ວກ.ອອນ​ໄລ - ​ແຕ່​ວັນ​ທີ 26 - 28 ພຶດສະພາ 2016, ທ່ານ ຫງວຽນ​ຊວນ​ຝຸກ ນາ​ຍົກ​ລັດຖະມົນຕີ​ແຫ່ງ ສສ ຫວຽດນາມ ​ໄດ້​ເຂົ້າຮ່ວມກ​ອງປະຊຸມ​ສຸດ​ຍອດ ຈີ7 ​ເປີດ​ກວ້າງ ​ແລະ ຢ້ຽມຢາມ​ປະ​ເທດ ຍີ່ປຸ່ນ ຕາມ​ຄຳ​ເຊີນ​ຂອງທ່ານ ຊິນ​ໂຊ ອາ​ເບະ ນາຍົກລັດຖະມົນຕີ ຍີ່ປຸ່ນ. ນີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ 42 ປີ ຂອງ​ກຸ່ມ​ປະ​ເທດ ຈີ7 ທີ່ຫວຽດນາມ​ຖືກ​ເຊີນ​ເຂົ້າຮ່ວມກ​ອງປະຊຸມ​ສຸດ​ຍອດ ຈີ7 ​ເປີດ​ກວ້າງ, ​ເຊິ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຮູ້​ຂອງ ຍີ່ປຸ່ນ ​ແລະ ບັນດາ​ປະ​ເທດ ຈີ7 ຕໍ່​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ຈີ7 ເປີດກວ້າງ. (ພາບ: TTXVN)

ການ​ທີ່ ຍີ່ປຸ່ນ ​ແລະ ບັນດາ​ປະ​ເທດ ຈີ7 ​ເຊີນ​ຫວຽດນາມ​ເຂົ້າ​ຮ່ວມ​ເປັນຄັ້ງ​ທຳ​ອິດ​​ໃນກ​ອງປະຊຸມ​ສຸດ​ຍອດ ຈີ7 ​ເປີດ​ກວ້າງນີ້ ຍັງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໄວ້​ວາງ​ໃຈ, ການ​ຕີ​ລາຄາສູງ​ຕໍ່ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ ​ແລະ ສາກົນ ​ເຊັ່ນ​ການ​ສູ້​ຊົນ​ເພື່ອ​ບັນລຸ​ບັນດາ​ເປົ້າ​ໝາຍ​ການພັດທະນາ​ແບບ​ຍຶນຍົງ (SDGs), ​ເພີ່ມ​ທະວີ​ການ​ເຊື່ອມ​ສຳພັນ​ເສດຖະກິດ, ​ແກ້​ໄຂ​ສະພາບ​ການ​ເຕີບ​ໂຕ​ຊ້າ​ລົງ​ຂອງ​ເສດຖະກິດ​ໂລກ, ພັດທະນາ​ລຸ່ມ​ແມ່ນ້ຳຂອງ, ​ແລະ ກໍ່ສ້າງ​ສິ່ງ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ໃຫ້​ແກ່​ການ​ພັດທະນາ.

​ໃນ​ເວລາ​ສາມ​ວັນ, ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄດ້​ດຳ​ເນີນ​​ແຜນການ​ເຮັດ​ວຽກ​ຢ່າງ​ຮີບ​ດ່ວນ​ ​ດ້ວຍ​ການ​ເຄື່ອນ​ໄຫວ 19 ຄັ້ງ, ທັງ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ປະກອບ​ດ້ວຍບັນ​ດາວາລະ​ການ​ປະຊຸມຂອ​ງກ​ອງປະຊຸມ​ສຸດ​ຍອດ ຈີ7 ​ເປີດ​ກວ້າງ; ພົບ​ປະ​ຫາລື​ກັບ​ນາຍົກລັດຖະມົນຕີ ຍີ່ປຸ່ນ ຊິນ​ໂຊ ອາ​ເບະ; ດຳ​ເນີນ​ການ​ພົບ​ປະ​ຫາລື ສົນທະນາ ​ແລກປ່ຽນ ກັບບັນດາ​ການ​ນຳ​ເຊັ່ນ ​ປະທານາທິບໍດີ​ຝຣັ່ງ ​ຟຣັງຊວາ ໂຮລັງ, ​ນາຍົກ​ລັດຖະມົນຕີ​ອັງກິດ ​ເດ​ວິດ ​ແຄ​ເມີ​ຣອນ, ນາຍົກລັດຖະມົນຕີເຢຍລະ​ມັນ ອັງ​ເກ​ລາ ​ແມເຄິນ, ນາຍົກລັດຖະມົນຕີການາດາ ຈັດ​ສະຕິ​ນ ທຣູ​ໂດ, ປະທານາທິບໍດີ​ສະຫະລັດ​ອາ​ເມຣິກາ ບາຣັກ ​ໂອ​ບາ​ມາ, ນາຍົກລັດຖະມົນຕີອີຕາລີ ມັດ​ເຕ​ໂອ ​ເຣນຊີ, ປະທານາທິບໍດີສີ​ລັງກາ, ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ບັນ ກີ​ມູນ, ປະທານຄະນະກຳມາທິການ​ເອີຣົບ ແລະ ປະທານຄະນະ​ມົນຕີ​ເອີຣົບ, ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ການ​ເງິນສາກົນ (IMF), ​ເລ​ຂາ​ທິການ​​ໃຫຍ່​ອົງການ​ຮ່ວມ​ມື​ເສດຖະກິດ​ແລະ​ການ​ພັດທະນາ (OECD), ປະທານ​ທະນາຄານ​ໂລກ ຈິນ ຊອງ​ກິມ, ຜູ້​ວ່າການ​ລາຊະການ​ແຂວງ ອາຍ​ຈິ…; ​ເຂົ້າ​ຮ່ວການ​ສົນທະນາ​ນະ​ໂຍບາຍ​ເສດຖະກິດ​ຂັ້ນ​ສູງ ຫວຽດນາມ - ຍີ່ປຸ່ນ, ​ໃຫ້ການ​ຕ້ອນຮັບ​ປະທານ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA), ປະທານ​ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ (JETRO) ​ແລະກໍ​ໄດ້​ໃຊ້​ເວລາ​ເພື່ອ​ພົບ​ປະ ສົນທະນາ​ກັບ​ຜູ້​ຕາງໜ້າ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ເຊັ່ນ ບໍລິສັດ ​ເອ​​.ແອນ.ເອ. ​ໂຮນດິງ ຈຳກັດ., ປະທານ ຜູ້ອຳນວຍການ​ບໍລິສັດ ມິດ​ຊູ​ບີຊິ, ​ໄປ​ຢາມຟາ​ມກະ​ເສດ ​ໂຢ​ໂກ​ຢາ​ມາ.

​ໃນ​ເວທີກ​ອງປະຊຸມ​ສຸດ​ຍອດ ຈີ7 ​ເປີດ​ກວ້າງ ​ແລະ ບັນດາ​ການ​ພົບ​ປະ​ຫາລືສອງ​ຝ່າຍ, ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄດ້​ເນັ້ນ: ຫວຽດນາມຍາມ​​ໃດ​ກໍ່​ພະຍາ​ຍາມ​ປັບປຸງ, ຂະຫຍາຍ​ສາຍ​ພົວພັນ​ກັບ​ທຸກ​ປະ​ເທດ​ໃນ​ໂລກບົນ​ຈິດ​ໃຈ “​ເປັນ​ເພື່ອນ, ​ເປັນ​ຄູ່​ຮ່ວມມື​ທີ່​ໄວ້​ວາງ​ໃຈ​ໄດ້ ​ແລະ ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ ​ຂອງ​ປະຊາ​ຄົມ​ໂລກ”.

ຢັ້ງຢືນ​ຫຼັກ​ໝັ້ນ​ກ່ຽວ​ກັບ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ທີ່​ຍືນ​ຍົງ

​ໃນ​ບົດ​ປາ​ໄສ​ທີ່​ກອງ​ປະຊຸມ​ພາຍ​ໃຕ້​ຫົວ​ຂໍ້ “ຄວາມ​ໝັ້ນຄົງ ​ແລະ ວັດທະນາ​ຖາວອນ​ຢູ່​ອາຊີ”, ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ຢັ້ງຢືນ​ຫວຽດນາມ​ສະໜັບສະໜູ​ນຂໍ້​ສະ​ເໜີ​ຕ່າງໆ ​ຂອງ​ຍີ່ປຸ່ນ​ໃນ​ລະບຽບວາລະການປະຊຸມ ແລະ ໄດ້ມີສ່ວນປະກອບອັນສຳຄັນເຂົ້າໃນເນື້ອໃນສົນທະນາຢູ່ທີ່ປະຊຸມ, ພິເສດແມ່ນການເຊື່ອມສຳພັນເສດຖະກິດ, ການປ່ຽນແປງສະພາບພູມິອາກາດ ແລະ ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່ພາກພື້ນ ແລະ ໃນໂລກ.

ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ເນັ້ນເຖິງຄະຕິບົດ: ​​ເມື່ອມີ​ສັນຕິພາບ, ສະຖຽນ​ລະ​ພາບ ຈຶ່ງ​ມີ​ການ​ພັດທະນາ ​ແລະ ຄວາມ​ວັດທະນາ​ຖາວອນ; ບັນດາ​ການ​ເຄື່ອນ​ໄຫວກະທຳ​ແຕ່​ຝ່າຍ​ດຽວ, ຝືນ​ກົດໝາຍ​ສາກົນ ​ແລະ ຂໍ້​ຕົກລົງ​ພາກ​ພື້ນ​ພວມນາບ​ຂູ່​ຢ່າງ​ຮ້າຍ​ແຮງ​ຕໍ່​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນພາກພື້ນ... ທ່ານ​ນາຍົກລັດຖະມົນຕີກໍ່​ໄດ້​ຍົກ​ໃຫ້​ເຫັນ​ແຈ້ງວ່າ: ສັນຕິພາບ ​ແລະ ການ​ພັດທະນາ​ຂອງ​ຫວຽດນາມ​ຕິດ​ແໜ້ນ​ກັບ​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນລວມ​ຂອງ​ໂລກ. ຈະ​ສາມາດ​ຮັບປະກັນຄວາມຈະ​ເລີ​ນພັດທະນາ ແລະ ຂະຫຍາຍຕົວ​ແບບ​ຍືນ​ຍົງ​ຢູ່​ຫວຽດນາມ, ອາຊີ ​ແລະ ​ໃນ​ໂລກ​​ໄດ້ ກໍ່​ຕໍ່​ເມື່ອ​ມີ​ສິ່ງ​ແວດ​ລ້ອມ​ສາກົນທີ່​ມີສັນຕິພາບ ​ແລະ ສະຖຽນ​ລະ​ພາບ.

​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຫຼັກໝັ້ນ​ຂອງ​ຫວຽດນາມ​ກ່ຽວ​ກັບ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ ຂອງ​ພູມິ​ພາກ​ອາຊີ - ປາຊີ​ຟິກ​ເວົ້າ​ໂດຍ​ສະ​ເພາະ ​ແລະ ຂອງ​ທົ່ວ​ໂລກ​ເວົ້າ​ລວມ, ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ເນັ້ນ: ພວກ​ເຮົາ​ພວມ​ຢືນ​ຢູ່​ຕໍ່ໜ້າບັນດາ​ສິ່ງ​ທ້າ​ທາຍທີ່​ນັບ​ມື້​ນັບ​ໃຫຍ່ ຕໍ່​ສັນຕິພາບ ​ແລະ ຄວາມ​ສະຫງົບ​ຂອງ​ພາກ​ພື້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ ​ແລະ ​ເສລີພາບ​ໃນ​ການ​ເດີນ​ທະ​ເລ, ​ເດີນ​ອາກາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ການ​ເຄື່ອນ​ໄຫວກະທຳ​ແຕ່​ຝ່າຍ​ດຽວ, ຝືນ​ກົດໝາຍ​ສາກົນ ​ແລະ ຂໍ້​ຕົກລົງ​ພາກ​ພື້ນ, ​ເຊັ່ນ​ການຄູນ​ສ້າງ​ແນວ​ປະ​ກາ​ລັງ​ເປັນ​ເກາະ​ທຽມ​ຂະໜາດ​ໃຫຍ່, ​ເຮັດ​ໃຫ້​ສະພາບ​ການ​ດັ້ງ​ເດີມ​ປ່ຽນ​ແປງ​ໄປ ​ແລະ ​ເພີ່ມ​ທະວີ​ການ​ປະກອບ​ການ​ທະຫານ ​ເຊິ່ງພວມ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​ຕໍ່​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ສະພາບ​ການ​ດັ່ງກ່າວ​ນັ້ນ ມັນ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ ຕ້ອງ​ອົດທົນ​ອົດ​ກັ້ນ, ​ແກ້​ໄຂ​ຂໍ້​ພິພາດ​ດ້ວຍສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982, ປະຕິບັດ​ຕາມ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ວາງ​ໃຈ ​ແລະ ການ​ທູດ​ແບບ​ປ້ອງ​ກັນ, ກ້າວ​ເຖິງ​ການ​ສຳ​ເລັດ​ປະ​ມວມຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໃຫ້​ທັດສະນະ​ວ່າ ບັນດາ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ປະ​ເທດ​ໃນ​ກຸ່ມ ຈີ7 ຄວນ​ມີ​ສຸລະສຽງ ​ແລະ ການ​ກະທຳ​ຕົວ​ຈິງ​ເພື່ອປະກອບສ່ວນ​ອັນຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ສິ່ງ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ລວມຂອງໂລກ ກໍ່ຄື​ບັນຫາ​ຢູ່​ພາກ​ພື້ນ; ພິ​ເສດ​ແມ່ນ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​​ແບບ​ຍືນ​ຍົງ, ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ, ປ້ອງ​ກັນ​ແລະ​ຕ້ານ​ໄພ​ທຳ​ມະ​ຊາດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ, ຕ້ານ​ການ​ກໍ່​ການ​ຮ້າຍ, ຄວາມ​ໝັ້ນຄົງດ້ານສະບຽງ​ອາຫານ, ​ແຫຼ່ງນ້ຳ, ການ​ເດີນ​ທະ​ເລ, ການ​ເດີນ​ອາກາດ… ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ່​ນ ຕໍ່​ບົດບາດ​ສຳຄັນ​ຂອງ​ບັນດາ​ປະ​ເທດ​ໃນ​ກຸ່ມ ຈີ7 ​ໃນ​ການ​ຊຸກຍູ້​ຟື້ນ​ຟູ​ເສດຖະກິດ​ໂລກ, ​ເຊື່ອມ​ຕໍ່​ການ​ຄ້າ, ການ​ລົງທຶນ ກໍ່​ຄື​​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕໍ່​ການ​ພັດທະນາ​ຂອງ​ທົ່ວ​ໂລກ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ສິ່ງ​ແວດ​ລ້ອມ​​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພູມິ​ພາກ​ອາຊີ-ປາຊີ​ຟິກ ​ແລະ ​ໃນ​ໂລກ.

​​ໂດຍແບ່ງປັນ​ຄວາມ​ເຫັນ​ຂອງທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ, ການ​ນຳ​ບັນດາ​ປະ​ເທດ​ກຸ່ມ ຈີ7, ການ​ນຳບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ​ໄດ້ຮຽກຮ້ອງ​​ໃຫ້ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ຮັກສາ​ຄວາມ​ເຕີບ​ໂຕ​ຂອງ​ໂລກ; ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ​ໄພ​ແຫ້ງ​ແລ້ງ; ຊ່ວຍ​ໜູນ​ໃຫ້​ບັນດາ​ປະ​ເທດ​ກຳລັງ​ພັດທະນາ, ​ໃນ​ນັ້ນ​ມີ​ບັນດາ​ປະ​ເທດ​ອາ​ຊຽນ ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​​ຄຸນ​ນະພາ​ບສູງ, ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ ​ແລະ ສຸດ​ທ້າຍ​ແມ່ນ​ເພີ່ມ​ທະວີ​ການ​ກໍ່ສ້າງ​ຄວາມ​ໄວ້​ວາງ​ໃຈ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ຈຸດ​ຮ້ອນ​ຢູ່​ພາກ​ພື້ ​ແລະ ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຄວາມ​ສະຫງົບ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ ແລະ ​ເດີນ​ອາກາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຈີນ​ຕາ​ເວັນ​ອອກ.

ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ຊົ​ມ​ເຊີຍບັນດາ​ປະ​ເທດ​ທີ່​ມີ​ຫຼັກ​ໝັ້ນ​ຕັ້ງໜ້າ, ສະໜັບສະໜູນ​ຫວຽດນາມ ​ແລະ ອາ​ຊຽນ​ ໃນ​ການ​ແກ້​ໄຂ​ຂໍ້​ພິພາດ​ຕ່າງໆດ້ວນ​ສັນຕິ​ວິທີ ຢູ່​ທະ​ເລ​ຕາ​ເວັນ​ອອກ ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີອະນຸສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982, ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ, ​ເສລີພາບ​ໃນ​ການ​ເດີນ​ທະ​ເລ ​ແລະ ​ເດີນ​ອາກາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ໃຫ້​ແກ່​ການ​ພັດທະນາ ​ແລະ ວັດທະນາ​ຖາວອນ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ

​ໃນການ​ພົບ​ປະ​ຫາລື​ສອງ​ຝ່າຍກັບບັນດາ​ປະມຸກ​ປະ​ເທດ, ການ​ນຳອົງການ​ຈັດ​ຕັ້ງ​ສາກົນ ຢູ່ພາຍ​ນອກ​ກອງ​ປະຊຸມ​ສຸດ​ຍອດ ຈີ7 ​ເປີດ​ກວ້າງ, ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ຢັ້ງຢືນ​ລັດຖະບານ​ຫວຽດນາມ​ຕັດສິນ​ໃຈ​ນຳ​ເອົາ​ການ​ພົວພັນ​ຮ່ວມ​ມື​ ລະຫວ່າງ​ຫວຽດນາມກັບບັນດາ​ປະ​ເທດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ເນື້ອ​ແທ້, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ; ສະ​ແດງ​ຄວາມ​ປະສົງ​ຢາກ​ໃຫ້​ບັນດາ​ປະ​ເທດ ​ແລະ ບັນດາ​ຄູ່​ຮ່ວມ​ມື ສະໜັບສະໜູນ​ຫວຽດນາມ​ ໃນ​ການ​ເພີ່ມ​ທະວີ​ບົດບາດ​ແລະຄວາມ​ຮັບຜິດຊອບຂອງ​ຕົນ ​ຢູ່​ທີ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ສືບ​ຕໍ່​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ຢູ່ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ທີ່​ສຳຄັນ ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ​ໃນ​ນັ້ນ​ມີ​ການ​ສະໜັບສະໜູນ​ໃຫ້​ຫວຽດນາມສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ບໍ່​ຖາວອນ ຂອງຄະນະ​ມົນຕີ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ວາລະ​ປີ 2020-2021 ​ແລະ ສະໝັກຮັບ​ເລືອກ​ຕັ້ງ​ເຂົ້າ​​ດຳລົງຕຳ​ແໜ່​ງ ​ເລຂາທິການອົງການ​ການ​ສຶກສາ ວິທະຍາ​ສາດ​ ແລະ​ວັດທະນະທຳ​ ແຫ່ງ​ສະຫະ​ປະຊາ​ຊາດ ວາລະ​ປີ 2017-2021.

ການ​ນຳ​ຂອງບັນດາ​ປະ​ເທດ, ​ອົງການ​ຈັດ​ຕັ້ງ​ສາກົນ ລ້ວນ​ແຕ່​ຕີ​ລາຄາ​ສູງ​ບົດບາດ ​ແລະ ອິດ​ທິພົນ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ກໍ່​ຄື​​ແບ່ງປັນ, ສະໜັບສະໜູນຄວາມ​ເຫັນ​ຂອງທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ແລະ ສະ​ແດງ​ຄວາມ​ປະສົງ​ຢາກ​ສືບ​ຕໍ່​ຊຸກຍູ້​ພັດທະນາ​ການ​ພົວພັນ​ກັບ​ຫວຽດນາມ.

ການ​ເຂົ້າ​ຮ່ວມ​ຢ່າງ​ແທ້​ຈິງ ​ແລະ ມີ​ລັກສະນະ​ກໍ່ສ້າງ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ກອງ​ປະຊຸມ ​ແລະ ປະ​ເທດຍີ່ປຸ່ນ​ທີ່​ເປັນ​ເຈົ້າ​ພາບ./.

ສັງ​ລວມ​ໂດຍ ຫງວຽນ​ດຶກ