ວກ.ອອນ​ໄລ - ວັນ​ທີ 28 ພຶດສະພາ 2016, ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ພ້ອມກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ ຍີ່ປຸ່ນ ຕາມຄຳ​ເຊີນຂອງທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີແຫ່ງ ຍີ່ປຸ່ນ ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດກຸ່ມ​ບັນດາ​ປະ​ເທດອຸດສາຫະກຳ​ທີ່​ຂະຫຍາຍຕົວ​ (ຈີ7) ​ເປີດ​ກວ້າງ ຢູ່​ທີ່​ເມືອງ ອີ​ເຊະ ຊີ​ມະ, ​ແຂວງ ມິ​ເອະ, ປະ​ເທດຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີ ຊິນໂຊ ອາເບະ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ. (ພາບ: TTXVN)

ນີ້​ເປັນຄັ້ງ​ທຳ​ອິດ​ທີ່ທ່ານ ຫງວຽນ​ຊວນ​ຝຸກ ​ໄປ​ຢ້ຽມຢາມ​ປະ​ເທດ ຍີ່ປຸ່ນ ​ໃນຖານະ​ນາຍົກລັດ​ຖະມົນຕີ​ແຫ່ງຫວຽດນາມ ​ແລະ ​ເປັນ​ການ​ນຳ​ຂັ້ນ​ສູງ​ທຳ​ອິດ​ຂອງ​ຫວຽດນາມ ທີ່​ໄປຢ້ຽມຢາມຍີ່ປຸ່ນ ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ສິ່ງ​ດັ່ງກ່າວ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ຂະຫຍາຍຕົວ​ຢ່າງ​ຈົບງາມ.

ພິທີ​ຕ້ອນຮັບທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ທີ່​ທຳນຽບລັດຖະບານ​ຍີ່ປຸ່ນ ພາຍ​ໃຕ້​ການ​ເປັນ​ເຈົ້າພາບ​ຂອງທ່ານ​ນາຍົກລັດຖະມົນຕີ ຊິນ​ໂຢ ອາ​ເບະ ຊຶ່ງ​ໃນ​ພິທີ​ຕ້ອນຮັບ​ມີ​ການບັນ​ເລງ​ເພງ​ຊາດ​ຫວຽດນາມ ​ແລະ ​ເພງ​ຊາດ​ຍີ່​ປູ່​ນ, ​ແລະ​ການກວດ​ແຖວ​ກອງ​ກຽດຕິ​ຍົກ​ຍີ່ປຸ່ນ.

ພາຍຫຼັງ​ພິທີ​ຕ້ອນຮັບ, ສອງຝ່າຍ​ໄດ້​ດຳ​ເນີ​ນການປຶກສາ​ເຈລະຈາ ​ໃນ​ບັນຍາກາດ​ແຫ່ງ​ມິດຕະພາບ, ຄວາມ​ໄວ້​ວາງ​ໃຈ ​ແລະ ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ; ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ການ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ ​ແລະ ມີ​ເນື້ອ​ແທ້ ຂອງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ເວລາ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດເສດຖະກິດ, ​ກະສິກຳ, ການ​ພົບ​ປະແລກ​ປ່ຽນລະຫວ່າງ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ.

ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ສະ​ແດງຄວາມ​ຂອບ​ອົກຂອບ​ໃຈ ​ຕໍ່​ການ​ຕ້ອນຮັບ​ຢ່າງ​ສົມ​ກຽດ​ຂອງ​ລັດຖະບາມ​ຍີ່ປຸ່ນ, ​ແລະ​ສະ​ແດງຄວາມ​ຊົມ​ເຊີຍ​ຕໍ່​ລັດຖະບານ​ຍີ່ປຸ່ນ ທີ່​ໄດ້ຈັດ​ຕັ້ງກ​ອງປະຊຸມ​ສຸດ​ຍອດ ຈີ7 ​​ແລະ ກອງ​ປະຊຸມ​ສຸດ​ຍອດ ຈີ7 ​ເປີດ​ກວ້າງ ຢ່າງ​ສຳ​ເລັດ​ຜົນ. ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໃຫ້​ທັດສະນະ​ວ່າ, ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ ໃນ​ກອງ​ປະຊຸມສຸດ​ຍອດ ຈີ7 ນັ້ນ ມັນ​ມີ​ຄວາມ​ໝາຍສຳຄັນ​ຕໍ່​ກັບ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ຢັ້ງຢືນ​ນະ​ໂຍບາຍ​ອັນ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ຫວຽດນາມ ທີ່​ຖື​ຍີ່ປຸ່ນ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ ​ແລະ ຍາວ​ນານ ​ຂອງ​ຫວຽດນາມ.

ທ່ານ​ນາຍົກລັດຖະມົນຕີ ຊິນ​ໂຊ ອາ​ເບະ ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ທີ່ມາ​ຢາມ​ຍີ່ປຸ່ນ​ ໃນ​ຖານະ​ຜູ້ນຳ​ໜ້າ​ລັດ​ຖະບານ​ຫວຽດນາມ, ສະ​ແດງ​ຄວາມ​ຂອບໃຈຕໍ່ ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ມີ່​ໄດ້​ຮັບ​ຄຳ​ເຊີນ​ມາ​ຮ່ວມກອງ​ປະຊຸມ​ສຸດ​ຍອດ ຈີ7 ​ເປີດ​ກວ້າງ ​ແລະ ຕີ​ລາ​ສູງ​ຕໍ່​ບົດ​ປາ​ໄສ​ຂອງທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ທີ່​ກ​ອງປະຊຸມ. ທ່ານ​ນາຍົກລັດຖະມົນຕີ ຊິນ​ໂຊ ອາ​ເບະ ຢັ້ງຢືນ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ພົວພັນ​ກັບ​ຫວຽດນາມ ​ແລະ ປະສົງ​ຢາກ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຊຸກ​ຍູ້​ໃຫ້ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ຂະຫຍາຍຕົວ​ຢ່າງຮອບ​ດ້ານ​ກວ່າ​ອີກ.

ການ​ນຳ​ທັງ​ສອງ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ ກ່ຽວ​ກັບ​ທິດທາງການ​ຮ່ວມ​ມື​ໃຫຍ່ ​ແລະ ບັນດາ​ມາດ​ຕະການ​ອັນ​ລະອຽດ​ ເພື່ອ​ພາ​ໃຫ້ການ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຍີ່ປຸ່ນ ຂະຫຍາ​ຍຕົວຢ່າງ​ຮອບດ້ານ, ມີ​ເນື້ອ​ແທ້ ​ແລະ ມີ​ປະສິດທິ​ຜົນ​ຍິ່ງ​ກວ່າ​ອີກ​ ໃນ​ເວລາ​ຕໍ່ໜ້າ. ລະ​ອຽດ​ຄື:

ທ່ານນາຍົກລັດຖະ​ມົນຕີ​ທັງ​ສອງ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະເພີ່ມ​ທະວີ​ຄວາ​ມ​ໄວ້ວາງ​ໃຈ​ດ້ານ​ການ​ເມືອງ ໂດຍ​ຜ່ານ​ການຢ້ຽມຢາມ ​ແລະ ການພົບ​ປະ​ຂັ້ນ​ສູງ ​ຢ່າງ​ເປັນ​ປະຈຳ, ​ເພີ່ມທະວີ​ການ​ພົບ​ປະ​ແລກປ່ຽນກັນຢູ່​ພາຍ​ນອກ​ກອງ​ປະຊຸມ​ສາກົນ​ຕ່າງໆ, ຍົກ​ສູງປະສິດທິ​ຜົນ​ຂ​ອງ​ບັນດາ​ກົນ​ໄກ​ສົນທະນາ​ລະຫວ່າງ​ສອງ​ປະ​ເທດ; ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ ລະ​ຫວ່າງ​ສອງ​ປະ​ເທດ, ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ​ໃນ​ຂົງ​ເຂດ​ແກ້​ໄຂ​ຜ່ານ​ຜ່າ​ຜົນ​ຮ້າຍ​ຂອງ​ສົງຄາມ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກ​ສັນຈະ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ພ້ອມ​ກັນ​ແລກປ່ຽນ​​ມາດ​ຕະການ​ອັນ​ລະອຽດຕ່າງໆ ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ຈອດ​ລະບົບ​ເສດຖະກິດ​ຂອງ​ສອງ​ປະ​ເທດ ດ້ວຍ​ບັນດາ​ເນື້ອ​ໃນຄື ​ເຊື່ອມ​ຈອດ​ແຜນ​ຍຸດ​ທະ​ສາດການພັດທະນາ​ເສດຖະກິດ, ​ເຊື່ອມ​ຈອດ​ແຫຼ່ງພະລັງ​ການ​ຜະລິດ, ​ເຊື່ອມ​ຈອດ​ແຫຼ່ງບຸກຄະລາ​ກອນ ​ໂດຍ​ຜ່ານ​ການຮ່ວມ​ມື​ລົງ​ທຶນ, ການ​ຄ້າ, ການ​ຊ່ວຍ​ເຫຼືອ​ເພື່ອ​ພັດທະນາ​ເປັນ​ທາງ​ການ (ODA)...

ທ່ານ​ນາຍົກລັດຖະມົນຕີ ຊິນ​ໂຊ ອາ​ເບະ ຢັ້ງຢືນສືບ​ຕໍ່​ສະໜອງ​ທຶນ ODA ຊ່ວຍ​ໃຫ້​ຫວຽດນາມ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ໃນ​ບັນດາ​ຂົງ​ເຂດ​ກໍ່ສ້າງ​ໂຄງ​ສ້າງພື້ນຖານ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ສະພາບ​ພູມິ​ອາກາດ; ​ເຫັນ​ດີ​ເປັນ​ເອກ​ສັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ ​ໃນ​ການ​ຜັນ​ຂະຫຍາຍ​ແຜນການ​ສິນ​ເຊື່ອ 110 ຕື້​ໂດ​ລາ​ສະຫະລັດ ​ເພື່ອ​ແນ​ໃສ່​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ຄຸນ​ນະພາ​ບສູງ ​ຢູ່​ອາຊີ ​ແລະ ​ໃນ​ການ​ຜັນ​ຂະ​ຫຍາຍ​ຄວາມ​ຄິດ​ລິ​ເລີ່​ມການ​ເຊື່ອມ​ຈອດ ​ແມ່​ນ້ຳຂອງ - ຍີ່ປຸ່ນ.

ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ສະ​ເໜີ​ໃຫ້​ຍີ່ປຸ່ນສະໜັບສະໜູນ​ຫວຽດນາມ ​ໃນ​ການ​ເຂົ້າ​ເຖິງ​ກັບ​ແຫຼ່ງທຶນ​ບຸລິມະສິດ​ຂອງບັນດາ​ອົງການ​ການ​ເງິນ​ສາກົນ, ​ໃນ​ນັ້ນ​ມີ​ແຫຼ່ງທຶນ​ IDA ບຸລິມະສິດ ​ຂອງທະນາຄານໂລກ ​ພາຍຫຼັງ​ປີ 2017.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ຊຸກຍູ້​ການ​ລົງທຶນ​ຂອງ​ຍີ່​ປຸ່ນ​ເຂົ້າ​ຫວຽດນາມ ​ໂດຍ​ຜ່ານການ​ຜັນ​ຂະຫຍາຍຄວາມ​ຄິດ​ລິ​ເລີ່​ມລວມ ຫວຽດນາມ - ຍີ່ປຸ່ນ ໄລຍະ​ທີ VI ​ໃນ​ປີ 2016; ຢັ້ງຢືນ​ຄວາມ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ ໃນ​ການ​ຜັນ​ຂະຫຍາ​ຍຍຸດ​ທະ​ສາດ​ການ​ຫັນ​ເປັນ​ອຸດສາ​ປະກຳ ​ຂອງ​ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030; ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃຫຍ່ ກ່ຽວ​ກັບ​ໂຄງ​ສ້າງ​ພື້ນຖານ​ຂອງ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ ​ໂຄງການທາງ​ດ່ວນ​ເໜືອ - ​ໃຕ້, ​ໂຮງງານ​ໄຟຟ້າ​ນິວ​ເກຼຍ ນິງທ້ວນ ທີ 2...

ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ລະຫວ່າງ​ສອງ​ປະ​ເທດ, ການ​ຮ່ວມ​ມື​ໃນຂົງ​ເຂດ​ກະສິກຳ​ເຕັກ​ໂນໂລຊີ​ສູງ, ສ້າງ​ເງື່ອນ​ໄຂ​ໃຫ້​ສິນຄ້າ​ກະສິກຳ​ຂອງ​ສອງ​ປະ​ເທດ​ໄດ້​ເຂົ້າ​ໃນ​ຕະຫຼາດ​ຂອງ​ກັນ​ແລະ​ກັນ.

ສອງ​ຝ່າຍ​ກໍ່​ໄດ້​ເປັນ​ເອກະສັນ​ກັນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ສາທາລະນະ​ສຸກ, ບຳລຸງ​ສ້າງ​ແຫຼ່ງບຸກຄະລາ​ກອນ, ຮັບ​ນັກຮຽນ​ວິຊາ​ຊ່າງຫວຽດນາມ ​ເຂົ້າ​ຝຶກອົບຮົມ​ຢູ່ຍີ່ປຸ່ນ, ສືບ​ຕໍ່​ຜັນ​ຂະຫຍາຍ​ໂຄງການ​ມະຫາວິທະຍາ​ໄລຫວຽດນາມ - ຍີ່ປຸ່ນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແລະ ການ​ສັງ​ສັນ​ລະ​ຫວ່າງປະຊາຊົນ​ສອງ​ປະ​ເທດ.

ພົວພັນ​ເຖິງ​ການ​ຮັບ​ມື​ກັບ​ຄວາມ​ປ່ຽນ​ແປງ​ຂອງ​ສະພາບ​ພູມິ​ອາກາດ, ທ່ານ​ນາຍົກລັດຖະມົນຕີ ຊິນ​ໂຊ ອາ​ເບະ ​ໄດ້​ປະກາດ​ວ່າ​ຈະ​ສະໜອງເງິນຊ່ວຍເຫຼືອໃຫ້ລ້າຮີບດ່ວນ 300 ລ້ານ​ເຢນ (2,5 ລ້ານ​ໂດ​ລາ​ສະຫະລັດ) ​ເພື່ອ​ຊ່ວຍ​ໃຫ້​ຫວຽດນາມ​ແກ້​ໄຂ​ບັນຫາ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊືມ​ເຂົ້າ​ທົ່ງ ​ແລະ ຢັ້ງຢືນ​ວ່າ ຍີ່ປຸ່ນ​ຈະ​ພ້ອມ​ກັບ​ຫວຽດນາມ​ຄົ້ນຄວ້າ​ວິທີ​ແກ້​ໄຂ​ໄລຍະ​ກາງ​ແລະ​ຍາວ ​ແລະ ​ພ້ອມ​ແລ້ວ​ທີ່​ຈະ​ພິຈາລະນາ​ເຖິງ​ການ​ສະໜອງ​ທຶນ​​ໃຫ້​ກູ້ ODA ​ເພື່ອ​ກໍ່ສ້າງ​ເຂື່ອນ​ກັນນ້ຳ, ອ່າງ​ເກັບ​ນ້ຳ ​ແລະ ຊ່ວຍ​ເຫຼືອ​ບົນ​ພື້ນຖານ​ຄວາມ​ສະ​ເໜີ​ລະອຽດ​ຂອງ​ຫວຽດນາມ ຊຶ່ງ​ໃນ​ສະ​ເພາະ​ໜ້າ ຈະ​ສົ່ງ​ຄະນະ​ນັກວິຊາການ​ຂອງ JICA ​ໄປ​ສຳ​ຫຼວດ​ໂດຍ​ດ່ວນ​ທີ່​ໂຄງການ​ຄຸ້ມ​ຄອງ​ນ້ຳ​ຢູ່ແຂວງ ​ເບ໊ນ​ແຈ ຂອງ​ຫວຽດນາມ.

ສອງ​ຝ່າຍ​ພ້ອມ​ກັນ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ທັງ​ສອງ​ຝ່າຍມີ​ຄວາມ​ສົນ​ໃຈ. ທ່ານ​ນາຍົກລັດຖະມົນຕີ ຊິນ​ໂຊ ອາ​ເບະ ຢັ້ງຢືນ​ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ​ໃນ​ການ​ກະກຽມ​ປີ ​ເອ​ເປ​ກ 2017. ​ແບ່ງປັນ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຢ່າງ​ເລິກ​ເຊິ່ງຂອງ​ປະຊາ​ຄົມ​ໂລກ ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ເວລາ​ທີ່ຜ່ານ​ມາ​ມໍ່​ນີ້, ພິ​ເສດ​ແມ່ນ​ການ​ກະທຳ​​ແຕ່ຝ່າຍ​ດຽວ ​ໃນ​ການ​ຄູນ​ສ້າງ​ແນວ​ປະ​ກາ​ລັງ​ເປັນ​ເກາະ​ທຽມ​ຂະໜາດ​ໃຫຍ່.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ ​ແລະ ​ເສລີພາບ​ໃນ​ການ​ເດີນ​ທະ​ເລ ​ແລະ ​ເດີນ​ອາກາດ ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ; ບັນດາ​ຝ່າຍ​ທີ່​ກ່ຽວ​ ບໍ່​ມີ​ການ​ກະທຳ​ເຮັດ​ໃຫ້​ສະພາບ​ການ​ດັ້ງ​ເດີມ​ປ່ຽນ​ແປງ​ໄປ, ກໍ່​ຄວາມ​ສັບສົນ, ​ເປີດ​ກວ້າງ​ການ​ແກ່ງ​ແຍ້​ງຊ່ວງ​ຊີງ​ກັນ ​ແລະ ຫັນ​ເປັນ​ການ​ທະຫານ​ທີ່​ທະ​ເລ​ຕາ​ເວັນ​ອອກ; ​ແກ້​ໄຂ​ຂໍ້​ພິພາດ​ດ້ວຍ​ສັນຕິ​ວິທີ, ​ເຄົາລົບ​ນັບຖື​ຂະ​ບວນການ​ທາງ​ການ​ທູດ ​ແລະ ນິຕິ​ກຳ; ປະຕິບັດ​​ຢ່າງ​ເຂັ້ມ​ງວດ​ຕາມກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລປີ 1982, ຖະ​ແຫຼງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ຊຸ​ກຍູ້​ການ​ສ້າງ​ປະ​ມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຂຶ້ນ​ໂດຍ​ໄວ.

ພາຍຫຼັງ​ການ​ພົບ​ປະ​ເຈລະຈາ, ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ແລະ ທ່ານນາຍົກລັດຖະມົນຕີ ຊິນ​ໂຊ ອາ​ເບະ ​ໄດ້​ເປັນ​ສັດ​ຂີ​ພະຍານ​ໃນ​ພິທີມອບ​ຮັບ​ເອກະສານ​ການ​ຮ່ວມ​ມື 5 ສະບັບ​ ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ເອກະສານ​ການ​ຮ່ວມ​ມື 4 ສະບັບ ກ່ຽວ​ກັບ​ທຶນ​ກູ້​ຢືມ ODA ດ້ວຍ​ຈຳນວນ​ເງິນ​ທັງ​ໝົດ 166 ຕື້​ເຢນ (​ເທົ່າ​ກັບ 1,5 ຕື້​ໂດ​ລາ​ສະຫະລັດ), ປະກອບ​ດ້ວຍ ຈົດໝາຍ​ທາງ​ການກ່ຽວ​ກັບ ​ໂຄງການ​ທາງ​ລົດ​ໄຟຕົວ​ເມືອງໝາຍ​ເລດ I ນະຄອນ​ໂຮ່ຈີ​ມິນ, ສາຍ​ທາງ ​ເບ໊ນ​ແທັ່ງ - ສວຍ​ຕຽນ; 3 ສັນຍາ​ກູ້​ຢືມ​ເງິນ​ໃຫ້ 3 ​ໂຄງການ: ກໍ່ສ້າງ​ໂຮງງານ​ໄຟຟ້າ​ຄວາມ​ຮ້ອນ ຖາ​ຍບິ່ງ ​ແລະ ສາຍ​​ໄຟນຳ​ສົ່ງ​ໄຟຟ້າ (54,982 ຕື້​ເຢນ ​ເທົ່າກັບ 500 ລ້ານ​ໂດ​ລາ​ສະຫະລັດ); ປົວ​ແປງ​ສິ່ງ​ແວດ​ລ້ອມ​ທາລາ ຢູ່​ນະຄອນ​ໂຮ່ຈີ​ມິນ ​ໄລຍະ​ທີ 2 (ການປ່ອຍ​ເງິນ​ກູ້​ຄັ້ງ​ທີ 3; 20,967 ຕື້​ເຢນ ​ເທົ່າ​ກັບ 191 ລ້ານ​ໂດ​ລາ​ສະຫະລັດ); ​ໂຄງການທາງ​ລົດ​ໄຟຕົວ​ເມືອງໝາຍ​ເລດ I ນະຄອນ​ໂຮ່ຈີ​ມິນ, ສາຍ​ທາງ ​ເບ໊ນ​ແທັ່ງ - ສວຍ​ຕຽນ (ການ​ປ່ອຍ​ເງິນ​ກູ້​ຄັ້ງ​ທີ 3; ມູນ​ຄ່າ 90,175 ຕື້​ເຢນ ​ເທົ່າ​ກັບ 820 ລ້ານ​ໂດ​ລາ​ສະຫະລັດ) ​ແລະ ສັນຍາ​ຊື້​ຂາຍ​ຫຸ້ນ​ລະຫວ່າງ ສະຫະ​ບໍລິສັດ​ການ​ເດີນ​ອາກາດ​ຫວຽດນາມ ​ແລະ ກຸ່ມ​ບໍລິສັດ​ການ​ເດີນ​ອາກາດ ​ເອ.​ແອນ.​ເອ. ​ໂຮ​ນດິງ ຈຳກັດ (ANA Holdings Inc).

ພາຍຫຼັງ​ສຳ​ເລັດ​ສິ້ນ​ສຸດ​ພິທີ​ມອບ​ຮັບ​ເອກະສານ​ການ​ຮ່ວມ​ມື, ນາຍົກລັດຖະມົນຕີທັງສອງ​ໄດ້​ມີ​ການ​ພົບ​ປະ​ກັບ​ນັກ​ຂ່າວ ​ເພື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ.

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ຜູ້ນຳ​ຂອງ​ອົງການ, ວິ​ສາ​ຫະກິດ​ຍີ່ປຸ່ນ​ຈຳນວນ​ໜຶ່ງ​ເຊັ່ນ ປະທານ​ອົງການ​ຮ່ວມ​ມື​ສາກົນ​ຂອງຍີ່ປຸ່ນ (JICA) ທ່ານ ຊ.ກິ​ຕາ​ໂອ​ກະ, ປະທານ​ກິ​ຕິ​ມະ​ສັກ ກຸ່ມ​ບໍລິສັດ ຄ.ອີ​ໂອຣີຮີ​ໂກະ, ຜູ້​ວ່າ​ລາຊະການ​ແຂວງ ຮ.​ໂອ​ມູຣາ; ໄປ​ຢາມຟາ​ມກະ​ເສດ ​ໂຢ​ໂກ​ຢາ​ມາ ທີ່​ແຂວງ​ມາຍ​ຈິ.

ການ​ຢ້ຽມຢາມ​ປະ​ເທດ​ຍີ່ປຸ່ນ​ຂອງທ່ານນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ, ປະກອບສ່ວນຢັ້ງຢືນ​ການ​ພັບ​ພັນຫວຽດນາມ - ຍີ່ປຸ່ນ ​ໃນ 43 ປີ​ທີ່​ຜ່ານ​ມາ ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ກະ​ໂດດ​ຂັ້ນ, ຮອບດ້ານ ​ແລະ ​ເລິກ​ເຊິ່ງ./.

ສັງ​ລວມ​ໂດຍ ​ເຟືອນ​ຈ່າ