາດເບິ່ງແຍງດູແລສຸຂະພາບ ໃຫ້ແກ່ນັກຮົບຜູ້ເສຍອົງຄະ ນັກຮົບທີ່ເຈັດເປັນ ແລະ ປະຊາຊົນຫຼາຍພັນຄົນ ຢູ່ຕາມບໍລິເວນຊາຍແດນ. ຫຼາຍກົມກອງເສດຖະກິດການທະຫານ ໄດ້ລົງທຶນຜະລິດ ທຸລະກິດ ບັນລຸປະສິດທິຜົນສູງ, ພ້ອມກັນນັ້ນກໍ່ໄດ້ປະກອບສ່ວນ ພັດທະນາເສດຖະກິດ - ສັງຄົມ ຢູ່ບົນດິນແດນລາວ ເຊັ່ມກຸ່ມບໍລິສັດ ໂທລະຄົມມະນາຄົມກອງທັບ, ກອງທັບນ້ອຍທີ 15, ບັນດາກອງເສດຖະກິດ-ປ້ອງກັນຊາດ ຂອງເຂດທະຫານທີ 2, ເຂດທະຫານທີ 4, ເຂດທະຫານທີ 5…. ກ່ຽວກັບການກໍ່ສ້າງພະນັກງານ, ນອກຈາກຫຼັກສູດກໍ່ສ້າງພະນັກງານໄລຍະ ຍາວນານແລ້ວ, ກະຊວງປ້ອງກັນຊາດຫວຽດນາມ ຍັງໄດ້ຈັດຕັ້ງຢ່າງເປັນປະຈຳ ບັນດາຊຸດຮຽນໄລຍະສັ້ນ, ບຳລຸງວິຊາອາຊີບໃຫ້ແກ່ບັນດາກົມກອງຂອງກອງທັບລາວ, ແຕ່ລະປີ ມີພະນັກງານນັບເປັນຮ້ອຍຄົນໄດ້ຮັບການບຳລຸງ. ການຊອກຫາ ເກັບໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາ ທີ່ໄດ້ເສຍສະລະຊີວິດ ບົນດິນແດນລາວ ກໍ່ໄດ້ຮັບຄວາມເອົາໃຈໃສ່, ປະສາມສົມທົບຢ່າງຕັ້ງໜ້າຂອງສອງຝ່າຍ. ມາຮອດປັດຈຸບັນ, ສອງຝ່າຍ ໄດ້ຊອກຫາ ເກັບໂຮມ ແລະ ສົ່ງອັດຖິນັກຮົບ ແລະ ຊ່ຽວຊານທີ່ເສຍຊີວິດໃນເວລາສູ້ຮົບຢູ່ລາວ ກັບຄືນສູ່ປະເທດຫວຽດນາມໄດ້ 12.000 ກວ່າ ອັດຖິ. ຜົນສຳເລັດດັ່ງກ່າວໄດ້ຢືນຢັນການຊ່ວຍເຫຼືອອັນໃຫຍ່ຫຼວງ ຂອງອຳນາດການປົກຄອງ ແລະ ປະຊາຊົນບັນດາທ້ອງຖິ່ນຢູ່ລາວ ແລະ ປະກອບສ່ວນເສີມສ້າງ ໃຫ້ມິດຈິດມິດໃຈພິເສດ ຫວຽດນາມ-ລາວ ຂຽວສົດງົດງາມກວ່າອີກ. ການຮ່ວມມືທາງດ້ານການທະຫານ, ການປ້ອງກັນຊາດ ລະຫວ່າງທະຫານຫວຽດນາມ ແລະ ບັນດາກົມກອງກຳລັງປະກອບອາວຸດລາວ ໃນເວລາມໍ່ໆມານີ້ ກໍ່ໄດ້ຮັບໄຊຊະນະທີ່ຜົ້ນເດັ່ນ ເຊັ່ນໄດ້ທັບມ້າງຮັງກອງປຸ້ນ ທີ່ໃຫຍ່ທີ່ສຸດຢູ່ບວນລ້ອງ; ທະຫານ ແລະ ປະຊາຊົນລາວໄດ້ເປັນເຈົ້າການ ປະສານສົມທົບຢ່າງແໜ້ນແຟ້ນກັບ ກອງທະຫານຫວຽດນາມ ຕີສະກັດກັ້ນ ການເຄື່ອນທັບ “ບຸກໄປທາງທິດຕາເວັນອອກທີ I” ແລະ “ບຸກໄປທາງທິດ ຕາເວັນອອກທີ II” ຂອງກຳລັງປະຕິການພັດຖິ່ນໂດຍຫວ່າງເກີມິງນຳໜ້າ ທີ່ບຸກໄປທາງທິດຫວຽດນາມ ໂດຍຜ່ານ ດິນແດນລາວ. ດ້ວຍການຜັນຂະຫຍາຍ ຢ່າງກວ້າງຂວາງທົ່ວເຖິງ ຍຸດທະສາດປ້ອງກັນຊາດທົ່ວປວງຊົນ, ຍົກສູງ ກຳລັງແຮງປ້ອງກັນປະເທດຊາດຂອງຕົນ, ກອງທັບ ແລະ ປະຊາຊົນລາວ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງ ລ້ຳຄ່າ ເພື່ອຊ່ວຍເຫຼືອພາລະກິດປົກປັກຮັກສາ ປະເທດຊາດຫວຽດນາມສັງຄົມນິຍົມ.   

     ໃນໄລຍະການປະຕິວັດປັດຈຸບັນ, ພາລະກິດການປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ ພວມຢືນຢູ່ຕໍ່ໜ້າໂອກາດ ແລະສິ່ງທ້າທາຍໃໝ່ຫຼາຍຢ່າງ: ການຕ້ານຢັນທຳລາຍຢ່າງດຸເດືອດຂອງບັນດາອິດທິກຳລັງສັດຕູ; ບັນດາການຜັນປ່ຽນ ທາງການເມືອງໃນໂລກ ແລະ ຄວາມຂັດແຍ່ງຕ່າງໆທາງດ້ານຜົນປະໂຫຍດໃນການພົວພັນສາກົນ. ສາຍພົວພັນ ມິດຕະພາບຄວາມສາມັກຄີພິເສດຫວຽດນາມ - ລາວ ເວົ້າລວມ, ການຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດ ການທະຫານ- ການປ້ອງກັນຊາດເວົ້າສະເພາະ ໄດ້ສ້າງເປັນກຳລັງແຮງອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ປະເທດຊາດ, ສ້າງສິ່ງແວດລ້ອມສັນຕິພາບ,ສະຖຽນລະພາບ ເພື່ອພັດທະນາປະເທດບົນເສັ້ນທາງຂຶ້ນສູ່ສັງຄົມນິຍົມ. ການຊາບຊືມ ແລະ ປະຕິບັດຢ່າງເຂັ້ມງວດ ແຜນຍຸດທະສາດການຮ່ວມມືຫວຽດນາມ - ລາວ ໄລຍະ 2011-2015 ແລະ ສາຍຕາເບິ່ງເຖິງປີ 2020 ໃນຂົງເຂດການທະຫານ, ການປ້ອງກັນຊາດ ແມ່ນໜ້າທີ່ຮັບຜິດຊອບຂອງສອງພັກ, ສອງລັດ, ຂອງກອງທັບ ແລະ ປະຊາຊົນສອງປະເທດ. ເພື່ອໃຫ້ການພົວພັນຮ່ວມມືທາງດ້ານການທະຫານ - ການປ້ອງກັນຊາດ ຫວຽດນາມ-ລາວ ນັບມື້ນັບຂະຫຍາຍເຂົ້າສູ່ລວງເລິກ, ກ່ອນອື່ນໝົດຕ້ອງຕັ້ງໜ້າພະຍາຍາມ ປະຕິບັດ ລະບົບບັນດາມາດຕະການຄົບຊຸດ ແລະ ເປັນເອກະພາບ ຂອງກອງທັບສອງປະເທດ.

     ພັກ, ລັດ ສອງປະເທດສືບຕໍ່ຊຸກຍູ້ການເຄື່ອນໄຫວການຕ່າງປະເທດຢ່າງເປັນປະຈຳ, ກວດເບິ່ງຄືນ ແລະ ເຊັນບັນດາ ເອກະສານສັນຍາ ຂໍ້ຕົກລົງຮ່ວມມືໃນຂົງເຂດການທະຫານ, ການປ້ອງກັນຊາດ ເພື່ອຕອບສະໜອງຄວາມຕ້ອງການ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ, ກໍ່ສ້າງກອງທັບ; ກໍ່ສ້າງການປ້ອງກັນຊາດທົ່ວປວງຊົນ ຕໍ່ໜ້າການຜັນປ່ຽນ ຂອງສະພາບການສາກົນ, ບັນດາການກະທົບຂອງພາກພື້ນ ແລະ ສະພາບການຂອງແຕ່ລະປະເທດ ເພື່ອປົກປັກຮັກສາ ປະເທດຊາດໃຫ້ໝັ້ນຄົງໃນທຸກກໍລະນີ. ກອງທັບສອງປະເທດປະຕິບັດບົດບາດເປັນແກ່ນສານ ໃນການຊຸກຍູ້ການຮ່ວມມື ທາງດ້ານການທະຫານ - ການປ້ອງກັນຊາດ ແນໃສ່ກໍ່ສ້າງກຳລັງ, ເພິ່ມທະວີຄວາມສາມາດບົ່ມຊ້ອນແລະກຳລັງແຮງ ດ້ານການປ້ອງກັນຊາດ, ປັບປຸງ ແລະ ເສິມຂະຫຍາຍປະສິດທິຜົນ ຂອງທ່າສະໜາມຮົບປ້ອງກັນຊາດທົ່ວປວງຊົນ ແລະ ສົງຄາມປະຊາຊົນປົກປັກ ຮັກສາປະເທດຊາດ. ການພົວພັນຮ່ວມມືລະຫວ່າງກອງທັບຂອງສອງປະເທດ ສືບຕໍ່ຂະຫຍາຍ ເຂົ້າສູ່ລວງເລິກ, ຍົກສູງຄຸນນະພາບ, ເສີມຂະຫຍາຍປະສິດທິຜົນຮອບດ້ານໃນວຽກງານເສນາທິການຍຸດທະສາດ ການປ້ອງກັນຊາດ; ເປັນເຈົ້າການໃນການຕໍ່ສູ້ທັບມ້າງການເຄື່ອນໄຫວມ້າງເພທຳລາຍຂອງບັນດາ ອິດທິກຳລັງສັດຕູ; ຊີ້ນຳບັນດາກຳລັງປະຕິບັດໜ້າທີ່ປະສານສົມທົບການບຳລຸງກໍ່ສ້າງກຳລັງ, ສູ້ຮົບ ແລະ ຂະຫຍາຍເຕັກນິກການທະຫານ. ພະນັກງານ,ນັກຮົບແຕ່ລະຄົນ ໃນກຳລັງປະກອບອາວຸດ (ພິເສດແມ່ນບັນດາກົມກອງຢູ່ບໍລິເວນຊາຍແດນຮ່ວມກັບລາວ; ບັນດາໂຮງຮຽນການທະຫານທີ່ກໍ່ສ້າງ ພະນັກງານ ພາລະກອນຊ່ວຍລາວ) ຕ້ອງຮັບຮູ້ຢ່າງຄົບຖ້ວນກ່ຽວກັບຄວາມສຳຄັນ ຂອງສາຍພົວພັນສາມັກຄີມິດຕະພາບພິເສດ ຫວຽດນາມ - ລາວ, ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ໃຫ້ສາຍພົວພັນ ຫວຽດນາມ-ລາວ ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

     ດ້ວຍຄວາມໜາແໜ້ນເລິກເຊິ່ງແຫ່ງປະຫວັດສາດອັນຍາວນານ, 50 ປີ ສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບແລະການຮ່ວມມື, ຜ່ານຂະບວນວິວັດແຫ່ງການຕໍ່ສູ້ຢ່າງທຸກຍາກລຳບາກ ທີ່ເຕັມໄປດ້ວຍຄວາມເສຍສະລະ ແຕ່ກໍ່ສະຫງ່າອົງອາດທີ່ສຸດ, ສາຍພົວພັນສາມັກຄີມິດຕະພາບພິເສດຫວຽດນາມ - ລາວ ເວົ້າລວມ,ການຮ່ວມືດ້ານການທະຫານ ແລະ ການປ້ອງກັນຊາດເວົ້າໂດຍສະເພາະ ໄດ້ຢັ້ງຢືນເຖິງຂະໜາດ ອັນໃຫຍ່ໂຕມະໂຫຖານ, ກຳລັງຊີວິດອັນແຮງກ້າ ແລະ ຄຸນຄ່າຍຸກສະໄໝ. ປະຫວັດສາດ ກໍ່ຄືທ່າອ່ຽງແຫ່ງການ ຂະຫຍາຍຕົວຂອງສະພາບການໂລກ, ພາກພື້ນແລະໃນແຕ່ລະປະເທດ ລ້ວນແຕ່ໃຫ້ເຫັນວ່າ ການຮ່ວມມືດ້ານ ການທະຫານ - ການປ້ອງກັນຊາດໄດ້, ພວມ ແລະ ຈະສືບຕໍ່ເປັນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນທີ່ສຸດ ຂອງສາຍພົວພັນພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ./.