ວກ.ອອນ​ໄລ - ໂດຍຕອບສະໜອງຕາມຄຳ​​ເຊື້ອເຊີນຂອງ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງ ພັກກອມມູນິດ ຫວຽດນາມ ແລະ ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງ ພັກປະຊາຊົນ ປະຕິວັດ ລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະຜູ້ແທນຂັ້ນສູງ ພັກ - ລັດ ດຳເນີນການຢ້ຽມຢາມ ສັນຖະວະໄມຕີ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ ແຕ່ວັນທີ 25 - 27 ເມສາ 2016.

ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ກວດແຖວກອງກຽດຕິຍົດ ກອງທັບປະຊາຊົນຫວຽດນາມ (ພາບ: TTXVN)

ຕອນ​ເຊົ້າ​ວັນ​ທີ 25 ​ເມສາ 2016, ​ທີ່​ທຳນຽບປະທານ​ປະ​ເທດຫວຽດນາມ, ສະຫາຍ​ຫງວຽນ​ຝູຈ້ອງ ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ເປັນ​ເຈົ້າພາບ ຈັດພິທີ​ຕ້ອນຮັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຢ່າງ​ສົມ​ກຽດຕາມ​ພິທີການຕ້ອນຮັບສູງ​ສຸດ​ສຳລັບ​ປະມຸກ​​ລັດ​.

​ໃນ​ກອບ​ການ​ຢ້ຽມຢາມ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ຫາລື​ກັບສະຫາຍ ​ຫງວຽນ​ຝູຈ້ອງ ເລຂາທິການ​ໃຫຍ່; ພົບ​ປະ​ກັບ​ສະຫາຍ ​ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດ, ສະຫາຍ ຫງວຽນ​ຊວນ​ຝຸກ ນາຍົກລັດຖະມົນຕີ, ສະຫາຍ​ນາງ ຟ້າ​ມທິກິ​ມເງິນ ປະທານ​ສະພາ​ແຫ່ງ​ຊາດ; ຢ້ຽມຢາມ​​ແລະ​ໂອ້​ລົມກັບພະນັກງານ, ນັກຮຽນ ສະ​ຖາ​ບັນ​ການ​ເມືອງ​​ແຫ່ງ​ຊາດ​ໂຮ່ຈີ​ມິນ; ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ພ້ອມ​ດ້ວຍຄະນະ​ຕິດຕໍ່ສະມາຄົມອະ​ດິດຊ່ຽວຊານ ​ແລະ ທະຫານ​ອາສາ​ສະໝັກ​ຫວຽດນາມທີ່​ເຄື່ອນ​ໄຫວຢູ່​ລາວ; ​ໃຫ້ການ​ຕ້ອນຮັບ​ສະຫາຍ ດິງລາ​ທັງ ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ.

​ໃນ​ການ​ພົບ​ປະ​ສອງ​ຝ່າຍ, ບັນດາ​ການ​ນຳ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ສະ​ແດງ​ຄວາມຍິນ​ດີ​ຕ້ອນຮັບ​ຢ່າງອົບ​ອຸ່ນແລະສົມ​ກຽດ ຕໍ່ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມ​ຄະນະ​ຜູ້​ແທນ​ຂັ້ນ​ສູງພັກ - ລັດ ແຫ່ງ ສປປ ລາວ ທີ່​​ມາ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ; ສະ​ແດງ​ຄວາມຄຳນັບຊົມ​ເຊີຍຢ່າງສຸດ​ອົກ​ສຸດ​ໃຈ​ ຕໍ່​ຜົນສຳ​ເລັດອັນ​ໃຫຍ່​ຫຼວງ​ໃນ​ການ​ດຳ​ເນີນກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ຂອງ​ລາວ ພ້ອມ​ທັງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ ​ຕໍ່ສະຫາຍ ບຸນຍັງ ວໍລະຈິດ ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູງ​ກອງ​ພັກ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ. ບັນດາ​ການ​ນຳ​ຂັ້ນ​ສູງ​ຫວຽດນາມ ກໍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ ພາຍ​ໄຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ ​ປະຕິວັດ​ລາວ ທີ່​ມີສະຫາຍ ບຸນຍັງ ວໍລະຈິດ ​ເປັນ​ຜູ້ນຳ​ພາ, ປະຊາຊົນ​ລາວ​ອ້າຍ​ນ້ອງ ຈະ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ X ​ແລະ ​ແຜນການ​ພັດທະນາ​ເສດ​ຖະກິດ - ສັງຄົມ​ແຫ່ງ​ຊາດ​ຄັ້ງ​ທີ VIII (2016 - 2020), ກໍ່​ສ້າງ​ປະ​ເທດ​ລາວ​​ໃຫ້​ມີສັນຕິພາບ, ​ເອກະລາດ, ປະຊາທິປະ​ໄຕ, ​ເອກະ​ພາບ ​ແລະ ວັດທະນາ​ຖາວອນ​ຕາມ​​ເປົ້າ​ໝາຍສັງຄົມ​ນິຍົມຢ່າງ​ແນ່ນອນ.

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ​ສະ​ແດງ​ຄວາມ​ດີ​ໃຈ​ທີ່ສຸດ​ທີ່​ໄດ້ນຳ​ຄະນະ​ຜູ້​ແທນ​ຂັ້ນ​ສູ​ງພັກ - ລັດ​ລາວ​ ມາ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ທ່າມກາງ​ບັນຍາກາດ​ທີ່​ສອງ​ພັກ​ຫາ​ກໍ່​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ຫວຽດນາມ​ກຳລັງ​ກະ​ກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​​ແຫ່ງຊາດຊຸດ​ທີ XIV, ສະ​ເຫຼີ​ມສະຫຼອງ 41 ປີ​ແຫ່ງ​ການ​ປົດ​ປ່ອຍ​ພາກ​ໃຕ້ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ​ຄົບຮອບ 126 ປີ; ສະຫາຍ ບຸນຍັງ ວໍລະຈິດ ​ໃຫ້​ຮູ້​ວ່າ, ຫວຽດນາມ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ສະຫາຍ​ມາ​ຢ້ຽມຢາມ ພາຍຫຼັງ​ທີ່​​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ເລຂາທິການ​​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ພັກ - ລັດ​ລາວ ​ແລະ ສ່ວນ​ຕົວ​ສະຫາຍ​ເອງ​ ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​​ເຖິງການ​ປົກ​ປັກຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໄມຕີ​ຈິດ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ ຄວາມສາມັກ​ຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ລາວ - ຫວຽດນາມ. ສະຫາຍ​ ບຸນຍັງ ວໍລະຈິດ ​ເນັ້ນ​ວ່າ, ຫວຽດນາມ​ຍາ​ມ​ໃດ​ກໍ່​ເປັນ​ເພື່ອນ​ມິດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ສະໜິດສະໜົມ​ຂອງ​ປະຊາຊົນ​ລາວ ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ​ຈະ​ສືບ​ຕໍ່​ຍາດ​ໄດ້ຜົນ​ງານ​​ໃໝ່ທີ່ໃຫຍ່ຫຼວງ​ກວ່າ​ອີກ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ປະຕິບັດ​ເປົ້າ​ໝາຍ​ສ້າງ​ປະ​ເທດ​ຫວຽດນາມ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໃໝ​ໂດຍ​ພື້ນຖານ​ ໃຫ້​ສຳ​ເລັດ​ໂດຍ​ໄວ, ຍົກ​ສູງ​ຖານະ​ບົດບາດ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ ຕໍ່ສະຫາຍ ຫງວຽນ​ຝູຈ້ອງ ທີ່​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເຊື່ອ​ຖື ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ກອມ​ມູນິດ​ຫວຽດນາມ ສະ​ໄໝ​ປີ 2016 - 2021, ຊົມ​ເຊີຍ​ສະຫາຍ ​ເຈິ່ນດ້າຍ​ກວາງ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດແຫ່ງ​ ສສ ຫວຽດນາມ ຈາກ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ XIII, ຊົມ​ເຊີຍ​ສະຫາຍ​ ຫງວຽນ​ຊວນ​ຝຸກ ​ທີ່ໄດ້​ຮັບຄວາມ​ເຊື່ອ​ຖື​ຈາກ​ສະພາ​ແຫ່ງ​ຊາດ ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດນາມ; ຊົມ​ເຊີຍ​ສະຫາຍ​ນາງ ຫງວຽນທິກິມ​ເງິນ ທີ່ໄດ້​ຮັບຄວາມ​ເຊື່ອ​ຖື​ຈາກ​ສະພາ​ແຫ່ງ​ຊາດ ​ເລືອກ​ຕັ້ງ​ເປັນປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສສ ຫວຽດນາມ; ພ້ອມ​ນັ້ນ ສະຫາຍ ບຸນ​ຍັງ​ວໍລະ​ຈິດ ​ເລຂາທິການ​ໃຫຍ່​ກໍ​ໄດ້​ສະ​ແດງຄວາມ​ຂອບ​ອົກ​ຂອບ​ໃຈມາ​ຍັງ​ບັນດາ​ການ​ນຳ ​ແລະ ປະຊາຊົນ​ຫວຽດນາມ ທີ່​ໄດ້​ໃຫ້ການຕ້ອນຮັບ​ຢ່າງສົມ​ກຽດ​ແລະ​ອົບ​ອຸ່ນ ​ແກ່​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ - ລັດ​ແຫ່ງ ສປປ ​ລາວ.

ບັນດາ ​ການ​ພົບ​ປະ​ຫາລື​ສອງ​ຝ່າຍ​ໄດ້​ນຳ​ມາ​ເຊິ່ງຜົນສຳ​ເລັດທີ່​ຈົບງາມ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງມູນ​ເຊື້ອ​ແຫ່ງ​ຄວາມ​ສາມັກຄີ​ທີ່ສະໜິດ​ແໜ້ນ​ເປັນ ​ພິ​ເສດ ​ລະຫວ່າງ ພັກ, ລັດ, ປະຊາຊົນ​ສອງ​ປະ​ເທດ​ລາວ - ຫວຽດນາມ.

ສະຫາຍ​ ຫງວຽນ​ຝູຈ້ອງ ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ  ​ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ກວ​ດ​ແຖວ​ກອງ​ກຽດຕິຍົດ ກອງທັບ​ປະຊາຊົນ​ຫວຽດນາມ (ພາບ: TTXVN)

ຕອນ​ເຊົ້າ​ວັນ​ທີ 25​ ເມສາ, ໃນ​ການ​ພົບປະ​ຫາລື​ສອງ​ຝ່າຍຢູ່​​ສຳນັກງານ​ສູນ​ກາງ​ພັກ, ​ໂດຍ​ຕາງໜ້າພັກ - ລັດ ​ແລະ ​ປະຊາຊົນສອງ​ປະ​ເທດ​ຫວຽດນາມ ​ແລະ ລາວ, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ​ໄດ້​ຕີ​ລາຄາ​ສູງ​ຕໍ່ການ​ສະໜັບສະໜູນ ຊ່າວ​ເຫຼືອ​ອັນ​​ປະ​ເສີດໃຫຍ່​ຫຼວງ ​ເຕັມ​ໄປ​ດ້ວຍ​ມິດ​ຈິດ​ມິດ​ໃຈ ​ແລະ ມີປະສິດທິ​ຜົນ​ ທີ່ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໄດ້​ຊ່ວຍ​ເຫຼືອ​​ໃຫ້​ແກ່​ກັນ​ ໃນພາລະກິດ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະລາດ​ກ່ອນ​ໜ້າ​ນີ້ ກໍ​ຄື​ໃນການ​ສ້າງສາ​ພັດທະນາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປັດຈຸບັນ. ການ​ນຳ​ທັງ​ສອງ​ໄດ້​ຢືນຢັນ ​ໃນ​ບໍ່​ວ່າ​ສະພາບ​ການ​ໃດ, ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ ກໍຈະຄຽງ​ບ່າ​ຄຽງ​ໄຫຼ່​ກັນປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງຄວາມ​ສາມັກຄີ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ແຕກ​ດອກ​ອອກ​ໝາກ, ໝັ້ນຄົງ​​ຕະຫຼອດ​ການ.  

ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ ​ເປັນ​ເອກະ​ພາບ​ກັນ​​ໃຫ້​ທັດສະນະວ່າ, ​ໃນປີ 2016 ​ແລະ​ຊຸມ​ປີ​ຕໍ່​ໄປ, ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາປະ​ເທດ​ຊາດ​ຂອງ​ປະຊາຊົນ​ສອງ​ຊາດ ຍັງຈະ​ມີ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ມີ​ຫຼາຍ​ບັນຫາ​ໃໝ່ຕັ້ງ​ອອກ​ມາ ​ເຊິ່ງຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ຕ້ອງ​ມີ​ການ​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ ​ແລະ ປະຕິບັດ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ຕາມ​ນັ້ນ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ບົນ​ພື້ນຖານ​ເສີມ​ຂະຫຍາຍ​ຈິດ​ໃຈ​ເອກະລາດ​ແຫ່ງ​ຊາດ, ​ເປັນ​ເຈົ້າ​ຕົນ​ເອງ, ຮ່ວມ​ມື​ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ໃຫ້​ບຸລິມະສິດ ​ເອື້ອ​ເຟື້ອ​ເກື້ອກູນ​ໃຫ້​ແກ່​ກັນ, ຊ່ວຍ​ເຫຼືອ​​ແລະອຳນວຍ​ຄວາມ​ສະດວກ​ໃຫ້​ກັນ​ພ້ອມ​ກັນ​ພັດທະນາ ​ເພື່ອຄວາມ​ຈະ​ເລີ​ນພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ ຄວາມ​ພັດທະນາ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ໃນ​ໂລກ. ສອງ​ຝ່າຍ​ເນັ້ນ​ເຖິງ​ການ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ທິດ​ສະ​ດີ ​ແລະ ບົດຮຽນປະສົບ​ການ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ຄຸ້ມ​ຄອງ​ບໍລິຫານ​ລັດ, ຄຸ້ມ​ຄອງ​ເສດຖະກິດ​ - ສັງຄົມ ​ແລະ ບັນດາ​ມາດ​ຕະການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່; ສົມທົບ​ກັນ​ຍູ້​ແຮງ​ການ​ໂຄສະນາ​ອົບຮົມ​ກ່ຽວ​ກັບ​ມູນ​ເຊື້ອ​ແຫ່ງ​ຄວາມ​ສາມັກຄີ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ພະນັກງານ ສະມາຊິກ​ພັກ ​ແລະ ປະຊາ​ຊົນ​, ​ເປັນ​ຕົ້ນ​ແມ່ນ​ຮຸ່ນ​ຄົນ​ໜຸ່ມ​ນ້ອຍ ຂອງ​ສອງ​ປະ​ເທດ.

ສອງ​ຝ່າຍ​ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ​ໃນ​ການ​ເຄື່ອນ​ໄຫວ​ຢູ່​ທີ່​ເວທີ​ປາ​ໄສ​ພະຫຸ​ພາຄີ, ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ; ສົມທົບ​ນຳ​ກັນ ​ແລະ ສົມທົບກັບ​ບັນດາ​ປະ​ເທດ ບັນດາ​ອົງການ​ຈັດ​ຕັ້ງ​ ໃນ​ການຄຸ້ມ​ຄອງແລະນຳ​​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​​ແບບ​ຍືນ​ຍົງ ​ແລະ ມີ​ປະສິດທິ​ຜົນ; ສົມທົບ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມືໃນເຂດສາມຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ​ ໃຫ້​ປະກົດ​ຜົນ​ເປັນ​ຈິງ; ຫວຽດນາມສະໜັບສະໜູນ ​ແລະ ​ແບ່ງປັນ​ບົດຮຽນ​ກັບ​ຝ່າຍ​ລາວ ເພື່ອ​ໃຫ້​ລາວປະຕິບັດ​ໜ້າ​ທີ່​ເປັນ​ປະທານໝູນວຽນ​ອາ​ຊຽນ​ໃນ​ປີ 2016 ຢ່າງ​ສຳ​ເລັດ​ຜົນ. ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າ​ຍສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍກ່ຽວ​ກັບສະພາບ​ຄວາມ​ເຄັ່ງ​ຕືງ ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປັດຈຸບັນ ​ແລະ ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປົກປັກ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ສະຫງົບ ຄວາມ​ປອດ​ໄພ ຢູ່​ທະ​ເລ​ຕາ​ເວັນ​ອອກ; ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ຊຸກຍູ້​ການ​ແກ້​ໄຂ​ຂໍ້​ພິພາດຢູ່​ທະ​ເລ​ຕາ​ເວັນ​ອອກດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ; ພ້ອມ​ກັນກັບ​ບັນດາ​ຝ່າຍ​ທີ່​ກ່ຽວ ປະຕິບັດ ຖະແຫຼງການ​ກ່ຽວ​ກັບ​ວິທີ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່ທະເລຕາເວັນອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ, ​ແລະ​ບັນລຸ​ປະມວນ​ຂໍ້​ກຳນົດ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​​ໂດຍ​ໄວ ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ສະຫງົບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ສະຫາຍ​ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ລາວ ​ຖື​ເປັນ​ກຽດ​ເຊື້ອ​ເຊີນສະຫາຍ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຝູຈ້ອງ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ໄປ​ຢ້ຽມຢາມ​ສັນທະ​ວະ​ໄມຕີປະເທດ ສປປ ລາວ ຢ່າງ​ເປັນ​ທາງ​ການ. ສະຫາຍ​ ຫງວຽນ​ຝູຈ້ອງ ສະ​ແດງ​ຄວາມ​ຂອບອົກ​ຂອບ​ໃຈ ​ແລະ​ຍີ​ນດີ​ຮັບ​ຄຳ​ເຊີນ.


ສະຫາຍ​ ​ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດຫວຽດນາມ ​ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ. (ພາບ: TTXVN)

ຕອນ​ເຊົ້າ​ວັນ​ທີ 26​ ເມສາ, ຢູ່​ທີ່​ທຳນຽບປະທານ​ປະ​ເທດ​, ສະຫາຍ ເຈິ່ນດ້າຍ​ກວາງ ​ປະທານ​ປະ​ເທດ​ແຫ່ງ ສສ ຫວຽດນາມ ​ໄດ້​ພົບ​ປະ​​ເຈລະຈາ​ກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ. ສະຫາຍ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງຮອບດ້ານ ​ແລະມີຄວາ​ມໝາຍ​ຍຸດ​ທະ​ສາດ ທີ່​ພັກ ລັດ ​ແລະ ປະຊາຊົນ​ລາວ​ຍາດ​ມາ​ໄດ້​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່; ສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈທີ່​ເຫັນ​ວ່າ ​ໃນ​ຊຸມ​ປີທີ່​ຜ່ານ​ມາຄວາມ​ພົວພັນ​ສາມັກຄີ​ພິ​ເສດ​ຫວຽດນາມ - ລາວ ສືບ​ຕໍ່​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ ​ແລະ​ມີ​ປະສິດທິ​ຜົນ; ສະຫາຍ​ຢືນຢັນ​ ຫວຽດນາມ​ຍາມ​ໃດ​ກໍ່​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ ສອງ​ລັດ ​ເຊິ່ງ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ ​ແລະ ມີ​ຄວາມ​ໝາຍ​ເປັນຕາ​ຍສຳລັບ​ພາລະກິດ​ການ​ປະຕິວັດ​ຂອງ​ຫວຽດນາມ ກໍ່​ຄື​ລາວ.

ສະຫາຍ​ ​ເຈິ່ນດ້າຍ​ກວາງ ​ແລະ ສະຫາຍ ບຸນຍັງ ວໍລະຈິດ ​ໄດ້​ພ້ອມ​ກັນ​ແລກປ່ຽນ​ກ່ຽວ​ກັບ​ທິດ​ທາງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫວຽດນາມ - ລາວ ​ໃນ​ເວລາ​ຕໍ່ໜ້າ; ສົມທົບ​ກັນ​ຈັດ​ຕັ້ງ​ປະຕິບັດສັນຍາ​ຮ່ວມ​ມື ​ແລະ ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງຂອງ​ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ ຄັ້ງ​ທີ 38 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ປີ 2017, ສອງ​ປະ​ເທດ​ຈະ​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດລະ​ຫວ່າງ​ສອງ​ປະ​ເທດ​ຄົບຮອບ 55 ປີ ​ແລະ ສະ​ເຫຼີ​ມສະຫຼອງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ-ລາວ ຄົບຮອບ 40 ​ປີ. ນີ້​ເປັນ​ໂອກາດ​ອັນ​ສຳຄັນ ​ເພື່ອ​ໃຫ້​ສອງ​ປະ​ເທດ​ຊຸກຍູ້​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ ການ​ຄ້າ ​ແລະ ການ​ລົງທຶນ ບົນ​ພື້ນຖານ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ, ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

​ໃນ​ໂອ​ກາດ​ນີ້, ສະຫາຍ​ ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ແບ່ງປັນ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ​ທີ່​ພັກ ລັດ ​ແລະ​ປະຊາຊົນ​ລາວ​ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ​ຢູ່​ບັນດາ​ແຂວງ​ທີ່​ຖືກ​ເສຍ​ຫາຍ​ຍ້ອນ​ໄພ​ແຫ້ງ​ແລ້ງ ​ແລະ ນ້ຳ​ເຄັມ​ຄຸກ​ຄາມ ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແລະ ​ໄຕ​ງວຽນ​ຂອງ​ຫວຽດນາມ ​ເຊິ່ງສະ​ແດງ​ໃຫ້​ເຫັນຢ່າງ​ມີ​ຊີວິດ​ຊີວາ​ເຖິງ​ຄວາມ​ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ ​ແຫ່ງ​ຄວາມ​ສາມັກຄີ​ພິ​ເສດ​ລາວ - ຫວຽດນາມ.

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ ​ແລະ ຕີ​ລາຄາ​ສູງ​ຕໍ່​ຄວາມ​ພົວພັນ​ລາວ - ຫວຽດນາມ, ຫວຽດນາມ - ລາວ ​ເຊິ່ງ​ໃນ​ບໍ່​ວ່າ​ສະພາບ​ການ​ໃດ​ກໍ​ມີ​ບາດກ້າວ​ຂະຫຍາຍ​ຕົວຢ່າງ​ແຂງ​ແຮງ​ໃນ​ທຸກ​ຂົງ​ເຂດ ການ​ເມືອງ ​ເສດຖະກິດ ສັງຄົມ ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ​ໄດ້​ເຊື້ອ​ເຊີນສະຫາຍ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ພ້ອມ​ດ້ວຍ​ພັນະ​ຍາ ​ໄປ​ຢ້ຽມຢາມ​ສັນທະ​ວະ​ໄມຕີປະເທດລາວຢ່າງ​ເປັນ​ທາງ​ການ​ໃນ​ໄວໆ​ນີ້. ສະຫາຍ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຍິນ​ດີ​ຈະ​ກຽມ​ການຢ້ຽມຢາມ​ໃນ​ເວລາ​ທີ່​ເໝາະ​ສົມ.


ສະຫາຍ​ ຫງວຽນ​ຊວນ​ຝຸກ ນາຍົກລັດຖະມົນຕີ​ແຫ່ງ​ ສສ ຫວຽດນາມ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ​ແລະ ​ບັນດາ​ຜູ້​ແທນ​ທີ່​ຮ່ວມ​ການ​ພົບ​ປະ
(ພາບ: TTXVN)

ໃນ​ການ​ພົບ​ປະ​ກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ຫງວຽນ​ຊວນ​ຝຸກ ຕາງໜ້າ​ລັດຖະບານ​ແຫ່ງ ສສ ຫວຽດນາມ​ຫວຽດນາມ ​ໄດ້ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ​ກ່ຽວ​ກັບ​ການ​ຂະຫຍາຍຕົວ​ຢ່າງ​ດີງາມ​ ຂອງ​ຄວາມ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ກາ​ນຮ່ວມ​ມື​ຮອບດ້ານ ​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ເວລາ​ທີ່​ຜ່ານ​ມາ. ສອງ​ປະ​ເທດ​ໄດ້​ປະສານ​ສົມທົບ​ກັນ ​ແລະ ບັນລຸ​ໄດ້​ຫຼາຍ​ເປົ້າ​ໝາຍ​ທີ່​ສຳຄັນ​ໃນ​​ແຜນຍຸດ​ທະ​ສາດ​ການ​ຮ່ວມ​ມືດ້ານ​ເສດຖະກິດ ວັດທະນະທຳ ວິທະຍາສາດ - ​ເຕັກນິກ​ ລະຫວ່າງ​ຫວຽດນາມ - ລາວ ​ສົກ​ປີ 2011 - 2020, ພິ​ເສດ​ແມ່ນ​ໄດ້​ສຳ​ເລັດ​ສັນຍາ​ຮ່ວມ​ມື​ຫວຽດນາມ - ລາວ ​ສົກ​ປີ 2011 - 2015 ຢ່າງ​ຈົບງາມ.

 ສະຫາຍ​ ຫງວຽນ​ຊວນ​ຝຸກ ​ໄດ້​ແຈ້ງ​ໃຫ້​ສະຫາຍ ບຸນ​ຍັງ ວໍລະ​ຈິດ ຊາບ​ກ່ຽວ​ກັບບາງ​ຈຸດ​ທີ່​ພົ້ນ​​ເດັ່ນ​ດ້ານ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ​ມໍ່​ນີ້ ​ແລະ ຢືນຢັນ​ລັດຖະບານ​ຫວຽດນາມ​ຈະ​ສືບ​ຕໍ່​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ແລະ ສົມທົບ​ແໜ້ນ​ແຟ້ນກັບ​ລັດຖະບານ​ລາວ ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ ຄວາມ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື່ອທີ່​ດີງາມ​ລະຫວ່າງ​ສອງ​ຊາດ​ຫວຽດນາມ - ລາວ ​ໃຫ້​ຂະຫຍາຍຕົວ ​ແຕກ​ດອກ​ອອກ​ຜົນ, ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ປະຊາຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ປະຕິບັດ​ ​ບັນດາ​ກົນ​ໄກ​ຮ່ວມ​ມືທີ່​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ຮັບຮອງ​ຜ່ານ ກໍ​ຄືຂໍ້​ຕົກລົງ​ຂອງ​ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ ຄັ້ງ​ທີ 38 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ​ເຊິ່ງ​ໃນ​ນັ້ນ ສຸມ​ໃສ່​ຜັນ​ຂະຫຍາຍ​ປະຕິບັດ​ສັນຍາ​ຮ່ວມ​ມື​ສອງຝ່າຍຫວຽດນາມ - ລາວ​ປີ 2016 ​ແລະ ສົນ​ທິສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ສົກ​ປີ 2016 - 2020; ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ໂຄງການ​ລົງທຶນ​ຂອງ​ຫວຽດນາມ​ຢູ່​ລາວ, ສົມທົບ​ກັນ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ແຜນ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ຢູ່​ສອງ​ແຂວງ​ຫົວພັນ ​ແລະ ຊຽງ​ຂວາງ, ຂຶ້ນ​ແຜນ​ໂຄ​ງການ​ເຊື່ອມ​ຕໍ່​ສອງ​ລະບົບ​ເສດຖະກິດ​ໃຫ້​ແລ້ວ​ໂດຍ​ໄວ.

ສະຫາຍ ບຸນຍັງ ວໍລະຈິດ ກໍ​ແຈ້ງ​ໃຫ້ສະຫາຍ​ ຫງວຽນ​ຊວນ​ຝຸກ ຊາບ​ບາງ​ຈຸດ​ຕົ້ນຕໍ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ຂອງ​ລາວ; ທັງ​ຢືນຢັນ​ວ່າ ພັກ-ລັດຖະບານ ກໍ​ຄື​ປະຊາຊົນ​ລາວ ຢຶດໝັ້ນ​ທີ່​ຈະຄຽງບ່າຄຽງໄຫຼ່ກັບພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ສືບ​ຕໍ່​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ ມູນເຊື້ອແຫ່ງຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ລະຫວ່າງລາວ - ຫວຽດນາມ ໃຫ້ນັບມື້ເຂັ້ມແຂງໝັ້ນຄົງ ເພື່ອຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ; ພ້ອມ​ກັນ​ນັ້ນ​ກໍ​ສະ​ເໜີ​ໃຫ້​ລັດຖະບານ​ຂອງສອງ​ປະ​ເທດ ​ເພີ່ມ​ທະວີ​ການ​ປະສານ​ສົມທົບ ຊີ້​ນຳນຳພາການ​ຜັນ​ຂະຫຍາຍ​ປະຕິບັດບັນດາ​ໂຄງການ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພົວພັນ​ເສດຖະກິດ ການ​ຄ້າ ການ​ລົງທຶນ​ຍິ່ງ​ກວ່າ​ອີກ ​ໃຫ້​ສົມ​ຄູ່​ກັບ​ຄວາມ​ພົວພັນ​ການ​ເມືອງ​ພິ​ເສດ​ ລະຫວ່າງ​ສອງ​ພັກ ສອງ​ລັດ ​ແລະ​ ປະຊາຊົນ​ສອງ​ປະ​ເທດ.

ສະຫາຍ​ນາງ ຫງວຽນ​ທິກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ພົບ​ປະ​ກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ (ພາບ: nhandan.com.vn)

ຢູ່​ທີ່​ຫໍສະພາ​ແຫ່ງ​ຊາດ, ​ໂດຍ​ຕາງໜ້າ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ, ສະຫາຍ​ນາງ ຫງວຽນ​ທິກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຄວາມ​ໝາຍ​​ແຫ່ງ​ການ​ຢ້ຽມຢາມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ທີ່ ສສ ຫວຽດນາມ ​ໃນ​ຄັ້ງ​ນີ້ ​ເປັນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ປະກອບສ່ວນ​ເຂົ້າ​​ໃນ​ການ​ຊຸກຍູ້​ເສີມ​ຂະຫຍາຍ​ສາຍສຳພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ພິ​ເສດ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຜ່ອງ​ໃສ​ລະຫວ່າງ​ຫວຽດນາມ - ລາວ. ສະຫາຍ​ນາງ ຫງວຽນ​ທິກິມ​ເງິນ ​ໄດ້​ແຈ້ງ​ໃຫ້ສະຫາຍ ບຸນຍັງ ວໍລະຈິດ ຊາບ​ກ່ຽວ​ກັບຜົນສຳ​ເລັດການ​ດຳເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 - ກອງ​ປະຊຸມ​ສຸດ​ທ້າຍ​ຂອງສະພາ​ແຫ່ງ​ຊາດ​ຊຸດ​ທີ່ XIII ຂອງຫວຽດນາມ ​ເຊິ່ງ​ໃນ​ນັ້ນ​ມີ​ການ​ຮັບຮອງ​ຜ່ານ​ບົດ​ສະຫລຸບ​ສັງ​ລວມວຽກ​ງານ​ໃນ​ສະ​ໄໝ​ປະຈຳການ 2011 - 2016 ຂອງສະພາ​ແຫ່ງ​ຊາດ, ​ເລືອກ​ຕັ້ງ​ປະທານ​ປະ​ເທດ, ​ເລືອກ​ຕັ້ງນາຍົກລັດຖະມົນຕີ, ຮັບຮອງ​ຜ່ານ​ມະຕິ​ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ​ສົກ​ປີ 2016 - 2020; ປັບປຸງ​ບູລະນະ​ບັນດາສັກ​ການ​ນຳ​ຕົ້ນຕໍ​ໃນ​ກົງ​ຈັກ​ແຫ່ງ​ລັດ ​ເພື່ອ​ແນ​ໃສ່​ອຳນວຍ​ຄວາມ​ສະດວກ​​ໃຫ້​ແກ່​ການ​ປະຕິບັດໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ເວລາ​ຕໍ່ໜ້າ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ.

ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງສະພາ​ແຫ່ງ​ຊາດສອງ​ປະ​ເທດ, ສະຫາຍ​ນາງ ຫງວຽນ​ທິກິມ​ເງິນ ສະ​ເໜີ​​ໃຫ້​ເສີມ​ຂະຫຍາຍ​ມູນ​ເຊື້ອ ​ແລະ ຜົນສຳ​ເລັດ​ທີ່​ບັນລຸ​ໄດ້, ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ບົດຮຽນປະສົບ​ການ​ໃນ​ຂົງ​ເຂດ​ນິຕິບັນຍັດ, ຕິດຕາມ​ກວດກາ ​ແລະ ຕັດສິນ​ຕົກລົງ​ບັນດາ​ບັນຫາ​ທີ່​ສຳຄັນ​ຂອງ​ປະ​ເທດ​ຊາດ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊີ້​ນຳ, ຕິດຕາມ​ກວດກາ​ການ​ປະຕິບັດ​ຂໍ້​ຕົກລົງ​ຂັ້ນ​ສູງ ກໍ​ຄື​ສັນຍາ​ວ່າ​ດ້ວຍການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ສະຫາຍ ບຸນຍັງ ວໍລະຈິດ ຕີ​ລາຄາ​ສູງ​ການ​ປະສານ​ສົມທົບ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ​ລະຫວ່າງສະພາ​ແຫ່ງ​ຊາດສອງ​ປະ​ເທດ​ໃນ​ເວລາ​ທີ່​ຜ່ານ​ມາ ທັງ​ສະ​ແດງ​ຄວາມ​ປະສົງ​ຢາກ​ໃຫ້ສະພາ​ແຫ່ງ​ຊາດສອງ​ປະ​ເທດ​ສືບ​ຕໍ່​ຍູ້​ແຮງ ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ປະສົບ​ການ​ນຳ​ກັນ, ປະສານສົມທົບຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ບັນຫາ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. ສະຫາຍ ບຸນຍັງ ວໍລະຈິດ ຢືນຢັນ​ວ່າ ປະຊາຊົນ​ລາວ​ຈະ​ສືບ​ຕໍ່​ຮັກສາ ​ແລະ​ເພີ່ມ​ພູນ​ຄູນ​ສ້າງຄວາມ​ສາມັກຄີ​ພິ​ເສດ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຊາດ​ລາວ - ຫວຽດນາມ ​ເພື່ອ​ຄວາມ​ສົມບູນ​ພູມ​ສຸກ​ຂອງ​ປະຊາຊົນ​ສອງ​ຊາດ.

ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມຢ່າງເປັນທາງການ ຂອງສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​​ໃນ​ການ​ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ, ມູນ​ເຊື້ອ​ທີ່​ດີງາມ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດລາວ - ຫວຽດນາມ ​ໃຫ້​ຂະຫຍາຍ​ຂຶ້ນ​ສູ້​ລະດັບ​ໃໝ່, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ ລາວ - ​ຫວຽດນາມ ກໍ​ຄື​ເພື່ອສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ ຄວາມ​ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ./.

ໂດຍ ​ເຟືອງ​ຈ່າ