ຄາດຄະເນທ່າອ່ຽງສຳຄັນໃນໂລກທີ່ສົ່ງຜົນຕໍ່
ສະພາບແວດລ້ອມທາງຍຸດທະສາດຂອງຫວຽດນາມ
ໃນອີກ 15 ປີຂ້າງໜ້າ ແລະບາງບັນຫາທີ່ຍົກອອກມາ
ເພື່ອຜົນປະໂຫຍດແລະຄວາມໝັ້ນຄົງຂອງປະເທດຊາດ
ສະພາບແວດລ້ອມທາງຍຸດທະສາດຂອງຫວຽດນາມ
ໃນອີກ 15 ປີຂ້າງໜ້າ ແລະບາງບັນຫາທີ່ຍົກອອກມາ
ເພື່ອຜົນປະໂຫຍດແລະຄວາມໝັ້ນຄົງຂອງປະເທດຊາດ
ບັນດາທ່າອ່ຽງການເຄື່ອນໄຫວທີ່ສຳຄັນໃນໂລກ
ສັນຕິພາບ, ການຮ່ວມມື ແລະ ການພັດທະນາຍັງຄົງແມ່ນທ່າອ່ຽງທີ່ສຳຄັນ ແລະ ແມ່ນຄວາມມຸ່ງມາດປາຖະໜາລວມຂອງມະນຸດຊາດທັງໝົດ, ແຕ່ກຳລັງປະເຊີນກັບອຸປະສັກແລະຄວາມຫຍຸ້ງຍາກຫຼາຍຢ່າງ. ຂະບວນການໂລກາພິວັດກຳລັງປະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງ; ອັດຕາການຜະລິດແລະການບໍລິໂພກທົ່ວໂລກ (ທີ່ຂັບເຄື່ອນໂດຍບໍລິສັດຂ້າມຊາດ) ອາດຈະຊ້າລົງ ຍ້ອນການຢຸດຊະງັກແລະການປັບຕົວຂອງລະບົບຕ່ອງໂສ້ການສະຫນອງ, ທ່າອ່ຽງການເພີ່ມທະວີການເປັນເຈົ້າຕົນເອງທາງຍຸດທະສາດ ຂອງປະເທດຕ່າງໆ, ການແບ່ງແຍກລະຫວ່າງສະຫະລັດອາເມລິກາ ແລະ ຈີນ, ລະຫວ່າງສະຫະລັດອາເມລິກາ/ຕາເວັນຕົກ ແລະ ລັດເຊຍ. ຂະບວນການສ້າງຄວາມສຳພັນລະດັບໂລກໃຫ້ເປັນສະຖາບັນທີ່ເຈລະຈາໂດຍປະເທດຕ່າງໆ, ການຂະຈັດອຸປະສັກ ແລະ ການອຳນວຍຄວາມສະດວກໃນແຕ່ລະເປົ້າໝາຍຂອງກຸ່ມຜົນປະໂຫຍດ ແລະອື່ນໆ ກໍຈະຊັກຊ້າລົງ ຫຼືຢຸດຕິຢ່າງສິ້ນເຊີງໃນຫຼາຍຂົງເຂດ ຍ້ອນຄວາມຂັດແຍ່ງທາງຜົນປະໂຫຍດ ລະຫວ່າງບັນດາປະເທດໃຫຍ່. ການຫັນເປັນພາກພື້ນສືບຕໍ່ຂະຫຍາຍຕົວ; ບັນດາຮູບແບບແລະຮູບການເຊື່ອມໂຍງລະດັບຍ່ອຍພະຫຸພາຄີ ກຳລັງບາຍປາຍຫຼາຍຂຶ້ນ.
ທ່າອ່ຽງເປີດປະຊາທິປະໄຕໃນການພົວພັນສາກົນຍັງຄົງສືບຕໍ່ ດ້ວຍບົດບາດທີ່ນັບມື້ນັບເພີ່ມຂຶ້ນ ຂອງປະເທດຂະໜາດນ້ອຍແລະຂະໜາດກາງ, ບັນດາອົງການຫຼາຍຝ່າຍ, ສື່ມວນຊົນ ແລະ ຄວາມຄິດເຫັນຂອງປະຊາຊົນ; ຄຽງຄູ່ກັນນັ້ນແມ່ນທ່າອ່ຽງສົ່ງເສີມຫຼັກນິຕະທຳ, ກົດໝາຍສາກົນ, ລັດທິລັດຖະສະພາ ແລະ ບົດບາດຂອງລັດຖະສະພາໃນການເມືອງ ແລະ ການທູດທົ່ໂລກ. ຢ່າງໃດກໍຕາມ, ການໃຊ້ຈ່າຍດ້ານການປ້ອງກັນປະເທດທີ່ເພີ່ມຂຶ້ນ, ການແຂ່ງຂັນກັນປະກອບອາວຸດຍັງມີທ່າອ່ຽງເພີ່ມຂຶ້ນ. ລັດທິຊາດນິຍົມສຸດຂົ້ວ, ການເມືອງອຳນາດບາດໃຫຍ່ ແລະ ການກະທຳຝ່າຍດຽວ ຍົງຈະຄົງຢູ່ຕໍ່ໄປ.
ບັນດາອົງການທີ່ບໍ່ແມ່ນລັດ ມີບົດບາດນັບມື້ນັບໃຫຍ່ຫຼວງ ໃນການພົວພັນສາກົນ ກໍ່ຄືໃນຂະບວນການໂລກາພິວັດ, ໂດຍສະເພາະ ບົດບາດຂອງບັນດາວິສາຫະກິດເຕັກໂນໂລຊີຂ້າມຊາດ ທີ່ມີຄວາມສາມາດໂດດເດັ່ນໃນດ້ານທຶນ, ເຕັກໂນໂລຢີ, ໂຄງສ້າງພື້ນຖານສັງຄົມ, ບໍ່ພຽງແຕ່ມີບົດບາດຂັບເຄື່ອນຂະບວນການຫັນເປັນດິຈິຕອນເທົ່ານັ້ນ ແຕ່ຍັງກໍ່ໃຫ້ເກີດຄວາມທ້າທາຍທີ່ສຳຄັນ ໃນດ້ານອະທິປະໄຕຂອງຂໍ້ມູນ ແລະ ຄວາມປອດໄພຂອງຂໍ້ມູນສຳລັບຫຼາຍປະເທດ.ການແຂ່ງຂັນກ່ຽວກັບຄວາມເຂັ້ມແຂງທາງເສດຖະກິດ ລະຫວ່າງສອງປະເທດເສດຖະກິດຊັ້ນນໍາຂອງໂລກ ແມ່ນສະຫະລັດອາເມລິກາແລະຈີນ ໄດ້ກ້າວເຂົ້າສູ່ໄລຍະຍາວ ໂດຍການແຂ່ງຂັນດ້ານເຕັກໂນໂລຊີເປັນແນວໜ້າ (ໃນພາບ: ການແຂ່ງຂັນດ້ານເຕັກໂນໂລຍີເຊມິຄອນດັກເຕີຣ໌ ລະຫວ່າງສະຫະລັດອາເມລິກາແລະຈີນ ກຳລັງເພີ່ມຫຼາຍຂຶ້ນ) _ແຫຼ່ງ: Reuters
ເສດຖະກິດໂລກເຂົ້າສູ່ໄລຍະພັດທະນາໃໝ່ ໂດຍມີການປ່ຽນແປງຢ່າງແຂງແຮງທາງດ້ານລັກສະນະແລະລະດັບ ຂອງກຳລັງການຜະລິດ ພາຍໃຕ້ຜົນກະທົບແບບບຸກທະລຸຂອງຄວາມສໍາເລັດດ້ານເຕັກໂນໂລຊີ ຂອງການປະຕິວັດອຸດສາຫະກໍາຄັ້ງທີ 4 ແລະ ການແຜ່ລະບາດໃຫຍ່ຂອງໂຄວິດ-19. ການປ່ຽນແປງຂອງກຳລັງການຜະລິດຈະສົ່ງຜົນກະທົບຢ່າງແຂງແຮງ ເຖິງການພົວພັນການຜະລິດ, ຊຸກຍູ້ການປ່ຽນແປງຂອງການພົວພັນເສດຖະກິດໂລກ; ພ້ອມກັນນັ້ນ, ເຕັກໂນໂລຊີດິຈິຕອນຈະເຮັດໃຫ້ມີການປ່ຽນແປງຂັ້ນພື້ນຖານ ໃນໂຄງສ້າງເສດຖະກິດ, ແບບວິທີການຜະລິດ ແລະອື່ນໆ, ສ້າງບັນດາພາຫະນະ ແລະ ວິທີການໃໝ່ ໃນດ້ານຜົນປະໂຫຍດຂອງຊາດ, ລວມທັງການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ບົດບາດທີ່ຕັ້ງ, ອິດທິພົນສາກົນ ແລະອື່ນໆ.
ທີໜຶ່ງ, ການປ່ຽນແປງຢ່າງເລິກເຊິ່ງ ແຂງແຮງຂອງລະບົບການຜະລິດວັດຖຸ. ຫາກໃນອະດີດ, ໂຄງປະກອບເສດຖະກິດປະກອບດ້ວຍ 3 ຂົງເຂດຕົ້ນຕໍຄື: ອຸດສາຫະກຳ, ກະສິກຳ ແລະ ການບໍລິການ, ເຊິ່ງໃນປະຈຸບັນ ບັນດາເງື່ອນໄຂຂອງລະບົບການຜະລິດເສດຖະກິດໃໝ່ປາກົດຂຶ້ນ, ຄາດວ່າຈະສືບຕໍ່ຄົງຕົວຢູ່ ແລະ ພັດທະນາ ໃນໄລຍະຈະມາເຖິງ. ຂະແໜງທີ່ພົ້ນເດັ່ນໃນນັ້ນແມ່ນ ເສດຖະກິດດິຈິຕອນ. ປັດໄຈໃໝ່ນີ້ ບໍ່ພຽງແຕ່ໄດ້ນຳໃຊ້ໃນຂະແໜງການຜະລິດແບບດັ້ງເດີມທັງສາມເທົ່ານັ້ນ ຫາກຍັງກາຍເປັນຂະແໜງເສດຖະກິດ ທີ່ມີຕຳແໜ່ງນັບມື້ນັບໃຫຍ່ ໃນຍອດຜະລິດຕະພັນພາຍໃນ (ຈີດີພີ) ຂອງແຕ່ລະປະເທດ ແລະ ທົ່ວໂລກ.
ທີສອງ, ການປ່ຽນແປງເຄື່ອງມືການຜະລິດ. ໃນສະຕະວັດທີ 18 ແລະ 19, ການລະເບີດຂຶ້ນຂອງການປະຕິວັດອຸດສາຫະກໍາຄັ້ງທໍາອິດ ເຮັດໃຫ້ລະບົບກົນຈັກຄ່ອຍໆປ່ຽນແທນແຮງງານກາຍຂອງມະນຸດ. ຮອດສະຕະວັດທີ 20, ເຄື່ອງຈັກຄ່ອຍໆຮອງຮັບແລະເຂົ້າມາແທນທີ່ສະໝອງຂອງມະນຸດ. ເຂົ້າສູ່ສະຕະວັດທີ 21, ເຄື່ອງຈັກໄດ້ຂຶ້ນສູ່ລະດັບສູງໃໝ່ ດ້ວຍຫຸ່ນຍົນ ແລະ ເທັກໂນໂລຍີປັນຍາປະດິດ (AI) ເຂົ້າມາແທນທີ່ຄວາມສະຫຼາດຂອງມະນຸດໃນລະດັບໜຶ່ງ ແລະຄາດວ່າ ໃນອະນາຄົດຈະນຳໄປສູ່ການປ່ຽນແປງຢ່າງເລິກເຊິ່ງ ໃນໂຄງສ້າງຊົນຊັ້ນ ແລະ ໂຄງສ້າງອາຊີບໃນປະເທດຕ່າງໆ, ແລະການຫັນປ່ຽນຂອງລະບົບການຜະລິດ, ການຄຸ້ມຄອງ ແລະ ການບໍລິຫານທັງໝົດໃນທົ່ວໂລກ.
ທີສາມ, ການປ່ຽນແປງທີ່ແຂງແຮງຂອງວິທີການແລກປ່ຽນອີຄອມເມິຣ໌ຊ ຈາກທາງກົງ ໄປເປັນທາງອ້ອມນັ້ນຄອບຄອງຕໍາແໜ່ງທີ່ໃຫຍ່ຂຶ້ນເລື້ອຍໆ. ຕະຫຼອດປະຫວັດສາດອັນຍາວນານຂອງການພັດທະນາສັງຄົມມະນຸດ, ຫຼຽນໂລຫະແລະເງິນເຈ້ຍໄດ້ຄອບຄອງຕໍາແໜ່ງທີໜຶ່ງພຽງລຳພັງ; ຢ່າງໃດກໍ່ຕາມ, ໃນປັດຈຸບັນສະກຸນເງິນສະເໝືອນ ແລະ ສະກຸນເງິນດິຈິຕອນ (ສະກຸນເງິນທີ່ບໍ່ແມ່ນແບບດັ້ງເດີມ) ໄດ້ປະກົດຕົວ ແລະ ໄດ້ຮັບຄວາມນິຍົມເພີ່ມຂຶ້ນ, ແລະຄາດວ່າ ຈະເຂົ້າມາແທນທີ່ສະກຸນເງິນດັ້ງເດີມໃນອະນາຄົດ. ຄຽງຄູ່ກັນນັ້ນ, ວິທີການແລກປ່ຽນໃນແຕ່ລະປະເທດແລະແຕ່ລະພາກພື້ນ ໄດ້ແຜ່ກະຈາຍໄປທົ່ວໂລກ, ແຕ່ມີທ່າອ່ຽງທີ່ຈະຢຸດເຊົາ, ແບ່ງແຍກ ແລະ ແຍກອອກ. ເສດຖະກິດໂລກປະເຊີນກັບຄວາມສ່ຽງຈາກປັດໄຈໃໝ່ທີ່ເກີດຂຶ້ນໃນຂະນະທີ່ຄຸນລັກສະນະທີ່ກຳນົດແບບເກົ່າຍັງຄົງຢູ່; ສອງສະຖານະນີ້ແຂ່ງຂັນກັນ ແລະ ກ່ຽວພັນກັນ.
ທີສີ່, ທ່າອ່ຽງຂອງບັນດາປະເທດທີ່ເພີ່ມຄວາມເປັນເຈົ້າຕົນເອງທາງຍຸດທະສາດເສດຖະກິດ, ຊຸກຍູ້ການເຄື່ອນໄຫວແລະຄວາມຫຼາກຫຼາຍຂອງຕ່ອງໂສ້ການສະໜອງ ໃນທິດທາງຫຼຸດຜ່ອນການເພິ່ງພາຕະຫຼາດບາງແຫ່ງ, ເຊິ່ງເຮັດໃຫ້ມີການເພີ່ມທ່າອ່ຽງການແບ່ງແຍກແລະການແຕກແຍກ ໃນໂຄງສ້າງເສດຖະກິດໂລກ. ການຫັນເປັນດິຈິຕອນ, ການຫັນເປັນສີຂຽວ... ແລະການເຊື່ອມໂຍງເສດຖະກິດໃໝ່ ໄດ້ຮັບຄວາມສົນໃຈຫຼາຍຂຶ້ນ ແລະ ຄາດວ່າຈະເປັນທ່າອ່ຽງຕົ້ນຕໍ ທີ່ກຳນົດຄວາມສາມາດໃນການແຂ່ງຂັນ ແລະ ການພັດທະນາແບບຍືນຍົງ ຂອງບັນດາປະເທດໃນອີກ 15 ປີຂ້າງໜ້າ.
ຊີວິດການເມືອງ-ສັງຄົມສາກົນ, ໂດຍສະເພາະ ການແກ່ງແຍ້ງທາງຍຸດທະສາດລະຫວ່າງບັນດາມະຫາອຳນາດທີ່ກຳລັງເກີດຂຶ້ນຢ່າງເຄັ່ງຮ້ອນ ດຸເດືອດ ຮອບດ້ານ ໂດຍມີການປ່ຽນແປງຢ່າງຮຸນແຮງ ໃນການປຽບທຽບກຳລັງ ເຊິ່ງນຳໄປສູ່ຄວາມສ່ຽງທີ່ຈະເກີດການປະທະກັນເພີ່ມຂຶ້ນຢ່າງຫຼາຍ. ໃນ 15 ປີຂ້າງໜ້າ, ອາເມລິກາອາດຈະຍັງຄອງທ່າດີກ່ຽວກັບກຳລັງແຮງສັງລວມແຫ່ງຊາດ, ແຕ່ຊ່ອງຫວ່າງລະຫວ່າງອາເມລິກາ ແລະ ຈີນ ກໍ່ແຄບລົງຢ່າງວ່ອງໄວ. ຊ່ອງຫວ່າງທາງດ້ານກຳລັງແຮງສັງລວມແຫ່ງຊາດ ລະຫວ່າງສອງປະເທດຊັ້ນນຳ ຄືອາເມລິກາ, ຈີນ ແລະ ກຸ່ມມະຫາອຳນາດທີ່ເຫຼືອເຊັ່ນ ລັດເຊຍ, ຍີ່ປຸ່ນ, ສະຫະພາບເອີລົບ (ອີຢູ),... ຈະມີຂະໜາດໃຫຍ່ຂຶ້ນເລື້ອຍໆ. ການແກ່ງແຍ້ງທາງຍຸດທະສາດລະຫວ່າງປະເທດໃຫຍ່, ໂດຍສະເພາະ ລະຫວ່າງອາເມລິກາກັບຈີນ, ອາເມລິກາ /ຈາເວັນຕົກ ກັບລັດເຊຍ, ຈະຮຸນແຮງຫຼາຍຂຶ້ນ, ໂດຍສະເພາະ ຫຼັງຄວາມຂັດແຍ້ງລະຫວ່າງລັດເຊຍ-ອູເຄຣນ.
ຂະບວນການແບ່ງແຍກແລະການແກ່ງແຍ້ງຍຸດທະສາດ ຈະສືບຕໍ່ເກີດຂຶ້ນຢ່າງຮຸນແຮງ. ຫາກໃນເມື່ອກ່ອນ, ການແກ່ງແຍ້ງຕົ້ນຕໍແມ່ນດຳເນີນໄປໃນດ້ານອຸດົມການ, ຄວາມໝັ້ນຄົງ, ການທະຫານ ແລະອື່ນໆ, ປະຈຸບັນນີ້ ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ ພວມດຳເນີນໄປດ້ວຍລັກສະນະສັບສົນ, ລະອຽດອ່ອນ; ມີຄວາມຫຼາກຫຼາຍໃນຂົງເຂດ (ເສດຖະກິດ, ເຕັກໂນໂລຊີ, ການຂົນສົ່ງ... ) ແລະຂອບເຂດທາງພູມິສາດ, ຂະໜາດກຳລັງຂະຫຍາຍໄປຍັງພາກພື້ນຂົ້ວໂລກເໜືອ, ຂົ້ວໂລກໃຕ້, ມະຫາສະໝຸດ, ອະວະກາດ ແລະອື່ນໆ. ທ່າອ່ຽງນີ້ຈະດຳເນີນຕໍ່ໄປ ແລະ ຄອບງຳການພົວພັນສາກົນອີກຢ່າງໜ້ອຍສອງສາມທົດສະວັດຂ້າງໜ້າ; ບັນດາປະເທດຂະໜາດນ້ອຍແລະຂະໜາດກາງ ຈະຢູ່ພາຍໃຕ້ແຮງກົດດັນທີ່ຫຼາຍຂຶ້ນໃນການ “ເລືອກຂ້າງ”. ໃນສະພາບການດັ່ງກ່າວ, ບາງອົງການຈັດຕັ້ງສາກົນຄາດວ່າຈະມີບົດບາດຫຼຸດລົງ ຫຼືເຖິງຂັ້ນຖືກຍຸບເລີກ; ບາງອົງການຈັດຕັ້ງສາກົນຈະປັບໂຄງສ້າງໃໝ່ໃນດ້ານການຈັດຕັ້ງ, ການເຕົ້າໂຮມກຳລັງແລະກົດລະບຽບຂອງເກມ; ອົງການຈັດຕັ້ງສາກົນຈຳນວນໜຶ່ງທີ່ສອດຄ່ອງກັບກົດເກນການເຄື່ອນໄຫວ ຈະນັບມື້ນັບພັດທະນາ.
ບັນດາບັນຫາຄວາມໝັ້ນຄົງແບບດັ້ງເດີມ ແລະ ຄວາມໝັ້ນຄົງບໍ່ເປັນແບບດັ້ງເດີມ ຍັງສືບຕໍ່ຂະຫຍາຍຢ່າງສັບສົນ ເຊິ່ງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດຕ່າງໆ ໃນຫຼາຍດ້ານ. ການແກ້ໄຂ “ຈຸດຮ້ອນ” ຄວາມໝັ້ນຄົງແບບດັ້ງເດີມ ຈະບໍ່ມີຄວາມຄືບໜ້າຫຼາຍປານໃດ, ໃນຂະນະທີ່ຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ກຳລັງຮ້ອນແຮງຂຶ້ນ. ໃນ 15 ປີຕໍ່ໜ້າ, ຄວາມສ່ຽງຂອງການປະທະກັນດ້ວຍກຳລັງອາວຸດ, ຄວາມໝັ້ນຄົງດ້ານນິວເຄຼຍ ແລະ ການສະແດງອຳນາດທາງການເມືອງ ອາດຈະສືບຕໍ່ຜັນແປຢ່າງສັບສົນ ຊັບຊ້ອນກວ່າອີກ ແລະ ທ້າທາຍບົດບາດຂອງອົງການສະຫະປະຊາຊາດ ແລະ ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຂະໜາດນ້ອຍແລະຂະໜາດກາງ. ບັນດາບັນຫາລະດັບໂລກເຊັ່ນ ການປົກປ້ອງສັນຕິພາບ, ຄວາມປອດໄພຂອງມະນຸດ, ໄພທຳມະຊາດ, ໂລກລະບາດ, ຄວາມໝັ້ນຄົງທາງສັງຄົມ, ໂດຍສະເພາະ ຄວາມໝັ້ນຄົງທາງອິນເຕີແນັດ, ການປ່ຽນແປງສະພາບດິນຟ້າອາກາດ, ລະດັບນ້ຳທະເລທີ່ສູງຂຶ້ນ, ມົນລະພິດສິ່ງແວດລ້ອມ ແລະອື່ນໆ ອາດຈະຮ້າຍແຮງຂຶ້ນຕື່ມ, ທັງທາງດ້ານລັກສະນະ ຂະໜາດ ລະດັບຜົນກະທົບ ແລະ ບໍ່ຍົກເວັ້ນຄວາມເປັນໄປໄດ້ຂອງວິກິດການທີ່ຄ້າຍຄືກັນກັບການແຜ່ລະບາດຂອງໂຄວິດ-19. ການຮັບມືກັບຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ໄດ້ກາຍເປັນໜ້າທີ່ຕົ້ນຕໍ ແລະຖາວອນ ສຳລັບຫຼາຍປະເທດ. ບັນດາປະເທດທີ່ກຳລັງພັດທະນາ ແລະ ກຸ່ມທີ່ມີຄວາມສ່ຽງ ບໍ່ມີຂີດຄວາມສາມາດ ຊັບພະຍາກອນ ແລະ ຄວາມສາມາດທີ່ພຽງພໍ ໃນການຟື້ນຕົວ ຈະເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ຈາກຄວາມທ້າທາຍເຫຼົ່ານີ້. ດ້ານອື່ນ, ດ້ວຍລັກສະນະລະອຽດອ່ອນໜ້ອຍກ່ວາບັນຫາຄວາມໝັ້ນຄົງແບບດັ້ງເດີມ, ນີ້ເປັນຂົງເຂດທີ່ງ່າຍຕໍ່ການລະດົມຄວາມພະຍາຍາມຮ່ວມກັນ ແລະ ເປັນໂອກາດເພື່ອໃຫ້ບັນດາປະເທດຊຸກຍູ້ການຮ່ວມມືເຊິ່ງການແລະກັນ ນັບທັງການຮ່ວມມືລະຫວ່າງບັນດາປະເທດທີ່ຍັງມີຄວາມຂັດແຍ້ງແລະຂໍ້ພິພາດ ກ່ຽວກັບບັນຫາຄວາມໝັ້ນຄົງແບບດັ້ງເດີມ.
ພາກພື້ນອິນໂດປາຊີຟິກສືບຕໍ່ກາຍເປັນສູນກາງຂອງການບັນຈົບກັນຂອງຜົນປະໂຫຍດຍຸດທະສາດ, ສູນກາງການເຊື່ອມໂຍງເສດຖະກິດໃໝ່ ແລະ ເປັນຈຸດສຸມຂອງການແກ່ງແຍ້ງກັນ ລະຫວ່າງມະຫາອຳນາດ. ໃນນັ້ນ, ໂຄງປະກອບຂອງພາກພື້ນອິນໂດປາຊີຟິກ ຈະມີຮູບແບບທີ່ຈະແຈ້ງຍິ່ງຂຶ້ນ ເຊິ່ງສະທ້ອນເຖິງຄວາມຈິງຂອງພູມສາດ-ຍຸດທະສາດ, ພູມສາດ-ເສດຖະສາດໃໝ່ໃນພາກພື້ນ. ສະຖານະການ “ສອງມະຫາອຳນາດ, ພະຫຸອຳນາດ” ໃນພາກພື້ນທີ່ມີບົດບາດນຳຂອງຂອງຈີນແລະອາເມລິການ ຈະມີຄວາມຊັດເຈນຫຼາຍຂຶ້ນ. ສອງປະເທດຈະຊຸກຍູ້ການຜັນຂະຫຍາຍຍຸດທະສາດ ແລະ ຄວາມຄິດລິເລີ່ມທີ່ສຳຄັນ ເຊັ່ນ ຍຸດທະສາດອິນໂດປາຊີຟິກ (IPS), ຄວາມຄິດລິເລີ່ມ “ຄູ່ຮ່ວມມືກ່ຽວກັບໂຄງສ້າງພື້ນຖານແລະການລົງທຶນລະດັບໂລກ” (PGII) ຂອງອາເມລິກາ; ຄວາມຄິດລິເລີ່ມ “ແລວທາງແລະເສັ້ນທາງ” (BRI) ແລະ ຄວາມຄິດລິເລີ່ມກ່ຽວກັບຄວາມປອດໄພລະດັບໂລກ (GSI) ຂອງຈີນ; ການເພີ່ມທະວີການເຕົ້າໂຮມກຳລັງຜ່ານບັນດາກົນໄກ ເຊັ່ນ ກຸ່ມ QUAD (ອິນເດຍ, ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ), ພັນທະມິດຄວາມຮ່ວມມືດ້ານຄວາມໝັ້ນຄົງສາມຝ່າຍລະຫວ່າງ ອາເມລິກາ-ອັງກິດ-ອົດສະຕາລີ (AUKUS), ອົງການຄວາມຮ່ວມມືຊ່ຽງໄຮ່ (SCO), ກຸ່ມເພື່ອນເພື່ອການລິເລີ່ມການພັດທະນາລະດັບໂລກ (GDI)..., ພ້ອມກັນນັ້ນ ສືບຕໍ່ແກ່ດຶງປະເທດຕ່າງໆ, ໂດຍສະເພາະ ປະເທດໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN), ເພື່ອຈຳກັດແລະແກ່ງແຍ້ງເຊິ່ງກັນແລະກັນ ໃນການສ້າງອິດທິພົນໃນພາກພື້ນ.
ອາຊຽນ ສືບຕໍ່ຊຸກຍູ້ການກໍ່ສ້າງປະຊາຄົມ, ກ້າວຂຶ້ນກາຍເປັນລະບົບເສດຖະກິດໃຫຍ່ອັນດັບ 4 ຂອງໂລກ ຈາກອັນດັບ 6 ໃນປະຈຸບັນ, ແຕ່ຈະປະສົບກັບສິ່ງທ້າທາຍຫຼາຍຢ່າງຈາກການແກ່ງແຍ້ງຍຸດທະສາດ ລະຫວ່າງບັນດາປະເທດໃຫຍ່, ການສ້າງຕັ້ງບັນດາກຸ່ມກຳລັງໃໝ່ ແລະ ບັນດາບັນຫາພາຍໃນຂອງອາຊຽນ. ໃນສະພາບການດັ່ງກ່າວ, ອາຊຽນອາດຈະຕ້ອງປັບຕົວ ຫຼືຍືດຫຍຸ່ນ ໃນການນຳໃຊ້ຫຼັກການທີ່ມີຢູ່ແລ້ວ ເພື່ອຮັກສາຄຸນຄ່າຍຸດທະສາດ ແລະ ບົດບາດໃຈກາງຂອງຕົນ. ອະນຸພາກພື້ນລຸ່ມນ້ຳຂອງນັບມື້ນັບດຶງດູດຄວາມສົນໃຈຂອງບັນດາປະເທດ ແລະ ອາດຈະກາຍເປັນຈຸດສຸມໃໝ່ ຂອງການແກ່ງແຍ້ງລະຫວ່າງມະຫາອຳນາດ.
ໂອກາດ ແລະ ສິ່ງທ້າທາຍ ສຳລັບຫວຽດນາມ
ໃນ 15 ປີຂ້າງໜ້າ, ບັນດາທ່າອ່ຽງໃຫຍ່ທີ່ກ່າວມາຂ້າງເທິງ ຄາດວ່າຈະສົ່ງຜົນກະທົບຫຼາຍດ້ານຕໍ່ສະພາບແວດລ້ອມຍຸດທະສາດຂອງຫວຽດນາມ. ຄວາມບໍ່ແນ່ນອນ ແລະຄວາມຫຍຸ້ງຍາກໃນການຄາດຄະເນທ່າອ່ຽງການພັດທະນາທົ່ວໂລກ ເຮັດໃຫ້ເກີດຄວາມສ່ຽງທີ່ບໍ່ໜ້ອຍຕໍ່ຂະບວນການເຊື່ອມໂຍງສາກົນຂອງປະເທດຫວຽດນາມ. ສິ່ງທ້າທາຍຈະຮ້າຍແຮງຂຶ້ນ, ແຕ່ໂອກາດໃໝ່ໆ ກໍ່ຈະປະກົດຂຶ້ນ.
ກ່ຽວກັບໂອກາດ
ທີໜຶ່ງ, ຄວາມສະດວກພື້ນຖານແມ່ນສັນຕິພາບ ການຮ່ວມມື ແລະ ການພັດທະນາສືບຕໍ່ເປັນທ່າອ່ຽງທີ່ສຳຄັນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຫວຽດນາມມີບ່ອນອີງເພື່ອເຂົ້າຮ່ວມໃນຂະບວນການເຊື່ອມໂຍງສາກົນຢ່າງສະເໝີພາບ ກວ້າງຂວາງເລິກເຊິ່ງ, ພ້ອມທັງເປັນໂອກາດ ເພື່ອເສີມຂະຫຍາຍຄຸນຄ່າພູມສາດ-ຍຸດທະສາດ ຂອງປະເທດ. ບົນພື້ນຖານນັ້ນ, ລັດທິພະຫຸພາຄີ ແລະ ກົດໝາຍສາກົນ ສືບຕໍ່ໄດ້ຮັບການເຄົາລົບແລະສົ່ງເສີມ. ສະຫະປະຊາຊາດຍັງຄົງເປັນສະຖາບັນການຄຸ້ມຄອງທົ່ວໂລກແຫ່ງດຽວ ທີ່ມີຄວາມສາມາດໃນການເຕົ້າໂຮມການສະໜັບສະໜູນ ແລະ ຊັບພະຍາກອນຂອງທຸກປະເທດ. ເຖິງວ່າຈະມີຂໍ້ຈຳກັດກໍ່ຕາມ, ແຕ່ອາຊຽນຍັງມີບົດບາດສຳຄັນ ແລະ ໄດ້ຮັບຄວາມເຄົາລົບແລະການຍາດແຍ່ງ ຈາກບັນດາປະເທດໃຫຍ່. ລັດທິພະຫຸພາຄີ ແລະ ກົດໝາຍສາກົນ ສືບຕໍ່ເປັນບ່ອນອີງຂອງບັນດາປະເທດຂະໜາດນ້ອຍແລະຂະໜາດກາງ ລວມທັງຫວຽດນາມ, ເພື່ອສາມາດຊຸກຍູ້ ແລະ ຍົກສູງການພົວພັນຕ່າງປະເທດຫຼາຍຝ່າຍ. ຄຽງຄູ່ກັນນັ້ນ, ໂດຍຕັ້ງຢູ່ໃຈກາງສີ່ແຍກທາງຍຸດທະສາດ, ຄຸນຄ່າພູມສາດ-ຍຸດທະສາດຂອງຫວຽດນາມເພີ່ມຂຶ້ນ, ເປັນຄູ່ຮ່ວມສຳຄັນທີ່ຫຼາຍປະເທດຕ້ອງການຍາດແຍ່ງ ແລະ ເປີດໂອກາດ ໃຫ້ຫວຽດນາມເສີມຂະຫຍາຍທີ່ຕັ້ງຂອງຕົນໃນພາກພື້ນ ແລະທົ່ວໂລກ, ໂດຍສະເພາະໃນສະຖານະການໂລກສືບຕໍ່ຫັນປ່ຽນໄປສູ່ຮູບແບບຫຼາຍຂົ້ວ ຫຼາຍສູນກາງ, ແລະ ສູນກາງທາງພູມສາດ-ການເມືອງ-ເສດຖະກິດຂອງໂລກ ພວມຫັນໄປສູ່ພາກພື້ນອິນໂດປາຊີຟິກ. ການແກ່ງແຍ້ງຍຸດທະສາດທີ່ເພີ່ມຂຶ້ນ ພ້ອມກັບຄວາມສົນໃຈແລະການມີໜ້າຂອງຫຼາຍປະເທດທີ່ສຳຄັນໃນພາກພື້ນ ເຮັດໃຫ້ເກີດຄວາມສົມດຸນທາງຍຸດທະສາດທີ່ເປັນປະໂຫຍດຕໍ່ຫວຽດນາມ ໃນການຊຸກຍູ້ການພົວພັນກັບບັນດາປະເທດໃຫຍ່. ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມເສີມຂະຫຍາຍຄຸນຄ່າຍຸດທະສາດ, ປະຕິບັດການພົວພັນຕ່າງປະເທດຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ, ຍາດແຍ່ງເອົາແຫຼ່ງກຳລັງຈາກຍຸດທະສາດ ແລະ ຄວາມຄິດລິເລີ່ມຂອງບັນດາປະເທດໃຫຍ່ ເພື່ອຮັບໃຊ້ການພັດທະນາ, ພ້ອມທັງຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ຍົກສູງຖານະບົດບາດຂອງປະເທດ.
ທີສອງ, ຫວຽດນາມມີຄວາມສາມາດບົ່ມຊ້ອນນັບມື້ນັບຫຼາຍ (ທຶນ ເຕັກໂນໂລຊີ ຜູ້ຄົນ ການຮ່ວມມືສາກົນ...) ເພື່ອເຂົ້າຮ່ວມຢ່າງສະເໝີພາບພໍຄວນ ແລະຍາດແຍ່ງເອົາໂອກາດຈາກການປະຕິວັດອຸດສາຫະກຳຄັ້ງທີສີ່. ຫວຽດນາມກຳລັງຢືນຕໍ່ໜ້າໂອກາດໃນການເພິ່ງພາການປ່ຽນແປງໃໝ່ປະດິດສ້າງ, ການຫັນປ່ຽນຮູບແບບການເຕີບໂຕ, ການປັບປຸງຍົກສູງຄວາມສາມາດໃນການແຂ່ງຂັນແລະສະມັດຕະພາບແຮງງານ ເພື່ອການພັດທະນາທີ່ກ້າວໜ້າ. ການໃຊ້ປະໂຫຍດຈາກໂອກາດນີ້ ຂຶ້ນຢູ່ກັບຄວາມສາມາດໃນການປັບໂຄງສ້າງ, ດັດປັບຮູບແບບການເຕີບໂຕ, ເພີ່ມຊັບພະຍາກອນພາຍໃນ ແລະ ຍາດແຍ່ງການຮ່ວມມືສາກົນ ເພື່ອເສີມສ້າງຮາກຖານ ແລະ ສົ່ງເສີມການປະຍຸກໃຊ້້ວິທະຍາສາດແລະເຕັກໂນໂລຊີ ເພື່ອຮັບໃຊ້ການພັດທະນາ.
ທີສາມ, ໂດຍແມ່ນໜຶ່ງໃນບັນດາປະເທດທີ່ມີເຄືອຂ່າຍສັນຍາການຄ້າເສລີ (FTA) ກວ້າງຂວາງທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ກັບສູນກາງທາງເສດຖະກິດແລະການເມືອງທີ່ສຳຄັນສ່ວນໃຫຍ່ຂອງໂລກ, ຫວຽດນາມຢູ່ໃນຖານະທີ່ຈະໃຊ້ປະໂຫຍດຈາກໂອກາດໃນການຂະຫຍາຍຕະຫຼາດ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະຊັບພະຍາກອນຄຸນນະພາບສູງ ສົມທົບກັບການປ່ຽນແປງໃໝ່ສະຖາບັນໃນປະເທດ ເພື່ອປ່ຽນແປງໃໝ່ຮູບແບບ ແລະ ຄຸນນະພາບການເຕີບໂຕ, ປັບປຸງຍົກສູງຕຳແໜ່ງໃນລະບົບຕ່ອງໂສ້ຄຸນຄ່າ ແລະ ການສະໜອງລະດັບພາກພື້ນ ແລະລະດັບໂລກ. ຫວຽດນາມສາມາດຮ່ວມມືກັບບັນດາປະເທດຄູ່ຮ່ວມຄື: ອາເມລິກາ, ຈີນ, ລັດເຊຍ, ຍີ່ປຸ່ນ ແລະ ບັນດາປະເທດເອີຣົບ ເພື່ອຮ່ວມມືກັນໃນການແກ້ໄຂບັນຫາລະດັບໂລກ, ເປີດກວ້າງຕະຫຼາດສົ່ງອອກ, ທຶນ, ເຕັກໂນໂລຢີ, ປັບປຸງຍົກສູງຕຳແໜ່ງໃນຕ່ອງໂສ້ການສະໜອງ, ກໍຄືການຮ່ວມມືກັບຄູ່ຮ່ວມທີ່ມີທ່າແຮງສະເພາະໃນດ້ານເສດຖະກິດດິຈິຕອນ, ການພັດທະນາສີຂຽວ, ຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ກ່ຽວກັບສິງທ້າທາຍ
ທີ່ໜຶ່ງ, ການທຽບຄຽງກຳລັງລະຫວ່າງບັນດາປະເທດໃຫຍ່ໃນປະຈຸບັນກຳລັງປ່ຽນໄປ ແລະ ບໍ່ມີກົນໄກໃນການຄວບຄຸມອຳນາດ, ການແກ່ງແຍ້ງລະຫວ່າງປະເທດມະຫະອຳນາດພວມເພີ່ມຂຶ້ນ, ໂດຍສະເພາະ ການແກ່ງແຍ້ງທາງຍຸດທະສາດລະຫວ່າງອາເມລິກາ - ຈີນ ແລະ ອາເມລິກາ - ລັດເຊຍ, ເພີ່ມຄວາມບໍ່ແນ່ນອນ ແລະ ສ້າງຄວາມທ້າທາຍຕໍ່ສະພາບແວດລ້ອມທາງຍຸດທະສາດຂອງຫວຽດນາມ. ໃນແຕ່ລະເວລາ ແລະ ບັນຫາສະເພາະ, ບັນດາປະເທດໃຫຍ່ອາດຈະເພີ່ມທະວີການກະທຳທີ່ຂັດກັບຫຼັກການພື້ນຖານຂອງກົດໝາຍສາກົນໃນປະຈຸບັນ ເຊັ່ນ: ການເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ, ຄວາມສະເໝີພາບແລະຜົນປະໂຫຍດຮ່ວມກັນ, ສິດທິໃນການຕັດສິນໃຈດ້ວຍຕົນເອງຂອງຊາດ. ການແກ່ງແຍ້ງທີ່ຮຸນແຮງຂຶ້ນລະຫວ່າງປະເທດມະຫາອຳນາດສາມາດເພີ່ມຄວາມຕຶງຄຽດ ແລະ ຄວາມສ່ຽງທີ່ຈະເກີດຄວາມຂັດແຍ້ງໃນ “ຈຸດຮ້ອນ” ທົ່ວໂລກ. ພ້ອມກັນນັ້ນ, ເຮົາບໍ່ສາມາດລະເລີຍຄວາມສ່ຽງຂອງບັນດາປະເທດໃຫຍ່ທີ່ປະນີປະນອມເຊິ່ງກັນແລະກັນ ແລະ ສົ່ງຜົນເສຍຕໍ່ຜົນປະໂຫຍດແຫ່ງຊາດ ຂອງປະເທດຂະໜາດນ້ອຍແລະຂະໜາດກາງທີ່ກ່ຽວຂ້ອງ, ລວມທັງຫວຽດນາມ. ບາງປະເທດມີທ່າອ່ຽງທີ່ຈະປະຕິບັດຕາມກົດໝາຍສາກົນຢ່າງມີການຄັດເລືອກ, ຕີຄວາມກົດໝາຍສາກົນຕາມຜົນປະໂຫຍດຂອງປະເທດແລະປະຊາຊົນຕົນເອງ... ສະພາບການດັ່ງກ່າວມີຜົນກະທົບຢ່າງແຂງແຮງຕໍ່ສະພາບແວດລ້ອມສັນຕິພາບ ຄວາມໝັ້ນຄົງ ແລະ ການພັດທະນາຂອງຫວຽດນາມ. ບໍ່ເຄີຍມີມາກ່ອນທີ່ສະພາບແວດລ້ອມດ້ານຄວາມໝັ້ນຄົງຂອງຫວຽດນາມໄດ້ຮັບຜົນກະທົບ ແລະ ທ້າທາຍຈາກບັນຫາທີ່ສັບສົນ ຫຼາຍດ້ານ ແລະ ຫຼາຍທິດທາງ ຄືເປັນຢູ່ໃນປະຈຸບັນ, ຮຽກຮ້ອງໃຫ້ຫວຽດນາມຕ້ອງຄິດໄລ່ຢ່າງຮອບຄອບ ແລະ ຈັດການກັບຄວາມສຳພັນກັບປັດໄຈຕ່າງໆຢ່າງເມາະສົມ, ເຊັ່ນ ຈີນ, ອາເມລິກາ, ລັດເຊຍ, ອິນເດຍ, ຍີ່ປຸ່ນ, ອາຊຽນ ແລະອື່ນໆ.
ທີສອງ, ການເຕົ້າໂຮມກຳລັງໃນສະພາບການທີ່ການແກ່ງແຍ້ງລະຫວ່າງປະເທດມະຫາອຳນາດເພີ່ມຂຶ້ນນັ້ນ ສ້າງສິ່ງທ້າທາຍໃໝ່ ເມື່ອຫວຽດນາມຕ້ອງຊັ່ງຊາຄວາມເປັນໄປໄດ້ ແລະ ລະດັບການເຂົ້າຮ່ວມ, ຕະຫຼອດຈົນຕົກຢູ່ໃນສະຖານະທີ່ອຶດອັດໃຈໃນການພົວພັນສອງຝ່າຍ ກັບແຕ່ລະປະເທດໃຫຍ່. ການທີ່ບັນດາປະເທດໃຫຍ່ຊຸກຍູ້ການແກ່ງແຍ້ງກັນເຕົ້າໂຮມກຳລັງ, ສ້າງຕັ້ງກົນໄກແລະພັນທະມິດໃໝ່ໃນພາກພື້ນນັ້ນ ສາມາດທ້າທາຍບົດບາດໃຈກາງຂອງອາຊຽນ ແລະ ເພີ່ມການແບ່ງແຍກພາຍໃນກຸ່ມ. ພາຍຫຼັງ 30 ປີແຫ່ງການພັດທະນາ ນັບແຕ່ສົງຄາມເຢັນສິ້ນສຸດລົງ, ອາຊຽນພວມກ້າວເຂົ້າສູ່ໄລຍະໃໝ່ ດ້ວຍສິ່ງທ້າທາຍຫຼາຍຢ່າງ ຈາກທັງພາຍໃນແລະພາຍນອກ; ການຮັກສາຄວາມສາມັກຄີ ແລະຄວາມເຫັນດີເຫັນພ້ອມກັນ ເປັນເລື່ອງຍາກຂຶ້ນ. ຄຽງຄູ່ກັບແຮງກົດດັນຈາກການແກ່ງແຍ້ງທາງຍຸດທະສາດ ລະຫວ່າງມະຫາອຳນາດແລ້ວ, ການເກີດຂຶ້ນຂອງກົນໄກການຮ່ວມມືຫຼາຍຝ່າຍລະດັບພາກພື້ນ ແລະ ສາກົນ (QUAD, AUKUS...) ຄາດວ່າຈະແຂ່ງຂັນ ແລະ ທ້າທາຍບົດບາດໃຈກາງຂອງອາຊຽນ. ລັດທິພະຫຸພາຄີ ແລະ ກົດໝາຍສາກົນ ຍັງຖືກທ້າທາຍໂດຍລັດທິຝ່າຍດຽວ ແລະ ການໃຊ້ກຳລັງອຳນາດຂອງປະເທດໃຫຍ່.
ທີສາມ, ຫວຽດນາມຈະປະເຊີນກັບຄວາມສ່ຽງທີ່ຈະຕົກຢູ່ເບື້ອງຫຼັງ ຖ້າຫາກບໍ່ກຳແໜ້ນທ່າອ່ຽງໃໝ່ ແລະ ຜົນສຳເລັດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ໃນທັນທີ. ຄວາມສ່ຽງນີ້ເພີ່ມຂຶ້ນເມື່ອເສດຖະກິດປະສົບກັບຄວາມຫຍຸ້ງຍາກອັນເນື່ອງມາຈາກການແຜ່ລະບາດຂອງໂຄວິດ-19 ແລະ ວິກິດເສດຖະກິດໂລກ, ຄຽງຄູ່ກັບຂໍ້ຈຳກັດບາງຢ່າງທີ່ຍັງບໍ່ສາມາດແກ້ໄຂໄດ້. ຂະບວນການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະກວ້າງຂວາງຂອງຫວຽດນາມ ຍັງກໍ່ໃຫ້ເກີດສິ່ງທ້າທາຍຫຼາຍຢ່າງ ໃນການແກ້ໄຂການພົວພັນລະຫວ່າງເອກະລາດ, ຄວມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ເສດຖະກິດຂອງປະເທດຫວຽດນາມມີຄວາມເປີດກວ້າງສູງ, ເຮັດໃຫ້ຄວາມສ່ຽງຂອງຄວາມອ່ອນແອຕໍ່ການພັດທະນາທາງລົບຈາກພາຍນອກເພີ່ມຂຶ້ນ.
ທີສີ່, ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ, ເຊັ່ນ: ພະຍາດອຸບັດໃໝ່, ການປ່ຽນແປງສະພາບດິນຟ້າອາກາດ, ຄວາມໝັ້ນຄົງທາງດ້ານອິນເຕີແນັດ, ຄວາມໝັ້ນຄົງດ້ານແຫຼ່ງນ້ຳ, ລະດັບນ້ຳທະເລທີ່ສູງຂຶ້ນ ແລະອື່ນໆ ຈະສົ່ງຜົນກະທົບເພີ່ມຂຶ້ນ ຕໍ່ສະພາບແວດລ້ອມຍຸດທະສາດຂອງຫວຽດນາມ ເຊິ່ງກໍ່ໃຫ້ເກີດຄວາມທ້າທາຍທີ່ສຳຄັນຕໍ່ປະເທດ ໃນການຈັດການແລະຮັບມືກັບຄວາມທ້າທາຍ ໃນຂະນະທີ່ຄວາມຮັບຮູ້, ຄວາມອາດສາມາດຂອງສະຖາບັນ, ນະໂຍບາຍ ແລະ ຊັບພະຍາກອນທີ່ໃຊ້ເພື່ອຮັບມືກັບສິ່ງທ້າທາຍເຫຼົ່ານີ້ ຍັງຈໍາກັດ.
ບາງບັນຫາທີ່ວາງອອກມາເພື່ອຜົນປະໂຫຍດ ແລະ ຄວາມໝັ້ນຄົງຂອງຊາດຫວຽດນາມ
ຈາກການວິເຄາະແລະຄາດຄະເນທ່າອ່ຽງສຳຄັນໃນໂລກ ທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມຍຸດທະສາດຂອງຫວຽດນາມ, ສາມາດເຫັນໄດ້ວ່າ ເພື່ອແກ້ໄຂສິ່ງທ້າທາຍ ແລະ ເປັນເຈົ້າການຮັບມືກັບຂໍ້ເສຍ; ພ້ອມກັນນັ້ນ ຕ້ອນຮັບຄື້ນແຫ່ງໂອກາດເມື່ອມີເງື່ອນໄຂເກີດຂຶ້ນ ກໍ່ໃຫ້ເກີດບັນຫາຕ່າງໆກ່ຽວກັບຄວາມຮັບຮູ້ ຈິນຕະນາການ ແລະ ການກະທຳຂອງຫວຽດນາມ.
ກ່ຽວກັບຄວາມຮັບຮູ້, ຈິນຕະນາການ: ຕາມທີ່ນັກວິເຄາະລະບຸວ່າ ຫວຽດນາມຈຳເປັນຕ້ອງລະບຸບັນຫາຜົນປະໂຫຍດຂອງຊາດ-ປະເທດຊາດຢ່າງຄົບຖ້ວນແລະຖືກຕ້ອງ. ດ້ວຍການພັດທະນາຂອງປະເທດ ແລະ ການເຄື່ອນໄຫວພາວະວິໄສຂອງສະພາບແວດລ້ອມສາກົນ, ຜົນປະໂຫຍດແຫ່ງຊາດຂອງຫວຽດນາມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງດ້ານເນື້ອໃນ ແລະ ຂອບເຂດ. ຄຽງຄູ່ກັນນັ້ນ, ຫວຽດນາມຕ້ອງມີ “ແນວຄວາມຄິດເຊື່ອມໂຍງ” ທີ່ເໝາະສົມກັບສະຖານະການໃໝ່. ປ່ຽນແນວຄວາມຄິດເຊື່ອມໂຍງຈາກການເຂົ້າຮ່ວມແລະມີສ່ວນຮ່ວມ ໄປສູ່ແນວຄວາມຄິດເຊື່ອມສຳພັນ ດ້ວຍທັດສະນະຄະຕິຕັ້ງໜ້າ ໄຫວພິບ ແລະ ຂະຫຍາຍພື້ນທີ່ເຄື່ອນໄຫວການຕ່າງປະເທດ ເພື່ອໃຊ້ປະໂຫຍດຈາກໂອກາດທັງໝົດສຳລັບຄວາມໝັ້ນຄົງແລະການພັດທະນາຂອງປະເທດ.
ຮັບປະກັນຄວາມກົມກຽວຂອງສາຍພົວພັນລະຫວ່າງເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງເຂົ້າກັບສາກົນໃນທຸກຂົງເຂດ ເພື່ອຍົກສູງທ່າແລະກຳລັງແຮງຂອງປະເທດໃນ 15 ປີຂ້າງໜ້າ. ການເຊື່ອມໂຍງສາກົນແມ່ນວິທີການເພື່ອສົມທົບພະລັງພາຍໃນປະເທດ ກັບພະລັງຈາກຕ່າງປະເທດ, ແມ່ນປະຖົມປັດໄຈທີ່ຈະເຮັດໃຫ້ຫວຽດນາມຢູ່ໃນຕຳແໜ່ງທີ່ເໝາະສົມທີ່ສຸດທ່າມກາງທ່າອ່ຽງ ແລະ ການເຕົ້າໂຮມກຳລັງ, ຜ່ານນັ້ນ ການລະດົມແຫຼ່ງກຳລັງຈາກພາຍນອກຢ່າງມີປະສິດທິຜົນ, ສີມຂະຫຍາຍກຳລັງແຮງພາຍໃນໃຫ້ສູງສຸດ ແລະ ຂະຫຍາຍພື້ນທີ່ການພັດທະນາຂອງປະເທດ. ເອກະລາດ ແລະຄວາມມມເປັນເຈົ້າຕົນເອງ ແມ່ນສອງດ້ານທີ່ເປັນເອກະພາບກັນ (ແຕ່ບໍ່ເປັນອັນໜຶ່ງອັນດຽວກັນ) ຂອງອະທິປະໄຕແຫ່ງຊາດ; ລະຫວ່າງເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນ ມີຄວາມສຳພັນແບບສັດຈະວິພາກ, ທັງສ້າງປະຖົມປັດໄຈ ແລະ ເພີ່ມເຕີມໃຫ້ແກ່ກັນ, ທັງເປັນເອກະພາບກັນ ໃນການປະຕິບັດເປົ້າໝາຍ ແລະ ຜົນປະໂຫຍດພື້ນຖານຂອງປະເທດ, ກ່ອນອື່ນໝົດແມ່ນເປົ້າໝາຍຄວາມໝັ້ນຄົງແລະການພັດທະນາ, ຕໍ່ຈາກນັ້ນແມ່ນ ຍົກສູງທີ່ຕັ້ງແລະຂະຫຍາຍອິດທິພົນສາກົນ. ກຳແໜ້ນທັດສະນະກ່ຽວກັບການສົມທົບຢ່າງແໜ້ນແຟ້ນ ກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ; ຫຼັກຄຳສອນຫຼັກກ່ຽວກັບການເຊື່ອມໂຍງລະຫວ່າງເອກະລາດ ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນນັ້ນ ແມ່ນການເຂົ້າເຖິງຢ່າງຮອບດ້ານ ກ່ຽວກັບເອກະລາດ ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນ, ໃນນັ້ນ, ອີງໃສ່ກຳລັງຂອງຕົນເອງ, ອີງໃສ່ແຫຼ່ງກຳລັງພາຍໃນຂອງປະເທດ ເປັນຕົ້ນຕໍ, ປຸກລະດົມແລະເສີມຂະຫຍາຍຊັບພະຍາກອນພາຍໃນໃຫ້ສູງສຸດ ແລະ ໃຊ້ຊັບພະຍາກອນພາຍນອກໃຫ້ເກີດປະໂຫຍດສູງສຸດ. ການເຊື່ອມໂຍງສາກົນເພື່ອຮັບໃຊ້ເອກະລາດ ແລະ ຄວາມເປັນເຈົ້າຕົນເອງ; ເອກະລາດ ແລະ ຄວາມເປັນເຈົ້າຕົນເອງ ເປັນພື້ນຖານໃຫ້ແກ່ການເຊື່ອມໂຍງສາກົນຢ່າງກວ້າງຂວາງ ຮອບດ້ານ ແລະມີປະສິດທິຜົນ. ເພື່ອຮັບປະກັນການເຊື່ອມໂຍງສາກົນມີປະສິດທິຜົນ ຈຳເປັນຕ້ອງເສີມຂະຫຍາຍເອກະລາດ ແລະ ຄວາມເປັນເຈົ້າຕົນເອງ ໃນການຕັດສິນຕົກລົງກ່ຽວກັບຍຸດທະສາດໂດຍລວມ, ລະດັບ ຂອບເຂດ ເສັ້ນທາງ ແລະ ບາດກ້າວເຊື່ອມໂຍງເຂົ້າກັບສາກົນ ໃນແຕ່ລະຂົງເຂດ ແຕ່ລະບັນຫາ ແຕ່ລະຫົວຂໍ້ສະເພາະ.
ກ່ຽວກັບການປະຕິບັດຕົວຈິງ
ທີໜຶ່ງ, ຮັກສາການພົວພັນທີ່ສົມດູນ ແລະ ກົມກຽວກັບບັນດາປະເທດເພື່ອນບ້ານໃກ້ຄຽງ ແລະ ບັນດາປະເທດໃຫຍ່ ໃນໂລກທີ່ມີຜົນປະໂຫຍດກ່ຽວພັນທີ່ສັບສົນ, ຕອບສະໜອງຢ່າງເໝາະສົມ ຕໍ່ທ່າອ່ຽງຂອງການຫັນປ່ຽນຈຸດສຸມພູມສາດ-ຍຸດທະສາດ, ພູມສາດ-ເສດຖະກິດ ໄປສູ່ພາກພື້ນອິນໂດປາຊີຟິກ.
ທີສອງ, ຮັກສາແລະຈັດການສອງເປົ້າໝາຍຢ່າງກົມກຽວຄື ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ເລິກເຊິ່ງ ແລະ ມີປະສິດທິຜົນ, ພ້ອມທັງຮັບປະກັນເອກະລາດແລະ ຄວາມເປັນເຈົ້າຕົນເອງ.
ທີສາມ, ປັບປຸງວຽກງານໃຫ້ຄຳປຶກສາ ແລະ ຄາດຄະເນຍຸດທະສາດ, ເສີມຂະຫຍາຍກຳລັງແຮງສັງລວມ ຂອງວຽກງານການຕ່າງປະເທດ, ການຮ່ວມມືສາກົນກາຍເປັນພາລະກິດຂອງທົ່ວປວງຊົນ ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງລະບົບການເມືອງທັງໝົດ.
ທີສີ່, ເສີມຂະຫຍາຍບົດບາດນຳໜ້າຂອງການຕ່າງປະເທດ ໃນການສ້າງເງື່ອນໄຂພາຍນອກທີ່ເອື້ອອຳນວຍຕໍ່ການພັດທະນາປະເທດ; ລະດົມແຫຼ່ງກຳລັງພາຍນອກເພື່ອຮັບໃຊ້ໃຫ້ແກ່ການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ.
ທີຫ້າ, ໃຫ້ບຸລິມະສິດ, ເອົາໃຈໃສ່ ແລະ ໃຊ້ຊັບພະຍາກອນຢ່າງພຽງພໍ ເພື່ອປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ແລະ ຮັບປະກັນສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບ ເພື່ອການພັດທະນາ, ໃນນັ້ນ ສຸມໃສ່ແກ້ໄຂບັນຫາອະທິປະໄຕ ແລະ ຄວາມໝັ້ນຄົງຢູ່ທະເລ, ໂດຍສະເພາະທະເລຕາເວັນອອກ.
ທີຫົກ, ຊຸກຍູ້ການພົວພັນແບບຄົບຊຸດກັບບັນດາປະເທດໃຫ້ເຂົ້າສູ່ລວງເລິກ ແທ້ຈິງແລະມີປະສິດທິຜົນ, ເພີ່ມທະວີການເຊື່ອມໂຍງຜົນປະໂຫຍດ ແລະ ຄວາມໄວ້ວາງໂຈທາງການເມືອງ, ພິເສດແມ່ນ ໃຫ້ບຸລິມະສິດກັບບັນດາປະເທດບ້ານໃກ້ເຮືອນຄຽງ, ພາກພື້ນ, ບັນດາປະເທດໃຫຍ່, ປະເທດຄູ່ຮ່ວມມືທີ່ສຳຄັນ ແລະ ເພື່ອນມິດທີ່ເປັນມູນເຊື້ອ. ເປັນເຈົ້າການໃນການຮ່ວມມືກັບບັນດາປະເທດໃນພາກພື້ນ, ບັນດາປະເທດທີ່ກຳລັງຊ້ອນແຟງຫຼາຍເພື່ອປະກອບສ່ວນສ້າງສະຖານະການທີ່ສົມດຸນ, ຫຼາຍຂົ້ວ, ຫຼາຍສູນກາງໃນພາກພື້ນ ໃນດ້ານການປ້ອງກັນປະເທດ, ຄວາມໝັ້ນຄົງ, ການເມືອງ-ການທູດ ແລະ ເສດຖະກິດ./.
--------------------------------
ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1010 (ເດືອນມີນາ 2023)