ເສີມຂະຫຍາຍບົດບາດສຳຄັນຂອງການຕ່າງປະເທດຂອງພັກ,
ການທູດຂອງລັດ, ການຕ່າງປະເທດປະຊາຊົນ ໃນການສົມທົບ
ການກໍ່ສ້າງພື້ນຖານການທູດຫວຽດນາມ ທີ່ຮອບດ້ານ ທັນສະໄໝ,
ປະຕິບັດເປົ້າໝາຍການຕ່າງປະເທດຂອງຫວຽດາມຢ່າງມີປະສິດທິຜົນ
ການທູດຂອງລັດ, ການຕ່າງປະເທດປະຊາຊົນ ໃນການສົມທົບ
ການກໍ່ສ້າງພື້ນຖານການທູດຫວຽດນາມ ທີ່ຮອບດ້ານ ທັນສະໄໝ,
ປະຕິບັດເປົ້າໝາຍການຕ່າງປະເທດຂອງຫວຽດາມຢ່າງມີປະສິດທິຜົນ
ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແລະ ບັນດາເອກອັກຄະລັດຖະທູດຫວຽດນາມ ທີ່ໄດ້ຮັບການຕັດສິນແຕ່ງຕັ້ງໃໝ່, ວັນທີ 14 ຕຸລາ 2024 _ແຫຼ່ງ: baoquocte.vn
ປະກອບສ່ວນກໍ່ສ້າງພື້ນຖານການທູດທີ່ຮອບດ້ານ ແລະ ທັນສະໄໝ
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດໜ້າທີ່ “ກໍ່ສ້າງພື້ນຖານການທູດທີ່ຮອບດ້ານແລະທັນສະໄໝ ທີ່ມີສາມເສົາຄ້ຳຄື ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ”(1) ເພື່ອຮັບໃຊ້ ແລະ ຕອບສະໜອງບັນດາຄວາມຕ້ອງການຂອງຍຸກສະໄໝໃໝ່. ໃນນັ້ນ, ຄວາມໝາຍ “ຮອບດ້ານ” ສະແດງອອກຜ່ານການປົກຫຸ້ມດ້ານໜ້າທີ່ວຽກງານ, ອັດຕະພາບດຳເນີນການ, ຂົງເຂດ, ຂອບເຂດ, ພ້ອມທັງເຄື່ອງມືທາງການຕ່າງປະເທດ, ວິທີດຳເນີນການ ແລະອື່ນໆ. ລະອຽດຄື:
ຄວາມຮອບດ້ານທາງດ້ານການຕ່າງປະເທດ ສະທ້ອນໃຫ້ເຫັນວ່າ ໜ້າທີ່ການຕ່າງປະເທດຜ່ານກອງປະຊຸມໃຫຍ່ວາລະຕ່າງໆຂອງພັກ ລ້ວນແຕ່ໄດ້ເສີມຂະຫຍາຍອົງປະກອບ ເພື່ອຜັນຂະຫຍາຍໜ້າທີ່ “ການສ້າງສາ ແລະ ປົກປັກຮັກສາປະເທດຊາດ”. ອົງປະກອບເຫຼົ່ານີ້ມີຄວາມເໝາະສົມກັບສະຖານະການສາກົນ ແລະ ສະຖານະການພາຍໃນປະເທດ ເຊັ່ນ: ການຮັກສາສະພາບແວດລ້ອມສັນຕິພາບ, ທີ່ເອື້ອອຳນວຍແກ່ຂະບວນການປ່ຽນແປງໃໝ່, ຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ (ກອງປະຊຸມໃຫຍ່ຄັ້ງທີ VI, VII, VIII, IX ແລະ X); ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຢ່າງໝັ້ນຄົງ (ກອງປະຊຸມໃຫຍ່ຄັ້ງທີ XI); ຍົກສູງທີ່ຕັ້ງຂອງປະເທດ (ກອງປະຊຸມໃຫຍ່ຄັ້ງທີ XII); ປະກອບສ່ວນອັນຕັ້ງໜ້າເຂົ້າໃນຂະບວນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າສັງຄົມໃນໂລກ (ກອງປະຊຸມໃຫຍ່ຄັ້ງທີ XI, XII, XIII). ສິ່ງທີ່ໜ້າສັງເກດຄື, ໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຄວາມຮອບດ້ານຂອງໜ້າທີ່ການຕ່າງປະເທດໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເມື່ອຍຶດໝັ້ນ ແລະ ເອົາ “ຜົນປະໂຫຍດຂອງຊາດ-ປະເທດຊາດ” ເປັນເຂັມທິດຊີ້ນຳການຕ່າງປະເທດ.
ຄຽງຄູ່ກັນນັ້ນ, ຄວາມຮອບດ້ານຂອງໜ້າທີ່ການຕ່າງປະເທດຍັງໄດ້ຮັບການພັດທະນາໂດຍຜ່ານກອງປະຊຸມໃຫຍ່ຄັ້ງຕ່າງໆ ຂອງພັກ ດ້ວຍບັນດາອົງປະກອບຄື “ການເພີ່ມເພື່ອນມິດ, ການຫຼຸດຜ່ອນສັດຕູ” (ມະຕິໝາຍເລກ 13 ປີ 1988), “ຫວຽດນາມເປັນເພື່ອນ” (ກອງປະຊຸມໃຫຍ່ຄັ້ງທີ VII), “ຫວຽດນາມແມ່ນເພື່ອນ” (ກອງປະຊຸມໃຫຍ່ຄັ້ງທີ IX), “ຄູ່ຮ່ວມມືທີ່ໄວ້ວາງໃຈໄດ້” (ກອງປະຊຸມໃຫຍ່ຄັ້ງທີ IX), “ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ” (ກອງປະຊຸມໃຫຍ່ຄັ້ງທີ XII). ການຫັນປ່ຽນຈິນຕະນາການຕາມທິດທາງ “ເປັນເຈົ້າການ ແລະ ຕັ້ງໜ້າ” ເມື່ອເນັ້ນໜັກເຖິງການ “ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ”, ເຂົ້າຮ່ວມບັນດາສະຖາບັນຫຼາຍຝ່າຍ, ພິເສດແມ່ນ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະປະຊາຊາດ.
ຄວາມຮອບດ້ານທາງດ້ານອົງການດຳເນີນກິດຈະກຳການຕ່າງປະເທດ ແມ່ນການເຂົ້າຮ່ວມຂອງລະບົບການເມືອງທັງໝົດ, ບັນດາອົງການຈັດຕັ້ງທາງສັງຄົມ, ວິສາຫະກິດ ແລະ ປະຊາຊົນໃນກິດຈະກຳການຕ່າງປະເທດ. ໃນນັ້ນ, ເອົາໃຈໃສ່ເຖິງການສົມທົບຢ່າງແໜ້ນແຟ້ນ, ການສະໜັບສະໜູນ ແລະ ການເພີ່ມເຕີມເຊິ່ງກັນແລະກັນ ລະຫວ່າງ 3 ເສົາຄ້ຳຂອງພື້ນຖານການທູດ, ຮັບປະກັນການນຳພາເປັນເອກະພາບຂອງພັກ ແລະ ການຄຸ້ມຄອງລວມສູນຂອງລັດ.
ຄວາມຮອບດ້ານທາງດ້ານຂົງເຂດການພົວພັນ ໝາຍຄວາມວ່າ ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຜັນຂະຫຍາຍໃນທຸກຂົງເຂດ ໂດຍມີ 4 ຈຸດໜັກໃຈກາງຄື: ການທູດການເມືອງ, ການທູດເສດຖະກິດ, ການທູດວັດທະນະທຳ ແລະ ວຽກງານກັບຊາວຫວຽດນາມຢູ່ຕ່າງປະເທດ ທັງແບບສອງຝ່າຍ ແລະ ຫຼາຍຝ່າຍ.
ຄວາມຮອບດ້ານທາງດ້ານຄູ່ຮ່ວມງານ ແລະ ຂອບເຂດການພົວພັນ ແມ່ນການຮັບປະກັນການດຳເນີນກິດຈະກຳດ້ານການຕ່າງປະເທດກັບທຸກໆຄູ່ຮ່ວມມື ໃນທຸກພື້ນທີ່, ນັບແຕ່ອະນຸພາກພື້ນ, ພາກພື້ນ, ລະຫວ່າງພາກພື້ນ ໄປຮອດທົ່ວໂລກ; ບໍ່ພຽງແຕ່ເອົາໃຈໃສ່ເຖິງບັນດາປະເທດເທົ່ານັ້ນ, ແຕ່ຍັງມຸ່ງສູ່ທ້ອງຖິ່ນ, ວິສາຫະກິດ, ອົງການຈັດຕັ້ງທາງສັງຄົມ, ຊາວຕ່າງປະເທດ, ກໍ່ຄືບັນດາອົງການຫຼາຍຝ່າຍສາກົນ. ໃນນັ້ນ, ຈຸດໜັກໃຈກາງແມ່ນຍູ້ແຮງ ແລະ ລົງເລິກການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ, ຄູ່ຮ່ວມມືສຳຄັນ ແລະ ເພື່ອນມິດທີ່ເປັນມູນເຊື້ອ, ເຊັ່ນດຽວກັບບັນດາສະຖາບັນຫຼາຍຝ່າຍ ເຊິ່ງຫວຽດນາມມີຜົນປະໂຫຍດຍຸດທະສາດ(2).
ຄວາມຮອບດ້ານທາງດ້ານເຄື່ອງມື ແລະ ວິທີການດຳເນີນການ ແມ່ນການປະສົມປະສານຢ່າງກົມກຽວ ແລະ ອຸດົມສົມບູນ ຂອງເຄື່ອງມືທາງການທູດໃນທຸກລະດັບ, ທຸກຊ່ອງທາງແລະວິທີການ ເຊັ່ນ: ເຄື່ອງມືທາງເສດຖະກິດ, ການເມືອງ, ກົດໝາຍສາກົນ, ຂໍ້ມູນຂ່າວສານຕ່າງປະເທດ ແລະ ການທູດວັດທະນະທຳ(3).
ດ້ວຍຄວາມໝາຍ “ທັນສະໄໝ”, ແນວຄິດດັດແປງແລະປັບຕົວຂອງການທູດຫວຽດນາມໃນສະຖານະການ ແລະ ສະພາບການໃໝ່ ໄດ້ຮັບການເນັ້ນໜັກ. ໃນດ້ານຄຸນລັກສະນະ, ການທູດຫວຽດນາມແມ່ນການປະສົມປະສານຢ່າງກົມກຽວຂອງຮີດຄອງປະເພນີແລະເອກະລັກທາງການທູດຂອງຊາດ, ແນວຄິດການທູດຂອງໂຮ່ຈີມິນ, ແນວທາງການຕ່າງປະເທດຂອງພັກກອມມູນິດຫວຽດນາມໃນໄລຍະຕ່າງໆ ແລະ ແກ່ນແທ້ຂອງການທູດແລະຄວາມຮູ້ຂອງມະນຸດຊາດ ຕັ້ງແຕ່ອະດີດຈົນເຖິງປະຈຸບັນ(4). ນອກຈາກນັ້ນ, ການທູດຫວຽດນາມສະໄໝໃໝ່ ມີເປົ້າໝາຍທີ່ຈະເຊື່ອມໂຍງເຂົ້າກັບໂລກຢ່າງກວ້າງຂວາງເລິກເຊິ່ງ, ມີຄວາມສາມາດປະກອບສ່ວນແກ້ໄຂບັນຫາໂລກ, ກາຍເປັນສ່ວນໜຶ່ງຂອງການທູດໂລກ. ວິທີການດຳເນີນງານ ຂອງການທູດ “ທັນສະໄໝ” ສະແດງອອກໃນວິທີການ ແລະ ການດຳເນີນງານ, ເນັ້ນເຖິງຄວາມສາມາດໃນການປັບຕົວ, ເອົາໃຈໃສ່ເຮັດໃຫ້ຂະບວນການເປັນມາດຕະຖານ, ໂຄງສ້າງພື້ນຖານທີ່ທັນສະໄໝ ແລະສອດຄ່ອງກັນ, ການໃຊ້ຊັບພະຍາກອນບຸກຄົນທີ່ມີຄຸນສົມບັດ, ແບບແຜນການເຮັດວຽກທີ່ເປັນມືອາຊີບ ແລະ ກົງຈັກທີ່ກະທັດລັດມີປະສິດທິພາບ.
ຈາກນັ້ນ, ອາດຈະເຫັນໄດ້ວ່າ, ດ້ວຍແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານແລະເລິກເຊິ່ງ ທີ່ໄດ້ວາງໄວ້ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ, ໃນສະພາບການການພົວພັນສາກົນທີ່ຫຼາກຫຼາຍ, ອຸດົມສົມບູນ ແລະ ຫຼາຍຂົງເຂດໃນທຸກວັນນີ້, ການທູດທີ່ຮອບດ້ານແລະທັນສະໄໝ ຕ້ອງອາໄສການເຂົ້າຮ່ວມຂອງລະບົບການເມືອງທັງໝົດ, ໂດຍສະເພາະ ໃນເສົາຄ້ຳທັງສາມຂອງການທູດ: ການຕ່າງປະເທດຂອງພັກ, ການທູດຂອງລັດ, ການຕ່າງປະເທດປະຊາຊົນ ເພື່ອເສີມຂະຫຍາຍ “ທ່າ ແລະ ກຳລັງ” ຂອງປະເທດໃຫ້ສູງສຸດ. ນີ້ແມ່ນການສືບທອດ ແລະ ເສີມຂະຫຍາຍມູນເຊື້ອແລະບົດຮຽນອັນລ້ຳຄ່າ ຂອງການທູດຫວຽດນາມ ຜ່ານໄລຍະການປະຕິວັດ, ພິເສດແມ່ນໂຮງຮຽນການທູດແບບ “ໄມ້ໄຜ່ຫວຽດນາມ” ໃນສະໄໝໂຮ່ຈີມິນ(5). ດັ່ງນັ້ນ, ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ ນັບມື້ນັບຢືນຢັນຄວາມເປັນເສົາຄ້ຳຂອງຕົນ, ສະແດງໃຫ້ເຫັນເຖິງບົດບາດ, ພາລະກິດສະເພາະ ແລະຄວາມໝາຍສຳຄັນໃນການທູດທີ່ຮອບດ້ານ ແລະ ທັນສະໄໝ.
ໃນການຜັນຂະຫຍາຍຈິງ, ດ້ວຍລັກສະນະສະເພາະຂອງລະບົບການເມືອງຂອງຫວຽດນາມ, ການຕ່າງປະເທດຂອງພັກມີບົດບາດນຳພາຫຼັກໃນການກໍ່ສ້າງແນວທາງ ແລະ ຍຸດທະສາດການຕ່າງປະເທດ, ໂດຍສະເພາະ ໃນບັນດາບັນຫາສຳຄັນ ແລະ ຍາວນານ. ການທູດຂອງລັດມີບົດບາດຫຼັກໃນການຈັດຕັ້ງປະຕິບັດແນວທາງ ແຜນນະໂຍບາຍຂອງພັກກ່ຽວກັບການພົວພັນລະຫວ່າງລັດກັບລັດ, ລະຫວ່າງຫວຽດນາມກັບບັນດາປະເທດແລະອານາເຂດ ແລະ ລະຫວ່າງຫວຽດນາມກັບບັນດາອົງການຈັດຕັ້ງສາກົນ. ການຕ່າງປະເທດປະຊາຊົນແມ່ນຊ່ອງທາງການຕ່າງປະເທດລະດັບຮາກຖານ, ສະໜັບສະໜູນການພົວພັນຕ່າງປະເທດຂອງພັກ ແລະ ການທູດຂອງລັດ, ໂດຍຜ່ານການສ້າງບັນດາຮູບແບບການແລກປ່ຽນ ແລະ ສົນທະນາ ລະຫວ່າງປະຊາຊົນຫວຽດນາມ ແລະ ປະຊາຊົນໃນໂລກ, ເສີມຂະຫຍາຍ “ພະລັງອ່ອນ” ເພື່ອສ້າງພື້ນຖານສັງຄົມທີ່ສະດວກ, ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈຂອງເພື່ອນມິດສາກົນ ກ່ຽວກັບແນວທາງພາຍໃນ ແລະ ຕ່າງປະເທດຂອງພັກແລະລັດ, ກ່ຽວກັບປະເທດ ແລະ ປະຊາຊົນຫວຽດນາມ. ຈາກນັ້ນ, ຈຶງມີອິດທິພົນຕໍ່ນະໂຍບາຍຂອງລັດຖະບານຕ່າງປະເທດ ເພື່ອພັດທະນາການພົວພັນລະຫວ່າງປະເທດໃນລະດັບທີ່ສູງຂຶ້ນ.
ຄຽງຄູ່ກັນນັ້ນ, ບົນພື້ນຖານການຮັບໃຊ້ເປົ້າໝາຍສູງສຸດຄື ການຮັບປະກັນຜົນປະໂຫຍດຂອງຊາດ-ປະເທດຊາດ, ພ້ອມກັນນັ້ນ ດ້ວຍຄວາມເປັນເອກະລາດແລະລັກສະນະສະເພາະໃນການເຄື່ອນໄຫວ, ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ ມັກຈະມີການປະສານງານແບບເປັນຊັ້ນໆ, ເປັນລະບົບ, ເພີ່ມເຕີມ ແລະ ສະໜັບສະໜູນເຊິ່ງກັນແລະກັນ. ພິເສດແມ່ນ:
ໃນຂະບວນການປະຕິບັດວຽກງານການຕ່າງປະເທດຂອງການທູດຫວຽດນາມ ຍາມໃດກໍມີການເຂົ້າຮ່ວມຢ່າງເຕັມທີ່ ຂອງເສົາຄ້ຳທັງສາມຂອງການທູດຫວຽດນາມ. ເສົາຄ້ຳທັງສາມຂອງການຕ່າງປະເທດສົມທົບກັນໃນການປະຕິບັດບັນດາໜ້າທີ່ພື້ນຖານຄື: “ການຄົ້ນຄວ້າ, ການສະເໜີແນະ ແລະ ການຜັນຂະຫຍາຍແນວທາງ ນະໂຍບາຍການຕ່າງປະເທດ; ສ້າງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນປະໂຫຍດຮ່ວມກັນ ກັບບັນດາຄູ່ຮ່ວມມື; ຈັດຕັ້ງການສື່ສານຂໍ້ມູນຂ່າວສານການຕ່າງປະເທດ, ຍາດແຍ່ງເອົາການສະໜັບສະໜູນຈາກປະຊາຊົນໂລກ, ຕໍ່ສູ້ຕ້ານກົນອຸບາຍ ແລະ ການກະທຳກໍ່ການຮ້າຍຂອງກຳລັງສັດຕູ”(6). ບໍ່ພຽງແຕ່ເທົ່ານັ້ນ, ຄວາມບໍ່ສາມາດແຍກອອກຈາກກັນໄດ້ ຂອງເສົາຄ້ຳທັງສາມນີ້ ຍັງສະແດງໃຫ້ເຫັນຜ່ານການເຄື່ອນໄຫວການຕ່າງປະເທດ; ໃນນັ້ນ, ການຕ່າງປະເທດຂອງພັກເປັນຜູ້ນຳແລະຊີ້ນຳລວມສູນ ຕໍ່ລະບົບການເມືອງທັງໝົດ, ໃນຂະນະທີ່ການທູດຂອງລັດກໍ່ຈັດຕັ້ງການຜັນຂະຫຍາຍ ແລະ ຄຸ້ມຄອງຢ່າງມີປະສິດທິຜົນ.
ໃນວິທີການຮ່ວມມື ແລະ ການຕໍ່ສູ້ທາງການທູດ, ຊາບຊຶມທັດສະນະຂອງພັກກ່ຽວກັບ “ຄູ່ຮ່ວມມື” ແລະ “ເປົ້າໝາຍຕໍ່ສູ້”, ປະຕິບັດຄຳຂວັນທີ່ວ່າ ທັງຮ່ວມມືແລະຕໍ່ສູ້, ເໝາະສົມກັບແຕ່ລະສະພາບການ ແລະແຕ່ລະເປົ້າໝາຍຕໍ່ສູ້; ເສີມຂະຫຍາຍຈິດໃຈອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງສະຕິລະວັງຕົວ, ປົກປັກຮັກສາເອກະລາດ, ອະທິປະໄຕ, ການເມືອງ ແລະຄວາມໝັ້ນຄົງຂອງຊາດ, ເອກະລັກທາງວັດທະນະທຳຂອງຊາດ, ບັນດາເສົາຄ້ຳດ້ານນະໂຍບາຍການຕ່າງປະເທດຂອງຫວຽດນາມ ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍກິດຈະກຳການຮ່ວມມື ແລະ ການຕໍ່ສູ້ຢ່າງຍືດຫຍຸ່ນ ແລະ ມີປະສິດທິພາບ. ໂດຍອີງຕາມເປົ້າໝາຍຕໍ່ສູ້, ສະຖານະການ ແລະ ຄວາມສາມາດ, ເສົາຄ້ຳທັງສາມຂອງພື້ນຖານການທູດຈະໄດ້ຮັບການໝູນໃຊ້ຢ່າງຄ່ອງແຄ້ວ ໃນການສົມທົບກັນປະຕິບັດການຮ່ວມມື ແລະ ຕໍ່ສູ້ “ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດ, ປົກປັກຮັກສາປະເທດຊາດສັງຄົມນິຍົມຫວຽດນາມຢ່າງໝັ້ນຄົງ”.
ຜົນງານທີ່ບັນລຸໄດ້ໃນການປະສານສົມທົບການປະຕິບັດວຽກງານການຕ່າງປະເທດ
ຂອງປະເທດຢ່າງຮອບດ້ານ.
ດ້ວຍການ “ແບ່ງບົດບາດ” ແລະ ການປະສານສົມທົບຢ່າງຄ່ອງແຄ້ວທີ່ກ່າວມາຂ້າງເທິງ, ໃນເວລາທີ່ຜ່ານມາ, ທັງສາມເສົາຄ້ຳຂອງການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ ໄດ້ປະກອບສ່ວນສ້າງພະລັງ “ສະທ້ອນ” ໃນການປະຕິບັດເປົ້າໝາຍການຕ່າງປະເທດຂອງປະເທດຢ່າງມີປະສິດທິຜົນ. ໂດຍສະເພາະ:
ທີໜຶ່ງ, ການຕ່າງປະເທດຂອງພັກມີບົດບາດຫຼັກໃນການກຳນົດຍຸດທະສາດ, ແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງພັກ, ສ້າງພື້ນຖານເພື່ອຊຸກຍູ້ການພົວພັນອັນໃກ້ຊິດບໍ່ພຽງແຕ່ກັບປະເທດທີ່ມີອຸດົມການດຽວກັນເທົ່ານັ້ນ, ແຕ່ຍັງລວມເຖິງປະເທດທີ່ມີພັກກຳອຳນາດ ແລະ ພັກການເມືອງທີ່ມີອິດທິພົນທາງການເມືອງ ແລະ ມີບົດບາດສຳຄັນໃນແນວທາງແລະນະໂຍບາຍການຕ່າງປະເທດຂອງປະເທດຕ່າງໆ.
ທີສອງ, ການທູດຂອງລັດສະແດງໃຫ້ເຫັນເຖິງບົດບາດອັນຕັ້ງໜ້າ ແລະ ເປັນເຈົ້າການໃນວຽກງານສາກົນ. ຕັ້ງໜ້າ ຊຸກຍູ້ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ປະເທດເພື່ອນມິດທີ່ເປັນມູນເຊື້ອ, ປະເທດຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານໃນທຸກຂົງເຂດ ເພື່ອປັບປຸງທີ່ຕັ້ງຂອງຊາດ, ປົກປ້ອງຜົນປະໂຫຍດຂອງຊາດ-ປະເທດຊາດ ຈາກຄວາມຜັນຜວນທາງການເມືອງແລະເສດຖະກິດໃນໂລກ ແລະ ພາກພື້ນ ອັນເນື່ອງມາຈາກການແຂ່ງຂັນທາງຍຸດທະສາດອັນດຸເດືອດ ລະຫວ່າງບັນດາປະເທດໃຫຍ່ ແລະ ໄພຂົ່ມຂູ່ທີ່ບໍ່ເຄີຍເກີດຂຶ້ນມາແລະສັບສົນ ຈາກຄວາມໝັ້ນຄົງແບບດັ້ງເດີມແລະແບບບໍ່ດັ້ງເດີມ. ເປັ້ນເຈົ້າການ ໃນການຕິດຕາມການເຄື່ອນໄຫວຂອງສະຖານະການໂລກ, ໂດຍສະເພາະ ການປັບປ່ຽນຍຸດທະສາດ ແລະ ວິທີການພັດທະນາຂອງປະເທດຕ່າງໆ. ຜ່ານນັ້ນ, ພະຍາຍາມສະກັດກັ້ນບໍ່ໃຫ້ເກີດການປະທະກັນ, ແກ້ໄຂຂໍ້ພິພາດໂດຍສັນຕິວິທີ ຕາມກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ປະກອບສ່ວນປົກປັກຮັກສາປະເທດຊາດ “ຕັ້ງແຕ່ຕົ້ນ ແລະ ຈາກໄລຍະໄກ”.
ທີສາມ, ການຕ່າງປະເທດປະຊາຊົນມີທ່າໄດ້ປຽບພິເສດ ໃນດ້ານຄວາມສາມາດໃນການເຂົ້າເຖິງຄູ່ຮ່ວມມື / ເປົ້າໝາຍຕໍ່ສູ້ໃນວົງກວ້າງ ແລະ ສາມາດຈັດການຮ່ວມມື / ການຕໍ່ສູ້ໄດ້ຢ່າງຍືດຫຍຸ່ນ ຕາມສະຖານະການສະເພາະແຕ່ລະສະຖານະການ, ໂດຍສະເພາະ ໃນເງື່ອນໄຂທີ່ການທູດຢ່າງເປັນທາງການຂອງພັກແລະລັດນັ້ນ ຍາກຕໍ່ການປະຕິບັດ ຫຼື ປະຕິບັດບໍ່ມີປະສິດທິພາບ. ດັ່ງນັ້ນ, ການຕ່າງປະເທດປະຊາຊົນສາມາດສ້າງແລະຜັນຂະຫຍາຍຊ່ອງທາງໂດຍກົງ ແລະ ມີປະສິດທິຜົນໄດ້ ດ້ວຍກິດຈະກຳການແລກປ່ຽນ ແລະ ການຮ່ວມມືທີ່ຫຼາກຫຼາຍ (ເຊັ່ນ: ສະມາຄົມມິດຕະພາບ, ການຮ່ວມມືດ້ານເສດຖະກິດ, ການແລກປ່ຽນວັນນະຄະດີ-ສິລະປະ, ວິທະຍາສາດ-ການສຶກສາ, ການແລກປ່ຽນກິລາ ແລະອື່ນໆ). ດ້ວຍເຫດນີ້, ຈຶງບໍ່ພຽງແຕ່ເພີ່ມທະວີຄວາມໄວ້ວາງໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນຂອງປະເທດອື່ນໆເທົ່ານັ້ນ ແຕ່ຍັງສ້າງພື້ນຖານທາງສັງຄົມທີ່ໝັ້ນຄົງອີກນຳ ແລະ ຍັງເພີ່ມເນື້ອໃນການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຕ່າງປະເທດຂອງຫວຽດນາມເລິກເຊິ່ງກວ່າອີກ.
ການປະສານສົມທົບສາມເສົາຄ້ຳຂອງການທູດຊ່ວຍຍົກສູງປະສິດທິຜົນຂອງການທູດທີ່ຮອບດ້ານ ແລະ ທັນສະໄໝ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນການພັດທະນາຂອງປະເທດ.
ທີໜຶ່ງ, ລະດົມແຫຼ່ງກຳລັງພາຍໃນປະເທດ ເພື່ອຮັບໃຊ້ວຽກງານການຕ່າງປະເທດ. ດ້ວຍການປະສານສົມທົບຢ່າງໃກ້ຊິດ ແໜ້ນແຟ້ນ ແລະ ພ້ອມກັນຂອງ 3 ເສົາຄ້ຳການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ, ພື້ນຖານການທູດຫວຽດນາມໄດ້ລະດົມການເຂົ້າຮ່ວມຂອງລະບົບການເມືອງທັງໝົດ, ສ້າງກຳລັງແຮງສັງລວມຂອງຊາດ ເພື່ອຮັບມືກັບຄວາມທ້າທາຍ, ໃຊ້ໂອກາດໃນການດຳເນີນກິດຈະກຳດ້ານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ.
ບັນດາເສົາຄ້ຳທີ່ສຳຄັນຂອງການທູດຫວຽດນາມ ສືບຕໍ່ໄດ້ຮັບການປ່ຽນແປງໃໝ່, ປະດິດສ້າງ, ປັບປຸງໃຫ້ທັນສະໄໝ, ຫັນເປັນມາດຕະຖານ ແລະ ຫັນເປັນດິຈິຕອນ, ເປັນເຈົ້າການໃນການປັບຕົວໃຫ້ສອດຄ່ອງກັບຄວາມຫຼາກຫຼາຍຂອງການພົວພັນສາກົນ ແລະ ໃນສະພາບຂອງການພັດທະນາປະຕິສຳພັນລະຫວ່າງປະເທດທີ່ນັບມື້ນັບເພີ່ມຂຶ້ນ.
ທີສອງ, ປະກອບສ່ວນສືບຕໍ່ປະຕິບັດເປົ້າໝາຍສູງສຸດຂອງການຕ່າງປະເທດຂອງຫວຽດນາມຄື ເສີມຂະຫຍາຍບົດບາດບຸກເບີກໃນການ “ສ້າງ ແລະ ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ”, “ລະດົມແຫຼ່ງກຳລັງຈາກພາຍນອກ ເພື່ອພັດທະນາປະເທດ”, “ຍົກສູງຖານະທີ່ຕັ້ງ ແລະ ກຽດສັກສີຂອງປະເທດຊາດ”, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດເປົ້າໝາຍການພັດທະນາຍຸດທະສາດຂອງຫວຽດນາມ ໃນປີ 2030 ແລະ 2045. ຕາມນັ້ນ, ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານຂອງຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມື ແລະ ຜົນປະໂຫຍດຮ່ວມກັນ.
ມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 194 ປະເທດໃນໂລກ, ໃນນັ້ນມີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານກັບ 30 ປະເທດ(7) ລວມທັງບັນດາສະມາຊິກຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແລະ ບັນດາປະເທດໃຫຍ່. ພື້ນຖານເສດຖະກິດຫວຽດນາມເຕີບໂຕຂຶ້ນ ແລະ ຢືນຢູ່ໃນອັນດັບ 40 ປະເທດເສດຖະກິດແຖວໜ້າ, ໂດຍມີຂະໜາດການຄ້າຢູ່ໃນ 20 ປະເທດຊັ້ນນຳລະດັບໂລກ, ເປັນຈຸດເຊື່ອມໂຍງສຳຄັນໃນສັນຍາການຄ້າເສລີ (FTA) ຈຳນວນ 16 ສະບັບ ເຊື່ອມໂຍງກັບພື້ນຖານເສດຖະກິດສຳຄັນ 60 ແຫ່ງ ໃນພາກພື້ນແລະທົ່ວໂລກ(8).
ທີສາມ, ແຕ່ລະເສົາຄ້ຳການຕ່າງປະເທດລ້ວນແຕ່ໄດ້ສືບທອດ ແລະ ເສີມຂະຫຍາຍບົດຮຽນປະສົບການອັນລ້ຳຄ່າ, ສິລະປະແຫ່ງການ “ເຕົ້າໂຮມກຳລັງ” ທີ່ເປັນເອກະລັກສະເພາະຂອງການຕ່າງປະເທດປະຕິວັດຂອງຫວຽດນາມ, ໂດຍສະເພາະແມ່ນ ການປັບຕົວຢ່າງໄຫວພິບ ຍືດຫຍຸ່ນ ແລະ ກົມກຽວ ຂອງໂຮງຮຽນການທູດແບບ “ໄມ້ໄຜ່ຫວຽດນາມ” ໃຫ້ເຂົ້າກັບທ່າອ່ຽງຂອງການພົວພັນຕ່າງປະເທດຫຼາຍອັດຕະພາບ, ຫຼາຍຂົງເຂດ, ປະກອບສ່ວນຢັ້ງຢືນພື້ນຖານການທູດຫວຽດນາມທີ່ຮອບດ້ານ ແລະ ທັນສະໄໝ, ກາຍເປັນສ່ວນໜຶ່ງຂອງການທູດໂລກ.
ທີສີ່, ການປະສານສົມທົບລະຫວ່າງການຕ່າງປະເທດຂອງພັກ, ການທູດຂອງລັດ, ການຕ່າງປະເທດປະຊາຊົນ ໄດ້ເສີມຂະຫຍາຍບົດບາດທີ່ມີປະສິດທິຜົນຂອງການທູດຫວຽດນາມ ໃນໜ້າທີ່ປົກປັກຮັກສາປະເທດຊາດ “ຕັ້ງແຕ່ຕົ້ນ ແລະ ຈາກໄລຍະໄກ”. ນັ້ນແມ່ນ: 1- ສ້າງ ແລະ ຮັກສາສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບດ້ານການເມືອງ, ເສດຖະກິດ, ການຕ່າງປະເທດ; ຮັບປະກັນຄວາມໝັ້ນຄົງແລະອະທິປະໄຕຂອງຊາດ, ປົກປັກຮັກສາປະເທດຈາກໄພຂົ່ມຂູ່ດ້ານຄວາມໝັ້ນຄົງທັງແບບດັ້ງເດີມແລະບໍ່ເປັນແບບດັ້ງເດີມ; 2- ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານຂອງຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມື ແລະ ຜົນປະໂຫຍດຮ່ວມກັນ.
ທີຫ້າ, ໃຊ້ປະໂຫຍດຈາກຈຸດແຂງ ແລະ ລັກສະນະສະເພາະຂອງແຕ່ລະຊ່ອງທາງການພົວພັນຕ່າງປະເທດ, ສົມທົບກັນໃນການຮ່ວມມື / ການຕໍ່ສູ້ທາງການທູດ ເພື່ອສ້າງ “ຈຸດຮ່ວມກັນ”, ຈັດການແກ້ໄຂຄວາມຂັດແຍ່ງ, ປົກປັກຮັກສາຜົນປະໂຫຍດອັນຊອບທຳຂອງຫວຽດນາມເມື່ອປະເຊີນກັບການປ່ຽນແປງທີ່ບໍ່ອາດຄາດເດົາໄດ້ ໃນສະພາບການໂລກ.
ປະກອບສ່ວນປັບປຸງ ແລະ ພັດທະນາພື້ນຖານການທູດຫວຽດນາມ ໃນຍຸກໃໝ່
ຕັ້ງແຕ່ນີ້ຈົນເຖິງປີ 2030, ໂລກຢູ່ໃນໄລຍະແຫ່ງການປ່ຽນແປງທີ່ມີລັກສະນະຍຸກສະໄໝ, ໃນນັ້ນ ລະບຽບໂລກໃໝ່ຄ່ອຍໆ ເປັນຮູບເປັນຮ່າງຂຶ້ນ ພ້ອມກັບການປ່ຽນແປງທີ່ບໍ່ສາມາດຄາດເດົາໄດ້. ສັນຕິພາບ, ການຮ່ວມມື ແລະ ການພັດທະນາ ຍັງຄົງເປັນທ່າອ່ຽງຕົ້ນຕໍ, ແຕ່ການແຂ່ງຂັນດ້ານຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບດຸເດືອດ. ຄຽງຄູ່ກັນນັ້ນ ຍັງມີຜົນກະທົບດ້ານລົບຈາກຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ, ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ພະຍາດລະບາດ ແລະອື່ນໆ ຕໍ່ບັນຫາຄວາມໝັ້ນຄົງແບບດັ້ງເດີມ ເຊັ່ນ “ຈຸດຮ້ອນ”, ຄວາມຂັດແຍ້ງແລະການປະທະກັນທີ່ເພິ່ມຂຶ້ນ ໃນຫຼາຍພາກພື້ນຂອງໂລກ. ຄວາມໝັ້ນຄົງຂອງມະນຸດ, ຄວາມໝັ້ນຄົງທາງໄຊເຍີຣ໌, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະອື່ນໆ ສືບຕໍ່ເປັນຄວາມທ້າທາຍທີ່ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງປະເທດພຽງປະເທດດຽວເທົ່ານັ້ນ, ແຕ່ຍັງແຜ່ກະຈາຍໄປທົ່ວໂລກອີກນຳ. ຢ່າງໃດກໍ່ຕາມ, ນອກເໜືອຈາກຄວາມສ່ຽງ ແລະ ສິ່ງທ້າທາຍຈາກຄວາມຜັນຜວນຂອງສະຖານະການໂລກແລ້ວ, ການພັດທະນາທີ່ແຂງແຮງຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຄວາມກ້າວໜ້າຢ່າງວ່ອງໄວຂອງໂລກແຫ່ງນະວັດຕະກຳ ແລະຄວາມຄິດສ້າງສັນ ຍັງເປັນໂອກາດໃນການພັດທະນາສຳລັບແຕ່ລະປະເທດ ໃນຄວາມປາດຖະໜາທີ່ຈະກ້າວຂຶ້ນ ແລະ ສ້າງຕຳແໜ່ງຂອງຕົນໃນເວທີສາກົນ.
ຕໍ່ໜ້າຍຸກໃໝ່ ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕ ເລິມ ຊີ້ແຈ້ງວ່າ ການພົວພັນຕ່າງປະເທດ ການທູດ ຕ້ອງເປັນເຈົ້າການແລະທັນການ ໃນການຊອກຫາກາລະໂອກາດ ແລະ ສິ່ງທ້າທາຍ ຈາກສະຖານະການພາຍໃນປະເທດແລະໃນໂລກ ເພື່ອປະກອບສ່ວນປະຕິບັດເປົ້າໝາຍຍຸດທະສາດ 100 ປີພາຍໃຕ້ການນຳພາຂອງພັກ, ໃນວາລະຄົບຮອບ 100 ປີການສະຖາປະນາສາທາລະນະລັດປະຊາທິປະໄຕຫວຽດນາມ (ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ) ໃຫ້ປະສັບຜົນສຳເລັດ; ຍົກສູງລະດັບ ແລະ ຂະຫຍາຍການປະກອບສ່ວນຂອງຫວຽດນາມ ຕໍ່ສັນຕິພາບ, ການຮ່ວມມື, ການພັດທະນາ ແລະ ຄວາມຈະເລີນກ້າວໜ້າ ຂອງມະນຸດຊາດ, ເຜີຍແຜ່ “ຮູບແບບຫວຽດນມທີ່ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື, ມິດຕະພາບ, ການພັດທະນາ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກ”(9) ຢ່າງແຂງແຮງ. ດັ່ງນັ້ນ, ໃນໄລຍະຈະມາເຖິງ, ເພື່ອປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາພື້ນຖານການທູດຫວຽດນາມຢ່າງຮອບດ້ານ ແລະ ທັນສະໄໝ, ຈຳເປັນຕ້ອງເອົາໃຈໃສ່ປະຕິບັດບັນດາບັນຫາດັ່ງຕໍ່ໄປນີ້:
ທີໜຶ່ງ, ສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ ແລະ ຫຼາກຫຼາຍ, ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໜ້າເຊື່ອຖື, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ຂອງປະຊາຄົມໂລກ; ຍຶດໝັ້ນຫຼັກໝັ້ນ, ທັດສະນະ ແລະ ປະຕິບັດສິລະປະການທູດໃນຍຸກໃໝ່ ໂດຍອີງໃສ່ລັກສະນະຊາວຫວຽດນາມ “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”, “ສັນຕິພາບ ແລະມິດຕະພາບ”, “ໃຊ້ຄວາມເມດຕາກະລຸນາມາທົດແທນຄວາງຮຸນແຮງ”(10). ເດັດດ່ຽວໜຽວແໜ້ນປົກປັກຮັກສາປະເທດຊາດ “ຕັ້ງແຕ່ຕົ້ນແລະຈາກໄລຍະໄກ”, ປົກປ້ອງເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ທະເລ, ໝູ່ເກາະ ແລະ ນ່ານຟ້າຂອງປະເທດຊາດຢ່າງໝັ້ນຄົງ; ຮັກສາສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບ ເພື່ອພັດທະນາປະເທດຊາດ; ເພີ່ມທະວີການປະກອບສ່ວນຕົວຈິງຂອງຫວຽດນາມ ໃນການຮັກສາສັນຕິພາບໃນພາກພື້ນ ແລະ ໃນໂລກ.
ທີສອງ, ການປະສານງານຢ່າງມີປະສິດທິຜົນ ໃນການກໍ່ສ້າງການທູດຍຸກໃໝ່, ໃນນັ້ນ ເປົ້າໝາຍສູງສຸດແມ່ນ “ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ, ເພື່ອພັກເຂັ້ມແຂງ, ເພື່ອປະເທດຫວຽດນາມສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງ, ມີທີ່ຕັ້ງ ແລະ ບົດບາດທີ່ສຳຄັນໃນດ້ານການເມືອງຂອງໂລກ, ເສດຖະກິດໂລກ ແລະ ອາລະຍະທຳມະນຸດ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະຄວາມສຸກຂອງປະຊາຊົນ”(11). ຕາມນັ້ນ, ເພີ່ມທະວີການປະສານສົມທົບທີ່ກົມກຽວແລະໃກ້ຊິດ ທັງໃນດ້ານການທູດສອງຝ່າຍແລະຫຼາຍຝ່າຍ, ໃນຂົງເຂດການເມືອງ, ເສດຖະກິດ, ກົດໝາຍສາກົນ, ຂໍ້ມູນຂ່າວສານການຕ່າງປະເທດ ແລະອື່ນໆ. ພ້ອມກັນນັ້ນ, ສຸມໃສ່ການທູດການເມືອງ, ການທູດເສດຖະກິດ, ການທູດວັດທະນະທຳ, ການທູດສິ່ງແວດລ້ອມ, ການທູດສິດທິມະນຸດ ແລະອື່ນໆ, ປະສານສົມທົບສາມເສົາຄ້ຳຂອງການຕ່າງປະເທດ ກັບການປ້ອງກັນປະເທດ ແລະຄວາມໝັ້ນຄົງຢ່າງໃກ້ຊິດ.
ທີສາມ, ການພົວພັນຕ່າງປະເທດຂອງພັກຕ້ອງຍູ້ແຮງການຄົ້ນຄວ້າ, ຄາດຄະເນສະຖານະການ ແລະ ທ່າອ່ຽງການພັດທະນາຂອງພັກການເມືອງໃນໂລກ ເມື່ອປະເຊີນກັບການຜັນຜວນທາງການເມືອງໃນປະເທດຕ່າງໆ ແລະ ການເພີ່ມຂຶ້ນຂອງແນວຄິດການເມືອງສຸດຂົ້ວໃນຂອບເຂດທົ່ວໂລກ, ແນໃສ່ກຳນົດແນວທາງແລະນະໂຍບາຍການຕ່າງປະເທດແລະການທູດທີ່ເໝາະສົມ, ທັນທ່ວງທີ ແລະຍືດຫຍຸ່ນ ເພື່ອຮັບມືກັບທຸກສະຖານະການຢ່າງມີປະສິດທິພາບ, ຫຼີກລ່ຽງຄວາມບັງເອີນຊະເງີ້, ຖືກຕົກໃນທ່າຮັບ ຫລືຕິດຢູ່ໃນ “ວົນວຽນ” ຂອງຄວາມແຕກແຍກ, ການເຕົ້າໂຮມກໍາລັງຂອງບັນດາຂະບວນການແນວຄິດໃນໂລກ. ການຕ່າງປະເທດຂອງພັກສືບຕໍ່ສົມທົບກັບການທູດຂອງລັດ ແລະ ການທູດປະຊາຊົນ ເພື່ອເປັນກະບອກສຽງໃຫ້ເພື່ອນມິດສາກົນເຂົ້າໃຈເຖິງການຕໍ່ສູ້ທາງແນວຄິດທີ່ເປັນທຳຂອງພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ, ຕ້ານຖ້ອຍທຳນອງເສກສັນປັ້ນແຕ່ງ ບິດເບືອນຂອງອິດທິກຳລັງສັດຕູແລະປະຕິການ ທີ່ຫວັງແບ່ງແຍກພັກ, ລັດ ແລະປະຊາຊົນ.
ທີສີ່, ການທູດຂອງລັດຕ້ອງເຂົ້າໃຈຢ່າງເລິກເຊິ່ງ ແລະ ໝູນໃຊ້ຢ່າງຖືກຕ້ອງທັດສະນະກ່ຽວກັບ “ຄູ່ຮ່ວມມື” ແລະ “ເປົ້າໝາຍຕໍ່ສູ້” ໃນການພົວພັນສາກົນ ເພື່ອສ້າງທ່າສະໜາຮົບການທູດທີ່ໝັ້ນຄົງ, ສະໜັບສະໜູນການທູດຂອງພັກ ແລະ ການຕ່າງປະເທດປະຊາຊົນຢ່າງມີປະສິດທິຜົນ. ກ່ອນອື່ນໝົດ, ຕ້ອງດຳເນີນທັດສະນະທີ່ສອດຄ່ອງກັນກ່ຽວກັບນະໂຍບາຍການຕ່າງປະເທດຂອງພັກກອມມູນິດຫວຽດນາມຕໍ່ໄປ ໃນໄລຍະການປ່ຽນແປງໃໝ່ ເຊິ່ງເອກະລາດ ແລະອຳນາດອະທິປະໄຕເປັນທັງເປົ້າໝາຍ ແລະ ພື້ນຖານຂອງການຕ່າງປະເທດຂອງຫວຽດນາມ. ເອກະລາດແລະອຳນາດອະທິປະໄຕເປັນພື້ນຖານ, ສ້າງກຳລັງແຮງພາຍໃນ ເພື່ອຍົກສູງປະສິດທິຜົນຂອງການຮ່ວມມືສາກົນ ແລະ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ. ຍ້ອນວ່າ ພຽງແຕ່ມີເອກະລາດ ແລະອຳນາດອະທິປະໄຕເທົ່ານັ້ນ ຫວຽດນາມຈຶ່ງສາມາດເຊື່ອມໂຍງເຂົ້າກັບສາກົນໄດ້ຢ່າງສຳເລັດຜົນ, ເສີມຂະຫຍາຍ “ທ່າແລະກຳລັງແຮງ” ຢ່າງເຕັມທີ່, ຮັບໃຊ້ຜົນປະໂຫຍດຂອງຊາດ-ປະເທດຊາດ, ຈັດການແກ້ໄຂການພົວພັນສາກົນທີ່ສັບສົນໃນສະພາບແວດລ້ອມໂລກທີ່ບໍ່ແນ່ນອນແລະຄາດເດົາຍາກ, ເຕັມໄປດ້ວຍໂອກາດ ແລະ ຄວາມທ້າທາຍ.
ທີຫ້າ, ບົນພື້ນຖານການສົມທົບກັບການຕ່າງປະເທດຂອງພັກຢ່າງມີປະສິດທິຜົນ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ ຕ້ອງເປັນເຈົ້າການກວ່າອີກ, ປະກອບສ່ວນຊຸກຍູ້ການພົວພັນຕ່າງປະເທດກັບບັນດາຄູ່ຮ່ວມມືຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ. ການເຂົ້າຮ່ວມໃນບັນດາກົນໄກ ແລະ ເວທີປາໄສປະຊາຊົນຫຼາຍຝ່າຍໃນພາກພື້ນແລະສາກົນ ຕ້ອງສຸມໃສ່ບັນດາກຳລັງຫຼັກແຫຼ່ງ.
ທີຫົກ, ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ ຕ້ອງໃຫ້ຄວາມສຳຄັນກັບການເພີ່ມທະວີການປະສານງານໃນການຄົ້ນຄວ້າແລະຄາດຄະເນ ເພື່ອໃຫ້ເຂົ້າໃຈທ່າອ່ຽງການພັດທະນາຂອງສະຖານະການໂລກແລະພາກພື້ນໄດ້ຢ່າງທັນການ, ຖືກຕ້ອງ, ພຽງພໍ, ຮອບດ້ານ ແລະ ແມ່ນຢຳ; ຄາດຄະເນຜົນກະທົບທີ່ສະດວກ ແລະ ບໍ່ດີ ຕໍ່ປະເທດທັງໃນໄລຍະສັ້ນແລະຍາວນານ ເພື່ອຮັບໃຊ້ໜ້າທີ່ໃຫ້ຄຳປຶກສາຍຸດທະສາດແກ່ພັກແລະລັດຢ່າງມີປະສິດທິຜົນ ເພື່ອເປັນພື້ນຖານໃນການວາງແຜນນະໂຍບາຍການຕ່າງປະເທດ.
ໃນໄລຍະຈະມາເຖິງ, ຄວາມຕ້ອງການດ້ານການຕ່າງປະເທດ ແລະ ການທູດຂອງຫວຽດນາມ ແມ່ນສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນແລະຄົບຊຸດ, ຂະຫຍາຍເຄືອຂ່າຍ ແລະ ລະດັບການພົວພັນທາງການທູດ ເພື່ອປັບປຸງແລະຍົກສູງທີ່ຕັ້ງຂອງປະເທດໃນຍຸກສະໄໝໃໝ່ໃຫ້ໝັ້ນຄົງກວ່າອີກ./.
-----------------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 162.
(2) ບູ່ຍ ແທັງ ເຊີນ: “ແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ສືບທອດ ພັດທະນາ ແລະ ປັບປຸງບູລະນະ ແນວທາງການຕ່າງປະເທດໃນໄລຍະການປ່ຽນແປງໃໝ່”, ໜັງສືພິມເອເລັກໂຕຣນິກພັກກອມມູນິດຫວຽດນາມ, ອອກວັນທີ 29 ພະຈິກ 2021, https://dangcongsan.vn/thoi-su/duong-loi-doi-ngoai-dai-hoi-dang-xiii-ke-thua-phat-trien-va-hoan-thien-duong-loi-doi-ngoai-thoi-ky-doi-moi-598434.html
(3) ຫວູ ເຢືອງ ຮວັນ: “ກໍ່ສ້າງພື້ນຖານການທູດຫວຽດນາມທີ່ຮອບດ້ານແລະທັນສະໄໝຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ”, ວາລະສານກອມມູນິດ, ອອກວັນທີ 31 ພະຈິກ 2023, https://www.tapchicongsan.org.vn/web/guest/quoc-phong-an-ninh-oi-ngoai1/-/2018/827436/xay-dung-nen-ngoai-giao-viet-nam-toan-dien%2C-hien-dai-theo-tinh-than-dai-hoi-xiii-cua-dang.aspx
(4) ເບິ່ງ: ບູ່ຍ ແທັງ ເຊີນ: “ແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ສືບທອດ ພັດທະນາ ແລະ ປັບປຸງບູລະນະແນວທາງການຕ່າງປະເທດໃນໄລຍະການປ່ຽນແປງໃໝ່”, ປຶ້ມທີ່ໄດ້ແນະນຳ .
(5) ໂຮງຮຽນການຕ່າງປະເທດແລະການທູດທີ່ພິເສດ ແລະມີເອກະລັກສະເພາະຕົວ ຂອງຍຸກ ໂຮ່ຈີມິນ ເຊິ່ງເຕັມໄປດ້ວຍເອກະລັກຂອງ “ໄມ້ໄຝ່ຫວຽດນາມ”, ນັ້ນແມ່ນ: “ຍືດຫຍຸ່ນ ຄ່ອງແຄ້ວ ແຕ່ເດັດດ່ຽວ ດຸເດືອດທີ່ສຸດ; ໄຫວພິບ ປະດິດສ້າງ ແຕ່ກໍ່ມີຄວາມກ້າຫານ, ໝັ້ນຄົງເຂັ້ມແຂງ, ທົນທານໜຽວແໜ້ນ ໃນການປະເຊີນໜ້າກັບທຸກສິ່ງທ້າທາຍແລະຄວາມຫຍຸ້ງຍາກ ເພື່ອເອກະລາດຂອງຊາດ, ເພື່ອເສລີພາບ ແລະ ຄວາມຜາສຸກຂອງປະຊາຊົນ. ສາມັກຄີ ມີຄວາມເມດຕາກະລຸນາ ແຕ່ກໍ່ມີຄວາມເດັດດ່ຽວ ໜຽວແໜ້ນໃນການປົກປັກຮັກສາຜົນປະໂຫຍດຂອງຊາດ-ປະເທດຊາດ. ຮູ້ຈັກຄວາມອ່ອນ, ຮູ້ຈັກຄວາມແຂງ; ຮູ້ເວລາ, ຮູ້ສະຖານະການ; ຮູ້ຈັກຕົນເອງ, ຮູ້ຈັກຜູ້ອື່ນ; ຮູ້ຈັກກ້າວໜ້າ, ຮູ້ຈັກຖອຍກັບ, “ປັບຕົວຕາມສະຖານະການ”, “ໃຊ້ເຊືອກອ່ອນມັດໃຫ້ແໜ້ນ”! ເບິ່ງ: “ຂໍ້ຄວາມເຕັມຂອງຄຳປາໄສຂອງເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໃນກອງປະຊຸມການຕ່າງປະເທດແຫ່ງຊາດ”, ໜັງສືພິມເອເລັກໂຕຣນິກ, ອອກວັນທີ 14 ທັນວາ 2021, https://baochinhphu.vn/toan-van-phat-bieu-cua-tong-bi-thu-nguyen-phu-trong-tai-hoi-nghi-doi-ngoai-toan-quoc-102305526.htm
(6) ເບິ່ງ: ຝຸ່ງ ຫືວ ຝູ, ຫງວຽນ ວັນ ດັ້ງ ແລະ ຫງວຽນ ວຽດ ທົງ (ບັນນາທິການຮ່ວມ): “ການຮຽນຮູ້ຄຳສັບບາງຄຳໃນເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ”, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2016.
(7) ໃນປີ 2022, 2023 ແລະປີ 2024, ຫວຽດນາມໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 6 ປະເທດ, ໃນນັ້ນມີ ສ.ເກົາຫຼີ (2022), ສະຫະລັດອາເມລິກາ (ປີ 2023), ຍີ່ປຸ່ນ (ປີ 2023), ອົດສະຕຣາລີ, ຝຣັ່ງ, ມາເລເຊຍ (ປີ 2024). ພ້ອມກັນກັບຈີນ (ປີ 2008), ລັດເຊຍ (ປີ 2012), ອິນເດຍ (ປີ 2016), ຫວຽດນາມໄດ້ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 9 ປະເທດ .
(8) ເບິ່ງ: “ຂໍ້ຄວາມເຕັມຂອງຄຳປາໄສຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ໃນງານສະເຫຼີມສະຫຼອງວັນຊາດ 2 ກັນຍາ 1945 – 2 ກັນຍາ 2024”, ໜັງສືພິມເອເລັກໂຕຣນິກລັດຖະບານ, ອອກວັນທີ 1 ກັນຍາ 2024, https://xaydungchinhsach.chinhphu.vn/toan-van-bai-phat-bieu-cua-tong-bi-thu-chu-tich-nuoc-to-lam-tai-le-ky-niem-quoc-khanh-2-9-119240829210529339.htm
(9) ຫງວຽນ ໂຮ່ງ ດ້ຽບ: “ເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ: ການສ້າງແລະປັບປຸງການທູດໃນຍຸກສະໄໝໃໝ່”, ສຳນັກຂ່າວຫວຽດນາມ/Vietnamplus, ອອກວັນທີ 29 ສິງຫາ 2024, https://www.vietnamplus.vn/tong-bi-thu-chu-tich-nuoc-to-lam-xay-dung-cung-co-ngoai-giao-thoi-dai-moi-post973239.vnp
(10) ໂຕ ເລິມ: “ຕັດສິນໃຈກໍ່ສ້າງພັກທີ່ໝັ້ນຄົງເຂັ້ມແຂງ, ປະເທດຫວຽດນາມທີ່ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ມີອາລະຍະທຳ”, ວາລະສານກອມມູນິດ, ສະບັບທີ 1.044 (ເດືອນສິງຫາ 2024), ໜ້າ 8.
(11) ຫງວຽນ ໂຮ່ງ ດ້ຽບ: “ເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ: ການສ້າງແລະປັບປຸງການທູດໃນຍຸກສະໄໝໃໝ່”, ປຶ້ມທີ່ໄດ້ແນະນຳ .