ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ​ເຈິ່ນດ້າຍ​ກວາງ ປະທານ​ປະ​ເທດ​ແຫ່ງ ສສ ຫວຽດນາມ, ​ແຕ່​ວັນ​ທີ 23 - 25 ພຶດສະພາ 2016, ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ແຫ່ງ ສະຫະລັດ ອ​າເມຣິກາ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມອັນເປັນ​ປະຫວັດສາດ ທີ່​ປະ​ເທດ​ຫວຽດນາມ ​ເພື່ອ​ສະ​ເຫຼີມສະຫຼອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ສອງ​ປະ​ເທດ ​ແລະ ຊຸກຍູ້​ວິ​ໄສ​ທັດ​ລວມກ່ຽວ​ກັບ​ອະນາຄົດ.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ ບາຣັກ ໂອບາມາ ປະທານາທິບໍດີແຫ່ງ ສະຫະລັດ ອາເມຣິກາ ທີ່ມາຢ້ຽມຢາມປະເທດຫວຽດນາມ ຢ່າງເປັນທາງການ (ພາບ: TTXVN

ນີ້​ເປັນ​ການ​ຢ້ຽມຢາມຫວຽດນາມ​ຄັ້ງ​ທຳ​ອິດ​ຂອງທ່ານ ບ.​ໂອ​ບາ​ມາ ປະທານາທິບໍດີ​ແຫ່ງ ສະຫະລັດ ອາ​ເມຣິກາ ​ແລະ ​ເປັນ​ການ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຂອງ​ປະທານາທິບໍດີ​ແຫ່ງ ສະຫະລັດ​ອາ​ເມຣິກາ ຜູ້​ທີ່​ສາມ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ຟື້ນ​ຟູ​ການ​ພົວພັນ​ເປັນ​ປົກກະຕິ​ໃນ​ປີ 1995 (ຫຼັງ​ຈາກ​ປະທານາທິບໍດີ ບີນ ກຼິນ​ເຕິ​ນ - ປີ 2000 ​ແລະ ປະທານາທິບໍດີ ຈໍ​ເຈີ ດັບ​ເບິນ​ຢູ.ບຸດ - ປີ 2006).

​ໄປ​ນຳປະທານາທິບໍດີ ບ.​ໂອ​ບາ​ມາ ມີ: ລັດຖະມົນຕີ​ຕ່າງປະ​ເທດ ຈອນ ​ແຄຣີ; ຜູ້​ປຶກສາ​ຄວາມ​ໝັ້ນຄົງແຫ່ງ​ຊາດ ທ່ານ​ນາງ ຊູ​ເຊິ​ນ ຣາຍ; ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ອາ​ເມຣິກາ ປະຈຳ​ຫວຽດນາມ ທ່ານ ​ແຕັດ ​ໂອ​ຊີ​ເອິດ; ຜູ້ຕາງໜ້າ​ການ​ຄ້າ​ສະຫະລັດ​ອາ​ເມຣິກາ ມາຍ​ເກີນ ຟຣໍ​ແມນ; ​ເລ​ຂາ​ຊ່ວຍ​ວຽກປະທານາທິບໍດີ, ຮອງ​ທີ່​ປຶກສາ​ຄວາມໝັ້ນຄົງ​ແຫ່ງ​ຊາດຮັບຜິດຊອບ​ສຸນທອນພົດ ​ແລະ ສື່​ຂ່າວ​ຍຸດ​ທະ​ສາດ ທ່ານ ​ແບນ ​ໂຣ​ແດດ; ​ຮອງເລ​ຂາ​ຊ່ວຍ​ວຽກປະທານາທິບໍດີ, ຮອງ​ທີ່​ປຶກສາ​ຄວາມໝັ້ນຄົງ​ແຫ່ງ​ຊາດ​ຮັບຜິດຊອບ​ເສດຖະກິດ​ສາກົນ ທ່ານ ອາ.ອາ​ດີ​ຢີ​ໂມ; ​ເລຂາ​ຊ່ວຍ​ວຽກ​ລັດຖະມົນຕີ​ຕ່າງປະ​ເທດ ​ຮັບຜິດຊອບ​ອາຊີ​ຕາ​ເວັນ​ອອກ - ປາຊີ​ຟິກ ທ່ານ ດ.ຣຸດ​ແຊ​ວ; ຜູ້ອຳ​ນວຍ​ການ​ຊັ້ນ​ສູງ​ຮັບຜິດຊອບ​ອາຊີ, ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທ່ານ ດ.ກຣີ​ທິນບຣິງ; ​ເລຂາ​ຊ່ວຍ​ວຽກພິ​ເສດ​ຂອງ​ປະທານາທິບໍດີ ຮັບຜິດຊອບ​ເສດຖະກິດ​ສາກົນ ທ່ານ ຮ.ດາດ.

ຕອນ​ເຊົ້າ​ວັນ​ທີ 23 ພຶດສະພາ 2016, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງສົມ​ກຽດ ​ເປັນ​ທາງ​ການ, ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ໄດ້​ພົບ​ປະ​ເຈລະ​ຈາ​ກັບ ປະທານາທິບໍດີສະຫະລັດອາ​ເມຣິກາ ບາຣັກ ​ໂອ​ບາ​ມາ ທີ່​ທຳນຽບປະທານ​ປະ​ເທດ ​ແລະ ​ເຂົ້າ​ຮ່ວມ​ການ​ປະຊຸມ​ຖະ​ແຫຼ​ງຂ່າວ​ຮ່ວມ​ກັນ​ທີ່​ສູນ​ການ​ປະຊຸ​ມສາກົນ.

ການ​ນຳ​ທັງ​ສອງ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສາຍ​ພົວພັນ​ສອງ​ຝ່າຍ ​ແລະ ບັນດາບັນຫາ​ພາກ​ພື້ນ, ສາກົນ​ທີ່​ທັງ​ສອງ​ຝ່າ​ຍມີ​ຄວາມ​ສົນ​ໃຈ, ​ແລະ​ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຢ່າງ​ໄວວາ, ມີ​ເນື້ອ​ແທ້ ​ແລະ​ຮອບດ້ານ ຂອງ​ການ​ພົວພັນ​ຫວຽດນາມ - ສະຫະລັດ​ອາ​ເມຣິກາ ​ໃນ​ເວລາ​ທີ່​ຜ່ານ​ມາ ຕາມ​ທິດ​ທາງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ສະຫະລັດ​ອາ​ເມຣິກາ ປີ 2013 ​ແລະ ຖະ​ແຫຼງການ​ຮ່ວມ​ກ່ຽວ​ກັບ​ວິ​ໄສ​ທັດ​ຮ່ວມ​ກັນ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມສະຫະລັດ​ອາ​ເມຣິກາ ອັນ​ເປັນ​ປະຫວັ​ດສາດ ຂອງທ່ານ ຫງວຽນ​ຝູຈ້ອງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ​​ ​ເມື່​ອເດືອນກໍລະກົດ 2015.

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສະ​ແດງ​ຄວາມຂ່ຳນັບ​ຊົມ​ເຊີຍ ປະທານາທິບໍດີ ບ.​ໂອ​ບາ​ມາ ພ້ອມ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະບານ​ສະຫະລັດອາ​ເມຣິກາ ທີ່​ມາ​ຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ຕີ​ລາຄາ​ສູງ​ຄວາມ​ໝາຍ​ອັນ​ສຳຄັນ​ຂອງ​ການ​ຢ້ຽມຢາມ ຕໍ່​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ. ປະທານາທິບໍດີ ບ.​ໂອ​ບາ​ມາ ສະ​ແດງ​ຄວາມ​ດີ​ໃຈທີ່​ໄດ້​ມາ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ທີ່​ສວຍ​ງາມ ​ເປັນ​ຄັ້ງ​ທຳ​ອິດ, ຢັ້ງຢືນການ​ຢ້ຽມຢາມ​ຈະ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຍິ່ງ​ກວ່າ​ອີກ.

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຢັ້ງຢືນ​ຫວຽດນາມ​ປະຕິ​ບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແນວທາງ​ການ​ຕ່າງປະ​ເທດທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ຮ່ວມ​ມື ​ແລະ ພັດທະນາ; ຫັນ​ການ​ພົວພັນ​ສາ​ກົນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ກ້ຳ​ຫຼາຍ​ຝ່າຍ; ​ໃຫ້​ຄວາມ​ສຳຄັນ ​ແລະ ມີ​ຄວາມປະສົງ​ຢາກ​ພັດທະນາ​ການ​ພົວພັນ ຫວຽດນາມ - ສະຫະລັດ​ອາ​ເມຣິກາ ​ໃຫ້​ເປັນ​ປົກກະຕິ, ກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນ.

ປະທານາທິບໍດີ ບ.​ໂອ​ບາ​ມາ ​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ ຈະ​ຊຸກຍູ້​​ໃຫ້ ສະພາ​ແຫ່ງ​ຊາດ ສະຫະລັດອາ​ເມຣິກາ ຮັບຮອງສັນຍາຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP - ທີ​ພີ​ພີ ), ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ຊ່ວຍ​ເຫຼືອ​ຫວຽດນາມ​ຍົກ​ສູງ​ຄວາມ​ສາມາດ ​ເພື່ອຜັນ​ຂະຫຍາຍ​ສັນຍາ​ສະບັບ​ນີ້. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ຖື​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ-ການ​ຄ້າ, ການ​ສຶກສາ-ກໍ່ສ້າງ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ ​ເປັນ​ໜຶ່ງ​ໃນ​ບັນດາ​ຈຸດ​ໜັກ​ໃຈກາງ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ສອງ​ຝ່າຍ​ໃຫ້​ທັດສະນະ​ວ່າ ຕ້ອງສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​​ແກ້​ໄຂ​ຜົນ​ຮ້າຍ​ຂອງ​ສົງຄາມ, ພິ​ເສດ​ແມ່ນ​ລຶບລ້າງ​ທາດ​ພິດ ​ໄດ​ອອກ​ຊີ​ນ, ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ ​ແລະ ຄົນ​ພິການ, ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ ​ແລະ ບັນ​ເທົາໄພພິບັດ.

​ເນື່ອງ​ໃນ​ໂອກາດ​ນີ້, ປະທານາທິບໍດີ ບ.​ໂອ​ບາ​ມາ ປະກາດ​ເປັນ​ທາງ​ການ​ວ່າ ສະຫະລັດອາ​ເມຣິກາ ຍົກ​ເລີກ​ຢ່າງ​ສິ້ນ​ເຊີງຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດທຳລາຍ​ໃຫ້​ຫວຽດນາມ. ປະທານປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ການ​ຕັດສິນ​ຕົກ​ລົງ​ນັ້ນ.

ກ່ຽວ​ກັບ​ບັນຫາ​ພາກ​ພື້ນ, ການ​ນຳ​ທັງ​ສອງ​ແບ່ງປັນ​ຄວາມ​ສຳຄັນ​ຂອງ​ການຮັກສາ​ສັນຕິພາບ, ຄວາມ​ໝັ້ນ​ຄົງໃນ​ພາກ​ພື້ນ, ຮັບປະກັນ​ຄວາ​ງສະຫງົບ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ເດີນ​ອາກາດ, ​ແກ້​ໄຂ​ຂໍ້​ພິພາດ​ດ້ວຍ​ສັນຕິ​ວິທີ ບົນພື້ນຖານ​ກົດໝາຍສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982 (UNCLOS), ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC) ກ້າວ​ໄປ​ເຖິງ ປະ​ມວນຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ສອງ​ຝ່າຍ​ເຫັນ​ດີວ່າ ຕ້ອງ​ເພີ່ມ​ທະວີ​ການ​ສົມທົບກັນ​ ໃນ​ຄວາມ​ພະຍາຍາມ​ລວມຂອງປະຊາ​ຄົມ​ໂລກ ​ເພື່ອ​ແນ​ໃສ່​ແກ້​ໄຂບັນດາ​ບັນຫາ​ພາກ​ພື້ນ ​ແລະ ທົ່ວໂລກ​ຄື ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ, ​ໃນ​ນັ້ນ​ມີ ບັນຫາ​ນ້ຳ​ເຄັມຊືມ​ເຂົ້າ​ທົ່ງ ​ແລະ ​ໄພ​ແຫ້ງ​ແລ້ງ, ຄວາມ​ໝັ້ນຄົງ​ດ້ານ​ແຫຼ່ງນ້ຳ​ໃນ​ແມ່​ນ້ຳຂອງ, ຕ້ານ​ການກໍ່ການ​ຮ້າຍ, ຕ້ານ​ການ​ເຜີຍ​ແຜ່​ອາວຸດ​ນິວ​ເກຼຍ, ຕ້ານ​ການ​ຄ້າ​ສັດປ່າ ​ແລະ ປົກ​ປັກ​ຮັກສາ​ຄວາມ​ຫຼາກ​ຫຼາຍ​ດ້ານຊີວະ​ພາບ.

ຖະ​ແຫຼ​ງການ​ຮ່ວມ​ລະຫວ່າງ​ສອງ​ປະ​ເທດ​​ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມຢາມ ​ໄດ້​ເນັ້ນ​ວ່າ: “ຫວຽດນາມ ​ແລະ ສະຫະລັດ​ອາ​ເມຣິກາ ຢັ້ງຢືນ​ອີກ​ຄັ້ງຄຳ​ໝັ້ນ​ສັນຍາ​ລວມກ່ຽວ​ກັບ​ການ​ແກ້​ໄຂຄວານ​ພິພາດ​ຊ່ວງ​ຊິງ​ດິນ​ແດນ ​ແລະ ​ເຂດ​ທະ​ເລ​ດ້ວຍ​ສັນ​ຕິ​ວິທີ, ​ໃນ​ນັ້ນ ມີ​ການ​ເຄົາລົບ​ນັບຖືຢ່າງ​ສົມບູນ​ ຕໍ່ບັນດາ​ຂະ​ບວນການ​ທາງ​ການ​ທູດ ​ແລະ ນິຕິ​ກຳ, ບໍ່​ໃຊ້​ອາວຸດ ​ຫຼື​ນາບ​ຂູ່​ວ່າ​ຈະໃຊ້​ກຳລັງອາວຸດ, ສອດຄ່ອງ​ກັບ​ກົດ​ບັດ​ສະຫະ​ປະຊາ​ຊາດ, ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ ອະນຸ​ສັນຍາ​ສະຫະ​ປະຊາຊາດວ່າ​ດ້ວຍກົດໝາຍ​ທະ​ເລ ປີ 1982 (UNCLOS).

ສອງ​ຝ່າຍ​ເນັ້ນ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ຝ່າຍ​ທີ່​ພົວພັນ​ເຖິງຄວາມ​ພິພາດ ຈະ​ບໍ່​ມີ​ການ​ກະທຳ​ທີ່ເຮັດ​ໃຫ້​ເກີດ​ຄວາມສັບສົນ ​ແລະ ​ເປີດ​ກວ້າງ​ການ​ພິພາດ​ຊ່ວງ​ຊິງ​ກັນ, ຮັບ​ຮູ້​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ຊຸກຍູ້​ການ​ເຈລະຈາຢ່າງ​ລະອຽດຕົວ​ຈິງ ​ແລະ ​ເຊັນ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ. ຕາມ​ນັ້ນ, ສອງ​ຝ່າຍ​ເປັນ​ຫ່ວງ​ເປັນ​ພິ​ເສດ​ກ່ຽວ​ກັບ​ເຫດການ​ເກີດ​ຂຶ້ນ​ໃນ​ເວລາ​ຜ່ານ​ມາ​ມໍ່​ນີ້ ຢູ່ທະ​ເລ​ຕາ​ເວັນ​ອອກ ​ເຊິ່ງ​ເຮັດ​ໃຫ້ມີ​ຄວາມ​ເຄັ່ງ​ຕຶງ, ກັດ​ເຊາະ​ຄວາມ​ໄວ້​ວາງ​ໃຈ, ນາບ​ຂູ່​ຕໍ່​ສັນ​ຕິ​ພາບ ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ.

ສອງ​ຝ່າຍ​ເນັ້ນ​ເຖິງ​ລັກສະນະ​ຮີບ​ດ່ວນ​ຂອງ​ການ​ຮັບປະກັນ​ເສລີພາບ​ໃນ​ການ​ເດີນ​ທະ​ເລ ​ແລະ ​ເດີນ​ອາກາດ, ກໍ່​ຄື​ຮັກສາ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຊອບ​ກົດໝາຍ​ໂດຍ​ບໍ່​ຖືກ​ກີດຂວາງ​ ຢູ່​ທະ​ເລ​ຕາ​ເວັນ​ອອກ; ຮຽກຮ້ອງ​ໃຫ້​​ໄຮ້​ການ​ທະຫານ ​ແລະ ອົດທົນ​ອົດ​ກັ້ນ​ ໃນ​ການ​ແກ້​ໄຂ​ຂໍ້​ພິພາດ, ຢັ້ງຢືນ​ອີກ​ຄັ້ງຄຳ​ໝັ້ນ​ສັນຍາລວມຕາມ​ຖະ​ແຫຼ​ງການ ຊັນ​ນີ​ແລນ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄູ່​ຮ່ວມ​ມື​ອາຊຽນອື່ນ ​ໃນ​ການ​ປະຕິບັດ​ຖະ​ແຫຼງການສະບັບ​ນີ້”.

ພາຍຫຼັງ​ການ​ພົບ​ປະ​ເຈລະຈາ, ປະທາ​ນປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ ປະທານາທິບໍດີ ບ.​ໂອ​ບາ​ມາ ​ໄດ້​ເປັນ​ສັກຂີ​ພະຍານ​ພິທີ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ເສດຖະກິດ​ທີ່​ສຳຄັນ​ຈຳນວນ​ໜຶ່ງ ຄື: ສັນຍາ​ຊື້​ເຮືອ​ບິນ ​ໂບອິງ ບີ737 ມາກ (Boeing B737 Max) 100 ລຳ ລະຫວ່າງບໍລິ​ສັນ​ຫຸ້ນ​ສ່ວນ ວຽດ​​​ແຈັ​ດ ​ແອ (VietJet Air) ​ແລະ ກຸ່ມ​ບໍລິສັດ ​ໂບອິງ, ສັນຍາ​ສະໜອງ​ເຄື່ອງ​ຍົນ​ເຮືອບິນ ​ແລະ ​ໃຫ້ການບໍລິການ​ເຕັກນິກ​ການ​ບຳລຸງ​ຮັກສາ​ແກ່​ເຣືອບິນ ​​ແອ​ເບິ​ສ ຮຸ່ນ​ໃໝ່ ​ເອ320/​ເອ321 ​ເນ​ໂອ (Airbus A320/A321 NEO) 63 ລຳ ລະຫວ່າງບໍລິ​ສັນ​ຫຸ້ນ​ສ່ວນ ວຽດ​ແຈັ​ດ ​ແອ ​ແລະ ບໍລິສັດ ພຣາດ ​​ແອນ ວາຍ​ນີ (Pratt & Whitney), ​ແລະ ບົດ​ບັນ​ທຶກຄວາມ​ຈຳ​ລະຫວ່າງ​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ແລະ ກຸ່ມ​ບໍລິສັດ ຈີ​ອີ ກ່ຽວ​ກັບ​ການ​ຮ່ວມ​ມື​ປະຕິບັດ​ບັນດາ​ວິທີ​ພັດທະນາ​ພະ​ລັງລົມ​ຢູ່​ຫວຽດນາມ.

ຕໍ່​ຈາກ​ນັ້ນ, ຢູ່​ທີ່​ສູນ​ການ​ປະຊຸມ​ສາກົນ, ປະທາ​ນປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ຮ່ວມ​ກັນ​ຈັດການ​ຖະ​ແຫຼ​ງຂ່າວ​ສາກົນ, ຕອບ​ຄຳ​ຖາມ​ຕ່າງໆ​ຂອງ​ນັກຂ່າວກ່ຽວ​ກັບຜົນ​ຂອງ​ການ​ພົບ​ປະ​ເຈລະຈາ, ທິດ​ທາງ​ຂອງ​ການ​ພົວພັນ​ຫວຽດນາມ - ສະຫະລັດອາ​ເມຣິກາ ​ໃນ​ເວລາ​ຕໍ່ໜ້າ.

ປະທາ​ນປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ຈັດ​ງານ​ລ້ຽງ​ເພື່ອ​ຄຳນັບ​ຮັບ​ຕ້ອນປະທານາທິບໍດີ ບ.​ໂອ​ບາ​ມາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ລັດຖະບານສະຫະລັດອາ​ເມຣິກາ ທີ່​ມາ​ຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ.

​ໃນ​ວັນດຽວ​ກັນ​ຄື​ວັນ​ທີ 23 ພຶດສະພາ 2016, ປະທານາທິບໍດີ ບ.​ໂອ​ບາ​ມາ ​ໄດ້​ຢ້ຽມ​ຄຳນັບ​ທ່ານ​ເລ​ຊາ​ທິການ​ໃຫຍ່ ຫງວຽນ​ຝູຈ້ອງ; ພົບ​ປະ​ກັບ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ; ພົບ​ປະ​ກັບປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ; ຢ້ຽມ​ເບິ່ງ​ເຮືອນ​ລຸງ​ໂຮ່.

​ໃນ​ການ​ພົບ​ປະ​ເຫຼົ່າ​ນີ້, ບັນດາ​ການ​ນຳ​ພັກ, ລັດ​ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ, ຕີ​ລາຄາ​ສູງ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຂອງປະທານາທິບໍດີ ບ.​ໂອ​ບາ​ມາ, ຖື​ວ່າ​ນີ້​ເປັນ​ການ​ຢັ້ງຢືນອີກ​ຄັ້ງ​ຄຳ​ໝັ້ນ​ສັນຍາ​ຂອງ​ການ​ນຳ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານຫວຽດນາມ - ສະຫະລັດ​ອາ​ເມຣິກາ; ​ແຈ້ງ​ໃຫ້ປະທານາທິບໍດີ ບ.​ໂອ​ບາ​ມາ ຊາບ​ກ່ຽວ​ກັບ​ແນ​ວທາງ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ໃນ​ໄລຍະ​ໃໝ່.

ຫວຽດນາມສືບ​ຕໍ່​ຖື​ວ່າ ສະຫະລັດອາ​ເມຣິກາ ​ເປັນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ແຖວ​ໜ້າ​ຂອງ​ຕົນ ​ແລະ ​ເນັ້ນ​ວ່າ ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ບົນ​ພື້ນຖານ​ເຄົາລົບ​ນັບຖື​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ລະບອບ​ການ​ເມືອງ​ຂອງ​ກັນ​ແລະ​ກັນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ການ​ພັດທະນາ ​ແລະ ຄວາມ​ວັດທະນາ​ຖາວອນຮ່ວມ​ກັນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ຊົມ​ເຊີ​ບອຳນາດ​ການ​ປົກຄອງ, ລັດຖະສະພາ ​ແລະ ຫຼາຍ​ອົງການ​ຈັດ​ຕັ້ງ​ປະຊາຊົນ ຂອງ​ສະຫະລັດ​ອາ​ເມຣິກາ ທີ່​ໄດ້​ແລະ​ພວນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ຜົນ​ຮ້າຍ​ຂອງ​ສົງຄາມ; ສະ​ແດງ​ຄວາມ​ຫວັງ​ວ່າ ສະຫະລັດອາ​ເມຣິກາຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ ​ແລະ ມີປະສິດທິຜົນຍິ່ງ​ກວ່າ​ອີກ​ ໃນ​ຂົງ​ເຂດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ນີ້.

ບັນດາ​ການ​ນຳ​ຫວຽດນາມ​ຢັ້ງຢືນ​ແຜນ​ນະ​ໂຍບາຍຕໍ່​ກັບ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ແລະ ສະ​ເໜີ​ໃຫ້​ສະຫະພາບ​ອາ​ເມຣິກາ​ສືບ​ຕໍ່​ປະຕິບັດຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ດ້ານ​ເຕັກນິກ ​ໃຫ້​ຫວຽດນາມ ​ໃນ​ວິວັດ​ການ​ປະຕິບັດ​ສັນຍາ ທີ​ພີ​ພີ ກໍ່​ຄື​ຊຸກຍູ້​ການ​ຮ່ວມມື​ດ້ານ​ເສດ​ຖະກິດ​ລະຫວ່າງ​ສອງ​ປະ​ເທດ.

ກ່ຽວ​ກັບ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ບັນດາ​ການ​ນຳ​ຂອງ​ຫວຽດນາມ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄຳ​ຖະ​ແຫຼ​ງ ​ແລະ ການ​ກະທຳ​ຂອງບັນດາ​ປະ​ເທດ, ​ໃນ​ນັ້ນ​ມີສະຫະລັດອາ​ເມຣິກາ, ທີ່​ແນ​ໃສ່​ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ຢູ່​ພາກ​ພື້ນ; ພ້ອມ​ນັ້ນ​ກໍ​ຢັ້ງຢືນ​ອີກ​ຄັ້ງ​ຫຼັກ​ໝັ້ນຂອງ​ຫວຽດນາມ​ ກ່ຽວ​ກັບ​ການ​ແກ້​ໄຂ​ຂໍ້​ພິພາດ​ໃນ​ທະ​ເລ​ດ້ວຍ​ບັນດາ​ວິທີ​ສັນຕິພາບ ການ​ທູດ ​ແລະ ກົ​ດໝາຍ, ບົນ​ພື້ນຖານ​ກົດໝາຍ​ສາກົນ.

ປະທານາທິບໍດີ ບ.​ໂອ​ບາ​ມາ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ຢ່າງ​ສົມ​ກຽດ ທີ່​ພັກ, ລັດ ​ແລະ​ປະຊາຊົນ​ຫວຽດນາມ​ໄດ້​ໃຫ້ການ​ຕ້ອນຮັບ​ເພິ່ນ​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ທຳ​ອິດ​ນີ້; ສະ​ແດງ​ຄວາ​ຮູ້ສຶກປະ​ທັບ​ໃຈຢ່າງ​ເລິກ​ເຊິ່ງກ່ຽວ​ກັບປະ​ເທດ​ຫວຽດນາມ​ທີ່​ສວຍ​ງາມ, ຂະຫຍາຍຕົວ​ຢ່າງ​ຂະຫຍັນ​ຂັນ​ແຂງ; ຕີ​ລາຄາ​ສູງ​ບົດບາດ ​ແລະ ວິ​ໄສ​ທັດ​ຂອງ ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ການ​ນຳພາປະ​ເທດ​ຊາດ​ຍາດ​ເອົາຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ເວລາ​ທີ່​ຜ່ານ​ມາ​ເວົ້າ​ລວມ ​ແລະ ​ໃນ​ແຜນ​ນະ​ໂຍບາຍ​ຍຸດ​ທະ​ສາດ​ກ່ຽວ​ກັນ​ຂະ​ບວນວິວັດ​ການ​ເຈລະຈາ​ສັນຍາ ທີ​ພີ​ພີ ​ເວົ້າ​ໂດຍ​ສະ​ເພາະ.

ປະທານາທິບໍດີ ບ.​ໂອ​ບາ​ມາ ຢັ້ງຢືນ ສະຫະລັດອາ​ເມຣິກາຖື​ວ່າ ຫວຽດນາມ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​​ໃນພາກ​ພື້ນ; ​ເນັ້ນ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ອາດ​ຈະ​ເຮັດ​ໄດ້ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ບັນດາ​ຂົງ​ເຂດ​ທີ່​ບຸລິມະສິດ, ພິ​ເສດ​ແມ່ນ​ ຊ່ວຍໜູນ​ດ້ານ​ເຕັກນິກ​ໃຫ້​ຫວຽດນາມ​ປະຕິບັດສັນຍາ ທີ​ພີ​ພີ, ຕາມ​ຈິດ​ໃຈ​ຂອງ​ຖະ​ແຫຼ​ງການ​ຮ່ວມ ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ປະ​ເທດ​ປີ 2013 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ວິ​ສທັດ​ລວມຫວຽດນາມ - ສະຫະລັດອາ​ເມຣິກາ ປີ 2015.

ປະທານາທິບໍດີ ບ.​ໂອ​ບາ​ມາ ຢັ້ງຢືນ​ການ​ຍົກ​ເລີກຢ່າງ​ສິ້ນ​ເຊີງ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດທຳລາຍ​ໃຫ້​ຫວຽດນາມ ​ແມ່ນ​ເພື່ອ​ປະກອບສ່ວນ​ສ້າງ​ຄວາມ​ຫັນປ່ຽນ​​ໃໝ່ ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ; ຍົກ​ໃຫ້​ເຫັນ​ຢ່າງ​ເດັ່ນ​ຊັດ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ໝັ້ນຄົງ ​ແລະ ​ເສລີພາບ​ໃນ​ການ​ເດີນ​ທະ​ເລ ​ເດີນ​ອາກາດ, ການ​ແກ້​ໄຂ​ຂໍ້​ພິພາດ​ໃນ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ປະຕິບັດ​ຕາມ​ກົດໝາຍ​ສາກົນ; ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຫວຽດນາມ - ສະຫະລັດອາ​ເມຣິກາ ຈະ​ສືບ​ຕໍ່​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ກວ່າ​ອີກ​ໃນ​ເວລາ​ຕໍ່ໜ້າ ​ເພື່ອຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະ​ວີ​ການ​ພົວພັນ​ຄູ່​ຮ່ມມື​ຮອບດ້ານ ຕາມ​ທິດ​ມີ​ເນື້ອ​​ແທ້, ​ເລິກ​ເຊິ່ງ, ມີ​ປະສິທິຜົນ​ຍິ່ງ​ກວ່າ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ ການ​ພັດທະນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

​ໃນ​ເວລາ​ການ​ຢ້ຽມຢາມ​ນີ້, ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ປາ​ໄສ​ຕໍ່​ນັກຮຽນ​ນັກ​ສຶກສາ, ນັກທຸລະກິດ​ໜຸ່ມນ້ອຍ 2.000 ກວ່າ​ຄົນ​ທີ່​ ຮ່າ​ໂນ້ຍ; ​ໄດ້​ພົບ​ປະ, ​ແລກປ່ຽນ​ຄວາມ​ເຫັນ​ກັບຜູ້ນຳ​ໜຸ່ມ​ນ້ອຍຫວຽດນາມ 800 ກວ່າ​ຄົນ ທີ່​ເປັນ​ສະມາຊິກ​ຂອງ ​ອົງການຄວາມ​ຄິດ​ລິ​ເລິ່ມຜູ້ນຳ​ໜຸ່ມ​ນ້ອຍ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຢູ່​ນະຄອນ​ໂຮ່ຈີ​ມິນ ​ແລະ ມີ​ການ​ເຄື່ອນ​ໄຫວ​ອື່ນອີກ​ຈຳນວນ​ໜຶ່ງ./.

ສັງ​ລວມ​ໂດຍ ນດ.