ສະເຫຼີມສະຫຼອງວັນສ້າງຕັ້ງສະພາແຫ່ງຊາກ ຫວຽດນາມ ຄົບຮອບ 70 ປີ
ວກ.ອອນໄລ - ຕອນເຊົ້າວັນທີ 6 ມັງກອນ 2016, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະກຳມະການສູງກາງແນວໂຮງແຫ່ງຊາດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ ວັນເລືອກຕັ້ງທົ່ວໄປເລືອກຕັ້ງສະພາແຫ່ງຊາດຫວຽດນາມ ຄົບຮອບ 70 ປີ (ວັນທີ 6 ມັງກອນ 1946 – ວັນທີ 6 ມັງກອນ 2016) ຢ່າງສົມກຽດ.
ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວປະໄສທີ່ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະພາແຫ່ງຊາດຫວຽດນາມ ຄົບຮອບ 70 ປີ. (ພາບ: TTXVN)
ເປັນກຽດເຂົ້າຮ່ວມພິທີສະເຫຼີມສະຫຼອງມີ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ; ທ່ານ ເຮັງ ຊຳຣີນ ປະທານສະພາແຫ່ງຊາດ ແຫ່ງລາຊະອານາຈັກກຳປູເຈຍ ພ້ອມດ້ວຍຜູ້ຕາງໜ້າຄະນະທູຕານຸທູດ ແລະ ບັນດາອົງການສາກົນປະຈຳທີ່ຮ່າໂນ້ຍ ເຊິ່ງໄດ້ມາຮ່ວມແລະຊົມເຊີຍອວຍພອນ ສະພາແຫ່ງຊາດແລະປະຊາຊົນຫວຽດນາມ ເມື່ອງໃນໂອກາດສະເຫຼີມສະຫຼອງທີ່ສົມກຽດນີ້.
ກ່າວປາໄສທີ່ພິທີສະເຫຼີມສະຫຼອງ, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍົກໃຫ້ເຫັນແຈ້ງວ່າ: ກ່ອນໜ້ານີ້ 70 ປີ, ວັນທີ 6 ມັງກອນ 1946, ໝາຍວ່າຫຼັງຈາກຍາດເອົາເອກະລາດແຫ່ງຊາດມາໄດ້ພຽງ 5 ເດືອນ, ໂດຍຕອບສະໜອງຄຳຮຽກຮ້ອງຂອງປະທານ ໂຮ່ຈີມິນ, ດ້ວຍຈິດໃຈຮັກຊາດອັນແຮງກ້າ ແລະ ບັນຍາກາກອັນພິລະອາດຫານ ຂອງການປະຕິວັດເດືອນສິງຫາ, ພົນລະເມືອງຫວຽດນາມອາຍຸແຕ່ 18 ປີຂຶ້ນໄປທຸກຄົນ ຢູ່ໃນທົ່ວປະເທດ ໂດຍບໍ່ຈຳແນກຍິງຊາຍ, ຮັ່ງມີທຸກຍາກ, ຊົນຊາດຊົນເຜົ່າ, ສາສະໜາ, ທັດສະນະການເມືອງ..., ໄດ້ຫ້າວຫັນເຂົ້າຮ່ວມການເລືອກຕັ້ງທົ່ວໄປຄັ້ງທຳອິດ ເພື່ອເລືອກຕັ້ງສະພາແຫ່ງຊາດຂຶ້ນ ຕາມຫຼັກການປະຊາທິປະໄຕ ໂດຍກົງ ແລະ ປ່ອນບັດປິດລັບ, ໂດຍບໍ່ຫົວຊາຕໍ່ການທຳລາຍຢ່າງປ່ວງບ້າ ຂອງບັນດາອິດທິກຳລັງຮຸກຮານ ແລະ ພວກປໍລະປັກ.
ເຫດການນີ້ເປັນຫຼັກໝາຍຄຳທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ຂີດໝາຍບາດກ້າວພັດທະນາແບບກະໂດດຂັ້ນທາງດ້ານລະບຽບກົດໝາຍປະຊາທິປະໄຕ, ເປີດສະໄໝໃໝ່ແຫ່ງການພັດທະນາຂອງປະເທດຫວຽດນາມ. ເປັນຄັ້ງທຳອິດໃນປະຫວັດສາດ ທີ່ປະຊາຊົນຫວຽດນາມ, ຜູ້ທີ່ໄດ້ພົ້ນອອກຈາກຊີວິດເປັນຂ້ອຍຂ້າມ້າຕ່າງ ກາຍເປັນພົນລະເມືອງຂອງປະເທດທີ່ມີເອກະລາດ ອິດສະຫຼະພາບ, ຕັດສີນຊະຕາກຳຂອງຕົນໂດຍຕົນເອງ, ຄັດເລືອກເອົາແລະກໍ່ສ້າງລະບອບສາທາລະນະລັດປະຊາທິປະໄຕເອົາເອງ; ຫວຽດນາມບໍ່ພຽງແຕ່ໄດ້ກາຍເປັນປະເທດທີ່ມີເອກະລາດເທົ່ານັ້ນ ຫາກຍັງມີອົງການຕົວແທນໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາຖະໜາ ແລະ ສິດເປັນເຈົ້າຂອງປະຊາຊົນ, ຕາງໜ້າໃຫ້ປະຊາຊົນໃນການຕັດສີນວຽກງານທີ່ສຳຄັນຕ່າງໆຂອງປະເທດ.
ຜົນສຳເລັດຂອງການເລືອກຕັ້ງທົ່ວໄປໃນທົ່ວປະເທດວັນທີ 6 ມັງກອນ 1946 ແມ່ນໄຊຊະນະຂອງຈິດໃຈຮັກຊາດ, ມູນເຊື້ອແຫ່ງການປົກປັກຮັກສາຄວາມເປັນເອກະລາດ ອິດສະຫຼະພາບຂອງຊາດ; ໄຊຊະນະຂອງລະບອບການເມືອງສາທາລະນະລັດປະຊາທິປະໄຕ ເຊິ່ງໄດ້ຮັບການກໍ່ຕັ້ງຂຶ້ນເປັນຄັ້ງທຳອິດຢູ່ໃນດິນແດນປະເທດຫວຽດນາມ; ໄຊຊະນະຂອງແນວທາງການປະຕິວັດທີ່ຖືກຕ້ອງ, ປະດິດສ້າງ ໂດຍແມ່ນພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ ເປັນຜູ້ນຳພາ.
ຜ່ານໄລຍະເວລາ 70 ປີ, ດ້ວຍສະໄໝການເຄື່ອນໄຫວ 13 ຊຸດ, ສະພາແຫ່ງຊາດຫວຽດນາມໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ແລະໄດ້ປະຕິບັດພາລະບົດບາດ, ໜ້າທີ່, ສິດອຳນາດຂອງຕົນຢ່າງມີປະສິດທິຜົນ ຕາມທີ່ລັດຖະທຳມະນູນແລະກົດໝາຍໄດ້ກຳນົດໄວ້. ບັນດາຮຸ່ນສະມາຊິກສະພາແຫ່ງຊາດ ໄດ້ສະແດງອອກແລະເສີມຂະຫຍາຍຄວາມຮັບຜິດຊອບ, ຄຸນທາດ, ສະຕິປັນຍາມານະຈິດເປັນຢ່າງດີ, ສົມກັບເປັນຕົວແທນ ຕາງໜ້າໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນ; ສສ.ຫຼາຍຄົນໄດ້ເຂົ້າຮ່ວມການສູ້ຮົບຢ່າງອົງອາດກ້າຫານ ໄດ້ເສຍສະລະຊີວິດ, ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເຂົ້າເປັນເອກະພາບ, ສ້າງສາແລະປົກປັກຮັກສາປະເທດຊາດຫວຽດນາມ.
ການຂະຫຍາຍຕົວຂອງສະພາແຫ່ງຊາດແມ່ນວິວັດການສືບທອດຕໍ່ເນື່ອງບໍ່ຂາດສາຍ, ປ່ຽນແປງໃໝ່ແລະປັບປຸງບູລະນະ ທັງດ້ານການຈັດຕັ້ງແລະການເຄື່ອນໄຫວ ຢ່າງບໍ່ຢຸດຢັ້ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ໜ້າທີ່ຂອງແຕ່ລະໄລຍະການປະຕິວັດ. ດ້ວຍຖານະທີ່ຕັ້ງເປັນອົງການຕົວແທນສູງສຸດຂອງປະຊາຊົນ, ອົງການອຳນາດລັດສູງສຸດຂອງປະເທດ, ດັ່ງນັ້ນ ຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ທີ່ວາງອອກມາໃຫ້ສະພາແຫ່ງຊາດໃນເວລາຕໍ່ໜ້າ ແມ່ນໜັກໜ່ວງທີ່ສຸດ. ພ້ອມກັບການຍູ້ແຮງການເຄື່ອນໄຫວນິຕິບັນຍັດ, ຕອບສະໜອງຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ຮັກສາຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ຂອງປະເທດຊາດບ້ານເມືອງ, ສະພາແຫ່ງຊາດຕ້ອງສືບຕໍ່ປ່ຽນແປງໃໝ່ ຍົກສູງປະສິດທິຜົນຂອງການເຄື່ອນໄຫວຕິດຕາມກວດກາ, ສຸມໃສ່ຕິດຕາມກວດກາບັນດາບັນຫາທີ່ໃຫຍ່, ຮ້ອນເຄືອງ ໃນຊີວິດເສດຖະກິດ-ສັງຄົມ; ເພີ່ມທະວີການຕິດຕາມກວດກາບັນຫາສະເພາະ, ການເຄື່ອນໄຫວຊັກຖາມ ອະທິບາຍບັນຫາຊັກຖາມຢູ່ທີ່ສະພາແຫ່ງຊາດ ບັນດາອົງການຂອງສະພາແຫ່ງຊາດ ແລະ ຕິດຕາມກວດກາການປະຕິບັດຄວາມສະຫລຸບ, ຄວາມສະເໜີແນະພາຍຫຼັງການຕິດຕາມກວດກາ; ເຊື່ອມຕິດການຕິດຕາມກວດກາຂອງສະພາແຫ່ງຊາດ ກັບການກວດກາຂອງພັກ, ການຕິດຕາມກວດກາຂອງແນວໂຮມປະເທດຂາດ, ຂອງບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ຂອງປະຊາຊົນ. ພ້ອມກັນນັ້ນ, ສະພາແຫ່ງຊາດສືບຕໍ່ຍົກສູງຄຸນນະພາບຂອງການຕັດສີນຕົກລົງບັນດາບັນຫາສຳຄັນ ຂອງປະເທດຊາດ ຕາມທິດມີເນື້ອແທ້ແທດຈິງ, ຮັບປະກັນຜົນປະໂຫຍດຂອງຊາດ, ສອດຄ່ອງກັບເຈດຈຳນົງ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນ, ເປັນຕົ້ນແມ່ນການຕັດສີນຕົກລົງແຜນການພັດທະນາເສດຖະກິດ-ສັງຄົມ, ການຕົກລົງກ່ຽວກັບການເງິນ, ງົບປະມານແຫ່ງລັດ, ກ່ຽວກັບການຈັດຕັ້ງກົງຈັກແຫ່ງລັດ, ກ່ຽວກັບໂຄງການ ກິດຈະການສຳຄັນລະດັບຊາດ; ຍູ້ແຮງການເຄື່ອນໄຫວພົວພັນຕ່າງປະເທດ, ຫັນເປັນລະອຽດຕໍ່ແຜນນະໂຍບາຍເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນ, ຍາດແຍ່ງເອົາເງື່ອນໄຂອັນສະດວກດີຕ່າງໆ ເພື່ອຜັນຂະຫຍາຍການເຄື່ອນໄຫວການທູດລັດຖະສະພາ ຢ່າງແຂງແຮງກວ່າອີກ, ປະກອບສ່ວນປະຕິບັດແນວທາງການຕ່າງປະເທດທີ່ເປີດກວ້າງ, ຫຼາຍຮູບແບບ ຫຼາຍກ້ຳຫຼາຍຝ່າຍ ຂອງພັກແລະລັດ ໃຫ້ບັນລຸຜົນສຳເລັດ.
ກ່າວປາໄສທີ່ພິທີສະເຫຼິມສະຫຼອງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນວ່າ: ຜ່ານການຜັນຜວນຂອງປະຫວັດສາດ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມຜູ້ສະຫງ່າອົງອາດ, ສະພາແຫ່ງຊາດຍາມໃດກໍຕິດພັນສະໜິດແໜ້ນກັບປະຊາຊົນ, ຖືເອົາກຳລັງແຮງຂອງປະຊາຊົນໃນຕົວຂອງຕົນ, ໄປພ້ອມກັນກັບປະຊາຊົນທັງຊາດໃນການຕໍ່ສູ້ຍາດເອົາເອກະລາດ ອິດສະຫຼະພາບ ແລະ ໂຮມປະເທດຊາດເຂົ້າເປັນເອກະພາບ ກໍຄືໃນພາລະກິດການສ້າງສາ, ປົກປັກຮັກສາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ທ່ານປະທານສະພາແຫ່ງຊາດຊີ້ແຈງວ່າ: ສະເຫຼີມສະຫຼອງວັນເລືອກຕັ້ງທົ່ວໄປໃນທົ່ວປະເທດຄັ້ງທຳອິດ ຄົບຮອບ 70 ປີ, ພວກເຮົາແຕ່ລະຄົນລ້ວນແຕ່ມີຄວາມເອກອ້າງທະນົງໃຈ ກ່ຽວກັບມູນເຊື້ອອັນສະຫງ່າງາມ ແລະ ເຊື່ອໝັ້ນຕໍ່ຄວາມກ້າແກ່ນ ຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ແລະ ສສ. ແຕ່ລະຄົນ; ພ້ອມກັນນັ້ນ ນີ້ກໍເປັນໂອກາດເພື່ອທວນຄືນບັນດາເສັ້ນທາງປະຫວັດສາດທີ່ໄດ້ຜ່ານມາ, ເພື່ອສືບທອດ ແລະ ຂະຫຍາຍບັນດາຄຸນຄ່າຍອດດີ, ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງແລະການເຄື່ອນໄຫວຂອງສະພາແຫ່ງຊາດ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການນັບມື້ນັບສູງ ຂອງການສ້າງສາພັດທະນາປະເທດ ແລະ ຄວາມຄອງຄອຍຂອງປະຊາຊົນ.
ຕາງໜ້າບັນດາ ສສ.ຂອງສະພາແຫ່ງຊາດຊຸດຕ່າງໆ, ສະຫາຍ ເຈືອງມີ້ຮວາ, ອະດີດເລຂາທິການສູນກາງພັກ, ອະດີດຮອງປະທານປະເທດ, ເປັນ ສສ.ຂອງສະພາແຫ່ງຊາດຊຸດທີ IX, X, XI ໄດ້ລຶ້ມຄືນວິວັດການເຮັດວຽກ, ການອຸທິດ ພ້ອມດ້ວຍຄວາມຊົງຈຳ, ສິ່ງປະທັບໃຈທີ່ບໍ່ອາດຈະຈາງຫາຍໄປໄດ້ ໃນວັນເດືອນປີແຫ່ງການເຄື່ອນໄຫວຢູ່ສະພາແຫ່ງຊາດ: “ໃນເວລາ 15 ປີແຫ່ງການເຄື່ອນໄຫວຢູ່ເວທີສະພາ, ໄດ້ຮ່ຳຮຽນຕາມແບບຢ່າງ ຊາບຊືມແນວຄິດຂອງປະທານໂຮ່ຈີມິນ ແລະ ຂອງພັກກອມມູນິດຫວຽດນາມ ທີ່ວ່າ “ປະເທດຕ້ອງຖືເອົາປະຊາຊົນເປັນກົກຮາກ”, ຂ້າພະເຈົ້າຢຶດໝັ້ນຢູ່ສະເໝີວ່າ ການຮັບຟັງ ຮ່ຳຮຽນຈາກປະຊາຊົນເປັນພື້ນຖານຂອງວຽກງານ, ຜ່ານສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຂ້າພະເຈົ້າສະສົມເພີ່ມເຕີມຄວາມຮູ້, ບົດຮຽນອັນປະເສີດ; ພ້ອມກັນນັ້ນກໍດີໃຈທີ່ເຫັນວ່າ ສສ. ຫຼາຍຄົນກໍໄດ້ສຸດອົກສຸດໃຈ, ສຸມກຳລັງຄວາມສາມາດ, ປະກອບເຫື່ອແຮງແລະສະຕິປັນຍາຂອງຕົນ ໃຫ້ແກ່ພາລະກິດປ່ຽນແປງໃໝ່ ຂອງສະພາແຫ່ງຊາດ, ເພື່ອຄວາມຈະເລີນພັດທະນາຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ.
ຕາງໜ້າບັນດາ ສສ.ໜຸ່ມ ແລະ ຊາວໜຸ່ມຫວຽດນາມ, ສະຫາຍ ຫງວຽນດັກວິງ, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມຸນິດໂຮ່ຈີມິນ, ສສ. ຂອງສະພາແຫ່ງຊາດຊຸດທີ XIII, ໄດ້ປາໄສ ສະແດງຄວາມຮູ້ສຶກຢ່າງເລິກເຊິ່ງຕໍ່ຜົນງາການປະຕິວັດ. ສະຫາຍເວົ້າວ່າ: ໃນການເລືອກຕັ້ງທົ່ວໄປຄັ້ງທຳອິດ ວັນທີ 6 ມັງກອນ 1946, ຜູ້ແທນຫຼາຍຄົນໃນໄວໜຸ່ມ ມີກຽດໄດ້ຮັບຄວາມເຊື່ອຖືຂອງປະຊາຊົນ ແລະ ຖືກເລືອກຕັ້ງເປັນ ສສ.ຂອງສະພາແຫ່ງຊາດຊຸດທຳອິດ.
ໃນຕະຫຼອດ 70 ປີແຫ່ງການກໍ່ຕັ້ງ ແລະ ຂະຫຍາຍຕົວຂອງສະພາແຫ່ງຊາດ, ຜ່ານ 13 ຊຸດ, ການເລືອກເອົາຜູ້ຄົນໜຸ່ມນ້ອຍ ເພື່ອສະເໜີໃຫ້ອອກສະໝັກຮັບເລືອກຕັ້ງເປັນ ສສ. ໄດ້ຮັບຄວາມເອົາໃຈໃສ່ທີ່ສຸດ; ຈຳນວນແລະຄຸນນະພາບຂອງ ສສ.ໜຸ່ມ ໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ; ອັດຕາສ່ວນ ສສ.ໜຸ່ມ ອາຍຸບໍ່ເຖິງ 40 ປີບັນລຸສະເຫຼ່ຍປະມານ 15%, ໃນນັ້ນ ຊຸດທີ I ບັນລຸສູງສຸດເຖິງ 70,7%. ສຳລັບ ສສ.ໜຸ່ມ, ເປັນສະມາຊິກຂອງອົງການອຳນາດສູງສຸດ ແມ່ນກຽດອັນສະຫງ່າ, ເປັນໂອກາດເພື່ອຝຶກຝົນຫຼໍ່ຫຼອມຕົວເອງ, ແຕ່ພ້ອມກັນນັ້ນກໍຮຽກຮ້ອງຕ້ອງການຄວາມຮັບຜິດຊອບອັນໜັກໜ່ວງໃຫຍ່ຫຼວງ ໃນຖານະເປັນຕົວແທນໃຫ້ແກ່ປະຊາຊົນ.
ໂດຍ ວກອ.