ວ.ກ - ພາຍຫຼັງ 35 ປີ​ແຫ່ງ​ການ​ປະຕິບັດ​ພິ​ໄນ​ກຳຂອງ​ທ່ານ​ປະທານ​​ໂຮ່ຈີ​ມິນ, ການ​​ເຄື່ອນ​ເໜັງ​ຢ່າງ​ອຸດົມສົມບູນ​ໃນ​ພາກ​ພຶດຕະກຳ ​ໄດ້​ໃຫ້​ພວກ​ເຮົາ​ມີ​ຄວາມ​ຮັບຮູ້​ໃໝ່​ກ່ຽວ​ກັບ​ພິ​ໄນ​ກຳ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ກ່ຽວ​ກັບ​ໜ້າ​ທີ່​ແຖວ​ໜ້າຄື ກໍ່ສ້າງ​ແລະ​ປັບປຸງ​ພັກ. ສືບ​ຕໍ່​ປະຕິບັດ​ຄຳ​ສັ່ງສອນ​ຕັກ​ເຕືອນ​ໃນ​ພິ​ໄນ​ກຳ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນຕໍ່​ກັບ​ພັກ​ນັ້ນ ​ແມ່ນ​ເພື່ອ​ເຮັດ​ໃຫ້​ພັກ​ເຮົາ​ສົມ​ກຽດ​ກັບ​ມູນ​ເຊື້ອ​ອັນ​ສະຫງ່າ​ອົງອາດ, ກັບ​ຄວາມ​ມຸ່ງ​ຫວັງ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ​ແລະ ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ເຮົາ.  

ທ່ານປະທານໂຮ່ຈີມິນ (ພາບ: qdnd.vn)

1- ​ເປັນ​ຜູ້​ກໍ່ຕັ້ງ​ພັກ ​ແລະ​ເປັນ​ຜູ້ນຳ​ສູງ​ສຸດ​ຂອງ​ພັກ, ກ່ອນ​ເມື່ອ​ກະກຽມ​ໄປ​ສູ່​ແດນ​​ແຫ່ງ​ນິລັນດອນ, ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ຂຽນພິ​ໄນ​ກຳ ​ເພື່ອກຳນົດ​ໜ້າ​ທີ່​ຕ່າງໆແລະຜົນ​ປະ​ໂ​ຫຍດຕ່າງໆ ທີ່​ພັກ​​ເຮົາ​ແລະ​ຄົນຮຸ້ນ​​ຫຼັງຕ້ອງ​ເຮັດ ​ແລະ​ໄດ້​ຊົມ​ໃຊ້.

​ໃນພິ​ໄນ​ກຳ, ທ່ານ​ປະທານ​ໂຮ່ຈີ​ມິນຕັກ​ເຕືອນ​ຄືນ​ໃໝ່​ກ່ຽວ​ກັບ​ວຽກ​ງານ​ທີ່ຕ້ອງ​ເຮັດ​ໃຫ້​​ແກ່ພັກ: “ພັກຄວນມີ​ແຜນການ​ດີ​ທີ່​ສຸດ​ເພື່ອ​ພັດທະນາ​ເສດຖະກິດ ​ແລະ​ ວັດທະນະທຳ, ​ແນ​ໃສ່​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ”. ​ແຜນການ​ດັ່ງກ່າວ​ນີ້ຍັງ​ຕ້ອງ​ຫັນ​ເປັນ​ລະອຽດ​ຕໍ່​ແຕ່ລະ​ເປົ້າ​ໝາຍ, ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ແຕ່ລະຄົນ, ​ເຊັ່ນ​ຕໍ່​ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ນັກຮົບ​ຜູ້​ເສຍ​ອົງຄະ; ພໍ່​ແມ່, ລູກ​ເມຍ​ຂອງນັກຮົບ​ເສຍ​ຊີວິດ, ຂອງ​ນັກຮົບ​ຜູ້​ເສຍ​ອົງຄະ; ຊາວໜຸ່ມ​ໃນ​ກຳລັງ​ປະກອບ​ອາວຸດ; ຊາວ​ໜຸ່ມ​ຕະລຸມບອນ; ​ແມ່ຍິງ ຈົນ​ເຖິງ​ຜູ້​ຖືກ​ເຄາະ​ຮ້າຍ​ຂອງ​ລະບອບ​ເກົ່າ... 

​ໃນພິ​ໄນ​ກຳ, ພາກ​ທີ່ທ່ານ​ປະທານ​ໂຮ່ຈີ​ມິນຕັກ​ເຕືອນ​ອົງການ​ທີ່​ເພິ່ນ​ກໍ່​ຕັ້ງ​ແລະ​ນຳພາ​ນັ້ນ ໄດ້​ໃຊ້​ຄຳ​ກຳມະ “ຄວນ”; ຕໍ່​ກັບ​ປະຊາຊົນ, ​ເພິ່ນ​ໃຊ້ຄຳ​ສັບ “ຄວາມ​ປາຖະໜາ”. ທ່ານ​ປະທານ​ໂຮ່ຈີ​ມິນຂຽນ: “ຄວາມ​ປາຖະໜາ​ສຸດ​ທ້າຍ​ຂອງ​ຂ້າພະ​ເຈົ້າ​ແມ່ນ: ທົ່ວ​ພັກ, ທົ່ວ​ປວງ​ຊົນ​ເຮົາ ສາມັກ​ຄິສູ້​ຊົນ, ກໍ່ສ້າງ​ປະ​ເທດ​ຫວຽດນາມ ສັນຕິພາບ,​ ເອກະ​ພາບ, ​ເອກະລາດ, ປະຊາທິປະ​ໄຕ ​ແລະ ຮັ່ງມີ​ເຂັ້ມ​ແຂງ, ​ແລະ​ປະກອບສ່ວນ​ຢ່າງ​ສົມ​ກຽດ ​ເຂົ້າ​ໃນ​ພາລະກິດ​ປະຕິ​ວັດ​ໂລກ”. ​ໃນ​ພາກ​ສຸດ​ທ້າຍ​ຂອງພິ​ໄນ​ກຳ, ​ເມື່ອ “ຈົ່ງ​ຄວາມ​ຮັກ​ແພງ​ອັນ​ມະຫາສານ​ໄວ້”, ທ່ານ​ປະທານ​ໂຮ່ຈີ​ມິນຂຽນ​ຕາມ​ລະດັບ​ດັ່ງ​ນີ້: “​ໃຫ້ທົ່ວ​ປວງ​ຊົນ, ທົ່ວ​ພັກ, ທົ່ວ​ກອງທັບ, ​ໃຫ້​ພວກ​ຫຼານ​ຊາວ​ໜຸ່ມ ​ແລະ ​ເຍົາວະ​ຊົນ​ໝົດ​ທຸກ​ຄົນ”. ​ເປັນ​ອັນວ່າ, ກ່ອນ​ອື່ນ​ໝົດ, ທ່ານ​ປະທານ​ໂຮ່ຈີ​ມິນຕັກ​ເຕືອນ​ພັກ, ​ແຕ່​ເທິງ​ສຸດ ​ແມ່ນ​ເພື່ອ​ຮັບ​ໃຊ້ປະຊາຊົນ.

​ເພື່ອ​ປະຕິບັດຄຳ​ຕັກ​ເຕືອນ​ນັ້ນ​ໃຫ້​ປະ​ກົດ​ເປັນ​ຈິງ​ໄດ້, ​ໃນ​ພາກ ກ່ອນ​ອື່ນ​ເວົ້າ​ກ່ຽວ​ກັບ​ພັກ, ທົ່ວ​ພັກ​ຕ້ອງປະຕິບັດ​ບັນດາ​ບັນຫາ​ອັນພື້ນຖານລຸ່ມ​ນີ້​ໃຫ້​ດີ:

ທີ​ໜຶ່ງ, ພັກ​ຕ້ອງ​ສາມັກຄີ. ​ໃນພິ​ໄນ​ກຳ ທ່ານ​ປະທານ​ໂຮ່ຈີ​ມິນ​ໃຫ້​ຄຳ​ຕັກ​ເຕືອນ​ແກ່​ພັກ​ດັ່ງ​ນີ້: “ບັນດາ​ສະຫາຍ​ແຕ່​ສູນ​ກາງ​ຮອດ​ບັນດາ​ໜ່ວຍ​ພັກ ຄວນ​ປົກ​ປັກ​ຮັຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ຂອງ​ພັກຄື​ກັບ​ປົກ​ປັກ​ຮັກສາ​ແກ້ວຕາ​ຂອງ​ຕົນ”.

ຄວາມ​ເອົາ​ໃຈ​ໃສ່ ກ່ອນ​ອື່ນ​ໝົດ ​ທີ່ສະ​ແດງ​ອອກ​ຢູ່ໃນພິ​ໄນ​ກຳ ນັ້ນ ກໍ່​​ແມ່ນຄວາມ​ເອົາ​ໃຈ​ໃສ່ທີ່ສຸດ​ຂອງທ່ານ​ປະທານ​ໂຮ່ຈີ​ມິນ ນັບ​ແຕ່​ມື້​ສ້າງ​ຕັ້ງ​ພັກ​ຈົນ​ເຖິງ​ເມື່ອ​ສຳ​ເລັດພິ​ໄນ​ກຳ. ຄວາມ​ເອົາ​ໃຈ​ໃສ່​ນັ້ນ​ເລີ່​ມຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​​ໂຕພາວະ​ວິ​​ໄສ​ຂອງ​ພັກ ​ແລະ ພຶດຕິ​ກຳ​ປະຕິວັດ​ທີ່​ເພິ່ນຂຽນ​ຢູ່​ໃນ​ນິພົນ​ຫຼາຍ​ສະບັບ ​ໃນ​ສະ​ໄໝ​ທີ່​ຕ່າງ​ກັນ ​ແລະ​ສະຫລຸບໄວ້​ໃນພິ​ໄນ​ກຳ. ຍ້ອນ​ເພີ່ນ​ຖື​ວ່າ: ສາມັກຄີ​ແມ່ນ​ກຳລັງ​ແຮງ​ທີ່​ຊະນະ​ເລີດ​ຂອງ​ພັກ ​ແລະ ສາມັກຄີ​ຢູ່​ໃນ​ພັກ​ແມ່ນ​ແກ່ນສານ​ຂອງຄວາມ​ສາມັກຄີ​ທັງ​ຊາດ; ສາມັກຄີ​ແມ່ນ​ກຳລັງ​ແຮງ​ຂອງ​ພັກ​ບົນ​ເສັ້ນທາງ​ປົກ​ປ່ອຍ​ຊາດ ​ແລະ ກໍ່ສ້າງ​ສັງຄົມ​ໃໝ່.

​ເອົາ​ໃຈ​ໃສ່​ບັນຫາສາມັກຄີ​ຂອງ​ພັກ, ທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້​ຊີ້​ແຈງ​ໃຫ້​ພັກ​ເຫັນ​ວ່າ “ວິທີ​ດີ​ທີ່​ສຸດ​ເພື່ອ​ປັບປຸງ ​ແລະ​ເພີ່ມ​ທະວີ​ຄວາມສາມັກຄີ​ ​ແລະ ຄວາມ​ເປັນ​ເອກະ​ພາບ” ​ແມ່ນ​ຕ້ອງຍຶດໝັ້ນ​ຫຼັກການຈັດ​ຕັ້ງ ​ແລະດຳ​ເນີນ​ຊີວິດ​ພັກ. ຢູ່​ນີ້, ຄວນເອົາ​ໃຈ​ໃສ່​​ເຖິງການ​ເນັ້ນ​ໜັກ​ຂອງທ່ານ​ປະທານ​ໂຮ່ຈີ​ມິນ ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ຫຼັກການຈັດ​ຕັ້ງ ​ແລະດຳ​ເນີນ​ຊີວິດ​ພັກ ຊຶ່ງ​ເພິ່ນ​ໄດ້​ຂຽນ​ຢູ່​ໃນພິ​ໄນ​ກຳ. ​ເພິ່ນ​ພຽງ​ແຕ່​ສຸມ​ໃສ່​ສາມ​ເນື້ອ​ໃນ​ຕົ້ນຕໍ​ຄື: “​ໃນ​ພັກ​ຕ້ອງ​ປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ, ​ປັນ​ປະຈຳ”; “ຕິ​ຊົມ​ຕົນ​ເອງ ​ແລະ ຕິ​ຊົມ​ຢ່າງ​ເຂັ້ມ​ງວດ”; “ຕ້ອງ​ມີ​ນ້ຳ​ໃຈ​ສະຫາຍ ຮັກ​​ແພງ​ຊຶ່ງ​ກັນ​ແລະ​ກັນ”.

ລວງ​ເລິກ​ຂອງ​ແນວ​ຄິດ​ໂຮ່ຈີ​ມິນ​ສະ​ແດງ​ງອອກ​ໃນພິ​ໄນ​ກຳ ​ແມ່ນ​ຢູ່​ທີ່: ​ເພິ່ນ​ໄດ້​ເລື​ອກ​ເອົາ​ບັນດາ​ບັນຫາ​ສຳຄັນ​ຕົ້ນຕໍ​ຢູ່​ໃນ​ບັນດາ​ບັນຫາ​ເປັນ​ລວາດໆ ທີ່​ຕ້ອງ​ແກ້​ໄຂ ​ແລະ ​ໄດ້​ຊີ້​ແຈ້ງ​ວິທີ​ແກ້​ໄຂ​ດີ​ສຸດ ​ເພື່ອ​ພາ​ໄປ​ເຖິງ​ການ​ຫັນປ່ຽນ​ໃນ​ພຶດຕິ​ກຳ​ປະຕິວັດ. ​ໃນ​ລວງ​ເລິກ​ຂອງ​ແນວ​ຄິດ​ນັ້ນ ມີ​ທັດສະນະ​ທີ່​ພົ້ນ​​ເດັ່ນຂຶ້ນ​ຄື: ມີ​ແຕ່​ປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ ​ເປັນ​ປະຈຳ​ເທົ່າ​ນັ້ນ​ ຈຶ່ງ​ໄປ​ເຖິງ​ຄວາມ​ເປັນ​ເອກະ​ພາບທາງ​ດ້ານ​ແນວ​ຄິດ, ​ແລະ​ຄວາມ​ເປັນ​ເອກະ​ພາບ​ດ້ານ​ແນວ​ຄິດ​ນັ້ນ ​ເປັນ​ພື້ນຖານ​ອັນ​ໝັ້ນຄົງ​ໃຫ້​ແກ່​ຄວາມ​ເປັນ​ເອກະ​ພາບ​ໃນ​ການຈັດ​ຕັ້ງ ​ແລະ ການ​ກະທຳ​ຂອງ​ທົ່ວພັກ. ກໍ​ບົນພື້ນຖານ​ຄວາມ​ເປັນ​ເອກະ​ພາບ​ດ້ານ​ແນວ​ຄິດ​ນັ້ນ ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ຈຶ່ງ​ມີ​ຫຼັກ​ຖານ​ຈະ​ແຈ້ງ​ໃຫ້​ແກ່​ຄວາມ​ເຂັ້ມ​ງວດ. ພ້ອມ​ກັນ​ນັ້ນ, ນັ້ນ​ກໍ​ເປັນ​ພື້ນຖານ​ອັນ​ຖືກຕ້ອງ​ໃຫ້​ແກ່​ນ້ຳ​ໃຈ​ສະຫາຍ​ຮັກ​​ແພງ​ຊຶ່ງ​ກັນ​ແລະ​ກັນ.

ທີ​ສອງ, ສະມາຊິກ​ພັກ​ຕ້ອງ​ບຳລຸງ​ສ້າງ​ຄຸນສົມບັດ​ສິນ​ທຳ​ຢ່າງ​ເປັນ​ປະຈຳ. ​ເລີ່​ມ​ແຕ່​ພາລະ​ໜ້າ​ທີ່​ອັນ​ສູງ​ສົ່ງ “ພັກ​ເຮົາ​ແມ່ນ​ພັກ​ກຳ​ອຳນາດ” ​ແລະ ພະນັກງານ ສະມາຊິກ​ຂອງ​ພັກ​ແມ່ນ​ຜູ້​ກຳ​ຕຳ​ແໜ່​ງ ກຳລັງ​ອຳນາດ​ທີ່ສຳຄັນ​ຂອງ​ລັດ ​ໂດຍປະຊາຊົນ​ມອບ​ໝາຍ​​ໃຫ້,​ ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ກຳນົດ​ແຈ້ງ​ໜ້າ​ທີ່​ຂອງ “ສະມາຊິກ​ພັກ ​ແລະ​ພະນັກງານ​ແຕ່ລະຄົນ” ​ແມ່ນຕ້ອງ ປະ​ຕິ​ບັດ​ບັນດາ​ມາດຕະຖານ​ຄຸນສົມບັດ ຕາມ​ຄຳ​ແທ້​ຈິງ 4 ຄຳ​ດັ່ງ​ນີ້:

“ຊາບ​ຊືມຄຸນສົມບັດ​ປະຕິວັດ​ຢ່າງແທ້​ຈິງ,
       ດຸ​ໝັ່ນ ປະຢັດ ຊື່ສັດ ທ່ຽງ​ທຳ, ​ເຫັນ​ແກ່​ສ່ວນ​ລວມ ບໍ່​ເຫັນ​ແກ່​ສ່ວນ​ຕົວ.
       ຕ້ອງ​ຮັກສາ​ໃຫ້ພັກ​ເຮົາ​ປອດ​ໃສຂາວ​ສະອາດ,
       ຕ້ອງ​ສົມ​ກັບ​ເປັນ​ຜູ້ນຳ​ພາ, ​ເປັນ​ຜູ້​ຮັບ​ໃຊ້ທີ່​ຈົງ​ຮັກ​ພັກດີ​ຂອງ​ປະຊາຊົນ”.

ບັນດາ “ມາດຕະຖານ​ຄຸນສົມບັດ​” ຂອງ​ພະນັກງານ ສະມາຊິກ​ພັກ​ ທີ່ທ່ານ​ປະທານ​ໂຮ່ຈີ​ມິນ ຊີ້​ອອກ​ມາ​ນັ້ນກວມ​ດ້ວຍ: 1- ມາດຕະຖານ​ຄຸນສົມບັດ: “ຄຸນສົມບັດ​ປະຕິວັດ”; 2- ມາດຕະຖານ​ບຸກຄະ​ລິກລັກສະນະ: “ດຸ​ໝັ່ນ ປະຢັດ ຊື່ສັດ ທ່ຽງ​ທຳ, ​ເຫັນ​ແກ່​ສ່ວນ​ລວມ ບໍ່​ເຫັນ​ແກ່​ສ່ວນ​ຕົວ”; 3- ມາດຕະຖານ​ຄວາມ​ຮັບຜິດຊອບ: “ຮັກສາ​ໃຫ້ພັກ​ເຮົາ​ປອດ​ໃສຂາວ​ສະອາດ”; 4- ມາດຕະຖານ​ກຽດ​ສັກ​ສີ: “ຕ້ອງ​ສົມ​ກັບ​ເປັນ​ຜູ້ນຳ​ພາ, ​ເປັນ​ຜູ້​ຮັບ​ໃຊ້ທີ່​ຈົງ​ຮັກ​ພັກດີ​ຂອງ​ປະຊາຊົນ”. ຕາມ​ວິທີ​ຕັ້ງ​ບັນຫາ​ຄື​​ເທິງ​ນີ້, ທ່ານ​ປະທານ​ໂຮ່ຈີ​ມິນ ກຳນົດ​ແຈ້ງຄຸນສົມບັດ​ປະຕິວັດ  ​ເປັນ​ພຽງ “ມາດຕະຖານ” ໜຶ່ງ​ໃນ 4 “ມາດຕະຖານ” ຄຸນສົມບັດ​ຂອງ​ພະນັກງານ ສະມາຊິກ​ພັກ.

ຄວາມ​ສຳນຶກ ຄຸ​ນສົມບັດ​ປະຕິວັດ ຖືກທ່ານ​ປະທານ​ໂຮ່ຈີ​ມິນ ຊີ້​ອອກ​ມາ​ໃນ​ຫຼາຍ​ບົດ​ຂຽນ ບົດ​ປາ​ໄສ​ຂອງ​ເພິ່ນ. ​ແຕ່​ຈະ​ແຈ້ງ​ຮັດກຸມ​ທີ່​ສຸດ​ແມ່ນ​ໃນ​ບົດຄຸນສົມບັດ​ປະຕິວັດ ທີ່​ເພິ່ນ​ຂຽນ​ໃນ​ປີ 1958 ຊຶ່ງ​ມີ​ເນື້ອ​ໃນ​ດັ່ງ​ນີ້:

“​ເວົ້າ​ໂດຍ​ຫຍໍ້, ຄຸນສົມບັດ​ປະຕິວັດ​ແມ່ນ:
       ຕັດສິນ​ໃຈ​ຕໍ່ສູ້​ຕະຫຼອດ​ຊີວິດ​ເພື່ອ​ໃຫ້​ພັກ, ​ໃຫ້ການ​ປະຕິວັດ. ນັ້ນ​​ເປັນສິ່ງ​ສຳຄັນ​ຕົ້ນຕໍ​ທີ່​ສຸດ.
       ອອກ​ແຮງ​ເຮັດ​ວຽກ​ໃຫ້​ພັກ, ຮັກສາ​ລະບຽບ​ວິ​ໄນ​ຂອງ​ພັກ, ປະຕິບັດ​ແນວທາງ ນະ​ໂຍບາຍ​ຂອງ​ພັກ​ໃຫ້​ໄດ້​ເປັນ​ຢ່າງ​ດີ.
       ຕັ້ງ​ຜົນ​ປະ​ໂຫຍ​ດຂອງ​ພັກ ​ແລະ​ຂອງ​ປະຊາຊົນ​ຂຶ້ນ​ເທິງ, ຂຶ້ນ​ກ່​ອນຜົນ​ປະ​ໂຫຍ​ດສະ​ເພາະ​ຂອງ​ຕົນ​ເອງ. ຮັບ​ໃຊ້​ປະຊາຊົນ​ຢ່າງສຸດ​ອົກ​ສຸດ​ໃຈ. ​ຕໍ່ສູ້ເພື່ອ​ພັກ, ​ເພື່ອ​ປະຊາຊົນ​ໂດຍ​ບໍ່​ຢ້ານ​ເສຍ​ຊີວິດ, ​ເປັນ​ແບບຢ່າງ​ໃນ​ທຸກ​ວຽກ​ງານ.
       ອອກ​ແຮງ​ຮ່ຳຮຽນ​ລັດທິ​ມາກ - ​ເລ​ນິນ, ຍາມ​ໃດ​ກໍ່​ໃຊ້​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ ​ເພື່ອຍົກ​ສູງ​ແນວ​ຄິດ ​ແລະ ປົວ​ແປງ​ວຽກ​ງານ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ ​ແລະ ພ້ອມ​ກັນ​ກັບ​ສະຫາຍ​ຂອງ​ຕົນ​ກ້າວໜ້າ”(1).

ພິຈາລະນາທາງ​ດ້ານ​ປະຫວັດສາດ, ອາດ​ຈະ​ເຫັນ​ວ່າ ຄວາມ​ສຳນຶກ​ກ່ຽວ​ກັບຖານະ​ນາມ​ຂອງ​ນັກ​ປະຕິວັດ ​ໃນ​ປຶ້ມ ​ເສັ້ນທາງ​ປະຕິບັດ (ຂຽນ​ປີ 1927) ​ແລະຄຸນສົມບັດ​ປະຕິວັດ (ຂຽນ​ປີ 1958) ​ເຖິງຄຸນສົມບັດຂອງ​ພະນັກງານ ສະມາຊິກ​ພັກ​ໃນພິ​ໄນ​ກຳ (ຖືກ​ປະກາດ​ເປັນ​ທາງ​ການ​ປີ 1969) ​ແມ່ນ​ເປັນ​ເອກະ​ພາບ​ກັນ​ດ້ານ​ເນື້ອ​ໃນ. ​ໃນ​ນັ້ນ, ທ່ານ​ປະທານ​ໂຮ່ຈີ​ມິນ ລ້ວມ​ແຕ່​ຊີ້​ແຈ້ງ​ບັນດາ​ສາຍ​ພົວພັນ: ກັບພັກ, ກັບ​ວຽກ​ງານ, ກັບ​ທຸກ​ຄົນ, ກັບ​ຕົນ​ເອງ. ຄວາມ​ສຳນຶກ​ຄຸນສົມບັດ​ຂອງ​ພະນັກງານ ສະມາຊິກ​ພັກ​ໃນພິ​ໄນ​ກຳ ຂອງທ່ານ​ປະທານ​ໂຮ່ຈີ​ມິນ ​ແມ່ນ​ຄວາມ​ສຳນຶກ​ທີ່​ສົມ​ບູນທີ່​ສຸດ, ​ແມ່ນ​ຄຳ​ຊີ້​ບອກ​ສຸດ​ທ້າຍ ​ແລະ​ມໍ່​ໃກ້​ທີ່​ສຸດ​ຂອງ​ເພິ່ນ​ກ່ຽວ​ກັບຄຸນສົມບັດ​ຂອງ​ພະນັກງານ​ ສະມາຊິກ​ຂອງພັກ. ນີ້​ແມ່ນ​ຮາກ​ຖານ​​ເພື່ອກໍ່ສ້າງ​ມາດຕະຖານ​ຄຸນສົມບັດ​ໃຫ້​ພະນັກງານ ສະມາຊິກ​ພັກ​ໃນ​ປັດຈຸບັນ.

ທີ​ສາມ, ບັນດາ​ວິທີ​ແກ້​ເພື່ອ​ກໍ່ສ້າງ​ຄວາມ​ສາມັກ​ຄີ​ໃນ​ພັກ. ຕັ້ງ​ບັນຫາ​ເລີ່​ມຈາກ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການພາຍ​ໃນ​ຂອງ​ພັກ​ກຳ​ອຳນາດ ​ແລະ ​ເລີ່​ມຈາກ “ວຽກ​ງານ​ໜຶ່ງ​ທີ່​ໃຫຍ່​ໂຕ​ທີ່​ສຸດ ສັບສົນ​ທີ່​ສຸດ ​ແລະ​ຫຍຸ້ງຍາກ​ທີ່​ສຸດ” ຂອງ “ການ​ຕໍ່ສູ້​ຕ້ານ​ກັບ​ສິ່ງ​ທີ່​ໄດ້ເກົ່າ​ແກ່ ​ເປ​ເພ​ແລ້ວ, ​ເພື່ອ​ສ້າງ​ອັນ​ໃໝ່ ດີງາມ​ສົດ​ໃສ​ຂຶ້ນ​ມາ” ທີ່​ພັກ​ຕ້ອງ​ປະຕິບັດ ​ແລະ ຮຽກຮ້ອງ​ຕ້ອງການ​ໃຫ້ “ພວກ​ເຮົາ​ຕ້ອງ​ມີ​ແຜນການ​ທີ່ກຽມຄວາມພ້ອມ ຈະ​ແຈ້ງ ​ແລະ ຮອບ​ຄອບ​ຖີ່​ຖ້ວນ, ​ເພື່ອ​ບໍ່​ໃຫ້​ຕົກ​ໃສ່ທ່າ​ຮັບ ຂາດ​ຕົກ​ບົກພ່ອງ ​ແລະ ຜິດ​ພາບ”, ທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້​ວາງ​ວິທີ​ແກ້​ອອກ​ມາ ນັ້ນ​ຄື: “ວຽກ​ທີ່​ຕ້ອງ​ເຮັດ​ກ່ອນ​ອື່ນ​ໝົດ” ​ແມ່ນ “ປັບປຸງ​ພັກ​ຄືນ​ໃໝ່”. ຕາມ​ເພິ່ນ, ຈຸດປະສົງ​ຂອງວຽກ​ທີ່​ຕ້ອງ​ເຮັດ​ກ່ອນ​ອື່ນ​ໝົດ ນີ້​ຍັງ​ແມ່ນ​ແນ​ໃສ່ “​ເຮັດ​ໃຫ້​ສະມາຊິກ​ພັກ​ແຕ່ລະຄົນ, ສະມາຊິກ​ຊາວ​ໜຸ່ມ​ແຕ່ລະຄົນ, ໜ່ວຍ​ພັກ​ແຕ່ລະ​ໜ່ວຍ​ ລ້ວນ​ແຕ່​ອອກ​ແຮງ​ເຮັດ​ຫຼ້ອນ​ໜ້າ​ທີ່​ທີ່​ພັກ​ມອບ​ໝາຍ​ໃຫ້​ຕົນ, ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ”.

​ເປັນ​ອັນວ່າ, ​ໃນພິ​ໄນ​ກຳ, ທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້​ຕັກ​ເຕືອນພັກ​ກອມມູນິດ​ຫວຽດນາມ: ປະການກ່ອນ​ອື່ນ​ໝົດ ​ແມ່ນ​ບັນຫາ​ກໍ່ສ້າງ​ພັກ ກໍ່ສ້າງ​ຖັນ​ແຖວ​ສະມາຊິກ​ພັກ ​ແລະ ວຽກ​ທີ່​ຕ້ອງ​ເຮັດ ກ່ອນ​ອື່ນ​ໜົດ ​ແມ່ນ​ປັບປຸງ​ພັກ ​ໃຫ້​ພັກ​ຍາມ​ໃດ​ກໍ່​ສຳ​ເລັດ​ໜ້າ​ທີ່​ ຄວາມ​ຮັບຜິດຊອບ​ຂອງ​ຕົນຕໍ່ກັບ​ປະຊາຊົນ. ສາມ​ໜ້າ​ທີ່​ນີ້ມີ​ຄວາມ​ພົວພັນ​ແບບ​ອິນ​ຊີ​ນຳ​ກັນ. ນັ້ນ​ກໍ​ແມ່ນ​ສາມ​ໜ້າ​ທີ່​ສຳຄັນ​ຕົ້ນຕໍ ​ເພື່ອ​ໃຫ້​ພັກ “​ສົມ​ກັບ​ເປັນ​ຜູ້ນຳ​ພາ, ​ເປັນ​ຜູ້​ຮັບ​ໃຊ້ທີ່​ຈົງ​ຮັກ​ພັກດີ​ຂອງ​ປະຊາຊົນ” ຢ່າງ​ແທ້​ຈິງ.

2- ສີ່​ສີ​ບຫ້າ​ປີ​ທີ່​ຜ່ານ​ມາ, ພັກ​ກອມມູນິດ​ຫວຽດນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ປະຕິບັດ​ຄຳ​ຕັກ​ເຕືອນ ກ່ອນ​ອື່ນ​ໝົດ ​ແມ່ນ​ກໍ່ສ້າງ ​ແລະ ວຽກທີ່ຕ້ອງ​ເຮັດກ່ອນ​ອື່ນ​ໝົດ ​ແມ່ນ​ປັບປຸງ​ພັກ ຊຶ່ງທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້​ບອກສອນ​ຕັກ​ເຕືອນ. ບັນດາ​ໜ້າ​ທີ່​ເຫຼົ່າ​ນີ້​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງພັກ​ກອມມູນິດ​ຫວຽດນາມ, ​​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ເມື່ອ​ພັກ​ລິ​ເລີ່​ມ ​ແລະ​ ນຳພາ​ພາລະກິດ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ.

ດ້ວຍ​ທ່າ​ທີ່ “ສັງ​ເກດ​ຄວາມ​ຈິງ​ໂດຍ​ກົງ, ຕີ​ລາຄາ​ຄວາມ​ຈິງ​ຢ່າງ​ຖືກຕ້ອງ, ​ເວົ້າ​ແຈ້​ງຄວາມ​ຈິງ(2) ​ເພື່ອ​ເຫັນ​ແຈ້ງ​ຂໍ້ຂາດ​ຕົກ​ບົກພ່ອງຕ່າງໆ ​ໃນ​ການ​ກໍ່ສ້າງ​ພັກ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງພັກ​ກອມມູນິດ​ຫວຽດນາມ (​ປີ 1986) ​ໄດ້​ກຳນົດ​ຄວາມ​ຕັດສິນ​ໃຈ: ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ພັກ, ຍົກ​ສູງ​ອິດ​ທິພົນ​ຂອງ​ພັກ​ໃນ​ມະຫາຊົນ, ຮັບປະກັນ​​ໃຫ້​ພັກ​ບືນ​ຕົວ​ຂຶ້ນ ​ໃຫ້​ທຽບ​ເທົ່າ​ກັບລະດັບ​ໜ້າ​ທີ່​ໃໝ່. ພັກ​ກອມມູນິດ​ຫວຽດນາມຕ້ອງກາຍເປັນ​ພັກ​ນຳພາທີ່​ໝັ້ນຄົງ​ເຂັ້ມ​ແຂງ ​ໃນ​ການ​ປະຕິວັດ​ສັງຄົມ​ນິຍົມ. ​ແລະ, ກຳນົດ: “ຕ້ອງ​ເຮັດ​ໃຫ້​ພັກ​ປອດ​ໃສ​ຂາວ​ສະອາດ, ກ່ອນ​ອື່ນ​ໝົດ​ຕ້ອງ​ປັດ​ເຂ່ຍ​ຜູ້​ເສື່ອ​ມ​ໂຊມ​ປ່ຽນ​ທາດ​ອອກ​ຈາກ​ພັກ”(3) ດ້ວຍ​ວິທີ​ແກ້​ໄຂ​ໃຫຍ່ 6 ວິທີ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກແນ​ໃສ່ ​ເບິ່ງ​ແຍງ​ດູ​ແລ​ການ​ກໍ່ສ້າງ​ພັກ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ການຈັດ​ຕັ້ງ, ​ເພື່ອ​ຈາກ​ນັ້ນ ​ສົ່ງ​ຜົນ​ກະທົບຕັດສິນ​ເຖິງ​ການ​ຂະຫຍາຍຕົວຂອງ​ການ​ປະຕິວັດ​ຫວຽດນາມ. ພາຍຫຼັງ​ກອງ​ປະຊຸມ​ໃຫຍ່, ພັກ​ກອມມູນິດ​ຫວຽດນາມ ​ໄດ້​ດຳ​ເນີນ​ມາດ​ຕະການ​ຕ່າງໆ​ຫຼາຍຢ່າງກ່ຽວ​ກັບ​ແນວ​ຄິດ ການ​ເມືອງ ການ​ຈັດ​ຕັ້ງ ​ແລະ ພິ​ເສດ​ແມ່ນ​ການດຳ​ເນີນບັ້ນ​ຂົນຂວາຍ​ປັບປຸງ​ເຮັດ​ໃຫ້​ພັກ​ປອດ​ໃສ​ຂາວ​ສະອາດ ​ໄດ້​ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ໜ້າ​ທີ່​ກໍ່ສ້າງ ​ແລະ ປັບປຸງ​ພັກ ຕາມພິ​ໄນ​ກຳ ຂອງທ່ານ​ປະທານ​ໂຮ່ຈີ​ມິນ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງພັກ​ກອມມູນິດ​ຫວຽດນາມ ​ໄດ້​ວາງ​ພື້ນ​ຖານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ໃຫ້​ແກ່​ວຽກ​ງານ​ກໍ່ສ້າງ ປັບປຸງ​ພັກ ຕາມ​ແນວ​ຄິດ​ໂຮ່ຈີ​ມິນ​ ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ຕໍ່​ໄປ.

 ​ໂຄງການ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ (ປີ 1991) ຂອງພັກ​ກອມມູນິດ​ຫວຽດນາມ ກໍ່​ໄດ້​ກຳນົດ​ວ່າ “​ເພື່ອ​ຮັບພາລະບົດບາດນຳ​ພາ, ພັກ​ຕ້ອງ​ໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ​ແນວ​ຄິດ ​ແລະ ການຈັດ​ຕັ້ງ”, ດັ່ງ​ນັ້ນ, ພັກ “ຕ້ອງ​ປ່ຽງ​ແປງ​ໃໝ່​ດ້ວຍ​ຕົນ​ເອງ ​ແລະປັບປຸງ​ຕົນ​ເອງ​ຢ່າງ​ເປັນ​ປະຈຳ, ອອກ​ແຮງ​ຍົກ​ສູງ ລະດັບ​ປັນຍາ​ຄວາມ​ຮູ້, ກຳລັງ​ຄວາມ​ສາມາດ​ນຳພາ. ຮັກສາ ມູນ​ເຊື້ອ​ສາມັກຄີ​ເປັນ​ເອກະ​ພາບ ​ໃນ​ພັກ...”(4). ພ້ອມ​ກັນ​ກັບ​ບັນດາ​ມາດ​ຕະການ​ກໍ່ສ້າງ​ພັກ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ​ໄດ້​ກຳນົດ​ຄວາມ​ຕັດສິນ​ໃຈ​ປະຕິບັດ ”​ເຮັດ​ໃຫ້​ຖັນ​ແຖວ​ສະມາຊິກ​ພັກ​ປອດ​ໃສ​ຂາວ​ສະອາດ ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງຖັນ​ແຖວ​ສະມາຊິກ​ພັກ”, “ປະຕິບັດ​ວິ​ໄນ​ໄລ່​ອອກ​ຈາກ​ພັກ​ ຕໍ່​ກັບ​ສະມາຊິກ​ພັກ​ທີ່​ເສື່ອ​ມ​ໂຊມ​ປ່ຽນ​ທາດ​ທາງ​ດ້ານ​ການ​ເມືອງ ​ແລະ​ຄຸນ​ສົມບັດ, ຜູ້​ກໍ່​ຄວາມ​ແບ່ງ​ແຍກ ພັກ​ພວກ​ໃນ​ພັກ, ຜູ້​ສໍ້​ລາດ​ບັງ​ຫຼວງ ກິນ​ສິນ​ບົນ, ຂົ່ມເຫງມະຫາຊົນ”. ​ແລະ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໃນກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII, ພັກ​ກອມມູນິດ​ຫວຽດນາມ ​ໄດ້​ຕັດສິນ: “​ໃຫ້​ອອກ​ຈາກ​ພັກ​ດ້ວຍ​ບັນດາ​ຮູບ​ການ​ທີ່​ເໝາະ​ສົມ ຕໍ່​ກັບ​ບັນດາ​ສະມາຊິກ​ພັກ​ທີ່ບໍ່ມີ​ຄວາມຫ່ວງ​ໄຍສະໜິດ​ແໜ້ນ​ກັບ​ພັກ, ມານະ​ຈິດ​ສູ້​ຮົບ​ຖືກ​ເສື່ອ​ມ​ເສຍ, ​ໃນ​ພາກ​ຕົວ​ຈິງ​ບໍ່​ມີ​ຄຸນ​ປະ​ໄຫ​ຍດຕໍ່​ວຽກ​ງານ​ນຳພາ​ຂອງ​ພັກ”(5).

ສະຫລຸບ​ສັງ​ລວມ​ໄລຍະ​ເວລາ 10 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ (1986 - 1996), ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງພັກ​ກອມມູນິດ​ຫວຽດນາມ ​ໄດ້​ກຳນົດ​ແຈ້ງ ກໍ່ສ້າງ​ພັກ​ແມ່ນ​ໜ້າ​ທີ່​ຫຼັກ​ແຫຼ່ງ, ​ແມ່ນ​ບົດຮຽນ​ທີ່​ຕ້ອງ​ສືບ​ຕໍ່​ຢັ້ງຢືນ ​ແລະ ຕ້ອງ​ຍູ້​ແຮງ​ໃນການ​ເຄື່ອນ​ໄຫວ​ພຶດຕິ​ກຳ​ຂອງ​ພັກ. ​ໂດຍຕັ້ງ​ບັນຫາ, ຕໍ່ໜ້າ​ການກະທົບ​ຂອງ​ເສດຖະກິດ​ຕະຫຼາດ ​ແລະ​ຂອງການ​ເປີດ​ປະຕູ​ກັບ​ຕ່າງປະ​ເທດ, “ພະນັກງານ ສະມາຊິກພັກ​ຖືກ​ຜົນ​ກະທົບຢ່າງ​ເປັນ​ປະຈຳ ຂອງ​ຫຼາຍປັດ​ໃຈທີ່​ສຳຄັນ​ທີ່​ສຸດ, ນັບ​ທັງ​ການ​ເຄື່ອ​ນໄຫວຕ້ານ​ພັກ, ບັນຫາ​ຮັກສາ​ທາດ​ແທ້​ຊົນ​ຊັ້ນ​ກຳມະກອນ​ຂອງ​ພັກ​ ກໍ່ຢືນ​ຢູ່​ຕໍ່​ໜ້າ​ສິ່ງທ້າ​ທາຍ​ໃໝ່​ຕ່າງໆ. ​ແຕ່​, ພັກ​ບໍ່​ໄດ້​ກຽມ​ຄວາມ​ພ້ອມ​ຢ່າງ​ພຽງພໍ​​ໃຫ້​ແກ່​ບາດກ້າວ​ຫັນປ່ຽນ​ນີ້”, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຢັ້ງຢືນ “ພັກ​ເຮົາ​ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ດ້ວຍ​ຕົນ​ເອງ, ປັບປຸງ​ຕົນດ້ວຍ​ຕົນ​ເອງ, ຍົກ​ສູງ​ກຳລັງ​ສູ້​ຮົບ ​ແລະ ກຳລັງ​ຄວາມ​ສາມາດ​ນຳພາ​ຂຶ້ນ​ໃຫ້​ສູງ​ກວ່າ​ອີກ”. ວາງ​ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂ​ໃຫຍ່ 7 ປະການ​ອອກ​ມາ ຊຶ່ງ “ໜ້າ​ທີ່​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ອັນ​ດັບ​ໜຶ່ງ” ​ແມ່ນ “ຮັກສາ ​ແລະ ​ເພີ່ມ​ທະວີ​ທາດ​ແທ້​ຊົນ​ຊັ້ນ​ກຳມະກອນ​ຂອງ​ພັກ”, ພັກ​ກອມມູນິດ​ຫວຽດນາມ ​ໄດ້​ຕັ້ງ​ບັນຫາ “ຢຶດໝັ້ນ​ຈຸດໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ”(6) ຂຶ້ນ​ເໜືອ​ສຸດ. ດ້ວຍ​ຈິດ​ໃຈ​ດັ່ງກ່າວ, ຕາມ​ມະຕິມະຕິ​ກອງ​ປະຊຸມສູນ​ກາງ​ພັກຄັ້ງ​ທີ 6 (​ເທື່ອ​ທີ 2) ສະ​ໄໝ​ທີ VIII, ພັກ​ກອມມູນິດ​ຫວຽດນາມ ​ໄດ້​ດ​ໄນີນບັ້ນ​ຂົນຂວາ​ຍກໍ່ສ້າງ ປັບປຸງ​ພັກ, ປະຕິບັດ​ການ​ຕິ​ຊົມຕົນ​ເອງ ​ແລະຕິ​ຊົ​ມຢູ່​ໃນ​ພັກ ​ແລະ ​ໄດ້​ຮັບ​ປະສິດທິ​ຜົນ​ຕົວ​ຈິງ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງພັກ​ກອມມູນິດ​ຫວຽດນາມ​ໄດ້​ຢືນຢັນ “ການ​ກໍ່ສ້າງ ປັບປຸງ​ພັກ​ຢ່າງ​ເປັນ​ປະຈຳ, ສ້າງ​ຄວາມ​ເປັນ​ເອກະ​ພາບ​ດ້ານ​ທັດສະນະ ມານະ​ຈິດ ​ແລະ ການ​ກະທຳ​ຢູ່​ພາຍ​ໃນ​ພັກ”(7) ​ແມ່ນ​ໜຶ່ງ​ໃນ​ສີ່​ບົດຮຽນ​ຂອງ 15 ປີ ​ແຫ່ງ​ການປ່ຽນ​ແປງ​ໃໝ່​ໃນ​ການ​ກໍ່ສ້າງ​ພັກ. ​ແຕ່, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ກໍ່​ຊີ້​ໃຫ້​ເຫັນ “ຂໍ້​ຂາດ​ຕົກ​ບົກພ່ອງ​​ໃນ​ວຽກ​ງານ​ການ​ສຶກສາ, ອົບຮົມ​ຝຶກ​ຝົນ​ຖັນ​ແຖວ​ພະນັກ​ງານ ສະມາຊິກ​ພັກ, ຍັງ​ບໍ່​ທັນ​ກີດ​ກັ້ນ ​ແລະ ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ປ່ຽນ​ທາດ​ທາງ​ດ້ານ​ການ​ເມືອງ ​ແລະ​ຄຸນສົມບັດ ​ແບບ​ແຜນ​ດຳ​ລັງຊີວິດບໍ່​ໄດ້”(8). ກອງ​ປະຊຸມ​ໃຫຍ່​ຕົກລົງ: “​ໃນ​ຊຸມ​ປີ​ຕໍ່ໜ້າ, ທົ່ວ​ພັກ​ສືບ​ຕໍ່​ປະຕິບັດ​ບັນດາ​ມະຕິ​ຕົກລົງ​ຂອງ​ພັກວ່າ​ດ້ວຍ​ການ​ກໍ່ສ້າງ​ພັກ, ​ໂດຍ​ສະ​ເພາ​ະຢ່າງ​ຍິ່ງ​ແມ່ນ ມະຕິ​ກອງ​ປະຊຸມສູນ​ກາງ​ພັກຄັ້ງ​ທີ 6 (​ເທື່ອ​ທີ 2) ສະ​ໄໝ​ທີ VIII, ສຸມ​ໃສ່​ເຮັດ​ວຽກ​ງານ​ທີ່​ສຳຄັນ​ຕ່າງໆໃຫ້​ດີ” ຊຶ່ງ​ກ່ອນ​ອື່ໝົດ​ແມ່ນໜ້າ​ທີ່ “ອົບຮົມ​ສຶກສາ​ແນວ​ຄິດ​ການ​ເມືອງ, ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ, ຕ້ານ​ລັດທິ​ອັດ​ຕະບຸກຄົນ(9). “​ແຕ່ລະ​ຄະນະ​ພັກ, ​ແຕ່ລະ​ໜ່ວຍ​ພັກ​ມີ​ແຜນການ​ສຳ​ຫຼວດກວດກາ​ການ​ປະຕິບັດ​ວິ​ໄນ​ກຳ​ຂ​ອງທ່ານ​ປະທານ​ໂຮ່ຈີ​ມິນ ກ່ຽວ​ກັບ​ການ​ຍົກ​ສູງ​ຄຸນສົມບັດ​ປະຕິວັດ, ຕ້ານ​ລັດທິ​ອັດ​ຕະບຸກຄົນ”(10).

ຈາກ​ການ​ສັງ​ເກດ “ສະພາບ​ການ​ເສື່ອ​ມ​ໂຊມ​ປ່ຽນ​ທາດ​ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ ຂອງ​ພະນັກງານ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ໜ້ອຍ ຕິດ​ແໜ້ນ​ກັບ​ພະຍາດ​ອາດຍາ​ສິດ ສໍ້​ລາດ​ບັງ​ຫຼວງ ຟຸມ​ເຟືອຍ ທີ່​ພວມ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ ຊຶ່ງ​ການ​ກີດ​ກັ້ນ​ກໍ່​ບໍ່​ມີ​ປະສິດທິ​ຜົນ”(11), ຢູ່​ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X, ພັກ​ກອມມູນິດ​ຫວຽດນາມ ​ໄດ້​ສະຫລຸບ: “ວຽກ​ງານ​ກໍ່ສ້າງ​ ປັບປຸງພັກຍັງ​ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ(12). ​ໂດຍ​ຖອດ​ຖອນ​ບົດຮຽນ​ຈາກ 20 ປີ​ແຫ່ງ​ການ​ດຳ​ເນີນ​ວຽກ​ງານ​ກໍ່ສ້າງ​ພັກ​ແຕ່​ເມື່ອ​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ​ເລິ່​ມຈາກ​ພຶດຕິ​ກຳ​ດັ່ງກ່າວ​​ເທິງ​ນີ້, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ໄດ້​ຕົກລົງ “ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ດ້ວຍ​ຕົນ​ເອງ, ປັບປຸງ​ພັກ​ດ້ວຍ​ຕົນ​ເອງ”, ດ້ວຍ​ຈຸດໝາຍ “​ເພີ່ມ​ທະວີ​ທາດ​ແທ້​ຊົນ​ຊັ້ນ​ກຳ​ທະ​ກອນ ​ແລະ ລັກ​ສະ​ນະນຳ​ໜ້າ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ແຮງ​ສູ້​ຮົບຂອງ​ພັກ; ກໍ່ສ້າງ​​ໃຫ້ພັກປອດ​ໃສ​ຂາວ​ສະອາດ, ໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ​ແນວ​ຄິດ ​ແລະ​ການຈັດ​ຕັ້ງ ຢ່າງ​ແທ້​ຈິງ, ມີ​ຄວາມ​ເດັດດ່ຽວ​ສະຫຼຽວ​ສະຫຼາດ​ດ້ານການ​ເມືອງ​, ມີ​ຄຸນສົມບັດ​ປະຕິວັດ​ອັນ​ຜ່ອງ​ໃສ, ມີ​ລະດັບສະຕິ​ປັນຍາສູງ, ມີ​ແບບ​ວິທີ​ນຳພາ​ຢ່າງ​ວິທະຍາສາດ, ຍາມໃດ​ກໍ່​ຕິດ​ພັນ​ກັບ​ປະຊາຊົນ(13). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ໄດ້​ວາງ​ໜ້າ​ທີ່​ແລະ​ວິທີ​ແກ້​ໄຂ​ໃຫຍ່ 9 ປະການກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ​ໃນ​ນັ້ນ​ມີ​ຂໍ້​ສະ​ເໜີກ່ຽວ​ກັບ​ການ “ຮ່ຳຮຽນ, ຊາບ​ຊືມ, ປະຕິບັດ​ຕາມ​ແນວ​ຄິດ ​ແລະ ​ແວ່ນ​ແຍງ​ຄຸນສົມບັດ​ຂອງທ່ານ​ປະທານ​ໂຮ່ຈີ​ມິນ”(14). ບັ້ນ​ຂົນ​ຂວາຍນີ້​ໄດ້​ຖືກ​ປຸກລະດົມ ​ແລະ ​​ໃນເບື້ອງ​ຕົ້ນ​ໄດ້​ນຳ​ມາ​ເຊິ່ງປະສິທິຜົນ​ອັນ​ຕັ້ງໜ້າ​ໃຫ້​ແກ່ວຽກ​ງານ​ກໍ່ສ້າງ ​ແລະ ປັບປຸງ​ພັກ.

3- ​ໃນ​ສີ່​ສິບ​ຫ້າປີທີ່ຜ່ານ​ມາ, ປະຕິບັດ​ຄຳ​ຕັກ​ເຕືອນ​ໃນພິ​ໄນ​ກຳ ຂອງທ່ານ​ປະທານ​ໂຮ່ຈີ​ມິນ, ຕໍ່ໜ້າ​ການ​ເຄື່ອນ​ເໜັງ​ຂອງ​ສະພາບ​ການ, ໜ້າ​ທີ່​ໃໝ່, ພັກ​ກອມມູນິດ​ຫວຽດນາມຍາມ​ໃດ​ກໍ່​ກຳນົດ​ວ່າ ການ​ກໍ່ສ້າງ​ແລະ​ປັບປຸງ​ພັກ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ, ​ແມ່ນ​ວຽກ​ງານ​ກ່ອນ​ອື່ນ​ໝົດ​ ເພື່ອ​ປະຕິບັດໜ້າ​ທີ່​ຕ່າງໆ​​ໃຫ້ໄດ້​ຢ່າງ​ສຳ​ເລັດ​ຜົນ ກໍ່​ຄື​ຍົກ​ສູງຢ່າງ​ບໍ່​ຢຸດ​ຢັ້ງ ​ອິດ​ທິພົນ​ແລະຄວາມ​ເຊື່ອ​ຖື​ ຂອງ​ສະມາຊິກ​ພັກ ​ແລະ ຂອງ​ປະຊາຊົນ​ຕໍ່​ກັບ​ພັກ. ສິ່ງ​ດັ່ງກ່າວ​ໄດ້​ນຳ​ມາ​ຊຶ່ງ​ໄຊຊະນະ​ໃຫ້​​ແກ່ພາລະກິດ​ປ່ຽນ​ແປງ​ໃໝ່​, ປົກ​ປັກຮັກສາ​ລະບອບ​ການ​ເມືອງ ​ແລະ ການ​ນຳພາ​ສັງຄົມ​ຂອງ​ພັກ.

​ແຕ່​ວ່າ, ຄຽງ​ຂ້າງ​ບັນດາ​ຜົນງານ​ທີ່​ຍາດ​ມາ​ໄດ້​ນັ້ນ, ວຽກ​ງານ​ກໍ່ສ້າງ​ພັກ ​ແລະ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ ກໍ່​ຍັງ​ມີ​ຄວາມ​ຈຳກັດ ຂໍ້​ຂາດ​ຕົກ​ບົກພ່ອງ​ບໍ່​ໜ້ອຍ ທີ່​ໜ້າ​ກັງວົນ​ໃຈ, ​ເປັນ​ຕົ້ນ​ແມ່ນ ສະພາບ​ຄວາມ​​ເສື່ອ​ມໂຊມ​ດ້ານ​​ແນວ​ຄິດ ການ​ເມືອງ ຄຸນສົມບັດ ​ແລະ ​ແບບ​ແຜນດຳລົງ​ຊີວິດ​ ຂອງ​ພະນັກງານ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ໜ້ອຍ; ສະພາບ​ການ​ອາດຍາ​ສິດ, ຫ່າງ​ເຫີ​ນປະຊາຊົນ, ການຈັດ​ຕັ້ງ​ບໍ່​ແໜ້ນ​ແຟ້ນ, ຫຼັກການ​ຂອງ​ພັກ​ຖືກ​ລະ​ເນີ​ດ.

​ໃນ​ສະພາບ​ດັ່ງກ່າວ​ນັ້ນ, ຢູ່​ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ພັກ​ກອມມູນິດ​ຫວຽດນາມສືບ​ຕໍ່​ຮຽກຮ້ອງ​ໃຫ້​ຕ້ອງ​ກໍ່ສ້າງ​ໃຫ້​ພັກ​ປອດ​ໃສ​ຂາວ​ສະອາດ​ແລະ​ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ ທັງ​ດ້ານ​ການ​ເມືອງ ​ແນວ​ຄິດ ການຈັດ​ຕັ້ງ ພະນັກງານ ​ແລະ ​ແບບ​ແຜນ​ນຳພາ,... ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ແຮງ​ສູ້​ຮົບ​ຂອງ​ພັກ. ກອງ​ປະຊຸມ​ໃຫຍ່​ໄດ້​ວາງ​ໜ້າ​ທີ່ອັນ​ພື້ນຖານ 8 ປະການທີ່​ມີ​ລັກສະນະ​ເປັນ​ລະບົບ ຮອບດ້ານກ່ຽວ​ກັບ​ການ​ກໍ່ສ້າງ​ພັກ  ຊຶ່ງ​ຕ້ອງ​ປະຕິບັດ​ໃຫ້​​ໄດ້ຮັບປະ​ສິດທິ​ຜົນ ​ເພື່ອ​ສືບ​ຕໍ່​ປະຕິບັດ​ຄຳ​ຕັກ​ເຕືອນ​​ກ່ອນ​ອື່ນໝົດ ຂອງທ່ານ​ປະທານ​ໂຮ່ຈີ​ມິນຕໍ່​ກັບ​ພັກ.

ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ໄດ້​ປຶກສາ​ພິຈາລະນາ ​ແລະ ອອກ​ມະຕິ​ຕົກລົງ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປັດຈຸບັນ” ຊຶ່ງ​ມີສາມ​ບັນຫາ​ອັນ​ຮີບ​ດ່ວນທີ່​ຕ້ອງ​ເຮັດ​ໃນ​ທັນທີ​ທັນ​ໃດ​ຄື:

ທີໜຶ່ງ, ​ເດັດດ່ຽວ​ຕໍ່ສູ້​ກີດ​ກັ້ນ, ຍູ້​ຖອຍ​ສະພາບ​ຄວາມ​ເສື່ອ​ມ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ ຂອງ​ພະນັກງານ ສະມາຊິກ​ພັກ​ຈຳນວນ​ໜຶ່ງ​ທີ່​ບໍ່​ໜ້ອຍ, ກ່ອງ​ອື່ນໝົດ​ແມ່ນ​ພະນັກງານ​ນຳພາ ຄຸ້ມ​ຄອງ​ຂັ້ນ​ຕ່າງໆ ​ເພື່ອ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳພາ ​ແລະ​ກຳລັງ​ແຮງ​ສູ້​ຮົບ​ຂອງ​ພັກ, ປັບປຸງ​ຄວາມ​ເຊື່ອ​ຖື​ຂອງ​ສະມາຊິກ​ພັກ ​ແລະ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ.

ທີ​ສອງ, ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ນຳພາ ຄຸ້ມ​ຄອງ​ຂັ້ນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ຢູ່​ຂັ້ນ​ສູນ​ກາງ, ຕອບ​ສະໜອງ​ໄດ້​ກັບ​ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມໂຍງ​ສາກົນ.

ທີ​ສາມ, ກຳນົດ​ແຈ້ງ​ສິດ​ຕັດສິນ ​ແລະ ໜ້າ​ທີ່​ຮັບຜິດຊອບ​ ຂອງ​ຜູ້ນຳ​ໜ້າ​ຄະນະ​ພັກ ອຳນາດ​ການ​ປົກຄອງ ​ແລະ​ສາຍ​ພົວພັນ​ກັບ​ລວມໝູ່​ຄະນະ​ພັກ ສຳນັກງານ ອັງກາ​ນ; ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ.

​ໃນ​ສາມ​ບັນຫາ​ເທິງ​ນີ້, ບັນຫາ​ທີ​ໜຶ່ງ​ແມ່ນ​ຈຸດ​ໜັກ​ໃຈກາງ ສອດຫ້ອຍ​ຕະຫຼອດ ​ແລະ ຮີບ​ດ່ວນ​ກວ່າ​ເພິ່ນ​ໝົດ”(15).

ນີ້​ແມ່ນ​ບາດກ້າວ​ຂະຫຍາຍຕົວ​ໃໝ່ ​ແລະ ​ເຂົ້າ​ສູ່​ເນື້ອ​ແທ້​ຂອງ​ວຽກ​ງານ​ກໍ່ສ້າງ​ ປັບປຸງພັກ ຕາມ​ແນວ​ຄິດ​ໂຮ່ຈີ​ມິນ ຊຶ່ງລວມສູນກ່ອນ​ອື່ນ​ໝົດຢູ່​ໃນ​ເປົ້າ​ໝາຍ​ທີ່​ເປັນ​ພະນັກງານການ​ນຳຂັ້ນ​ຕ່າງໆ ​ແຕ່​ກົມ​ການ​ເມືອງ​ເຖິງ​ຂັ້ນ​ຮາກ​ຖານ ​ແລະ ດ້ວຍ​ວິທີ​ແກ້​ໄຂ 4 ວິທີ, ​ໃນ​ນັ້ນ​ເອົາ​ຫຼັກການ​ຕິ​ຊົມ​ຕົນ​ເອງ ​ແລະ​ຕິ​ຊົມ​ເປັນ​ພື້ນຖານ, ສົມທົບ​ກັບ​ວິທີ​ແກ້​ໄຂ​ກ່ຽວ​ກັບ​ການຈັດ​ຕັ້ງ​ພະນັກງານ ​ແລະ ການ​ດຳ​ເນີນ​ຊີວິດ​ພັກ,... ​ແນ​ໃສ່​ຈຸດໝາຍ​ຄື ກໍ່ສ້າງ​ໃຫ້ພັກ​ກອມມູນິດ​ຫວຽດນາມໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ​ແນວ​ຄິດ, ​ເປັນ​ເອກະ​ພາບ​ທາງ​ດ້ານ​ມານະ​ຈິດ​ແລະ​ການ​ກະທຳ, ປອດ​ໃສ​ຂາວ​ສະອາດ​ທາງ​ດ້ານ​ຄຸນສົມບັດ​ແລະ​ແບບ​ແຜນ​ດຳລົງ​ຊີວິດ, ໜັກ​ແໜ້ນ​ທາງ​ດ້ານ​ການຈັດ​ຕັ້ງ, ​ໄດ້​ຮັບ​ຄວາມ​ສະໜັບສະໜູນ​ຂອງ​ປະຊາຊົນ, ຕັ້ງ​ຕົວຢູ່ຢ່າງ​ໝັ້ນຄົງ ​ແລະ ມີ​ກຳລັງພຽງພໍ ມີ​ລະດັບພຽງພໍ​ເພື່ອ​ນຳພາ​ການ​ປະຕິບັດ​ພາລະກິດ​ປະຫວັດສາດ​ຂອງ​ຕົນ.

ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ​ບັນດາ​ວິທີ​ແກ້​ໄຂ​ໃໝ່, ດ້ວຍ​ການ​ປະສານ​ສົມທົບຢ່າງ​ແໜ້ນ​ແຟ້ນລະຫວ່າງ​ກຸ່ມ​ວິທີ​ແກ້​ໄຂ ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ, ຍົກ​ສູງ​ລັກສະນະ​ນຳ​ໜ້າ​ເປັນ​ແບບຢ່າງ​ຂອງ​ຂັ້ນ​ເທິງ ກັບ​ວິທີ​ແກ້​ໄຂ​ກ່ຽວ​ກັບ​ການຈັດ​ຕັ້ງ​ພະນັກງານ ​ແລະ​ການ​ດຳ​ເນີນ​ຊີວິດ​ພັກ, ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ, ກ່ຽວ​ກັບ​ການ​ສຶກສາ​ອົບຮົມ, ​ພັກ​ກອມມູນິດ​ຫວຽດນາມ​ແນ່ນອນ​ຈະ​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ​ໄດ້​ເປັນ​ຢ່າງ​ດີ ​ເພື່ອ​ປັບປຸງພັກ​ກອມມູນິດ​ຫວຽດນາມ​ໄດ້ຕາມ​ຄຳ​ສັບ​ຢ່າງ​ແທ້​ຈິງ ຄື​ດັ່ງ​ທີ່​ລຸງ​ໂຮ່​ໄດ້​ຂຽນ​ໄວ້ 4 ​ເທື່ອ​ໃນພິ​ໄນ​ກຳ, ​ເພື່ອ​ໃຫ້​ພັກ​ເຮົາ​ສົມ​ກຽດ​ເປັນ​ພັກ​ແຫ່ງ​ຄຸນສົມບັດ ​ແລະ ອາລະຍະ​ທຳ, ພັກ​ໂດຍ​ແມ່ນທ່ານ​ປະທານ​ໂຮ່ຈີ​ມິນກໍ່​ຕັ້ງຂຶ້ນ ​ແລະ ​ໃຫ້ການ​ຝຶກ​ຝົນ​ຫຼໍ່​ຫຼອມ./.

ຂຽນ​ໂດຍ: ຮສ.ດຣ. ຟ້າ​ມ​ໂຮ່ງ​ເຈືອງ
ສະ​ຖາ​ບັນ​ໂຮ່ຈີ​ມິນ​ແລະ​ບັນດາ​ຜູ້ນຳ​ຂອງ​ພັກ,
ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ

---------------------------

* ບົດ​ນີ້​ໄດ້​ລົງພິນ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 865 (​ເດືອນ​ພະຈິກ 2014)

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2000, ​ເຫຼັ້ມ​ທີ 9, ໜ້າ​ທີ 285.

(2), (3), (4) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ (ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI, VII, VIII, IX), ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2005, ໜ້າ​ທີ 10, 149, 330.

(5), (6), (7), (8), (9), (10) ອກະສານຄື​ຂ້າງ​ເທິງ, ໜ້າ​ທີ 303, 518-519, 632, 679, 680, 680-681.

(11), (12), (13), (14) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2006, ໜ້າ​ທີ 22, 65, 279, 286.

(15) ​ເອກະສານ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຄັ້ງ​ທີ 4 ສະ​ໄໝ​ທີ XI, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2012, ໜ້າ​ທີ 26.