ບັນດາບັນຫາສະຫວັດດິການສັງຄົມຢູ່ຫວຽດນາມ ໃນໄລຍະປັດຈຸບັນ

ສຈ, ດຣ. ເຈິ່ນງອກຮຽນ ສະຖາບັນການເມືອງ - ການປົກຄອງແຫ່ງຊາດໂຮ່ຈີມິນ
10:09, 20-09-2013

ວ.ກ - ພາຍຫຼັງ​ເກືອບ 3 ທົດ​ສະວັດ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ, ຫວຽດນາມ​ກໍ່ສ້າງ​ໄດ້​ບັນດາ​ປະຖົມ​ປັດ​ໃຈ​ ເພື່ອ​ຫັນ​ຂຶ້ນ​ສູ່​ໄລຍະ​ພັດທະນາ​ໃໝ່ ​ໃນ​ສະຕະວັດທີ XXI. ສະຫວັດ​ດິການ​ສັງຄົມກາຍ​ເປັນ​ກຳລັງ​ຂັບ​ເຄື່ອນ ​ແລະ ຈຸດໝາຍ​ໃນ​ກາ​ນພັດທະນາ​ແບບ​ຍືນ​ຍົງ.

ຮູບພາບກອງປະຊຸມສຳມະນາວິທະຍາສາດ - ພຶດຕິກຳ ພາຍໃຕ້ຫົວຂໍ້ “ສະຫວັດດິການສັງຄົມຢູ່ປະເທດເຮົາ: ບາງບັນຫາທິດສະດີ ແລະ ພຶດຕິກຳ”. ພາບຂອງເວັບໄຊ: tapchicongsan.org.vn

ບັນດາ​ບັນຫາ​ໃໝ່​ກ່ຽວ​ກັບ​ສະຫວັດ​ດິການ​ສັງຄົມ ທີ່​ວາງ​ອອກ​ມາ​ໃນ​ໄລຍະ​ປັດຈຸບັນ

ຢາກ​ມີ​ຄວາມ​ຮັບ​ຮູ້​ສັງ​ລວມກ່ຽວ​ກັບສະຫວັດ​ດິການ​ສັງ​ຄົມ, ຕ້ອງການ​ທີ່​ສຸດ​ເຖິງ​ການ​ໄຈ້​ແຍກ​ຢ່າງ​ຈະ​ແຈ້ງ​ສາຍ​ພົວພັນ​ຊຶ່ງ​ກັນ ​ລະຫວ່າງ​ຂົງ​ເຂດ​ຕ່າງໆ ກັບສະຫວັດ​ດິການ​ສັງ​ຄົມ. ນັ້ນ​ຄື:

1- ການ​ເຕີບ​ໂຕ​ເສດຖະກິດ​ ກັບສະຫວັດ​ດິການ​ສັງ​ຄົມ

​ໃນ​ປະຫວັດສາດ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ຫຼາຍ​ຮ້ອຍ​ປີ, ສະຫວັດ​ດິການ​ສັງ​ຄົມ​ແມ່ນ​ບັນຫາ​ໜຶ່ງ​ທີ່​ໄປ​ຄຽງ​ຄູ່​ກັບ​ການ​ເຕີບ​ໂຕ​ເສດຖະກິດ, ​ເລີ່​ມຈາກ​ທາດ​ແທ້​ຂອງ​ເສດຖະກິດ​ຕະຫຼາດ ​​ແມ່ນຂະ​ບວນວິວັດ​ການ​ຫັນ​ແຮງ​ງານ ການ​ຜະລິດ ການ​ຊົມ​ໃຊ້​ເປັນ​ສັງຄົມ, ​ແຕ່​ວ່າ ລະດັບ​ປະຕິບັດສະຫວັດ​ດິການ​ສັງ​ຄົມ ພັດ​ຂຶ້ນ​ຕໍ່​ກັບ​ແບບ​ວິທີ​ການ​ຜະລິດ ​ແລະ ລະບອບ​ການ​ເມືອງ.

... ​ໂລກ​ພວມ​ຕັ້ງ​ບັນຫາ​ຫັນ​ໄປ​ສູ່ ຕົວ​ແບບພັດທະນາ​ແບບ​ຍືນ​ຍົງ ​ເຊິ່ງ​ເປັນການ​ພັດທະນາ​ພ້ອມ​ກັນ​ລະຫວ່າງ ການ​ເຕີບ​ໂຕ​ເສດຖະກິດ ກັບ​ການຮັບປະກັນສະຫວັດ​ດິການ​ສັງ​ຄົມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ການ​ພັດທະນາ​ພ້ອມ​ກັນ​ລະຫວ່າງສາມ​ຂົງ​ເຂດ​ດັ່ງກ່າວ​ນັ້ນ ພຽງ​ແຕ່​ອາດ​ສາມາດ​ປະຕິບັດ​ໄດ້​ບົນ​ພື້ນຖານ ​ເສດຖະກິດ​ຕະຫຼາດ ​ແລະ ລະບອບການ​ເມືອງ ທີ່​​ຖືເອົາ​ການ​ຄົງ​ຕົວ ​ແລະ ພັດທະນາ​ຂອງ​ມະນຸດ ​ແລະ ປະຊາ​ຄົມ​ເປັນ​ຈຸດໝາຍ.

ຢູ່​ປະ​ເທດ​ພວມ​ພັດທະນາ​ຄື​ປະ​ເທດ​ຫວຽດນາມ​ນີ້ (ຫາ​ກໍ່​ກ້າວ​ເຂົ້າ​ສູ່​ລະດັບ​ລາຍ​ຮັບ​ປານ​ກາງ) ​ແມ່ນ​ຍັງ​ມີ​ຄວາມ​ຕ້ອງການ ພັດທະນາ​ໄວ​ອີກ. ​ແຕ່​ພຶດຕິ​ກຳ​ໃຫ້​ຮູ້​ວ່າ, ບັນຫາ​ພັດທະນາ​ໄວ​ຂອງ​ປະ​ເທດ​ໜຶ່ງ ຕ້ອງ​ເບິ່ງ​ໃນການ​ພັດທະນາ​ສັງ​ລວມ, ຫາກ​ບໍ່​ແມ່ນ​ອີງ​ໃສ່​ແຕ່​ດັດ​ຊະ​ນີ ຄວາມ​ເຕີບ​ໂຕ​ດ້ານ​ຈີ​ດີ​ພີ. ​ເມື່ອ​ພື້ນຖານ​ເສດຖະກິດ​ໄດ້​ຮັບ​ການ​ຊຸກຍູ້​ຈາກ​ການ​ພັດທະນາ​ພ້ອມ​ກັນ ລະຫວ່າງການ​ເຕີບ​ໂຕ​ເສດຖະກິດ ກັບການ​ຮັບປະກັນສະຫວັດ​ດິການ​ສັງ​ຄົມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ມັນ​ຈະ​ສ້າງ​ໃຫ້ມີ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ. ອາ​ໄສ​ສິ່ງ​ດັ່ງກ່າວ​ນັ້ນ, ສະຫວັດ​ດິການ​ສັງ​ຄົມ ​ແລະ ຄວາມ​ກ້າວໜ້າ​ສັງຄົມ ຈະ​ເປັນ​ກຳລັງ​ຂັບ​ເຄື່ອນ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ເຕີບ​ໂຕ​ໄວ.

ການ​ພັດທະນາ​ຄື​ແນວ​ນັ້ນ​ ແມ່ນ​ເສັ້ນທາງ​ໄປ​ເຖິງ​ການ​ຫຍໍ້​ສັ້ນ​ຄວາມ​ແຕກ​ໂຕນ​ກັນ​ລະຫວ່າງ​ຮັ່ງມີ - ທຸກ​ຍາກ ​ແລະ ລົບ​ລ້າງຄວາມ​ບໍ່​ຍຸດຕິ​ທຳສັງຄົມ​ໄດ້​ຢ່າງ​ໜັກ​ແໜ້ນ, ມັນ​ແຕກ​ຕ່າງ​ໂດຍ​ສິ້ນ​ເຊີງ​ກັບ​ວິທີ​ເຮັດ​ທີ່​ມີ​ແຕ່​ແລ່ນ​ຕາມ​ການ​ເຕີບ​ໂຕ​ໄວ​ໄຟ, ​ແລ້​ວ​ໃຊ້​ງົບປະມານ​ຊ່ວຍ​ໜູນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ.

2- ຄວາມ​ກ້າວໜ້າ​ທາງ​ສັງຄົມ​ ກັບສະຫວັດ​ດິການ​ສັງ​ຄົມ

ສະຫວັດ​ດິການ​ສັງ​ຄົມ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ ມີ​ສາຍ​ພົວພັນ​ຊຸກຍູ້​ຊຶ່ງ​ກັນ​ແລະ​ກັນ. ສາຍ​ພົວພັນ​ນີ້​ຂະຫຍາຍຕົວ​ໄປ​ພ້ອມ​ກັບ ຂະ​ບວນວິວັດ​ການ​ເຕີບ​ໂຕ​ເສດຖະກິດ. ​ເພາະວ່າ, ​ເສດຖະກິດ​ຕະຫຼາດ​ໃນ​ແຕ່ລະ​ໄລຍະ​ແຫ່ງ​ການ​ພັດທະນາ ລ້ວນ​ແຕ່​ສ້າງ​ໃຫ້​ມີ​ ການຈັດ​ແບ່ງ​ແຮງ​ງານສັງຄົມ ​ໃໝ່. ການ​ຈັດແບ່ງ​ແຮງ​ງານ​ສັງຄົມ ພັດ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ ໂຄງ​ປະກອບສັງຄົມພົນລະ​ເມືອງ​ - ​ແຫຼ່ງກຳລັງ​ຂອງ​ການ​ພັດທະນາ​ການ​ຜະລິດ ​ແລະ ຊົມ​ໃຊ້​ຂອງ​ປະ​ເທດ​ໜຶ່ງໆ.

​ແຕ່​ລະກາ​ນປ່ຽນ​ແປງ​ດ້ານໂຄງ​ປະກອບສັງຄົມພົນລະ​ເມືອງ​ (ຍ້ອນ​ການແບ່ງ​ແຮງ​ງານ​ໃນການ​ພັດທະນາ​ເສດຖະກິດ, ການ​ຂະຫຍາຍຕົວ​ຂອງ​ປະຊາກອນ, ຍ້ອນ​ການ​ຫັນ​ເປັນ​ຕົວ​ເມືອງ…) ລ້ວນ​ແຕ່​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ ລະດັບ​ດຳລົງ​ຊີວິດ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ ຂອງ​ພົນລະ​ເມືອງ​ໃນ​ລະດັບ​ໃດ​ໜຶ່ງ, ພາ​ໄປ​ເຖິງ​ການ​ປ່ຽນ​ແປງ​ທີ່​ແນ່ນອນ​ທາງ​ດ້ານສະຫວັດ​ດິການ​ສັງ​ຄົມ.

ດັ່ງ​ນັ້ນ, ບັນຫາສະຫວັດ​ດິການ​ສັງ​ຄົມ ຍັງ​ຈະ​ຕ້ອງ​ໄດ້​ສັງ​ເກດ​ໂດຍ​ເລີ່ມ​ຈາກການ​ຜັນ​ປ່ຽນ​ຕ່າງ​ໆ ​ໃນ​ສັງຄົມ. ຢູ່​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ, ປັດຈຸບັນ ບັນຫາ​ສະຫວັດ​ດິການ​ສັງ​ຄົມພວນ​ມີ​ສິ່ງ​ທ້າ​ທ້າຍ​ໃໝ່​ຫຼາຍ​ຢ່າງ.

3- ຄຸນ​ນະພາ​ບການ​ພັດທະນາ​ວັດທະນະທຳ​ ກັບສະຫວັດ​ດິການ​ສັງ​ຄົມ

ຢູ່​ບັນດາ​ປະ​ເທດ​ອຸດສາຫະກຳ​ຂະຫຍາຍຕົວ ຫຼື​ພວມ​ຢູ່​ໃນ​ຂະ​ບວນວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ, ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ບໍ່​ພຽງ​ແຕ່​ສ້າງ​ຮັ່ງ​ຄູນ​ມີ​ຢ່າງ​ໄວ​ໃຫ້​ແກ່​ຜູ້​ຄົນ​ຈຳນວນ​ໜຶ່ງ​ເທົ່າ​ນັ້ນ ຫາກຍັງ​ໄດ້ສ້າງ​ໃຫ້​ມີ​ແບບ​ດຳລົງ​ຊີວິດ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດຕົວ​ຈິງ, ​​ເຫັນ​ແກ່​ການ​ຊົມ​ໃຊ້​ສ່ວນ​ຕົວ. ​ເພາະສະ​ນັ້ນ, ຄຽງຂ້າງ​ບັນ​ຫາ​ທຸກ​ຍາກ, ຂາດ​ວຽກ​ເຮັດ​ງານ​ທຳ ຍັງ​ມີ​ບັນຫາ​ວັດທະນະທຳ, ​ແບບ​ດຳລົງ​ຊີວິດ ທີ່​ເປັນ​ຜົນ​ສະທ້ອນ​ນັບ​ມື້​ມັນ​ເພີ່ມ​ຂຶ້ນ ຕໍ່ສະຫວັດ​ດິການ​ສັງ​ຄົມ ​ແລະ ການ​ພັດທະນາ​ເສດຖະກິດ ສັງຄົ​ມ. ຫວຽດນາມ​ຕ້ອງ​ຄົ້ນຄວ້າ​ບົດຮຽນ​ປະສົບ​ການ​ນີ້ ​ໃນ​ເມື່ອ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ເສດຖະກິດ ​ແລະ ສະຫວັດ​ດິການ​ສັງ​ຄົມ, ​ແນ​ໃສ່​ກໍ່ສ້າງ​ແບບ​ດຳລົງ​ຊີວິດທີ່​ມີ​ວັດທະນາ​ທຳ ​ໃນ​ການ​ເຄື່ອນ​ໄຫ​ວຢູ່​ຂົງ​ເຂດ​ຕ່າງໆ.

ຕົ້ນ​ປາຍ​ສາຍ​ເຫດ​​ແຫ່ງ​ຄວາມອ່ອນ​ເພຍ​ລົງ​ຂອງ​ສິ່ງ​ແວດ​ລ້ອມ​ວັດທະນະທຳ ​ແບບ​ດຳລົງ​ຊີວິດ​ນັ້ນ ​ແມ່ນ​ລັກສະນະ​ເກີດ​ເອງ​ແຫ່ງຜົນ​ປະ​ໂຫຍ​ດສ່ວນ​ຕົວ​​ ຂອງ​ບຸກຄົນ ​ແລະ ຈຸ​ຫຍ່ອມ. ຜູ້​ທຳ​ອິດ​ທີ່​ຄົ້ນ​ເຜີຍ​ຕົ້ນ​ປາຍ​ສາຍ​ເຫດ​ຂອງ​ຄວາມ​ເສື່ອ​ມ​ໂຊມ​ນີ້​ແມ່ນ ວ.ອີ.​ເລ​ນິນ ​ແຕ່​ຕົ້ນ​ສະຕະວັດທີ XX, ​ເມື່ອ​ປະຕິບັດ​ນະ​ໂຍບາຍ​ເສດຖະກິດ​ແຜນ​ໃໝ່ (NEP).

4- ບັນຫາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ກັບສະຫວັດ​ດິການ​ສັງ​ຄົມ

ຍ້ອມ​ທີ່​ຕັ້ງ ​ແລະ ຈຸດ​ພິ​ເສດ​ດ້ານ​ພູມ​ສາດ ດັ່ງ​ນັ້ນ ຫວຽດນາມ​ຈຶ່ງ​ເປັນ​ໜຶ່ງ​ໃນ​ຫ້າ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຈາກ​ການ​ຜັນ​ປ່ຽນ​ດິນ​ຟ້າ​ອາກາດ, ​ເປັນ​ປະ​ເທດ​ທີ່​ອາດ​ຈະຖືກ​ເສຍ​ຫາຍ​ງ່າຍ​ທີ່​ສຸດ​ ຢູ່​ພາກ​ພື້ນ​ອາຊີ​ຕາ​ເວນ​ອອກ. ​ໄພ​ທຳ​ມະ​ຊາດ, ​ນ້ຳ​ຖ້ວມ, ນ້ຳ​ທະ​ເລ​ຍຶ່ງຂຶ້ນ ມີ​ທ່າ​ອຽງ​ເກີດ​ຂຶ້ນ​ເລື້ອຍ. ຜົນ​ກະທົບ​ຂອງ​ນ້ຳ​ທະ​ເລ​ຍຶ່ງຂຶ້ນ ຈະຫລຸດຜ່ອນ​ເນື້ອ​ທີ່​ດິນ​ກະສິກຳ​ຢູ່​ເຂດ​ທົ່ງພຽງແມ່ນ້ຳຂອງ ແລະ ຢູ່ເຂດທົ່ງພຽງແມ່ນ້ຳແດງ, ເປັນໄພອັນຕະລາຍຮ້າຍແຮງ ຕໍ່ສະຫວັດ​ດິການ​ສັງ​ຄົມຂອງປະຊາຊົນເປັນລ້ານຄົນ. ນອກຈາກນັ້ນ, ພາຍຸລົມແດງ ນ້ຳຖ້ວມແຕ່ລະປີກໍ່ກະທົບຢ່າງແຮງເຖິງສະຫວັດ​ດິການ​ສັງ​ຄົມຢູ່ຫຼາຍເຂດ...

ນອກຈາກບັນດາການກະທົບພາວະວິໄສ ຂອງການປ່ຽນແປງດິນຟ້າອາກາດທີ່ມີຕໍ່ສະຫວັດ​ດິການ​ສັງ​ຄົມແລ້ວ ຍັງຕ້ອງຄຳນຶງເຖິງບັນດາການກະທົບອັດຕະວິໄວ ຂອງປະຊາຊົນ ຂອງອົງການຄຸ້ມຄອງລັດ ທີ່ມີຕໍ່ສິ່ງແວດລ້ອມ ຊຶ່ງ​ເປັນ​ໄພ​ອັນຕະລາຍຕໍ່ສະຫວັດ​ດິການ​ສັງ​ຄົມ.

5- ການຄຸ້ມຄອງລັດ ກັບສະຫວັດ​ດິການ​ສັງ​ຄົມ

ກ່ອນໜ້ານີ້ຫຼາຍປີ, ໃນບັນດາມະຕິຂອງພັກ ແລະ ນະໂຍບາຍຂອງລັດຫວຽດນາມ ກ່ຽວກັບສະຫວັດ​ດິການ​ສັງ​ຄົມ ໄດ້ມີຫຼາຍເນື້ອໃນທີ່ຖືກຕ້ອງ ແຕ່ການປະຕິບັດພັດມີປະສິດທິຜົນຕ່ຳ...

ຕາມຜົນການຄົ້ນຄວ້າ, ປັດຈຸບັນ ຫວຽດນາມເປັນປະເທດທີ່ສິ່ງແວດລ້ອມຖືກມົນລະພິດໜັກໜ່ວງກວ່າເພິ່ນ. ຂະ​ບວນວິວັດ​ການຫັນເປັນຕົວເມືອງ ແລະ ເປີດກວ້າງຕົວເມືອງ ເຄີຍປະກົດມີເຂດພົນລະເມືອງທຸກຍາກ, ຂາດ​ເຂີນ​ດ້ານ​ໂຄງ​ສ້າງ​ພື້ນຖານ ແລະ ການບໍລິການທີ່ຈຳເປັນກໍ່ບໍ່ມີ ຊຶ່ງ​ລ້ວນ​ແຕ່​ເປັນ​ຜົນ​ສະທ້ອນ​ເຖິງ​ສະ​ວັດ​ດິການ​ສັງຄົມ.

ສາຍເຫດໜຶ່ງທີ່ສຳຄັນຂອງສະພາບການຄຸ້ມຄອງລັດບໍ່ມີຜົນສັດສິດນັ້ນຄື ຍັງ​ບໍ່​ທັນ​ມີມາດຕະຖານ​ເພື່ອ​ຕີ​ລາຄາ​ພະນັກງານຢ່າງຖືກຕ້ອງ ​ແລະ ຍັງ​ບໍ່​ທັນ​ມີກົນ​ໄກ​ຕິດຕາມ​ກວດກາທີ່​ໂປ່​ງ​ໃສ ​ເປີດ​ເຜີຍຕໍ່​ກັບ​ບັນດາ​ຕະ​ແໜ່​ງລັດຖະການ ​ເພື່ອ​ເສີມຂະຫຍາຍ​ບົດບາດ​ຂອງ​ບັນດາ​ນັກ​ວິດ​ທະຍາ​ສາດ, ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ ​ໃນ​ການ​ເປັນ​ທີ່​ປຶກສາ ຕຳ​ໜິສັງຄົມ ກວດກາ​ພິຈາລະນາ ຕໍ່​ໂຄງການ, ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ລັດ.

​ແຕ່​ສາຍ​ເຫດ​ສຳຄັນ​ກວ່າ​ໝູ່​ແມ່ນ ຄຸນ​ນະພາ​ບຂອງ​ການ​ກໍ່ສ້າງ​ພະນັກງານ ​ແລະ ຄວາມ​ສາມາດ​ນຳ​ໃຊ້​ພະນັກງານ​ຂອງ​ຜູ້​ເປັນຫົວໜ້າ​ຍັງ​ຕ່ຳ.

ບັນດາ​​ເງື່ອນ​ໄຂ ​ແລະ ວິທີ​ແກ້​ທີ່​ຈຳ​ເປັນ

1- ປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້​ກ່ຽວ​ກັບສະຫວັດ​ດິການ​ສັງ​ຄົມ ​ໃນ​ໄລຍະ​ປັດຈຸບັນ

ໄປ​ຄຽງ​ຄູ່​ກັບ​ການ​ຫັນປ່ຽນ​ຕົວ​ແບບ​ພັດທະນາ​ເສດຖະກິດ, ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ​ໃໝ່ຄວາມ​ຮັບ​ຮູ້ ​ແລະ ການ​ເຄື່ອນ​ໄຫວສະຫວັດ​ດິການ​ສັງ​ຄົມ, ຫັນປ່ຽນຈາກ​ທັດສະນະ​ທີ່​ຖື​ວ່າ ສະຫວັດ​ດິການ​ສັງ​ຄົມ​ເປັນ​ວິທີ​ແກ້​ ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຕາມ​ມາ ​ຂອງ​ຂະ​ບວນວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ ຫັນ​​ເປັນ​ຕົວ​ເມືອງ ​ມາສູ່​ທັດສະນະ​ທີ່​ຖື​ວ່າ ສະຫວັດ​ດິການ​ສັງ​ຄົມ​ເປັນ​ກຳລັງ​ຂັບ​ເຄື່ອນ ​ແລະ ຈຸດໝາຍ​ຂອງ​ການ​ພັດທະນາ​ເສດຖະກິດ ສັງຄົ​ມ. ຄວາມ​ຮັບ​ຮູ້​ໃໝ່​ນີ້​ ຕ້ອງ​ໄດ້​ຊາບ​ຊືນຕັ້ງ​ແຕ່​ການ​ເລີ່​ມຕົ້ນກໍ່ສ້າງ​ໂຄງການ ວາງ​ແຜນການ ​ແລະ ຕ້ອງ​ຜ່ານ​ທີ່ປຶກສາ ການຕຳ​ໜິສັງຄົມ ​ກ່ອນ​ເມື່ອຮັບຮອງ​ໂຄງການ ​ແລະ ຕິດຕາມ​ກວດກາ​ວິວັດ​ການ​ປະຕິບັດ ​ແລະ ປະ​ເມີນ​ຄ່າ​ຕີ​ລາຄາ​ໝາກຜົນ. ວຽກ​ງານ​ນີ້​ມັນ​ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ມືລະຫວ່າງ​ອົງການ​ລັດ ວິ​ສາ​ຫະກິດ ກັບ​ບັນດາ​ນັກວິທະຍາສາດ​ສະ​ເພາະ​ຂະ​ແໜງ​ການ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົ​ມ.

2- ກໍ່ສ້າງລະບອບ​ເສດຖະກິດ​ຕະຫຼາດ​ທີ່​ຂະຫຍາຍຕົວ​ຢ່າງ​ຍືນ​ຍົງ

ນີ້​ແມ່ນ​ເງື່ອນ​ໄຂ​ສຳຄັນ​ເພື່ອ​ຮັບປະກັນ​ປະຕິບັດ​ນະ​ໂຍບາຍສະຫວັດ​ດິການ​ສັງ​ຄົມຢ່າງ​ສຳ​ເລັດ​ມີ​ໄຊ. ​ໃນ​ໄລຍະ​ພັດທະນາ​ເສດຖະກິດ​ຕະຫຼາດ, ບັນດາ​ພາກສ່ວນ ບັນດາການຈັດ​ຕັ້ງ​ເສດຖະກິດ ການ​ເມືອງ ສັງຄົມທັງໝົດ ລ້ວນ​ແຕ່​ເຄື່ອນ​ໄຫວຢູ່ໃນລະບອບໜຶ່ງຈຶ່ງຂະຫຍາຍຕົວໄດ້. ຈຸດພິເສດນີ້ ແຕກຕ່າງໂດຍສິ້ນເຊີງດ້ານທາດແທ້ ແລະ ປະສິດທິຜົນ ກັບລະບອບລວມສູນອາດຍາສິດ ບໍລິຫານເກື້ອກູນກ່ອນໜ້ານີ້.

ກໍ່ສ້າງລະບອບເສດຖະກິດຕະຫຼາດຢ່າງຖືກຕ້ອງ ແລະ ປະຕິບັດລະບອບດັງກ່າວໄດ້ເປັນຢ່າງດີ ​ແມ່ນ​ເງື່ອນ​ໄຂ​ຕ້ອງການ ເພື່ອໃຫ້ເສດຖະກິດ ສັງຄົມພັດທະນາຢ່າງຍືນຍົງ, ໃນນັ້ນ ສະຫວັດ​ດິການ​ສັງຄົມ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດໝາຍ​ຕົ້ນຕໍຂອງ​ລະບອບ​ນີ້. ຍິ່ງ​ກວ່າ​ນັ້ນ​ອີກ, ຜ່ານ​ການ​ປະຕິບັດ​ລະບອບ​ເສດຖະກິດ​ຕະຫຼາດ​ທີ່ຂະຫຍາຍຕົວ​ຢ່າງ​ຍືນ​ຍົງ ຈຶ່ງ​ສະ​ແດງ​ໃຫ້​ເຫັນ​ໄດ້​ເຖິງ​ຄວາມ​ຄືບ​ໜ້າດ້ານ​ປະຊາທິປະ​ໄຕ ຍຸດຕິ​ທຳ ​ແລະ ອະລິຍະ​ທຳ.

3- ກໍ່ສ້າງ ​ແລະ ຂະຫຍາຍ​ການ​ເຄື່ອນ​ໄຫວຄາດ​ຄະ​ເນ ​ແມ່ນ​ເງື່ອນ​ໄຂ​ຕັດສິນ​ເບື້ອງ​ຕົ້ນ​ເພື່ອພັດທະນາສະຫວັດ​ດິການ​ສັງ​ຄົມຢ່າງ​ຍືນ​ຍົງ

ປັດຈຸບັນ​ນີ້, ການ​ຜັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງ ​ແລະ ​ໄວວາ​ທາງດ້ານ​ເສດຖະກິດ ​ແລະ ສັງຄົມ ພວມ​ຕັ້ງບັນຫາຄາດ​ຄະ​ເນ​ອອກ​ມາ​ໃຫ້​ແຕ່ລະ​ຂົງ​ເຂດ ​ແລະ ທົ່ວ​ປະ​ເທດ. ວຽກ​ງານ​ຄາດ​ຄະ​ເນ​ແມ່ນ​ວິທະຍາສາດວິຊາ​ໜຶ່ງ, ມັນ​ຕ້ອງການ​ຜູ້​ທີ່​ມີ​ສາຍຕາ​ເບິ່ງ​ກວ້າງ​ມອງ​ໄກ​ ເຫັນ​ໄດ້​ທ່າ​ອຽງ​ປ່ຽນ​ແປງ​ຢູ່​ເບື້ອງ​ຫຼັງການ​ຜັນ​ປ່ຽນ​ສັບສົນຕ່າງໆ ທີ່​​ທວນກັນ​ຂັດ​ກັນ​ໃນ​ປັດຈຸບັນ.

ສະ​ເພາະ​ກ່ຽວ​ກັບ​ບັນ​ຫາ​ສິ່ງ​ແວດ​ລ້ອມ, ຍ້ອນ​ທີ່​ຕັ້ງ​ພູມ​ສາດ, ສິ່ງທ້າ​ທາຍ​ນີ້ສຳລັບ​ຫວຽດນາມ ຍັງ​ຈະ​ໜັກໜ່ວງ​ກວ່າ​ອິກ, ​ເປັນ​ຕົ້ນ​ແມ່ນ​ສະຫວັດ​ດິການ​ສັງ​ຄົມ. ບັນດາ​ການ​ຄົ້ນຄວ້າ​ຄາດ​ຄະ​ເນ​ຕ່າງໆ ​ໄດ້ໃຫ້​ຮູ້​ວ່າ ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ​ຈະ​ປະ​ເຊີນ​ໜ້າ​ຕໍ່ພາ​ຍຸ​ລົມ​ແດງ​ຫຼາຍ ​ແລະ ນ້ຳ​ທະ​ເລ​ຍຶ່ງຂຶ້ນ​ເຮັດ​ໃຫ້​ນ້ຳ​ໃນ​ແຜ່ນດິນ​ໄຫຼ​ຊ້າ ນ້ຳ​ອັ່ງ​ນ້ຳ​ຖ້ວມ​ຢູ່​ຫຼາຍ​ແຫ່ງ, ​ແລະ ນ້ຳ​ເຄັນ ກໍ່ຈະ​ຊືມ​ເຂົ້າ​ດິນ​ນາ​ໃນ​ເນື້ອ​ທີ່​ກວ້າງ ​ແລະ ຍາວ​ນາມ. ນັ້ນ​ແມ່ນ​ບັນດາ​ສິ່ງ​ທ້າ​ທາຍ​ສະ​ເພາະ​ໜ້າ​ຕໍ່ສະຫວັດ​ດິການ​ສັງ​ຄົມ.

4- ບັນຫາ​ພະນັກງານ - ຂອດ​ຫຼັກ​ແຫຼ່ງ​ແກ່ນສານ​ໃນທຸກ​ການ​ເຄື່ອນ​ໄຫວ

ຈາກ​ຄວາມ​ຫຍໍ້​ທໍ້​ຕ່າງໆ ​ໃນ​ການ​ປະຕິບັດ​ນະ​ໂຍບາຍສະຫວັດ​ດິການ​ສັງ​ຄົມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ໃຫ້​ເຫັນ​ວ່າ​ບັນຫາ​ພະນັກງານ, ​ໂດຍ​ກົງ​ແມ່ນ​ພະນັກງານ ຂັ້ນ​ຮາກ​ຖານ ມີຜົນ​ສະທ້ອນ​ໂດຍ​ກົງ​ເຖິງສະຫວັດ​ດິການ​ສັງ​ຄົມ. ຄວາມ​ຫຍໍ້​ທໍ້​ຂອງ​ພະນັກງານ​ໄດ້​ກໍ່​ໃຫ້​​ເກີດບັນດາ​ບັນຫາ​ຄັບຂັນ ດ້ານສະຫວັດ​ດິການ​ສັງ​ຄົມ ທີ່​​ເປັນ​ອັນ​ຕະລາຍບໍ່​ຫລຸດ​ລື່ນ​ໄພພິບັດ​ທຳ​ມະ​ຊາດ...

ສັງ​ເກດ​ສະພາບ​ການສະຫວັດ​ດິການ​ສັງ​ຄົມປັດຈຸບັນ ອາດ​ຈະ​ເຫັນ​ໄດ້​ວ່າ ບັນຫາ​ຄຸນ​ນະພາ​ບຂອງ ການກໍ່ສ້າງ​ກົດໝາຍ ​ແລະ ປະຕິບັດ​ກົດໝາຍ ແມ່ນສາຍ​ເຫດ​ໂດຍ​ກົງ​ຂອງ​ບັນດາ​ເຫດການ​ທີ່​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່ສະຫວັດ​ດິການ​ສັງ​ຄົມ... ຕາມ​ຄວາມ​ເຫັນ​ຂອງ​ນັກ​ກົດໝາຍ​ຫຼາຍ​ທ່ານ, ສະພາບ​ການ​ດັງ​ກ່າວ​ແມ່ນ​ຍ້ອນ​ຂາດຄວາມ​ສາມາດ​ໃນ​ການ​ຮຽບຮຽງ​ເອກະສານ ​ແລະ ຕົກລົງ​ຮັບຮອງ​ເອກະສານ, ​ແລະ ຍັງ​ແມ່ນ​ຍ້ອນ ຈຸດປະສົງ​ເອກະ​ສາມ ພຽງ​ແຕ່​ແນ​ໃສ່ອຳນວຍ​ໃຫ້​ແກ່​ການ​ຄຸ້ມ​ຄອງ, ຫາກ​ຍັງ​ບໍ່​ທັນ​ຄິດ​ເຖິງ​ການ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ເປັນ​ຈຸດໝາຍ, ຍັງ​ບໍ່​ທັນ​ຄິດ​ເຖິງ​ບັນຫາສະຫວັດ​ດິການ​ສັງ​ຄົມ.

​ໃນ​ບັນຫາ​ພະນັກງານ, ບໍ່​ພຽງ​ແຕ່​ໃຫ້​ຄວາມ​ສຳຄັນ​ຕໍ່​ຄຸນ​ນະພາ​ບຂອງ​ການ​ກໍ່ສ້າງ ຄຸນ​ນະພາ​ບການ​ນຳ​ໃຊ້ ຄຸນ​ນະພາ​ບການ​ຕິດຕາມ​ກວດກາພະນັກງານ​ເທົ່າ​ນັ້ນ, ຫາກ​ຂອດ​ຈຸດ​ໜັກ​ໃຈກາງ​ປັດຈຸບັນ​ນີ້​ແມ່ນ ຈັດ​ວາງ​ສັບຊ້ອນ ຫົວໜ້າ ຢູ່​ໃນ​ແຕ່ລະ​ຂັ້ນ, ​ແຕ່​ລະ​ອົງການ​ຈັດ​ຕັ້ງ ​ໃຫ້​ທຽບ​ເທົ່າ​ກັບ​ລະດັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ ຂອງ​ພຶດຕິ​ກຳ​ແຫ່ງ​ການພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ, ພ້ອມ​ກັນ​ນັ້ນ ກົນ​ໄກ​ກວດກາ ກວດກາ​ນ ຕີ​ລາຄາ​ຕາມ​ກຳນົດ​ເວລາຕໍ່​ກັບ​ພະນັກງານ, ​ເປັນ​ຕົ້ນ​ແມ່ນ​ຕໍ່​ຜູ້​ທີ່​ເປັນ​ຫົວໜ້າ ​ເພື່ອ​ມີ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ທັນ​ການ, ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະ​ເທດ​ຈະ​ເລີ​ນພັດທະນາ./.