ວ.ກ.ອອນ​ໄລ - ການ​ພົວພັນ​ຫວຽດນາມ - ລາວ​ແມ່ນ​ການ​ພົວພັນ​ພິ​ເສດ​ທີ່​ສຸດ, ຍ້ອນ​ຄວາມ​ຜູກ​ພັນ​ສະໜິດ​ແໜ້ນ​ຕະຫຼອດ​ປະຫວັດສາດ​ ແຫ່ງ​ການ​ພັດທະນາ​ຂອງ​ສອງ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ປີສາມັກຄີ​ມິດຕະພາບຫວຽດນາມ - ລາວ 2012, ພວກເຮົາພ້ອມກັນເບິ່ງຄືນ ຂະບວນວິວັດການຮ່ວມມືເສດຖະກິດ ຫວຽດນາມ - ລາວ ໃນຊຸມປີມໍ່ໆມານີ້. ບັນດາຕົວເລກສະຖິຕິຈະໃຫ້ຮູ້ເຖິງລະດັບ “ພິເສດ” ຂອງສາຍພົວພັນນີ້ ພ້ອມດ້ວຍການປະກອບສ່ວນທີ່ສຳຄັນຕ່າງໆ ໃຫ້ແກ່ການພັດທະນາເສດຖະກິດ ຂອງແຕ່ລະປະເທດ.

ພາບ: ປະຕູໄຊ ຢູ່ນະຄອນຫຼວງວຽງຈັນ. ພາບຂອງ: P.M.S

ຜົນສຳເລັດ ແລະ ຄວາມຫຍຸ້ງຍາກ

ເລີ່ມແຕ່ປີ 1986 ມາເຖິງປັດຈຸບັນ, ເມື່ອທັງສອງປະເທດກ້າວເຂົ້າສູ່ສະໄໝປ່ຽນແປງໃໝ່, ການຮ່ວມມືເສດຖະກິດ ແມ່ນໜຶ່ງໃນບັນດາໜ້າທີ່ ຊຶ່ງພັກ ແລະ ລັດຖະບານສອງປະເທດໃຫ້ບຸລິມະສິດໃນອັນດັບໜຶ່ງ. ສອງປະເທດໄດ້ເຊັນສັນຍາຫຼາຍໆສະບັບ, ສ້າງ​ເປັນພື້ນຖານນິຕິກຳ ເພື່ອຊຸກຍູ້ການຮ່ວມມືເສດຖະກິດ, ​ໃນ​ນັ້ນ ສິ່ງ​ທີ່​ເປັນ​ຕົວ​ແທນ​ຄື ບັນດາ​ໂຄງການ​ຮ່ວມ​ມື​ເສດຖະກິດສົກ​ປີ 1992 - 1995, ປີ 1996 - 2000, ປີ 2001 - 2005, ປີ 2006 - 2010, ​ແລະ​ພິ​ເສດ​ແມ່ນ ຂໍ້​ຕົກລົງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດຖະກິດ ວັດທະນະທຳ ວິທະຍາສາດ - ​ເຕັກນິກ ​ເຖິງ​ປີ 2020.

​ໃນ​ຊຸມ​ປີ​ມໍ່ໆ ນີ້, ການ​ແລກປ່ຽນ​ສິນຄ້າ​ສອງ​ສົ້ນ​ ລະຫວ່າງຫວຽດນາມ - ລາວ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ: ຍອດ​ມູນ​ຄ່າ​ຂາ​ອອກ​ຂາ​ເຂົ້າ​ປີ 2008 ບັນລຸ 422,8 ລ້ານ​ໂດ​ລາ​ສະຫະລັດ, ປີ 2010 ບັນລຸ 500 ລ້ານ​ໂດ​ລາ​ສະຫະລັດ, ປີ 2011 ບັນລຸ 734,1 ລ້ານ​ໂດ​ລາ​ສະຫະລັດ. ຄິດ​ໄລ່​ສະ​ເພາະ​ໄຕ​ມາດ​ທີ I-2012, ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ກໍ່​ໄດ້​ບັນລຸ​ເຖິງ 232 ລ້ານ​ໂດ​ລາ​ສະຫະລັດ (​ເພີ່ມ 57% ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່ອນ). ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ກໍ່​ຄື ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ - ປ່າ​ໄມ້​ໄດ້​ປະກອບສ່ວນ​ຫຼາຍ​ພໍ​ຄວນ ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ການຮ່ວມ​ມື​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ. ຄິດ​ໄລ່​ເຖິງ​ເດືອນ​ພຶດສະພາ​ປີ 2012, ຍອດ​ມູນ​ຄ່າ​ຂາ​ອອກ​ຂອງຫວຽດນາມ ​ໄປ ລາວ ​ບັນລຸ​ກວ່າ 176 ລ້ານ​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ​ຂາ​ອອກ​ສິນຄ້າ​ການ​ກະ​ເສດ​ແມ່ນ 1,6 ລ້ານ​ໂດ​ລາ​ສະຫະລັດ; ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຈາກ​ລາວ ບັນລຸ​ກວ່າ 234 ລ້ານ​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ​ຂາ​ເຂົ້າ​ສິນຄ້າ​ກະສິກຳ​ປ່າ​ໄມ້​ແມ່ນ ກວ່າ 173 ລ້ານ​ໂດ​ລາ​ສະຫະລັດ.

ຂົງ​ເຂດ​ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ກໍ່​ບັນລຸ​ໝາກຜົນ​ຫຼາຍ​ພໍ​ຄວນ. ​ແຕ່​ປີ 2007, ຫວຽດນາມ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ສາມ​ປະ​ເທດ​ທີ່​ລົງທຶນ​ຫຼາຍ​ກວ່າ​ໝູ່​ຢູ່ລາວ. ສັນຍານ​ທີ່​ໜ້າດີ​ອົກ​ດີ​ໃຈ​ກໍ່ຄື ປີ 2009, ຫວຽດນາມ​ໄດ້​ກາຍ​ເປັນ​ຜູ້​ລົງທຶນ​ທີ່​ໃຫຍ່​ກວ່າ​ໝູ່​ຢູ່​ລາວ, ດ້ວຍ​ຈຳນວນ​ທຶນ​ຈົດທະບຽນທັງ​ໝົດ 1,42 ຕື້ໂດ​ລາ​ສະຫະລັດ ​ໃນ 48 ​ໂຄງການ-ກິດຈະການ, ຕາມ​ສະຖິຕິ​ຂອງ​ກະຊວງ​​ແຜນການ ​ແລະ ການ​ລົງທຶນ​ລາວ. ​ເປັນ​ອັນວ່າ, ຄິດ​ໄລ່​ແຕ່​ປີ 1989 ​ເຖິງ​ເດືອນ​ກັນຍາ​ປີ 2009, ຫວຽດນາມ​ໄດ້​ມີ 207 ​ໂຄງການ-ກິດຈະການ​ລົງທຶນ​ຢູ່​ລາວ, ດ້ວຍ​ຍອດ​ມູນ​ຄ່າ​ຫຼາຍກວ່າ 2 ຕື້ໂດ​ລາ​ສະຫະລັດ, ຊຶ່ງ​ຕົ້ນຕໍ​ແມ່ນ​ເຕົ້າ​ໂຮມ​ໃນ​ບັນດາ​ຂົງ​ເຂດ​ຄື ການ​ບໍລິການ, ຂຸດ​ຄົ້ນ​ແຮ່​ທາດ, ​ໄຟຟ້າ​ນ້ຳຕົກ, ປູກ​ຕົ້ນ​ໄມ້​ອຸດສາຫະກຳ. ຄາດ​ຄະ​ເນ ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ​ນີ້, ຍອດ​ຈຳນວນ​ເງິນ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່​ລາວ ອາດ​ຈະ​ບັນລຸ​ໄດ້​ປະມານ 4,5 - 5 ຕື້ໂດ​ລາ​ສະຫະລັດ. ນີ້​ແມ່ນ​ໝາກຜົນ​ທີ່​ຍ່ອມ​ຈະ​ບັນລຸ​ໄດ້ ​ຂອງ​​ແຜນນະ​ໂຍບາຍ​ໃຫ້ບຸລິມະສິດ ​ໃຫ້​ຄວາມ​ສຳຄັນຊຶ່ງ​ກັນ​ແລະ​ກັນ ຂອງ​ລັດຖະບານ​ສອງ​ປະ​ເທດ.

​ເພື່ອ​ຍົກ​ສູງ​ກວ່າ​ອີກປະສິດທິ​ຜົນ​ການ​ຮ່ວມ​ມື​ເສດຖະກິດ, ສ້າງ​ຄວາມ​ສະດວກ​ດີໃຫ້​ແກ່​ການ​ແລກປ່ຽນຈໍລະ​ຈອນ​ສິນ​ຄ້າ, ລັດຖະບານ​ສອງ​ປະ​ເທດ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຂົງ​ເຂດ​ຄົມມະນາຄົມ. ຫວຽດນາມ​ໄດ້​ສ້າງ​ເງື່ອນ​ໄຂ​ອັນ​ສະດວກ​ດີ​ທີ່​ສຸດ ​ໃຫ້​ລາວ​ນຳ​ໃຊ້​ທ່າ​ກ່ຳ​ປັ່ນ​ທະ​ເລ (ດາ​ນັ້ງ). ສອງ​ປະ​ເທດ​ກໍ່​ໄດ້​ລົງທຶນ​ເໝາະ​ສົມ​ໃນ​ການ​ກໍ່ສ້າງ​ບັນດາ​ສາຍ​ທາງ​ລົດທີ່​ຕິດຕໍ່​ແຕ່​ລາວ​ໄປ​ສູ່​ຫວຽດນາມ ​ເຊັ່ນ ທາງ​ເລກ 8, ທາງ​ເລກ 9, ທາງ​ເລກ 18B ​ແລະ ກໍ່ສ້າງ​ທາງ​ເລກ 12 ຢູ່​ທັງ​ສອງ​ປະ​ເທດ ​ເພື່ອ​ສ້າງ​ໃຫ້​ມີ​ລະບົບ​ທາງ​ຄົມມະນາຄົມ​ທີ່​ນັບ​ມື້​ນັບ​ບໍລິບູນ ​ແລະ ​ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ຄົມມະນາຄົມ​ຕາມ​ລະບຽງ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ.

​ແຕ່​ວ່າ, ຂະ​ບວມ​ວິວັດ​ການ​ຮ່ວມ​ມື​ເສດຖະກິດຫວຽດນາມ - ລາວ ກໍ່​ມີ​ຂໍ້​ຈຳກັດ​ຈຳນວນ​ໜຶ່ງ:

ກ່ອນ​ອື່ນ​ໝົດ, ຄວາມ​ຜິດ​ດ່ຽງ​ໃນ​ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ​ເບິ່ງ​ລວມ​ແລ້ວ ມູນ​ຄ່າ​ສິນຄ້າຂາ​ອອກ​ຂາ​ເຂົ້າ​ກັບ​ລາວ ຍັງ​ກວມ​ອັດຕາ​ສ່ວນ​ໜ້ອຍ (ປະມານ 0,3%) ​ໃນ​ຍອດ​ມູນ​ຄ່າ​ສິນຄ້າ​ຂາ​ອອກ​ຂາ​ເຂົ້າ​ເວົ້າ​ລວມຂອງ​ຫວຽດນາມ ​ແລະ ການ​ຄ້າຂາຍ​ຂອງລາວ ກັບ ຫວຽດນາມ ກວມ​ປະມານ 16,7% ​ໃນ​ຍອດ​ມູນ​ຄ່າ​ສິນຄ້າ​ຂາ​ອອກ​ຂາ​ເຂົ້າຂອງ​ລາວ.

ສອງ​ຄື, ຕົວ​ແບບ​ຮ່ວມ​ມື​ຍັງ​ມີ​ລັກສະນະ​ດ້ານ​ດຽວ. ຄື​ວ່າ ສອງ​ປະ​ເທດ​ຍັງ​ຖືກ​ຜົນ​ສະທ້ອນ​ຂອງ​ຈິນຕະນາການ “​ໃຫ້ - ຮັບ” ຄື​ໃນ​ສະ​ໄໝ​ກ່ອນ​ການ​ປ່ຽນ​ແປງ​ໃໝ່. ​ເຖິງ​ວ່າ​ທັງ​ສອງ​ປະ​ເທດ​ໄດ້​ຫັນ​ໄປ​ສູ່ຕົວ​ແບບ​ເສດຖະກິດ​ຕະຫຼາດ​ແລ້ວ​ກໍ່ຕາມ, ​ແຕ່​ການ​ຮ່ວມ​ມື​ເສດຖະກິດຫວຽດນາມ - ລາວ, ນັບ​ທັງ​ຢູ່​ຂັ້ນ​ລັດຖະບານ​ກໍ່​ຄື​ພາກ​ເອກະ​ຊົນ, ກໍ່​ຍັງບໍ່​ທັນສົມ​ຄູ່​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເວົ້າ​ເຖິງ ສະພາບ​ທີ່​​ເສດຖະກິດຫວຽດນາມ ​ແລະ ລາວ ມີ​ຫຼາຍໆ ຈຸດ​ຄ້າຍຄື​ກັນ, ຈຳກັດ​ລັກສະນະ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ.

ສາມ​ຄື, ຄວາມ​ສາມາດ​ນຳ​ໃຊ້​ກຳ​ລັງ​ບົ່ມ​ຊ້ອນ​ຕ່າງໆ ຍັງ​ຈຳກັດ​ທີ່​ສຸດ. ບັນຫາ​ນີ້​ກໍ່​ອາດ​ເຂົ້າ​ໃຈງ່າຍ, ຍ້ອນ​ກຳລັງ​ຕົວ​ຈິງ​ປັດຈຸບັນ​ຂອງ​ສອງ​ປະ​ເທດ​ຍັງ​ມີ​ໜ້ອຍ. ຍິ່ງ​ກວ່າ​ນັ້ນ, ​ແຕ່ລະ​ປະ​ເທດ​ກໍ່​ຍັງ​ຕ້ອງ​ແກ່ງ​ແຍ້ງກັບ​ບັນດາ​ຄູ່​ຮ່ວມ​ອື່ນ​ອີກ.

​ແງ່​ຫວັງ​ແຫ່ງ​ການ​ພັດທະນາ

ພັກ ​ແລະ ລັດຖະບານ​ສອງ​ປະ​ເທດລ້ວນ​ແຕ່​ເຫັນ​ແຈ້ງ​ຂໍ້​ຈຳກັດ​ດັ່ງກ່າວເທິງນີ້ ​ແລະ ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບການໃຫ້​ບຸລິມະສິດ​ອັນ​ດັບ​ໜຶ່ງ​ແກ່​ການ​ຮ່ວມ​ມືສອງ​ຝ່າຍ​ໃນ​ເວລາ​ສະ​ເພາະ​ໜ້າ​ນັ້ນ ແມ່ນຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ຂຶ້ນ​ສູ່​ລະດັບ​ໃໝ່ ໃຫ້ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ.

​ໃນ​ການ​ໄປ​ຢ້ຽມຢາມ​ສັນທະ​ວະ​ໄມ​ຕີປະ​ເທດ ສປປ ລາວ ຢ່າງ​ເປັນ​ທາງ​ການ (​ແຕ່​ວັນ​ທີ 20 ຫາ​ວັນ​ທີ 22 ​ເດືອນ​ມິຖຸນາ ​ປີ 2011), ສະຫາຍ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຝູຈ້ອງ ​ໄດ້​ພ້ອມ​ກັບ​ບັນດາ​ສະຫາຍ​ການ​ນຳ​ລາວ ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ເປີດ​ກວ້າງ ​ແລະ ຍົກ​ສູງ​ປະສິດທິ​ຜົນ ຄຸນ​ນະພາບການ​ຮ່ວມ​ມື​ເສດຖະກິດ​ຢ່າງຮອບ​ດ້າຍ, ບົນ​ພື້ນຖານ​ເສີນຂະຫຍາຍ​ສູງສຸດຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ; ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ ເພື່ອ​ປະຕິບັດ​ຢ່າງສຳ​ເລັດ​ມີ​ໄຊ​ ຂໍ້​ຕົກລົງ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ວັດທະນະທຳ ການ​ສຶກສາ ວິທະຍາສາດ - ​ເຕັກນິກ ລະຫວ່າງ​ສອງ​ປະ​ເທດ ​ໄລຍະ​ປີ 2011 - 2020; ສຸມ​ໃສ່​ການ​ຮ່ວມ​ມື​ກໍ່ສ້າງ​ບາງ​ໂຄງການ​ເສດຖະກິດ ​ທີ່​ມີບົດບາດ​ເຊື່ອມ​ຕໍ່​ເສດຖະກິດ​ສອງ​ປະ​ເທດ; ສູ້​ຊົນ​ຍົກ​ສູງ​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ ​ໃຫ້​ບັນລຸ 2 ຕື້ໂດ​ລາ​ສະຫະລັດ ​ໃນ​ປີ 2015.

​ ໃນ​ການ​ໄປ​ຢ້ຽມຢາມ​ສັນທະ​ວະ​ໄມ​ຕີປະ​ເທດ ສປປ ລາວ ຢ່າງ​ເປັນ​ທາງ​ການ (​ແຕ່​ວັນ​ທີ 9 ຫາ​ວັນ​ທີ 11 ​ເດືອນທັນວາ ​ປີ 2012) ສະຫາຍ​ເຈືອງ​ເຕິ​ນຊາງ ປະທານ​ປະ​ເທດ ສສ ຫວຽດນາມ ​ໄດ້​ເນັ້ນ​ໜັກ​ອີກ​ເທື່ອ​ເຖິງ​ຄວາມຕັດສິນ​ໃຈ ​ນຳ​ເອົາ​ບັນດາ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ເຂົ້າ​ສູ່​ລວງ​ເລິກ, ໃຫ້ທຽບ​ເທົ່າ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ທີ່​ດີງາມ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ສົ່ງ​ເສີມ​ການ​ລົງທຶນ, ຊ່ວຍ​ເຫຼືອ​ວິ​ສາ​ຫະກິດຫວຽດນາມ ມາ​ລົງທຶນ​ຢູ່​ລາວ; ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ການ​ຜັນ​ຂະຫຍາຍ​ປະຕິບັດ ບັນດາ​ໂຄງການ​ທີ່​ໄດ້​ຮັບ​ໃບ​ອະນຸຍາດ​ລົງທຶນ​ຢູ່​ລາວ; ປັບປຸງ​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ຢູ່ລາວ, ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ລົງທຶນ​ຕ້ອງ​ຖອດ​ຖອນ​ບົດຮຽນ ​ກ່ຽວ​ກັບບາງ​ບັນຫາທີ່ຍັງ​ຄົງ​ຄ້າງ​ ​ໃນ​ຂະ​ບວນວິວັດການ​ປະ​ຕິ​ບັດ​ໂຄງການ​ຢູ່​ລາວ.

​ເຖິງ​ວ່າ​ໃນ​ປັດຈຸບັນ ທັງ​ສອງ​ປະ​ເທດ​ກຳລັງ​ປະ​ເຊີນ​ໜ້າ​ຕໍ່​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນາໆ ຍ້ອນ​ວິ​ກິດ​ການ​​ເສດຖະກິດໃນ​ທົ່ວ​ໂລກ​ກໍ່ຕາມ, ​ແຕ່​ໃນເວລາທີ່ຈະມາເຖິງ ການ​ຮ່ວມ​ມື​ເສດຖະກິດຫວຽດນາມ - ລາວ ຈະ​ມີ​ບາດກ້າວ​ຂະຫຍາຍຕົວທີ່​ມີ​ລັກສະນະ​ບຸກທະລຸ​ຢ່າງແນ່ນອນ. ຍ້ອນ​ກະ​ໂຕ​ການ​ພັດທະນາ​ຂອງ​ສາຍ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ນີ້ ຈະ​ປະກອບສ່ວນ​ຊ່ວຍ​ໃຫ້​ສອງ​ປະ​ເທດ​ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງທ້າ​ທາຍ​ໄດ້ ​ໃນ​ຂະ​ບວນວິວັດ​​ແຫ່ງການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ./.

​ໂດຍ: ດຣ. ​ໂດະ​ເຊີນ​ຫາຍ

ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຫວຽດນາມ

(*) ບົດ​ຄວາມ​ໄດ້​ລົງ​ພິມ​ໃນວາລະສານກອມ​ມູນິດສະບັບສະ​ເພາະ ​ສຳ​ເນົາ​ເຫດການ ສະບັບ​ທີ 240 (​ເດືອນຕຸລາ 2013)