ສະພາບການໂລກແລະພາກພື້ນໃນທົດສະວັດທໍາອິດ
ຂອງສະຕະວັດທີ 21 ແລະຂະບວນການກໍ່ສ້າງແລະຍົກລະດັບ
ການພົວພັນຄູ່ຮ່ວມມືຍຸດທະສາດແລະຄູ່ຮ່ວມມືຍຸດທະສາດຮອບດ້ານ
ຂອງຫວຽດນາມ
ຂອງສະຕະວັດທີ 21 ແລະຂະບວນການກໍ່ສ້າງແລະຍົກລະດັບ
ການພົວພັນຄູ່ຮ່ວມມືຍຸດທະສາດແລະຄູ່ຮ່ວມມືຍຸດທະສາດຮອບດ້ານ
ຂອງຫວຽດນາມ
ວກ. - ໃນວິວັດການກະຊັບການພົວພັນຮ່ວມມືກັບບັນດາປະເທດໃນໂລກ, ໂດຍສະເພາະປະເທດໃຫຍ່ ແລະຄູ່ຮ່ວມມືທີ່ສຳຄັນ, ແຕ່ປີ 2001 ເຖິງປະຈຸບັນ, ພັກແລະລັດຫວຽດນາມໄດ້ຄ່ອຍໆສ້າງແລະຜັນຂະຫຍາຍ ການພົວພັນຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບບັນດາປະເທດສຳຄັນ ໃນພາກພື້ນແລະໃນທົ່ວໂລກ, ລວມເຖິງ 6 ປະເທດຄູ່່ຮ່ວມຍຸດທະສາດ, 12 ປະເທດຄູ່ຮ່ວມຍຸດທະສາດຮອບດ້ານ ແລະ 12 ປະເທດຄູ່ຮ່ວມຮອບດ້ານ (1). ບັນດາການພົວພັນເຫຼົ່ານີ້ ໄດ້ແລະກຳລັງປະກອບສ່ວນສຳຄັນ ໃນການສ້າງເງື່ອນໄຂທີ່ໝັ້ນຄົງ ເພື່ອຊ່ວຍຮັບປະກັນ ແລະປັບປຸງສະພາບແວດລ້ອມສັນຕະພາບ ແລະສະຖຽນລະພາບ ໃນພາລະກິດການປົກປັກຮັກສາ ແລະພັດທະນາປະເທດ ຢ່າງວ່ອງໄວແລະຍືນຍົງ, ກໍ່ຄື ການຍົກສູງຖານະບົດບາດ ແລະຕຳແໜ່ງຂອງຫວຽດນາມ ໃນເວທີສາກົນ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢ່າງສຳເລັດມີໄຊ
ສະພາບການໂລກແລະພາກພື້ນ
ສາມາດສະຫຼຸບລັກສະນະທີ່ພົ້ນເດັ່ນບາງປະການ ຂອງສະພາບການໂລກ ແລະ ພາກພື້ນ ຕັ້ງແຕ່ຕົ້ນສັດຕະວັດທີ 21 ຈົນເຖິງປະຈຸບັນ ໄດ້ດັງນີ້:
ທີໜຶ່ງ, ສັນຕິພາບ ເອກະລາດແຫ່ງຊາດ ປະຊາທິປະໄຕ ການຮ່ວມມື ແລະ ການພັດທະນາ ຍັງຄົງເປັນແນວໂນ້ມຫຼັກ, ແມ່ນເງື່ອນໄຂສະດວກເພື່ອໃຫ້ບັນດາປະເທດປະຕິບັດການພົວພັນຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ ແລະ ສະຖຽນລະພາບໃນໂລກ. ຢ່າງໃດກໍ່ຕາມ, ກະແສນີ້ກຳລັງປະເຊີນກັບຄວາມຫຍຸ້ງຍາກແລະອຸປະສັກຫຼາຍຢ່າງ ອັນເນື່ອງຈາກລັດທິຊາດນິຍົມສຸດຂົ້ວ, ລັດທິເອກະນິຍົມຝ່າຍດຽວ, ລັດທິກີດກັນທາງການຄ້າ, ລັດທິອຳນາດນິຍົມຂອງປະເທດໃຫຍ່, ການແຂ່ງຂັນດ້ານຍຸດທະສາດ ແລະສົງຄາມການຄ້າ ແລະ ການພັດທະນາທີ່ສັບສົນແລະຄາດເດົາບໍ່ໄດ້ ໃນສະພາບການການເມືອງ - ຄວາມໝັ້ນຄົງຂອງໂລກ. ການປະທະກັນທີ່ຍືດເຍື້ອຍໃນຕາເວັນອອກກາງ, ບັນຫາຂອງໄຕ້ຫວັນ (ຈີນ), ຄວາມສ່ຽງຂອງວິກິດການນິວເຄຼຍຢູ່ແຫຼມເກົາຫຼີ, ການປະທະກັນໃນຢູເຄຣນທີ່ບໍ່ມີຈຸດຈົບຢ່າງຈະແຈ້ງ, ຄວາມເປັນໄປບໍ່ໄດ້ຂອງການຢຸດຍິງຖາວອນ ໃນການປະທະກັນລະຫວ່າງ ອິດສະຣາແອນ ແລະ ຮາມາດ ໄດ້ເປີດເຜີຍໃຫ້ເຫັນ “ຈຸດຮ້ອນ” ຂອງການຮັກສາຄວາມໝັ້ນຄົງແບບດັ້ງເດີມບົນແຜນທີ່ໂລກກຳລັງເພີ່ມຂະໜາດແລະອັນຕະລາຍຮ້າຍແຮງ. ຜົນກະທົບຂອງການປ່ຽນແປງສະພາບດິນຟ້າອາກາດ, ມົນລະພິດຕໍ່ສິ່ງແວດລ້ອມ, ຄວາມໝັ້ນຄົງຂອງແຫຼ່ງນ້ຳ, ຄວາມປອດໄພຂອງເຄືອຂ່າຍ, ຄວາມໝັ້ນຄົງດ້ານຂໍ້ມູນ ແລະອື່ນໆ ສະທ້ອນໃຫ້ເຫັນເຖິງຄວາມຈິງທີ່ວ່າ ບັນດາຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ທີ່ໄດ້ ກຳລັງ ແລະຈະເປັນໄພຂົ່ມຂູ່ທີ່ແທ້ຈິງຕໍ່ຊີວິດຂອງມະນຸດ ແລະຄວາມສາມາດຂອງປະເທດຕ່າງໆໃນການບັນລຸຄວາມຮັບຮູ້ທົ່ວໄປ ແລະການດໍາເນີນການຮ່ວມກັນ ບໍ່ແມ່ນເລື່ອງງ່າຍ.
ທີສອງ, ສະຖານະການໂລກກຳລັງເຄື່ອນຕົວໄວຂຶ້ນໄປສູ່ແນວໂນ້ມແບບຫຼາຍຂົ້ວແລະຫຼາຍສູນກາງ. ພາຍໃຕ້ອິດທິພົນຄອບງຳຂອງລັດທິປະຕິບັດນິຍົມໃນການພົວພັນສາກົນ, ການພົວພັນຄູ່ຮ່ວມ ແລະ ເປົ້າໝາຍ, ພັນທະມິດ ແລະ ຝ່າຍກົງຂ້າມ, ມິດ ແລະ ສັດຕູ,... ທີ່ມີຄວາມສຳພັນກັນຢ່າງຊັບຊ້ອນ ແລະສາມາດສັບປ່ຽນກັນໄດ້ ຢ່າງບໍ່ເປັນລະບຽບ. ບັນດາປະເທດໃຫຍ່, ດ້ານໜຶ່ງ, ຮ່ວມມືແລະປະນີປະນອມກັນ; ໃນອີກດ້ານໜຶ່ງ, ແກ່ງແຍ້ງກັນນັບມື້ນັບຮຸນແຮງແລະສັບສົນ. ໃນນັ້ນ, ການເຄື່ອນໄຫວຂອງຄວາມສຳພັນສະຫະລັດອາເມລິກາ - ຈີນ ມີບົດບາດສຳຄັນໃນການກຳນົດສະຖານະການໂລກໃນເວລາທີ່ຈະມາເຖິງ.
ເມື່ອປຽບທຽບດັດຊະນີອຳນາດຂອງອາຊີໃນຊຸມປີທີ່ຜ່ານມາມໍ່ນີ້ (2) ໃນດ້ານຄວາມເຂັ້ມແຂງທາງເສດຖະກິດ, ຄວາມເຂັ້ມແຂງທາງການທະຫານ, ຄວາມສາມາດສ້າງຕົນເອງໃຫ້ເຂັ້ມແຂງ ຕິດພັນກັບບັນດາປັດໄຈພາຍໃນ, ຊັບພະຍາກອນໃນອະນາຄົດ, ບັນດາສາຍພົວພັນທາງເສດຖະກິດ, ເຄືອຂ່າຍທາງທະຫານ, ອິດທິພົນທາງການທູດ ແລະອິດທິພົນທາງວັດທະນະທຳ ລະຫວ່າງສະຫະລັດອາເມລິກາ ແລະ ຈີນ ສະແດງໃຫ້ເຫັນວ່າ, ເຖິງແມ່ນວ່າສະຫະລັດອາເມລິກາຍັງຄົງຮັກສາຕໍາແໜ່ງທີ 1 ໃນດັດຊະນີ 6/8, ແຕ່ການຈັດອັນດັບຂອງມັນ (ໃນລະດັບ 100) ໄດ້ຫຼຸດລົງຂ້ອນຂ້າງຫຼາຍ. ໃນດ້ານການພົວພັນທາງເສດຖະກິດ ແລະອິດທິພົນທາງການທູດພຽງຢ່າງດຽວ, ຈີນໄດ້ລື່ນກາຍອາເມລິກາ ແລະກ້າວຂຶ້ນສູ່ຕໍາແໜ່ງຜູ້ນໍາ. ລັດເຊຍ ແລະ ອິນເດຍ ຍັງເປັນຄູ່ຕໍ່ສູ້ທີ່ແຂງແຮງຂຶ້ນເລື້ອຍໆ ໂດຍສະເພາະແມ່ນດ້ານກຳລັງເສດຖະກິດ, ກໍາລັງການທະຫານ, ການເພິ່ງພາຕົນເອງ ແລະ ຊັບພະຍາກອນໃນອະນາຄົດ. ຍີ່ປຸ່ນສືບຕໍ່ຮັກສາຕຳແໜ່ງທີ່ສາມໃນດ້ານກຳລັງແຮງເສດຖະກິດ ແລະການພົວພັນທາງເສດຖະກິດ, ແຕ່ກຳລັງຫຼຸດຊ່ອງຫວ່າງລົງ ເມື່ອທຽບກັບອິນເດຍ ເຊິ່ງແມ່ນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບຫ້າຂອງໂລກ. ໃນຂະນະນັ້ນ, ຄວາມສາມາດທາງການທະຫານຂອງຍີ່ປຸ່ນກໍ່ເພີ່ມຂຶ້ນໜຶ່ງລະດັບ, ຈາກອັນດັບທີ 7 ມາເປັນອັນດັບທີ 6 ພາຍໃນປີ 2023...
ທີສາມ, ພາກພື້ນອິນໂດປາຊີຟິກຖືເປັນຈຸດສຸມໃໝ່ ຂອງການເຄື່ອນໄຫວທາງພູມສາດ-ການເມືອງ ແລະ ພູມສາດ-ເສດຖະສາດໂລກ, ເຊິ່ງການແຂ່ງຂັນທາງຍຸດທະສາດເກີດຂຶ້ນລະຫວ່າງມະຫາອຳນາດແລະສູນກາງອຳນາດ. ເປັນພາກພື້ນທີ່ມີທີ່ຕັ້ງທາງພູມສາດ-ຍຸດທະສາດ ໃນດ້ານເສດຖະກິດ ການເມືອງ ການປ້ອງກັນປະເທດ ແລະຄວາມໝັ້ນຄົງ; ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະເສັ້ນທາງເດີນທະເລທີ່ສຳຄັນຫຼາຍເສັ້ນທາງ; ປະຊາກອນກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງປະຊາກອນໂລກ; ມີການມີຢູ່ຂອງເສດຖະກິດຊັ້ນນຳຂອງໂລກສາມແຫ່ງຄື ສະຫະລັດອາເມລິການ, ຈີນ, ຍິີ່ປຸ່ນ ແລະຕະຫຼາດທີ່ເຕີບໂຕຢ່າງວ່ອງໄວສ່ວນໃຫຍ່ ເຊັ່ນ ອິນເດຍ, ຈີນ, ອາຊີຕາເວັນອອກສຽງໃຕ້,... ພາກພື້ນອິນໂດປາຊີຟິກຖືເປັນ “ຫົວລົດຈັກ” ຂອງການເຕີບໂຕທາງເສດຖະກິດໂລກ, ການເຊື່ອມໂຍງ ແລະ ການບູລະນາການທາງເສດຖະກິດ. ຢ່າງໃດກໍ່ຕາມ, ພາກພື້ນນີ້ຍັງລວມບັນດາ “ຈຸດຮ້ອນ” ຂອງຂໍ້ຂັດແຍ້ງກ່ຽວກັບອະທິປະໄຕທາງທະເລແລະເກາະ; ຂໍ້ຂັດແຍ່ງກ່ຽວກັບການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ; ຂໍ້ຂັດແຍ່ງດ້ານສິ່ງແວດລ້ອມ; ຄວາມສ່ຽງຂອງການປະທະກັນ, ແມ່ນແຕ່ສົງຄາມນິວເຄຼຍ,... ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມໝັ້ນຄົງ ແລະສະຖຽນລະພາບຂອງພາກພື້ນ ແລະ ໂລກ.
ພາຍໃນ 5 ປີ ນັບຕັ້ງແຕ່ປີ 2017 - ເປັນເວລາທີ່ພັກກອມມູນິດຈີນ ຕັ້ງເປົ້າໝາຍໃນການສົ່ງເສີມການກໍ່ສ້າງ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ເຊິ່ງເປັນຕົ້ນກຳເນີດຂອງໂຄງການລິເລີ່ມ “ແລວທາງແລະເສັ້ນທາງ” (BRI) ໃນກົດລະບຽບຂອງພັກ ຈາກກອງປະຊຸມໃຫຍ່ຄັ້ງທີ XIX, ມີເອກະສານ ແລະ ເອກະສານການປັບປ່ຽນຫຼາຍເຖິງ 17 ສະບັບ(3) ໂດຍໃສ່ຊື່ ຍຸດທະສາດ/ວິໄສທັດ/ຂໍ້ລິເລີ່ມ/ແຜນການອິນໂດປາຊີຟິກ ຫຼືເອກະສານນະໂຍບາຍອື່ນໆ ກ່າວເຖິງອິນໂດປາຊີຟິກວ່າ ເປັນໂຄງສ້າງພູມສາດ-ການເມືອງທີ່ສຳຄັນເພື່ອຊີ້ນຳນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງບັນດາປະເທດ ແລະ ບັນດາອົງການຈັດຕັ້ງພາກພື້ນ. ນັ້ນແມ່ນຫຼັກຖານທີ່ຈະແຈ້ງກ່ຽວກັບການເຊື່ອມໂຍງເຂົ້າກັນຂອງຜົນປະໂຫຍດທາງຍຸດທະສາດ ແລະຜົນປະໂຫຍດທີ່ຫຼີກລ່ຽງບໍ່ໄດ້ ເຊິ່ງຕິດພັນກັນກັບການປະທະກັນ ແລະ ຄວາມຂັດແຍ່ງກັນ ລະຫວ່າງບັນດາອັດຕະພາບທີ່ກ່ຽວຂ້ອງ.
ທີສີ່, ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ກາຍເປັນ “ແກນຫຼັກ” ຂອງກົນໄກການຮ່ວມມືທາງເສຖະກິດໃນພາກພື້ນອາຊີປາຊີຟິກ ແລະ ຖືເປັນທິດທາງບຸລິມະສິດໃນການດຳເນີນຍຸດທະສາດການສ້າງສົມດຸນຂອງບັນດາປະເທດໃຫຍ່. ຈີນໄດ້ເພີ່ມການຄ້າກັບອາຊຽນ ໂດຍຮັກສາຕຳແໜ່ງຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອາຊຽນຕັ້ງແຕ່ປີ 2009 ແລະ ອາຊຽນກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີນຕັ້ງແຕ່ປີ 2020 ມາເຖິງປະຈຸບັນ (4). ອາເມລິກາເນັ້ນໜັກວ່າ ອາຊຽນແມ່ນຄູ່ຮ່ວມມືທາງເສດຖະກິດທີ່ສຳຄັນ(5), ເຄົາລົບແລະສະໜັບສະໜູນບົດບາດສຳຄັນຂອງອາຊຽນ ໃນໂຄງສ້າງອາຊີຕາເວັນອອກ ແລະ ອາຊີປາຊີຟິກ, ແລະມຸ່ງໝັ້ນທີ່ຈະສະໜັບສະໜູນອາຊຽນຕໍ່ໄປໃນການສ້າງປະຊາຄົມ, ຜັນຂະຫຍາຍໂຄງການລິເລີ່ມການເຊື່ອມໂຍງອາຊຽນ - ສະຫະລັດອາເມລິກາ ແລະຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານພາຍໃນປີ 2022. ໃນຂະນະນັ້ນ, ຍີ່ປຸ່ນສືບຕໍ່ຖືວ່າ ອາຊຽນເປັນບຸລິມະສິດໃນນະໂຍບາຍການຕ່າງປະເທດ, ສະໜັບສະໜູນຄວາມສາມັກຄີຂອງອາຊຽນ, ໃຫ້ຄວາມສຳຄັນກັບບົດບາດສູນກາງຂອງອາຊຽນໃນພາກພື້ນ, ເຄົາລົບແລະປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ກົນໄກທີ່ນຳໂດຍອາຊຽນ. ຍີ່ປຸ່ນແລະອາຊຽນໄດ້ສ້າງການພົວພົນຮ່ວມມືທີ່ກວມລວມຫຼາຍຂົງເຂດ ແລະກາຍເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້ລະຫວ່າງກັນ. ປະຈຸບັນ, ຍີ່ປຸ່ນແມ່ນຄູ່ຮ່ວມມືການຄ້າ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ອັນດັບ 4 ຂອງອາຊຽນ(6). ຍີ່ປຸ່ນຍັງນຳໜ້າໃນການສະໜັບສະໜູນການປະຕິບັດຕາມວິໄສທັດອາຊຽນວ່າດ້ວຍອິນໂດປາຊີຟິກ ເພື່ອສັນຕິພາບ ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ.
ປະເທດອື່ນໆກໍ່ໄດ້ຍູ້ແຮງການຮ່ວມມືກັບອາຊຽນ. ອິນເດຍຖືວ່າອາຊຽນເປັນເສົາຄ້ຳຂອງນະໂຍບາຍ “ປະຕິບັດການຕາເວັນອອກ” ແລະ ເປັນຈຸດສຸມຂອງຄວາມຄິດລິເລີ່ມອິນໂດປາຊີຟິກຂອງອິນເດຍ. ໂອສະຕຣາລີຢືນຢັນຄວາມມຸ່ງໝັ້ນໃນການສົ່ງເສີມການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນໃນໄລຍະໃໝ່ ໃນກອງປະຊຸມສຸດຍອດພິເສດອາຊຽນ - ໂອສະຕຣາລີ ເຊິ່ງຈັດຂຶ້ນຢູ່ເມືອງຊິດນີ (ໂອສະຕຣາລີ) ໃນເດືອນມີນາ 2018; ຢືນຢັນອີກຄັ້ງເຖິງຄວາມຄວາມມຸ່ງໝັ້ນໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນກອງປະຊຸມຄັ້ງທີ 13 ຂອງຄະນະກຳມະການການຮ່ວມມືສອງຝ່າຍອາຊຽນ - ໂອສະຕຮາລີ (ວັນທີ 3 ມີນາ 2023). ລັດເຊຍສະແດງຄວາມສົນໃຈໃນອາຊີປາຊີຟິກຫຼາຍຂຶ້ນເລື້ອຍໆ. ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ລັດເຊຍ (ARSOM) ຄັ້ງທີ 19 (ເມສາ 2023) ເຊິ່ງຈັດຂຶ້ນທີ່ເມືອງຊຽມຣຽບ (ກຳປູເຈຍ), ທັງສອງຝ່າຍຢືນຢັນອີກຄັ້ງເຖິງຄວາມມຸ່ງໝັ້ນໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ. ລັດເຊຍຢືນຢັນການສະໜັບສະໜູນບົດບາດໃຈກາງຂອງອາຊຽນໃນການພັດທະນາໂຄງປະກອບພາກພື້ນ ເພື່ອຮັກສາສັນຕິພາບ ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ.
ຂະບວນການສ້າງແລະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ,
ຄູ່ຮ່ວມມືຍຸດທະສາດຮອບດ້ານ ຂອງຫວຽດນາມ
ຂະບວນການທີ່ບັນດາປະເທດໃຫຍ່ແລະອົງການຈັດຕັ້ງພາກພື້ນ ເພີ່ມອິດທິພົນໃນພາກພື້ນອາຊີປາຊີຟິກ ແລະ ອິນໂດປາຊີຟິກ ໄດ້ສະແດງໃຫ້ເຫັນເຖິງການບຸລິມະສິດສຳລັບອາຊຽນ. ສຳລັບຫວຽດນາມ, ໃນດ້ານໜຶ່ງ, ສິ່ງນີ້ສ້າງເງື່ອນໄຂສະດວກໃຫ້ຫວຽດນາມ ໃນການຮ່ວມມືພັດທະນາ; ໃນອີກດ້ານໜຶ່ງ, ເພີ່ມແຮງກົດດັນດ້ານການແຂ່ງຂັນທັງພາຍໃນ ແລະນອກພາກພື້ນ.
ກ່ອນປີ 2000, ປະຕິບັດນະໂຍບາຍເປີດປະເທດ, ເຊື່ອມໂຍງເຂົ້າກັບສາກົນ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ ຫຼາຍຮູບຫຼາຍແບບ, ຫວຽດນາມໄດ້ສ້າງການພົວພັນມິດຕະພາບ ແລະການຮ່ວມມືກັບກວ່າ 180 ປະເທດແລະດິນແດນທົ່ວໂລກ ຢ່າງວ່ອງໄວ. ແນວໃດກໍ່ຕາມ, ຄວາມສາມາດບົ່ມຊ້ອນດ້ານການພົວພັນຕ່າງປະເທດຫຼາຍຢ່າງຍັງບໍ່ທັນໄດ້ຮັບການຂຸດຄົ້ນຢ່າງເຕັມທີ່. ກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມ ຄັ້ງທີ X (ປີ 2006) ຕັ້ງແຜນນະໂຍບາຍ “ນຳການພົວພັນສາກົນທີ່ໄດ້ຈັດຕັ້ງຂຶ້ນເຂົ້າສູ່ລວງເລິກ ໝັ້ນຄົງ ແລະ ຍືນຍົງ”(7). ແຜນນະໂຍບາຍນີ້ສືບຕໍ່ໄດ້ຮັບການຢືນຢັນຜ່ານກອງປະຊຸມໃຫຍ່ຂອງພັກຄັ້ງທີ XI (ປີ 2011), ກອງປະຊຸມໃຫຍ່ຄັ້ງທີ XII (ປີ 2016) ແລະ ກອງປະຊຸມໃຫຍ່ຄັ້ງທີ XIII (ປີ 2021). ພິເສດ, ລາຍງານການເມືອງຂອງຄະນະບໍລິຫານງານສູນກາງຊຸດທີ XII ໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດທິດທາງການພົວພັນຕ່າງປະເທດວ່າ “ຊຸກຍູ້ແລະກະຊັບການພົວພັນສອງຝ່າຍກັບບັນດາຄູ່ຮ່ວມມື, ພິເສດແມ່ນ ຄູ່ຮວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ບັນດາຄູ່ຮ່ວມມືທີ່ສຳຄັນອື່ນໆ, ສ້າງການປະສົມປະສານຜົນປະໂຫຍດແລະເພີ່ມຄວາມໜ້າເຊື່ອຖື”(8). ແຜນນະໂຍບາຍນີ້ລວມຢູ່ໃນນະໂຍບາຍການຕ່າງປະເທດໂດຍລວມຂອງຫວຽດນາມ ແມ່ນເອກະລາດ, ເປັນເຈົ້າຕົນເອງ, ເປີດກວ້າງ, ຫັນເປັນຫຼາຍຝ່າຍ ຫຼາຍຮູບຫຼາຍແບບ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ກວ້າງຂວາງ. ຈຸດປະສົງພື້ນຖານຂອງການລົງເລິກການພົວພັນຕ່າງປະເທດແມ່ນ ຊຸກຍູ້ການພົວພັນຕ່າງປະເທດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ມີປະສິດທິຜົນ ແລະ ແທດຈິງ ໃຫ້ແກ່ທຸກຝ່າຍທີ່ກ່ຽວຂ້ອງ. ຜ່ານນັ້ນ, ເພີ່ມທະວີຄວາມໝັ້ນຄົງແລະຍືນຍົງຂອງບັນດາການພົວພັນຕ່າງປະເທດ, ປັບປຸງຄວາມໄວ້ວາງໃຈເຊິ່ງກັນແລະກັນ ແລະຜົນປະໂຫຍດຍຸດທະສາດພື້ນຖານຮ່ວມກັນ, ຫຼີກລ້ຽງການນຳການພົວພັນຕ່າງປະເທດເຂົ້າສູ່ພາວະຫຼ້າຊ້າ.
ໃນຂະບວນການກະຊັບການພົວພັນຮ່ວມມືກັບບັນດາປະເທດໃນໂລກ, ພິເສດແມ່ນບັນດາປະເທດໃຫຍ່ ແລະ ບັນດາຄູ່ຮ່ວມມືທີ່ສຳຄັນ, ມາຮອດປະຈຸບັນ, ພັກ ແລະ ລັດ ຫວຽດນາມ ໄດ້ຄ່ອຍໆສ້າງ ແລະ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 18 ປະເທດສຳຄັນໃນພາກພື້ນ ແລະທົ່ວໂລກ(9).
ຈາກພຶດຕິກຳຕົວຈິງຂອງການພົວພັນຍຸດທະສາດໃນການພົວພັນສາກົນໂດຍທົ່ວໄປ ແລະ ໂດຍສະເພາະໃນຫວຽດນາມ, ພວກເຮົາສາມາດຖອດຖອນຄຳພິນິດພິຈາລະນາບາງຢ່າງກ່ຽວກັບວິທີການທູດຂອງຫວຽດນາມ ໃນໄລຍະຜ່ານມາ ໃນການຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືຍຸດທະສາດ ແລະ ຜົນງານທີ່ບັນລຸໄດ້. ໂດຍສະເພາະ:
ທີໜຶ່ງ, ຄຽງຄູ່ກັບເປົ້າໝາຍຕົ້ນຕໍໃນການຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານຂອງບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫວຽດນາມຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການສະໜັບສະໜູນໄລຍະຍາວ ແລະ ຄວາມໄວ້ວາງໃຈຍຸດທະສາດ ໃນຂະບວນການສ້າງ ແລະ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ. ຈີນແມ່ນປະເທດເພື່ອນບ້ານທີ່ໃກ້ຊິດ, ມີຄວາມຄ້າຍຄືກັນກັບຫວຽດນາມຫຼາຍປະການ ໃນປະຫວັດສາດແລະວັດທະນະທຳແລະ ທັງສອງພະຍາຍາມກ້າວໄປສູ່ສັງຄົມນິຍົມພາຍໃຕ້ການນຳພາຂອງພັກກອມມູນິດ. ການນຳຂັ້ນສູງຂອງສອງປະເທດໄດ້ຮັກສາການແລກປ່ຽນເປັນປະຈຳ ແລະກຳນົດທິດທາງການພົວພັນລະຫວ່າງຫວຽດນາມແລະຈີນ; ພ້ອມກັນນັ້ນ, ກໍມີບົດບາດຍຸດທະສາດສຳຄັນໃນການພັດທະນາການພົວພັນລະຫວ່າງສອງພັກ ແລະ ສອງປະເທດ. ສະຫະພາບໂຊວຽດ (ໃນເມື່ອກ່ອນ) ແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກທີ່ໄດ້ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມຢ່າງເປັນທາງການ ໃນວັນທີ 30 ມັງກອນ 1950, ໄດ້ວາງຮາກຖານໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງຫວຽດນາມແລະລັດເຊຍໃນເວລາຕໍ່ມາ. ຜ່ານການພົວພັນລະຫວ່າງຫວຽດນາມກັບສະຫະພາບໂຊວຽດກ່ອນໜ້ານີ້ ແລະ ລັດເຊຍໃນປະຈຸບັນ ໄດ້ຮັບຄວາມໄວ້ວາງໃຈມາໂດຍຕະຫຼອດ ແລະ ໄດ້ຜ່ານຜ່າຄວາມທ້າທາຍຫຼາຍຢ່າງ ຂອງເວລາແລະການປ່ຽນແປງຄັ້ງໃຫຍ່ຂອງຍຸກສະໄໝ. ອິນເດຍແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈທີ່ສຸດຂອງຫວຽດນາມ ໂດຍສະແດງການສະໜັບສະໜູນເສັ້ນທາງການພັດທະນາ ແລະນະໂຍບາຍຂອງຫວຽດນາມຢ່າງສະໝ່ຳສະເໝີ ໃນຫຼາຍເວທີປາໄສຫຼາຍຝ່າຍໃນພາກພື້ນ ແລະ ສາກົນ. ການປ່ຽນແປງສຳຄັນໃນການພົວພັນຫວຽດນາມ-ສະຫະລັດອາເມລິກາ ຈາກການພົວພັນຄູ່ຮ່ວມມືຮອບດ້ານ (2013) ສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (2023) ໄດ້ຮັບການສົ່ງເສີມຢ່າງແທ້ຈິງ ຜ່ານການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເຖິງສະຫະລັດອາເມລິກາ ເນື່ອງໃນໂອກາດທີ່ທັງສອງປະເທດສະເຫຼີມສະຫຼອງ ຄົບຮອບ 20 ປີແຫ່ງການພົວພັນກັບສູ່ປົກກະຕິໃນປີ 2015.
ທີສອງ, ເວລາໃນການສ້າງຂອບຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຫວຽດນາມ ຕິດພັນກັບການຢ້ຽນຢາມຮ່ວມກັນຂອງຜູ້ນຳຂັ້ນສູງຂອງຫວຽດນາມ ແລະຜູ້ນຳຂັ້ນສູງຂອງປະເທດອື່ນໆ ໂດຍມີຈຸປະສົງຕົ້ນຕໍແມ່ນເພື່ອກຳນົດທິດທາງຍຸດທະສາດຂອງການພົວພັນສອງຝ່າຍ ໃນສະພາບການໃໝ່ຂອງທົດສະວັດທໍາອິດຂອງສັດຕະວັດທີ XXI. ໃນຫຼາຍກໍລະນີ, ນັ້ນແມ່ນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທຳອິດຂອງຜູ້ນຳພັກແລະປະມຸກແຫ່ງລັດ. ຕົວຢ່າງເຊັ່ນ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມແລະຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນລະຫວ່າງການຢ້ຽມຢາມຈີນຢ່າງເປັນມິດຕະພາບຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ນົງດຶກແມັ້ງ (ເດືອນພຶດສະພາ 2008). ໃນລະຫວ່າງການຢ້ຽມຢາມ, ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີສ້າງ “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ” ໃນສະຕະວັດທີ XXI ບົນພື້ນຖານຂອງຄໍາຂວັນຕົວອັກສອນສີທອງ 16 ຕົວ “ເພື່ອນບ້ານທີ່ເປັນມິດ, ການຮ່ວມມືຮອບດ້ານ, ຄວາມໝັ້ນຄົງໃນໄລຍະຍາວ, ມຸ່ງສູ່ອະນາຄົດ” ແລະ ຈິດໃຈທີ່ດີ 4 ປະເທດ “ເພື່ອນບ້ານທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ”. ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ລັດເຊຍ ໄດ້ຮັບການສ້າງຕັ້ງຂຶ້ນໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທຳອິດຂອງທ່ານປະທານາທິບໍດີ ວະລາດີເມຍ ປູຕີນ ໃນຖານະປະທານາທິບໍດີ ລັດເຊຍ ໃນປີ 2001 ແລະສອງຝ່າຍຮ່ວມກັນອອກຖະແຫຼງການຮ່ວມ ວ່າດ້ວຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມແລະລັດເຊຍ. ຕໍ່ຈາກນັ້ນ, ດ້ວຍຄວາມປາດຖະໜາຢາກເຮັດໃຫ້ການພົວພັນລະຫວ່າງຫວຽດນາມ - ລັດເຊຍ ມີຄວາມເລິກເຊິ່ງແລະມີປະສິດທິຜົນຫຼາຍຂຶ້ນ, ທັງສອງປະເທດຈຶງຕັດສິນໃຈຍົກລະດັບການພົວພັນໃຫ້ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເຊິ່ງເປັນຂອບການພົວພັນທີ່ສູງທີ່ສຸດຂອງຫວຽດນາມໃນປີ 2012, ເປັນຂີດໝາຍການພັດທະນາໃໝ່ ໃນການພົວພັນລະຫວ່າງສອງປະເທດ. ເດືອນກັນຍາ 2023, ໃນໂອກາດການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານປະທານາທິບໍດີ ສະຫະລັດອາເມລິກາ ໂຈ ໄບເດນ, ຜູ້ນຳຂອງສອງປະເທດໄດ້ອອກຖະແຫຼງການຮ່ວມ ວ່າດ້ວຍການຍົກລະດັບການພົວພັນຫວຽດນາມ - ສະຫະລັດອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ການຮ່ວມມື ແລະ ການພັດທະນາແບບຍືນຍົງ. ເດືອນພະຈິກ2023, ການນຳຫວຽດນາມ ແລະ ຍີ່ປຸ່ນ ໄດ້ອອກຖະແຫຼງການຮ່ວມ ວ່າດ້ວຍການຍົກລະດັບການພົວພັນຫວຽດນາມ - ຍີ່ປຸ່ນ ຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນອາຊີ ແລະທົ່ວໂລກ...
ທີສາມ, ເນື້ອໃນຂອງຖະແຫຼງການສ້າງຂອບການພົວພັນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ ລ້ວນແຕ່ມຸ່ງເປົ້າໄປທີ່ເປົ້າໝາຍທີ່ສຳຄັນ, ໄລຍະຍາວນານ, ຍຸດທະສາດ ແລະ ມີຄວາມໝາຍສຳລັບແຕ່ລະຝ່າຍ. ຕົວຢ່າງເຊັ່ນ ຖະແຫຼງການຮ່ວມວ່າດ້ວຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ (ເດືອນທັນວາ 2022) ເນັ້ນໜັກວ່າ ສອງຝ່າຍໄດ້ເຫັນດີເປັນເອກະສັນເພີ່ມທະວີການຢ້ຽມຢາມ ແລະ ການແລກປ່ຽນລະຫວ່າງການນຳຂັ້ນສູງຂອງສອງປະເທດ ຜ່ານບັນດາຮູບແບບທີ່ຍືດຫຍຸ່ນແລະຫຼາກຫຼາຍ ເຊັ່ນ ການຢ້ຽມຢາມສອງປະເທດ, ການພົບປະຢູ່ບັນດາກອງປະຊຸມຫຼາຍຝ່າຍ, ການໂອ້ລົມອອນໄລນ໌, ການແລກປ່ຽນຈົດໝາຍແລະໂທລະເລກ; ຢືນຢັນການເພີ່ມທະວີຄວາມເຂັ້ມແຂງແລະເລິກເຊິ່ງ ຂອງບັນດາກົນໄກການພົບປະ ການແລກປ່ຽນ ແລະ ການໂອ້ລົມສົນທະນາ ລະຫວ່າງບັນດາອົງການລັດຖະບານ ແລະອຳນາດການປົກຄອງທ້ອງຖິ່ນ, ລະຫວ່າງບັນດາລັດຖະສະພາ, ບັນດາພັກການເມືອງ, ອົງການຈັດຕັ້ງ ແລະ ຊົນຊັ້ນທາງສັງຄົມ ຂອງສອງປະເທດ ມີຄວາມໝາຍສຳຄັນໃນການຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ສ.ເກົາຫຼີ; ຕັດສິນໃຈຂະຫຍາຍແລະພັດທະນາກົນໄກການເຈລະຈາ ແລະການຮ່ວມມືລະຫວ່າງສອງຝ່າຍ(10). ຖະແຫຼງການຮ່ວມກ່ຽວກັບຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມແລະສິງກະໂປ (ເດືອນເມສາ 2018) ຢືນຢັນຄວາມມຸ່ງໝັ້ນໃນການຮັກສາການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ ໃນທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ລັດຖະສະພາ ແລະການພົບປະແລກປ່ຽນລະຫວ່າງປະຊາຊົນ; ຕົກລົງເພີ່ມທະວີການປຶກສາຫາລື ແລະການເຈລະຈາ ເພື່ອແລກປ່ຽນທັດສະນະ, ຫຼັກໝັ້ນ ແລະ ຄວາມລິເລີ່ມກ່ຽວກັບບັນຫາຍຸດທະສາດ(11).
ທີສີ່, ວິທີທີ່ຫວຽດນາມຊຸກຍຸ້ການພົວພັນກັບບັນດາຄູ່ຮ່ວມມື, ພາຍໃນແຕ່ລະຄູ່ຮ່ວມມືມີບັນຫາທີ່ແຕກຕ່າງກັນຫຼາຍ ຂຶ້ນຢູ່ກັບຈຸດແຂງແລະລຳດັບຄວາມສຳຄັນສະເພາະ ຂອງແຕ່ລະຄູ່ຮ່ວມມື. ໝາກຜົນແຫ່ງການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກໍ່ມີຄວາມແຕກຕ່າງກັນຫຼາຍຢ່າງ.
ສໍາລັບປະເທດຈີນ, ຫວຽດນາມຊຸກຍູ້ການພົວພັນມິດຕະພາບທີ່ເປັນເພື່ອນບ້ານໃກ້ຄຽງ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ເຖິງວ່າການພົວພັນ ຫວຽດນາມ - ຈີນ ຈະມີການຂຶ້ນໆລົງໆ, ແຕ່ການພົວພັນມິດຕະພາບ ແລະ ການຮ່ວມມືຍັງຄົງແມ່ນກະແສຫຼັກ ເຊິ່ງນຳຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງປະເທດ ໂດຍມີການພັດທະນາຢ່າງເລິກເຊິ່ງ ແລະ ກ້ວາງຂວາງໃນທຸກຂົງເຂດ, ຕັ້ງແຕ່ການເມືອງ ເສດຖະກິດ ຈົນເຖິງວັດທະນະທຳ ແລະ ການປ້ອງກັນຊາດ ການຮັກສາຄວາມໝັ້ນຄົງ. ຫວຽດນາມແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດໃນອາຊຽນມາຢ່າງຕໍ່ເນື່ອງ (ນັບແຕ່ປີ 2016) ແລະ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 6 ໃນໂລກ (ນັບແຕ່ປີ 2020) ຂອງຈີນ. ໃນດ້ານການລົງທຶນ, ນັບມາຮອດວັນທີ 20 ສິງຫາ 2022, ຈີນຢູ່ໃນອັນດັບທີ 6 ໃນຈຳນວນ 139 ປະເທດແລະດິນແດນທີ່ລົງທຶນໂດຍກົງໃນຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນ 22,42 ຕື້ໂດລາສະຫະລັດ(12).
ໃນການພົວພັນກັບລັດເຊຍ ເຊິ່ງເປັນຄູ່ຮ່ວມມືຍຸດທະສາດທຳອິດ ແລະຍັງເປັນຄູ່ຮ່ວມມືທີ່ມີການພົວພັນທາງການເມືອງ ແລະເສດຖະກິດແບບດັ້ງເດີມກັບຫວຽດນາມ, ຫວຽດນາມ ເອົາໃຈໃສ່ເຖິງການຮ່ວມມືໃນບັນດາຂົງເຂດທີ່ລັດເຊຍມີກຳລັງແຮງຄື: ການປ້ອງກັນປະເທດ - ຄວາມໝັ້ນຄົງ ແລະ ພະລັງງານ. ພາຍຫຼັງສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດເອີຣົບ ມີຜົນສັກສິດໃນປີ 2016, ຫວຽດນາມຊຸກຍູ້ການເຂົ້າເຖິງຕະຫຼາດລັດເຊຍຢ່າງຮອບດ້ານ ໂດຍຜ່ານສັນຍາການຄ້າເສລີ EAEU, ສ້າງເງື່ອນໄຂສຳລັບການພັດທະນາການຄ້າສອງສົ້ນ ລະຫວ່າງຫວຽດນາມແລະລັດເຊຍ ໃຫ້ເພີ່ມຂຶ້ນຢ່າງແຂງແຮງກ່ວາເກົ່າ ໂດຍເພີ່ມຂຶ້ນເປັນສອງເທົ່າໃນໄລຍະປີ 2016-2021, ສອດຄ່ອງກັບອັດຕາການເຕີບໂຕຕໍ່ປີປະມານ 15% ແລະມີມູນຄ່າຫຼາຍກວ່າ 5,5 ຕື້ໂດລາສະຫະລັດໃນປີ 2021. ປີ 2022, ຍ້ອນໄດ້ຮັບຜົນກະທົບຈາກຫຼາຍປັດໄຈ, ມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງສອງຝ່າຍຈະໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ. ຕາມຕົວເລກສະຖິຕິຂອງກົມສຸນລະກາກອນຫວຽດນາມ, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມແລະລັດເຊຍ ໃນປີ 2022 ບັນລຸ 3,55 ຕື້ໂດລາສະຫະລັດ, ຫຼຸດລົງ 35,4% ເມື່ອທຽບກັບປີ 2021. ໂດຍສະເພາະ ມູນຄ່າການສົ່ງອອກຂອງຫວຽດນາມໄປຍັງລັດເຊຍບັນລຸ 1,55 ຕື້ໂດລາສະຫະລັດ, ຫຼຸດລົງ 51,4%; ການນຳເຂົ້າມີມູນຄ່າ 1,99 ຕື້ໂດລາສະຫະລັດ, ຫຼຸດລົງ 13,2%. ໃນດ້ານການລົງທຶນ, ເຖິງເດືອນມີນາ 2023, ລັດເຊຍມີໂຄງການລົງທຶນທີ່ຖືກຕ້ອງ 171 ໂຄງການ ດ້ວຍທຶນຈົດທະບຽນລວມກວ່າ 970 ລ້ານໂດລາສະຫະລັດ, ຢູ່ໃນອັນດັບທີ່ 28/143 ປະເທດແລະດິນແດນທີ່ລົງທຶນໃນຫວຽດນາມ. ໃນທາງກົງກັນຂ້າມ, ຫວຽດນາມມີໂຄງການລົງທຶນທີ່ຖືກຕ້ອງໃນລັດເຊຍ 17 ໂຄງການ ດ້ວຍທຶນຈົດທະບຽນລວມ 1,63 ຕື້ໂດລາສະຫະລັດ. ລັດເຊຍຢູ່ໃນອັນດັບທີ 4 ກ່ຽວກັບແຫຼ່ງທຶນໃນຈຳນວນ 78 ປະເທດແລະດິນແດນທີ່ຫວຽດນາມໄປລົງທຶນໃນຕ່າງປະເທດ, ກວມເອົາ 7% ຂອງເງິນລົງທຶນທັງໝົດຂອງຫວຽດນາມໃນຕ່າງປະເທດ(13).
ສໍາລັບປະເທດອິນເດຍ, ການພົວພັນສອງຝ່າຍລະຫວ່າງພັກ, ລັດ, ສະພາແຫ່ງຊາດ ແລະການແລກປ່ຽນລະຫວ່າງປະຊາຊົນ ລະຫວ່າງຫວຽດນາມແລະອິນເດຍ ນັບມື້ນັບຂະຫຍາຍຕົວ. ການພົວພັນລະຫວ່າງສອງປະເທດໄດ້ຂະຫຍາຍອອກໄປໃນຫຼາຍຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ການແລກປ່ຽນດ້ານການຄ້ານັບມື້ນັບເພີ່ມຂຶ້ນ; ບັນດາຂົງເຂດການຮ່ວມມືຄື: ການປ້ອງກັນປະເທດ - ປ້ອງກັນຄວາມໝັ້ນຄົງ, ວິທະຍາສາດ - ເຕັກໂນໂລຢີ ແລະ ການສຶກສາ-ການຝຶກອົບຮົມ ນັບມື້ນັບໄດ້ຮັບການຊຸກຍູ້ ແລະພັດທະນາຢ່າງແຮງ ເຊິ່ງນຳຜົນປະໂຫຍດຕົວຈິງມາໃຫ້ທັງສອງຝ່າຍ.
ສໍາລັບປະເທດ ສ.ເກົາຫຼີ, ພາຍຫຼັງກວ່າ 30 ປີນັບຕັ້ງແຕ່ສະຖາປະນາການພົວພັນທາງການທູດ (1992-2022) ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ໄດ້ຮັບການຊຸກຍູ້ທັງໃນດ້ານປະລິມານແລະຄຸນນະພາບ ໃນສະພາບການຂອງໂລກມີການປ່ຽນແປງທີ່ຄາດເດົາບໍ່ໄດ້ຫຼາຍຢ່າງ. ການຮ່ວມມືທາງເສດຖະກິດເປັນຈຸດສະຫວ່າງ ແລະເປັນເສົາຫຼັກທີ່ສຳຄັນ ໃນການພົວພັນຮ່ວມມືລະຫວ່າງສອງປະເທດມາໂດຍຕະຫຼອດຈົນເຖິງປະຈຸບັນ. ສອງຝ່າຍໄດ້ຈັດຕັ້ງແລະມີສ່ວນຮ່ວມໃນບັນດາກົນໄກການຮ່ວມມືສອງຝ່າຍແລະຫຼາຍຝ່າຍ. ບໍລິສັດ ສ.ເກົາຫຼີ ຂະໜາດໃຫຍ່ຫຼາຍແຫ່ງເຊັ່ນ Samsung, LG,... ໄດ້ເລືອກຫວຽດນາມເປັນສະຖານທີ່ຍຸດທະສາດໃນການຜະລິດຜະລິດຕະພັນເອເລັກໂຕຣນິກຈຳນວນຫຼາຍໃນລະດັບໂລກ. ການຮ່ວມມືດ້ານການທ່ອງທ່ຽວແລະການແລກປ່ຽນລະຫວ່າງປະຊາຊົນ ກໍ່ໄດ້ຮັບການຜັນຂະຫຍາຍຢ່າງຟົດຟື້ນໂດຍທັງສອງປະເທດ ເຊິ່ງປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ສ້າງພື້ນຖານອັນໜັກແໜ້ນເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ເລິກເຊິ່ງກ່ວາອີກ.
ໃນການພົວພັນກັບປະເທດຍີ່ປຸ່ນ, ສອງປະເທດໃຫ້ບຸລິມະສິດການຮ່ວມມືໃນຂົງເຂດພັດທະນາເສດຖະກິດ, ການລົງທຶນ, ການຄ້າ, ການຊ່ວຍເຫຼືອດ້ານການພັດທະນາ, ແຮງງານ, ການທ່ອງທ່ຽວ, ການຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ, ການຖ່າຍທອດວິທະຍາສາດແລະເຕັກໂນໂລຢີທີ່ກ້າວໜ້າຈາກຍີ່ປຸ່ນ,... ເພື່ອຮັບໃຊ້ພາລະກິດການພັດທະນາປະເທດ. ການພົວພັນຮ່ວມມືຕົວຈິງລະຫວ່າງສອງປະເທດມີຄວາມກ້າວໜ້າຫຼາຍຢ່າງ, ການແລກປ່ຽນລະຫວ່າງປະຊາຊົນ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ ມີຄວາມໃກ້ຊິດສະໜິດສະໜົມ. ຫວຽດນາມເປັນປະເທດທຳອິດໃນໂລກທີ່ໄດ້ນຳພາສາຍີ່ປຸ່ນເຂົ້າສູ່ການສອນໃນລະດັບມັດຖະຍົມສຶກສາຕອນຕົ້ນຢ່າງເປັນທາງການ ຕັ້ງແຕ່ປີ 2003 ແລະໃນລະດັບປະຖົມສຶກສາຕັ້ງແຕ່ປີ 2019. ມາຮອດປະຈຸບັນ, ຈຳນວນນັກຮຽນຊາວຫວຽດນາມຢູ່ຍີ່ປຸ່ນມີຈຳນວນຫຼາຍກວ່າ 51.000 ຄົນ(14).
ໃນຂະນະດຽວກັນ, ສຳລັບໂອສະຕຣາລີ ເຊິ່ງເປັນປະເທດຕາເວັນຕົກທຳອິດທີ່ສະຖາປະນາການພົວພັນທາງການທູດກັບ ປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປະຈຸບັນແມ່ນ ປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ) ພາຍຫຼັງການລົງນາມສັນຍາປາຣີກ່ຽວກັບຫວຽດນາມໃນປີ 1973, ຜົນສຳເລັດທີ່ໂດດເດັ່ນທີ່ສຸດແມ່ນ ການພັດທະນາແບບກ້າວກະໂດດໃນຫຼາຍຂົງເຂດ ຂອງການພົວພັນລະຫວ່າງສອງປະເທດ. ການຮ່ວມມືທາງດ້ານເສດຖະກິດຫວຽດນາມ-ໂອສະຕຣາລີ ມີຄວາມກ້າວໜ້າຢ່າງແຂງແຮງໃນໄລຍະທີ່ຜ່ານມາ. ມູນຄ່າການຄ້າສອງສົ້ນມີການເຕີບໂຕໄດ້ດີ: ປີ 2022 ບັນລຸ 15,7 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 26,7% ເມື່ອທຽບກັບປີ 2021), ໃນນັ້ນມູນຄ່າການສົ່ງອອກ ບັນລຸ 5,6 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 26,2% ເມື່ອທຽບກັບປີ 2021) ແລະມູນຄ່າການນຳເຂົ້າ ບັນລຸ 10,1 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 27,3% ເມື່ອທຽບກັບປີ 2021). ການຂາດດຸນການຄ້າຂອງຫວຽດນາມຈາກໂອສະຕຣາລີ ແມ່ນ 4,6 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 28,7% ເມື່ອທຽບກັບປີ 2021). ສອງປະເທດກໍ່ໄດ້ຊຸກຍູ້ການຮ່ວມມືໃນດ້ານການກະເສດ ເຊັ່ນ ການປຸງແຕ່ງນົມ ແລະການລ້ຽງສັດຂະໜາດໃຫຍ່ ເຊິ່ງເປັນຂົງເຂດທີ່ໂອສະຕຣາລີມີທ່າແຮງ. ນີ້ກໍ່ແມ່ນລັກສະນະເດັ່ນໃນການພົວພັນຫວຽດນາມ-ໂອສະຕຣາລີ ນັບແຕ່ເມື່ອສອງຝ່າຍຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດ.
ສໍາລັບບັນດາປະເທດໃນພາກພື້ນ, ຫວຽດນາມໄດ້ສ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບຫ້າທະເທດຕົ້ນຕໍໃນອາຊຽນ ລວມມີ ອິນໂດເນເຊຍ, ສິງກະໂປ, ໄທ, ຟີລິບປິນ ແລະ ມາເລເຊຍ ເພື່ອສ້າງຂອບການຮ່ວມມື ແລະກົນໄກການຮ່ວມມືໃໝ່ ທີ່ມີລັກສະນະຍຸດທະສາດ ເພື່ອອາຊຽນທີ່ໝັ້ນຄົງ ໃນໄລຍະຍາວ ໃນອະນາຄົດ. ນັບຕັ້ງແຕ່ການຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດ, ການພົວພັນຂອງຫວຽດນາມກັບຄູ່ຮ່ວມມືທັງຫ້ານັ້ນ ມີການປ່ຽນແປງທາງບວກຫຼາຍຢ່າງໃນການຮ່ວມມືຫຼາຍດ້ານ. ຜົນຂອງການຮ່ວມມືຄ່ອຍໆເຂົ້າສູ່ລວງເລິກ ແລະ ມີຜົນປະໂຫຍດຕົວຈິງຫຼວງຫຼາຍ ແລະຮັບໃຊ້ຢ່າງໄດ້ການໄດ້ງານໃຫ້ແກ່ການສ້າງສາແລະພັດທະນາປະເທດ.
ທີຫ້າ, ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຫວຽດນາມລວມມີການຮ່ວມມືສອງຝ່າຍ ແລະ ການຮ່ວມມືຫຼາຍຝ່າຍ. ຫວຽດນາມ ແລະ ຍີ່ປຸ່ນປະສານງານແລະສະໜັບສະໜູນເຊິ່ງກັນແລະກັນຢ່າງໃກ້ຊິດ ໃນບັນດາອົງການ ແລະ ເວທີປາໄສພະຫຸພາຄີໃນພາກພື້ນ ແລະສາກົນ ເຊັ່ນ ເວທີປາໄສການຮ່ວມມືອາຊີ-ເອີຣົບ (ASEM), ເວທີປາໄສການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ (APEC), ເວທີປາໄສຄວາມໝັ້ນຄົງລະດັບພາກພື້ນອາຊຽນ (ARF), ສະຫະພາບລັດຖະສະພາບັນດາປະເທດໃນໂລກ (IPU), ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF), ສະພາລະຫວ່າງລັດຖະສະພາອາຊຽນ (AIPA), ອົງການການຄ້າໂລກ (WTO), ສະຫະປະຊາຊາດ... ຫວຽດນາສະໜັບສະໜູນການລົງສະໝັກຮັບເລືອກຕັ້ງຂອງຍີ່ປຸ່ນ ສຳລັບຕຳແໜ່ງສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ວາລະປີ 2016-2017 ແລະ ຍີ່ປຸ່ນ ກໍ່ສະໜັບສະໜູນຫວຽດນາມ ໃນການສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ວາລະປີ 2020-2021. ສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາຍີ່ປຸ່ນ ມີຄວາມເຫັນຄ້າຍກັນໃນການສ້າງແລະຮັກສາສະພາບແວດລ້ອມທີ່ສັນຕິພາບແລະໝັ້ນຄົງ ເພື່ອການພັດທະນາ; ໃຫ້ການສະໜັບສະໜູນເຊິ່ງກັນແລະກັນເປັນປະຈຳ ໃນທັດສະນະກ່ຽວກັບການຈັດການແກ້ໄຂບັນຫາຄວາມໝັ້ນຄົງທາງທະເລ ແລະ ການບິນຢູ່ພາກພື້ນ, ກໍ່ຄືບັນຫາທະເລຕາເວັນອອກ. ຫວຽດນາມແລະຍີ່ປຸ່ນ ໄດ້ປະສານງານ ຊຸກຍູ້ການລົງນາມ ໃຫ້ສັດຕະຍາບັນ ແລະ ກຳລັງຮ່ວມມືກັນເພື່ອປະຕິບັດສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງມີປະສິດທິຜົນ.
ຫວຽດນາມສະໜັບສະໜູນອິນເດຍໃຫ້ມີບົດບາດຫຼາຍຂຶ້ນໃນສະຖາບັນພະຫຸພາຄີລະດັບພາກພື້ນແລະສາກົນ, ຮັກສາແລະຮັບປະກັນລະບຽບໂລກທີ່ມີຫຼາຍຂົ້ວ ຕາມກົດໝາຍສາກົນ ແລະ ສະໜັບສະໜູນອິນເດຍໃຫ້ເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດເມື່ອມີການຂະຫຍາຍກົນໄກນີ້ ແລະ ເຂົ້າຮ່ວມເອເປກ. ອີນເດຍສະໜັບສະໜູນຂໍ້ສະເໜີຂອງຫວຽດນາມ ໃນການຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງ ອິນເດຍແລະອາຊຽນ ໂດຍນຳບັນດາໂຄງການເຊື່ອມຕໍ່ການຮ່ວມມື ອິນເດຍ-ອາຊຽນ ແລະ ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ໄປສູ່ເນື້ອໃນແທ້ຈິງຫຼາຍຂຶ້ນ. ອິນເດຍກໍ່ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ ໂດຍຖືອາຊຽນເປັນຈຸດສຸມຂອງນະໂຍບາຍ “ປະຕິບັດການຕາເວັນອອກ” ຂອງອິນເດຍ.
ໂດຍລວມແລ້ວ, ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຍຸດທະສາດຂອງຫວຽດນາມປະສົບຄວາມສຳເລັດຫຼວງຫຼາຍ ເຊິ່ງພິສູດປະສິດທິພາບຂອງຮູບແບບນີ້. ຢ່າງໃດກໍ່ຕາມ, ການພົວພັນດັ່ງກ່າວຍັງປະສົບກັບຄວາມຫຍຸ້ງຍາກ ແລະ ຂໍ້ຈຳກັດຫຼາຍຢ່າງ. ຄຽງຄູ່ກັບຄວາມຫຍຸ້ງຍາກທີ່ຕິດພັນກັບແຕ່ລະຄູ່ຮ່ວມມືສະເພາະ, ຂໍ້ຈຳກັດທົ່ວໄປແມ່ນໝາກຜົນຂອງການຮ່ວມມືບໍ່ແທດເໝາະກັບຄວາມສາມາດບົ່ມຊ້ອນຂອງສອງຝ່າຍ, ໃນຫຼາຍກໍລະນີ ພວກເຂົາບໍ່ໄດ້ສ້າງບາດກ້າວບຸກທະລຸໃນການພົວພັນສອງຝ່າຍ ຕາມທີ່ປະເມີນໂດຍເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ທີ່ວ່າ: “ຜົນປະໂຫຍດທີ່ກ່ຽວໂຍງກັນຂອງການພົວກັບຄູ່ຮ່ວມມືທີ່ສໍາຄັນ ບໍ່ໄດ້ຮັບການໃຊ້ປະໂຫຍດຢ່າງດີ ແລະສົ່ງເສີມຢ່າງມີປະສິດທິຜົນ”(15). ດັ່ງນັ້ນ, ການຄົ້ນຄວ້າຢ່າງຮອບດ້ານ ຫຼາຍມິຕິ ເລິກເຊິ່ງ ແລະ ເປັນລະບົບ ກ່ຽວກັບການພົວພັນຂອງຫວຽດນາມກັບແຕ່ລະຄູ່ຮ່ວມມືຍຸດທະສາດ, ກໍ່ຄືການຄົ້ນຄວ້າແລະການປະເມີນໂດຍລວມ ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ ຈຶງມີຄວາມໝາຍສຳຄັນທັງທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ./.
-------------------------
(1) ເບິ່ງ: “ສືບຕໍ່ການປ່ຽນແປງໃໝ່, ກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດແລະການທູດຫວຽດນາມທີ່ທັນສະໄໝ ເຂັ້ມແຂງຮອບດ້ານ ແລະ ເຕັມໄປດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ””, ວາລະສານກອມມູນິດ, ສະບັບທີ 1.028 (ເດືອນທັນວາ2023), ໜ້າ 11
(2) ເບິ່ງ: “Lowy Institute Asia Power Index 2023”, https://power.lowyinstitute.org/
(3) ນັ້ນແມ່ນບັນດາ ຍຸດທະສາດ/ວິໄສທັດ/ຂໍ້ຄິດລິເລີ່ມ/ແຜນການ ອິນເດຍ-ປາຊີຟິກ... ຂອງ ຍີ່ປຸ່ນ, ໂອສະຕຣາລີ, ສະຫະລັດອາເມລິກາ, ໂຮນລັງ, ຝຣັ່ງ, ເຢຍລະມັນ, ແຊັກ, ສະຫະພາບເອີຣົບ (EU), ອີຕາລີ, ການາດາ, ອັງກິດ, ອິນເດຍ, ສ.ເກົາຫຼີ, ລິດວາ, ບັງກລາເທດ, ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ASEAN), ສະມາຄົມຂອບມະຫາສະໝຸດອິນເດຍ (IORA)
(4) ຫຶວຮຶງ: “ແງ່ຫວັງຈາກສັນຍາການຄ້າເສລີອາຊຽນ-ຈີນສະບັບ 3.0”, ໜັງສືພິມປະຊາຊົນເອເລັກໂຕຣນິກ, ອອກວັນທີ 16 ກຸມພາ 2023, https://nhandan.vn/trien-vong-tu-hiep-dinh-thuong-mai-tu-do-asean-trung-quoc-phien-ban-30-post739000.html
(5) ປີ 2019, ສະຫະລັດອາເມລິກາກາຍເປັນຄູ່ຮ່ວມມືທາງການຄ້າທີ່ໃຫຍ່ອັນດັບສອງຂອງອາຊຽນ ແລະ ຜູ້ລົງທຶນໂດຍກົງຈາກຕ່າງປະເທດທີ່ໃຫຍ່ທີ່ສຸດຂອງອາຊຽນ
(6) ເລ ງ້ອກ ທວີ່ ເຢືອງ: “ການພົວພັນອາຊຽນ - ຍີ່ປຸ່ນ: ໄລຍະທາງ 50 ປີແຫ່ງການຮ່ວມມື”, ວາລະສານເອເລໂຕຣນິກກອມມູນິດ, ອອກວັນທີ 15 ຕຸລາ 2023, https://www.tapchicongsan.org.vn/web/guest/the-gioi-van-de-su-kien/-/2018/828916/quan-he-asean---nhat-ban--chang-duong-50-nam-hop-tac.aspx
(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ໜ້າ 112
(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 163
(9) ລວມມີຄູ່ຮ່ວມມືຍຸດທະສາດ 17 ປະເທດ: ລັດເຊຍ (ປີ 2001), ອິນເດຍ (ປີ 2007), ຈີນ (ປີ 2008), ຍີ່ປຸ່ນ, ສ.ເກົາຫຼີ ແລະ ແອັດສະປາຍ (ປີ 2009), ອັງກິດ (ປີ 2010), ເຢຍລະມັນ (ປີ 2011), ອີຕາລີ, ໄທ, ອິນໂດເນເຊຍ, ສິງກະໂປ ແລະ ຝຣັ່ງ (ປີ 2013), ມາເລເຊຍ ແລະ ຟີລິບປິນ (ປີ 2015), ໂອສະຕຣາລີ (ປີ 2018), ນູແວນເຊລັງ (ປີ 2020); ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 6 ປະເທດ: ຈີນ (ປີ 2008), ລັດເຊຍ (ປີ 2012), ອິນເດຍ (ປີ 2016), ສ.ເກົາຫຼີ (ປີ 2022), ສະຫະລັດອາເມລິກາ (ປີ 2023), ຍີ້ປຸ່ນ (ປີ 2023)
(9) ເບິ່ງ: “ຖະແຫຼງການຫວຽດນາມ - ສ.ເກົາຫຼີ ວ່າດ້ວຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ”, ໜັງສືພິມເອເລັກໂຕຣນິກຂອງພັກກອມມູນິດຫວຽດນາມ, ອອກວັນທີ 6 ທັນວາ 2022, https://dangcongsan.vn/thoi-su/tuyen-bo-chung-viet-nam-han-quoc-ve-quan-he-doi-tac-chien-luoc-toan-dien-626715.html
(10) ເບິ່ງ: “ຖະແຫຼງການຮ່ວມວ່າດ້ວຍການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ”, ໜັງສືພິມແຮງງານເອເລັກໂຕຣນິກ, ອອກວັນທີ 26 ເມສາ2018, https://laodong.vn/thoi-su/tuyen-bo-chung-ve-quan-he-doi-tac-chien-luoc-viet-nam-singapore-603560.ldo
(11) ເບິ່ງ: “ການຮ່ວມມືທາງເສດຖະກິດ, ການຄ້າລະຫວ່າງຫວຽດນາມແລະຈີນໃນລະດັບໃດ?”, ໜັງສືພິມເຍິນເຢິນເອເລັກໂຕຣນິກ, 2022, https://special.nhandan.vn/hoptackinhte_viettrung/index.html
(13) ເບິ່ງ: “ເວທີປາໄສວິສາຫະກິດ “ຫວຽດນາມ - ສະຫະພັນທະລັດລັດເຊຍ: ໂອກາດການຮ່ວມມືໃໝ່ ແລະ ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ”, ເວັບໄຊຂອງກະຊວງອຸດສາຫະກຳການຄ້າຫວຽດນາມ, ອອກວັນທີ 6 ເມສາ 203, https://moit.gov.vn/tin-tuc/hoat-dong/hoat-dong-cua-lanh-dao-bo/dien-dan-doanh-nghiep-viet-nam-lien-bang-nga-co-hoi-hop-tac-moi-va-cac-linh-vuc-tiem-nang.html
(14) ນິງເຊີນ - ຮຸ່ງຢຸຍ: “ຫວຽດນາມ - ຍີ່ປຸ່ນ: ເຄິ່ງສັດຕະວັດແຫ່ງມິດຕະພາບແລະການຮ່ວມມືທີ່ເຂັ້ມແຂງ”, ໜັງສືພິມເຍິນເຢິນເອເລັກໂຕຣນິກ, ອອກວັນທີ 26 ພະຈິກ2023, https://special.nhandan.vn/50-nam-viet-nam-nhat-ban/index.html
(15) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 88
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1031 (ເດືອນກຸທພາ 2024)