ວ.ກ.ອອນ​ໄລ - ວັນ​ທີ່ 25 ພະຈິກ​ 2014, ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ​ ແຫ່ງ ສປປ ລາວ, ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 8 ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເປັນ​ທາງ​ການ ​ແລະ​ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງທ່ານ ຫງວຽນເຕິນຢຸງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ.

ສາມທ່ານນາຍົກລັດຖະມົນຕີຂອງສາມປະເທດ ກຳປູເຈຍ, ລາວ, ຫວຽດນາມ ຢູ່ທີ່ກອງປະຊຸມ (ພາບ: TTXVN)

ກອງ​ປະຊຸມ​ໄດ້​ສຸມ​ໃສ່​ທົບ​ທວນຄວາມ​ຄືບ​ໜ້າ ​ແລະ​ສິ່ງ​ທ້າ​ທາຍ​ໃນ​ການຈັດ​ຕັ້ງ​ປະຕິບັດ “​ແຜນ​ແມ່​ບົດ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ ຮອດ​ປີ 2020 ສະບັບ​ປັບປຸງ” ​ແລະ “ບົດ​ບັນທຶກ​ຄວາມ​ຈຳ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ​ບຸລິ​ມະ​ສິດ ​ແລະ ອຳ​ນວນ​ຄວາມ​ສະດວກ​ໃຫ້​ແກ່​ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ”.  

ກອງ​ປະຊຸມກໍ່​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ມາດ​ຕະການ​ອັນ​ລະອຽດ​ຈຳນວນ​ໜຶ່ງ ​ແນ​ໃສ່ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ເຊັ່ນ ສ້າງ​ລາຍ​ຊື່​ບັນດາ​ໂຄງການ​ຮ່ວມ​ມື​ບູລິ​ມະ​ສິດ​ໃນເຂດ​ສາມຫຼ່ຽມ​ພັດທະນາ ​ເພື່ອ​ຂົນຂວາຍດຶງ​ດູດ​ການ​ລົງທຶນ​ຈາກ​ບັນດາປະ​ເທດຄູ່​ຮ່ວມທີ່​ພັດທະນາ; ຄົ້ນຄວ້າ​ເພື່ອ​ກຳນົດ​ຂໍ້​ຕົກລົງ​ລະຫວ່າງ​ສາມ​ປະ​ເທດ​ກ່ຽວ​ກັບ​ນະ​ໂຍບາຍບຸລິ​ມະ​ສິດ​ພິ​ເສດ ​ໃຫ້ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ ບົນ​ພື້ນຖານ​ສົມທົບ​ລະຫວ່າງ​ບັນດາ​ຂໍ້​ຕົກລົງ​ສອງ​ຝ່າຍ ​ແລະ​ ຂໍ້​ຕົກລົງຫຼາຍ​ຝ່າຍ​ທີ່​ມີ​ຢູ່​ແລ້ວ; ສ້າງ​ແຜນ​ແມ່​ບົດ​ພັດທະນາ​ການທ່ອງທ່ຽວ​ໃນເຂດ​ສາມຫຼ່ຽມ​ພັດທະນາ ​ເພື່ອ​ສ້າງ​ໃຫ້​ມີ​ບາດ​ກ້າວ​ຫັນປ່ຽນອັນ​ສຳຄັນ​ ຂອງ​ຂະ​ແໜງ​ການທ່ອງທ່ຽວ​ສາມ​ປະ​ເທດ.

ກອງ​ປະຊຸມ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ມອບ​ໃຫ້​ບັນດາ​ກະຊວງ​ກະສິກຳ​ຂອງ​ສາມ​ປະ​ເທດ ດຳ​ເນີນ​ການ​ແລກປ່ຽນ​ແລະບູລະນະ​ແຜນການ​ພັດທະນາ​ອຸດສາຫະກຳ​ຢາງ​ຢືດຂອງ​ສາມ​ປະ​ເທດ ກຳປູ​ເຈຍ, ລາວ, ຫວຽດນາມ ​ເພື່ອ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມຄັ້ງ​ທີ 10, ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ສະຫງົບ​ລະຫວ່າງ​ປະ​ເທດ, ພິ​ເສດ​​ແມ່ນ​ການ​ປ້ອງ​ກັນ​ຕ້ານ​ການ​ຄ້າ​ມະນຸດ, ຢາ​ເສບ​ຕິດ, ການ​ກໍ່​ອາ​ຊະ​ຍາ​ກຳ​ຂ້າມ​​ແດນ, ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ຂ້າມ​ແດນ ​ແລະ ຮ່ວມ​ມື​ດ້ານ​ການ​ຫລຸດຜ່ອນ​ໄພພິບັດ​ທາງ​ທຳ​ມະ​ຊາດ, ການ​ເກັບ​ກູ້ລະ​ເບີດ​ຍັງ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຫຼັງ​ສົງຄາມ. ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ພ້ອມ​ກັນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ​ຄຸ້ມ​ຄອງ​ບັນດາ​ແຫຼ່ງຊັບພະຍາກອນທຳມະ​ຊາດ.

ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ຄັ້ງທີ 8 ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ສາມປະ​ເທດ​ຫວຽດນາມ, ລາວ ​ແລ​ະ ກຳປູ​ເຈາ ລ້ວມ​ແຕ່​ກຳລັງ​ຊຸກຍູ້​ວິວັດ​ການ​ເຊື່ອມ​ໂຍງ​ກັບ​ສາກົນ, ​ໃນ​ນັ້ນ​ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ​ນັບ​ມື້​ເຂົ້າ​ສູ່​ລວງ​ເລິກ ​ແລະ​ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ.

ກອງ​ປະຊຸມ​ນີ້​ໄດ້​ສຳ​ເລັດ​ສິ້ນ​ສຸດ​ລົງ​ກ່ອນ​ເວລາ​ທີ່​ປະຊາ​ຄົມ​ອາ​ຊຽນ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​​ໃນ​ປີ 2015, ມັນ​ສ້າງ​ກຳລັງ​ຊຸກ​ດັນ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ​ຂະຫຍາຍຕົວ ​ແນ​ໃສ່​ຈຸດໝາຍຫຍໍ້​ສັ້ນ​ຄວາມ​ແຕກ​ໂຕນ​ກັນ​ດ້ານ​ການ​ພັດທະນາ ​ແລະ ລຶບລ້າງ​ຄວາມທຸກ​ຍາກ, ​ເປີດ​ກວ້າງ​ການ​ພົວພັນດ້ານ​ການ​ຄ້າ ການ​ລົງທຶນ ​ແລະ ຍາດ​ແຍ່ງ​ໂອ​ກາດ​ຮ່ວມ​ມື​ເພື່ອການ​ພັດທະນາ ທີ່​ມາ​ຈາກ​ການ​ສ້າງ​ຕັ້ງປະຊາ​ຄົມ​ອາ​ຊຽນ ​ໃນປີ 2015.

​ໃນ​ທີ່​ກ​ອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ​ໄດ້​ນຳ​ສະ​ເໜີ​ຂໍ້​ສະ​ເໜີ​ແນະ​ທີ່​ສຳຄັນຫຼາຍ​ຂໍ້​ເພື່ອ​ເປີດ​ກວ້າງການ​ຮ່ວມ​ມືເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ ຊຶ່ງ​ຝ່າຍລາວ ​ແລະ​ກຳປູ​ເຈຍ ໄດ້ຕີ​ລາຄາ​ສູງ ​ແລະ ​ເນື້ອ​ໃນ​ເຫຼົ່າ​ນີ້​ໄດ້​ຖືກ​ສ່ອງ​ແສງ​ຢູ່​ໃນ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ.

ພິ​ເສດ, ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ຂໍ້​ສະ​ເໜີ​ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ກ່ຽວ​ກັບ​ການ​ຍົກ​ລະດັບ ​ແລະ​ເປີດ​ກວ້າງ​ຂອບ​ການ​ຮ່ວມ​ມື​ຂອງເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ ​ແລະ​ມອບ​ໃຫ້​ຄະນະ​ກຳມະການ​ປະສານ​ງານ​ຮ່ວມຄົ້ນຄວ້າ​ສ້າງ​ໂຄງການ​ກ່ຽວ​ກັບ​ການ​ເຊື່ອນຕໍ່​ເສດຖະກິດ​ສາມ​ປະ​ເທດ ​ເພື່ອ​ສະ​ເໜີ​ຕໍ່ກອງ​ປະຊຸມ​​ສຸດ​ຍອດເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ ຄັ້ງ​ທີ 9.

​ໃນ​ຂອບ​ກອງ​ປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ ຈູ​ມມາ​ລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ພັກ ​ປປ ລາວ, ປະທານ​ປະ​ເທດແຫ່ງ​ ສປປ ລາວ, ພົບ​ປະ​ສົນທະນາ​ກັບ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ​ແລະ ພົບ​ປະກັບ ສົມ​ເດັດ ຮຸນ​ເຊັນ ນາຍົກລັດຖະມົນຕີ​ແຫ່ງ ລາຊະ​ອານາຈັກ​ກຳປູ​ເຈຍ ​ເພື່ອ​ແລກປ່ຽນ, ຊຸກຍູ້​ບັນດາ​ບັນຫາ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ແລະ ຫວຽດນາມ - ກຳປູ​ເຈຍ.

​ໃນ​ບັນດາ​ການ​ພົບ​ປະ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ, ສອງ​ຝ່າຍ​ໄດ້​ຢືນຢັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ມີ​ປະສິດທິ​ຜົນ​ສູງ.

ສອງ​ຝ່າຍ​ຕີ​ລາຄາ​ສູງ ​ແລະ ຊົມ​ເຊີຍບັນດາ​ກະຊວງ ຂະ​ແໜງການ ທ້ອງ​ຖິ່ນ​ຂອງສອງ​ປະ​ເທດ ທີ່​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນ ​ເພື່ອ​ປະຕິບັດຂໍ້​ຕົກລົງ​ຂອງ​ກອງ​ປະຊຸມຄະນະ​ກຳມະການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ສອງປະ​ເທດ ​ຄັ້ງທີ 36 ​ໃຫ້​ໄດ້​ເປັນ​ຢ່າງ​ດີ ​ແລະ​ພວມ​ຕັ້ງໜ້າ​ສົມທົບ​ກັນ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຄັ້ງທີ 37 ​ໃນ​ຕົ້ນ​​ປີ 2015.

ສອງ​ຝ່າຍ​ຖື​ວ່າ ຄວນ​ຕັ້ງໜ້າ​ປະສານສົມທົບກັນ​ໃນ​ການ​ຜັນ​ຂະຫຍາຍບັນດາ​ໂຄງການ​​ເຊື່ອນ​ຕໍ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ສ້າງ​ເງື່ອ​ນໄຂ​ອຳ​ນວນ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ດຳ​ເນີນ​ການ​ລົງທຶນ, ທຸລະ​ກິດ.

ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ ຄວນ​ສຳ​ເລັດ​ໂດຍ​ໄວ​ການ​ເຈລະຈາ ​ແລະ ​ເຊັ​ນສັນຍາ​ການ​ຄ້າ​ຫວຽດນາມ - ລາວ​ສະບັບ​ໃໝ່ ​ເພື່ອ​ສ້າງ​ຂອບ​ນິຕິ​ທຳ​ໃຫ້​ແກ່​ການ​ສູ້​ຊົນ​ຍົກ​ລວ​ມຍອດມູນຄ່າ​ການ​ຄ້າລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ເປັນ 2 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2015.

​ໃນ​ການ​ພົບ​ປະ​ກັບ​ສົມ​ເດັດ ຮຸນ​​ເຊັນ ນາຍົກລັດຖະມົນຕີ​ແຫ່ງ ລາຊະ​ອາ​ຂາ​ຈັກ​ກຳປູ​ເຈຍ, ສອງ​ທ່ານ​ນາຍົກ​ລັດຖະມົນ​ຕີ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຊຸກຍູ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ, ຮັກສາ​​ການ​ພົບ​ປະ​ຂັ້ນສູງ ​ແລະ ສືບ​ຕໍ່​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງ​ກັນ​ປະ​ເທດ...; ສູ້​ຊົນ​ຍົກ​ລວ​ມຍ​ອດມູຄ່າການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເປັນ 5 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2015.

ສອງ​ຝ່າຍກໍ່​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ປະຕິບັດ​ການ​ແບ່ງ​ເຂດ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ເທິງ​ໜ້າດິນ​ໃຫ້​ສຳ​ເລັດ​ໂດຍ​ໄວ ​ເພື່ອ​ປະກອບສ່ວນ​ສ້າງ​ເສັ້ນ​ຊາຍ​ແດນລະຫວ່າງ​ສອງ​ປະ​ເທດ​ເປັນ​ຊາຍ​ແດນ​ແຫ່ງ​ສັນຕິພາບ ມິດຕະພາບ ສະຖຽນ​ລະ​ພາບ ​ແລະ​ການ​ພັກ​ທະ​ນາ​.

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຕີ​ລາຄາ​ສູງ​ຕໍ່​ການ​ຮ່ວມ​ມື​ຂອງ​ລັດຖະບານ​ກຳປູ​ເຈຍ ​ໃນ​ການ​ຮັບປະກັນ​ບັນດາ​ສິດ​ທິຖືກ​ກົດໝາຍຂອງ​ວົງ​ຄະນາຍາດ​ຊາວ​ຫວຽດນາມ​ທີ່​ດຳລົງ​ຊີວິດ ​ແລະ​ທຳ​ມາ​ຫາ​ກິນ​ຢູ່ກຳ​ປູ​ເຈຍ. ທ່ານ​ນາຍົກລັດຖະມົນຕີທັງ​ສອງກໍ່​​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ແລະ ​ໃຫ້ການ​ປະ​ພຶດ​ແບບ​ສະ​ເໜີ​ພາບ​ແກ່​ພົນລະ​ເມືອງ​ຂອງ​ກັນ​ແລະ​ກັນ./.

ສັງ​ລວມ​ໄດ​ຍ: PV