ວກ.ອອນ​ໄລ - ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ XII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ດີງາມ. ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ພວມ​ຕັ້ງໜ້າ, ຮີບ​ຮ້ອນ​ຈັດ​ຕັ້ງ​ການ​ຮ່ຳຮຽນ, ​ເຊື່ອມ​ຊືມ, ຜັນ​ຂະຫຍາຍ​ປະຕິບັດ, ນຳ​ເອົາ​ມະຕິ​ກອງ​ປະຊຸມ​ໃຫຍ່​ເຂົ້າ​ສູ່​ຊີວິດ​ສັງຄົມ ຕາມ​ຈິ​ໃຈ​ຄຳ​ສັ່ງ​ສະ​ບັບທີ 01-CT/TW, ລົງ​ວັນ​ທີ 22 ມີນາ 2016, ຂອງ​ກົມ​ການ​ເມືອງ.

ນຳເອົາມະຕິຂອງພັກກອມມູນິດຫວຽດນາມ ເຂົ້າສູ່ຊີວິດສັງຄົມ.(ພາບ: hanoi.gov.vn)

ຜົນສຳ​ເລັດ​ຕ່າງໆ​ຂອງ​ການ​ປະຕິວັດ​ຫວຽດນາມ ​ໃນ​ການ​ຕໍ່​ສູ້​ຕ້ານ​ການ​ຮຸກ​ຮານ​ຈາກ​ພາຍ​ນອກ ​ແລະ ການ​ປ່ຽນ​ແປງ​ໃໝ່​ໃນ​ປັດຈຸ​ບັນ ​ໄດ້​ຢັ້ງຢືນ​ວ່າ: ການ​ນຳພາຢ່າງຖືກຕ້ອງ​ຂອງ​ພັກເປັນ​ປັດ​​ໄຈທີ່​ມີ​ຄວາມ​ໝາຍ​ຕັດສິນຕໍ່​ໄຊຊະນະ​ທັງ​ໝົດ​ ຂອງ​ການ​ປະຕິວັດ​ຫວຽດນາມ. ​ຖ້າ​ຫາກ​ບໍ່​ມີ​ການ​ນຳພາ​ຂອງ​ພັກ, ບໍ່​ມີ​ແນວທາງ ທັດສະນະ ​ແຜນ​ນະ​ໂຍບາຍອັນ​ຖືກຕ້ອງ​ຂອງ​ພັກ ​ເພື່ອ​ນຳພາ​ປວງ​ຊົນ​ທັງ​ຊາດ, ກໍ​ບໍ່​ອາດ​ມີ​ປະ​ເທດ​ຫວຽດນາມ​ຄື​ໃນ​ທຸກ​ວັນ​ນີ້. ນັ້ນ​ແມ່ນ​ຜົນສຳ​ເລັດ​ຂອງ​ພວກ​ເຮົາ ທີ່​ໄດ້​ປະຕິບັດ ນຳ​ເອົາບັນດາ​ມະຕິ​ຂອງ​ພັກ​ເຂົ້າສູ່​ຊີວິດ​ສັງຄົມ ​ຢ່າງ​ສຳ​ເລັດ​ຜົນ. ​ແຕ່​ວ່າ, ການນຳ​ເອົາບັນດາ​ມະຕິ​ຂອງ​ພັກເຂົ້າສູ່​ຊີວິດ​ສັງຄົມ ກໍ​ຍັງ​ມີ​ສິ່ງ​ຄົງ​ຄ້າງ ຂໍ້​ຈຳກັດຫຼາຍ​ຢ່າ​ງ: ​ນັບແຕ່ວຽກ​ງານ​ກະກຽມ​ກໍ່ສ້າງ​ມະຕິ ຈົນ​ເຖິງ​ປະກາດ​ໃຊ້​ມະຕິ; ວຽກ​ງານ​ຈັດ​ຕັ້ງຮ່ຳຮຽນ ​ເຊື່ອມ​ຊືມມະຕິ, ວຽກ​ງານ​ໂຄສະນາ​ເຜີຍ​ແຜ່ ຜັນ​ຂະຫຍາຍ​ປະຕິບັດ​ມະຕິ, ການ​ຫັນ​ເປັນ​ນິຕິ​ກຳ​ໃນ​ພາກ​ຕົວ​ຈິງ ​ແລະ ວຽກ​ງານ​ກວດກາ ຕິດຕາມ​ກວດກາ, ວຽກ​ງານ​ຕີ​ລາຄາ​ສະຫລຸບ​ເບື້ອງ​ຕົ້ນ - ສະຫລຸບ​ສັງ​ລວມ ວິວັດ​ການ​ປະຕິບັດ​ມະຕິ,... ຍັງ​ຊັກ​ຊ້າ. ຈັ່ງ​ຊັ້ນ​ຈະ​ເຮັດ​ແນວ​ໃດ​ໃຫ້​ບັນດາ​ແຜນ​ນະ​ໂຍບາຍ, ທັດສະນະ, ​ແນວທາງ​​ທີ່​ລະບຸ​ໄວ້​ໃນ​ມະຕິຂອງ​ພັກ ມີ​ລັກສະນະ​ປະຕິບັດ​ເປັນ​ຈິງ​ໄດ້ ​ແລະ ມີ​ກຳລັງ​ຊີວິດ​ໃນ​ສັງຄົມ?

​ມະຕິຂອງ​ພັກ​ແມ່ນ​ເຈດ​ຈຳນົງ, ​ແມ່ນລວມຍອດ​ແຫ່ງສະຕິ​ປັນຍາ​ຂອງທົ່ວພັກ ທົ່ວ​ປວງ​ຊົນ, ​ແລະ ​ເມື່ອ​ມະຕິ​ໄດ້​ຮັບ​ການ​ປະກາດ​ໃຊ້​ ​ໃນ​ທັນທີ​ທັນ​ໃດມັນ​ເລັ່ງ​ໃສ່​ເປົ້າ​ໜາຍ​ເຮັດ​ໃຫ້ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ”. ​ເພາະສະ​ນັ້ນ, ການ​ນຳ​ເອົາ​ມະຕິຂອງ​ພັກ​ເຂົ້າ​ສູ່​ຊີວິດ​ສັງຄົມ ​ແລະ ສ່ອງ​ແສງ​ສະພາບ​ຊີວິດ​ສັງຄົມ​ເຂົ້າ​ໃນ​ມະຕິ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາມາດ​ນຳພາ​ຂອງ​ອົງການ​ຈັດ​ຕັ້ງ​ພັກ ​ແລະ ສະມາຊິກ​ພັກ​ແຕ່ລະຄົນ​ ໃນ​​ແຕ່ລະສະ​ໄໝ​ແຫ່ງ​ການ​ປະຕິວັດ. ​ເພື່ອ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ທີ່​ລະບຸ​ໃນ​ມະຕິຂອງ​ພັກ​ ໃຫ້​ປະກົດ​ເປັນ​ຈິງ​ຢ່າງ​ສຳ​ເລັດ​ຜົນ, ບັນຫາ​ຕັດສິນ​ແມ່ນ​ຕ້ອງ​ມີ​ຄວາມ​ພະຍາຍາມ​ສູ້​ຊົນ​ຢ່າງ​ສຸດ​ຄວາມ​ສາມາດ​ ຂອງ​ທົ່ວ​ທັງ​ລະບົບ​ການ​ເມືອງ ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ດ້ວຍ​ເຈດ​ຈຳນົງ​ປະຕິວັດ, ຄວາມ​ຕັດສິນ​ໃຈ​ ຂອງ​ສະມາຊິກ​ພັກ​ແຕ່ລະຄົນ, ຄວາມ​ພະຍາຍາມ​ສູ້​ຊົນ​ປະຕິບັດ​ມະຕິ​ ຂອງ​ປວງ​ປະຊາຊົນ; ການ​ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ນັບ​ແຕ່​ຂອດຈັດ​ຕັ້ງ​ຄົ້ນຄວ້າ ຮ່ຳຮຽນ ​ເຊື່ອມ​ຊືມ ​ໂຄສະນາ​ເຜີຍ​ແຜ່​ມະຕິ ຈົນ​ເຖິງ​ການ​ຫັນ​ມະຕິ​ເປັນ​ນິຕິກຳ, ຊີ້​ນຳ ​ແລະ ຈັດ​ຕັ້ງ​ປະຕິບັດ, ກວດກາ ​ແລະ ສະຫລຸບ​ເບື້ອງ​ຕົ້ນ - ສະຫລຸບ​ສັງ​ລວມ, ຖອດ​ຖອນ​ບົດຮຽນ​ປະສົບ​ການ ​ຈາກ​ວິວັດ​ການ​ປະຕິບັດ​ມະຕິ. ບັນດາ​ບັນຫາ​ເທິງ​ນີ້​ມີ​ຄວາມ​ສຳຄັນ​ທີ່​ສຸດ.

ຕໍ່​ໄປ​ນີ້ ພວກ​ເຮົາຈະ​ຕ້ອງ​ເຮັດ​ຫຍັງ ​ແລະ ​ເຮັດ​ຄື​ແນວ​ໃດ​ໃຫ້​ມະຕິ​ຂອງພັກ​ແຕ່​ລະສະ​ບັບ ​ເມື່ອ​ໄດ້​​ປະກາດ​ໃຊ້ ຫຼື​ໄດ້​ຮັບ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ປະຕິບັດ​ ກໍ​ລ້ວນ​ແຕ່​ຢຶດໝັ້ນ​ທັດສະນະ: “​ເຈດ​ຈຳນົງ​ຂອງ​ພັກ​ຖືກ​ໃຈ​ປະຊາຊົນ”, ນຳ​ເອົາ​ມະຕິ​ຂອງ​ພັກ​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ​ໂດຍ​ໄວ ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ທີ່​ສຸດ?

ທີ​ໜຶ່ງ, ສຳລັບ​ວຽກ​ງານ​ກໍ່ສ້າງ ​ແລະ ປະກາດ​ໃຊ້​ມະຕິ. ພາຍຫຼັງ​ຜັນ​ຂະຫຍາຍ​ເພື່ອ​ປະຕິບັດ ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ຂໍ​ສະ​ເໜີ​ໃຫ້​ສູນ​ກາງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ເວລາ ​ແລະ ບັນດາ​ປັດ​ໃຈ​ທີ່​ຈຳ​ເປັນ​ອື່ນ ​ເພື່ອ​ໃຫ້ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ລຸ່ມ ​ໄດ້​ຫັນ​ມະຕິ​ຂອງ​ຂັ້ນ​ເທິງ​ເປັນອັນ​ລະອຽດ ດ້ວຍ​ບັນດາ​ແຜນ​ງານ​ການ​ເຄື່ອນ​ໄຫວ, ​ແຜນການ​ປະຕິບັດ​ງານຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ. ບັນດາ​ມະຕິ​ທີ່​ປະກາດ​ໃຊ້​ໄດ້​ສຸມ​ໃສ່​ແກ້​ໄຂບັນດາ​ບັນຫາ​ທີ່​ພົວພັນ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ພົວພັນ​ເຖິງ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ລະບົບ​ການ​ເມືອງ... ດັ່ງ​ນັ້ນ, ຂໍ​ສະ​ເໜີ​ນຳ​ສູນ​ກາງ ​ໃນ​ເມື່ອ​ກໍ່ສ້າງ ​ແລະ ປະກາດ​ໃຊ້​ມະຕິ ຄວມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ ຖືກຕ້ອງ​ກ່ຽວ​ກັບ​ບັນຫາ, ​ເລິ່​ມຈາກຊີວິດ​ການ​ເປັນ​ຢູ່, ຈາກ​ການ​ສະຫລຸບ​ສັງ​ລວມພຶດຕິ​ກຳ, ຕ້ອງ​​ເລິ່ມຈາກ​ຄວາມ​ມຸ່ງມາດ​ປາຖະໜາ​ອັນ​ຊອບທຳ ​ຂອງ​ປະຊາຊົນ, ຂອງ​ສັງຄົມ​ ທີ່​ພວມ​ຮຽກຮ້ອງ​ໃຫ້​ພັກ​ຕ້ອງ​ມີ​ມະຕິ​​ນຳພາ; ກໍ່ສ້າງ​ແລະ​ປະກາດ​ໃຊ້​ມະຕິ​ ຕ້ອງ​ອີງ​ບົນ​ພື້ນຖານ​ວິທະຍາສາດ, ຖືກ​ກົດໝາຍ, ຖືກ​ໃຈ​ປະຊາຊົນ, ​ແກ້​ບັນຫາ​ຕ່າງໆ​ ທີ່​ພຶດຕິ​ກຳ​ວາງ​ອອກ​ມາ​​ໃຫ້ໄດ້​ເປັນ​ຢ່າງ​ດີ, ຫຼີກລ່ຽງການ​ເຮັດ​ແບບ​ເຈດ​ຈຳນົງ​ນິຍົມ ດ້ານ​ດຽວ, ຕ້ອງ​ມີ​ການ​ຄາດ​ຄະ​ເນ​ຢ່າງ​ຖືກຕ້ອງ, ຮັບປະກັນ​ລັກສະນະ​ໝັ້ນຄົງ ຍາວ​ນານ, ບໍ່​ປະ​ໃຫ້​ນະ​ໂຍບາຍ​ຫຼ້າ​ຫຼັງ​ແລ້ວ ຈຶ່ງຈຳເປັນ​ຕ້ອງ​ອອກ​ມະຕິ, ​ເອກະສານ​ນຳພາ​ໃໝ່ ​ເພື່ອ​ປ່ຽນ​ແທນ, ພິ​ເສດ​ແມ່ນ​ ຕ້ອງ​ມີ​ວິທີ​ແກ້​ຢ່າງ​ຄົບ​ຊຸດ ​ແຮງ​ກ້າ, ມີ​ລັກສະນະ​ປະຕິບັດ​ໄດ້ ​ເພື່ອປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ພາກ​ຕົວ​ຈິງ, ຫຼື​ເວົ້າ​ໂດຍ​ຫຍໍ້​ຄື, ຕ້ອງ​ແກ້​ໄຂ​ເປັນ​ຢ່າງ​ດີ​ສາຍ​ພົວພັນ​ສັດຈະ​ວິພາກ​ລະຫວ່າງ “ນຳ​ເອົາ​ຊີວິດ​ເຂົ້າ​ໃນ​ມະຕິ” ກັບ “ນຳ​ເອົາ​ມະຕິ​ເຂົ້າ​ໃນ​ຊີວິດ​ສັງຄົມ” ​ແລະ ລະຫວ່າງ “ການ​ປະກາດ​ໃຊ້​ມະຕິ” ກັບ “ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ”,... ມີ​​ແຕ່​ເຮັດ​ຄື​ແນວ​ນັ້ນ, ຄະນະ​ພັກ, ອຳນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ ຈຶ່ງ​ມີ​ຄວາມ​ສະດວກ​ດີ​ໃນ​ການໝູນ​ໃຊ້ມະຕິ​ເຂົ້າ​ໃນ​ພຶດຕິ​ກຳ​ຂອງ​ທ້ອງ​ຖິ່ນ, ຂອງ​ຂະ​ແໜງ​ການ, ຂອງ​ກົມ​ກອງ​ຂອງ​ຕົນ ​ເພື່ອສ້າງ​ໂຄງການ​ປະຕິ​ບັດ​ງານ, ​ແຜນການ​ຜັນ​ຂະຫຍາຍ​ປະຕິບັດ​ທີ່​ແທດ​ເໝາະ, ນຳ​ເອົາ​ມະຕິ​ເຂົ້າສູ່​ຊີວິດສັງ​ຄົມ​ຢ່າງ​ມີ​ປະສິດທິ​ຜົນ.

ທີ​ສອງ, ສຳລັບ​ວຽກ​ງານ​ຈັດ​ຕັ້ງ​ການ​ຮ່ຳຮຽນ, ​ເຊື່ອມ​ຊືມມະຕິ. ນີ້​ແມ່ນ​ຂອດ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ, ຍ້ອນ​ວ່າ ມີ​ແຕ່​ຍົກ​ສູງ​ຄຸນ​ນະພາ​ບການ​ຮ່ຳຮຽນ, ​ເຊື່ອມ​ຊືມມະຕິ​ຂອງ​ພັກ​ເທົ່າ​ນັ້ນ ຈຶ່ງ​ອາດ​ຈະ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ​ເຊື່ອມ​ຊືມກ່ຽວ​ກັບ​ແນວທາງ, ​ແຜນ​ນະ​ໂຍບາຍ, ທັດສະນະ​ຂອງ​ພັກ ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ, ສ້າງ​ໃຫ້​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ສັງຄົມ, ຜ່ານ​ສິ່ງ​ດັ່ງກ່າວ​ເພື່ອ​ປັບປຸງ, ​ເພີ່ມ​ທະວີ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ການ​ນຳພາ​ຂອງ​ພັກ, ຍົກ​ສູງ​ກຳລັງຄວາມສາມາດ​ນຳພາ, ກຳລັງ​ສູ້​ຮົບ​ຂອງ​ອົງການ​ຈັດ​ຕັ້ງ​ພັກ ​ແລະ ພະນັກງານ ສະມາຊິກ​ພັກ; ຍົກ​ສຸງປະສິດທິ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່ຂອງ​ອົງການຈັດ​ຕັ້ງ​ພັກ ​ແລະ ພະນັກງານ ສະມາ​ຊິກ​ພັກຢູ່​ທ້ອງ​ຖິ່ນ, ສຳນັກງານ​ອົງການ, ກົມ​ກອງ. ​ແຕ່ວ່າ, ​ໃນ​ພາກ​ຕົວ​ຈິງ ​ວຽກ​ງານ​ນີ້​ຍັງ​ມີ​ຄວາມ​ຈຳກັດ​ຫຼາຍ. ​ໃນ​ການ​ເຜີຍ​ແຜ່​ມະຕິ​ຂອງ​ພັກ, ຕ້ອງ​ຫຼີກ​ລ່ຽງການ​​ເຜີຍ​ແຜ່ດ້ານ​ດຽວ​ແຕ່​ເທິງ​ລົງ​ລຸ່ມ ​ໂດຍ​ບໍ່​ຈັດ​ຕັ້ງ​ໃຫ້​ພະນັກງານ ສະມາຊິກ​ພັກ​ສົນທະນາ​ປະກອບ​ຄວາມ​ເຫັນ​ເຂົ້າ​ໃນ​ແຜນການ​ອັນ​ລະອຽດ​​ເພື່ອ​ປະຕິບັດ​ມະຕິ,...

ເພື່ອ​ຍົກ​ສູງ​ປະສິດທິ​ຜົນຂອງ​ການຈັດຕັ້ງຮ່ຳຮຽນ, ​ເຊື່ອມ​ຊືມ ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ມະຕິຂອງ​ພັກ​ໃນ​ເວລາ​ສະ​ເພາະ​ໜ້າ, ຄວນ:

- ຍົກ​ສູງ​​ບົດບາດ ​ແລະ ຄວາມ​ຮັບຜິດຊອບ ​ຂອງ​ແຕ່ລະ​ຄະນະ​ພັກ, ອຳນາດ​ການ​ປົກຄອງຍິ່ງ​ຂຶ້ນ, ​ເປັນ​ຕົ້ນ​ແມ່ນ​ຂອງ​ເລຂາ​ຄະນະ​ພັກ, ຫົວໜ້າ​ສຳນັກງານອົງການ, ກົມ​ກອງ ​ແລະ ຂອງ​ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ ຕໍ່​ການ​ຮ່ຳຮຽນ, ​ເຊື່ອມ​ຊືມ​ມະຕິຂອງ​ພັກ. ​ໃນ​ນັ້ນ, ຄະນະ​ໂຄສະນາ​ອົບຮົມ​ຂັ້ນ​ຕ່າງໆ ຕ້ອງ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ກັບ​ຄະນະ​ຂົນຂວາຍ​ປະຊາຊົນ, ​ແນວ​ໂຮມ​ປະ​ເທດ​ຊາດ ​​ໃນ​ການ​ເປັນ​ເສນາ​ທິການ​ຊ່ວຍ​ໃຫ້​ຄະນະ​ພັກ​ຈັດ​ຕັ້ງ​ການ​ຮ່ຳຮຽນ, ​ເຊື່ອມ​ຊືມມະຕິ​ຂອງ​ພັກ ​ຢ່າງ​ມີ​ວິທະຍາສາດ, ​ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ເວລາ, ​ເອກະສານ, ​ເປົ້າ​ໝາຍ, ວິທີ ​ແລະ ຈັດ​ຕັ້ງ​ໃຫ້​ພະນັກງານ ສະມາຊິກ​ພັກ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໃນ​ການ​ສົນທະນາ, ປະກອບ​ຄວາມ​ເຫັນ, ຂຽນ​ບົດ​ເກັບ​ກຳ​ຜົນ​ການ​ຮ່ຳຮຽນ. ສຳລັບ​ໜ່ວຍ​ພັກ​ທີ່​ບໍ່​ມີ​ຜູ້​ບັນຍາຍ​ລາຍ​ງານ​ເກັ່ງ ​ເພື່ອ​ເຜີຍ​ແຜ່​ມະຕິ​ນັ້ນ ກໍ​ອາດ​ຈະ​ຈັດ​ຕັ້ງ​ໃຫ້​ພະນັກງານ ສະມາຊິກ​ພັກ​ຮ່ຳຮຽນ​ໃນ​ບັນດາ​ຊຸດ​ຮຽນ​ລວມສູນ​ຂອງ​ຄະນະ​ພັກ, ຂະ​ແໜງ​ການ, ອົງຄະ​ນະມະ​ຫາ​ຊົນ.

- ​ເອົາ​ໃຈ​ໃສ່​ຍິ່ງ​ກວ່າ​ອີກ​ເຖິງ​ຄຸນ​ນະພາ​ບ ​ແລະ ຈຳນວນ​ຜູ້​ບັນຍາຍລາຍງານ, ຜູ້​ໂຄສະນາ​ສະ​ເພາະ​ບັນຫາ ​ເພື່ອ​ໃນ​ເວລາ​ເຜີຍ​ແຜ່​ມະຕິ​ ຈະ​ສາມາດ​ຖ່າຍ​ທອດ​ຈິດ​ໃຈ​ມະຕິ, ​ແຜ່ “ຄວາມ​ຮ້ອນ” ຂອງ​ມະຕິມາ​ຍັງ​ຜູ້​ຟັງ, ​ເຮັດ​ໃຫ້​ຜູ້​ຟັງຕ້ອງ “​ຍອມຮັບ - ນັບຖື” ຢ່າງ​ຈິງ​ຈັງ ​ແລະ ມີ​ວິທີ​ເຜີຍ​ແຜ່​ທີ່​ສອດຄ່ອງ​ກັບ​ແຕ່ລະ​ເປົ້າ​ໝາຍຜູ້​ຟັງ. ຜູ້​ບັນຍາຍລາຍງານ, ​ຜູ້ໂຄສະນາ​​ແຕ່ລະຄົນ ຕ້ອງ​ມີ​ຄົບ​ທຸກ​ປັດ​ໄຈ​ທີ່​ຈຳ​ເປັນ, ​ເຊັ່ນ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ, ຄຸນ​ທາດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ທີ່​ດີ ​ແລະ ມີຄວາມ​ຮັບຜິດຊອບ ​ຕັ້ງ​ຕໍ່ຕໍ່ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ; ພ້ອມ​ກັນ​ນັ້ນ ​ກໍ​ກຳ​ແໜ້ນ, “ຂຶ້ນ​ໃຈ” ບັນດາ​ເນື້ອ​ໃນ​ທີ່​ສຳຄັນ ​ພື້ນຖານ ​ແລະ ​ໃໝ່​ຂອງ​ມະຕິ, ກຳ​ແໜ້ນ​ສະພາບ​ການ​ຢູ່​ຮາກ​ຖານ, ຕິດ​ແທດ​ປະຊາຊົນ, ຮູ້​ຂົນຂວາຍ​ປະຊາຊົນ, ກຽມ​ຄວາມ​ພ້ອມ​ທີ່​ຈະ​ອະທິບາຍ ສົນທະນາ​ຢ່າງ​ເປີດ​ອົກ​ເປີດ​ໃຈ​ກັບ​ປະຊາຊົນ. ​ເພື່ອ​ຍົກ​ສູງ​ລະດັບ​ວິຊາ​ສະ​ເພາະ​ໃຫ້​ຖັນ​ແຖວ​ພະນັກງານ​ນີ້, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຕ້ອງ​ມີ​ແຜນການ​ກໍ່ສ້າງ ບຳລຸງກ່ຽວ​ກັບ​ວິຊາ​ສະ​ເພາະ ​ແລະ ວິທີ​ໂຄສະ​ນາ​ອົບຮົມ ​ໃຫ້​ຖັນ​ແຖວຜູ້​ບັນຍາຍລາຍງານ, ຜູ້​ໂຄສະນາ​ຢູ່​ບັນດາ​ທ້ອງ​ຖິ່ນ, ກົມ​ກອງ, ພິ​ເສດ​ແມ່ນ ​ຖັນ​ແຖວພະນັກງານ​ທີ່​ເຂົ້າ​ຮ່ວມ​ໂດຍ​ກົງ​ໃນ​ການ​ເຜີຍ​ແຜ່ ຜັນ​ຂະຫຍາຍ​ມະຕິ. ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ການ​ຝຶກ​ອົບຮົມວິທີຈັດ​ຕັ້ງ​ຊຸດ​ຮຽນ​ມະຕິ​ໃຫ້​​ໄດ້​ຮັບ​ປະສິດທິ​ຜົນ, ຝຶກ​ອົບຮົມ​ການ​ໃຊ້​ເຄື່ອງ​ຈັກ​ເຄື່ອງ​ປະກອບ​ການ​ໂຄສະນາ (​ເຄື່ອງສາຍ, ​ແຜນ​ພາບ, ຕາຕະລາງ); ຝຶກ​ອົບຮົມ​ວິທີ​ຂຽນ​ແຜນການ​ສອນ​​ເອ​ເລັກ​ທຣອນິກ,...

ພັກ, ລັດ​ຕ້ອງ​ດັດ​ແປງ​ລະບອບ​ອຸດ​ໜູນ​ໃຫ້​ຖັນ​ແຖວ​ພະນັກງານ​ນີ້ ​ຢ່າງ​ສົມ​ເຫດ​ສົມ​ຜົນ, ​ເປັນ​ຕົ້ນ​ແມ່ນ​ຕໍ່​ກັບ​ຜູ້​ບັນຍາຍ​ລາຍ​ງານ​ຄວບ​ຕຳ​ແໜ່​ງ, ຜູ້​ໂຄສະນາ​ສະ​ເພາະ​ບັນຫາ ຢູ່​ທ້ອງ​ຖິ່ນ​ທີ່​ມີ​ຄວາມ​ຫຍຸ້ງຍາກ ສັບສົນ.

ທີ​ສານ, ວຽກ​ງານ​ຖະ​ແຫຼ​ງຂ່າວ, ​ໂຄສະນາ​ການ ມີ​ບົດບາດ​ສຳຄັນ​ທີ່​ສຸດ. ບັນດາ​ເຫຼົ່າ​ທັບ​ຂ​ອງ​ຂະ​ແໜງ​ການ​ໂຄສະນາ​ອົບຮົມ​ ຕ້ອງ​ເຮັດ​ໃຫ້​ທຸກ​ທັດສະນະ, ​ແຜ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ​ເຊື່ອມ​ຊືມຢ່າງ​ເລິກ​ເຊິ່ງ ​ເຂົ້າ​ໃນ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ, ​ເຮັດ​ໃຫ້​ມັນ​ກາຍ​ເປັນ​ກຳລັງ​ແຮງ​ວັດຖຸ​ອັນ​ໃຫຍ່​ຫຼວງ​ ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມ​ສັງຄົມ​ນິຍົມ.

ຄະນະ​ໂຄສະນາ​ອົບຮົມ, ຄະນະ​ຂົນຂວາຍ​ປະຊາຊົນ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ​ຂັ້ນ​ຕ່າງໆ ຄວນສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ການຈັດ​ຕັ້ງ​ການ​ຮ່ຳຮຽນ, ​ໂຄສະນາ​ເຜີຍ​ແຜ່​ມະຕິ​ ໃຫ້​ສະມາຊິກ​ພັກ, ສະມາຊິກ​ສະມາຄົມ​ແຕ່ລະຄົນ ​ແລະ ​ໃຫ້​ມະຫາປະຊາຊົນ​ທຸກ​ຊັ້ນ​ວັນນະ; ພ້ອມ​ນັ້ນ ​ຊີ້​ນຳ​ບັນດາ​ອົງການ​ສື່​ມວນ​ຊົນ, ຂະ​ແໜງ​ວັດທະນະທຳ ​ໃຫ້​ໝູນ​ໃຊ້​ບັນດາ​ແບບ​ວິທີ​ໂຄສະນາ​ຢ່າງ​ສອດຄ່ອງ ໄຫວ​ພິບ, ​ແທດ​ເໝາະ​ກັບ​ແຕ່ລະ​ເປົ້າ​ໝາຍ ​ແລະ ​ເງື່ອນ​ໄຂ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນ ກົມ​ກອງ; ຊີ້​ນຳ​ໜັງ​ສື​ພິມ, ສະຖານີ​ວິທະຍຸ​ກະຈາຍສຽງ - ​ໂທລະພາບຂອງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ຈັດ​ຕັ້ງ​ປະຕິບັດ​ຄໍ​ລຳ​ສະ​ເພາະ “ນຳ​ເອົາ​ມະຕິ​ຂອງ​ພັກ​ເຂົ້າ​ສູ່​ຊີວິດ​ສັງຄົມ” ​ໃຫ້​ໄດ້​ຮັບ​ຜົນ​ດີ; ຂ​ະ​ແໜງ​ວັດທະນະທຳ ຖະ​ແຫຼ​ງຂ່າວ​ຕ້ອງ​ເປັນ​ເຈົ້າ​ການ, ປະດິດ​ສ້າງ​ ໃນ​ການ​ເອົາ​ເນື້ອ​ໃນ​ຂອງ​ມະຕິ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ສິນລະປະ ວັດທະນະທຳ ​ເພື່ອ​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ​ໃນ​ປະຊາຊົນ.

ທີ​ສີ່, ການ​ຫັນ​ທັດສະນະ, ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ​ເປັນ​ນິຕິ​ກຳ ​ເປັນ​ຂໍ້​ກຳນົດ​ຂອງ​ກົດໝາຍ, ​ເປັນ​ບັນດາ​ໂຄງການ​ເຄື່ອນ​ໄຫວ, ​ແຜນການ​ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ລະອຽດ​ ຂອງ​ບັນດາຂັ້ນ, ຂະ​ແໜງ​ການ, ອົງການຈັດ​ຕັ້ງ, ກົມ​ກອງ, ທອ້ງຖິ່ນ​ຕ່າງໆ,... ​ເປັນ​ບັນຫາ​ທີ່​ມີ​ຄວາມ​ໝາຍ​ຕັດສິນ ​ເພື່ອ​ນຳ​ເອົາ​ມະຕິ​ຂອງ​ພັກ​ເຂົ້າ​ສູ່​ຊີວິດ​ສັງຄົມ. ຖ້າ​ຫາກ​ທັດສະນະ, ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ​ບໍ່​ໄດ້​ຫັນ​ເປັນ​ກົດໝາຍ, ກົດ​ດຳລັດ​ຂອງ​ສະພາ​ແຫ່ງ​ຊາດ, ​ເປັນ​ດຳລັດ​ຂອງລັດຖະບານ, ໜັງສື​ວຽນ​ແນະນຳ​ຂອງ​ກະຊວງ ຂະ​ແໜງ​ການ; ຖ້າ​ຫາກ​ບໍ່​ຫັນ​ເປັນ​ໂຄງການ​ເຄື່ອນ​ໄຫວ, ​​ເປັນແຜນການ​ຜັນ​ຂະຫຍາຍ​ອັນ​ລະອຽດຂອງ​ແຕ່​ລະທ້ອງຖິ່ນ, ສຳນັກງານ​ອົງການ, ກົມ​ກອງ ​ເພື່ອ​ແນ​ໃສ່​ປະຕິບັດ​ທັດສະນະ, ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ​​ໃນ​ພາກ​ຕົວ​ຈິງ, ມະຕິ​ຂອງ​ພັກ​ກໍ​ບໍ່​ອາດ​ເຂົ້າ​ສູ່​ຊີວິດ​ສັງຄົມ​ໄດ້, ບໍ່​ກາຍ​ເປັນ​ແຮງ​ດຶງ​ດູດ ລະດົມ​ກຳລັງ​ແຮງ​ຂອງປວງ​ຊົນ​ທັງ​ຊາດ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດສັງຄົມ​ນິຍົມ.

​​ການ​ກໍ່ສ້າງ​ໂຄງການ, ​ແຜນການ, ​ແຜນ​ງານ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ນີ້ ມັນ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ປະດິສ້າງ, ​ໄຫວ​ພິບ​ ໃນ​ການ​ໝູນ​ໃຊ້​ແຜນ​ນະ​ໂຍບາຍ, ທັດສະນະ​ຊີ້​ນຳ, ບັນ​ດາ​ວິທີ​ແກ້ທີ່​ລະບຸ​ໃນມະຕິຂອງ​ພັກ ​ເຂົ້າ​ໃນ​ສະຖານະ​ພາບ ​ເງື່ອນ​ໄຂ​ອັນ​ລະອຽດ ​ຂອງ​ສຳນັກງານອົງການ, ກົມ​ກອງ, ທ້ອງ​ຖິ່ນ​ຕົນ. ຫຼີກ​ລ່ຽງການ​ເຮັດ​ຕາມ​ແບບ​ທັບ​ຮອຍ, ກົນ​ຈັກ​ຕາຍ​ຕົວ, ລວມໆ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ລັກສະນະ​ສະ​ເພາະ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ​ແຕ່ລະ​ຂະ​ແໜງ​ການ. ພ້ອມ​ນັ້ນ​ກໍ​ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ຜັນ​ຂະຫຍາຍປະຕິບັດ​ມະຕິ​ຂອງ ຖັນແຖວພະນັກງານ ແລະຕ້ອງ​ມີກຳລັງ​ຄົນ, ກຳລັງ​ຊັບ, ກຳລັງ​ວັດຖຸ ຢ່າງ​ພຽງພໍ​ ເພື່ອ​ປະຕິບັດ​ມະຕິ, ຕ້ອງ​ຜັນ​ຂະຫຍາຍ​ແຕ່​ຈຸດ ​ເຖິງ​ດ້ານ​ກວ້າງ, ມີ​ຈຸດ​ໜັກ ​ໃຈກາງ, ທະວີຄູນ​ແບບຢ່າງ​ທີ່​ດີ​ເດັ່ນ. ມີ​​ແຕ່​ເຮັດ​ຄື​ແນວ​ນັ້ນ, ມະຕິ​ຂອງ​ພັກ​ຈຶ່ງ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ​ໄດ້, ຈຶ່ງ​ເຂົ້າ​ສູ່​ຊີວິດ​ສັງຄົມ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ, ຈຶ່ງ​ນຳ​ມາ​ເຊິ່ງຜົນສຳ​ເລັດ​ຕົວ​ຈິງ​ໄດ້. ​ເມື່ອ​ໄດ້​ກໍ່ສ້າງ​ໂຄງການ, ​ແຜນການ​ເຄື່ອນ​ໄຫວ​ເພື່ອ​ຜັນ​ຂະຫຍາຍປະຕິບັດ​ມະຕິ​ແລ້ວ, ສິ່ງ​ທີ່​ມີ​ຄວາມ​ໝາຍ​ຕັດສິນ​ແມ່ນ​ຄວາມ​ຕັດສິນ​ໃຈ​ສູງ, ການ​ຊີ້​ນຳ ນຳພາ​​ໃກ້ຊິດ, ການ​ລົງມື​ຢ່າງ​ຮີບ​ເຮັ່ງ​ຂອງ​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ການ​ຮ່ວມ​ມື​ຮ່ວມ​ແຮງ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ຄວາມ​ມານະ​ພະຍາຍາມ ການ​ກະທຳ​ຕົວ​ຈິງ​ຂອງ​ພະນັກງານ ສະມາຊິກ​ພັກ​ທຸກ​ຄົນ ກໍ່​ຄື​ຂອງ​ປະຊາຊົນ​ທຸກ​ຊັ້ນ​ຄົນ ​ໃນ​ການ​ປະຕິບັດ​ໂຄງການ ​ແຜນ​ການ ​ແຜນ​ງານ​ໃຫ້​ປະກົດ​ຜົນ​ປັນ​ຈິງ.

ທີ​ຫ້າ, ​ເຮັດ​ການ​ເຕົ້າ​ໂຮມ, ລະດົມ​ກຳ​ລັງ​ໃຫ້​ໄດ້​ເປັນ​ຢ່າງ​ດີ ​ເພື່ອ​ປະຕິບັດ​ມະຕິ, ​ເຮັດວຽກ​ງານ​ຂົນຂວາຍປະຊາຊົນ, ​ໂຄສະນາ​ ອົບຮົມ​ສຶກສາ​ໃຫ້​ໄດ້​ເປັນ​ຢ່າງ​ດີ ​ເພື່ອ​ໃຫ້​ທັດສະນະ, ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ​ ກາຍ​ເປັນ​ເຈດ​ຈຳນົງ, ຄວາມ​ປາຖະ​ໝາ​ຂອງ​ປະຊາຊົນ. ປວງ​ຊົນ​ທັງ​ຊາດ​ຕ້ອງ​ກາຍ​ເປັນ​ກ້ອນ​ກຳລັງ​ສາມັກຄີ ​ເປັນ​ເອກະ​ພາບ​ໜຶ່ງ, ກາຍ​ເປັນ​ກຳລັງ​ແຮງ​ຊະນະ​ເລີດ ທີ່​ເຮັດ​ໃຫ້​ທັດສະນະ, ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ​ເຂົ້າ​ສູ່​ຊີວິດ​ສັງຄົມ​ຢ່າງ​ທຳ​ມະ​ຊາດ​ວິ​ໄສ, ກາຍ​ເປັນ​ກຳລັງ​ພາຍ​ໃນ, ​ເປັນ​ກຳລັງ​ແຮງ​ວັດຖຸ​ພາຍ​ໃນ ເພື່ອນຳ​ເອົາ​ມະຕິ​ຂອງ​ພັກ​ເຂົ້າ​ສູ່​ຊີວິດ​ສັງ​ຄົມ. ພ້ອມ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ວິຈານ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ຂອງ​ອົງຄະ​ນະມະ​ຫາ​ຊົນ, ຂອງບັນດາ​ນັກວິທະຍາສາດ,... ພະນັກງານ, ສະມາຊິກ​ພັກ, ປະຊາຊົນ​ຕ້ອງ​ໄດ້​ປະກອບ​ຄວາມ​ຄິດ​ເຫັນທີ່​ມີ​ລັກສະນະ​ກໍ່ສ້າງ ​ເຂົ້າ​ໃນ​ຂອດ​ຕ່າງໆ ນັບ​ແຕ່​ການ​ກະກຽມ ຈົນ​ເຖິງ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ. ຖ້າ​ຫາກ​ມະຕິ​ຂອງ​ພັກບໍ່​ໄດ້​ປະຊາຊົນ​ເຊື່ອມ​ຊືມ, ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ຕັດສິນ​ໃຈ​ປະຕິບັດ, ​ແມ່ນ​ບັນດາທັດສະນະ, ​​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ກໍ​ພຽງ​ແຕ່​ນອນ​ຢູ່​ໃນ​ໜ້າ​ເຈ້ຍ, ບໍ່​ອາດ​ເຂົ້າ​ສູ່​ຊີວິດ​ສັງຄົມ​ໄດ້, ບໍ່​ອາດ​ກາຍ​ເປັນຄວາມ​ເປັນ​ຈິງ​ໄດ້.

ທີ​ຫົກ, ສຳລັບ​ວຽກ​ງານ​ກວດກ​າ, ຕິດຕາມ​ກວດກາ​ການ​ປະຕິບັດມະຕິຂອງ​ພັກ. ນີ້​ແມ່ນ​ວິທີ​ການ​ທີ່​ມີ​ຜົນ​ດີ ​ເພື່ອຈຳກັດ​ຄວາມ​ຜິດພາດ, ຂໍ້​ຂາດ​ຕົກ​ບົກ​ພ່ອງ ​ຂອງ​ອົງການ​ຈັດ​ຕັ້ງ​ພັກ ​ແລະ ຂອງ​ສະມາຊິກ​ພັກ. ປະຕິບັດ​ວຽກ​ງານ​ນີ້​​ໄດ້​ຮັບ​ຜົນ​ດີ ​ຈະ​ປະກອບສ່ວນຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ ​ເຂົ້າໃນ​ການ​ຮັກສາ​ກົດລະບຽບ ​ວິ​ໄນ​ຂອງ​ພັກ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ແຮງ​ສູ້​ຮົບ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ, ​ເສີມ​ຂະຫຍາຍ​ບົດບາດ, ຄວາມ​ຮັບຜິດຊອບ, ລັກສະນະ​ນຳ​ໜ້າ ​ເປັນ​ແບບຢ່າງ​ຂອງ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ ​ໃນ​ການ​ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ.

​ເພາະສະ​ນັ້ນ, ​ທຸກ​ປີຄະນະ​ພັກ​ຂັ້ນ​ຕ່າງໆ ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ໂຄງການ​ກວດກາ, ຕິດຕາມ​ກວດກາການ​ປະຕິບັດ​ມະຕິຂອງ​ພັກ, ​ແນ​ໃສ່​ກວດກາ, ຕິດຕາມ​ກວດກາຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ​ຂັ້ນ​ລຸ່ມ​ໃນ​ການ​ຫັນ​ເປັນ​ລະອຽດ, ການ​ປະຕິບັດ​ມະຕິຂອງ​ພັກ. ບັນ​ດາ​ຄະນະ​ພັກຕ້ອງຕື່ນ​ຕົວ, ​ເປັນ​ເຈົ້າ​ການ​ດຳ​ເນີນ​ການ​ກວດກາ, ຕິດຕາມ​ກວດກາຕໍ່​ການ​ຮ່ຳຮຽນ, ​ເຊື່ອມ​ຊືມມະຕິ ກໍ​ຄື​ການຈັດ​ຕັ້ງ​ປະຕິບັດມະຕິ​ຂອງ​ພັກ, ຖື​ວ່າ​ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການທີ່ສຳຄັນ ​ເພື່ອ​ຮັບປະກັນ​ການ​ຮ່ຳຮຽນ, ​ເຊື່ອມ​ຊືມ, ຈັດ​ຕັ້ງ​ປະຕິບັດ​ມະຕິຂອງ​ພັກຢ່າງ​ເຂັ້ມ​ງວດ, ມີ​ປະສິດທິ​ຜົນ. ປະຕິບັດ​ກົດ​ລະບຽບ​ກ່ຽວ​ກັບ​ການ​ສົມທົບ​ລະຫວ່າງ​ຄະນະ​ກຳມະການ​ກວດກາພັກ ກັບ​ບັນດາ​ຄະນະ​ຂອງ​ພັກ, ບັນດາ​ອົງການ, ກົມ​ກອງ​ທີ່​ກ່ຽວຂ້ອງ ​ໃນ​ວຽກ​ງານກວດກາ, ຕິດຕາມ​ກວດກາ ​ແລະ ປະຕິບັດ​ວິ​ໄນ​ຂອງ​ພັກ; ຍົກ​ສູງ​ບົດບາດ​ຊີ້​ນຳ​ນຳພາ​ຂອງ​ຄະນະ​ພັກຕໍ່​ກັບ​ບັນດາ​ຄະນະ​ຂອງ​ພັກ ​ໃນ​ການ​ສົມທົບ​ກວດກາ​, ຕິດຕາມ​ກວດກາ​ການ​ຜັນ​ຂະຫຍາຍ, ປະຕິບັດມະຕິ​ຂອງ​ພັກ. ວຽກ​ງານກວດກາ​, ຕິດຕາມ​ກວດກາຕ້ອງ​ໄດ້​ດຳ​ເນີນ​ຢ່າງ​ເປັນ​ປະຈຳ, ຕາມ​ລາຍ​ຄາບ ​ແລະ ດຳ​ເນີນ​ໂດຍບັງ​ເອີນ; ກວດກາ​, ຕິດຕາມ​ກວດກາ​ໄຂ່ວກັນ; ກວດກາ​, ຕິດຕາມ​ກວດກາບັນຫາ​ສະ​ເພາະ; ​ແຕ່​ບໍ່ກວດກາ​, ຕິດຕາມ​ກວດກາ​ແບບ​ແຜ່​ລາມ, ​ແກ່ຍາວ, ຕ້ອງ​ຄັດ​ເລືອກ​ຈຸດ​ໜັກ ​ໃຈກາງ​ເພື່ອ​ກວດກາ ​ແລະ ນຳ​ໃຊ້​ກຳລັງ​ກວດກາ​ທີ່​ເໝາະ​ສົມ​ທັງ​ດ້ານ​ຈຳນວນ ​ແລະ ​ເວລາ, ຈຸດ​ເວລາ​ກວດກາ.

ທີ​ເຈັດ, ​ໃນ​ວຽກ​ງານ​ສະຫລຸບ​ເບື້ອງ​ຕົ້ນ - ສະຫລຸບ​ສັງ​ລວມການ​ປະຕິບັດມະຕິຂອງ​ພັກ ຕ້ອງ​ຮັບປະກັນ​ລັກສະນະ​ທັນ​ການ, ຕີ​ລາຄາຖືກ​ແທດ​ກັບສະພາບ​ຄວາມ​ເປັນ​ຈິງ ​ເພື່ອ​ຖອດ​ຖອນ​ບົດຮຽນ, ຊີ້​ແຈ້ງ​ສາ​ເຫດ​ອັດຕະວິ​ໄສ, ສາ​ເຫດ​ພາວະ​ວິ​ໄສຂອງ​ຄວາມ​ສຳ​ເລັດ​ຜົນ, ກໍ​ຄື​ຂອງຂໍ້​ຈຳກັດ​ໃນ​ວຽກ​ງານ​ຊີ້​ນຳ, ດຳ​ເນີນ​ງານ.

ຄວນ​ເອົາ​ໃຈ​ໃສ່, ​ແລ້ວ​ແຕ່​ເວລາ​ຜັນ​ຂະຫຍາຍ​ມະຕິ​ແຕ່​ລະສະ​ບັບ, ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ບັນດາ​ອົງຄະ​ນະມະ​ຫາ​ຊົນ ຕ້ອງ​ເປັນ​ເຈົ້າ​ການ​ດຳ​ເນີນ​ການ​ສະຫລຸບ​ເບື້ອງຕົ້ນ - ສະຫລຸບ​ສັງ​ລວມ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ຈຸດ​ດີ, ຂໍ້​ຈຳກັດ ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ; ກຳນົດ​ແຈ້ງ​ບັນດາ​ສາ​ເຫດ​ແຫ່ງ​ຄວາມ​ສຳ​ເລັດ​ຜົນ ​ແລະ ຍັງ​ບໍ່​ທັນ​ສຳ​ເລັດ ຢູ່​ໃນ​ແຕ່ລະ​ຂອດ; ທຳ​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ຂອບ​ເຂດ​ຮັບຜິດຊອບ​ຂອງ​ບັນດາ​ຂັ້ນ, ຂະ​ແໜງ​ການ, ການຈັດ​ຕັ້ງ ​ແລະ ບຸກຄົນ, ຕີ​ລາຄາ​ປະສິດທິ​ຜົນ​ຂອງ​ມະຕິ ຈາກ​ຜົນສຳ​ເລັດຂອງ​ຂະ​ບວນການ​ແຂ່ງຂັນ​ທີ່​ໄດ້​ປຸກລະດົມ.

ຄົ້ນ​ເຜີຍ ​ແລະ ທະວີຄູນ​​ວິທີ​ເຮັດ​ທີ່​ດີ ມີ​ປະສິດທິ​ຜົນ, ບັນດາ​ແບບຢ່າງ​ທີ່​ດີ​ເດັນ ​ເພື່ອ​ຍ້ອງຍໍ​ຊົມ​ເຊີຍ ​ໃຫ້​ລາງວັນ​ແກ່​ອົງການຈັດ​ຕັ້ງ, ບຸກຄົນ​ທີ່​ມີ​ຜົນງານ​ດີ​ໃນ​ການ​ຜັນ​ຂະ​ຫຍາ​ຍປະຕິບັດ​ມະຕິຂອງ​ພັກ. ​ໃນ​ຂອດ​ນີ້, ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ຄື ​ໃນ​ເມື່ອ​ຄັດ​ເລືອກ​ເອົາ​ແບບຢ່າງນັ້ນ ຕ້ອງ​ຮັບປະກັນ​ລັກສະນະ​ຕາງໜ້າ​ໃຫ້​ແກ່ບັນດາ​ປະ​ເພດ​ເປົ້າ​ໝາຍ​ທີ່​ຕ່າງ​ກັນ, ຕ້ອງ​ກຳນົດ​ຢ່າງ​ຖືກຕ້ອງ​ແບບຢ່າງ​ທີ່​ພົ້ນ​ເດັ່ນ, ຮັບຮູ້​ແບບຢ່າງ, ​ເຜີຍ​ແຜ່​ແບບຢ່າງ ຫຼັງ​ຈາກ​ນັ້ນ​ຈຶ່ງ​ແມ່ນ​ການ​ກໍ່ສ້າງ​ ແລະ ທະວີຄູນ.

ດ້ວຍ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ຂອງ​ທົ່ວ​ພັກ, ​ເສີມ​ຂະຫຍາຍ​ບົດບາດ, ຄວາມ​ຮັບຜິດຊອບ, ໜ້າ​ທີ່​ຂອງ​ບັນດາ​ອົງການຈັດ​ຕັ້ງ​ພັກ, ອຳນາດ​ການ​ປົກຄອງ ​ແລະ ອົງຄະ​ນະມະ​ຫາ​ຊົນ, ຄວາມ​ຕັ້ງ​ຕໍ່​ຂອງ​ພະນັກງານ​ທີ່​ເປັນ​ຜູ້​ບັນ​ລະ​ຍາຍ​ລາຍ​ງານ, ຜູ້​ໂຄສະນາ; ຄວາມ​ມານະ​ພະຍາຍາມ​ສູ້​ຊົນ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ທັງ​ໝົດ... ​ແນ່ນ​ອນວ່າ​ ທັດສະນະ, ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກທີ່​ໄດ້​ລະບຸ​ໃນ​ແຕ່​ລະ​ມະຕິ ຈະ​ເຂົ້າ​ສູ່ຊີວິດ​ສັງຄົມ​ຢ່າງ​ແທດ​ຈິງ ​ແລະ ມີປະສິດທິ​ຜົນ​ທີ່​ສຸດ./.

ຮສ, ປອ. ຫວູວັນ​ຝຸກ
​ບັນນາທິການ​ໃຫຍ່​ວາລະສານ​ກອມ​ມູນິດ