ຍູ້ແຮງການຄົ້ນຄວ້າ, ປະຢຸກໃຊ້ວິທະຍາສາດ - ເຕັກໂນໂລຊີ ເພື່ອຍົກສູງປະສິດທິຜົນການຜະລິດເຂົ້າ ຢູ່ເຂດທົ່ງພຽງແມ່ນ້ຳຂອງ
ວ.ກ - ເຖິງວ່າມີທ່າດີ ແລະ ຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແຕ່ມາເຖິງປັດຈຸບັນ, ການຜະລິດກະສິກຳ ຢູ່ເຂດທົ່ງພຽງ ແມ່ນ້ຳຂອງ (ແມ່ນ້ຳກື໋ວລອງ) ກໍ່ຍັງມີບັນຫາທີ່ບໍ່ແທດເໝາະ ຕ່າງໆນາໆ ດັ່ງນັ້ນຈຶ່ງຕ້ອງການມີວິທີແກ້ ເພື່ອພັດທະນາ ການຜະລິດກະສິກຳ ຢ່າງເປັນປົກກະຕິ ແລະ ຍືນຍົງ, ໃນນັ້ນ ບັນດາວິທີແກ້ ທາງດ້ານວິທະຍາສາດ - ເຕັກໂນໂລຊີ ມີຄວາມສຳຄັນເປັນພິເສດ.

ຮູບພາບສະແດງເຖິງເນື່ອໃນຂອງບົດ - ຮູບຂອງ: tuyengiao.vn
ຜົນງານ ແລະ ສິ່ງທ້າທາຍໃນການຜະລິດເຂົ້າ
ທົ່ງພຽງແມ່ນ້ຳຂອງມີເນື້ອທີ່ດິນກະສິກຳປະມານ 3,21 ລ້ານເຮັກຕາ. ໃນນັ້ນເນື້ອທີ່ປູກເຂົ້າປະມານ 1,85 ລ້ານເຮັກຕາ. ອາດຈະເວົ້າໃດ້ວ່າ, ຕົ້ນເຂົ້າຢູ່ທົ່ງພຽງແມ່ນ້ຳຂອງເປັນຕົ້ນປູກຕົ້ນຕໍ ທັງເປັນຕົ້ນປູກທີ່ຮັບປະກັນຄວາມ ປອດໄພທາງດ້ານສະບຽງອາຫານແຫ່ງຊາດ ແລະ ສະໜອງເຂົ້າໃຫ້ຕະຫຼາດໂລກ.
ຜົນງານອັນພື້ນຖານໃນການຜະລິດເຂົ້າຂອງຫວຽດນາມເວົ້າລວມ ແລະ ຂອງທົ່ງພຽງແມ່ນ້ຳຂອງເວົ້າໂດຍສະ ເພາະໃນຊຸມປີທີ່ຜ່ານມາແມ່ນອາໃສປັດໃຈຕ່າງໆລຸ່ມນີ້:
- ດັດແປງແນວປູກຕອບສະໜອງຄວາມຕ້ອງການຂອງສະໄໝແຫ່ງການປ່ຽນແປງໃໝ່, ປ່ຽນຈາກແນວເຂົ້າລະດູ ການທີ່ມີສະມັດຕະພາບຕ່ຳ (1,5 – 2 ໂຕນ/ເຮັກຕາ) ມາໃຊ້ບັນດາປະເພດແນວເຂົ້າສະມັດຕະພາບສູງ (6 – 8 ໂຕນ/ເຮັກຕາ), ເວລາປູກສັ້ນ (85 – 100 ວັນ) ດັ່ງນັ້ນຈຶ່ງເພີ່ມລະດູການໄດ້ງ່າຍ (2 – 3 ລະດູປູກເຂົ້າ/ປີ).
- ເນື້ອໃນການດັດແປງແນວເຂົ້າໃນເວລາຜ່ານມາ ແມ່ນຂະບວນວິວັດແຫ່ງການສືບທອດຢ່າງລຽນຕິດລະຫວ່າງ ຫຼາຍຮຸ້ນບົນພື້ນຖານກຳມະພັນວິທະຍາແບບດັ້ງເດີມ ແລະ ທັນສະໄໝ, ດ້ວຍຖັນແຖວພະນັກງານວິທະຍາສາດທີ່ມີ ລະດັບສູງ ແລະ ມີຄວາມຕັ້ງຕໍ່ສຸດອົກສຸດໃຈຕໍ່ວຽກງານ.
- ການດັດແປງແນວເຂົ້າຕິດແໜ້ນກັບວຽກງານດັດສ້າງຊົນລະປະທານ, ດັດແປງດິນຮົກເຮື້ອວ່າງເປົ່າ, ເປັນ ເຈົ້າການໃນການຫົດນ້ຳ ແລະ ລະບາຍນ້ຳ, ສ້າງປະຖົມປັດໃຈໃຫ້ແນວເຂົ້າທີ່ແທດເໝາະກັບດິນຟ້າອາກາດ ຂະຫຍາຍຕົວໄດ້ດີ… ອາໃສສິ່ງດັ່ງກ່າວນັ້ນ ເນື້ອທີ່ປູກເຂົ້າໄດ້ເປີດກວ້າງ ແລະ ປະລິມານການຜະລິດເຂົ້າເພີ່ມຂຶ້ນ ຫຼາຍພໍຄວນ.
ແຕ່ວ່າມາເຖິງປັດຈຸບັນນີ້, ການຜະລິດເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງ ກໍ່ຍັງມີບັນຫາທີ່ບໍ່ແທດເໝາະຕ່າງໆນາໆ, ຊາວນາຜູ້ປູກເຂົ້າຍັງເປັນຜູ້ທຸກຍາກຂາດເຂີນ ແລະ ມີຄວາມຫຍຸ້ງຍາກກວ່າເພິ່ນ, ເປັນຕົ້ນແມ່ນຄວາມຫຍຸ້ງຍາກກ່ຽວ ກັບການຜະລິດ, ການຈຳໜ່າຍຂາຍເຂົ້າ ຢູ່ເຂດທົ່ງພຽງແມ່ນ້ຳຂອງ, ເຊັ່ນ:
- ຂາດແນວເຂົ້າທີ່ມີສະມັດຕະພາບ ແລະ ຄຸນນະພາບສູງ, ແທດເໝາະກັບແຕ່ລະລັກສະນະນິເວດວິທະຍາ ຂອງເຂດ, ຕ້ານທານສັດຕູພືດໄດ້ ແລະ ທົນຕໍ່ເງື່ອນໄຂຫຍຸ້ງຍາກຍ້ອນການຜັນປ່ຽນພູມອາກາດ (ມາເຖິງປັດຈຸບັນ ມີປະມານ 30 % ຂອງແນວເຂົ້າໄດ້ຮັບໃບຮັບຮູ້ໃຫ້ນຳໃຊ້ໃນການຜະລິດເຂົ້າ).
- ຊາວນາຜູ້ຜະລິດເຂົ້າເຄີຍຖືກເຄາະຮ້າຍຫຼາຍຢ່າງຍ້ອນສັດຕູພືດ, ໄພທຳມະຊາດ (ນ້ຳຖ້ວມ, ແຫ້ງແລ້ງ, ດິນ ນາຖືກນ້ຳເຄັມຊຶມເຂົ້າໃສ່); ຄ່າໃຊ້ຈ່າຍຜະລິດ, ຄ່າຄອງຊີບຫຼາຍຢ່າງເພີ່ມຂຶ້ນ ແລະ ພິເສດແມ່ນຕະຫຼາດຈຳໜ່າຍ ກະເສດຕະພັນເລື່ອນລອຍ, ບໍ່ສະຖຽນໝັ້ນ.
- ລະດັບການຜະລິດ, ວິຊາການ ແລະ ເຕັກນິກຍັງບໍ່ສູງ, ບໍ່ສະໝ່ຳສະເໝີກັນ, ພາໄປເຖິງຄວາມຜິດໂຕນກັນ ຫຼາຍທາງດ້ານສະມັດຕະພາບ ລະຫວ່າງບັນດາຄອບຄົວຜະລິດເຂົ້າຢູ່ໃນແຂວງດຽວກັນ, ຫຼືລະຫວ່າງບັນດາແຂວງ. ຊາວນາຜະລິດນ້ອຍ ກະແຈກກະຈ່າຍ ແລະ ຂາດການຈັດຕັ້ງ, ພາໄປເຖິງການຜະລິດເຂົ້າບໍ່ໄດ້ຕາມຄຸນນະພາບ, ບໍ່ພໍຕາມປະລິມານ, ບໍ່ຖຶກຕາມຈຸດເວລາ ແລະ ບໍ່ບັນລຸຄຸນຄ່າສູງ.
- ລະບົບໂຂສາງໃຊ້ເພື່ອເກັບຮັກສາ, ປຸງແຕ່ງສະບຽງອາຫານຍັງບໍ່ຕອບສະໜອງໄດ້ກັບຕວາມຕ້ອງການ; ຄວາມຕົກເຮ່ຍເສຍຫາຍໃນເວລາເກັບກ່ຽວ ແລະ ພາຍຫຼັງເກັບກ່ຽວເຂົ້າຍັງສູງທີ່ສຸດ (12 – 14%). ລະບົບເຄື່ອງ ຈັກປຸງແຕ່ງ, ສີເຂົ້າຍັງບໍ່ທັນຄົບຊຸດ ແລະ ລະດັບເຕັກໂນໂລຊີການປຸງແຕ່ງສ່ວນຫຼາຍແມ່ນຍັງຕ່ຳ; ລະບົບເກັບຮັກສາ ຍັງອ່ອນນ້ອຍທີ່ສຸດ, ບໍ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໄດ້.
- ລະບົບການທຸລະກິດສະບຽງອາຫານເຖິງວ່າໄດ້ຫັນເປັນສັງຄົມແລ້ວກໍ່ຕາມ ແຕ່ປະສິດທິຜົນການເຄື່ອນໄຫວກໍ່ ຍັງບໍ່ທັນສູງ, ເປັນຕົ້ມແມ່ນໃນການຂາອອກ.
- ເປັນເຂດຈຸດໜັກໃຈກາງຂອງການຜະລິດເຂົ້າເພື່ອຮັບປະກັນຄວາມປອດໄພທາງດ້ານສະບຽງອາຫານ ແລະ ຂາອອກ, ແຕ່ເຂດທົ່ງພຽງແມ່ນ້ຳຂອງໄດ້ຮັບການລົງທຶນໜ້ອຍ ແລະ ປະສິດທິຜົນການລົງທຶນຕ່ຳ ຍ້ອນລົງທຶນບໍ່ຄົບຊຸດ, ຂາດການເຊື່ອມໂຍງປະສານສົມທົບໃນເຂດ ແລະ ບົດບາດການເຂົ້າຮ່ວມຂອງ “4 ພາຄີ” (ຊາວນາ, ພາກລັດ, ນັກວິທະຍາສາດ, ວິສາຫະກິດ) ຍັງຖືກຈຳກັດ.
ວິທີແກ້ຈຳນວນໜຶ່ງທາງດ້ານວິທະຍາສາດ - ເຕັກໂນໂລຊີໃນການຜະລິດເຂົ້າ
1. ປະຢຸກໃຊ້ບັນດາວິທີການວິທະຍາສາດ - ເຕັກໂນໂລຊີໃນການຜະລິດເຂົ້າ
ຫຍ່ອມວິທີແກ້ນີ້ລວມມີ:
- ຕີລາຄາ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຍີນ (gene - ສິ່ງສືບຕໍ່ພັນ). ນຳໃຊ້ເຕັກໂນໂລຊີຊີວະວິທະຍາ ເຊັ່ນເຕັກນິກ microarry ສົມທົບກັບວິທີການດັ້ງເດີມເພື່ອຄົ້ນເຜີຍໄວ ແລະ ຊັດເຈນບັນດາຍີນທີ່ເປັນເປົ້າໝາຍໃນ ແຫຼ່ງຍີນທີ່ເກັບໂຮມໄດ້. ນຳໃຊ້ແຫຼ່ງອຸປະກອນສືບຕໍ່ພັນໃນໂຄງການປະສົມພັນເຂົ້າເປືອກທີ່ແທດເໝາະຢູ່ເຂດທົ່ງພຽງແມ່ນ້ຳຂອງ.
- ຄັດເລືອກສ້າງແນວປູກໃໝ່. ປະຢຸກໃຊ້ບັນດາວິທີແກ້ທາງວິທະຍາສາດ - ເຕັກໂນໂລຊີທັນສະໄໝເພື່ອຊ່ວຍໜູນໃຫ້ວິທີດັ້ງເດີມ, ເຊັ່ນປະຢຸກໃຊ້ເຕັກໂນໂລຊີສູງ, ເຕັກໂນໂລຊີຊີວະວິທະຍາ, ປະສົມພັນ ແລະ ເລືອກເຟັ້ນແບບດັ້ງເດີມແນໃສ່ເລືອກສ້າງແນວເຂົ້າທີ່ມີສະມັດຕະພາບສູງ, ເປັນປົກກະຕິ; ມີຄຸນນະພາບດີ; ແທດເໝາະກັບເງື່ອນໄຂດິນຟ້າອາກາດທີ່ບໍ່ສະດວກ…
- ຫັນເປັນແບບສັງຄົມຕໍ່ວຽກງານການທະວີຄູນແນວເຂົ້າ. ກໍ່ສ້າງແລະກຳກັບຂັບນຳຕາໜ່າງການເລືອກເຟັ້ນ, ຜະລິດ ແລະ ສະໜອງແນວເຂົ້າປູກ: ສ້າງຕັ້ງຕາໜ່າງບັນດາສະໂມສອນ, ໜ່ວຍຜະລິດແນວປູກຢູ່ແຂວງຕ່າງໆ ທຸກແຂວງໃນເຂດທົ່ງພຽງແມ່ນ້ຳຂອງ, ແນໃສ່ເຕົ້າໂຮມຊາວນາທີ່ດີເດັ່ນເຂົ້າໃນການຮັບໃຊ້ວຽກງານທົດລອງແນວເຂົ້າຕ່າງໆ ເຊິ່ງສະຖາບັນ, ໂຮງຮຽນຕ່າງໆ ຄົ້ນຄວ້າປະສົມພັນໄດ້. ຈາກນັ້ນກໍ່ສືບຕໍ່ເລືອກເຝັ້ນ, ຜະລິດທະວີຄູນແນວເຂົ້າຂັ້ນຮັບຮອງ ແລະ ສະໜອງບັນດາແນວເຂົ້າດີຕອບສະໜອງໄດ້ກັບເງື່ອນໄຂຂອງທ້ອງຖິ່ນ.
ຝຶກອົບຮົມການເລືອກເຟັ້ນ, ຜະລິດ ແລະ ສະໜອງແນວເຂົ້າປູກ: ສົມທົບກັບພະນັກງານເຕັກນິກທ້ອງຖິ່ນໃນການຝຶກອົບຮົມວິທີເລືອກເຟັ້ນ ແລະ ຜະລິດແນວເຂົ້າບັນລຸຄຸນນະພາບດີ ໃຫ້ບັນດາສະໂມສອນ, ໜ່ວຍຜະລິດແນວປູກແນໃສ່ຕອງສະໜອງຄວາມຕ້ອງການແນວປູກຂອງທ້ອງຖິ່ນໄດ້ ດ້ວຍຄຸນນະພາບດີ, ລາຄາຖືກ ເພື່ອໃຫ້ຊາວນາຫຼາຍຄົນສາມາດຊື້ມານຳໃຊ້ໄດ້, ປະກອບສ່ວນເປີດກວ້າງເນື້ອທີ່ຜະລິດເຂົ້າດ້ວຍແນວດີ, ເມັດພັນແຂງແຮງ.
2. ເຕັກນິກຜະລິດເຂົ້າແທດເໝາະກັບການເຊື່ອມໂຍງເສດຖະກິດ ແລະ ການປ່ຽນແປງພູມອາກາດ
- ນຳໃຊ້ເຕັກນິກປູກເຂົ້າແບບຍືນຍົງ. ລະອຽດຄື: ເຕັກນິກເພາະປູກແບບຍືນຍົງບົນທີ່ດິນປູກເຂົ້າ ນັບແຕ່ຂອດໄຖຄາດ, ປັກດຳ, ຫົດນ້ຳ, ເບິ່ງແຍງບົວລະບັດ ຈົນເຖິງການປະຢຸກໃຊ້ວິທີເຕັກນິກກ້າວໜ້າ: “3 ຫລຸດ 3 ເພີ່ມ”, “1 ຕ້ອງ 5 ຫລຸດ”, ການຫວ່ານເມດພ້ອມລວາດດຽວ, ຫລີກແມງເພ້ຍ… ເຕັກນິກປູກເຂົ້າແບບນິເວດຍືນຍົງ: ສ້າງແຜນດຳເນີນການເພາະປູກຖືກເຕັກນິກ ຕາມແຕ່ລະຫຍ່ອມແນວພັນ - ອະນຸເຂດນິເວດວິທະຍາ. ແຜນດຳເນີນການ GAP (Good Agricultural Practices) ເພື່ອບັນລຸໄດ້ເຂົ້າເປືອກເຂົ້າສານທີ່ສະອາດ, ມີຄຸນນະພາບສູງ.
- ນຳໃຊ້ເຄື່ອງຈັກໃນການຜະລິດເຂົ້າ. ນຳໃຊ້ເຄື່ອງຈັກແທດເໝາະກັບແຕ່ລະເຂດນິເວດວິທະຍາ ນັບແຕ່ຂອດໄຖຄາດ, ຫົດນ້ຳ, ຕົກກ້າປັກດຳ, ເບິ່ງແຍງບົວລະບັດ, ຈົນເຖິງເກັບກ່ຽວ, ຕາກແຫ້ງ, ຮັກສາ, ເກັບທ້ອນ ແລະ ປຸງແຕ່ງເພື່ອຫລຸດຜ່ອນການຕົກເຮ່ຍເສຍຫາຍພາຍຫຼັງການເກັບກ່ຽວ, ຫລຸດຜ່ອນແຮງງານ, ເພີ່ນຄຸນຄ່າຂອງສິນຄ້າ.
- ຍົກສູງກຳລັງຄວາມສາມາດວິຊາສະເພາະໃຫ້ແກ່ພະນັກງານເຕັກນິກທ້ອງຖິ່ນ ແລະ ຊາວນາ. ກວມດ້ວຍການເຄື່ອນໄຫວຕ່າງໆ ເຊັ່ນກໍ່ສ້າງພະນັກງານເຕັກນິກທ້ອງຖິ່ນ (ມະຫາວິທະຍາໄລ, ຊັ້ນກາງ); ສອນວິຊາອາຊີບ, ຝຶກອົບຮົມຍົກສູງຄວາມສາມາດປະຢຸກໃຊ້ບັນດາເຕັກນິກທັນສະໄໝ ແລະ ປະຕິບັດບັນດາແຜນດຳເນີນການເພາະປູກຕາມຫຍ່ອມແນວພັນ, ຕາມອະນຸເຂດນິເວດວິທະຍາ; ແຜນດຳເນີນການ GAP,…ແນໃສ່ຊ່ວຍໃຫ້ຊາວນາຍົກສູງລະດັບປູກເຂົ້າຂຶ້ນເປັນແຕ່ລະກ້າວ.
3. ຈັດຕັ້ງການຜະລິດ ແລະ ເຊື່ອມໂຍງປະສານສົມທົບໃນການຜະລິດເຂົ້າ
- ກໍ່ສ້າງເສດຖະກິດຮ່ວມມື, ທົ່ງນາຜືນໃຫຍ່ໃນການຜະລິດເຂົ້າ. ໂດຍແລ້ວແຕ່ເງື່ອນໄຂຂອງແຕ່ລະເຂດເພື່ອຈະກໍ່ສ້າງເປັນແຕ່ລະກ້າວບັນດາຕົວແບບເສດຖະກິດຮ່ວມື ທີ່ສະດວກດີໃຫ້ແກ່ການລົງທຶນ, ຜະລິດສິນຄ້າ ຂະໜາດໃຫຍ່ພໍຄວນ ເພື່ອສະດວກດີໃນການເຂົ້າປະຊິດກັບຕະຫຼາດ ແລະ ຮັບປະກັນສົ້ນອອກໄດ້. ບັນດາຕົວແບບຮ່ວມມືກວມດ້ວຍ: ໜ່ວຍ, ຫຍ່ອມ, ສະໂມສອນ; ສະຫະກອນ; ສະຫະພັນບັນດາສະຫະກອນ; ບໍລິສັດການກະເສດ; ນິຄົມກະເສດ, ທົ່ງນາຜືນໃຫຍ່, ເຂດປູກຝັງພືດພັນສະເພາະ,…ຜະລິດຕິດຕໍ່ນໍ່ເນືອງຕາມພວງພະນັງຂະແໜງສິນຄ້າ, ບໍ່ເຮັດຕາມແຕ່ລະຂັ້ນຕອນຕ່າງຫາກຄືແຕ່ກ່ອນມາເຖິງດຽວນີ້ອີກ.
- ຍົກສູງກຳລັງຄວາມສາມາດຈັດຕັ້ງ ແລະ ຄຸ້ມຄອງ. ຂະຫຍາຍເສດຖະກິດຄອບຄົວ, ຍົກສູງກຳລັງຄວາມສາມາດຈັດຕັ້ງ ແລະ ຄຸ້ມຄອງໃຫ້ແກ່ຊາວນາ ແມ່ນຈຳເປັນຕ້ອງການທີ່ສຸດ. ການຍົກສູງກຳລັງຄວາມສາມາດຈັດຕັ້ງ ແລະ ຄຸ້ມຄອງກວມດ້ວຍ: ບຳລຸງສ້າງ, ຝຶກອົບຮົມຍົກສູງກຳລັງຄວາມສາມາດຄຸ້ມຄອງໜ່ວຍ, ຫຍ່ອມ ໃຫ້ແກ່ບັນດາໜ່ວຍ, ສະໂມສອນ, ສະຫະກອນ; ຝຶກອົບຮົມຍົກສູງກຳລັງຄວາມສາມາດຄຸ້ມຄອງເສດຖະກິດໃຫ້ແກ່ຄອບຄົວຊາວນາ ແລະ ບັນດາໜ່ວຍດັ່ງກ່າວ,…
- ເພີ່ມທະວີການເຊື່ອມໂຍງປະສາມສົມທົບລະຫວ່າງ “4 ພາຄີ”. ການເຊື່ອມໂຍງປະສາມສົມທົບລະຫວ່າງ “4 ພາຄີ” ແມ່ນຂອດກະແຈທີ່ສຳຄັນຍິ່ງ ເພື່ອແກ້ໄຂບັນຫາການຜະລິດ ແລະ ຈຳໜ່າຍຂາຍຜະລິດຕະພັນຂອງຊາວນາ. ການເຊື່ອມໂຍງກັນສ້າງເງື່ອນໄຂແບ່ງປັນຂ່າວສານ ແລະ ຄວາມຮັບຜິດຊອບ (ເຊັ່ນ ສ້າງຕັ້ງເວທີປາຖະກະຖາ, ປຶກສາສົນທະນາກັນ, ເຊັນສັນຍາຮັບຈຳໜ່າຍຜະລິດຕະພັນ…) ເພື່ອແກ້ໄຂບັນຫາຕະຫຼາດ, ສ້າງກົນໄກ ແລະ ນະໂຍບາຍທີ່ສອດຄ່ອງຊຸກຍູ້ໃຫ້ການຜະລິກຂະຫຍາຍຕົວຢ່າງຍືນຍົງ. ເອົາໃຈໃສ່ເປັນພິເສດເຖິງການຂະຫຍາຍສາຍພົວພັນອັນແໜ້ນແຟ້ນລະຫວ່າງຊາວນາ ແລະ ນັກທຸລະກິດ, ລະຫວ່າງນັກວິທະຍາສາດ ກັບຊາວນາ ແລະ ນັກທຸລະກິດ.
4. ຂະຫຍາຍຕະຫຼາດເຂົ້າ
ຫຍ່ອມວິທີແກ້ນີ້ລວມມີ:
- ຄົ້ນຄວ້າພວງພະນັງຄຸນຄ່າການຜະລິດເຂົ້າ. ຊອກຫາວິທີແກ້ເພື່ອຍົກສູງພວງພະນັງຄຸນຄ່ານັບແຕ່ຂອດຜະລິດ, ແກ້ໄຂຫລຸດຜ່ອນການຕົກເຮ່ຍເສຍຫາຍພາຍຫຼັງການເກັບກ່ຽວ ຈົນເຖິງການເພິ່ມທະວີການລົງທຶນກໍ່ສ້າງໂຂສາງເກັບຮັກສາຜະລິດຕະພັນ, ຮັບປະກັນຄຸນນະພາບ, ພື້ນຖານໂຄງລ່າງ, ການຈໍລະຈອນແຈກຢາຍ,… ສ້າງກົນໄກໃຫ້ແກ່ການດຸນດ່ຽງ ແລະ ເສີມຂະຫຍາຍຜົນກຳໄລຂອງພວງພະນັງຄຸນຄ່າ.
- ກໍ່ສ້າງເຄື່ອງໝາຍການຄ້າຂອງເຂົ້າ. ຈາກທົ່ງນາຜືນໃຫຍ່ກ້າວໄປເຖິງເຂດເພາະປູກສະເພາະ, ດ້ວຍປະລິ ມານການຜະລິດຫຼາຍ ສະໝ່ຳສະເໝີ, ຊ່ວຍໃຫ້ບັນດາວິສາຫະກິດສະບຽງອາຫານຄົ້ນຄວ້າກໍ່ສ້າງເຄື່ອງໝາຍການຄ້າຂອງເຂົ້າ, ຊ່ວຍໃຫ້ຊາວນາຜູ້ຜະລິດຫັນໄປສູ່ຕະຫຼາດ, ຜະລິດຕາມມາດຕະຖານ VietGAP ຫຼື GlobalGAP, ຮັບປະກັນຄຸນນະພາບ, ເພີ່ມຄຸນຄ່າສິນຄ້າ ແລະ ເພີ່ມລາຍໄດ້.
- ກໍ່ສ້າງລະບົບການສະໜອງຂ່າວສານກ່ຽວກັບຕະຫຼາດ ແລະ ຂ່າວສານ - ໂຄສະນາ. ການກໍ່ສ້າງລະບົບການສະໜອງຂ່າວສານກ່ຽວກັບຕະຫຼາດ ແລະ ຂ່າວສານ - ໂຄສະນາມີຄວາມຈຳເປັນທີ່ສຸດເພື່ອຊ່ວຍໃຫ້ຊາວນາຕັດສິນຕົກລົງການຜະລິດ ແລະ ວາງແຜນການຜະລິດ, ຄາດກະຕະຫຼາດໄດ້, ຫລຸດຜ່ອນຄວາມເສຍຫາຍຍ້ອນສິນຄ້າອັ່ງຕະຫຼາດ ແລະ ລາຄາຕົກຕ່ຳ.
ສະຫລຸບ ແລະ ຂໍ້ສະເໜີ
ກຳນົດວ່າການຜະລິດເຂົ້າມີການພົວພັນກັບຄວາມປອດໄພທາງດ້ານສະບຽງອາຫານແຫ່ງຊາດ, ພັກ ແລະ ລັດຕ້ອງມີວິທີການມາດຕະການອັນພື້ນຖານ, ລົງທຶນຢ່າງເໝາະສົມ ແລະ ຄົບຊຸດໃຫ້ແກ່ເຂດປູກເຂົ້າ; ມີນະໂຍບາຍແທດເໝາະກັບຜູ້ປູດເຂົ້າ. ລະອຽດຄື:
ລົງທຶນຢ່າງເໝາະສົມໃຫ້ແກ່ກະສິກຳ, ຊາວນາ, ຊົນນະບົດຢູ່ເຂດທົ່ງພຽງແມ່ນ້ຳຂອງ - ເຂດຈຸດໜັກໃຈກາງ ຜະລິດກະສິກຳຂອງຊາດ. ນອກຈາກການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ປົວແປງສະຫວັດດິການສັງຄົມຊົນນະບົດ, ວາງແຜນກຳນົດທີ່ດິນຄືນໃໝ່ໃນການຜະລິດກະສິກຳ, ປົວແປງນະໂຍບາຍຕໍ່ກັບຊາວນາ - ພິເສດແມ່ນຕໍ່ກັບຜູ້ປູກເຂົ້າ, ກໍ່ສ້າງກຳລັງບຸກຄະລາກອນໃຫ້ແກ່ຂະແໜງກະສິກຳ (ນັບທັງໃນການຄົ້ນຄວ້າ, ຄຸ້ມຄອງ ແລະ ຜະລິດ) ແລ້ວ, ແມ່ນຍັງຕ້ອງເອົາໃຈໃສ່ລົງທຶນຢ່າງສົມຄູ່ໃຫ້ແກ່ການຄົ້ນຄວ້າ, ປະຢຸກໃຊ້ວິທະຍາສາດ ແລະ ເຕັກໂນໂລຊີອີກດ້ວຍ ເພື່ອຍົກສູງປະສິດທິຜົນການຜະລິດເຂົ້າ, ຍົກສູງຜົນກຳໄລ ແລະ ຊີວິດການເປັນຢູ່ຂອງຜູ້ຜະລິດເຂົ້າ.
ກໍ່ສ້າງຍຸດທະສາດຍາວນານໃຫ້ແກ່ການຜະລິດ ແລະ ການຈຳໜ່າຍຂາຍເຂົ້າ, ໃນນັ້ນຕ້ອງມີການເຊື່ອມໂຍງສົມທົດເຂດ ແລະ ເຊື່ອມໂຍງສົມທົບ “4 ພາຄີ”, ເຊື່ອມໂຍງວິທະຍາສາດແລະເຕັກໂນໂລຊີ ກັບຄວາມຮຽກຮ້ອງຕ້ອງການຂະຫຍາຍຕົ້ນເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງ. ຕາມນັ້ນ, ແຕ່ລະ “ພາຄີ” ຕ້ອງໄດ້ຮັບມອບໝາຍໜ້າທີ່ລະອຽດ. ຖ້າຫາກແຕ່ລະ “ພາຄີ” ລ້ວນແຕ່ສຳເລັດໜ້າທີ່ຂອງຕົນເປັນຢ່າງດີ ແມ່ນວຽກງານຜະລິດເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງຈຶ່ງມີຄວາມສະຖຽນໝັ້ນ ແລະ ພັດທະນາຢ່າງຍືນຍົງ./.