ວກ. ອອນໄລ - ​ຕອນເຊົ້າວັນທີ 19 ພຶດສະພາ 2016 (ຕາມ​ໂມງ​ທ້ອງ​ຖີ່ນ), ທ່ານ ຫງວ​ຽນຊວນຝຸກ ​ນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດນາມ ​ໄດ້ສຳ​ເລັດສິ້ນສຸດການຢ້ຽມຢາມ​ສະຫະພາບ​ລັດເຊຍ ຢ່າງຈົບງາມ ​ແລະ ເດີນທາງອອກຈາກນະຄອນຫຼວງມາດສະ​ເກິວາ ໄປຍັງນະຄອນ ໂຊຈີ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ສຸດຍອດ ສະ­ເຫຼີມ­ສະ­ຫຼອງ​ການ​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ຄູ່​ຮ່ວມ​ສົນ­ທະ­ນາ ອາ​ຊຽນ - ລັດ­ເຊຍ ຄົບ­ຮອບ 20 ປີ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ພົບປະຫາລືກັບ ທ່ານປະທານາທິບໍດີ ວະລາດີເມຍ ປູຕີນ (ພາບ: TTXVN)

ການ​ຢ້ຽມ­ຢາມ​ຕາມ​ຄຳ​ເຊີນ​ຂອງ​ທ່ານດີ​ມີ​ຕຣີ ແມັດ​ເວ​ແດັບ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງສະຫະພາບ​ລັດ​ເຊຍ , ແຕ່​ວັນ​ທີ 16 ຫາ​ວັນ​ທີ 19 ພຶດ­ສະ­ພາ, ເຊິ່ງເປັນ​ຄັ້ງ​ທຳ​ອິດ​ທີ່​ທ່ານ ຫງວ​ຽນ​ຊວນ​ຝຸກ ໃນຖານະນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດ­ນາມ ໄປ​ຢ້ຽມ­ຢາມ​ຕ່າງ­ປະ­ເທດ. ໃນ​ເວ­ລາຢ້ຽມຢາມສະ­ຫະ­ພາບ​ລັດ­ເຊຍ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຝຸກ ໄດ້ດຳ​ເນີນ​ການເຮັດ​ວຽກ​ຢ່າງຮີບ​ດ່ວນ ດ້ວ​ຍການ​ເຄື່ອນ​ໄຫວ 17 ຄັ້ງ​ທີ່​ລຽນຕິດ​ກັນ, ລວມ​ມີ​ບັນດາ​ການພົບ​ປະ​ເຈລະຈາ ​ປຶກ­ສາ​ຫາ­ລື ພົບ​ປະ​ກັບ​ບັນ​ດາ​ທ່ານ​ການ​ນຳ​ຂອງ​ປະ­ເທດ​ລັດ­ເຊຍ, ເຂົ້າ​ຮ່ວມ​ເວ­ທີ​ປາ​ໄສ​ວິ​ສາ​ຫະ​ກິດຫວຽດ­ນາມ - ລັດ­ເຊຍ, ຕອບ​ການ​ສຳ­ພາດ​ຂອງໜັງສືພິມລັດ­ເຊຍ; ວາງ​ພວງ­ມາ­ລາ​ທີ່​ອາ​ນຸ​ສາ​ວະ­ລີ​ນັກ​ລົບ​ນິລະ­ນາມ; ເຂົ້າ​ໄຫວ້­ອາ­ໄລ​ປະ­ທານ​ກຳ​ມະ​ຊີບ ວອີ. ເລ​ນີນ; ວາງ​ພວງມາລາ ແລະ ປູກ​ຕົ້ນ­ໄມ້​ເປັນ​ທີ່​ລະ­ນຶກ​ຢູ່​ອາ​ນຸ​ສາ​ວະ­ລີປະ­ທານ ໂຮ່​ຈີ​ມີນ ທີ່​ກົງ​ກັບ​ໂອກາດສະ­ເຫຼີມ­ສະ­ຫຼອງ​ວັນ​ເກີດ​ຂອງ​ເພີ່ນ; ໄປ​ຢ້ຽມ­ຢາມ ແລະ ໂອ້​ລົມ​ກັບ​ພະ­ນັກ­ງານສະ­ຖານ­ທູດຫວຽດ­ນາມ ແລະ ຊາວ​ຫວຽດ­ນາມ ຢູ່​ລັດ­ເຊຍ....

​ໃນທີ່​ການ​ພົບ​ປະ​ຫາ­ລື​ກັບ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ລັດ­ເຊຍ ທ່ານດີ​ມີ​ຕຣີ ແມັດ​ເວ​ແດັບ, ທ່ານ​ນາຍົກລົດຖະມົນ­ຕີ ຫງວ​ຽນ​ຊວນຝຸກ ແລະ ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ດີ​ມີ​ຕຣີ ແມັດ​ເວ​ແດັບ ໄດ້​ຢືນ­ຢັນ​ຄວາມຕັດສິນ​ໃຈ​ກ່ຽວ​ກັບ​ການ​ເພີ່ມ​ທະ­ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ­ເມືອງ, ການ​ພົວ­ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດ­ນາມ - ລັດ­ເຊຍ, ​ໄດ້ມີ​ການ​ແລກ­ປ່ຽນ ແລະ ເປັນ​ເອ­ກະ​ພາບກ່ຽວ​ກັບ​ຫຼາຍ​ມາດ​ຕະ­ການ​ເພື່ອ​ຊຸກ­ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ໄປ​ສູ່​ລວງ​ເລິກ, ມີ​ປະ​ສິດ­ທິ​ຜົນ ​ແນ​ໃສ່​ຕອບ​ສະ­ໜອງ​ຜົນ​ປະ­ໂຫຍດ​ອັນ​ຍາວນານ​ຂອງ​ປະຊາ­ຊົນ​ທັງ​ສອງ​ປະ­ເທດ.

ສອງ​ຝ່າຍ​ກໍ່​ໄດ້ເຫັນ​ດີ​ເປັນ​ເອ­ກະ​ພາບ​​ຈະ​ສືບ​ຕໍ່​ເພີ່ມ​ທະ­ວີ​ການ​ແລກ­ປ່ຽນ​ຄະ­ນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ຕາມ​ຊ່ອງ​ທາງ​ພັກ, ລັດ, ລັດ­ຖະ­ບານ, ສະ­ພາ​ແຫ່ງ​ຊາດ, ກະ­ຊວງ ຂະ­ແໜງ­ການ​ຕ່າງໆ, ບັນ­ດາ​ອົງ​ການຈັດ​ຕັ້ງ​ສັງຄົມ ​ກໍ່​ຄື​ລະ­ຫວ່າງ​ທ້ອງ​ຖິ່ນ​ຕ່າງໆ, ຮັກ­ສາ​ປະ​ສິດ­ທິ​ຜົນຂອງ​ບັນ­ດາ​ກົນ​ໄກ​ສົນ­ທະ­ນາ, ​ປຶກ­ສາ​ຫາ­ລື​ທີ່​ມີຢູ່.

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ ເສດ­ຖະ­ກິດ - ການ​ຄ້າ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ຈະຕ້ອງພະຍາຍາມ​ຢ່າງສຸດ​ຄວາມ​ສາ­ມາດ ​ເພື່ອ​ແກ້​ໄຂ​ຄວາມ​ຕົກ​ຕ່ຳ​ຂອງ​ການ​ແລກ­ປ່ຽນ​ການ​ຄ້າ​ສອງ​ຝ່າຍ, ຜັນ​ຂະ­ຫຍາຍ​ຢ່າງ​ຄົບ​ຊຸດ​ມາດ​ຕະ­ການ​ຕ່າງໆ ​ຄື​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດຂອງ​ສອງ​ປະ­ເທດ​ໃນ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ເພີ່ມ​ທະ­ວີ​ການ­ເຄື່ອນ­ໄຫວສົ່ງ​ເສີມ​ການ​ຄ້າ, ຜັນ​ຂະ­ຫຍາຍ​ເປີດ​ກວ້າງ​ການ​ຊຳ­ລະ​ສະ​ສາງ​ໂດຍ​ກົງ​ດ້ວຍ​ສະ­ກຸນ​ເງິນ​ແຫ່ງ​ຊາດ​ຂອງ​ທັງ​ສອງ​ປະ­ເທດ, ຍາດ​ແຍ່ງ​ບັນ­ດາ​ທ່າ­ແຮງ​ຂອງ​ສັນ­ຍາ​ວ່າ​ດ້ວຍ​ການ​ຄ້າ​ເສລີ ຫວຽດ­ນາມ - ສະ­ຫະ­ພັນ​ເສດ­ຖະ­ກິດ ອາ­ຊີ - ເອີ​ຣົບ ກໍ່​ຄື​ຂອງ​ບັນ­ດາ​ສັນ­ຍາ​ວ່າ​ດ້ວຍ​ການ​ຄ້າ​ເສລີ​ທີ່ຫວຽດ­ນາມ​ໄດ້ເຂົ້າ​ຮ່ວມ.

ໃນ​ສະ­ພາບ​ການ​ເສດ­ຖະ­ກິດ​ໂລກ ແລະ ​ໃນແຕ່​ລະ​ປະ­ເທດ ມີ​ຄວາມ​ຫຍຸ້ງ­ຍາກ, ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ກັນ​ວ່າ​ຕ້ອງ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ທາງ​ດ້ານ​ພະ­ລັງ­ງານ, ຂົງ­ເຂດ​ຮ່ວມ​ມື​ທີ່​ເປັນຫຼັກ​ແຫຼ່ງ, ຊ່ວຍ​ເຫຼືອ​ບໍ­ລິ­ສັດ​ຮ່ວມ​ທຸ­ລະ​ກິດນ້ຳ­ມັນ​ອາຍ​ແກ​ສ​ຂອງ​ສອງ​ປະ​ເທດ ທີ່​ລົງ­ທຶນ​ຢູ່​ຫວຽດ­ນາມແລະຢູ່ລັດ­ເຊຍ ​ເຄື່ອນ​ໄຫວຢ່າງ​ມີ​ປະ​ສິດ­ທິ​ຜົນ, ເປີດ​ກວ້າງ​ການ​ຮ່ວມ​ມື​ໄປ​ສູ່​ຂົງ­ເຂດ​ອື່ນ ​ຄື​ກັ່ນ​ຕອງ​ນ້ຳ­ມັນ ​ເຄມີ​ນ້ຳມັນ, ​ຜະ­ລິດ​​ແກສປິ​ໂຕຣລຽມ​ເຫຼວ... ພ້ອມ​ກັນ​ເປີດ​ກວ້າງ​ການ​ຮ່ວມ​ມື​ໄປ​ສູ່​ປະ­ເທດ​ທີ່​ສາມ.

ສອງ​ຝ່າຍ​ກໍ່​ໄດ້​ຢືນ­ຢັນ​ວ່າ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດ­ທິ​ຜົນ​ໃນ​ຂົງ­ເຂດ​ປ້ອງ​ກັນ​ປະ­ເທດ ປ້ອງ​ກັນ​ຄວາມ​ສະ­ຫງົບ, ພິ­ເສດ​ກ່ຽວ​ກັບເຕັກ­ນິກ​ການ​ທະ­ຫານ; ເຫັນ​ດີ​ເປັນ​ເອ­ກະ​ພາບ​ຈະ​ເປີດ​ກວ້າງການຮ່ວມມື​ໃນ​ບັນ​ດາຍ​ຂົງ­ເຂດ​ທີ່​ມີ​ຄວາມ​ສາ­ມາດ​ບົ່ມ​ຊ້ອນ​ອື່ນ​ຄື ວິ­ທະ­ຍາ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ - ກໍ່ສ້າງ, ວັດ­ທະ­ນະ­ທຳ, ­ທ່ອງ­ທ່ຽວ, ແຮງ​ງານ, ການ​ຮ່ວມ​ມື​ລະ­ຫວ່າງ​ທ້ອງ​ຖີ່ນ​ຕ່າງໆ...., ເຮັດ​ໃຫ້ການ​ຮ່ວມ​ມື​ໃນ​ບັນ­ດາ​ຂົງ­ເຂດ​ນີ້ ​ຂະ­ຫຍາຍ­ຕົວ​ນັບ​ມື້​ນັບ​​ຂະ­ຫຍັນ​ຂັນ​ເຄື່ອນ, ມີ​ປະ​ສິດ­ທິ​ຜົນ, ສົມ​ກັບ​ການ​ພົວ­ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ­ດ້ານ ຫວຽດ­ນາມ - ລັດ­ເຊຍ.

ແລກ­ປ່ຽນ​ກ່ຽວ​ກັບການ​ຜັນ​ແປ​ຢ່າງ​ສັບ­ສົນ​ຢູ່​ທະ­ເລ​ຕາ­ເວັນ​ອອກ​ໃນ​ເວ­ລາຜ່ານ​ມາ​ມໍ່​ນີ້, ສອງ​ຝ່າຍ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອ­ກະ​ພາບ​ວ່າ ​ການພິພາດ​ຊ່ວງ​ຊິງ​ກັນ​ຢູ່​ທະ­ເລ​ຕາ­ເວັນ​ອອກ ຕ້ອງ​ໄດ້​ແກ້​ໄຂ​ດ້ວຍ​ສັນ­ຕິ​ວິ­ທີ ບົນ​ພື້ນ­ຖານ​ເຄົາ­ລົບ​ກົດ­ໝາຍ​ສາ­ກົນ, ກ່ອນ​ອື່ນ​ໝົດ​ແມ່ນ​ອະ­ນຸ​ສັນ­ຍາ​ສະ­ຫະ​ປະ­ຊາ​ຊາດ​ວ່າ​ດ້ວຍ​ກົດ­ໝາຍ​ທະເລ​ປີ 1982 (UNCLOS 1982), ຜັນ​ຂະ­ຫຍາຍ​ຖະ­ແຫຼງ­ການ​ກ່ຽວ​ກັບ​ວິ­ທີ​ປະ­ພຶດ​ຂອງ​ບັນ­ດາ​ຝ່າຍ​ຢູ່​ທະ­ເລ​ຕາ­ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະ​ສິດ­ທິ​ຜົນ ແລະ ສ້າງ​ປະ­ມວນ​ຂໍ້​ກຳ­ນົດ​ກ່ຽວ​ກັບ​ວິ­ທີ​ປະ­ພຶດ​ຢູ່​ທະເລຕາ​ເວັນ​ອອກ (COC) ຂຶ້ນ​ໂດຍ​ໄວ.

ພາຍ­ຫຼັງ​ການ​ພົບ​ປະ​ເຈລະ­ຈາ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຝຸກ ແລະ ທ່ານ​ນາຍົກລັດຖະມົນ­ຕີ ດີ​ມີ​ຕຣີ ແມັດ​ເວ​ແດັບ ໄດ້​ເປັນ​ສັກ­ຂີ​ພິ­ຍານ​ພິ­ທີ​ລົງ​ນາມ​ໃນ​ຂໍ້​ຕົກ­ລົງຮ່ວມ​ມື 8 ສະ­ບັບ​ລະຫວ່າງ​ກະ­ຊວງ, ຂະ­ແໜງ­ການ ແລະ ກຸ່ມ​ບໍ­ລິ­ສັດ​ເສດ­ຖະ­ກິດຈຳ­ນວນ​ໜຶ່ງ ​ຂອງສອງ​ປະ­ເທດ​​ ໃນ​ບັນ­ດາ​ຂົງ​ເຂດ ນ້ຳ­ມັນ​ອາຍ​ແກ​ສ, ການ​ລົງ­ທຶນ, ບຳລຸງ­ສ້າງ​ພະ­ນັກ­ງານ...

ຕອນ​ແລງ​ວັນ​ທີ 19 ພຶດ­ສະ­ພາ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຝຸກ ມີ​ການ​ພົບ​ປະ​ແລກ­ປ່ຽນ​ຄວາມ​ຄິດ​ເຫັນ ກັບ​ທ່ານ ວະ​ລາ​ດີ​ເມຍ ປູ​ຕີນ ປະ­ທາ­ນາ­ທິ­ບໍ­ດີ​ລັດ­ເຊຍ​​ ເພື່ອ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​​ບັນ­ຫາ​ໃຫຍ່​ຈຳນວນ​ໜຶ່ງ​ທີ່​ທັງ​ສອງ​ປະ­ເທດ​ມີ​ຄວາມ​ສົນ­ໃຈ ແລະ ວາງ​​​ທິດ​ທາງການ​ຮ່ວມ​ມື​ໃໝ່​ລະ­ຫວ່າງ ຫວຽດ­ນາມ - ສະ­ຫະ­ພາບ​ລັດ­ເຊຍ. ການ​ນຳ​ທັງ​ສອງ​ໄດ້​​ທົບ​ທວນ​ການ​ປະ­ຕິ­ບັດ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ­ເຂດ​ຕ່າງໆ, ເຫັນ​ດີ​ເປັນ​ເອ­ກະ​ພາບ​ຈະ​ສືບ​ຕໍ່​ປະ­ສານ​ສົມ­ທົບ​ຢ່າງ​ແໜ້ນ​ແຟ້ນ ແລະ ເອົາ­ໃຈ­ໃສ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນ­ດາ​ໂຄງການ ​ແຜນ­ການ​ຮ່ວມ​ມື​ຈຸດໜັກ​ໃຈ­ກາງ, ເປັນ­ຕົ້ນ​ແມ່ນ​ການ​ແລກ­ປ່ຽນ​ການ​ຄ້າ, ນ້ຳ­ມັນ​ອາຍ​ແກ​ສ, ໄຟ­ຟ້າ​ນິວ​ເກຼຍ, ການ­ທ່ອງ­ທ່ຽວ ​ເປັນ​ພື້ນ­ຖານ​ເພື່ອ​ເພີ່ມ​ທະ­ວີການ​ຮ່ວມ​ມື​ໃນ​ບັນ­ດາ​ຂົງ­ເຂດ​ອື່ນ​.

ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ສະ­ຫະ­ພາບລັດ­ເຊຍ​ ໄດ້ສະ​ແດງ​ຄວາມ​ເຫັນ​ດີ​ເປັນ​ເອ­ກະ​ພາບ​ຈະ​ຊຸກ­ຍູ້​ບັນ­ດາປະ​ເທດເທດ​ສະມາຊິກ​ຂອງ ສະ­ຫະ­ພັນ​ເສດ­ຖະ­ກິດ ອາ­ຊີ - ເອີ​ຣົບ ຄື ເບ​ລາ​ຣຸດຊີ ອາກ​ເມນີ ແລະ ກຽກກິດສະຖານ ສຳເລັດ​ບັນ­ດາ​ຂັ້ນ​ຕອນ​ໃຫ້​ສັດ­ຕະ­ຍາ­ບັນ​ສັນ­ຍາ​ວ່າ​ດ້ວຍ​ການ​ຄ້າ​ເສລີ​ກັບ ຫວຽດ­ນາມ ເພື່ອ​ຜັນ​ຂະ­ຫຍາຍ​ການ​ປະ­ຕິ­ບັດ, ປະ­ກອບ­ສ່ວນ​ຍົກ​ລະ­ດັບການ​ຮ່ວມ​ມື​ເສດ­ຖະ­ກິດ, ການ​ຄ້າ, ການ​ລົງ­ທຶນ​ລະ­ຫວ່າງ​ສອງ​ປະ­ເທດ​ໃນ​ເວ­ລາ​ຕໍ່​ໄປ​.

ສຳ­ລັບ​ການ​ແລກ­ປ່ຽນ​ກ່ຽວ​ກັບສະພາບ​ການ​ຢູ່​ທະ­ເລ​ຕາ­ເວັນ​ອອກ​, ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ປູ​ຕີນ​ ໄດ້​ແບ່ງປັນ​ວ່າ ລັດ­ເຊຍ​ຍາມ​ໃດ​ກໍ່​ເອົາ­ໃຈ­ໃສ່ ຕິດ­ຕາມ​ສະ­ພາບ​ການ​ຢູ່​ອາ­ຊີ​ຕາ­ເວັນ­ອອກ​ສຽງ​ໃຕ້​ເວົ້າ​ລວມ ແລະ ຢູ່​ທະ­ເລ​ຕາ­ເວັນ​ອອກ​ເວົ້າ​ສະ­ເພາະ, ​ແລະ​ຢືນ­ຢັນ​ຫຼັກ​ໝັ້ນ​ຂອງ​ລັດ­ເຊຍ​ ແມ່ນ​ຕ້ອງ​ແກ້​ໄຂ​ບັນ­ດາ​ການ​ແກ່ງ​ແຍ້ງ​ຊ່ວງ​ຊິງ​ກັນ​ຢູ່​ທະ­ເລ​ຕາ­ເວັນ​ອອກ​ດ້ວຍ​ສັນ­ຕິ​ວິ­ທີ ບົນ​ພື້ນ­ຖານ​ເຄົາ­ລົບ​ກົດໝາຍ​ສາ­ກົນ, ກ່ອນ​ອື່ນ​ໝົດ​ແມ່ນ​ອະ­ນຸ​ສັນ­ຍາ​ສະ­ຫະ​ປະ­ຊາ​ຊາດ​ວ່າ​ດ້ວຍ​ກົດ­ໝາຍ​ທະ­ເລ​ປີ 1982 (UNCLOS 1982), ຜັນ​ຂະ­ຫຍາຍ​ຖະ­ແຫຼງ­ການ​ກ່ຽວ​ກັບ​ວິ­ທີ​ປະ­ພຶດ​ຂອງ​ບັນ­ດາ​ຝ່າຍ​ຢູ່​ທະ­ເລ​ຕາ­ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະ​ສິດ­ທິ​ຜົນ ແລະ ສະໜັບສະ​ໜູນ ​ອາ​ຊຽນປະ​ສານ​ສົມ­ທົບ​ກັບຈີນ​ ກໍ່­ສ້າງ​ປະ­ມວນ​ຂໍ້​ກຳ­ນົດ​ກ່ຽວ​ກັບ​ວິ­ທີ​ປະ­ພຶດ​ຢູ່​ທະ­ເລ​ຕາ­ເວັນ​ອອກ (COC).

ເນື່ອງ​ໃນ​ໂອ­ກາດຢ້ຽມ­ຢາມ​ສະ­ຫະ­ພາບ​ລັດ­ເຊຍ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນຝຸກ ​ໄດ້​ມີ​ການ​ພົບ​ປະ​ກັບປະ­ທານ​ສະ­ພາ​ຕ່ຳ​ລັດ­ເຊຍ ທ່ານ ແຊກ​ໄກ ນາ​ຣີສະ​ກີນ; ປະ­ທານ​ສະ­ພາ​ສູງ ລັດ­ເຊຍ ທ່ານ​ນາງ ວາ​ແລນ​ຕີ​ນາ ມາດ​ວີ​ແອນ​ໂກ; ປະ­ທານ​ພັກ​ກອມ​ມູ​ນິດ​ສະ­ຫະ­ພາບ​ລັດ­ເຊຍ ທ່ານ ​ແກນາ​ດີ ຢູ​ກາ​ນົບ, ພົບ​ປະ​ກັບຜູ້­ຕາງ­ໜ້າສະ­ມາ­ຄົມ​ມິດ­ຕະ­ພາບ ລັດ­ເຊຍ - ຫວຽດ­ນາມ ແລະ ສະ­ມາ­ຄົມອະດີດ​ຜູ້​ຊ່ຽຍ​ຊານ​ດ້ານ​ການ​ທະ­ຫານ​ຂອງ​ລັດ­ເຊຍ​​ທີ່​ໄດ້​ເຂົ້າ​ຮ່ວມ​ການຊ່ວຍ­ເຫຼືອ​ຫວຽດ­ນາມ​ ໃນສະ​ໄໝ​ສົງ­ຄາມ.

ຜົນສຳ​ເລັດ​ອັນ​ດີງາມ​ຂອງ​ການ​ຢ້ຽມ­ຢາມ​​ສະ­ຫະ­ພາບ​ລັດ­ເຊຍ ຢ່າງເປັນ​ທາງ​ການ ​ຂອງ​ທ່ານ ນາຍົກ​ລັດຖະມົນຕີ ຫງວ​ຽນ​ຊວນຝຸກ ຈະ​ສ້າງ​ເປັນ​ແຮງ​ກະ​ຕຸ້ນ​ໃໝ່​ເພື່ອ​ຊຸກ­ຍູ້​ການ​ພົວ­ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດ­ນາມ ແລະ ລັດ­ເຊຍ ​ໃຫ້​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ./.

ສັງ​ລວມ​ໂດຍ ບທ