ຍົກສູງຄຸນນະພາບ ແລະ ປະສິດທິຜົນ ຂອງວຽກງານຂົນຂວາຍມະຫາຊົນ ໃນສະພາບການໃໝ່ (*)
ວ.ກ - ວຽກງານຂົນຂວາຍປະຊາຊົນ ແມ່ນໜ້າທີ່ຮັບຜິດຊອບຂອງທົ່ວທັງລະບົບການເມືອງ. ເຮັດວຽກງານຂົນຂວາຍປະຊາຊົນໄດ້ດີ ແມ່ນໄດ້ເພີ່ມທະວີສາຍພົວພັນລະຫວ່າງພັກ ກັບປະຊາຊົນ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ດັ່ງນັ້ນ ຕ້ອງປ່ຽນແປງໃໝ່ຢ່າງເປັນປະຈຳ ຍົກສູງຄຸນນະພາບ ປະສິດທິຜົນວຽກງານຂົນຂວາຍມະຫາຊົນ, ເປັນຕົ້ນແມ່ນໃນສະພາບການໃໝ່ປັດຈຸບັນ.

ສະຫາຍ ເລໂຮ່ງແອງ,ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ
ປີ 2012 ແມ່ນປີທີ່ປະເທດເຮົາປະສົບຄວາມຫຍຸ້ງຍາກ ສິ່ງທ້າທາຍຫຼາຍຢ່າງ; ສະພາບການການເມືອງ ເສດຖະກິດໂລກ ແລະ ພາກພື້ນໄດ້ຜັນປ່ຽນຢ່າງສັບສົນ, ເປັນຜົນສະທ້ອນຢ່າງແຮງເຖິງການພັດທະນາເສດຖະກິດຂອງປະເທດ. ແຕ່, ດ້ວຍຄວາມຕັ້ງໜ້າພະຍາຍາມສູ້ຊົນຂອງທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນ, ປະເທດເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍໄດ້, ເສດຖະກິດ - ສັງຄົມໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ຈີດີພີ ເພີ່ມ 5,03%, ເສດຖະກິດມະຫາພາກເບິ່ງລວມມີຄວາມໝັ້ນທ່ຽງ, ໄພເງິນເຝີ້ຖືກຄອບງຳຈຳກັດ, ການຄ້າຂາອອກບັນລຸ 114,6 ຕື້ໂດລາສະຫະລັດ, ເພີ່ມ 18%; ສະຫວັດດິການສັງຄົມໄດ້ຮັບການເບິ່ງແຍງປົວແປງ, ໄດ້ສຸມໃສ່ແກ້ໄຂບັນຫາສັງຄົມຈຳນວນໜຶ່ງ; ການປ້ອງກັນປະເທດ ປ້ອງກັບຄວາມສະຫງົບໄດ້ຮັກສາຢ່າງໜັກແໜ້ນ, ການເມືອງ - ສັງຄົນມີຄວາມໝັ້ນທ່ຽງ; ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ, ຖານະບົດບາດຂອງປະເທດເຮົານັບມື້ນັບໄດ້ຍົກສູງໃນເວທີສາກົນ.
ໃນປີ 2012, ພາຍໃຕ້ການຊີ້ນຳນຳພາຂອງກົນການເມືອງ, ຄະນະເລຂາທິການສູນກາງພັກ ວຽກງານຂົນຂວາຍປະຊາຊົນ ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ບັນລຸໝາກຜົນສຳຄັນຕ່າງໆ ຫຼາຍຢ່າງ. ຄະນະຂົນຂວາຍປະຊາຊົນຂັ້ນຕ່າງໆ ໄດ້ສົມທົບຢ່າງແໜ້ນແຟ້ນກັບບັນດາການຈັດຕັ້ງ ບັນດາກຳລັງ ໃນການຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ບັນດາມະຕິ ຄຳສັ່ງ ຂອງຄະນະບໍລິຫານງານສູນກາງ ກົມການເມືອງ ຄະນະເລຂາທິການ, ເປັນຕົ້ນແມ່ນ ມະຕິກອງປະຊຸມສູນກາງຄັ້ງທີ 4 ວ່າດ້ວຍ “ບັນຫາຮີບດ່ວນຈຳນວນໜຶ່ງ ກ່ຽວກັບການກໍ່ສ້າງພັກໃນປັດຈຸບັນ”; ຄຳສັ່ງ ໝາຍເລກ 03-CT/TW ຂອງກົມການເມືອງ ວ່າດ້ວຍ “ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມ ແວ່ນແຍງຄຸນສົມບັດຂອງທ່ານປະທານໂຮ່ຈີມິນ”;... ພ້ອມກັນນັ້ນ, ຄະນະຂົນຂວາຍປະຊາຊົນສູນກາງ ແລະ ຄະນະຂົນຂວາຍປະຊາຊົນຂັ້ນຕ່າງໆ ໄດ້ຍູ້ແຮງຂະບວນການຕ່າງໆ ເຊັ່ນ ແຂ່ງຂັນກັນ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ”, “ປວງຊົນສາມັກຄີກັນກໍ່ສ້າງຊີວິດວັດທະນະທຳ”, “ທົ່ວປະເທດຮ່ວມແຮງກັນກໍ່ສ້າງຊົນນະບົດໃໝ່”,... ຕັ້ງໜ້າຂົນຂວາຍປະຊາຊົນເຂົ້າຮ່ວມການລົບລ້າງຄວາມອຶດຫີວ ຫລຸດຜ່ອນຄວາມທຸກຈົນ, ຮັກສາຄວາມສະຫງົບດ້ານການເມືອງ, ຮັກສາຄວາມເປັນລະບຽບແລະຄວາມປອດໄພສັງຄົມ. ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ກຳແໜ້ນຕັ້ງໝັ້ນຕາມບັນດາແຜນນະໂຍບາຍ ມະຕິຕົກລົງ ຄຳສັ່ງຂອງພັກກ່ຽວກັບວຽກງານຂົນຂວາຍປະຊາຊົນ ເພື່ອເປັນເສນາທິການ ນຳສະເໜີ ແລະ ຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ; ໄດ້ສຳເລັດເປັນຢ່າງດີ ບັນດາໂຄງການຍື່ນສະເໜີໃຫ້ຄະນະບໍລິຫານງານສູນກາງ ກົມການເມືອງ ຄະນະເລຂາທິການ; ປະເມີນຜົນ, ປະກອບຄວາມຄິດເຫັນຢ່າງມີລວງເລິກ ໃຫ້ບັນດາອົງການຂອງພັກ ແລະ ລັດ ກ່ຽວກັບຂົງເຂດພົວພັນເຖິງວຽກງານຂົນຂວາຍປະຊາຊົນ. ຜ່ານວຽກງານດັ່ງກ່າວນັ້ນ, ສ້າງບັນຍາກາດປະຊາທິປະໄຕ ແລະ ຄວາມເຫັນດີເຫັນພ້ອມໃນສັງຄົມ, ສ້າງເງື່ອນໄຂເພື່ອໃຫ້ ບັນດາຊັ້ນວັນນະປະຊາຊົນເຂົ້າຮ່ວມປະຕິບັດແນວທາງ ແຜນນະໂຍບາຍ ນະໂຍບາຍໃຫຍ່ຂອງພັກ-ລັດໄດ້ດີກວ່າ.
ແຕ່ວ່າ, ຄຽງຂ້າງບັນດາຜົນສຳເລັດ ແລະ ຄວາມກ້າວໜ້າທີ່ບັນລຸໄດ້ນັ້ນ, ວຽກງານຂົນຂວາຍປະຊາຊົນກໍ່ຍັງປະກົດມີດ້ານອ່ອນ ຂໍ້ຈຳກັດຕ່າງໆ. ບາງຄະນະພັກ ອຳນາດການປົກຄອງ ບໍ່ໄດ້ເອົາໃຈໃສ່ຢ່າງແທ້ຈິງ ເຖິງການລົງທຶນໃຫ້ແກ່ວຽກງານຂົນຂວາຍປະຊາຊົນ. ວຽກງານເປັນເສນາທິການ, ຜັນຂະຫຍາຍ, ຊຸກຍູ້, ກວດກາ, ຕິດຕາມກວດກາການປະຕິບັດມະຕິຕົກລົງຕ່າງໆ ກ່ຽວກັບວຽກງານຂົນຂວາຍມະຫາຊົນ, ປະຕິບັດກົດລະບຽບປະຊາທິປະໄຕ ຢູ່ບາງກະຊວງ ຂະແໜງການ ທ້ອງຖິ່ນຈຳນວນໜຶ່ງ ມີປະສິດທິຜົນຕ່ຳ. ເນື້ອໃນ ແບບວິທີຂົນຂວາຍ ເຕົ້າໂຮມມະຫາຊົນ ໄດ້ຮັບການປ່ຽນແປງຊ້າ ບໍ່ທັນສອດຄ່ອງກັບສະພາບການໃໝ່. ການສົມທົບກັນ ລະຫວ່າງບັນດາກຳລັງເຮັດວຽກງານຂົນຂວາຍປະຊາຊົນ ຂອງລະບົບການເມືອງ ຍັງບໍ່ທັນຄົບຊຸດ ບໍ່ມີປະສິດທິຜົນ.
ປີ 2013 ແມ່ນປີກາງສະໄໝ ປີຫົວລ້ຽວຫົວຕໍ່ໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມ 5 ປີ (2011 - 2015). ຄຽງຂ້າງໂອກາດແລະຄວາມສະດວກດີອັນພື້ນຖານ ກໍ່ຍັງມີຄວາມຫຍຸ້ງຍາກ ສິ່ງທ້າທາຍຫຼາຍຢ່າງ. ເພາະສະນັ້ນ, ວຽກງານຂົນຂວາຍປະຊາຊົນປີ 2013 ຕ້ອງສຸມໃສ່ຊີ້ນຳ ນຳພາປະຕິບັດໜ້າທີ່ຕ່າງໆ ລຸ່ນນີ້:
ທີ່ໜຶ່ງ, ສືບຕໍ່ຍູ້ແຮງວຽກງານໂຄສະນະ ອົບຮົມສຶກສາ ເຊື່ອມຊືນ ຮັບຮູ້ຢ່າງເລິກເຊິ່ງແນວຄິດຂອງທ່ານປະທານໂຮ່ຈີມິນ ກ່ຽວກັບການຂົນຂວາຍປະຊາຊົນ ແລະ ວຽກງານຂົນຂວາຍປະຊາຊົນ ຂອງພັກ, ເຮັດໃຫ້ພະນັກງານ ສະມາຊິກພັກ ແລະ ປະຊາຊົນ, ກ່ອນອື່ນໝົດແມ່ນຄະນະພັກ ຖັນແຖວພະນັກງານການນຳຂັ້ນຕ່າງໆ ໃນລະບົບການເມືອງ ມີຄວາມຮັບຮູ້ເລິກເຊິ່ງ ຊາບຊືມທັດສະນະຂອງພັກ ທີ່ວ່າ “ການປະຕິວັດ ແມ່ນພາລະກິດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ”. ການຂົນຂວາຍປະຊາຊົນ ແລະ ວຽກງານຂົນຂວາຍປະຊາຊົນ ແມ່ນໜ້າທີ່ທີ່ມີຄວາມໝາຍຍຸດທະສາດ ຕໍ່ກັບພາລະກິດການປະຕິວັດທັງໝົດ ຂອງປະເທດເຮົາ; ເປັນເງື່ອນໄຂສຳຄັນທີ່ຮັບປະກັນໃຫ້ແກ່ການນຳພາຂອງພັກ ແລະ ປັບປຸງ ເພີ່ມທະວີສາຍພົວພັນເລືອດເນື້ອ ລະຫວ່າງພັກ-ລັດ ກັບປະຊາຊົນ; ເປັນຂົວຕໍ່ລະຫວ່າງພັກ ກັບປະຊາຊົນ, ປັດໃຈຕັດສິນໃນກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ດັ່ງນັ້ນ, ຕ້ອງສ້າງໃຫ້ມີການຜັນປ່ຽນຢ່າງແຂງແຮງທາງດ້ານສະຕິຮູ້ສຶກ ຈິດໃຈ ຄວາມຮັບຜິດຊອບ ຂອງບັນດາການຈັດຕັ້ງ ບັນດາກຳລັງ, ຂອງທົ່ວທັງລະບົບການເມືອງ ແລະ ປະຊາຊົນ ໃນການປະຕິບັດວຽກງານຂົນຂວາຍປະຊາຊົນ.
ທີສອງ, ສົມທົບຢ່າງດີລະຫວ່າງ ການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກັບການປະຕິບັດຢ່າງມີປະສິດທິຜົນ ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ວ່າດ້ວຍ “ບັນຫາຮີບດ່ວນຈຳນວນໜຶ່ງ ກ່ຽວກັບການກໍ່ສ້າງພັກໃນປັດຈຸບັນ” ແລະ ຂໍ້ຕົກລົງ ໝາຍເລກ 290-QĐ/TW ຂອງກົມການເມືອງສູນກາງພັກສະໄໝທີ X ວ່າດ້ວຍ “ລະບຽບການຂົນຂວາຍປະຊາຊົນ ຂອງລະບົບການເມືອງ”. ໃນມໍ່ໆນີ້, ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ XI ຈະພິຈາລະນາ ແລະ ອອກມະຕິ ວ່າດ້ວຍ “ເພີ່ມທະວີການນຳພາຂອງພັກ ຕໍ່ກັບວຽກງານຂົນຂວາຍມະຫາຊົນ ໃນສະພາບການໃໝ່” (ກອງປະຊຸມຄັ້ງທີ 7 ໄດ້ກຳເນີນແຕ່ວັນທີ 2 ຫາ 11 ພຶດສະພາ 2013 ຢ່າງສຳເລັດມີໄຊ ແລະ ໄດ້ອອກມະຕິກ່ຽວກັບບັນຫານີ້ແລ້ວ - ໝາຍເຫດຂອງຜູ້ແປ), ເພາະສະນັ້ນ, ວຽກງານຈຸດໝັກໃຈກາງແມ່ນຮ່ຳຮຽນຊາບຊືມ ຜັນຂະຫຍາຍປະຕິບັດມະຕິ, ນຳເອົາມະຕິເຂົ້າໃນຊີວິດການເປັນຢູ່; ຜັນຂະຫຍາຍປະຕິບັດ “ກົດລະບຽບການຕິດຕາມກວດກາ ແລະ ການຕິຊົມສັງຄົມ ຂອງແນວໂຮມແຫ່ງຊາດ ແລະ ຂອງບັນດາອົງການຈັດຕັ້ງການເມືອງ - ສັງຄົມ”, “ຂໍ້ກກຳນົດກ່ຽວກັບກົນໄກໃຫ້ແນວໂຮມແຫ່ງຊາດ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ປະຊາຊົນ ເຂົ້າຮ່ວມໃນການກໍ່ສ້າງພັກ ກໍ່ສ້າງອຳນາດການປົກຄອງ”. ໃນນັ້ນ, ວຽກງານຂົນຂວາຍປະຊາຊົນ ຕ້ອງເລັ່ງໃສ່ການເຂົ້າຮ່ວມການກໍ່ສ້າງອົງການຈັດຕັ້ງພັກ ອຳນາດການປົກຄອງໃຫ້ມີຄວາມໃສສະອາດ ໝັ້ນຄົງເຂັ້ມແຂງ, ປັກປຸງຄວາມເຊື່ອຖືຂອງປະຊາຊົນ ຕໍ່ກັບພັກ ແລະ ລະບອບສັງຄົມ.
ທີສາມ, ສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແບບວິທີການດຳເນີນວຽກງານຂົນຂວາຍປະຊາຊົນ ໃຫ້ສອດຄ່ອງກັບສະພາບການໃໝ່; ເສີມຂະຫຍາຍບົດບາດຂອງແນວໂຮມແຫ່ງຊາດ ຂອງບັນດາອົງຄະນະປະຊາຊົນ ໃນວຽກງານຂົນຂວາຍ ເຕົ້າໂຮມມະຫາຊົນ. ວຽກງານຂົນຂວາຍປະຊາຊົນ ຕ້ອງປະຕິບັດທິດນຳຕໍ່ໄປນີ້ໃຫ້ໄດ້ດີ: “ນັບຖືປະຊາຊົນ, ໃກ້ຊິດຕິດແທດປະຊາຊົນ, ເຂົ້າໃຈປະຊາຊົນ, ຮ່ຳຮຽນນຳປະຊາຊົນ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຊົນ”, “ຟັງປະຊາຊົນເວົ້າ, ເວົ້າປະຊາຊົນເຂົ້າໃຈ, ເຮັດປະຊາຊົນເຊື່ອ”. ຈາກນັ້ນ, ຫັນລົງສູ່ຮາກຖານຢ່າງແຂງແຮງ, ຕິດຕາມບໍລິເວນພື້ນທີ່ຢ່າງໃກ້ຊິດ, ຕິດແໜ້ນກັບປະຊາຊົນ, ເພີ່ມທະວີການສົນທະນາໂດຍກົງກັບປະຊາຊົນ ເພື່ອກຳແລະສັງລວມ ແນວຄິດຈິດໃຈ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ແລະ ຄຳສະເໜີ ຂໍ້ສະເໜີແນະອັນຊອບທຳຂອງປະຊາຊົນ ຢ່າງ “ຊັດເຈນ” “ຖືກຕ້ອງ” ເພື່ອເປັນເສນາທິການໃຫ້ພັກ ລັດ ຄະນະພັກ ອຳນາການປົກຄອງຂັ້ນຕ່າງໆ ມີແຜນນະໂຍບາຍ ມາດຕະການຊີ້ນຳນຳພາການແກ້ໄຂຢ່າງທັນການ ຖືກກົດໝາຍ, ເປັນຕົ້ນແມ່ນ ບັນດາບັນຫາທີ່ມີຜົນສະທ້ອນ ກ່ຽວຂ້ອງໂດຍກົງກັບຊີວິດການເປັນຢູ່ ວຽກເຮັດງານທຳ ລາຍຮັບລາຍໄດ້ ການຮ້ອງຟ້ອງ ການກ່າວໂທດ, ເປັນຕົ້ນແມ່ນການຮ້ອງຟ້ອງກ່ຽວກັບທີ່ດິນ. ເອົາໃຈໃສ່ເປັນສຳຄັນເຖິງການປະຕິບັດ ການຕິດຕາມກວດກາ ການຕິຊົມສັງຄົມ ຂອງແນວໂຮມແຫ່ງຊາດ ແລະ ຂອງບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ແລະ ນັບມື້ນັບຍົກສູງບົດບາດ ຄຸນນະພາບ ປະສິດທິຜົນຂອງການຕິດຕາມກວດກາ ແລະ ການຕິຊົມສັງຄົມນັ້ນ; ປະຕິບັດກົດລະບຽບປະຊາທິປະໄຕຢູ່ຮາກຖານໃຫ້ດີ; ເປັນເສນາທິການໃຫ້ຄະນະພັກ ໃນການຊີ້ນຳການຈັດຕັ້ງເກັບກຳຄວາມຄິດຄວາມເຫັນຂອງປະຊາຊົນ ກ່ຽວກັບຮ່າງການດັດແປງລັດຖະທຳມະນູນປີ 1992. ຍູ້ແຮງຂະບວນການແຂ່ງຂັນກັນ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ” ແລະ ບັນດາຂະບວນການແຂ່ງຂັນຮັກຊາດ, ຂົນຂວາຍໃຫ້ປະຊາຊົນຕັ້ງໜ້າຕໍ່ສູ້ປ້ອງກັນ ຕ້ານການສໍ້ລາດບັງຫຼວງ ການຟຸມເຟືອຍ ແລະ ປະຕິບັດການປະຢັດ, ຕໍ່ສູ້ເຮັດໃຫ້ທຸກໆເລ່ຫຼ່ຽມ ກົນອຸບາຍທຳລາຍຂອງບັນດາອິດທິກຳລັງສັດຕູຕ້ອງປະລາໄຊລົງ.
ທີສີ່, ບົນພື້ນຖານກຳນົດແຈ້ງ ວຽກງານຂົນຂວາຍປະຊາຊົນແມ່ນໜ້າທີ່ສຳຄັນພິເສດ ໃນວຽກງານກໍ່ສ້າງພັກ ອຳນາດການປົກຄອງ ແນວໂຮມແຫ່ງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ມັນມີການພົວພັນເຖິງຄວາມໝັ້ນທ່ຽງ ແລະ ການພັດທະນາຍືນຍົງຂອງປະເທດຊາດ, ດັ່ງນັ້ນ ຕ້ອງເພີ່ມທະວີວຽກງານຊີ້ນຳນຳພາຂອງຄະນະພັກ ອຳນາດການປົກຄອງຂັ້ນຕ່າງໆ ຕໍ່ກັບວຽກງານຂົນຂວາຍປະຊາຊົນ. ພ້ອມກັນນັ້ນ ກໍ່ຕ້ອງເອົາໃຈໃສ່ເປັນສຳຄັນເຖິງການສະຫລຸບສັງລວມພຶດຕິກຳ ແລະ ຄົ້ນຄວ້າທິດສະດີວິທະຍາສາດ ກ່ຽວກັບການຂົນຂວາຍປະຊາຊົນ, ແນໃສ່ຍົກສູງຄຸນນະພາບ ປະສິດທິຜົນຂອງວຽກງານຂົນຂວາຍມະຫາຊົນ ໃນສະພາບການໃໝ່, ປະກອບສ່ວນປະຕິບັດຈຸດໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ອາລະຍະທຳ” ຢ່າງສຳເລັດມີໄຊ.
ທີຫ້າ, ເອົາໃຈໃສ່ເປັນສຳຄັນເຖິງການກໍ່ສ້າງຖັນແຖວພະນັກງານເຮັດວຽກງານຂົນຂວາຍປະຊາຊົນ ຂອງພັກ ທາງດ້ານຄຸນນະພາບ ຈຳນວນ ວິຊາສະເພາະ ແລະ ຄຸນສົມບັດສິນທຳ ໃຫ້ມີກຳລັງຢ່າງພຽງພໍ ເພື່ອສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃນໄລຍະໃໝ່.
ຄະນະຂົນຂວາຍປະຊາຊົນສູນກາງ ແລະ ບັນດາຄະນະພັກ ອຳນາດການປົກຄອງຂັ້ນຕ່າງໆ ຕ້ອງເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານທີ່ເປັນແບບຢ່າງ ເປັນ “ຜູ້ຮັບໃຊ້” ຢ່າງແທ້ຈິງຂອງປະຊາຊົນ; ຄັດເລືອກພະນັກງານທີ່ມີຄຸນສົມບັດດີ ມີຄວາມສາມາດ ແລະ ບົດຮຽນປະສົບການໃນວຽກງານຂົນຂວາຍມະຫາຊົນ ໃຫ້ຮັບຜິດຊອບວຽກງານຂົນຂວາຍປະຊາຊົນ, ບໍ່ຈັດວາງສັບຊ້ອນຜູ້ທີ່ບໍ່ມີລະດັບຄວາມຮູ້ ຄວາມສາມາດ ແລະ ບໍ່ໄດ້ຮັບຄວາມໄວ້ວາງໃຈຂອງປະຊາຊົນ ໃຫ້ເປັນພະນັກງານຂົນຂວາຍປະຊາຊົນ, ເປັນພະນັກງານແນວໂຮມແຫ່ງຊາດ ພະນັກງານອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆ ຢ່າງເດັດຂາດ./.
(*) ຄັດແປຈາກບົດທີ່ໄດ້ລົງພິມໃນ ວາລະສານກອມມູນິດ ສະບັບທີ 844 (ເດືອນກຸມພາ 2013)