ວ.ກ.ອອນ​ໄລ - ທີ່​ຜ່ານ​ມາ​ແລ້ວ​ນີ້, ສະຫາຍ​ຫງວຽນ​ຊວນ​ຝຸກ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ, ຮອງ​ນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ການ​ບໍລິຫານ ຂອງ​ລັດຖະບານ ​ໄດ້​ມີ​ບົດ​ຂຽນ​ກ່ຽວ​ກັບ​​ສືບ​ຕໍ່​ຍູ້​ແຮງ ​ການ​ປະຕິ​ຮູບການ​ບໍລິຫານ​ແຫ່ງ​ລັດ, ວາລະສານ​ກອມ​ມູນິດ​ຂໍ​ເປັນ​ກຽດ​ໄດ້​ແນະນຳ​ບົດ​ຂຽນ​ດັງ​ກ່າວ:

ສະຫາຍຫງວຽນຊວນຝຸກ, ກຳມະການກົມການເມືອງສູນກາງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳການປະຕິຮູບການບໍລິຫານ ຂອງລັດຖະບານ

ພັກ ລັດ​ເຮົາ​ໄດ້​ກຳນົດ​ວ່າ ການ​ປະຕິ​ຮູບ​ການ​ບໍລິຫານ​ແມ່ນ​ໜຶ່ງ​ໃນ​ສາມ​ຂອດ​ບຸກທະລຸ​ຍຸດ​ທະ​ສາດ ​ເພື່ອພາ​ໃຫ້​ປະ​ເທດ​ເຮົາ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ. ​ໂດຍຊາບ​ຊືມ ​ແລະ ປະຕິບັດ​ຢ່າງ​ເຂັ້ມ​ງວດ ບັນດາ​ແຜນ​ນະ​ໂຍບາຍ ມະຕິ​ຂອງ​ພັກ, ລັດຖະບາ​ນ​ໄດ້ປະກາດ​ໃຊ້​ຫຼາຍ​ມະຕິ ​ໂຄງການ ​ແຜນການ ​ເພື່ອ​ຈັດ​ຕັ້ງຜັນ​ຂະຫຍາຍ​ປະຕິບັດ​ວຽກ​ງານ​ປະຕິ​ຮູບ​ກາ​ບໍລິຫານ ​ແຕ່​ສູງ​ກາງ​ລົງ​ຮອດ​ຮາກ​ຖານ. ອາ​ໃສ​ສິ່ງ​ດັ່ງກ່າວ​ນັ້ນ, ​ໃນ​ເວລາ​ທີ່ຜ່ານ​ມາ, ວຽກ​ງານ​ປະຕິ​ຮູບ​ການ​ບໍລິຫານ ​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ສຳຄັນ​ຫຼາຍ​ຢ່າງ, ປະກອບສ່ວນ​ຊຸກຍູ້​ຂະ​ບວນວິວັດ​ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ, ຍົກ​ສູງ​ຄວາມ​ສັກສິດ ປະສິດທິ​ຜົນ, ຫັນ​ເປັນ​ປະຊາທິປະ​ໄຕ​ໃນ​ຊີວິດ​ສັງຄົມ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການທຸລະ​ກິດ, ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ແຫ່ງ​ຊາດ, ປັບປຸງແລະ​ຮັກສາ​ສະຖຽນ​ລະ​ພາບ​ ຄວາມ​ສະຫງົບ​ດ້ານ​ການ​ເມືອງ, ປ້ອງ​ກັນ​ແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຄວາມທຸ​ຈະລິດ...

ຜົນສຳ​ເລັດ​ຕົ້ນຕໍ​ທີ່​ບັນລຸ​ໄດ້ 

ລະບົບລະບຽບກົດໝາຍ, ​ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ສິດທິ​ມະນຸດ ສິດທິ​ພື້ນຖານ​ຂອງ​ພົນລະ​ເມືອງ, ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ, ​ເສດຖະກິດ​ຕະຫຼາດຕາມ​ທິດ​ສັງຄົມ​ນິຍົມ… ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ເຕີມ ບູລະນະ​ຕາມ​ການ​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013. ຫຼັກ​ດຳ​ເນີນ​ການ​ກໍ່ສ້າງ​ລະບຽບ​ກົດໝາຍ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ທີ່​ສຳຄັນ, ​ໄດ້​ໃຫ້​ຄວາມ​ສຳຄັນ​ແກ່​ການ​ສະຫລຸບ​ສັງ​ລວມພຶດຕິ​ກຳ, ຂໍ​ຄວາມ​ເຫັນ​ກວ້າງຂວາງ​ຂອງ​ປະຊາຊົນ, ຫຍໍ້​ສັ້ນ​ເວລາ​ກະກຽມ ​ແລະ ຜ່ານ​ອະນຸມັດ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ເອກະສານ​ກົດໝາຍ​ນິຕິ​ກຳ.

ລະບຽບ​ການ​ບໍລິຫານ, ​ເປັນ​ຕົ້ນ​ແມ່ນ​ລະບຽບ​ການ​ແກ້​ໄຂ​ວຽກ​ງານ​ລະຫວ່າງອົງການບໍລິຫານ​ແຫ່ງ​ລັດ​ກັບ​ປະຊາຊົນ ​ແລະ ວິ​ສາ​ຫະກິດ ​ໄດ້​ມີ​ບາດ​ກ້າວ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ, ​ເພີ່ມ​ທະວີ​ຄວາມ​ເປີດ​ເຜີຍ ​ໂປ່​ງ​ໃສ, ປະກອບສ່ວນ​ປ້ອງ​ກັນ ​ແລະ ຕ້ານ​ຄວາມທຸ​ຈະລິດ, ຕ້ານການ​ກໍ່​ຄວາມ​ຫຍຸ້ງຍາກ​ລຳ​ຄານ​ໃຈ. ພິ​ເສດ, ດ້ວຽຜົນສຳ​ເລັດ​ຂອງ​ໂຄງການໝາຍ​ເລກ 30 ວ່າ​ດ້ວຍ​ການ​ດັດ​ແປງ​ລະບຽບ​ການ​ບໍລິຫານ​ໃຫ້​ງ່າຍດາຍ, ລັດຖະບານ​ໄດ້​ປະກາດ​ໃຊ້ມະຕິ​​ສະ​ເພາະ 25 ສະບັບ ກ່ຽວ​ກັບ​ການ​ຕັດ​ຮອນ​ຫລຸດຜ່ອນ​ລະບຽບ​ການບໍລິຫານ. ມາ​ເຖິງ​ປັດຈຸບັນ, ​ໄດ້​ປະຕິບັດ​ການຫັນ​ເປັນ​ງ່າຍດາຍ​ຕໍ່​ລະບຽບ​ການ 4.219 ຢ່າງ​ໃນ​ຈຳນວນ​ລະບຽບ​ການ​ບໍລິຫານທັງ​ໝົດ 4.712 ຢ່າງ (ບັນລຸ​ອັດຕາ​ສ່ວນ 89,5%). ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃນ​ຂົງ​ເຂດທີ່​ດິນ, ກໍ່ສ້າງ, ລົງທຶນ, ພາສີ​ອາກອນ, ສຸລະກາກອນ, ປະກັນ​ໄພ​ສັງຄົມ, ​ເຂົ້າ​ເຖິງ​ພະລັງງານ​ໄຟຟ້າ... ​ໄດ້​ມີ​ບາດກ້າວ​ກ້າວ​ໜ້າ​ທີ່​ສຳຄັນ, ຊຸກຍູ້​ການ​ຜະລິດ ທຸລະ​ກິດ, ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນຂອງ​ຊາດ. ກົນ​ໄກ​ປະຕູ​ດຽວ, ປະຕູ​ດຽວ​ມີ​ການ​ຕໍ່​ເມື່ອ​ງພາຍ​ໃນ ສືບ​ຕໍ່​ໄດ້​ຮັບ​ການຊຸກຍູ້​ຜັນ​ຂະຫຍາຍ​ຢູ່​ທ້ອງ​ຖິ່ນ​ຕ່າງໆ. ມາ​ເຖິງ​ປັດຈຸບັນ, ຢູ່​ເກືອບ​ໝົດ​ທຸກ​ທ້ອງ​ຖິ່ນ​​ໃນ​ທົ່ວ​ປະ​ເທດ​ ໄດ້​ຜັນ​ຂະຫຍາຍຕົວ​ແບບ​ປະຕູ​ດຽວ​ມີ​ການ​ຕໍ່​​ເນື່ອງ​ພາຍ​ໃນ​ທີ່​ທັນ​ສະ​ໄໝຂັ້ນ​ເມືອງ. ບາງ​ທ້ອງ​ຖິ່ນ​ໄດ້​ທົດ​ລອງ​ຈັດ​ຕັ້ງ​ສູນການ​ບໍລິຫານສາທາລະນະ​ຂັ້ນ​ແຂວງ, ຂັ້ນ​ເມືອງ; ຈັດ​ຕັ້ງ​ສະຖານ​ທີ່​​ບໍລິຫານ​ລວມສູນ​ເພື່ອ​ແກ້​ໄຂ​ລະບຽບ​ການ​ບໍ​ລະຫານ​ ຕາມ​ກົນ​ໄກ​ປະຕູ​ດຽວ​ທີ່​ລວ​ມສູນ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເປີດ​ເຜີຍ ​ໂປ່​ງ​ໃສn, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ.

ກົງ​ຈັກ​ບໍ​ລະຫານ​​ໄດ້ເຄື່ອນ​ໄຫວຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ແຕ່​ກ່ອນ, ຫລຸດຜ່ອນ​ຄວາມ​ຊ້ຳຊ້​ອນ ​ໄຂວ່​ຂ້າມ​ກັນກ່ຽວ​ກັບ​ພາລະ​ບົດບາດ ໜ້າ​ທີ່; ຫົວ​ຂອດ​ບັນດາ​ອົງການ​ຂອງ​ລັດຖະບານ​ໄດ້​ລວບ​ລວມ​​ເຂົ້າໃຫ້​ກະທັດ​ລັດ; ກົນ​ໄກ​ພາຍ​ໃນ​ໄດ້​ມີ​ການ​ກຳນົດ​ຈັດ​ແບ່ງ​ຢ່າງ​ຈະ​ແຈ້ງ ລະຫວ່າງ​ອົງການ​ຄຸ້ມ​ຄອງ​ລັດ ​ແລະ ອົງການ​ທຸລະ​ການ. ຄວາມ​ສັກສິດ ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ​ໄດ້​ຮັບ​ການ​ຍົກ​ສູງ, ລັກສະນະ​ເປັນ​ເອກະ​ພາບ ​ເປີດ​ເຜີຍ ​ໂປ່ງ​ໃສຂອງ​ລະ​ບົບກາ​ນບໍລິຫານ​ໄດ້​ຮັບ​ການ​ປົວ​ແປງ ​ແລະ ​​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ໄດ້​ຮັບ​ການເສີມ​ຂະຫຍາຍ. ບົດບາດ, ພາລະ​ບົດບາດ, ໜ້າ​ທີ່​ຂອງ​ບັນດາ​ອົງການ​ບໍລິຫານ​ແຫ່ງ​ລັດ​ໄດ້​ຮັບ​ການ​ດັດ​ປັບ​ໃຫ້​ເໝາະ​ສົມ, ຮັບປະກັນ​ການ​ຄຸ້ມ​ຄອງ​ລັດ ​ແລະ ຮັບ​ໃຊ້​ສັງຄົມ. ການ​ແບ່ງ​ງານ, ​ແບ່ງ​ຂັ້ນ​ລະຫວ່າງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ ​ແລະ ລະຫວ່າງ​ຂັ້ນ​ຕ່າງໆ​ຢູ່​ທ້ອງ​ຖິ່ນ​ໄດ້​ມີ​ຄວາມ​ກ້າວໜ້າ​ຢ່າງ​ຈະ​ແຈ້ງ, ​ເປັນ​ຕົ້ນ​ແມ່ນ​​ແບ່ງ​ຂັ້ນ​​ໃນ​ການ​ຄຸ້ມ​ຄອງການ​ເງິນ ງົບ​ປະມານ, ຄຸ້ມ​ຄອງ​ພະນັກງານ... ຄວາມ​ສຳນຶກ ​ແລະ ຄວາມຮັບ​ຮູ້​ກ່ຽວ​ກັບ​ບົດບາດ ພາລະ​ໜ້າ​ທີ່​ຄຸ້ມ​ຄອງ​ມະຫາ​ພາກ​ຂອງ​ລັດຖະບານ​ໃນ​ລະບົບເສດຖະກິດ​ຕະຫຼາດ ນັບ​ມື້​ນັບ​ຈະ​ແຈ້​ງ ​ແລະ ສອດຄ່ອງ​ເໝາະ​ສົມ​ກວ່າ​ເກົ່າ. 

ການ​ປະຕິ​ຮູບ​ການ​ງານ ຂ້າ​ລັດຖະການ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່ ​ແລະ ​ມີ​ຄວາມ​ກ້າວໜ້າ. ​ໄດ້ດຳ​ເນີນ​ການກວດຄືນ ດັດ​ປັບ​ເປັນ​ແຕ່​ລະ​ກ້າວ ​ແລະ ປະກາດ​ໃຊ້​ລະບົບ​ມາດຕະຖານ, ຍົດ​ສັກ​ຕຳ​ແໜ່​ງຂ້າ​ລັດຖະການ; ມາດຕະຖານ​ວິຊາ​ຊີບ​ຂ​ອງບັນດາ​ຊັ້ນ​ຂັ້ນ​ພະນັກງານ ລັດຖະກອນ. ກໍ່ສ້າງ​ໂຄງ​ປະກອບ​ພະນັກງານ ລັດຖະກອນ​ຕາມທີ່​ຕັ້ງ​ເຮັດ​ວຽກ, ປ່ຽນ​ແປງ​ໃໝ່​ລະບອບ​ຄັດ​ເລືອກ​ຂ້າ​ລັດຖະການ, ການ​ສອບເສັງ​ເພື່ອ​ເລື່ອນ​ຊັ້ນ​ໃຫ້​ພະນັກງານ ລັດຖະກອນ. ຫຼາຍ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນ ​ໄດ້​​ເຮັດ​ທົດ​ລອງການ​ສອບ​ເສັງຄັດ​ເລືອກ​ພະນັກງານ​ການ​ນຳ, ພະນັກງານ​ຄຸ້ມ​ຄອງ. 

ການ​ປະຕິ​ຮູບ​ການ​ເງິນ​ຫຼວງ​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ຕັ້ງໜ້າ, ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ. ສຳນັກງານ ​ທີ່ເຮັກ​ວຽກ​ຂອງ​ອົງການ​ລັດ​ຂັ້ນ​ຕ່າງໆ ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ​ເປັນ​ແຕ່​ລະ​ກ້າວ​ໃຫ້​ໃຫຍ່​ໂຕກ​ວ້າງຂວາງ​ກວ່າ​ເກົ່າ, ​ເປັນ​ຕົ້ນ​ແມ່ນ​ພາກສ່ວນ​ປະຕູ​ດຽວ​ຢູ່​ຂັ້ນ​​ເມືອງ. ການ​ໝູນ​ໃຊ້​ມາດ​ຕະຖານ ISO, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ບໍລິ​ຫານ​ແຫ່ງ​ລັດນັບ​ມື້​ນັບ​ໄດ້​ເປີດ​ກວ້າງ ​ແລະ ​ເສີມ​ຂະຫຍາຍ​ປະສິດທິ​ຜົນ. 

ບັນດາ​ຂໍ້​ຈຳກັດ, ສິ່ງ​ຄົງ​ຄ້າງ

​ເຖິງ​ວ່າ​ໄດ້​ບັນລຸ​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ​ກໍ່ຕາມ ​ແຕ່​ທຽບ​ກັບ​ຈຸດໝາຍ​ຂອງການ​ປະຕິ​ຮູບ​ແລ້ວ ​ກໍ່​ເຫັນ​ວ່າລະບົບ​ການ​ບໍລິຫານ​ຫວຽດນາມ​ຍັງ​ມີ​ຄວາມ​ຈຳກັດ ສິ່ງ​ຄົງ​ຄ້າງ​ຫຼາຍ​ຢ່າງ. ລະບົບ​ລະບຽບ​ກົດໝາຍ​ຍັງ​ບໍ່​ທັນ​ຄົບ​ຊຸດ, ຍັງຊ້ຳ​ຊ້ອນ​ກັນ, ຍັງ​ມີສະພາບຕິດ​ໜີ້​ເອກະສານ​ກຳ​ນົດ​ລະອຽດ ​ແລະ ​ເອກະສານ​ແນະນຳປະຕິບັດ​ກົດໝາຍ; ກົງ​ຈັດ​ບໍ​ລິຫານ​ຍັງ​ພະ​ລຸງ​ພະລັງ ບໍ່​ກະທັດ​ລັດ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ບໍ່​ສູງ; ​ເຖິງ​ວ່າ​ຈຳນວນຫົວ​ຂອດ​ທີ່​ຂຶ້ນ​ກັບ​ລັດຖະບານ​ໄດ້​ຫລຸດ​ລົງກໍ່ຕາມ ​ແຕ່​ກົງຈັກ​ພາຍ​ໃນ​ກະຊວງ ສະຫະ​ກົມກໍ່​ຍັງ​ບໍ່​ທັນ​ຫລຸດ​ລົງ; ວຽກ​ງານ​ກວດກາ​ພາຍຫຼັງ​ການ​ແບ່ງ​ຂັ້ນ​ກໍ່ບໍ່​ມີ​ປະສິດທິ​ຜົນ...

ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ ລັດຖະກອນ​ໄດ້​ຮັບ​ການ​ຍົກ​ສູງ​ກວ່າ​ແຕ່​ກ່ອນ ​ແຕ່​ກໍ່​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ. ລະບອບ​ຮັບຜິດຊອບ​ຂອງ​ຜູ້​ເປັນ​ຫົວໜ້າ ​ແລະ ກົນ​ໄກ​ຕີ​ລາຄາ​ຄຸນນະພາ​ບຂອງ​ຖັນ​ແຖວ​ພະນັກງານ ລັດຖະກອນກໍ່​ຍັງ​ມີ​ລັກສະນະ​ຮູບ​ການ ບໍ່​ເໝາະ​ສົມ; ນະ​ໂຍບາຍ​ເງິນ​ເດືອນ​ໄດ້​ຮັບ​ການ​ປະຕິ​ຮູບ​ຢ່າງ​ຊັກ​ຊ້າ ​ແລະ ຍັງ​ບໍ່​ທັນ​ກາຍເປັນກຳລັງ​ຊຸກ​ດັນ​ໃຫ້​ພະນັກງານ ລັດຖະກອນ​ຕັ້ງໜ້າ​ພະຍາຍາມປະຕິບັດ​ໜ້າ​ທີ່. 

ລະບຽບ​ວິທີການ​ບໍລິຫານ​ຢູ່​ບາງ​ຂົງ​ເຂດ​ຍັງ​ສັບສົນ ຫຍຸ້ງ​ເຫ​ຍີ​ງ; ພະນັກງານ ລັດຖະກອນ​ພາກສ່ວນ​ໜຶ່ງ​ຍັງ​ມີ​ທ່າ​ທີ​ອາດຍາ​ສິດ ກໍ່​ຄວາມ​ຫຍຸ້ງ​ເຫຍືອງ​ໃນ​ເມື່ອ​ແກ້​ໄຂວຽກ​ງານ​ການ​ບໍລິຫານ. 

ການ​ປະຕິ​ຮູບ​ການ​ເງິນ​ຫຼວງຍັງ​ມີ​ຂໍ້​ຈຳກັດ​ຢູ່; ນະ​ໂຍບາຍ ກົດໝາຍ​ໄດ້​ຮັບ​ການດັດແປງຢ່າງ​ຊັກ​ຊ້າ ດັງ​ນັ້ນ​ຈຶ່ງ​ມີ​ຫຼາຍ​ອັນ​ບໍ່​ແທດ​ເໝາະ​ກັບພາກ​ຕົວ​ຈິງ. ການ​ຫັນ​ບໍລິການ​ສະ​ທາ​ລະນະ​ເປັນ​ແບບ​ສັງຄົມ​ກໍ່​ຍັງ​ຊ້າ. 

ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ບັນດາ​ອົງການ​ບໍລິຫານ​ແຫ່ງ​ລັດຍັງ​ມີ​ຂໍ້​ຈຳກັດ​ໃນ​ບາງ​ດ້ານ. ການ​ກໍ່ສ້າງ​ສຳນັກງານ​ໃຫ້​ທັນ​ສະ​ໄໝ​ກໍ່​ຍັງ​ບໍ່​ທັນ​ຄົບ​ຊຸດ, ມີ​ລັກສະນະ​ປີກ​ຍ່ອຍ ກະ​ແຈກ​ກະ​ຈ່າຍ. ຜົນສຳ​ເລັດ​ຂອງ​ການ​ລົງທຶນ​ກໍ່ສ້າງ​ສຳນັກງານຕາ​ແສງບໍ່​ໄດ້​ຕາມ​ຈຸດໝາຍ​ທີ່​ວາງ​ໄວ້. 

ທິດ​ທາງ​ຍູ້​ແຮງ​ການ​ປະຕິ​ຮູບການ​ບໍລິຫານ​ແຫ່ງ​ລັດ ​ໃນ​ໄລຍະ​ເວລາ​ຕໍ່ໜ້າ

ເພື່ອ​ໃຫ້ການ​ປະຕິ​ຮູບການ​ບໍລິຫານ​ແຫ່ງ​ລັດ ບັນລຸ​ໄດ້​ຈຸດໝາຍ​ທີ່​ວາງອອກ​ມາ ​ໃຫ້​ການ​ປະຕິ​ຮູບການ​ບໍລິຫານບັນລຸ​ຜົນສຳ​ເລັດ, ​ໃນ​ເວລາ​ຕໍ່ໜ້າ​ພວກ​ເຮົາ​ຕ້ອງສຸມ​ໃສ່​ປະຕິບັດ​ເນື້ອ​ໃນ​ຈຳນວນ​ໜຶ່ງ​ລຸ່ມ​ນີ້​ໃຫ້​ໄດ້​ດີ: 

​ເພີ່ມ​ທະວີ​ບົດບາດນຳ​ພາ​ຂອງ​ຄະນະ​ພັກ​ຂັ້ນ​ຕ່າງໆ, ຂອງ​ຜູ້​ເປັນ​ຫົວໜ້າ​ອົງການ​ບໍລິຫານ ຕໍ່​ກັບການ​ປະຕິ​ຮູບການ​ບໍລິຫານ​. ຕ້ອງຮັບຮູ້​ຢ່າງ​ຈະ​ແຈ້ງ ​ເລິກ​ເຊິ່ງກ່ຽວ​ກັບ​ບົດບາດ ຄວາມ​ໝາຍ​ຂອງການ​ປະຕິ​ຮູບການ​ບໍລິຫານ​ຕໍ່​ກັບ​ວິວັດ​ການ​ພັດທະນາ​ປະ​ເທດ ​ໃນ​ສະພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ, ຕ້ອງ​ຖື​ວ່າການ​ປະຕິ​ຮູບການ​ບໍລິຫານ​​ແມ່ນ​ໜ້າ​ທີ່​ຈຸດ​ໜັກ​ໃຈ​ກາງ, ມີ​ລັກສະນະ​ບຸກທະລຸ​ໃນ​ຂະ​ບວນວິວັດ​ການ​ປະຕິບັດບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ, ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ກຳນົດ​ວ່າ ນີ້​ເປັນ​ວຽກ​ງານ​ທີ່​ຕ້ອງເຮັດ​ຢ່າງ​ເປັນ​ປະຈຳ ຍາວ​ນານ. ​ເພີ່ມ​ທະວີ​ການ​ຊີ້​ນຳ, ບັນຊາ​ຢ່າງ​ສົມຄູ່ກັບ​ບົດບາດ ຄວາມສຳຄັນ​ຂອງ​ການປະຕິ​ຮູບການ​ບໍລິຫານ​ ຊຶ່ງ​ເປັນ​ໜຶ່ງ​ໃນ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດ. ການ​ປະຕິ​ຮູບຕ້ອງ​ມີ​ໂຄງການ ​ແຜນ​ການ ຈຸດໝາຍ​ອັນ​ລະອຽດ, ມີ​ຈຸດ​ໜັກ​ໃຈກາງ ​ແລະ ຕ້ອງ​ຈັດ​ແບ່ງ​ແຫຼ່ງພະລັງ​ທີ່​ເໝາະ​ສົມ​ເພື່ອຜັນ​ຂະຫຍາຍ​ປະຕິບັດ. ​ໃຫ້​ຄວາມ​ສຳຄັນ​ແກ່​ວຽກ​ງານ​ສື່​ຂ່າວ ​ໂຄສະ​ນະ​ການ​​ເຜີຍ​ແຜ່​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ລັດ​ກ່ຽວ​ກັບການ​ປະຕິ​ຮູບການ​ບໍລິຫານ​ແຫ່ງ​ລັດ

​ເສີມຂະຫຍາຍ​ປະຊາທິປະ​ໄຕ, ປະຕິບັດ​ສິດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນຕໍ່​ກັບ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ບໍລິຫານ​​ແຫ່ງ​ລັດ, ​ເພີ່​ມທະວີ​ການ​ເກັບ​ກຳ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ປະຊາຊົນກ່ຽວ​ກັບ​ກໍ່ສ້າງ​ລະບຽບ​ກົດໝາຍ, ນະ​ໂຍບາຍ, ຕີ​ລາຄາ​ຈິດ​ໃຈ ທ່າ​ທີ​ຮັບ​ໃຊ້​ຂອງ​ພະນັກງານ ຂ້າ​ລັດຖະການ, ຢັ່ງ​ເບິ່ງ​ຄວາມ​ພໍ​ໃຈ​ຂອງ​ປະຊາຊົນຕໍ່​ກັບ​ຄຸນ​ນະພາ​ບການ​ບໍລິການ​ສາທາລະນະ ຊຶ່ງ​ເປັນ​ໄມ້​ຫຼາ​ວັດ​ແທກ​ປະສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ລັດ. 

ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່ ວິທີ​ແກ້​ໄຂ​ຢ່າງ​ຄົບ​ຊຸດ ຮອບດ້ານ ຕາມ​ໂຄງການລວມກ່ຽວ​ກັບການ​ປະຕິ​ຮູບການ​ບໍລິຫານ​ແຫ່ງ​ລັດ ຊຶ່ງ​ສຸມ​ໃສ່​ປະຕິ​ຮູບ​ລະບຽບ​ກົດໝາຍ, ລະບຽບ​ວິທີ​ການ​ບໍລິຫານ, ການຈັດ​ຕັ້ງ​ກົງຈັກ, ການ​ງານ​ບໍລິຫານ, ຂ້າ​ລັດຖະການ, ການ​ເງິນ​ຫຼວງ ​ແລະ ການ​ຫັນ​ເປັນ​ທັນ​ສະ​ໄໝ. ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​ແຜນການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາ​ຍປະຕິບັດ​ລັດຖະທຳ​ມະນູນ ປີ 2013 ຂອງ​ຄະນະ​ປະຈຳການ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ. ການ​ສ້າງ​ກົດໝາຍ​ຕ້ອງ​ຮັບປະກັນ​ລັກສະນະ​ຖືກຕ້ອງ​ຕາມ​ລັດຖະທຳ​ມະນູນ ຖືກ​ກົດໝາຍ ສາມາດ​ປະຕິບັດ​ໄດ້; ​ເອົາ​ໃຈ​ໃສ່​ເຖິງ​ການ​ສະທ້ອນ​ຄືນ​ຕໍ່​ກັບ​ນະ​ໂຍບາຍ ​ແລະ ຕ້ອງ​ກວດຄືນ ກວດກາ​ຢ່າງ​ເປັນ​ປະຈຳ​ ເພື່ອ​ປັບປຸງ​ບູລະນະ​ກົນ​ໄກ ນະ​ໂຍບາຍ ກົດໝາຍ, ຕ້ອງ​ດັດ​ແປງ​ຂໍ້​ກຳ​ນົດທີ່​ບໍ່ສອດຄ່ອງ​ກັບ​ພາບ​ຕົວ​ຈິງ​ຢ່າງ​ທັນ​ການ. 

ສຸມ​ໃສ່​ປະຕິບັດ​ມະຕິ​ສະບັບ​ທີ 19/NQ-CP ຂອງ​ລັດຖະບານ​ວ່າ​ດ້ວຍ​ໜ້າ​ທີ່ ວິທີ​ແກ້​ໄຂ​ຕົ້ນຕໍເພື່ອ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຊາດ, ​ແຜນການ​ຫັນ​ເປັນ​ງ່າຍດາຍຕໍ່ລະບຽບ​ວິທີ​ການ​ບໍ​ຫານ​ຈຸດ​ໜັກ​ໃນ​ປີ 2015 ​ແລະ ກົນ​ໄກ​ປະຕູ​ດຽວ ປະຕູ​ດຽວ​ມີ​ການ​ຕໍ່​ເມື່ອ​ງພາຍ​ໃນ ຢູ່​ບັນດາ​ອົງການ​ບໍລິຫານ​ແຫ່ງ​ລັດ​ຢູ່​ທ້ອງ​ຖິ່ນ. ບັນດາ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນຕ້ອງ​ມີ​ວິທີ​ແກ້​ອັນລະອຽດ ​ແທດ​ເໝາະ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສ້າງ​ສິ່ງ​ແວດ​ລ້ອມ​ທີ່​ສະດວກ​ທີ່​ສຸດ​ ເພື່ອ​ຊຸກຍູ້​ການ​ຜະລິດ ທຸລະ​ກິດ​ຂອງວິ​ສາ​ຫະກິດ ຊຶ່ງ​ຈຸດ​ໜັກ​ແມ່ນ​ປະຕິ​ຮູບ​ລະບຽບ​ວິທີ​ການ​ບໍລິຫານ​ໃນ​ບັນດາ​ຂົງ​ເຂດ​ພາສີ​ອາກອນ, ສຸລະກາກອນ, ປະກັນ​ໄພ​ສັງຄົມ, ຄຸ້ມ​ຄອງທີ່​ດິນ, ການ​ກໍ່ສ້າງ, ການ​ສ້າງຕັ້ງວິ​ສາ​ຫະກິດ ​ແລະ ​ອະນຸຍາດໃຫ້​ວິ​ສາ​ຫະກິດ​ລົ້ມ​ລະລາຍ, ການ​ເຂົ້າ​ເຖິງ​ໄຟຟ້າ... ຜັນ​ຂະຫຍາຍ​ປະຕິບັດ​ໂຄງການ​ຫັນ​ເປັນ​ງ່າຍດາຍ​ຕໍ່ລະບຽບ​ວິທີ​ການ​ບໍລິຫານ, ໜັງສື​ປະຈຳ​ຕົວ​ຂອງ​ພົນລະ​ເມືອງ ​ແລະ ບັນດາ​ພື້ນຖານ​ຂໍ້​ມູນ​ຂ່າວສານ​ທີ່​ພົວພັນ​ເຖິງ​ປະຊາຊົນ.

ສືບ​ຕໍ່​ປັບປຸງ​ບູລະນະ​ການຈັດ​ຕັ້ງ​ກົງຈັກຂອງ​ບັນດາ​ອົງການ​ລັດ​ຕາມກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ ຊຶ່ງ​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ຕາມຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ​ປີ 2013. ປະຕິບັດ​ການ​ກວດຄືນ, ລົບ​ລ້າງ​ການ​ຊ້ຳຊ້ອນ ​ໄຂວ່​ຂ້າມກັນ​ທາງ​ດ້ານ​ພາລະ​ບົດບາດ ໜ້າ​ທີ່ລະຫວ່າງ​ບັນດາ​ອົງການ​ບໍລິຫານ.

ກໍ່ສ້າງ, ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ ຂ້າ​ລັດຖະການ, ຖື​ວ່າວຽກ​ງານ​ນີ້​ທັງ​ເປັນ​ຈຸດໝາຍ ທັງ​ເປັນກຳລັງ​ໝູນ​ຂອງ​ການປະຕິ​ຮູບ​ການ​ບໍລິຫານ​ແຫ່ງ​ລັດ. ຍູ້​ແຮງ​ການ​ປະຕິ​ຮູບ​ລະບອບການ​ງານ ຂ້າ​ລັດຖະການ, ປັບປຸງ​ບູລະນະ​ຂໍ້​ກຳນົດ​ຕ່າງໆ​ກ່ຽວກັບນາມມະຍົດ, ມາດຕະຖານ​ຂອງ​ແຕ່ລະ​ທີ່​ຕັ້ງ​ວຽກງານ ​ເພື່ອເປັນ​ພື້ນຖານ​ໃຫ້​ແກ່​ການປັບປຸງ​ການ​ຈັດ​ຕັ້ງ ​ແລະ ການບັນຈຸ​ລັດຖະກອນ​ ​ໃຫ້​ກະທັດ​​ຮັດ​ເບົາບາງ. ສຸມ​ໃສ່​ຜັນ​ຂະຫຍາຍ​ມະຕິ​ສະບັບ​ທີ່ 39-NQ/TW ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ ​ວ່າ​ດ້ວຍການ​ປັບປຸງການບັນຈຸລັດຖະກອນ​ໃຫ້​ກະທັດ​ຮັດ ​ແລະ ຈັດ​ວາງ​ຄືນ​ໃໝ່​ຖັນ​ແຖວ​ພະນັກງານ ລັດຖະກອນ. ​ເພີ່ມ​ທະວີ​ລັກສະນະ​ເປີດ​ເຜີຍ ​ໂປ່​ງ​ໃສ​ໃນ​ການ​ເຄື່ອນ​ໄຫວປະຕິບັດ​ວິທີ​ການ​ບໍລິຫານການ​ງານ. ອົບຮົມສຶກສາ ກໍ່ສ້າງຖັນ​ແຖວ​ພະນັກງານ ລັດຖະກອນ​ດ້ວຍ​ບັນດາ​ຮູບ​ການ​ທີ່​ເໝາະ​ສົມ ມີ​ປະສິດທິ​ຜົນ. ກຳນົດ​ແຈ້ງ ​ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ເປັນ​ຫົວໜ້າ. ມີ​ນະ​ໂຍບາຍ​ເກື້ອກຸນ ລະດົມ​ສົ່ງ​ເສີມ​​ໃຫ້ພະນັກງານ ລັດຖະກອນປະຕິບັດ​ໜ້າ​ທີ່​ສຳ​​ເລັດຜົນເປັນ​ຢ່າງ​ດີ ​ແລະ ມີ​ກົນ​ໄກ​ໄລ່​ອອກ​ການ, ປົດ​ຕຳ​ແໜ່​ງຕໍ່​ຜູ້​ທີ່​ບໍ່​ສຳ​ເລັດ​ໜ້າ​ທີ່ ຫຼື​ລະ​ເມີດ​ວິ​ໄນ. 

ຍູ້​ແຮງການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການ​ເຄື່ອນ​ໄຫວ​ຂອງອົງການ​ບໍລິຫານ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເປີດ​ເຜີຍ ​ໂປ່​ງ​ໃສ ​ແລະ ຄວາມ​ສັກສິດ​ປະສິດທິ​ຜົນ. ສ້າງ​ລັດຖະບານ​ເອ​ເລັກ​ໂຕຣນິກ​ໃຫ້​ປະກົດ​ຕົວ​ເທື່ອ​ລະ​ກ້າວ, ຍົກ​ສູງ​ຄຸນ​ນະພາ​ບການ​ສະໜອງ​ການ​ບໍລິການ​ສາທາລະນະ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ ວິ​ສາ​ຫະກິດ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ຊີ້​ນຳ ບັນຊາ​ຄວບ​ຄຸມ ການ​ເຄື່ອນ​ໄຫວ​ຂອງບັນດາ​ອົງການ​ລັດ. ໝູນ​​ໃຊ້​ເຕັກ​ໂນ​​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຢ່າງ​ແຂງ​ແຮງ​ເຂົ້າ​ໃນ​ການ​ແກ້​ໄຂວຽກ​ງານ​ຂອງ​ອົງການ​ບໍລິຫານ​ແຫ່ງ​ລັດ. ​ເພີ່ມ​ທະວີ​ການ​ນຳ​ໃຊ້​ລະບົບຈົດໝາຍ​ເອ​ເລັກ​ໂຕຣນິກ (E-mail) ​ແລະ ​ແລກປ່ຽ​ນ​ເອກະສານ ຂໍ້​ມູນ​ຂ່າວສານ ​ລະຫວ່າງ​ບັນດາ​ອົງການບໍລິຫານ​ແຫ່ງ​ລັດ ພາຍ​ໃຕ້​ຮູບ​ການ​ຂໍ້​ມູນ​ເອ​ເລັກ​ໂຕຣນິກ. ຍູ້​ແຮງ​ການ​ສະໜອງ​ບັນດາ​ການ​ບໍລິການ​ສາທາລະນະ​ຕາມ​ສາຍ (online - ອອນ​ໄລ ); ກໍ່ສ້າງ ​ແລະ ນຳ​ໃຊ້​ຕາຕະລາງ​ແຜນ​ພາບ​ເອ​ເລັກ​ໂຕຣນິກ. ສົ່ງ​ເສີມ​ການ​ນຳ​ໃຊ້​ແບບ​ວິທີ​ຈ້າງ​ການ​ບໍລິການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ; ກໍ່ສ້າງ​ປະຕູຂໍ້​ມູນ​ຂ່າວ​ສາມ ​ແລະ ຕາ​ຂ່າຍ​ການ​ບໍລິຫານ​ເອ​ເລັກ​ໂຕຣນິກສີ່​ຊັ້ນ.

ປະຕິ​ຮູບ​ການ​ບໍລິຫານ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ ຍາວ​ນານ, ​ແມ່ນ​ໜຶ່ງ​ໃນ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດທີ່ຕັດສິນ​ຄວາມ​ສຳ​ເລັດ​ຜົນ​ຂອງ​ການ​ຫັນ​ເປັນ​ອຸດສາຫະກຳ​ທັນ​ສະ​ໄໝ ​ແລະ ​ເສື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ, ຄວາມ​ສະໜັບສະໜູນ ຕິດຕາມ​ກວດກາ​ຂອງ​ປະຊາຊົນ ວິ​ສາ​ຫະກິດ ​ແລະ ການ​ຊີ້​ນຳຢ່າງ​ແທດ​ເຖິງ​ຂອງ​ລັດຖະບານ, ​ແນ່ນອນ​ວ່າການ​ປະຕິ​ຮູບ​ຈະມີ​ບາດບຸກທະລຸໃນ​ໄລຍະ​ເວລາ​ທີ່​ຈະ​ມາ​ເຖິງ​ນີ້, ​ເພີ່ມ​ທະວີ​ຄວາມ​ສັດ​ສິດ ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ, ລະດົມ​ໄດ້​ທຸກ​ແຫຼ່ງພະລັງ​ໃຫ້​ແກ່​ການ​ພັດທະນາ, ປະກອບສ່ວນຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​​ແຫ່ງ​ຊາດ, ພາ​ໃຫ້​ປະ​ເທດ​ເຮົາ​ພັດ​ທະນະ​ຢ່າງ​ໄວ​ແລະ​ຍືນ​ຍົງ, ຮັບປະກັນ​ສິດ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ວິສາ​ຫະກິດ​ໄດ້​ດີກ​ວ່າອີກ./.

​ໂດຍ: ຫງວຽນ​ຊວນ​ຝຸກ,
ກຳມະການ​ກົມ​ການ​ເມືອງ​ສູນ​ກາງ, ຮອງ​ນາຍົກລັດຖະມົນຕີ,
ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ການ​ບໍລິຫານ​ຂອງ​ລັດຖະບານ