ຍົກສູງປະສິດທິຜົນການດຶງດູດເອົາ ການລົງທຶນໂດຍກົງຈາກຕ່າງປະເທດ
ວ.ກ. ອອນໄລ - ພາຍຫຼັງໄລຍະເວລາກວ່າ 25 ປີ, ນັບແຕ່ມື້ກົດໝາຍວ່າດ້ວຍການລົງທຶນຈາກຕ່າງປະເທດ ໄດ້ຮັບການປະກາດໃຊ້ເປັນທາງການ (ວັນທີ 29 ທັນວາ 1987), ຫວຽດນາມດຶງດູດເອົາການລົງທຶນໂດຍກົງຈາກຕ່າງປະເທດ ໄດ້ປະມານ 14.500 ໂຄງການ ດ້ວຍລວມຍອດທຶນຈົດທະບຽນກວ່າ 200 ຕື້ໂດລາ. ແຕ່ວ່າ, ການດຶງດູດເອົາການລົງທຶນໂດຍກົງຈາກຕ່າງປະເທດ ກຳລັງມີຫຼາຍບັນຫາທີ່ຕ້ອງມີມາດຕະການ ວິທີການແກ້ໄຂ.

ພາບປະກອບ - ຕາມ: Internet
ສະພາບຕົວຈິງ ແລະ ບົດບາດຂອງແຫຼ່ງທຶນ ທີ່ລົງທຶນໂດຍກົງຈາກຕ່າງປະເທດ
ປີ 2012, ແຫຼ່ງທຶນທີ່ລົງທຶນໂດຍກົງຈາກຕ່າງປະເທດ (ລດຕ) ເຂົ້າຫວຽດນາມ ຈົດທະບຽນໄດ້ 13,01 ຕື້ໂດລາ, ໃນນັ້ນ ຈຳນວນທຶນທີ່ຊຳລະແລ້ວ 10,46 ຕື້ໂດລາ.
ຄິດລວມທັງໝົດ ແຕ່ປີ 1988 ເຖິງປີ 2012, ມີ 98 ປະເທດ ແລະ ອານາເຂດ ໄດ້ລົງທຶນເຂົ້າຫວຽດນາມ ເຊິ່ງມີປະມານ 14.500 ໂຄງການ, ດ້ວຍຈຳນວນທຶນຈົດທະບຽນ 213,6 ຕື້ໂດລາ, ໃນນັ້ນ ປະຕິບັດໄດ້ປະມານ 100 ຕື້ໂດລາ; ຈຳນວນໂຄງການຖືກຍຸບເລີກ ແລະ ໝົດກຳນົດເວລາມີ 1.901 ໂຄງການ (ທຽບເທົ່າກັບ 40 ຕື້ໂດລາ). ໃນຈຳນວນໂຄງການທີ່ຍັງມີຜົນສັກສິດຢູ່ນັ້ນ, ປະເພດໂຄງການທີ່ມີທຶນຈົດທະບຽນຫຼາຍກວ່າ 1 ຕື້ໂດລາ ແມ່ນມີ 26 ໂຄງການ (ທຽບເທົ່າກັບ 66 ຕື້ໂດລາ). ຄິດຕາມອັດຕາສ່ວນທຽບກັນ ຈີດີພີ, ຫວຽດນາມດຶງດູດ ລດຕ ໄດ້ຫຼາຍກວ່າທົບ 5 ເທົ່າທຽບກັບຈີນ ຫຼື ອິນເດຍ ໃນ 5 ປີທີ່ຜ່ານມາ.
ຂົງເຂດວິສາຫະກິດ ລດຕ ແມ່ນຂົງເຂດທີ່ຂະຫຍັນຂັນເຄື່ອນຢ່າງເປັນປະຈຳ ແລະ ໄດ້ມີການປະກອບສ່ວນຫຼາຍພໍຄວນ ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ. ໃນໄລຍະປີ 2001 - 2005, ແຫຼ່ງທຶນ ລດຕ ໄດ້ປະກອບສ່ວນ 16% ໃນລວມຍອດເງິນລົງທຶນທົ່ວສັງຄົມ ແລະ ອັດຕາສ່ວນນີ້ໄດ້ເພີ່ມຂຶ້ນເປັນ 25% ໃນໄລຍະປີ 2006 - 2012. ໃນປີ 2012 ກໍ່ຄືໃນກວ່າ 25 ປີທີ່ຜ່ານມາ, ແຫຼ່ງທຶນ ລດຕ ມີບົດບາດປະກອບສ່ວນຫັນປ່ຽນໂຄງປະກອບເສດຖະກິດ ແລະ ຍົກສູງກຳລັງຄວາມສາມາດຜະລິດອຸດສາຫະກຳ; ປະກອບສ່ວນຫຼາຍພໍຄວນ ເຂົ້າໃນລາຍຮັບງົບປະມານ ແລະ ສ້າງວຽກເຮັດງານທຳ; ປະກອບສ່ວນສຳຄັນ ເຂົ້າໃນມູນຄ່າຂາອອກ ຂອງຫວຽດນາມ ແລະ ປະກອບສ່ວນ ເປີດກວ້າງຕະຫຼາດການຄ້າສາກົນ; ມີບົດບາດຜົ້ນເດັ່ນ ໃນການປ່ຽນແປງໃໝ່ ແລະ ມອບໂອນຖ່າຍທອດເຕັກໂນໂລຊີຢູ່ຫວຽດນາມ.
ບາງບັນຫາທີ່ວາງອອກມາ ຕໍ່ກັບຂົງເຂດວິສາຫະກິດ ລດຕ
ເຖິງວ່າການເຄື່ອນໄຫວດຶງດູດທຶນ ລດຕ ໄດ້ບັນລຸໝາກຜົນອັນດີງາມ ແລະ ໄດ້ປະກອບສ່ວນທີ່ແນ່ນອນຕໍ່ເສດຖະກິດແຫ່ງຊາດກໍ່ຕາມ, ແຕ່ຂົງເຂດວິສາຫະກິດ ລດຕ ກໍ່ຍັງມີຂໍ້ຈຳກັດຫຼາຍຢ່າງ:
ສະພາບການໂອນລາຄາ ເພື່ອໜີພາສິ. ຕາມຕົວເລກຂອງກະຊວງການເງິນ, ມີປະມານ 20% - 30% ຂອງຈຳນວນວິສາຫະກິດ ລດຕ ກຳລັງເຄື່ອນໄຫວ ໄດ້ໄລ່ລຽງຜົນການທຸລະກິດຂາດທຶນລຽນຕິດໃນ 2 - 3 ປີ, ຊ້ຳບໍ່ໜຳ 5 ປີ. ພິເສດ, ຢູ່ພາກໃຕ້ ບ່ອນທີ່ກວມເອົາ 2/3 ຈຳນວນວິສາຫະກິດ ລດຕ ຂອງທົ່ວປະເທດ, ສະພາບການນີ້ໄດ້ເກີດຂຶ້ນຫຼາຍກວ່າໝູ່. ເລື່ອງແປກປະຫຼາດກໍ່ຄື, ເຖິງວ່າຖືກຂາດທຶນຢ່າງລຽນຕິດກໍ່ຕາມ ແຕ່ບັນດາວິສາຫະກິດເຫຼົ່ານັ້ນກໍ່ຍັງຄົງສືບຕໍ່ເປີດກວ້າງການຜະລິດ ທຸລະກິດຢ່າງບໍ່ຢຸດຢັ້ງ.
ຕາມການສັງເກດຂອງຜູ້ຊ່ຽວຊານເສດຖະກິດຫຼາຍຄົນ, ບັນດາວິສາຫະກິດ ລດຕ ເຫຼົ່ານີ້ໄດ້ໃຊ້ຫຼາຍວິທີການຕ່າງກັນ ເພື່ອຫຼົບຫຼີກພາສີອາກອນ ໂດຍຜ່ານການແຈ້ງການຂາດທຶນໃນການເຄື່ອນໄຫວທຸລະກິດ, ຫຼັງຈາກນັ້ນກໍ່ໂອນກຳໄລໄປໃຫ້ບໍລິສັດແມ່ຢູ່ຕ່າງປະເທດ. ແຜ່ຫຼາຍທີ່ສຸດແມ່ນ ການໄລ່ລຽງລາຄາວັດຖຸດິບສົ້ນເຂົ້າສູງທີ່ສຸດ, ພ້ອມກັນນັ້ນກໍ່ຫາທຸກວິທີທາງ ເພື່ອໄລ່ລຽງເພີ່ມຄ່າໃຊ້ຈ່າຍໂຄສະນາສິນຄ້າ ສົ່ງເສີມການຈຳໜ່າຍ ແນໃສ່ຫັກກຳໄລອອກຈົນໝົດ. ນອກຈາກນັ້ນ, ເພື່ອຫັນປ່ຽນກຳໄລເປັນຂາດທຶນ ໂດຍຜ່ານຮູບການໂອນລາຄາ, ບັນດາວິສາຫະກິດ ລດຕ ຍັງໂຮມກັນເຂົ້າເປັນຈຸເປັນຫຍ່ອມ ແລະ ຈັດການຕົກລົງລາຄານຳກັນເອົາເອງ ໂດຍຜ່ານການພົວພັນປະສານສົມທົບກັນ ແນໃສ່ຊອກຫາຜົນກຳໄລໂດຍບໍ່ຕ້ອງລົງທຶນຕື່ມອີກ ຫຼືບໍ່ຕ້ອງເປີດກວ້າງການຜະລິດ.
ຂໍ້ຈຳກັດໃນການມອບໂອນຖ່າຍທອດເຕັກໂນໂລຊີ. ບັນດານັກລົງທຶນບໍ່ເອົາໃຈໃສ່ເຖິງການມອບໂອນຖ່າຍທອດເຕັກໂນໂລຊີທັນສະໄໝ. ເພາະສະນັ້ນ, ພວກເຂົາເຄີຍມອບໂອນເຄື່ອງຈັກຫຼ້າຫຼັງ ໃຫ້ແກ່ບັນດາປະເທດຮັບການລົງທຶນ ເພື່ອປ່ຽນໃໝ່ເຕັກໂນໂລຊີ ຍົກສູງຄຸນນະພາບຜະລິດຕະພັນຂອງຕົນ. ຄຽງຂ້າງນັ້ນ, ຫຼາຍປະເທດທີ່ໄປກ່ອນຫວຽດນາມ, ພາຍຫຼັງການນຳໃຊ້ເຕັກໂນໂລຊີປານກາງ ສິ້ນເປືອງແຮງງານຫຼາຍ ໃນໄລຍະເວລາໜຶ່ງ ແຕ່ມາເຖິງດຽວນີ້ ຍ້ອນລາຄາແຮງງານເພີ່ມຂຶ້ນ ເຮັດໃຫ້ເຕັກໂນໂລຊີເຫຼົ່ານີ້ບໍ່ສອດຄ່ອງອີກ. ດັ່ງນັ້ນ ເຂົາຈຶ່ງຖ່າຍທອດເຕັກໂນໂລຊີນີ້ໃຫ້ບັນດາປະເທດດ້ອຍພັດທະນາກວ່າເຊັ່ນ ປະເທດຫວຽດນາມ.
ນອກຈາກນັ້ນ, ລະດັບຂອງຜູ້ອອກແຮງງານຫວຽດນາມ ກໍ່ຍັງບໍ່ທັນຕອບສະໜອງໄດ້ກັບການຮັບເອົາເຕັກໂນໂລຊີໃໝ່. ກ່ຽວກັບບັນຫານີ້, ຕົວເລກສະຖິຕິຂອງກະຊວງແຜນການ ແລະ ການລົງທຶນໄດ້ໃຫ້ຮູ້ວ່າ ມີພຽງ 40% ຂອງຈຳນວນແຮງງານໃນຂົງເຂດນີ້ ໄດ້ຮັບການກໍ່ສ້າງວິຊາອາຊີບສະເພາະ, ສ່ວນທີ່ຍັງເຫຼືອແມ່ນແຮງງານທຳມະດາ. ຫຼາຍວິສາຫະກິດ ລດຕ ໄດ້ສ້າງຕັ້ງພື້ນຖານສຶກສາອົບຮົມວິຊາຊີບສະເພາະຂອງຕົນ, ແຕ່ເຂົາກໍ່ຍັງແລ່ນຫາຜົນກຳໄລໃຫ້ແກ່ຕົນເອງເປັນຕົ້ນຕໍ. ບັນດາແຮງງານໄດ້ຮັບການກໍ່ສ້າງວິຊາຊີບພຽງສ່ວນໜຶ່ງ ເພື່ອຮັບຜິດຊອບຂອດໜຶ່ງ ໃນສາຍພານການຜະລິດເທົ່ານັ້ນ.
ຄຸນຄ່າເພີ່ມເຕີມທີ່ສ້າງຂຶ້ນຍັງຕ່ຳ. ບັນດາວິສາຫະກິດ ລດຕ ຢູ່ຫວຽດນາມ ຕົ້ນຕໍແມ່ນພຽງແຕ່ປະຕິບັດໃນຂອບປະກອບເຂົ້າເຄື່ອງ, ເພາະສະນັ້ນ ໄດ້ປະກອບສ່ວນຄຸນຄ່າໜ້ອຍທີ່ສຸດໃນຜະລິດຕະພັນ ກ່ອນເມື່ອຂາຍສົ່ງນອກ. ຕາມຜົນການສືບສວນຂອງຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (ຫກອວ), ອັດຕາສ່ວນວິສາຫະກິດ ລດຕ ທີ່ເຄື່ອນໄຫວໃນຂົງເຂດຄຸນຄ່າເພີ່ມເຕີນສູງນັ້ນ ແມ່ນຍັງຕ່ຳ (65% ວິສາຫະກິດ ລດຕ ຢູ່ຫວຽດນາມ ເຄື່ອນໄຫວໃນຂະແໜງການຜະລິດທີ່ມີຄຸນຄ່າເພີ່ມເຕີມຕ່ຳ, ມີພຽງປະມານ 5% ວິສາຫະກິດ ລດຕ ເຄື່ອນໄຫວໃນຂະແໜງການຜະລິດ ມີເຕັກໂນໂລຊີທັນສະໄໝ, 5% ເຄື່ອນໄຫວໃນຂົງເຂດບໍລິການວິທະຍາສາດ - ເຕັກໂນໂລຊີ, 3,5% ເຄື່ອນໄຫວໃນຂົງເຂດປະກັນໄພ, ການເງິນ ທີ່ຮຽກຮ້ອງຕ້ອງການເຕັກນິກການຄຸ້ມຄອງທັນສະໄໝ, ລະດັບແຮງງານສູງ).
ຜົນກະທົບແຜ່ລາມຂອງຂົງເຂດ ລດຕ ຍັງບໍ່ທັນຫຼາຍ, ຄຸນຄ່າເພີ່ມເຕີມຕ່ຳ. ບັນຫານີ້ສະແດງອອກຢ່າງຈະແຈ້ງຢູ່ທີ່ ອຸດສາຫະກຳສະໜັບສະໜູນຂອງຫວຽດນາມ ຍັງບໍ່ທັນຂະຫຍາຍຕົວ, ການເຊື່ອມໂຍງກັນ ລະຫວ່າງວິສາຫະກິດພາຍໃນປະເທດ ກັບວິສາຫະກິດ ລດຕ ຍັງບໍ່ທັນຈະແຈ້ງ. ບັນດາວິສາຫະກິດ ລດຕ ຫວຽດນາມ ມີຂະໜາດນ້ອຍພໍຄວາມ, ຜົນກຳໄລຕ່ຳ, ຕົ້ນຕໍແມ່ນເປັນສາຂາສຳຮອງ ໃຫ້ບັນດາບໍລິສັດຂ້າມຊາດໃຫຍ່, ດັ່ງນັ້ນ ເຄີຍນອນຢູ່ໃນຂອບຕ່ຳສຸດຂອງຄຸນຄ່າຜະລິດຕະພັນ.
ຕາມການສືບສວນດັ່ງກ່າວຂອງ ຫກອວ, ວິສາຫະກິດ ລດຕ ໄດ້ຂາເຂົ້າເຖິງ 57,5% ຈຳນວນສິນຄ້າ ການບໍລິການລະຫວ່າງກາງ ຈາກຕ່າງປະເທດ; ມີພຽງ 40% ໄດ້ຊື້ຢູ່ພາຍໃນປະເທດ. ຜະລິດຕະພັນຂອງວິສາຫະກິດ ລດຕ ຕົ້ນຕໍແມ່ນຂາຍສົ່ງນອກ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ມັນຂາດການເຊື່ອມໂຍງກັບຂົງເຂດເສດຖະກິດພາຍໃນປະເທດ, ຈຳກັດປະສິດທິຜົນ ຂອງການຮັບເອົາເຕັກໂນໂລຊີ, ບົດຮຽນຄຸ້ມຄອງ ແລະ ການປົວແປງສະມັດຕະພາບ.
ຫຼາຍໂຄງການປະຕິບັດການຊຳລະເງິນລົງທຶນຊ້າ. ອັດຕາສ່ວນຊຳລະເງິນທຽບກັບທຶນຈົດທະບຽນໃນໄລຍະປີ 2006 - 2011 ຄືດັ່ງນີ້: ປິ 2006 ແມ່ນ 33%; 2007 - 38%; 2008 - 18%; 2009 - 50%; 2010 62%; 2011 - 80%. ໃນປີ 2012, ອັດຕາສ່ວນຊຳລະເງິນບັນລຸ 80,4%. ຄືແນວນັ້ນແມ່ນ, ເຖິງວ່າເງິນລົງທຶນນັບມື້ນັບເພີ່ມຂຶ້ນກໍ່ຕາມ ແຕ່ຈຳນວນເງິນທຶນທີ່ປະຕິບັດໃນພາກຕົວຈິງ ພັດຍັງຕ່ຳ. ນອກຈາກບັນດາສາເຫດພາວະວິໄສເຊັ່ນ ວິກິດການເສດຖະກິດ, ຫຼາຍໂຄງການພວມຢູ່ໃນຂະບວນວິວັດການລົງທຶນ,...ແລ້ວ ຍັງມີສາເຫດທີ່ມາຈາກນັກລົງທຶນເຊັ່ນ ຂາດຄວາມສາມາດດ້ານການເງິນ, ຮັກສາທີ່ດິນໄວ້ເພື່ອລໍຖ້າໂອກາດດີ ຫຼືຂາຍໂຄງການເອົາກຳໄລ,...
ໂຄງປະກອບບໍ່ສົມເຫດສົມຜົນ. ທຶນ ລດຕ ຕົ້ນຕໍລວມສູນໃສ່ບັນດາຂະແໜງການທີ່ມີຄວາມສາມາດໃຫ້ກຳໄລສູງ, ເຊັ່ນຂຸດຄົ້ນຊັບພະຍາກອນທຳມະຊາດ ບໍ່ແຮ່, ນ້ຳມັນແກ໊ດ, ອຸດສາຫະກຳໜັກ,... ກວມປະມານ 60% ລວມຍອດທຶນຈົດທະບຽນ. ອັດຕາສ່ວນເງິນລົງທຶນໃສ່ຂະແໜງບໍລິການ ກວມພຽງປະມານ 38% ລວມຍອດທຶນຈົດທະບຽນ, ເຊິ່ງຍັງບໍ່ທັນຕອບສະໜອງໄດ້ກັບ ຄວາມຕ້ອງການພັດທະນາເສດຖະກິດ ຕາມທິດທັນສະໄໝ. ສ່ວນໃນຂົງເຂດກະສິກຳ, ເຖິງວ່າລັດຖະບານໄດ້ມີບັນດານະໂຍບາຍ ໃຫ້ບຸລິມະສິດເປັນຢ່າງດີ ແຕ່ຍ້ອນຈຳນວນໂຄງການ ແລະ ທຶນຈົດທະບຽນໜ້ອຍ ດັ່ງນັ້ນ ອັດຕາສ່ວນເງິນລົງທຶນ ມີທ່າອ່ຽງຫລຸດໜ້ອຍຖອຍລົງ (ຈາກ 8% ໃນລວມຍອດທຶນຈົດທະບຽນປີ 2001 ຫລຸດລົງຍັງເຫຼືອ 7,4% ປີ 2006, 3% ປີ 2008 ແລະ ມາຮອດປັດຈຸບັນ ຍັງເຫຼືອພຽງ 1%).
ໂຄງປະກອບ ລດຕ ຕາມເຂດແດນກໍ່ສະແດງໃຫ້ເຫັນເຖິງການຂາດດຸນ. ບັນດາໂຄງການ ລດຕ ຕົ້ນຕໍລວມສູນຢູ່ບັນດາທ້ອງຖິ່ນ ທີ່ມີເງື່ອນໄຂເສດຖະກິດ - ສັງຄົມສະດວກດີ (5 ແຂວງນຳໜ້າໃນການດຶງດູດ ລດຕ ຂອງທົ່ວປະເທດແມ່ນ ນະຄອນໂຮ່ຈີມິນ, ບ່າເຣ້ຍ - ຫວຸງເຕົ່າ, ຮ່າໂນ້ຍ, ໂດ່ງນາຍ ແລະ ບິ່ງເຢືອງ ເຊິ່ງໄດ້ກວມເອົາເກືອບ 60% ລວມຍອດທຶນຈົດທະບຽນ). ຜົນຕາມມາແມ່ນ ໄດ້ປະກອບສ່ວນເພີ່ມທະວີຄວາມຜິດໂຕນກັນທາງດ້ານການພັດທະນາ ແລະ ລາຍຮັບ ລະຫວ່າງບັນດາເຂດ ພາກໃນປະເທດ.
ຄຽງຂ້າງບັນດາຂໍ້ຈຳກັດດັ່ງກ່າວເທິງນີ້, ຫຼາຍວິສາຫະກິດ ລດຕ ຍັງຂາດຄວາມຮັບຜິດຊອບໃນການຮັກສາສິ່ງແວດລ້ອມ, ສະພາບການນ້ຳເສຍ ແລະ ທາດເສດເຫຼືອບໍ່ໄດ້ຜ່ານການແກ້ໄຂກັ່ນຕອງ ຍັງເກີດຂຶ້ນຢູ່ຫຼາຍເຂດອຸດສາຫະກຳ.
ສາເຫດຕົ້ນຕໍຂອງຂໍ້ຈຳກັດຕ່າງໆ ເທິງນີ້, ດ້ານໜຶ່ງ, ຍ້ອນບັນດາວິສາຫະກິດ ລດຕ ໃນການເຄື່ອນໄຫວ ຍາມໃດກໍ່ວາງຈຸດໝາຍຜົນກຳໄລ ເປັນຕົ້ນຕໍ, ສ່ວນຜົນປະໄຫຍດຂອງປະເທດທີ່ມັນລົງທຶນ ພັດຂຶ້ນກັບຄວາມສາມາດຮັບເອົາການລົງທຶນ ກໍ່ຄືບັນດານະໂຍບາຍທີ່ກ່ຽວຂ້ອງ; ດ້ານອື່ນ, ວຽກງານຄຸ້ມຄອງກໍ່ຍັງມີຫຼາຍບັນຫາ.
ບາງມາດຕະການຍົກສູງປະສິດທິຜົນການດຶງດູດເອົາ ການລົງທຶນໂດຍກົງຈາກຕ່າງປະເທດ
ເພື່ອດຶງດູດເອົາແຫຼ່ງທຶນນີ້ໄດ້ຢ່າງມີປະສິທິຜົນ ປະກອບສ່ວນອັນຕັ້ງໜ້າເຂົ້າໃນຂະບວນວິວັດການຫັນປ່ຽນຕົວແບບເຕີບໂຕເສດຖະກິດ, ຈັດວາງໂຄງປະກອບເສດຖະກິດຄືນໃໝ່, ໃນເວລາທີ່ຈະມາເຖິງຕ້ອງສຸມໃສ່ວິທີແກ້ຈຳນວນໜຶ່ງດັ່ງນີ້:
ໜຶ່ງຄື, ນັບແຕ່ຄວາມຮັບຮູ້ຈົນເຖິງນະໂຍບາຍ ຕ້ອງເປັນເອກະພາບ ແລະ ເດັດດ່ຽວດຶງດູດເອົາ ລດຕ ບົນພື້ນຖານຄັດເລືອກເອົາບັນດາໂຄງການທີ່ມີຄຸນນະພາບດີ, ມີອັດຕາສ່ວນເຕັກໂນໂລຊີສູງ ແລະ ບໍ່ສ້າງໃຫ້ເກີດມີມົນພິດສິ່ງແວດລ້ອມ.
ສອງຄື, ເພີ່ມທະວີການກວດກາ ກວດການບັນດາໂຄງການ ລດຕ, ຈຳກັດໂຄງການທີ່ລົງທຶນໃສ່ຂົງເຂດບໍ່ຜະລິດ, ຂົງເຂດທີ່ເຮັດໃຫ້ການຂາເຂົ້າລື່ນເຫຼືອເພີ່ມຂຶ້ນ, ຂົງເຂດທີ່ນຳໃຊ້ແຫຼ່ງຊັບພະຍາກອນ ແຮ່ທາດ ດິນດອນບໍ່ມີປະສິດທິຜົນ, ບັນດາໂຄງການທີ່ສິ້ນເປືອງພະລັງງານ ສ້າງມົນພິດສິ່ງແວດລ້ອມ,…
ສາມຄື, ຄົ້ນຄວ້າສ້າງປະມວນຂໍ້ກຳນົດຕີລາຄາປະສິດທິຜົນຂອງ ລດຕ ຢູ່ຫວຽດນາມ ຕາມມາດຕະຖານຕ່າງໆເຊັ່ນ ສະມັດຕະພາບຂອງງານ ປະສິດທິຜົນການນຳໃຊ້ທຶນ ແລະ ກຳລັງແຜ່ລາມຂອງໂຄງການໃນພື້ນຖານເສດຖະກິດ.
ສີ່ຄື, ເປີດເຜີຍ, ໂປ່ງໃສ ແລະ ບູລະນະໃຫ້ສົມບູນເທື່ອລະກ້າວບັນດານະໂຍບາຍ, ກົດໝາຍທີ່ມີການພົວພັນກັບຂົງເຂດການລົງທຶນ.
ຫ້າຄື, ຍົກສູງປະສິດທິຜົນວຽກງານສົ່ງເສີມການລົງທຶນຈາກຕ່າງປະເທດ ໂດຍຜ່ານການເພີ່ມທະວີຍິ່ງກວ່າອີກ ແລະ ສົມທົບຢ່າງແໜ້ນແຟ້ນລະຫວ່າງການເຄື່ອນໄຫວສົ່ງເສີມການລົງທຶນ ກັບການເຄື່ອນໄຫວທາງການທູດ,...
ຫົກຄື, ກຳນົດທິດທາງ, ສ້າງເງື່ອນໄຂເປີດຮູບການ ແລະ ຂົງເຂດລົງທຶນໃໝ່ ເຊັ່ນ ດຶງດູດທຶນ ລດຕ ຕາມຮູບການຄູ່ຮ່ວມລັດ-ເອກະຊົນ (Public – Private Partnership: PPP) ຫຼືບັນດາຮູບການ BOT, BT, BTO, BCC, ລົງທຶນຊື້ຫຸ້ນສ່ວນ, ບໍລິສັດແມ່ - ລູກ,... ປະກອບສ່ວນຫລຸດຜ່ອນອັດຕາສ່ວນບັນດາໂຄງການລົງທຶນຕາມຮູບການຮ່ວມທຸລະກິດ.
ເຈັດຄື, ເພີ່ມທະວີການປົກປ້ອງກຳມະສິດພູມປັນຍາ. ນີ້ແມ່ນປັດໃຈສຳຄັນທີ່ສຸດສຳລັບບັນດາວິສາຫະກິດ ທີ່ຢາກລົງທຶນເຂົ້າ ບັນດາຂະແໜງການບັນຈຸເຕັກໂນໂລຊີສູງ ແລະ ຂະຫຍາຍຕົວຢ່າງຂະຫຍັນຂັນເຄື່ອນ. ບົດຮຽນປະສົບການໃຫ້ຮູ້ວ່າ, ບາງປະເທດ ຍ້ອນວຽກງານການຄຸ້ມຄອງຫຼົມແຫຼວ, ບໍ່ມີການກວດກາ ກວດການ ດັ່ງນັ້ນເຕັກໂນໂລຊີຫຼາຍຊະນິດຂອງຕ່າງປະເທດຖືກນຳໃຊ້ຢ່າງຜິດກົດໝາຍ ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ລົງທຶນ, ຜົນຕາມມາຄື ບັນດານັກລົງທຶນເຂັ້ມງວດໃນບັນດາຂະແໜງການເຕັກໂນໂລຊີສູງ ບໍ່ຢາກມາລົງທຶນອີກ./.
ໂດຍ: ດຣ. ຟ້າມວຽດຢຸ໊ງ, ວາລະສານກອມມູນິດ