ວກ. ອອນ​ໄລ - ວັນ​ທີ 21 ມີ­ນາ 2016, ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່​ງຊາດ ​ແຫ່ງສາທາລະນະ​ລັກຝຣັ່ງ ນຳ​ໂດຍ​ທ່ານ ​ເກົາເດີ ບາ​ໂຕ​ໂລ​ນ ປະ­ທານ​ສະ­ພາ​ແຫ່ງ​ຊາດຝລັ່ງ ​ໄດ້ອອກ​ຈາກນະຄອນ ໂຮ່​ຈີມິນ ສຳ​ເລັດສິ້ນ​ສຸດ​ການ​ຢ້ຽມ­ຢາມ​ຢ່າງ​ເປັນ​ທາງ​ການ​ປະ­ເທດຫວຽດ­ນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ຫງວ​ຽນ​ຊິງ​ຮູ່ງ.

ປະທານສະພາແຫ່ງຊາດຫວຽດນາມ ທ່ານ ຫວຽນຊິງຮູ່ງ ແລະ ປະທານສະພາແຫ່ງຊາດຝຣັ່ງ ທ່ານ ເກຼົາເດີ ບາໂຕໂລນ. (ພາບ TTXVN)

ໃນ​ຂອບ​ການ​ຢ້ຽມ­ຢາມ ຫວຽດ­ນາມ (ແຕ່​ວັນ​ທີ 18 ຫາ 21 ມີ­ນາ), ປະ­ທານ​ສະ­ພາ​ແຫ່ງ​ຊາດ ປະ­ເທດ ສາ­ທາ­ລະ­ນະ​ລັດຝຣັ່ງ ທ່ານ ​ເກຼົາ​ເດີ ບາ​ໂຕ​ໂລ​ນ ໄດ້​ມີ​ການ​ພົບ​ປະ​ເຈລະ­ຈາ​ກັບປະ­ທານ​ສະພາ​ແຫ່ງ​ຊາດ ຫວຽນ​ຊິງ​ຮູ່ງ; ຢ້ຽມ​ຄ່ຳ​ນັບ​ເລ­ຂາ­ທິ­ການ​ໃຫຍ່​ພັກກອມ​ມູ​ນິດຫວຽດ­ນາມ ທ່ານ ຫງວ​ຽນ​ຝູ​ຈ້ອງ, ພົບ​ປະ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ກັບ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟູກ; ພົບ​ປະ​ກັບ​ຊື່​ມວນ​ຊົນ​ທີ່​ສະ­ຖານ­ທູດ ສ.ຝຣັ່ງ.

ທ່ານປະທານ​ສະພາ​ແຫ່ງ​ຊາດ​ຝຣັ່ງ ​ກໍ​ໄດ້​ເຂົ້າ​ຮ່ວມ​ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສາ­ກົນ​ໃຊ້​ພາ­ສາ​ຝຣັ່ງ ປີ 2016 ທີ່ໄດ້​ຈັດ​ຕັ້ງ​ຂຶ້ນ​ໃນ​ໂຮງ­ຮຽນ​ມະ­ຫາ­ວິ­ທະ­ຍາ­ໄລ ຮ່າ​ໂນ້ຍ; ພົບ​ປະແລະເຮັດ​ວຽກ​ກັບທ່ານ ຫງວ​ຽນ​ແທ່ງ​ຟອງ​ ປະ­ທານ​ຄະ­ນະ​ກຳ­ມະ­ການ ປະ­ຊາ­ຊົນນະ­ຄອນ ໂຮ່​ຈີມິນ ​ແລະ ໄດ້​ໄປ​ຢ້ຽມ​ຊົມ​ທັດ­ສະ­ນີ​ຍະ​ພາບ​ຂອງຫວຽດ­ນາມ ບາງ​ແຫ່ງ.

ຢູ່​ທີ່​ບັນ­ດາ​ການ​ພົບ​ປະຫາລື​ນັ້ນ ​ສອງ​ຝ່າຍ​ໄດ້​ສະ­ແດງ​ຄວາມ​ເຊື່ອ​ໝັ້ນ ແລະ ຢືນ­ຢັນ​ວ່າ: ຈະ​ພະ­ຍາ­ຍາມ​ເຮັດ​ໃຫ້­ການ​ພົວ­ພັນ​ຮ່ວມ​ມື​ດ້ານ​ລັດ​ຖະ​ສະ­ພາງະ​ຫວ່າງ​ສອງ​ປະ​ເທດ ​ຂຶ້ນ​ເປັນ​ລະ­ດັບ​ໃໝ່, ນຳ​ເອົາ​ຜົນ​ປະ­ໂຫຍດ​ມາ​ໃຫ້​ປະ­ຊາ­ຊົນ​ທັງ​ສອງ​ປະ­ເທດ ເພື່ອ​ຄວາມ​ສັນ­ຕິ­ພາບ ແລະ ວັດ­ທະ­ນາ​ຖາ­ວອນ​ໃນ​ໂລກ.

ສອງ​ຝ່າຍ​ກໍ່​ໄດ້​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມ­ຢາມ​ຄັ້ງ​ນີ້​ຈະ​ເປັນ​ຂີດ​ໝາຍ​ອັນ​ສຳ­ຄັນ, ຍົກ​ລະ­ດັບ​ການ​ພົວພັນ​ຮ່ວມ​ມື​ລະ­ຫວ່າງ​ສອງ​ອົງ­ການ​ນິ­ຕິ­ບັນ­ຍັດ ແລະ ເປັນ​ການ​ປະ­ກອບ​ສ່ວນທີ່​ສຳ­ຄັນ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ສາຍ​ພົວ­ພັນ​ຍຸດ​ທະ​ສາດ​ຂອງ​ສອງ​ປະ­ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ ແລະ ມີ​ປະ​ສິດ­ທິ​ຜົນ​ກວ່າອີກ.

ທີ່​ການ​ພົບ​ປະ​ຫາລື, ທ່ານປະ­ທານ​ສະ­ພາ​ແຫ່ງ​ຊາດ ຫງວ​ຽນ​ຊິງ​ຮູ່ງ ໃຫ້​ຮູ້​ວ່າ: ສະ­ພາ​ແຫ່ງ​ຊາດ ຫວຽດ­ນາມ​ພ​ວມກໍ່​ສ້າງປັບປຸງ​ລະ­ບົບ​ກົດ­ໝາຍ​ໃຫ້​ສົມ­ບູນ​ແບບ​ເທື່ອ​ລະ​ກ້າວ ແລະ ສອດ­ຄ່ອງ​ກັບ​ລັດ​ຖະ​ທຳ​ມະນູນ​ປີ 2013, ໃນ​ນັ້ນ​ມີ​ກົດ­ໝາຍ​ຫຼາຍ​ສະ­ບັບ​ທີ່​ກ່ຽວ­ຂ້ອງ​ເຖິງ​ດ້ານ​ເສດ­ຖະ­ກິດ, ການ​ຄ້າ ແລະ ການ​ລົງທຶນ. ກົດໝາຍ ຫວຽດ­ນາມ ຍາມ​ໃດ​ກໍ່​ຮັກ­ສາ​ສິດ ແລະ ຜົນ​ປະ­ໂຫຍດ​ຖືກ​ກົດ­ໝາຍ​ຂອງ​ບັນ­ດາ​ນັກລົງທຶນ​ຕ່າງປະ​ເທດ, ໃນ​ນັ້ນ​ມີ​ບັນ­ດາ​ນັກ​ລົງ­ທຶນ​ຂອງ​ຝຣັ່ງ. ທ່ານ​ປະ­ທານ​ສະ­ພາ​ແຫ່ງ​ຊາດ​ສະ­ເໜີ​ວ່າ: ໃນ​ໄລ­ຍະ​ເວລາ​ຕໍ່ໜ້າ, ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ, ພິ­ເສດ​ແມ່ນ​ໃນ​ຂົງ­ເຂດ​ຄົມມະນາ­ຄົມ, ກະ­ສິ­ກຳ, ການ​ຢາ, ສາ­ທາ­ລະ­ນະ​ສຸກ, ວິ­ທະ­ຍາ­ສາດ, ການ​ສຶກ​ສາ, ກໍ່­ສ້າງ​ແຫຼ່ງ​ບຸກ​ຄະ­ລາ​ກອນ,...ຜ່ານ​ນັ້ນ​ຈະ​ຊ່ວຍ​ໃຫ້ ຫວຽດ­ນາມ​ເຊື່ອມ​​ໂຍງ​ສາ­ກົນ, ເພີ່ມ​ທະ­ວີ​ການ​ເຂົ້າ­ໃຈ​ລະ­ຫວ່າງ​ປະ­ຊາ­ຊົນ​ສອງ​ປະ­ເທດ. ສອງ​ຝ່າຍ​ຕ້ອງ​ເອົາ­ໃຈ­ໃສ່​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ­ຫງົບ ແນ­ໃສ່​ປະກອບ­ສ່ວນ​ເຂົ້າ​ໃນ​ການ​ຮັກ­ສາ​ຄວາມ​ສະ­ຫງົບ, ສັນ­ຕິ­ພາບ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

ປະ­ທານ​ສະ­ພາ​ແຫ່ງ​ຊາດ ຫງວ​ຽນ​ຊິງ​ຮູ່ງ ໃຫ້​ທັດ­ສະ­ນະ​ວ່າ ເພື່ອ​ເຮັດ​ໃຫ້​ສາຍ​ພົວ­ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ­ເທດ​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ແລະ ໄປ​ສູ່​ລວງ​ເລິກ, ພັກ​ທີ່​ເປັນ​ຜູ້​ກຳ​ອຳ​ນຢູ່​ທັງ​ສອງ​ປະເທດ, ສະ­ພາ​ແຫ່ງ​ຊາດ, ຄະ­ນະ​ກຳ­ມະ­ການ​ປະ­ສົມ ແລະ ພິ­ເສດ​ແມ່ນ​ວິ​ສາ​ຫະ​ກິດ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ສອງປະ​ເທດ​ຕ້ອງ​ເພີ່ມ​ທະ­ວີ​ການ​ພົວ­ພັນ, ແລກ­ປ່ຽນ, ເລ່ງ​ທວງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ­ເຂດ​ທີ່​ສອງ​ຝ່າຍ​ມີ​ທ່າແຮງ.

ກ່ຽວ​ກັບ​ສະ­ພາບ​ການ​ໃນ​ທະ­ເລ​ຕາ­ເວັນ​ອອກ, ທ່ານ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ຫງວ​ຽນ​ຊິງ​ຮູ່ງ ຫວັງ​ວ່າ ສະ­ພາ​ແຫ່ງ​ຊາດ ຝຣັ່ງ ຕັ້ງ​ໜ້​າສະ​ໜັບ​ສະ​ໜູນ ຫວຽດ­ນາມ​ໃນ​ການ​ຮັບ­ປະ­ກັນ​ຄວາມ​ໝັ້ນ­ຄົງ​ໃນ​ການ​ເດີນ​ທະ­ເລ ແລະ ຕໍ່­ສູ້​ເພື່ອ​ຄັດ­ຄ້ານ​ການ​ເຄື່ອນ­ໄຫວ​ນຳ​ໃຊ້​ກຳ­ລັງ​ການ​ທະ­ຫານ​ຢູ່​ທະ­ເລ​ຕາ­ເວັນ​ອອກ; ພ້ອມ​ກັນ​ແລກ­ປ່ຽນ ປຶກ­ສາ​ຫາ­ລື ແລະ ເຄົາ­ລົບ​ນັບ­ຖື​ກົດ­ໝາຍ​ສາ­ກົນ​ໃນ​ການ​ແກ້​ໄຂຄວາມຂັດ​ແຍ່ງ​ກັນ​ໃນ​​ເຂດທະ­ເລ.

ເຫັນ​ດີ​ເປັນ​ເອກະ​ພາບ​ຢ່າງ​ສູງ​ກັບຂໍ້​ສະ­ເໜີ​ຕ່າງຂອງ​ທ່ານ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ຫວຽນ​ຊິງ​ຮູ່ງ, ທ່ານ ​ເກຼົາ​ເດີ ບາ​ໂຕ​ໂລ​ນ ໄດ້​ຢືນ­ຢັນ​ວ່າ: ປະ­ຊາ­ຊົນ ຝຣັ່ງ ກໍ່​ຄື​ປະ­ຊາ­ຊົນ ຫວຽດ­ນາມ ຍາ​ມໃດ​ກໍ່​ປາຖະໜາແລະຮັກ­ຫອມ​ສັນ­ຕິ­ພາບ. ດັ່ງ­ນັ້ນ, ການ​ເຄົາ­ລົບ​ກົດ­ໝາຍ​ສາ­ກົນ ແມ່ນ​ຈຳ­ເປັນ​ຕ້ອງການທີ່​ສຸດ​ເພື່ອ​ຫຼີກ​ລ້ຽງ​ການ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ການ​ຄ້າ​ທາງ​ທະ­ເລ​ຢູ່​ທະ­ເລ​ຕາ­ເວັນ​ອອກ. ປະ­ທານ​ສະ­ພາ​ແຫ່ງ​ຊາດ​ປະ­ເທດ ສາທາລະ­ນະ​ລັດ ຝຣັ່ງ ເນັ້ນ​ວ່າ: ເຄົາ­ລົບ​ກົດ­ໝາຍ​ສາ­ກົນ​ກໍ່​ເປັນ​ວິ­ທີ​ເພື່ອ​ຫຼີກ​ລ້ຽງ​ຄວາມ​ເຄັ່ງ​ຕຶງ​ທີ່​ບໍ​ມີ​ປະ­ເທດ​ໃດ​ຄາດ​ຫວັງ.

ທ່ານປະ­ທານ​ສະ­ພາ​ແຫ່ງ​ຊາດ ຝັ່ງ ທ່ານ ​ເກຼົາ​ເດີ ບາ​ໂຕ​ໂລ​ນ ໄດ້​ເຫັນ​ດີ​ກັບ ທ່ານປະ­ທານ​ສະພາ​ແຫ່ງ​ຊາດ ຫວຽດ­ນາມ ຫງວ​ຽນ​ຊິງ​ຮູ່ງ​ວ່າ: ໃນ​ເວ­ລາ​ຕໍ່​ໜ້າ, ສອງ​ຝ່າຍ​ຈະ​ເພີ່ມ​ທະ­ວີ​ການ​ແລກ­ປ່ຽນ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ, ບົກ​ລວມ​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນຂຶ້ນ​ໃຫ້​ສົມ​ກັບ​ສາຍ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ​ສອງ​ປະ­ເທດ.

ທ່ານ ​ເກຼົາ​ເດີ ບາ​ໂຕ​ໂລ​ນ ໃຫ້​ຮູ້​ວ່າ: ສະ­ພາ​ແຫ່ງ​ຊາດຝຣັ່ງ ​ຫາ­ກໍ່​ອະ­ນຸ­ມັດ​ຜ່ານ​ສັນ­ຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ­ຫວ່າງ ຫວຽດ­ນາມ ແລະ ອີ​ຢູ (EU). ພະ­ລັງ­ງານ, ນ້ຳ, ການ​ແກ້​ໄຂ​ມົນ​ລະ​ຜິດ​ສິ່ງແວດລ້ອມ ແມ່ນ​ບັນ­ດາ​ຂົງ­ເຂດທີ່ ຝຣັ່ງ ມີ​ທ່າ­ແຮງ ແລະ ພ້ອມ​ແລ້ວ​ທີ່​ຈະໃຫ້­ການ​ຮ່ວມ​ມື​ກັບຫວຽດ­ນາມ. ຝຣັ່ງ ຈະ​ຊຸກຍູ້​ການຮ່ວມ​ມື​ບຳ­ລຸງ​ສ້າງ​ແຫຼ່ງ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ກັບຫວຽດ­ນາມ; ກຽມ­ພ້ອມ​ບຳ­ລຸງ​ສ້າງ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີສາ­ທາ­ລະ­ນະ​ສຸກ, ບຳ­ລຸງ​ສ້າງ​ດ້ານ​ພາ­ສາຝຣັ່ງ, ສ້າງ​ເງື່ອນ­ໄຂ​ສະ­ດວກ​ໃຫ້​ແກ່​ນັກ​ສຶກ​ສາ ຫວຽດ­ນາມ ໄປ​ຮ່ຳ­ຮຽນ ແລະ ຄົ້ນ­ຄວ້າຢູ່​ປະ​ເທດ​ຝຣັ່ງ./.

ສັງ​ລວມ​ໂດຍ BTV