ວກ. - ​ໃນ​ໄລຍະ​​ແຫ່ງ​ການຍູ້​ແຮງ ​ການ​ຫັນ​ເປັນ​ອຸສາ​ຫະກຳ ທັນ​ສະ​ໄໝ​ໃນ​ປັດຈຸບັນ, ການ​ເຊື່ອມ​ໂຍງສາກົນ ທາງ​ດ້ານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ມີ​ບົດບາດ​ສຳຄັນ​ໃນ​ການປະກອບ​ສ່ວນ​ ສ້າງ​ຖານະ​ທີ່​ຕັ້ງ​ໃໝ່ ຂອງ​ຫວຽດນາມ ​​ເຊິ່ງຖືກກຳນົດວ່າ​ເປັນ​ກຳລັງ​ໝູນ​ໜຶ່ງ​ ທີ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຂອງ​ຫວຽດນາມ.

ການເຊື່ອມໂຍງສາກົນທາງດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ມີບົດບາດສຳຄັນ ໃນການປະກອບສ່ວນ ສ້າງຖານະທີ່ຕັ້ງໃໝ່ ຂອງຫວຽດນາມ. (ພາບ: hvct.edu.vn)

ການ​ເຄື່ອນ​ໄຫ​ວ​ເຊື່ອມ​ໂຍງສາກົນ ທາງ​ດ້ານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ຂອງ​ຫວຽດນາມ​ໃນ​ປັດຈຸບັນ

ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ​ໃໝ່, ພັກ ​ແລະ ລັດ​ຫວຽດນາມ​ໄດ້​ປະກາດ​ໃຊ້​ແຜນ​ນະ​ໂຍບາຍທີ່​ສຳຄັນ​ຫຼາຍ​ສະບັບ, ພ້ອມ​ກັນ​ນັ້ນກໍ່​ສືບ​ຕໍ່​ກໍ່ສ້າງ ​ແລະ ປັບປຸງ​ບູລະນະ​ນະ​ໂຍບາຍ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີການ​ເຊື່ອມ​ໂຍງສາກົນ ທາງ​ດ້ານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ - ສັງຄົມ 2011 - 2020 ​ໄດ້​ລະບຸ​ຢ່າງ​ຈະ​ແຈ້ງວ່າ ຂະຫຍາຍ​ວິທະຍາສາດ​ແລະເຕັກ​ໂນ​ໂລ​ຊີ ຕ້ອງກາຍເປັນ​ກຳລັງ​ໝູນ​ຕົ້ນຕໍ່ ຂອງ​ຂະ​ບວນວິວັດ​ການ​ພັດທະນາ. ມະຕິ​ຕົກລົງ​ສະບັບ​ທີ 418/QĐ-TTg, ລົງ​ວັນ​ທີ 11 ​ເມສາ 2012, ຂອງ​ນາຍົກ​ລັດຖະມົນຕີ ຮັບຮອງ​ຜ່ານ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ໄລຍະ 2011 - 2020 ກໍ່​ຢັ້ງ​ຢືນວ່າ ການ​ເຊື່ອມ​ໂຍງສາກົນ ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແມ່ນ​ເປົ້າ​ໝາຍ ພ້ອມ​ກັນນັ້ນກໍ່​ແມ່ນ​ວິທີ​ແກ້​ອັນ​ສຳຄັນ​ ເພື່ອປະກອບສ່ວນ​ເຮັດ​ໃຫ້ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຫວຽດນາມ ​ບັນລຸ​ລະດັບ​ສາກົນ​ໄດ້​ໂດຍ​ໄວ. ການ​ເຊື່ອມ​ໂຍງສາກົນ ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ ​ເປັນ​ເຈົ້າ​ການ ປະ​ດິດສ້າງ, ຮັບປະກັນ​ເອກະລາດ ອະທິປະ​ໄຕ ຄວາມ​ສະຫງົບ​ຂອງ​ຊາດ, ສະ​ເໝີ​ພາບ ​ແລະ ​ມີປະ​ໂຫຍ​ດຮ່ວມ​ກັນ. ການ​ເຄື່ອນ​ໄຫວ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ຂອງ​ຫວຽດນາມ ​ຮອດ​ປີ 2020 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030 ຕິດ​ແທດ​ກັບ​ທັດສະນະ​ເປັນ​ເຈົ້າ​ການ​ຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງເລິກ​ເຊິ່ງ ດ້ວນ​ການ​ກຳນົດ​ທິດ​ຍາວ​ນານ ​ແລະ ​ແຜນການ​ຮ່ວມ​ມື​ສາກົນ​ໄລຍະ​ປານ​ກາງ. ມະຕິ​ສະບັບ​ທີ 20-NQ/TW, ລົງ​ວັນ​ທີ 31 ຕຸລາ 2012, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XI ວ່າ​ດ້ວຍ​ການ​ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ຫັນ​ເປັນ​ອຸສາ​ຫະກຳ ທັນ​ສະ​ໄໝ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ​ຕາມ​ທິດສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ກໍ່​ໄດ້​ກຳນົດ​ທັດສະນະ: ພັດ​ທະນາ ​ແລະ ປະ​ຍຸກ​ວິທະຍາສາດແລະເຕັກ​ໂນ​ໂລ​ຊີ ​​ເປັນ​ນະ​ໂຍບາຍ​ແຫ່ງ​ຊາດ​ອັນ​ດັບ​ໜຶ່ງ, ​ເປັນ​ໜຶ່ງ​ໃນ​ບັນດາ​ກຳລັງ​ໝູນ​ທີ່​ສຳຄັນ​ທີ່​ສຸດ ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເປັນ​ເນື້ອ​ໃນ​ໜຶ່ງ​ທີ່​ຕ້ອງ​ໄດ້​ບຸລິມະສິດ​ໃຫ້ສຸມ​ໃສ່​ລົງທຶນ​ກ່ອນ​​ເປັນກ້າວ​ໜຶ່ງ​ ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຂະ​ແໜງ​ການ ຂັ້ນ​ຕ່າງໆ. ການ​ນຳພາ​ຂອງ​ພັກ, ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ ​ແລະ ຄວາມ​ເກັ່ງ​ກ້າ​ສາມາດ ຄວາມ​ຕັ້ງ​ອົກ​ຕັ້ງ​ໃຈ​ຂອງ​ຖັນ​ແຖວ​ພະນັກງານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຖື​ບົດບາດ​ຕັດສິນ​ຄວາມ​ສຳ​ເລັດ​ຂອງ​ພາລະກິດ​ການ​ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ; ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ​ ເພື່ອ​ອັບ​ເດດ​ຄວາມ​ຮູ້ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ທີ່​ກ້າວໜ້າ​ຂອງ​ໂລກ...

ສະພາບ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງຮອບດ້ານ ດ້ວຍ​ທ່າ​ອຽງ​ໂລກາ​ພິວັດ ​ແລະ ການ​ພັດທະນາຢ່າງ​ແຂງ​ແຮງ​ຂອງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນ​ໂລກ ​ໄດ້​ຍູ້​ຫວຽດນາມ​ເຂົ້າ​ໃນ​ໄພ​ອັນຕະລາຍ​ແຫ່ງ​ການ​ຖອຍຫຼັງ​ທາງ​ດ້ານວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​​ເຊິ່ງໃນ​ເມື່ອກຳລັງ ​ຄວາມສາມາດ​ຄົ້ນຄວ້າ​ວິທະຍາສາດ ​ແລະ ຂະຫຍາຍ​ເຕັກ​ໂນ​ໂລ​ຊີ ຂອງ​ຫວຽດນາມ​ຍັງ​ອ່ອນ​ນ້ອຍ. ​ຍ້ອນ​ຮັບ​ຮູ້​ບັນຫາ​ນີ້​ໄດ້, ຫວຽດນາມ​ຈຶ່ງໄດ້ ​ແລະ ພວມມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ພໍ​ຄວນ ​ເພື່ອ​ເພີ່ມທະວີກຳລັງ​ບົ່ມ​ຊ້ອນ, ຍົກ​ສູງລະດັບ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຢູ່​ໃນ​ປະ​ເທດ, ​ເຊື່ອມ​ໂຍງ​ສາກົນ​ເປັນ​ແຕ່​ລະ​ກ້າວ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ປະກອບສ່ວນ​ປະຕິບັດ​ບັນດາ​ໂຄ​ງການ​ພັດທະນາເສດຖະກິດ - ສັງຄົມ ​ແລະ ​ແກ້​ໄຂ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ ​ຂອງ​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່. ປັດຈຸບັນ, ຄຽງ​ຂ້າງ​ກັບ​ການ​ປ່ຽນ​ແປງ​ໃໝ່​​ການ​ຄຸ້ມ​ຄອງ​ບໍລິຫານ ຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວວິທະຍາສາດ-ເຕັກ​ໂນ​ໂລ​ຊີ ຢ່າງຮອບດ້ານ ​ແລະ ຄົບ​ຊຸດນັ້ນ, ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ພວມ​ເຕົ້າ​ໂຮມບັນດາ​ແຫຼ່ງພະລັງ ​ເພື່ອ​ຜັນ​ຂະຫຍາຍ​ແຜນ​ຍຸດ​ທະ​ສາດ​​ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​​ໄລ​ຍະ 2011 - 2020, ​ແຜນການວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄລຍະ 5 ປີ (2011 - 2015) ​ແລະ ບັນດາໂຄງການ ​ໂຄງການ​ຈຸດ​ສຸມ​ແຫ່ງ​ຊາດ​ ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ ຮອດ​ປີ 2020, ​ໃນ​ນັ້ນ ​ມີ​ໂຄງການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ, ​ໂຄງການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ສູງ, ໂຄງການ​ພັດທະນານະ​ວັດຕະ​ກຳ​ແຫ່ງ​ຊາດ; ໂຄງການ​ພັດທະນາຕະຫຼາດວິທະຍາສາດ-ເຕັກ​ໂນ​ໂລ​ຊີ,... ນີ້​ແມ່ນ​ບັນດາໂຄງການທີ່​ສຳຄັນ​ເປັນ​ພິ​ເສດ, ມີ​ຄວາມ​ສາມາດ​ກະທົບ​ຢ່າງ​ແຂງ​ແຮງ​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ລະດັບວິທະຍາສາດ-ເຕັກ​ໂນ​ໂລ​ຊີ ຢູ່​ໃນ​ປະ​ເທດ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຍິ່ງ​ກວ່າ​ອີກ; ຈາກ​ນັ້ນ​ປະກອບສ່ວນ​ອັນ​ສຳຄັນ ​ເຂົ້າ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ຂອງ​ລະບົບ​ເສດຖະກິດ, ຊຸກຍູ້​ການ​ພັດທະນາ​ຢ່າງ​ໄວວາ ​ແລະ ຍືນຍົງ​ຂອງ​ປະ​ເທດ​ຊາດ.

ປັດຈຸບັນ​ນີ້, ຫວຽດນາມ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ກັບ​ເກືອບ 70 ປະ​ເທດ ອານາ​ເຂດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ. ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມືດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຂັ້ນ​ລັດຖະບານ ​ແລະ ຂັ້ນ​ກະຊວງ ທີ່ໄດ້​ຮັບ​ການ​ລົງ​ນາມ ​ແລະ ພວມ​ໄດ້ຮັບ​ການ​ປະຕິບັດນັ້ນ ມີກວ່າ 80 ສະບັບ. ຫວຽດນາມ​ພວ​ມ​ເປັນ​ສະມາຊິກ​ຂອງ​ເກື​ອບ 100 ອົງກາ​ນຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ​ແຕ່​ປີ 2000 ມາ​ເຖິງ​ປີ​ນີ້, ມີ​ຂໍ້​ຕົກລົງ ສັນຍາ​ຮ່ວມ​ມື​ສາກົນ ຫຼາຍ​ກວ່າ 540 ສະບັບ ທີ່​ໄດ້​ຮັບ​ການ​ປະຕິບັດ​ຢູ່​ບັນດາ​ພື້ນຖານ​ຄົ້ນຄວ້າ​ຜັນ​ຂະຫຍາຍ​ຂັ້ນ​ຕ່າງໆ; ໜ້າ​ທີ່​ຄົ້ນຄວ້າ​ວິທະຍາສາດສອງ​ຝ່າຍ ລະຫວ່າງ​​ອົງການ​ຈັດ​ຕັ້ງວິທະຍາສາດແລະເຕັກ​ໂນ​ໂລ​ຊີຫວຽດນາມ ​ກັບ​ອົງການ​ຈັດ​ຕັ້ງວິທະຍາສາດແລະເຕັກ​ໂນ​ໂລ​ຊີຂອງ​ບັນດາ​ປະ​ເທດ​ໃນ​ໂລກ ທີ່​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ປະຕິບັດນັ້ນ ມີ​ຫຼາຍ​ກວ່າ 400 ​ຫົວ​ຂໍ້. ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ປະຕິບັດ​ໂຄງ​ການ “​ເຊື່ອມ​ໂຍງ​ສາ​ກົນທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮອດ​ປີ 2020” ​ເຊິ່ງ​ໄດ້​ຮັບ​ການ​ອະນຸມັດ​ຜ່ານ​ໂດຍ​ມະຕິ​ຕົກລົງ​ສະບັບ​ທີ 735/QĐ-TTg, ລົງ​ວັນ​ທີ 18 ພຶດສະພາ 2011, ຂອງ​ນາຍົກລັດຖະມົນຕີ; ​ໄດ້ສ້າງ ​ແລະ ປະກາດ​ໃຊ້​ເອກະສານ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ຈຳນວນ​ໜຶ່ງ ຄື​ໂຄງການ​ຮ່ວມ​ມື​ຄົ້ນ​ຄວ້າສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮອດ​ປີ 2020, ​ໂຄງການ​ຊອກ​ຫາ ​ແລະ ມອບ​ຮັບ​ເຕັກ​ໂນ​ໂລຊີຂອງ​ຕ່າງປະ​ເທດ ​ເຂົ້າ​ຫວຽດນາມ ຮອດ​ປີ 2020,... ການ​ເຄື່ອນ​ໄຫວ​ເຊື່ອມ​ໂຍງ​ສາກົນ​ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເວົ້າ​ລວມ​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ສຳຄັນ, ສັນຍາ ​ແລະ ຂໍ້​ຕົກລົງ​ຮ່ວມ​ມືລະຫວ່າງ​ລັດຖະບານ​​ທີ່​ສຳຄັນຫຼາຍ​ສະບັບ ​​ໄດ້​ສຳ​ເລັດ​ການ​ເຈລະຈາ ​ແລະ ລົງ​ນາມ ​ເຊັ່ນສັນຍາ​ຮ່ວມ​ມືລະຫວ່າງ​ລັດຖະບານຫວຽດນາມ ​ແລະ ລັດຖະບານ​ສະຫະລັດ​ອາ​ເມຣິກາ ວ່າ​ດ້ວຍ​ການ​ນຳ​ໃຊ້​ພະລັງງານ​ນິວເກຼຍ​ໂດຍ​ສັນຕິ (ສັນຍາ 123), ອັນ​ໄດ້​​ຂີດ​ໝາຍ​ບາດກ້າວ​ທີ່​ສຳຄັນ​ກ່ຽວ​ກັບ​ຄວາມ​ເຊື່ອ​ຖື​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ສະຫະລັດ​ອາ​ເມຣິກາ ກ່ຽວ​ກັບການ​ນຳ​ໃຊ້​ພະລັງງານ​ນິວເກຼຍ​ເພື່ອ​ຈຸດປະສົງ​ສັນຕິພາບ, ເຊິ່ງ​ໄດ້ສ້າງ​ແງ່​ຫວັງ​ອັນ​ໃຫຍ່​ຫຼວງ​ໃຫ້​ທັງ​ສອງ​ຝ່າຍ​​ ໃນ​ການ​ຊຸກຍູ້ບັນດາ​ໂຄງການ​ຮ່ວມ​ມື​ຕົວ​ຈິງ​ ກ່ຽວ​ກັບ​ການ​ປະ​ຍຸກ​ກຳ​ມັນ​ຕະລັງສີ ກໍ່ຄືການພັດທະນາ​ໄຟຟ້າ​ນິວ​ເກຼຍ ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ​ ຂອງ​ແຕ່ລະ​ປະ​ເທດ. ນອກຈາກ​ນັ້ນ ຍັງ​ມີ​ບັນດາສັນຍາ ​ແລະ ຂໍ້​ຕົກລົງ​ຮ່ວມ​ມືອື່ນ​ ທີ່​ສອງ​ຝ່າຍ​ກ່ຽວຂ້ອງໄດ້​ລົງ​ນາມ​ແລ້ວ​ເຊັ່ນ ສັນຍາ​ຮ່ວມ​ມືລະຫວ່າງ​ລັດຖະບານ ສສ.ຫວຽດນາມ ກັບລັດຖະບານສະຫະພາບ​ລັດ​ເຊຍ ວ່າ​ດ້ວຍ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ສຶດສາ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ; ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ ຄົ້ນ​ຄວ້າວິທະຍາສາດ ແລະ ການ​ສຶກສາ ​ລະຫວ່າງ​ກະຊວງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຫວຽດນາມ ​ກັບກະຊວງ​ວິທະຍາສາດ ຄົ້ນຄວ້າ ​ແລະ ​ເຕັກ​ໂນ​ໂລ​ຊີ ອີຣານ; ບົດ​ບັນທຶກ​ຄວາມ​ຕົກລົງ​ ລະຫວ່າງ​ກະຊວງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຫວຽດນາມ ​ກັບອົງການ​ຮ່ວມ​ມື​ສາກົນ​ແຫ່ງ ສ.​ເກົາຫຼີ (KOICA) ວ່າ​ດ້ວຍ​ໂຄງການ​ສ້າງ​ຕັ້ງສະ​ຖາ​ບັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ - ສ.​ເກົາຫຼີ (V-KIST); ສັນຍາວ່າ​ດ້ວຍ​ໂຄງກາ​ນຊ່ວຍ​ເຫຼືອ​ກໍ່ສ້າງ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາພື້ນຖານບຳລຸງ​ສ້າງ​ວິ​ສາ​ກະ​ກິດ (BIPP) ກັບ​ລາຊະ​ອານາຈັກ​ແບນ​ຊິກ ​ແລະ ​ເອກະສານ​ຮ່ວມ​ມື​ອື່ນ​ອີກ​ຈຳນວນ​ໜຶ່ງ.

ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາກົນ​ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃນ​ຂອບຫຼາຍ​ຝ່າຍ ແລະ ສອງ​ຝ່າຍ​ໃນ​ເວລາ​ທີ່ຜ່ານ​ມາ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເປັນ​ປະຈຳ ​ແລະ ມີ​ບາດກ້າວຂະຫຍາຍຕົວ​ພໍ​ສົມຄວນ, ຊ່ວຍ​ສະ​ແດງໃຫ້ເຫັນ​ເຖິງຖານະ​ທີ່​ຕັ້ງ ​ແລະ ບົດບາດ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຂອງ​ຫວຽດນາມ​ໃນ​ປະຊາ​ຄົມ​ໂລກ. ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ຕັ້ງໜ້າ ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ, ​ເຈລະຈາ, ​ເຊັນ​ບົດ​ບັນທຶກ​ການ​ປະຊຸມ ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ​ໃນ​ຂອບ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ; ​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສ​ສາກົນ, ຍູ້​ແຮງ​ການ​ເຂົ້າ​ຮ່ວມ​ຂອງ​ຫວຽດນາມ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ, ​ເຊັ່ນ ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA), ສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN), ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເ​ສດຖະກິດອາຊີ - ປາຊີ​ຟິກ (APEC), ຄະນະ​ກຳມະການນຳ​ໃຊ້​ຍ່ານ​ເວຫາ​ເພື່ອ​ສັນຕິພາບ​ແຫ່ງ​ສະຫະ​ປະຊາ​ຊາດ (COPUOS)...; ຈັດ​ຕັ້ງ​ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ 20 ກວ່າ​ຄະນະ​ທີ່​ເຂົ້າ​ຫວຽດນາມ​ຜັນ​ຂະຫຍາຍ​ສັນຍາ ຂໍ້​ຕົກລົງ​ຕ່າງໆ​ທີ່​ໄດ້​ລົງ​ນາມ​ແລ້ວ; ​ແລກປ່ຽນ, ສົນທະ​ນາ, ​ເປີດ​ກວ້າງ​ເນື້ອ​ໃນ ​ແລະ ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ; ຍື່ນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີ ​ເພື່ອປະກາດ​ໃຊ້​ມະຕິ​ຕົກລົງ​ສອງ​ສະບັບ ​ໃນ​ຂອບ​ໂຄງ​ການ​ເຊື່ອມ​ໂຍງ​ສາກົນທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ນັ້ນແມ່ນ ມະຕິຕົກລົງອະນຸມັດໂຄງການ​ຮ່ວມ​ມື​ຄົ້ນ​ຄວ້າສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮອດ​ປີ 2020, ​ແລະ ອະ​ນຸມັດ​ໂຄງການ​ຊອກ​ຫາ ​ແລະ ມອບ​ຮັບ​ເຕັກ​ໂນ​ໂລຊີຂອງ​ຕ່າງປະ​ເທດ ​ເຂົ້າ​ຫວຽ​ດນາມຮອດ​ປີ 2020(1).

ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທາງ​ດ້ານກຳມະສິດ​ພູມ​ປັນຍາ ກໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຂອບ​ອົງການ​ການ​ຄ້າ​ໂລກ, ​ເອ​ເປັກ, ອາ​ຊຽນ, ຮ່ວມ​ມື​ສອງ​ຝ່າຍ​ກັບອົງກາ​ນຊັບສິນທາງ​ປັນຍາ​ແຫ່ງ​ໂລກ (WIPO), ຮ່ວມ​ມື​ສອງ​ຝ່າຍ​ກັບ​ຍີ່ປຸ່ນ, ສ.​ເກົາຫຼີ, ຝຣັ່ງ; ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ຊັບ​ສິນ​ທາງ​ປັນຍາ​ໃນ​ພາກ​ພື້ນ ​ແລະ ​​ຂອງ​ປະ​ເທດ​ອື່ນ​ ກໍ່​ໄດ້ຮັບ​ການດຳ​ເນີນ​ເປັນ​ປົກກະຕິ ​ແລະ ມີ​ບາດກ້າວຂະຫຍາຍຕົວ, ​ເປັນ​ຕົ້ນ​ແມ່ນ ກັບສຳນັກງານ​ສິດທິ​ບັດ​ເອີຣົບ (EPO), ສະຫະລັດ​ອາ​ເມຣິກາ, ​ອົດສະຕຣາລີ, ລັດ​ເຊຍ, ສິງ​ຄະ​ໂປ, ລາວ,... ຫວຽດນາມ​ພວມ​ຕັ້ງໜ້າ​ເຂົ້າ​ຮ່ວມ ​ແລະ ປະຕິບັດບັນດາ​ສັນຍາ​ລະດັບ​ພາກ​ພື້ນ ​ແລະ ລະດັບ​ໂລກ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ວິວັດທະ​ນາ​ການ​ເຊື່ອມ​ໂຍງ​ສາກົນ; ສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ​ໂຄງການສົ່ງ​ເສີມ​ການ​ພັດທະນາຊັບສິນທາງ​ປັນຍາ ກໍ່​ຄື​ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ ​ແນ​ໃສ່​ຍາດ​ແຍ່ງ​ເອົາ​ການ​ຊ່ວຍ​ເຫຼືອ​ຂອງ​ປະຊາ​ຄົມ​ໂລກ ເພື່ອຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ຂອງ​ລະບົບ​ກຳມະສິດ​ພູມ​ປັນຍາ​ຫວຽດນາມ; ຜັນ​ຂະຫຍາຍຂໍ້​ຕົກລົງ ​ໂຄງການ ​ແຜນ​ງານ​ການ​ຮ່ວມ​ມື​ທາງ​ດ້ານ​ກຳມະສິດ​ພູມ​ປັນຍາ​ກັບ​ບັນດາ​ຄູ່​ຮ່ວມ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ.

ການ​ຮ່ວມ​ມື​ສາກົນ​ທາງ​ດ້ານ ມາດຕະຖານ ວັດ​ຜອງ ຄຸນ​ນະພາ​ບ ກໍ່ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຂອງ​ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ; ກະຊວງ​ໄດ້​ປະຕິບັດຢ່າງ​ຄົບ​ຖ້ວນ​ພັນທະ​ສ້າງ​ຕັ້ງ, ໜ່ວງ​ໜ່ຽວ​ຮັກສາ ​ແລະ ຍູ້​ແຮງ​ການ​ເຂົ້າຮ່ວມຂອງ​ຫວຽດນາມ​ໃນ 14 ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ ກ່ຽວ​ກັບ​ຂົງ​ເຂດມາດຕະຖານ ວັດ​ຜອງ ​ແລະ ຄຸນ​ນະພາ​ບ, ​ໂດຍ​ບຸລິມະສິດ​ໃຫ້ບັນດາອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ; ສືບ​ຕໍ່​ຄົ້ນຄວ້າ​ເປີດ​ກວ້າງ​ຄວາມ​ສາມາດ​ສອດຄ່ອງ​ກັບ​ບັນດາ​ມາດຕະຖານ​ສາກົນ​ໃໝ່ ​ໃນ​ການ​ເຄື່ອນ​ໄຫວ​ປະ​ເມີນຄວາມ​ສອດຄ່ອງ; ສົມທົບ​ກັບ​ບັນດາ​ກະຊວງ ຂະ​ແໜງ​ການ​ ໃນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ມີປະສິດທິ​ຜົນ​ ໃນ​ບັນດາ​ສັນຍາ​ວ່າ​ດ້ວຍ​ການ​ຮັບ​ຮູ້​ເຊິ່ງກັນ ​ແລະ ກັນ​ໃນ​ກຸ່ມ ອາ​ຊຽນ, ​ເອເປັກ...; ຈັດ​ຕັ້ງ​ປະຕິບັດ​ບັນດາ​ໂຄງການ ​ແຜນ​ງານ​ຮ່ວມ​ມື​ສາກົນກ່ຽວ​ກັບມາດຕະຖານ ວັດ​ຜອງ ​ແລະ ຄຸນ​ນະພາ​ບ; ຂຸດ​ຄົ້ນ​ການ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ອົງການ​ສາກົນ ພາກ​ພື້ນ ​ແລະ ຄູ່​ຮ່ວມ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ, ບຳລຸງ​ກໍ່ສ້າງ ຍົກ​ສູງ​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ພະນັກງານ​ຂະ​ແໜງ​ການມາດຕະຖານ ວັດ​ຜອງ ​ແລະ ຄຸນ​ນະພາ​ບ. ຫວຽດນາມ​ກໍ່​​ໄດ້ເພີ່ມ​ທະວີ​ການ​​ເຄື່ອ​ນໄຫວຮ່ວມ​ມື​ສອງ​ຝ່າຍ, ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ບັນດາ​ຄູ່​ຮ່ວມ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ​ເຊັ່ນ​ຍີ່ປຸ່ນ ສ.​ເກົາຫຼີ ອາ​ເມຣິກາ, ພ້ອມ​ກັນ​ນັ້ນ​ກໍ່​ສືບ​ຕໍ່​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ໃນ​ບັນດາ​ປະ​ເທດອາ​ຊຽນ, ລັດ​ເຊຍ, ​ເບ​ລາຣຸດຊີ, ສາທາລະນະ​ລັດ​ແຊັກ,... ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ເຈລະຈາ​ຫຼາຍ​ຝ່າຍ ​ແລະ ສອງ​ຝ່າຍ; ກຽມ​ຄວາມ​ພ້ອມ​ເພື່ອ​ປະຕິບັດ​ໜ້າ​ທີ່​ໃຫ້​ໄດ້​ເປັນ​ຢ່າງ​ດີ ​ເມື່ອສັນຍາ​ຄູ່​ຮ່ວມ​ເສດຖະກິດຍຸດ​ທະ​ສາດ​ຂ້າມ​ປາຊີ​ຟິກ (TPP), ສັນຍາ​ຫວຽດນາມ - ສະຫະພັນ​ພາສີ​ສຸລະກາກອນ,... ​ໄດ້​ຮັບ​ການ​ລົງ​ນາມ. ບັນດາ​ໜ້າ​ທີ່​ໃນ​ໂຄງການ​ແຫ່ງ​ຊາດ ຕາມ​ມະຕິ​ຕົກລົງ​ສະບັບ​ທີ 712/QĐ-TTg ຂອງ​ນາຍົກລັດຖະມົນຕີ; ​ໂຄງການ​ຮົ້ວ​ເຕັກນິກ​ໃນ​ການ​ຄ້າ​ລະຫວ່າງ​ປະ​ເທດ​ໄລຍະ 2011 - 2015 ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ.

ຄຽງ​ຂ້າງ​ນັ້ນ, ບາງ​ໂຄງການ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ຕ່າງປະ​ເທດ​ ກໍ່​ໄດ້​ຜັນ​ຂະຫຍານ​ຢ່າງ​ແຂງ​ແຮງ, ປະກອບສ່ວນ​ປ່ຽນ​ແປງ​ໃໝ່​ການ​ປະດິດ​ສ້າງ, ມອບ​ໂອນ​ເຕັກ​ໂນ​ໂລ​ຊີ. ​ໂດຍ​ຜ່ານ​ໂຄງການ​ຮ່ວມ​ມື​ກັບ​ບໍລິສັດ ​ເອບີ​ໄອ (ຍີ່ປຸ່ນ), ລຳດັບ​ດຳ​ເນີນ​ການ​ຮັກສາ​ໝາກ​ລິ່ນຈີ່ດ້ວຍ​ເຕັກ​ໂນ​ໂລ​ຊີ CAS ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມບູນ ​ແລະ ​ໄດ້ສົ່ງຜະລິດ​ຕະພັນ​​ໄປແນະນຳຄັ້ງ​ທຳ​ອິດ ​​ທີ່ງານ​ວາງສະ​ແດງ​ຜະລິດ​ຕະພັນ​ກະສິກຳ ການ​ດາ ຢູ່​ນະຄອນ​ໂຕ​ກີ​ໂອ. ​ຜ່ານ​ການ​ຮ່ວມ​ມື​ກັບ​ບໍລິສັດ ຈູຣານ (ອິດສະຣາ​ແອນ), ລະບົບ​ເຄື່ອງ​ແກ້​ໄຂ​ອະນາ​ໄມໝາກ​ລິ່ນຈີ່ ໂດຍ​ບໍ່​ຮົມ​ອາຍ SO2 (ກຳມະ​ຖັນ​ໄດ​ອອກ​ໄ​ຊ) ພວມ​ໄດ້​ແນະນຳ ​ແລະ ຜັນ​ຂະຫຍາຍ​ທົດ​ລອງ​ຢູ່​ແຂວງ ບັກ​ຢາງ. ສັນຍາ​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ໂຄງການ​ປ່ຽນ​ແປງ​ໃໝ່​ການ​ປະດິດ​ສ້າງ (IPP) ​ໄລຍະ 2 ​ໄດ້​ສຳ​ເລັດ​ການ​ລົງ​ນາມ, ​ແນ​ໃສ່​ຊ່ວຍ​ເຫຼືອ​ປັບປຸງ​ບູລະນະ​ລະບົບ​ເອກະສານ​ນິຕິ​ກຳ ​ເພື່ອ​ໃຫ້​ກົດໝາຍ ​ແລະ ​ແຜນ​ຍຸດ​ທະ​ສາດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຂອງ​ຫວຽດນາມ ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ; ​ເພີ່ມ​ທະວີ​ການ​ບຳລຸງກໍ່ສ້າງກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່ການ​ປະດິດ​ສ້າງ ​ແລະ ຖັນ​ແຖວ​ຜູ້​ຊ່ຽວຊານທີ່ປຶກສາ​ກ່ຽວ​ກັບການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ ​ໃຫ້​ແກ່​ວິ​ສາ​ຫະກິດ.

ປັດຈຸບັນ, ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ພວມ​ຕັ້ງໜ້າ​ສືບ​ຕໍ່​ຜັນ​ຂະຫຍາຍ​​ແຜນ​ງານ “ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ການ​ປະດິດ​ສ້າງ​ໂດຍ​ຜ່ານ​ການ​ຄົ້ນຄວ້າ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ” (FIRST) ​ດ້ວຍ​ທຶນ​ຊ່ວຍ​ເຫຼືອ​ຂອງ​ທະນາຄານ​ໂລກ (WB) ​ແລະ ​ໂຄງການ​ຄູ່​ຮ່ວມ​ການ​ປ່ຽນ​ແປງ​ໃໝ່​ການ​ປະດິດ​ສ້າງ​ຫວຽດນາມ - ​ແຟງ​ລັງ (IPP) ​ໄລຍະ 2 (2014 - 2018); ຜັນ​ຂະຫຍາຍ​ໂຄງການ “ກໍ່ສ້າງ​ສູນບຳລຸງ​ອົບຮົມ​ພະນັກງານ​ຄຸ້ມ​ຄອງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃຫ້​ລາວ”; ຈັດ​ຕັ້ງຜັນ​ຂະຫຍາຍ​ໂຄງການ “ຊ່ວຍ​ເຫຼືອ​ກໍ່ສ້າງ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ​​ພື້ນຖານບຳລຸງ​ສ້າງ​ວິ​ສາ​ກະ​ກິດ (BIPP) ທີ່​ຮ່ວມ​ມືກັບ​ລາຊະ​ອານາຈັກ​ແບນ​ຊິກ, ພ້ອມ​ກັນ​ນັ້ນ​ ກໍ່​ສືບ​ຕໍ່​ປະຕິບັດ​ໂຄງການ ​ເພີ່ມ​ທະວີ​ຕາໜ່າງຜູ້ຕາງໜ້າວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຢູ່​ຕ່າງປະ​ເທດ. ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຄົ້ນຄວ້າ​ວິ​ເຄາະ​ລວມສອງ​ຝ່າຍຕາມ​ອະນຸ​ສັນຍາ ກໍ່ສືບ​ຕໍ່​ໄດ້ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຂ​ງ​ແຮງ ​ແນ​ໃສ່​ດຶງ​ດູ​ດ​ເອົາ​ບັນດາ​ແຫຼ່ງພະລັງ ​ແລະ ບົດຮຽນ​ຈາກ​ຄູ່​ຮ່ວມ​ຕ່າງປະ​ເທດ ​ເພື່ອ​ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຂອງຊາດ. ສືບ​ຕໍ່​​ປັບປຸງຕາໜ່າງຜູ້ຕາງໜ້າວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຢູ່​ສະຖານ​ທີ່ ປະ​ເທດ​ທີ່​ເປັນ​ຈຸດ​ໜັກ ​ເພື່ອ​ເປັນ​ຫົວ​ເງື່ອນ​ເຊື່ອມ​ຕໍ່​ສື່ສານ, ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

ການ​ຮ່ວມ​ມື​ສາ​ກົນທາງ​ດ້ານ​ຮັບປະກັນ​ຄວາມ​ປອດ​ໄພ​ກຳ​ມັນ​ຕະ​ລັງສີ, ຄວາມ​ປອດ​ໄພນິວ​ເກຼຍ ແລະ ​ການ​ປະຍຸກ​ພະລັງງານປະລະມານູ​ເພື່ອ​ຈຸດປະສົງ​ສັນຕິພາບ ​ໄດ້ດຳ​ເນີນ​ເປັນ​ປົກກະຕິ ​ແລະ ມີ​ບາດກ້າວພັດທະນາ. ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາກົນ​ໃນ​ການປະ​ຍຸກ​​ພະລັງງານ​ປະລະມານູ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານກຳ​ມັນ​ຕະ​ລັງສີນິວ​ເກຼຍ ທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງນັ້ນ ​ໄດ້​ຮັບ​ການ​ຊຸກຍູ້. ຫວຽດນາມ​ໄດ້​ດຶງ​ດູດ ​ແລະ ພວມ​ຍາດ​ແຍ່ງ​ເອົາ​ການ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ຄູ່​ຮ່ວມ​ຕ່າງປະ​ເທດ ຂອງ​ອົງການ​ຈັດຕັ້ງສາກົນ ​ແລະ ພາກ​ພື້ນ ​ເພື່ອ​ແນ​ໃສ່​ປັບປຸງ​ບູລະນະ​ລະບົບ​ເອກະສານ​ນິຕິ​ກຳ ​ທີ່​ພົວພັນ​ເຖິງຄວາມ​ສະຫງົບ ຄວາມ​ປອດ​ໄພ​ດ້ານ​ນິວ​ເກຼຍ, ພັດທະນາ​ໂຄງ​ສ້າງ​ພື້ນຖານ​ໄຟ​ຟ້າ​ນິວ​ເກຼຍ, ບຳລຸງ​ກໍ່ສ້າງ​ກຳລັງ​ຄົນ​​ເຮັດ​ວຽກ​ໃນ​ຂົງ​ເຂດພະລັງງານ​ປະລະມານູ; ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາກົນ​ຕ່າງໆ ​ແນ​ໃສ່ຍູ້​ແຮງ​ບັນດາ​ທິດ​ທາງ​ໝູນ​ໃຊ້​ກຳ​ມັນ​ຕະ​ລັງສີ ​ແລະ ​ໄອ​ໂຊ​ໂທບ​ແຜ່​ລັງສີ ​ໃນ​ບັນດາ​ຂະ​ແໜງການ ​ເຊັ່ນ​ສາທາລະນະ​ສຸກ ກະສິກຳ ອຸດສາຫະກຳ ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ທີ່​​ເປັນ​ທ່າ​ແຮງ​ຂອງ​ຫວຽດນາມ, ​ແລະ​ ສ້າງ​ເງື່ອນ​ໄຂ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ໃຫ້​ພະ​ລິດ​ຕະພັນ ​ແລະ ສິນຄ້າ​ໃນ​ປະ​ເທດ.

ວຽກ​ງານ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ​ກັບ​ບັນດາ​ອົງການ​ສື່ສານ, ຫໍສະໝຸດ, ສະຖິຕິວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຂອງ​ບັນ​ດາ​ປະ​ເທດ ​ແລະ ສາກົນ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ໃນ​ເວລາ​ທີ່​ຜ່ານ​ມາ. ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນດ້ານວິຊາ​ສະ​ເພາະ ວິຊາ​ຊີບ​ສະເພາະ​ຂະ​ແໜງການ​ສື່ສານ ຫໍສະໝຸດ ສະຖິຕິ; ການ​ຊອກ​ຫາ​ຄູ່​ຮ່ວມ​ໃໝ່ ​ແລະ ດຳ​ເນີນ​ແຜນ​ງານ​ຮ່ວມ​ມື​ຄົ້ນຄວ້າ​ວິ​ເຄາະ​ລວມກັນ, ການ​ເຄື່ອນ​ໄຫວ​ຂອງ​ຕາໜ່າງຄົ້ນຄວ້າ​ວິ​ເຄາະ ​ແລະ ບຳລຸງ​ກໍ່ສ້າງ​ຫວຽດນາມ (VinaREN) ​ໃນ​ຂອບ TEIN4/APAN ​ແລະ ການ​ເຄື່ອນ​ໄຫວ​ປະ​ຍຸກ​​ເຕັກ​ໂນ​ໂລ​ຊີ​ເຄືອ​ຂ່າຍ​ທັນ​ສະ​ໄໝ ທີ່​ຮັບ​ໃຊ້​ການ​ຄົ້ນ​ຄວ້າ​ວິທະຍາສາດ ​ແລະ ບຳລຸງ​ກໍ່ສ້າງ​ພະນັກງານ ​ໄດ້​ຮັບ​ການ​ຍູ້​ແຮງ.

ທິດ​ທາງ​ໃນ​ເວລາ​ສະ​ເພາ​ໜ້າ

ວິວັດ​ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຂ​ອງຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ ​ໄດ້​ເລີ່​ມຕົ້ນ​ຕິດ​ຈອດ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ ​ຂອງບັນດາ​ຂະ​ແໜງ​ການ ທ້ອງ​ຖິ່ນ ​ແລະ ​​ຮັບໃຊ້ຢ່າງ​ມີ​ປະສິດທິ​ຜົນ​ເບື້ອງ​ຕົ້ນ​ ໃຫ້​ແກ່​ບັນດາ​ໜ້າ​ທີ່​ພັດ​ທະນາເສດຖະກິດ - ສັງຄົມ ຂອງ​ປະ​ເທດ​ຊາດ. ​ເນື້ອ​ໃນ ​ແລະ ຮູບ​ການ​ຮ່ວມ​ມື​ສາກົນ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ນັບ​ມື້​ນັບ​ອຸດົມສົມບູ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ (ປະກອບ​ດ້ວຍ ຮ່ວມ​ມື​ຄົ້ນຄວ້າ​ວິ​ເຄາະ​ລວມກັນ, ມອບ​ໂອນ​ເຕັກ​ໂນ​ໂລ​ຊີ, ​ແລກປ່ຽນ​ຜູ້​ຊ່ຽວຊານ, ຈັດ​ຕັ້ງ​ກອງ​ປະຊຸມ ສຳ​ມະ​ນາ, ສະ​ແດງ​ເຕັກ​ໂນ​ໂລ​ຊີ, ງານ​ວາງສະ​ແດງ​ນະ​ວັດຕະ​ກຳ ​ເຕັກ​ໂນ​ໂລ​ຊີ,…). ບັນດາ​ຂົງ​ເຂດ​ເຊື່ອມ​ໂຍງ​ໄດ້​ຮັບ​ການ​ເປີດ​ກວ້າງ​ອອກ, ​ແຕ່​ການ​ຄົ້ນຄວ້າ​ພື້ນຖານ ຈົນເຖິງຄົ້ນຄວ້າ​ປະຍຸກ, ມອບ​ໂອນ​ເຕັກ​ໂນ​ໂລ​ຊີ, ວິທະຍາສາດສັງຄົມ - ມະນຸດ​ອະລິຍະ​ທຳ, ວິທະຍາສາດ​ທຳ​ມະ​ຊາດ, ຄົ້ນຄວ້າສະຫະ​ຂະ​ແໜງ. ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນ​ເວລາ​ທີ່​ຜ່ານ​ມາ​ ໄດ້​ປະກອບສ່ວນ​ເພີ່ມ​ທະວີພື້ນຖານ​ວັດຖຸເຕັກນິກ ​ໃຫ້​ບັນດາອົງການ​ຄົ້ນຄວ້າວິທະຍາສາດ ​ແລະ ພັດທະນາເຕັກ​ໂນ​ໂລ​ຊີ, ຍົກ​ສູງ​ລະດັບ​ຂອງ​ພະນັກງານ, ຊຸກ​ຍູ້​ການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ໃນ​ປະ​ເທດ. ​ແຕ່​ວ່າ, ​ໃນ​ພາກ​ຕົວ​ຈິງ, ​ແຫຼ່ງກຳລັງ​ຄົນ​ເຮັດ​ວຽກ​ງານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຢູ່​ຫວຽດນາມ​ປັດຈຸບັນ ຍັງ​ບໍ່​ທັນ​ມີ​ຄວາມ​ສາມາດ​ພຽງພໍ​ ເພື່ອ​ເຂົ້າ​ຮ່ວມຢ່າງ​ມີ​ປະສິດທິ​ຜົນ​ ໃນ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີສາກົນ ​ແລະ ພາກ​ພື້ນ; ຄວາມ​ຈຸວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ທີ່​ປະກອບ​ໃຫ້ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີສາກົນ ​ແລະ ພາກ​ພື້ນ ກໍ່ຍັງ​ຕ່ຳ. ບັນດາ​ອົງການ​ຄົ້ນຄວ້າວິທະຍາສາດ ​ແລະ ພັດທະນາເຕັກ​ໂນ​ໂລ​ຊີ, ມະຫາວິທະຍາ​ໄລຕ່າງໆ​ ຍັງ​ບໍ່​ທັນ​ມີ​ຄວາມ​ສາມາດ ​ແລະ ​ເງື່ອນ​ໄຂ​ພຽງພໍ ​ເພື່ອ​ຊຸກຍູ້​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ເຊື່ອມ​ໂຍງ​ສາ​ກັນ ຍ້ອນ​ພື້ນຖານ​ວັດຖຸ​ເຕັກນິກ​ບໍ່​ຄົບ​ຊຸດ, ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ເຮັດ​ວຽກ​ຍັງ​ບໍ່​ທັນ​ເປັນ​ແບບ​ອາ​ຊີບ, ພະນັກງານ​ຄົ້ນຄວ້າ​ນຳ​ໜ້າ ​ແລະ ພະນັກງານ​ເຕັກນິກ​ທີ່​ມີ​ລະດັບ ກໍ່​ຍັງ​ຂາດ​ຫຼາຍ,... ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາກົນ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃນ​ເວລາ​ທີ່​ຜ່ານ​ມາ ສ່ວນ​ຫຼາຍພຽງ​ແຕ່​ໄດ້​ປະຕິບັດ​ໃນ​ຂອບ​ຂອງ​ບັນດາ​ສັນຍາ/ຂໍ້​ຕົກລົງ​ສອງ​ຝ່າຍ ຫຼື​ຫຼາຍ​ຝ່າຍ. ການ​ເຄື່ອນ​ໄຫວ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ຢູ່​ວິ​ສາ​ຫະກິດ​ຕ່າງໆ ຕົ້ນຕໍ່​ແມ່ນ​ຢຸດ​ຢູ່​ໃນ​ລະດັບ​ຮັບ​ເອົາ​ເຕັກ​ໂນ​ໂລ​ຊີ​ໂດຍ​ຜ່ານ​ໂຄງການ​ລົງທຶນ​ໂດຍ​ກົງ ຫຼື​ໂຄງການ​ຊ່ວຍ​ເຫຼືອ​ຂອງ​ຕ່າງປະ​ເທດ, ຍັງ​ບໍ່​ທັນ​ມີ​ການ​ລົງທຶນ​ຄົ້ນຄວ້າ, ​ເປັນ​ເຈົ້າ ​ແລະ ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ. ​ວິ​ສາ​ຫະກິດຕ່າງໆ ກໍ່​ເຄີຍຖືກ​ຂາດ​ເຂີນ​ຂໍ້​ມູນ​ຂ່າວສານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຈາກ​ໃນ ​ແລະ ຕ່າງປະ​ເທດ. ການ​ເຊື່ອມ​ຈອດ​ລະຫວ່າງ​ການ​ຄົ້ນຄວ້າ​ວິທະຍາສາດ ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຊີ ກັບ​ການ​ເຄື່ອນ​ໄຫວ​ບຳລຸງ​ກໍ່ສ້າງ​ກຳລັງ​ຄົນ​ສຳລັບວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ກໍ່​ຄື​ຄວາມ​ຕ້ອງການ​ເຊື່ອມ​ໂຍງ​ສາກົນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ກໍ່​ຍັງ​ຖືກ​ຈຳກັດ.

​ໃນ​ເວລາ​ຕໍ່ໜ້າ, ​ເພື່ອ​ສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ຮັບ​ເອົາ ​ແລະ ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ປະດິດ​ສ້າງ​ນະ​ວັດຕະ​ກຳ ການ​ບໍລິການ ​ເຕັກ​ໂນ​ໂລ​ຊີ​ໃໝ່, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ກຳລັງ​ແຮງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ຍົກ​ສູງ​ສະມັດ​ຕະພາບ ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ ການ​ບໍລິການ ດ້ວຍ​ຄຸນຄ່າ​ເພີ່ມ​ສູງ, ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ສືບ​ຕໍ່​ຕັ້ງໜ້າ​ຜັນ​ຂະຫຍາຍ​ປະຕິບັດ​ໂຄງການ “​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮອດ​ປີ 2020” ດ້ວຍ​ບັນດາ​ມາດ​ຕະການ​ຕົ້ນ​ຕໍ່​ດັ່ງ​ນີ້:

ທີ​ໜຶ່ງ, ສືບ​ຕໍ່ຍູ້​ແຮງວຽກ​ງານ​ໂຄສະນາ​ ໂດຍ​ຜ່ານ​ບັນດາ​ພາຫະນະ​ສື່​ມວນ​ຊົນ ​ເພື່ອ​ຍົກສູງຄວາມ​ຮັບ​ຮູ້​ຂອງ​ບັນດາຄະນະ​ພັກ ອຳນາດ​ການ​ປົກຄອງ ບຸກຄົນ ວິ​ສາ​ຫະກິດ ​ແລະ ທົ່ວ​ສັງຄົມ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ ຮ່ວມ​ມື​ສາກົນ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຕໍ່​ກັບ​ຄວາມ​ພັດທະນາ​ເສດຖະກິດ - ສັງຄົມ ຂອງ​ປະ​ເທດ​ຊາດ​ໃນ​​ໄລຍະ​ໃໝ່.

ທີ​ສອງ, ກໍ່ສ້າງ ​ແລະ ປະຕິບັດບັນດາ​ໂຄງການ ​ແຜນ​ງານ ໜ້າ​ທີ່ຄົ້ນຄວ້າ​ລວມກັນ​ ໃນ​ຂອບບັນດາ​ສັນຍາ​ຂໍ້​ຕົກລົງ​ສອງ​ຝ່າຍ, ຫຼາຍ​ຝ່າຍ. ສົ່ງ​ເສີມ​ການ​ຮ່ວມ​ມືຄົ້ນຄວ້າວິທະຍາສາດ ​ແລະ ພັດທະນາເຕັກ​ໂນ​ໂລ​ຊີ ລະຫວ່າງ​ວິ​ສາ​ຫະກິດ ມະຫາວິທະຍາ​ໄລ ສະ​ຖາ​ບັນ​ຄົ້ນຄວ້າ ບຸກຄົນ​ນັກ​ຄົ້ນຄວ້າ ​ໃນ​ປະ​ເທດ ກັບ​ບັນດາ​ຄູ່​ຮ່ວມ​ຕ່າງປະ​ເທດ. ດຶງ​ດູດ​ເອົາ​ແຫຼ່ງທຶນ​ຈາກ​ພາຍ​ນອກ​ ໂດຍ​ຜ່ານ​ບັນດາ​ໂຄງການ​ຄົ້ນຄວ້າ​ຢູ່​ຫວຽດນາມ. ​ເພີ່ມ​ທະວີ​ການຈັດ​ຕັ້ງ ​ແລະ ​ເປັນ​ເຈົ້າ​ພາບ​ກອງ​ປະຊຸມ ສຳ​ມະ​ນາ​ວິທະຍາສາດ​ສາກົນ​ຢູ່​ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ສຳ​ມະ​ນາ​ວິທະຍາສາດ​ຢູ່​ຕ່າງປະ​ເທດ. ຈັດ​ຕັ້ງ​ງານ​ວາງສະ​ແດງ​ແນະນຳຜົນສຳ​ເລັດວິທະຍາສາດ​-​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກຳ​ໃໝ່, ທັນ​ສະ​ໄໝ​ຂອງ​ຕ່າງປະ​ເທດ ​ແລະ ຂອງ​ຫວຽດນາມ.

ທີ​ສາມ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງຕາໜ່າງຜູ້ຕາງໜ້າວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ​ຢູ່​ຕ່າງປະ​ເທດ. ດຶງດູດຜູ້​ຊ່ຽວຊານ ນັກວິທະຍາສາດ ທີ່​ເປັນ​ຄົນ​ຕ່າງປະ​ເທດ, ຄົນ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໃຫ້​ເຂົ້າ​ຮ່ວມ​ໃນ​ບັນດາ​ໂຄງການ ​ແຜນ​ງານ​ການ​ຄົ້ນຄວ້າ, ບຳລຸງ​ກໍ່ສ້າງ​ກຳລັງ​ຄົນ​ສຳລັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ກໍ່​ຕັ້ງ​ບັນດາ​ໜ່ວຍ​ງານ​ຄົ້ນຄວ້າ​ທີ່​ແຂງ​ແຮງ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ ໃຫ້​ຄວາມ​ສຳຄັນ​ແກ່ບັນດາ​ໜ່ວຍ​ງານ​ຄົ້ນຄວ້າໜຸ່ມ.

ທີ​ສີ່, ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ເນື້ອ​ໃນ, ​ແຜນການ​ຮ່ວມ​ມື​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີລະດັບ​ຊາດ ກັບ​ບັນດາ​ປະ​ເທດ​ທີ່​ແຂງ​ແຮງ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແລະ ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ. ກໍ່ຕັ້ງ​ບັນດາ​ສູນ​ຄົ້ນຄວ້າ​ວິທະຍາສາດ​ທີ່​ດີ​ເດັ່ນ ບົນ​ພື້ນຖານ​ຮ່ວມ​ມື​ຍາວ​ນາມ​ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງ​ຄົ້ນຄວ້າ​ວິທະຍາສາດ​ຂ​ອງຫວຽດນາມ ​ແລະ ຂອງ​ຕ່າງປະ​ເທດ. ທົດ​ລອງ​ຮ່ວມ​ມື​ກໍ່ສ້າງ​ສະ​ຖາ​ບັນວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝບາງ​ແຫ່ງ ທີ່​ມີ​ທຶນປະກອບ​ຂອງ​ຕ່າງປະ​ເທດ​ຢູ່​ຫວຽດນາມ.

ທີ​ຫ້າ, ກໍ່ສ້າງຕາໜ່າງຜູ້​ຊ່ຽວຊານ​ຊອກ​ຫາ​ເຕັກ​ໂນ​ໂລ​ຊີ, ຮຽບຮຽງ​ຂຽນລາຍ​ງານກ່ຽວ​ກັບ​ຂ່າວສານ​ເຕັກ​ໂນ​ໂລ​ຊີ​ສາກົນ, ສຳ​ເນົາເຕັກ​ໂນ​ໂລ​ຊີສາກົນ ​ແລະ ລາຍ​ງານ​ອື່ນ​ທີ່​ກ່ຽວ​ພັນ​ເຖິງ​ທ່າ​ອຽງພັດທະນາເຕັກ​ໂນ​ໂລ​ຊີ ຢູ່​ປະ​ເທດ​ທີ່​ກ່ຽວ ​ແລະ ຢູ່​ໃນ​ໂລກ. ຈັດ​ຕັ້ງ​ໜ່ວຍ​ຊ່ຽວຊາມ​ຕາມ​ແຕ່ລະ​ຂົງ​ເຂດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ທີ່​ບຸລິມະສິດ​ຂອງ​ປະ​ເທດ, ສົມທົບ​ລະຫວ່າງຜູ້ຊ່ຽວຊານ​ເຕັກ​ໂນ​ໂລ​ຊີ ກັບ​ຜູ້​ຊ່ຽວຊານຄຸ້ມ​ຄອງ​ບໍລິຫານ​ເຕັກ​ໂນ​ໂລ​ຊີ; ຈັດ​ຕັ້ງ​ກອງ​ປະຊຸມ ສຳ​ມະ​ນາ​ວິທະຍາສາດ; ປຶກສາ​ຫາລື​ບັນຫາ​ສະ​ເພາະ, ​ແລກ​ປ່ຽນ​ລະຫວ່າງ​ບັນດາ​ໜ່ວຍຊ່ຽວຊານ​ຊອກ​ຫາເຕັກ​ໂນ​ໂລ​ຊີ ກັບ​ບັນດາ​ວິ​ສາ​ຫະກິດ, ຈັດ​ຕັ້ງ​ສຳນັກງານ​ອົງການ​ໃນ​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງການຊອກ​ຫາເຕັກ​ໂນ​ໂລ​ຊີຂອງ​ຕ່າງປະ​ເທດ; ດຳ​ເນີນ​ການ​ທົດ​ລອງ​ສົ່ງ​ນັກວິທະຍາສາດ-​ເຕັກ​ໂນ​ໂລ​ຊີໜຸ່ມ​ຂອງ​ຫວຽດນາມ ​ໄປ​ເຮັດ​ວຽກ​ໃນ​ບັນດາ​ວິ​ສາ​ຫະກິດເຕັກ​ໂນ​ໂລ​ຊີຂອງ​ໂລກ.

ທີ​ຫົກ, ກໍ່ສ້າງບັນຊີ​ລາຍ​ຊື່ເຕັກ​ໂນ​ໂລ​ຊີ ທີ່​ຕ້ອງການ​ຊອກ​ຫາ (ປະກອບ​ດ້ວຍ ຄວາມ​ຕ້ອງການ​ທາງ​ດ້ານ​ເຕັກນິກ, ຫຼັກ​ດຳ​ເນີນເຕັກ​ໂນ​ໂລ​ຊີ; ຈຸດປະສົງ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ ທີ່​ຕ້ອງການ​ຊອກ​ຫາ; ​ແຫຼ່ງກຳມະສິດເຕັກ​ໂນ​ໂລ​ຊີ ທີ່​ພວມ​ຊອກ​ຫາ (ປະ​ເທດ, ​ເຈົ້າ​ກຳມະສິດເຕັກ​ໂນ​ໂລ​ຊີ, ລັກສະນະ​ພິ​ເສດ​ຂອງເຕັກ​ໂນ​ໂລ​ຊີ); ຄວາມ​ສາມາດ​ຮັບ​ເອົາ​ເຕັກ​ໂນ​ໂລ​ຊີ ​ຂອງ​ອົງການ​ຈັດ​ຕັ້ງ​ການ​ຮັບ​ເອົາເຕັກ​ໂນ​ໂລ​ຊີ) ​ແລະ ຈັດ​ຕັ້ງ​ການຊອກ​ຫາເຕັກ​ໂນ​ໂລ​ຊີ. ກໍ່ສ້າງ ​ແລະ ຊ່ວຍ​ໜູນ​ການ​ປະຕິບັດບັນດາ​ໂຄງການ​ມອບ​ໂອນເຕັກ​ໂນ​ໂລ​ຊີ. ປັບປຸງ​ບູລະນະ​ລະບົບ​ກົນ​ໄກ ນະ​ໂຍບາຍ ​ແລະ ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ./.

ຂຽນ​ໂດຍ ຫງວຽນ​ກວັນ
ກຳມະການ​ສູນ​ກາງ​ພັກ,
ລັດຖະມົນຕີ​ວ່າການ​ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ

--------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 874 (​ເດືອນ​ສິງຫາ 2015)

(1) ມະຕິ​ຕົກລົງ​ສະບັບ​ທີ 538/QĐ-TTg ລົງ​ວັນ​ທີ 16 ​ເມສາ 2014 ​ແລະ ມະຕິ​ຕົກລົງ​ສະບັບ​ທີ 1069/QĐ-TTg ລົງ​ວັນ​ທີ 4 ກໍລະກົດ 2014 ຂອງ​ນາຍົກລັດຖະມົມຕີ ​ແຫ່ງ ສສ.ຫວຽດນາມ.