ວ.ກ. ອອນໄລ - ໃນສອງວັນ ຄືວັນ​ທີ 10 ແລະ 11 ມັງກອນ 2013, ຢູ່ທີ່ຮ່າໂນ້ຍ ໄດ້ດຳເນີນ ກອງປະຊຸມສຳມະນາວິທະຍາສາດ ດ້ານທິດສະດີຄັ້ງທີໜຶ່ງ ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ປະຕິວັດ ລາວ ໃນຫົວຂໍ້ “ບາງບັນຫາ ດ້ານທິດສະດີ - ພຶດຕິກຳຕົ້ນຕໍ ໃນຂະບວນວິວັດ ແຫ່ງການຍູ້ແຮງ ພາລະກິດປ່ຽນແປງໃໝ່ ຢູ່ຫວຽດນາມ ແລະ ລາວ”.

ພາບຖ່າຍລວມຂອງບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມສຳມະນາ - ຮູບໂດຍ: TTXVN

     ໃນບົດລາຍ​ງານ​ແນະນຳກອງປະຊຸມ, ສະຫາຍ ດິງ ເຖ ຮວິງ ໄດ້ຍົກຂຶ້ນຢ່າງຈະແຈ້ງ, ກອງປະຊຸມໃຫຍ່ຄັ້ງທີ VI ແມ່ນ ກອງປະຊຸມເປີດສາກແຫ່ງພາລະກິດປ່ຽນແປງໃໝ່, ເປັນຂີດໝາຍສຳຄັນ, ພົ້ນເດັ່ນໃນປະຫວັດສາດ ຂອງພັກກອມມູນິດ ຫວຽດນາມ. ບັນຫາມີລັກສະນະຫຼັກການ ທີ່ບໍ່ອາດປ່ຽນແປງໄດ້ຕໍ່ກັບ ພັກ ແລະ ປະຊາຊົນ ຫວຽດນາມ ນັ້ນແມ່ນ ການປ່ຽນແປງໃໝ່ໄປຕາມເສັ້ນທາງສັງຄົມນິຍົມ.

     ໃນເສັ້ນທາງແຫ່ງການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມ ໄດ້ກຳນົດເອົາການພັດທະນາເສດຖະກິດ ເປັນໜ້າທີ່ໃຈກາງ, ກໍ່ສ້າງພັກເປັນໜ້າທີ່ຫຼັກແຫຼ່ງ ແລະ ກໍ່ສ້າງວັດທະນະທຳເປັນພື້ນຖານຈິດໃຈຂອງສັງຄົມ.

     ໃນຂົງເຂດເສດຖະກິດ, ພັກໄດ້ມີແຜນນະໂຍບາຍຍູ້ແຮງການຜະລິດສິນຄ້າ, ພັດທະນາພື້ນຖານເສດຖະກິດສິນຄ້າ ຫຼາຍພາກສ່ວນ ເຄື່ອນໄຫວຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ຕາມທິດສັງຄົມນິຍົມ.

     ໃນເມື່ອຖືການພັດທະນາເສດຖະກິດເປັນສຳຄັນ, ພັກກອມມູນິດຫວຽດນາມ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເຖິງການພັດທະນາວັດທະນະທຳ, ກໍ່ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າເຕັມ​ໄປດ້ວຍສີສັນຊາດ, ຖືເອົາວັນທະນະທຳເປັນຈຸດໝາຍ, ທັງເປັນກຳລັງແຮງ ຂອງການພັດທະນາ.

     ພັກກອມມູນິດຫວຽດນາມ ໄດ້ມີແຜນນະໂຍບາຍປະສານສົມທົບການປ່ຽນແປງທັງທາງດ້ານເສດຖະກິດ ແລະ ການເມືອງ ດ້ວຍບາດກ້າວເດີນທີ່ໝັ້ນຄົງ. ປ່ຽນແປງທາງດ້ານການເມືອງ ຕົ້ນຕໍແມ່ນປ່ຽນແປງໃໝ່ລະບົບການເມືອງ, ປ່ຽນແປງໃໝ່ການຈັດຕັ້ງ ແລະ ແບບວິທີການເຄື່ອນໄຫວ ຂອງລະບົບການເມືອງທັງໝົດ.

     ກ່ຽວກັບການກໍ່ສ້າງພັກ, ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມມູນິດຫວຽດນາມ ກໍ່ໄດ້ກຳນົດ ບັນດາເນື້ອໃນພື້ນຖານ ໃນການກໍ່ສ້າງພັກ. ມະຕິສູນກາງຄັ້ງທີ 4 ສະໄໝ XI “ບັນຫາ​ຮີບ​ດ່ວນ​ຈຳນວນ​ໜຶ່ງ​ ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ ໃນ​ປັດຈຸບັນ”. ໄດ້ຍົກສູງການຕັດສິນໃຈທາງການເມືອງ ຂອງທົ່ວພັກ ສຸມໃສ່ການແກ້ໄຂບັນດາບັນຫາຮີບດ່ວນ ໃນການກໍ່ສ້າງພັກ ໄລຍະປັດຈຸບັນ; ກຳນົດທັດສະນະ, ທິດນຳ, ຈຸດໝາຍໃນການກໍ່ສ້າງພັກ; ໄດ້ວາງສີ່ກຸ່ມວິທີແກ້ໄຂໃຫຍ່ໆ ເພື່ອແກ້ໄຂບັນດາບັນຫາຮີບດ່ວນ ໃນວຽກງານກໍ່ສ້າງພັກ. ເນື້ອໃນມະຕິ ແລະ ການປະຕິບັດ ໄດ້ຕັ້ງຫຼາຍບັນຫາຂຶ້ນ ທີ່ເປັນບັນຫາທິດສະດີຕ້ອງໄດ້ຍູ້ແຮງການຄົ້ນຄວ້າ, ສະຫຼຸບສັງລວມ.

     ສະຫາຍ ເຈືອງ ສົມບູນຂັນ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດ ລາວ, ຫົວໜ້າຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ກ່າວວ່າ, ພາລະກິດປ່ຽນແປງໃໝ່ຢູ່ລາວ ໄດ້ກ້າວເຂົ້າສູ່ປີທີ 26 ແລ້ວ. ມາຮອດປັດຈຸບັນ, ພາລະກິດປ່ຽນແປງໃໝ່ ໄດ້ບັນລຸໝາກຜົນສຳຄັນຫຼາຍຢ່າງ: ການເມືອງມີສະຖຽນລະພາບ, ໝັ້ນຄົງໃນທົ່ວປະເທດ; ສັງຄົມມີຄວາມສະຫງົບໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ໄດ້ຮັບການປັບປຸງດີຂຶ້ນ; ເສດຖະກິດແຫ່ງຊາດ ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ສະເພາະແຕ່ປີ 2006 ມາເຖິງປັດຈຸບັນ, ລະດັບການເຕີບໂຕ GDP ສະເລ່ຍແລ້ວ ບັນລຸ 7,9%/ປີ.

     ບັນຫາໜຶ່ງທີ່ຕັ້ງຂຶ້ນໃນປັດຈຸບັນ ເຊິ່ງຕ້ອງສືບຕໍ່ຄົ້ນຄວ້າຢ່າງເລິກເຊິ່ງຕື່ມອີກເພື່ອແກ້ໄຂ ນັ້ນແມ່ນການປັບປຸງ ແລະ ຍົກສູງປະສິດທິຜົນຂອງບັນດາວິສາຫະກິດຂອງລັດ.

     ຄຽງຂ້າງການປ່ຽນແປງໃໝ່ ແລະ ການພັດທະນາເສດຖະກິດ, ຂົງເຂດສັງຄົມ ແລະ ວັດທະນະທຳ ກໍ່ໄດ້ຮັບການພັດທະນາດີຂຶ້ນ, ຄອບຄົວທຸກຍາກຫຼຸດລົງຈາກ 28,7% ໃນປີ 2006 ເຫຼືອພຽງ 13,01% ໃນປີ 2012. ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 1.200 USD ໃນປີ 2012.

     ສະຫາຍ ເຈືອງ ສົມບູນຂັນ ຢືນຢັນວ່າ, ໃນໄລຍະທີ່ຈະມາເຖິງນີ້ ພັກ ແລະ ລັດຖະບານລາວ ຈະສືບຕໍ່ດຳເນີນ ພາລະກິດປ່ຽນແປງໃໝ່ ຢ່າງຕັ້ງໜ້າກວ່າເກົ່າ, ໃນນັ້ນ ຈະສຸມໃສ່ສີ່ເນື້ອໃນບຸກທະລຸ ຕາມຈິດໃຈ ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວ ໄດ້ວາງອອກ.

     ໃນພາກປະກອບຄຳເຫັນ, ສົນທະນາ, ໃນຫົວຂໍ້ກ່ຽວກັບບົດບາດຂອງວຽກງານທິດສະດີ ໃນພາລະກິດປ່ຽນແປງໃໝ່, ສຈ.ດຣ ຕ້າ ຫງັອກ ເຕີ້ນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ - ການປົກຄອງແຫ່ງຊາດ ໂຮ່ຈີມິນ, ຮອງປະທານສະພາວິທະຍາສາດສູນກາງ ຢັ້ງຢືນວ່າ ທິດສະດີແມ່ນພື້ນຖານວິທະຍາສາດ ແລະ ພື້ນຖານພຶດຕິກຳ ໃນການສ້າງແນວທາງການພັດທະຍາ; ເປັນພື້ນຖານໃຫ້ແກ່ການກຳນົດ ແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ;…

     ກ່ຽວກັບຫົວຂໍ້ວຽກງານການຄົ້ນຄວ້າທິດສະດີ, ສະຫຼຸບສັງລວມພຶດຕິກຳ, ຮສ.ດຣ ທອງສະລິດ ມັງໜໍເມກ, ຮັກສາການປະທານ ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ເນັ້ນໜັກທິດທາງ ໃນການສືບຕໍ່ຍູ້ແຮງວຽກງານ ແນວຄິດ - ທິດສະດີ. ນັ້ນແມ່ນ: ສືບຕໍ່ກຳແໜ້ນລັດທິມາກ - ເລນິນ ແລະ ຫຼັກໝັ້ນສັງຄົມນິຍົມ ແລະ ໝູນໃຊ້ບັນດາຫຼັກມູນພື້ນຖານ ເຂົ້າໃນສະພາບຂອງປະເທດ ຢ່າງປະດິດສ້າງ ແລະ ເໝາະສົມ;…

     ແລກປ່ຽນກ່ຽວກັບບັນດາບັນຫາທິດສະດີ ກໍ່ຄືປະສົບການຂອງຫວຽດນາມ ໃນວຽກງານຄົ້ນຄວ້າທິດສະດີ, ສະຫຼຸບສັງລວມພຶດຕິກຳ, ສຈ.ດຣ ຫງວຽນຊວັນຖັງ, ປະທານສະພາບັນດິດ ວິທະຍາສາດສັງຄົມຫວຽດນາມ ໄດ້ເນັ້ນໜັກບັນດາໝາກຜົນ ໃນວຽກງານຄົ້ນຄວ້າທິດສະດີ ຂອງພັກກອມມູນິດຫວຽດນາມ, ໄດ້ສັງເຂບບັນດາຈຸດ ທີ່ເປັນເອກະລັກພື້ນຖານ ຂອງຕົວແບບລັດທິສັງຄົມນິຍົມ ແລະ ເສັ້ນທາງປະຕິບັດຈຸດໝາຍ ກໍ່ສ້າງລັດທິສັງຄົມນິຍົມ ຢູ່ຫວຽດນາມ ໃນໂຄງການການເມືອງຂອງພັກ (ເພີ່ມເຕີມ, ຂະຫຍາຍ ປີ 2011).

     ປະກອບຄຳເຫັນກ່ຽວກັບບັນຫາ ກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ສຈ.ດຣ ເລ ຫືວ ເຫງຍ ໄດ້ແບ່ງປັນປະສົບການເບື້ອງຕົ້ນ. ນັ້ນແມ່ນ, ຢຶດໝັ້ນ ແລະ ໝູນໃຊ້ຢ່າງປະດິດສ້າງ ລັດທິມາກ - ເລນິນ ແລະ ແນວຄິດໂຮ່ຈີມິນ ກ່ຽວກັບລັດ ແລະ ກົດໝາຍ; ຮັບປະກັນການນຳພາ ຂອງພັກກອມມູນິດຫວຽດນາມ ໃນການກໍ່ສ້າງລັດແຫ່ງກົດໝາຍ;…

     ປະກອບຄຳເຫັນຂອງ ດຣ ຈະເລີນ ເຢຍປາວເຮີ, ກຳມະການສູນກາງ ພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງຍຸດຕິທຳ ໄດ້ສັງເຂບແນວຄິດ, ທັດສະນະພື້ນຖານ ຂອງພັກປະຊາຊົນປະຕິວັດລາວ  ກ່ຽວກັບການປັບປຸງອຳນາດລັດແຫ່ງ ສປປ ລາວ ໃນພາລະກິດປ່ຽນແປງໃໝ່; ຍົກຂຶ້ນຢ່າງຈະແຈ້ງ ​ເຖິງສະພາບຕົວຈິງ, ບັນຫາທີ່ຕັ້ງຂຶ້ນ ແລະ ບົດຮຽນປະສົບການຈຳນວນໜຶ່ງ;...

     ແບ່ງປັນກ່ຽວກັບບັນຫາດຳລົງຕຳແໜ່ງຄວບໜ້າທີ່ນຳພາ, ຄຸ້ມຄອງຢູ່ລາວ ຕາມຄຳຮຽກຮ້ອງຕ້ອງການ​ຄົ້ນ​ຄວ້າ ຂອງນັກວິທະຍາສາດຈຳນວນໜຶ່ງ ​ໃນຄະນະຜູ້ແທນຫວຽດນາມ, ສະຫາຍ ເຈືອງ ສົມບູນຂັນ ໄດ້ໃຫ້ຮູ້ວ່າ ການດຳລົງ ຕຳແໜ່ງຄວບໜ້າທີ່ຢູ່ລາວ ໄດ້ປະຕິບັດມາດົນແລ້ວ ແລະ ພວມສືບຕໍ່ປະຕິບັດ ໂດຍອີງໃສ່ສະພາບຕົວຈິງຂອງລາວ.

     ແບ່ງປັນກ່ຽວກັບວຽກງານສຶກສາອົບຮົມ, ກໍ່ສ້າງ, ບຳລຸງພະນັກງານ, ສຈ.ດຣ ກິແກ້ວ ໄຂຄຳພິທູນ, ກຳມະການສູນກາງ ພັກປະຊາຊົນປະຕິວັດລາວ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດລາວ ເນັ້ນໜັກວ່າ ພັກ ແລະ ລັດຖະບານລາວ ໄດ້ຖືວຽກງານກໍ່ສ້າງ ແລະ ບຳລຸງພະນັກງານ ເປັນຂອດໃຈກາງ ຂອງການກໍ່ສ້າງ ແລະ ປົວແປງພັກ.

     ເຖິງວ່າບັນລຸໝາກຜົນສຳຄັນໄດ້ຈຳນວນໜຶ່ງກໍ່ຕາມ, ແຕ່ວຽກງານກໍ່ສ້າງ, ບຳລຸງພະນັກງານໃນຊຸມປີທີ່ຜ່ານມາ ກໍ່ຍັງຖືກຈຳກັດຫຼາຍຢ່າງ ຍ້ອນທັງສາຍເຫດອັດຕະວິໄສ, ພາວະວິໄສ. ບັນດາຂໍ້ຈຳກັດທາງດ້ານໂຄງການຫຼັກສູດກໍ່ສ້າງ, ຖັນແຖວຄູອາຈານ, ການຈັດຕັ້ງຄຸ້ມຄອງການສິດສອນ, ຮ່ຳຮຽນ, ນະໂຍບາຍ ແລະ ພື້ນຖານວັດຖຸທີ່ຈຳເປັນ,… ເຊິ່ງເປັນບັນດາສາຍເຫດ ທີ່ເຮັດໃຫ້ວຽກງານດັ່ງກ່າວນີ້ ຍັງບໍ່ທັນຕອບສະໜອງທ່ວງທັນ ຕາມຄວາມຮຽກຮ້ອງຕ້ອງການ ຂອງພຶດຕິກຳໜ້າທີ່ການເມືອງທີ່ຕັ້ງຂຶ້ນ.

     ປະກອບຄຳເຫັນກ່ຽວກັບວຽກງານກໍ່ສ້າງພັກ, ສຈ.ດຣ ຟຸງ ຫືວ ຝູ, ຮອງປະທານຜູ້ປະຈຳການ ສະພາວິທະຍາສາດສູນກາງ ໄດ້ຍົກຂຶ້ນຢ່າງຈະແຈ້ງ ຕໍ່ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ກໍ່ສ້າງ ແລະ ພັດທະນາປະເທດຊາດ, ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ (ປີ 2011) ເນັ້ນໜັກວ່າ ຕ້ອງເອົາໃຈໃສ່ເປັນພິເສດ​ເຖິງການປັບປຸງ, ກໍ່ສ້າງພັກ ທັງທາງການການເມືອງ, ແນວຄິດ ແລະ ການຈັດຕັ້ງ.

     ບົດປະກອບຄຳເຫັນ “ປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານ ພື້ນຖານການສຶກສາຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແຫ່ງການຂະຫຍາຍຕົວໃໝ່ຂອງປະເທດຊາດ” ຂອງ ຮສ.ດຣ ຟ້າມ ວັນ ລິງ, ຮອງຄະນະໂຄສະນາອົບຮົມສູນກາງ ເນັ້ນໜັກເຖິງຄວາມຈຳເປັນຕ້ອງປ່ຽນແປງໂດຍພື້ນຖານ ແລະ ຮອບດ້ານ ພື້ນຖານການສຶກສາຫວຽດນາມ, ໄຈ້ແຍກບັນດາທັດສະນະໃຫຍ່ໆ ໃນການປ່ຽນແປງໃໝ່ການສຶກສາ. ນັ້ນແມ່ນການຫັນປ່ຽນ ຈາກການສຶກສາທີ່ອີງໃສ່ການຖ່າຍທອດຄວາມຮູ້ປັນຕົ້ນຕໍ ມາເປັນການສຶກສາພັດທະນາ​ຄຸນສົມບັດສິນ​ທຳ ແລະ ຄວາມອາດສາມາດຂອງຜູ້ຮຽນ; ກໍ່ສ້າງພື້ນຖານການສຶກສາເປີດ, ຮ່ຳຮຽນຕະຫຼອດຊີວິດ, ຕິດພັນກັບການກໍ່ສ້າງສັງຄົມແຫ່ງການຮ່ຳຮຽນ,...

     ສົນທະນາ, ແລກປ່ຽນກ່ຽວກັບວຽກງານຕີລາຄາພະນັກງານ, ສຈ.ດຣ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ຮູ້ວ່າ ວຽກງານຕີລາຄາພະນັກງານຢູ່ລາວ ໂດຍມີຫຼາຍສຳນັກງານ, ອົງການ, ຂະແໜງການ ຈັດຕັ້ງປະຕິບັດ, ນັບແຕ່ຄະນະຈັດຕັ້ງສູນກາງ ຈົນຮອດບັນດາສຳນັກງານອົງການຕ່າງໆ ຕາມອຳນາດຕັດສິນ. ພະນັກງານໃນຂັ້ນຕ່າງໆ, ໃນແຕ່ລະໄລຍະແຕກຕ່າງກັນ ແມ່ນການຕີລາຄາພະນັກງານກໍ່ແຕກຕ່າງກັນ, ແຕ່ເບິ່ງລວມແລ້ວ ກໍ່ກວມລວມເອົາບັນດາເນື້ອໃນ ເຊັ່ນ: ຢັ່ງຖາມຄວາມຄິດເຫັນມະຫາຊົນ; ຖືເອົາວຽກງານເປັນໄມ້ຫຼາວັດແທກ ໃນການຕີລາຄາ; ຍົກຍ້າຍພະນັກງານລົງຮາກຖານເພື່ອທົດສອບ, ຕີລາຄາ.

     ດ້ວຍຄວາມເປັນຫ່ວງເປັນໄຍຂອງຄະນະຜູ້ແທນລາວ ກ່ຽວກັບບັນດາຄວາມຫຍຸ້ງຍາກໃນວຽກງານສຶກສາກໍ່ສ້າງ, ບຳລຸງທາງດ້ານທິດສະດີການເມືອງ ຕາມບັນດາໂຮງຮຽນມະຫາວິທະຍາໄລ ແລະ ບຳລຸງໃຫ້ພະນັກງານ, ຮສ.ດຣ ຟ້າມ ວັນ ລິງ ກ່າວວ່າ ຢູ່ຫວຽດນາມ ພວມປ່ຽນແປງໃນການສຶກສາອົບຮົມອຸດົມການ, ຄຸນສົມບັດ​ສິນ​ທຳ. ສຳລັບການສຶກສາອົບຮົມລັດທິມາກ - ເລນິນ ແລະ ແນວຄິດໂຮ່ຈີມິນ ຢູ່ຕາມໂຮງຮຽນວິທະຍາໄລ ແມ່ນໄດ້ແບ່ງເປັນສອງລະບົບ, ລະບົບລົງເລິກ ແລະ ລະບົບບໍ່ລົງເລິກ. ໃນແຕ່ລະປີ ລ້ວນແຕ່ໄດ້ດຳເນີນການຝຶກອົບຮົມ ໃຫ້ຄູອາຈານ ແນໃສ່ເພື່ອສະໜອງຄວາມຮູ້, ບັນຫາໃໝ່, ແກ້ໄຂບັນຫາທີ່ເກີດຂຶ້ນ ປ່ຽນແປງໃໝ່ຢ່າງເປັນປະຈຳ, ຍົກສູງຄຸນນະພາບໂຄງການຫຼັກສູດ, ປຶ້ມຄູ່ມື. ເຖິງແນວໃດກໍ່ຕາມ, ນີ້ກໍ່ຍັງແມ່ນເນື້ອໃນສຳຄັນ, ຍັງມີຂໍ້ຈຳກັດຫຼາຍຢ່າງ ເຊິ່ງຕ້ອງໄດ້ສືບຕໍ່ດັດແກ້, ສະຫຼຸບສັງລວມ, ຖອດຖອນບົດຮຽນ, ສຈ.ດຣ ເລຫືວເຫງຍ ໄດ້ເພີ່ມເຕີມຕື່ມອີກ./.

ຂຽນ​ບົດສັງລວມ​ໂດຍ ຫງວຽນ ດຶກ