ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ຫງວຽນ​ຊວນ​ຝຸກ ນາຍົກລັດຖະມົນຕີ​ແຫ່ງ​ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ທ່ານ ດາ​ຊຽນ ຊີ​ໂອ​ບົດ ນາຍົກລັດຖະມົນຕີຣູມານີ ​ໄດ້​ມາ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 11 ຫາ​ວັນ​ທີ 14 ກໍລະກົດ 2016.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝຸກ ຕ້ອນຮັບນາຍົກລັດຖະມົນຕີຣູມານີ ດາຊຽນ ຊີໂອບົດ. (ພາບ: TTXVN)

ໃນ​ຂອບຂອງ​ການ​ຢ້ຽມຢາມ, ທ່ານນາຍົກລັດຖະມົນຕີຣູ​ມານີ ດາ​ຊຽນ ຊີ​ໂອ​ບົດ ​ໄດ້​ພົບປະສົນທະນາ​ກັບ​ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ; ພົບ​ປະ​ຫາລື​ກັບ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ, ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ; ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ຣູມາ​ນີ; ພົບ​ປະ​ກັບ​ສະ​ມາ​ຄົມ​ມິດຕະພາບ​ຫວຽດນາມ - ຣູມາ​ນີ; ​ໄປ​ຢາມ​ແຂວງ​ກວ໋າງນິງ.

ທ່ານ​ຟ້າ​ມບິ່ງ​ມິ​ງ ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ພົບ​ປະ​ກັບ​ທ່ານລາ​ຈາ ​ໂກ​ມາ​ແນ​ສະ​ກູ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣູມາ​ນີ.

​ໃນ​ການ​ພົບ​ປະ​ເຫຼົ່າ​ນັ້ນ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບ ກ່ຽວ​ກັບ​ສະພາບ​ການ​ການ​ເມືອງ, ​ເສດຖະກິດ - ສັງຄົມ ​ແລະ ສິ່ງ​ບຸລິມະສິດ​ຕ່າງໆ​ ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ນະ​ໂຍບາຍ​ເສດຖະກິດ ​ຂອງ​ແຕ່ລະ​ປະ​ເທດ, ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ອັນ​ລະອຽດ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ, ສົນທະນາ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ຢັ້ງຢືນ​ຫວຽດນາມ​ຍາມ​ໃດ​ກໍ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຢູ່ພາກ​ກາງ​ເອີຣົບຕາ​ເວັນ​ອອກ, ​ໃນ​ນັ້ນ​ມີ​ປະ​ເທດຣູມາ​ນີ; ສະ​ແດງ​ຄວາມ​ອວຍພອນ​ຊົມ​ເຊີຍ​ປະ​ເທດຣູມາ​ນີ ທີ່​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ​ໃນ​ການ​ພັດທະນາ​ປະ​ເທດ ​ແລະ ​​ເຊື່​ອມ​ໂຍງ​ເຂົ້າ​ກັບ​ເອີຣົບ.

ທ່ານນາຍົກລັດຖະມົນຕີຣູ​ມານີ ດາ​ຊຽນ ຊີ​ໂອ​ບົດ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ບັນດາ​ຜົນສຳ​ເລັດ​ທີ່​ໜ້າ​ປະ​ທັບ​ໃຈ ​ຊຶ່ງ​ປະຊາຊົນ​ຫວຽດນາມ​ຍາດ​ມາ​ໄດ້​ ໃນ​ການ​ພັດທະນາ​​ເສດຖະກິດ - ສັງຄົມ.

ທ່ານນາຍົກລັດຖະມົນຕີທັງ​ສອງ​ໄດ້​ພ້ອມ​ກັນ​ທົບ​ທວນ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ​ ແລະ ຣູມາ​ນີ​ ໃນ 66 ປີ​ທີ່​ຜ່ານ​ມາ, ​ແລະ​ສະ​ແດງ​ຄວາມ​ດີ​ໃຈ ຊົມ​ເຊີຍ​ຕໍ່​ຜົນງານ​ຕ່າງໆ​ ທີ່​ບັນລຸ​ໄດ້​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ສອງ​ຝ່າຍ, ພ້ອມ​ນັ້ນ​ກໍ​ເຫັນ​ວ່າ​ຍັງມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍ ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ. ທ່ານຜູ້ນຳ​ລັດຖະບານ​ທັງສອງທ່ານ​ໄດ້​ເນັ້ນ​ເປັນ​ພິ​ເສດ​ເຖິງ​ຄວາມ​ເອົາ​ໃຈ​ໃສ່ພັດທະນາການ​ພົວພັນ​ສອງ​ຝ່າຍ​ທີ່​ມີ​ຢູ່​ໃຫ້​ຂະຫຍາຍຕົວ​ຍິ່ງ​ກວ່າ​ອີກ.

ສອງ​ຝ່າຍ​ຢັ້ງຢືນ​ວ່າ ການ​ສົນທະນາ​ການ​ເມືອງ​ມີ​ບົດບາດ​ສຳຄັນ​ເປັນ​ພິ​ເສດ ​ໃນ​ການ​ເພີ່ມ​ທະວີຄວາມ​ເຂົ້າ​ໃຈ ​ແລະ ​ຄວາມໄວ້​ວາງ​ໃຈຊຶ່ງ​ກັນ​ແລະ​ກັນ​ ລະຫວ່າງ​ສອງ​ປະ​ເທດ ກໍ​ຄື​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ. ​ເພື່ອ​ແນ​ໃສ່​ຈຸດ​ໝາຍ​ນີ້, ການ​ນຳ​ທັງ​ສອງ​ໄດ້​ເຫັນ​ດີ​ເປັນ​ເອກະສັນ ​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນ​ສູງ ​ແລະ ຍາດ​ແຍ່ງ​ບັນດາ​ການ​ປະຊຸມ​ສາກົນ ກໍ​ຄື​ການ​ພົບ​ປະ​ອື່ນ​ ເພື່ອ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນກ່ຽວ​ກັບ​ບັນດາ​ບັນຫານ​ທີ່​ສອງຝ່າຍມີ​ຄວາມ​ສົນ​ໃຈ.

ທ່ານນາຍົກລັດຖະມົນຕີທັງ​ສອງ​ໄດ້​ເຫັນ​ດີ​ເປັນ​ເອກະສັນ ຈະ​ສືບ​ຕໍ່​ເປີດ​ກວ້າງການ​ຮ່ວມ​ມື​ເສດຖະກິດ​ໃນ​ຫຼາຍ​ຮູບ​ແບບ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບາງ​ຂົງ​ເຂດ​ຕົ້ນຕໍ, ຄື: ການ​ຄ້າ, ພະລັງງານ, ທະນາຄານ, ​ກະສິກຳ, ອຸດສາ​ປະກຳ​ປະດິດ​ເຄື່ອງ, ​ໂຄງ​ສ້າງ​ພື້ນຖານ, ​ເຕັກ​ໂນ​ໂລ​ຊີ​ສື່ສານ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ, ການທ່ອງທ່ຽວ ກໍ​ຄື​ບັນດາ​ຂົງ​ເຂດ​ອື່ນ​ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

ທ່ານນາຍົກລັດຖະມົນຕີທັງ​ສອງ​ໄດ້​ພ້ອມ​ກັນ​ພິຈາລະນາ​ຄວາມ​ສາມາດ​ຮ່ວມ​ມື​ລະຫວ່າງບັນດາ​ເຂດ​ອຸດສາຫະກຳ, ກຸ່ມ​ທຸລະ​ກິດ ​ແລະ ບັນດາ​ຂົງ​ເຂດ​​ມີ​ຄວາມ​ສາມາດແຂ່ງ​ຂັນ​ສູງ​ ຂອງ​ຫວຽດນາ​ມແລະຣູມາ​ນີ, ພ້ອມ​ນັ້ນ​ກໍ​ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ໃນງານ​ວາງສະ​ແດງ​ສິນຄ້າ​ການ​ຄ້າສາກົນ ​ທີ່​ແຕ່ລະ​ຝ່າຍ​ເປັນ​ຜູ້​ຈັດ​ຕັ້ງ.

ສອງ​ຝ່າຍ​​​ໃຫ້​ຄວາມຊົມ​ເຊີຍ​ຢ່າງ​ສຸດ​ໃຈ ຕໍ່​ການ​ສຳ​ເລັດ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສດ​ລີ​ຫວຽດນາມ - ອີ​ຢູ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ລົງ​ນາມ​ແລະ​ຜັນ​ຂະຫຍາຍ​ປະຕິບັດ​ສັນຍາ​ສະບັບ​ນີ້​ໂດຍ​ໄວ ຈະ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ ລະຫວ່າງ​ຫວຽດນາມ​ແລະຣູມາ​ນີ​ ໃຫ້​ຂະຫຍາຍຕົວຢ່າງ​ແຂງ​ແຮງ, ​ເປີດ​ໂອກາດ​ຮັບຮອງ​ລະບົບ​ເສດຖະກິດ​ຕະຫຼາດ​ຂອງ​ຫວຽດນາມ.

ສອງ​ຝ່າຍ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ ໃນ​ຂົງ​ເຂດ​ວິທະຍາສາດ ​ແລະ ການ​ປະດິດ​ສ້າງ; ​ເຫັນ​ດີ​ເປັນ​ເອກະສັນ​ຊຸດ​ຍູ້​ການ​ລົງ​ນາມ​ໃນ​ໂຄງການ​ຮ່ວມ​ມື​ໃໝ່ ລະຫວ່າງ​ກະຊວງ​ວິທະຍາສາດແລະເຕັກ​ໂນ​ໂລ​ຊີ​ ແຫ່ງ ສສ ຫວຽດນາມ ກັບອົງການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຄົ້ນຄວ້າ​ວິທະຍາສາດແລະການ​ປະດິດ​ສ້າງ ຂອງຣູມາ​ນີ ​ໄລຍະ​ປີ 2017 - 2018.

ທ່ານນາຍົກລັດຖະມົນຕີທັງ​ສອງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ຕໍ່​ການ​ລົງ​ນາມ​ໃນ​ເອກະສານ​ທີ່​ສຳຄັນ​ຈຳນວນ​ໜຶ່ງ ​ເພື່ອ​ແນ​ໃສ່​ເປີດ​ກວ້າງ​ຂອບ​ເຂດການ​ຮ່ວມ​ມື​ສອງ​ຝ່າຍ. ທ່ານນາຍົກລັດຖະມົນຕີຣູ​ມານີ ​ແຈ້ງ​ໃຫ້​ຊາບ​ວ່າ ລັດຖະບານຣູທານີ​ໄດ້​ຕົກລົງ​ເພີ່ມ​ທຶນ​ການ​ສຶກສາ​ຂຶ້ນ​ທົບ​ສອງ​ເທົ່າ ​ໃຫ້​ແກ່​ນັກຮຽນ​ນັກ​ສຶກສາ​ຫວຽດນາມ​ທີ່​ຢາກ​ໄປ​ຮ່ຳຮຽນ​ຢູ່ຣູມາ​ນີ.

ທ່ານນາຍົກລັດຖະມົນຕີທັງ​ສອງ​ຢັ້ງຢືນຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມມືລະຫວ່າງ​ບັນດາ​ອົງການຫວຽດນາມ​ ແລະ ຣູມາ​ນີ ​​ໃນ​ຂົງ​ເຂດ​ປະຕິບັດ​ກົດໝາຍ ​ແລະ ຊົນ​ເຊີຍ​ການ​ເຈລະຈາ​ເຊັນ​ສັນຍາຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະຕ້ານການ​ກໍ່​ການ​ຮ້າຍ, ອາ​ຊະ​ຍາ​ກຳ​ທີ່​ມີ​ການຈັດ​ຕັ້ງ ​ແລະ ອາ​ຊະ​ຍາ​ກຳ​ອື່ນ.

ທ່ານນາຍົກລັດຖະມົນຕີທັງ​ສອງ​ກ່າວ​ປະນາມ​ຢ່າງ​ແຂງ​ແຮງ​ ຕໍ່​ລັດທິ​ກໍ່​ການ​ຮ້າຍ​ສາກົນ, ລັດທິ​ຄວາມ​ຮຸນ​ແຮງ​ສຸດ​ຂີດ​ພາຍ​ໃຕ້​ທຸກ​ຮູບ​ການ ​ແລະ ການສະ​ແດງ​ອອກ​ຂອງ​ມັນ, ຊຶ່ງ​ສອງ​ຝ່າຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ເລິກ​ເຊິ່ງຕື່ມ​ອີກ.

ທ່ານ​ຜູ້ນຳລັດຖະບານທັງ​ສອງ​ທ່ານ​ໄດ້​ໃຫ້​ຄຳໝັ້ນສັນຍາຈະ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ການ​​ເພີ່ມ​ທະວີ​ການ​ສັງ​ສັນລະ​ຫວ່າງ​ປະຊາຊົນ ຊຶ່ງ​ເປັນໜຶ່ງ​ໃນ​ບັນດາ​ມາດ​ຕະການ​ທີ່​ສຳຄັນເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ແລະ ຂະຫຍາ​ຍສາຍ​ພົວພັນ​ສອງ​ຝ່າຍ​ແບບ​ຍືນ​ຍົງ.

ທ່ານນາຍົກລັດຖະມົນຕີທັງ​ສອງ​ພ້ອມ​ກັນ​ຕີ​ລາຄາ​ສູງ​ຕໍ່​ບົດບາດ​ທີ່​ພົ້ນ​ເດັ່ນ​ ຂອງ​ສະ​ມາ​ຄົມມິດຕະພາບ​ຫວຽດນາມ - ຣູມາ​ນີ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ແລກປ່ຽນ​ເສດຖະກິດ ​ແລະ ວັດທະນະທຳ​ ລະຫວ່າງ​ສອງ​ປະ​ເທດ ​ໃນ 25 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ, ດ້ວຍ​ບົດ​ບາດ​ເປັນຂົວ​ຕໍ່​ທີ່​ໝັ້ນ​ແກ່ນ ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ ​ແລະ ຣູມາ​ນີ.

ທ່ານນາຍົກລັດຖະມົນຕີທັງ​ສອງ​ໄດ້​ສົນທະນາແລກປ່ຽນກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ, ​ເນັ້ນ​ເຖິງ​ການ​ຮ່ວມ​ມື​ເປັນ​ຢ່າງ​ດີ​ລະຫວ່າງ​ຫວຽດນາມ ​ແລະ ຣູມາ​ນີ​ໃນຂອບ​ຂອງ​ເວທີ​ການ​ຮ່ວມ​ມື​ອາຊີ - ​ເອີຣົບ (ASEM). ທ່ານນາຍົກລັດຖະມົນຕີທັງ​ສອງສະ​ແດງ​ຄວາມ​ສະໜັບສະໜູນ​ຢ່າງ​ສູງ ​ຕໍ່​ການ​ຂະຫຍາຍ​ຂອງ ASEM ​ແລະ ຮັບ​ຮູ້​ໄດ້​ວ່າ ການ​ເຊື່ອມ​ຕໍ່​ແມ່ນ​ປັດ​ໄຈ​ທີ່​ສຳຄັນ​ໃນ​ການ​ສ້າງ​ຄວາມ​ໄວ້​ວາງ​ໃຈ ​ແລະ ຄວາມ​ໝັ້ນຄົງ. ການ​ຮ່ວມ​ມື​ນີ້​ແມ່ນ​ຈຳ​ເປັນ​ສຳລັບ​ອາຊີ ​ແລະ ​ເອຣົບ, ສ້າງ​ເງື່ອນ​ໄຂ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ ​ແລະ ພາກ​ພື້ນ. ​ເພື່ອ​ແນ​ໃສ່​ຈຸດປະສົງ​ນີ້, ທ່ານຜູ້ນຳ​ລັດ​ທະ​ບານ​ທັງ​ສອງ​ໄດ້​ເນັ້ນ​ເຖິງ​ຄວາມ​ສະໜັບສະໜູນຕໍ່​ການແກ້​ໄຂຂໍ້ພິພາດ​ຕ່າງໆ ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​​ໃນນັ້ນມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່ສົມທົບ​ກັນ​ປະຕິບັດ​ບັນດາ​ໂຄງການອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ​ແມ່​ນ້ຳດານູ​ບ ຊຶ່ງ​ໄດ້​ເປັນ​ເອກະ​ພາບ​ໃນ​ຂອບ​ຂອງ​ການ​ສົນທະນາ ASEM ກ່ຽວ​ກັບ​ການ​ພັດ​ທະນະ​ແບບ​ຍືນ​ຍົງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ.

ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂອບ​ຂອງ​ສະຫະ​ປະຊາ​ຊາດ, ASEM, ການພັວພັນ​ຫວຽດນາມ - ອີ​ຢູ ​ແລະ ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື​ອາ​ຊຽນ - ອີ​ຢູ.

ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດຖະບານຣູມາ​ນີ ທີ່​ໄດ້ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ດຳລົງ​ຊີວິດ ​ເຮັດ​ວຽກ ​ແລະ ທຳ​ການ​ຜະລິດ​ທຸລະ​ກິດ​ຢູ່​ປະ​ເທດຣູມາ​ນີ. ທ່ານນາຍົກລັດຖະມົນຕີຣູ​ມານີ ດາ​ຊຽນ ຊີ​ໂອ​ບົດ ຕີ​ລາຄາ​ສູງ​ຕໍ່ການປະກອບສ່ວນ​ຂອງ​ຊາວ​ຫວຽດນາມ​ ເຂົ້າ​ໃນ​ການ​ເພີ່ມ​ທະວີ​ນ້ຳ​ໄຈ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ; ຢັ້ງຢືນ​ວ່າ ຣູມາ​ນີຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວມສະດວກ​ໃຫ້​ຊາວ​ຫວຽດນາມ​ຢູ່ຣູມາ​ນີ ທຳ​ມາ​ຫາ​ກິນເປັນ​ປົກກະຕິ ​ແລະ ດຳລົງ​ຊີວິດ​ກົມກຽວ​ກັບ​ທ້ອງ​ຖິ່ນ.

ສອງຝ່າຍສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ຂອງທ່ານນາຍົກລັດຖະມົນຕີຣູ​ມານີ ດາ​ຊຽນ ຊີ​ໂອ​ບົດ; ຖື​ວ່າ​ນີ້​ເປັນ​ເຫດການ​ການ​ເມືອງ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົບ​ພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ຣູມາ​ນີ.

ທ່ານນາຍົກລັດຖະມົນຕີຣູ​ມານີ ດາ​ຊຽນ ຊີ​ໂອ​ບົດ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່ຫວຽດນາມ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງຣູມາ​ນີ ​ຢ່າງ​ສຸດ​ອົກ​ສຸດ​ໃຈ ​ແລະ ສົມ​ກຽດ. ​ເນື່ອງ​ໃນ​​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີຣູມານີ ​ຖື​ເປັນ​ກຽດ​ເຊື້ອ​ເຊີນ​ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​ໄປ​ຢ້ຽມຢາມ​ປະ​ເທດຣູມາ​ນີຢ່າງ​ເປັນ​ທາງ​ການ ​ໃນ​ເວລາ​ທີ່​ເໝາະ​ສົມ. ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ​​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຍິນ​ດີ​ຮັບ​ຄຳ​ເຊີນ. ​ເວລາ​ການ​ຢ້ຽມຢາມ​ຈະ​ໄດ້​ຕົກລົງ​ກັນ​ໂດຍ​​ຜ່ານ​ເສັ້ນທາງ​ການ​ທູດ./.

ສັງລວມ​ໂດຍ ບນ