ວ.ກ - ປັດຈຸບັນ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ມີຈຳນວນ 4,5 ລ້ານຄົນ ອາໄສຢູ່ 109 ປະເທດແລະອານາເຂດ; ໃນຊຸມປີມໍ່ໆຜ່ານມານີ້ ວົງຄະນະຍາດຊາວຫວຽດນາມຢູ່ຕ່າງປະເທດ ໄດ້ມີການເຄື່ອນໄຫວ ຂະຫຍາຍຕົວໃໝ່ ແລະ ນັບມື້ນັບມີສ່ວນປະກອບອັນໃຫຍ່ຫຼວງ ແທດຈິງ ແລະ ຫຼາຍຮູບຫຼາຍແບບ ​ເຂົ້າ​ໃນ​ການ​ຫັນ​ປະ​ເທດ​ຫວຽດນາມ ເປັນ​ອຸດສາຫະກຳ ທັນສະໄໝ, ຊຸກຍູ້​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ ຂອງ​ປະ​ເທດ.

ພະນັກງານສະຖານທູດຫວຽດນາມ ແລະ ຊາວຫວຽດນາມຢູ່ ສປ ຈີນ ຕ້ອນຮັບທ່ານປະທານປະເທດ ສສ ຫວຽດນາມ ເຈືອງເຕິນຊາງ ທີ່ສະໜາມບິນປັກກິງ. (ພາບ: TTXVN)

ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ການ​ປະກອບສ່ວນ​ ຂອງວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ

​ເສີມ​ຂະຫຍາຍ​ກຳລັງ​ແຮງ​ດ້ານ​ພູມ​ປັນຍາ. ປັນຍາ​ຊົນ​ຊາວຫວຽດນາມ​ຢູ່​ຕ່າງປະ​ເທດ (ຊາວຫວຽດກ່ຽວ) ຖືກ​ຕີ​ລາຄາ​ວ່າ​ເປັນ​​ແຫຼ່ງພະລັງທີ່​ຫຼວງ​ຫຼາຍ ອຸດົມສົມບູນ​ທີ່​ສຸດ ​ໃນ​ຫຼາຍ​ຂົງ​ເຂດ ມີລະດັບ​ວິຊາ​ສະ​ເພາະ​ສູງ. ປັດຈຸບັນ​ນີ້, ຈຳນວນຊາວຫວຽດກ່ຽວທີ່ມີ​ລະດັບ​ມະຫາວິທະຍາ​ໄລ ​ເໜືອ​ມະຫາວິທະຍາ​ໄລ ປະມານເກືອບ 400.000 ຄົນ ​ເຊິ່ງ​ເປັນ​ນັກຊ່ຽວຊານ ປັນຍາ​ຊົນ ທີ່ຢູ່​ຢ່າງ​ລວມສູນ​​ໃນ​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ. ຕາມ​ສະຖິຕິ, ຢູ່​ອາ​ເມ​ລິ​ກາ​ມີ 150.000 ຄົນ; ຢູ່​ຝຣັ່ງມີ 50.000 ຄົນ; ຢູ່​ກາ​ນາ​ດາ​ມີ 20.000 ຄົນ; ຢູ່​ເອີຣົບຕາ​ເວັນ​ອອກ ​ແລະ ລັດ​ເຊຍ 4.000 ຄົນ, ຢູ່ອົດ​ສະຕຣາລີ​ມີ 7.000 ຄົນ (1). ດ້ວຍ​ມູນ​ເຊື້ອ​ພາກ​ພຽນ​ໃນ​ການ​ຮ່ຳຮຽນຫາ​ຄວາມ​ຮູ້​ຂອງ​ຊາດ, ຖັນ​ແຖວ​ປັນຍາ​ຊົນຊາວ​ຫວຽດກ່ຽວ​ທີ່​ມີ​ລະດັບ​ປະລິນຍາ​ເອກ ສາດສະ​ດາ​ຈານ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ເປັນ​ຕົ້ນ​ແມ່ນ​ຜູ້​ທີ່​ຂຶ້ນ​ກັບ​​ເຊັ່ນ​ຄົນທີສາມ ທີ​ສີ່. ຮູ່ນປັນຍາ​ຊົນ​ໃໝ່ທີ່​ມີ​ກົກ​ເຄົ້າ​ຫວຽດນາມ​ ພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ ​ແລະ ຂະຫຍາຍຕົວ, ຕົ້ນຕໍ​ແມ່ນ​ຢູ່​ອາ​ເມຣິກາ​ເໜືອ ​ເອີຣົບຕາ​ເວັນ​ຕົກ ອົດ​ສະຕຣາລີ, ​ໃນ​ຫຼາຍ​ຂົງ​ເຂດ​ວິທະຍາສາດ ​ແລະ ​ເສດຖະກິດ​ທີ່​ເປັນ​ປາຍ​ແຫຼມ ​ເຊັ່ນ​ສື່​ຂ່າວ ​ໂທລະ​ຄົມມະນາຄົມ ​ເອ​ເລັກ​ໂຕຣນິກ ວັດຖຸ​ໃໝ່ ປະດິດ​ເຄື່ອງ​ຈັກ ​ເຕັກ​ໂນ​ໂລ​ຊີ​ນາ​ໂນ ການ​ເດີນ​ອາກາດ ຈັກກະວານ​ວິທະຍາ ຊີວະ​ວິທະຍາ ຄຸ້ມ​ຄອງ​ເສດຖະກິດ ຫຼັກ​ຊັບ. ຕົວຢ່າງ​ເຊັ່ນ ຢູ່​ຊີ​ລີ​ຄອນ​ແວນ​ລີ ​ທີ່​ລື​ຊື່​ຂອງ​ອາ​ເມຣິກາ, ປັດຈຸບັນ​ມີ​ຊາວ​ຫວຽດກ່ຽວ​ກຳລັງ​ເຮັດ​ວຽກປະມານ 10.000 ຄົນ; ຢູ່​ທີ່​ສູນ​ຄົ້ນຄວ້າ​ອາ​ວະ​ກາດນາ​ຊາ ອາ​ເມຣິກາ ມີ​ຜູ້ຊ່ຽວຊານ​ຊາວ​​ຫວຽດກ່ຽວ​ເຮັດ​ວຽກປະ​ມານ 30 ຄົນ. ພ້ອມນັ້ນ ຍັງ​ມີຖັນ​ແຖວສາດສະດາຈານຊາວ​ຫວຽດກ່ຽວທີ່ພວມສິດສອນ ຫຼື​ຄົ້ນ​ຄວ້າວິທະຍາສາດ ຢູ່​ບັນດາ​ມະຫາວິທະຍາ​ໄລ​ທີ່​ລື​ຊື່​ໃນ​ໂລກ (2). ນີ້​ແມ່ນ​ແຫຼ່ງພະລັງ​ຊ້ອນ​ແຝງ​ທີ່​ອາດ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ປະ​ເທດ, ຊ່ວຍ​ໃຫ້​ຫວຽດນາມ​ຮັບ​ເອົາ​ເຕັກ​ໂນໂລ​ຊີ​ໃໝ່ໄດ້​ຢ່າງ​ໄວ, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ-ກໍ່ສ້າງ, ສ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ພື້ນຖານ​ການ​ຜະລິດ ວິທະຍາສາດ​ຢູ່​ຕ່າງປະ​ເທດ.

ຄຽງ​ຂ້າງ​ນັ້ນ, ຖັນ​ແຖວ​ປັນຍາ​ຊົນ​ຊາວ​ຫວຽດກ່ຽວ​ຍັງ​ໄດ້​ມີສ່ວນປະກອບ​ອັນ​ຕັ້ງໜ້າ, ສະ​ເໜີ​ຄວາມ​ຄິດ​ເຫັນປະກອບ​ເຂົ້າ​ໃນ​ການວາງ​ນະ​ໂຍບາຍ​ພັດ​ທະນະ​ປະ​ເທດ; ​ເຂົ້າ​ຮ່ວມ​ການ​ຄົ້ນຄວ້າ​ວິທະຍາສາດ ​​ແລະ ຂະຫຍາຍເຕັກ​ໂນ​ໂລ​ຊີ​ໂດຍ​ກົງ ຫຼື​ຊ່ວຍ​ໜູນ ​ເປັນ​ຂົວ​ຕໍ່​ ໃນ​ການ​ຄົ້ນຄວ້າ ຖ່າຍ​ທອດ​ມອບ​ໂອນ​ຄວາມຮູ້ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ​ແລະ ​ບົດຮຽນຄຸ້ມ​ຄອງ​ບໍລິຫານ​ທີ່​ທັນ​ສະ​ໄໝ; ​ເຂົ້າ​ຮ່ວມ​ໃນ​ການ​ເຄື່ອນ​ໄຫວ​ສຶກສາ-ກໍ່ສ້າງ​ແຫຼ່ງກຳລັງ​ຄົນ​ທີ່​ມີ​ລະດັບ​ສູງ. ຂໍ້​ສະ​ເໜີ ຄຳຄິດ​ເຫັນປະກອບສ່ວນຫຼາຍ​ປະການ ​ທີ່​ມີ​ຄຸນຄ່າ​ວິທະຍາສາດ ​ແທດ​ເໝາະ​ຕົວ​ຈິງ​ຂອງ​ຊາວ​ຫວຽດກ່ຽວ ​ໄດ້​ຖືກ​ເກັບ​ກຳ ​ແລະ ຍື່ນໃຫ້ການ​ນຳ​ຂັ້ນ​ສູງຫວຽດນາມ.

ກຳລັງ​ປັນຍາ​ຊົນຊາວ​ຫວຽດກ່ຽວຍັງ​ເຂົ້າ​ຮ່ວມ​ການ​ປະຕິບັດ​ບັນດາ​ໂຄງການ​ລົງທຶນ​ຢູ່​ໃນ​ປະ​ເທດ ​ເຊັ່ນ ​ສູນ​ວິທະຍາສາດ ​ແລະ ການ​ສຶກສາ​ສະຫະ​ຂະ​ແໜງ​ສາກົນ​ ຢູ່ກວີ​ເຍິນ, ​ໂຄງການ​ຄົ້ນ​ຄວ້າ​​​ໂຮງງານໄຟຟ້ານິວ​ເຄຼຍ, ​ໂຄງການ​ປະດິດ​ຈັກ​ກັ່ນ​ຕອງ​​ເລືອດ​ດ້ວຍ​ໝາກ​ໄຂ່ຫຼັງ​ທຽມ, ​ໂຄງການ​ຕ້ານນ້ຳ​ຖ້ວນ ດິນຊາຍ​ຄູນກັ້ນ​ປາກ​ນ້ຳ ຢູ່ນະຄອນ​ໂຮ່ຈີ​ມິນ, ບັນດາ​ກິດ​ຈະ​ການ​ກໍ່ສ້າງ​ຂົວ​ທາງ (3). ​ແຕ່ລະ​ປີ ມີຊາວ​ຫວຽດກ່ຽວປະມານ 400 ​ເທື່ອ​ຄົນ ຈາກ​ທົ່ວ​ທຸກທະວີບ​ໃນ​ໂລກ ກັບ​ເມືອ​ປະ​ເທດ​ທຳ​ການ​ສິດສອນ ຮ່ວມ​ມື ປະກອບສ່ວນວິຊາ​ສະ​ເພາະ​ຫຼາຍ​ຂົງ​ເຂດສາຂາ, ​ໃຫ້​ຄຳ​ປຶກສາ​ໃນ​ການວາງ​ກຳນົດ​ນະ​ໂຍບາຍ​ພັດທະນາ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ ກ່ຽວ​ກັບ​ເສດຖະກິດ ວິທະຍາສາດ ຖ່າຍ​ທອດ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ ການ​ສຶກສາ; ​ເປັນ​ຂົວ​ຕໍ່​ການ​ຮ່ວມ​ມື ຊອກ​ຫາ​ແຫຼ່ງລົງທຶນ​ສາກົນ​ ໃຫ້​ແກ່​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ກໍ່ສ້າງ​ແຫຼ່ງກຳລັງ​ຄົນ​ຢູ່​ໃນ​ປະ​ເທດ. ປັນຍາ​ຊົນຊາວ​ຫວຽດກ່ຽວສ່ວນ​ຫຼາຍ​ລ້ວນ​ແຕ່​ສະ​ໝັກ​ໃຈກັບ​ເມືອ​ປະ​ເທດ​ເພື່ອ​ຮ່ວມ​ມື ​ເຮັດ​ວຽກ ​ແລະ ​ເສຍ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ດ້ວຍ​ຕົນ​ເອງ(4).

​ເສີມຂະຫຍາຍ​ກຳລັງ​ແຮງ​ດ້ານ​ເສດຖະກິດ. ​ເບີ່​ງລວມ​ແລ້ວ ວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ມີ​ຄວາມ​ສາມາດ​ຊ້ອນ​ແຝງທາງ​ເສດຖະກິດ​ທີ່​ແນ່ນອນ. ນັກ​ວິ​ສາ​ຫະກິດ ນັກທຸລະກິດ​ຫຼາຍ​ຄົນ​ໄດ້​ປະສົບ​ຄວາມສຳ​ເລັດ​ໃນ​ການ​ທຸລະ​ກິດ, ຊື່​ສຽງ​ອິດ​ທິພົນ​ນັບ​ມື້​ໄດ້​ຍົກ​ສູງ​ຂຶ້ນ. ​ເພາະສະ​ນັ້ນ, ກຳລັງ​ນີ້​ໄດ້​ກາຍ​ເປັນ​ຂົວ​ຕໍ່​ທີ່​ສຳຄັນ ຊ່ວຍ​ໃຫ້​ຫວຽດນາມ​ເຊື່ອ​ມ​ໂຍງ​​ເສດຖະກິດ​ໂລກ​ນັບ​ມື້​ນັບ​ໄດ້​ຮັບ​ຜົນ​ດີ.

ວິ​ສາ​ຫະກິດ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເປັນ​ຊ່ອງ​ສາຍ​ໜຶ່ງ​ທີ່ສົ່ງ​ເສີມ​ການ​ຄ້າ ​ແລະ ການທ່ອງທ່ຽວ​ເປັນ​ຢ່າງ​ດີ ​ແລະ ມີ​ປະສິດທິ​ຜົນ. ຢາກ​ເອົາ​ສິນຄ້າ​ຫວຽດນາມ​​ໄປຂາຍ​ສົ່ງ​ນອກ, ບັນດາ​ຜູ້​ຜະລິດ​ໃນ​ປະ​ເທດ​ຕ້ອງ​ອິງ​ໃສ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່​ປະ​ເທດທີ່​ຈະນຳ​ເຂົ້າສິນຄ້ານັ້ນ, ກໍ່​ຄື​ອິງ​ໃສ່ສະ​ໂມ​ສອນ ​ສະມາ​ຄົນ​ວິ​ສາ​ຫະກິດ​ຫວຽດກ່ຽວຢູ່​ຕ່າງປະ​ເທດ, ຍ້ອນ​ວ່າ​ເຂົາ​ຮູ້​ດີ​ວັດທະນະທຳ ຮີດຄອງ​ປະ​ເພນີ, ກຳ​ໄດ້​ສະພາບ​ການ​ຕະຫຼາດ ຂອງ​ປະ​ເທດ​ທີ່​ຈະນຳ​ເຂົ້າ​ນັ້ນ. ສິ່ງ​ທີ່​ສຳຄັນ​ກວ່າ​ອີກ​ແມ່ນ, ຖັນ​ແຖວ​ນັກທຸລະກິດ​ນີ້​ສ່ວນ​ຫຼາຍ​ເປັນ​ປັນຍາ​ຊົນ ຜູ້​ຊ່ຽວຊານ​ທີ່​ມີ​ລະດັບ​ສູງ, ມີ​ການ​ເງິນ​ຄ້ຳປະກັນ ​ແລະ ມີບົດຮຽນ​ປະສົບ​ການ​ຕະຫຼາດ. ນີ້​ແມ່ນ​ບັນດາ​ປັດ​ໃຈ​ອັນ​ສຳຄັນ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ, ສ້າງ​ຄວາມ​ພົວພັນ​ສະໜິດ​ແໜ້ນ​ໃນ​ຕາໜ່າງວິ​ສາ​ຫະກິດ​ຫວຽດນາມ​ໃນ​ທົ່ວໂລກ, ​ເຊື່ອມ​ໂຍງ​ເສດຖະກິດ​ປະ​ເທດ​ກັບ​ຕະຫຼາດ​ໂລກ.

ຢູ່​ຫຼາຍ​ປະ​ເທດ, ວົງ​ຄະນະຍາດ​ຊາວ​ຫວຽດນາມ​​ໄດ້​ປະກອບສ່ວນສຳ​ຄັນ ນຳ​ເອົາ​ສິນຄ້າ​ຫວຽດນາມ​ເຂົ້າ​ໃນ​ຕະຫຼາດ​ປະ​ເທດ​​ເຈົ້າພາບ, ກໍ່ຮ່າງສ້າງຮູບ​ຕາໜ່າງຈຳໜ່າຍ​ສິນຄ້າຂຶ້ນ ທີ່​ມີ​ຫຼາຍ​ສູນ​ການ​ຄ້າ ຫຼາຍ​ການຈັດ​ຕັ້ງ​ສະມາຄົມ​ວິ​ສາ​ຫະກິດ​ຕາມ​ຂະ​ແໜງ​ການ ວິຊາ​ຊີບ. ສະມາຄົມ​ນັກທຸລະກິດ​ຊາວ​ຫວຽດກ່ຽວ​ຢູ່​ຫຼາຍ​ແຫ່ງ​ ໄດ້ຮ່ວມ​ມື​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​​ໄຫວ​ຕ່າງໆ​ເປັນ​ຢ່າງ​ດີ ​ແລະ ສ້າງ​ເປັນ​ກຸ່ມ​ເສດຖະກິດ​ທີ່​ມີ​ສ່ວນ​ປະກອບ ມີ​ຊື່​ສຽງ​ຢູ່​ປະ​ເທດ​ເຈົ້າພາບ, ປະກອບສ່ວນ​ເປັນ​ຂົວ​ຕໍ່​ ເພື່ອ​ສົ່ງ​ເສີມ​ການ​ລົງທຶນ ການ​ຄ້າ​ລະຫວ່າງ​ປະ​ເທດ. ຍ້ອນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ເທິງ​ນີ້ ​ຂອງວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ, ສິນຄ້າ​ຂອງ​ຫວຽດນາມ​ຈຶ່ງ​​ໄດ້​ຂາຍ​ນັບ​ມື້​ນັບ​ຫຼາຍ ​ໃນ​ຕະຫຼາດ​ໂລກ. ຍອດ​ມູນ​ຄ່າ​ສິນຄ້າ​ສົ່ງ​ນອກ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ໃນ​ນັ້ນ​ ​ສິນຄ້າ​ສົ່ງ​ນອກບາງ​ປະ​ເພດ​ມີ​ຈຳນວນ​ຫຼາຍ​ໃນ​ອັນ​ດັບ​ທີ​ໜຶ່ງ ທີ​ສອງ​ຂອງ​ໂລກ, ​ໄດ້​ຄື​ແນວ​ນັ້ນ ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ການ​ປະກອບສ່ວນ​ ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

ພ້ອມ​ກັບ​ການ​ຄ້າ​ພານິດ, ວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດຍັງ​ຕັ້ງໜ້າ​ລົງທຶນ​ຢູ່​ບ້າ​ນ​ເກີດ​ເມືອງ​ນອນ. ຮອດ​​ເດືອນ​ສິງຫາ 2013, ມີ 3.600 ວິ​ສາ​ຫະກິດ​ກັບ​ມາລົງທຶນ 8,6 ຕື້​ໂດ​ລາ​ສະຫະລັດ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ ປະມານ 60% ຂອງຈຳນວນ​ໂຄງການ ຖືກ​ຕີ​ລາຄາ​ວ່າ​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ. ວິ​ສາ​ຫະກິດໃຫຍ່ຈຳນວນ​ໜຶ່ງ​ຂອງຊາວ​ຫວຽດກ່ຽວ​ໄດ້​ປະສົບ​ຜົນສຳ​ເລັດ​ດີ​ທີ່​ສຸດ, ​ໄດ້​ບືນ​ຕົວ​ຂຶ້ນ​ເປັນ​ບໍລິສັດ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ​ອັນ​ດັບ​ໜຶ່ງ​ຢູ່​ຫວຽດນາມ, ຄື Vingroup, Eurowindows,... ປັດຈຸບັນ, ລະບົບ​ໂຄງສ້າງ​ພື້ນຖານ​ການທ່ອງທ່ຽວ ຣີສອດຂະໜາດ​ໃຫຍ່​ແຕ່​ເໜືອ ຕະຫຼອດ​ໃຕ້ ​​ໂດຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດກັບ​ມາ​ລົງທຶນ​ກໍ່ສ້າງ, ​ເຊັ່ນ ສະຖານີ​ລົດ​ສາຍ Bà Nà Hills, Vinpearl Land, Da Lat Eden. ​ເຖິງ​ວ່າ​​ໄດ້ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ​ຕາມ ​ແຕ່ຫຼາຍ​ໂຄງການ​ກໍ່​ໄດ້​ປະຕິບັດ​ໃຫ້​ສຳ​ເລັດ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ນັກ​ທຸລະ​ກິດຊາວ​ຫວຽດກ່ຽວ ທີ່​ຢາກ​ລົງ​ທຶນກໍ່ສ້າງ ປະກອບສ່ວນ​ເປັນ​ຄຸນ​ປະ​ໂຫຍ​ດ​ໃຫ້ບ້ານ​ເກີດ​ເມືອງ​ນອນ(5).

ກ່ຽວ​ກັບ​ການ​ສົ່ງ​ເງິນ​ເມື​ອປະ​ເທດ, ​ໃນ 5 ປີ​ທີ່​ຜ່ານ​ມາ​ນີ້, ​ແຕ່ລະ​ປີ ມີຊາວ​ຫວຽດກ່ຽວກັບ​ເມືອ​ຢາມ​ບ້ານ​ເກີດ​ເມືອງ​ນອນ​ປະມານ 500.000 ຄົນ. ຕາມ​ນັ້ນ ​ເງິນຕາ​ຕ່າງປະ​ເທດ​ກໍ່​ໄດ້ນຳ​ເຂົ້າ​ມາ​ເປັນ​ຈຳນວນ​ຫຼາຍທີ່​ສຸດ ​ເຊິ່ງບໍ່​ພຽງ​ແຕ່​ເອົາ​ມາ​ໃຫ້​ຍາດຕິ​ພີ່ນ້ອງ​ເທົ່າ​ນັ້ນ ​ຫາກ​ຍັງ​ໄດ້​ລົງທຶນ​ເຂົ້າ​ໃນ​ຫຼາຍ​ໂຄງການ​​ນຳອີກ. ຕາມ​ສະຖິຕິ, ຈຳນວນ​ເງິນຕາ​ຕ່າງປະ​ເທດ​ທີ່​ຊາວ​ຫວຽດກ່ຽວ​ຝາກ​ມາ​ໃນ​ປະ​ເທດ​ ແຕ່ລະ​ປີ​ໄດ້​​ເພີ່ມ​ຂຶ້ນປະມານ 10% - 15%, ​ແຕ່ 3 ຕື້​ໂດ​ລາ​ສະຫະລັດປີ 2004 ຂຶ້ນ​ເປັນ 7,4 ຕື້​ໂດ​ລາ​ສະຫະລັດປີ 2008; ປີ 2010 ບັນລຸ​ປະມານ 8,4 ຕື້​ໂດ​ລາ​ສະຫະລັດ; ປີ 2011 ​ໄດ້ 9 ຕື້​ໂດ​ລາ​ສະຫະລັດ; ປີ 2012 ​ໄດ້ 10,5 ຕື້​ໂດ​ລາ​ສະຫະລັດ; ປີ 2013 ​ໄດ້​ກວ່າ 11 ຕື້​ໂດ​ລາ​ສະຫະລັດ, ​ແລະປີ 2014 ​ໄດ້​ປະມານ 12 ຕື້​ໂດ​ລາ​ສະຫະລັດ, ທຽບ​ເທົ່າ​ປະມານ 8% ຈີ​ດີ​ພີ, ​ເຮັດ​ໃຫ້​ຫວຽດນາມ​ກາຍ​ເປັນ​ໜຶ່ງ​ໃນ 9 ປະ​ເທດ​ທີ່​ມີ​ພີ່ນ້ອງ​ຮ່ວມ​ຊາດ​ຢູ່​ຕ່າງປະ​ເທດ​ຝາກ​ເງິນຕາ​ຕ່າງປະ​ເທດ​ມາ​ໃນ​ປະ​ເທດ​ຫຼາຍ​ທີ່​ສຸດ(6). ສິ່ງ​ສຳຄັນ​ຄື ​ແຫຼ່ງການ​ເງິນ​ນີ້​ໄດ້​ລົງທຶນ​ຕົ້ນ​ຕໍ່​ເຂົ້າ​ໃນ​ການ​ຜະລິດ ທຸລະ​ກິດ, ຊົດ​ເຊີຍ​ຂາດດຸນ​ການ​ຄ້າ, ຊ່ວຍ​ລົດ​ຜ່ອນ​ຄວາມ​ສ່ຽງ​ໃນ​ການ​ລະດົມ​ທຶນ, ປະກອບສ່ວນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ. ການ​ນຳ​ໃຊ້​ແຫຼ່ງ​ເງິນຕາ​ທີ່​ຊາວ​ຫວຽດນາມ​ຝາກ​ມາ​ຈາກ​ຕ່າງປະ​ເທດ ​ໄດ້​ມີ​ບາດກ້າວ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ​ແລະ ບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງ​ທີ່​ໜ້າ​ຈົດຈຳ, ມີ​ຜົນ​ກະທົບ​ເປັນ​ຢ່າງ​ດີ​ຕໍ່​ເສດຖະກິດ​ຫວຽດນາມ. ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ບັນດາ​ປະ​ເທດ​ທີ່​ມີຊາວ​ຫວຽດນາມ​ດຳລົງ​ຊີວິດ​ຢູ່ ກໍ່​ຖືກ​ຜົນ​ກະທົບ​ບໍ່​ໜ້ອຍ, ​ແຕ່ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດກໍ່​ຍັງປະຢັດ​ຄ່າ​ໃຊ້​ຈ່າຍ ຝາກ​ເງິນ​​ເມືອ​ປະ​ເທດ​ເພື່ອລົງທຶນ ຊ່ວຍ​ເຫຼືອ​ຄອບຄົວ ຍາດຕິ​ພີ່ນ້ອງ, ພ້ອມ​ກັນ​ນັ້ນ​ກໍ່​ຊ່ວຍ​ໃຫ້​ປະ​ເທດ​ມີ​ແຫຼ່ງພະລັງ​ເພີ່ມ​ເຕີມ​ເພື່ອ​ພັດທະນາ. ຍ້ອນ​ແນວ​ນັ້ນ, ຈຳນວນ​ເງິນ​ທີ່​ຊາວ​ຫວຽດກ່ຽວ​ສົ່ງ​ມາ​ໃນ​ປະ​ເທດບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​​ເສດຖະກິດ​ເທົ່າ​ນັ້ນ ​ຫາກ​ຍັງ​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ທາງ​ດ້ານ​ຈິດ​ໃຈ ຄວາມ​ຮັບຜິດຊອບ​ຂອງ​ຊາວ​ຫວຽດກ່ຽວ​ແຕ່ລະຄົນ​ຕໍ່​ກັບປະ​ເທດ​ຊາດ.

ພ້ອມ​ກັບ​ການ​ເຄື່ອງ​ໄຫວ​ຕ່າງໆ​ເທິງ​ນີ້, ວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ​ໄດ້​ເຂົ້າ​ຮ່ວມ​ໃນ​ສັງຄົມ​ປະ​ເທດ​ທີ່​ຕົນ​ອາ​ໄສຢູ່​ນັບ​ມື້​ນັບ​ດີກ​ວ່າ, ຢືນຢັນທີ່ຕັ້ງ​ຂອງ​ຕົນ​ໄດ້ ​ແລະ ມີ​ສ່ວນ​ປະກອບ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ທີ່​ຕົນ​ອາ​ໄສ. ປັດຈຸບັນ ຢູ່​ເຢຍລະ​ມັນ ມີ 8.000 ວິ​ສາ​ຫະກິດ​ຂອງຊາວ​ຫວຽດກ່ຽວ(7). ບັນດາ​ວິ​ສາຫະກິດ​ເຫຼົ່າ​ນີ້​ ເຄື່ອນ​ໄຫວ​ຢ່າງ​ມີປະສິດທິ​ຜົນ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນຫວຽດ ຄົນ​ເຢຍລະ​ມັນ ​ແລະ ​ຄົນ​ຕ່າງປະ​ເທດ​ອື່ນ ​ໄດ້​ເປັນ​ຈຳນວນ​ຫຼາຍ, ​ເຊັ່ນ ສູນ​ການ​ຄ້າ ​ໂດ່​ງຊວນ ຢູ່​ເບີ​ລິນ ​ແລະ ​​ໄລ​ຊິກ, ສູນ​ການ​ຄ້າ​ປາຊີ​ຟິກຢູ່ ​ເບີ​ລິນ, ຫຼາຍ​ສູນ​ການ​ຄ້າ​ຢູ່ ​ເດຣສະ​ເດັນ, ມັກ​ເດ​ບູກ,... ນາຍົກລັດຖະມົນຕີ​ ເຢຍລະ​ມັນ ທ່ານ​ນາງ ອັງ​ເກ​ລາ ​ແມ​ເຄິນ ​ໄດ້​ຕີ​ລາຄາ​ວ່າ ວົງ​ຄະນະຍາດ​ຊາວ​ຫວຽດນາມ​​ໄດ້​ເຂົ້າ​ຮ່ວມຢ່າງ​ສຳ​ເລັດ​ຜົນ​ ໃນ​ສັງຄົມ​ເຢຍລະ​ມັນ ​ແລະ​ເວົ້າ​ວ່າ ​ລັດຖະບານ​ເຢຍລະ​ມັນຈະ​ສືບ​ຕໍ່ອຳນວຍ​ຄວາມ​ສະດວກ ​ໃຫ້​ຊາວ​ຫວຽດນາມ​ດຳລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ເປັນ​ປົກກະຕິ, ປະກອບສ່ວນອັນ​ຕັ້ງໜ້າ​ ເຂົ້າ​ໃນ​ວິວັດ​ການພັດທະນາ ​ແລະ ຄວາມ​ຈະ​ເລີ​ນວັດທະນາ​ຖາວອນ​ຂອງ​ປະ​ເທດ​ເຢຍລະ​ມັນ. ວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ອັງກິດ ​ແມ່ນ​ວົງ​ຄະນາ​ຍາດ​ທີ່​ຍັງໜຸ່ມ ​ແຕ່​ກໍ່​ຖືກ​ຕີ​ລາຄາ​ວ່າ​ໄດ້​ເຂົ້ນຮ່ວມ​ໃນ​ສັງ​ຄົງ​ອັງ​ກິດ​ຢ່າງ​ໄວ, ​ໄດ້​ປະກົດ​ມີ​ບາງ​ຄຸ້ມ​ການ​ຄ້າ​ຂອງ​ຊາວ​ຫວຽດນາມ​ຢູ່​ອັງ​ກິດ, ຫຼາຍ​ຄົນ​​ກໍ່ໄດ້​ກັບ​ມາ​ລົງທຶນ​ຢູ່​ໃນ​ປະ​ເທດ​ຫວຽດນາມ(8).

ວັນ​ທີ 3 ກໍລະກົດ 2013, ລັດຖະບານສາທາລະນະ​ລັດ​ແຊັກ ​ໄດ້​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ ວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ສາທາລະນະ​ລັດ​ແຊັກ ​ເປັນຊົນ​ເຜົ່າສ່ວນ​ໜ້ອຍ​ທີ 14 ຂອງ​ແຊັກ. ນີ້​ແມ່ນ​ເຫດການ​ທີ່​ສຳຄັນ, ສະ​ແດງ​ເຖິງ​ຄວາ​ມ​ເອົາ​ໃຈ​ໃສ່ ຕີ​ລາຄາ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຊັກ ຕໍ່​ກັບ​ຄົນ​ສັນຊາດ​ແຊັກ​ເຊື້ອ​ຊາດ​ຫວຽດນາມ ​ແລະ ກວ້າງ​ກວ່າ​ແມ່ນ​ຕໍ່​ກັບວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ສາທາລະນະ​ລັດ​ແຊັກ, ຍ້ອນ​ການ​ເຂົ້າ​ຮ່ວມ ​ແລະ ການ​ປະກອບສ່ວນ​ຂອງກຸ່ມ​ຄົນ​ນີ້​ໃຫ້​ສັງຄົມ​ແຊັກ. ຕົວຢ່າງ ສະ​ເພາະ​ຢູ່​ນະຄອນຫຼວງ ປຣາຮາ ​ໄດ້​ມີ 5.000 ຮ້າຍ​ຂາຍ​ຜັກ-​ເຄື່ອງອາຫານ, 100 ຮ້ານອາຫານ​ ພັດຕາ​ຄານ​ ຂອງ​ຊາວ​ຫວຽດກ່ຽວ. ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ແມ່ນ ​ເຄື່ອງ​ປາ​ອາຫານ​ທີ່​ຂາຍ​ຢູ່​ນັ້ນ ສ່ວນ​ຫຼາຍ​ແມ່ນ​ໄດ້​ປູກ​ແລະລ້ຽງຢູ່​ຕາມ​ຟາ​ມຕ່າງໆ ​ຂອງຊາວ​ຫວຽດນາມ ​ໃນ​ດິນ​ແດນ​ແຊັກ. ຊາວ​ຫວຽດນາມ​ບໍ່​ພຽງ​ແຕ່​ທຳ​ການ​ຄ້າຂາຍ​ເທົ່າ​ນັ້ນ ​ຫາກ​ຍັງ​ໄດ້​ຜະລິດ​ຜະລິດ​ຕະພັນ​ໃຫ້​ສັງຄົມ(9).

ລັດຖະບານ​ໄທ​ກໍ່​ຢັ້ງຢືນ​ວ່າ ​ຊາວ​ຫວຽດນາມທີ່​ດຳລົງ​ຊີວິດ​ຢູ່​ປະ​ເທດ​ໄທ ສ່ວນ​ຫຼາຍ​ແມ່ນ​ປັດ​ໃຈ​ຕັ້ງໜ້າ ປະກອບສ່ວນ​ຊຸກຍູ້​ຄວາມ​ພົວພັນ​ມິດຕະພາບ ການ​ຮ່ວມ​ມື​ລະ​ຫວ່າ​ງສອງ​ປະ​ເທດ; ລັດຖະບານ​ໄທ​ຈະ​ໃຫ້​ຄວາມ​ຊ່ວຍ​​ເຫຼື​ອ ​ແລະ ​ອຳນວຍ​ຄວາມ​ສະດວກ ​ໃຫ້​ຊາວ​ຫວຽດນາມ​ສືບ​ຕໍ່ດຳລົງ​ຊີວິດ ​ທຳ​ມາ​ຫາ​ກິນ ​ແລະ ປະກອບສ່ວນ​ອັນ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ພົວພັນ​ມິດຕະພາບ ການ​ຮ່ວມ​ມື​ໄທ - ຫວຽດນາມ. ວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ຊູ​​ແອດ ສະ​ວິດ ອົດ​ສະຕຣາລີ​ ແມ່ນ​ວົງ​ຄະນະຍາດ​ທີ່​ມີ​ຄວາມ​ສາມັກຄີດີ, ສ່ວນ​ຫຼາຍ​ໄດ້​ດຳລົງ​ຊີວິດ​ຢ່າງ​ເປັນ​ປົກ​ກະຕະ, ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມ​ງວດ ​ແລະ ​ເຂົ້າຮ່ວມຢ່າງ​ເລິກ​ເຊິ່ງ​ໃນ​ສັງຄົມ​ປະ​ເທດ​ທີ່​ຕົນ​ອາ​ໃສ.

ປັດ​ຈຸ​ບັນ, ຢູ່​ເກືອບ​ທຸກ​ປະ​ເທດ​ທີ່​ມີ​ຊາວ​ຫວຽດນາມ​ຕ່າງ​ດ້າວ ​ລ້ວນ​ແຕ່​ມີ​ອົງການຈັດ​ຕັ້ງ ສະມາ​ຄົນ​ຂອງ​ຊາວ​ຫວຽດນາມ. ​ເຖິງ​ວ່າ​ຈະ​ຈັດ​ຕັ້ງ​ຂຶ້ນ​ໃນ​ສະພາບ​ການ​ໃດ, ​ເຄື່ອນ​ໄຫວ​ພາຍ​ໃຕ້​ຮູບ​ການ​ໃດ, ບັນດາ​ອົງການ​ຈັດ​ຕັ້ງ​ເຫຼົ່ານີ້ກໍ່​ໄດ້​ເຊີດ​ຊູ​ຈິດ​ໃຈ​ສາມັກຄີ ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ ສ້າງ​ຄວາມ​ຜູກ​ພັນ​ສະໜິດ​ແໜ້ນລະຫວ່າງ​ຊາວ​ຫວຽດກ່ຽວ ​ກັບປະ​ເທດຊາດ ບ້ານ​ເກີດ​ເມືອງ​ນອນ. ​​ໃນ​ຈຳນວນນັ້ນ ​ບັນດາ​ສະມາ​ຄົນ​ນັກ​ວິ​ສາ​ຫະກິດ ນັກທຸລະກິດ​ຂອງ​ຊາວ​ຫວຽດນາມມີ​ບົບບາດ​ສຳຄັນ. ນອກຈາກ​ການ​ຊ່ວຍ​ເຫຼືອ​ກັນ​ຂຸດ​ຄົ້ນ ສວຍ​ໃຊ້​ໂອກາດ​ເພື່ອ​ຜະລິດ ທຸລະ​ກິດ​ໃນ​ຕະຫຼາດ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ເຫຼົ່າ​ນີ້​ຍັງ​ຊຸກຍູ້​ການ​ພົວພັນລະຫວ່າງ​ວິ​ສາ​ຫາ​ກິດ​ຫວຽດນາມ​ຢູ່​ຕ່າງປະ​ເທດ ກັບ​ໃນ​ປະ​ເທດ, ​ເພີ່ມ​ທະວີ​ການ​ສົນທະນາ​ລະຫວ່າງ​ອົງການ​ຄຸ້ມ​ຄອງ​ລັດ​ ກັບ​ນັກທຸ​ລະ​ກິດຊາວ​ຫວຽດກ່ຽວ.

​ເຖິງ​ວ່າບັນດາຕົວ​ເລດ​ເທິງ​ນີ້ຍັງ​ບໍ່​ທັນ​ຄົບ​ຖ້ວນ​ກໍ​ຕາມ ​ແຕ່​ກໍ່​ໄດ້​​ໃຫ້​ເຫັນ​ເຖິງ​ກຳລັງ​ບົ່ມ​ຊ້ອນ​ຂອງວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ກໍ່​ຄື​ການ​ປະກອບ​ສ່ວນ​ຂອງ​ເຂົາ​ໃຫ້​ບ້ານ​ເກີດ​ເມືອງ​ນອນ ​ແລະ ​ໃຫ້​ປະ​ເທດ​ເຈົ້າພາບ ​ເຊິ່ງ​ແມ່ນ​ສ່ວນ​ປະກອບ​ທີ່​ໃຫຍ່​ຫຼວງ. ບັນຫາ​ວາງ​ອອກ​ມາ​ກໍ່​ຄື, ຖ້າ​ຫາກ​ພວກ​ເຮົາ​ດຶງ​ດູດ​ກຳລັງ​ຫວຽດກ່ຽວ ​ແລະ ວິ​ສາ​ຫະກິດ​ເຫຼົ່າ​ນັ້ນ​ໄດ້ ​ເພື່ອ​ປະກອບສ່ວນ​ຫຼາຍ​ກວ່າ​ອີກ ​ໃຫ້​ແກ່​ປະ​ເທດ​ຊາດ ກໍ່​ຈະ​ນັບ​ເປັນ​​ແຫຼ່ງພະລັງ​ອັນ​ໃຫຍ່​ຫຼວງ.

ວຽກ​ງານ​ຕໍ່​ກັບຊາວ​ຫວຽດນາມຢູ່​ຕ່າງປະ​ເທດ: ຄວາມ​ມານະ​ພະຍາຍາມ ​ແລະ ບັນຫາ​ທີ່​ວາງ​ອອກ​ມາ

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ວຽກ​ງານ​ຕໍ່​ກັບ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ຕັ້ງໜ້າ ​ແລະ ບັນລຸ​​ຜົນສຳ​ເລັດ​ໄດ້​ຫຼາຍ​ພໍປະມານ. ​ເພື່ອຢືນຢັນ​ບົດບາດ​ທີ່​ຕັ້ງ​ຂອງວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ, ກໍ່​ຄື​ສ້າງ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ ໃນ​ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ, ລັດຖະບານ​ຫວຽດນາມ​ໄດ້​ປະກາດ​ໃຊ້​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຫຼາຍ​ສະບັບ ​ແລະ ນັບ​ມື້​ນັບ​ອຳນວຍ​ຄວາມ​ສະດວກ​ໃຫ້​ພີ່ນ້ອງ​ຊາວ​ຫວຽດກ່ຽວ. ​ນະ​ໂຍບາຍກ່ຽວກັບ​ຄົນ​ຜ່ານ​ດ່ານ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ກົດໝາຍ​ວ່າ​ດ້ວຍ​ສັນຊາດ, ນະ​ໂຍບາຍ​ກຳມະສິດ​ອະສັງຫາລິມະ​ຊັບ,…​ໄດ້​ອຳ​ນວຍຄວາມ​ສະດວກ​ໃຫ້ຊາວ​ຫວຽດກ່ຽວ​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ, ປະກອບສ່ວນ​ສະຕິ​ປັນຍາ ກຳລັງວັງຊາ​ ໃຫ້​ແກ່​ການ​ສ້າງສາ​ພັດທະນາ​ປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ທາງ​ດ້ານ​ເສດຖະກິດ, ຫວຽດນາມ​ຕັ້ງ​ແຜນ​ຈະ​ປັບປຸງ​ບູລະນະ ​ແລະ ກໍ່ສ້າງ​ໃໝ່ບັນດາ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ ການ​ທຸລະ​ກິດ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ​ໃນ​ການ​ບໍລິການ ​ເປີດ​ກວ້າງ​ການຈຳໜ່າຍ​ສິນຄ້າ​ຫວຽດນາມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລົງທຶນ​ກັບ​ຕ່າງປະ​ເທດ. ການ​ສ້າງ​ຕັ້ງ​ສະຫະ​ສະ​ມາ​ຄົມ​ນັກ​ວິ​ສາ​ຫະກິດຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດຂຶ້ນ​ມາ​ນັ້ນ ​ແມ່ນ​ຫຼັກ​ໝາຍ​ອັນ​ສຳຄັນ​ໃນ​ການ​ເຕົ້າ​ໂຮມ ​ເຊື່ອມ​ສຳພັນ​ກຳລັງ​ແຮງ​ຂອງ​ບັນດາ​ວິສາ​ຫະກິດ​ຫວຽດນາມ​ໃນ​ໂລກ. ຄຽງ​ຂ້າງ​ການ​ແນະນຳ ຊ່ວຍ​ເຫຼືອ​ການ​ເຄື່ອນ​ໄຫວ​ຂອງ​ສະຫະ​ສະມາຄົມ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ​ໄດ້​ຊີ້​ນຳ ​ແນະນຳ ຊ່ວຍ​ໜູນ​ການ​ເຄື່ອນ​ໄຫວ​ຂອງສະມາຄົມ​ນັກທຸລະກິດ​ຫຼາຍ​ແຫ່ງ; ​ໃຫ້​ຄຳ​ປຶກສາ ຊ່ວຍ​ແກ້​ຂໍ້ຄົງຄ້າງ​ຂອງ​ບຸກຄົນ ​ແລະ ຂອງສະມາຊິກ​ສະມາຄົມ​ຫຼາຍ​ຄົນ, ຂົນຂວາຍ​ຊາວ​ຫວຽດກ່ຽວ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ການ​ທູດ​ເສດຖະກິດ; ​ໂຄສະນາ ​ແນະນຳ​​ຊ່ວຍຊາວ​ຫວຽດກ່ຽວ​ທີ່ເຮັດ​ວຽກ​ໃນ​ຂົງ​ເຂດ​ການ​ຄ້າ ການ​ບໍລິການ; ​ເຂົ້າ​ຮ່ວມການ​ຂົນຂວາຍ “ຄົນ​ຫວຽດນາມ​ນິຍົມ​ໃຊ້​ສິນຄ້າ​ຫວຽດນາມ”. ​ໂຄງການ “ພົບ​ປະ​ນັກ​ວິ​ສາ​ຫະກິດ” ​ໄດ້​ເພີ່ມ​ທະວີ​ການ​ຂົນຂວາຍ ​ແລະ ​ເຊື່ອນ​ຕໍ່​ນັກທຸລະກິດຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ກັບ​ນັກທຸລະ​ກິດ​ໃນ​ປະ​ເທດ, ພ້ອມ​ກັນ​ແບ່ງປັນ​ບົດຮຽນ ຊອກ​ຫາ​ຄູ່​ຮ່ວມມືຜູ້​ຫຸ້ນ​ສ່ວນ​ໃນ​ການ​ເຄື່ອນ​ໄຫວ​ລົງທຶນ ຜະລິດ ທຸລະ​ກິດ ​ເພື່ອ​ຂຸດ​ຄົ້ນ​ ສວຍ​ໃຊ້​ໂອກາດທຳ​ການ​ຜະລິດ​ທຸລະ​ກິດ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ ​ໃຫ້​ໄດ້ດີ​ທີ່​ສຸດ.

ນອກ​ນັ້ນ, ວຽກ​ງານ​ສື່​ຂ່າວ ວັດທະນະທຳ​ການ​ຕ່າງປະ​ເທດ​ ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າ. ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ​ໄດ້​ເປັນ​ປະທານ ຈັດ​ຕັ້ງ​ການ​ປະຊຸມນັກຂ່າວ​ ຢ່າງ​ເປັນ​ປະຈຳ ​ເພື່ອ​ສື່​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ. ການ​ເຄື່ອນ​ໄຫວ​ຂອງ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ​ ໄດ້​ຮັບ​ການເພີ່ມ​ທະວີ ດ້ວຍ​ຫຼາຍ​ຮູບ​ການ​ທີ່​ອຸດົມສົມບູນ, ຄື ຈັດ​ພິທີ​ນະມັດສະການ​ປູຊະນີຍະ​ກະສັດ ຮຸ່ງ​ເວື​ອງ, ​ເຄື່ອນ​ໄຫວ​ໃນ​​ໂອ​ກາດ​ວັນ​ບຸນມະ​ໂຫລານ, ຕັ້ງຄ້າຍພັກ​​ແລ້ງ. ລັດ​ຫວຽດນາມໄດ້​ອຳນວຍ​ຄວາມ​ສະ​ກວດ ຊ່ວຍ​ເຫຼືອ​ນັກວິທະຍາ​ສາດຊາວ​ຫວຽດກ່ຽວ​ ໃນ​ການຈັດ​ຕັ້ງ​ສຳ​ມະ​ນາ​ວິທະຍາສາດ​ສະ​ເພາະ​ຂະ​ແໜງ, ​ເຊັ່ນ ​ສຳ​ມະ​ນາ​ຟີ​ຊິກ​ວິທະຍາ​ສາຂາ​ນາ​​ໂນ ຢູ່​ແຂວງ​ກວ໋າງນິງ (ປີ 2012), ສຳ​ມະ​ນາ​ຟີ​ຊິກ​ວິທະຍາດາ​ລາ​ສາດ ຢູ່​ແຂວງ​ບິ່ງ​ດິ້ງ (ປີ 2013).

ພິ​ເສດ, ມະຕິ​ສະບັບ​ທີ 36/NQ-TW, ວັນ​ທີ 26 ມີນາ 2004, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ວ່າ​ດ້ວຍວຽກ​ງານ​ຕໍ່​ກັບ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ຊາບ​ຊືມ ຊຶ່ງ​ໄດ້​ສ້າງ​ບາດກ້າວ​ບຸກທະລຸ​ໃໝ່​ໃນ​ວຽກ​ງານ​ຕໍ່​ກັບຊາວຫວຽດກ່ຽວ. ລະບົບ​ຂອບ​ກົດໝາຍ ​ແລະ ນະ​ໂຍບາຍ​ທີ່ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໃນ​ເບື້ອງ​ຕົ້ນນັ້ນ ​ໄດ້​ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ ຂອງຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ, ສ້າງ​ເງື່ອນ​ໄຂ​ອັນ​ສະດວກ​ ໃຫ້​ຊາວ​ຫວຽດກ່ຽວ​ອຸ່ນ​ອຽນ​ໃຈ ​ກັບ​ເມືອ​ປະກອບສ່ວນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ.

ເຖິງ​ວ່າ​ລັດຖະບານ​ຫວຽດນາມ ​ກໍ່​ຄືວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ກຳລັງ​ແຮງ​ປະກອບສ່ວນສ້າງສາ​ພັດທະນາ​ປະ​ເທດ​ກໍ່ຕາມ ​ແຕ່​ໃນ​ພາກ​ຕົວ​ຈິງ, ວຽກ​ງານ​ນີ້​ຍັງ​ມີ​ຂໍ້​ຈຳກັດ ສິ່ງ​ຄົງ​ຄ້າງ​ທີ່​ແນ່ນອນ ​ເຊິ່ງສະ​ແດງ​ອອກ​ໃນ​ດ້ານ​ຕ່າງໆ​ລຸ່ມ​ນີ້:

ທີ​ໜຶ່ງ, ການ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ຍັງ​ຊັກ​ຊ້າ, ມີ​ປະສິດທິຜົນ​ໜ້ອຍ. ບັນດາ​ກົນ​ໄກ​ແລກປ່ຽນ​ເອກະສານ, ຂໍ້​ກຳນົດ​ກົດໝາຍ, ລະບຽບ​ການ​ບໍລິຫານ ຍັງ​ຫຍຸ້ງ​ເຫຍືອງ ​ແລະ ມີ​ການ​ປ່ຽນ​ແປງ​ເລື້ອຍ ອັນ​ໄດ້ກໍ່​ຄວາມ​ຫຍຸ້ງຍາກ​ ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຢູ່​ໃນ​ປະ​ເທດຂອງ​ຊາວ​ຫວຽດກ່ຽວ. ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຂອງ​ລັດຖະບານ​ຫວຽດນາມ​ໄດ້​ອຳນວຍ​ຄວາມ​ສະດວກ​ ແຕ່​ເມື່​ອລົງ​ເຖິງ​ທ້ອງ​ຖິ່ນ ​ເຊິ່ງ​ເປັນ​ບ່ອນ​ທີ່​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ພັດ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ນັກ​ວິ​ສາ​ຫະກິດຊາວ​ຫວຽດກ່ຽວຫຼາຍ​ຄົນ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ ຊ່ວຍ​​ເຫຼືອ​ຈາກ​ແຂ​ວງ ພະ​ແນ​ກການ, ​ແຕ່​ພະນັກງານ​​ປະຕິບັດ​ງານ​ພັດແກ້​ໄຂ​ວຽກ​ງານ​ຢ່າງ​ຊັກ​ຊ້າ ມີ​ລັກສະນະ​ກີດຂວາງໂຄງການ. ຊ້ຳ​ບໍ່​ໜຳ ຍັງ​ມີ​ການຈຳ​ແນ​ກການປະພຶດ ລະຫວ່າງ​ວິ​ສາ​ຫະກິດທີ່​ມີ​ການ​ລົງທຶນ 100% ຈາກ​ຕ່າງປະ​ເທດ ກັບ​ວິ​ສາ​ຫະກິດ​ໃນ​ປະ​ເທດ. ດ້ວຍ​ເຫດ​ນັ້ນ, ພີ່ນ້ອງ​ຊາວ​ຫວຽດກ່ຽວ​ສ່ວນ​ຫຼາຍ​ຢາກ​ໃຫ້​ລັດຖະບານ​ສືບ​ຕໍ່​ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ສ້າງ​ເງື່ອນ​ໄຂ​ໃຫ້​ມີ​ຄວາມ​ປອດ​ໂປ່​ງ ​ແລະ ສະດວກ​ດີກ​ວ່າ​ອີກ​ ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລົງທຶນ ທຳ​ການ​ທຸລະ​ກິດ​ຂອງ​ຊາວ​ຫວຽດກ່ຽວ.

ທີ​ສອງ, ປະສິດທິ​ຜົນ​ໃນ​ການ​ດຶງ​ດູດ​ພູມ​ປັນຍາ​ຍັງ​ບໍ່​ທັນ​ສູງ. ​ໃນ​ກົນ​ໄກ, ວິທີ​ແກ້​ໄຂ​ແນ​ໃສ່​ດຶງ​ດູດ​ພູມ​ປັນຍາ​ຂອງ​ຖັນ​ແຖວ​ປັນຍາ​ຊົນຊາວ​ຫວຽດກ່ຽວ ຍັງມີ​ຄວາມ​ຫຍຸ້ງຍາກ, ສິ່ງ​ຄົງ​ຄ້າງຢູ່. ປັດຈຸບັນ, ຈຳນວນ​ປັນຍາ​ຊົນ​ກັບ​ມາ​ເຮັດ​ວຽກ​ຢູ່​ໃນ​ປະ​ເທດ​ໃນ​ແຕ່ລະ​ປີ​ຍັງ​ໜ້ອຍ​ໂພດ. ​ໂຄງການ​ດຶງ​ດູດປັນຍາ​ຊົນ​ເມືອ​ປະ​ເທດ​ຍັງ​ບໍ່​ໄດ້​ຮັບການບູລະນະ. ຜູ້ຊ່ຽວຊານ​ຫຼາຍ​ຄົນ​ທີ່​ກຳລັງ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ດ້ວຍ​ເງິນ​ເດືອນ​ສູງ ​ໄດ້​ກຽມ​ຄວາມ​ພ້ອມ​ກັບ​ເມືອ​ປະ​ເທດ​ເຮັດ​ວຽກ ປະກອບ​ສະຕິ​ປັນຍາ​ຂອງ​ຕົນ ດ້ວຍ​ລະດັບ​ເງິນ​ເດືອນພຽງ​ເຄິ່ງໜຶ່ງ​ເທົ່າ​ນັ້ນ,​ແຕ່​ຫວຽດນາມ​ກໍບໍ່​ທັນ​ຕອບ​ສະໜອງ​ໄດ້​. ດ້ານ​ອື່ນ, ລະຫວ່າງ​ປັນຍາ​ຊົນ​ໃນ​ປະ​ເທດ ​ແລະ ປັນຍາ​ຊົນ​ຢູ່​ຕ່າງປະ​ເທດກໍມີ​ບາງ​ຈຸດ​ທີ່​ຍັງ​ບໍ່​ເປັນ​ເອກະ​ພາບ. ​ໃນການ​ຮັບ​ເອົາ​ຄວາມ​ເຫັນ​ປະກອບສ່ວນ​ຂອງ​ນັກວິທະຍາສາດ ຜູ້​ຊ່ຽວຊານ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດນັ້ນ ​ບັນດາ​ສຳນັກງານ​ອົງການ​ໃນ​ປະ​ເທດ ກໍ​ຍັງ​ບໍ່​ທັນ​ເຮັດ​ຢ່າງ​ສຸດ​ໃຈ​ເພື່ອ​ຜົນ​ປະ​ໂຫຍ​ດລວມ​ເທື່ອ (10). ບາງ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນ​ຍັງ​ບໍ່​ທັນ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ​ແລະ ​ເອົາ​ໃຈ​ໃສ່​ຢ່າງ​ຖືກ​ລະດັບ ​ເຖິງ​ການດຶງ​ດູດ​ປັນຍາ​ຊົນ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​​ໃຫ້ປັນຍາ​ຊົນ ຜູ້​ຊ່ຽວຊານກັບ​ມາເຄື່ອນ​ໄຫວຢູ່​ໃນປະ​ເທດ​. ບາງ​ແຫ່ງ​ໄດ້​ໜັກໄປທາງ​ດ້ານ​ຂຸດ​ຄົ້ນ​ຄວາມ​ສາມາ​ດດ້ານ​ເສດ​ຖະກິດ​ຂອງ​ນັກ​ວິ​ສາ​ຫະກິດຊາວ​ຫວຽດກ່ຽວ ຫຼາຍ​ກວ່າ​ທາງ​ດ້ານ​ແຫຼ່ງພະລັງ​ສະຕິ​ປັນຍາຂອງ​ເຂົາ.

ທີ​ສາມ, ບັນດາ​ວິ​ສາ​ຫະກິດ​ຂອງຊາວ​ຫວຽດກ່ຽວ​ເຄື່ອນ​ໄຫວ​ຍັງ​ບໍ່​ທັນ​ເປັນ​ເອກະ​ພາບ​ເໝືອນ​ດັງ​ອົງການ​ຈັດ​ຕັ້ງ​ໜຶ່ງ, ການ​​ເຄື່ອນ​ໄຫ​ວກໍ່​ກະ​ແຈກ​ກະ​ຈ່າຍ ​ແລະ ຍັງບໍ່ມີ​ຄວາມ​ສາມັກຄີ. ສະມາຄົມ​ອາຊີບ​ຫຼາຍ​ແຫ່ງ​ຍັງ​ຊັກ​ຊ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ເຄື່ອນ​ໄຫວ. ສະຖານະ​ນິຕິ​ກຳ​ຂອງ​ຊາວ​ຫວຽດກ່ຽວຢູ່​ຫຼາຍ​ປະ​ເທດ​ຍັງ​ເລື່ອນ​ລອຍ.

​ເພື່ອ​ເສີມ​ຂະຫຍາຍ​ແຫຼ່ງພະລັງ ​ຂອງວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ​ໃຫ້​ດີກ​ວ່າ​ອີກ

ພາຍຫຼັງ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສະບັບ​ທີ 36/NQ-TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ວຽກ​ງານ​ຕໍ່​ກັບ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ​ໄດ້​ໃຫ້​ເຫັນ​ປະສິດທິ​ຜົນ​ເບື້ອງ​ຕົ້ນ, ​ແຕ່​ກໍ່​ເຫັນ​ຂໍ້​ຂາດ​ຕົກ​ບົກພ່ອງ​ທີ່​ຕ້ອງ​ແກ້​ໄຂ​ຜ່ານ​ຜ່າ. ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າຂໍ້​ຈຳກັດ​ທີ່​ກ່າວ​ມາ​ເທິງ​ນີ້ ຕ້ອງ​ປະຕິບັດວິທີ​ແກ້​ຈຳນວນ​ໜຶ່ງ​ລຸ່ມ​ນີ້​ໃຫ້​ດີ:

ທີ​ໜຶ່ງ, ຕ້ອງ​ຢືນຢັນ​ວ່າ, ຫວຽດນາມ​ບໍ່​ພຽງ​ແຕ່​ມີ​ຄວາມ​ປະສົງ​ໃຫ້ຊາວ​ຫວຽດກ່ຽວຢູ່​ເຢັນ​ເປັນ​ປົກກະຕິ ​ແລະ ຂະຫຍາຍຕົວ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ທີ​ສອງ​ເທົ່າ​ນັ້ນ, ຫາກ​ຍັງ​ມຸ່ງ​ຫວັງ​ໃຫ້​ພີ່ນ້ອງ​ຊາວ​ຫວຽດກ່ຽວຫັນ​ມາ​ຫາ​ປະ​ທດຊາດ​ ເຊື້ອ​ຊາດ​ຫວຽດ​ນຳອີກ. ມີ​ຄວາມ​ປະສົງ​ເສີມ​ຂະຫຍາຍ​ແຫຼ່ງພະລັງ​ຂອງຊາວ​ຫວຽດກ່ຽວ ​ເພື່ອ​ໃຫ້​ແຫຼ່ງພະລັງ​ດັ່ງ​ກ່າວນັ້ນນັບ​ມື້​ນັບ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ ​ແລະ ​ໄດ້​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ, ນອກຈາກ​ວຽກ​ງານ​ທີ່​ໄດ້​ເຮັດ​ແລ້ວ, ພວກ​ເຮົາ​ຕ້ອງ​ສະ​ແດງ​ອອກ​ໃຫ້​ເຫັນ​ແຈ້ງ​ກວ່າ​ອີກ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ-ລັດ ​ຕໍ່​ກັບວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ. ພ້ອມ​ກັນ​ນັ້ນ ຕ້ອງ​ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ ຄວາມ​ມຸ່ງ​ມາດ​ປາຖະໜາ ​ຂອງຊາວ​ຫວຽດກ່ຽວ ​ເພື່ອ​ວາງ​ກຳນົດ​ກົນ​ໄກ​ນະ​ໂຍບາຍ, ມີ​ບາດກ້າວ​ປະຕິບັດ​ທີ່​ຖືກຕ້ອງ ຊັດ​ເຈນ ​ເໝາະ​ສົມ​ກວ່າ​ອີກ.

ທີ​ສອງ, ກໍ່ສ້າງ​ແຜນ​ການ ​ແລະ ການ​ເງິນ ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ຊາວ​ຫວຽດນາມ​ທີ່ພວມ​ທຸລະ​ກິດ​ຢູ່​ປະ​ເທດຕ່າງໆ​ໃນ​ໂລກ, ຈັດ​ຕັ້ງ​ການ​ຝຶກ​ອົບຮົມ​ຄວາມ​ຮູ້​ກ່ຽວ​ກັບ​ການບໍລິຫານທຸລະ​ກິດ ​ແລະ ສົ່ງ​ເສີມ​ການ​ຄ້າ-ການທ່ອງທ່ຽວ, ນະ​ໂຍບາຍ​ບຸລິມະສິດ​ລົງທຶນ​ຂອງ​ລັດ. ສົ່ງ​ເສີມ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ໃນ​ປະ​ເທດ​ ເຊັນ​ສັນຍາ​ກັບ ​ວິ​ສາ​ຫະກິດ​ຂອງຊາວ​ຫວຽດນາມຢູ່​ຕ່າງປະ​ເທດ. ຈຳ​ເປັນ​ຕ້ອງ​ມີ​ນະ​ໂຍບາຍ​ສົ່ງ​ເສີມການ​ລົງທຶນ ສຳລັບບັນດາ​ວິ​ສາຫະກິດຂອງ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ​ເພື່ອ​ໃຫ້​ເຂົາ​ພັດທະນາ​ແບບ​ຍືນ​ຍົງ, ​ເປັນ “​ແນວ​ໜ້າ” ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເສດຖະກິດ​ຂອງ​ຫວຽດນາມກັບປະ​ເທດ​​ເຈົ້າພາບ.

ທີ​ສາມ, ຄົ້ນຄວ້າ, ນຳ​ໃຊ້​ແຫຼ່ງພະລັງ​ຂອງຊາວ​ຫວຽດກ່ຽວ ​ໃນ​ບົດບາດ​ເຮັດ​ການ​ຕະຫຼາດ​ໃຫ້​ຜະລິດ​ຕະພັນ​ຂອງ​ຫວຽດນາມ, ສ້າງ​ເປັນ​ເຄືອ​ຂ່າຍ​ສື່​ຂ່າວ​ ລະຫວ່າງບັນດາ​ພື້ນຖານ​ການ​ຜະລິດ​ຢູ່​ໃນ​ປະ​ເທດ ​ແລະ ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ. ຍ້ອງຍໍຊົມ​ເຊີຍ ລະດົມ​ກຳລັງ​ໃຈ​ຢ່າງ​ທັນ​ການ ຕໍ່​ວິ​ສາ​ຫະກິດ ນັກທຸລະກິດຊາວ​ຫວຽດກ່ຽວທີ່​ດີ​ເດັ່ນ ມີ​ການ​ປະກອບສ່ວນ​ຫຼາຍຢ່າງ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ປະ​ເທດ​ເຈົ້າພາບ.

ທີ​ສີ່, ມີ​ນະ​ໂຍບາຍ​ໃໝ່ ທີ່​ມີ​ລັກສະນະ​ບຸກທະ​ລຸ ​ເພື່ອ​ດຶງ​ດູດຜູ້​ຊ່ຽວຊານ ປັນຍາ​ຊົນຊາວ​ຫວຽດກ່ຽວກັບ​ເມືອ​ປະ​ເທດ. ພ້ອມ​ກັນ​ນັ້ນ, ຈຳ​ເປັນ​ຕ້ອງ​ມີບັນດາ​ອົງການ​ຈັດ​ຕັ້ງ​ຫົວ​ຂອດ ​ເພື່ອ​ເຕົ້າ​ໂຮມ​ແລະ​ຊ່ວຍ​ໜູນ​ໃຫ້​ກຳລັງ​ນີ້. ບັນດາ​ກະຊວງ ຂະ​ແໜງ​ການ ກໍ່​ຕ້ອງ​ສ້າງ​ຕັ້ງ​ໜ່ວຍ​ຜູ້​ຊ່ຽວຊານ​ປັນຍາ​ຊົນ​ນຳ​ໜ້າ​ ​ໃນ​ບັນດາ​ຂົງ​ເຂດ​ທີ່​ສຳຄັນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຂ່າວສານ​ ລະຫວ່າງບັນດາ​ນັກວິທະຍາສາດ​ຢູ່​ໃນ ​ແລະ ຕ່າງປະ​ເທດ. ລັດ​ຕ້ອງ​ເອົາ​ໃຈ​ໃສ່ ສ້າງ​ເງື່ອນ​ໄຂ​ ອຳນວຍ​ຄວາມ​ສະດວກ​ໃຫ້​ເຂົາ​ປະກອບສ່ວນ ​ໂດຍ​ຜ່ານ​ບັນດາ​ໂຄງການ​ຮ່ວມ​ມື​ສິດສອນ ຄົ້ນຄວ້າ​ວິທະຍາສາດ ຖ່າຍ​ທອດມອບ​ໂອນ​ເຕັກ​ໂນ​​ໂລ​ຊີ ກໍ່​ຄື​ແລກປ່ຽນ ຕິດ​ຕໍ່​ພົວພັນ​ລະຫວ່າງ​ນັກວິທະຍາ​ສາດ ຜູ້​ຊ່ຽວຊານ ​ຢູ່​ໃນ​ປະ​ເທດ ​ແລະ​ ຕ່າງປະ​ເທດ.

ທີ​ຫ້າ, ຍູ້​ແຮງ​ການ​ເຈລະຈາ ລົງ​ນາມ​ໃນບັນດາ​ສັນຍາ ​ແລະ ຂໍ້​ຕົກລົງ​ທະວິ​ພາຄີ, ພະຫຸ​ພາຄີ ​ກັບ​ບັນດາ​ປະ​ເທດ​ທີ່​ມີ​ຊາວ​ຫວຽດນາມ​ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼາຍ, ​ແນ​ໃສ່​ຊ່ວຍ​ໃຫ້​ຊາວ​ຫວຽດກ່ຽວ​ມີ​ຖານະ​ນິຕິ​ທຳ​ເປັນ​ປົດ​ກະຕິ ​ເພື່ອ​ຮັບປະກັນ​ໃຫ້​ເຂົາ​ມີ​ຊີວິດ​ການ​ເປັນ​ຢູ່​ຍາວ​ນານ​ຢູ່​ບ່ອນ​ອາ​ໃສ.

ທີ​ຫົກ, ມີ​ຮູບ​ການ​ສົ່ງ​ເສີມ ​ລະດົມ​ກຳລັງ​ໃຈ​ໃຫ້​ວົງ​ຄະນາ​ຍາດຊາວ​ຫວຽດກ່ຽວ​ເຂົ້າ​ຮ່ວມ​ໃນ​ສັງຄົມ​ປະ​ເທດທີ່​ຕົນ​ອາ​ໃສ ​ເພື່ອ​ດຳລົງ​ຊີວິດ​ຢ່າງ​ຍາວ​ນານ; ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​ ​ແລະ ຈັດ​ຕັ້ງ​ບັນດາ​ສະມາຄົມ; ປັບປຸງ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ຕັ້ງ​ຜົນ​ປະ​ໂຫຍ​ດຂອງ​ວົງ​ຄະນາ​ຍາດ​ຂຶ້ນ​ເໜືອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນ​ດາອົງການ​ຜູ້ຕາງໜ້າ​ໃນ​ວຽກ​ງານ​ຂອງ​ວົງ​ຄະ​ຍາ​ຍາດ; ​ເປັນ​ເຈົ້າ​ການ​ຕໍ່​ກັບ​ການ​ປ່ຽນ​ແປງ​ໃນ​ນະ​ໂຍບາຍຂ​ອງປະ​ເທດທີ່​ຊາວ​ຫວຽດກ່ຽວ​ອາ​ໃສ.

ທີ​​ເຈັດ, ຫັນ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຂອງ​ພັກ-ລັດ​ກ່ຽວ​ກັບ​ຊາວ​ຫວຽດກ່ຽວ​ເປັນ​ນິຕິ​ກຳ. ມະຕິ​ສະບັບ​ທີ 36/NQ-TW ​ໄດ້ຖືກ​ປະຕິບັດ​​ໃນ​ເວລາ 10 ກວ່າປີ​ແລ້ວ, ດຽວ​ນີ້​ຕ້ອງ​ມີ​ມະຕິ​ສະບັບ​ໃໝ່ ​ເຊິ່ງມະຕິ​ສະບັບ​ໃໝ່​ນີ້​ຕ້ອງ​ຕີ​ລາຄາ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ເນື້ອ​ແທ້ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງຊາວ​ຫວຽດກ່ຽວ, ກຳນົດ​ທິດທາງ​ຈະ​ແຈ້ງ ​ແລະ ລະອຽດ, ສອດຄ່ອງ​ກັບ​ໄລຍະ​ແຫ່ງ​ການ​ພັດທະນາ​ໃໝ່.

ປະຕິບັດ​ບັນດາ​ເນື້ອ​ໃນ​ເທິງ​ນີ້​ໄດ້​ດີ ຈະ​ປະກອບສ່ວນ​ຊ່ວຍ​ໃຫ້ວົງ​ຄະນະຍາດ​ຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ມີ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິກວ່າ​ອີກ, ຜູກ​ພັນ​ສະໜິດ​ແໜ້ນ​ກວ່າ​ອີກກັບປະ​ເທດ ​ແລະ ​ເຮັດ​ບົດບາດ​ເປັນ​ຂົວ​ຕໍ່ມິດຕະພາບ​ ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ, ປະກອບສ່ວນ​ຍົກ​ສູງ​ຖານະ​ບົດ​ບາດ​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ./.

ໂດຍ: ຮສ. ດຣ ຫງວຽນວັນ​ລິກ
ອັກຄະ​ລັດຖະທູດ​ທີ່​ປຶກສາ​ຫວຽດນາມ​ປະຈຳ​ອີ​ຕາ​ລີ

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 873 (​ເດືອນ ກໍລະກົດ 2015)

(1) http://www.vietnamplus.vn/thu-hut-tri-thuc-viet-kieu-can-moi-truong-lam-viec-tot/95371.vnp

(2) http://vi.wikipedia.org/wiki/Vi%E1%BB%87t_ki%E1%BB%81u

(3) http://www.vietnamplus.vn/kieu-bao-bay-to-tam-nguyen-huong-ve-dat-nuoc/26046.vnp

(4) http://www.tgvn.com.vn/Item/VN/KieuBao/2012/8/AC00DE8998409F1F/

(5) http://vi.wikipedia.org/wiki/Vi%E1%BB%87t_ki%E1%BB%81u

(6) http://www.vietnamplus.vn/kieu-bao-la-cau-noi-thuc-day-quan-he-viet-nam-voi-cac-nuoc/260366.vnp

(7) http://www.vietnamplus.vn/hoi-doanh-nghiep-viet-nam-o-duc-to-chuc-dai-hoi-iv/179010.vnp

(8) http://www.vietnamplus.vn/nhung-nguyen-vong-thiet-tha-tu-nguoi-viet-xa-que/117288.vnp

(9) http://www.vietnamplus.vn/tieu-thuong-viet-o-sec-canh-tranh-voi-cac-sieu-dai-gia/251166.vnp

(10) http://www.vietnamplus.vn/kieu-bao-va-chuyen-hang-chuc-ty-usd-chat-xam-luu-lac/183013.vnp