ຍົກສູງຄຸນນະພາບການຄົ້ນຄວ້າ ພັດທະນາທິດສະດີ ຂອງພັກກອມມູນິດຫວຽດນາມ
ວ.ກ - ກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກໄດ້ວາງແນວທາງກໍ່ສ້າງ ແລະ ພັດທະນາປະເທດໃນໄລຍະໃໝ່ ເຊິ່ງໃນນັ້ນໄດ້ຮຽກຮ້ອງໃຫ້ປ່ຽນແປງໃໝ່ ຕົວແບບເຕີບໂຕເສດຖະກິດ, ປັບປຸງບູລະນະລະບຽບກົດໝາຍເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມໃຫ້ສົມບູນແບບ, ຂະຫຍາຍແຫຼ່ງກຳລັງຄົນຢ່າງແຂງແຮງ... ຕໍ່ໜ້າຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ພັດທະນາປະເທດໃນໄລຍະໃໝ່, ວຽກງານທິດສະດີຂອງພັກຕ້ອງໄດ້ປ່ຽນແປງໃໝ່ຢ່າງແຂງແຮງກວ່າອີກ, ສະຫລຸບສັງລວມຢ່າງທັນການບັນດາບົດຮຽນພຶດຕິກຳ, ອະທິບາຍບັນດາບັນຫາໃໝ່ທີ່ວາງອອກມາຢ່າງມີເຫດຜົນ.

ສະຫາຍ ສຈ.ດຣ. ຕ້າງອກເຕິນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ - ການປົກຄອງແຫ່ງຊາດ ໂຮ່ຈີມິນ
ຮັບຮູ້ຢ່າງຄົບຖ້ວນກ່ຽວກັບບົດບາດສຳຄັນຂອງທິດສະດີໃນພຶດຕິກຳແຫ່ງການປະຕິວັດ ແລະ ຄວາມຈຳເປັນຕ້ອງຍົກສູງຄຸນນະພາບການຄົ້ນຄວ້າ ພັດທະນາທິດສະດີ
ທິດສະດີຍາມໃດກໍ່ມີຄຸນຄ່າຊີ້ນຳ ກຳນົດທິດທາງການເຄື່ອນໄຫວພຶດຕິກຳຂອງມະນຸດ. ທິດສະດີສະແດງໃຫ້ເຫັນເຖິງລະດັບສ່ອງແສງໂລກໃນຂັ້ນທາດແທ້ ຂອງມະນຸດ, ສ່ອງແສງເຖິງກົດເກນການເຄື່ອນເໜັງ ແລະ ຂະຫຍາຍຕົວຂອງສິ່ງວັດຖຸ ປະກົດການ. ດັ່ງນັ້ນ, ທິດສະດີມີບົດບາດຄືກັບເປັນເຄື່ອງມືນຳພາການເຄື່ອນໄຫວພຶດຕິກຳໃຫ້ບັນລຸປະສິດທິຜົນສູງສຸດ. ໃນການປະຕິວັດປົດປ່ອຍຊາດກ່ອນໜ້ານີ້ ກໍ່ຄືໃນພາລະກິດການກໍ່ສ້າງສັງຄົມນິຍົມໃນປັດຈຸບັນ, ຍ້ອນວ່າໄດ້ກຳແໜ້ນ ແລະ ໝູນໃຊ້ທິດສະດີປະຕິວັດຢ່າງປະດິດສ້າງ, ພັກກອມມູນິດຫວຽດນາມ ຈຶ່ງໄດ້ວາງແນວທາງຍຸດທະສາດແລະຍຸດໂທບາຍອັນຖືກຕ້ອງອອກມາ, ນຳພາປະຊາຊົນເຮົາຍາດເອົາໄຊຊະນະອັນໃຫຍ່ຫຼວງຕ່າງໆ. ພຶດຕິກຳແຫ່ງການປະຕິວັດຫວຽດນາມໄດ້ໃຫ້ເຫັນເຖິງບົດບາດຂອງວຽກງານທິດສະດີ ເຊິ່ງສະແດງອອກໃນເນື້ອໃນຕ່າງໆລຸ່ມນີ້:
- ທິດສະດີເປັນຮາກຖານ ເປັນຫຼັກຖານວິທະຍາສາດ ແລະ ພື້ນຖານພຶດຕິກຳໃຫ້ແກ່ການກຳນົດເສັ້ນທາງແຫ່ງການຂະຫຍາຍຕົວຂອງປະເທດ ຂອງຊາດ; ເປັນພື້ນຖານໃຫ້ແກ່ການວາງກຳນົດແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ; ເປັນເງື່ອນໄຂໃຫ້ແກ່ຄວາມສາມັດຄີ ເປັນເອກະພາບພາຍໃນພັກ, ຄວາມເຫັນດີເຫັນພ້ອມໃນສັງຄົມ; ເປັນຫຼັກຖານວິທະຍາສາດເພື່ອອະທິບາຍດ້ວຍເຫດຜົນບັນດາບັນຫາທີ່ເກີດຂຶ້ນໃນພຶດຕິກຳ.
- ທິດສະດີມີຄວາມໝາຍສຳຄັນຕໍ່ກັບການກໍ່ຮ່າງສ້າງຮູບເປັນຄຸນສົມບັດປະຕິວັດ, ກຳລັງຄວາມສາມາດຂອງພະນັກງານ ສະມາຊິກພັກ. ແນວທາງ ແຜນນະໂຍບາຍອັນຖືກຕ້ອງຂອງພັກ ແລະ ຂອງລັດ ຈະສາມາດເຂົ້າກັບຊີວິດຕົວຈິງໄດ້ ປະກົດຜົນເປັນຈິງໄດ້ ກໍ່ຕໍ່ເມື່ອຖັນແຖວພະນັກງານ ສະມາຊິກພັກມີຄວາມສາມາດ ມີລະດັບທິດສະດີ ແລະ ມີວິທີການປະຕິວັດເທົ່ານັ້ນ. ໄລຍະແຫ່ງການພັດທະນາຕໍ່ໄປຂອງປະເທດເຮົາ ຖືກຕັ້ງຢູ່ໃນສະພາບແວດລ້ອມ ເຊິ່ງພາຍໃນປະເທດ ແລະ ໄນໂລກມີການຜັນປ່ຽນຢ່າງສັບສົນເລິກເຊິ່ງ ດັ່ງນັ້ນມັນກໍ່ໄດ້ຕັ້ງບັນຫາອອກມາຫຼາຍທີ່ສຸດ ໃຫ້ທິດສະດີຕ້ອງສຸມໃສ່ຄົ້ນຄວ້າ ທຳຄວາມກະຈ່າງແຈ້ງ.
ບັນດາທິດທາງອັນພື້ນຖານໃນການຄົ້ນຄວ້າ ພັດທະນາທິດສະດີຂອງພັກ ໃນສະພາບການໃໝ່
ເພື່ອນຳພາພາລະກິດການປະຕິວັດຢ່າງສຳເລັດມີໄຊ ພັກຕ້ອງປ່ຽນແປງໃໝ່ ປັບປຸງບູລະນະລະບົບທິດສິດີປະຕິວັດຢ່າງບໍ່ຢຸດຢັ້ງ, ໃນນັ້ນ ວຽກງານຄົ້ນຄວ້າ ພັດທະນາທິດສະດີຂອງພັກ ຕ້ອງໄດ້ຜັນຂະຫຍາຍຕາມທິດທາງອັນພື້ນຖານຕ່າງໆດັ່ງລຸ່ມນີ້:
- ສືບຕໍ່ຄົ້ນຄວ້າ ຢັ້ງຢືນ ແລະ ເຮັດໃຫ້ເຫັນແຈ້ງເຖິງບັນດາມູນຫຼັກອັນພື້ນຖານຂອງລັດທິມາກ - ເລນິນ, ມີການສົມທຽບ ປຽບທຽບກັບພຶດຕິກຳ ແລະ ກັບຜົນສຳເລັດຕ່າງໆຂອງວິດທະຍາສາດທັນສະໄໝ. ຄົ້ນຄວ້າແນວຄິດໂຮ່ຈີມິນ ຢ່າງມີລະບົບ ຮອດດ້ານ, ຄົ້ນເຜີຍບັນດາຈຸດພິເສດສະເພາະໃນວິທີ ແລະ ແບບແຜນໂຮ່ຈີມິນ, ໝູນໃຊ້ທິດສະດີມາກ - ເລນິນຢ່າງໄຫວພິບ ເຂົ້າໃສ່ສະພາບແວດລ້ອມປະຫວັດສາດອັນລະອຽດ ຂອງຫວຽດນາມ.
- ຄົ້ນຄວ້າກ່ຽວກັບຍຸກສະໄໝ ແລະ ການຂ້າມຜ່ານຂຶ້ນສູ່ລັດທິສັງຄົມນິຍົມໃນຂອບເຂດທົ່ວໂລກ, ສືບຕໍ່ແກ້ບັນຫາພື້ນຖານຕ່າງໆ ທີ່ມີລັກສະນະກົດເກນຂອງຍຸກສະໄໝປັດຈຸບັນ, ພ້ອມກັນນັ້ນ ກໍ່ຕ້ອງມີການຄົ້ນຄວ້າຮອບດ້ານ ເພື່ອນຳສະເໜີຄວາມຄາດຄະເນຕ່າງໆ ກ່ຽວກັບທ່າອຽງເຄື່ອນເໜັງຂອງບັນດາປະເທດໃນໂລກ ບັນດາການພົວພັນສາກົນປັດຈຸບັນ, ກ່ຽວກັບເສັ້ນທາງ ແລະ ຕົວແບບພັດທະນາຂອງລັດທິສັງຄົມນິຍົມ ກໍ່ຄືບັນດາລະບອບລັດອື່ນໆ, ກ່ຽວກັບຄວາມສາມາດ ແລະ ເງື່ອນໄຂກໍ່ຮ່າງສ້າງຕົວເປັນບັນດາກຳລັງໃນໂລກ,...
- ສືບຕໍ່ຄົ້ນຄວ້າກ່ຽວກັບການເລືອກເຝັ້ນເອົາເສັ້ນທາງແຫ່ງການພັດທະນາປະເທດ, ຄົ້ນເຜີຍຂໍ້ຂັດແຍ່ງຕ່າງໆ, ຊອກຫາກຳລັງຂັບເຄື່ອນຕ່າງໆຂອງການພັດທະນາ, ໄຈ້ແຍກ ຊີ້ໃຫ້ເຫັນແຈ້ງເຖິງບັນດາທ່າອຽງ ສະເໜີບາດກ້າວເດີນທີ່ສອດຄ່ອງກັບເງື່ອນໄຂພຶດຕິກຳຂອງຫວຽດນາມ. ຢັ້ງຢືນຄວາມຈຳເປັນແນ່ນອນຂອງເສັ້ນທາງຂຶ້ນສູ່ສັງຄົມສັງຄົມນິຍົມ ຂອງສັງຄົມມະນຸດ ກໍ່ຄືບັນດາຈຸດພິເສດທີ່ມີຊີວິດຊາວາຂອງຕົວແບບການກໍ່ສ້າງສັງຄົມນິຍົມຂອງຫວຽດນາມ.
- ຄົ້ນຄວ້າທິດສະດີກ່ຽວກັບການພົວພັນເສດຖະກິດ, ກຳນົດຢ່າງຈະແຈ້ງທິດສະດີກ່ຽວກັບເສດຖະກິດ ຂອງລັດທິມາກ - ເລນິນ, ຊີ້ໃຫ້ເຫັນເຖິງບັນດາກົດເກນເສດຖະກິດ ບັນດາການພັວພັນເສດຖະກິດອັນພື້ນຖານ, ນຳໃຊ້ບັນດາເຄື່ອງມື ບັນດາຜົນສຳເລັດຂອງວິທະຍາສາດ ເພື່ອໄຈ້ແຍກ ຕີລາຄາການເຄື່ອນໄຫວເສດຖະກິດ ດ້ວຍວິທີພິສູດຕົວຈິງ ແລະ ຕາມຫຼັກບັນທັດຖານ.
- ສືບຕໍ່ຄົ້ນຄວ້າບັນດາບັນຫາການເມືອງ - ສັງຄົມ, ກ່ຽວກັບລະບົບການເມືອງ, ທິດສະດີກ່ຽວກັບລັດອຳນາດກົດໝາຍ, ທິດສະດີກ່ຽວກັບພັກກຳອຳນາດ, ກໍ່ສ້າງ ປັບປຸງດັດແກ້ພັກ ແລະ ການນຳພາຂອງພັກຕໍ່ກັບລັດ ແລະ ບັນດາການຈັດຕັ້ງການເມືອງ-ສັງຄົມ, ກ່ຽວກັບການສືບຕໍ່ປັບປຸງ ບູລະນະລະບົບການເມືອງໃຫ້ສົມບູນແບບ ພ້ອມໆກັນກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປັກຮັກສາສິດທິມະນຸດ ແລະ ເສີມຂະຫຍາຍບັນດາຄຸນຄ່າມະນຸດສະທຳ ອາລະຍະທຳຂອງລະບອບສັງຄົມນິຍົມ.
- ຄົ້ນຄວ້າທິດສະດີກ່ຽວກັບວັດທະນະທຳ, ກ່ຽວກັບຄຸນຄ່າວັດທະນະທຳ ແລະ ກຳນົດທິດທາງຂະຫຍາຍວັດທະນະທຳ ໃນສະພາບການໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ; ຄວາມສາມາດຮັບເອົາວັດທະນະທຳທີ່ເປັນຍອດແຍຂອງມະນຸດຊາດ ບົນພື້ນຖານການອະນຸລັກຮັກສາສີສັນວັດທະນະທຳຂອງຊາດ.
ບັນດາວິທີແກ້ອັນພື້ນຖານ ເພື່ອຍົກສູງຄຸນນະພາບການຄົ້ນຄວ້າ ພັດທະນາທິດສະດີຂອງພັກ
ເພື່ອສືບຕໍ່ປ່ຽນແປງໃໝ່ ຍົດສູງຄຸນນະພາບການຄົ້ນຄວ້າ ພັດທະນາທິດສະດີ ຕ້ອງມີການປ່ຽນແປງໃໝ່ຢ່າງຮອດດ້ານ ນັບທັງຢູ່ຂັ້ນທິດທາງຊີ້ນຳໆພາ ແລະ ບັນດາມາດຕະການອັນລະອຽດ, ກວມດ້ວຍ:
ທີໜຶ່ງ, ປ່ຽນແປງໃໝ່ຈິນຕະນາການກ່ຽວກັບວຽກງານທິດສະດີ, ຮັບຮູ້ ແລະ ຄົ້ນຄວ້າທິດສະດີ, ກຳຈັກດັດແກ້ລັດທິບົດຮຽນ, ພະຍາດຮູບການ, ຈິດຕະສາດຮັກສາເດີມ, ຖືວ່າຕົນເອງເປັນມາດຕະຖານໃນວຽກງານທິດສະດີ ຄົ້ນຄວ້າ ແລະ ພັດທະນາທິດສະດີ.
ທີສອງ, ສ້າງຕັ້ງສິ່ງແວດລ້ອມປະຊາທິປະໄຕໃນວຽກງານຄົ້ນຄວ້າທິດສະດີ ເພື່ອໃຫ້ບັນດານັກວິທະຍາສາດກ້າສະເໜີຄວາມຄິດເຫັນ ວິທີເຂົ້າເຖິງບັນຫາຄົ້ນຄວ້າຂອງຕົນ. ໃນສິ່ງແວດລ້ອມປະຊາທິປະໄຕແມ່ນບໍ່ໄດ້ໃຊ້ອຳນາດເພື່ອສຸບໝວກ ສະຫລຸບວ່າຜິດ ບອກປັດປະຕິເສດ ຕໍ່ກັບຄວາມຄິດເຫັນຕ່າງໆທີ່ກົງຂ້າມກັບຕົນ. ຄຽງຂ້າງນັ້ນ ຕ້ອງເອົາໃຈໃສ່ຢ່າງເໝາະສົມເຖິງການເພີ່ມທະວີການຮ່ວມມືສາກົນໃນການຄົ້ນຄວ້າທິດສະດີ ດຶງດູດເອົາການເຂົ້າຮ່ວມຂອງຊ່ຽວຊານຕ່າງປະເທດ ເພື່ອແນໃສ່ອະທິບາຍແກ້ໄຂບັນຫາທິດສະດີ ແລະ ພຶດຕິກຳຕ່າງໆຂອງຫວຽດນາມ.
ທີສາມ, ຫັນການຄົ້ນຄວ້າທິດສະດີເຂົ້າສູ່ການແກ້ໄຂບັນດາບັນຫາພຶດຕິກຳ, ເພີ່ມທະວີສາຍພົວພັນລະຫວ່າງການນຳພາການເມືອງ ກັບການຄົ້ນຄວ້າທິດສະດີ. ການຳພາການເມືອງຕ້ອງຄົ້ນເຜີຍບັນຫາຕ່າງໆ ທີ່ພາກພຶດຕິກຳວາງອອກມາ ຮຽກຮ້ອງໃຫ້ຄົ້ນຄວ້າ ສະຫລຸບສັງລວມ ຕີລາຄາ, ຈາກນັ້ນກໍ່ວາງຄວາມຮຽກຮ້ອງຕ້ອງການ ໜ້າທີ່ ຈຸດໝາຍ ທິດທາງໃຫ້ແກ່ວຽກງານທິດສະດີ. ກົງຂ້າມ, ການຄົ້ນຄວ້າທິດສະດີຕ້ອງຫັນສູ່ຈຸດໝາຍຊອກຫາບັນດາຫຼັກຖານວິທະຍາສາດ, ບັນດາຫຼັກຖານພຶດຕິກຳ ເພື່ອໃຫ້ການຳພາການເມືອງວາງແນວທາງ ແຜນນະໂຍບາຍທີ່ຖືກຕ້ອງ. ການແກ້ໄຂບັນຫາພຶດຕິກຳບໍ່ພຽງແຕ່ຈຳກັດຂອບເຂດຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຕ້ອງຄົ້ນຄວ້າ ຄົ້ນເຜີຍການເຄື່ອນເໜັງ ຂະຫຍາຍຕົວຂອງໂລກອີກນຳ, ຜ່ານສິ່ງດັ່ງກ່າວນັ້ນເພື່ອຖອດຖອນເປັນທິດສະດີທີ່ມີລັກສະນະສັງລວມ ເພີ່ມເຕີມ ເຮັດໃຫ້ລະບົບທິດສະດີອຸດົມສົມບູນຂຶ້ນຕື່ມ.
ທີສີ່, ເອົາໃຈໃສ່ເປັນສຳຄັນເຖິງວຽກງານສະຫລຸບສັງລວມພຶດຕິກຳໃນການຄົ້ນຄວ້າທິດສະດີ ຍ້ອນວ່າມັນບໍ່ພຽງແຕ່ແນໃສ່ເພີ່ມເຕີມ ບູລະນະທິດສະດີໃຫ້ສົມບູນແບບເທົ່ານັ້ນ, ຫາກຍັງກຳຈັດດັດແກ້ສະພາບການຄຳພີຕາຍຕົວ ລັດທິຄຳພີຊີສົງ ແລະ ພະຍາດອັດຕະວິໄສ ເຈດຈຳນົງນິຍົມ ໃນການຄົ້ນຄວ້າທິດສະດີ; ພ້ອມກັນນັ້ນ ມັນຍັງສ້າງພື້ນຖານເພື່ອຄາດຄະເນທ່າອຽງແຫ່ງການພັດທະນາໃນອະນາຄົດ. ສະຫລຸບສັງລວມພຶດຕິກຳໃນປະເທດ, ສະຫລຸບສັງລວມບົດຮຽນປະສົບການແຫ່ງການພັດທະນາຂອງບັນດາປະເທດໃນໂລກ, ຜ່ານສິ່ງດັ່ງກ່າວນັ້ນ ກໍ່ສືບທອດເອົາຜົນສຳເລັດຕ່າງໆດ້ານທິດສະດີຂອງໂລກ, ເພື່ອທັງຫຍໍ້ສັ້ນວິວັດການຄົ້ນຄວ້າຊອກຫາ ທົດລອງ, ທັງຫລີກລ່ຽງຄວາມຜິດພາດໄດ້ໂດຍຜ່ານບົດຮຽນປະສົບການຂອງໂລກ.
ທີຫ້າ, ກໍ່ສ້າງ ແລະ ປັບປຸງບູລະນະກົນໄກຕີລາຄາປະເມີນຄ່າຕໍ່ກັບໂຄງການຄົ້ນຄວ້າທິດສະດີ, ໝາກຜົນຂອງການຄົ້ນຄວ້າ ແລະ ບັນດານັກຄົ້ນຄວ້າ ດ້ວຍບັນດາບັນທັດຖານປະລິມານ ໂດຍຜ່ານການກວດສອບບັນດາຂົງເຂດຄົ້ນຄວ້າ ບັນດາຫົວຂໍ້ຄົ້ນຄວ້າ ທີ່ໄດ້ຜັນຂະຫຍາຍແລ້ວ, ຖອດຖອນບັນດາບັນຫາທີ່ໄດ້ແກ້ໄຂ ບັນດາເນື້ອໃນທີ່ຕ້ອງສືບຕໍ່ຄົ້ນຄ້ວາ, ຊີ້ໃຫ້ເຫັນແຈ້ງບັນດາຈຸດໃໝ່ໃນໂຄງການຄົ້ນຄວ້າກ່ອນໜ້ານີ້ ບັນດາຈຸດທີ່ໄດ້ສືບທອດ... ຜ່ານສິ່ງດັ່ງກ່າວນັ້ນ ເພື່ອກຳນົດທິດທາງເລືອກເຝັ້ນຂົງເຂດ ແລະ ບັນຫາຄົ້ນຄວ້າໃນໄລຍະຕໍ່ໄປ. ເດັດຂາດບໍ່ຜັນຂະຫຍາຍການຄົ້ນຄວ້າທິດສະດີຕາມແບບຂະບວນການ ກະແຈກກະຈ່າຍ ປັນສ່ວນໃຫ້ກັນ; ຜ່ານຜ່າສະພາບການຄົ້ນຄວ້າທີ່ມີລັກສະນະຍ້ອງຍໍສັນລະເສີນ ບັນຍາຍອະທິບາຍ ຄຳພີຊີສົງ.
ທີຫົກ, ກໍ່ສ້າງຖັນແຖວພະນັກງານເຮັດວຽກງານທິດສະດີ ທີ່ມີຄວາມສຸຂຸມຮອບຮູ້ທາງດ້ານທິດສະດີ ມີຄວາມຮູ້ເລິກເຊິ່ງກວ້າງຂວາງ ກ່ຽວກັບບັນດາຂົງເຂດເສດຖະກິດ - ສັງຄົມ, ທັງມີຄວາມສາມາດສັງເກດການ ແລະ ຜ່ານພຶດຕິກຳຕົວຈິງ. ຢາກໄດ້ຄືແນວນັ້ນ ຕ້ອງປະຕິບັດຫຼາຍມາດຕະການໄປພ້ອມໆກັນ ເຊິ່ງທັງຕ້ອງຮັບປະກັນຕອບສະໜອງຄວາມຕ້ອງການທາງດ້ານວັດຖຸ ທັງຕ້ອງສ້າງສິ່ງແວດລ້ອມປະຊາທິປະໄຕ ເປີດໂປ່ງ, ສ້າງເທສະເປີດໃຫ້ແກ່ການສົນທະນາຖົກຖຽງ, ສ້າງວິທີແລະວັດທະນະທຳຖົກຖຽງວິທະຍາສາດ. ຄຽງຂ້ານນັ້ນ, ຕ້ອງເຄົາລົບນັບຖືກຽດສັກສີຂອງນັກວິທະຍາສາດ ແລະ ມີກົນໄກຮັບປະກັນຄວາມປອດໄພສ່ວນບຸກຄົນ ໃຫ້ແກ່ນັກວິທະຍາສາດ.
ທີເຈັດ, ປັບປຸງບູລະນະກົນໄກ ນະໂຍບາຍຄຸ້ມຄອງການຄົ້ນຄວ້າທິດສະດີ ໃຫ້ສົມບູນແບບ ໃນທຸກໆຂອດ. ຄຽງຂ້າງນັ້ນ ແມ່ນການປ່ຽນແປງໃໝ່ກົນໄກຄຸ້ມຄອງການເງິນ ແລະ ຈັດແບ່ງຄ່າໃຊ້ຈ່າຍຕາມຫຼັກການເປີດເຜີຍ ໂປ່ງໃສ ປະຕິບັດງ່າຍ. ປັບປຸງບູລະນະນະໂຍບາຍ ແມ່ນເພື່ອແນໃສ່ຮັບປະກັນຄຸນນະພາບຂອງໝາກຜົນການຄົ້ນຄວ້າ, ສ້າງການປະສານສົມທົບລະຫວ່າງການຳພາການເມືອງ ກັບວົງການນັກຄົ້ນຄວ້າທິດສະດີໃນການກຳນົດບັນດາທິດທາງຕົ້ນຕໍ; ເສີມຂະຫຍາຍສະຕິປັນຍາຂອງທົ່ວສັງຄົນ ຂອງບັນດານັກຄົ້ນຄວ້າທີ່ບໍ່ແມ່ນສະມາຊິກພັກ ນັກຄົ້ນຄວ້າຕ່າງປະເທດ ດ້ວຍວິທີປະກາດເປັນທາງການຢ່າງເປີດເຜີຍໃນເຄືອຂ່າຍອິນເຕີເນັດ. ການກຳນົດຫົວຂໍ້ຄົ້ນຄວ້າ ຕ້ອງໄດ້ຜ່ານສະພາປະເມີນຄ່າ ທີ່ມີການເຂົ້າຮ່ວມຂອງປັນຍາຊົນ ການນຳ ນັກຄຸ້ມຄອງ; ລະບຽບການຄັດເລືອກຫົວຂໍ້ຄົ້ນຄວ້າ ຕ້ອງຮັບປະກັນລັກສະນະແກ່ງແຍ້ງ ພາວະວິໄສ ແລະ ວິທະຍາສາດ./.