ວກ. - ຊາບຊຶມແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກກອມມູນິດຫວຽດນາມ, ໃນເວລາທີ່ຜ່ານມາ, ​ການຕ່າງປະເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ແລະ ການຕ່າງປະເທດ​ປະຊາຊົນ ໄດ້ເສີມຂະຫຍາຍບົດບາດເປັນເສົາຄ້ຳຂອງຕົນຢ່າງມີປະສິດທິຜົນ ພ້ອມທັງເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນແລະກັນ ໃນການປະຕິບັດໜ້າທີ່ທາງການຕ່າງປະເທດແລະການທູດ. ​ນີ້ແມ່ນ​ໝາກຜົນ​ອັນ​ຕັ້ງໜ້າ ​ປະກອບສ່ວນ​ເຂົ້າ​ໃນ​ການ​ສືບ​ຕໍ່​ພັດທະນາ​ພື້ນຖານການ​ທູດ​ຍຸກ​ໃໝ່, ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ເພື່ອ​ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່ - ຍຸກ​ແຫ່ງ​ການບືນຕົວຂຶ້ນຂອງປະ​ເທດ​ຊາດ.

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແລະ ບັນດາເອກອັກຄະລັດຖະທູດຫວຽດນາມ ທີ່ໄດ້ຮັບການຕັດສິນແຕ່ງຕັ້ງໃໝ່, ວັນທີ 14 ຕຸລາ 2024 _ແຫຼ່ງ: baoquocte.vn

ປະກອບສ່ວນ​ກໍ່ສ້າງພື້ນຖານ​ການ​ທູດທີ່ຮອບດ້ານ ​ແລະ ທັນ​ສະ​ໄໝ

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດໜ້າທີ່ “ກໍ່ສ້າງພື້ນຖານການທູດທີ່ຮອບດ້ານແລະທັນສະໄໝ ທີ່ມີສາມເສົາຄ້ຳຄື ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ”(1) ເພື່ອ​ຮັບ​ໃຊ້ ​ແລະ ຕອບ​ສະໜອງ​ບັນດາຄວາມ​​ຕ້ອງການ​ຂອງຍຸກສະໄໝ​ໃໝ່. ໃນນັ້ນ, ຄວາມ​ໝາຍ “ຮອບດ້ານ” ​ສະ​ແດງ​ອອກ​ຜ່ານ​ການປົກຫຸ້ມ​ດ້ານໜ້າ​ທີ່​ວຽກ​ງານ, ອັດຕະພາບດຳເນີນການ, ຂົງ​ເຂດ, ຂອບ​ເຂດ, ພ້ອມທັງເຄື່ອງ​ມືທາງ​ການ​ຕ່າງປະ​ເທດ, ວິທີ​ດຳເນີນການ ​ແລະອື່ນໆ. ລະອຽດຄື:

ຄວາມຮອບດ້ານທາງດ້ານການຕ່າງປະເທດ ສະທ້ອນໃຫ້ເຫັນວ່າ ໜ້າທີ່ການ​ຕ່າງປະ​ເທດ​ຜ່ານ​ກອງ​ປະຊຸມ​ໃຫຍ່ວາລະຕ່າງໆ​ຂອງ​ພັກ​ ລ້ວນ​ແຕ່​ໄດ້​ເສີມ​ຂະຫຍາຍອົງປະກອບ​ ເພື່ອຜັນຂະຫຍາຍໜ້າທີ່ “ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”. ອົງປະກອບເຫຼົ່ານີ້​ມີຄວາມເໝາະສົມກັບ​ສະຖານະການ​ສາກົນ ​ແລະ ສະຖານະ​ການ​ພາຍ​ໃນ​ປະ​ເທດ ​ເຊັ່ນ: ການ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ທີ່ເອື້ອອຳນວຍ​ແກ່​ຂະ​ບວນການ​ປ່ຽນແປງໃໝ່, ຊຸກຍູ້​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ປະ​ເທດ (ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI, VII, VIII, IX ​ແລະ X); ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງປະເທດຢ່າງໝັ້ນຄົງ (ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI); ຍົກສູງທີ່ຕັ້ງຂອງປະເທດ (ກອງປະຊຸມໃຫຍ່ຄັ້ງທີ XII); ປະກອບສ່ວນອັນຕັ້ງໜ້າເຂົ້າໃນຂະບວນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າສັງຄົມໃນໂລກ (ກອງປະຊຸມໃຫຍ່ຄັ້ງທີ XI, XII, XIII). ສິ່ງ​ທີ່ໜ້າສັງເກດຄື, ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ, ຄວາມຮອບດ້ານ​ຂອງໜ້າທີ່​ການ​ຕ່າງປະ​ເທດ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເມື່ອ​ຍຶດໝັ້ນ ​ແລະ ​ເອົາ “ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ” ​ເປັນ​ເຂັມທິດຊີ້ນຳການ​ຕ່າງປະ​ເທດ.

ຄຽງຄູ່ກັນນັ້ນ, ຄວາມຮອບດ້ານຂອງໜ້າທີ່ການຕ່າງປະເທດຍັງໄດ້ຮັບການພັດທະນາໂດຍຜ່ານກອງປະຊຸມໃຫຍ່ຄັ້ງຕ່າງໆ ຂອງພັກ ດ້ວຍບັນດາອົງປະກອບຄື “ການເພີ່ມເພື່ອນມິດ, ການຫຼຸດຜ່ອນສັດຕູ” (ມະຕິໝາຍເລກ 13 ປີ 1988), “ຫວຽດນາມເປັນເພື່ອນ” (ກອງປະຊຸມໃຫຍ່ຄັ້ງທີ VII), “ຫວຽດນາມແມ່ນເພື່ອນ” (ກອງປະຊຸມໃຫຍ່ຄັ້ງທີ IX), “ຄູ່ຮ່ວມມືທີ່ໄວ້ວາງໃຈໄດ້” (ກອງປະຊຸມໃຫຍ່ຄັ້ງທີ IX), “ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ” (ກອງປະຊຸມໃຫຍ່ຄັ້ງທີ XII). ການຫັນປ່ຽນຈິນຕະນາການຕາມທິດທາງ “ເປັນເຈົ້າການ ແລະ ຕັ້ງໜ້າ” ເມື່ອເນັ້ນໜັກເຖິງການ “ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ”, ເຂົ້າຮ່ວມບັນດາສະຖາບັນຫຼາຍຝ່າຍ, ພິເສດແມ່ນ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະປະຊາຊາດ.

ຄວາມຮອບດ້ານທາງດ້ານອົງການດຳເນີນກິດຈະກຳການຕ່າງປະເທດ ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ລະບົບ​ການ​ເມືອງທັງໝົດ, ບັນດາອົງການ​ຈັດ​ຕັ້ງ​ທາງສັງຄົມ, ວິ​ສາ​ຫະກິດ ​ແລະ ປະຊາຊົນ​ໃນ​ກິດຈະກຳ​ການ​ຕ່າງປະ​ເທດ. ໃນນັ້ນ, ​ເອົາ​ໃຈ​ໃສ່​ເຖິງ​ການ​ສົມທົບ​​ຢ່າງ​ແໜ້ນ​ແຟ້ນ, ການສະໜັບສະໜູນ ​ແລະ ​ການເພີ່ມ​ເຕີມເຊິ່ງກັນແລະກັນ ລະຫວ່າງ 3 ​ເສົາ​ຄ້ຳ​ຂອງພື້ນຖານ​ການ​ທູດ, ຮັບປະກັນ​ການ​ນຳພາ​ເປັນເອກະພາບຂອງ​ພັກ ​ແລະ ການ​ຄຸ້ມ​ຄອງລວມສູນຂອງ​ລັດ.

ຄວາມຮອບດ້ານທາງດ້ານຂົງເຂດການພົວພັນ ໝາຍ​ຄວາມ​ວ່າ ​ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ໄດ້​ຮັບ​ການ​ຜັນຂະຫຍາຍ​ໃນ​ທຸກ​ຂົງ​ເຂດ ໂດຍມີ 4 ຈຸດໜັກໃຈກາງ​ຄື: ການທູດການ​ເມືອງ, ການ​ທູດ​ເສດຖະກິດ, ການ​ທູດ​ວັດທະນະທຳ ​ແລະ ວຽກງານກັບຊາວ​ຫວຽດນາມຢູ່ຕ່າງປະເທດ ທັງແບບ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ.

ຄວາມຮອບດ້ານທາງດ້ານຄູ່ຮ່ວມງານ ແລະ ຂອບເຂດການພົວພັນ ​ແມ່ນ​ການຮັບປະກັນ​ການດຳເນີນກິດຈະກຳດ້ານ​ການ​ຕ່າງປະ​ເທດ​ກັບທຸກໆ​ຄູ່​ຮ່ວມ​ມື ​ໃນ​ທຸກ​ພື້ນທີ່, ນັບ​ແຕ່​ອະນຸ​ພາກ​ພື້ນ, ພາກ​ພື້ນ, ລະຫວ່າງ​ພາກ​ພື້ນ ​ໄປ​ຮອດ​ທົ່ວ​ໂລກ; ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ປະ​ເທດ​ເທົ່າ​ນັ້ນ, ແຕ່​ຍັງ​ມຸ່ງສູ່​ທ້ອງ​ຖິ່ນ, ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງທາງ​ສັງຄົມ, ຊາວ​ຕ່າງປະ​ເທດ, ກໍ່​ຄື​ບັນດາ​ອົງການ​ຫຼາຍ​ຝ່າຍ​ສາກົນ. ໃນນັ້ນ, ຈຸດໜັກໃຈກາງແມ່ນຍູ້ແຮງ ​ແລະ ລົງ​ເລິກ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບດ້ານ, ຄູ່​ຮ່ວມ​ມື​ສຳຄັນ ​ແລະ ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ເຊັ່ນດຽວກັບ​ບັນດາ​ສະ​ຖາ​ບັນ​ຫຼາຍ​ຝ່າຍ ​ເຊິ່ງຫວຽດນາມມີ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ(2).  

ຄວາມຮອບດ້ານທາງດ້ານເຄື່ອງມື ແລະ ວິທີການດຳເນີນການ ແມ່ນການປະສົມປະສານຢ່າງກົມກຽວ ແລະ ອຸດົມສົມບູນ ຂອງເຄື່ອງມືທາງການທູດໃນທຸກລະດັບ, ທຸກຊ່ອງທາງແລະວິທີການ ເຊັ່ນ: ເຄື່ອງມືທາງເສດຖະກິດ, ການເມືອງ, ກົດໝາຍສາກົນ, ຂໍ້ມູນຂ່າວສານຕ່າງປະເທດ ແລະ ການທູດວັດທະນະທຳ(3).

ດ້ວຍ​ຄວາມ​ໝາຍ ທັນ​ສະ​ໄໝ, ແນວ​ຄິດ​ດັດ​ແປງແລະປັບຕົວຂອງ​ການ​ທູດ​ຫວຽດນາມ​ໃນ​ສະຖານະການ ​ແລະ ສະພາບ​ການ​ໃໝ່ ​ໄດ້​ຮັບ​ການເນັ້ນໜັກ. ໃນ​ດ້ານ​ຄຸນລັກສະນະ, ​ການ​ທູດ​ຫວຽດນາມແມ່ນ​ການປະ​ສົມປະສານ​ຢ່າງ​ກົມກຽວ​ຂອງ​ຮີດຄອງ​ປະ​ເພນີແລະເອກະລັກ​ທາງ​ການ​ທູດ​ຂອງ​ຊາດ, ແນວຄິດ​ການ​ທູດ​ຂອງ​ໂຮ່ຈີມິນ, ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໃນ​ໄລຍະຕ່າງໆ ​ແລະ ແກ່ນແທ້ຂອງ​ການ​ທູດ​ແລະຄວາມ​ຮູ້​ຂອງ​ມະນຸດຊາດ ຕັ້ງແຕ່​ອະດີດ​ຈົນເຖິງ​ປະຈຸ​ບັນ(4). ນອກຈາກນັ້ນ, ການທູດຫວຽດນາມສະໄໝໃໝ່ ມີເປົ້າໝາຍທີ່ຈະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງກວ້າງຂວາງ​ເລິກ​ເຊິ່ງ, ມີ​ຄວາມ​ສາມາດ​ປະກອບສ່ວນ​ແກ້​ໄຂ​ບັນຫາ​ໂລກ, ກາຍ​ເປັນສ່ວນ​ໜຶ່ງ​ຂອງ​ການ​ທູດ​ໂລກ. ວິທີການດຳເນີນງານ ຂອງການທູດ “ທັນສະໄໝ” ສະແດງອອກໃນວິທີການ ແລະ ການດຳເນີນງານ, ເນັ້ນເຖິງຄວາມສາມາດໃນການປັບຕົວ, ເອົາໃຈໃສ່ເຮັດໃຫ້ຂະບວນການເປັນມາດຕະຖານ, ໂຄງສ້າງພື້ນຖານທີ່ທັນສະໄໝ ແລະສອດຄ່ອງກັນ, ການໃຊ້ຊັບພະຍາກອນບຸກຄົນທີ່ມີຄຸນສົມບັດ, ແບບແຜນການເຮັດວຽກທີ່ເປັນມືອາຊີບ ແລະ ກົງຈັກທີ່ກະທັດລັດມີປະສິດທິພາບ.

ຈາກນັ້ນ, ອາດຈະເຫັນໄດ້ວ່າ, ດ້ວຍແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານແລະເລິກເຊິ່ງ ທີ່ໄດ້ວາງໄວ້ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ, ໃນສະພາບການການພົວພັນສາກົນທີ່ຫຼາກຫຼາຍ, ອຸດົມສົມບູນ ແລະ ຫຼາຍຂົງເຂດໃນທຸກວັນນີ້, ການທູດທີ່ຮອບດ້ານແລະທັນສະໄໝ ຕ້ອງອາໄສການເຂົ້າຮ່ວມຂອງລະບົບການເມືອງທັງໝົດ, ໂດຍສະເພາະ ໃນເສົາຄ້ຳທັງສາມຂອງການທູດ: ການຕ່າງປະເທດຂອງພັກ, ການທູດຂອງລັດ, ການຕ່າງປະເທດປະຊາຊົນ ເພື່ອເສີມຂະຫຍາຍ “ທ່າ ແລະ ກຳລັງ” ຂອງປະເທດໃຫ້ສູງສຸດ. ນີ້​ແມ່ນ​ການ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍມູນເຊື້ອ​ແລະບົດຮຽນ​ອັນ​ລ້ຳ​ຄ່າ ​ຂອງ​ການ​ທູດ​ຫວຽດນາມ ຜ່ານ​ໄລຍະ​ການ​ປະຕິວັດ, ພິ​ເສດ​ແມ່ນ​ໂຮງຮຽນ​ການ​ທູດແບບ “​ໄມ້​ໄຜ່​ຫວຽດນາມ” ​ໃນ​ສະ​ໄໝ​ໂຮ່ຈີມິນ(5). ດັ່ງນັ້ນ, ການຕ່າງປະເທດຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ຕ່າງປະເທດ​ປະຊາຊົນ​ ນັບ​ມື້​ນັບ​ຢືນຢັນ​ຄວາມເປັນເສົາ​ຄ້ຳ​ຂອງ​ຕົນ, ​​ສະ​ແດງ​ໃຫ້​ເຫັນເຖິງ​ບົດບາດ, ພາລະ​ກິດ​ສະເພາະ ​ແລະ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ທູດ​ທີ່ຮອບດ້ານ ​ແລະ ທັນ​ສະ​ໄໝ.

ໃນ​ການຜັນຂະຫຍາຍຈິງ, ດ້ວຍ​ລັກສະນະ​ສະເພາະຂອງ​ລະບົບ​ການ​ເມືອງ​ຂອງ​ຫວຽດນາມ, ການຕ່າງປະເທດ​ຂອງ​ພັກມີ​ບົດບາດ​ນຳພາຫຼັກ​ໃນ​ການ​ກໍ່ສ້າງແນວທາງ ແລະ ຍຸດ​ທະ​ສາດ​ການ​ຕ່າງປະ​ເທດ, ໂດຍສະເພາະ​ ໃນ​ບັນດາ​ບັນຫາ​ສຳຄັນ ​ແລະ ຍາວ​ນານ. ການ​ທູດຂອງ​ລັດ​ມີ​ບົດບາດ​ຫຼັກ​​ໃນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ ແຜນ​ນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ລັດ​ກັບ​ລັດ, ລະຫວ່າງ​ຫວຽດນາມກັບ​ບັນດາ​ປະ​ເທດ​ແລະອານາເຂດ ​ແລະ ລະຫວ່າງ​ຫວຽດນາມກັບບັນດາ​ອົງການ​ຈັດ​ຕັ້ງ​ສາກົນ. ການຕ່າງປະເທດ​ປະຊາຊົນ​ແມ່ນ​ຊ່ອງ​ທາງການ​ຕ່າງປະ​ເທດລະດັບ​ຮາກ​ຖານ, ສະໜັບສະໜູນ​ການ​ພົວພັນຕ່າງປະເທດ​ຂອງ​ພັກ ​ແລະ ການ​ທູດຂອງ​ລັດ, ​ໂດຍ​ຜ່ານ​ການ​ສ້າງ​ບັນດາ​ຮູບ​ແບບ​ການ​ແລກປ່ຽນ ​ແລະ ສົນທະນາ​ ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ໃນ​ໂລກ, ເສີມຂະຫຍາຍ “ພະລັງ​ອ່ອນ” ​ເພື່ອ​ສ້າງ​ພື້ນຖານ​ສັງຄົມ​ທີ່​ສະດວກ, ປະກອບສ່ວນ​ຊຸກຍູ້​ຄວາມ​ເຂົ້າ​ໃຈ​ຂອງ​ເພື່ອນ​ມິດສາ​ກົນ ​ກ່ຽວ​ກັບແນວທາງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຂອງ​ພັກແລະລັດ, ກ່ຽວກັບ​ປະ​ເທດ ​ແລະ ປະຊາຊົນຫວຽດນາມ. ຈາກ​ນັ້ນ, ຈຶງມີ​ອິດ​ທິພົນ​ຕໍ່​ນະ​ໂຍບາຍ​ຂອງ​ລັດຖະບານ​ຕ່າງປະ​ເທດ ​ເພື່ອ​ພັດທະນາ​ການ​ພົວພັນ​ລະຫວ່າງປະ​ເທດ​ໃນລະດັບທີ່​ສູງ​ຂຶ້ນ.

ຄຽງຄູ່ກັນນັ້ນ, ບົນພື້ນຖານການຮັບໃຊ້ເປົ້າໝາຍສູງສຸດຄື ການຮັບປະກັນຜົນປະໂຫຍດຂອງຊາດ-ປະເທດຊາດ, ພ້ອມກັນນັ້ນ ດ້ວຍ​ຄວາມ​ເປັນ​ເອກະລາດແລະລັກສະນະສະ​ເພາະ​ໃນ​ການ​ເຄື່ອນ​ໄຫວ, ການຕ່າງປະເທດຂອງ​ພັກ, ການ​ທູດຂອງ​ລັດ ແລະ ການຕ່າງປະເທດ​ປະຊາຊົນ​ ມັກຈະມີ​ການປະສານງານແບບເປັນຊັ້ນໆ, ເປັນລະບົບ, ເພີ່ມເຕີມ ແລະ ສະໜັບສະໜູນ​ເຊິ່ງກັນ​ແລະກັນ. ພິເສດແມ່ນ:

ໃນ​ຂະ​ບວນ​ການ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ການ​ທູດ​ຫວຽດ​ນາມ ຍາມ​ໃດ​ກໍ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ເຕັມ​ທີ່ ​ຂອງ​ເສົາ​ຄ້ຳ​ທັງສາມຂອງ​ການ​ທູດ​ຫວຽດ​ນາມ. ເສົາ​ຄ້ຳທັງສາມຂອງ​ການ​ຕ່າງປະ​ເທດ​ສົມທົບ​ກັນໃນການ​ປະຕິບັດ​ບັນດາ​ໜ້າ​ທີ່​ພື້ນຖານ​ຄື: “ການຄົ້ນຄວ້າ, ການສະເໜີ​ແນະ ​ແລະ ການຜັນ​ຂະຫຍາຍແນວທາງ ນະ​ໂຍບາຍ​ການ​ຕ່າງປະ​ເທດ; ສ້າງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ປະໂຫຍດຮ່ວມກັນ ກັບບັນດາ​ຄູ່​ຮ່ວມ​ມື; ຈັດ​ຕັ້ງການສື່ສານ​ຂໍ້​ມູນ​ຂ່າວ​ສານ​ການ​ຕ່າງປະ​ເທດ, ຍາດແຍ່ງເອົາ​ການສະໜັບສະ​ໜູນ​ຈາກ​ປະຊາ​ຊົນ​ໂລກ, ຕໍ່ສູ້ຕ້ານ​ກົນອຸບາຍ ​ແລະ ການ​ກະທຳ​ກໍ່​ການ​ຮ້າຍ​ຂອງ​ກຳລັງ​ສັດຕູ”(6). ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຄວາມ​ບໍ່ສາມາດແຍກອອກຈາກກັນໄດ້​ ຂອງ​​ເສົາ​ຄ້ຳທັງສາມ​ນີ້ ​ຍັງສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ເຄື່ອນ​ໄຫວ​​ການ​ຕ່າງປະ​ເທດ; ​ໃນ​ນັ້ນ, ​ການ​ຕ່າງປະ​ເທດ​ຂອງ​ພັກ​ເປັນຜູ້​ນຳ​ແລະຊີ້​ນຳລວມສູນ ຕໍ່​​ລະບົບ​ການ​ເມືອງ​ທັງ​ໝົດ, ​ໃນ​ຂະນະ​ທີ່​ການ​ທູດ​ຂອງ​ລັດກໍ່​ຈັດ​ຕັ້ງການຜັນຂະຫຍາຍ ແລະ ຄຸ້ມ​ຄອງ​ຢ່າງ​ມີ​ປະສິດທິ​ຜົນ.

 ໃນ​ວິ​ທີ​ການ​ຮ່ວມ​ມື ​ແລະ ການຕໍ່ສູ້​ທາງ​ການ​ທູດ, ​ຊາບຊຶມທັດສະນະ​ຂອງ​ພັກ​ກ່ຽວ​ກັບ “ຄູ່​ຮ່ວມ​ມື” ​ແລະ “ເປົ້າໝາຍຕໍ່ສູ້”, ປະຕິບັດ​ຄຳ​ຂວັນ​ທີ່ວ່າ ທັງ​ຮ່ວມ​ມືແລະຕໍ່ສູ້, ​ເໝາະ​ສົມ​ກັບ​ແຕ່ລະ​ສະພາບ​ການ ​ແລະແຕ່ລະເປົ້າໝາຍຕໍ່ສູ້; ເສີມຂະຫຍາຍ​ຈິດ​ໃຈອີງໃສ່​ຕົນ​ເອງສ້າງຄວາມເຂັ້ມແຂງດ້ວຍ​ຕົນ​ເອງ, ຍົກ​ສູງ​ສະຕິ​ລະວັງ​ຕົວ, ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ການ​ເມືອງ ແລະຄວາມ​ໝັ້ນຄົງຂອງຊາດ, ເອກະລັກທາງວັດທະນະທຳ​ຂອງຊາດ, ບັນດາ​ເສົາ​ຄ້ຳ​ດ້ານນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ປະສານສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອຜັນຂະຫຍາຍ​ກິດຈະກຳການ​ຮ່ວມ​ມື ​ແລະ ການຕໍ່ສູ້​ຢ່າງຍືດຫຍຸ່ນ ​ແລະ ມີ​ປະສິດທິພາບ. ໂດຍ​ອີງ​ຕາມ​ເປົ້າໝາຍຕໍ່ສູ້, ສະຖານະ​ການ ​ແລະ ຄວາມ​ສາມາດ, ​ເສົາ​ຄ້ຳ​ທັງສາມຂອງພື້ນຖານການ​ທູດ​ຈະ​ໄດ້​ຮັບ​ການໝູນໃຊ້​ຢ່າງຄ່ອງແຄ້ວ ​ໃນ​ການ​ສົມທົບ​ກັນ​ປະຕິບັດ​ການ​ຮ່ວມ​ມື ​ແລະ ຕໍ່ສູ້ “ເພື່ອ​ຜົນ​ປະ​ໂຫຍ​ດຂອງ​​ຊາດ-ປະເທດຊາດ, ປົກປັກຮັກສາປະເທດຊາດສັງຄົມນິຍົມຫວຽດນາມຢ່າງ​ໝັ້ນຄົງ”.

ຜົນງານທີ່ບັນລຸ​ໄດ້​ໃນ​ການ​ປະສານ​ສົມທົບ​ການ​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ
​ຂອງ​ປະ​ເທດ​ຢ່າງຮອບດ້ານ.

ດ້ວຍການ “ແບ່ງບົດບາດ” ແລະ ການປະສານສົມທົບ​ຢ່າງ​ຄ່ອງ​ແຄ້ວ​ທີ່​ກ່າວ​ມາ​ຂ້າງ​ເທິງ, ໃນເວລາທີ່ຜ່ານມາ, ທັງສາມເສົາຄ້ຳຂອງການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ ໄດ້ປະກອບສ່ວນສ້າງພະລັງ “ສະທ້ອນ” ໃນການປະຕິບັດເປົ້າໝາຍການຕ່າງປະເທດຂອງປະເທດຢ່າງມີປະສິດທິຜົນ. ໂດຍສະເພາະ:

ທີໜຶ່ງ, ການ​ຕ່າງປະເທດຂອງ​ພັກ​ມີ​ບົດບາດ​ຫຼັກ​ໃນການກຳນົດ​ຍຸດ​ທະ​ສາດ, ແຜນນະ​ໂຍບາຍ, ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ, ສ້າງ​ພື້ນຖານ​ເພື່ອຊຸກຍູ້​ການ​ພົວພັນອັນ​ໃກ້​ຊິດ​ບໍ່​ພຽງ​ແຕ່​ກັບປະ​ເທດ​ທີ່​ມີ​ອຸດົມ​ການດຽວ​ກັນ​ເທົ່າ​ນັ້ນ, ແຕ່​ຍັງ​ລວມເຖິງປະເທດທີ່ມີພັກກຳອຳນາດ ແລະ ພັກ​ການ​ເມືອງ​ທີ່​ມີ​ອິດ​ທິພົນ​ທາງ​ການ​ເມືອງ ແລະ ມີ​ບົດບາດ​ສຳຄັນ​ໃນແນວທາງແລະ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດຕ່າງໆ. 

ທີ​ສອງ, ການ​ທູດຂອງ​ລັດ​ສະ​ແດງ​ໃຫ້​ເຫັນເຖິງ​ບົດບາດອັນ​ຕັ້ງໜ້າ ​ແລະ ເປັນເຈົ້າການ​ໃນ​ວຽກ​ງານ​ສາກົນ. ຕັ້ງໜ້າ​ ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ​ປະເທດເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ປະເທດຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ ​ເພື່ອປັບປຸງ​ທີ່​ຕັ້ງ​ຂອງ​ຊາດ, ປົກປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ ຈາກຄວາມຜັນຜວນ​ທາງ​ການ​ເມືອງແລະ​ເສດຖະກິດ​ໃນ​ໂລກ ​ແລະ ພາກ​ພື້ນ ອັນ​ເນື່ອງ​ມາຈາກ​ການ​ແຂ່ງຂັນ​ທາງຍຸດ​ທະ​ສາດອັນດຸເດືອດ​ ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ ແລະ ໄພ​ຂົ່ມຂູ່​ທີ່​ບໍ່​ເຄີຍເກີດຂຶ້ນ​ມາ​ແລະສັບສົນ ຈາກ​ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ​ແລະແບບບໍ່ດັ້ງເດີມ. ເປັ້ນເຈົ້າການ ໃນ​ການຕິດຕາມການເຄື່ອນໄຫວຂອງ​ສະຖານະ​ການ​ໂລກ, ໂດຍສະເພາະ ​ການປັບປ່ຽນ​ຍຸດ​ທະ​ສາດ ​ແລະ ວິທີ​ການ​ພັດທະນາ​ຂອງ​​ປະ​ເທດຕ່າງໆ. ຜ່ານ​ນັ້ນ, ພະຍາຍາມ​ສະກັດ​ກັ້ນ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ, ​ແກ້​ໄຂຂໍ້ພິພາດ​ໂດຍ​ສັນຕິ​ວິທີ ຕາມ​ກົດ​ບັດສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ປະກອບສ່ວນ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ “ຕັ້ງແຕ່​ຕົ້ນ ແລະ ຈາກໄລຍະ​ໄກ”.    

ທີ​ສາມ, ການຕ່າງປະເທດປະຊາຊົນ​ມີ​ທ່າ​ໄດ້​ປຽບພິເສດ​ ໃນ​ດ້ານ​ຄວາມ​ສາມາດ​ໃນການເຂົ້າ​ເຖິງ​ຄູ່​ຮ່ວມ​ມື ​/ ເປົ້າໝາຍຕໍ່ສູ້ໃນວົງກວ້າງ ແລະ ສາມາດຈັດ​ການ​ຮ່ວມ​ມື / ການຕໍ່ສູ້​ໄດ້ຢ່າງຍືດຫຍຸ່ນ​ ຕາມສະຖານະການສະເພາະ​ແຕ່ລະ​ສະຖານະການ, ໂດຍສະເພາະ ໃນ​ເງື່ອນ​ໄຂ​ທີ່​ການ​ທູດຢ່າງເປັນທາງການຂອງ​ພັກ​ແລະລັດນັ້ນ ​ຍາກຕໍ່​ການ​ປະຕິບັດ ​ຫຼື ປະຕິບັດບໍ່ມີປະສິດທິພາບ. ດັ່ງນັ້ນ, ການຕ່າງປະເທດປະຊາຊົນສາມາດສ້າງແລະຜັນຂະຫຍາຍຊ່ອງທາງໂດຍກົງ ແລະ ມີປະສິດທິຜົນໄດ້ ດ້ວຍກິດຈະກຳການແລກປ່ຽນ ແລະ ການຮ່ວມມືທີ່ຫຼາກຫຼາຍ (ເຊັ່ນ: ສະມາຄົມມິດຕະພາບ, ການຮ່ວມມືດ້ານເສດຖະກິດ, ການແລກປ່ຽນວັນນະຄະດີ-ສິລະປະ, ວິທະຍາສາດ-ການສຶກສາ, ການແລກປ່ຽນກິລາ ແລະອື່ນໆ). ດ້ວຍເຫດນີ້, ຈຶງບໍ່ພຽງແຕ່ເພີ່ມທະວີຄວາມໄວ້ວາງໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນຂອງປະເທດອື່ນໆເທົ່ານັ້ນ ແຕ່ຍັງສ້າງພື້ນຖານທາງສັງຄົມທີ່ໝັ້ນຄົງອີກນຳ ແລະ ຍັງເພີ່ມເນື້ອໃນການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຕ່າງປະເທດຂອງຫວຽດນາມເລິກເຊິ່ງກວ່າອີກ.

ການ​ປະສານສົມທົບ​​ສາມ​ເສົາ​ຄ້ຳຂອງ​ການ​ທູດຊ່ວຍຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ທູດ​ທີ່ຮອບດ້ານ ​ແລະ ທັນ​ສະ​ໄໝ, ປະກອບສ່ວນອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ.

ທີ​ໜຶ່ງ, ລະດົມ​ແຫຼ່ງກຳລັງ​ພາຍ​ໃນ​ປະ​ເທດ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ການ​ຕ່າງປະ​ເທດ. ດ້ວຍ​ການປະສານ​ສົມທົບ​ຢ່າງໃກ້ຊິດ ​ແໜ້ນ​ແຟ້ນ ​ແລະ ​ພ້ອມ​ກັນ​ຂອງ 3 ​ເສົາ​ຄ້ຳ​ການ​ຕ່າງປະເທດຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການຕ່າງປະເທດ​ປະຊາຊົນ, ພື້ນຖານການ​ທູດ​ຫວຽດນາມ​ໄດ້​ລະດົມ​ການ​ເຂົ້າ​ຮ່ວມ​ຂອງລະບົບ​ການ​ເມືອງທັງໝົດ, ສ້າງ​ກຳລັງ​ແຮງ​ສັງລວມຂອງ​ຊາດ​ ​ເພື່ອ​ຮັບມືກັບຄວາມ​ທ້າ​ທາຍ, ໃຊ້​ໂອກາດ​ໃນການດຳເນີນກິດຈະກຳດ້ານການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ບັນດາ​ເສົາ​ຄ້ຳ​ທີ່ສຳຄັນ​ຂອງ​ການ​ທູດ​ຫວຽດນາມ ສືບ​ຕໍ່ໄດ້ຮັບການປ່ຽນແປງໃໝ່, ປະດິດສ້າງ, ປັບປຸງໃຫ້ທັນ​ສະ​ໄໝ, ຫັນ​ເປັນ​ມາດຕະຖານ ​ແລະ ຫັນ​ເປັນ​ດິຈິ​ຕອນ, ເປັນເຈົ້າການໃນການ​ປັບ​ຕົວ​ໃຫ້ສອດຄ່ອງກັບ​ຄວາມ​ຫຼາກ​ຫຼາຍ​ຂອງ​ການ​ພົວພັນ​ສາກົນ ​ແລະ ໃນສະພາບ​ຂອງການພັດທະນາປະຕິສຳພັນ​ລະຫວ່າງ​​ປະ​ເທດທີ່​ນັບ​ມື້​ນັບເພີ່ມຂຶ້ນ.

ທີສອງ, ປະກອບສ່ວນສືບຕໍ່ປະຕິບັດເປົ້າໝາຍສູງສຸດຂອງການຕ່າງປະເທດຂອງຫວຽດນາມຄື ເສີມຂະຫຍາຍບົດບາດບຸກເບີກໃນການ “ສ້າງ ແລະ ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ”, “ລະດົມແຫຼ່ງກຳລັງຈາກພາຍນອກ ເພື່ອພັດທະນາປະເທດ”, “ຍົກສູງຖານະທີ່ຕັ້ງ ແລະ ກຽດສັກສີຂອງປະເທດຊາດ”, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​​ເປົ້າ​ໝາຍການ​ພັດທະນາ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ ​ໃນ​ປີ 2030 ​ແລະ 2045. ຕາມນັ້ນ, ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານຂອງຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມື ແລະ ຜົນປະໂຫຍດຮ່ວມກັນ.

ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ 194 ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ​ກັບ 30 ປະ​ເທດ(7) ລວມທັງ​ບັນດາ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງສະຫະ​ປະຊາ​ຊາດ ​ແລະ ບັນດາ​ປະ​ເທດ​ໃຫຍ່. ພື້ນຖານເສດຖະກິດຫວຽດນາມເຕີບໂຕຂຶ້ນ ແລະ ຢືນຢູ່ໃນອັນດັບ 40 ປະເທດເສດຖະກິດແຖວໜ້າ, ໂດຍມີຂະໜາດການຄ້າຢູ່ໃນ 20 ປະເທດຊັ້ນນຳລະດັບໂລກ, ເປັນຈຸດເຊື່ອມໂຍງສຳຄັນໃນສັນຍາການຄ້າເສລີ (FTA) ຈຳນວນ 16 ສະບັບ ເຊື່ອມໂຍງກັບພື້ນຖານເສດຖະກິດສຳຄັນ 60 ແຫ່ງ ໃນພາກພື້ນແລະທົ່ວໂລກ(8).

ທີ​ສາມ, ແຕ່ລະ​ເສົາ​ຄ້ຳ​ການ​ຕ່າງປະ​ເທດລ້ວນແຕ່ໄດ້​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ບົດຮຽນປະສົບ​ການ​ອັນ​ລ້ຳ​ຄ່າ, ສິລະ​ປະແຫ່ງການ “​ເຕົ້າ​ໂຮມກຳລັງ” ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ການ​ຕ່າງປະ​ເທດ​ປະຕິວັດ​ຂອງ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ ​ການປັບຕົວຢ່າງໄຫວພິບ ຍືດຫຍຸ່ນ ແລະ ກົມກຽວ ​ຂອງ​ໂຮງຮຽນ​ການ​ທູດແບບ “​ໄມ້​ໄຜ່​ຫວຽດນາມ” ​ ​ໃຫ້​ເຂົ້າ​ກັບ​ທ່າ​ອ່ຽງຂອງ​ການ​ພົວພັນ​ຕ່າງປະ​ເທດ​ຫຼາຍ​ອັດຕະພາບ, ຫຼາຍ​ຂົງ​ເຂດ, ປະກອບສ່ວນ​ຢັ້ງຢືນ​ພື້ນຖານການ​ທູດຫວຽດນາມທີ່​ຮອບດ້ານ ແລະ ທັນ​ສະ​ໄໝ, ກາຍ​ເປັນສ່ວນ​ໜຶ່ງ​ຂອງ​ການ​ທູດ​ໂລກ.

ທີ​ສີ່, ການ​ປະສານ​ສົມທົບ​ລະຫວ່າງ​ການຕ່າງປະເທດ​ຂອງ​ພັກ, ການ​ທູດຂອງ​ລັດ, ການຕ່າງປະເທດ​ປະຊາຊົນ ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ປະສິດທິ​ຜົນ​ຂອງ​ການ​ທູດ​ຫວຽດນາມ ​ໃນ​ໜ້າທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ “ຕັ້ງ​ແຕ່​ຕົ້ນ ​ແລະ ຈາກໄລຍະ​ໄກ”. ນັ້ນ​ແມ່ນ: 1- ສ້າງ ​ແລະ ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຕ່າງປະ​ເທດ; ຮັບປະກັນ​ຄວາມ​ໝັ້ນຄົງ​​ແລະອະທິປະ​ໄຕຂອງຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຈາກ​​ໄພ​ຂົ່ມ​ຂູ່​ດ້ານ​ຄວາມໝັ້ນຄົງທັງ​ແບບ​ດັ້ງ​ເດີມ​ແລະ​ບໍ່ເປັນ​ແບບ​ດັ້ງ​ເດີມ; 2- ຮັບປະກັນ​ຜົນ​ປະ​ໂຫຍ​ດ​ສູງ​ສຸດ​ຂອງ​​ຊາດ-ປະເທດຊາດ ບົນ​ພື້ນຖານຂອງ​ຫຼັກການ​ພື້ນຖານ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ຄວາມ​ສະ​ເໝີ​ພາບ, ການ​ຮ່ວມ​ມື ​ແລະ ​​ຜົນ​ປະ​ໂຫຍ​ດຮ່ວມກັນ.

ທີ​ຫ້າ, ໃຊ້ປະໂຫຍດຈາກຈຸດແຂງ ແລະ ​ລັກສະນະ​ສະເພາະຂອງ​ແຕ່ລະ​ຊ່ອງ​ທາງ​ການ​ພົວພັນ​ຕ່າງປະ​ເທດ, ສົມທົບ​ກັນ​ໃນ​ການ​ຮ່ວມ​ມື ​/ ການຕໍ່ສູ້ທາງ​ການ​ທູດ ​ເພື່ອ​ສ້າງ “ຈຸດ​ຮ່ວມກັນ”, ຈັດການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຫວຽດນາມເມື່ອປະເຊີນກັບການປ່ຽນແປງ​ທີ່​ບໍ່​ອາດ​ຄາດ​ເດົາໄດ້​ ໃນ​ສະພາບ​ການ​ໂລກ.

ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ພື້ນຖານການ​ທູດ​ຫວຽດນາມ ​ໃນ​ຍຸກ​ໃໝ່

ຕັ້ງແຕ່​ນີ້ຈົນເຖິງ​ປີ 2030, ໂລກ​​ຢູ່​ໃນ​ໄລຍະ​ແຫ່ງ​ການ​ປ່ຽນ​ແປງທີ່ມີລັກສະນະ​ຍຸກ​ສະ​ໄໝ, ໃນ​ນັ້ນ ລະ​ບຽບ​​ໂລກ​ໃໝ່​ຄ່ອຍໆ ເປັນຮູບເປັນຮ່າງຂຶ້ນ ພ້ອມກັບ​ການປ່ຽນແປງ​ທີ່​ບໍ່ສາມາດ​ຄາດເດົາໄດ້​. ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ ຍັງ​ຄົງ​ເປັນ​ທ່າ​ອ່ຽງຕົ້ນຕໍ, ​ແຕ່​ການ​ແຂ່ງຂັນ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ນັບ​ມື້​ນັບ​ດຸເດືອດ. ຄຽງ​ຄູ່ກັນ​ນັ້ນ ​ຍັງມີ​ຜົນກະທົບດ້ານລົບ​ຈາກ​ຄວາມ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພະຍາດ​ລະບາດ ແລະອື່ນໆ ຕໍ່​ບັນຫາ​ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ ​ເຊັ່ນ “ຈຸດ​ຮ້ອນ”, ຄວາມຂັດແຍ້ງແລະ​ການ​ປະ​ທະ​ກັນທີ່ເພິ່ມຂຶ້ນ ໃນຫຼາຍ​ພາກ​ພື້ນ​ຂອງ​ໂລກ. ຄວາມໝັ້ນຄົງຂອງມະນຸດ, ຄວາມໝັ້ນຄົງທາງໄຊເຍີຣ໌, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະອື່ນໆ ສືບຕໍ່ເປັນຄວາມທ້າທາຍທີ່ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງປະເທດພຽງປະເທດດຽວເທົ່ານັ້ນ, ແຕ່ຍັງແຜ່ກະຈາຍໄປທົ່ວໂລກອີກນຳ. ຢ່າງໃດກໍ່ຕາມ, ນອກເໜືອຈາກຄວາມສ່ຽງ ແລະ ສິ່ງທ້າທາຍຈາກຄວາມຜັນຜວນຂອງສະຖານະການໂລກແລ້ວ, ການພັດທະນາທີ່ແຂງແຮງຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຄວາມກ້າວໜ້າຢ່າງວ່ອງໄວຂອງໂລກແຫ່ງນະວັດຕະກຳ ແລະຄວາມຄິດສ້າງສັນ ຍັງເປັນໂອກາດໃນການພັດທະນາສຳລັບແຕ່ລະປະເທດ ໃນຄວາມປາດຖະໜາທີ່ຈະກ້າວຂຶ້ນ ແລະ ສ້າງຕຳແໜ່ງຂອງຕົນໃນເວທີສາກົນ.

ຕໍ່ໜ້າ​ຍຸກ​ໃໝ່ ຍຸກແຫ່ງ​ການບືນຕົວຂຶ້ນ​ຂອງ​ປະ​ເທດ​ຊາດຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່ ໂຕ ເລິມ ຊີ້​ແຈ້ງວ່າ ການ​ພົວພັນ​ຕ່າງປະ​ເທດ ການ​ທູດ​ ຕ້ອງ​ເປັນເຈົ້າການແລະທັນການ ໃນການຊອກ​ຫາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ ຈາກ​ສະຖານະ​ການ​ພາຍ​ໃນປະເທດ​ແລະໃນໂລກ ​ເພື່ອ​ປະກອບສ່ວນ​ປະຕິບັດເປົ້າໝາຍ​ຍຸດ​ທະ​ສາດ 100 ປີ​ພາຍໃຕ້​ການ​ນຳພາ​ຂອງ​ພັກ, ໃນວາລະຄົບຮອບ 100 ປີ​ການສະຖາປະນາ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ (ປະຈຸ​ບັນ​ແມ່ນ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ) ໃຫ້ປະສັບຜົນສຳເລັດ; ຍົກ​ສູງ​ລະດັບ ​ແລະ ​ຂະຫຍາຍ​​ການ​ປະກອບສ່ວນ​ຂອງ​ຫວຽດນາມ ຕໍ່ສັນຕິພາບ, ການ​ຮ່ວມ​ມື, ການພັດທະນາ ​ແລະ ຄວາມ​ຈະເລີນກ້າວໜ້າ ​ຂອງ​ມະນຸດຊາດ, ເຜີຍແຜ່ “ຮູບແບບຫວຽດນມທີ່​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ການ​ຮ່ວມ​ມື, ມິດຕະພາບ, ການພັດທະນາ, ຄວາມຈະເລີນຮຸ່ງເຮືອງ ​ແລະ ​ຄວາມ​ຜາ​ສຸກ”(9) ຢ່າງແຂງແຮງ. ດັ່ງ​ນັ້ນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ພື້ນຖານການ​ທູດ​ຫວຽດນາມ​ຢ່າງ​ຮອບດ້ານ ​ແລະ ທັນ​ສະ​ໄໝ, ຈຳເປັນຕ້ອງ​ເອົາ​ໃຈ​ໃສ່​ປະຕິບັດ​ບັນດາ​ບັນຫາດັ່ງຕໍ່ໄປນີ້:

ທີ​ໜຶ່ງ, ສືບ​ຕໍ່​ຍຶດໝັ້ນ​ແນວທາງ​ການ​ຕ່າງປະ​ເທດທີ່ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ຫັນການພົວພັນຕ່າງປະເທດ​ເປັນ​ຫຼາຍ​ຝ່າຍ ແລະ ຫຼາກຫຼາຍ, ເປັນ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ທີ່​ໜ້າ​ເຊື່ອຖື, ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ ຂອງ​ປະຊາ​ຄົມ​ໂລກ; ຍຶດໝັ້ນ​ຫຼັກ​ໝັ້ນ, ທັດສະນະ ​ແລະ ປະຕິບັດ​ສິລະ​ປະ​ການ​ທູດ​ໃນ​ຍຸກ​ໃໝ່ ໂດຍ​ອີງ​ໃສ່​ລັກສະນະຊາວ​ຫວຽດນາມ “​ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”, “ສັນຕິພາບ ແລະມິດຕະພາບ”, “ໃຊ້ຄວາມເມດຕາກະລຸນາມາທົດແທນຄວາງຮຸນແຮງ”(10). ເດັດ​ດ່ຽວໜຽວແໜ້ນ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ “ຕັ້ງແຕ່​ຕົ້ນ​ແລະ​ຈາກໄລຍະໄກ”, ປົກປ້ອງ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອກະພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ທະ​ເລ, ໝູ່​ເກາະ ແລະ ນ່ານ​ຟ້າ​ຂອງ​ປະ​ເທດ​ຊາດຢ່າງໝັ້ນຄົງ; ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ; ເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ​ຕົວ​ຈິງ​ຂອງ​ຫວຽດ​ນາມ ໃນ​ການ​ຮັກ​ສາ​ສັນ​ຕິ​ພາບໃນ​ພາກ​ພື້ນ ແລະ ໃນ​ໂລກ.  

ທີສອງ, ການ​ປະສານ​ງານ​ຢ່າງ​ມີ​ປະສິດທິ​ຜົນ​ ໃນ​ການ​ກໍ່ສ້າງ​ການ​ທູດ​ຍຸກ​ໃໝ່, ​ໃນ​ນັ້ນ​ ເປົ້າ​ໝາຍ​ສູງ​ສຸດ​ແມ່ນ “ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງຊາດ-​ປະ​ເທດ​ຊາດ, ​ເພື່ອ​ພັກ​ເຂັ້ມ​ແຂງ, ​ເພື່ອປະເທດຫວຽດນາມ​ສັງຄົມ​ນິຍົມທີ່ຮັ່ງມີເຂັ້ມແຂງ, ມີ​ທີ່​ຕັ້ງ ​ແລະ ບົດບາດທີ່​ສຳຄັນໃນດ້ານການ​ເມືອງ​ຂອງ​ໂລກ, ​ເສດຖະກິດ​ໂລກ ​ແລະ ອາລະຍະທຳມະນຸດ ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະຄວາມສຸກຂອງ​ປະຊາຊົນ”(11). ຕາມນັ້ນ, ເພີ່ມທະວີການປະສານສົມທົບທີ່ກົມກຽວແລະໃກ້ຊິດ ທັງໃນດ້ານການທູດສອງຝ່າຍແລະຫຼາຍຝ່າຍ, ໃນຂົງເຂດການເມືອງ, ເສດຖະກິດ, ກົດໝາຍສາກົນ, ຂໍ້ມູນຂ່າວສານການຕ່າງປະເທດ ແລະອື່ນໆ. ພ້ອມກັນນັ້ນ, ສຸມໃສ່ການທູດການເມືອງ, ການທູດເສດຖະກິດ, ການທູດວັດທະນະທຳ, ການທູດສິ່ງແວດລ້ອມ, ການທູດສິດທິມະນຸດ ແລະອື່ນໆ, ປະສານສົມທົບ​ສາມ​ເສົາ​ຄ້ຳ​ຂອງການ​ຕ່າງປະ​ເທດ ​ກັບ​ການ​ປ້ອງ​ກັນ​ປະ​ເທດ ແລະຄວາມ​ໝັ້ນຄົງຢ່າງໃກ້ຊິດ.

ທີສາມ, ການພົວພັນຕ່າງປະເທດຂອງພັກຕ້ອງຍູ້ແຮງການຄົ້ນຄວ້າ, ຄາດຄະເນສະຖານະການ ແລະ ທ່າອ່ຽງການພັດທະນາຂອງພັກການເມືອງໃນໂລກ ເມື່ອປະເຊີນກັບການຜັນຜວນທາງການເມືອງໃນປະເທດຕ່າງໆ ແລະ ການເພີ່ມຂຶ້ນຂອງແນວຄິດການເມືອງສຸດຂົ້ວໃນຂອບເຂດທົ່ວໂລກ, ແນໃສ່ກຳນົດແນວທາງແລະນະໂຍບາຍການຕ່າງປະເທດແລະການທູດທີ່ເໝາະສົມ, ທັນທ່ວງທີ ແລະຍືດຫຍຸ່ນ ເພື່ອຮັບມືກັບທຸກສະຖານະການຢ່າງມີປະສິດທິພາບ, ຫຼີກລ່ຽງຄວາມບັງເອີນຊະເງີ້, ຖືກຕົກໃນທ່າຮັບ ຫລືຕິດຢູ່ໃນ “ວົນວຽນ” ຂອງຄວາມແຕກແຍກ, ການເຕົ້າໂຮມກໍາລັງຂອງບັນດາຂະບວນການແນວຄິດໃນໂລກ. ການຕ່າງປະເທດຂອງ​ພັກ​ສືບ​ຕໍ່​ສົມທົບ​ກັບ​ການ​ທູດຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ ເພື່ອເປັນກະບອກສຽງໃຫ້ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈເຖິງການຕໍ່ສູ້ທາງແນວຄິດທີ່ເປັນທຳຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະຊາຊົນ​ຫວຽດນາມ, ຕ້ານຖ້ອຍທຳນອງ​ເສກສັນປັ້ນແຕ່ງ ບິດ​ເບືອນ​ຂອງ​ອິດທິ​ກຳລັງ​ສັດຕູ​ແລະປະຕິການ ທີ່ຫວັງແບ່ງແຍກພັກ, ລັດ ແລະປະຊາຊົນ.

ທີ​ສີ່, ການ​ທູດຂອງ​ລັດ​ຕ້ອງ​ເຂົ້າໃຈຢ່າງ​ເລິກ​ເຊິ່ງ ​ແລະ ​ໝູນໃຊ້ຢ່າງຖືກຕ້ອງ​ທັດສະນະ​ກ່ຽວ​ກັບ “ຄູ່​ຮ່ວມ​ມື” ​ແລະ “ເປົ້າໝາຍຕໍ່ສູ້” ​ໃນ​ການ​ພົວພັນ​ສາກົນ ເພື່ອສ້າງທ່າສະໜາຮົບການ​ທູດ​ທີ່​ໝັ້ນຄົງ, ສະໜັບສະໜູນ​ການ​ທູດ​ຂອງ​ພັກ ​ແລະ ການຕ່າງປະເທດ​ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ. ກ່ອນອື່ນໝົດ, ຕ້ອງດຳເນີນ​​ທັດສະນະ​ທີ່​ສອດຄ່ອງ​ກັນກ່ຽວກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມຕໍ່ໄປ ​ໃນ​ໄລຍະ​ການປ່ຽນແປງ​ໃໝ່ ເຊິ່ງ​ເອກະລາດ ​ແລະອຳນາດອະທິປະໄຕເປັນ​ທັງ​ເປົ້າ​ໝາຍ ​ແລະ ພື້ນຖານ​ຂອງການ​ຕ່າງປະ​ເທດ​ຂອງ​ຫວຽດນາມ. ​ເອກະລາດ​ແລະອຳນາດອະທິປະໄຕເປັນພື້ນຖານ, ສ້າງ​ກຳລັງ​ແຮງ​ພາຍໃນ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ສາກົນ ​ແລະ ເປັນເຈົ້າການໃນການເຊື່ອມ​ໂຍງ​ເຂົ້າ​ກັບສາກົນຢ່າງຕັ້ງໜ້າ. ຍ້ອນ​ວ່າ ​ພຽງ​ແຕ່​ມີ​ເອກະລາດ ​ແລະອຳນາດ​ອະທິປະໄຕ​ເທົ່າ​ນັ້ນ ຫວຽດນາມ​ຈຶ່ງ​ສາມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນໄດ້​ຢ່າງ​ສຳ​ເລັດ​ຜົນ, ​ເສີມ​ຂະຫຍາຍ “ທ່າ​ແລະກຳລັງ​ແຮງ” ຢ່າງເຕັມທີ່, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ, ​ຈັດການແກ້​ໄຂ​ການ​ພົວພັນ​ສາກົນ​ທີ່​ສັບສົນ​ໃນ​ສະພາບ​ແວດ​ລ້ອມ​ໂລກ​ທີ່​ບໍ່​ແນ່ນອນ​ແລະ​ຄາດເດົາຍາກ, ເຕັມໄປດ້ວຍ​ໂອກາດ ​ແລະ ຄວາມ​ທ້າ​ທາຍ​.

ທີ​ຫ້າ, ບົນ​ພື້ນຖານ​ການ​ສົມທົບກັບການຕ່າງປະເທດຂອງພັກ​ຢ່າງ​ມີ​ປະສິດທິ​ຜົນ, ການ​ທູດຂອງ​ລັດ ແລະ ການຕ່າງປະເທດ​ປະຊາຊົນ ຕ້ອງເປັນເຈົ້າການກວ່າອີກ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຕ່າງປະ​ເທດ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ​ແທດ​ຈິງ ແລະ ມີ​ປະສິດທິ​ຜົນ. ການ​ເຂົ້າ​ຮ່ວມ​ໃນ​ບັນດາ​ກົນ​ໄກ ​ແລະ ​ເວທີ​ປາ​ໄສ​ປະຊາຊົນ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ​ແລະສາກົນ ຕ້ອງ​ສຸມ​ໃສ່​ບັນດາ​ກຳລັງ​ຫຼັກ​ແຫຼ່ງ.

ທີຫົກ, ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ ຕ້ອງໃຫ້ຄວາມສຳຄັນກັບການເພີ່ມທະວີການປະສານງານໃນການຄົ້ນຄວ້າແລະຄາດຄະເນ ເພື່ອໃຫ້ເຂົ້າໃຈທ່າອ່ຽງການພັດທະນາຂອງສະຖານະການໂລກແລະພາກພື້ນໄດ້ຢ່າງທັນການ, ຖືກຕ້ອງ, ພຽງພໍ, ຮອບດ້ານ ແລະ ແມ່ນຢຳ; ຄາດ​ຄະ​ເນ​ຜົນ​ກະທົບ​ທີ່​ສະດວກ ​ແລະ ​ບໍ່​ດີ ​ຕໍ່​ປະ​ເທດ​ທັງ​ໃນ​ໄລຍະ​ສັ້ນ​ແລະຍາວ​ນານ ​ເພື່ອ​ຮັບ​ໃຊ້​ໜ້າ​ທີ່ໃຫ້ຄຳປຶກສາຍຸດ​ທະ​ສາດແກ່​ພັກ​ແລະລັດຢ່າງມີປະສິດທິຜົນ ເພື່ອ​ເປັນ​ພື້ນຖານ​ໃນ​ການ​ວາງ​ແຜນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ.

​ໃນ​ໄລຍະ​ຈະ​ມາ​ເຖິງ, ຄວາມ​​ຕ້ອງການ​ດ້ານ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ຂອງ​ຫວຽດນາມ ​ແມ່ນ​ສືບ​ຕໍ່​ປະສານສົມທົບ​​ຢ່າງ​ແໜ້ນ​ແຟ້ນແລະ​ຄົບຊຸດ, ຂະຫຍາຍ​ເຄືອ​ຂ່າຍ ​ແລະ ລະດັບ​ການ​ພົວພັນ​ທາງ​ການ​ທູດ ​ເພື່ອ​ປັບປຸງ​ແລະຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດ​ໃນ​ຍຸກ​ສະ​ໄໝ​ໃໝ່ໃຫ້ໝັ້ນຄົງກວ່າອີກ./.

-----------------------------

(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 162.
(2) ບູ່ຍ ແທັງ ເຊີນ: “ແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ສືບທອດ ພັດທະນາ ແລະ ປັບປຸງບູລະນະ ແນວທາງການຕ່າງປະເທດໃນໄລຍະການປ່ຽນແປງໃໝ່”, ໜັງສືພິມເອເລັກໂຕຣນິກພັກກອມມູນິດຫວຽດນາມ, ອອກວັນທີ 29 ພະຈິກ 2021, https://dangcongsan.vn/thoi-su/duong-loi-doi-ngoai-dai-hoi-dang-xiii-ke-thua-phat-trien-va-hoan-thien-duong-loi-doi-ngoai-thoi-ky-doi-moi-598434.html
(3) ຫວູ ເຢືອງ ຮວັນ: “ກໍ່ສ້າງພື້ນຖານການທູດຫວຽດນາມທີ່ຮອບດ້ານແລະທັນສະໄໝຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ”, 
ວາລະສານກອມມູນິດ, ອອກວັນທີ 31 ພະຈິກ 2023, https://www.tapchicongsan.org.vn/web/guest/quoc-phong-an-ninh-oi-ngoai1/-/2018/827436/xay-dung-nen-ngoai-giao-viet-nam-toan-dien%2C-hien-dai-theo-tinh-than-dai-hoi-xiii-cua-dang.aspx
(4) ເບິ່ງ:
ບູ່ຍ ແທັງ ເຊີນ: “ແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ສືບທອດ ພັດທະນາ ແລະ ປັບປຸງບູລະນະແນວທາງການຕ່າງປະເທດໃນໄລຍະການປ່ຽນແປງໃໝ່”, ປຶ້ມທີ່ໄດ້ແນະນຳ .
(5) ໂຮງຮຽນການຕ່າງປະເທດແລະການທູດທີ່ພິເສດ ແລະມີເອກະລັກສະເພາະຕົວ ຂອງຍຸກ ໂຮ່ຈີມິນ ເຊິ່ງເຕັມໄປດ້ວຍເອກະລັກຂອງ “ໄມ້ໄຝ່ຫວຽດນາມ”, ນັ້ນແມ່ນ:  “ຍືດຫຍຸ່ນ ຄ່ອງແຄ້ວ ແຕ່ເດັດດ່ຽວ ດຸເດືອດທີ່ສຸດ; ໄຫວພິບ ປະດິດສ້າງ ແຕ່ກໍ່​ມີ​ຄວາມ​ກ້າຫານ, ໝັ້ນຄົງ​ເຂັ້ມ​ແຂງ, ທົນທານໜຽວແໜ້ນ ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ທຸກ​ສິ່ງ​ທ້າ​ທາຍ​ແລະຄວາມຫຍຸ້ງຍາກ ​ເພື່ອ​ເອກະລາດ​ຂອງ​ຊາດ, ​ເພື່ອ​ເສລີພາບ ​ແລະ ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ. ສາມັກຄີ ມີຄວາມເມດຕາກະລຸນາ ແຕ່ກໍ່ມີຄວາມເດັດດ່ຽວ ໜຽວແໜ້ນໃນການປົກປັກຮັກສາຜົນປະໂຫຍດຂອງຊາດ-ປະເທດຊາດ. ຮູ້ຈັກຄວາມອ່ອນ, ຮູ້ຈັກຄວາມແຂງ; ຮູ້ເວລາ, ຮູ້ສະຖານະການ; ຮູ້ຈັກຕົນເອງ, ຮູ້ຈັກຜູ້ອື່ນ; ຮູ້ຈັກກ້າວໜ້າ, ຮູ້ຈັກຖອຍກັບ, “ປັບຕົວຕາມສະຖານະການ”, “ໃຊ້ເຊືອກອ່ອນມັດໃຫ້ແໜ້ນ”! ເບິ່ງ: “ຂໍ້ຄວາມເຕັມຂອງຄຳປາໄສຂອງເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໃນກອງປະຊຸມການຕ່າງປະເທດແຫ່ງຊາດ”, ໜັງສືພິມເອເລັກໂຕຣນິກ, ອອກວັນທີ 14 ທັນວາ 2021, https://baochinhphu.vn/toan-van-phat-bieu-cua-tong-bi-thu-nguyen-phu-trong-tai-hoi-nghi-doi-ngoai-toan-quoc-102305526.htm
(6) ເບິ່ງ: ຝຸ່ງ ຫືວ ຝູ, ຫງວຽນ ວັນ ດັ້ງ ແລະ ຫງວຽນ ວຽດ ທົງ (ບັນນາທິການຮ່ວມ): 
ການຮຽນ​ຮູ້ຄຳສັບບາງຄຳໃນ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2016.
(7) ໃນປີ 2022, 2023 ແລະປີ 2024, ຫວຽດນາມ​ໄດ້​ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ 6 ປະ​ເທດ, ​ໃນ​ນັ້ນ​ມີ ສ.​ເກົາຫຼີ (2022), ສະຫະລັດອາ​ເມ​ລິ​ກາ (ປີ 2023), ຍີ່ປຸ່ນ (ປີ 2023), ອົດສະຕຣາລີ, ຝຣັ່ງ, ມາເລເຊຍ (ປີ 2024). ພ້ອມກັນກັບຈີນ (ປີ 2008), ລັດເຊຍ (ປີ 2012), ອິນເດຍ (ປີ 2016), ຫວຽດນາມໄດ້ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 9 ປະເທດ .
(8) ເບິ່ງ: “ຂໍ້​ຄວາມ​ເຕັມ​ຂອງ​ຄຳ​ປາ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ ເລິມ ໃນງານ​ສະ​ເຫຼີມ​ສະ​ຫຼອງ​ວັນ​ຊາດ 2 ກັນຍາ 1945 2 ກັນຍາ 2024”, ໜັງສືພິມເອເລັກໂຕຣນິກລັດຖະບານ, ອອກວັນທີ 1 ກັນຍາ 2024, https://xaydungchinhsach.chinhphu.vn/toan-van-bai-phat-bieu-cua-tong-bi-thu-chu-tich-nuoc-to-lam-tai-le-ky-niem-quoc-khanh-2-9-119240829210529339.htm
(9) ຫງວຽນ ໂຮ່ງ ດ້ຽບ: “ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ ເລິມ: ການສ້າງແລະປັບປຸງການທູດໃນຍຸກສະໄໝໃໝ່”, ສຳນັກຂ່າວຫວຽດນາມ/Vietnamplus, ອອກວັນທີ 29 ສິງຫາ 2024, https://www.vietnamplus.vn/tong-bi-thu-chu-tich-nuoc-to-lam-xay-dung-cung-co-ngoai-giao-thoi-dai-moi-post973239.vnp
(10) ໂຕ ເລິມ: “ຕັດສິນໃຈກໍ່ສ້າງພັກທີ່ໝັ້ນຄົງເຂັ້ມແຂງ, ປະເທດຫວຽດນາມທີ່ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ມີອາລະຍະທຳ”, 
ວາລະສານກອມມູນິດ, ສະບັບທີ 1.044 (ເດືອນສິງຫາ 2024), ໜ້າ 8.
(11) ຫງວຽນ ໂຮ່ງ ດ້ຽບ: “ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ ເລິມ: ການສ້າງແລະປັບປຸງການທູດໃນຍຸກສະໄໝໃໝ່”, ປຶ້ມທີ່ໄດ້ແນະນຳ  .