ວກ. ອອນ​ໄລ - ​ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊື້ອ​ເຊີນ​ຂອງ ​​ພະ​ບາດ​ສົມ​ເດັດ​ພະ​ບໍຣົມມະ​ນາດ ໂນ​ໂຣດົມ ສີຫາໂມນີ ແຫ່ງ​ລາຊະ​ອານາຈັກກຳປູ​ເຈຍ, ທ່ານປະທານປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ແລະ ພັນ​ລະຍາ ພ້ອມຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຫ່ງ ສສ ຫວຽດນາມ ​ໄດ້​ດຳ​ເນີນ​ການຢ້ຽມຢາມຂັ້ນ​ລັດ​ທີ່ ລາຊະ​ອານາຈັກ​ກຳປູເຈຍ ​ແຕ່​ວັນ​ທີ 15 - 16 ​ເດືອນ​ມິຖຸນາ 2016.

ເຈົ້າຊີວິດແຫ່ງລາຊະອານາຈັກກຳປູເຈຍ ນະໂຣດົມ ສີຫະມຸນີ ໃຫ້ການຕ້ອນຮັບປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລະ ພັນລະຍາ (ພາບ: TTXVN)

ການ​ປະຕິບັດ​ງານ​ທີ່​ຕ່າງປະ​ເທດ​ຄັ້ງ​ນີ້ຂອງທ່ານ ເຈິ່ນດ້າຍ​ກວາງ ​ແມ່ນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ ​ໃນ​ຖານະ​ປະທານປະ​ເທດ​ແຫ່ງ ສສ ​ຫວຽດນາມ. ຜົນສຳ​ເລັດ​ທີ່​ບັນ​ລຸໄດ້​ໃນ​ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ ​ຕໍ່​ຄວາມ​ພົວພັນ​ລະຫວ່າງ​ ຫວຽດນາມ ​ແລະ ກຳປູ​ເຈຍ. ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໃນ​ສະພາບ​ການ​ທີ່ຫວຽດນາມ ​ແລະ ກຳປູ​ເຈຍ ພວ​ມກະກຽມ​ສະ​ເຫຼີ​ມສະຫຼອງ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງການ​ທູດ​ລະຫວ່າງ​ສອງ​ປະ​ເທດຄົບຮອບ 50 ປີ (24-6-1967 - 24-6-2017).

ຢູ່​ທີ່​ນະຄອນຫຼວງ​ພະນົມ​ເປັນ ຂອງກຳປູ​ເຈຍ, ທ່ານປະທານປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ໄດ້​ພົບ​ປະ​ຫາລື​ກັບເຈົ້າ​ຊີວິດ ໂນ​ໂຣດົມ ສີຫາໂ​ມນີ; ພົບ​ປະ​ທ່ານ​ປະທານ​ສະພາ​ສູງ ​ໄຊ​ຈູມ, ທ່ານປະທານ​ສະພາ​ແຫ່ງ​ຊາດ ​ເຮ​ງ ຊຳຣີນ, ທ່ານ​ນາຍົກລັດຖະມົນຕີ ຮຸນເຊ​ນ; ຢ້ຽມຄຳນັບ ພະ​ສັງຄະ​ລາດສອງ​ອົງຄື ພະ​ມະຫາ​ເທບ​ວົງ ​ແລະ ພະ​ມະຫາ​ບູ ກຣີ; ວາງພວງມາລາທີ່​ອະນຸສາວະລີ​ເຈົ້າ​ຊີວິດ ໂນ​ໂຣດົມ ສີຫາຫ​ນຸ, ວາງ​ພວງ​ມາ​ໄລທີ່​ອະນຸສາວະລີ​ເອກະລາດ ແລະ ອະນຸສາວະລີມິດຕະພາບຫວຽດນາມ - ກຳປູ​ເຈຍ; ພົບ​ປະ ​ໂອ້​ລົມ​ກັບພະນັກງານ ລັດຖະກອນ​ສະຖານທູດ​, ພີ່ນ້ອງຊາວຫວຽດນາມ ​ແລະ ​ຜູ້ຕາງໜ້າ​ວິ​ສາ​ຫະກິດຫວຽດນາມ ຢູ່​ປະ​ເທດກຳປູ​ເຈຍ.

ຜ່ານ​ການ​ພົບ​ປະ​ຫາລື, ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ກັນ ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ​ແນວທາງ​ໃຫຍ່ ​ເພື່ອ​ສືບ​ຕໍ່ພັດທະນາ​ສາຍພົວພັນ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງຫວຽດນາມ ​ແລະ ກຳປູ​ເຈຍ​ໃຫ້ຂະຫຍາຍ​ຕົວ​ຍິ່ງ​ຂຶ້ນ. ການ​ນຳ​ຂັ້ນ​ສູງ​ຂອງກຳປູ​ເຈຍຢືນຢັນຖືຫວຽດນາມ​ເປັນຄູ່​ຮ່ວມ​ມືສຳຄັນທີ່​ມີ​ລັກສະນມູນ​ເຊື້ອແລະພິ​ເສດ, ​ເປັນ​ສາຍ​ພົວພັນ​ພິ​ເສດ​ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນມາ​ດ້ວຍ​ຄວາມ​ເສຍສະຫຼະ​ເລືອດ​ເນື້ອ​ເຫື່ອ​ໄຄ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

​ເຈົ້າ​ຊີ​ວິດ ​ແລະ ການ​ນຳ​ຂັ້ນ​ສູງ​ຂອງກຳປູ​ເຈຍ​ເນັ້ນ​ວ່າ ຖ້າ​ຫາກ​ບໍ່​ມີ​ວັນ​ທີ 7 ມັງກອນ 1979 ກໍ​ຈະ​ບໍ່​ມີກຳປູ​ເຈຍຄື​ໃນ​ທຸກ​ວັນ​ນີ້; ກຳປູ​ເຈຍຈະ​ຈາລຶກ​ບຸນຄຸນ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ນັກຮົບ​ອາສາສະໝັກ​ຫວຽດນາມ​ ທີ່​ໄດ້​ຊ່ວຍ​ປົດ​ປ່ອຍປະ​ຊາ​ຊົນກຳປູ​ເຈຍອອກ​ຈາກ​ລະບອບຂະ​ເໝນ​ແດງ​ດັບ​ສູນ​ເຊື້ອ​ຊາດ ​ໃນ​ປີ 1979 ​ແລະ ຖື​ວ່າການ​ເສຍສະຫຼະ​ເລືອດ​ເນື້ອຂອງຫວຽດນາມທີ່​ຊ່ວຍ​ເຫຼືອກຳປູ​ເຈຍນັ້ນ​ເປັນ​ຄຸນງາມຄວາມດີ​ທີ່​ລ້ຳ​ຄ່າ.

ທ່ານປະທານປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ ການ​ນຳກຳປູ​ເຈຍ​ໄດ້​ເປັນ​ເອກະ​ພາບ​ວ່າ​ ຕ້ອງ​ອົບ​ລົມ​ສຶກສາ​ໃຫ້​ຊາວ​ໜຸ່ມ​ສືບ​ທອດ ​ແລະ ​ເສີມຂະຫຍາຍມູນ​ເຊື້ອ​ສາມັກຄີ​ມິດຕະພາບ​ອັນ​ສູງ​ສົ່ງ​ດີງາມ​ນີ້. ທ່ານ​ນາຍົກລັດຖະມົນຕີ ຮຸນ ​ເຊ​ນ ສະ​ເໜີ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດຫວຽດນາມ ​ແລະ ກຳປູ​ເຈຍ ​ເປັນ​ຫົວ​ເ​ງື່ອນ​​ໃນ​ການຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 50 ປີ.

ຄຽງ​ຂ້າງ​ກັບ​ຜົນສຳ​ເລັດ​​ໃນ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ທູດ​ທີ່​ສຳຄັນ​ນັ້ນ, ​ເນື້ອ​ໃນ​ເສດຖະກິດກໍ​ຖືກ​ທ່ານ​ປະທານ​ເຈິ່ນດ້າຍ​ກວາງ ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກັບ​ບັນດາ​ທ່ານ​ການ​ນຳຂອງກຳປູ​ເຈຍ. ການ​ນຳ​ຂັ້ນ​ສູງ​ຂອງກຳປູ​ເຈຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ປະສິດທິ​ຜົນ​ການ​ລົງທຶນ​ຂອງຫວຽດນາມ ຢູ່ກຳ​ປູ​ເຈຍ ຊຶ່ງ​ໄດ້​ປະກອບສ່ວນ​ເຈົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ຂອງກຳປູ​ເຈຍ, ສ້າງ​ວຽກ​ເຮັດ​ງານ​ທຳ, ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ​ແຕ່, ສອງ​ຝ່າຍ​ກໍ​ຮັບ​ຮູ້​ໄດ້​ວ່າ​ ຕ້ອງມີ​ນະ​ໂຍບາຍ, ກົນ​ໄກທີ່​ສອດຄ່ອງ, ຕ້ອງ​ມີ​ການ​ແລກປ່ຽນ​ສອງ​ຝ່າຍ ​ເພື່ອ​ແນ​ໃສ່​ສ້າງຂອບ​ກົດໝາຍ​ທີ່​ຊັດ​ເຈນ​ກວ່າ​ອີກ​ ອຳນວຍ​ໃຫ້​ວິ​ສາ​ຫະກິດ​ລົງທຶນ. ກ່ຽວ​ກັບ​ການ​ຄ້າ, ກຳປູ​ເຈຍ​ໃຫ້​ທັດສະນະ​ວ່າ ຄວາມ​ສາມາດ​ຊ້ອນ​ແຝງຍັງ​ມີ​ຫຼາຍຢູ່; ຕ້ອງ​ພະຍາຍາມ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເປັນ 5 ຕື້​ໂດ​ລາ​ສະຫະລັດ. ການ​ເຊື່ອມ​ຈອດ​ໂຄງ​ສ້າງ​ພື້ນຖານ​ຄົມມະນາຄົມ​ເວົ້າ​ສະ​ເພາະ ກໍ​ຄື​ເຊື່ອມ​ຈອດ​ເສດຖະກິດກຳປູ​ເຈຍກັບຫວຽດນາມ ​ແລະ​ ເຊື່ອມ​ຈອດ​ເສດຖະກິດ​ຂອງ​ສອງ​ປະ​ເທດ​ໃນ​ເຂດ​ສາມຫຼ່ຽມພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ, ການ​ຮ່ວມ​ມື​ລະຫວ່າງ 4 ປະ​ເທດ ກຳປູ​ເຈຍ - ລາວ - ມຽນ​ມາ - ຫວຽດນາມ ກໍ​ໄດ້​ຮັບ​ການ​ສົນທະນາ ​ແລະ ​ເປັນ​ເອກະ​ພາບ​ກັນ. ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນຈະ​ຜັນ​ຂະຫຍາຍປະຕິບັດ​ຂໍ້​ຕົກລົງຂອງ​ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມຫວຽດນາມ - ກຳປູ​ເຈຍ ຄັ້ງ​ທີ 14 ​ແລະ ​ກອງ​ປະຊຸມ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ​ຊາຍ​ແດນ​ຄັ້ງ​ທີ 8 ​ໃຫ້​ປະກົດ​ເປັນ​ຈິງ.

ກ່ຽວ​ກັບ​ການ​ສຶກສາ, ວັດທະນະທຳ - ສັງຄົມ, ກຳປູ​ເຈຍຕີ​ລາຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງຫວຽດນາມ​ໃນ​ການ​ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ກຳປູ​ເຈຍ.

ກ່ຽວ​ກັບ​ບັນດາ​ບັນຫາ “​ເຄັ່ງຮ້ອນ” ຢູ່​ໃນ​ພາກ​ພື້ນ, ກຳປູ​ເຈຍ ​ເຫັນ​ດີ​​ເປັນ​ເອກະ​ພາບ​ວ່າ ​ຕ້ອງ​ສົ່ງ​ເສີມ​ການ​ແກ້​ໄຂ​ຄວາມ​ພິພາດ ຊ່ວງ​ຊິງ​ກັນ​ຕ່າງໆ ດ້ວຍ​ສັນຕິ​ວິທີ ຊຶ່ງ​ກວມ​ທັງ​ການ​ເຈລະຈາ ​ແລະ ​ການ​ປຶກສາ​ຫາລື, ອົດທົນ​ອົດ​ກັ້ນ, ບໍ່​ໃຊ້​ກຳລັງ​ອາວຸດ ຫຼື​ນາບ​ຂູ່​ດ້ວຍ​ກຳລັງ​ອາວຸດ, ສອດຄ່ອງ​ກັບ​ບັນດາ​ຫຼັກການ​ທີ່​ໄດ້​ຮັບ​ການ​ຍອມຮັບ​ຢ່າງ​ກວ້າງຂວາງ​ຂອງ​ກົດໝາຍ​ສາກົນ ກວມ​ທັງ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982 (UNCLOS). ສອງຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນນຳ​ກັນ ​ແລະ ກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນ​ຂອງຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ສາກົນ ​ເພື່ອ​ຮັບປະກັນ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນ້ຳຂອງ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ.

​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ປະທານ​ປະ​ເທດ​ເຈິ່ນດ້າຍ​ກວາງ ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້ອຳນວຍການ​ວິ​ສາ​ຫະກິດຫວຽດນາມ, ກໍ​ຄື​ພົບ​ປະ​ກັບ​ຊາວ​ຫວຽດນາມທີ່​ພວມ​ອາ​ໄສ​ຢູ່ກຳປູ​ເຈຍ ​ເພື່ອ​ລະດົມ​ກຳລັງ​ໃຈ ​ແລະ ຟັງ​ຄຳ​ເຫັນ ຄຳ​ສະ​ເໜີ​ຂອງ​​ເຂົາ​ເຈົ້າ. ພີ່ນ້ອງ​ຊາວຫວຽດນາມ ກໍ​ຄື​ນັກ​ລົງທຶນ​ຫວຽດນາມ​ຢູ່ກຳ​ປູ​ເຈຍ ​ສະ​ແດງ​ຄວາມ​ດີ​ໃຈທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ຂອງ​ພັກ - ລັດ ​ແລະ ພວກ​ເຂົາ​ກໍ​​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະ​ສືບ​ຕໍ່​ພະຍາຍາມ​ເປີດ​ກວ້າງ​ການຜະລິດ ​ທຸລະ​ກິດຢ່າງ​ມີ​ປະສິດທິ​ຜົນ.

ຜົນສຳ​ເລັດ​ແຫ່ງ​ການ​ຢ້ຽມຢາມ​ຂອງ​ທ່ານປະທານປະ​ເທດ ​ເຈິ່ນດ້າຍ​ກວາງ ທີ່ປະ​ເທດກຳປູ​ເຈຍ ມີ​ຄວາມ​ໝາຍ​ສຳຄັນ ​ແລະ ຮອບດ້ານ​ທີ່​ສຸດ, ມັນ​ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ເພື່ອ​ນຳ​ເອົາຄວາມພົວພັນມິດຕະພາບທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ​ ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ ຂຶ້ນ​ສູ່​ລະດັບ​ໃໝ່./.

ສັງ​ລວມ​ໂດຍ ບນ