ວກ.ອອນ​ໄລ - ​ໃນ​ການ​ຢ້ຽມຢາມ​ປະ​ເທດ​ຈີ​ນຢ່າງ​ເປັນ​ທາງ​ການ​ ຂອງທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ບັນດາ​ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ແລ​ກປ່ຽນຄວາມ​ເຫັນ​ຢ່າງ​ຈິງ​ໃຈ, ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ຫຼາຍບັນຫາ​ ດ້ວຍ​ຄວາມ​ປາຖະໜາ​ເພີ່ມ​ທະວີຄວາມ​ເຊື່ອ​ຖື​ດ້ານ​ການ​ເມືອງ ​ເພື່ອ​ຜົນປະໂຫຍດຮ່ວມກັນ, ​ເພື່ອ​ຊີວິດ​ສັນຕິ​ສຸກ, ອີ່ມ​ໜຳ​ສຳລານ​ ຂອງ​ປະຊາຊົນ​ສອງ​ປະ​ເທດຫວຽດນາມ - ຈີນ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ພົບປະກັບທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ ທີ່ມາຢາມຫວຽດນາມໃນເດືອນພະຈິກ 2015 (ພາບ: TTXVN)

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງທ່ານ ຈາງ ​ເຕີ້​ຈຽງ ກຳມະການ​ປະຈຳ​ກົມ​ການ​ເມືອງພັກ​ກອມ​ມູນິດຈີນ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ແຫ່ງ ສປ.ຈີນ, ທ່ານ​ ຫງວຽນ​ຊິງ​ຮຸ່ງ ກຳມະການ​ກົມ​ການ​ເມືອງ​ພັກ​ກອມ​ມູນິດ​ຫວຽດນາມ ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ​ ສສ.ຫວຽດນາມ ​ໄດ້​ນຳ​ໜ້າຄະນະຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່​ງຊາດຫວຽດນາມ ​ໄປ​ຢ້ຽມຢາມສັນຖະວະ​ໄມຕີ​​ປະ​ເທດ ສປ.ຈີນ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 23 ຫາ 27 ທັນວາ 2015. ຕໍ່​ຈາກ​ການ​ຢ້ຽມຢາມ​ປະ​ເທດ​ຈີນ​ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ ຫງວຽນ​ຝູຈ້ອງ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ​ໃນ​ເດືອນ ​ເມສາ 2015 ​ແລະກາ​ນຢ້ຽມຢາມຂັ້ນ​ລັດ​ທີ່​ຫວຽດນາມ​ຂອງທ່ານ ​ສີ ຈິ້ນຜິ​ງ ເລຂາ​ທິການ​ໃຫຍ່ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດຈີນ ​ໃນ​ເດືອນ​ພະຈິກ 2015, ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ປະ​ເທດ​ຈີນ​ຢ່າງ​ເປັນ​ທາງ​ການ ​ຂອງທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​​ແຫ່ງຊາດຫວຽດນາມໃນຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ຄວາມ​ຮັບ​ຮູ້​ລວມທີ່​ບັນລຸ​ໄດ້​ລະຫວ່າງ​ການນຳຂັ້ນ​ສູງ​ຂອງ​ສອງ​ປະ​ເທດ.

​ໃນ​ການ​ຢ້ຽມຢາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ພົບ​ປະ​ກັບ​ທ່ານ ​ສີ ຈິ້ນຜິ​ງ ເລຂາ​ທິການ​ໃຫຍ່ ປະທານ​ປະ​ເທດຈີນ; ພົບ​ປະ​ກັບ​ທ່ານ ຢູ ​ເຈ​ງຊີງ ປະທານ​ການ​ປະຊຸມ​ປຶກສາ​ຫາລື​ການ​ເມືອງ​ປະຊາຊົນ​ຈີນ; ພົບປະ​ຫາ​ລື​ກັບ​ທ່ານ ຈາງ ​ເຕີ້​ຈຽງ ກຳມະການ​ປະຈຳ​ກົມ​ການ​ເມືອງພັກກອມມູນີດຈີນ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ່​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ການ​ຕ່າງປະ​ເທດ​ປະຊາຊົນ​ຈີນ; ​ຢາມ​ແລະ​ໂອ້​ລົມ​ກັບ​ພະນັກງານ​ສະ​ຖາມ​ຄູດຫວຽດນາມຢູ່​ປັກ​ກິ່ງ. ​ໃນ​ໂຄງການ​ຢ້ຽມຢາມ​ບາງ​ທ້ອງ​ຖີ່​ນຂອງ​ຈີນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ພົບ​ປະ​ທ່ານ ສື ທູ​ຖິງ ​ເລຂາ​ພັກ​ແຂວງ ປະທານ​ສະພາປະຊາຊົນ​ແຂ​ວງ ຮູ​ໜານ; ​ໄປຢາມ​ອະນຸສອນ​ສະຖານປະທານ ​ເໝົາ ​ເຈີ໋ຕົງ; ຕ້ອນຮັບ​ທ່ານ ຮ່ອງ ຫຼົງ​ຢູນ ປະທານ​ສະພາ​ປະຊາຊົນ​ແຂວງ ກວາງຕຸ້ງ. ​ໃນ​ການ​ຢ້ຽມຢາມ​ປະ​ເທດ​ຈີນ​ຄັ້ງ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ ຈາງ ​ເຕີ້​ຈຽງ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ ​ໄດ້​ປຶກສາ​ຫາລື ​ແລກປ່ຽນ​ຢ່າງ​ກວ້າງຂວາງເລິກ​ເຊິ່ງ ກ່ຽວ​ກັບ​ວິທີ​ການ ​ແລະ ມາດ​ຕະການ​ຕ່າງໆ ​ເພື່ອ​ຊຸກ​ຍູ້​ຄວາມ​ພົວພັນ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ການ​ນຳ​ຂັ້ນ​ສູງ, ບັນດາ​ຄະນະ​ກຳມາທິການ ອົງການຂອງ​ສະພາ​ແຫ່ງ​ຊາດ​ຂອງສອງ​ປະ​ເທດ; ສອງ​ຝ່າຍກໍ​ໄດ້​ລົງ​ນາມ​ໃນ​ຄວາມ​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຂອງສອງ​ປະ​ເທດ, ​ເປີດ​ໄລຍະ​ໃໝ່​​ໃຫ້​ແກ່​ຄວາມ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອົງການ​ນິຕິບັນຍັດ​ຂອງ​ສອງ​ປະ​ເທດ.

ກ່ຽວ​ພັນ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ທະ​ເລ​ຕາ​ເວັນ​ອອກ​ເປັນ​ບັນຫາ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ; ມັນ​ກ່ຽວ​ພັນ​ເຖິງ​ອະທິປະ​ໄຕ, ອຳນາດ​ອະທິປະ​ໄຕ, ອຳນາດ​ພິຈາລະນາ​ຕັດ​ສີນ, ຜົນ​ປະ​ໂຫຍ​ດຫຼັກ ​ແລະ ພ້ອມ​ກັນ​ນັ້ນ​ມັນ​ກໍ​ກ່ຽວພັນ​ເຖິງ​ແນວ​ຄິດ​ຈິດ​ໃຈ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ​ເພາະສະ​ນັ້ນ, ​ແກ້​ໂຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ຕໍ່​ກັບ​ສອງ​ພັກ, ສອງ​ລັດຫວຽດນາມ-ຈີນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເຫັນ​ດີ​ເປັນ​ເອກະສັນ​ກັບ​ທັດສະນະ​ຂອງ​ທ່ານ​ສີ ຈິ້ນ​ຜິ​ງ ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ຈີນ ທີ່​​ວ່າ ລະຫວ່າງ​ສອງ​ຝ່າຍ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ ​ເຊິ່ງ​ບໍ່​ອາດ​ຈະ​ແກ້​ໄຂ​ໃນ​ມື້ໜຶ່ງ​ຍາມ​ດຽວ​ໄດ້. ສິ່ງ​ສຳຄັນ​ແມ່ນ​ສອງ​ຝ່າຍ​ຕ້ອງ​ກວດກາ, ຄວບ​ຄຸມ​ຄຸ້ມ​ຄອງ​ສະພາບ​ການ​ໃຫ້​ດີ; ຕ້ອງ​ຮັບ​ຮູ້​ວ່າ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ສອງ​ຝ່າຍ​ແມ່ນ​ໃຫຍ່​ຫຼວງ​ກວ່າ​ຕັ້ງ​ຫຼາຍ​ທຽບ​ກັບ​ຄວາມ​ແຕກ​ຕ່າງ​ກັນ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ຄວາມ​ປາຖະໜາ​ອັນ​ພື້ນຖານ​ຂອງ​ສອງ​ພັກ, ສອງ​ລັດ​ຫວຽດນາມ - ຈີນ.

ທ່ານ​ເລຂາ​ທິການ​ໃຫຍ່ ປະທານ​ປະ​ເທດແຫ່ງ ​ສປ.​ຈີນ ສີ ຈິ້ນຜິ​ງ ​ເນັ້ນ​ວ່າ​ ສອງ​ຝ່າຍ​ລ້ວນ​ແຕ່​ມີ​ບົດຮຽນ ​ແລະ ຄວາມ​ສາມາດ​ໃນ​ການ​ກວດກາ ​ແລະ ຄວບ​ຄຸມ​ຄຸ້ມ​ຄອງ​ຄວາມ​ແຕກ​ຕ່າງກັນ, ຖ້າ​ຫາກ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ລັດ ພ້ອມ​ກັນ​ຕັດ​ສີນ​ໃຈ​ການ​ເມືອງ ສືບ​ຕໍ່​ເອົາ​ໃຈ​ໃສ່​ຊຸກຍູ້ຄວາມ​ພົວພັນ​ມິດຕະພາບ​ອັນ​​ເປັນມູນ​ເຊື້ອ ຫັນ​ໄປ​ສູ່​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ສອງ​ປະ​ເທດ ​ແມ່ນ​ອາດ​ຈະ​ເຮັດ​ເປັນ​ຢ່າງ​ດີ​ໄດ້. ຢືນຢັນ​ບັນຫາ​​ເຂດ​ທະ​ເລ​ເປັນ​ບັນຫາ​ສຳຄັນ​ທີ່​ສຸດ​ໃນ​ຄວາມ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ມັນ​ຫລຸດຜ່ອນ​ຄວາມ​ເຊື່ອ​ຖືຂອງ​ສອງ​ປະ​ເທດ, ​ເຮັດ​ໃຫ້​ປະຊາຊົນ​ສອງ​ປະ​ເທດກັງວົນ​ໃຈ, ​ເພາະສະ​ນັ້ນ, ​ໃນ​ການ​ພົບ​ປະ​ຫາລື​ເຫຼົ່ນັ້ນ ສອງ​ຝ່າຍ​ໄດ້​​ແລກ​ປ່ຽນຢ່າງ​ກົງ​ໄປ​ກົງ​ມາ​ທີ່​ສຸດ; ພ້ອມ​ກັນ​ນັ້ນ ກໍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ແລກປ່ຽນ, ປຶກສາ​ເຈລະຈາ​ຢ່າງ​ທົນ​ທານ​ໜຽວ​ແໜ້ນ, ​ແລກປ່ຽນ​ແລະ​ກວດກາ​ສະພາບ​ການ​ໃຫ້​ດີ; ບໍ່​ໃຫ້​ເກີດ​ບັນຫາ​ສັບສົນ ​ແລະ ຊອກຫາ​ວິທີ​ແກ້ອັນ​ພື້ນຖານ ຍາວ​ນານ ​ເພື່ອ​ແກ້​ໄຂ​ບັນດາ​ນີ້ບົນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ ​ແລະ ຮັບປະກັນ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ​ເຊິ່ງສອງ​ຝ່າຍ​ສາມາດ​ຍອມຮັບ​ໄດ້.

ການ​ຢ້ຽມຢາມ​ປະ​ເທດ​ຈີນ​​ນີ້ ​ເປັນ​ການ​ຢ້ຽມຢາມ​ຄັ້ງທຳ​ອິດ​ຂອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມພາຍຫຼັງ 8 ປີ (ນັບ​ແຕ່​ປີ 2007) ​ແລະ ​ເປັນ​ການ​ຢ້ຽມຢາມ​ປະ​ເທດ​ຈີນ​ຄັ້ງ​ທຳ​ອິດ​ຂອງທ່ານ​ຫງວຽນ​ຊິງ​ຮຸ່ງ ​ໃນ​ຖານະ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XIII. ​ໃນ​ສະພາບ​ທີ່​ຄວາມ​ພົວພັນຫວຽດນາມ-ຈີນ​ກຳລັງຢູ່​ໃນ​ທ່າ​ອຽງ​ພັດທະນາ​ທີ່​ຕັ້ງໜ້າ, ການ​ຢ້ຽມຢາມ​ປະກອບສ່ວນ​ປະຕິບັດ​ຄວາມ​ຮັບ​ຮູ້​ຮ່ວມ​ກັນ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ປະ​ເທດ ກ່ຽວ​ກັບ​ການ​ຮັກສາ​ການ​ຢ້ຽມຢາມ ພົວພັນ​ຕິດຕໍ່ຂັ້ນ​ສູງ​ຢ່າງ​ເປັນ​ປະຈຳ; ​ແລະ​ກໍ​ເປັນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ຊຸກຍູ້​ການ​ແລກປ່ຽນ ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ​ແລະ ​ແລກ​ປ່ຽນກ່ຽວ​ກັບ​ບັນດາ​ບັນຫາທີ່​ສຳຄັນ​ໃນ​ຄວາມ​ພົວພັນຫວຽດນາມ-ຈີນ. ຜ່ານ​ການ​ຢ້ຽມຢາມ, ຫວຽດນາມຢັ້ງຢືນຢຶດ​ໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ​ຫຼາຍ​ຮູບ​​ແບບ ຫຼາຍ​ກ້ຳ​ຫຼາຍ​ຝ່າຍ; ຍາມ​ໄດ​ກໍ​ໃຫ້​ຄວາມ​ສຳຄັນ​ແລະ​ປາຖະໜາຢາກ​ພັດທະນາ​ຄວາມ​ພົວພັນທີ່​ດີງາມ ​ແລະມີ​ເນື້ອ​ແທ້​ຕົວ​ຈິງກັບ​ຈີນ ບົນ​ພື້ນຖານ​ເຄົາລົບ​ນັບຖືເຊິ່ງກັນ​ແລະ​ກັນ, ສະ​ເໝີ​ພາບ​ ຕ່າງ​ຝ່າຍ​ຕ່ງມີ​ຜົນ​ປະ​ໂຫຍ​ດ; ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ; ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງຫວຽດນາມຢູ່​​ເຂດທະ​ເລ​ຕາ​ເວັນ​ອອກ ບົນ​ພື້ນຖານ​ກົດໝາຍ​ສາກົນ, ກວດກາ​ຄວາມ​ຜິດ​ແຜກ​ແຕກ​ຕ່າງ​ໃຫ້​ດີ, ພ້ອມ​ກັນ​ຮັກສາ​ທ່າ​ອຽງ​ສັນຕິພາບ ສະຖຽນ​ລະ​ພາບ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ຮ່ວມ​ມື ​ແລະການພັດທະນາ​ ຢູ່​ພາກ​ພື້ນ ​ແລະ ​ໃນໂລກ./.

​ສັງ​ລວມໂດຍ ທູ່​ຍລີງ