ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ຫງວຽນຊວນ​ຝຸກ ນາຍົກລັດຖະມົນຕີ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ທ່ານ ​ຣໍ​ແບດ ຟິ​ດຊໍ ນາຍົກລັດຖະມົນຕີ​ແຫ່ງ ສາທາລະນະ​ລັດ ສະ​ໂລ​ວາ​ກີ ​ໄດ້​ມາ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ ແຕ່​ວັນ​ທີ 16 ຫາ​ວັນ​ທີ 19 ກໍລະກົດ 2016.
      

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບ ແລະ ພົບປະເຈລະຈາກັບ ທ່ານ ຣໍແບດ ຟິດຊໍ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສະໂລວາກີ. (ພາບ: TTXVN)

ໃນ​ຂອບ​ການຢ້ຽມຢາມ, ທ່ານ ​ຣໍ​ແບ​ດ ຟິດຊໍ ນາຍົກລັດຖະມົນຕີ​ແຫ່ງ ສາທາລະນະ​ລັດ ສະ​ໂລ​ວາ​ກີ ​ໄດ້​ພົບ​ປະ​ເຈລະຈາ​ກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ; ພົບ​ປະ​ກັບ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຝູຈ້ອງ, ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ແລະ ປະ​ທາ​ນສະພາ​ແຫ່ງ​ຊາດ ຫງວຽນ​ທີ້ກິມ​ເງິນ; ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ສະ​ໂລ​ວາ​ກີ; ພົບ​ປະ​ກັບ ສະມາຄົມ​ມິດຕະພາບ​ຫວຽດນາມ - ສະ​ໂລ​ວາ​ກີ; ​ໄປ​ຢາມ​ນະຄອນ​ດ່າໜັ໊ງ. ທ່ານນາຍົກ​ແລະ​ຄະນະ​ຜູ້​ແທນ​ລັດຖະບານ​ແຫ່ງສາທາລະນະ​ລັດ ສະ​ໂລ​ວາ​ກີ ກໍ​ໄດ້​ໄປ​ວາງ​ພວງມາລາ​ທີ່​ອະນຸສາວະລີ​ນັກຮົບ​ວິລະ​ຊົນ​ທີ່​ໄດ້​ເສຍ​ຊີວິດ; ວາງ​ພວງມາລາ​ໄວ້ອາ​ໄລ​ທີ່​ອະນຸສາວະລີ​ຫໍ​ສົບ​ທ່ານ​ປະທານ​ໂຮ່ຈິ​ມິນ.

ບັນດາ​ຫານ​ພົບ​ປະ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດມິດຕະພາບ ​ແລະ ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ. ສອງ​ຝ່າຍ​ໄດ້​ແຈ້ງ​​ໃຫ້ກັນຊາ​ບ ກ່ຽວ​ກັບ​ສະພາບ​ການ​ການ​ເມືອງ, ​ເສດຖະກິດ - ສັງຄົມ ​ແລະ ບັນດາ​ບັນຫາ​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດ​ການ​ຕ່າງປະ​ເທດ ​ຂອງ​ແຕ່ລະ​ປະ​ເທດ, ສົນທະນາ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ອັນ​ລະອຽດ ​ເພື່ອ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ, ສົນທະນາ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

ສອງ​ຝ່າຍ​ຕີ​ລາຄາ​ສູງ​ບາດກ້າວ​ຂະຫຍາຍຕົວ​ອັນ​ຕັ້ງໜ້າ​ ຂອງ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ ​ລະຫວ່າງ​ຫວຽດນາມ ​ແລະ ສະ​ໂລ​ວາ​ກີ ໃນ 66 ປີ​ທີ່​ຜ່ານ​ມາ; ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຮັກສາ​ແລະ​ເພີ່ມ​ທະວີ​ການ​ສົນທະນາການ​ເມືອງ ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ​ກໍ​ຄື​ການ​ແລກ​ປ່ຽນ​ຄະນະ​ຜູ້​ແທນ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; ຊຶ່ງສະ​ແດງ​ໃຫ້​​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ການ​ເມືອງ, ສ້າງ​ກຳລັງ​ຊຸກ​ດັນ​ການ​ປັບປຸງ​ຄວາມ​ພົວພັນ​ຮ່ວມ​ມື ລະຫວ່າງ​ສອງ​ປະ​ເທດ​​ໃນບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສົນ​ໃຈ ​ແລະ ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ ​ໃນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ, ຮ່ວມ​ມື​ກັນ​ຮັບ​ມື​ກັບ​ບັນດາ​ບັນຫາ​ທົ່ວ​ໂລກຄື ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ແຫຼ່ງນ້ຳ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ຄຸ້ມ​ຄອງ​ແຫຼ່ງນ້ຳ​ໃນ​ແມ່​ນ້ຳຂອງ ​ແລະ ​ແມ່​ນ້ຳ​ດາ​ນູບ; ​ໃຫ້​ຄຳ​ໝັ້ນ​ໝາຍ​ຈະ​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ ໃນ​ສະຫະ​ປະຊາ​ຊາດ ​ແລະ ​ໃນ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ - ​ເອີຣົບ (ASEM), ພິຈາລະນາ​ສະໜັບສະໜູນ​ກັນ​ສະ​ໝັກຮັບ​ເລືອກ​ຕັ້ງ​ເຂົ້າ​ໃນ​ບັນດາ​ອົງການ ​ແລະ ​ເວທີ​ປາ​ໄສ​ສາ​ກົນ. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​​ຮັກສາ​ສັນຕິພາບ, ຊຸກຍູ້​ຄວາມ​ໝັ້ນຄົງ​ທາງ​ທະ​ເລ, ​ເສລີພາບ​ໃນ​ການ​ເດີນ​ທະ​ເລ ​ເດີນ​ອາກາດ ​ແລະ ການ​ຄ້າ​ສີນ​ຄ້າ​ຖືກ​ກົດໝາຍ ທີ່​ບໍ່​ຖືກ​ກີດ​ກັ້ນ​ຂັດຂວາງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ການ​ແກ້​ໄຂ​ຂໍ້​ພິພາດ​ທາງ​ເຂດ​ແດນ ​ແລະ ​ເຂດ​ທະ​ເລ​ດ້ວຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ກົດ​ບັດ​ສະຫະ​ປະຊາ​ຊາດ, ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລດ​ປີ 1982, ປະຕິບັດ​ຢ່າງ​ເຂັ້ມ​ງວດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ​ເຈລະຈາ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໃຫ້​ສຳ​ເລັດ​ໂດຍ​ໄວ.

* ຕອນ​ເຊົ້າວັນ​ທີ 18 ກໍ​ລະກົດ 2016, ພາຍຫຼັງ​ພິທີ​ຕ້ອນຮັບ​ທ່ານນາຍົກ ​ຣໍ​ແບ​ດ ຟິດຊໍ ພ້ອມ​ຄະນະ​ຜູ້​ແທນ​ລັດຖະບານ​ແຫ່ງ ສາທາລະນະ​ລັດ ສະ​ໂລ​ວາ​ດີ ຢ່າງ​ສົມ​ກຽດ​ທີ່​ທຳນຽບປະທານ​ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ. ​ໃນ​ການ​ພົບ​ປະ​ເຈລະຈານັ້ນ, ທ່ານ​ນາຍົກ ຫງວຽນ​ຊວນ​ຝຸກ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ສ້າງ​ກຳລັງ​ຊຸກ​ດັນ ​ໃຫ້ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລິກ ມີ​ປະສິດທິ​ຜົນ​ຕົວ​ຈິງ​ໃນ​ໄລຍະ​ໃໝ່. ທ່ານນາຍົກ ຫງວຽນຊວນ​ຝຸກ ຢັ້ງຢືນ ຫວຽດນາມ​ຍາມ​ໃດ​ກໍ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ປັບປຸງ ​ແລະ ຂະຫຍາຍ​ສາຍ​ພົວພັນມິດຕະພາບ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ​ປະ​ເທດສະ​ໂລ​ວາ​ກີ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ສະ​ແດງ​ຄວາມ​ອວຍພອນຊົນ​ເຊີຍຕໍ່​ບັນ​ດາ​ຜົນສຳ​ເລັດ​ທີ່​ລັດຖະບານ ​ແລະ ປະຊາຊົນ​ສະ​ໂລ​ວາ​ກີຍາດ​ມາ​ໄດ້​ ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເອີຣົບ, ອວຍພອນ​ຊົນ​ເຊີຍທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ ​ແລະ​ລັດຖະບານ​ສະ​ໂລ​ວາ​ກີ ທີ່​ໄດ້​ຮັບ​ຕຳ​ແໜ່​ງ​ເປັນປະທານ​ໝູນວຽນຂອງ​ສະຫະພາບ​ເອີຣົບ (ອີ​ຢູ), ທ່ານນາຍົກຫງວຽນຊວນ​ຝຸກ ສະ​ແດງຄວາມ​ເຊື່ອ​ໝັ້ນ​ວ່າ ສະ​ໂລ​ວາ​ກີ ຈະ​ສຳ​ເລັດ​ໜ້າ​ທີ່​ອັນ​ໜັກໜ່ວງ​ນີ້​ຢ່າງ​ດີ​ເດັ່ນ ​ໃນ​ໄລຍະ​ທີ່ ອີ​ຢູ ກຳລັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າ​ງ.

ທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່ການ​ທີ່​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຫ່ງ​ສາທາ​ລະ​ນະ​ລັດ ສະ​ໂລ​ວາ​ກີ ຢ່າງ​ອົບ​ອຸ່ນ ​ແລະ​ສົມ​ກຽດ. ທ່ານນາຍົກ ​ຣໍ​ແບ​ດ ຟິດຊໍ ​ຕີ​ລາຄາ​ສູງ​ບັນດາ​ຜົນສຳ​ເລັດ​ທີ່​ປະຊາຊົນ​ຫວຽດນາມ​ຍາດ​ມາ​ໄດ້​ ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ກໍ​ຄື​ບົດບາດ ທີ່​ຕັ້ງ​ສາກົນຂອງ​ຫວຽດນາມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ; ທ່ານ​ຢັ້ງຢືນ​ວ່າ ສະ​ໂລ​ວາ​ກີ ຍາມ​ໃດ​ກໍ​ຖື​ຫວຽດນາມ​ເປັນ​ຄູ່​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ມຸ່ງຫວັງພັດທະນາ​ຄວາມ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ຫຼາຍ​ຂົງ​ເຂດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ​ແລະ ທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ ສະ​ແດງ​ຄວາມພຶງ​ພໍ​ໃຈ​ກ່ຽວ​ກັບ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າຂອງ​ຄວາມ​ພົວພັນ​ຫວຽດນາມ - ສະ​ໂລ​ວາ​ກີ ​ໃນ​ເວລາ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ສາຍ​ພົວພັນ​ການ​ເມືອງ, ການ​ຕ່າງປະ​ເທດ​ທີ່​ຈົບງາມ ​ແລະ ການ​ປະສານ​ສົມທົບ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ເວທີ​​ສາກົນ, ປະກອບສ່ວນອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.

ທ່ານ​ນາຍົກລັດຖະມົນຕີທັງສອງ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ ຄະນະ​ກຳມະການ​ຮ່ວມ​ວ່າ​ດ້ວຍ​ການ​ຮ່ວມ​ມື​ເສດຖະກິດ​ ລະຫວ່າງ​ລັດຖະບານ ສສ.ຫວຽດນາມ ​ແລະ ລັດຖະບານ ສ.ສະ​ໂລ​ວາ​ກີ; ຮັບ​ຮູ້​ບັນດາ​ຄວາມ​ສາມາດ​ບົ່ງ​ຊ້ອນ ​ແລະ​ໂອກາດ​ຮ່ວມ​ມື​ອັນ​ໃຫຍ່​ຫຼວງ ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າ​ຍ​ເຫັນ​ດີ​ເປັນ​ເອກະສັນ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວ ​ໃນ​ການ​ກະກຽມ​ໃຫ້​ແກ່​ການ​ປະຊຸມຄັ້ງ​ທີ 2 ຂອງ​ຄະນະ​ກຳມະການ​ຮ່ວມ ທີ່​ຈະ​ຈັດ​ຂຶ້ນ​ໃນ​ເຄິ່ງຕົ້ນ​ປີ 2017 ຢູ່ ບຣາຕິ​ສະ​ລາ​ວາ (ສະ​ໂລ​ວາ​ກີ). ນອກ​ນັ້ນ, ສອງ​ຝ່າຍ​ກໍ​ໄດ້​ເຫັນ​ດີ​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ-ບຳລຸງ​ສ້າງ, ວັດທະນາ​ທຳ, ທ່ອງ​ທ່ຽວ, ກົດໝາຍ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດຖະບານສະ​ໂລ​ວາ​ກີ ທີ່​ໄດ້​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວມສະດວກ​ ໃຫ້​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​ໄດ້​ດຳລົງ​ຊີວິດ ​ເຮັດ​ວຽກ ​ແລະ ທຳ​ການ​ຜະລິດ​ທຸລະ​ກິດ​ຢູ່ສະ​ໂລ​ວາ​ກີ. ທ່ານນາຍົກ ​ຣໍ​ແບ​ດ ຟິດຊໍ ຢັ້ງຢືນ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​​ຢູ່ສະ​ໂລ​ວາ​ກີ ທຳ​ມາ​ຫາ​ກິນເປັນ​ປົກກະຕິ ​ແລະ ດຳລົງ​ຊີວິດ​ກົມກຽວ​ກັບ​ທ້ອງ​ຖິ່ນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ​ແລະ ທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ ລະຫວ່າງ​ສອງ​ປະ​ເທດ ​ໃນ​ເວທີ​ສາກົນ. ທ່ານນາຍົກ ​ຣໍ​ແບ​ດ ຟິດຊໍ ຢັ້ງຢືນສະ​ໂລ​ວາ​ກີ ສະໜັບສະໜູນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອີ​ຢູ, ສະໜັບສະໜູນ​ການ​ເຊັນ ​ແລະ ​ໃຫ້​ສັດຕະຍາບັນ​ ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ອີ​ຢູ (EVFTA) ​ແລະ ຊຸກຍູ້​ໃຫ້​ ອີ​ຢູ ຮັບຮອງ​ເສດຖະກິດ​ຕະຫຼາດ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ ​ໂດຍ​ໄວ.

ທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ ເຊີນທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ​ໄປ​ຢ້ຽມຢາມ​ປະ​ເທດສະ​ໂລ​ວາ​ກີຢ່າງ​ເປັນ​ທາງ​ການ​ໃນ​ເວລາ​ທີ່​ຈະ​ເຖິງ​ນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ສະແດງ​ຄວາມ​ຂອບ​ໃຈ ​ແລະ​ຍິນ​ດີ​ຮັບ​ຄຳ​ເຊີນ.

* ຕອນບ່າຍ​ວັນ​ທີ 18 ກໍລະກົດ 2016, ຢູ່​ທີ່​ທຳນຽບປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ. ທ່ານ​ປະທານ​ປະ​ເທດ​ ​ຕີ​ລາຄາ​ສູງ ຜົນ​ຂ​ອງການ​ພົບ​ປະ​ເຈລະຈາ​ລະຫວ່າງ​ນາຍົກລັດຖະມົນຕີຂອງສອງປະ​ເທດ ​ແລະ​ ໄດ້​ແບ່ງປັນ​ຄວາມ​ເຫັນ​ກັບທ່ານນາຍົກ ​ຣໍ​ແບ​ດ ຟິດຊໍ ກ່ຽວ​ກັບ​ແງ່​ມູມຕ່າງໆ​ ຂອງ​ການ​ພົວພັນ​ເສດຖະກິດ ການ​ຄ້າ ​ແລະ ການ​ລົງທຶນ​ສອງ​ຝ່າຍ. ທ່ານ​ປະທານ​ປະ​ເທດ​ເນັ້ນ​ວ່າ ສະ​ໂລ​ວາ​ກີ ​ເປັນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ການ​ຄ້າ​ແຖວ​ໜ້າ ​ແລະ​ຜູ້ລົງທຶນ​ໃຫຍ່​ທີ່​ສຸດ​​ໃນ​ພາກ​ກາງ​ແລະ​​ເອຣົບຕາ​ເວັນອອກ ທີ່​ໄດ້​ລົງທຶນ​ຢູ່​ຫວຽດນາມ. ​ເພາະສະ​ນັ້ນ, ຫວຽດນາມ​ຫວັງ​ວ່າ ສະ​ໂລ​ວາ​ກີ ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກດີກ​ວ່າ​ອີກ ​ໃຫ້​ສິນ​ຄ້າຫວຽດນາມ​ເຂົ້າ​ໃນ​ຕະຫຼາດສະ​ໂລ​ວາ​ກີ, ​ເປັນ​ຕົ້ນ​ແມ່ນ​ສິນຄ້າກະສິກຳ, ສິນ​ຄ້າ​ປ່າ​ໄມ້, ອາຫານ​ທະ​ເລ, ​ເຄື່ອງ​ຕັດຫຍິບ, ​ເກີບ​ເຄື່ອງ​ໜັງ... ພ້ອມ​ນັ້ນ, ຫວຽດນາມ​ກໍ​ກຽມ​ຄວາມ​ພ້ອມ​ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ສິນ​ຄ້າ​ຂອງສະ​ໂລ​ວາ​ກີ ​ເຂົ້າ​ຕະຫຼາດ​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ຢັ້ງຢືນ, ​ໃນ​ເວລາ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ຫຼາຍ​ຮູບ​ຫຼາຍ​ແບບ ຫຼາຍ​ກ້ຳ​ຫຼາຍຝ່າຍ​ນັ້ນ, ຫວຽດນາມ​ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ແກ່​ການ​ປັບປຸງ ​ແລະຂະຫຍາຍ​ສາຍ​ພົວພັນ​ກັບສະ​ໂລ​ວາ​ກີ ​ແລະ ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ ຢູ່​ພາກ​ກາງ​ແລະ​​ເອີຣົບຕາ​ເວັນ​ອອກ.

​ເນື່ອງ​ໃນ​ໂອກາດ​ນີ້, ຜ່ານ​ທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຝາກ​ຄຳ​ຢ້ຽມຢາມ​ຖາມ​ຂ່າວ​ເຖິງ​ປະທານາທິບໍດີ​ແຫ່ງ ສາທາລະນະ​ລັດ ສະ​ໂລ​ວາ​ກີ ທ່ານ ອານ​ເດຣດ ກິດ​ສະກາ ​ແລະ​ຖື​ເປັນ​ກຽດ​ເຊື້ອ​ເຊີນ​ທ່ານ​ປະທານາທິບໍດີ​ມາ​ຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ໃນ​ເວລາ​ທີ່​ເໝາະ​ສົມ.

ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ໄດ້​ມາ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາຍົກລັດຖະມົນຕີ ຣໍ​ແບ​ດ ຟິດຊໍ ຢັ້ງຢືນ ບັນດາ​ການ​ຢ້ຽມຢາມ ການ​ພົບ​ປະ​ຂອງ​ການ​ນຳ​ຂັ້ນ​ສູງ​ສະ​ໂລ​ວາ​ກີ ​ແລະ ຫວຽດນາມ ​​ແມ່ນເປັນ​ກຳລັງ​ຊຸກ​ດັນການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ ໃຫ້​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ, ​ໃຫ້​ສົມ​ຄູ່​ກັບ​ກຳລັງ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ປະສົງ​ຂອງ​ແຕ່ລະປະ​ເທດ. ໜຶ່ງ​ໃນ​ບັນດາ​ກຳລັງ​ໜູນ​ທີ່​ພວມ​ໄດ້​ຫັນ​ເປັນຄວາມ​ຈິງ​​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ຄື ມີ​ສັນຍາ​ຂໍ້​ຕົກລົງ​ທີ່​ສຳຄັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ລົງ​ນາມ. ທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ ​ເນັ້ນ​ວ່າ, ​ໃນ​ເວລາ 8 ປີ​ທີ່​ຜ່ານ​ມາ, ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນສະ​ໂລ​ວາ​ກີ - ຫວຽດນາມ​ ໄດ້​ເພີ່ມ​ຂຶ້ນ​ທົບ 15 ​ເທົ່າ ​ແຕ່​ມັນ​ຍັງ​ໜ້ອຍ​ພໍ​ຄວນ​ທຽບ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ, ມູນ​ເຊື້ອ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ເພາະສະ​ນັ້ນ, ພິຈາລະນາ​ເຫັນ​ວ່າຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ, ລັດຖະບານສະ​ໂລ​ວາ​ກີ ຈຶ່ງ​ຈະ​ຈັດ​ຕັ້ງ​ການ​ປະຊຸມ​ພິ​ເສດ​ໃນ​ໄວໆ​ນີ້ ​ເພື່ອ​ພິຈາລະນາ​ບັນຫາ​ສະ​ເພາະ​ກ່ຽວ​ກັບ​ແງ່​ມູມການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງສະ​ໂລ​ວາ​ກີ ​ແລະ ຫວຽດນາມ.

* ຕອນ​ບ່າຍ​ວັນ​ທີ 18 ກໍລະກົດ 2016, ທີ່​ສຳນັກງານ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ, ​ທ່ານເລຂາທິການ​ໃຫຍ່ ຫງວຽຝູຈ້ອງ ​ໄດ້​ຕ້ອນຮັບ ​ແລະ ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ສະໜິດສະໜົມ​ກັບທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ. ທ່ານເລຂາທິການ​ໃຫຍ່ ຫງວຽຝູຈ້ອງ ​ໄດ້​ແຈ້ງ​ໃຫ້​ທ່ານ​ນາຍົກ ຣໍ​ແບ​ດ ຟິດຊໍ ຊາບ​ບາງ​ຈຸດ​ພື້ນຖານ​ກ່ຽວ​ກັບ​ສະພາບ​ການ​ຫວຽດນາມ ​ໃນ​ເວລາ​ຜ່ານ​ມາ​ມໍ່​ນີ້; ສະ​ແດງ​ຄວາມ​ຂອບອົກຂອບ​ໃຈ​ ຕໍ່​ການ​ຊ່ວຍ​ເຫຼືອທີ່​ລ້ຳ​ຄ່າ ​ແລະ ມີ​ປະສິດທິ​ຜົນ ຂອງ​ປະຊາຊົນສະ​ໂລ​ວາ​ກີ ທີ່​ມີ​ຕໍ່​ຫວຽດນາມ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດຊາດ. ທ່ານ​ເລຂາທິການ​ໃຫຍ່​ຕີ​ລາຄາ​ສູງ​ບັນດາ​ຜົນສຳ​ເລັດ​ທີ່ສະ​ໂລ​ວາ​ກີຍາດ​ມາ​ໄດ້​ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ສາ​ກົນ ​ແລະ ພັດທະນາ​ປະ​ເທດ; ​ເຊື່ອ​ໝັ້ນ​ວ່າ, ການ​ທີ່ສະ​ໂລ​ວາ​ກີຮັບ​ຕຳ​ແໜ່​ງ​ເປັນປະທານ​ໝູນວຽນ​ຂອງ​ສະຫະພາບ​ເອຣົບ ​ແຕ່​ເດືອນ​ກໍລະກົດ 2016 ຈະ​ມີ​ຄຸນ​ປະ​ໂຫຍດອັນ​ຕັ້ງໜ້າ​ເຖິງຄວາມ​ພົວພັນ ອີ​ຢູ - ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ ​ໄດ້​ແຈ້ງ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ຊາບ​ບາງ​ຈຸດ​ໃຫຍ່ຂອງ​ສະພາບ​ການ​ເອຣົບ ​ແລະ ສະພາບ​ການສະ​ໂລ​ວາ​ກີທີ່​ຜ່າ​ມມາມໍ່​ນີ້; ກ່ຽວ​ກັບ​ຜົນສຳ​ເລັດ​ອັນ​ດີງາມຂອງ​ບັນດາການ​ພົບ​ປະ​ເຈລະຈາ ​ກັບ​ບັນດາ​ການ​ນຳ​ຫວຽດນາມ. ທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ ​ເນັ້ນ​ວ່າ ສະ​ໂລ​ວາ​ກີ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ປັບປຸງ ​ແລະ ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບ​ຫວຽດນາມ, ນັບ​ທັງ​ການ​ພົວພັນ​ດ້ານ​ລັດ, ການ​ພົວພັນ​ດ້ານ​ພັກ ​ແລະ ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ປະຊາຊົນ ກໍ​ຄື​ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ສອງ​ປະ​ເທດ; ຢັ້ງຢືນສະ​ໂລ​ວາ​ກີຈະ​ຕັ້ງໜ້າ​ພະຍາຍາມ​ຊຸກຍູ້​ການ​ປະຕິບັດບັນດາ​ຂໍ້​ຕົກລົງ​ຮ່ວມ​ມືທີ່​ໄດ້​ເຊັນ​ກັນ​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ໃຫ້​ມີ​ການ​ຫັນປ່ຽນຕົວ​ຈິງ​ໃນ​ການ​ພົວພັນ​ສອງ​ຝ່າຍ. ພ້ອມ​ນັ້ນ, ດ້ວຍ​ຖານະ​ເປັນ​ປະທານ​ໝູນວຽນ​ຂອງ​ສະຫະພາບ​ເອີຣົບ ​ແຕ່​ວັນ​ທີ 1 ກໍລະ​ກົດ 2016, ສະ​ໂລ​ວາ​ກີຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ສາມາດ​ເຮັດ​ໄດ້ ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ອີ​ຢູ ​ແລະ ຫວຽດນາ; ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ​ໃນ​ບັນດາ​ເວທີ​ສາກົນ, ສູ້​ຊົນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ເຄົາ​ລົບ​ນັບຖື​ກົດໝາຍ​ສາກົນ.

* ຕອນ​ແລງ​ວັນ​ທີ 18 ກໍລະກົດ 2016, ຢູ່​ທີ່ຫໍ​ສະພາ​ແຫ່ງ​ຊາດ, ປະທານ​ສະພາ​ແຫ່ງ​ຊາດ ທ່ານ​ນາງ ຫງວຽນ​ທີ້ກິມ​ເງິນ ​ໄດ້​ຕ້ອນຮັບທ່ານນາຍົກລັດຖະມົນຕີ ຣໍ​ແບ​ດ ຟິດຊໍ ​ແລະ ​ໄດ້​ແບ່ງປັນ​ບັນດາ​ເນື້ອ​ໃນ​ຈຸດ​ໜັກ​ໃຈກາງ​ຂອງ​ການ​ປະຊຸມ​ຄັ້ງ​ປະຖົມ​ມະ​ລືກ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ​ຊຸດ​ທີ XIV, ກໍ​ຄື​ຂອງ​ຊຸມ​ປີ​ຕົ້ນ​ສະ​ໄໝ​ປະຈຳການ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ນີ້; ​ໃນ​ນັ້ນ, ສະພາ​ແຫ່ງ​ຊາດ​ຫວຽດນາມ​ຈະ​ສຸມ​ໃສ່​ກໍ່ສ້າງລະບົບ​ກົດໝາຍ​ໃຫ້​ບໍລິບູນ ​ໃນ​ເງື່ອນ​ໄຂ​ປະ​ເທດ​ຊາດ​ພວມ​ເຊື່ອມ​ໂຍງ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ​ເຂົ້າກັບສາກົນ ​ແລະ ​ເຂົ້າ​ຮ່ວມ​ໃນ​​ສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່​ຫຼາຍ​ສະບັບ…

ທ່ານນາຍົກລັດຖະມົນຕີ ຣໍ​ແບ​ດ ຟິດຊໍ ​ຕີ​ລາຄາ​ສູງບັນດາ​ຜົນສຳ​ເລັດ​ທີ່​ຫວຽດນາມ​ຍາດ​ມາ​ໄດ້​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ພິ​ເສດ​ແມ່ນ​ໃນ​ການ​ພັດທະນາ​ເສດຖະກິດ, ທ່ານ​ນາຍົກ​ກໍ​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມຂອງ​ຫວຽດນາມ ນັບ​​​ແຕ່​ການ​ມາ​ຢາມຫວຽດນາມ​ຄັ້ງ​ທຳ​ອິດໃນ​ປີ 2008 ມາ​ເຖິງ​ປັດຈຸບັນ.

​ໂດຍຕີ​ລາຄາ​ວ່າ​ ສະພາ​ແຫ່ງ​ຊາດ​ຫວຽດນາມ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ສ້າງ​ລະບົບ​ກົດ​ໝາຍ, ທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ ສະ​ແດງ​ຄວາມ​ປະສົງ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ຮັກສາ​ກົນ​ໄກ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ໃນ​ນັ້ໜມີ​ບັນດາກຸ່ມ ສສ ມິດຕະພາບ​ຂອງ​ສອງ​ປະ​ເທດ, ບັນດາ​ຄະນະ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລກປ່ຽນ​ບັນດາ​ເນື້ອ​ໃນ​ທີ່​ຄວນ​ເອົາ​ໃຈ​ໃສ່, ​ແບ່ງປັນ​ບົດຮຽນປະສົບ​ການ​ໃນ​ການ​ສ້າງ​ກົດໝາຍ, ການ​ຕິດຕາມ​ກວດກາ.

ຕອນ​ຄ່ຳ​ວັນ​ທີ 19 ກໍລະກົດ 2016, ທ່ານນາຍົກລັດຖະມົນຕີ ​ຣໍ​ແບ​ດ ຟິດຊໍ ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ການ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ຢ່າງ​ຈົບງາມ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ ລະຫວ່າງ​ຫວຽດນາມ ​ແລະ ສະ​ໂລ​ວາ​ກີ ​ໃຫ້​ຂະຫຍາຍຕົວ​ຍິ່ງ​ຂຶ້ນ​​ໃນ​ເວລາ​ຕໍ່ໜ້າ./.

ສັງລວມ​ໂດຍ ​​ເຟືອງຈ່າ