ບາງບັນຫາກ່ຽວກັບການປ້ອງກັນ ແລະ ຕ້ານ “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” ຢູ່ຫວຽດນາມ ໃນປັດຈຸບັນ
ວ.ກ - ຜ່ານການປະຕິບັດພາລະກິດປ່ຽນແປງໃໝ່ເປັນເວລາ 26 ກວ່າປີ ປະເທດຫວຽດນາມບັນລຸຜົນສຳເລັດອັນໃຫຍ່ຫຼວງຫຼາຍຢ່າງ ທີ່ມີຄວາມໝາຍປະຫວັດສາດ, ແຕ່ວ່າ ບັນດາອິດທິກຳລັງສັດຕູກໍ່ຍັງສືບຕໍ່ປະຕິບັດກົນອຸບາຍ “ຜັນປ່ຽນໂດຍສັນຕິ”, ກໍ່ການຈະລາຈົນໂຄ່ນລົ້ມ. ການນຳເອົາບັນຫາປ້ອງກັນ, ຕ້ານ “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” ຢູ່ພາຍໃນ ເຂົ້າໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ແລະ ໃນມະຕິອື່ນໆ ຂອງສູນກາງພັກ ເພື່ອສ້າງໃຫ້ມີການປ່ຽນແປງຢ່າງແຂງແຮງທາງດ້ານຄວາມຮັບຮູ້ ກໍ່ຄືສະຕິຮັບຜິດຊອບຂອງບັນດາຂະແໜງການ, ຂັ້ນຕ່າງໆ ແລະ ຂອງພົນລະເມືອງທຸກຄົນຕໍ່ວຽກງານນີ້

ສະຫາຍລັດຖະມົນຕີກະຊວງຕຳຫຼວດ ເຈິ່ນດ້າຍກວາງ ກ່າວຄຳປາໄສໃນພິທີສະເຫຼີມສະຫຼອງ ວັນລຸງໂຮ່ຝາກຄຳສັ່ງສອນ 6 ປະການ ໃຫ້ແກ່ຕຳຫຼວດປະຊາຊົນ ຄົບຮອບ 65 ປີ - ຮູບຂອງ: CAND Online
“ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” - ໄພອັນຕະລາຍທີ່ບໍ່ອາດຈະເບິ່ງເບົາ
“ການຜັນປ່ຽນໂດຽຕົນເອງ” ໄດ້ຮັບຮູ້ວ່າເປັນຂະບວນວິວັດການຕໍ່ສູ້ລະຫວ່າງດ້ານຕັ້ງໜ້າ ກັບດ້ານຫຍໍ້ທໍ້, ລະຫວ່າງແນວຄິດສັງຄົມນິຍົມ ກັບແນວຄິດທຶນນິຍົມ ຢູ່ພາຍໃນຈິດໃຈພະນັກງານ ສະມາຊິກພັກ ຕໍ່ໜ້າການກະທົບທີ່ສັບສົນຕ່າງໆ ຂອງສະພາບການພາຍໃນປະເທດ ແລະ ໃນໂລກ. ໃນນັ້ນ ປັດໃຈຫຍໍ້ທໍ້ ແລະ ແນວຄິດທຶນນິຍົມຄ່ອຍໆເພີ່ມຂຶ້ນ; ປັດໃຈຕັ້ງໜ້າ ປະຕິວັດ ແນວຄິດສັງຄົມນິຍົມຄ່ອຍໆຈືດຈາງໄປ.
“ການປ່ຽນແປງໂດຍຕົນເອງ” ເປັນການສືບຕໍ່ຂອງຂະບວນວິວັດ “ການຜັນປ່ຽນໂດຽຕົນເອງ”. ເມື່ອການຜັນປ່ຽນທາງດ້ານຄຸນທາດ ເຮັດໃຫ້ທັດສະນະ ແນວຄິດການເມືອງ ຄຸນສົມບັດສິນທຳ ແບບແຜນກຳລົງຊີວິດ ຂອງພະນັກງານ ສະມາຊິກພັກປ່ຽນແປງໄປ ອັນຈະພາໄປເຖິງການກະທຳຕ້ານຄືນແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ.
“ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” ຢູ່ພາຍໃນແມ່ນການເສື່ອມໂຊມພາຍໃນ; ແມ່ນຂະບວນວິວັດ ແຫ່ງການປ່ຽນແປງໂດຍຕົນເອງ ທາງດ້ານແນວຄິດການເມືອງ ຄຸນສົມບັດສິນທຳ ແບບແຜນດຳລົງຊີວິດຂອງພະນັກງານ ສະມາຊິກພັກ ຕາມທິດຫຍໍ້ທໍ້ໆຖອຍ, ເຮັດໃຫ້ມາດຕະຖານຂອງຊາວກອມມູນິດ ເສື່ອມເສຍໄປເປັນແຕ່ລະກ້າວ, ພາໄປເຖິງການຫ່າງເຫີນຈາກບັນດາຫຼັກການ ທັດສະນະມາກຊິດ; ຊຸດໂຊມຫລຸດຜ່ອນຄວາມເຊື່ອໝັ້ນ ຕໍ່ລັດທິມາກ - ເລນິນ, ແນວຄິດ ໂຮ່ຈີມິນ, ແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ. ຮອດເມື່ອທີ່ ບັນດາປັດໃຈປະຕິວັດຕັ້ງໜ້າຖືກຈືດຈາງ ເສື່ອມສູນໄປ, ແນວຄິດໄຮ້ສັງຄົມນິຍົມເພີ່ມຂຶ້ນເທື່ອລະກ້າວ ແລະ ໄດ້ປຽບ, ເວລານັ້ນ ມັນຈະເຮັດໃຫ້ພະນັກງານ ສະມາຊິກພັກປ່ຽນແປງຈາກຜູ້ດີ ກາຍເປັນບຸກຄົນຜູ້ຕ້ານພັກ - ລັດ. “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” ຂອງບຸກຄົນ ຖ້າຫາກບໍ່ຖືກກີດກັ້ນຢ່າງເດັດຂາດ ທັນການ ກໍ່ຈະພາໄປເຖິງການເສື່ອມໂຊມ ແຕກທະລາຍລົງຂອງອົງການຈັດຕັ້ງ. ເມື່ອ “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” ເກີດຂຶ້ນໃນລະດັບມະຫາພາກ ກໍ່ຈະພາໄປເຖິງການປ່ຽນແປງລະບອບສັງຄົມນິຍົມ ໃຫ້ຂະຫຍາຍຕົວໄປຕາມເສັ້ນທາງທຶນນິຍົມ.
ບາງບົດຮຽນປະສົບການ ຈາກພຶດຕິກຳ
ຕໍ່ສູ້ປ້ອງກັນ ຕ້ານ “ການຜັນປ່ຽນໂດຍສັນຕິ”, “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” ແມ່ນໜ້າທີ່ຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ; ຂອງບັນດາຂະແໜງການ ແລະ ຂັ້ນຕ່າງໆ ພາຍໃຕ້ການນຳພາຂອງພັກ. ພາກຕົວຈິງໄດ້ພິສູດວ່າ ກົນອຸບາຍ ການເຄື່ອນໄຫວ “ຜັນປ່ຽນໂດຍສັນຕິ”, ການຈະລາຈົນໂຄ່ນລົ້ມຂອງບັນດາອິດທິກຳລັງສັດຕູ ແນໃສ່ລົບລ້າງບົດບາດນຳພາຂອງພັກກອມມູນິດ ແລະ ລະບອບສັງຄົມນິຍົມຢູ່ຫວຽດນາມ ແມ່ນບໍ່ມີການປ່ຽນແປງແຕ່ຢ່າງໃດ; ມີພຽງແບບວິທີ ຊັ້ນເຊີງຫຼ່ຽມລາຍຂອງພວກມັນແມ່ນມີການປ່ຽນແປງ. ເພາະສະນັ້ນ, ຕໍ່ສູ້ປ້ອງກັນ ຕ້ານ “ການຜັນປ່ຽນໂດຍສັນຕິ” “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” ເປັນໜ້າທີ່ທີ່ຫຍຸ້ງຍາກ ສັບສົນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ຊອງບັນດາຂະແໜງການ ຂັ້ນຕ່າງໆ ພາຍໃຕ້ການນຳພາຂອງພັກ, ມັນຮຽກຮ້ອງໃຫ້ຕ້ອງເປັນເຈົ້າການ ຕັ້ງໝັ້ນ, ປະຕິບັດຢ່າງລຽນຕິດ ເປັນປະຈຳ.
ເພີ່ມທະວີວຽກງານການເມືອງແນວຄິດ ທິດສະດີ, ປົກປັກຮັກສາ ແລະ ຢຶດໝັ້ນຮາກຖານແນວຄິດຂອງພັກ ຄືລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ, ອັນນີ້ເປັນປັດໃຈຕັດສິນໄຊຊະນະໃນການຕໍ່ສູ້ປ້ອງກັນ ຕ້ານ “ການຜັນປ່ຽນໂດຍສັນຕິ”, “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ”. ເພື່ອປົກປັກຮັກສາຮາກຖານແນວຄິດຂອງພັກ, ໃນບໍ່ວ່າສະພາບແວດລ້ອມໃດໆ ພັກກອມມູນິດຫວຽດນາມກໍ່ຕ້ອງປົກປັກຮັກສາລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນໄວ້ຢ່າງໜັກແໜ້ນ, ຢຶດໝັ້ນຈຸດໝາຍ ອຸດົມຄະຕິກອມມູນິດ. ຕາມທັດສະນະຂອງພັກ, ເຖິງວ່າຍັງມີບາງບັນຫາທີ່ຕ້ອງເພີ່ມເຕີມ ຂະຫຍາຍຕື່ມອີກກໍ່ຕາມ ແຕ່ລັດທິມາກ - ເລນິນ ແລະ ແນວຄິດໂຮ່ຈີມິນ ຍັງຄົງເປັນທິດສະດີປະຕິວັດທີ່ວິທະຍາສາດກວ່າໝູ່, ທັນສະໄໝກວ່າໝູ່, ເປັນ “ອາວຸດຈິດໃຈ” ຂອງຊົນຊັ້ນກຳມະກອນ, ເປັນເຂັມທິດພາທາງ ໃຫ້ແກ່ການເຄື່ອນໄຫວທັງໝົດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ດັ່ງນັ້ນ, ຍູ້ແຮງວຽກງານແນວຄິດ, ທິດສະດີຍາມໃດກໍ່ເປັນບັນຫາທີ່ມີຄວາມໝາຍເປັນຕາຍ ຕໍ່ກັບພາລະກິດປົກປັກຮັກສາພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ, ປະກອບສ່ວນຕອບສະໜອງ ບັນດາບັນຫາທີ່ພຶດຕິກຳວາງອອກມາ, ປັບປຸງຄວາມເຊື່ອໝັ້ນຕໍ່ອຸດົມຄະຕິກອມມຸນິດ ແລະ ເສັ້ນທາງສັງຄົມນິຍົມທີ່ພັກ ແລະ ປະຊາຊົນເຮົາໄດ້ເລືອກເອົາ.
ຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, “ການຜັນປ່ຽນໂດຍຕົນເອງ", “ການປ່ຽນແປງໂດຍຕົນເອງ” ມີຄວາມພົວພັນແໜ້ນແຟ້ນ ກັບພະຍາດອາດຍາສິດ, ສໍ້ລາດບັງຫຼວງ, ຟຸມເຟືອຍ ແລະ ຄວາມຜິດພາດ ຂໍ້ຂາດຕົກບົກພ່ອງຕ່າງໆ ໃນການຄຸ້ມຄອງເສດຖະກິດ - ສັງຄົມ. ຍ້ອນວ່າ ຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ ພ້ອມກັບພະຍາດອາດຍາສິດ ແມ່ນເປັນສາເຫດພາໄປເຖິງການສໍ້ລາດບັງຫຼວງ, ຟຸມເຟືອຍ; ການສໍ້ລາດບັງຫຼວງ, ຟຸມເຟືອຍ ກະທົບຄືນ ເຮັດໃຫ້ແນວຄິດການເມືອງຖືກເສື່ອມໂຊມ, ເຮັດໃຫ້ “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” ໄວກວ່າ. ເມື່ອຕົກໃສ່ພະຍາດສໍ້ລາດບັງຫຼວງ, ພະນັກງານ ສະມາຊິກພັກຍິ່ງຫ່າງເຫີນຈາກຈຸດໝາຍ ອຸດົມຄະຕິຂອງພັກ, ຊ້ຳບໍ່ໜຳຍັງທໍລະຍົດຕໍ່ປະຊາຊົນ ທໍລະຍົດຕໍ່ພັກອີກຊ້ຳ. ການສໍ້ລາດບັງຫຼວງຈຳເປັນແນ່ນອນຈະພາໄປເຖິງ ຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ”, ແຕ່ບໍ່ໄດ້ໝາຍຄວາມວ່າ ບັນດາຜູ້ຖືກເສື່ອມໂຊມທາງດ້ານແນວຄິດການເມືອງ, ຜູ້ທີ່ຜັນປ່ຽນໂດຽຕົນເອງ ປ່ຽນແປງໂດຍຕົນເອງ ຜູ້ໃດກໍ່ສໍ້ລາດບັງຫຼວງທັງນັ້ນດອກ. ເພາະສະນັ້ນ, ເພື່ອຕໍ່ສູ້ປ້ອງກັນ ຕ້ານ “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” ໄດ້ຢ່າງມີປະສິດທິຜົນ ແມ່ນຕ້ອງມີມາດຕະການເດັດດ່ຽວເພື່ອກຳຈັດດັດແກ້ພະຍາດອາດຍາສິດ, ແກ້ໄຂຂໍ້ຂາດຕົກບົກພ່ອງ ຈຸດອ່ອນຕ່າງໆ ໃນການຄຸ້ມຄອງເສດຖະກິດ - ສັງຄົມ; ພ້ອມກັນນັ້ນ ກໍ່ຕັ້ງໜ້າສ້າງບາດກ້າວຜັນປ່ຽນໃໝ່ ໃນການຕໍ່ສູ້ປ້ອງກັນ ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ.
ເປົ້າໝາຍຂອງ “ການຜັນປ່ຽນໂດຍສັນຕິ”, “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” ທີ່ບັນດາອິດທິກຳລັງສັດຕູແນໃສ່ ນັ້ນແມ່ນ ຖັບແຖວພະນັກງານ ສະມາຊິກພັກ. ສະນັ້ນ ການອົບຮົມສຶກສາ ຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດ, ຕ້ານລັດທິເອດຕະຊົນ ເປັນໜຶ່ງໃນບັນດາປັດໃຈສຳຄັນໃນການຕໍ່ສູ້ປ້ອງກັນ ຕ້ານ “ການຜັນປ່ຽນໂດຍສັນຕິ”, “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ”. ການຝຶກຝົນຫຼໍ່ຫຼອມຄຸນສົມລັດປະຕິວັດ ເປັນວຽກງານທີ່ຫຍຸ້ງຍາກ, ມັນຮຽກຮ້ອງໃຫ້ຕ້ອງທຸ່ມເຫື່ອເທແຮງຫຼາຍ ຕ້ອງມີຄວາມມານະພະຍາຍາມ ຈຶ່ງສາມາດເອົາຊະນະລັດທິເອກະຊົນ ໃນພະນັກງານ ສະມາຊິກພັກໄດ້. ພ້ອມກັນນັ້ນ, ຕ້ອງເພີ່ມທະວີວຽກງານຕິດຕາມກວດກາ ກວດການ ແລະ ລະບຽບວິໄນພັກ ເຊິ່ງເປັນສິ່ງທີ່ມີບົດບາດສຳຄັນເພື່ອຄົ້ນເຜີຍ ກຳຈັດດັດແກ້ຂໍ້ຂາດຕົກບົກພ່ອງຕ່າງໆ. ປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງການເປັນເຈົ້າການຕໍ່ສູ້ປ້ອງກັນ ຕ້ານ “ການຜັນປ່ຽນໂດຍສັນຕິ”, “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ”, “ຮັກສາພາຍໃນໃຫ້ໝັ້ນຄົງເປັນຕົ້ນຕໍ”, “ປົກປັກຮັກສາຕົນດ້ວຍຕົນເອງເປັນຕົ້ນຕໍ”, ກັບຈິດໃຈຕັ້ງໜ້າບຸກຈົມຕີ, ເຮັດໃຫ້ກົນອຸບາຍ ແລະ ການເຄື່ອນໄຫວມ້າງເພທຳລາຍຂອງບັນດາອິດທິກຳລັງສັດຕູໃຫ້ປະລາໄຊລົງ.
ສືບຕໍ່ຍົກສູງປະສິດທິຜົນຂອງການຕໍ່ສູ້ປ້ອງກັນ ຕ້ານ “ການຜັນປ່ຽນໂດຍສັນຕິ”, “ການຜັນປ່ຽນໂດຍຕົນເອງ”, “ການປ່ຽນແປງໂດຍຕົນເອງ”
ເພື່ອຕໍ່ສູ້ເຮັດໃຫ້ກົນອຸບາຍ ແລະ ການເຄື່ອນໄຫວມ້າງເພທຳລາຍຂອງບັນດາອິດທິກຳລັງສັດຕູ ໃຫ້ປະລາໄຊລົງນັ້ນ ພວກເຮົາຕ້ອງດຳເນີນປະຕິບັດສອງໜ້າທີ່ໄປພ້ອມໆກັນຄື: ຕໍ່ສູ້ຕ້ານ “ການຜັນປ່ຽນໂດຍສັນຕິ” ແລະ ຕໍ່ສູ້ປ້ອງກັນ ຕ້ານ “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” ຢູ່ພາຍໃນ ເຊິ່ງໃນນັ້ນ ຕ້ອງສຸມໃສ່ເຮັດໃຫ້ໄດ້ດີ ບາງວຽກງານຕ່າງໆລຸ່ມນີ້:
ທີໜຶ່ງ, ຄະນະບໍລິຫານງານ ແລະ ການຈັດຕັ້ງພັກ, ບັນດາອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ ຕ້ອງຮັບຮູ້ສະພາບການໃຫ້ຖືກຕ້ອງ, ເຫັນແຈ້ງໄພອັນຕະລາຍ ກໍ່ຄືກົນອຸບາຍ, ແບບວິທີ, ຊັ້ນເຊີງຫຼ່ຽມລາຍເຄື່ອນໄຫວ “ຜັນປ່ຽນໂດຍສັນຕິ”, “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ” ຂອງບັນດາອິດທິກຳລັງສັດຕູ; ຈາກນັ້ນ ຍົກສູງຄວາມເຊື່ອໝັ້ນຕໍ່ອຸດົມຄະຕິກອມມູນິດ ແລະ ເສັ້ນທາງສັງຄົມນິຍົມ; ຍູ້ແຮງການຕໍ່ສູ້ກັບບັນດາທັດສະນະຜິດພາດ, ເປັນປໍລະປັກ, ເຮັດໃຫ້ບັນດາເວັບໄຊສັງຄົມທີ່ມີເນື້ອໃນບໍ່ດີຖືກເສຍຄວາມສັກສິດ; ເພີ່ມທະວີການສຶກສາ, ສົນທະນາກັບຜູ້ທີ່ມີທັດສະນະຜິດເຂວກົງກັນຂ້າມ, ກີດກັ້ນການກະທົບຂອງພວກປະຕິການຕ່າງປະເທດ, ບໍ່ຍູ້ໃຫ້ຜູ້ມີທັດສະນະແຕກຕ່າງນັ້ນຕົກໃສ່ທ່າເປັນສັດຕູ, ພ້ອມກັນນັ້ນ ກໍ່ຕ້ອງແກ້ໄຂຢ່າງເດັດຂາດຕໍ່ບັນດາກໍລະນີທີ່ໄດ້ “ຜັນປ່ຽນ” ແລະ ໄດ້ “ປ່ຽນແປງ” ຈາກຝ່າຍເຮົາໄປກັບຝ່າຍກັດຕູແລ້ວ.
ທີສອງ, ຊາບຊືມ ແລະ ປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ ບັນດາຄຳສັ່ງ ມະຕິຂອງພັກ ແລະ ຂໍ້ກຳນົດຕ່າງໆຂອງລັດ ກ່ຽວກັບວຽກງານການຈັດຕັ້ງ ພະນັກງານ, ປົກປັກຮັກສາຄວາມສະຫງົບການເມືອງພາຍໃນ; ທິດນຳ ຫຼັກການ ຂອງການປົກປັກຮັກສາຄວາມສະຫງົບການເມືອງພາຍໃນ ແມ່ນ “ເປັນເຈົ້າການປ້ອງກັນ, ຮັກສາພາຍໃນໃຫ້ໝັ້ນຄົງເປັນຕົ້ນຕໍ”, “ປົກປັກຮັກສາຕົນດ້ວຍຕົນເອງເປັນຕົ້ນຕໍ”. ຜັນຂະຫຍາຍປະຕິບັດບັນດາວິທີແກ້ ເພື່ອປົກປັກຮັກສາຄວາມສະຫງົບການເມືອງພາຍໃນຢ່າງໜັກແໜ້ນ, ເຮັດໃຫ້ການເຄື່ອນໄຫວແຊກຊຶມ, ການກະທົບປ່ຽນແປງພາຍໃນ ປ່ຽນແປງລະບອບການເມືອງຢູ່ຫວຽດນາມ ຂອງບັນດາອິດທິກຳລັງສັດຕູ ແລະ ພວກປະຕິການ ຖືກເສຍຄວາມສັກສິດ. ເພີ່ມທະວີການຮັກສາຄວາມລັບຂອງລັດ, ສ້າງໃຫ້ມີການຜັນປ່ຽນຢ່າງແຂງແຮງ ທາງດ້ານຄວາມຮັບຮູ້ ກໍ່ຄືສະຕິຄວາມຮັບຜິດຊອບ ຂອງບັນດາຂະແໜງການ ຂັ້ນຕ່າງໆ ແລະ ຂອງພົນລະເມືອງທຸກຄົນ ຕໍ່ກັບວຽກງານນີ້; ຖືວ່າອັນນີ້ເປັນໜ້າທີ່ການເມືອງເປັນປະຈຳຂອງອົງການ, ການຈັດຕັ້ງ ເຊິ່ງໃນນັ້ນຕ້ອງຕິດແໜ້ນກັບໜ້າທີ່ຮັບຜິດຊອບຂອງຜູ້ນຳໜ້າ.
ທີສາມ, ປະຕິບັດໃຫ້ໄດ້ດີ ນະໂຍບາຍມະຫາສາມັກຄີ, ນະໂຍບາຍສາດສະໜາ, ນະໂຍບາຍຊົນຊາດຂອງພັກ ແລະ ລັດ. ຍູ້ແຮງຂະບວນການປວງຊົນປົກປັກຮັກສາຄວາມສະຫງົບແຫ່ງຊາດ ດ້ວຍຫຼາຍເນື້ອໃນ ຮູບການອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ມີປະສິດທິຜົນ, ປຸກລະດົມກຳລັງແຮງ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງປະຊາຊົນ ໃນການຕໍ່ສູ້ປ້ອງກັນ ຕ້ານ “ການຜັນປ່ຽນໂດຍສັນຕິ”, “ການຜັນປ່ຽນໂດຽຕົນເອງ”, “ການປ່ຽນແປງໂດຍຕົນເອງ”, ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ, ຮັບໃຊ້ໃຫ້ແກ່ການສ້າງສາປົກປັກຮັກສາປະເທດຊາດ.
ທີສີ່, ຍູ້ແຮງວຽກງານຄົ້ນຄວ້າທິດສະດີ, ສະຫລຸບສັງລວມພຶດຕິກຳ, ຂະຫຍາຍລັດທິມາກ - ເລນິນ ແລະ ແນວຄິດໂຮ່ຈີມິນ. ຍົກສູງລັກສະນະສູ້ຮົບ ລັກສະນະຂົນຂວາຍຊວນເຊື່ອ ໃນການເຄື່ອນໄຫວທິດສະດີ, ໂຄສະນາ, ຕໍ່ສູ້ຢ່າງທັນການ ແລະ ມີປະສິດທິຜົນ ກັບບັນດາຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີ ຂອງບັນດາອິດທິກຳລັງສັດຕູ ແລະ ພວກປະຕິການ.
ທີຫ້າ, ສືບຕໍ່ຊີ້ນຳການປະຕິບັດ ຂໍ້ສະຫລຸບຂອງກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ XI ວ່າດ້ວຽວຽກງານການປ້ອງກັນ ຕ້ານ ການສໍ້ລາດບັງຫຼວງ, ຟຸມເຟືອຍ; ສຳຫຼວດກວດກາ ຕີລາຄາສະພາບການຕົວຈິງ ແລະ ໝາກຜົນຂອງວຽກງານການປ້ອງກັນ ຕ້ານ ການສໍ້ລາດບັງຫຼວງ ການຟຸມເຟືອຍ ໃນເວລາທີ່ຜ່ານມາ ຢູ່ບັນດາກະຊວງ ຄະນະກຳມະການ ຂະແໜງການ ທ້ອງຖິ່ນຕ່າງໆ; ສຳຫຼວດຄວາມຮັບຜິດຊອບຂອງໝູ່ຄະນະ, ບຸກຄົນ ໃນວຽກງານການນຳພາ ຊີ້ນຳການປະຕິບັດໜ້າທີ່ປ້ອງກັນ ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ຈາກນັ້ນກໍ່ວາງວິທີແກ້ຕ່າງໆອອກມາ ເພື່ອຍົກສູງປະສິດທິຜົນຂອງວຽກງານນີ້.
ສືບຕໍ່ຊີ້ນຳນຳພາການປະຕິບັດຢ່າງມີປະສິດທິຜົນ ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI ວ່າດ້ວຍ “ບັນຫາຮີບດ່ວນຈຳນວນໜຶ່ງ ກ່ຽວກັບການກໍ່ສ້າງພັກໃນປັດຈຸບັນ”, ສ້າງໃຫ້ມີການຜັນປ່ຽນຢ່າງຈະແຈ້ງ, ຜ່ານຜ່າຈຸດອ່ອນຂໍ້ຈຳກັດຕ່າງໆ ໃນວຽກງານການກໍ່ສ້າງພັກ, ຍົກສູງຄວາມສາມາດນຳພາ ກຳລັງສູ້ຮົບຂອງພັກຂຶ້ນຢ່າງບໍ່ຢຸດຢັ້ງ, ປັບປຸງຄວາມເຊື່ອໝັ້ນພາຍໃນພັກ ແລະ ປະຊາຊົນ, ປຸກລະດົມທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ສວຍໃຊ້ໂອກາດ ຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍ, ຕັດສິນໃຈປະຕິບັດຢ່າງສຳເລັດມີໄຊຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ, ອະລິຍະທຳ, ກ້າວຂຶ້ນສູ່ລັດທິສັງຄົມນິຍົມຢ່າງໜັກແໜ້ນ./.