
ສະຫາຍໂຕຮູຍເຣືອ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ. (ພາບ: TTXVN)
ກ່ຽວກັບການຈັດຕັ້ງ ກົງຈັກ, ຄະນະຈັດຕັ້ງສູນກາງ ແລະອົງການຈັດຕັ້ງພະນັກງານຂັ້ນຕ່າງໆ ໄດ້ເປັນທີ່ປຶກສາຢ່າງຕັ້ງໜ້າ ໃຫ້ແກ່ການສະຫລຸບສັງລວມມະຕິຕ່າງໆຂອງສູນກາງ ກ່ຽວກັບການປ່ຽນແປງໃໝ່ ຍົກສູງຄຸນນະພາບລະບົບການເມືອງ; ຍູ້ແຮງການກວດຄືນ ດັດແປງ ປັບປຸງເພີ່ມເຕີມພາລະບົດບາດ ໜ້າທີ່ ການຈັດຕັ້ງ ກົງຈັກຂອງບັນດາອົງການພັກ, ອົງຄະນະມະຫາຊົນ, ຄະນະປະຕິບັດງານພັກ, ຄະນະກຳມະການພັກ, ຄະນະພັກໃນບັນດາຫົວໜ່ວຍພາລະກຳ, ບັນດາອົງການປຶກສາຊ່ວຍວຽກຄະນະພັກ, ແນວໂຮມປະເທດຊາດ ແລະບັນດາອົງຄະນະການເມືອງ - ສັງຄົມ; ສືບຕໍ່ໃຫ້ຄຳປຶກສາຊ່ວຍການປັບປຸງບູລະນະການຈັດຕັ້ງ ກົງຈັກ, ຍົກສູງຄຸນນະພາບການເຄື່ອນໄຫວຂອງຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫຼວງ, ຄະນະຮັບຜິດຊອບວຽກງານພາຍໃນສູນກາງ ທ້ອງຖິ່ນ, ແລະຄະນະເສດຖະກິດສູນກາງ, ຜ່ານການເຄື່ອນໄຫວຕົວຈິງໃຫ້ເຫັນວ່າມີປະສິດທິຜົນ. ພິເສດ, ຄະນະຈັດຕັ້ງສູນກາງ ແລະຄະນະຈັດຕັ້ງຂອງຄະນະພັກ ການຈັດຕັ້ງພັກຂັ້ນຕ່າງໆ ໄດ້ຍູ້ແຮງການຄົ້ນຄວ້າ ໃຫ້ຄຳປຶກສາກໍ່ສ້າງລະບຽບການເລືອກຕັ້ງໃນພັກ ແລະຫຼາຍລະບຽບການ ຂໍ້ກຳນົດ ແນໃສ່ຫັນວິທີແກ້ຕ່າງໆ ກ່ຽວກັບການຈັດຕັ້ງ ພະນັກງານ ແລະການດຳເນີນຊີວິດພັກ ໃຫ້ເປັນລະອຽດ ເພື່ອປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI.
ກ່ຽວກັບວຽກງານພະນັກງານ, ໄດ້ຄົ້ນຄວ້າ ໃຫ້ຄຳປຶກສາຊ່ວຍກົມການເມືອງ ຄະນະເລຂາທີການ ແລະຄະນະພັກຂັ້ນຕ່າງໆ ຜັນຂະຫຍາຍການປ່ຽນແປງໃໝ່ຂອດຕ່າງໆຢ່າງຄົບຊຸດພໍຄວນ ນັບແຕ່ການຕີລາຄາ ວາງແຜນກຳນົດ ຈັດວາງຜັດປ່ຽນ ບຳລຸງກໍ່ສ້າງ ຈົນເຖິງນະໂຍບາຍພະນັກງານ. ຈຸດໂດດເດັ່ນທີ່ສຸດໃນວຽກງານຕີລາຄາພະນັກງານແມ່ນການແນະນຳສຳຫຼວດຕິຊົມຕົນເອງ ແລະຕິຊົມໝູ່ຄູ່ປະຈຳປີ ໂດຍຕິດແໜ້ນກັບການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI; ໃຫ້ຄຳປຶກສາຊ່ວຍການປະກາດໃຊ້ ແລະຈັດຕັ້ງປະຕິບັດຂໍ້ກຳນົດສະບັບທີ 165 ຂອງກົມການເມືອງ ກ່ຽວກັບການເອົາຄະແນນສຽງໄວ້ວາງໃຈຕໍ່ກັບການນຳຄະນະພັກ ແລະພະນັກງານນຳພາໃນບັນດາອົງການພັກ ລັດ ແນວໂຮມປະເທດຊາດ ແລະບັນດາອົງຄະນະການເມືອງ - ສັງຄົມ, ແນໃສ່ຜ່ານຄວາມໄວ້ວາງໃຈເພື່ອຕີລາຄາພະນັກງານຢ່າງຖືກຕ້ອງ.
ຫວ່າງແລ້ວນີ້, ກົມການເມືອງໄດ້ຊີ້ນຳຢ່າງທັນການຕໍ່ການສະຫລຸບເບື້ອງຕົ້ນ ຕີລາຄາ ຖອດຖອນບົດຮຽນ, ໃຫ້ເຫັນວ່າ: ການເອົາຄະແນນສຽງໄວ້ວາງໃຈແມ່ນແຜນນະໂຍບາຍທີ່ຖືກຕ້ອງ ແລະຈຳເປັນຕ້ອງການ, ທັງນີ້ກໍ່ເພື່ອແນໃສ່ຊ່ວຍໃຫ້ພະນັກງານ “ແຍງສ່ອງຕົນ” ດ້ວຍຕົນເອງ, ເຫັນໄດ້ຈຸດດີ ຈຸດອ່ອນໂດຍຜ່ານລະດັບເຊື່ອຖືໄວ້ວາງໃຈເພື່ອດັດສົມດ້ວຍຕົນເອງ; ພ້ອມກັນນັ້ນ ອັນນັ້ນກໍ່ແມ່ນຊ່ອງສາຍໜຶ່ງເພື່ອພິຈາລະນາເປັນລາຍຄາບລະດັບຄວາມໄວ້ວາງໃຈຕໍ່ພະນັກງານ, ຊ່ວຍໃຫ້ຂັ້ນທີ່ມີອຳນາດຕັດສິນ ຕີລາຄາພະນັກງານໄດ້ຊັດເຈນກວ່າ. ລາຍງານຂອງຄະນະກຳມະການພັກສະພາແຫ່ງຊາດ ແລະຂອງບັນດາຄະນະພັກ ການຈັດຕັ້ງພັກກໍ່ຖືວ່າ, ໃນເມື່ອວຽກງານຕີລາຄາພະນັກງານຍັງມີຂໍ້ຂາດຕົກບົກພ່ອງຫຼາຍ ຍ້ອນເອົາໃຈກັນ ຢ້ານແຕະຕ້ອງກັນ ບໍ່ຢາກເວົ້າຄວາມຈິງ ກົງໄປກົງມາ, ດັ່ງນັ້ນ ການເອົາຄະແນນສຽງໄວ້ວາງໃຈແມ່ນວິທີແກ້ທີ່ຈຳເປັນ, ມີຄຸນປະໂຫຍດກ່າວເຕື່ອນຢ່າງທັນການ, ຕ້ານການເສື່ອມໂຊມປ່ຽນທາດຂອງພະນັກງານ, ແມ່ນມາດຕະການທີ່ດີເພື່ອຄຸ້ມຄອງພະນັກງານ ປົກປ້ອງພະນັກງານ. ເພາະສະນັ້ນ, ການເອົາຄະແນນສຽງໄວ້ວາງໃຈ ຈຶ່ງໄດ້ຮັບຄວນເຫັນດີເຫັນພ້ອມ ຂອງພະນັກງານ ສະມາຊິກພັກ ແລະປະຊາຊົນ. ເຖິງຢ່າງນັ້ນກໍ່ຕາມ, ຜ່ານການສຳຫຼວດຖອດຖອນບົດຮຽນເບື້ອງຕົ້ນ, ຄຽງຂ້າງດ້ານຕັ້ງໜ້າ, ການເອົາຄະແນນສຽງໄວ້ວາງໃຈກໍ່ພວມວາງບາງບັນຫາອອກມາ ທີ່ຕ້ອງໄດ້ດັດສົມ ເພີ່ມເຕີມ, ແລະກົມການເມືອງຈະລາຍງານຂໍຄວາມເຫັນຂອງຄະນະບໍລິຫານງານສູນກາງ ໃນທີ່ກອງປະຊຸມສູນກາງພັກຄັ້ງທີ 9 ທີ່ຈະມາເຖິງນີ້, ຫຼັງຈາກນັ້ນກໍ່ຈະສືບຕໍ່ປະຕິບັດຂໍ້ກຳນົດສະບັບນີ້.
ວຽກງານວາງແຜນກຳນົດພະນັກງານ ຈັດວາງຜັດປ່ຽນພະນັກງານໄດ້ຮັບການຊີ້ນຳຢ່າງຂຸ້ນຂ້ຽວ, ປ່ຽນແປງໃໝ່ທັງດ້ານຈິນຕະນາການ ແລະວິທີເຮັດແຜນກຳນົດພະນັກງານ ຕາມສາມໄວອາຍຸ ສາມເປົ້າໝາຍ ແລະດ້ວຍການພິຈາລະນາ ກວດຜ່າຍແຜນກຳນົດຂອງຄະນະພັກຂັ້ນເທິງ, ໄດ້ປະກອບສ່ວນແກ້ໄຂຜ່ານຜ່າເປັນແຕ່ລະກ້າວ ຈຸດອ່ອນຂອງວຽກງານວາງແຜນກຳນົດ ໃນຊຸມປີມໍ່ໆມານີ້. ການໃຫ້ຄຳປຶກສາຊ່ວຍກໍ່ສ້າງແຜນກຳນົດຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ ແລະບັນດາຕຳແໜ່ງການນຳພັກ-ລັດ ສະໄໝປີ 2016 - 2021 ແລະ ບັນດາສະໄໝຕໍ່ຈາກນັ້ນ, ແມ່ນວຽກງານທີ່ຫຍຸ້ງຍາກທັງດ້ານທິດສະດີ ແລະພຶດຕິກຳ ເຊິ່ງແຕ່ກ່ອນມາບໍ່ເຄີຍເຮັດຈັກເທື່ອ, ມັນຮຽກຮ້ອງໃຫ້ຕ້ອງຄົ້ນຄິດຢ່າງຖີ່ຖ້ວນເລິກເຊິ່ງ ເພື່ອສະເໜີວິທີເຮັດຢ່າງເປັນແບບແຜນ ມີວິທະຍາສາດ, ໄດ້ສູນກາງ ກົມການເມືອງ ຄະນະເລຂາທິການ ຕີລາຄາວ່າດີ; ສະແດງອອກເຖິງຄວາມຕັດສິນໃຈການເມືອງຂອງຫວຽດນາມ ຕໍ່ກັບຄວາມເດັດດ່ຽວແກ້ໄຂຜ່ານຜ່າຈຸດອ່ອນ ຂໍ້ຂາດຕົກບົກພ່ອງຕ່າງໆທີ່ມີມາແຕ່ກ່ອນໃນວຽກງານພະນັກງານຊັ້ນສູງ ຍ້ອນບໍ່ມີແຜນກຳນົດ.
ວຽກງານບຸກຄະລາກອນປັບປຸງບູລະນະຄະນະພັກ, ຄະນະປະຈຳການຄະນະພັກຂັ້ນຕ່າງໆ, ການເພີ່ມເຕີມ ປັບປຸງກົມການເມືອງ ຄະນະເລຂາທິການ ສະໄໝທີ XI, ປັບປຸງບູລະນະການນຳລັດຖະບານ ບັນດາອົງການຂອງສະພາແຫ່ງຊາດ ແລະການຍົກຍ້າຍ ແຕ່ງຕັ້ງ ຈັດວາງສັບຊ້ອນພະນັກງານ ທີ່ຂຶ້ນກັບການຄຸ້ມຄອງຂອງຄະນະປະຈຳການຄະນະພັກ ແລະກົມການເມືອງ ຄະນະເລຂາທິການ ໄດ້ດຳເນີນຢ່າງແໜ້ນແຟ້ນ, ຖືກຕ້ອງຕາມຫຼັກການ ຂໍ້ກຳນົດ ກົດຂໍ້ບັງຄັບ, ເສີມຂະຫຍາຍໄດ້ສະຕິປັນຍາ ສິດຂອບເຂດ ຄວາມຮັບຜິດຊອບຂອງບັນດາຄະນະພັກ ການຈັດຕັ້ງພັກ ແລະບັນດາອົງການເສນາທິການ, ໂດຍພື້ນຖານແມ່ນຕອບສະໜອງໄດ້ກັບຄວາມຕ້ອງການເພີ່ມເຕີມພະນັກງານນຳພາ ຂອງບັນດາສຳນັກງານອົງການ ຢູ່ສູນກາງແລະທ້ອງຖິ່ນ.
ວຽກງານບຳລຸງ ກໍ່ສ້າງພະນັກງານມີບາດກ້າວປ່ຽນແປງໃໝ່ທີ່ສຳຄັນທາງດ້ານຄຸນນະພາບ ເນື້ອໃນ ຮູບການ ວິທີການສອນ ແລະຮຽນ ຕໍ່ກັບບັນດາເປົ້າໝາຍພະນັກງານທັງໝົດ; ເອົາໃຈໃສ່ເປັນສຳຄັນທີ່ສຸດເຖິງການຍົກສູງຄຸນນະພາບກໍ່ສ້າງຮອບດ້ານ ກ່ຽວກັບທິດສະດີການເມືອງ - ການປົກຄອງ, ຄວາມສາມາດນຳພາ ຄຸ້ມຄອງ, ຄວາມສາມາດຄົ້ນຄວ້າ ສະຫລຸບສັງລວມພຶດຕະກຳ ແລະ ຄວາມສາມາດວິໄຈແກ້ໄຂເຫດການໃນການຊີ້ນຳ ປະຕິບັດໜ້າທີ່; ຕິດແໜ້ນທິດສະດີກັບພຶດຕິກຳ, ຕິດແໜ້ນທິດສະດີກັບຄວາມເປັນຈິງທີ່ມີຊີວິດຊີວາ; ຕິດແໜ້ນການຮ່ຳຮຽນບຳລຸງຄວາມຮູ້ ກັບການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳ ແບບແຜນຂອງຜູ້ເປັນພະນັກງານ, ຮ່ຳຮຽນແລະເຮັດຕາມແບບຢ່າງຄຸນສົມບັດຂອງທ່ານປະທານໂຮ່ຈີມິນ. ສິ່ງທີ່ເດັ່ນທີ່ສຸດແມ່ນ ການຈັດຕັ້ງບັນດາຊຸດຮຽນບຳລຸງພະນັກງານກຽມແຫຼ່ງຂັ້ນຍຸດທະສາດ ຕາມແຜນກຳນົດຄະນະບໍລິຫານງານສູນກາງ ແລະ ແຜນກຳນົດພະນັກງານການນຳຫຼັກແຫຼ່ງໃຫ້ແກ່ບັນດາກະຊວງ ຄະນະກຳມະການ ຂະແໜງການ ຢູ່ສູນກາງແລະທ້ອງຖິ່ນ, ແລະຈັດຕັ້ງບັນດາຊຸດຮຽນບຳລຸງ ເພີ່ມເຕີມຄວາມຮູ້ໃໝ່ໃຫ້ບັນດາສະຫາຍກຳມະການສູນກາງພັກ ສະໄໝທີ XI. ວຽກງານຄັດເລືອກ ບຳລຸງ ກໍ່ສ້າງພະນັກງານຢູ່ຕ່າງປະເທດ ໃນກອບໂຄງການ 165 ກໍ່ໄດ້ສະຫລຸບສັງລວມ ຖອດຖອນບົດຮຽນຢ່າງເປັນປະຈຳ ເພື່ອມີວິທີການ ມາດຕະການຍົກສູງຄຸນນະພາບ.
ການປະຕິບັດນະໂຍບາຍ ແລະເບິ່ງແຍງດູແລສຸຂະພາບພະນັກງານ ກໍ່ສືບຕໍ່ໄດ້ຮັບການປ່ຽນແປງໃໝ່; ການກໍ່ສ້າງ ປັບປຸງການຈັດຕັ້ງຮາກຖານພັກ, ຍົກສູງຄຸນນະພາບສະມາຊິກພັກ ກໍ່ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ເປັນສຳຄັນ ໂດຍຕິດແໜ້ນກັບການກໍ່ສ້າງ ປັບປຸງລະບົບການເມືອງຢູ່ຮາກຖານ. ຄະນະຈັດຕັ້ງສູນກາງ ແລະຄະນະຈັດຕັ້ງຂອງຄະນະພັກຂັ້ນຕ່າງໆ ໄດ້ເອົາໃຈໃສ່ເຖິງການໃຫ້ຄຳປຶກສາຊ່ວຍກໍ່ສ້າງປັບປຸງ ຍົກສູງຄຸນນະພາບການເຄື່ອນໄຫວຂອງບັນດາໜ່ວຍພັກຢູ່ບ້ານ ໝູ່ບ້ານ, ຊຸມຊົນໃນນະຄອນ. ບາງທ້ອງຖິ່ນໄດ້ມີນະໂຍບາຍດຶງດູດນັກສຶກສາທີ່ຫາກໍ່ຈົບມະຫາວິທະຍາໄລ ມາເຮັດວຽກຢູ່ຕາແສງ ເທດສະບານເມືອງ; ສັບຊ້ອນນັກສຶກສາທີ່ມີແງ່ຫວັງດີ ໄປເປັນຮອງປະທານຄະນະກຳມະການປະຊາຊົນຕາແສງ ຢູ່ເຂດຫ່າງໄກສອກຫຼີກ ເຂດພູດອຍທີ່ມີຄົນຊົນເຜົ່າກວນສ່ວນຫຼາຍ. ຄະນະພັກທ້ອງຖິ່ນຢູ່ຫຼາຍແຫ່ງ ໄດ້ເສີມຂະຫຍາຍບົດບາດນຳພາ, ປະສານການເຄື່ອນໄຫວເປັນຢ່າງດີກັບບັນດາອົງການຈັດຕັ້ງໃນລະບົບການເມືອງ. ວຽກງານບຳລຸງອົບຮົມ ສ້າງແຫຼ່ງ ຂະຫຍາຍພັກ ກໍ່ໄດ້ຄະນະພັກເອົາໃຈໃສ່ຊີ້ນຳ; ຫຼາຍແຂວງ ກຳແພງນະຄອນ ໄດ້ເອົາໃຈໃສ່ເປັນສຳຄັນເຖິງການຂະຫຍາຍພັກ ຢູ່ບັນດາໂຮງຮຽນວິທະຍາໄລ ມະຫາວິທະຍາໄລ, ຢູ່ໃນກຳມະກອນບັນດາເຂດອຸດສາຫະກຳ ເຂດປຸງແຕ່ງຜະລິດຕະພັນຂາອອກ; ຈຳນວນ ແລະຄຸນນະພາບຂອງສະມາຊິກພັກ ທີ່ຫາກໍ່ໄດ້ຮັບເຂົ້າພັກ ລ້ວນແຕ່ໄດ້ເພີ່ມຂຶ້ນສູງກວ່າທຽບກັບເວລາດຽວກັບຂອງປີ 2012...
ວຽກງານປົກປັກຮັກສາການເມືອງພາຍໃນພັກໄດ້ດຳເນີນຢ່າງເປັນເຈົ້າການ ມີລະບຽບກວ່າ ໃນການຕິດຕາມ, ກວດກາ, ຢືນຢັນ, ໃຫ້ຄຳປຶກສາຊ່ວຍຄະນະພັກ ອົງການຈັດຕັ້ງພັກແກ້ໄຂນັບທັງດ້ານປະຫວັດການເມືອງ ແລະເປັນເຈົ້າການຄົ້ນຄວ້າບັນດາວິທີແກ້ໄຂກ່ຽວກັບການເມືອງປັດຈຸບັນ. ສິ່ງທີ່ໂດດເດັ່ນແມ່ນ ການປະສານສົມທົບເປັນຢ່າງດີ ລະຫວ່າງບັນດາອົງການເຮັດວຽກງານປົກປັກຮັກສາການເມືອງພາຍໃນ, ລະຫວ່າງບັນດາທ້ອງຖິ່ນ ສຳນັກງານອົງການ ກັບຄະນະຈັດຕັ້ງສູນກາງ ໃນການກວດກາ ຢືນຢັນ; ການສະຫລຸບສັງລວມການປະຕິບັດຂໍ້ກຳນົດ ຂໍ້ສະຫລຸບ ຂໍ້ແນະນຳຂອງສູນກາງ ແລະການຝຶກອົບຮົມຍົກສູງວິຊາສະເພາະ...
ໃນປີ 2013, ການປະສານງານລະຫວ່າງຄະນະຈັດຕັ້ງສູນກາງ ກັບຄະນະຈັດຕັ້ງຂອງຄະນະພັກ ອົງການຈັດຕັ້ງພັກຕ່າງໆສັງກັດສູນກາງພັກ ແລະບັນດາອົງການພາລະບົດບາດຢູ່ສູນກາງ ສືບຕໍ່ໄດ້ຮັບການເພີ່ມທະວີ. ຄະນະຈັດຕັ້ງສູນກາງ ກໍ່ໄດ້ຈັດຕັ້ງບັນດາກອງປະຊຸມລາຍງານແລກປ່ຽນ ກ່ຽວກັບວຽກງານການຈັດຕັ້ງກໍ່ສ້າງພັກ ແລະ ໃຫ້ຄຳປຶກສາຊ່ວຍຄະນະເລຂາທິການ ຈັດຕັ້ງບັນດາກອງປະຊຸມພະນັກງານການນຳຫຼັກແຫຼ່ງຂອງບັນດາຄະນະກຳມະການ ກະຊວງ ຂະແໜງການຢູ່ສູນກາງ ແລະເລຂາທິການຄະນະພັກແຂວງ ກຳແພງນະຄອນ ເພື່ອປຶກສາສົນທະນາ ໃຫ້ຄຳຄິດຄຳເຫັນກ່ຽວກັບວຽກງານວາງແຜນກຳນົດພະນັກງານຂັ້ນຍຸດທະສາດ, ກ່ຽວກັບຮ່າງຂໍ້ກຳນົດກົດລະບຽບການເລືອກຕັ້ງຢູ່ໃນພັກ, ກ່ຽວກັບໄວອາຍຸເຂົ້າຮ່ວມຄະນະພັກສະໄໝປີ 2015 - 2020 ແລະຂໍ້ກຳນົກ ກົດລະບຽບອື່ນອີກຫຼາຍສະບັບ ເພື່ອແນໃສ່ຫັນເປັນລະອຽດບັນດາວິທີແກ້ການປ່ຽນແປງໃໝ່ວຽກງານພະນັກງານ ແລະການດຳເນີນຊີວິດພັກ ຕາມຈິດໃຈມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI ແລະບົດສະຫລຸດສະບັບທີ 24 ຂອງກົມການເມືອງ.
ພວກເຮົາສືບຕໍ່ເປັນແກ່ນສານໃນການໃຫ້ຄຳປຶກສາປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI; ຍູ້ແຮງການຄົ້ນຄວ້າ ໃຫ້ຄຳປຶກສາຜັນຂະຫຍາຍໝວດວິທີແກ້ຕ່າງໆ ກ່ຽວກັບກົນໄກ ນະໂຍບາຍ ການຈັດຕັ້ງ ພະນັກງານ ແລະ ການດຳເນີນຊີວິດພັກ. ນີ້ແມ່ນບັນດາໝວດວິທີແກ້ທີ່ໃຫຍ່ ສັບສົນ, ທີ່ໃໝ່ທັງດ້ານທິດສະດີ ແລະພຶດຕິກຳ, ແຕ່ມີຄວາມໝາຍສຳຄັນທີ່ສຸດຕໍ່ກັບການປັບປຸງ ກໍ່ສ້າງ ຍົກສູງກຳລັງແຮງສູ້ຮົບຂອງຄະນະພັກ ອົງການຈັດຕັ້ງພັກ ແລະ ຖັນແຖວພະນັກງານ ສະມາຊິກພັກໃນສະພາບການປັດຈຸບັນ; ປະກອບສ່ວນນຳເອົາການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI ສືບຕໍ່ເປັນບັ້ນດຳເນີນຊີວິດການເມືອງອັນກ້ວາງຂວາງເລິກເຊິ່ງໃນທົ່ວພັກ, ດຶງດູດເອົາຄວາມເຫັນດີເຫັນພ້ອມ ສະໜັບສະໜູນຂອງບັນດາຊັ້ນວັນນະປະຊາຊົນ; ສ້າງໄດ້ການຫັນປ່ຽນອັນຕັ້ງໜ້າທາງດ້ານແນວຄິດ ການເມືອງ ຄຸນສົມບັດ ແບບດຳລົງຊີວິດ ແບບແຜນວິທີເຮັດວຽກ ຂອງໝູ່ຄະນະ ແລະຂອງບຸກຄົນ, ເປັນຕົ້ນແມ່ນພະນັກງານນຳພາ ຄຸ້ມຄອງ.
ຫຼາຍຄະນະພັກໄດ້ເປັນເຈົ້າການກວດຄືນ ປັບປຸງເພີ່ມເຕີມບັນດາຂໍ້ກຳນົດກົດລະບຽບກ່ຽວກັບການຈັດຕັ້ງ ພະນັກງານ ສະມາຊິກພັກ ທີ່ຂຶ້ນກັບການຄຸ້ມຄອງຂອງຂັ້ນຕົນ ແລະສົມທົບກັບຄະນະຈັດຕັ້ງສູນກາງປ່ຽນແປງໃໝ່ວຽກງານຄັດເລືອກ ສອບເສງຮັບເອົາເປັນຂ້າລັດຖະການ, ປ່ຽນແປງໃໝ່ລຳດັດດຳເນີນການແຕ່ງຕັ້ງພະນັກງານ, ທົດລອງການສອບເສງເຂົ້າໃນບາງຕຳແໜ່ງພະນັກງານນຳພາຄຸ້ມຄອງ (ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ດານັ້ງ, ຮາຍຟອງ, ກວ໋າງນິງ, ຖາຍບິ່ງ, ເງ້ອານ, ບັ໊ກນິງ, ກະຊວງຄົມມະນາຄົມຂົນສົ່ງ...). ຫຼາຍຄະນະພັກ ອົງການຈັດຕັ້ງພັກ ໄດ້ສະແດງຄວາມຮັບຜິດຊອບການເມືອງສູງ ໃນການປຶກສາສົນທະນາ ໄຈ້ແຍກ ປະກອບຄວາມເຫັນກ່ຽວກັບບັນດາຈຸດສຳຄັນທີ່ສຸດ ໃນຮ່າງຂໍ້ກຳນົດການເລືອກຕັ້ງໃນພັກ, ແນໃສ່ຮັກສາຫຼັກການລວມສູນປະຊາທິປະໄຕ, ຮັບປະກັນການນຳພາຂອງຄະນະພັກ ອົງການຈັດຕັ້ງພັກຂັ້ນຕ່າງໆ ໃນການເລືອກຕັ້ງ ແລະດຳເນີນຊີວິດພັກ.
ດ້ວຍປະລິມານມວນສານວຽກງານທີ່ໃຫຍ່ຫຼວງ ສຳຄັນ ຫຍຸ້ງຍາກສັບສົນ, ມີຄວາມຕ້ອງການສູງບໍ່ພຽງແຕ່ຕໍ່ກັບຄະນະຈັດຕັ້ງສູນກາງເທົ່ານັ້ນ ຫາກປະລິມານມວນສານວຽກງານນີ້ຍັງໄດ້ຜັນຂະຫຍາຍຢ່າງຄົບຊຸດຢູ່ຂັ້ນຕ່າງໆ ເຊິ່ງໄດ້ວາງຄຳຮຽກຮ້ອງຕ້ອງການສູງ ແລະສິ່ງທ້າທາຍບໍ່ໜ້ອຍ ຕໍ່ກັບຄະນະຈັດຕັ້ງຂອງບັນດາຄະນະພັກ ອົງການຈັດຕັ້ງພັກ. ຫຼາຍໜ້າທີ່ທີ່ພວກເຮົາໄດ້ຮັບມອບໝາຍໃນປີ 2013 ແມ່ນໜ້າທີ່ໃໝ່ ຫຍຸ້ງຍາກ ສັບສົນ ແລະ ກະທົບກະເທືອນໄວ. ມີວຽກງານເຊິ່ງແຕ່ກ່ອນມາພວກເຮົາບໍ່ເຄີຍເຮັດຈັກເທື່ອ, ໃນເວລານັ້ນ ຄວາມຄິດເຫັນ ຮັບຮູ້ຍັງແຕກຕ່າງກັນທີ່ສຸດ, ມັນຮຽກຮ້ອງໃຫ້ຜູ້ເຮັດວຽກງານການຈັດຕັ້ງກໍ່ສ້າງພັກຄືພວກເຮົານີ້ ຕ້ອງຄົ້ນຄິດຢ່າງເລິກເຊິ່ງ ແລະອອກເຫື່ອເທແຮງຄົ້ນຄວ້າຢ່າງຮອບຄອບເປັນແບບແຜນ, ຕ້ອງເສີມຂະຫຍາຍບົດຮຽນປະສົບການ ແລະຈິນຕະນາການປະດິດສ້າງ, ຕ້ອງຊອກຫາໃຫ້ໄດ້ເສັ້ນທາງໃໝ່, ຫຼີກລ່ຽງທາງຮ່ອມເກົ່າ, ແຕ່ກໍ່ຕ້ອງມີຄວາມຕັດສິນໃຈ ເດັດດ່ຽວກ້າຫານ ກ້າຮັບມືກັບສິ່ງທ້າທາຍ ແລະມີທັງນ້ຳໃຈເສຍສະຫຼະ ເພື່ອສາມາດເປັນທີ່ປຶກສາ, ນຳສະເໜີວິທີແກ້, ຂົນຂວາຍຊວນເຊື່ອ ແລະປົກປັກຮັກສາຫຼັກຖານ ທັດສະນະ, ບົນຖື້ນຖານຢຶດໝັ້ນຫຼັກການ ຂໍ້ກຳນົດ ກົດລະບຽບຂອງພັກ, ກົດໝາຍຂອງລັດ. ແຕ່ດ້ານອື່ນກໍ່ຕ້ອງຄ່ຽມຄົມ ງ່ຽງຫູຟັງຄຳຄິດຄຳເຫັນ ເພື່ອຮັບເອົາ ແກ້ໄຂເພີ່ມເຕີມບັນດາບັນຫາທີ່ຍັງບໍ່ທັນສຸກງອມ, ຍັງບໍ່ທັນເໝາະສົມ ເພື່ອມີບາດກ້າວເດີນ ວິທີດຳເນີນທີ່ສົມເຫດສົມຜົນ, ສ້າງຄວາມໝັ້ນຄົງ ເປັນເອກະພາບລວມໃນການນຳ ແລະໃນຂະບວນວິວັດການຈັດຕັ້ງປະຕິບັດ. ພ້ອມກັນນັ້ນ, ພະນັກງານຂອງຂະແໜງການກໍ່ຕ້ອງມີຄວາມກ້າຫານ ເປັນແບບຢ່າງນຳໜ້າ ແລະຕະລຸມບອນ, ຍອມຮັບສິ່ງທ້າທາຍໃນຂະບວນວິວັດການຈັດຕັ້ງປະຕິບັດ. ນີ້ແມ່ນບັນດາຈຸດດີທີ່ໂດດເດັ່ນຂອງຖັນແຖວພະນັກງານ ຂ້າລັດຖະການຂະແໜງການຈັດຕັ້ງກໍ່ສ້າງພັກໃນເວລາທີ່ຜ່ານມາ.
ເບິ່ງຄືນຜົນສຳເລັດຂອງວຽກງານປີ 2013 ອາດຈະຢັ້ງຢືນວ່າ: ປະຕິບັດມະຕິຂອງພັກ, ກຳແໜ້ນໜ້າທີ່ການເມືອງ ການຊີ້ນຳຂອງກົມການເມືອງ ຄະນະເລຂາທິການ ແລະຄະນະພັກຂັ້ງຕ່າງໆ, ປີ 2013, ບັນດາອົງການເຮັດວຽກງານຈັດຕັ້ງກໍ່ສ້າງພັກໄດ້ພະຍາຍາມສູ້ຊົນ ເປັນເຈົ້າການ ຕັ້ງໜ້າເຮັດສຳເລັດວຽກງານອັນໃຫຍ່ຫຼວງດ້ວຍຄຸນນະພາບດີ, ຖືກຄະນະບໍລິຫານງານສູນກາງພັກ ກົມການເມືອງ ຄະນະເລຂາທິການ ຕີລາຄາວ່າດີ, ໄດ້ບັນດາຄະນະພັກ ອົງການຈັດຕັ້ງພັກ ແລະພະນັກງານ ສະມາຊິກພັກເຫັນດີເຫັນພ້ອມ ແລະຍອມຮັບ; ປະກອບສ່ວນອັນສຳຄັນເຂົ້າໃນການຜ່ານຜ່າ ແກ້ໄຂບັນດາບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປັດຈຸບັນ, ຮັບປະກັນການຊີ້ນຳ ນຳພາຂອງກົມການເມືອງ ຄະນະເລຂາທິການ ແລະຄະນະພັກ ອົງການຈັດຕັ້ງພັກຂັ້ນຕ່າງໆ; ສະແດງໃຫ້ເຫັນເຖິງຄວາມສາມາດ ຄວາມຕັດສິນໃຈການເມືອງ ແລະ ຄວາມຕັ້ງໜ້າພະຍາຍາມ ຄວາມຕັດສິນໃຈສູງຂອງຖັນແຖວພະນັກງານ ກຳມະກອນລັດຖະກອນເຮັດວຽກງານຈັດຕັ້ງກໍ່ສ້າງພັກ.
ຄຽງຂ້າງຜົນສຳເລັດທີ່ບັນລຸໄດ້, ພວກເຮົາກໍ່ຕ້ອງຮັບຮູ້ວ່າ ວຽກງານຈັດຕັ້ງກໍ່ສ້າງພັກໃນປັດຈຸບັນຍັງມີຄວາມຈຳກັດ ຈຸດອ່ອນ ແລະຂໍ້ຂາດຕົກບົກພ່ອງຫຼາຍຢ່າງ. ຂໍ້ຄົງຄ້າງຈຳນວນໜຶ່ງ, ເຖິງວ່າໄດ້ຊີ້ອອກມາແຕ່ຫຼາຍສະໄໝແລ້ວ ແຕ່ການແກ້ໄຂຜ່ານຜ່າກໍ່ຊັກຊ້າ. ການຈັດຕັ້ງຂອງບາງອົງການພັກ ລັດ ແລະຂອງບັນດາອົງຄະນະການເມືອງ - ສັງຄົມ ຍັງບໍ່ທັນກະທັດລັດເບົາບາງ, ຍັງບໍ່ທັນມີປະສິດທິຜົນແທ້ເທື່ອ. ສາຍພົວພັນວຽກງານຍັງບໍ່ທັນຈະແຈ້ງ, ເປັນຕົ້ນແມ່ນການພົວພັນລະຫວ່າງອົງການຈັດຕັ້ງພັກສາຍຕັ້ງ ກັບທ້ອງຖິ່ນ, ລະຫວ່າງຄະນະພັກສຳນັກງານອົງການ ກັບອົງການຈັດຕັ້ງພັກນຳພາຂະແໜງການ ຂົງເຂດ, ລະຫວ່າງບັນດາຄະນະກຳມະການພັກ, ຄະນະປະຕິບັດງານພັກນຳກັນ... ການເຄື່ອນໄຫວຂອງອົງການຈັດຕັ້ງພັກຢູ່ບັນດາເຂດອຸດສາຫະກຳ ເຂດເສດຖະກິດ, ຢູ່ໂຮງງານວິສາຫະກິດທີ່ມີການລົງທຶນຈາກຕ່າງປະເທດ ວິສາຫະກິດເອກະຊົນ, ຢູ່ເຂດຫ່າງໄກສອກຫຼີກ..., ກໍ່ພວມມີຄວາມຮຽກຮ້ອງຕ້ອງການໃໝ່ຫຼາຍຢ່າງ.
ຖັນແຖວພະນັກງານນຳພາ ຄຸ້ມຄອງຢູ່ຂັ້ນຕ່າງໆໄດ້ມີຄວາມກ້າວໜ້າໃນຫຼາຍດ້ານ ແຕ່ຍັງບໍ່ທັນຄົບຊຸດທາງດ້ານໂຄງປະກອບ. ອັດຕາພະນັກງານໜຸ່ມນ້ອຍ ພະນັກງານຜູ້ຍິງຍັງໜ້ອຍ, ຍັງບໍ່ທັນຮັບປະກັນລັກສະນະສືບທອດພັດທະນາ (ຕາມຕົວເລກສະຖິຕິໃຫ້ເຫັນວ່າ: ມີ 57% ຈຳນວນເລຂາທິການ, ມີກວ່າ 60% ຈຳນວນຮອງເລຂາທິການ, ຢູ່ 11 ແຫ່ງມີທັງເລຂາທິການ ແລະຮອງເລຂາທິການ, ຢູ່ 27 ແຫ່ງມີສອງສະຫາຍໃນຄະນະປະຈຳການ ບໍ່ມີອາຍຸພໍເພື່ອສະໝັກຮັບເລືອກຕັ້ງເຂົ້າຄະນະພັກຊຸດໃໝ່; ມີກວ່າ 54% ຈຳນວນພະນັກງານນຳພາຫຼັກແຫຼ່ງຂອງກະຊວງ ຄະນະກຳມະການ ຂະແໜງການສູນກາງ ຮອດທ້າຍສະໄໝກອງປະຊຸມໃຫຍ່ຄັ້ງທີ XI ຈະມີອາຍູຫຼາຍກວ່າ 60 ປີ). ວຽກງານວາງແຜນກຳນົກພະນັກງານ ເຖິງວ່າໄດ້ຮັບການຍູ້ແຮງ ແລະມີຄວາມກ້າວໜ້າຂະຫຍາຍຕົວ ແຕ່ເບິ່ງລວມແລ້ວກໍ່ຍັງບໍ່ທັນຄົບຊຸດ ແລະບໍ່ສະໝ່ຳສະເໝີຢູ່ບັນດາຂະແໜງການ ຂັ້ນຕ່າງໆ. ການວາງແຜນກຳນົດພະນັກງານການນຳຂັ້ນສູງຍັງຊ້າ. ກົນໄກຄົ້ນເຜີຍ ນຳໃຊ້ຜູ້ມີຄຸນສົມບັດ ມີຄວາມເກັ່ງກ້າສາມາດ, ຄຸນນະພາບຂອງການບຳລຸງອົບຮົມກໍ່ສ້າງ, ນະໂຍບາຍພະນັກງານ ລະບອບເກື້ອກູນ ຍັງບໍ່ທັນມີແຮງດຶງດູດ ສົ່ງເສີມກຳລັງໃຈພະນັກງານ, ເສີມຂະຫຍາຍກຳລັງຄວາມສາມາດ ມານະຈິດສູ້ຊົນບືນຕົວຂຶ້ນ ຂອງຖັນແຖວພະນັກງານ.
ກຳລັງຄວາມສາມາດນຳພາ, ກຳລັງແຮງສູ້ຮົບຂອງອົງການຈັດຕັ້ງພັກຈຳນວນໜຶ່ງທີ່ບໍ່ໜ້ອຍ ຍັງຖືກຈຳກັດ. ວຽກງານຂະຫຍາຍພັກ ດຳເນີນຊີວິດພັກ ແລະຄຸ້ມຄອງສະມາຊິກພັກຢູ່ຫຼາຍແຫ່ງ, ເປັນຕົ້ນແມ່ນຢູ່ຮາກຖານ ວິສາຫະກິດ ອົງການລັດ, ສະມາຊິກພັກກິນເບັ້ຍບຳນານ... ຍັງມີຫຼາຍບັນຫາຢູ່. ບົດບາດຂອງອົງການຈັດຕັ້ງພັກຢູ່ບາງແຫ່ງບາງຮູບການຈັດຕັ້ງ ຍັງຈືດຈາງ. ການນຳໃຊ້ ແລະຄຸ້ມຄອງສະມາຊິກພັກທີ່ມີບັນຫາກ່ຽວກັບປະຫວັດການເມືອງ, ເປັນຕົ້ນແມ່ນກ່ຽວກັບການເມືອງປັດຈຸບັນ ພວມວາງຄວາມຮຽກຮ້ອງຕ້ອງການແລະວິທີແກ້ໃໝ່. ແບບວິທີການນຳພາຂອງພັກຕໍ່ກັບລັດ ແນວໂຮມປະເທດຊາດ ແລະບັນດາອົງຄະນະການເມືອງ - ສັງຄົມ ໃນບາງດ້ານກໍ່ຍັງບໍ່ທັນລະອຽດ. ອຳນາດຕັດສິນ ໜ້າທີ່ຮັບຜິດຊອບຂອງຜູ້ເປັນຫົວໜ້າ ໃນການພົວພັນກັບອຳນາດຕັດສິນ ໜ້າທີ່ຮັບຜິດຊອບຂອງຄະນະນຳລວມໝູ່, ການຮັບປະກັນຫຼັກການລວມສູນປະຊາທິປະໄຕ ໃນການດຳເນີນຊີວິດພັກ ແລະໃນວຽກງານພະນັກງານ ແມ່ນບັນຫາຍາກ, ຕ້ອງໄດ້ຫັນເປັນລະອຽດອອກເປັນຂໍ້ກຳນົດກົດລະບຽບ ແຕ່ວີວັດການຄົ້ນຄວ້າຍັງພົບຄວາມຫຍຸ້ງຍາກຫຼາຍ. ຖັນແຖວພະນັກງານເຮັດວຽກງານຈັດຕັ້ງກໍ່ສ້າງພັກ, ເຖິງວ່າໄດ້ຮັບຄວາມເອົາໃຈໃສ່ປັບປຸງກໍ່ຕາມ, ແຕ່ຢູ່ຫຼາຍແຫ່ງຍັງຂາດເຂີນທາງດ້ານປະລິມານ, ຍັງຊັກຊ້າໃນການປ່ຽນແປງໃໝ່ດ້ານຈິນຕະນາການ ວິທີການດຳເນີນງານ, ຂາດນະໂຍບາຍດຶງດູດພະນັກງານເຮັດວຽກງານຄົ້ນຄວ້າ ເປັນທີ່ປຶກສາຊ່ວຍວຽກ, ເປັນຕົ້ນແມ່ນຢູ່ບັນດາອົງການເສນາທິການຂັ້ນຍຸດທະສາດ.
ປີ 2014 ເປັນປີເລີ່ມຕົ້ນການກະກຽມກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆ ກ້າວເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ. ຄຽງຂ້າງຂໍ້ສະດວກຕ່າງໆ ຍ້ອນຜົນສຳເລັດຂອງວຽກງານປີ 2013 ນຳມາໃຫ້, ຂະແໜງການຈັດຕັ້ງກໍ່ສ້າງພັກ ຕ້ອງສືບຕໍ່ຮັບພາລະໜ້າທີ່ວຽກງານອັນໃຫຍ່ຫຼວງ ສຳຄັນ ແລະຫຍຸ້ງບາກສັບສົນ.
ທິດທາງວຽກງານ ແລະໜ້າທີ່ຈັດຕັ້ງກໍ່ສ້າງພັກປີ 2014 ແມ່ນເຕົ້າໂຮມລວມສູນໃສ່ໜ້າທີ່ຕົ້ນຕໍ່ຈຳນວນໜຶ່ງດັ່ງນີ້:
ທີໜຶ່ງ, ສຸມໃສ່ໃຫ້ຄຳປຶກສາຊ່ວຍວຽກໃຫ້ຄະນະພັກ ອົງການຈັດຕັ້ງພັກ ສືບຕໍ່ຊີ້ນຳ ແລະຍູ້ແຮງການຜັນຂະຫຍາຍປະຕິບັດບັນດາວິທີແກ້ ກ່ຽວກັບກົນໄກ ນະໂຍບາຍ ການຈັດຕັ້ງ ພະນັກງານ ແລະການດຳເນີນຊີວິດພັກ, ປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI ແລະບັນດາມະຕິ ຂໍ້ສະຫລຸບ ຂໍ້ແນະນຳຂອງສູນກາງ ເພື່ອແນໃສ່ແກ້ໄຂຜ່ານຜ່າຂໍ້ຈຳກັດ ຈຸດອ່ອນຕ່າງໆ ໃນວຽກງານຈັດຕັ້ງກໍ່ສ້າງພັກ ທາງດ້ານການຈັດຕັ້ງ ພະນັກງານ ຮາກຖານພັກ ສະມາຊິກພັກ ແລະການປົກປັກຮັກສາການເມືອງພາຍໃນ, ເຊິ່ງໄດ້ຊີ້ອອກມາໃນການສຳຫຼວດກວດກາຕິຊົມຕົນເອງ ແລະຕິຊົມ ຂອງມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI ແລະການສຳຫຼວດກວດກາວຽກງານປະຈຳປີ. ແນະນຳ, ກວດກາຢ່າງໃກ້ຊິດການຜັນຂະຫຍາຍ ແລະຕີລາຄາ ຖອດຖອນບົດຮຽນຢ່າງທັນການ ເພື່ອໃຫ້ຄຳປຶກສາຊ່ວຍໃຫ້ບັນດາຄະນະພັກ ອົງການຈັດຕັ້ງພັກ ດັດແປງ ປັບປຸງເພີ່ມເຕີມຂໍ້ກຳນົດກົດລະບຽບ, ເປັນຕົ້ນແມ່ນຕໍ່ກັບບັນຫາໃໝ່ທີ່ຫາກໍ່ເກີດຂຶ້ນ ຫຼືຜ່ານພຶດຕິກຳການຜັນຂະຫຍາຍເຫັນວ່າບໍ່ສອດຄ່ອງເໝາະສົມອີກ.
ທີສອງ, ດຳເນີນການສຳຫຼວດກວດຄືນຖັນແຖວພະນັກງານການນຳຫຼັກແຫຼ່ງຂອງບັນດາກະຊວງ ຄະນະກຳມະການ ຂະແໜງການ ສຳນັກງານອົງການຢູ່ສູນກາງ ແລະທ້ອງຖິ່ນ; ໃຫ້ຄຳປຶກສາຊ່ວຍການຈັດຕັ້ງປະຕິບັດການຈັດວາງຜັດປ່ຽນພະນັກງານ, ກໍ່ສ້າງສົມທົບກັບຈັດວາງ ສັບຊ້ອນພະນັກງານການນຳຂອງບັນດາກະຊວງ ຄະນະກຳມະການ ຂະແໜງການ ທ້ອງຖິ່ນ ຕາມຈິດໃຈບົດສະຫລຸບສະບັບທີ 146 ຂອງກົມການເມືອງ ແລະບົດສະຫລຸບຂອງຄະນະເລຂາທິການ ກ່ຽວກັບຂົງເຂດບໍລິເວນ ແລະຕຳແໜ່ງ ທີ່ຈະແຕ່ງຕັ້ງຜັດປ່ຽນພະນັກງານ.
ໃນເວລາທີ່ຜ່ານມາ, ອີງໃສ່ສະພາບຖັນແຖວພະນັກງານ ແລະແຫຼ່ງແຜນກຳນົດການນຳຄະນະພັກ ອຳນາດການປົກຄອງຂອງບັນດາທ້ອງຖິ່ນ ກະຊວງ ຄະນະກຳມະການ ຂະແໜງການສູນກາງ, ຄະນະເລຂາທິການໄດ້ຕົກລົງເພີ່ມເຕີມຕຳແໜ່ງຮອງເລຂາທິການພັກແຂວງ ຢູ່ 40 ແຂວງ ກຳແພງນະຄອນ ເພື່ອກໍ່ສ້າງພະນັກງານ, ໃນນັ້ນຈັດວາງຜັດປ່ຽນພະນັກງານຈາກສູນກາງປະມານ 30 ສະຫາຍລົງໄປເຮັດວຽກຢູ່ຫັ້ນ. ເພີ່ມເຕີມຕຳແໜ່ງຮອງປະທານຄະນະກຳມະການປະຊາຊົນແຂວງ ຢູ່ 39 ແຂວງ ກຳແພງນະຄອນ, ໃນນັ້ນຕົ້ນຕໍ່ແມ່ນເພື່ອຈັດວາງຜັດປ່ຽນ ກໍ່ສ້າງພະນັກງານ. ຕາມຂໍ້ສະຫລຸບຂອງຄະນະເລຂາທິການ, ການເພີ່ມເຕີມຕຳແໜ່ງການນຳຄະນະພັກ ອຳນາດການປົກຄອງຂອງບັນດາທ້ອງຖິ່ນ ຈະໄດ້ດຳເນີນແບບປະສານສົມທົບລະຫວ່າງຈັດວາງຜັດປ່ຽນພະນັກງານ ກັບນຳໃຊ້ພະນັກງານ, ເສີມຂະຫຍາຍຢ່າງມີປະສິດທິຜົນແຫຼ່ງແຜນກຳນົດຂອງບັນດາທ້ອງຖິ່ນ, ຮັບປະກັນລັກສະນະສືບທອດ ການພັດທະນາຂອງຖັນແຖວພະນັກງານ. ເມື່ອກ້າວເຂົ້າສູ່ສະໄໝອາຍຸປະຈຳການໃໝ່ (ທັງສະໄໝອາຍຸປະຈຳການຂອງຄະນະພັກ ແລະສະໄໝອາຍຸປະຈຳການຂອງສະພາປະຊາຊົນ), ຈຳນວນການນຳຄະນະພັກ ແລະອຳນາດການປົກຄອງຢູ່ບັນດາແຂວງ ກຳແພງນະຄອນ ຈະໄດ້ເພີ່ມຂຶ້ນ ໂດຍພື້ນຖານຈະມີຈຳນວນຕາມການກຳນົດປັດຈຸບັນ, ຍົກເວັ້ນບາງແຫ່ງທີ່ມີຄວາມຕ້ອງການພິເສດ ທີ່ຈຳເປັນຕ້ອງຮັກສາຈຳນວນເພີ່ມຂຶ້ນ ເຊິ່ງຈະໄດ້ຄະນະເລຂາທິການພິຈາລະນາ ຕັດສິນຕົກລົງ.
ໃນເວລາທີ່ຈະມາເຖິງ, ບົນພື້ນຖານຄຳສະເໜີຂອງບັນດາສຳນັກງານອົງການກ່ຽວກັບບັນຊີລາຍຊື່ພະນັກງານ ທີ່ຕ້ອງການຈັດວາງຜັດປ່ຽນ, ຄະນະຈັດຕັ້ງສູນກາງຈະສົມທົບກັບບັນດາຄະນະພັກແຂວງ ກຳແພງນະຄອນ ເພື່ອຈັດຕັ້ງຜັນຂະຫຍາຍການຈັດວາງຜັດປ່ຽນພະນັກງານ. ສະເໜີໃຫ້ຄະນະຈັດຕັ້ງຂອງຄະນະພັກ ອົງການຈັດຕັ້ງພັກ ສົມທົບໃຫ້ດີທີ່ສຸດກັບຄະນະຈັດຕັ້ງສູນກາງ ເພື່ອຜັນຂະຫຍາຍຢ່າງແໜ້ນແຟ້ນ ມີປະສິດທິຜົນແຜນນະໂຍບາຍຈັດວາງຜັດປ່ຽນ ກໍ່ສ້າງ ແລະຈັດວາງສັບຊ້ອນພະນັກງານ, ແນໃສ່ກະກຽມກ້າວໜຶ່ງບຸກຄະລາກອນການນຳຄະນະພັກ ອຳນາດການປົກຄອງຂອງທ້ອງຖິ່ນຕ່າງໆ ແລະ ບຸກຄະລາກອນຄະນະບໍລິຫານງານສູນກາງຊຸດໃໝ່, ພ້ອມກັນນັ້ນກໍ່ສົມທົບປະຕິບັດແຜນນະໂຍບາຍຂອງກົມການເມືອງ ກ່ຽວກັບການສັບຊ້ອນບາງຕຳແໜ່ງການນຳແຂວງ ກຳແພງນະຄອນ ທີ່ບໍ່ແມ່ນຄົນທ້ອງຖິ່ນ.
ທີສາມ, ດຳເນີນການສະຫລຸບສັງລວມການປະຕິບັດຄຳສັ່ງສະບັບທີ 37 ຂອງກົມການເມືອງ ສະໄໝທີ X ກ່ຽວກັບກອງປະຊຸມໃຫຍ່ຂັ້ນຕ່າງໆ ກ້າວເຖິງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ບົນພື້ນຖານນັ້ນ ໃຫ້ຄຳປຶກສາຊ່ວຍສ້າງຄຳສັ່ງຂອງກົມການເມືອງ ກ່ຽວກັບກອງປະຊຸມໃຫຍ່ຂັ້ນຕ່າງໆ ກ້າວເຖິງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ເອົາໃຈໃສ່ເປັນສຳຄັນເຖິງການສະຫລຸບສັງລວມ, ໃຫ້ຄຳປຶກສາຊ່ວຍກໍ່ສ້າງຄະນະພັກຂັ້ນຕ່າງໆ, ຮັບປະກັນການນຳພາຮອບດ້ານ, ຍົກສູງຢ່າງບໍ່ຢຸດຢັ້ງຄວາມສາມາດນຳພາ ກຳລັງແຮງສູ້ຮົບຂອງບັນດາຄະນະພັກ ແລະລັກສະນະສືບທອດ ການພັດທະນາຂອງຖັນແຖວພະນັກງານ, ຕາມແຜນກຳນົດ. ຕິດແໜ້ນວຽກງານບຸກຄະລາກອນຄະນະພັກ ກັບການກະກຽມບຸຄະລາກອນທີ່ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ສະພາປະຊາຊົນ ຄະນະກຳມະການປະຊາຊົນຂັ້ງຕ່າງໆ ຊຸດທີ XIV.
ທີສີ່, ໃຫ້ຄຳປຶກສາຊ່ວຍປະຕິບັດເປັນຢ່າງດີແຜນກຳນົດຄະນະບໍລິຫານງານສູນກາງ, ຕິດແໜ້ນແຜນກຳນົດການບຳລຸງອົບຮົມ, ການຈັດວາງຜັດປ່ຽນ, ກໍ່ສ້າງຕໍ່ກັບພະນັກງານໃນແຜນກຳນົດ ແລະໃຫ້ຄຳປຶກສາຊ່ວຍສືບຕໍ່ກໍ່ສ້າງແຜນກຳນົດກົມການເມືອງ ຄະນະເລຂາທິການ, ບັນດາຕຳແໜ່ງການນຳຫຼັກແຫຼ່ງຂອງພັກ ລັດ ສະໄໝປີ 2016 - 2021 ແລະບັນດາສະໄໝຕໍ່ໄປ; ຮັບປະກັນຄວາມຕິດຕໍ່ໜໍ່ເນືອງຂອງແຜນກຳນົດ ລະຫວ່າງທ້ອງຖິ່ນ, ກະຊວງ ຄະນະກຳມະການ ຂະແໜງການສູນກາງ ກັບແຜນກຳນົດຂັ້ນຍຸດທະສາດ, ແກ້ໄຂຜ່ານຜ່າດ້ານຄົງຄ້າງ ຈຸດອ່ອນຕ່າງໆທີ່ມີມາແຕ່ດົນໃນວຽກງານບຸກຄະລາກອນຂັ້ນສູງ ຍ້ອມບໍ່ມີແຜນກຳນົດ.
ທີຫ້າ, ໃຫ້ຄຳປຶກສາຊ່ວຍວຽກງານການກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ແລະກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆ ສະໄໝປີ 2015 - 2020. ກວມດ້ວຍການສະຫຼຸບສັງລວມບາງບັນຫາທິດສະດີ - ພຶດຕິກຳໃນ 30 ປີແຫ່ງຫານປ່ຽນແປງໃໝ່ ກ່ຽວກັບການກໍ່ສ້າງພັກກຳອຳນາດ, ປ່ຽນແປງໃໝ່ເນື້ອໃນ ແບບວິທີການນຳພາຂອງພັກ; ເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາອະນຸກຳມະການກະກຽມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆ ສະໄໝປີ 2015 - 2020; ສະຫລຸບຕີລາຄາເບື້ອງຕົ້ນ ຜົນສຳເລັດການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆ; ສະຫລຸບສັງລວມ ຖອດຖອນບົດຮຽນ ແລະນຳສະເໜີບັນດາຕົວແບບການຈັດຕັ້ງພັກ ໃນບັນດາອົງການບໍລິຫານການປົກຄອງ ວິສາຫະກິດ; ດັດແປງ ປັບປຸງເພີ່ມເຕີມຂໍ້ກຳນົດກ່ຽວກັບພາລະບົດບາດ ໜ້າທີ່ຂອງຄະນະພັກ ໜ່ວຍພັກຢູ່ຕ່າງປະເທດ; ສ້າງຂໍ້ກຳນົດກ່ຽວກັບການຕິຊົມ ຕິຊົມຕົນເອງ ຕີລາຄາ ແບ່ງປະເພດຄຸນນະພາບຂອງອົງການຈັດຕັ້ງພັກ ສະມາຊິກພັກ; ສືບຕໍ່ຄົ້ນຄວ້າ, ໃຫ້ຄຳປຶກສາຊ່ວຍວຽກງານປົກປັກຮັກສາການເມືອງພາຍໃນພັກ; ສະຫລຸບເບື້ອງຕົ້ນ, ສະຫລຸບສັງລວມບັງດາໂຄງການທົດລອງເຊັ່ນ ຈັດວາງສັບຊ້ອນເລຂາຄະນະພັກ ພ້ອມທັງເປັນປະທານຄະນະກຳມະການປະຊາຊົນຂັ້ນຕາແສງ ເມືອງ; ໂຄງການທົດລອງບໍ່ຈັດຕັ້ງສະພາປະຊາຊົນເມືອງ ຄຸ້ມນະຄອນ; ແຜນນະໂຍບາຍກ່ຽວກັບກອງປະຊຸມໃຫຍ່ແຕ່ຂັ້ນຮາກຖານເລືອກຕັ້ງເລຂາທິການໂດຍກົງ ດ້ວຍຜູ້ສະໝັກຮັບເລືອກຕັ້ງເປັນຈຳນວນເຫຼືອ...
ໃຫ້ຄຳປຶກສາຊ່ວຍການສະຫລຸບສັງລວມ ຕີລາຄາການປະຕິບັດກົດລະບຽບຂອງພັກ ແລະປັບປຸງເພີ່ມເຕີມກົດລະບຽບຂອງພັກ (ຖ້າຫາກມີ). ປະຕິບັດທິດທາງວຽກງານບຸກຄະລາກອນ ຄະນະບໍລິຫານງານສູນກາງຊຸດທີ XI, ເພື່ອກະກຽມໃຫ້ຄຳປຶກສາ ຊ່ວຍການສ້າງທິດທາງວຽກງານບຸກຄະລາກອນ ຄະນະບໍລິຫານງານສູນກາງຊຸດທີ XII, ໃນນັ້ນໃຫ້ຄວາມສຳຄັນແກ່ບັນດາບັນຫາ ກ່ຽວກັບແຜນຍະໂຍບາຍໂຄງປະກອບກຳມະການສຳຮອງສູນກາງພັກ, ມາດຕະຖານ, ໂຄງປະກອບ, ຈຳນວນ, ລຳດັບດຳເນີນການສະເໜີຕົວບຸກຄະລາກອນ, ຕິດແໜ້ນວຽກງານບຸກຄະລາກອນ ກັບການປະຕິບັດແຜນກຳນົດຄະນະບໍລິຫານງານສູນກາງພັກສະໄໝປີ 2016 - 2021 ແລະບັນດາສະໄໝຕໍ່ໆໄປ.
ທີຫົກ, ພ້ອມກັນກັບການໃຫ້ຄຳປຶກສາຊ່ວຍສຳຫຼວດກວດຄືນ, ເພີ່ມເຕີມແຜນກຳນົດຄະນະພັກ ແລະກະກຽມບຸກຄະລາກອນຄະນະພັກຊຸດໃໝ່, ສືບຕໍ່ຍູ້ແຮງວຽກງານສ້າງແຫຼ່ງ, ວາງແຜນກຳນົດຖັນແຖວພະນັກງານເຮັດວຽກງານຈັດຕັ້ງກໍ່ສ້າງພັກ ຢູ່ຂັ້ນຕ່າງໆ, ຮັບປະກັນມີບົດຮຽນແໜ້ນໜາກ່ຽວກັບການກໍ່ສ້າງພັກ, ມີຄວາມສາມາດເປັນເຈົ້າການ ປະດິດສ້າງໃນການຄົ້ນເຜີຍ ໃຫ້ຄຳປຶກສາ, ພ້ອມດ້ວຍຄຸນສົມບັດສິນທຳອັນຜ່ອງໃສ, ມີຈິດໃຈເຫັນແກ່ສ່ວນລວມ ຊື່ສັດ ພາວະວິໄສ, ມີຄວາມກ້າຫານ ຄວາມຕັດສິນໃຈການເມືອງສູງ ແລະມີສະຕິຖ່ອມຈຽມ ຮັບຟັງຄວາມຄິດເຫັນຂອງຜູ້ອື່ນ, ກ້າຮັບຮູ້ ແລະດັດແກ້ຄວາມຜິດ ຂໍ້ຂາດຕົກບົກພ່ອງດ້ວຍຕົນເອງ; ຕອບສະໜອງທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຈັດຕັ້ງກໍ່ສ້າງພັກ ແລະກໍ່ສ້າງລະບົບການເມືອງໃນສະພາບການໃໝ່./.
ຂຽນໂດຍ: ສະຫາຍໂຕຮູຍເຣືອ, ກຳມະການກົມການເມືອງ,
ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ