ວ.ກ.ອອນ​ໄລ - ຄວາມ​ເປັນ​ຈິງ​ແຫ່ງ​ປະຫວັດສາດ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ມື້​ເປັນ​ຮູບ​ເປັນ​ຮ່າງ ຂະຫຍາຍຕົວ ​ແລະ ​​ກໍ່​ຕັ້ງ​ຂຶ້ນ ​ໃນ​ທ້າຍ​ສະຕະວັດ​ທີ XIX, ທິດ​ສະ​ດີ​ມາກ-ເລ​ນິນ ​ແລະ ບັນດາມູນ​ຫຼັກ ກົດ​ເກນ​ເສດຖະກິດ-ສັງຄົມ ຊຶ່ງ​ທິດ​ສະ​ດີ​ດັ່ງກ່າວ​ຄົ້ນ​ເຜີຍ​ອອກ​ມາ​ນັ້ນ ນັບ​ມື້​ນັບ​ໄດ້​ຮັບ​ການ​ພິສູດຢັ້ງຢືນ​ ດ້ວຍ​ພຶດຕິ​ກຳ​ແຫ່ງ​ຊີ​ວິດ, ​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ກວ້າງຂວາງ ​ແລະ ກາຍ​ເປັນ​ຮາກ​ຖານ​ແນວ​ຄິດ ​ເປັນ​ເຂັມທິດ​ຊີ້​ທາງ ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ​ ຂອງ​ຊົນ​ຊັ້ນ​ກຳມະກອນ, ​ເປັນ​ອາວຸດ​ທິດ​ສະ​ດີ​ອັນ​ແຫຼມຄົມ ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ​ແລະ ຂອງ​ບັນດາ​ພັກ​ການ​ເມືອງ​ຜູ້ນຳ​ໜ້າ ທີ່​ແທ້​ຈິງ​ ຂອງ​ຊົນ​ຊັ້ນ​ດັ່ງກ່າວຢູ່​ໃນ​ໂລກ ຊຶ່ງ​​ໃນ​ນັ້ນ​ມີ​ຫວຽດນາມ.

ຮສ.ດຣ ຫວູວັນຝຸກ, ບັນນາທິການໃຫຍ່ ວາລະສານກອມມູນິດ (ພາບ: TTXVN)

ໃນ​ຕະຫຼອດ​ສະຕະວັດ​ທີ່​ຜ່ານ​ມາ, ​ເປັນ​ຕົ້ນ​ແມ່ນ​ໃນ​ສອງ​ສາມ​ທົດ​ສະ​ວັດ​ທ້າຍ​ສະຕະວັດ​ທີ XX, ພິ​ເສດ​ແມ່ນ​ພາຍຫຼັງ​ທີ່​ລັດທິ​ສັງຄົມ​ນິຍົມ​ເປັນ​ຈິງ ຢູ່​ສະຫະພາບ​ໂຊ​ວຽດ​ແລະ​ຢູ່​ບັນດາ​ປະ​ເທດ​ເອີຣົບຕາເວັນ​ອອກ ຖືກ​ພັງ​ທະລາຍລົງ, ລັດ​ທິມາກ - ​ເລ​ນິນ​ໄດ້​ຖືກ​ບິດ​ເບືອນ ​ເສກ​ສັນ​ປັ້ນ​ແຕ່ງ​ຢ່າງ​ສວຍ​ໂອກາດ ຫຼືຄຳ​ພີ​ຊີ​ຊົງ​ທຸກ​ຊະນິດ. ນັບ​ແຕ່​ຕົ້ນ​ສະຕະວັດທີ XXI ມາ​ເຖິງ​ປັດຈຸບັນ, ກົນອຸບາຍບິດ​ເບືອນ ​ເສກ​ສັນ​ປັ້ນ​ແຕ່ງ​ລັດ​ທິມາກ - ​ເລ​ນິນ​ ຊ້ຳພັດ​ເພີ່ມ​ທະວີ​ຂຶ້ນທາງດ້ານຂະໜາດ ກໍ່​ຄືຮູບ​ການ, ມີ​ລັກສະນະ​ອັນຕະລາຍ ​ແລະ​ໂຫດ​ຫ້ຽມ​ເລິກ​ແລບ​ກວ່າ​ເກົ່າ. ບັນດາ​ອິດ​ທິກຳລັງສັດຕູ​ມີ​ກົນອຸບາຍ​ບຸກ​ໂຈມ​ຕີ​ໂດຍ​ກົງ​ໃສ່ ທິດ​ສະ​ດີ​ວິທະຍາສາດ ​ແລະ​ປະຕິວັດ​ດັ່ງກ່າວ​ນັ້ນ ​ເພື່ອ​ແນ​ໃສ່​ຍຸບ​ຍອບ​ອິດ​ທິພົນ, ນັບ​ທັງ​ປ້າຍ​ສີ​ຊີວິດ​ສ່ວນ​ຕົວ ​ແລະ​ພາລະກິດ​ປະຕິວັດ​ຂອງ​ ກ.ມາກ, ຟ.ອັງ​ແກນ ​ແລະ ວ.ອີ.ເລ​ນິນ; ພວກ​ເຂົາ​ພະຍາຍາມ​ປະຕິບັດ​ກົນອຸບາຍປະຕິ​ເສດ ລົບ​ລ້າງລັດ​ທິມາກ - ​ເລ​ນິນ​ ທັງ​ໝັດ​ໃນ​ໂລກ, ຜິປອງ​ທຳລາຍ ມ້າງ​ເພຮາກ​ຖານ​ແນວ​ຄິດ​ການ​ເມືອງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ອາດ​ຈະ​ເຫັນ​ໄດ້​ຢ່າງ​ງ່າຍດາຍ​ວ່າ ພວກ​ເຂົາ​ກຳລັງ​ພະຍາຍາມ​ໂຄສະນາ ຕີ​ຄ້ອງ​ຮ້ອງ​ປ່າວ​ໃຫ້​ແກ່​ທັດສະນະ​ທີ່​ວ່າ: “ທິດ​ສະ​ດີ​ມາກ​ແມ່ນຜະລິດ​ຕະພັນ​ຂ​ອງສະຕະວັດ​ທີ XIX, ດັ່ງ​ນັ້ນ​ເມື່ອ​ເອົາ​ມາ​ຕັ້ງ​ໄວ້​ໃນ​ສະພາບ​ແວດ​ລ້ອມ​ຂອງ​ສະຕະວັດ​ທີ XXI ຖ້າ​ຫາກ​ມັນ​ບໍ່​ຫຼ້າ​ຫຼັງ ມັນ​ກໍ່​ບໍ່​ອາດ​​ເປັນ​ວິທະຍາສາດ​ໄດ້”(!); “ລັດ​ທິມາກ - ​ເລ​ນິນ​​ເປັນ​ສິ່ງ​ທີ່​ມາ​ຈາກ​ພາຍ​ນອກ, ​ເລີ່​ມຈາກ​ໂລກ​ຕາ​ເວັນ​ຕົກ ດັ່ງ​ນັ້ນ​ຈຶ່ງ​ບໍ່​ສອດຄ່ອງ​ກັບ​ຫວຽດນາມ”, ໆ​ລໆ.. (!).

​ແຕ່, ຄວາມ​ຈິງ​ແມ່ນ​ຄື​ກັບ​ສິ່ງທີ່​ບັນດາ​ອິດທິກຳລັງ​ສັດຕູ​ຂອງລັດ​ທິມາກ - ​ເລ​ນິນ​ ໄດ້​ໂຄສະນາ ຫຼື​ແນວ​ໃດ?

ກ.ມາກ, ຟ.ອັງ​ແກນ, ວ.ອີ.ເລ​ນິນ ​ແມ່ນ​ບັນດາ​ນັກວິທະຍາສາດ - ນັກ​ປະຕິວັດ. ອຸດົມ​ຄະຕິ​ຂອງ​ພວກ​ເພີ່ນ ແມ່ນ​ຄວາມ​ມຸ່ງ​ມາດ​ປາຖະໜາ ​ຂອງ​ມະນຸດຊາດ​ຜູ້​ກ້າວໜ້າ ນັ້ນ​ຄື: ມະ​ນຸດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ​ໃຫ້​ພົ້ນ​ອອກ​ຈາກ​ການ​ກົດ​ຂີ່​ຂູດ​ຮີດ​ທຸກ​ຢ່າງ, ​ໄດ້​ກິນອິ່ມນຸ່ງ​ອຸ່ນສຸກ​ກາຍ​ສະ​ບາຍ​ໃຈ ມີ​ເສລີພາບ ​ແລະ​ຜາ​ສຸກ. ຂໍ​ຖາມ​, ​ແມ່ນ​ບໍ່​ວ່າ ສິ່ງ​ສັກສິດ​ຄື​ແນວ​ນັ້ນ​ມີ​ພຽງ​ໂລກ​ຕາ​ເວັນ​ຕົກ​ຕ້ອງການ​ແຕ່​ຜູ້​ດຽວ ​ແລະ ອຸດົມ​ຄະຕິ​ຂອງ​ພວກ​ເພີ່ນ​ພຽງ​ແຕ່​ສອດຄ່ອງ​ກັບ​ໂລກ​ຕາ​ເວັນ​ຕົກ​ເທົ່າ​ນັ້ນ ຫຼື​ແນວ​ໃດ ຊຶ່ງລັດທິ​ທຶນ​ນິຍົມ ​ພວມ​ຢຽບ​ຢ່ຳ​ຍ່ຳ​ຍີ່​ຢ່າງ​ເລິກ​ແລບ​ແນບ​ນຽນ ​ໃສ່ຊາຕາກຳ​ຂອງ​ແຕ່ລະຄົນ ກໍ່​ຄື​ຂອງ​ບັນດາ​ຊົນ​ຊາດ? ທິດ​ສະ​ດີ​ທີ່​ພວກ​ເພີ່ນ​ກໍ່​ຕັ້ງ​ຂຶ້ນ ​ແລະ​ພະຍາຍາມ​ປົກ​ປັກ​ຮັກສາ​ຢ່າງ​ບໍ່​ອິດ​ເໝື່ອຍນັ້ນ ​ແມ່ນ​ເພື່ອ​ແນ​ໃສ່​ຫັນ​ອຸດົມ​ຄະຕິ​ດັ່ງກ່າວ​ໃຫ້​ເປັນ​ຄວາມ​ຈິງ, ບົນ​ພື້ນຖານ​ປະຫວັດສາດ​ຕົວ​ຈິງ, ຢ່າງ​ພາວະ​ວິ​ໄສ​ຕາມ​ໂລ​ຊິກ​ແຫ່ງ​ການ​ພັດທະນາ​ຈຳ​ເປັນ​ແນ່ນອນ​ຂອງ​ມະ​ຂຸດ​ຊາດ, ດ້ວຍ​ວິທີ “ຜ່າຕັດ” ​ແລະ​ຫັນປ່ຽນ​ປະຕິວັດ​ຕໍ່​ກັບ​ສັງຄົມ​​ໃນສະ​ໄໝ​ນັ້ນໆ. ​ເວົ້າ​ຢ່າງ​ອື່ນ, ທິດ​ສະ​ດີ​ຂອງ​ພວກ​ເພີ່ນ​ພຽງ​ແຕ່​ຊ່ວຍ​ໃຫ້​ມະ​ຂຸດ​ຊາດຄັດ​ເລືອກ​ເອົາ​ສິ່ງທີ່​ຄວນ ​ແລະ ຕ້ອງ​ໄປ​ຕາມ​ເສັ້ນທາງ​ ພາ​ໄປ​ເຖິງສັງຄົມ​ທີ່​ບໍ່​ມີ​ຄົນ​ຂູດ​ຮີດ​ຄົນ, ດ້ວຍ​ບັນດາກຳລັງ ຕັດສິນ​ເບື້ອງ​ຕົ້ນ ບັນດາ​ເງື່ອນ​ໄຂ ທີ່​ມີ​ລັກສະນະ​ຕ້ອງການ ​ແລະ​ພຽງພໍ, ​ເມື່ອຢືນ​ຢູ່ສາມ​ແຍກ​ປະຫວັດສາດ​ແຫ່ງ​ການຄັດ​ເລື​ອກ ​ແລະ​ຕ້ອງ​ຕັດສິນຕົກລົງ. ຂໍ​ຖາມ, ​ໂລກ​ຕາ​ເວັນ​ອອກ ​ຊຶ່ງ​ເປັນ​ບ່ອນ​ທີ່​ລັດທິ​ລ່າ​ເມືອງ​ຂຶ້ນພວມ​ກົດ​ຂີ່​ຂົ່ມເຫັງ ​ບັນດາ​ປະຊາ​ຊາດນັ້ນ ຈະ​ຕ້ອງການ​ສິ່ງ​ດັ່ງກ່າວ​ຫຼື​ບໍ່? ຫຼື​ວ່າ ມີ​ພຽງ​ໂລກ​ຕາ​ເວັນ​ຕົກ ຊຶ່ງ​ເປັນ​ບ່ອນ​ທີ່​ປະຊາຊົນ​ຜູ້​ອອກ​ແຮງ​ງານ​ ໃນ​ບັນດາ​ປະ​ເທດ​ທຶນ​ນິຍົມ ​ກຳລັງ​ຖືກ​ຊົນ​ຊັ້ນ​ນາຍທຶນ ກົດ​ຂີ່​ຂູດ​ຮີດ, ຈຶ່ງ​ຕ້ອງການ​ສິ່ງ​ດັ່ງກ່າວ​ນັ້ນ?

ຄວາມ​ຕ້ອງການ, ຄວາມ​ສອດຄ່ອງ, ບົດບາດ​ເປັນ​ຮາກ​ຖານ, ພື້ນຖານ​​ແນວ​ຄິດ​ທິດ​ສະ​ດີ, ​ເປັນ​ເຂັມທິດ​ຊີ້​ທາງ​​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ ຂອງລັດ​ທິມາກ - ​ເລ​ນິນ​ ຕໍ່​ກັບ​ປະຫວັດສາດ​ແຫ່ງ​ການ​ຂະຫຍາຍຕົວ​ຂອງ​ການ​ປະຕິວັດ​ໂລກ ​ແລະ ຫວຽດນາມ​ນັ້ນ ອາດ​ຈະ​ສັງ​ລວມຢູ່​ໃນ​ບາງ​ຈຸດ​ຕົ້ນຕໍ​ລຸ່ມ​ນີ້ :

1- ການ​ເຄື່ອນ​ເໜັງ, ການ​ຂະຫຍາຍຕົວ​ແຕ່​ຍຸກ​ບູຮານ​ມາ​ເຖິງ​ປັດຈຸບັນ​ຂອງ​ມະນຸດຊາດ ​ແລະ​ຂອງ​ປະຫວັດສາດ​ແຫ່ງ​ຊາດ​ຫວຽດນາມ ​ເປັນ​ຫຼັກ​ຖານ​ພະຍານ​ອັນ​ຈະ​ແຈ້ງ​ ທີ່ຢືນ​ຢັນ​ວ່າ, ທິດ​ສະ​ດີ​ຮູບ​ຖານ​ເສດຖະກິດ-ສັງຄົມ​ຂອງລັດ​ທິມາກ - ​ເລ​ນິນ ​ແມ່ນ​ວິທະຍາສາດ ຖືກຕ້ອງ ​ແລະ​ສ່ອງ​ແສງ​ຢ່າງ​ຊັດ​ເຈນ​ເຖິງ​ປະຫວັດສາດ​ແຫ່ງ​ການ​ເຄື່ອນ​ເໜັງ ຂະຫຍາຍຕົວ​ຈະ​ເລີ​ນກ້າວໜ້າ ​ຂອງ​ມະນຸດຊາດ​ທັງ​ໝົດ, ​ໃນ​ນັ້ນ​ມີ​ຊາດ​ຫວຽດນາມ.

ທຸກ​ຄົນ​ລ້ວນ​ແຕ່​ຮູ້​ແລ້ວ​ວ່າ, ທິດ​ສະ​ດີ​ຮູບ​ຖານ​ເສດຖະກິດ-ສັງຄົມ ​ແມ່ນ​ພື້ນຖານ​ທິດ​ສະ​ດີ ​ແລະ​ວິທີ​ວິທະຍາ​ຂອງລັດ​ທິມາກ - ​ເລ​ນິນ​ ທີ່​​ໃຊ້​ເພື່ອ​ເຂົ້າ​ເຖິງ​ການ​ຄົ້ນຄວ້າ, ອະທິ​ບາຍ, ຄາດ​ຄະ​ເນ​ການ​ຂະຫຍາຍຕົວ​ທີ່​ມີ​ລັກສະນະ​ປະຫວັດສາດ - ທຳ​ມະ​ຊາດ ຂອງ​ສັງຄົມ​ມະນຸດ​ເວົ້າ​ລວມ, ຂອງ​ແຕ່​ລະ​ຊາດ​ເວົ້າ​ໂດຍ​ສະ​ເພາະ, ​ໃນ​ນັ້ນ​ມີ​ການ​ຂະຫຍາຍຕົວ​ຂອງ​ປະຫວັດ​ສາດ​ຫວຽດນາມ. ທິດ​ສະ​ດີ​ດັ່ງກ່າວ​ໄດ້​ຊີ້​ແຈ້ງ:

- ປະຫວັດສາດ​ການ​ຂະຫຍາຍຕົວ​ຂອງ​ມະນຸດຊາດ ​ແມ່ນ​ປະຫວັດສາດ​ແຫ່ງ​ການ​ຂະຫຍາຍຕົວ ​ແລະ ປ່ຽນ​ແທນ​ຊຶ່ງ​ກັນ​ແລະ​ກັນ ​ລະຫວ່າງ​ບັນດາ​ຮູບ​ຖານ​ເສດຖະກິດ-ສັງຄົມ, ​ໃນ​ນັ້ນ ມີ​ການ​ຂະຫຍາຍຕົວ​ຂອງ​ບັນດາ​ການ​ພົວພັນ​ການ​ຜະລິດ ຕາມ​ທິດ​ກ້າວໜ້າ ທີ່​ເປັນ​ພື້ນຖານໂຄງ​ລ່າງ ຊຶ່ງ​ຢູ່​ເທິງ​ນັ້ນ ​ໂຄງ​ບົນ​ທີ່​ສອດຄ່ອງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ.

- ປະຫວັດສາດ​ສັງຄົມມະ​ນຸດ​ໄດ້ ​ແລະ ພວມ​ຜ່ານ 5 ຮູບ​ຖານ​ເສດຖະກິດ-ສັງຄົມ. ນັ້ນ​ແມ່ນ​ກົດ​ເກນ​ລວມ​ແຫ່ງການ​ຂະຫຍາຍຕົວ​ ຂອງ​ສັງຄົມ​ມະນຸດ; ສ່ວນສຳລັບ​ແຕ່ລະ​ປະຊາ​ຊາດ ​ແມ່ນ​ອາດ​ຈະ​ປະ​ຂ້າມ​ຮູບ​ຖານ​ໃດ​ໜຶ່ງ ​ໂດ​ຍ​ແລ້ວ​ແຕ່​ເງື່ອນ​ໄຂ​ປະຫວັດສາ​ດຂອງ​ຍຸກ​ສະ​ໄໝ ​ແລະ ຂອງ​ຊາດ. ຫວຽດນາມ​ປະ​ຂ້າມ​ການ​ຂະຫຍາຍຕົວ​ຂອງ​ຮູບ​ຖານ​ເສດຖະກິດ-ສັງຄົມ ກຳມະ​ສິດ​ຂ້າ​ທາດ ​ແລະ ຮູບ​ຖານ​ເສດຖະກິດ-ສັງ​ຄົມ​ທຶນ​ນິຍົມ ນັ້ນ​ແມ່ນ​ຄວາມ​ຈິງ​ປະຫວັດສາດ​ພາວະ​ວິ​ໄສ ທີ່​ບໍ່​ອາດ​ຈະ​ປະຕິ​ເສດ​ໄດ້.

​ເປັນ​ອັນວ່າ, ບັນດາ​ຜູ້​ກໍ່​ຕັ້ງລັດ​ທິມາກ - ​ເລ​ນິນ​ ບໍ່​ພຽງ​ແຕ່ “ຜ່າຕັດ” ບັນດາ​ຮູບ​ຖານ​ເສດຖະກິດ-ສັງຄົມ​​ແບບງ່າຍດາຍ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ວິ​ໄຈໄຈ້​ແຍກ​ໃຫ້​ເຫັນ​ແຈ້ງ​ທາດ​ແທ້ ​ແລະ ບັນດາ​ຄວາມ​ຂັດ​ແຍ່ງ​ພື້ນຖານ​ ຢູ່​ໃນ​ແຕ່ລະ​ຮູບ​ຖານ​​ເສດຖະກິດ-ສັງຄົມ ​ແລະ ສຸດ​ທ້າຍ ກໍ່​ໄດ້​ຄາດ​ຄະ​ເນ​ການ​ປ່ຽນ​ແທນ​ລະຫວ່າງ​ບັນດາ​ຮູ​ບຖານ​ເສດຖະກິດ-ສັງຄົມ ຈາກ​ຕ່ຳ​ຂຶ້ນ​ສູ່​ສູງ​ຕາມ​ລຳດັບ ຫຼື​ຕາມ​ແບບ​ກ້າວ​ກະ​ໂດດ​ຢ່າງ​ສັດຈະ​ວິພາກ, ຕາມ​ກົດ​ເກນ. ຢ່າງ​ເປັນ​ແບບ​ປະຫວັດສາດ - ທຳ​ມະ​ຊາດ, ຊຶ່ງ​ຄື​ກັນ​ກັບ​ການ​ກ້າວ​​ແຕ່​ລະບອບກອມ​ມູນິດ​ປະຖົມ​ບູຮານ ມະນຸດຊາດ​ໄດ້​ຂຶ້ນ​ສູ່​ລະບອບ​ກຳມະສິດ​ຂ້າ​ທາດ ​ແລ້ວ​ຂຶ້ນ​ລະບອບ​ສັກດິນາ ​ແລະຂຶ້ນ​ສູ່​ລະບອບ​ທຶນ​ນິຍົມ, ດັ່ນນັ້ນ ຫຼັງ​ຈາກ​ຮູບ​ຖານ​ເສດຖະກິດ-ສັງຄົມທຶນ​ນິຍົມ ຕ້ອງ​ແມ່ນ​ຮູບ​ຖານ​ເສດຖະກິດ-ສັງຄົມ​ທີ່​ກ້າວໜ້າ​ກວ່າ, ນັ້ນ​ແມ່ນ​ສັງຄົມ​ກອມ​ມູນິດ​ນິຍົມ. ນັ້ນ​ແມ່ນ​ຄວາມ​ຈຳ​ເປັນ​ປະຫວັດສາດ​ທີ່​ຖືກກັບ​ກົດ​ເກນ ຊຶ່ງ​ວິທະຍາສາດ​ມາກ​ຊິດ​ໄດ້​ຊີ້​ອອກ.

ຍ້ອນລັດ​ທິມາກ - ​ເລ​ນິນ​ ​ແມ່ນ​ວິທະຍາສາດ ​ແລະ ປະຕິວັດ​ຢ່າງ​ເຖິງ​ຖອງ ດັ່ງ​ນັ້ນ ມັນ​ຈຶ່ງ​ແກ້​ໄຂຄວາມ​ຕຶກ​ຕອງ ຄວາມ​ຕ້ອງການ​ເພື່ອ​ກ້າວໜ້າ​ທຸກ​ຢ່າງ ​ຂອງ​ມະນຸດຊາດ​ຜູ້​ອອກ​ແຮງ​ງານ, ​ເຖິງ​ວ່າ​ຈະ​ຢູ່​ໂລກ​ຕາ​ເວັນ​ອອກ ຫຼື​ຢູ່​ໂລກ​ຕາ​ເວັນ​ຕົກກໍ່ຕາມ, ຄື​ທີ່ກະ​ໂຕມັນສ່ອງ​ແສງ​​ແຈ້ງ​ສະຫວ່າງ. ຄວາມ​ຈິງ​ແຫ່ງ​ປະຫວັດສາດ​​ໃຫ້​ເຫັນ​ວ່າ, ນັບ​ແຕ່​ເມື່ອ​ລັດທິ​ມາກ​ເປັນ​ຮູບ​ເປັນ​ຮ່າງ ​ແລະຂະຫຍາຍຕົວ​ ໃນ​ລະຫວ່າງ​ກາງ​ສະຕະວັດ​ທີ XIX, ລະບົບ​ບັນດາ​ແນວ​ຄິດ ທັດສະນະ ​ແລະບັນດາ​ມູນ​ຫຼັກ ກົກ​ເກນ​ເສດຖະກິດ-ສັງຄົມ ຊຶ່ງ​ລະບົບ​ວິທະຍາສາດ​ນັ້ນ​ຄົ້ນ​ເຜີຍ​ອອກ​ມາ ກໍ່​ນັບ​ມື້​ນັບ​ໄດ້​ຮັບ​ກາ​ນພິສູດ​ຢັ້ງຢືນ​ດ້ວຍ​ພຶດຕິ​ກຳ​ແຫ່ງ​ຊີວິດ​ການ​ເປັນ​ຢູ່, ​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ກວ້າງຂວາງ ​ແລະກາຍ​ເປັນ​ຮາກ​ຖານ​ແນວ​ຄິດ ​ເປັນ​ເຂັມທິດ​ຊີ້​ທາງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ ຂອງ​ຊົນ​ຊັ້ນ​ກຳມະກອນ​ທົ່ວ​ໂລກ, ​ເປັນ​ອາວຸດ​ທິດ​ສະ​ດີ​ອັນ​ແຫຼມ​ຄົມ​ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ​ໃນ​ທະວີບ​ຕ່າງໆ ​ແລະ​ຂອງ​ບັນດາ​ພັກທີ່​ນຳ​ໜ້າ ​ແທ້​ຈິງ​ຂອງ​ຊົນ​ຊັ້ນ​ດັ່ງກ່າວ​ນັ້ນ, ​ໂດຍ​ບໍ່​ວ່າ​ຈະ​ຢູ່​ຫວຽດນາມ ຫຼື​ປະ​ເທດ​ອື່ນ​ໃດ, ຊາດ​ອື່ນ​ໃດ ຫຼື​ທະວີບ​ໃດ.

​ໃຜໆ​ກໍ່​ອາດ​ຈະ​ເຫັນ​ວ່າ, ນັບ​ແຕ່​ເມື່ອ​ຫາ​ກໍ່​ເປັນ​ພຽງ “​ເງົາ​ຜີ” ຢູ່​ທະວີບ​ເອີຣົບ ລັດທິ​ກອມ​ມູນິດ​ວິທະຍາສາດ​ກໍ່​ໄດ້​ຮັບ​ການ​ທົດ​ລອງ​ໃນ​ພາກ​ປະຕິບັດ​ ດ້ວຍການ​ປະຕິວັດ​ກຳມາ​ຊີບ, ຊຶ່ງ​ໄດ້​ລະ​ເບີດ​ຂຶ້ນ ​ແລະສຳ​ເລັດ​ຜົນ, ອຳນາດ​ການ​ປົກຄອງ​ຂອງ​ກຳມະກອນ​ຊາວນາ ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ພາກ​ຕົວ​ຈິງ, ລັດ​ທິສັງຄົມ​ນິຍົມ​ຕົວຈິງ​ໄດ້​ຄົງ​ຕົວ​ຢູ່​ໃນ​ຖານະ​ນາມ​ເປັນ​ລະບົບ​ໜຶ່ງ​ ທີ່​ມີ​ລັກສະນະ​ດີ​ເດັ່ນທຸກ​ຢ່າງ ​ແລະ​ກຳລັງ​ຊີວິດ​ອັນ​ແຮງ​ກ້າ​ຂອງ​ມັນ ຢູ່​ໃນ​ໂລກ. ມັນ​ແມ່ນ​ວິນ​ຍານ​ຂອງ​ບັນດາ​ຂະ​ບວນການ​ກ້າ​ວໜ້າ, ຊ່ວຍ​ໃຫ້​ບັນດາ​ປະຊາ​ຊາດ​ທັບ​ມ້າງ​ລັດທິ​ຟາດ​ຊິດ, ປົດ​ປ່ອຍ​ຕົນ​ເອງ​​ອອກຈາກ​ແອກ​ຄອບ​ຄອງ​ ຂອງ​ລັດ​ທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ​ແລະ​ໃໝ່, ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ ສິດທິ​ພົນລະ​ເມືອງ ​ແລະ​ເສລີພາບ​ມາ​ໃຫ້​ມະນຸດຊາດ​ຜູ້​ອອກ​ແຮງ​ງານ​ທັງ​ໝົດ ​ໂດຍ​ບໍ່​ແມ່ນ​ໃຫ້​ພຽງ​ແຕ່​ພາກ​ຟ້າ​ໃດ​ໜຶ່ງ​ເທົ່າ​ນັ້ນ.

ກ.ມາກ ​ເປັນ​ນັກວິທະຍາສາດ​ທີ່​ປີ​ຊາ​ສາມາດ ​ແລະ​ເປັນ​ນັກ​ປະຕິວັດ​ທີ່​ເຖິງ​ຖອງ​ທີ່​ສຸດ ​ເພີ່ນ​ໄດ້​ເຜີຍ​ແບ​ຢ່າງ​ຊັດ​ເຈນ​ທາດ​ແທ້​ຂູດ​ຮີດ ຂອງ​ລະບອບ​ທຶນນິຍົມ ຄື​ຂູດ​ຮີດ​ຄຸນຄ່າ​ສ່ວນ​ເກີນ ຊຶ່ງ​ເປັນ​ຕົວ​ການ​ທີ່​ໄດ້​ຄຸມ​ຂັງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ຢູ່​ໃນ​ປະ​ເທດ​ມັນ​ເອງ ຫຼື​ຢູ່​ປະ​ເທດ​ເມືອງ​ຂຶ້ນ​ ຂອງຊົນ​ຊັ້ນ​ນາຍທຶນ, ຜູ້​ທີ່​ໄດ້​ຢຽບ​ຢ່ຳ​ຍ່ຳ​ຍີ່​ໃສ່​ເອກະລາດ ອິດສາ​ລະ​ພາບ ​ຂອງ​ບັນດາ​ປະຊາ​ຊາດ​ໃນ​ໂລກ. ທາດ​ແທ້​ຂູດ​ຮີດ​ຂອງ​ລັດທິ​ທຶນ​ນິຍົມ​ບໍ່​ມີ​ການ​ປ່ຽນ​ແປງ, ທາດ​ແທ້​ປະຕິ​ການ​ຮອບດ້ານ​ຂອງ​ພື້ນຖານ​ການ​ເມືອງ​ນາຍທຶນປັດ​ຈຸ​ບັນ​ຍັງ​ຄົງ​ຕົວ​ຢູ່, ທາດ​ແທ້​ຂັດ​ແຍ່ງ ວິ​ກິດ​ການ ​ແລະ​ ທ່າ​ອຽງ​ຫາ​ຍະ​ນະ​ອັນ​ຈຳ​ເປັນ​ແນ່ນອນ ​ຂອງລັດ​ທິ​ທຶນ​ນິຍົມ​ ຍັງ​ຄົງ​ເປັນ​ບັນຫາ​ສົດ​ໆ​ຮ້ອນໆ​ ຂອງ​ສະ​ໄໝ​ທີ່​ .ມາກ ມີ​ຊີວິດ​ຢູ່ ກໍ່​ຄື​ຂອງ​ສະ​ໄໝ​ປັດຈຸບັນ. ວ.ອີ.​ເລ​ນິນ ຊີ້​ແຈ້ງວ່າ: “ທິດ​ສະ​ດີ​ຂອງ​ມາກ ​ແມ່ນທິດ​ສະ​ດີ​ທີ່​ສັກສິດ​ຮອບດ້ານ ຍ້ອນ​ວ່າ​ມັນ​ແມ່ນ​ທິດ​ວະ​ດີ​ທີ່​ຊັດ​ເຈນ(1) . ທ່ານ​ປະທານ​ໂຮ່ຈີ​ມິນ ຂຽນ​ວ່າ: “ລັດທິ​ເລ​ນິນ... ບໍ່​ພຽງ​ແຕ່​ເປັນ “ຕຳລາ” ທີ່​ສັກສິດ, ບໍ່​ພຽງ​ແຕ່​ເປັນ​ເຂັມທິດ​ຊີ້​ທາງ​ເທົ່າ​ນັ້ນ ຫາກ​ຍັງ​ເປັນດວງ​ຕາ​ເວັນ​ສ່ອງ​ເຍືອງ​ເສັ້ນທາງ​ໃຫ້​ພວກ​ເຮົາ​ໄປ​ເຖິງ​ໄຊຊະນະ​ສຸດ​ທ້າຍ, ​ໄປ​ເຖິງ​ລັດທິ​ສັງຄົມ​ນິຍົມ ​ແລະ ສັງຄົມ​ກອມ​ມູນິດ”(2).

​ແຕ່​ວ່າ, ບັນດາ​ທັດສະນະ​ຜິ​ດພາດ ​ແລະ​ປະຕິ​ການ​ພັດ​ອີງ​ໃສ່​ການ​ພັງ​ທະລາ​ຍລົງ​ຂອງ​ຕົວ​ແບບ​ສັງຄົມ​ນິຍົມ ຢູ່​ເອີຣົບຕາ​ເວັນ​ອອກ ​ແລະ ສະຫະພາບ​ໂຊ​ວຽດ ​ເພື່ອ​ຕີ​ຄ້ອງ​ຮ້ອງ​ປ່າວ​ຂຶ້ນ​ວ່າ: “ລັດທິ​ມາກ​ຖືກ​ປະລາ​ໄຊ​ແລ້ວ”(!). ​ແລະ, ມື້​ນີ້, ພັດ​ແມ່ນ​ພວກ​ເຂົາ​ເອງ​ໄດ້​ເຜີຍ​ໃຫ້​ເຫັນ​ຄວາມ​ຮູ້​ແບບ “ຄັດ​ຖອດ​ສຳນວນ”, “ອ້າງ​ວາຈາ”, ດ້ານ​ດຽວ ​ແລະ​ຝືນ​ວິທະຍາສາດ ກ່ຽວ​ກັບ​ລັດທິ​ມາກ, ​ໃນ​ເວລາ​ທີ່​ລັດທິ​ທຶນ​ນິຍົມ​ພວມ​ດີ້ນຮົນ​ຢູ່​ໃນ​ບວກ​ຕົມ​ແຫ່ງ​ວິ​ກິດ​ການ, ຄື​ດັ່ງ​ທີ່​ ກ.ມາກ​ ໄດ້​ຄາດ​ຄະ​ເນ, ​ແລະ​ພວກ​ເຂົາ​ພະຍາຍາມ​ປິດ​ບັງ​ສະພາບ​ການ​ດັ່ງກ່າວ​ ດ້ວຍການ​ຂຶ້ນ​ລົງ​ຂອງ​ລັດທິ​ສັງຄົມ​ນິຍົມ. ຖ້ອຍ​ທຳນອງ “ກ່າວ​ອ້າງ” ຂອງ​ພວກ​ເຂົາ​ບໍ່​ອາດ​ລໍ້​ລວງ​ຜູ້​ໃດ​ໄດ້. ມະ​ໂນ​ທຳ​ຂອງ​ທະນຸ​ດຊາດ​ຍັງ​ຄົງ​ສ່ອງ​ໃສ​ທຸ່ນ​ທ່ຽງ ​ແລະ ສະຫຼາດ​ທີ່​ສຸດ​ເມື່ອ​ໃຫ້​ທັດສະນະ​ວ່າ “ລັດທິ​ມາກ​ຍັງ​ຄົງ​ຮັກສາ​ຄວາມ​ໝາຍ ​ແລະ​ຄວາມ​ສຳຄັນ​ຂອງ​ມັນ​ໄວ້​ໄດ້​ໃນ​ໂລກ​ທັນ​ສະ​ໄໝ...”(3), “ຍາມ​ໃດ​ກໍ່​ເປັນ​ຫຼັກ​ຖານ​ເພື່ອ​ຕັດສິນ​ຕົກລົງ​ ໃຫ້​ແກ່​ບັນດາ​ການຈັດ​ຕັ້ງປະຕິວັດ​ ຂອງ​ຊົນ​ຊັ້ນ​ກຳມະກອນສາກົນ, ​ໃຫ້​ແກ່​ບັນດາ​ພັກ​ກອມ​ມູນິດ​ທີ່​ແທ້​ຈິງ​ ໃນ​ການວາງ​ແນວທາງ​ຍຸດທະ​ສາດ ຍຸດທະວິທີ​ປະຕິວັດ​ຂອງ​ຕົນ”(4). ມັນ​ຂີດ​ໝາຍ​ການ​ຂະຫຍາຍ​ສະຕິ​ປັນຍາ​ຂອງ​ມະນຸດຊາດ ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຈາກ​ລັດ​ທະ​ທຶນ​ນິຍົມ ຂຶ້ນ​ສູ່​ສັງຄົມ​ນິຍົມ. ຍິ່ງ​ກວ່າ​ນັ້ນ​ອີກ, ກະ​ໂຕ​ຜູ້​ທີ່​ໃສ່​ຮ້າຍ​ປ້າຍ​ສີ ບິດ​ເບືອນ ກ.​ມາກ ​ໄດ້​ຕັ້ງ​ໃຈ​ບໍ່​ຮູ້​​ເຫັນວ່າ ລັດ​ທິສັງຄົມ​ນິຍົມຢູ່​ສະຫະພາບ​ໂຊ​ວຽດ ​ແລະ ຢູ່​ເອີຣົບຕາ​ເວັນ​ອອກ (ກ່ອນ​ໜ້າ​ນີ້) ຖືກ​ພັງທະລາຍລົງ ບໍ່​ແມ່ນ​ຍ້ອນ​ແນວ​ຄິດ​ວິທະຍາສາດ​ຂອງລັດ​ທິມາກ - ​ເລ​ນິນ​ ບໍ່​ມີ​ລັກສະນະ​ຍຸກ​ສະ​ໄໝ​ອີກ ຫາກ​ແມ່ນ​ຍ້ອນການ​ລົ້ມ​ລະລາຍ​ຂອງ​ແນວທາງ​ທີ່​ຜິດພາດ ທີ່​ຕົກ​ໃສ່​ພະຍາດ​ອາດຍາ​ສິດ ຄຳ​ພີຕາ​ຍຕົວ ອັດຕະວິ​ໄສ ​ເຈດ​ຈຳນົງ​ນິຍົມ ຊຶ່ງ​ເລີ່​ມ​ແຕ່​ຄວາມ​ຜິດພາດ​ໃນ​ການ​ສ້າງ​ແນວທາງ​ການ​ນຳ​ຂອງ​ພັກຜູ້​ກຳ​ອຳນາດ​ຢູ່​ນັ້ນ, ຍ້ອນ​ໄປ​ຜິດ​ກັບລັດ​ທິມາກ - ​ເລ​ນິນທີ່​ແທ້​ຈິງ, ຊ້ຳ​ບໍ່​ໜຳ​ ຍັງ​ໄດ້​ແກ້​ໃໝ່​ລັດທິ​ມາກ ​ແລະ​ທໍລະ​ຍົດ​ຕໍ່​ລັດທິ​ສັງຄົມ​ນິຍົມວິທະຍາສາດ; ພ້ອມ​ກັນ​ນັ້ນ ບໍ່​ອາດ​​ບໍ່​ນັບ​ທັງ​ກົນອຸບາຍອັນ​ໂຫດ​ຫ້ຽມ ​ໃນ​ຍຸດ​ທະ​ສາດ “ຫັນປ່ຽນ​ໂດຍ​ສັນຕິ” ທີ່​ລັດທິ​ຈັກກະພັດ​ສາກົນ​ນຳ​ໃຊ້. ສັດຕູ​ຂອງ​ບັນດາ​ພັກ​ກອມ​ມູນິດ ​ໄດ້​ສວຍ​ໃຊ້​ຢ່າງ​ສຸດ​ຂີດ ຄວາມ​ຜິດພາດ​ຕ່າງໆ​ໃນ​ແນວທາງ, ຂໍ້​ຂາດ​ຕົກ​ບົກພ່ອງຕ່າງໆ ​ທີ່​ບໍ່​ໄດ້​ແກ້​ໄຂ​ຢ່າງ​ທັນ​ການ​ໃນ​ການ​ນຳພາ ​ແລະ​ບໍລິຫານ​ບ້ານ​ເມືອງ​ຂອງ​ພັກ​ກຳ​ອຳນາດ​ຢູ່​ປະ​ເທດ​ເຫຼົ່າ​ນັ້ນ... ​ເພື່ອ​ຊື້​ຈ້າງຈອບ​ອອຍ ຍຸຍົງ ​ແລະ​ປຸກ​ກຳລັງ​ໃຈ​ພາກສ່ວນ​ສວຍ​ໂອກາດພາຍ​ໃນ​ປະ​ເທດ, ​ສົ່ງ​ເສີມການ​ເຄື່ອນ​ໄຫວ​ຝືນ​ປະຕິວັດ​ຢູ່​ພາຍ​ນອກ. ພວກ​ສັດຕູ​ຂອງ ກ.ມາກ ​ໄດ້​ຖິ້ມ​ໂທດ​ທັງ​ໝົດ​ນັ້ນ​ໃສ່ ກ.ມາກ, ​ໃສ່ລັດ​ທິມາກ - ​ເລ​ນິນ​  (!).

ຜູ້​ໃດ​ຍັງ​ມີ​ຄວາມ​ລະ​ແວງ​ສົງ​ໄສ​ກ່ຽວ​ກັບ​ເລື່ອງ​ນັ້ນ ຂໍ​ໃຫ້​ອ່ານ​ບົດ​ໃນ​ເວັບ​ໄຊ htpp://vi.Wikipedia.org/wiki/KarlMarx: ປີ 1999, ມະຫາວິທະຍາ​ໄລ ​ແຄມ​ບຣິດ (University of Cambridge) ​ໄດ້​ປະກາດ​ການກວດ​ສອບ​ ນັກ​ແນວ​ຄິດອັນ​ດັບ​ໜຶ່ງ​ໃນ​ສະຫັດ​ສະ​ວັດ​ທີ 2, ຜົນ​ກໍ່​ຄື ກາກ ມາກ ນຳ​ໜ້າ, ອານ​ເບີດ ​ເອັນ​ສ​ເຕນ (Albert Einstein - ນັກວິທະຍາສາດ​ທີ່​ຍິ່ງ​ໃຫຍ່) ທີ 2. ​ແລະ​ໃນ​ມໍ່ໆ​ນີ້, ຕາມ​ການ​ສຳ​ຫຼວດຄວາມ​ເຫັນ​ຂອງ​ວາລະສານ Spiegel (​ເຢຍລະ​ມັນ), ກ.ມາກ ​ໄດ້​ຮັບ​ການ​ນິຍົມ​ຊົມ​ຊອບ​ຢ່າງ​ແປກ​ປະຫຼາດ - ປະຊາຊົນ​ເຢຍລະ​ມັນ​ກວ່າ 50% ​ເວົ້າ​ວ່າ “ການ​ຕຳ​ໜິວິພາກ​ຂອງ​ ກ.ມາກ ຕໍ່​ກັບ​ລັດທິ​ທຶນ​ນິຍົມ ປັດຈຸບັນ​ນີ້​ຍັງ​ມີ​ຄຸນຄ່າ​ຄື​ເກົ່າ”, ຊ້ຳ​ບໍ່​ໜຳ ກວ່າ 56% ​ໃຫ້​ທັດສະນະ​ວ່າ “ລັດທິ​ສັງຄົມ​ນິຍົມ​ແມ່ນ​ແນວ​ຄິດ​ດີ ​ແຕ່​ປະຕິບັດ​ບໍ່​ດີ”; ​ແລະ ກ.ມາກ ຍັງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ໄວ​ໜຸ່ມ​ຫຼາຍ​ກວ່າ​ນັ້ນ​ອີກ. ​ແລະ, ​ຕາມ​ບົດ​ຄວາມ​ທີ່​ລົງ​ໃນ http://ww.guardian.co.uk/politics/jul/17/comment.theo bserverl, ທ່ານ ຈ.​ໂຊຣອສ (G.Soros) ນັກທຸລະກິດອາ​ເມ​ລິ​ກາ ຜູ້​ຊຳນານ​ໃນ​ການ​ວິ​ເຄາະ​ຄ່າ​ເງິນ ​ແລະ​ລົງ​ທຶນຫຸ້ນ ​ໄດ້​ຂຽນວ່າ “ກ.ມາກ ​ແລະ ຟ.ອັງ​ແກນ ​ໄດ້​ໃຫ້ການ​ໄຈ້​ແຍກ​ດີ​ທີ່​ສຸດ​ ກ່ຽວ​ກັບ​ລະບົບ​ທຶນ​ນິຍົມ ​ກ່ອນ​ໜ້າ​ນີ້ 150 ປີ”. ວາລະສານ The New Yorker (ອາ​ເມລິກາ) ກໍ່​ໃຫ້​ທັດສະນະ​ວ່າ: ບັນດາ​ນັກ​ເສດຖະສາດ​ຍຸກ​ປັດຈຸບັນ​ພວນ “ກ້າວ​ໄປ​ຕາມ​ຮອຍ​ຕີນ​ຂອງ ກ.ມາກ ​ໂດຍ​ບໍ່​ຮູ້​ຕົວ” ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ພວກ​ເຂົາ​ຕ້ອງ​ປະ​ເຊີນ​ໜ້າ, ກ.ມາກ “​ໄດ້​ໄຈ້​ແຍກ​ລະບົບ​ຫາ​ຄວາມ​ລ້ຳ​ລວຍ​ນີ້ ດີກ​ວ່າ​ໝູ່​ໝົດ... ຄື​ດັ່ງ​ວ່າ ກ.ມາກ ​ໄດ້​ລຸກ​ຂຶ້ນ​ມາ​ຈາກ​ສຸສານ !”. ​ແລະ​ຄວາມ​ຈິງ​ພວມ​ພິສູດ​ຢັ້ງຢືນ​ວ່າ ກະ​ໂຕ​ລັດທິ​ທຶນ​ນິຍົມ ​ເຖິງ​ວ່າ​ຈະ​ຢູ່​​ໂລກຕາ​ເວັນ​ອອກ ຫຼື​ຢູ່​ໂລກ​ຕາ​ເວັນ​ຕົກກໍ່ຕາມ (ແຕ່​ຍີ່ປຸ່ນ ຈົນ​ເຖິງ​ເອີຣົບຕາ​ເວັນຕົກ ​ແລະ ອາ​ເມ​ລິ​ກາ...) ກໍ່​ໄດ້ ​ແລະພວມ​ໝູນ​ໃຊ້ລັດ​ທິມາກ - ​ເລ​ນິນ​ ​​ແນ​ໃສ່​ດັດສົມ ປັບ​ປ່ຽນ​ໃຫ້ຄ່ອງ​ຕົວ ​ເພື່ອດຳລົງຄົງ​ຕົວຢູ່​ໄດ້ ຫັ້ນ​ແຫຼະ.

ລັດ​ທິມາກ - ​ເລ​ນິນ​ ພວມ ​ແລະ​ຈະ​ພາ​ທາງ​ໃຫ້​ແກ່​ການ​ປະຕິວັດ​ຫວຽດນາມ​ຕະຫຼອດ​ໄປ, ພາຍ​ໄຕ້​ຄັນ​ທຸງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ເພື່ອ​ລັດທິ​ສັງຄົມ​ນິຍົມ ​ເພື່ອ​ອຸດົມຄະຕິ​ປະກອບສ່ວນ​ປົດ​ປ່ອຍ​ມະ​ນຸດ​ຊາດ​ຜູ້​ອອກ​ແຮງ​ງານ​ທັງ​ໝົດ ຄື​ທີ່​ທຸກ​ຄົນ​ລ້ວນ​ແຕ່​ເຫັນ​ແຈ້ງ!

2- ລັດ​ທິມາກ - ​ເລ​ນິນ​ ຊີ້​ບອກ​ກົດ​ເກນ​ພາວະ​ວິ​ໄສ ​ຂອງ​ຂະ​ບວນວິວັດ​ແຫ່ງ​ການກຳ​ເນີດ ຂະຫຍາຍຕົວ​ຂອງ​ລັດ​ທິສັງຄົມ​ນິຍົມ ລັດທິ​ກອມ​ມູນິດ; ພ້ອມ​ກັນ​ນັ້ນ​ກໍ່​ຊີ້​ໃຫ້​ເຫັນ​ເຖິງ​ເງື່ອນ​ໄຂ​ອັດຕະ​ວິ​ໄສທີ່​ຕັດສິນ​ຂອງ​ຂະ​ບວນວິວັດ​ດັ່ງກ່າວ​ນັ້ນ: ທິດ​ສະ​ດີ​ທີ່​ນຳ​ໜ້າ ​ແລະ​ພັກ​ນຳ​ໜ້າ​ຂອງ​ຊົນ​ຊັ້ນ​ກຳມະກອນ. ​ໃນຖະ​ແຫຼ​ງການ​ຂອງ​ພັກ​ກອມ​ມູນິດ, ກ.ມາກ - ​ຟ.ອັງ​ແກນ​ໄດ້​ຍົກ​ໃຫ້​ເຫັນ​ແຈ້ງ​ ແນວ​ຄິດ​ກ່ຽວ​ກັບ​ເງື່ອ​ນໄຂ​ເພື່ອ​ປົດ​ປ່ອຍ​ ຊົນ​ຊັ້ນ​ກຳມະກອນ ​ແລະ ປະຊາຊົນ​ຜູ້​ອອກ​ແຮງ​ງານ ນັ້ນ​ແມ່ນ​ຕ້ອງ​ມີ “ກອງ​ກຳລັງ​ນຳ​ໜ້າ ພ້ອມ​ດ້ວຍ​ທິດ​ສະ​ດີ​ນຳ​ໜ້າ ​ແລະ​ການກະ​ທຳ​ນຳ​ໜ້າ”. ກ.ມາກ ​ແລະ ​ຟ.ອັງ​ແກນ​ໄດ້​ຂຽນ​ແຈ້ງວ່າ ຊາວ​ພັກ​ກອມ​ມູນິດ​ເດັດຂາດ​ບໍ່​ມີ​ຜົນ​ປະ​ໂຫຍ​ດອື່ນ​ໃດ​ ທີ່​ແຍກ​ອອກ​ຈາກ​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ກຳມາ​ຊີບ. ທາງ​ດ້ານ​ພຶດຕິ​ກຳ, ຊາວ​ພັກ​ກອມ​ມູນິດ​ແມ່ນ​ພາກສ່ວນ​ທີ່​ເດັດດ່ຽວ​ທີ່​ສຸດ..., ​ເປັນ​ພາກສ່ວນ​ທີ່​ຍາມ​ໃດ​ກໍ​ຊຸກຍູ້​ໃຫ້​ຂະ​ບວນການ​ກ້າວ​ຂຶ້ນ; ທາງ​ດ້ານ​ທິດ​ສະ​ດີ, ພວກ​ເຂົາ​ລື່ນ​ກາຍ​ກວ່າ​ ພາກສ່ວນ​ທີ່​ຍັງ​ເຫຼືອ​ຂອງ​ຊົນ​ຊັ້ນ​ກຳມາ​ຊີບ ຍ້ອນ​ວ່າພວກ​ເຂົາ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ບັນດາ​ເງື່ອນ​ໄຂ ລຳດັບ​ດຳ​ເນີນ ​ແລະ​ໝາກຜົນ​ລວມຂອງ​ຊົນ​ຊັ້ນ​ກຳມາ​ຊີບ.

​ໃນ​ນິພົນ“​ເຮັດຫຍັງ ?”, ວ.ອີ. ​ເລ​ນິນ​ໄດ້​ຢັ້ງຢືນ: “ບໍ່​ມີ​ທິດ​ສະ​ດີ​ປະຕິວັດ ກໍ່​​ບໍ່ອາດມີ​ຂະ​ບວນການ​ປະຕິວັດ”(5); “ມີ​ພຽງ​ພັກ​ໃດ​ທີ່​ມີ​ທິດ​ສະ​ດີ​ນຳ​ໜ້າ​ຊີ້​ນຳ​ເທົ່າ​ນັ້ນ ຈິ່ງ​ມີ​ຄວາມ​ສາມາດ​ເຮັດ​ລ້ອນພາລະ​ບົດບາດ​ນັກຮົບ​ນຳ​ໜ້າ(6).

​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ ປີ 1945 ຂອງ​ປະຊາຊົນ​ຫວຽດນາມ ພາຍ​ໄຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ແມ່ນ​ທ່ານ​ປະທານ​ໂຮ​ຈີ​ມິນ ​ເປັນ​ຜູ້​ກໍ່​ຕັ້ງ ຝຶກ​ຝົນ​ຫຼໍ່​ຫຼອມ ອົບຮົ​​ມສຶກສາ, ພັກ​ເອົາລັດ​ທິມາກ - ​ເລ​ນິນ ​ເປັນ​ຮາກ​ຖານ​ແນວ​ຄິດ ​ເປັນ​ເຂັມທິດ​ຊີ້​ທາງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ຕົນ​, ນັ້ນ​ເປັນ​ຫຼັກ​ຖານ​ອັນ​ໜັກ​ແໜ້ນ​ທີ່​ສຸດ​ທີ່​ພິສູດ​ຢັ້ງຢືນ​ວ່າ ລັດ​ທິມາກ - ​ເລ​ນິນ ​ໄດ້​ຖື​ບົດບາດ​ທິດ​ສະ​ດີ​ພາ​ທາງ​ອັນ​ແທ້​ຈິງ​ໃຫ້​ແກ່​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ.

ປີ 1858, ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງຮຸກ​ຮານ​ຫວຽດນາມ. ​ໂດຍ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ​ຕ້ານ​ການ​ຮຸກ​ຮານ​ຈາກ​ພາຍ​ນອກ ປະຊາຊົນ​ຫວຽດນາມ​ໄດ້​ລຸກ​ຮື​ຂຶ້ນ​ຕໍ່ສູ້​ ຕ້ານ​ພວກ​ຮຸກ​ຮານ​ ໃນ​ເວລາກ​ວ່າ​ເຄິ່ງສະຕະວັດ ​ແຕ່​ບໍ່​ສຳ​ເລັດ​ຜົນ. ຕົ້ນ​ສະຕະວັດ​ທີ XX ຂະ​ບວນການ​ຮັກ​ຊາດ​ຕາມ​ທ່າ​ອຽງ​ນາຍທຶນ​ກໍ່​ປະລາ​ໄຊ​ຕາມ​ລຳດັບ​ມາ. ປະ​ເທດ​ຊາດ​ຄື​ວ່າ​ບໍ່​ມີ​ທາງ​ອອກ.

ປີ 1911, ອ້າຍຊາວ​ໜຸ່ມ ຫງວຽນ​ເຕິ​ດ​ແທ່ງ ດ້ວຍ​ຊື່​ຫຍໍ້ ອ້າຍ​ບາ ​ໄດ້​​ເດີນທາງໄປຕ່າງປະ​ເທດ​​ເພື່ອຊອກ​ຫາ​ເສັ້ນທາງ​ກູ້​ຊາດ. ພາຍຫຼັງ 10 ປີ (1911 - 1920) ​ແຫ່ງ​ການ​ພະ​ເນ​ຈອນ​ໃນ​ທົ່ວ​ທຸກ​ທະວີບ ທັງ​ຄົ້ນຄວ້າ​ທິດ​ສະ​ດີ ທັງ​ຄົ້ນຄວ້າ​ພຶດຕິ​ກຳ​ການປະຕິວັດ​ໃນ​ໂລກ, ທ່ານຫງວຽນ​ອາຍ​ກວັກ ​ໄດ້​ໄປ​ເຖິງ​ຂໍ້​ສະຫຼຸບ: “ມີ​ພຽງ​ລັດທິ​ສັງຄົມ​ນິຍົມ ​ແລະ​ລັດ​ທະ​ກອມ​ມູນິດ​ເທົ່າ​ນັ້ນ ຈິ່ງ​ສາມາດ​ປົດ​ປ່ອຍ​ບັນດາ​ປະຊາ​ຊາດ​ທີ່​ຖືກ​ກົດ​ຂີ່​ຂົ່ມ​ເຫັງ ຢ່າງ​ເຖິງ​ຖອງ​ໄດ້”. ຕໍ່​ຈາກ​ນັ້ນ ​ເພີ່ນ​ຕ້ອງ​​ໃຊ້ເວລາ 10 ປີ​ອີກ ​ເພື່ອ​ກະກຽມ​ທັງ​ສາມ​ດ້ານ: ​ແນວ​ຄິດ​ທິດ​ສະ​ດີ ​ແນວທາງ​ການ​ເມືອງ ການ​ຈັກ​ຕັ້ງ​ພະນັກງານ ຈິ່ງ​ພາ​ໄປ​ເຖິງ​ການ​ກຳ​ເນີ​ດ​ເກີດ​ຂຶ້ນ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ (ວັນ​ທີ 3 ກຸມພາ 1930). ກ່ຽວ​ກັບ​ບົດບາດ​ຂອງ​ພັກ​ກອມ​ມູນິດ ​ແລະ ຂອງທິດ​ສະ​ດີ, ​ໃນ​ນິພົນ“​ເສັ້ນທາງ​ປະຕິວັດ” ພິມ​ຈຳໜ່າຍ​ປີ 1927, ທ່ານ​ຫງວຽນ​ອາຍ​ກວັກ ​ໄດ້​ຄັດ​ຄຳ​ເວົ້າ​ລື​ຊື່​ຂອງ ວ.ອີ.​ເລ​ນິນ ​ໃນ​ນິພົນ “​ເຮັດ​ຫຍັງ?” ​ແລະ ​ເພີ່ນ​ຕັ້ງ​ຄຳ​ຖາມ​ວ່າ: “ກ່ອນ​ອື່ນ​ໝົດ ການ​ປະຕິວັດຈະ​ຕ້ອງ​ມີ​ຫຍັງ​ແດ່ ?”. ​ແລະ ​ເພີ່ນ​ຕອບ​ຢ່າງ​ຈະ​ແຈ້ງວ່າ: “ກ່ອນ​ອື່ນ​ໝົດ ​ຕ້ອງ​ມີ​ພັກ​ປະຕິວັດ... ພັກ​ໝັ້ນຄົງ ການ​ປະຕິວັດ​ຈິ່ງສຳ​ເລັດ... ພັກ​ຢາກໝັ້ນຄົງ​ຕ້ອງ​ມີ​ລັດທິ​ເປັນ​ເສົາ​ຄ້ຳ​, ​ໃນ​ພັກ ໃຜ​ກໍ່​​ເຂົ້າ​ໃຈ, ໃຜ​ກໍ່​ຕ້ອງ​ໄປ​ຕາມ​ລັດທິ​ດັ່ງກ່າວ​ນັ້ນ. ພັກ​​ບໍ່​ມີ​ລັດທິ ກໍ່​ບໍ່ຕ່າງ​ຫຍັງ​ກັບ​ຄົນ​ບໍ່​ມີ​ຄວາມ​ສະຫຼາດ​ ກ່ຳ​ປັນ​ບໍ່​ມີ​ເຂັມທິດ.

ດຽວ​ນີ້​ຫຼັກທິດ​ສະ​ດີ​ກໍ່ມີຫຼາຍ ລັດທິ​ກໍ່ມີຫຼາຍ, ​ແຕ່​ລັດທິ​ແທ້​ຈິງທີ່​ສຸດ ​ແນ່ນອນ​ທີ່​ສຸດ ປະຕິວັດ​ທີ່​ສຸດ ​ແມ່ນລັດທິ​ເລ​ນິນ(7).

​ໃນ​ບົດ​ໂອ້​ລົ​ມກັບ​ຊຸດ​ບຳລຸງ​ສະມາຊິກ​ພັກ​ໃໝ່ ​ໂດຍ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ​ຂຶ້ນ​ເມື່ອ​ປີ 1966 ທ່ານ​ປະທານ​ໂຮ່ຈີ​ມິນ ສືບ​ຕໍ່​ຢັ້ງຢືນ​ວ່າ: “ບໍ່​ມີ​ທິດ​ສະ​ດີ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມວິທະຍາສາດ ກໍ່​ບໍ່​ອາດ​ມີ​ຫຼັກ​ໝັ້ນ​ຊົນ​ຊັ້ນ​ທີ່​ໜັກ​ແໜ້ນ​ໄດ້. ດັ່ງ​ນັ້ນ ພວກ​ນ້ອງ​ຈົ່ງ​ພະຍາຍາມ​ຮ່ຳຮຽນ​ທິດ​ສະ​ດີ​ມາກ - ​ເລ​ນິນ, ຮ່ຳຮຽນ​ແນວທາງ ນະ​ໂຍບາຍ​ຂອງ​ພັກ; ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ຮ່ຳຮຽນ​ວັດທະນະທຳ ​ເຕັກນິກ ​ແລະ​ວິຊາ​ສະ​ເພາະ”(8).

​ໃນ​ຊຸມ​ປີ​ທ້າຍ​ຊີວິດ​ຂອງ​ຕົນ, ​ເມື່ອ​ຂຽນ ພິ​ໄນ​ກຳ, ລູງ​ໂຮ່ ສືບ​ຕໍ່​ຢັ້ງຢືນ​ແນວ​ຄິດ​ກ່ຽວ​ກັບ​ບົດບາດ​ຂອງລັດທິມາກ - ​ເລ​ນິນ​ ​ແລະ ຂອງ​ພັກ​ກອມ​ມູນິດ.

3- ວ.ອີ.​ເລ​ນິນ ​ໄດ້​ສືບ​ທອດ ຂະຫຍາຍ​ເພີ່ມ​ເຕີມ ​ແລະ ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ​ທິດ​ສະ​ດີ​ຂອງ ກ.ມາກ ​ເຂົ້າ​ໃນ​ພຶດຕິ​ກຳ​ປະຕິວັດ​ຢູ່​ລັດ​ເຊຍ ​ແລະ ຢູ່​ໃນ​ໂລກ, ບົນ​ພື້ນຖານ​ນັ້ນ​ໄດ້​ວາງ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ປະຕິວັດ​ສັງຄົມ​ນິຍົມ​ໃນ​ສະ​ໄໝ​ຈັກກະພັດ​ນິຍົມ​ ອອກ​ມາ.

ບົນ​ພື້ນຖານ​ການ​ຄົ້ນຄວ້າ ວິ​ເຄາະ​ໄຈ້​ແຍກ​ຕ່າງໆ ກ່ຽວ​ກັບ​ລັດທິ​ຈັກກະພັດ, ວ.ອີ.ເລ​ນິນ ​ໄດ້​ຄົ້ນ​ເຜີຍ​ກົດ​ເກນ​ການ​ຂະຫຍາຍຕົວ​ບໍ່​ສະໝ່ຳສະເໝີ​ກັນ ທາງ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ​ ຂອງ​ລັດທິ​ທຶນ​ນິຍົມ ​ໃນ​ສະ​ໄໝ​ຈັກກະພັດ​ນິຍົມ ​ແລະ ​ເພີ່ນ​ກໍ່​ໄດ້​ສະຫລຸບ​ວ່າ: ການ​ປະຕິວັດ​ກຳມາ​ຊີບ​ອາດ​ຈະ​ໄດ້​ຮັບ​ໄຊຊະນະ​ໃນ​ບາງ​ປະ​ເທດ ຫຼື​ຊ້ຳ​ບໍ່​ໜຳ ​ໄດ້​ຮັບ​ໄຊຊະນະ​ໃນ​ປະ​ເທດ​ໜຶ່ງ​ເປັນ​ຕ່າງຫາກ ຊຶ່ງ​ເປັນ​ບ່ອນ​ທີ່​ລັດທິ​ທຶນ​ນິຍົມ​ຍັງ​ບໍ່ທັນ​ຂະຫຍາຍຕົວ​ກວ່າ​ໝູ່ ​ແຕ່​ເປັນ​ຂອດ​ທີ່​ອ່ອນ​ກວ່າ​ໝູ່ ​ໃນ​ສາຍພານ​ທຶນ​ນິຍົມ. ​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ຕຸລາ ​ແຫ່ງ​ລັດ​ເຊຍ ປີ 1917 ​ໄດ້ພິສູດ​ສິ່ງ​ດັ່ງ​ກ່າວນັ້ນ. ພ້ອມ​ກັນ​ນັ້ນ, ວ.ອີ.​ເລ​ນິນ ກໍ່​ໄດ້​ສະ​ເໜີ​ທິດ​ສະ​ດີ​ວິທະຍາສາດ ​ແລະ ປະຕິວັດ ກ່ຽວ​ກັບ​ການ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ ​ໂດຍ​ບໍ່​ຜ່າ​ນ​ໄລຍະ​ຂະຫຍາຍຕົວ​ຂອງລັດທິ​ທຶນ​ນິຍົມ.

ພາຍຫຼັງ​ທີ່​ໄດ້ສຳ​​ເລັດ​ການ​ປະຕິວັ​ດຊາດ ປະຊາ​ຕິ​ປະ​ໄຕ​ປະຊາຊົນ, ຫວຽດນາມກໍ່​ຫັນ​ມາ​ດຳ​ເນີນ​ການ​ປະຕິວັດ​ສັງຄົມ​ນິຍົມຢູ່​ພາກ​ເໜືອ (​ແຕ່​ປີ 1954) ​ແລະ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ (​ແຕ່​ປີ 1975). ​ໄຊຊະນະ​ຂອງ​ປະຊາຊົນຫວຽດນາມ​ໃນ​ການ​ຕໍ່ສູ້​ຕ້ານພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ແລະ​ຈັກກະພັດ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ, ຮ່ວມ​ປະ​ເທດ​ຊາດ​ເຂົ້າເປັນ​ເອກະ​ພາບ, ທົ່ວ​ປະ​ເທດ​ພ້ອມ​ກັນ​ຂ້າມ​ຜ່ານ​ຂຶ້ນ​ສູ່ສັງຄົມ​ນິຍົມ ​ໂດຍ​ເລີ່ມ​ຈາກ​ພື້ນຖານ​ກະສິກຳ​ຫຼ້າ​ຫຼັງ ບໍ່​ຜ່ານ​ໄລຍະ​ຂະຫຍາຍຕົວ​ຂອງ​ລັດທິ​ທຶນ​ນິຍົມ, ນັ້ນ​ແມ່ນ​ຫຼັກ​ຖານ​ຕົວ​ຈິງ​ອັນ​ຈັບ​ໃຈ​ທີ່​ສຸດ ທີ່​ຢັ້ງຢືນ​ວ່າ ທິດ​ສະ​ດີ​ຂອງ ວ.ອີ.​ເລນິນ ກ່ຽວ​ກັບ​ການ​ປະຕິວັດ​ສັງຄົມ​ນິຍົມ​ໃນ​ຍຸກ​ສະ​ໄໝ​ຈັກກະພັດ​ນິຍົມ ​ແມ່ນ​ຖືກຕ້ອງ​ໂດຍ​ສົມບູນ, ມັນ​ມີ​ພື້ນຖານ​ທິດ​ສະ​ດີ​ວິທະຍາສາດ ພື້ນຖານ​ພຶດຕິ​ກຳ, ສ່ອງ​ແສງ​ຢ່າງ​ຊັດ​ເຈນ​​ເຖິງບັນດາ​ຈຸດ​ໃຫຍ່ ພື້ນຖານຂອງ​ພຶດຕິ​ກຳ​ຫວຽດນາມ​ໃນ​ສະຕະວັດ​ທີ XX ​ແລະ​ໃນ​ປັດຈຸບັນ​ນີ້.

4- ບັນດາ​ຜົນສຳ​ເລັດ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ ມີ​ລັກສະນະ​ບາດ​ລ້ຽວ, ພິ​ເສດ​ແມ່ນ​ບັນດາ​ຜົນສຳ​​ເລັດ​ຂອງ​ການ​ປ່ຽນ​ແປງ​ໃໝ່​ໃນ​ເວລາ​ເກືອບ 30 ປີ ທີ່​ຫວຽດນາມ​ບັນລຸ​ໄດ້ນັ້ນ ມີ​ຫຼາຍສາ​ເຫດ ຊຶ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຍ້ອນພັກ-ລັດ​ຫວຽດນາມ​ໄດ້​ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ​ ບັນດາ​ແນວ​ຄິດ ທັດສະນະ​ຂອງລັດ​ທິມາກ - ​ເລ​ນິນ, ​ໃນ​ນັ້ນ​ມີ​ນະ​ໂຍບາຍ​ເສດຖະກິດ​ແຜນ​ໃໝ່ (NEP) ຂອງ ວ.ອີ.​ເລ​ນິນ ​ໃນ​ໄລຍະ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ.

​​ເປັນ​ອັນວ່າ, ດ້ວຍນະ​ໂຍບາຍ​ເສດຖະກິດ​ແຜນ​ໃໝ່ ວ.ອີ.​ເລ​ນິນ ​ໄດ້ຢັ້ງຢືນວ່າ ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ ບໍ່​ແມ່ນ​ລົບ​ລ້າງ​ເສດຖະກິດ​ຕະຫຼາດ ຫາກ​ແມ່ນ​ຕ້ອງ​ນຳ​ໃຊ້​ເສດຖະກິດ​ຕະຫຼາດ; ​ແຕ່​ບໍ່​ແມ່ນ​ເສດຖະກິດ​ແກ່ງ​ແຍ້​ງ​ໂດຍ​ເສລີ​ແບບ​ທຶນ​ນິຍົມ ຫາກ​ມີ​ການ​ດັດສົມ​ຂອງ​ລັດ; ມັນ​ບໍ່​ແມ່ນ​ພື້ນ​ຖານເສດຖະກິດຂອງ​ພາກສ່ວນ​ເສດຖະກິດ​ໜຶ່ງ​ທີ່​ຜູກຂາດ ຫາກ​ແມ່ນ​ພຶ້ນຖານ​ເສດຖະກິດ​ຫຼາຍ​ພາກສ່ວນ ທີ່​ມີ​ຫຼາຍ​ຮູບ​ການ​ກຳມະສິດ,...

ການ​ໝູນ​ໃຊ້ລັດ​ທິມາກ-​ເລ​ນິນ ຢ່າງ​ປະດິດ​ສ້າງ ລະອຽດ​ແມ່ນນະ​ໂຍບາຍ​ເສດຖະກິດ​ແຜນ​ໃໝ່ຂອງ ວ.ອີ.ເລນິນ ​ເຂົ້າ​ໃນ​ສະພາບ​ແວດ​ລ້ອມ ​ເງື່ອນ​ໄຂ​ຫວຽດນາມ ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ເປັນ​ພິ​ເສດ​ ໃນ​ທັດສະນະ ​ແຜນ​ນະ​ໂຍບາຍ​ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບການ​ຂະຫຍາຍ​ເສດຖະກິດ​ຕະຫຼາດຕາມ​ທິດ​ສັງຄົມ​ນິຍົມ ​ໃນ​ໄລຍະ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ.

5- ບັນດາ​ຜົນສຳ​ເລັດທີ່​ຫວຽດນາມ​ຍາດ​ມາ​ໄດ້​ໃນ​​ແນວ​ຮົບ​ການ​ຕ່າງປະ​ເທດ ​ແມ່ນ​ຍ້ອນຫຼາຍສາ​ເຫດ ຊຶ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຍ້ອນ ພວກ​ເຮົາ​ຮູ້ສົມທົບ​ກຳລັງ​ແຮງຂອງ​ຊາດ ກັບກຳລັງ​ແຮງ​ຍຸກ​ສະ​ໄໝ, ​ເປັນຕົ້ນ​ແມ່ນ​ໄດ້​ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ສັນຕິພາບ ການ​ຮ່ວມ​ມື ​ແລະ​ພັດທະນາ; ຫັນ​ການ​ພົວພັນ​ສາກົນ​ເປັນ​ຫຼາຍ​ທິດ ຫຼາຍ​ຮູບ​ຫຼາຍ​ແບບ; ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຫວຽດນາມ​ພ້ອມ​ແລ້ວ​ທີ່​ເປັນ​ເພື່ອນ ​ເປັນ​ຄູ່​ຮ່ວມ​ມືທີ່​ໄວ້​ວາງ​ໃຈ​ໄດ້​ ຂອງ​ບັນດາ​ປະ​ເທດ​ໃນ​ໂລກ, ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ ຂອງປະຊາ​ຄົມ​ໂລກ, ສູ້​ຊົນ​ເພື່ອ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ການ​ພັດທະນາ​ຢ່າງ​ສະ​ເໝີ​ພາບ ກ້າວໜ້າ​ ຂອງ​ບັນດາ​ປະຊາ​ຊາດ. ພິຈາລະນາ​ທາງ​ດ້ານ​ທາດ​ແທ້, ​ແນວທາງ​ການ​ຕ່າງປະ​ເທດ​ເທິງ​ນີ້​ຂອງ​ຫວຽດນາມ ​ແມ່ນ​ຄວາມ​ປະດິດ​ສ້າງຂອງ​ພັກ-ລັດ​ເຮົາ ​ໃນ​ການ​ໝູນ​ໃຊ້​ທັດສະນະ​ຂອງ ວ.ອີ.​ເລ​ນິນ ກ່ຽວ​ກັບ “ພ້ອມ​ກັນ​ຄົງ​ຕົວ​ໂດຍ​ສັນຕິ” ລະຫວ່າງ​ບັນດາ​ປະ​ເທດ ​ທີ່​ມີ​ລະບອບການ​ເມືອງ​ສັງຄົມແຕກ​ຕ່າງ​ກັນ ​ເຂົ້າ​ໃນ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ຫວຽດນາມ, ​ເຂົ້າ​ໃນ​ສະພາບ​ແວດ​ລ້ອມ​​ໃນ​ປະ​ເທດ ​ແລະ​ສາກົນ​ໃໝ່​ໃນ​ປັດຈຸບັນ.

​ເປັນອັນ​ຈະ​ແຈ້ງວ່າ, ດ້ວຍ​ການ​ໄຈ້​ແຍກ​ເທິງ​ນີ້ ​ເຮັດ​ແນວ​ໃດ​ຈິ່ງ​ເວົ້າວ່າ ລັດ​ທິມາກ-​ເລ​ນິນ​ ​ແມ່ນ “ສິ່ງ​ແປກ​ຕ່າງ​ຫ່າງ​ໄກ”, ​ແມ່ນ “ບໍ່​ສອດຄ່ອງ” ກັບ​ຫວຽດນາມ (!).

ຈາກ​ການ​ໄຈ້​ແຍກ​ເທິງ​ນີ້ ມີ​ພື້ນຖານ​ເພື່ອ​ຢັ້ງຢືນ​ວ່າ:

ທີ​ໜຶ່ງ, ລັດ​ທິມາກ - ​ເລ​ນິນ​ ມີ​ກຳລັງ​ຊີວິດ​ອັນ​ແຮງ​ກ້າ ມີ​ຄຸນຄ່າ​ຍຸກ​ສະ​ໄໝ, ຍ້ອມ​ມັນ​ແມ່ນ​ທິດ​ສະ​ດີ​ວິທະຍາສາດ ​ແລະ ປະຕິວັດ. ທິດ​ສະ​ດີ​ດັ່ງກ່າວ​ແມ່ນ​ພື້ນຖານ​ໂລກ​ກະທັດ ພື້ນຖານ​ວິທີ​ວິທະຍາສາດ ຂອງ​ມະນຸດຊາດ ​ແລະ ​ເຈາ​ະຈິ້ມ​ໃຫ້​ແກ່​ການ​ຄົ້ນຄວ້າ​ຕໍ່​ໄປ​ໃນ​ອະນາຄົດ​ ຂ​ອງມະ​ນຸດ​ຊາດ. ລັດ​ທິມາກ - ​ເລ​ນິນ​ ພ້ອມ​ກັບ​ແນວ​ຄິດ​ໂຮ່ຈີ​ມິນ ​ໄດ້​ກາຍ​ເປັນ​ຮາກ​ຖານ​ແນວ​ຄິດ​ທິດ​ສະ​ດີ ​ເປັນ​ເຂັມທິດ​ຊີ້​ທາງ ​​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ ​ຂອງ​ພັກ​ເຮົາ ​ໃນ​ການ​ນຳພາ​ພາລະກິດສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມ​ສັງຄົມ​ນິຍົມ.

ທີ​ສອງ, ​ແມ່ນ​ທິດ​ສະ​ດີ​ວິທະຍາສາດ ​ແລະ​ຖືກຕ້ອງ, ​ແຕ່ລັດ​ທິມາກ - ​ເລ​ນິນ​ ກໍ່​ແມ່ນ​ຜະລິດ​ຕະພັນ​ຂອງ​ຍຸກ​ສະ​ໄໝ ຂອງ​ສະພາບ​ແວດ​ລ້ອມ​ປະຫວັດສາດ​ທີ່​​ແນ່ນອນ, ດັ່ງ​ນັ້ນ ມັນ​ຈິ່ງ​ບໍ່​ສາມາດ​ນຳ​ສະ​ເໜີ​ບັນດາ​ຄຳ​ຕອບ​ອັນ​ຄົບ​ຖ້ວນ ລະອຽດຖີ່​ຖ້ວນ ​ໃຫ້​ແກ່​ທຸກ​ບັນຫາ ໃນ​ທຸກ​ຍຸກ​ສະ​ໄໝ ຢູ່​ທຸກ​ປະ​ເທດ. ດັ່ນນັ້ນ ຕ້ອງ​ຖືລັດ​ທິມາກ-ເລ​ນິນ​ເປັນ​ທິດ​ສະ​ດີ​ເປີດ ຊຶ່ງ​ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ເຕີມ ຂະຫຍາຍຕົວ​ຕື່ມ​ອີກ​ຢ່າງ​ບໍ່​ຢຸດ​ຢັ້ງ ພ້ອມໆ​ກັບ​ວິວັດທະນາ​ການ​ແຫ່ງ​ການ​ຂະຫຍາຍ​ປັນຍາ​ຄວາມ​ຮູ້ ວິທະຍາສາດ ພຶດຕິ​ກຳ​ ຂອງ​ມະນຸດຊາດ. ​ເມື່ອ​ໝູນ​​ໃຊ້ບັນດາ​ມູນ​ຫຼັກພື້ນຖານ​ຂອງ​ທິດ​ສະ​ດີ​ນີ້ ຈຳ​ເປັນ​ຕ້ອງ​ອີງ​ໃສ່​ເງື່ອນ​ໄຂ​ປະຫວັດສາດ - ລະອຽດ​ຕົວ​ຈິງ​ ຂອງ​ແຕ່ລະ​ປະ​ເທດ ​ເພື່ອ​ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ. ບັນດາ​ໄຊຊະນະທີ່​ມີ​ລັກສະນະ​ປະຫວັດສາດ ​ຂອງ​ການ​ປະຕິ​ວັດ​ຫວຽດນາມ ນັບ​ແຕ່​ເມື່ອ​ມີ​ພັກ​ກອມ​ມູນິດ​ນຳພາ ​​ເປັນ​ສິ່ງ​ຢັ້ງຢືນ​ທີ່​ຈັບ​ໃຈ​ທີ່​ສຸດ ​ກ່ຽວ​ກັບ​ການ​ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ ​ແລະການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຂະຫຍາຍລັດ​ທິມາກ - ​ເລ​ນິນ​ ຂອງ​ພັກ ຂອງ​ປະຊາຊົນ​ຫວຽດນາມ.

ທີ​ສາມ, ການ​ໝູນ​​ໃຊ້​ທິດ​ສະ​ດີ​ເຂົ້າ​ໃນ​ພຶດຕິ​ກຳ ​ແມ່ນ​ເສັ້ນທາງ​ທີ່​ຫຍຸ້ງຍາກ ລະ​ອິດ​ລະ​ອ້ຽວ, ຕ້ອງ​ມີ​ກົນ​ໄກ​ທີ່​ເໝາະ​ສົມ ​ແລະ​ ມັນ​ຮຽກຮ້ອງຕ້ອງການທ່າ​ທີ່​ພາວະ​ວິ​ໄສ ວິທະຍາສາດ ຊື່ສັດ ຈິ່ງ​ສຳ​ເລັດ​ຜົນ​ໄດ້.

ຂໍ້​ສະຫລຸບ​ຕ່າງໆ​ເທິງ​ນີ້ ກໍ່​ຖືກຕ້ອງ​ໂດຍ​ສົມ​ບູນກັບ​ການ​ຄົ້ນຄວ້າ ໝູນ​ໃຊ້ ​ແລະ​ຂະຫຍາຍ​ຢ່າງ​ປະດິດ​ສ້າງລັດ​ທິມາກ - ​ເລ​ນິນ​ ຢູ່​ຫວຽດນາມ.

ຢູ່​ຫວຽດນາມ, ນັບ​ແຕ່ “​ເສັ້ນທາງ​ປະຕິວັດ” ​ໂດຍ​ແມ່ນ​ທ່ານ​ປະທານ​ໂຮ່ຈີ​ມິນ​ເປັນ​ຜູ້​ແຕ່ງ ​ແລະ ​ໂຄງການ​ການ​ເມືອງ ​ໂດຍ​ແມ່ນ​ກອງ​ປະຊຸມ​ສູນ​ກາງ​ພັກ ​ເດືອນ​ຕຸລາ​ປີ 1930 ຮັບຮອງ​ຜ່ານ ມາ​ເຖິງ​ປັດຈຸບັນ, ພັກ​ລ້ວນ​ແຕ່​ຢືນຢັນ ລັດ​ທິມາກ - ​ເລ​ນິນ​ ​ເປັນ​ຮາກ​ຖານ​ແນວ​ຄິດ ​ແລະ​ເຂັມທິດ​ຊີ້​ທາງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ພັກ. ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ພັກ ມາ​ເຖິງ​ດຽວ​ນີ້ ​ໄດ້​ມີ​ການ​ເພີ່ມ​ເຕີມ​ໃໝ່: “ພັກ​ຖືລັດ​ທິມາກ - ​ເລ​ນິນ ​ແລະ​ແນວ​ຄິດ​ໂຮ່ຈີ​ມິນ ​ເປັນ​ຮາກ​ຖານ​ແນວ​ຄິດ​ຂອງ​ພັກ...”. ​ແຕ່​ປີ 1991, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ​ກໍ່​ໄດ້​ຢືນຢັນ​ແລ້ວ​ວ່າ: “...​ແນວ​ຄິດ​ໂຮ່ຈີ​ມິນ​ແມ່ນ​ໝາກຜົນ​ແຫ່ງ​ການ​ໝູນ​ໃຊ້​ຢ່າງ​ປະ​ດິດສ້າງ ລັດ​ທິມາກ - ​ເລ​ນິນ​ ​ໃນ​ເງື່ອນ​ໄຂ​ອັນ​ລະອຽດ​ຂອງ​ປະ​ເທດ​ເຮົາ, ​ແລະ ​ໃນ​ພາກ​ຕົວ​ຈິງ ​ແນວ​ຄິດ​ໂຮ່ຈີ​ມິນ​ໄດ້​ກາຍເປັນຊັບ​ສົມບັດ​ຈິດ​ໃຈ​ອັນ​ລ້ຳ​ຄ່າ​ຂອງ​ພັກ ​ແລະ ຂອງ​ຊາດ​ເຮົາ​ທັງ​ໝົດ; ພັກ​ກອມ​ມູນິດ​ຫວຽດນາມ​ແມ່ນ​ຜະລິດ​ຕະພັນຂອງ​ການ​ສົມທົບລັດ​ທິມາກ - ​ເລ​ນິນ​ ກັບ​ຂະ​ບວນການ​ກຳມະກອນ ​ແລະ​ຂະ​ບວນການ​ຮັກ​ຊາດ ​ຂອງ​ປະຊາຊົນ​ຫວຽດນາມ. ປະທານໂຮ່ຈີ​ມິນ ​ແມ່ນຮູບ​ປະກົດ​ທີ່​ຄົບ​ຖ້ວນ​ທີ່​ສຸດ​ ຂອງ​ການ​ສົມທົບ​ດັ່ງກ່າວ​ນັ້ນ, ​ເປັນ​ຕົວ​ແທນທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼືອມ​ໃຫ້​ແກ່​ການ​ສົມທົບ​ລະຫວ່າງ​ຊົນ​ຊັ້ນ ​ແລະ ຊົນ​ຊາດ, ປະຊາ​ຊາດ ​ແລະ ສາກົນ, ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິ​ສັງຄົມ​ນິຍົມ(9).

ກ້າວ​ເຂົ້າ​ສູ່​ສະຕະວັດ​ທີ XXI, ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ​ຂອງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ທ່າ​ອຽງ​ໂລກາ​ພິວັດ ດ້ວຍ​ກຳລັງ​ຊຸກ​ດັນ​ຂອງ​ເສດຖະກິດ​ພູມ​ປັນຍາ ທີ່​ພວມ​ກ້າວ​ດ້ວຍ​ຄວາມ​ໄວ “ມື້ໜຶ່ງ​ເທົ່າ​ກັບ​ຮ້ອຍ​ປີ” ຊຶ່ງໄດ້ ​ແລ​ະພວມວາງ​ໜ້າ​ທີ່​ຮັບຜິດຊອບ​ອັນ​ສຳຄັນ​ໃໝ່ ທີ່​ນັບ​ມື້​ນັບ​ໃຫຍ່​ຫຼວງ ສັບສົນ ​ແລະ​ຫຍຸ້ງຍາກ​ກວ່າ​ເກົ່າ ອອກ​ມາ​​ໃຫ້​ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ​ທົ່ວກອງທັບ​ເຮົາ. ​ເວົ້າ​ແບບ​ອື່ນ, ​ເມື່ອ​ປະຫວັດສາດ​ໂລກ​ກ້າວ​ເຂົ້າ​ສູ່​ສະ​ໄໝ​ແຫ່ງ​ກາ​ນຂະຫຍາຍຕົວ​ຢ່າງ​ແຂງ​ແຮງ, ກວ່າ​ເວລາ​ໃດ​ໝົດ, ມີ​ຫຼາຍ​ບັນຫາ​ເປັນ​ລວາ​ດໆ ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ທັງ​ພື້ນຖານ ທັງ​ຮີບ​ດ່ວນ ກ່ຽວ​ພັນ​ເຖິງ​ຊາຕາກຳ ອະນາຄົດຂອງ​ຊາດ ທີ່​ຮຽກຮ້ອງ​ໃຫ້​ພັກ​ເຮົາ​ຕ້ອງ​ຊອກ​ຫາ​ຄຳ​ຕອບ​ອັນ​ສັກສິດ​ໂດຍ​ໄວ ຊຶ່ງ​ຕໍ່​ກັບ​ບັນດາ​ບັນຫາ​​ໃໝ່ ​ແລະ​ຫຍຸ້ງຍາກ​ນັ້ນ ບັນດາ​ນັກ​ກໍ່​ຕັ້ງ​ລັດທິ​ມາກ - ​ເລ​ນິນ​ບໍ່​ໄດ້​ໃຫ້​ຄຳ​ຕອບ ​ແລະ ກໍ່ບໍ່​ອາດ​ມີ​ຄຳ​ອະທິບາຍ ຄຳ​ຕອບ​ອັນ​ລະອຽດ​ໃດ​ເລີຍ.

​ເປັນ​ທຳ​ມະ​ດາ​ວ່າ, ຄື​ດັ່ງ​ທີ່​ໄດ້​ສະ​ເໜີ​ມາ​ຂ້າງ​ເທິງ, ພວກ​ເຮົາ​ບໍ່​ອາດ​ປະຕິ​ເສດບັນຫາ​ໜຶ່ງ​ຄື ​ໃນ​ບັນດາ​ທົດ​ສະວັດທີ 7, 8 ​ເປັນ​ຕົ້ນ​ແມ່ນ​ໃນຊຸມ​ປີ​ຕົ້ນ​ທົດ​ສະ​ວັດ​ທີ 9 ຂອງ​ສະຕະວັດ​ທີ XX, ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ຫັນ​ທິດ​ສະ​ດີ​ມາກ​ຊິດ​ນັ້ນ​ເປັນພາກ​ຕົວ​ຈິງ ຊາ​ວພັກ​ກອມ​ມູນິດ​ພົບ​ຄວາມ​ຫຍຸ້ງຍາກ​ອັນ​ໃຫຍ່​ຫຼວງ. ພິ​ເສດ, ​ເມື່ອ​ປະຫວັດສາດ​ຂະຫຍາຍຕົວ ມະນຸດຊາດ​ຢູ່​ໃນ​ສະຖານະ​ການ​ທີ່​ມີ​ລັກສະນະ​ຫົວລ້ຽວຫົວ​ຕໍ່, ​ເມື່ອທ່າ​ອຽງ​ໂລກາ​ພິວັດກາຍ​ເປັນອັນ​ແຜ່​ຫຼາຍ​ທົ່ວ​ໄປ ດ້ວຍ​ບັນດາ​ກຳລັງ​ຊຸກ​ດັນ​ທີ່​ແຂງ​ແຮງ, ວຽກ​ງານ​ດັ່ງກ່າວ​ຍິ່ງ​ຫຍຸ້ງຍາກ​ກວ່າ​ເກົ່າ​ຕັ້ງ​ຫຼາຍ​ເທົ່າ. ຊົນ​ຊັ້ນ​ກຳມະກອນ ທີ່​ນຳ​ໜ້າ​ໂດຍ​ພັກ​ປະຕິວັດ​ຂອງ​ມັນ ​ໄດ້ ພວມ ​ແລະ​ສືບ​ຕໍ່​ມີ​ກຳລັງ​ພຽງພໍ​ ເພື່ອແບກ​ຫາບ​ໜ້າ​ທີ່​ຮັບຜິດຊອບ​ອັນສຳຄັນ​ດັ່ງກ່າວ​ ຂອງ​ປະວັດ​ສາດສັງຄົມ​ນິຍົມ, ​ເມື່ອ​ຮູ້​ອີງ​ໃສ່​ການຊີ້​ບອກ ຂອງປະຫວັດສາດຂະ​ບວນການສັງຄົມ​ນິຍົມ, ຮູ້ວິທີ​ຜ່ານ​ຜ່າບັນດາສິ່ງ​ທ້າ​ທາຍ ທີ່​ມີ​ລັກສະນະ “​ເປັນ, ຕາຍ” ຂອງ​ຍຸກ​ສະ​ໄໝ, ​ແລະ​ປະການ​ສຳຄັນ​ພື້ນຖານ ມີ​ຄວາມ​ໝາຍ​ຕັດສິນ​ທີ່​ສຸດ ​ແມ່ນ​ຕ້ອງ​ຮູ້ ກັບ​ຄືນ​ມາ ສູ່ລັດ​ທິມາກ - ​ເລ​ນິນ​ ຢ່າງ​ໝັ້ນຄົງ ​ແລະ​ປະດິດ​ສ້າງ.

ສະ​ນັ້ນ, ​ໃນ​ການ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປັດຈຸບັນ, ພວກ​ເຮົາ​ຍິ່ງ​ຕ້ອງ​ກັບ​ຄືນ​ມາສູ່ລັດ​ທິມາກ - ​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ​ຢ່າງ​ຊື່​ຕົງ​ບໍລິສຸດ ​ແລະ​ປະດິດ​ສ້າງ. ຫຼັກການ​ທີ່​ບໍ່​ຂະຫຍັບຂະຫຍາຍ​ຄື ຕ້ອງ​ຄົ້ນຄວ້າ ​ແລະ​ຊາບ​ຊືມມັນ​ດ້ວຍ​ຖານະ​ທີ່​ບໍ່​ພຽງ​ແຕ່​ເປັນ ຮາກ​ຖານ​ທິດ​ສະ​ດີກາ​ນ​ເມືອງ ທາງ​ດ້ານ​ການ​ເມືອງ-ສັງຄົມ, ​ເປັນ​ໂຄງການ​ການ​ເມືອງ-ວິທະຍາສາດ ທາງ​ດ້ານການ​ເຄື່ອນ​ໄຫວ​ປະຕິວັດ, ​ເປັນ​ເອກະ​ພົບ​ອັນ​ຄົບ​ຖ້ວນ​ໜຶ່ງ ທາງ​ດ້າ​ໂຄງ​ປະກອບ​ລະບົບ, ​ເປັນ​ເນື້ອຕົວ​ຈິງ​ໜຶ່ງ​ທີ່​ເຄື່ອນ​ເໜັງ ແລະ​ເປັນ​ເອກະ​ພາບ ທາງ​ດ້ານ​ວິທະຍາສາດ-ພຶດຕິ​ກຳ ​ເທົ່າ​ນັ້ນ ຫາກ​ຍັງ​ເປັນທິດ​ສະ​ດີ-ພຶດຕິ​ກຳ​​ເປີດ ທາງ​ດ້ານ​ສັງຄົມ-ປະຫວັດສາດ ​ແລະ ​ເປັນສັງລວມວິທີ​ວິທະຍາສາດ ​ແລະປະຕິວັດ, ຄື​ກະ​ໂຕລັດ​ທິມາກ - ​ເລ​ນິນ​ໄດ້​ກວມ​ລວມ ​ແລະ ສະ​ແດງ​ອອກ.

ຜ່ານ​ການ​ທົດ​ສອບ ​ແລະ​ກວດ​ພິສູດ​ຂອງ​ພຶດຕິ​ກຳ​​ແຫ່ງ​ປະຫວັດສາດ, ສິ່ງ​ທີ່​ນັບ​ມື້​ຍິ່ງ​ກະຈ່າງ​ແຈ້ງ​ຄື, ຍ້ອນ​ການ​ຮ່ວມ​ເປັນ​ຜົນ​ຜະລຶກ​ ຂອງ​ບັນດາ​ຄຸນສົມບັດ​ແລະ​ທາດ​ແທ້​ເຫຼົ່ານັ້ນ, ລັດ​ທິມາກ - ​ເລ​ນິນ​ ​ໂດຍ​ມັນ​ເອງ ມັນ​ໄດ້​ເປັນວິທະຍາສາດ​ທີ່​ມີ​ລັກສະນະປະຕິວັດ​ຢ່າງ​ເລິກ​ເຊິ່ງ. ​ເພາະວ່າ, ມັນ​ແມ່ນ​ທິດ​ສະ​ດີ​ທີ່​ບໍ່​ພຽງ​ແຕ່​ແນ​ໃສ່ອະທິບາຍ ​ໂລກ​ເທົ່າ​ນັ້ນ ຫາກ​ສຳຄັນ​ກວ່າ​ນັ້ນ​ແມ່ນ ​ແນ​ໃສ່ດັດ​ສ້າງ ໂລກ. ​ເວົ້າ​ແບບ​ອື່ນ, ລັດ​ທິມາກ - ​ເລ​ນິນ ບໍ່​ແມ່ນ​ປະ​ເພດ​ວິທະຍາສາດ​​ເພື່ອ​ໂຕມັນ​ເອງ​ເປັນອັນຂາດ ຫາກ​ແມ່ນ​ວິທະຍາສາດ​ກ່ຽວ​ກັບ​ການ​ປະຕິ​ວັດ, ວິທະຍາສາດ​ຂອງ​ພຶດຕິ​ກຳ ​ແລະ ຍ້ອນ​ພຶດຕິ​ກຳ​ປະຫວັດສາດ​ການ​ປະຕິວັດ ​ແນ​ໃສ່​ຈຸດໝາຍ​ປົດ​ປ່ອຍ​ມະນຸດ​ ອອກ​ຈາກ​ການ​ຄອບ​ງຳ ຂອງ “ອານາຈັກ​ແຫ່ງ​ຄວາມ​ຈຳ​ເປັນ” ​ເພື່ອ​ກ້າວ​ໄປ​ສູ່ “ອານາຈັກ​ແຫ່ງ​ອິດສະຫຼະ​ເສລີ”. ຍ້ອນ​​ແນວ​ນັ້ນ, ມັນ​ໄດ້ກວມ​ລວມຄວາມ​ສາມາດຂະຫຍາຍຕົວ​ດ້ວຍ​ຕົນ​ເອງ ປະດິດ​ສ້າງ​ດ້ວຍ​ຕົນ​ເອງ ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ຜ່ານ​ການ​ປະຕິວັດ. ​ເວົ້າ​ວ່າ​ຕັ້ງ​ໝັ້ນ​ໃນ​ລັດທິມາກ - ​ເລ​ນິນ​ ກໍ່​ໝາຍ​ຄວາມ​ວ່າ​ຕ້ອງ​ຂະຫຍາຍ​ມັນ​ຢ່າງ​ບໍ່​ຢຸດ​ຢັ້ງ ດ້ວຍ​ພຶດຕິ​ກຳ​ປະຕິວັດ​ປະດິດ​ສ້າງ; ພ້ອມ​ກັນ​ນັ້ນ ກໍ່​ຕ້ອງ​ຍົກ​ສູງ​ສະຕິ​ລະວັງ​ຕົວ ​ຕ້ານ​ຄືນ​ຢ່າງທັນ​ການ ​ແລະ​ມີ​ປະສິດທິ​ຜົນ ຕໍ່​ທຸກໆ​ປະກົດ​ການ ​ຂອງ​ລັດທິ​ອັດຖະ​ປະ​ໂຫຍ​ດ ລັດທິ​ສວຍ​ໂອກາດ ​ແລະ​ລັດທິ​ແກ້ ທີ່​ກໍ່ຄວາມ​ເປື້ອນ​ເປິະ ບິດ​ເບືອນ ​ແລະ​ໃສ່​ຮ້າຍ​ປ້າຍ​ສີ​ລັດ​ທະ​ມາກ-​ເລ​ນິນ.

ດັ່ງ​ນັ້ນ, ​ເນື້ອ​ແທ້​ຂອງການ​ສື​ບຕໍ່​ຄົ້ນຄວ້າ ຂະຫຍາຍລັດ​ທິມາກ - ​ເລ​ນິນ​ ​ແມ່ນຄົ້ນຄວ້າ ຄົ້ນ​ເຜີຍ ​ແລະ ສະຫລຸບ​ສັງ​ລວ​ມບັນດາ​ບັນຫາ​ທີ່​ມີ​ລັກສະນະ​ກົດ​ເກນ, ບັນດາ​ກົດ​ເກນ​​ແຫ່ງ​ການ​ເຄື່ອນ​ເໜັງ​ສັງຄົມ ຢ່າງ​ກວມ​ລວມ, ມີ​ລັກສະນະ​ລວ​ມທີ່​ສຸດ, ມີ​ລັກສະນະ​ຈຳ​ເປັນ​ແນ່ນ​ອນ ​ແຕ່​ພັດ​ໄດ້​ບັນຈຸ​ແລະ​ໄດ້​ສະ​ແດງ​ອອກ​ຢ່າງ​ມີ​ຊີວິດ​ຊີ​ວາ ຢູ່​ໃນ​ບັນດາ​ໄລຍະ​ປະຫວັດສາດ​ອັນ​ລະອຽດ ທີ່​ແນ່ນອນ, ​ໂດຍ​ພິຈາລະນາ​ໃນ​​ວິວັດທະນາ​ການທັງ​ໝົດ​ແຫ່ງ​ການ​ພັດທະນາ​ປະຫວັດສາດ - ທຳ​ມະ​ຊາດ ຂອງ​ມະນຸດຊາດ, ​ເພື່ອ​ການ​ດຳລົງ​ຄົງ​ຕົວ ​ແລະ ຂະຫຍາຍຕົວ​ຂອງ​ລັດທິ​ສັງຄົມ​ນິຍົມ​ໃນ​ສະຕະວັດ​ທີ XXI.

ຕາມ​ນັ້ນ, ​ເນື້ອ​ແທ້​ຂອງ​ການ​ຄົ້ນຄວ້າ​ທິດ​ສະ​ດີກາ​ນ​ເມືອງ​ທັງ​ໝົດ​ຂອງ​ພວກ​ເຮົາ​ ແມ່ນ​ແນໃສ່ຈຸດໝາຍ​ປະກອບສ່ວນ​ສ້າງ​ແນວທາງ​ການ​ເມືອງ ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ຖືກຕ້ອງ ​ແລະ ປະດິດ​ສ້າງ ​ເພື່ອນຳພາ ຊີ້ນຳ​ໄຊຊະນະ​ຂອງ​ການ​ກໍ່ສ້າງ​ລັດ​ທິສັງຄົມ​ນິຍົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ຢູ່​ປະ​ເທດ​ເຮົາ​ໃນ​ປັດຈຸບັນ ບົນພື້ນຖານລັດ​ທິມາກ - ​ເລ​ນິນ​, ​ແນວ​ຄິດ​ໂຮ່ຈີ​ມິນ. ​ແຕ່​ໃນ​ພາກ​ພຶດຕິ​ກຳ, ບໍ່​ແມ່ນ​ເມື່ອ​ເວົ້າ​ເຖິງການ​ກຳນົດ​ທິດ​ສັງຄົມ​ນິຍົມ ​ໃນ​ວຽກ​ງານ​ຄົ້ນຄວ້າ​ທິດ​ສະ​ດີກາ​ນ​ເມືອງ ກໍ່​ຈະ​ມີ​ທິດ​ສະ​ດີ​ທີ່​ຖືກຕ້ອງ​ໃນ​ທັນ​ທິທັນ​ໃດ ກ່ຽວ​ກັບ​ພາລະກິດ​ການ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ, ລະອຽດ​ຄື​ແນວທາງ​ການ​ເມືອງ​ກໍ່ສ້າງ​ລັດ​ທິສັງຄົມ​ນິຍົມ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດທີ່​ຖືກຕ້ອງ. ຍ້ອນ​ວ່າ, ດ້ານ​ໜຶ່ງ, ທາງ​ດ້ານ​ວິທີ​ວິທະຍາ, ມີ​ການ​ກຳນົດ​ທິດ​ກໍ່​ຈະ​ມີ​ການຜີກ​​ຈາກ​ທິດ​ໝາຍ (ຫຼົງ​ທິດ), ພິຈາລະນາ​ທາງ​ດ້າມະຫາ​ພາກ ກໍ່​ຄື​ຈູ​ນລະ​ພາກ, ​ໃນ​ຂະໜາດ​ທົ່ວ​ທັງ​ໝົດ ກໍ່​ຄື​ໃນ​ພາກສ່ວນ; ດ້ານ​ອື່ນ, ທາງ​ດ້ານ​ການຈັດ​ຕັ້ງ​ພຶດຕິ​ກຳ, ຕົວ​ມັນ​ເອງ​ໄດ້​ມີ​ຄວາມ​ບໍ່​ສອດຄ່ອງ​ສອງ​ປະການ: ວາງ​ແນວທາງ​ການ​ເມືອງ​ຜິດ​ກັບ​ກົດ​ເກນ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ແນວທາງ​ການ​ເມືອງ​ຢ່າງ​ຜິດ​ເຂ​ວ. ​ໃນ​ອະດີດຕະການ, ຄວາມ​ຜິດພາດ​ທາງ​ດ້ານ​ພຶດຕິ​ກຳ​ໄດ້​ສະ​ແດງ​ໃຫ້​ເຫັນ​ສອງ​ປະການ​ດັ່ງກ່າວ. ​ເພາະສະ​ນັ້ນ, ​ໃນ​ກອງ​ປະ​ຊຸມ​​ກາງ​ສະ​ໄໝ ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ VII (​ເດືອນ​ມັງກອນ​ ປີ 1994), ພັກ​ເຮົາ​ໄດ້​ກ່າວ​ເຕື່ອນ ​ແລະ ​ເປັນ​ຫ່ວງ​ເປັນ​​ໃຍ​ທີ່​ສຸດ ກ່ຽວ​ກັບ​ໄພ​ອັນຕະລາຍ​ແຫ່ງ​ການ​ຜີກ​ຈາກ​ທິດ​ສັງຄົມ​ນິຍົມ, ຖື​ວ່າ​ນີ້​ແມ່ນ​ໄພ​ອັນຕະລາຍ​ອັນ​ດັບ​ໜຶ່ງ ​ໃນ​ໄພ​ອັນຕະລາຍ​ສີ່​ຢ່າງ, ທີ່ມີຢູ່​ທັງ​ສອງ​ດ້ານ ການວາງ​ແນວທາງ ​ແລະ ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ການ​ເມືອງ​ ຂອງ​ພັກ.

​ເວົ້າ​ຄື​ແນວ​ນັ້ນ ​ເພື່ອ​ໃຫ້​ຮັບ​ຮູ້​ຢ່າງ​ເລິ​ກ​ເຊິ່ງວ່າ ບັນຫາ​ຢຶດໝັ້ນ​ທິດ​ທາງ​ສັງຄົມ​ນິຍົມ​ໃນ​ການ​ຄົ້ນຄວ້າ​ທິດ​ສະ​ດີກາ​ນ​ເມືອງ ບົນ​ພື້ນ​ຖານລັດ​ທິມາກ - ​ເລ​ນິນ​ ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ພິ​ເສດ, ຕັດສິນ​ເຖິງ​ຜົນສຳ​ເລັດ​ຂອງ​ພັກ​ເຮົາ, ຂອງ​ພາລະກິດ​ກໍ່ສ້າງ​ສັງຄົມ​ນິຍົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງ​ພວກ​ເຮົາ​ໃນ​ປັດຈຸບັນ ​​ແລະ​ຂອງ​ຊາດ ຂອງ​ປະ​ເທດ​ເຮົາ​ໃນ​ອະນາຄົດ. ນັ້ນ​ແມ່ນ​ບົດຮຽນ​ແຫ່ງ​ຜົນສຳ​ເລັດ ຫຼື​ປະລາ​ໄຊ​ຂອງ​ພວກ​ເຮົາ ​ໃນ​ພຶດຕິ​ກຳ​ແຫ່ງ​ການ​ກໍ່ສ້າງສັງຄົມ​ນິຍົມ ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ; ນັ້ນກໍ່ແມ່ນບົດຮຽນແຫ່ງຄວາມປະລາໄຊ ຂອງ​ບັນດາ​ພັກ​ກອມ​ມູນິດ​ຜູ້​ກຳ​ອຳນາດ ຢູ່​ບັນດາ​ປະ​ເທດສັງຄົມ​ນິຍົມ ຢູ່​ສະຫະພາບ​ໂຊ​ວຽດ ​ແລະ​ເອີຣົບຕາ​ເວັນ​ອອກ ​ໃນ​ທົດ​ສະ​ວັດ​ສຸດ​ທ້າຍ​ ຂອງ​ສະຕະວັດ​ທີ XX, ​ເມື່ອ​ຜີກ​ຈາກ​ທິດ​ໝາຍ ຫຼື​ຫຼົງ​ທິດ​ໃນ​ການ​ວາງ​ແນວທາງ​ການ​ເມືອງ, ກວ້າງ​ກວ່ານັ້ນ​ແມ່ນ​ທິດ​ສະ​ດີກາ​ນ​ເມືອງ. ກະ​ໂຕ​ການ​ຂະຫຍາຍຕົວ​ຢ່າງ​ສັບສົນ ​ແລະ​ຫຍຸ້ງຍາກ​ຂອງ​ພຶດຕິ​ກຳ​ປະຕິວັດ​ໄດ້​ໃຫ້​ເຫັນ​ວ່າ ບໍ່​ມີ​ສິ່ງ​ໃດ​ທີ່​ອາດ​ຈະ​ພຶດຕິ​ກຳ​ກວ່າ ​ເມື່​ອພວກ​ເຮົາ​ມີທິດ​ສະ​ດີວິທະຍາສາດ ​ແລະ​ປະຕິວັດ ພາ​ທາງ. ຢູ່ບ່ອນ​ໃດ ​ແລະ​ໃນ​ເວລາ​ໃດ​ທີ່​ວຽກ​ງານ​ທິດ​ສະ​ດີ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຖືກ​ລະດັບ ​ແມ່ນ​ຢູ່​ບ່ອນ​ນັ້ນ​ແລະ​ໃນ​ເວລາ​ນັ້ນ ​ຈະ​ເກີດ​ວິ​ກິດ​ການ​ດ້ານ​ທິດ​ສະ​ດີ ​ແລະ​ທິດ​ສະ​ດີ​ຖືກ​ຖອຍຫຼັງ; ຕາມ​ນັ້ນ, ວຽກ​ງານ​ຈັດ​ຕັ້ງ​ພຶດຕິ​ກຳ​ກໍ່​ຈະ​ສັບ​ສົນ​ວຸ້ນວາຍ, ຊ້ຳ​ບໍ່​ໜຳ​ຍັງ​ຖືກ​ຫຍຸ້ງຍາກ​ຕິກ​ຂັດ ​ແລະ​ລົ້ມ​ຈົມ. ພຶດຕິ​ກຳ​ໄດ້​ຢືນຢັນ​ແລ້ວ​ວ່າ, ມີ​ພຽງ ​ເລິີ່ມຈາກລັດ​ທິມາກ - ​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ຈັດ​ຕັ້ງ​ພຶດຕິ​ກຳ​ເປັນ​ຢ່າງ​ດີ, ສະຫລຸບ​ສັງ​ລວມບົດຮຽນ​ພຶດຕິ​ກຳ​ປະຕິວັດ ຢ່າງ​ທັນ​ການ​ແລະ​ເປັນ​ປະຈຳ ​ແມ່ນ​ເສັ້ນທາງ​ໜຶ່ງ​ດຽວ​ທີ່​ຖືກຕ້ອງ ​ເພື່ອ​ຂະຫຍາຍ ​ແລະ​ປົກ​ປ້ອງ​ທິດ​ສະ​ດີ​ປະ​ຕິ​ວັດ ຈິ່ງ​ສືບ​ຕໍ່​ນຳ​ເອົາ​ພາລະກິດ​ການ​ປະຕິວັດ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ນັ້ນ​ແມ່ນ ຈຸດປະສົງ ​ເສັ້ນທາງ ສິ່ງ​ແວດ​ລ້ອມ, ​ແມ່ນ​ບາດກ້າວ ​ໄມ້​ຫຼາ​ວັດ​ແທກ​ປະສິດທິ​ຜົນ, ​ແມ່ນ​ສິ່ງ​ທ້າ​ທາຍ ​ໂອກາດ​ດີ​ໃນ​ການ​ພັດທະນາ ​ແລະ ​ແມ່ນ​ຂອບ​ຟ້າ​ແຫ່ງ​ການ​ປະດິດ​ສ້າງ ຂອງ​ວຽກ​ງານ​ທິດ​ສະ​ດີ​ໃນປັດຈຸບັນ ​ເພື່ອ​ແນ​ໃສ່​ກໍ່ສ້າງ ​ແລະ​ຂະຫຍາຍ​ຮາກ​ຖານ​ແນວ​ຄິດ​ການ​ເມືອງ ທີ່ພາ​ທາງ​ໃຫ້​ແກ່​ພາລະກິດ​ການ​ປ່ຽນ​ແປງ​ໃໝ່ ກໍ່ສ້າງ​ສັງຄົມ​ນິຍົມ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ ​ໄປ​ສູ່​ອະນາຄົດ; ພ້ອມ​ກັນ​ນັ້ນ ກໍ່​ຮັບຮອງທ່າ​ທີ່ ຄວາມ​ເດັດດ່ຽວ ຄວາມ​ສາມາດ ​ແລະ ສິນ​ທຳ ຂອງ​ພວກ​ເຮົາ​ຕໍ່​ກັບ​ທິດ​ສະ​ດີ​ມາກ​ຊິດ.

ຍ້ອນ​ວ່າ, ພິຈາລະນາ​ຈົນ​ສຸດ​, ວຽກ​ງານ​ທິດ​ສະ​ດີ​ທັງ​ໝົດ​ຂອງ​ພວກ​ເຮົາ ທາງ​ດ້ານ​ເນື້ອ​ແທ້​ແມ່ນ​ແນ​ໃສ່ ຈຸດປະສົງ​ກໍ່ສ້າງ​ແນວທາງ​ການ​ເມືອງ​ທີ່​ປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ ​ແລະ ປະດິດ​ສ້າງທາງ​ດ້ານ​ທິດ​ສະ​ດີ​ຂອງ​ພັກ ​ເພື່ອ​ຊີ້​ນຳ​ໄຊຊະນະ ​ໃນ​ການ​ສ້າງສາສັງຄົມ​ນິຍົມ ຢູ່​ໃນ​ປະ​ເທດ​ເຮົາ, ຕາມລັດ​ທິມາກ - ​ເລ​ນິນ​, ​ແນວ​ຄິດ​​ໂຮ່ຈີ​ມິນ. ປະຫວັດສາດພັກ​ເຮົາ ​ໃນ 84 ປີ​ທີ່​ຜ່ານ​ມາ​ໄດ້ຢັ້ງຢືນ​ວ່າ: ຍ້ອນ​ຕັ້ງ​ໝັ້ນ ​ແລະ ໝູນ​ໃຊ້ລັດ​ທິມາກ - ​ເລ​ນິນ​, ​ແນວ​ຄິດ​ໂຮ່ຈີ​ມິນ ຢ່າງ​ໄຫວ​ພິບ ປະດິດ​ສ້າງ, ຈາກ​ນັ້ນ​ຊອກ​ຫາ​ໄດ້​ ທາດ​ແທ້ ກົດ​ເກນ​ການ​ເຄື່ອນ​​ເໜັງ​ພິ​ເສດສະ​ເພາະ ຂອງ​ສັງຄົມ​ຫວຽດນາມ ​ແລະ ທ່າ​ອຽງ​ແຫ່ງ​ການ​ເຄື່ອນ​ເໜັງອັນ​ຈຳ​ເປັນ​ແນ່ນ​ອນຂອງ​ຍຸກ​ສະ​ໄໝ; ພ້ອມ​ກັນ​ນັ້ນ, ຕໍ່ສູ້​ ຢ່າງ​ເດັດດ່ຽວ ຕ້ານ​ກັບ​ທຸກໆ​ປະ​ກົດ​ການ​ຂອງ​ລັດທິ​ອັດຖະ​ປະ​ໂຫຍ​ດ ລັດທິ​ຄຳ​ພີຕາ​ຍຕົວ ລັດທິ​ສວຍ​ໂອກາດ..., ພັກ​ເຮົາ​ໄດ້​ສຳ​ເລັດຜົນ ​ໃນ​ການ​ກໍ່ສ້າງ​ແນວທາງ​ປະຕິວັດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ປະດິດ​ສ້າງ​ ຂອງ​ການ​ປະຕິວັດ​ຢູ່​ປະ​ເທດ​ເຮົາ. ​ໃນ​ລະດັບ​ມະຫາ​ພາກ, ວຽກ​ງານ​ທິດ​ສະ​ດີ​ໄດ້​ປະ​ກອຍ​ສ່ວນ​ອັນ​ສຳຄັນ​ ໃນ​ການ​ອະທິບາຍ​ທຳ​ຄວາມ​ກະຈ່າງ​ແຈ້ງ ຫຼາຍ​ໆບັນຫາ​ວິທະຍາສາດ-ພຶດຕິ​ກຳທີ່​ເປັນ​ພື້ນຖານ ​ແລະ​ສຳຄັນ​ທີ່​ສູດ, ສືບ​ຕໍ່​ພາ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍຕ່າງໆ ​ແລະ​ສືບ​ຕໍ່​ຂະຫຍາຍຕົວ​ບົນ​ເສັ້ນທາງ​ສັງຄົມ​ນິຍົມ, ພາຍ​ໃຕ້​ແສງ​ສະຫວ່າງ​ຂອງລັດ​ທິມາກ - ​ເລ​ນິນ​, ​ແນວ​ຄິດ​ໂຮ່ຈີ​ມິນ. ນັ້ນ​ແມ່ນ​ບັນດາ​ບັນຫາ​ກ່ຽວ​ກັບ​ຈຸດ​ພິ​ເສດ ​ເນື້ອ​ໃນຂອງ​ຍຸກ​ສະ​ໄໝ​ປັດຈຸບັນ; ກ່ຽວ​ກັບ​ຕົວ​ແບບ ​ແລະ​ເສັ້ນທາງ​ສັງຄົມ​ນິຍົມຢູ່​ຫວຽດນາມ; ກ່ຽວ​ກັບ​ພາລະກິດ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ; ກ່ຽວກັບການ​ພັດທະນາ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ; ກ່ຽວກັບການ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ກ່ຽວກັບ​ການກໍ່ສ້າງ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ ​ແລະ​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ; ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ແລະ ສາມັກຄີ​ສາກົນ; ກ່ຽວ​ກັບ​ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມຫວຽດນາມ; ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃຫ້​ທຽບ​ເທົ່າ​ກັບ​ພາລະກິດ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ,... ຄວາມ​ມານະ​ພະຍາຍາມ​ທັງ​ໝົດ​ນັ້ນ​ ຂອງ​ວຽກ​ງານ​ທິດ​ສະ​ດີ ​ໄດ້​ປະກອບສ່ວນ​ໂດຍ​ກົງ​ ເຂົ້າ​ໃນ​ການ​ເຮັດ​​ໃຫ້ “​ເສັ້ນທາງ​ກ້າວ​ຂຶ້ນ​ສັງຄົມ​ນິຍົມຢູ່​ຫວຽດນາມ ນັບ​ມື້​ນັບ​ໄດ້​​ກຳນົດຢ່າງ​ຈະ​ແຈ້ງ​ກວ່າ​ອີກ”, ພາໃຫ້​ປະ​ເທດຫລຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ເສດຖະກິດ - ສັງຄົມ ​ທີ່​ໜັກໜ່ວງ​ແກ່ຍາວ​ໃນ​ສອງ​ທົດ​ສະ​ວັດ​ສຸດ​ທ້າຍ​ ຂອງ​ສະຕະວັດ​ທີ XX, ກ້າວ​ເຂົ້າ​ສູ່​ສະ​ໄໝ​ແຫ່ງ​ການ​ພັດທະນາ​ໃໝ່ ​ໃນ​ສະຕະວັດ​ທີ XXI ດ້ວຍ​ທ່ວງທ່າ ​ແລະ ກຳລັງ​ແຮງ​ໃໝ່, ດ້ວຍ​ອັດຕາຄວາມ​ໄວ​ໃໝ່ ຄື​ດັ່ງ​ທີ່​ທຸກ​ຄົນ​ໄດ້​ເຫັນ​ມາ. 

ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ ບົດ​ຮຽນປະຫວັດສາດ​ອັນ​ລ້ຳ​ຄ່າ ທີ່​ປະ​ກອບສ້າງ​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນ ການ​ຂະຫຍາຍ​ເພີ່ມ​ເຕີ​ມຢ່າງ​ປະດິດ​ສ້າງ ​ແລະ ປົກ​ປ້ອງ​ຢ່າງ​ສຳ​ເລັດ​ຜົນ ລັດ​ທິມາກ - ​ເລ​ນິນ​, ​ແນວ​ຄິດ​ໂຮ່ຈີ​ມິນ, ບົນ​ພື້ນຖານ​ຮັບປະກັນ ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ທິດ​ສະ​ດີ​ປະຕິວັດ ​ແລະ ພຶດຕິ​ກຳ​ປະຕິວັດ ​ເພື່ອ​ແນ​ໃສ່​ທັງ​ຍົກ​ສູງ​ລະດັບ​ທິດ​ສະ​ດີ ທັງ​ຍູ້​ແຮງ​ຄວາມ​ສາມາດ​ຈັດ​ຕັ້ງ​ພຶດຕິ​ກຳ​ປະຕິວັດ./.

​ໂດຍ: ຮສ.ດຣ. ຫວູວັນ​ຝຸກ
ບັນນາທິການ​ໃຫຍ່​ວາລະສານ​ກອມ​ມູນິດ

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 855 (​ເດືອນ​ມັງກອນ 2014)

(1) ວ.ອີ. ​ເລ​ນິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ ການ​ເມືອງ​ແຫ່​ງຊາດ, ຮ່າ​ໂນ້ຍ, 2005, ​ເຫຼັ້ມ 23, ໜ້າ 50.

(2) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ ການ​ເມືອງ​ແຫ່​ງຊາດ, ຮ່າ​ໂນ້ຍ, 1996, ​ເຫຼັ້ມ 10, ໜ້າ 128.

(3) ຕີ​ລາຄາ​ຂອງ​ກອງ​ປະຊຸມ​ໃຫຍ່​ກາກ​ມາກ​ສາກົນ ທີ່​ປະຊຸມ​ຢູ່​​ນະຄອນ​ປາຣີ ​ແຕ່​ວັນ​ທີ 27 ຫາ 30 ກັນຍາ 1995 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼິມສະຫຼອງລັດທິ​ມາກ​ຄົບຮອບ 100 ປີ ຊຶ່ງ​ມີ​ຜູ້​ແທນ​​ເຂົ້າ​ຮ່ວມ 500 ຄົນ​ທີ່​ມາ​ຈາກສະ​ຖາ​ບັນ​ວິທະຍາສາດ ວາລະສານ​ມາກ​ຊິດ​ເກືອບ 100 ​ແຫ່ງ ​ແລະ​ມະຫາວິທະຍາ​​ໄລ 30 ​ແຫ່ງ ຂອງ 22 ປະ​ເທດ​​ໃນ​ໂລກ (​ເບິ່ງ: ວາລະສານ​ກອມ​ມູນິດ ສະບັບ​ທີ 9, ​ເດືອ​ນພຶດສະພາ 1996).

(4) ຕີ​ລາຄາ​ຂອງໜັງສືພິມ​ລາຍ​ສັບປະດາ ປົດ​ປ່ອຍ, ວັນ​ທີ 7 ກໍລະກົດ 1995, ອົງການ​ກະບອກ​ສຽງ​ຂອງ​ນັກຮົບ​ປະຕິວັດ​ຫຼາຍ​ໝື່ນ​ຄົນ​ຂອງບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ທີ່​ອາ​ໄສ​ຢູ່​ປະ​ເທດ​ສຸ​​ແອດ (​ເບິ່ງ: ວາລະສານ​ກອມ​ມູນິດ ສະບັບ​ທີ 1, ​ເດືອ​ນມັງກອນ 1996).

(5), (6) ວ.ອີ. ​ເລ​ນິນ: ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 6, ໜ້າ 30, 32

(7) ​ໂຮ່ຈີ​ມິນ: ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 2, ໜ້າ 267 - 268

(8) ໂຮ່ຈີ​ມິນ: ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 12, ໜ້າ 92

(9) ພັກ​ກອມ​ມູນິດ​ຫວຽ​ດນາມ: ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VII, ສຳນັກ​ພິມ​ຈຳໜ່າຍ ຊື້​ເຖິດ, ຮ່າ​ໂນ້ຍ, 1991, ໜ້າ 127 – 128