ວ.ກ - ຮັກສາ​ສາຍ​ພົວພັນ​ແບບ​ເລືອດ​ເນື້ອ​ລະຫວ່າງ​ພັກ - ປະຊາຊົນ​ໄວ້​ຢ່າງ​ໝັ້ນຄົງ ​ເພື່ອ​ຍົກ​ສູງ​ຖານະ​ທີ່​ຕັ້ງ ບົດບາດ ​ແລະ ຄວາມ​ຮັບຜິດ​ຊອບ​ກຳ​ອຳນາດ​ ຂອງພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ບັນຫາ​ໃຫຍ່ ສຳຄັນທີ່​ສຸດ ​ແລະ ມີ​ຄວາມ​ໝາຍ​ທາງ​ດ້ານ​ທິດ​ສະ​ດີ ກໍ່​ຄື​ພຶດຕິ​ກຳ ​ໃນ​ເງື່ອນ​ໄຂ​ພັກ​ການ​ເມືອງ​ໜຶ່ງ​ກຳ​ອຳນາດ​ຢູ່​ຫວຽດນາມ. ​ແກ້​ໄຂ​ບັນຫາ​ນີ້​ໄດ້ ຈະ​ປະກອບສ່ວນ​ເຂົ້າ​​ໃນ​ຜົນສຳ​ເລັດ​ ຂອງ​ພາລະກິດ​ກໍ່ສ້າງສັງຄົມ​ນິຍົມ​ຢູ່​ຫວຽດນາມ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ພັກກອມມູນິດຫວຽດນາມ ຄັ້ງທີ II ຊຶ່ງໄດ້ຈັດຕັ້ງຢູ່ຕາແສງວິງກວາງ ເມືອງຈຽມຮ໋ວາ ແຂວງຕວຽນກວາງ ແຕ່ວັນທີ 11 ຫາວັນທີ 19 ກຸມພາ 1951. (ພາບ: ຂໍ້ມູນຂອງ TTXVN)

1- ລັດທິ​ມາກ - ​ເລ​ນິນ ​ໄດ້​ເຮັດ​ການ​ປະຕິວັດ​ທາງ​ດ້ານ​ໂລກ​ກະທັດ ​ແລະ ຊີວະ​ທັດ​ໃນ​ຊີວິດ​ສັງຄົມ​ເມື່ອ​ຢືນຢັນ​ບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ​ ດ້ວຍຂໍ້​ຄິດ​ທິດ​ສະ​ດີ​ທີ່​ວ່າ “ມະ​ຫາຊົນ​ເປັນ​ຜູ້​ປະດິດ​ປະຫວັດສາດ​ອອກ​ມາ”.

ຕາມ .ມາກ, ການ​ປະຕິວັດ​ກຳມາ​ຊີບ​ຢາກ​ໄດ້​ຮັບ​ໄຊ​ຊະນະ ​ແມ່ນ​ຕ້ອງ​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ ​ແລະ ຜູ້​ອອກ​ແຮງ​ງານ. ວ.ອີ.​ເລ​ນິນ​ໃຫ້​ທັດສະນະ​ວ່າ, ຖ້າປະຊາຊົນ​ຜູ້​ອອກ​ແຮງ​ງານ​ສ່ວນຫຼາຍ​ບໍ່​ໃຫ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ສະໜັບສະໜູນ ​ແກ່​ກອງ​ນຳ​ໜ້າ​ຂອງ​ຕົນ ​ແມ່ນ​ຊົນ​ຊັ້ນ​ກຳມາ​ຊີບຈະ​ບໍ່​ສາມາດ​ດຳ​ເນີນ​ການປະຕິວັດ​ໃຫ້​ສຳ​ເລັດ​ຜົນ​ໄດ້. ສັດຈະທຳ​ດັ່ງກ່າວ​ໄດ້​ຢືນຢັນ​​ໃຫ້​ເຫັນ​ແຈ້ງວ່າ ສາຍ​ພົວພັນ​ລະຫວ່າງ​ພັກ​ກອມ​ມູນິດ​ແລະ​ປະຊາຊົນ ​ເປັນ​ສາຍ​ພົວພັນ​ແບບ​ເລືອດ​ເນື້ອ ທີ່​ບໍ່​ອາ​ດຈະ​ແຍກ​ອອກ​ຈາກ​ກັນ​ໄດ້ ​ແລະ ຮຽກຮ້ອງໃຫ້ພັກ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ ​ນຳພາ​ມະຫາ​ປະຊາຊົນ​ທັງ​ໝົດ​ ໄປ​ຕາມ​ໂຄງການ​ການ​ເມືອງ​ຂອງ​ພັກ. ບັນຫາ​ພັກ​ກຳ​ອຳນາດ​ການ​ປົກຄອງ ຖືກວ.ອີ.​ເລ​ນິນ ວາງ​ອອກ​ມາ​ແຕ່​ນາມ​ແລ້ວ, ​ແຕ່​ກ່ອນ​ການ​ປະຕິວັດ​ເດືອນ​ຕຸລາ​ແຫ່ງ​ລັດ​ເຊຍ​ ທີ່​ລະ​ເບີດ​ຂຶ້ນ​ໃນ​ປີ 1917, ຕາມ​ແນວ​ຄິດ: “ບໍ່​ວ່າ​ເວລາ​ໃດ ພັກ​ກໍ່​ກຽມ​ຄວາມ​ພ້ອມ​ເພື່ອ​ອອກ​ມາ​ກຳ​ອຳນາດ​ການ​ປົກຄອງ​ທັງ​ໝົດ”. ​ໃນ​ລາຍ​ງານ​ການ​ເມືອງ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກກອມ​ມູນິດ​ລັດ​ເຊຍ, ວັນ​ທີ 27 ມີນາ 1922, ​ເປັນ​ຄັ້ງ​ທຳ​ອິດ​ທີ່ ວ.ອີ.​ເລ​ນິນ ສະ​ເໜີ​ຄວາມ​ສຳນຶກ “ພັກ​ກອມ​ມູນິດ​ກຳ​ອຳນາດ” ໝາຍ​ຄວາມ​ວ່າ ​ພັກ​ນຳພາ​ອຳນາດ​ການ​ປົກຄອງ, ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ທຸກ​ຢ່າງ​ຂອງ​ອຳນາດ​ການ​ປົກຄອງ ​ໄດ້​ປະຕິບັດ​ຕາມ​ໂຄງການການ​ເມືອງ​ຂອງພັກ ​ແລະ ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ.

ວ.ອີ.​ເລ​ນິນ ​ໃຫ້​ທັດສະນະ​ວ່າ ຮັກສາ​ສາຍ​ພົວພັນ​ສະໜິດ​ແໜ້ນ​ລະຫວ່າງ​ພັກ​ກອມ​ມູນິດກັບ​ປະຊາຊົນ ​ແມ່ນ​ການສະ​ແດງ​ອອກຢ່າງ​ເລິກເຊິ່ງທີ່​ສຸດ ​ເຖິງທາດ​ແທ້​​ຊົນ​ຊັ້ນ​ກຳມະກອນຂອງ​ພັກ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ໃຫ້​ພັກ​ນຳພາ​ປວງ​ປະຊາຊົນ​ກ້າວ​ຂຶ້ນ. ນີ້​ແມ່ນ​ມູນ​ຫຼັກ​ອັນ​ພື້ນຖານ ​ແມ່ນຫຼັກການທີ່​ບໍ່​ປ່ຽນ​ແປງຂອງ​ການ​ກໍ່ສ້າງພັກການ​ເມືອງ​ປະຕິວັດ​ແບບ​ໃໝ່​ ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ປະຊາຊົນ​ຜູ້​ອອກ​ແຮງ​ງານ. ຕາມ ວ.ອີ.​ເລ​ນິນ, ສາຍ​ພົວພັນ​ລະຫວ່າງ​ພັກ​ກອມ​ມູນິດ​ຜູ້ນຳ​ພາກັບ​ປະຊາຊົນ ​ແມ່ນ​ບໍ່​ອາດ​ຈະ​ແຍກ​ອອກ​ຈາກ​ກັນ​ໄດ້, ​ແລະ ພັກ​ບໍ່​ພຽງ​ແຕ່​ບໍ່​ອາດ​ຈະ​​ແຍກອອກຈາກ​ປະຊາຊົນ​ໄດ້ ຫາກ​ພັກຍັງ​ຕ້ອງພົວພັນ​ສະໜິດ​ແໜ້ນ​ກັບ​ມະຫາຊົນ, ມີ​ຊີວິດ​ຢູ່​ໃນ​ໝູ່​ປະຊາຊົນ, ຮູ້​ແນວ​ຄິດ​ຈິດ​ໃຈ​ຂອງ​ມະຫາຊົນ, ​ເຂົ້າ​ໃຈ​ມະຫາຊົນ, ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ເດັດ​ຖານ​ຈາກ​ມະຫາຊົນ. ດັ່ງ​ນັ້ນ, ໜຶ່ງ​ໃນ​ບັນດາ​ໄພ​ອັນຕະລາຍ​ໃຫຍ່​ທີ່​ສຸດ ​ເປັນຕາ​ຢ້ານ​ທີ່​ສຸດ ​ແລະ ຈະ​ເປັນ​ໄພ​ອັນຕະລາຍ​ແທ້​ຈິງ​ຂອງ​ພັກ​ກອມ​ມູນິດ​ທີ່​ກຳ​ອຳນາດ ນັ້ນ​ແມ່ນ​ຄວາມ​ຫ່າງ​ເຫີນມະຫາຊົນ. ​ເພາະສະ​ນັ້ນ, ບັນຫາ​ເປັນ​ກຸນ​ແຈ​ແມ່ນ​ຕ້ອງກໍ່ສ້າງ​​ພັກ​ກອມ​ມູນິດທີ່​ກຳ​ອຳນາດ​ໃຫ້​ມີ​ຄວາມ​ປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ​ເພີ່ມ​ທະວີ​ການ​ກໍ່ສ້າງ​ສາຍ​ພົວພັນ​ໃກ້ຊິດ​ສະໜິດ​ແໜ້ນ​ລະຫວ່າງ​ພັກ ​ແລະ ປະຊາຊົນ.

2- ລັດທິ​ມາກ - ​ເລ​ນິນ ​ແມ່ນ​ບໍ່​ເກີດ​ທິດ​ສະ​ດີ ​ແລະ ວິທີ​ວິທະຍາ​ປະຕິວັດຂອງພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າ​ງພັກ - ປະຊາຊົນ ຢ່າ​ງຖືກຕ້ອງ.

ທ່ານ​ປະທານ​ໂຮ່ຈີ​ມິນ ມັກ​​ເອີ້ນ ພັກ​ກອມ​ມູນິດ​ຫວຽດນາມ, ພັກ​ຂອງ​ຊົນ​ຊັ້ນ​ກຳມະກອນພ້ອມ​ກັນ​ນັ້ນ​ກໍ່​ແມ່ນ​ພັກ​ຂອງ​ຊາດ ວ່າ​ “ພັກ​ເຮົາ”, ​ເອີ້ນ​ຢ່າງ​ງ່າຍດາຍ ​ແລະ ສະໜິດສະໜົນ, ສອງຄຳ​ສັບນີ້ບັນຈຸ​ເນື້ອ​ໃນ​ເລິກ​ເຊິ່ງ ​ແລະ ມີ​ຄວາມ​ໝາຍ​ໃຫຍ່​ຫຼວງ​ທີ່​ສຸດ. ​ເຫດການ “ພັກ​ເຮົາ” ກຳ​ເນີດ​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ 1930 ມີ​ຈຸດ​ພິ​ເສດສະ​ເພາະ ທີ່​ບໍ່​ຄື​ກັນ​ກັບ​ບັນດາ​ພັກ​ກອມ​ມູນິດ​ທີ່​ກຳ​ເນີ​ດ​ຂຶ້ນ​ຢູ່​ທາງ​ທິດຕ​າເວັນ​ຕົກ, ນັ້ນ​ແມ່ນ​ມີ​ປັດ​ໄຈ​ໃໝ່​ຕື່ມ​ອີກ​ປັດ​ໃຈ​ໜຶ່ງ​ຄື​ຊົນ​ຊາດ ​ໃນ​ສາມ​ພາກສ່ວນ​ປະກອບ​​ເປັນພັກ​ກອມ​ມູນິດ​ຫວຽດນາມ. ການ​ກຳ​ເນີ​ດ​ເກີດ​ຂຶ້ນ ​ແລະ ຂະຫຍາຍຕົວ​ຂອງພັກຍ້ອນ​ສາມ​ພາກສ່ວນ​ປະກອບ​ເປັນ​ຄື ລັດທິ​ມາກ-ເລ​ນິນທີ່​ໄດ້​ຫັນ​ເປັນ​ຫງວຽນ​ອາຍ​ກວັກ, ຂະ​ບວນການ​ກຳມະກອນ ​ແລະ ຂະ​ບວນການ​ຮັກ​ຊາດ​ຫວຽດນາມ ຊຶ່ງ​ໃຫ້​ເຫັນ​ວ່າ ພັກ​ກອມ​ມູນິດ​ຫວຽດນາມກຳ​ເນີ​ດ​ເກີດ​ຂຶ້ນ​ມາ​ຈາກ​ບໍ່​ເກີ​ດຊົນ​ຊາ​ດ ​ແລະ ​ໄດ້ຕັ້ງ​ຮາກ​ຖານ​ເລິກ​ເຊິ່ງ ຂະຫຍາຍຕົວ​ໃນ​ໃຈຊົນ​ຊາ​ດ. ຈຸດ​ພິ​ເສດ​ດັ່ງກ່າວ​ໄດ້​ຢືນຢັນ​ວ່າ​ ພັກຄົງ​ຕົວ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ພັກ​ພົວພັນ​ແບບ​ເລືອດ​ເນື້ອ​ກັບ​ປະຊາຊົນ, ຍອມຮັບ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ, ສົມທົບຄວາມ​ມານະ​ພະຍາຍາມ​ຂອງ​ພັກ ກັບ​ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ​ ເພື່ອ​ກໍ່ສ້າງ​ພັກ, ​ເພື່ອ​ໃຫ້​ມີ​ກຳລັງ​ແຮງ​ຂອງ​ພັກ ​ແລະ ຂອງ​ປະຊາຊົນ​ຫວຽດນາມ. ທ່ານ​ປະທານ​ໂຮ່ຈີ​ມິນ​ເວົ້າຄຳ​ວ່າ “ພັກ​ເຮົາ” ແມ່ນ​ໄດ້​ເວົ້າ​ເຖິງຈຸດ​ພິ​ເສດ​ແຫ່ງ​ການ​ກຳ​ເນີ​ດ​ເກີດ​ຂຶ້ນ​ຂອງພັກ​ກອມ​ມູນິດ​ຫວຽດນາມ, ພ້ອມ​ກັນ​ນັ້ນ​ກໍ່​​ເປັນ​ການຢືນຢັນວ່າ ພັກ​ກອມ​ມູນິດ​ຫວຽດນາມບໍ່​ແມ່ນ​ເປັນ​ພຽງ​ຂອງ​ຊົນ​ຊັ້ນ​ກຳມະກອນ ຫຼື​ຂອງ​ຖັນ​ແຖວ​ສະມາຊິກ​ພັກ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ພັກ​ຂອງ​ທົ່ວ​ທັງ​ຊາດອີກ​ນຳ.

​ໃນ​ລາຍ​ງານ​ການ​ເມືອງ​ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ II ຂອງ​ພັກ (​ເດືອນ​ກຸມພາ 1951), ທ່ານ​ປະທານ​ໂຮ່ຈີ​ມິນ ຊີ້​ແຈ້ງວ່າ: “ພັກ​ຄົນ​ງານ​ຫວຽດນາມ​ແມ່ນ​ພັກ​ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ປະຊາຊົນ​ຜູ້​ອອກ​ແຮງ​ງານ, ດັ່ງ​ນັ້ນ​ມັນ​ຈຶ່ງ​ຕ້ອງ​ເປັນ​ພັກ​ຂອງ​ຊາດ​ຫວຽດນາມ”(1), ຢືນຢັນ​ວ່າພັກ​ກອມ​ມູນິດ​ຫວຽດນາມມີ​ພື້ນຖານ​ສັງຄົມ​ທີ່ກວ້າງຂວາງ ​ແລະ ສາຍ​ພົວພັນ​ແບບ​ເລືອດ​​ເນື້ອລະຫວ່າງ​ພັກ - ປະຊາຊົນ ​ນັບແຕ່​​ໄລຍະໜຸ່ມ​ນ້ອຍຂອງ​ພັກ​​ນັ້ນ, ມັນຮຽກຮ້ອງ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ຊາດ ​ແລະ ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ທີ່​ຈົງ​ຮັກ​ພັກດີ​ຂອງ​ປະຊາຊົນ. ທ່ານ​ປະທານ​ໂຮ່ຈີ​ມິນຊີ້​ແຈ້ງວ່າ: “ພັກ​ເຮົາ​ເປັນ​ພັກ​ນຳພາ, ໝາຍ​ຄວາມ​ວ່າ​ພະນັກງານ​ທຸກ​ຄົນ, ​ແຕ່​ສູນ​ກາງ​ລົງ​ຮອດ​ເຂດ ​ແຂວງ ​ເມືອງ ຈົນ​ເຖິງ​ຕາ​ແສງ, ບໍ່​ວ່າ​ຢູ່​ຂັ້ນ​ໃດ ​ແລະ ຂະ​ແໜງ​ການ​ໃດ - ລ້ວນ​ແຕ່​ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ທີ່​ຈົງ​ຮັກ​ພັກດີ​ຂອງ​ປະຊາຊົນ”(2) ຍ້ອນ​ວ່າ “ການ​ປະຕິວັດ​ແມ່ນ​ພາລະກິດ​ຂອງ​ມະຫາຊົນ, ມັນ​ບໍ່​ແມ່ນ​ພາລະກິດຂອງ​ບຸກຄົນວິລະ​ຊົນ​ໃດໜຶ່ງ​. ຜົນສຳ​ເລັດ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ຍ້ອນພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຈັດ​ຕັ້ງ ​ແລະ ​ເສີມ​ຂະຫຍາຍ​ກຳລັງປະຕິວັດອັນ​ໃຫຍ່​ຫຼວງ​ບໍ່​ມີ​ຂອບ​ເຂດ​ຂອງ​ປະຊາຊົນ, ​ໄດ້​ນຳພາ​ປະຊາຊົນ​ສູ້​ຊົນ​ພາຍ​ໃຕ້​ຄັນ​ທຸງ​ຊະນະ​ເລີດ​ຂອງ​ລັດທິ​ມາກ - ​ເລ​ນິນ”(3). ປະຕິບັດ​ແນວ​ຄິດ ປະຊາຊົນ​ເປັນ​ກົກ​ຮາກ​ຂອງ​ປະ​ເທດ ຂອງ​ການ​ປະຕິວັດ, ​ເປັນ​ເຈົ້າ​ຂອງ​ຂອງ​ປະ​ເທດ ຂອງ​ສັງຄົມ ​ແລະ ​ເປັນ​ເຈົ້າ​ຊາຕາກຳ​ຂອງ​ຕົນ​ເອງ; ປະຊາຊົນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນອັນ​ໃຫຍ່​ຫຼວງ ຄວາມ​ສາມາດ​ບົ່ມ​ຊ້ອນທີ່​ບໍ່​ມີ​ຂອບ​ເຂ​ດ, ​ແຕ່​ບໍ່​ເປັນ​ທາດ​ດຽວ​ລ້ວນ ຊຶ່ງ​ມີ​ຫຼາຍ​ຊັ້ນ​ຄົນ​ທີ່​ຕ່າງ​ກັນ ​ແລະ ຫຼາຍ​ຊົນ​ເຜົ່າ, ມີ​ລະດັບ​ການ​ພັດທະນາ​ທີ່​ແຕກ​ໂຕນ​ກັນ; ການ​ປະຕິວັດ​ຢາກ​ໄດ້​ຮັບ​ຜົນສຳ​ເລັດ​ກໍ່​ຕ້ອງ​ສາມັກ​ຄີ ຕ້ອງ​ອີງ​ໃສ່​ກຳລັງ​ກຳມະກອນ ຊາວນາ​ເປັນ​ພື້ນຖານ ​ແລະ ຕ້ອງ​ມີພັກ​ຂອງ​ຊົນ​ຊັ້ນ​ກຳມະກອນ​ເປັນ​ຜູ້ນຳ​ພາ, ທ່ານ​ປະທານ​ໂຮ່ຈີ​ມິນ ​ແລະ ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ໃຊ້​ສະຕິ​ປັນຍາ​​ແລະ​ຄວາມ​ມານະ​ພະຍາຍາມ​ທັງ​ໝົດ ​ເພື່ອ​ກໍ່ສ້າງ​ພັກ​ປະຕິວັດ​ທີ່​ແທ້​ຈິງ, ພັກນຳໜ້າຂອງຊາດ ແລະ ພ້ອມກັບທົ່ວທັງຊາດຫວຽດນາມເຮັດການປະຕິວັດ ຍາດເອົາບັນດາໄຊຊະນະອັນສະຫງ່າງານໃນ 85 ປີທີ່ຜ່ານມາ.

ຈາກແນວຄິດຂອງທ່ານ​ປະທານ​ໂຮ່ຈີ​ມິນ, ພວກເຮົາເຂົ້າໃຈຢ່າງເລິດເຊິ່ງວ່າ ການ​ກຳ​ເນີ​ດ​ເກີດ​ຂຶ້ນ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຂະ​ບວນວິວັດ​ແຫ່ງ​ການ​ຂະຫຍາຍຕົວ​ຂອງ​ພັກ ດ້ວຍ​ຈຸດປະສົງ​ສູ້​ຊົນ​ຕະຫຼອດ​ຊີວິດ​ເພື່ອ ​ເອກະລາດ ອິດສະຫຼະພາບ ຄວາມ​ສົມບູນ​ພູມ​ສຸກ ​ຂອງ​ປະຊາຊົນ​ຫວຽດນາມ. ພັກ​ດຳລົງ​ຄົງ​ຕົວ​ເພື່ອ​ສິດ​ເປັນ​ເຈົ້າ​ຂອງ​ທີ່​ແທ້​ຈິງ​ຂອງ​ປະຊາຊົນ ​ແລະ ປົວ​ແປງ​ຖະນະ​ທີ່​ຕັ້ງ​ຂອງ​ປະຊາຊົນ ຈາກ​ຂ້າ​ທາດ ຂຶ້ນ​ຢູ່​ໃນ​ຖານະ​ຂອງຜູ້​ເປັນ​ເຈົ້າ​. ທ່ານ​ປະທານ​ໂຮ່ຈີ​ມິນ​ເວົ້າ​ວ່າ “ພັກ​ເຮົາ​ແມ່ນ​ພັກກຳ​ອຳນາດ” ໝາຍ​ຄວາມ​ວ່າ, ​ເພິ່ນ​ຢືນຢັນ​ບາດ​ລ້ຽວອັນ​ຍິ່ງ​ໃຫຍ່​ຂີດ​ໝາຍ​ຄວາມ​ຫັນປ່ຽນ​ທາງ​ດ້ານ​ທາດ​ໃນ​ຖານະ​ທີ່​ຕັ້ງ ​ຂອງພັກ ​ແລະ ປະຊາຊົນ, ຈາກ​ທີ່​ບໍ່ມີ​ອຳນາດ​ການ​ປົກຄອງ ກາຍ​ເປັນ​ຜູ້​ມີ​ອຳນາດ​ການ​ປົກຄອງ ຊຶ່ງ​ເປັນ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ; ພ້ອມ​ກັນ​ນັ້ນ​ກໍ່​ກຳນົດແຈ້ງຄວາມ​ຮັບຜິດຊອບ​ຂອງ​ພັກ​ ໃນ​ການ​ທັງ​ເປັນ​ຜູ້ນຳ​ພາ ທັງ​ເປັນ​ຜູ້​ຮັບ​ໃຊ້ທີ່​ຈົງ​ຮັກ​ພັກດີ​ຂອງ​ປະຊາຊົນ, ກໍ່ສ້າງ ​ແລະ ປະຕິບັດ​ແນວທາງ​ການ​ເມືອງ​ທີ່​ຖືກຕ້ອງ ຊຶ່ງ​ມີ​ບາດກ້າວ​ເດີນ ​ແລະ ວິທີ​ທີ່​ເໝາະ​ສົມ​ເພື່ອ “​ເຮັດ​ຄື​ແນວ​ໃດ​ໃຫ້​ປະ​ເທດ​ເຮົາ​ມີ​ເອກະລາດ​ສົມບູນ, ປະຊາຊົນ​ເຮົາ​ມີ​ອິດສະຫຼະ​ເສລີ​ສົມບູນ, ພີ່ນ້ອງ​ຮ່ວມ​ຊາດ​ເຮົາ​ຜູ້​ໃດ​ກໍ່​ມີ​ເຂົ້າ​ກິນ​ມີ​ເຄື່ອງນຸ່ງ​ຫົ່ມ ຜູ້​ໃດ​ກໍ່​ໄດ້​ຮ່ຳຮຽນ”. ທ່ານ​ປະທານ​ໂຮ່ຈີ​ມິນ​ເວົ້າ “ພັກ​ເຮົາ​ແມ່ນ​ພັກ​ກຳ​ອຳນາດ” ​ແມ່ນ​ເວົ້າ​ເຖິງ​ການ​ທີ່ພັກ​ກອມ​ມູນິດ​ຫວຽດນາມນຳພາ​ສັງຄົມ​ຢ່າງຮອບ​ດ້ານ, ນຳ​ໃຊ້​ກົງຈັກ​ອຳນາດ​ການ​ປົກ​ຄອງ​ເພື່ອ​ເຕົ້າ​ໂຮມ ​ແລະ ​ເສີມ​ຂະຫຍາຍກຳລັງ​ແຮງ​ຂອງ​ປະຊາຊົນ, ປະຕິບັດ​ຢ່າງ​ສຳ​ເລັດ​ມີ​ໄຊ​ແນວທາງ​ການ​ປະຕິວັດ​ທີ່​ພັກ​ວາງ​ອອກ​ມາ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ສິ່ງ​ດັ່ງກ່າວ​ນັ້ນ​ຮຽກຮ້ອງ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມຕ້ອງ​ຮັກສາ​ທາດ​ແທ້​ປະຕິວັດ ​ແລະ ວິທະຍາສາດ​ຂອງ​ຕົນ​ໄວ້​ຢ່າງ​ໝັ້ນຄົງ, ຕ້ອງ​ຢຶດໝັ້ນລັດທິ​ມາກ - ​ເລ​ນິນ ​ແລະ ​ແນວ​ຄິດໂຮ່ຈີ​ມິນ, ຍົກ​ສູງ​ບົດບາດນຳ​ພາ ​ແລະ ຖານະ​ກຳ​ອຳນາດ​ຂອງ​ພັກ, ​ເຮັດ​ວຽກ​ງານ​ກໍ່ສ້າງ​ພັກ​ໃຫ້​ດີ ຊຶ່ງ​ຖັນ​ແຖວ​ພະນັກງານ​ເປັນ​ຫຼັກ​ແຫຼ່ງ.

3- ​ເພື່ອ​ປະຊາຊົນ ​ແລະ ອີງ​ໃສ່​ປະຊາຊົນ​ເພື່ອ​ກໍ່ສ້າງ​ພັກ ​ແມ່ນ​ໜຶ່ງ​ໃນ​ບັນດາແນວ​ຄິດ​ໃຫຍ່, ມີ​ລະດັບ​ຍຸດ​ທະ​ສາດ, ທີ່​​ໄດ້​ເປັນ​ຮູ​ບຂຶ້ນໃນ​ທິດ​ສະ​ດີ​ກໍ່ສ້າງ​ພັກ​ກຳ​ອຳນາດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ຊຶ່ງ​ໄດ້​ສ້າງ​ປະຫວັດສາດ​ອັນ​ສະຫງ່າ​ງາມ​ຂອງພັກ​ກອມ​ມູນິດ​ຫວຽດນາມ.

​ເພື່ອ​ໃຫ້​ພັກສາມາດ​ນຳພາ​ມະຫາ​ປະຊາຊົນ​ບັນດານ​ຊົນ​ເຜົ່າ​ຢູ່​ຫວຽດນາມ​ໄດ້, ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​​ເອົາ​ໃຈ​ໃສ່ຢ່າງ​ເປັນ​ປະຈຳ​ເຖິງ​ການ​ກໍ່ສ້າງ ​ແລະ ປັບປຸງພັກ​ກອມ​ມູນິດ​ຫວຽດນາມ ​ໃຫ້​ເປັນ​ພັກ​ການ​ເມືອງ​ທີ່​ປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ ພົວພັນ​ແບບ​ເລື​ດ​ເນື້ອກັບ​ປະຊາຊົນ. ທ່ານ​ປະທານ​ໂຮ່ຈີ​ມິນຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນຫາ​ເພື່ອ​ປະຊາຊົນ ​ແລະ ອີງ​ໃສ່​ປະຊາຊົນ; ​ເພິ່ນໄດ້​ຊີ້​ນຳການ​ປະຕິບັດ ​ແລະ ຖື​ວ່າ​ນີ້​ແມ່ນ​ເງື່ອນ​ໄຂ​ຕົ້ນຕໍ​ຂອງ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ກໍ່​ຄື​ກຳນົດ​ຢ່າງ​ຈະ​ແຈ້ງ ສາຍພົວພັນລະຫວ່າງ​ພັກກັບ​ປະຊາຊົນ ​ແລະ ຮຽກຮ້ອງ​ໃຫ້​ພັກ​ຕ້ອງ​​ເອົາ​ໃຈ​ໃສ່ເບິ່ງ​ແຍງ​ກໍ່ສ້າງ​ຮາກ​ຖານ​ແນວ​ຄິດ ການ​ເມືອງ ​ປັນຍາຄວາມ​ຮູ້ ຄຸນສົມບັດ​ປະຕິວັດ ​ເພື່ອ​ຈຸດປະສົງ​ຮັບ​ໃຊ້​ປະ​ຊາຊົນ​ໃຫ້​ໄດ້​ນັບ​ມື້​ນັບດີກວ່າ​ອີກ, ສົມ​ກັບ​ຄວາມ​ຮັກ​ແພງ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ​ຂອງ​ຕົນ. ​ແນວ​ຄິດ​ຍຸດ​ທະ​ສາດ​ດັ່ງກ່າວ​ນັ້ນຖືກທ່ານ​ປະທານ​ໂຮ່ຈີ​ມິນສະ​ແດງ​ອອກ​ຢ່າງ​ຮັດກຸມ​ໃນຄຳ​ສັບ 456 ຄຳ 12 ຂໍ້ຢູ່​ໃນ​ພາກ “ກໍ່ສ້າງພັກ​ປະຕິວັດ​ທີ່​​ແທ້​ຈິງ” ຂອງ​ນິພົນ “ດັດ​ແປງ​ວິທີ​ເຮັດ​ວຽກ” ​ໂດຍ​ເພິ່ນ​ເປັນ​ຜູ້​ຂຽນ​ໃນ​ປີ 1947.

ດ້ວຍ​ທັດສະນະ ພັກ​ຈຳ​ເປັນ​ຕ້ອງ​ພົວພັນ​ແບບ​ເລືອດ​ເນື້ອ​ກັບ​ປະຊາຊົນ, ທ່ານ​ປະທານ​ໂຮ່ຈີ​ມິນ ຖື​ວ່ານີ້​ບໍ່​ພຽງ​ແຕ່​ເປັນ​ມາດຕະຖານ​ຂອງ​ພັກ​ປະຕິວັດ​ທີ່​ແທ້​ຈິງ​ເທົ່າ​ນັ້ນ ມັນ​ຍັງ​ເປັນໜຶ່ງ​ໃນ​ບັນດາ​ກົດ​ເກນ​ແຫ່ງ​ການ​ຄົງ​ຕົວ​ແລະ​ຂະຫຍາຍຕົວ​ຂອງພັກ​ກອມ​ມູນິດ​ຫວຽດນາມອີກ​ນຳ. ທ່ານ​ປະທານ​ໂຮ່ຈີ​ມິນຍັງ​ກຳນົດ​ວ່າ ສາຍ​ພົວພັນ​ລະ​ຫວ່າງ​ພັກ​ກັບ​ປະຊາຊົນ​ແມ່ນ​ສາຍ​ພົວພັນ​ສັດຈະ​ວິພາກ, ມັນ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ ​ແລະ ຂະຫຍາຍຕົວ​ໂດຍຕິດ​ແໜ້ນ​ກັບ​ການ​ປະຕິວັດ. ​ເພິ່ນ​ໄດ້​ຕັກ​ເຕືອນ​ພວກ​ເຮົາຢ່າງ​ເປັນ​ປະຈຳ​ວ່າ ຕ້ອງ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຄວາມ​ໝາຍ ບົດບາດ​ຂອງ​ປະຊາຊົນ​ໃນ​ສາຍ​ພົວພັນ​ລະຫວ່າງພັກ ກັບ ປະຊາຊົນ. ຕາມ​ຄວາມ​ເຫັນ​ຂອງເພິ່ນ, ​ເພື່ອ​ຮັກສາ ​ແລະ ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ພັກແລະປະຊາຊົນຢ່າງ​ໝັ້ນຄົງ, ພັກ​ກອມ​ມູນິດ​ຫວຽດນາມຕ້ອງ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ ​ແລະ ​ແກ້​ໄຂ​ໃຫ້​​ໄດ້​ເປັນ​ຢ່າງດີ ສີ່​ບັນຫາ​ພື້ນຖານ​ຄື: ຮັບ​ໃຊ້​ໃຫ້​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ ຂອງ​ປະຊາຊົນ ຂອງ​ຊາດ, ນອກ​ນັ້ນ ພັກ​ກອມ​ມູນິດ​ຫວຽດນາມບໍ່​ມີ​ຜົນ​ປະ​ໂຫຍ​ດອື່ນ​ໃດ​ເລີຍ; ພັກ​ຕ້ອງ​ສົມ​ກັນ​ເປັນ​ຜູ້ນຳ​ພາ ຜູ້​ຮັບ​ໃຊ້​ທີ່ຈົງຮັກ​ພັກດີ​ຂອງ​ປະຊາຊົນ; ພັກ​ຕ້ອງ​ໃກ້ຊິດຕິດ​ແທດ​ກັບ​ມະຫາຊົນ, ຮ່ຳຮຽນ​ມະຫາຊົນ, ນຳພາ​ມະຫາຊົນ; ພັກ​ຕ້ອງ​ເປັນ​ຜູ້​ຈັດ​ຕັ້ງ ​ແລະ ນຳພາ​ພາລະກິດ​ປະຕິວັດ​ສັງຄົມ​ນິຍົມ ​ແລະ ກໍ່ສ້າງ​ສັງຄົມ​ນິຍົມ. ​ໃນ​ພິ​ໄນ​ກຳ​ອັນ​ສັກກະ​ລະ​ບູຊາ​ຂ​ອງທ່ານ​ປະທານ​ໂຮ່ຈີ​ມິນ, ​ເພິ່ນ​ໄດ້​​ເວົ້າ​​ແຈ້ງ “ພັກ​ເຮົາ​ແມ່ນ​ພັກ​ກຳ​ອຳນາດ” ຊຶ່ງ​ສິ່ງ​ທີ່​ເປັນ​ແກ່ນສານ ຫຼັກ​​ແຫຼ່ງ ​ແລະ ສຳຄັນ​ຍິ່ງ ​ແມ່ນ​ຄວາມ​ພົວພັນ​ສະໜິດ​ແໜ້ນ​ລະຫວ່າງ​ພັກ ​ແລະ ປະຊາຊົນ.

ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ​ປະຊາຊົນຫວຽດນາມຍາດໄດ້​ໄຊຊະນະ​ອັນ​​ໃຫຍ່ຫຼວງ ມີ​ຄວາມ​ໝາຍ​ປະຫວັດສາດ ຊຶ່ງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ກຳລັງ​ແຮງ​ຂອງ​ພັກ ​ແລະ ກຳລັງ​ແຮງ​ຂອງປະຊາຊົນ. ສະຫລຸບ​ສັງ​ລວມບັນດາ​ບົດຮຽນ​ໃຫຍ່​ຂອງ​ການ​ປະຕິວັດ​ຫວຽດນາມນັບ​ແຕ່​ເມື່​ອມີ​ພັກ​ນຳພາ, ພັກ​ກອມມູນິດ​ຫວຽດນາມຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ “ພາລະກິດ​ປະຕິວັດ​ແມ່ນ​ຂອງປະຊາຊົນ, ​ໂດຍປະຊາຊົນ, ​ເພື່ອປະຊາຊົນ” ​ແລະ “ການ​ນຳພາ​ຢ່າງ​ຖືກຕ້ອງ​ຂອງ​ພັກ​ແມ່ນ​ປັດ​ໃຈ​ຕັດສິນທຸກໆ​ໄຊຊະນະ”. ​ເພາະສະນັ້ນ, ສິ່ງ​ທີ່​ເປັນ​ຕົ້ນຕໍ ​ແລະ ສຳຄັນ​ຍິ່ງ​ຂອງ​ທິດ​ສະ​ດີ​ກ່ຽວ​ກັບ​ພັກ​ນຳພາ ພັກ​ກຳ​ອຳນາດ ນັ້ນ​ແມ່ນກໍ່ສ້າງ ​ແລະ ຂະຫຍາຍ​ສາຍ​ພົວພັນ​ແບບ​ເລືອດ​ເນື້ອ ລະຫວ່າງ​ພັກ​ກັບປະຊາຊົນ, ຮັບປະກັນ​ໃຫ້ ຄວາມ​ຄິດ​ຂອງ​ພັກ​ສ່ອງ​ແສງ​ຖືກຕ້ອງ​ຕາມ​ຈິດ​ໃຈ​ປະຊາຊົນ ​ແລະ ​ແນວທາງ​ຂອງ​ພັກຖືກ​ກັບ​ຄວາມ​ປາຖະໜາ​ຂອງປະຊາຊົນ. ພຶດຕິ​ກຳ​ແຫ່ງ​ການ​ປະຕິວັດ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ເວລາ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ຊຶ່ງ​ໄດ້​ບັນລຸ​ບັນດາ​ຜົນສຳ​ເລັດ​ອັນ​ສຳຄັນ​ກ່ຽວ​ກັບ​ການ​ກໍ່ສ້າງ​ສາຍ​ພົວພັນ​ລະຫວ່າງພັກ - ປະຊາຊົນ ນັ້ນ​ຄື: ພັກ​ຮັບ​ຟັງປະຊາຊົນ ​ເພື່ອປະຊາຊົນ ອີງ​ໃສ່ປະຊາຊົນ ​ແລະ ປະຊາຊົນກໍ່​ເຊື່ອ​ຖື​ພັກ, ຊຶ່ງ​ໄດ້​ກາຍ​ເປັນ​ປັດ​ໄຈຮັບປະກັນ​ຄວາມ​ຖືກຕ້ອງ ​ແລະ ຄວາມ​ສຳ​​ເລັດຂອງ​ແນວທາງ​ປະຕິວັດ​ຂອງ​ພັກ; ພັກ​ໃກ້ຊິດ​ນິດ​ແທດ​ກັບປະຊາຊົນ ​ແລະ ​ໄດ້​ຮັບ​ຄວາມ​ສະໜັບສະໜຸນ​ຂອງປະຊາຊົນ, ຊຶ່ງ​ໄດ້​ສ້າງ​ໃຫ້​ມີ​ຜົນສຳ​ເລັດ​ອັນ​ສຳຄັນ​ທີ່​ສຸດ, ຜົນສຳ​ເລັດ​ທີ່​ມີ​ຄວາມ​ໝາຍ​ປະຫວັດ​ສາດ; ພັກ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ການ​ກໍ່ສ້າງ​ສາຍ​ພົວພັນ​ແບບ​ເລືອດ​ເນື້ອ​ກັບປະຊາຊົນ ​ແມ່ນ​ປັດ​ໄຈທີ່​ມີ​ຄວາມ​ໝາຍ​ຕັດສິນ​ ໃນ​ການ​ສ້າງ​ກຳລັງ​ແຮງ​ຂອງ​ພັກ; ພັກ​ນຳພາ​ລະບົບ​ການ​ເມືອງ ​ແລະ ປະຕິບັດ​ກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ​ນັບ​ມື້​ນັບ​ມີປະສິດທິ​ຜົນ ຊຶ່ງ​ໄດ້​ສ້າງ​ຄວາມ​ເຊື່ອ​ຖື​ໃນປະຊາຊົນ ​ແລະ ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ.

​ໃນ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຂອງ​ການ​ປະຕິວັດ​ຫວຽດນາມ, ພັກ​ກອມ​ມູນິດ​ຫວຽດນາມຍາມ​ໃດ​ກໍ່​ຮັບ​ຟັງຄວາມ​ຄິດ​ຄວາມ​ເຫັນ ​ແລະ ຄວາມ​ປະດິດ​ສ້າງ​ຂອງປະຊາຊົນ, ພິຈາລະນາ​ວິທີ​ແກ້​ໄຂ​ຂອງ​ມະຫາຊົນ ​ແລະ ຄົ້ນຄວ້າ ຮ່ຳຮຽນ​ບັນດາ​ປັດ​ໄຈ​ໃໝ່​ໃນປະຊາຊົນ. ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຫວັດສາດ ​ແລະ ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ​​ໃນ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ, ພັກ​ກອມມູນິດ​ຫວຽດນາມ​ໄດ້​ເນັ້ນ​ວ່າ: “ການ​ປະຕິວັດ​ແມ່ນ​ພາລະກິດ​ຂອງ​ມະຫາຊົນ. ​ເພາະສະ​ນັ້ນ ຢູ່​ບໍ່​ວ່າ​ສະ​ໄໝ​ໃດວຽກ​ງານຂົນຂວາຍ ​ແລະ ຈັດ​ຕັ້ງ​ມະຫາຊົນ ​ເຮັດ​ການ​ປະຕິວັດ​ກໍ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ”(4). ດັ່ງ​ນັ້ນ, ສາຍ​ພົວພັນ​ລະຫວ່າງ​ພັກ - ປະຊາຊົນ ບໍ່​ພຽງ​ແຕ່​ເປັນ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ​ເທົ່າ​ນັ້ນ ມັນ​ຍັງ​ເປັນ​ຜົນລວມ ​ເປັນ​ສູນ​ເຕົ້າ​ໂຮມ​ຂອງ​ເນື້ອ​ໃນ​ການ​ກໍ່ສ້າງ ປັບປຸງ​ພັກທາງ​ດ້ານຕ່າງໆ​ທຸກ​ດ້ານ ​ການ​ເມືອງ ​ແນວ​ຄິດ ຄຸນສົມບັດ​ສິນ​ທຳ ​ແບບ​ດຳລົງ​ຊີວິດ ​ແລະ ການຈັດ​ຕັ້ງ​ພະນັກງານ ຂອງພັກ​ກອມ​ມູນິດ​ຫວຽດນາມ.

4- ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ພັກ ​ແລະ ບົດບາດ​ຂອງປະຊາຊົນ ​ໃນ​ສາຍ​ພົວພັນ​ລະຫວ່າງ​ພັກ - ປະຊາຊົນ ​ເພື່ອ​ຍົກ​ສູງ​ບົດບາດ​ຖານະ​ຂອງ​ພັກ.

ບົດບາດ​ຂອງ​ພັກສະ​ແດງ​ອອກ​ຢູ່​ທີ່, ພັກ​ກອມ​ມູນິດ​ຫວຽດນາມວາງ​ແນວທາງ​ອັນ​ຖືກຕ້ອງ​ອອກ​ມາ ຄຽງ​ຂ້າງ​ນັ້ນ ພັກ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ​​ໃຫ້ພັກທຽບ​ເທົ່າ​ກັບ​ລະດັບ​ຂອງ​ພັກ​ກຳ​ອຳນາດ, ນຳພາປະຊາຊົນດຳ​ເນີນ​ການ​ກໍ່ສ້າງ​ສັງຄົມ​ນິຍົມ ຢູ່​ຫວຽດນາມ. ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ນຳພາ​ການ​ປະຕິວັດ ​ແລະ ພັດທະນາ​ເສດຖະກິດ​ຕະຫຼາດ ກຳນົດ​ທິດ​ສັງຄົມ​ນິຍົມ, ພັກ​ກອມ​ມູນິດ​ຫວຽດນາມຍາມ​ໃດ​ກໍ່​ຕັ້ງ​ໝັ້ນ​​ໃນບົດບາດນຳ​ພາ ​ແລະ ​ເອົາ​ໃຈ​ໃສ່​ເຮັດ​ວຽກ​ງານ​ກໍ່ສ້າງ​ພັກ​ໃຫ້​ໄດ້​ຮັບ​ຜົນ​ດີ, ຮັກສາ​ທາດ​ແທ້​ປະຕິວັດ ​ແລະ ວິທະຍາສາດ​ຂອງ​ພັກ, ຍົກ​ສູງ​ລະດັບ​ປັນຍາ​ຄວາມ​ຮູ້ ​ແລະ ຄຸນ​ນະພາ​ບຂອງ​ວຽກ​ງານ​ຄົ້ນ​ຄວ້າ ສະຫລຸບ​ສັງ​ລວມທິດ​ສະ​ດີ​ຂອງ​ພັກ, ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​​ເຖິງ​ການ​ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ ​ແລະ ພະນັກງານ ຮັບປະກັນ​ຮັກສາ​ສາຍ​ພົວພັນ​ແບບ​ເລືອດ​ເນື້ອ​ກັບ​ປະຊາຊົນ. ບົດບາດ​ຂອງພັກສະ​ແດງ​ອອກ​ຢູ່​ທີ່, ພັກ​ນຳພາ​ການ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງປະຊາຊົນ ຕາມ​ທິດ​ນຳ “ປະຊາຊົນ​ຮູ້, ປະຊາຊົນປຶກສາ​ພິຈາລະນາ, ປະຊາຊົນ​ເຮັດ, ປະຊາຊົນກວດກາ” ຕາມ​ຄຳ​ສັ່ງ​ສະບັບ​ທີ 30-CT/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະ​ໄໝ​ທີ VIII, ​ວັນ​ທີ 18 ກຸ​ທພາ 1998, “ວ່າ​ດ້ວຍ​ການ​ກໍ່ສ້າງ ​ແລະ ປະຕິບັດ​ ກົດ​ລະບຽບ​ປະ​ຊາ​ທິປະ​ໄຕ​ຢູ່​ຮາກ​ຖານ”; ມະຕິ​ຕົກລົງ​ສະບັບ​ທີ 290-QĐ/TW, ​ວັນ​ທີ 25 ກຸມພາ 2010, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, “ວ່າ​ດ້ວຍ​ກົດ​ລະບຽບ​ປະຕິບັດ​ງານ​ຂົນຂວາຍປະຊາຊົນ ຂອງ​ລະບົບ​ການ​ເມືອງ”; ມະຕິ​ສະບັບ​ທີ 25-NQ/TW, ວັນ​ທີ 3 ມິຖຸນາ 2013, ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, “ວ່າ​ດ້ວຍ​ການ​ເພີ່ມ​ທະ​ວີ ​ແລະ ປ່ຽນ​ແປງ​ໃໝ່​ ການ​ນຳພາ​ຂ​ອງພັກ ​ຕໍ່​ກັບ​ວຽກງາ​ນຂົນຂວາຍປະຊາຊົນ ​ໃນ​ສະພາບ​ການ​ໃໝ່”. ພັກ​ນຳພາປະຊາຊົນ ​ເຮັດ​ວຽກ​ງານ​ຕິດຕາມ​ກວດກາ, ຕິ​ຊົມ ​ແລະ ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ກໍ່ສ້າງ​ພັກ ອຳນາດ​ການ​ປົກຄອງ ຕາມ​ມະຕິ​ຕົກລົງ​ສະບັບ​ທີ 217-QĐ/TW ​ແລະ ມະຕິ​ຕົກລົງ​ສະບັບ​ທີ 218-QĐ/TW, ວັນ​ທີ 12 ທັນວາ 2013, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ. ພັກ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ແລະ ​ແບບ​ວິທີ​ການນຳພາ​ຕໍ່​ກັບປະຊາຊົນ ​ໂດຍ​ຜ່ານ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງຄະ​ນະ​ການ​ເມືອງ - ສັງຄົມ ​ແລະ ສະມາຄົມ​ຂອງ​ປະຊາຊົນ.

ບົດບາດ​ຂອງປະຊາຊົນສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ກໍ່ສ້າງ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ; ​ໃນ​ການ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ​ເຂົ້​າໃຈພັກ​ຢ່າງ​ຈະ​ແຈ້ງ, ສະໜັບສະໜູນ​ພັກ, ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ພັກ, ຊ່ວຍ​ໃຫ້​ພັກ​ຮູ້​ສະພາບ​ການ​ຂອງປະຊາຊົນຢ່າງ​ຈະ​ແຈ້ງ, ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ໃຫ້​ພັກ ​ແລະ ຕິ​ຊົມ​ພັກ​ຢ່າງ​ຈິງ​ໃຈ; ປະກອບສ່ວນປ້ອງ​ກັນແລະຕ້ານ ພະຍາດ​ອາດຍາ​ສິດ, ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຄວາມ​ຟຸມ​ຟືອຍ; ຕິດ​ຕາ​ມກວດກາພະນັກງານ ​ແລະ ຜູ້​ແທນ​ປະຊາຊົນຢູ່​ເຂດ​ພົນລະ​ເມືອງ.

​ໃນ​ໄລຍະ​ປັດຈຸບັນ, ຕ້ອງ​ປະຕິບັດ​ເປັນ​ຢ່າງ​ດີ​ບັນດາ​ມາດ​ຕະການ​ກໍ່ສ້າງ​ພັກທາງ​ດ້ານ​ແນວ​ຄິດ ທິດ​ສະ​ດີ ​ປັນຍາຄວາມ​ຮູ້ ​ແລະ ການຈັດ​ຕັ້ງ​ພະນັກງານ; ​ເປີດ​ກວ້າງ​ຄວາມ​ໂປ່​ງ​ໃສ ​ແລະ ປະຊາທິປະ​ໄຕ​ໃນ​ພັກ; ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງປະຊາຊົນ ກຸ່ມກ້ອນສາມັກຄີ​ສຳພັນ​ທະ​ພາບ​ກຳມະກອນ - ຊາວນາ - ປັນຍາ​ຊົນ; ​ແກ້​ໄຂ​ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນ ຊອບ​ທຳຂອງປະຊາຊົນ ຢ່າງທັນ​ການ ມີ​ປະສິດທິ​ຜົນ./.

​ໂດຍ ດຣ. ຖ່າວ​ຊວນ​ສຸ່ງ,
ກຳມະການສູນ​ກາງ​ພັກ,
ຮອງ​ຫົວໜ້າ​ຄະ​ນະ​ຂົນຂວາຍ
ປະຊາຊົນສູນ​ກາງ

                                  

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1996, ​ເຫຼັ້ມ​ທີ 6, ໜ້າ​ທີ 175.

(2) ໂຮ່ຈີ​ມິນ: ນິພົນ​ທີ່​ໄດ້​ແນະນຳ, ເຫຼັ້ມ​ທີ 10, ໜ້າ​ທີ 323.

(3) ໂຮ່ຈີ​ມິນ: ນິພົນ​ທີ່​ໄດ້​ແນະນຳ, ເຫຼັ້ມ​ທີ 12, ໜ້າ​ທີ 672.

(4) ພັກ​ກອມ​ມູນິດ​ຫວຽດນາມ: ​ເອກະສາ​ພັກຄົບຊຸດ, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2006, ເຫຼັ້ມ​ທີ 43, ໜ້າ​ທີ 119.