ວກ. ອອນ​ໄລ - ໃນ​ວັນ​ທີ 24 ມີ­ນາ 2016, ກອງ​ປະ­ຊຸມ​ປຶກສາ​ຫາລືປະ­ຈຳ​ປີ​ເພື່ອ​ອາຊີ ໄດ້​ໄຂ​ຂຶ້ນ​ທີ່ ​ໂບອ່າວ ແຂວງ​ໄຫຫຼຳ (ສປ. ຈີນ) ພາຍ​ໃຕ້​ຫົວ­ຂໍ້ “ອະ­ນາ­ຄົດ​ໃໝ່​ຂອງ​ອາ­ຊີ: ພະ­ລັງ​ຊີ­ວິດ​ໃໝ່ ແລະ ວິ​ໃສ​ທັດ​ໃໝ່”. ຄະ­ນະ​ຜູ້​ແທນຫວຽດ­ນາມ ນຳ​ໂດຍ​ທ່ານ ຟ້າມ​ບິ່ງ​ມິງ ກຳ­ມະ­ການ​ສູນ​ກາງ​ພັກ, ຮອງນາຍົກລັດຖະມົນຕີ ວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ ໄດ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ.

ຮອງນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ທ່ານຟ້າມບິ່ງມິງ ຢູ່ທີ່ກອງປະຊຸມປຶກສາຫາລືໂບອ່າວ ເພື່ອອາຊີ. (ພາບ: TTXVN)

“ພະ­ລັງ​ຊີ­ວິດ​ໃໝ່, ວິ​ໃສ​ທັດ​ໃໝ່”

​ໂດຍໄດ້​ຈັດ​ຂຶ້ນ​ໃນ​ສະ­ພາບ​ການ​ເສດ­ຖະ­ກິດ​ໂລກ​ກຳ­ລັງ​ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບ­ສົນ, ຄວາມ​ສາ­ມາດ​ຟື້ນ​ຟູ​ອ່ອນ, ກອງ​ປະຊຸມ​ປຶກສາ​ຫາລືໂບອ່າຍ 2016 ໄດ້​ຖື​ເປັນ​ໂອ­ກາດ​ເພື່ອ​​ໃຫ້ຝ່າຍ​ຕ່າງໆ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ແບບວິ­ທີ​ການ​ໃໝ່ ​ເພື່ອ​ຄຸ້ມ​ຄອງ​​ລະ­ບຽບ​ການ​ເສດ­ຖະ­ກິດ ແລະ ການ​ເງິນ​ທົ່ວ​ໂລກ, ຊອກ​ຫາ​ທິດ​ທາງ​ພັດ­ທະ­ນາ​ໃໝ່​ໃຫ້​ແກ່ພູມິ​ພາກ ​ກໍ່​ຄື​ໂລກ, ພ້ອມ​ທັງ​ເສີມ​ຂະ­ຫຍາຍ​ພາ­ລະ​ບົດ­ບາດ “ຫົວ​ຈັກ​ຫຼັກ​ແຫຼ່ງ” ຂອງ​ອາ­ຊີ​ ​ໃນ​ການຊຸກ­ຍູ້​ເສດຖະກິດ​ໂລກ​ໃຫ້​ກ້າວ​ຄືບໜ້າ. ກອງ​ປະ­ຊຸມ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງຜູ້​ແທນ 2000 ກວ່າຄົນ, ລວມ​ທັງ​ການ​ນຳ​ຂອງ​ຫຼາຍ​ປະ­ເທດ​ພາຍ​ໃນ ແລະ ພາຍ​ນອກ​ພູມິ​ພາກ, ບັນ­ດາ​ນັກ­ຮຽນ​ຮູ້​ທີ່​ມີ​ອິດ​ທິ​ພົນ, ບັນ­ດາ​ວິ​ສາ​ຫະ​ກິດ ແລະ ອົງການ​ຖະ­ແຫຼງ​ຂ່າວ​ສາ­ກົນ​ເຂົ້າ​ຮ່ວມ.

​ໂດຍໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນໃນ​ປີ 2001 ດ້ວຍ​ເປົ້າ​ໝາຍ​ຊຸກ­ຍູ້​ການ​ພັດ­ທະ­ນາ​ຂອງ​ບັນ­ດາ​ປະ­ເທດອາຊີ ຜ່ານ​ການ​ເພີ່ມ​ທະ­ວີ​ການ​ເຊື່ອມ​​ໂຍງ​ເສດ­ຖະ­ກິດພູມິ​ພາກ ກໍ່​ຄື​ການ​ຄ້າແລະການ​ລົງ­ທຶນ, ມາ​ຮອດ​ປັດ­ຈຸ​ປັນ​ນີ້ ກອງ​ປະຊຸມ​ປຶກສາ​ຫາລືໂບອ່າຍ ໄດ້​ກາຍ­ເປັນ​ເວ­ທີ​ປາ​ໃສທີ່​ສຳ­ຄັນ​ລະ­ຫວ່າງ​ບັນ­ດາ​ການ​ນຳ, ນັກຮຽນ​ຮູ້ ແລະ ນັກ­ທຸ­ລະ­ກິດ​ບັນ­ດາ​ປະ­ເທດ​ ກ່ຽວ​ກັບ​ຫຼາຍ​ຂົງ­ເຂດ​ຂອງ​ອາ­ຊີ. ກອງ​ປະ­ຊຸມ​ປຶກສາ​ຫາລື​ໂບອ່າວ ຄັ້ງ​ນີ້ ​ໄດ້​ເຮັດ​ວຽກ​ໃນ​ເວລາ 4 ວັນ, ​ຈັດ​ຕັ້ງການ​ປຶກ­ສາ​ຫາ­ລື 83 ຄັ້ງ, ລວມ​ມີ 51 ເວ­ທີ​ປາ​ໃສ, 14 ກອງ​ປະ­ຊຸມ​ໂຕະ­ມົນ, 6 ກອງ​ປະ­ຊຸມຕາມ​ຫົວ­ຂໍ້, 12 ການ​ສົນທະນາ​ກັບ​ບັນ­ດາ​ນັກ​ເລີ່ມ​ທຸ­ລະ​ກິດ ​ເຊິ່ງ​ໄດ້ສຸມ​ໃສ່​ບັນ­ຫາຕ່າງໆ ​ທີ່​​ບັນ­ດາ​ປະ­ເທດກຳ­ລັງສົນ­ໃຈ ຄື​ເສດ­ຖະ­ກິດ​ມະ­ຫາ​ພາກ, ເລີ່ມ​ທຸ­ລະ​ກິດ ແລະ ຄວາມ​​ປະ­ດິດ​ສ້າງ, ​ວິ​ທະຍາ​ສາດ-ເຕັກ​ໂນ​ໂລຊີ, ອິນ​ເຕີ​​ເນັດ...

 ກອງ​ປະຊຸມ​ໄດ້​ຮັບ​ຟັງຄຳ​ປາ​ໄສ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ບັນ­ດາ​ປະ­ເທດ​ຄື ກຳ­ປູ­ເຈຍ, ລາວ, ລິ​ດວາ, ເນ​ປານ, ໄທ ແລະ ການ​ນຳ​ປະ­ເທດ​ອື່ນ​ພາຍ​ໃນ ແລະ ພາຍ​ນອກ​ພູ​ມິພາກ​ຈຳ­ນວນ​ໜຶ່ງ. ບັນ­ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະຊຸມ​ໄດ້​ມີ​ການ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ບັນ­ດາ​ແງ່​ມູນ​ຕ່າງ​ກັນ ​ຂອງ​ສະ­ພາບ​ການ​ເສດຖະກິດ​ໂລກ ແລະ ອາ­ຊີ, ແຕ່​ສຸດ​ທ້າຍ​ລ້ວນ​ແຕ່​ເນັ້ນ​ເຖິງ​ບົດ­ບາດ ແລະ ຄວາມ​ສາ­ມາດ​ບົ່ມ​ຊ້ອນ​​ແຫ່ງການ​ພັດ­ທະ­ນາ​ຂອງ​ອາ­ຊີ, ຄວາມ​ຈຳ­ເປັນ​ຕ້ອງ​ເພີ່ມ​ທະ­ວີ​ການຮ່ວມ​ມື​ຮັບ­ປະ­ກັນ​ສັນ­ຕິ­ພາບ ແລະ ສະ​ຖຽມ​ລະ​ພາບ​ໃນ​ພູມິພາກ, ຄວາມ​ສຳ­ຄັນ​ຂອງ​ການ​ປະ­ຕິ​ຮູບ​ໂຄງ​ສ້າງ, ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່ ແລະ ຊຸກ­ຍູ້​ການ​ເຊື່ອມ​​ໂຍງ​ພູມິພາກ​ເພື່ອ​ສ້າງ​ກຳ­ລັງໝູນ​ໃໝ່​ໃຫ້​ແກ່​ການ​ພັດ­ທະ­ນາ.

ວັນ​ເວລາ​ໄດ້​ຜ່ານພົ້ນ​ໄປ​ແປດ​ແລ້ວ, ນັບ​ແຕ່​ເມື່ອ​ເກີດ​ວິ​ກິດ​ການ​ການ​ເງິນ​ໂລກ​, ແຕ່​​ຜົນ​ກະ­ທົບ​ອັນ​ກວ້າງຂວາງເລິກ​ເຊິ່ງ​ຂອງ​ມັນ​ຍັງ​ຄົງຄ້າງ​ຢູ່ມາ​ຮອດ​ທຸກ​ວັນ​ນີ້. ການ​ຟື້ນ​ຟູ​ພາຍ­ຫຼັງ​ວິ​ກິດ​ການ ຢູ່​ບັນ­ດາ​ລະ­ບົບ​ເສດ­ຖະ­ກິດ​ໃໝ່​ກໍ່​ຍັງ​ບໍ່​ເທົ່າ​ທຽມ​ກັນ, ໃນ​ຂະ­ນະ​ທີ່​ບັນ­ດາ​ລະ­ບົບ​ເສດ­ຖະ­ກິດ​ພັດ­ທະ­ນາ​ກໍ່​ມີ​ການ​ຟື້ນ​ຟູ​ຢ່າງ​ຊັກ​ຊ້າ. ​ໃນ​ພິ­ທີ​ໄຂ​ກອງ​ປະ­ຊຸມ​ຄັ້ງ​ນີ້, ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປ.​ຈີນ ທ່ານ ຫຼີ​ ເຄີ້​ສຽງ ​ໃຫ້​ຄຳ​ສັງ​​ເກດ​ວ່າ, ບັນ­ດາ​ປະເທດ​ໃນ​ພູມິພາກ​ກຳ­ລັງ​ຖືກ​ແຮງ​ໜີບ​ຈາກບັນ­ດາ​ລະ­ບົບ​ເສດ­ຖະ­ກິດ​ອ່ອນ­ເພຍ​ຢູ່​​ນອກພູມິ​ພາກ, ກໍ່​ຄື​ການ​ພັດທະ​ນາ​ທີ່​ຂາດ​ຄວາມ​ສົມດຸນ, ດັ່ງ­ນັ້ນ, ບັນ­ດາ​ປະ­ເທດ​ຕ້ອງ​ປະ­ສານ​ສົມ­ທົບກັນ ​ພະ­ຍາ­ຍາມ​ຊຸກ­ຍູ້​ການ​ຮ່ວມ​ມື​ພັດ­ທະ­ນາ​ໃນ​ພູມິພາກ.

​ໂດຍເປັນ​ໜຶ່ງ​ໃນ​ບັນ­ດາ​ສະ­ມາ­ຊິກ​ກໍ່­ຕັ້ງ​ຂອງ​ເວ­ທີ​ປາ​ໃສນີ້, ຫວຽດ­ນາມໄດ້​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລືໂບອ່າຍ ຂັ້ນ​ລັດ­ຖະ­ບານ​ຫຼາຍ​ເທື່ອ​ແລ້ວ ແລະ ໄດ້​​ປະ­ກອບ­ສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ບັນ­ດາ​ກອງປະຊຸມ​ດັ່ງກ່າວ. ກອງ​ປະຊຸມ​ປຶກສາ​ຫາລືໂບອ່າຍ 2016 ອີກ​ເທື່ອ​ໜຶ່ງ​ເປັນ​ໂອ­ກາດດີ​ເພື່ອ​ໃຫ້ຫວຽດ­ນາມ​ສືບ​ຕໍ່​ຍົກ​ສູງບົດ­ບາດຂອງ​ຕົນ​ໃນ​ພູມິພາກ, ຊອກ​ຮູ້ ເຈລະ­ຈາ ແບ່ງ­ປັນ​ຄວາມ​ຄິດ​ເຫັນ​ກັບ​ບັນ­ດາ​ການ​ນຳ​ໂລກ ແລະ ພູມິພາກ ​ກ່ຽວ​ກັບການ​ປ່ຽນ­ແປງຕ່າງໆ​ ໃນ​ບັນ­ດາບັນຫາ ເສດ­ຖະ­ກິດ ການ​ເງິນ ການ​ສຶກ​ສາ ສິ່ງ​ແວດ​ລ້ອມ ວິ­ທະ­ຍາ­ສາດ-ເຕັກ­ນິກ ເພື່ອ​ປະ­ກອບ­ສ່ວນ​ນຳ​ເອົາ​ຮູບ​ພາບ​ປະ­ເທດຫວຽດ­ນາມ​​ທີ່​ຂະ­ຫຍັນ​ຂັນ​ເຄື່ອນ ມີ​ຄວາມ​ສາ­ມາດບົ່ມ​ຊ້ອນ​ທີ່​ອຸ­ດົມ​ສົມ​ບຸນ, ປ່ຽນ­ແປງ​ໃໝ່ ແລະ ພະ­ຍາ­ຍາມ​ເຊື່ອມ​​ໂຍງ​​ເສດຖະກິດ​ພູມິ​ພາກ​ແລະ​ເສດຖະກິດ​ໂລກຢ່າງ​ແຂງ​ແຮງ ​ມາ​ໃຫ້​ເວ­ທີ​ປາ​ໄສ​ນີ້.

ກ່າວ​ປາ​ໄສ​ທີ່​ພິ­ທີ​ເປີດ​ກອງ​ປະຊຸມ ​ທ່ານ​ຟ້າມ​ບິ່ງ​ມິງ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ​ ສສ.ຫວຽດນາມ ​ໄດ້​ຊີ້​ແຈງວ່າ ອາ­ຊີ​ມີ​ຫຼາຍ​ໂອ­ກາດ​ເພື່ອ​ສືບ​ຕໍ່​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ­ແຮງ, ແຕ່​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າທາຍ​ຫຼາຍ​ຢ່າງ, ດັ່ງ​ນັ້ນ ອາ­ຊີຄວນ­ຖື​ເອົາ​ການ​ປ່ຽນ­ແປງ​ໃໝ່ແລະຫົວ­ຄິດ​ປະ­ດິດ​ສ້າງ​ ເປັນ​​ແຮງຊຸກ​ດັນ​ຕົ້ນ​ຕໍ່​ເພື່ອພັດທະນາ​ແບບ​ຍືນ​ຍົງ. ການ​ທີ່ບັນ­ດາປະ​ເທດອາ­ຊີ​ກຳ­ລັງ​ຍູ້​ແຮງ​ການ​ປະ­ຕິ​ຮູບ, ຈັດ​ວາງ​ໂຄງປະກອບ​ເສດ­ຖະ­ກິດ​ຄືນ­ໃໝ່, ພັດ­ທະ­ນາ​ວິ­ທະ­ຍາ­ສາດ-ເຕັກ­ນິກ ແລະ ແຫຼ່ງ​ບຸກ​ຄະ­ລາ​ກອນ​ມີ​ຄຸນ​ນະ​ພາບ​ສູງ​ ເພື່ອກໍ່ສ້າງ​ລະ­ບົບ​ເສດ­ຖະ­ກິດ​ທີ່ປະ­ດິດ​ສ້າງນັ້ນ ​ເປັນ​ທິດ​ທາງທີ່​ເໝາະ​ສົມ. ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ໃຫ້​ທັດ­ສະ­ນະ​ວ່າ ບັນ­ດາ​ປະ­ເທດ​ອາ­ຊີ​ຄວນ​ຍາດ​ແຍ່ງ​ເອົາ​ແຮງ​ຊຸກ​ດັນແລະເທ­ສະ​ພັດທະ­ນາ​ໃໝ່ຕ່າງໆ ​ໂດຍ​ຜ່ານ​ການ​ເພີ່ມ​ທະ­ວີ​ການ​ເຊື່ອມ​ຕໍ່​ເສດ­ຖະ­ກິດພູມິ​ພາກ​ໃນ​ຂອບ​ສອງ​ຝ່າຍ, ຮ່ວມ​ມື​ອະ­ນຸ​ພາກ​ພື້ນ, ປະ­ຊາ​ຄົມ​ອາ​ຊຽນ, ສັນຍາ​ຄູ່​ຮ່ວມ​ມື​ເສດ­ຖະ­ກິດ​ຮອບ­ດ້ານ​ໃນ​ພູມິ​ພາກ...

ຄຽງ​ຄູ່​ກັນ​ນັ້ນ, ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຟ້າມ​ບິ່ງ​ມິງ ໄດ້​ເນັ້ນ​ເຖິງຄວາມ​ສຳ­ຄັນ​ຂອງ​ການ​ເພີ່ມ​ທະ­ວີ​ການຮ່ວມ​ມື​ພັດ­ທະ­ນາ​ແບບ​ຍືນ​ຍົງ, ພິ­ເສດ​ແມ່ນ​ຮ່ວມ​ມື​​ເພື່ອຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຍ້ອນ​ການ​ປ່ຽນ­ແປງ​ສະພາບ​ພູມິ​ອາກາດ, ຄວາມໝັ້ນຄົງ​ດ້ານສະບຽງ​ອາ­ຫານ, ຄວາມໝັ້ນຄົງ​ດ້ານ​ພະ­ລັງ­ງານ ແລະ ແຫຼ່ງ​ນ້ຳ; ທ່ານ​ກໍ່​ໄດ້​ໃຫ້​ຮູ້​ວ່າ ນີ້​ແມ່ນ​ຄວາມ​ຮຽກ­ຮ້ອງ​ອັນ​ຈຳ­ເປັນ​ຍິ່ງ, ພ້ອມ​ທັງ​ເປັນ​ກຳ­ລັງ​​ແຮງ​ອັນ​ສຳ­ຄັນ​ເພື່ອ​ຊຸກ­ຍູ້​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ​ຂອງ​ແຕ່​ລະ​ປະ­ເທດ​ ກໍ່​ຄື​ຂອງ​ທົ່ວ​ພູມິພາກ.

ຕາມທັດສະນະ​ຂອງທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຟ້າມ​ບິ່ງ​ມິງ ປັບ­ປຸງ​ສິ່ງ­ແວ­ດລ້ອມ​ແຫ່ງ​ສັນ­ຕິ­ພາບ ແລະ ສະ​ຖຽມ​ລະ​ພາບ ​ເປັນປະຖົມ​ປັດ​ໃຈ​ທີ່​ບໍ່​ອາດ​ຂາດ​ໄດ້​ ສຳ­ລັບ​ການ​ພັດ­ທະ­ນາ​ຂອງ​ອາ­ຊີ; ທຸກຄວາມ​ຂັດ​ແຍ່ງ, ຊ່ວງ​ຊິງ​ກັນ​ຕ້ອງ​ໄດ້​ແກ້​ໄຂ​ດ້ວຍ​ສັນ­ຕິ​ວິ­ທີ, ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ສາ­ກົນ. ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຍັງຢືນຢັນ​ວ່າ ຫວຽດ­ນາມຍາມ​ໃດ​ກໍ່​ພະ­ນາ​ຍາມ​ຮ່ວ​ມື​ກັບ​ປະ­ເທດ​ຕ່າງໆ​ ຕາມ​ຈິດ­ໃຈ​ຄູ່​ຮ່ວ​ມື​ຍຸດ​ທະ​ສາດ, ​ເຄົາລົບ​ນັບຖື ເຊື່ອ​ໝັ້ນ​ເຊິ່ງ​ກັນແລະ​ກັນ ແລະ ພ້ອມ​ກັນ​ແບ່ງ­ປັນ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ບັນ­ດາ​ບັນ­ຫາ​ຮ່ວມ​ກັນ​ຂອງ​ໂລກ ແລະ ພູມິພາກ.

ກອງ​ປະຊຸມ​ປຶກສາ​ຫາລືໂບອ່າຍ ໄດ້​ອັດ​ລົງ​ດ້ວຍ​ຂໍ້​ສະ­ເໜີ ແລະ ຄວາ​ມ​ຄິດ​ລິ​ເລີ່ມ​ໃໝ່​ຫຼາຍປະການ ແນ­ໃສ່​ຊຸກ­ຍູ້​ການ​ຮ່ວມ​ມື​ພູມິພາກ, ຊອກ​ຫາ​ບັນ­ດາ​ກຳ­ລັງຊຸກ​ດັນ​ຄວາມ​ເຕີບ​ໂຕ​ໃໝ່ ​ໃຫ້​ແກ່​ເສດ­ຖະ­ກິດ​ໂລກ, ຊຸກ­ຍູ້​ການ​ພັດ­ທະ­ນາ​ຂອງ​ວິ​ສາ​ຫະ​ກິດ​ໃນ​ຍຸກ​ສະ​ໃໝໂລ­ກາ​ພິ​ວັດ​ຢ່າງ​ແຂງ­ແຮງ... ກອງ​ປະຊຸມ​ປຶກສາ​ຫາລືໂບອ່າຍ 2016 ໄດ້​ນຳ​ເອົາ​ຄວາມ​ຫວັງ​ ​ວິ​ໃສ​ທັດ​ໃໝ່​ໃຫ້​ແກ່​ອະ­ນາ­ຄົດ​ຂອງ​ອາ­ຊີ ​ດ້ວຍ​ຄຳ​ໝັ້ນ​ສັນ​ຍາ​ລະຫວ່າງບັນ­ດາ​ປະ­ເທດ ​ກ່ຽວ​ກັບ​ການ​ຊຸກ­ຍູ້​ການ​ພົວ­ພັນ​ຮ່ວມ​ມື​ມິດ­ຕະ­ພາບ​ອັນ​ດີ­ງາມ, ຊຸກ­ຍູ້​ການ​ເຕີບ​ໂຕ​ເສດ­ຖະ­ກິດ, ເຊື່ອມ​​ໂຍງພູມິ​ພາກ, ເຊື່ອມ​ຕໍ່​ຄວາມ​ສາ­ມາດ​ການ​ຜະ­ລິດ, ເອົາ­ໃຈ­ໃສ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ເປີດ​ປະຕູແລະ​ປົກ​ຄຸມ, ສົ່ງ­ເສີມ​ການ​ປ່ຽນ­ແປງ​ໃໝ່ ແລະ ຫົວ​ຄິ​ປະ­ດິດ​ສ້າງ​ ແນ່​ໃສ່​ສ້າງ​ກຳ­ລັງ​ຊຸກ​ດັນ​ໃຫ້​ແກ່​ການ​ພັດ­ທະ­ນາ​ໃໝ່./.

ສັງ​ລວມ​ໂດຍ ເຟືອງ​ຈ່າ