ວ.ກ.ອອນໄລ - ໃນປະມວນມໍລະດົກແນວຄິດທັງ​ໝົດຂອງທ່າ​ນປະທານໂຮ່ຈີມິນ, ແນວຄິດ​ກໍ່ສ້າງ​ພັກ​​ໄດ້​ຮັບຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​. ບັນດາທັດສະນະ ທິດສະດີຂອງເພິ່ນ ກ່ຽວກັບຄວາມສາມັກຄີ​ເປັນ​ເອກະ​ພາບພາຍໃນພັກ ເພື່ອກໍ່ສ້າງ​ໃຫ້ພັກກອມມູນິດຫວຽດນາມ ນັບມື້ນັບປອດໃສຂາວສະອາດ ໝັ້ນຄົງເຂັ້ມແຂງ, ສົມກັບເປັນພັກດຽວທີ່ກຳອຳນາດຢູ່ຫວຽດນາມ ຊຶ່ງໄດ້​ເປັນການປະກອບສ່ວນອັນສຳຄັນ​ ເຂົ້າ​ໃນ​ລະ​ບົບທິດ​ສະ​ດີ​ກ່ຽວ​ກັບການກໍ່ສ້າງພັກກອມມູນິດກຳອຳນາດ.

ສະແດງສິລະປະຮ້ອງເພງ ຟ້ອນລຳເພື່ອຄຳນັບຮັບຕ້ອນ ວັນຄ້າຍວັນສ້າງຕັ້ງພັກ ແລະ ຕ້ອນຮັບປີໃໝ່ (ພາບ: TTXVN)

ແນວຄິດຂອງທ່ານປະທານໂຮ່ຈີມິນ ກ່ຽວກັບຄວາມສາມັກຄີເປັນເອກະພາບໃນພັກ

ໃນມໍລະດົກທິດສະດີຂອງທ່ານປະທານໂຮ່ຈີມິນ ໄດ້ມີບົດຂຽນ ບົດ​ປາໄສກ່ຽວກັບຄວາມສາມັກຄີ ເປັນຫຼາຍຮ້ອຍບົດ. ແນວຄິດສາມັກຄີອັນພົ້ນເດັ່ນຂອງເພິ່ນແມ່ນ “ສາມັກຄີເປັນແຫຼ່ງກຳເນີດກຳລັງແຮງ”; “ສາມັກຄີເປັນກຳລັງແຮງຂອງພວກເຮົາ”(1); “ສາມັກຄີແມ່ນໄຊຊະນະ”; “ສາມັກຄີ​ເປັນ​ກຸນ​ແຈ​ຂອງ​ຄວາມ​ສຳ​ເລັດ”(2); “ສາມັກ​ຄີ, ສາມັກຄີ, ມະຫາ​ສາມັກຄີ. ສຳ​ເລັດ​ຜົນ, ສຳ​ເລັດ​ຜົນ, ສຳ​ເລັດ​ຜົນ​ຢ່າງ​ໃຫຍ່​ຫຼວງ(3).

ສາມັກຄີເປັນເອກະພາບໃນພັກແມ່ນໜຶ່ງໃນບັນດາຫຼັກການອັນພື້ນຖານກວ່າໝູ່ໝົດໃນການກໍ່ສ້າງພັກ, ເປັນການເຄື່ອນໄຫວ ແລະ ຂະຫຍາຍຕົວຢ່າງຖືກຕ້ອງຕາມກົດເກນຂອງພັກ. ສາມັກຄີເປັນເອກະພາບໃນພັກ ເປັນພື້ນຖານເພື່ອກໍ່ສ້າງກຸ່ມ​ກ້ອນ​ສາມັກຄີ​ທົ່ວປວງ​ຊົນ. ທ່ານປະທານໂຮ່ຈີມິນ​ໄດ້ຖືວ່າ ກໍ່ສ້າງ ແລະ ຮັກສາ ຄວາມສາມັກຄີເປັນເອກະພາບພາຍໃນພັກ ເປັນໜ້າທີ່ສຳຄັນອັນດັບ​ໜຶ່ງ, ເປັນພື້ນຖານຂອງຄວາມສຳເລັດ​ໃນທຸກວຽກ​ງານ. ສາມັກຄີເປັນເອກະພາບບໍ່ພຽງແຕ່ເປັນບັນຫາ​ເປັນຕາຍສຳ​ລັບອົງການຈັດຕັ້ງພັກໃນ​ແຕ່ລະຂັ້ນ​ເທົ່າ​ນັ້ນ ຫາກຍັງເປັນຊີວິດອີນຊີຂອງທົ່ວພັກ ເປັນບັນຫາຍືນຍົງຄົງຕົວຂອງການປະຕິວັດ.

ໃນພິ​ໄນ​ກຳ ເຊິ່ງທ່ານ​ປະທານ​ໂຮ່ຈີ​ມິນໄດ້ສຸມຄວາມ​ຄິດຈິດ​ໃຈ​ເພື່ອຂຽນໃຫ້ສຳເລັດນັ້ນ, ນັບແຕ່ປີ 1965, ເພິ່ນໄດ້ຂຽນ: “ກ່ອນ​ອື່ນເວົ້າກ່ຽວກັບ​ພັກ” ແລະເພິ່ນກໍ່ໄດ້ຢືນຢັນກຳລັງແຮງອັນໃຫຍ່ຫຼວງຂອງ​ສາມັກຄີ ​ໂດຍຜ່ານພາກ​ພຶດຕິ​ກຳ​ແຫ່ງ​ການປະຕິວັດຫວຽດນາມ: “ຍ້ອນ​ໄດ້​ສາມັກຄີ​ຢ່າງ​ແໜ້ນ​ແຟ້ນ, ຮັບ​ໃຊ້ຊົນ​ຊັ້ນ ຮັບ​ໃຊ້​ປະຊາຊົນ ຮັບ​ໃຊ້ປະ​ເທດ​ຊາດ​ຢ່າງ​ສຸດ​ອົກ​ສຸດ​ໃຈ ດັ່ງ​ນັ້ນ ນັບແຕ່ວັນສ້າງຕັ້ງມາຮອດປັດຈຸປັນ, ພັກເຮົາໄດ້​ເຕົ້າ​ໂຮມສາມັກຄີ ຈັດຕັ້ງ ແລະ ນຳພາປະຊາຊົນເຮົາ ຕໍ່ສູ້ຢ່າງຫ້າວຫັນ ໄດ້ຍາດເອົາ​ໄຊຊະນະ​ຢ່າງລຽນຕິດ ແຕ່ໄຊຊະນະນີ້ຮອດໄຊຊະນະອື່ນ. ສາມັກຄີເປັນມູນເຊື້ອອັນລ້ຳຄ່າທີ່​ສຸດຂອງພັກ ແລະ ຂອງ​ປະຊາຊົນ​ເຮົາ”. ຈາກນັ້ນ ອາດຈະເຫັນໄດ້ວ່າ, ສາມັກຄີເປັນເອກະພາບໃນພັກບໍ່​ພຽງ​ແຕ່​ເປັນ​ສິ່ງ​ທີ່​ເພິ່ນ​ເອົາ​ໃຈ​ໃສ່​ກວ່າ​ໝູ່​ເທົ່າ​ນັ້ນ ຫາກຍັງ​ເປັນ​ສິ່ງ​ທີ່​​ເພິ່ນ​ເປັນ​ຫ່ວງ​ເປັນໃຍ​​ເມື່ອຄິດ​ເຖິງອະນາຄົດ.

ໃນຫຼາຍກາລະ ແລະ ຢູ່​ຫຼາຍ​ບ່ອນ ທ່ານປະທານໂຮ່ຈີມິນ​ໄດ້ສະແດງຄວາມເອົາໃຈໃສ່ ຕັກ​ເຕືອນ​ທົ່ວ​ພັກ ທົ່ວປວງຊົນກ່ຽວກັບການກໍ່ສ້າງກຸ່ມກ້ອນສາມັກຄີເປັນເອກະພາບ. ​ໃນ​ຄຳ​ຮຽກຮ້ອງ​ຢູ່​ທີ່​ພິທີ​ສະ​ເຫຼີມສະຫຼອງ​ວັນຊາດ ທີ 2 ກັນຍາ 1955, ເພິ່ນ​ໄດ້ເນັ້ນວ່າ: “ສາມັກຄີ​ແມ່ນກຳລັງອັນໜຶ່ງທີ່ຊະນະເລີດ. ກຳລັງ​ສາ​ມະ​ຄີຊ່ວຍ​ໃຫ້ການປະຕິວັດເດືອນສິງຫາໄດ້ຮັບຜົນສຳເລັດ. ກຳລັງ​ສາມັກຄີຊ່ວຍ​ໃຫ້ການ​ຕໍ່ຕ້ານ​ໄດ້​ຮັບ​ໄຊຊະນະ. ກຳລັງສາມັກຄີຈະປຸກລະດົມປະຊາຊົນເຮົາ ແຕ່ເໜືອຕະຫຼອດໃຕ້ ຕໍ່ສູ້ປະຕິບັດສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕໃນທົ່ວປະເທດ”(4). ​​ໃນ​ເມື່ອ​ກ່າວ​ປາ​ໄສທີ່​ກອງ​ປະຊຸມ​ພະນັກງານປະຕິບັດ​ການປະຕິຮູບ​ເຂດທະເລ, ເພິ່ນເວົ້າວ່າ: “ເຮືອລຳໜຶ່ງຕ້ອງມີຄົນພາຍ, ຕ້ອງມີຜູ້ຂັບທ້າຍ... ຄົນພາຍ ແລະ ຜູ້​ຂັບທ້າຍຕ້ອງສາມັກຄີກັນ”(5).

ຍ້ອນ​ຫຍັງ​ ຍາມໃດທ່ານປະທານໂຮ່ຈີມິນກໍ່ເນັ້ນ​ເຖິງພາລະບົດບາດ ​ແລະ ຄວາມໝາຍສຳຄັນ ຂອງສາມັກຄີເປັນເອກະພາບ. ເພິ່ນບໍ່ພຽງແຕ່ຮຽກຮ້ອງ​ໃຫ້​ເພີ່ມ​ທະວີຄວາມສາມັກຄີໃນພັກ​ເທົ່າ​ນັ້ນ ຫາກ​ຍັງຊີ້ແຈ້ງວ່າ ຕ້ອງ​ສາມັກຄີເປັນ​ເອກະສັນ, ສາມັກຄີເປັນເອກະພາບ, ນັ້ນບໍ່ແມ່ນສາມັກຄີແບບປອມແປງ ແບບຮູບການ, ມັນຕ້ອງສະແດງອອກໃນແນວຄິດ ​ແລະ ໃນການກະທຳ. ແນວຄິດ ແລະ ການກະທຳຕ້ອງເປັນເອກະພາບກັນ. ບໍ່ອາດ​ຈະ​​ສາມັກຄີ​ແບບຜີວ​ເຜີນພາຍນອກ, ແຕ່​ເມື່ອຕ້ອງການ​ຕັດສິນຕົກລົງ ປະກາດ​ໃຊ້​ນະ​ໂຍບາຍ ​ແຜນການ​ໃດໜຶ່ງ ຊ້ຳພັດບໍ່​ເປັນເອກະພາບກັນ, ຫຼືເວລາຕ້ອງການ​ສຳພັນກັນກໍ່​ຮ່ວມ​ສຳພັນ​ໃນນາມສາມັກຄີ ​ແຕ່​ເມື່ອ​ບໍ່​ຕ້ອງການ ຊ້ຳພັດຊອກຫາວິທີເພື່ອກີດຂວາງວຽກງານຂອງກັນແລະກັນ. ໃນແນວຄິຂອງທ່ານ​ປະທານ​ໂຮ່ຈີ​ມິນ, ສາມັກຄີຕ້ອງສາມັກຄີເປັນເອກະພາບ ສະເໝີຕົ້ນສະເໝີປາຍ, ໝາຍ​ຄວາມ​ວ່າຕ້ອງອີງໃສ່ພື້ນຖານແນວທາງ ທັດສະນະຂອງພັກ ແລະ ເພື່ອຜົນປະໂຫຍດລວມໝູ່. ເພິ່ນເຄີຍເນັ້ນວ່າ: ພັກເຮົາເຖິງວ່າມີສະມາຊິກຫຼາຍຄົນ ແຕ່ເມື່ອປະຕິບັດໜ້າທີ່ປະຕິວັດກໍ​ເໝືອນດັ່ງຄົນດຽວ, ໃນພັກບໍ່ໃຫ້ມີ​ສະພາບການ “ຜູ້ຕີກອງ​ໃຫ້​ບຸກ, ຜູ້ເປົ່າແກ​ໃຫ້​ຖອຍ”.

ພັກເປັນອົງການຈັດຕັ້ງການ​ເມືອງສູງສຸດຂອງປະຊາຊົນ ຂອງປະເທດຊາດ, ສະມາຊິກພັກທຸກ​ຄົນລ້ວນແຕ່ເຂົ້າຮ່ວມດ້ວຍຄວາມຕື່ນຕົວ ແລະ ສະໝັກໃຈ, ການຮັກສາ ແລະ ປະຕິບັດຫຼັກການຂອງພັກ ຢ່າງເຂັ້ມງວດ ບໍ່ພຽງແຕ່ເປັນຄວາມມຸ່ງມາດປາຖະໜາຂອງປະຊາຊົນ ຫາກຍັງເປັນຄວາມຮັບຜິດຊອບ ຂອງສະມາຊິກພັກແຕ່ລະຄົນ. ເພິ່ນຖືວ່າຫຼັກການລວມສູມປະຊາທິປະໄຕເປັນຫຼັກການອັນພື້ນຖານ ແລະ ສຳຄັນ, ໃນແຕ່ລະອົງການຈັດຕັ້ງຂອງພັກຕ້ອງປະຕິບັດປະຊາທິປະໄຕ, ເປີດກ້ວາງປະຊາທິປະໄຕ,“​ຕ້ອງປີດ​ກວ້າງ​ປະຊາທິປະ​ໄຕ ຢ່າງແທ້ຈິງ ເພື່ອ​ໃຫ້ສະມາຊິກພັກທຸກຄົນໄດ້ສະແດງຄວາມເຫັນຂອງຕົນ”(6), ທຸກ​ຄວາມ​ຄິດ ຄວາມເຫັນຂອງສະມາຊິກພັກ​ແຕ່ລະຄົນ ລ້ວນແຕ່ໄດ້ສະ​ແດງອອກ​ມາ ແລະ ໄດ້ຮັບຟັງ; ການ​ຕັດສິນ​ຕົກລົງທີ່ສຳຄັນທຸກ​ປະການ ຕ້ອງໄດ້ສົນທະນາຫາລື ປຶກສາພິຈາລະນາຢ່າງປະຊາທິປະໄຕ. ​ໃນ​ພັກ​ຕ້ອງ​ປະຕິບັດປະຊາທິປະໄຕຢ່າງກວ້າງຂວາງ ເປັນປະຈຳ ແລະ ປະຕິບັດ​ການຕິ​ຊົມ​ແລະຕິ​ຊົມ​ຕົນ​ເອງ ​ຢ່າງ​ເຂັ້ມ​ງວດ, ນັ້ນແມ່ນວິທີດີກວ່າໝູ່ ເພື່ອປັບປຸງແລະຂະຫຍາຍຄວາມສາມັກຄີເປັນເອກະພາບຂອງພັກ. ສາ​ທັກ​ຄີ​ເປັນ​ເອກະ​ພາບໃນພັກຮຽກຮ້ອງ​ໃຫ້ພະນັກງານ ສະມາຊິກພັກຕ້ອງຕິ​ຊົມ​ຕົນ​ເອງ ​ແລະ ຕິ​ຊົມ​ຢ່າງ​ຈິງໃຈ, ນີ້​​ແມ່ນຮູບ​ການ​ຝຶກ​ຝົນຫຼໍ່ຫຼອມສະມາຊິກພັກ ເພື່ອກໍ່ສ້າງ ປັບປຸງພັກໃຫ້ນັບມື້ນັບປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ. ຍ້ອນເພິ່ນຖື​ວ່າ: “ມີແຕ່ພັກປະຕິວັດທີ່ແທ້ຈິງ ແລະ ອຳນາດການປົກຄອງທີ່ມີປະຊາທິປະໄຕແທ້ຈິງ​ເທົ່າ​ນັ້ນ ຈຶ່ງ ກ້າ​ຕິ​ຊົມ​ຕົນ​ເອງ, ຊົນ​ເຊີຍ​ການ​ຕິ​ຊົມ ​ແລະ ​ແກ້​ໄຂ​ຂໍ້​ຂາດ​ຕົກ​ຍົກ​ພ່ອງ​ຢ່າງ​ເດັດຂາດ. ໂດຍອາ​ໄສ​ການຕິ​ຊົມ​ຕົນ​ເອງ ​ແລະ ຕິ​ຊົມ... ພວກເຮົາຈຶ່ງສາມັກຄີກັນ​ຢ່າງແໜ້ນແຟ້ນ”(7). ນີ້​ກໍ່​ແມ່ນ​ກົດ​ເກນ​ແຫ່ງ​ການ​ຂະຫຍາຍຕົວ​ຂອງ​ພັກ, ຕິ​ຊົມ​ຕົນ​ເອງ ​ແລະ ຕິ​ຊົມເພື່ອຊ່ວຍກັນແກ້ໄຂຂໍ້​ຂາດ​ຕົກ​ບົກພ່ອງ, ຊ່ວຍກັນກ້າວໜ້າ, ​ເພື່ອ​ເຮັດ​ວຽກ​ໃຫ້​ມີ​ປະສິດທິ​ຜົນ, ເພື່ອສາມັກຄີ ​ແລະ ເປັນເອກະພາບພາຍໃນ. ເພື່ອປະຕິບັດສາມັກຄີເປັນເອກະພາບໃນພັກ, ທ່ານປະທານໂຮ່ຈີມິນໄດ້ຮຽກຮ້ອງ​ໃຫ້ປະຕິບັດບັນດາຫຼັກການຈັດຕັ້ງ ແລະ ດຳ​ເນີນ​ຊີວິດພັກ, ພິ​ເສດ​ແມ່ນ​ຫຼັກການປະຊາທິປະໄຕ, ຫຼັກການຕິ​ຊົມ​ຕົນ​ເອງ ​ແລະ ຕິ​ຊົມ. ເພິ່ນໄດ້ຕັກເຕືອນວ່າ: “​ໃນ​ພັກ​ຕ້ອງ​ປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ ເປັນປະຈຳ ແລະ ຕິ​ຊົມ​ຕົນ​ເອງ ​ແລະ ຕິ​ຊົມ​ຢ່າງ​ເຂັ້ມ​ງວດ(8). ຕາມເພິ່ນ, ນັ້ນແມ່ນວິທີທີ່ດີກວ່າໝູ່ເພື່ອປັບປຸງ ແລະ ຂະຫຍາຍຄວາມສາມັກຄີ ແລະ ເອກະພາບຂອງພັກ.

ເພື່ອ​ໃຫ້​ມີ​ຄວາມສາມັກຄີຢ່າງແທ້ຈິງ, ບໍ່ພຽງແຕ່ຕ້ອງປະຕິບັດຫຼັກການ, ຕ້ອງມີ​ຫຼັກ​ໝັ້ນກ້າ​ແກ່ນ ມີຈິດປັນຍາ​ເທົ່າ​ນັ້ນ ຫາກຍັງຕ້ອງມີນ້ຳໃຈຮັກແພງ ເຫັນອົກເຫັນໃຈກັນ ແລະ ຊ່ວຍ​ເຫຼືອ​ແບ່ງປັນ​ຊຶ່ງ​ກັນ​ແລະ​ກັນ. ປີ 1966, ເພິ່ນໄດ້ປັບປຸງ​ເພີ່ມ​ເຕີນພິ​​ໄນ​ກຳ ຂອງ​ຕົນ​ດ້ວຍ​ວັກໜຶ່ງ​ດັ່ງ​ນີ້ “ຕ້ອງມີນ້ຳ​ໃຈ​ສະຫາຍ​ຮັກ​ແພງ​ຊຶ່ງ​ກັນ​ແລະ​ກັນ”. ເພື່ອ​ໃຫ້ມີຄວາມສາມັກຄີເປັນເອກະພາບຢ່າງແທ້ຈິງ ຄຽງຄູ່ກັບຈິດໃຈ ​ແລະ ຕັກ​ກະປັນຍາ, ພະນັກງານ ສະມາຊິກພັກແຕ່ລະຄົນຕ້ອງມີນ້ຳໃຈສະຫາຍຮັກແພງກັນ, ມີຄວາມ​ເມດ​ຕາ ມີ​ນ້ຳ​ໃຈ​ກະລຸນາ​ທິຄຸນ. ໃນການປະຕິບັດວຽກງານ ບໍ່ພຽງແຕ່ຕ້ອງວາງຈຸດປະສົງ​ລະດັບ​ຄາດໝາຍ​​ເພື່ອສຳ​ເລັດ​ໜ້າ​ທີ່​​ເທົ່ານັ້ນ ຫາກຍັງຕ້ອງມີຄວາມເຫັນອົກເຫັນໃຈກັນ, ຕ້ອງແບ່ງປັນ ຊ່ວຍເຫຼືອຊຶ່ງກັນແລະກັນ ພ້ອມກັນສຳເລັດວຽກງານ. ​ເພາະສະນັ້ນ, ເພື່ອຮັກສາ ແລະ ເພີ່ມພູນຄຸນສ້າງຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ນັ້ນ ​ແຕ່​ລະ​ອົງການ​ຈັດ​ຕັ້ງ​ພັກ​ຕ້ອງ​ເອົາ​ໃຈ​ໃສ່ອົບຮົມສຶກສາສະຕິຮັບຜິດຊອບ ​ແລະ ພ້ອມ​ກັນ​ນັ້ນ​ ກໍ​ຕ້ອງບຳລຸງນ້ຳ​ໃຈ​ສະຫາຍອ້າຍ​ນ້ອງ ຄວາມເຫັນອົກເຫັນໃຈ ​ແລະ ຄວາມຮັກແພງ​ແບ່ງປັນ​ກັນ​ຢ່າງ​ເປັນ​ປະຈຳ.

ໃນເງື່ອນໄຂພັກກຳອຳນາດ, ທ່ານປະທານໂຮ່ຈີມິນ​​ໄດ້ໃຫ້​ຄວາມສຳຄັນ​ເປັນພິເສດ​ເຖິງ​ປັດ​ໃຈ​ຄຸນສົມບັດ​ສິນ​ທຳ​ໃນ​ພັກ, ການຕ້ານພະຍາດ “ອາດຍາ​ສິດ” “ຫ່າງເຫີນປະຊາຊົນ” “ສໍ້ລາດບັງຫຼວງ, ຟຸມເຟືອຍ”... ຕາມເພິ່ນ, ພັກກຳອຳນາດມີໜ້າທີ່ອັນຍິ່ງໃຫຍ່ ນັ້ນຄືນຳພາປະຊາຊົນກໍ່ສ້າງສັງຄົມໃໝ່, ດຳເນີນ “ການ​ຕໍ່ສູ້​ອັນ​ໃຫຍ່​ຫຼວງ”, ລົບລ້າງສິ່ງເກົ່າແກ່ລ້າ​ຫຼັງ ເປ່ເພ, ກໍ່ສ້າງອັນໃໝ່ໆ ຈົບງາມ. ໃນພິ​ໄນ​ກຳ, ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​​ໃຫ້​ຄວາມຕັກ​ເຕືອນດ້ວຍຄຳ​ຄົມ 4 ຄຳທີ່​​ໃຊ້​ສັບແທ້​ຈິງ: “ພັກເຮົາເປັນພັກກຳອຳນາດ. ສະມາຊິກພັກ ແລະ ພະນັກງານ​​ແຕ່ລະຄົນຕ້ອງເຊື່ອມຊືມ​ຄຸນສົມບັດ​ປະຕິວັດ ຢ່າງແທ້ຈິງ. ຕ້ອງດຸ​ໝັ່ນປະຢັດ ​ເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ ຊື່ສັດທ່ຽງທຳຢ່າງ​ແທ້​ຈິງ. ຕ້ອງຮັກສາ​ໃຫ້ພັກເຮົາປອດໃສຂາວສະອາດຢ່າງແທ້ຈິງ, ສົມ​ກັບ​ເປັນ​ຜູ້ນຳ​ພາ ​ເປັນ​ຜູ້ຮັບໃຊ້ຈົ່ງຮັກພັກດີທີ່​ແທ້​ຈິງຂອງປະຊາຊົນ”(9).

ຄວາມສາມັກຄີເປັນເອກະພາບກ່ອນອື່ນໝົດຕ້ອງ​ໄດ້ກໍ່ສ້າງຢູ່ໃນພັກ, ໄດ້ສະແດງອອກຢູ່ໃນພັກ. ສະມາຊິກພັກແຕ່ລະຄົນ, ເປັນຕົ້ນແມ່ນສະມາຊິກພັກທີ່ຮັກສາຖານະບົດບາດເປັນການນຳ ຕ້ອງ​ເດັດດ່ຽວ​ຕ້ານ​ລັດທິ​ອັດຕະບຸກຄົນ, ລັດທິສວຍໂອກາດໃນຕົວຕົນເອງທີ່​ຖືກຜົນກະທົບຈາກພາຍນອກ. ຊຶ່ງທ່ານ​ປະທານໂຮ່ຈີມິນໄດ້ທອດຖອນອອກມາວ່າ: ລັດທິອັດຕະບຸກຄົນ ລັດທິສວຍໂອກາດ ເປັນມູນເຫດທີ່​ທຳລາຍ​ຄວາມ​ສາມັກຄີເປັນເອກະພາບໃນພັກ.

ຫັນເບິ່ງຄືນໄລຍະ​ເວລາທີ່ຜ່ານມາ ​ໃນ​ນັ້ນ​ມີ​ຫຼາຍ​​ໄລຍະ​ພັກ​ເຮົາ​ຕ້ອງ​ປະ​ເຊີນ​ໜ້າ​ກັບຄວາມ​ຫຍຸ້ງຍາກ​ສັບສົນ ​ແລະ ສິ່ງທ້າທາຍບໍ່ໜ້ອຍ ແຕ່ຄະນະບໍລິການງານສູນກາງພັກ ​ໂດຍ​ປະທານໂຮ່ຈີມິນເປັນແກ່ນກາງ ໄດ້ຕັ້ງ​ໝັ້ນ​ກ້າ​ແກ່ນຢູ່ສະເໝີ ແລະ ສາມັກຄີເປັນເອກະພາບຢ່າ​ງ​ແໜ້ນ​ແຟ້ນ.

ເຊື່ອມຊືມແນວຄິດ ແລະ ປະຕິບັດຕາມພິ​ໄນ​ກຳ ຂອງທ່ານ​ປະທານ​ໂຮ່ຈີ​ມິນ, ​ໃນຊຸມປີທີ່ຜ່ານມາ, ພັກເຮົາໄດ້​ໃຫ້​ຄວາມສຳຄັນ ຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີເປັນເອກະພາບຢູ່ສະເໝີ. ດ້ວຍ​ເຫດ​ນັ້ນ, ພັກເຮົາຈຶ່ງສາມາດ​ເຕົ້າໂຮມ ແລະ ເສີມຂະຫຍາຍໄດ້ ກຳລັງແຮງທົ່ວປວງຊົນ, ສ້າງ​ເປັນ​ກຳລັງ​ແຮງ​ສັງ​ລວມ ເພື່ອສຳເລັດໜ້າທີ່ນຳພາປະເທດ ທີ່ປະຊາຊົນໄວ້ເນື້ອເຊື່ອໃຈມອບໝາຍໃຫ້. ​ໃນ​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດຫວຽດນາມຫຼາຍສະໄໝ, ບັນຫາສາມັກຄີເປັນເອກະພາບ ລ້ວນແຕ່ໄດ້ວາງອອກຢ່າງ​ເປັນ​ທາງ​ການ, ໄດ້ຮັບ​ການພິຈາລະນາ ຕີລາຄາຢ່າງຮອບດ້ານ ແລະ ເລິກເຊິ່ງ. ມະຕິກອງປະຊຸມຄັ້ງທີ 6 ຄະນະ​ບໍລິຫານງານ​ສູນ​ກາງພັກສະໄໝທີ I (ພະຈິກ 1939) ໃນພາກກ່ຽວ​ກັບພັກໄດ້ລະບຸ​ຈະແຈ້ງວ່າ: “ຕ້ອງ​ເປັນ​ເອກະ​ພາບ​ທັງ​ທາງ​ດ້ານ​ເຈດ​ຈຳນົງ ​ແລະ ການ​ກະທຳ”  ແລະ “ຄວາມເປັນເອກະພາບທາງ​ດ້ານເຈດຈຳນົງ ແລະ ການ​ກະທຳ​ຂອງ​ພັກ​ນັ້ນ ຈຳ​ເປັນຕ້ອງ​ມີ​ເຈດ​ຈຳນົງ​ຕື່ນ​ຕົວ​ຂອງສະມາຊິກພັກໝົດທຸກຄົນ, ບໍ່ແມ່ນປິດຕາປະຕິບັດຕາມ”(10). ຮອດກອງປະຊຸມໃຫຍ່ຄັ້ງທີ VI (ປີ 1986), ພັກເຮົາໄດ້ທອດຖອນບົດຮຽນທີ່ປະເສີດ 4 ປະການ, ​ໃນ​ນັ້ນ​ມີ​ບົດຮຽນກ່ຽວກັບເພີ່ມທະວີຄວາມສາມັກຄີ​ເປັນ​ເອກະ​ສັນ, ຄວາມເປັນເອກະພາບທາງດ້ານເຈດຈຳນົງ ແລະ ການກະທຳໃນພັກ. ໃນກົດລະບຽບຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຊຶ່ງກອງປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ IV ໄດ້ຮັບຮອງເອົາ ​ແລະ ໄດ້ຮັບການປັບປຸງ​ເພີ່ມ​ເຕີມ ​ໂດຍກອງປະຊຸມ​ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ V, VI ນັ້ນ ລ້ວນແຕ່ໄດ້ຢືນຢັນວ່າ: “ພັກຖືເອົາການຮັກສາ ຄວາມ​ສາມັກຄີ​ເປັນ​ເອກະສັນ ພາຍໃນພັກ ບົນ​ພື້ນຖານ​ແນວທາງ​ການ​ເມືອງ ແລະ ຫຼັກການລວມສູມປະຊາທິປະໄຕ ແມ່ນຊີວິດອີນຊີຂອງພັກ, ແລະ ​ເດັດດ່ຽວ​ຕໍ່ສູ້​ຕ້ານລັດທິອັດຕະບຸກຄົນ, ປະກົດການແບ່ງ​ພັກແຍກພວກໃນພັກ”(11). ກອງປະຊຸມ​ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII ໄດ້ເນັ້ນວ່າ: “ສາມັກຄີເປັນເອກະພາບໃນພັກ, ກ່ອນອື່ນໝົດ​ແມ່ນ​ສາມັກຄີ​ໃນອົງການນຳພາ, ມີຄວາມໝາຍຕັດສິນ​ເຖິງ​ຄວາມ​ສຳ​ເລັດຂອງການປະຕິວັດ. ພະນັກງານ ສະມາຊິ​ກພັກ​ຕ້ອງ​ຮັກສາ​ຄວາມ​ສາມັກຄີເປັນເອກະພາບໃນພັກ ບົນພື້ນຖານແນວທາງການເມືອງ ຫຼັກການຈັດຕັ້ງ ແລະ ນ້ຳ​ໃຈ​ຮັກ​ແພງ​ສະຫາຍ”(12). ກອງປະຊຸມໃຫຍ່ຄັ້ງ​ທີ IX ໄດ້ຮຽກຮ້ອງວ່າ: “ແຕ່ລະອົງຄະນະພັກ ຕ້ອງຮັກສາຄວາມສາມັກຄີ ເປັນເອກະພາບໃນ​ໝູ່​ຄະນະການນຳ. ສຳລັບບັນດາຄະນະພັກ, ອົງການຈັດຕັ້ງພັກທີ່ລະເມີດຫຼັກການ ລວມສູມປະຊາທິປະໄຕ, ພະນັກງານການນຳທີ່​ບົງ​ການຊີ້ຂາດ ສວມອຳນາດ ດຶງພັກດຶງພວກ ​ເຮັດ​ໃຫ້​ເກີດ​ຄວາມ​ແຕກ​ແຍກ​ພາຍໃນ, ຄະນະພັກຂັ້ນເທິງຕ້ອງຊີ້ນຳ ດຳ​ເນີນການສຳຫຼວດກວດກາ ​ເພື່ອໃຫ້​ເຫັນແຈ້ງຄວາມ​ຖືກຕ້ອງຂໍ້ຜິດພາດ ​ແລະ ປະຕິບັດ​ວິ​ໄນ​ຢ່າງເຂັ້ມງວດຕໍ່​ຜູ້ທີ່ມີຂໍ້ຂາດຕົກປົກພ່ອງ”(13).

ສາມັກຄີເປັນເອກະພາບໃນພັກ ໃນສະພາບການປັດຈຸປັນ

ກ້າວເຂົ້າສູ່ສະໄໝ​ແຫ່ງ​ການເຊື່ອມໂຍງສາກົນ, ຕໍ່ໜ້າການກະທົບຂອງເສຖະກິດຕະຫຼາດ, ພະນັກງານ ສະມາຊິກພັກພາກສ່ວນໜຶ່ງ ນັບທັງພະນັກງານຂັ້ນສູງ ກໍ່ມີທ່າອຽງ​ແລ່ນ​ຕາມລັດທິອັດຕະບຸກຄົນ; ອົງການຈັດຕັ້ງພັກຈຳນວນໜຶ່ງມີປະກົດການແຕກແຍກພາຍໃນ, ບໍ່ນັບຖືຫຼັກການລວມສູມປະຊາທິປະໄຕ, ປະຕິບັດຫຼັກການນີ້ບໍ່ຖືກຕ້ອງ. ການຕິ​ຊົມ​ຕົນ​ເອງ ​ແລະ ຕິ​ຊົມ​ຢູ່​ບາງ​ບ່ອນ​ໄດ້​ກາຍເປັນຮູບການ, ຢູ່ບາງບ່ອນ ພັດມີ​ປະກົດ​ການສວຍໃຊ້ການ​ຕິ​ຊົມເພື່ອຄັດຄ້ານ​ຕ້ານ​ຢັນກັນ ​ໂຄ່ນ​ລົ້ມກັນ. ຄຽງຂ້າງນັ້ນ, ບັນດາປະກົດການ ລັດທິ​ສວຍ​ໂອກາດ, “ກຸ່ມຜົນປະໂຫຍດ”, ລັກສະນະພາກສ່ວນທ້ອງຖິ່ນ ກໍ່ໄດ້ປະກົດຂຶ້ນໃນຫຼາຍບ່ອນ ຊຶ່ງ​ໄດ້ທຳລາຍຄວາມສາມັກຄີເປັນເອກະພາບໃນພັກ.

ໃນຊຸມປີຜ່ານ​ມາມໍ່ນີ້, ພັກກອມມູນິດຫວຽດນາມ ໄດ້​ເຊີດ​ຊູພາລະບົດບາດ, ຄວາມຮັບຜິດຊອບຂອງຜູ້​ເປັນ​ຫົວໜ້າ ​ໃນການຮັກສາຄາມສາມັກຄີເປັນເອກະສັນ​ພາຍ​ໃນອົງການຈັດຕັ້ງພັກ ແລະ ໃນບັນດາອົງການ ກົມກອງໃຫ້ໝັ້ນຄົງ. ​ແຕ່ໃນພາກຕົວຈິງ ຢູ່ຫຼາຍບ່ອນ, ຜູ້​ເປັນ​ຫົວໜ້າ​ທີ່ມີໜ້າ​ທີ່ຮັບຜິດຊອບຕໍ່ຄະນະພັກຂັ້ນເທິງ ແລະ ຂັ້ນຂອງຕົນ ກ່ຽວກັບຄວາມສາມັກຄີເປັນເອກະສັນພາຍໃນ ຊ້ຳພັດຍັງບໍ່ເປັນແບບຢ່າງ​ແທ້​ເທື່ອ, ຍັງບໍ່​ເຊື່ອມຊືມສະຕິກໍ່ສ້າງກຸ່ມກ້ອນສາມັກຄີເປັນເອກະພາບພາຍໃນ. ດ້ວຍເຫດນັ້ນ, ການ​ເລືອກ​ຕັ້ງ​ເອົາ​ຜູ້ນຳ​ພາ​ທີ່​ມີ​ຄຸນສົມບັດ ຄວາມສາມາດຢ່າງ​ພຽງພໍ, ມີບົດບາດນຳ​ໜ້າ ເປັນແບບຢ່າງຢ່າງ​ແທ້​ຈິງ​ນັ້ນ ເປັນບັນຫາສໍາຄັນທີ່​ສຸດ. ຜູ້ນຳໜ້າຄະນະພັກ ອຳນາດ​ການ​ປົກຄອງ ຕ້ອງມີຄວາມຍຸດຕິ​ທຳ ມີຈິດໃຈເຫັນແກ່ປະໂຫຍດສ່ວນລວມ ໃນການແກ້ໄຂວຽກງານ, ຕ້ອງເປັນ​ໃຈກາງ​ແຫ່ງການເຕົ້າໂຮມ ສາມັກຄີຂອງຄະນະພັກ, ຂອງສຳນັກງານອົງການ ກົມກອງ.  

ພາກຕົວຈິງໄດ້ໃຫ້ເຫັນວ່າ ຄວາມສາມັກຄີເປັນເອກະສັນໃນພະນັກງານການນຳຢູ່ຂັ້ນຍິ່ງສູງ ກໍ່ຈະມີ​ການກະທົບ ສົ່ງ​ຜົນສະທ້ອນຕໍ່ພັກຍິ່ງ​ແຮງ, ​ແຮງ​ກະທົບ​ແຜ່​ລາມ​ໃນ​ສັງຄົມ​ຍິ່ງ​ກວ້າງ. ກົງກັນຂ້າມ, ຖ້າວ່າບັນດາຜູ້ຮັບພາລະນຳພາທີ່​ສຳຄັນ, ເປັນຕົ້ນແມ່ນຢູ່ຂັ້ນສູງ, ບໍ່ມີສະຕິສາມັກຄີເປັນເອກະພາບ ຈະບໍ່ພຽງແຕ່​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ວຽກ​ງານເທົ່ານັ້ນ ຫາກຍັງຈະສ້າງໄພອັນຕະລາຍອັນຮ້າຍ​ແຮງໃຫ້ທົ່ວພັກ ຊຶ່ງບໍ່ສາມາດຄາດຄະ​ເນ​ລ່ວງໜ້າໄດ້.

ໃນປັດຈຸບັນ ປະເທດເຮົາກໍາລັງຢືນຕໍ່ໜ້າ​ໂອກາດ​ເອື້ອອຳນວຍ ຄວາມ​ສະດວກ​ດີໃຫມ່ ແຕ່ກໍ່ມີຄວາມ​ຫຍຸ້ງຍາກ ສິ່ງທ້າທາຍບໍ່​ໜ້ອຍ, ບັນດາຜົນງານທີ່ທົ່ວພັກ ທົ່ວປວງຊົນ​ເຮົາ​ຍາດ​ມາໄດ້ໃນ​ເກືອບ 30 ປີ ແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່ປະເທດຢ່າງຮ້ອບດ້ານນັ້ນ ແມ່ນຜົນສຳເລັດ​ແຫ່ງ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ຂອງທົ່ວພັກ ທົ່ວປວງຊົນ ທົ່ວກອງທັບ, ເປັນສິ່ງ​ພິສູດຢັ້ງຢືນ​ຄວາມເຕີບໃຫຍ່ ເຂັ້ມແຂງຂອງພັກ​ເຮົາ. ​ແຕ່​ຫາກ​ວ່າ, ໃນສະພາບໂລກມີການຜັນແປຢ່າງສັບສົນ, ບໍ່ສາມາດຄາດຄະ​ເນ​ລ່ວງ​ໜ້າໄດ້, ຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້ ພວກເຮົາຍັງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ສັບສົນຫຼາຍປະການ. ບັນດາອິດທິກຳລັງສັດຕູພວມຊອກຫາທຸກວິທີທີ່​ເລິກ​ແລບ​ແນບ​ນຽນ ດ້ວຍກົນອຸບາຍທີ່ໂຫດຫ້ຽມ ​ເພື່ອປຸກ​ກະ​ຕູ້ນການຄັດຄ້ານຕ້ານຢັນແບ່ງແຍກພາຍໃນ, ເຮັດໃຫ້ເສຍຄວາມສາມັກຄີໃນພັກ. ເພາະສະນັ້ນ, ເພີ່ມທະວີຄວາມສາມັກຄີ ແລະ ເປັນເອກະພາບໃນພັກ ແຕ່ສູນກາງຈົນຮອດຮາກຖານ ເປັນສິ່ງຈຳເປັນ ຮີບດ່ວນໃນປັດຈຸປັນ.

ບັດນີ້, ສາມັກຄີເປັນເອກະພາບໃນພັກຍິ່ງຕ້ອງໄດ້ຖືເປັນຍຸດທະສາດອັນຍາວນານສຳລັບພາລະກິດການ​ປະຕິວັດ. ​ເປັນພັກດຽວທີ່ກຳອຳນາດ, ພັກກອມມູນິດຫວຽດນາມຍິ່ງຕ້ອງກໍ່ສ້າງປັບປຸງຄວາມສາມັກຄີ​ເປັນ​ເອກະ​ພາບ, ​ເຮັດໄດ້ແນວນັ້ນ ລະບົບການເມືອງ, ປະຊາຊົນທຸກຊົນຊັ້ນ ທຸກຊົນເຜົ່າ ຈຶ່ງສາມັກຄີອ້ອມຂ້າງພັກ. ຄວາມສາມັກຄີຂອງພັກ ​ເປັນແບບຢ່າງໃຫ້ແກ່ທົ່ວລະບົບການເມືອງ ແລະ ເປັນປັດໃຈທີ່ຕັດສິນຮັບປະກັນ ຄວາມສາມັກຄີທົ່ວ​ທັງຊາດ.

ພິເສດ, ກ່ອນທີ່ຈະເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ, ພວກເຮົາກຳລັງ​ຢືນ​ຕໍ່ໜ້າຈຸດເວລາທີ່ຕ້ອງຄັດເລືອກ​ເອົາ​ຜູ້ຄົນທີ່​ເໝາະສົມ, ທັງມີປັນຍາຄວາມ​ສາມາດ ທັງມີຄຸນສົມບັດ​ສິນ​ທຳ ເພື່ອຮັບພາລະ​ໜ້າ​ທີ່ນຳພາປະເທດ, ຍິ່ງກວ່າເວລາໃດໝົດ, ພວກເຮົາຍິ່ງຕ້ອງເສີມຂະຫຍາຍມູນເຊື້ອສາມັກຄີ​ເປັນ​ເອກະ​ພາບ. ນີ້ແມ່ນຄວາມຮັບຜິດຊອບອັນຍິ່ງໃຫຍ່ ເຊິ່ງກ່ອນອື່ນໝົດແມ່ນຂອງໝູ່ຄະນະ ​ແລະ ບຸກຄົນ​ການ​ນຳ ແຕ່ສູນກາງຈົນຮອດຮາກຖານ. ພະນັກງານ ສະມາຊິກພັກແຕ່ລະຄົນ, ເປັນຕົ້ນແມ່ນພະນັກງານການ​ນຳ​ຫຼັກ​ແຫຼ່ງ ແຕ່ຂັ້ນສູງຮອດຮາກຖານ ຕ້ອງປະຕິບັດຢ່າງເຂັ້ມງວດ ຄຳຕັກເຕືອນຂອງທ່ານ​ປະທານ​ໂຮ່ຈີ​ມິນ​ທີ່​​ເພິ່ນໄດ້​ຂຽນ​ໄວ້​​ໃນພິ​ໄນ​ກຳ: “ບັນດາ​ສະຫາຍ​ແຕ່​ສູນ​ກາງຮອດບັນດາໜ່ວຍພັກ ຕ້ອງ​ຮັກສາ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ຂອງ​ພັກ​ຄື​ກັບ​ປົກ​ປັກ​ຮັກສາ​ແກ້ວຕາ​ຂອງ​ຕົນ”.

ໂດຍ: ຮສ, ດຣ. ຫວູວັນ​ຝຸກ,
ບັນນາທິການໃຫຍ່ວາລະສານກອມມູນິດ,
ກຳມະການສະພາທິດສະດີສູນກາງ.

           -------------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ - ສະບັບ​ທີ 871 (​ເດືອນພຶດສະພາ 2015)

(1), ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ​ທີ 9, ໜ້າ​ທີ 145.

(2) ໂຮ່ຈີ​ມິນ: ເອກະສານທີ່​ໄດ້​ແນະນຳ, ເຫຼັ້ມ​ທີ 9, ໜ້າ​ທີ 145

(3), (6) ໂຮ່ຈີ​ມິນ: ເອກະສານທີ່​ໄດ້​ແນະນຳ, ເຫຼັ້ມ​ທີ 10, ໜ້າ​ທີ  349, 118

(4), (5), (7) ໂຮ່ຈີ​ມິນ: ເອກະສານທີ່​ໄດ້​ແນະນຳ, ​ເຫຼັ້ມ​ທີ 8 , ໜ້າ​ທີ 49, 150, 223

(8), (9) ໂຮ່ຈີ​ມິນ: ເອກະສານທີ່​ໄດ້​ແນະນຳ, ເຫຼັ້ມ​ທີ 15, ໜ້າ​ທີ  622

(10) ເອກະສານພັກ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​​ໂນ້ຍ, 2000, ເຫຼັ້ມ​ທີ 6, ໜ້າ​ທີ 555 - 556

(11) ເອກະສານພັກ​ຄົບ​ຊຸດ, ເຫຼັ້ມ​ທີ 47, ໜ້າ​ທີ 585

(12) ເອກະສານກອງປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ VIII ຂອງພັກກອມມູນິດຫວຽດນາມ , ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​​ໂນ້ຍ, 1996, ​ໜ້າ​ທີ 143 – 144

(13) ເອກະສານກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ IX ຂອງພັກກອມມູນິດຫວຽດນາມ , ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ , 2001, ​ໜ້າ​ທີ 144