ວກ. ອອນ​ໄລ - ໃນ​ຕອນ​ເຊົ້າ​ວັນ​ທີ 12 ມິຖຸນາ 2016, ໂດຍ​ຕອບ​ສະ­ໜອງຕາມ​ຄຳ​ເຊີນ​ຂອງທ່ານ ບຸນ​ຍັງ ວໍ­ລະ​ຈິດ​ ເລ­ຂາ­ທິ­ການ​ໃຫຍ່ ປະທານ​ປະ­ເທດ​ແຫ່ງ ສປປ ລາວ, ທ່ານ​ປະ­ທານ​ປະ­ເທດ ເຈິ່ນ​ດ້າຍ​ກວາງ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ແຫ່ງ ສສ ຫວຽດ­ນາມ ໄດ້​ມາ​ຮອດ​ນະ­ຄອນ­ຫຼວງວຽງ​ຈັນ ເລີ່ມ​ຕົ້ນ​ການ​ຢ້ຽມ­ຢາມ​ຂັ້ນ​ລັດ ທີ່​ປະ­ເທດ ສປປ ​ລາວ ແຕ່​ວັນ​ທີ 12 ຫາ​ວັນ​ທີ 14 ມິຖຸ​ນາ 2016.

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໃຫ້ການຕ້ອນຮັບທ່ານ ເຈິ່ນດ້າຍກວາງ ປະທານປະເທດແຫ່ງ ສສ ຫວຽດນາມ (ພາບ: TTXVN)

ການ​ຢ້ຽມ­ຢາມ​ຂັ້ນ​ລັດຂອງທ່ານ​ປະ­ທານ​ປະ­ເທດຫວຽດນາມ ເຈິ່ນ​ດ້າຍ​ກວາງ ທີ່​ປະ​ເທດ ສປປ ລາວ​ໄດ້​ສະ­ແດງ​​ໃຫ້​ເຫັນ​ເຖິງການ​ຖື​ເປັນ​ສຳ­ຄັນ ແລະ ຊຸກ­ຍູ້​ສາຍ​ພົວ­ພັນ​ມິດ­ຕະ­ພາບ​ທີ່​​ເປັນມູນເຊື້ອ, ຄວາມ​ສາມັກຄີ​ພິເສດ ແລະ ການຮ່ວມ​ມື​ຮອບ­ດ້ານລະຫວ່າງຫວຽດ­ນາມ - ລາວ. ນີ້​ແມ່ນ​ການ​ຢ້ຽມ­ຢາມ​ຕ່າງປະເທດ​ຄັ້ງ​ທຳ​ອິດ​ຂອງທ່ານ ເຈິ່ນ​ດ້າຍ​ກວາງ ໃນ​ຖາ­ນະປະ­ທານ​ປະ­ເທດ​ແຫ່ງ ສສ ຫວຽດ­ນາມ.

ພິ­ທີ­ການ​ຕ້ອນ­ຮັບ​ຢ່າງ​ເປັນ​ທາງ​ການ ທ່ານ​ປະ­ທານ​ປະ­ເທດ ເຈິ່ນ​ດ້າຍ​ກວາງ ໄດ້​­ຈັດ­ຂຶ້ນ​ຢ່າງ​ສົມ​ກຽດ​ທີ່​ທຳ​ນຽບ​ປະ­ທານ​ປະ­ເທດຢູ່​ນະຄອນຫຼວງ​ວຽງ​ຈັນ. ທ່ານເລ­ຂາ­ທິ­ການ​ໃຫຍ່ ປະ­ທານ​ປະ­ເທດ​ແຫ່ງ ສປປ ລາວ ບຸນ​ຍັງ ວໍ­ລະ​ຈິດ ແລະ ພັນ​ລະ​ຍາ​ ໄດ້​​ໃຫ້ການ​ຕ້ອນ­ຮັບ​ທ່ານ​ປະທານ​ປະ​ເທດຫວຽດນາມ ຈິ່ນດ້າຍ​ກວາງ ​ແລະ ພັນ​ລະ​ຍາ ດ້ວຍ​ມິດ​ຈິດ​ມິດ​​ໃຈອັນ​ອົບ​ອຸ່ນ ​ຊຶ່ງສະ­ແດງ​​ໃຫ້​ເຫັນເຖິງຄວາມພົວພັນ​ໃກ້­ຊິດ​ສະໜິດສະ­ໜົມ ​ແລະ ຄວາມສາມັກຄີ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ­ຊາ­ຊົນ​ສອງ​ປະ­ເທດ ຫວຽດ­ນາມ - ລາວ.

ພາຍ­ຫຼັງ​ການ​ຕ້ອນ­ຮັບ, ທີ່​ທຳ​ບຽບ​ປະ­ທານ​ປະ­ເທດ​ຢູ່​ນະ­ຄອນ­ຫຼວງວຽງ​ຈັນ, ທ່ານ​ ບຸນ​ຍັງ ວໍ­ລະ​ຈິດ ເລຂາ­ທິ­ການ​ໃຫຍ່ ປະ­ທານ​ປະ­ເທດ​ແຫ່ງ ສປປ ລາວ ແລະ ທ່ານເຈິ່ນ​ດ້າຍ​ກວາງ ປະ­ທານ​ປະ­ເທດ​ແຫ່ງ ສສ ຫວຽດນາມ ​ໄດ້​ດຳ­ເນີນ​ການ​ພົບ​ປະ​ເຈລະ­ຈາ​ຢ່າງ​ເປັນ​ທາງ​ການ.

ທ່ານ ບຸນ​ຍັງ ວໍ­ລະ​ຈິດ ເລ­ຂາ­ທິ­ການ​ໃຫຍ່ ປະ­ທານ​ປະ­ເທດ​ແຫ່ງ ສປປ ລາວ ໄດ້​ໃຫ້​ຄຳ​ອວຍ­ພອນ​ໄຊ​ອັນ​ປະ­ເສີດ​ຕໍ່​ການ​ຢ້ຽມ­ຢາມ​ຂັ້ນ​ລັດ​ຂອງ​ທ່ານປະ­ທານ​ປະ­ເທດຫວຽດນາມ ເຈິ່ນ​ດ້າຍ​ກວາງ, ເນັ້ນ​​ເຖິງ​ການ​ເລືອກ​ເອົາ​ປະເທດ ສປປ ລາວ​ ​ເພື່ອ​ໄປ​ຢ້ຽມ­ຢາມ​ຕ່າງປ​ະ​ເທດ​ຄັ້ງ​ທຳ​ອິດ ພາຍຫຼັງ​ຮັບ​ຕຳ​ແໜ່​ງ​​ປະ­ທານ​ປະເທດຫວຽດນາມ​ນັ້ນ ​ໄດ້​ສະແດງໃຫ້​ເຫັນ​ເຖິງ​ຄວາມ​ຖື​ເປັນ​ສຳ­ຄັນ ແລະ ຄວາມ​ມຸ່ງ​ຫວັງ​ຈະ​​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ຄວາມສາ­ມັກ­ຄີ​ພິ­ເສດ ​ລະ­ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ­ຊາ­ຊົນ​ສອງ​ປະ­ເທດ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ. ທ່ານ​ ບຸນ​ຍັງ ວໍ­ລະ​ຈິດ ​ໄດ້​ຢືນ­ຢັນ​ວ່າ ການ​ຢ້ຽມ­ຢາມ​ຂອງ​ທ່ານ​ປະ­ທານ​ປະ­ເທດ ເຈິ່ນ​ດ້າຍ​ກວາງ ໄດ້​ນຳ​ເອົາຄວາມ​ປຸກ­ລະ­ດົມ​ກຳ­ລັງ​ໃຈ​ອັນ​ຍິ່ງ​ໃຫຍ່​ຂອງ​ເພື່ອນ​ມິດ ສະ­ຫາຍອ້າຍ​ນ້ອງ​ຫວຽດ­ນາມທີ່​ສະໜິດ­ສະ­ໜົມ ມາ​ໃຫ້​ປະ­ຊາ­ຊົນ​ລາວ​ ຊຶ່ງ​ເປັນຜູ້​​ທີ່​ໄດ້​ຮ່ວມ​ທຸກ​ຮ່ວມ​ສຸກ, ​ແບ່ງປັນ​ຄວາມທຸກ​ສຸກ, ເສຍ­ສະ­ຫຼະ​ເລືອດ​ເນື້ອ​ເຫື່ອ​ແຮງ ​ເພື່ອ​ພາ­ລະ­ກິດ​ຮ່ວມ​ກັນ​ຂອງ​ປະ­ຊາ­ຊົນ​ສອງ​ປະເທດ. ທ່ານ​ ບຸນ​ຍັງ ວໍ­ລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍຢ່າງ​ສຸດ​ໃຈ​ຕໍ່​ບັນ­ດາ​ຜົນ­ສຳ­ເລັດ​ອັນ​ໃຫຍ່​ຫຼວງ​ຂອງ​ປະ­ຊາ­ຊົນຫວຽດ­ນາມ​ ໃນ​ພາ­ລະ­ກິດ​ກໍ່­ສ້າງ ແລະ ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ. ທ່ານກໍໄດ້​ສະ​ແດງຄວາມເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ­ຢາມ​ຂອງ​ທ່ານ​ປະ­ທານ​ປະເທດ ເຈິ່ນ​ດ້າຍ​ກວາງ ​ເປັນ​ຂີດ​ໝາຍ​ອັນ​ສຳ­ຄັນ, ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ປັບ­ປຸງ ແລະ ພັດທະນາ​ສາຍ​ພົວ­ພັນ​ມິດ­ຕະ­ພາບ​ທີ່​​ເປັນມູນ­ເຊື້ອ​ອັນ​ດີ­ງາມ, ຄວາມ​ສາ­ມັກ­ຄີ​ແບບ​ພິ­ເສດ ແລະ ການຮ່ວມ​ມື​ຮອບ­ດ້ານ​ລະ­ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະຊາ­ຊົນ​ສອງ​ປະ­ເທດ​ອ້າຍ​ນ້ອງ​ລາວ ແລະ ຫວຽດ­ນາມ ​ໃຫ້ຂະ­ຫຍາຍຕົວຍິ່ງກວ່າ​ອີກ.

ທ່ານ​ປະ­ທານ​ປະ­ເທດ ເຈິ່ນ​ດ້າຍ​ກວາງ​ ໄດ້​ສະ­ແດງ​ຄວາມ​ຂອບ​ອົກ​ຂອບ­ໃຈ​ຕໍ່ ທ່ານ​ເລ­ຂາ­ທິ­ການ​ໃຫຍ່ ປະ­ທານ​ປະ­ເທດ ສປປ ລາວ ບຸນ​ຍັງ ວໍ­ລະ​ຈິດ, ບັນ­ດາ​ທ່ານ​ການ​ນຳ ແລະ ປະ­ຊາ­ຊົນ​ລາວ​ອ້າຍ​ນ້ອງ​ ທີ່ໄດ້​ໃຫ້ການ​ຕ້ອນ­ຮັບ​ຢ່າງ​ອົບ​ອຸ່ນ ສົມ​ກຽດ ແລະ ເຕັມ​ໄປ​ດ້ວຍໄມ­ຕີ​ຈິດ​ມິດ­ຕະ­ພາບ; ສະ­ແດງ​ຄວາມ​ປິ​ຕິ​ຊົມ­ຊື່ນ​ກ່ຽວ​ກັບ​ບັນ­ດາ​ຜົນ­ງານ​ອັນ​ໃຫຍ່​ຫຼວງ ແລະ ສຳ­ຄັນ​ ທີ່​ພັກ, ລັດ ແລະ ປະ­ຊາ­ຊົນລາວ ອ້າຍ​ນ້ອງ​ຍາດ​ມາ​ໄດ້​ໃນ​ເວລາ​ທີ່​ຜ່ານ​ມາ. ທ່ານປະ­ທານ​ປະ­ເທດ ເຈິ່ນ​ດ້າຍ​ກວາງ ກໍໄດ້​ອວຍ­ພອນຊົ​ມ​ເຊີ​ຍ​ ຜົນສຳ­ເລັດ​​ອັນ​ດີງາມ​ຂອງ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ່ X ຂອງ​ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ ລາວ, ເຊື່ອ​ໝັ້ນ​ວ່າ ປະ­ຊາ­ຊົນ​ລາວ​ຈະ​ປະ­ຕິ­ບັດ​ບັນ­ດາ​ໜ້າ­ທີ່ ແລະ ເປົ້າ​ໝາຍ​ທີ່​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ່ X ຂອງພັກ ປະ­ຊາ­ຊົນ​ ປະ­ຕິ­ວັດ​ລາວ​​ວາງ​ອອກ​ ຢ່າງ​ສຳ­ເລັດ​ມີ​ໄຊ, ພາ­ໃຫ້​ປະ­ເທດລາວ​ກ້າວ​ຂຶ້ນຢ່າງ​ໜັກ​ແໜ້ນ​ບົນ​ເສັ້ນ­ທາງ​ສັງ­ຄົມ​ນິ­ຍົມ.

ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ບົນ​ພື້ນ­ຖານ​ບັນ­ດາ​ການ​ຢ້ຽມ­ຢາມ, ພົບ​ປະ​​ແລກປ່ຽນ ລະ­ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະເທດ, ການ​ພົວ­ພັນ​ມິດ­ຕະ­ພາບທີ່​​ເປັນມູນ­ເຊື້ອ, ຄວາມ​ສາ­ມັກ­ຄີ​ແບບ​ພິ­ເສດ ແລະ ການຮ່ວມ​ມື​ຮອບດ້ານລະຫວ່າງຫວຽດນາມ - ລາວ ​ໄດ້​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ນັບ​ມື້​ນັບ​ເລິກ­ເຊິ່ງ​ກ້ວ​າງ​ຂວາງ ​ແລະ ມີ​ປະ​ສິດ­ທິ​ຜົນຕົວ​ຈິງ​ໃນ​ທຸກ​ຂົງ­ເຂດ.

ກ່ຽວ​ກັບ​ດ້ານ​ເສດ­ຖະ­ກິດ - ການ​ຄ້າ, ນັບ​ເຖິງ​ຕົ້ນ​ປີ​ນີ້ ຫວຽດ­ນາມ ໄດ້​ມີ​ໂຄງ­ການ​ລົງ­ທຶນ​ຢູ່​ລາວ​ທີ່​ໄດ້​ຮັບ​ການ​ອາ​ນຸ​ຍາດ​ເປັນ​ຈຳ­ນວນ 258 ໂຄງ­ການ ດ້ວຍ​ຈຳ­ນວນ​ທຶນ​ທີ່​ໄດ້​ຈົດ​ທະບຽນ 5,3 ຕື້​ໂດ​ລາ​ສະຫະລັດ. ສອງ​ຝ່າຍ​ກໍໄດ້​ລົງ​ນາມ​​ໃນ​ສັນ­ຍາ​ການ​ຄ້າ​ສະ­ບັບ​ໃໝ່ (ໃນ​ເດືອນມີ­ນາ 2015), ສັນ­ຍາ​ວ່າ​ດ້ວຍ​ການ​ຄ້າ​ຊາຍ​ແດນ (ໃນ​ເດືອນມິຖຸ​ນາ 2015); ໄດ້​ປະ­ສານ​ສົມ­ທົບກັນ​ຢ່າງ​ແໜ້ນ​ແຟ້ນ​​ໃນປັນ​ຂະຫຍາຍ​ບັນດາ​ໂຄງ­ການ​ຊ່ວຍເຫຼືອ​ທຶນ​ພັດ​ທະ​ນາ (ODA) ຂອງຫວຽດ­ນາມ ໃຫ້​ແກ່ ສປປ ລາວ.

ຄຽງ​ຄູ່​ກັບ​ບັນ­ດາ​ສິ່ງ​ດັ່ງ­ກ່າວ, ສອງ​ຝ່າຍ​ກໍໄດ້​ເພີ່ມ​ທະ­ວີ​ການຮ່ວມ​ມື​ໃນ​ຂົງ­ເຂດ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ­ຫງົບ, ຮັກ­ສາ​ຄວາມ​ສະ­ຫງົບ​ດ້ານ​ການ­ເມືອງ ​ແລະ ​ຄວາມ​ປອດ​ໄພ​ເປັນ​ລະ­ບຽບ​ຮຽບ​ຮ້ອຍທາງ​ສັງຄົມ, ສະ­ກັດ​ກັ້ນ​ກົນ­ອຸ­ບາຍ ເລ່​ລ່ຽມ​ທຳ­ລາຍ​ຂອງ​ບັນ­ດາ​ອິດ​ທິ​ກຳ­ລັງສັດຕູ. ສອງ​ຝ່າຍ​ກໍໄດ້​ເອົາ­ໃຈ­ໃສ່​ພິ­ເສດ​ເຖິງ​ການ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ­ທິ​ຜົນ​ຂອງການ​ຮ່ວມ​ມື​ໃນ​ຂົງ­ເຂດ​ການ​ສຶກ​ສາ - ກໍ່­ສ້າງ, ພັດ­ທະ­ນາ​ແຫຼ່ງ​ບຸກ​ຄະ­ລາ​ກອນ. ຮ່ວມ​ມື​ໃນ​ບັນ­ດາ​ຂົງ­ເຂດ​ຄື ຄົມ­ມະ­ນາ­ຄົມຂົນ­ສົ່ງ, ວິ­ທະ­ຍາ­ສາດ ເຕັກ​ໂນ​ໂລ​ຊີ, ວັດ­ທະ­ນະ­ທຳ-ສັງ­ຄົມ... ກໍ່​ຄື​ເອົາໃຈໃສ່​ເຖິງ​ການ​ປະ­ຕິ­ບັດ​ຢູ່​ຂັ້ນ​ສູງ​ກາງ, ຂະ­ແໜງ­ການ ແລະ ທ້ອງ​ຖິ່ນ.

ໃນ​ໄລ­ຍະ​ເວ­ລາຢ້ຽມ­ຢາມ​ປະ­ເທດ​ລາວ ທ່ານ​ປະ­ທານ​ປະ­ເທດ ເຈິ່ນ​ດ້າຍ​ກວາງ ​ກໍໄດ້​ມີ​ການ​ພົບ​ປະ​ກັບທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ, ​ທ່ານ​ນາງ​ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ; ຢ້ຽມ­ຢາມ​ແລະ ໂອ້​ລົມ​ກັບ​ພະ­ນັກ­ງານ ລັດຖະກອນ​ຂອງ​ສະ­ຖານ​ຖູດຫວຽດ­ນາມຢູ່​ລາວ, ພົບ​ປະ ​ໂອ້​ລົມ​ກັບ​ຜູ້ຕາງໜ້າ​ວິ​ສາ​ຫະກິດຫວຽດ­ນາມ ​ແລະ ວົງ​ຄະ­ນະ​ຍາດ​ຊາວ​ຫວຽດ­ນາມ ຢູ່​ປະ­ເທດ​ລາວ./.

ສັງ​ລວມ​ໂດຍ ບທ.