ກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນ: ຄວາມຈຳເປັນແຫ່ງປະຫວັດສາດ ໃນເງື່ອນໄຂຫວຽດນາມປັດຈຸບັນ(*)
ວ.ກ - ໃນເວລາທີ່ຜ່ານມາ, ໄດ້ມີການໂຕ້ຖຽງກັນກ່ຽວກັບລະບອບກຳມະສິດທີ່ດິນຢູ່ຫວຽດນາມ. ປະເພດຄວາມເຫັນທີໜຶ່ງໃຫ້ທັດສະນະວ່າ ຄວມຮັບຮູ້ກຳມະສິດເອກະຊົນກ່ຽວກັບທີ່ດິນ. ປະເພດຄວາມເຫັນທີສອງ ສະໜັບສະໜູນລະບອບກຳມະສິດຫຼາຍຮູບການກຳມະສິດກ່ຽວກັບທີ່ດິນ. ປະເພດຄວາມເຫັນທີສາມ ສະເໜີໃຫ້ສ້າງຕັ້ງກຳມະສິດຂອງລັດກ່ຽວກັບທີ່ດິນ. ປະເພດຄວາມເຫັນທີສີ່ ສະໜັບສະໜູນລະບອບກຳມະສິດທົ່ວປວງຊົນ (ດ້ວຍຄວາມໝາຍວ່າ ເປັນກຳມະສິດລວມຂອງປະຊາຊົນຫວຽດນາມທຸກຄົນ) ກ່ຽວກັບທີ່ດິນ, ພ້ອມກັນນັ້ນກໍຕັ້ງໜ້າຊອກຫາກົນໄກໜຶ່ງ ເພື່ອປະຕິບັດສິດຂອງປະຊາຊົນໃນພາກຕົວຈິງໃຫ້ມີປະສິດທິຜົນກວ່າ. ຜູ້ຂຽນບົດນີ້ສະໜັບສະໜູນລະບອບກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນ, ແຕ່ຕ້ອງປ່ຽນແປງໃໝ່ເນື້ອໃນຫຼາຍຢ່າງໃນກົນໄກປະຕິບັດລະບອບນັ້ນໃນພາກຕົວຈິງ.

ສະຫາຍ ຮສ. ດຣ. ຫວູວັນຝຸກ, ບັນນາທິການໃຫຍ່ ວາລະສານກອມມູນິດ, ປາຖະກະຖາທີ່ກອງປະຊຸມ ສຳມະນາວິທະຍາສາດ
…ບັນດາຜູ້ທີ່ສະໜັບສະໜູນລະບອບກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນ ຖືການປົວແປງຊີວິດການເປັນຢູ່ຂອງຜູ້ອອກແຮງງານໃຫ້ດີຂຶ້ນ ເປັນຈຸດໝາຍຕັດສິນກ່ອນອື່ນໝົດ ເປັນຫຼັກໝັ້ນໃນການເລືອກເອົາວິທີແກ້ຂອງຕົນ... ຍິ່ງກວ່ານັ້ນ, ໃນເງື່ອນໄຂປະຫວັດສາດ - ລະອຽດຕົວຈິງຂອງຫວຽດນາມ, ທີ່ດິນບໍ່ພຽງແຕ່ເປັນມາດຕະເກນເສດຖະກິດເທົ່ານັ້ນ ຫາກຍັງຂຶ້ນກັບມາດຕະເກນການເມືອງ - ສັງຄົມ, ການປ້ອງກັນຄວາມສະຫງົບ - ປ້ອງກັນປະເທດນຳອີກ; ທີ່ດິນແມ່ນແຫຼ່ງກຳລັງແຮງໃຫ້ແກ່ການພັດທະນາປະເທດ…
ທັດສະນະສະໜັບສະໜູນລະບອບກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນ ໄດ້ອີງໃສ່ບັນດາຫຼັກຖານປະຫວັດສາດພາວະວິໃສລຸ່ມນີ້:
ທີໜຶ່ງ, ເລິ່ມຈາກຫຼັກໝັ້ນ “ອຳນາດທັງໝົດແມ່ນຂອງປະຊາຊົນ”, ດັ່ງນັ້ນ ປະຊາຊົນຕ້ອງເປັນເຈົ້າກຳມະສິດຕໍ່ອຸປະກອນການຜະລິດຕ່າງໆ ທີ່ລ້ຳຄ່າເປັນພິເສດຂອງຊາດຄືທີ່ດິນ. ທີ່ດິນເປັນຜົນງານຂອງພາລະກິດການກໍ່ຕັ້ງປະເທດ ແລະ ປົກປັກຮັກສາປະເທດອັນຍາວນານຂອງທົ່ວທັງຊາດ, ບໍ່ອາດຈະປະໃຫ້ຜູ້ຄົນຈຳນວນໃດໜຶ່ງທີ່ມີໂຊກດີໃນຕະຫຼາດ ຢຶດເອົາເປັນສິດຜູດຂາດຂອງຕົນ. ທີ່ດິນຂອງປະເທດຊາດຕ້ອງເປັນກຳມະສິດສ່ວນລວມຂອງທົ່ວປວງຊົນ ແລະ ນຳໃຊ້ ຮັບໃຊ້ໃຫ້ຈຸດປະສົງລວມຂອງທົ່ວທັງຊາດ ຂອງປະຊາຊົນ. ເນື້ອທີ່ດິນແດນຫຼາຍໆແຫ່ງ ຕ້ອງໄດ້ກຳນົດໃນກົດໝາຍໃຫ້ນຳໃຊ້ລວມເຊັ່ນ ດິນສ້າງຖະໜົນຫົນທາງ, ສວນສາທາລະນະ, ຝັ່ງທະເລໃຫ້ກ່ຳປັ່ນເດີນທະເລແລະເຮືອແພຂອງຊາວປະມົງຈອດ, ບຶງໜອງ, ທາງນ້ຳໄຫຼຂອງແມ່ນ້ຳລຳເຊ... ບັນດາອົງການຕິດຕາມກວດກາການປະຕິບັດກົດໝາຍ ຕ້ອງມີກຳລັງແຮງພຽງພໍ ເພື່ອກີດກັ້ນ ບໍ່ອະນຸຍາດໃຫ້ຜູ້ໃດບຽດຢຶດ ນຳໃຊ້ ເນື້ອທີ່ລວມນັ້ນຕາມລຳພັງໃຈ. ການນຳໃຊ້ລວມຢູ່ນີ້ມັນມີຄວາມໝາຍວ່າ ບໍ່ແມ່ນຂອງອົງການລັດ ແລະແລ້ວອົງການລັດນີ້ມີສິດມອບ ຫຼືແບ່ງໃຫ້ຜູ້ໃດຜູ້ໜຶ່ງໃຊ້ຕາມລຳພັງໃຈ. ການຕັດສິນຕົກລົງຫັນປ່ຽນດິນນຳໃຊ້ລວມສ່ວນໜຶ່ງ ມາເປັນດິນນຳໃຊ້ໂດຍເອກະຊົນ ຕ້ອງຂໍຄວາມເຫັນຂອງທົ່ວປວງຊົນ (ຜ່ານການເອົາປະຊາມະຕິ) ຫຼືມອບສິດໃຫ້ອົງການລັດ (ສະພາແຫ່ງຊາດ) ຕັດສິນ ແລະ ຕິດຕາມກວດກາ, ດ້ວຍການກຳນົດເງື່ອນໄຂຜູກມັດຢ່າງແໜ້ນແຟ້ນ ເພື່ອຫຼີກລ່ຽງບໍ່ໃຫ້ອາດຍາເຈົ້ານາຍຕັດສິນຕາມລຳພັງໃຈ. ເນື້ອທີ່ດິນທີ່ເອກະຊົນນຳໃຊ້ນັ້ນ ຢາກຫັນປ່ຽນເປັນທີ່ດິນນຳໃຊ້ລວມ ກໍ່ຕ້ອງໄດ້ຮັບການສະໜັບສະໜູນຂອງປະຊາຊົນ ແລະ ຕ້ອງຕົກລົງກັນຢ່າງສະເໝີພາບກັບຜູ້ທີ່ກຳລັງນຳໃຊ້ທີ່ດິນຜືນນັ້ນ.
ທີສອງ, ກຳມະສິດທົ່ວປວງຊົນອຳນວນຄວາມສະດວກໃຫ້ຜູ້ອອກແຮງງານ ມີເງື່ອນໄຂເຂົ້າເຖິງທີ່ດິນຢ່າງເສລີ.
…ສັງຄົມ ສັງຄົມນິຍົມ ອີງບົນພື້ນຖານເຄົາລົບນັບຖືແຮງງານ, ຖືວ່າການອອກແຮງງານໄດ້ສ້າງສັງຄົມມະນຸດຂຶ້ນມາ, ຜະລິດຊັບສິນສິ່ງຂອງອອກມາ ແລະ ສ້າງຊີວິດການເປັນຢູ່ທີ່ນັບມື້ນັບດີກວ່າເກົ່າໃຫ້ມະນຸດ ຕາມຄວາມໝາຍອະລິຍະທຳ. ເພາະສະນັ້ນ ການອອກແຮງງານແມ່ນກຽດອັນສະຫງ່າ, ຜູ້ໃດບໍ່ອອກແຮງງານ ແຕ່ພັດນຳໃຊ້ຢ່າງຜິດກົດໝາຍຊັບສິນທີ່ຜູ້ອື່ນຜະລິດອອກມາ ແມ່ນໄຮ້ສິນທຳ. ມະຫາຊົນຜູ້ອອກແຮງງານສ່ວນຫຼາຍຕ້ອງກາຍເປັນເຈົ້າຂອງຂອງສັງຄົມ ແລະ ຈັດຕັ້ງກັນເຂົ້າເປັນສັງຄົມທີ່ສະໝັກໃຈ ສະເໝີພາບ ມີຄວາມເມດຕາ ປະຊາທິປະໄຕ. ສັງຄົມສັງຄົມນິຍົມຄືແນວນັ້ນ ຍາມໃດກໍ່ແມ່ນຄວາມມຸ່ງມາດປາຖະໜາອັນຊອບທຳຂອງມະນຸດຊາດ. ກຳນົດທິດສັງຄົມນິຍົມ ແມ່ນເສັ້ນທາງອັນຖືກຕ້ອງທີ່ສຸດ ເພື່ອເຮັດໃຫ້ຄວາມມຸ່ງມາດປາຖະໜານັ້ນ ຄ່ອຍໆກາຍເປັນຕົວຈິງໃນຊີວິດການເປັນຢູ່…
ຕ້ອງສ້າງກົນໄກສະເໝີພາບຕັ້ງແຕ່ກົກຮາກ, ໝາຍຄວາມວ່າ ຜູ້ອອກແຮງງານຕ້ອງມີອຸປະກອນການຜະລິດ, ໃນນັ້ນມີທີ່ດິນ, ເພື່ອຜະລິດລ້ຽງຊີບ. ກຳມະສິດເອກະຊົນກ່ຽວກັບທີ່ດິນຈະເຮັດໃຫ້ຜູ້ທຸກຈົນເສຍດິນນາ, ແລະ ເມື່ອບໍ່ມີອຸປະກອນການຜະລິດອີກ ຜູ້ທຸກຈົນຈະສາມາດຫລຸດພົ້ນອອກຈາກຄວາມທຸກຈົນໄດ້ຫຼືບໍ່? ນັບກະທັ້ງບັນດາອົງການຈັດຕັ້ງເສດຖະກິດສາກົນ ທີ່ເຊື່ອໝັ້ນຕໍ່ກຳລັງແຮງຂອງກົນໄກຕະຫຼາດ ກໍ່ເປັນເອກະພາບກັບທັດສະນະຄະຕິທີ່ວ່າ “ໃຫ້ຜູ້ທຸກຈົນຄັນເບັດ ຫາກບໍ່ໃຫ້ພວງປາ”. ອະທິບາຍຕາມພາສາສາມັນແມ່ນ ຕ້ອງສ້າງເງື່ອນໄຂອຳນວຍ ໃຫ້ຜູ້ອອກແຮງງານເປັນເຈົ້າອຸປະກອນການຜະລິດ ເພື່ອໃຫ້ເຂົາຫລຸດພົ້ນຈາກຄວາມທຸກຍາກດ້ວຍຕົນເອງ. ທ່ານກາກ ມາກ ກໍ່ໄດ້ເຢາະເຢີ້ຍຕໍ່ພວກສະໜັບສະໜູນຄວາມສະເໝີພາບຕາມຫຼັກການອຳນາດກົດໝາຍນາຍທຶນ ເມື່ອເພິ່ນເນັ້ນໜັກວ່າ ປະເພດສະເໝີພາບຮູບການນັ້ນບໍ່ມີຄຸນຄ່າຫຍັງ ຕໍ່ກັບຜູ້ອອກແຮງງານເມື່ອເຂົາໄດ້ຖືກຜູກມັດໃສ່ເງື່ອນໄຂບໍ່ມີອຸປະກອນການຜະລິດ.
ທີສາມ, ກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນ ສະໜອງໃຫ້ພວກເຮົາມີກົນໄກອັນໜຶ່ງ ເພື່ອໃຫ້ຜູ້ອອກແຮງງານມີສິດຊົມໃຊ້ຜົນປະໂຫຍດຈາກທີ່ດິນຢ່າງດີກວ່າ ຍຸຕິທຳກວ່າ ແລະ ສະເໝີພາບກວ່າ. ເພາະວ່າ ກຳມະສິດທົ່ວປວງຊົນແມ່ນກຳມະສິດຂອງປະຊາຊົນຫວຽດນາມທຸກຄົນ, ແຕ່ມັນໄດ້ນຳໃຊ້ ແລະ ຄຸ້ມຄອງຕາມກົນໄກທີ່ພວກເຮົາພວມປຶກສາຫາລືກັນເພື່ອກໍ່ສ້າງຂຶ້ນ, ແນໃສ່ບັນລຸທັງສອງຈຸດໝາຍ: ປະສິດທິຜົນ ແລະ ຍຸດຕິທຳຕໍ່ຜູ້ອອກແຮງງານ (ພວກຂ້າພະເຈົ້າເນັ້ນໜັກເຖິງຜູ້ອອກແຮງງານ ຍ້ອນຫຼັກການຂອງລັດທິສັງຄົມນິຍົມແມ່ນ ຊົມໃຊ້ຕາມໝາກຜົນການອອກແຮງງານ, ບໍ່ອີງບົນການຂູດຮີດແຮງງານຂອງຜູ້ອື່ນ). ບໍ່ໄດ້ລົກລະໃນຈຸດໝາຍຍຸດຕິທຳ, ເພາະວ່າ ຖ້າຫາກເພື່ອບັນລຸປະສິດທິຜົນ ດ້ວຍວິທີສະຫຼະສິດປະໂຫຍດຂອງຜູ້ອອກແຮງງານສ່ວຍຫຼາຍ ເຂົ້າໃນການຜະລິດຊັບສິນສິ່ງຂອງອອກມາຫຼາຍກວ່າ ແຕ່ມັນພັດໄຫຼເຂົ້າໃນຖົງຂອງພວກຮັ່ງມີ, ປະສິດທິຜົນປະເພດນີ້ ພວກເຮົາບໍ່ຄອງຄອຍ.
ທີສີ່, ທາງດ້ານທາດແທ້ ກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນ ບໍ່ແມ່ນຕົ້ນກຳເນີດຂອງຄວາມເຄັ່ງຮ້ອນສັບສົນໃນປັດຈຸບັນກ່ຽວກັບທີ່ດິນແຕ່ຢ່າງໃດເລີຍ. ສະພາບການຄຸ້ມຄອງ ນຳໃຊ້ທີ່ດິນ ທີ່ມີຫຼາຍບັນຫາຕ້ອງແກ້ໄຂໃນປັດຈຸບັນນີ້ນັ້ນ ບໍ່ແມ່ນເກີດມາຈາກທາດແທ້ທີ່ມີມາແຕ່ເດີມ ຂອງກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນ ຫາກມັນເກີດມາຈາກຈຸດອ່ອນຂໍ້ບົກພ່ອງແກ່ຍາວ ໃນການບໍ່ຫັນເປັນລະອຽດສະຖາບັນຍັດການປະຕິບັດລະບອບກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນ; ຍ້ອນຜົນຮ້າຍຂອງຈຸດອ່ອນຂໍ້ບົກພ່ອງໃນການຄຸ້ມຄອງທີ່ດິນ ທັງໃນລະດັບມະຫາພາກ ແລະ ຈຸນລະພາກ.
ກົດໝາຍທີ່ດິນ ປີ 2003 ແລະ ແບບວິທີທີ່ລັດປະຕິບັດກົດໝາຍທີ່ດິນ ປີ 2003 ມີຫຼາຍຈຸດທີ່ຍັງບໍ່ທັນຖືກຫຼັກຖືກເກນ ຕ້ອງໄດ້ແກ້ໄຂຜ່ານຜ່າ. ບັນຫາຮ້ອນເຄືອງທີ່ສຸດໃນປັດຈຸບັນນີ້ຢູ່ປະເທດເຮົາແມ່ນ ຢູ່ທີ່ຄຸນນະພາບ ກິລິຍາທ່າທາງປະຕິບັດກົດໝາຍທີ່ດິນ ຂອງອົງການລັດແລະຂ້າລັດຖະການຍັງບໍ່ທັນດີ, ຍັງມີຫຼາຍກໍລະນີທີ່ສຸດ ທີ່ສວຍໃຊ້ສິດອຳນາດລວມ ເພື່ອຮັບໃຊ້ໃຫ້ແກ່ຈຸດໝາຍຜົນປະໂຫຍດຂອງສ່ວນຕົວ ຂອງຄອບຄົວ ຈຸຫຍ່ອມ, ແລະກົນໄກແບ່ງປັນຜົນປະໂຫຍດຈາກທີ່ດິນ ກໍ່ຍັງບໍ່ທັນສະເໝີພາບລະຫວ່າງບັນດາຈຸຫຍ່ອມທີ່ຕ່າງກັນ, ລະຫວ່າງຜູ້ນຳໃຊ້ທີ່ດິນ ແລະ ລັດ. ສະພາບການແຜນກຳນົດຖືກດັດປ່ຽນຕາມລຳພັງໃຈ, ວາງແຜນກຳນົດແລ້ວຄ້າງໄວ້, ສະພາບການທີ່ດິນທີ່ໄດ້ຮິບໂຮມແລ້ວແຕ່ຖືກປະໃຫ້ຮົກເຮື້ອ ໃນຂະນະນັ້ນຜູ້ສະຫຼະທີ່ດິນພັດຕົກໃສ່ສະພາບວ່າງງານ ພົບຄວາມຫນຸ້ງຍາກ... ໄດ້ໃຫ້ເຫັນວ່າ ການຄຸ້ມຄອງຂອງລັດບໍ່ສົມຄູ່ກັບຄວາມຮຽກຮ້ອງຕ້ອງການທີ່ຕ້ອງເປັນໄປ ໃນລະບອບກຳມະສິດທົ່ວປວງຊົນ. ຈະບໍ່ສາມາດຫຼີກລ່ຽງບັນຫາເຫຼົ່ານີ້ໄດ້ ດ້ວຍການໂອນສິດຄຸ້ມຄອງທັງໝົດນັ້ນໃຫ້ພາກເອກະຊົນ ຜ່ານການຫັນເປັນກຳມະສິດເອກະຊົນ ຫຼືການຫັນເປັນຫຼາຍຮູບຫຼາຍແບບກຳມະສິດຕໍ່ທີ່ດິນ. ກົງກັນຂ້າມ, ພຽງແຕ່ອາດສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ດີດ້ວຍວິທີຍູ້ແຮງການປະຕິຮູບໃນບັນດາອົງການຂອງລັດ, ເຮັດໃຫ້ກົນໄກຄຸ້ມຄອງ ນຳໃຊ້ທີ່ດິນມີຄວາມໂປ່ງໃສ ເປີດເຜີຍ; ຮັດແໜ້ນກົດວິໄນ ແລະ ຄວາມຮັດຜິດຊອບໃນການອະທິບາຍລາຍງານຂອງຂ້າລັດຖະການ ແລະ ມອບໃຫ້ປະຊາຊົນມີສິດຕ່າງໆ ເຊິ່ງຜູ້ນຳໃຫ້ທີ່ດິນປະຕິບັດຈະມີຜົນປະໂຫຍດກວ່າ ການປະຕິບັດໂດຍອົງການຂອງລັດ.
ທີຫ້າ, ກຳມະສິດທົ່ວປວງຊົນ ບໍ່ແມ່ນກຳມະສິດແຫ່ງລັດ ກ່ຽວກັບທີ່ດິນ. ທົ່ວປວງຊົນ ໝາຍເຖິງພົນລະເມືອງທັງໝົດຂອງປະເທດໜຶ່ງ (ບໍ່ນັບຄົນຕ່າງປະເທດ) ແລະ ສະຖາບັນທີ່ເປັນຜູ້ຕາງໜ້າລວມໃຫ້ປະຊາຊົນຄືລັດ ແບ່ງປັນກັນສິດຂອງຜູ້ເປັນເຈົ້າກຳມະສິດທີ່ດິນ ຕາມລັດຖະທຳມະນູນ ແລະ ກົດໝາຍ ທີ່ພວກເຂົາໄດ້ຮັບຮອງ. ດັ່ນນັ້ນ, ຖ້າຫາກພວກເຮົາເປັນເອກະພາບກັນວ່າ ທີ່ດິນຂຶ້ນກັບກຳມະສິດຂອງລັດ ກໍ່ໝາຍຄວາມວ່າພົນລະເມືອງບໍ່ມີສິດຕໍ່ທີ່ດິນພຽງໜ້ອຍດຽວເລີຍ, ມັນກໍ່ຄືກັນກັບງົບປະມານແຫ່ງລັດນັ້ນເອງ, ລັດມີອຳນາດເຕັມໃນການນຳໃຊ້ທີ່ດິນກໍ່ຄືນຳໃຊ້ງົບປະມານ.
ກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນ ແມ່ນກຳມະສິດລວມຂອງທົ່ວປວງຊົນ, ແຕ່ມີການແບ່ງປັນກັນໃນການປະຕິບັດສິດກຳມະສິດ ລະຫວ່າງຜູ້ນຳໃຊ້ທີ່ດິນ ແລະ ລັດ. ນັ້ນແມ່ກົນໄກທີ່ພວກຂ້າພະເຈົ້າຢາກສະໜັບສະໜູນ. ທາດແທ້ຂອງກົນໄກນີ້ແມ່ນ ແບ່ງປັນບັນດາສິດຂອງຜູ້ກຳມະສິດທີ່ດິນຢ່າງສົມເຫດສົມຜົນ ລະຫວ່າງປະຊາຊົນ ແລະ ລັດ, ກໍ່ຄືລະຫວ່າງບັນດາອົງການລັດຂັ້ນຕ່າງໆ. ກົດໝາຍທີ່ດິນ ປີ 2003 ແລະ ບັນດາເອກະສານນິຕິກຳທີ່ກ່ຽວຂ້ອງ ໄດ້ມອບໃຫ້ປະຊາຊົນຫຼາຍສິດ: ນຳໃຊ້ທີ່ດິນ (ຕາມແຜນກຳນົດຂອງລັດ), ຫັນປ່ຽນຈຸດປະສົງການນຳໃຊ້ທີ່ດິນ, ໂອນທີ່ດິນໃຫ້ຜູ້ອື່ນນຳໃຊ້, ຈຳນອງເພື່ອກູ້ຢືມເງິນ, ສືບທອດ, ໃຊ້ເປັນທຶນເພື່ອປະກອບ... ໂດຍພື້ນຖານ ປະຊາຊົນມີເກືອບຄົບທຸກສິດຂອງເຈົ້າຂອງກຳມະສິດ ທີ່ອະນຸຍາດໃຫ້ເຂົາລົງທຶນ ນຳໃຊ້ທີ່ດິນຢ່າງມີປະສິດທິຜົນ ຕາມຄວາມສາມາດຂອງເຂົາ. ຂໍ້ຈຳກັດບາງຢ່າງໃນສິດຂອງເຈົ້າຂອງກຳມະສິດ ເຊິ່ງຜູ້ນຳໃຊ້ທີ່ດິນບໍ່ມີ ນັ້ນຄື: ບໍ່ໄດ້ປ່ຽນແປງຈຸດປະສົງນຳໃຊ້ທີ່ດິນຕາມລຳພັງໃຈ; ຖືກກຳນົດເນື້ອທີ່; ໄລຍະເວລາຮັບມອບທີ່ດິນຖືກຈຳກັດ; ຕ້ອງມອບທີ່ດິນຄືນໃຫ້ລັດເພື່ອໃຊ້ເຂົ້າໃນຈຸດປະສົງປ້ອງກັນປະເທດ ປ້ອງກັນຄວາມສະຫງົບ ຈຸດປະສົງສາທາລະນະປະໂຫຍດ. ໂດຍສົມຄູ່ກັບການເປີດກວ້າງສິດໃຫ້ຜູ້ນຳໃຊ້ທີ່ດິນ, ສິດຂອງອົງການລັດດ້ວຍຖານະເປັນຜູ້ຕ່າງໜ້າປະຊາຊົນ ໃນການຄຸ້ມຄອງທີ່ດິນຢ່າງເປັນເອກະພາບໃນທົ່ວປະເທດ ຖືກກຳນົດໃນດ້ານຕ່າງໆດັ່ງນີ້: ກຳນົດຈຸດປະສົງການນຳໃຊ້ໃຫ້ແກ່ທີ່ດິນແຕ່ລະຜືນ (ດ້ວຍແຜນກຳນົດ, ແຜນການນຳໃຊ້ທີ່ດິນ); ຮິບໂຮມທີ່ດິນເພື່ອຮັບໃຊ້ໃຫ້ແກ່ຈຸດປະສົງປ້ອງກັນຄວາມສະຫງົບ ປ້ອງກັນປະເທດ ຈຸດປະສົງສາທາລະນະປະໂຫຍດ; ເກັບອາກອນບາງຢ່າງອີງບົນທີ່ດິນ.
ທີຫົກ, ກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນ ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງທີ່ສອດຄ່ອງກັບເງື່ອນໄຂປະຫວັດສາດ - ລະອຽດຕົວຈິງຂອງຫວຽດນາມ, ເຊັ່ນ:
- ລະບອບກຳມະສິດທົ່ວປວງຊົນ ເນັ້ນໜັກເຖິງຜົນປະໂຫຍດຂອງປະຊາຊົນ ໃນການນຳໃຊ້ສິດຂອງຕົນເພື່ອພ້ອມກັນແກ້ໄຂບັນດາບັນຫາຂັດຂ້ອງກັນໃນການນຳໃຊ້ ແລະ ແບ່ງປັນຜົນປະໂຫຍດມາຈາກທີ່ດິນ.
- ລະບອບກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນ ຫຼີກລ່ຽງບໍ່ໃຫ້ສັງຄົມຂອງພວກເຮົາຕົກໃສ່ສະພາບການວຸ້ນວາຍ ຍ້ອນຜູ້ຄົນຈຳນວນໜຶ່ງອາດຈະທວງໃຫ້ພິຈາລະນາຄືນໃໝ່ ຂໍ້ກຳນົດຕົກລົງຕ່າງໆໃນປະຫວັດສາດກ່ຽວກັບທີ່ດິນ ຖ້າຫາກຮັກສາລະບອບກຳມະສິດເອກະຊົນກ່ຽວກັບທີ່ດິນ. ໃນພາກຕົວຈິງ, ຮັກສາລະບອບກຳມະສິດທົ່ວປວງຊົນໃນເງື່ອນໄຂປັດຈຸບັນ ແມ່ນວິທີດີທີ່ສຸດເພື່ອເຮັດໃຫ້ເສດຖະກິດ ການເມືອງ ສັງຄົມມີສະຖຽນລະພາບ.
ທີເຈັດ, ທີ່ດິນແມ່ນຊັບສົມບັດລວມຂອງຊາດ ດັ່ງນັ້ນບໍ່ອະນຸຍາດໃຫ້ລັດຖະບານ ຫຼືອຳນາດການປົກຄອງທ້ອງຖິ່ນ ໂອນທີ່ດິນໃຫ້ຄົນຕ່າງປະເທດຢ່າງເສລີ ຄືຕໍ່ກັບພົນລະເມືອງຫວຽດນາມ.
ສະຫລຸບລວມ, ຕາມທັດສະນະຂອງພວກຂ້າພະເຈົ້າ, ຄວນເຂົ້າເຖິງກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນຢ່າງແທດຈິງ ຕານສິດຕ່າງໆ ທີ່ການກຳມະສິດທີ່ດິນມີຢູ່ (ທີ່ນີ້ກໍ່ຕ້ອງເນັ້ນໜັກວ່າ ສິດຕ່າງໆເຫຼ່ານີ້ບໍ່ຄົງທີ່ຢ່າງແຂງກະດ້າງ ຫາກມັນອາດຈະປ່ຽນແປງໄປຕາມກາລະ ແລະ ຄຸນລັກສະນະຂອງເປົ້າໝາຍກຳມະສິດ) ແລະ ແບ່ງປັນສິດນັ້ນຢ່າງສົມເຫດສົມຜົນລະຫວ່າງປະຊາຊົນ ແລະ ອົງການລັດ …
ກຳມະສິດທົ່ວປວງຊົນ ສ້າງເງື່ອນໄຂໃຫ້ລັດສັງຄົມນິຍົມ ປົກປັກຮັກສາຜົນປະໂຫຍດຂອງຜູ້ອອກແຮງງານໄດ້ດີກວ່າ. ຄວາມຜິດພາດ ແລະ ຂໍ້ຂາດຕົກບົກພ່ອງຂອງອົງການລັດໃນເວລາທີ່ຜ່ານມາ ໃນຂົງເຂດທີ່ດິນມັນບໍ່ແມ່ນທາດແທ້ຂອງລັດສັງຄົມນິຍົມ ແລະ ສາມາດແກ້ໄຂດັດແປງໄດ້. ບັນຫາແມ່ນ ພວກເຮົາຕ້ອງສ້າງຕັ້ງໄດ້ສະຖາບັນກວດກາ ເພື່ອໃຫ້ລັດຂອງເຮົາກະທຳເຄື່ອນໄຫວຄືກັນກັບລັດສັງຄົມນິຍົມ. ມີສອງສະຖາບັນຮັບຜິດຊອບໜ້າທີ່ນີ້ ຄືພັກກອມມູນິດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມຂອງປະຊາຊົນ. ພັກກອມມູນິດຮັບຜິດຊອບເປັນກຳລັງປະຈັນບານຂອງຊາວຜູ້ອອກແຮງງານ ເຊິ່ງຕ້ອງກະທຳຄືກັນກັບອົງການຕິດຕາມກວດກາການເຄື່ອນໄຫວຂອງລັດຢ່າງມີປະສິດທິຜົນ ແນໃສ່ປົກປັກຮັກສາສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ - ພື້ນຖານສັງຄົມ ແລະ ກຳລັງຊ່ວຍໜູນການຕິດຕາມກວດກາຂອງພັກ. ຖ້າຫາກວ່າພັກກອມມູນິດບໍ່ສຳເລັດໜ້າທີ່ນີ້ ກໍ່ອາດຈະເວົ້າໄດ້ວ່າອິດທິພົນ ແລະ ບົດບາດຕົວຈິງຂອງພັກຖືກຫລຸດຜ່ອນລົງ.
ພິເສດ, ລັດຖະທຳມະນູນ ແລະ ກົດໝາຍ ຕ້ອງກຳນົດສິດຂອງປະຊາຊົນໃນການເຂົ້າເຖິງຂ່າວສານຕ່າງໆ ກ່ຽວກັບທີ່ດິນ ກ່ວຍກັບການເຄື່ອນໄຫວຄຸ້ມຄອງແຫ່ງລັດດ້ານທີ່ດິນ ເພື່ອໃຫ້ປະຊາຊົນປະຕິບັດການຕິດຕາມກວດກາ. ຢູ່ນີ້ ບໍ່ຄວມເຂົ້າໃຈວ່າ ລັດແຈກຈ່າຍຂໍ້ມູນຂ່າວສານແບບທຳຄຸນໃຫ້ປະຊາຊົນ. ກົງກັນຂ້າມ, ດ້ວຍຖານະນາມເປັນຜູ້ຮັບໃຊ້ຂອງປະຊາຊົນ, ລັດມີພັນທະ ແລະ ຄວາມຮັບຜິດຊອບສະໜອງຂໍ້ມູນຂ່າວສານເພື່ອລາຍງານໃຫ້ປະຊາຊົນ (ຜ່ານບັນດາອົງການສື່ມວນຊົນ ແລະ ສະພາແຫ່ງຊາດ) ເພື່ອໃຫ້ປະຊາຊົນມີພື້ນຖານຕົວຈິງເພື່ອຕິດຕາມກວດກາການເຄື່ອນໄຫວຂອງລັດ./.
(*) ຄັດແປຈາກບົດທີ່ລົງໃນວາລະສານກອມມູນິດ ສະບັດທີ 847 (ອອກເດືອນພຶດສະພາ 2013)