ວກ.ອອນ​ໄລ - ແຕ່​ວັນ​ທີ 9 ຫາ 15 ມີ­ນາ 2016, ທ່ານ​ປະ­ທານ​ປະ­ເທດ ເຈືອງ​ເຕິນ​ຊາງ ພ້ອມ​ດ້ວຍ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ ສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນິ­ຍົມ ຫວຽດ­ນາມ ໄດ້ດຳ​ເນີນ​ການຢ້ຽມ­ຢາມ​ຂັ້ນ​ລັດ ທີ່ປະ­ເທດສາ­ທາ­ລະ­ນະ​ລັດ ເອ­ກະ​ພາບ ຕັງ​ຊາ​ນີ, ປະ­ເທດສາ­ທາ­ລະ­ນະ​ລັດ ໂມ​ຊຳ​ບິກ ແລະ ປະ­ເທດ ສາທາ­ລະ­ນະ​ລັດ ອິດ​ສະ​ລາມ ອີ​ຣານ.

ປະທານປະເທດ ເຈືອງເຕິນຊາງ ແລະ ພັນລະຍາ (ພາບ: TTXVN)

ເຖິງ​ວ່າ ຫວຽດ­ນາມ​ໄດ້​ສ້າງ­ຕັ້ງສາຍພົວ­ພັນ​ທາງການ​ທູດ​ກັບ ສາ­ທາ­ລະ­ນະ​ລັດ ເອ­ກະ​ພາບ ຕັງຊາ​ນີ ໃນ​ວັນ​ທີ 14 ກຸມ­ພາ 1965, ປະ­ເທດສາ­ທາ­ລະ­ນະ​ລັດ ໂມ​ຊຳ​ບິກ ໃນ​ວັນ​ທີ 25 ມິ­ຖຸ­ນາ 1975 ແລະ ປະເທດສາ­ທາ­ລະ­ນະ​ລັດ ອິດ​ສະ​ລາມ ອີ​ຣານ ໃນ​ວັນ​ທີ 4 ສິງ­ຫາ 1973, ແຕ່​ວ່າ ການ​ພົວ­ພັນ​ດ້ານ​ເສດຖະ­ກິດ - ການ​ຄ້າ​ ຂອງ​ປະ­ເທດຫວຽດນາມກັບ​ປະ­ເທດ​ເພື່ອນ​ມິດ​ດັ່ງ­ກ່າວ​ຍັງ​ຖືກ​ຈຳກັດ​ດ້ວຍຈຳ­ນວນບໍ່​ຫຼາຍ​ພໍ​ປານ​ໃດ (ປີ 2015, ລວມ​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ກັບ ຕັງຊາ​ນີ ບັນ­ລຸ​ 204 ລ້ານ​ໂດ​ລາ​ສະຫະ­ລັດ, ກັບໂມ​ຊຳ​ບິກ ບັນ­ລຸ 66 ລ້ານ​ໂດ​ລາ​ສະ­ຫະ­ລັດ, ກັບອີ​ຣານ ບັນ­ລຸ​ 107  ລ້ານ​ໂດ​ລາ​ສະຫະລັດ), ໃນ​ຂະ​ນະ​ທີ່​ຄວາມ​ສາ­ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະ­ຫວ່າງ ຫວຽດ­ນາມ ແລະ​ ບັນ­ດາ​ປະ­ເທດ​ນີ້​ຍັງ​ໃຫຍ່​ຫຼວງ.

ດ້ານ​ອື່ນ, ບັນ­ດາ​ປະ­ເທດ ຕັງຊາ​ນີ, ໂມ​ຊຳ​ບິກ ແລະ ອີ​ຣານ ຫາ­ກໍ່​ມີ​ເຫດ­ການ​ທີ່​ສຳຄັນຫຼາຍ​ຢ່າງ. ປະເທດຕັງຊາ​ນີ ​ຫາ­ກໍ່​ດຳ­ເນີນ​​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ທົ່ວ​ປະ­ເທດ ຢ່າງ​ສຳ­ເລັດ​ຜົນ​ ດ້ວຍ​ໄຊ­ຊະ­ນະ​ຂອງ​ພັກ​ປະ­ຕິ­ວັດ ຕັງຊາ​ນີ ຜູ້​ກຳ​ອຳ­ນາດ (CCM), ນຳ​ເອົາ​ພະ­ນະ​ທ່ານ ຈອນ ມາ​ກູ​ຟູ​ລີ ຂຶ້ນເປັນປະທານາທິບໍດີ. ປະເທດໂມ​ຊຳ​ບິກ ຫາ­ກໍ່​ຖ່າຍ​ທອດ​ມອບ​ໂອນ​ຮຸ່ນການ​ນຳ ແລະ ເລີ່ມ​ຕົ້ນ​ຍຸດ​ທະ​ສາດ​ພັດ­ທະ­ນາ​ໃໝ່. ອີ​ຣານ ຫາກໍ່​ສິ້ນ​ສຸດ​ຂໍ້​ຕົກ­ລົງ​ນິວ​ເຄຼຍ​ທີ່​ສົມ­ບູນ (JCPOA), ຍົກ­ເລີກ​ບັນ­ດາ​ມາດ​ຕະການ​ປິດ​ລ້ອມ​ຄວ້ຳ​ບາດ. ​ສາມປະເທດດັ່ງກ່າວລ້ວນ​ແຕ່​ຜັນ​ຂະ­ຫຍາຍ​ນະ­ໂຍ­ບາຍ​ຫັນ​ໄປ​ທາງ​ທິດ­ຕາເວັນອອກ​ຢ່າງ​ແຂງ­ແຮງ.

ໃນ​ສະ­ພາບ​ການ​ນັ້ນ, ການ​ຢ້ຽມ­ຢາມ​ຂອງ​ການ​ນຳ​ຫວຽດ­ນາມ​ຢູ່​ສາມ​ປະ­ເທດ​ດັ່ງ­ກ່າວ​ແມ່ນ​ການປຸກ​ກຳ­ລັງ​ໃຈ ແລະ ສະ­ໜັບ­ສະ­ໜູນ​ຢ່າງ​ທັນ​ເວ­ລາ ແລະ ລ້ຳ​ຄ່າ​ຕໍ່​ເພື່ອນ​ມິດ, ພ້ອມ​ກັນ​ນັ້ນ​ກໍ່​ເປັນ​ການກ​ໄອ​ກາດຮ່ວມ​ມື​ ເພື່ອ​ພ້ອມ​ກັນ​ພັດ­ທະ­ນາ. ການ​ຢ້ຽມ­ຢາມ​ໄດ້​ສ້າງ​ແຮງ​ກະ​ຕູ້ນ​ໃໝ່​ເພື່ອ​ຊຸກ­ຍູ້​ການ​ພົວ­ພັນ​ທາງ​ດ້ານ​ເສດ­ຖະ­ກິດ - ການ​ຄ້າ ລະ­ຫວ່າງ ຫວຽດ­ນາມ ແລະ ບັນ­ດາ​ປະ­ເທດ​ເພື່ອນ​ມິດ​ ​ໃຫ້​ຂະຫຍາຍຂຶ້ນ​ສູ່​ບາດກ້າວ​ພັດ­ທະ­ນາ​ໃໝ່, ສົມ​ຄູ່​ກັບ​ການ​ພົວ­ພັນ​ດ້ານ​ການ­ເມືອງ​ອັນ​ເປັນມູນ­ເຊື້ອ​ທີ່​ດີ­ງາມ, ຊ່ວຍ­ເຫຼືອ ແລະ​ສະ­ໜັບ­ສະ­ໜູນ​ຊຶ່ງກັນແລະ​ກັນ ລະຫວ່າງຫວຽດ­ນາມ ກັບ​ເພື່ອນ​ມິດ​ຕ່າງໆ.

ທັງ​ສາມ​ປະ­ເທດ ຕັງຊາ​ນີ, ໂມ​ຊຳ​ບິກ ແລະ ອີ​ຣານ ​ລ້ວນ​ແຕ່​ໄດ້​ໃຫ້ການ​ຕ້ອນ­ຮັບ ປະ­ທານ​ປະເທດ ເຈືອງ​ເຕິນ​ຊາງ ແລະ ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ­ນາມ ຢ່າງ​ສົມ​ກຽດ ດ້ວຍ​ພິ­ທີ­ການ​ຕ້ອນ­ຮັບ​ສູງ​ສຸດ​. ມີ​ປະຊາຊົນ​ຈຳ­ນວນ​ຫຼວງ­ຫຼາຍ​ໄດ້ຊົມ​ເຊີຍ ​ຕ້ອນ​ຮັບປະ­ທານ​ປະ­ເທດ ແລະ ຄະ­ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ­ນາມ ໃນ​ບັນ­ດາ​ພິ­ທີ​ຕ້ອນ­ຮັບ​ເປັນ​ທາງ​ການ ກໍ່​ຄື​ບັນ­ດາ​ການ​ເຄື່ອນ​ໄຫວ​ຂອງ​ຄະ­ນະ​ໃນ​ຕະຫຼອດ​ໄລຍະ​ການ​ຢ້ຽມ­ຢາມ.

ໃນ​ບັນ­ດາ​ການ​ພົບ​ປະຫາລື, ປະ­ທານ​ປະ­ເທດ​ໄດ້​ຕາງ­ໜ້າ​ປະ­ຊາ­ຊົນ​ຫວຽດ­ນາມ ​ສະ­ແດງ​ຄວາມ​ຂອບ​ອົກ​ຂອບ­ໃຈ​ຕໍ່​ປະ­ຊາ­ຊົນ​ສາມ​ປະ­ເທດ​ ທີ່​ໄດ້​ໃຫ້​ຄວາມ​ສະ­ໜັບ­ສະ­ໜູນ​ອັນ​ໃຫຍ່​ຫຼວງ​ແກ່​ຫວຽດ­ນາມ, ປະກອບ­ສ່ວນ​ບໍ່​ນ້ອຍ​ເພື່ອ​ຊ່ວຍ­ເຫຼືອ​ປະ­ຊາ­ຊົນຫວຽດ­ນາມ​ຍາດ​ເອົາ​ໄຊ​ະ​ນະ​ໃນ​ພາ­ລະ­ກິດການຕໍ່ຕ້ານ ​ແລະ ​ໂຮມປະ­ເທດ​ຊາດເປັນ​ເອ­ກະ​ພາບ​.

ຫວຽດ­ນາມແລະ​ບັນ­ດາ​ປະ­ເທດ​ດັ່ງກ່າວ ກໍ່​ໄດ້​ພ້ອມ​ກັນ​ທົບ​ທວນ​ຄືນ​​ການ​ພົວ­ພັນ​ດ້ານ​ເສດ­ຖະ­ກິດ, ການ​ຄ້າ, ຊີ້​ໃຫ້​ເຫັນຄວາມ​ສາ­ມາດ​ບົ່ມ​ຊ້ອນ​ທີ່​ໃຫຍ່​ຫຼວງ​ຕ່າງໆ ເຊິ່ງ​ຍັງ​ບໍ່​ໄດ້​ນຳໃຊ້​ຢ່າງ​ສຸດ​ຂີດ (ຄື: ຕັງຊາ​ນີ: ປູກຝັງແລະຜະ­ລິດ​ໝາກມ່ວງ​ຫິ­ມະ­ພານ, ທ່ອງ​ທ່ຽວ, ຂຸດ​ຄົ້ນ​ບໍ່​ແຮ່; ໂມ​ຊຳ​ບິກ: ເສດ​ທະ​ກິດ​ທະ­ເລ, ຂຸດ​ຄົ້ນ​ແຮ່​ທາດ...; ອີ​ຣານ: ວິ­ທະ­ຍາ­ສາດ - ເຕັກ​ໂນ​ໂລ​ຢີ, ພະ­ລັງ­ງານ, ໂທລະ​ຄົມ​ມະ­ນະ​ຄົມ...).

ຈາກ​ນັ້ນ, ປະ­ທານ​ປະ­ເທດ ເຈືອງ​ເຕິນ​ຊາງ ພ້ອມ​ກັບ​ການ​ນຳ​ບັນ­ດາ​ປະ­ເທດ​ດັ່ງກ່າວໄດ້​ເປັນ​ເອ­ກະ​ພາບ​ກ່ຽວ​ກັບ​ບັນ­ດາ​ຂົງ­ເຂດ​ບຸ​ລິ​ມະ​ສິດ, ບັນ­ດາ​ມາດ​ຕະ­ການ​ພື້ນ­ຖານ ​ເພື່ອ​ຍູ້​ແຮງ​ການ​ພົວ­ພັນ​ທາງ​ດ້ານ​ເສດຖະ­ກິດ - ການ​ຄ້າ​ສອງ​ສົ້ນ. ຫວຽດ­ນາມ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ຈະ​ພ້ອມ​ກັບ ຕັງຊາ​ນີ ຍົກ​ສູງ​ການ​ພົວ­ພັນ​ດ້ານ​ເສດ­ຖະ­ກິດ - ການ​ຄ້າ ​ຂຶ້ນ​ໃຫ້​ມີມູນ​ຄ່າ 1 ຕື້​ໂດ​ລາ​ສະ­ຫະ­ລັດ, ກັບ​ໂມ​ຊຳ​ບິກ ຂຶ້ນ​ເປັນ 500 ລ້ານ ໂດ​ລາ​ສະ­ຫະ­ລັດ, ແລະ​ກັບອີ​ຣານ ​ຂຶ້ນ​ເປັນ​ 2 ຕື້​ໂດ​ລາ​ສະ­ຫະ­ລັດ​ໃນ​ປີ 2020.

ພ້ອມ​ກັບ​ການ​ຊຸກ­ຍູ້​ພັດ­ທະ­ນາ​ເສດ­ຖະ­ກິດ - ການ​ຄ້າ, ຫວຽດ­ນາມ ແລະ ບັນ­ດາ​ປະ­ເທດ​ໄດ້​ຢືນ­ຢັນ​ວ່າ ຈະ​ສືບ​ຕໍ່​ສະ­ໜັບ­ສະ­ໜູນ​ຊຶ່ງ​ກັນແລະ​ກັນ, ສືບ​ຕໍ່​ແລກ­ປ່ຽນ​ດ້ານ​ການ­ເມືອງ, ສະ­ໜັບ­ສະ­ໜູນຜູ້​ສະໝັກ​ຮັບເລືອກ​ຕັ້ງ​ຂອງ​ກັນ ​ຢູ່​ເວ­ທີ​ປາ​ໄສ​ຕ່າງໆ. ບັນ­ດາ​ປະ­ເທດ​ຢືນ­ຢັນ​ຈະ​ສະ­ໜັບ­ສະ­ໜູນ ຫວຽດ­ນາມ​ເປັນ​ສະມາ­ຊິກ​ບໍ່​ຖາ­ວອນ ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ໄລ­ຍະ (2020 – 2021), ​ເປັນ​ກຳມະການຄະ­ນະ​ກຳມະການກົດ­ໝາຍ​ສາ­ກົນ ໄລຍະ (2017 – 2021).

ການ​ຢ້ຽມ­ຢາມ​ດັ່ງ­ກ່າວ​ກໍ່​ເປັນ​ໂອ­ກາດດີ​ເພື່ອ​ເຮັດ​ໃຫ້­ການ​ນຳ​ຫວຽດ​ນາມ ແລະ ການ​ນຳ​ບັນ­ດາ​ປະເທດທີ່​ກ່ຽວ ​ແລກ­ປ່ຽນ​ຄວາ​ມເຫັນ​ກ່ຽວ​ກັບ​ບັນ­ຫາ​ຕ່າງໆ​ ຂອງ​ພາກ​ພື້ນ ແລະ​ ສາ­ກົນ, ໃນ​ນັ້ນ​ມີ​ບັນ­ຫາ​ຕ່າງໆ​ທີ່​ພວມ​ດຶງ​ດູດ​ຄວາມ​ສົນ­ໃຈ​ຂອງ​ວົງ​ຄະ­ນະ​ຍາດ​ສາ­ກົນ​ຢູ່​ພາກ​ພື້ນ​ອາ­ຊີ​ຕາ­ເວັນ​ອອກ​ສຽງ​ໃຕ້, ພາກ​ພື້ນ​ຕາ­ເວັນ​ອອກ​ກາງ, ກ່ຽວ​ກັບ​ຄວາມ​ຕັດ­ສິນ​ໃຈ​ຮ່ວມ​ມື​ແກ້​ໄຂ​ບັນ­ດາ​ບັນ­ຫາ​ທີ່​ມີ​ລັກ­ສະ­ນະ​ທົ່ວ​ໂລກ, ພົວ­ພັນ​ເຖິງ​ສັນ­ຕິ­ພາບ, ສະ​ຖຽມ​ລະ​ພາບ ແລະ ພັດ­ທະ­ນາ​ຮ່ວມ​ກັນ​ຂອງ​ໂລກ.

ທັງ​ສາມ​ປະ­ເທດດັ່ງກ່າວ​ໄດ້​ສະ​ແດງ​ຄວາມ​ສະ­ໜັບ­ສະ­ໜູນ​ຢ່າງ​ແຂງ­ແຮງຕໍ່​ທັດ­ສະ­ນະ, ຫຼັກ​ໝັ້ນຫຼັກການ ກ່ຽວ​ກັບ​ການ​ແກ້​ໄຂຄວາມ​ພິ­ພາດຕ່າງໆ ດ້ວຍ​ສັນ­ຕິ­ວິທີ ຜ່ານ​ການ​ສົນ­ທະ­ນາ; ນຳ​ເອົາ​ກົດໝາຍສາ­ກົນ ບັນ­ດາ​ຫຼັກ­ການ​ຂອງ​ກົດ​ບັດສະຫະ​ປະ­ຊາ​ຊາດ, ໃນ​ນັ້ນ​ມີ​ສົມ​ທິ​ສັນ­ຍາ​ວ່າ​ດ້ວຍ​ກົດ­ໝາຍ​ທະເລ​ປີ 1982 ເປັນ​ພື້ນ­ຖານ​ສຳຄັນ​ເບື້ອງ​ຕົ້ນ​ ໃຫ້​ແກ່​ທຸກ​ການ​ປະ­ພຶດ​ຕໍ່​ທີ່​ພົວ­ພັນ​ເຖິງ​ຄວາມພິດ​ພາດ ແລະ ການ​ປະ​ທະ​ກັນ.

ໃນ​ການ​ຢ້ຽມ­ຢາມຢູ່​ທະ­ວີບ​ອາ​ຟຣິກ​ກາ ແລະ ຕາ­ເວັນ​ອອກ​ກາງ​ຄັ້ງ​ນີ້​ ຂອງ​ທ່ານ​ປະ­ທານ​ປະ­ເທດ, ໄດ້​ມີ​ເອ­ກະ­ສານ​ຮ່ວມ​ມື​ສຳ­ຄັນ​ຫຼາຍ​ສະ­ບັບ​ໃນ​ຂົງ­ເຂດ​ຕ່າງໆ​ຄື ການ​ສຶກ​ສາ, ທະ­ນາ­ຄານ, ນ້ຳ­ມັນ​ອາຍ​​ແກັສ​ໄດ້​ຮັບ​ການ​ລົງ​ນາມ ​ແນ­ໃສ່​ຊຸກ­ຍູ້​ການ​ຮ່ວມ​ມື​ຢ່າງ​ກວ້າງ­ຂວາງ​ເລິກ­ເຊິ່ງ​ກວ່າ​ອີກ ລະ­ຫວ່າງ​ຫວຽດ­ນາມ ແລະ ສາມປະ­ເທດ​ດັ່ງກ່າວ.

ຜົນ­ສຳ­ເລັດ​ຂອງ​ການ​ຢ້ຽມ­ຢາມ​ຄັ້ງ​ນີ້ ​ພ້ອມ​ກັບ​ບັນ­ດາ​ຂໍ້​ຕົກ­ລົງ ເອ­ກະ­ສານຮ່ວມ​ມື ​ທີ່​ບັນ­ລຸ​ໄດ້ ​ເປັນ​ຂີດ​ໝາຍ​ອັນ​ສຳ­ຄັນ ແລະ​ເປັນ​ພື້ນ­ຖານ​ອັນ​ແໜ້ນ​ແກ່ນ​ ເພື່ອ​ເຮັດ​ໃຫ້­ການ​ພົວ­ພັນ​ລະ­ຫວ່າງ ຫວຽດ­ນາມ​ກັບ​ສາມ​ປະເທດ ຕັງຊາ​ນີ, ໂມ​ຊຳ​ບິກ ແລະ ອີ​ຣານ ກ້າວ​ເຂົ້າ​ສູ່​ບາດ­ກ້າວ​ໃໝ່, ເພື່ອຄວາມ​ພັດ­ທະ­ນາ​ຮູ່ງ​ເຮືອງ​ຖາ­ວອນ​ຂອງ ຫວຽດ­ນາມ ແລະ ຂອງບັນ­ດາ​ປະ­ເທດ​ອ້າຍ​ນ້ອງ​ເພື່ອນ​ມິດ.

ສັງ​ລວຍ​ໂດຍ BTV