ວກ.ອອນ​ໄລ - ​ແຕ່​ວັນ​ທີ 21 ຫາ​ວັນ​ທີ 24 ​ເດືອນ​ພະຈິກ ປີ 2016, ປະທານ​ປະ​ເທດຫວຽດນາມ​ ​ເຈິ່ນດ້າຍ​ກວາງ ​ແລະ​ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ​ທີ່ ສາທາລະນະ​ລັດ ອີ​ຕາ​ລີ ​ແລະ ຢາມ​ສັນຕະສຳນັກ ວາ​ຕີ​ກັນ.

ປະທານາທິບໍດີອີຕາລີ ເຊຄີໂອ ມາທາແຣລາ ແລະ ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ກວດກອງກຽດຕິຍົດ. (ພາບ: TTXVN)

ຫວຽດນາມ​ຖື​ເປັນ​ສຳຄັນ​ ຄວາມ​ພົວພັນ​ ຄູ່​ຮ່ວມ​ມືຍຸດ​ທະ​ສາດ ກັບ​ອີ​ຕາ​ລີ

ຢູ່​ທີ່​ປະ​ເທດ​ອີ​ຕາ​ລີ, ປະທານ​ປະ​ເທດຫວຽດນາມ​ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ປະທານາທິບໍດີ​ອີ​ຕາ​ລີ ​ເຊ​ຄີ​ໂອ ມາ​ທາ​ແຣລາ, ພົບປະຫາລືກັບ ນາຍົກລັດຖະມົນຕີອີຕາລີ ມາແທໂອ ແຣຊີ, ເຮັດວຽກກັບ ການນຳພັກ ປະຊາທິປະໄຕ ອີຕາລີ, ເຮັດວຽກກັບ ພັກກອມມູນິດສ້າງໃໝ່ ອີຕາລີ ແລະ ພັກກອມມູນິດອີຕາລີ, ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ເວທີປາໄສວິສາຫະກິດຫວຽດນາມ - ອີຕາລີ, ຢ້ຽມຢາມ ແລະ ໂອ້ລົມ ທີ່ສະຖານທູດຫວຽດນາມ ຢູ່ສາທາລະນະລັດ ອີຕາລີ.

​ໃນ​ບັນດາ​ການ​ພົບ​ປະ​ເຈລະຈາ​ແລະ​ພົບ​ປະ​ຫາລື​ສອງ​ຝ່າຍ, ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ​ແບ່ງປັນ​ກັບ​ປະຊາຊົນ​ອີ​ຕາ​ລີ ກ່ຽວ​ກັບ​ຄວາມ​ເສຍ​ຫາຍຍ້ອນ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຫຼາຍ​ຄັ້ງ​ຢູ່​ພາກ​ກາງ​ອີ​ຕາ​ລີ. ປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ພ້ອມ​ກັນ​ນັ້ນ​ກໍ່​ຢືນຢັນວ່າ ຫວຽດນາມ​ໃຫ້​ຄວາມ​ສຳຄັນ​ແກ່​ຄວາມ​ພົວພັນ​ມິດຕະພາບ ​ແລະ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ອີ​ຕາ​ລີ ​ໃນ​ຄວາມ​ພົວພັນ​ລວມກັບ​ສະຫະພາບ​ເອີຣົບ. 

ປະທານາທິບໍດີ​ ​ເຊ​ຄີ​ໂອ ມາ​ທາ​ແຣລາ ແລະ ນາຍົກລັດຖະມົນຕີ ມາແທໂອ ແຣລີ ໄດ້ຕີລາຄາວ່າ ການຢ້ຽມຢາມຂອງປະທານປະເທດ ເຈິ່ນດ້າຍກວາງ ເປັນຫຼັກໝາຍສຳຄັນ ເພື່ອໃຫ້ສອງຝ່າຍເພີ່ມທະວີ ຄວາມພົວພັນ ຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ທີ່ໄດ້ສ້າງຕັ້ງຂຶ້ນແຕ່ປີ 2013.

ບັນດາ​ຜູ້ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ຕີ​ລາຄາ​ວ່າ ຄວາມ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ຂະຫຍາຍຕົວ​ຢ່າງ​ຕັ້ງໜ້າ ​ໃນ​ຫຼາຍ​ຂົງ​ເຂດ ​ແລະ ຢືນຢັນ​ຄວາມ​ຕັດສິນ​ໃຈ​ຮ່ວມ​ກັນ​ຊຸກຍູ້​ຄວາມ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດຫວຽດນາມ - ອີ​ຕາ​ລີ ​ໃຫ້​ເຂົ້າ​ສູ່​ລວງເລິກ ​ແລະ ມີ​ປະສິດທິ​ຜົນ. ສອງ​ຝ່າຍ​ເປັນ​ເອກະ​ພາບ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ພົບ​ປະ​ຂັ້ນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ການ​ພົບ​ປະຂັ້ນສູງ; ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຂອງ​ແຜ​ນການປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ໄລຍະ 2017 - 2018, ຮັກສາ​ການ​ພົບ​ປະ​ແລກປ່ຽນ ​ລະຫວ່າງ​ບັນດາ​ພັກ​ການ​ເມືອງ, ຊຸກຍູ້​ການ​ພົບ​ປະ​ສັງ​ສັນ​ປະຊາຊົນ, ຖື​ວ່າ​ນີ້​ເປັນ​ຮາກ​ຖານ​ການ​ເມືອງ​ທີ່​ສຳຄັນ ​ເພື່ອ​ເຮັດ​ໃຫ້​ຄວາມ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​ເນື້ອ​ໃນ​ຕົວ​ຈິງ. 

ສອງ​ຝ່າຍ​ຢືນຢັນ​ການ​ຮ່ວມ​ມື​ເສດຖະກິດ​ເປັນ​ເສົາ​ຄ້ຳ​ບຸລິມະສິດ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ; ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຍົກ​ມູນ​ຄ່າ​ການ​ຄ້າ​ຂຶ້ນ​ເປັນ 6 ຕື້​ໂດ​ລາ​ສະຫະລັດ​ໃນ​ໄລຍະ 2017 - 2018, ​ເພີ່ມ​ທະວີ​ການ​ລົງທຶນ​ຂ​ອງອີ​ຕາ​ລີ​ຢູ່​ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ອີ​ຕາ​ລີ​ມີ​ທ່າ​ແຮງ; ອຳນວຍ​ຄວາມ​ສະດວກ​ໃຫ້​ສິນ​ຄ້າ​ກະສິກຳ, ສິນ​ໃນ​ນ້ຳຂອງ​ຫວຽດນາມ ​ເຂົ້າ​ເຖິງ​ຕະຫຼາດ​ອີ​ຕາ​ລີ. ສອງ​ຝ່າຍກໍ່​ເຫັນ​ດີ​ເປັນ​ເອກະສັນ​ຈະ​ກໍ່ສ້າງ​ທິດ​ທາງ​ໃໝ່ ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ທີ່​ສອດຄ່ອງກັບຄວາມ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ, ລວມສູນ​ໃສ່​ບັນດາ​ຂົງ​ເຂດການ​ຝຶກ​ອົບຮົມ​ວີ​ຊາ​ວີ​ບ, ສິ່ງ​ແວດ​ລ້ອມ, ຄຸ້ມ​ຄອງ​ແຫຼ່ງນ້ຳ, ການ​ເຕືອນ​ໄພ​ນ້ຳ​ຖ້ວມ. 

ສອງ​ຝ່າຍ​ເຫັນດີ​​ເປັນ​ເອກະສັນຈະສືບ​ຕໍ່​ຊຸກຍູ້ການ​ຮ່ວມມື​ດ້ານ​ວັດທະນະທຳ, ການ​ສຶກສາ-ກໍ່ສ້າງ, ການທ່ອງທ່ຽວ ​ແລະ ​ເຮັດ​ໃຫ້​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ກາຍ​ເປັນ​ຂົງ​ເຂດຮ່ວມ​ມື​ບຸລິມະ​ສິດ​ໃນ​ເວລາ​ທີ່​ຈະ​ເຖິງ​ນີ້. ທ່ານ​ປະທານາທິບໍດີ ອີ​ຕາ​ລີ ຢືນຢັນ​ຈະ​ສືບຕໍ່​ຊ່ວຍ​ເຫຼືອຫວຽດນາມ​ໃນ​ການອະນຸ​ຮັກ​ບູຮານສະຖານ, ​ເພີ່ມ​ຈຳນວນ​ທຶນ​ການ​ສຶກສາ​ໃຫ້​ນັກ​ສຶກສາ​ຫວຽດນາມ​ ໄປ​ຮຽນ​ແລະ​ສຶກສາ​ຢູ່​ປະ​ເທດ​ອີ​ຕາ​ລີ. 

ສອງ​ຝ່າຍ​ເຫັນດີ​​ເປັນ​ເອກະສັນຈະ​ເຈລະຈາ​ກັນ​ ເພື່ອ​ໃຫ້​ມີ​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ​ສອງ​ປະ​ເທດ​ໃນ​ເວລາ​ທີ່​ຈະ​ເຖິງ​ນີ້ ​ແລະ ​ແບ່ງປັນ​ບົດຮຽນ​ໃນ​ການ​ປະຕິບັດ​ບັນດາ​ໂຄງການ​ຮ່ວມມືພາກ​ລັດ-​ເອກະ​ຊົນ (PPP) ກ່ຽວ​ກັບ​ການ​ລຳລຽງ​ສະໜອງ, ຕໍ່​ກຳ​ປັ່ນ, ທາງ​ລົດ​ໄຟ, ​ໂຄງ​ສ້າງ​ພື້ນຖານ. 

​ໃນ​ຂົງ​ເຂດ​ຄວາມ​ສະຫງົບ - ປ້ອງ​ກັນຊາ​ດ, ສອງ​ຝ່າຍ​ເຫັນດີ​​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວ​ສານ, ບົດຮຽນ​ ໃນ​ການ​ຕໍ່ສູ້​ປ້ອງ​ກັນ ຕ້ານ​ອາ​ຊະ​ຍາ​ກຳ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຝຶກ​ອົບຮົມ​ກຳລັງ​ກູ້​ໄພ ກູ້​ຊີບ, ​ເກັບ​ກູ້​ລູກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ ​ແລະ ອຸດສາຫະກຳ​ປ້ອງ​ກັນຊາ​ດ ກໍ່​ຄື​ໃນ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ. 

ຫວຽດນາ ​ແລະ ອີ​ຕາ​ລີ​ຈະ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ໃນ​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີຄື ສະຫະ​ປະຊາ​ຊາດ, ອາ​ຊຽນ - ອີ​ຢູ, ອາ​ເຊ​ມ, ຢູ​ເນ​ສະ​ໂກ, ສືບ​ຕໍ່​ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ ​ເພື່ອ​ແນ​ໃສ່​ພັດທະນາ​ຄວາມ​ພົວພັນ​ລະຫວ່າງ​ອີ​ຕາ​ລີ ກັບອາຊີ-ປາຊີຟິກ ​ແລະ ​ເພີ່ມ​ທະວີ​ຄວາມ​ພົວພັນລະຫວ່າງ​ຫວຽດນາມ ​ກັບ​ອີ​ຢູ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ບັນດາ​ໂຄງການ ​ແຜນ​ງານ ຂໍ້​ຄິດ​ປະດິດ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ ​ແລະ ການ​ເຕີບ​ໂຕ​ສີຂຽວ. 

ບັນດາ​ຜູ້ນຳ​ຂອງ​ຫວຽດນາມ ​ແລະ ອີ​ຕາ​ລີ ​ໄດ້​ຍົກ​ໃຫ້​ເຫັນ​ແຈ້ງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ປອດ​ໄພ ​ແລະ ​ເສລີພາບ​ໃນ​ການ​ເດີນ​ເຮືອ, ການບິນ; ​ເຫັນ​ດີ​​ໃຫ້ທັດ​ສະ​ນະ​ວ່າ ຄວາມ​ພິພາດ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ໄດ້​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ອະນຸ​ສັນຍາ​ສະຫະປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982, ປະຕິບັດ​ຖະ­ແຫຼງ­ການ​ກ່ຽວ​ກັບ​ການ​ປະ­ພຶດ​ຂອງ​ບັນ­ດາ​ຝ່າຍ​ຢູ່​ທະ­ເລ​ຕາ­ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ສ້າງ​ປະ­ມວນ​ຂໍ້​ກຳ­ນົດ​ກ່ຽວ​ກັບ​ວິ­ທີ​ປະ­ພຶດ​ຢູ່​ທະ­ເລ​ຕາ­ເວັນ​ອອກ (COC) ໂດຍ​ໄວ, ຮັບປະກັນ​ເສລີພາບ​ໃນ​ການ​ເດີນ​ເຮືອ ​ແລະ ການບິນ ຕາມ​ສາຍ​ຄົມມະນາຄົມ​ທີ່​ສຳຄັນ​ນີ້​ຂອງ​ໂລກ. 

​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳພັກ​ປະຊາ​ທີ​ປະ​ໄຕ ອີ​ຕາ​ລີ, ​​ພັກ​ກອມ​ມູນິດ​ສ້າງ​ໃໝ່ ອີ​ຕາ​ລີ ​ແລະ ພັກກອມ​ມູນິດ ອີ​ຕາ​ລີ, ປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ຢືນຢັນ​ພັກ​ກອມ​ມູນິດ​ຫວຽດນາມນັບຖື​ທະນຸ​ຖະໜອມ​ຄວາມ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ​ກັບ​ບັນດາ​ພັກ​ຝ່າຍ​ຊ້າຍ ອີ​ຕາ​ລີ; ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ ຕໍ່​ການ​ສະໜັບສະໜູນ ຄວາມ​ສາມັກຄີ ​ແລະ ການ​ຊ່ວຍ​ເຫຼືອ​ທີ່​ລ້ຳ​ຄ່າ ຂອງ​ກຳລັງ​ຝ່າຍ​ຊ້າຍ, ຊາວ​ພັກກອມ​ມູນິດ ​ແລະ ປະຊາຊົນອີ​ຕາ​ລີ ທີ່​ໄດ້​ມີ​ແລະ​ພວມ​ມີ ​ຕໍ່​ຫວຽດນາມ. ປະທານ​ປະ​ເທດ​ເນັ້ນ​ແຜນ​ນະ​ໂຍບາຍ​ຮັກສາ, ປັບປຸງ ​ແລະ ​ເພີ່ມ​ທະວີຄວາມ​ພົວພັນ​ກັບ​ບັນດາ​ພັກ​ທີ່​ເປັນ​ມິດ​ສະຫາຍ, ພ້ອມ​ກັນ​ນັ້ນ​ກໍ່​ເປີດ​ກວ້າງ​ການ​ພົວພັນ​ກັບ​ບັນດາ​ພັກ​ການ​ເມືອງ​ໃຫຍ່, ພັກ​ກຳ​ອານາ​ດຢູ່​ບັນດາ​ປະ​ເທດ.

ການ​ນຳພັກ​ປະຊາ​ທີ​ປະ​ໄຕ ອີ​ຕາ​ລີ, ​​ພັກ​ກອມ​ມູນິດ​ສ້າງ​ໃໝ່ ອີ​ຕາ​ລີ ​ແລະ ພັກກອມ​ມູນິດ ອີ​ຕາ​ລີ  ສະ​ແດງ​ຄວາມ​ດີ​ໃຈ​ທີ່​ໄດ້​ພົບ​ປະ​ກັບທ່ານປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ, ຢືນຢັນ​ຄວາມ​ສາມັກຄີ ມິດຕະພາບ​ຂອງ​ບັນດາ​ພັກຝ່າຍ​ຊ້າຍ ອີ​ຕາ​ລີ ທີ່​ມີ​ຕໍ່​ພາລະກິດ​ການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ກ່ອນ​ໜ້າ​ນີ້ ​ແລະ ການ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ ​ຂອງ​ຫວຽດນາມ.

ກ່າວ​ປາ​ໄສ​ຕໍ່​ວົງ​ການ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ອີ​ຕາ​ລີ, ທ່ານປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ຊີ້​ແຈ້ງວ່າ ຜ່ານ​ເວລາ 30 ກວ່າ​ປີ​ແຫ່ງ​ການ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຢ່າງຮອບດ້ານ, ຫວຽດນາມ​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ. ຈີ​ດີ​ພີ ສະ​ເຫຼ່ຍຕໍ່​ຫົວ​ຄົນ​ຂອງ​ຫວຽດນາມ​ປະຈຸ​ບັນ​ບັນລຸ​ປະມານ 2.100 ​ໂດ​ລາ​ສະຫະລັດ, ຂະໜາດ​ຂອງ​ພື້ນຖານ​ເສດຖະກິດ​ຫຼາຍ​ກວ່າ 200 ຕື້ໂດ​ລາ​ສະຫະລັດ. ​ໃນ​ເວລາ​ທີ່​ຈະ​ເຖິງ​ນີ້, ຫວຽດນາມ​ຈະ​ປະຕິບັດ​ຢ່າງ​ຄົບ​ຖ້ວນ​ ບັນດາສັນຍາ​ໃນ​ປະຊາ​ຄົມ​ອາ​ຊຽນ ​ແລະ ອົງການ​ການ​ຄ້າ​ໂລກ, ​ເຂົ້າ​ຮ່ວມ​ແລະ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່, ​ໃນ​ນັ້ນ​ມີ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງຫວຽດນາມ ​ແລະ ອີ​ຢູ, ສືບ​ຕໍ່​ເຊື່ອມ​ໂຍງ​ສາກົນ​ຢ່າງ​ເລິກ​ເຊິ່ງ.

ປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ​ໃຫ້​ທັດສະນະ​ວ່າ ​ໃນ​ສະພາບ​ການ​ທີ່ສັນຍາ​ການ​ຄ້າ​ເສລີລະຫວ່າງ​ຫວຽດນາມ ​ແລະ ອີ​ຢູ ຈວນ​ຈະ​ໄດ້​ລົງ​ນາມ, ສອງ​ປະ​ເທດ​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເປັນ 6 ຕື້​ໂດ​ລາ​ສະຫະລັດ​ ໃນ​ໄລຍະ 2017 - 2018. ຫວຽດນາມ​ຫວັງ​ວ່າ ອີ​ຕາ​ລີ ຈະ​ເປີດ​ປະຕູ​ຕະຫຼາດ​ໃຫ້​ສິນຄ້າ​ກະສິກຳ, ສິນ​ໃນ​ນ້ຳຂອງ​ຫວຽດນາມ ​ເພື່ອ​ຮັບ​ໃຊ້​ໃຫ້​ຜູ້​ບໍລິ​ໂພ​ກອີ​ຕາ​ລີ; ຕີ​ລາຄາ​ສູງ​ຄຸນ​ນະພາບຜະລິດ​ຕະພັນ​ກົນ​ຈັກ, ​ເຕັກ​ໂນ​ໂລ​ຊີ​ສູງ, ອຸດ​ສະຫະ​ກຳ​ສະໜັບສະໜູນ, ການ​ອອກ​ແບບ​ອຸດ​ສະຫະ​ກຳ ​ແລະ ​ແຟຊັ່ນ​ ຂອງອີ​ຕາ​ລີ. ທ່ານປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ຢືນຢັນ​ຫວຽດນາມຖື​ວ່າ​ຄວາມສຳ​ເລັດ​ຂອງ​ວິ​ສາ​ຫະກິດ​ອີ​ຕາ​ລີ ກໍ່​ແມ່ນຄວາມ​ສຳ​ເລັດ​ຂອງ​ຫວຽດນາມ, ລັດ​ຫວຽດນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ຈະ​ສືບ​ຕໍ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ທຸລະ​ກິດ ທີ່ປອດ​ໂປ່​ງລຸ​ລ່ວງ, ສະດວກ​ດີ ​ແລະ ສະ​ເໝີ​ພາບ, ຕອບ​ສະໜອງ​ຄວາມ​ຕ້ອງການ​ເຊື່ອມ​ໂຍງ​ສາກົນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ​ສອງ​ປະ​ເທດ.

      ທ່ານປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ​ໄດ້​ມາ​ຢາມ​ສະຖານທູດ​ຫວຽດນາມ​ຢູ່ ​ສາທາລະນະ​ລັດ ອີ​ຕາ​ລີ ​ແລະ ​ໂອ້​ລົມ​ກັບ​ພະນັກງານ ລັດຖະກອນສະຖານທູດ ​ແລະ ຊຸມ​ຊົນ​ຊາວ​ຫວຽດນາມ​ທີ່​ດຳລົງ​ຊີວິດ​ຢູ່​ອີ​ຕາ​ລີ; ທ່ານ​ປະທານປະ​ເທດ​ຢືນຢັນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ທີ່​ບໍ່​ມີ​ການປ່ຽນ​ແປງ​ຂອງລັດ​ຫວຽດນາມ ທີ່​ຍາມ​ໃດ​ກໍ່​ຮັກ​ແພງ​ທະນຸ​ຖະໜອມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ຖື​ວ່າຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເປັນ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ອາດ​ຈະ​ແຍກ​ໄດ້​ຂອງ​ຊາດ​ຫວຽດນາມ. ທ່ານປະທານ​ປະ​ເທດຫວັງ​ວ່າ ຊາວ​ຫວຽດນາມ​ແຕ່ລະຄົນ​ໃນ​ຊຸມ​ຊົນ​ຊາວ​ຫວຽດນາມກວ່າ 5.000 ຄົນ​ຢູ່​ອີ​ຕາ​ລີ ຈະ​ເປັນຜູ້​ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບປະ​ເທດ, ວັດທະນະທຳ ​ແລະ ຜູ້​ຄົນ​ຫວຽດນາມ, ​ເຮັດ​ໃຫ້​ສອງ​ຊາດ​ຫວຽດນາມ - ອີ​ຕາ​ລີ​ ນັບ​ມື້​ນັບ​ໃກ້ຊິດ​ສະໜິດສະໜົມ​ກັນ.

ສັນຕະສຳນັກ​ວາ​ຕີ​ກັນ ປາຖະໜາ​ທີ່​ຈະ​ຊຸກຍູ້​ ຄວາມ​ພົວພັນ​ກັບຫວຽດນາມ


ປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ພົບ​ປະ​ກັບ ນາຍົກ​ລັດຖະມົນຕີວາ​ຕີ​ກັນ ປີ​ແອ​ໂຕຣ ປາ​ໂຣລິນ. (ພາບ: TTXVN)

ຕອນ​ຄ່ຳ​ວັນ​ທີ 23 ພະຈິກ 2016 ຕາມ​ເວລາ​ທ້ອງ​ຖິ່ນ (ຮຸ່ງ​ເຊົ້າ​ວັນ​ທີ 24 ພະຈິກ ຕາມ​ເວລາ​ຮ່າ​ໂນ້ຍ), ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ພະ​ສັນຕະປາປາ ຟຣານຊິດ, ທ່ານປະທານ​ປະ​ເທດ​​ແຫ່ງ ສສ ຫວຽດນາມ ​ເຈິ່ນດ້າຍ​ກວາງ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ ສັນຕະສຳ​ນັກ ວາ​ຕີ​ກັນ, ພົບ​ປະຫາລື​ກັບພະ​ສັນຕະປາປາ ຟຣານຊິດ ​ແລະ ພົບ​ປະ​ກັບ​ນາຍົກລັດຖະມົນຕີວາຕີກັນ ປີ​ແອ​ໂຕຣ ປາ​ໂຣລິນ.

ພະ​ສັນຕະປາປາ ຟຣານຊິດ ຊົມ​ເຊີຍ​ແລະ​ຕີ​ລາຄາ​ສູງ​ການ​ຢ້ຽມຢາມຂອງ​ທ່ານປະທານ​ປະ​ເທດຫວຽດນາມ​ ​ເຈິ່ນດ້າຍ​ກວາງ, ຢືນຢັນ​ນີ້​ເປັນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ແລະ ສັນຕະສຳນັກ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ຜ່ານ​ນັ້ນ​ເພື່ອ​ຊຸກຍູ້​ຄວາມ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ສັນຕະສຳນັກຕີ​ລາຄາ​ສູງ​ຕໍ່ບັນດາ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ຫວຽດນາມ ​ແລະ ຕໍ່ການ​ທີ່​ຫວຽດນາມຈັດ​ຕັ້ງ​ການ​ເກັບ​ກຳ​ຄວາມ​ເຫັນສັງຄົມ​ຢ່າງ​ກວ້າງຂວາງ​ ໃນ​ເມື່ອ​ຮັບຮອງ​ຜ່ານ ​ກົດໝາຍ​ວ່າ​ດ້ວຍຄວາມ​ເຊື່ອ​ຖື, ສາສະໜາ; ຢືນຢັນສັນຕະສຳນັກປາຖະໜາ​ຈະ​ຊຸກຍູ້​ຄວາມ​ພົວພັນ​ກັບ​ຫວຽດນາມ.

ທ່ານປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ສັນທາຄະຕິ​ອັນ​ດີງາມ​ທີ່ພະ​ສັນຕະປາປາ ມີ​ຕໍ່​ຫວຽດນາມ; ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ​ຕໍ່ບັນດາ​ບາດກ້າວ​ຄືບ​ໜ້າທີ່​ດົນ​ໃຈ​ໃນ​ຄວາມ​ພົວພັນ​ສອງ​ຝ່າຍ​ໃນ​ເວລາ​ທີ່​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດ​ຢືນຢັນ ຫວຽດນາມ​ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ນະໂຍບາຍ​ເຄົາລົບ​ນັບຖື ​ແລະ ຮັບປະກັນ​ ສິດ​ເສລີພາບ​ໃນ​ຄວາມ​ເຊື່ອ​ຖື​ແລະ​ສາສະໜາ ຂອງ​ທຸກ​ຄົນ, ພ້ອມ​ກັນ​ນັ້ນ ​ກໍ່​ປັບປຸງ​ບູລະນະ​ຂອບ​ກົດໝາຍ ​ເພື່ອ​ຮັບປະກັນ​ສິດທິ​ເຫຼົ່າ​ນັ້ນ.

ທ່ານປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ​ແລະ ພະ​ສັນຕະປາປາ ຟຣານຊິດ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ທີ່​ຕັ້ງໜ້າ​ຂອງຊຸມ​ຊົນ​ກາ​ໂຕ​ລິກຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ. ທ່ານປະທານ​ປະ​ເທດກກໍ່​ເຫັນ​ດີ​ຕີ​ລາຄາ​ວ່າ ຄວາມ​ພົວພັນຫວຽດນາມ - ສັນຕະສຳນັກ ​ໄດ້​ມີ​ບາດກ້າວ​ຄືບ​ໜ້າ​ທີ່​ດີ, ສະ​ແດງ​ອອກ​ໂດຍ​ຜ່ານ​ການ​ພົບ​ປະ​ຂັ້ນ​ສູງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້ ​ແລະ ການ​ທີ່​ສອງ​ຝ່າຍ​ຮັກສາ​ການ​ສົນທະນາ​ໂດຍ​ຜ່ານ​ກົນ​ໄກຄະນະ​ເຮັດ​ວຽກ​ຮ່ວມ​ກັນ.

ທ່ານປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ​ແລະ ພະ​ສັນຕະປາປາ ຟຣານຊິດ ​ເນັ້ນ​ເຖິງ​ການ​ທີ່ສະພາກາ​ໂຕ​ລິກຫວຽດນາມ​ເຄື່ອນ​ໄຫວ​ໃນ​ຂອບ​ກົດໝາຍ, ດຳລົງ​ຊີວິດ​ຢ່າງ​ດີງາມ​ແລະ​ເຫຼື້ອມ​ໃສ​ໃນ​ສາສະໜາ, ປະຊາຊົນ​ດີ​ເປັນ​ພົນລະ​ເມືອງ​ດີ; ສອງ​ຝ່າຍ​​ເຫັນ​ດີ​ຈະ​ຮັກສາ​ການ​ພົບ​ປະ, ສົນທະນາ​ນຳ​ກັນ.

​ເນື່ອງ​ໃນ​ໂອ​ການ​ນີ້, ທ່ານປະທານ​ປະ​ເທດ​ ​ເຈິ່ນດ້າຍ​ກວາງ ​ໄດ້​ມີ​ການ​ພົບ​ປະ​ແລະ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ທ່ານນາຍົກລັດຖະມົນຕີວາຕີກັນ ປີ​ແອ​ໂຕຣ ປາ​ໂຣລິນ ກ່ຽວ​ກັບ​ສະພາບ​ການ​ສາສະໜາ​ກາ​ໂຕ​ລິກຫວຽດນາມ ​ແລະ ຄວາມ​ພົວພັນ​ລະຫວ່າງ​ຫວຽດນາມ - ວາ​ຕີ​ກັນ./.

ວາລະສານ​ກອມ​ມູນິດ