ວກ.ອອນ​ໄລ - ​ແລງ​ວັນ​ທີ 26 ພະຈິກ 2016, ທ່ານເລຂາທິການ​ໃຫຍ່​ ຫງວຽນ​ຝູຈ້ອງ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ກັບ​ມາ​ເຖິງ ຮ່າ​ໂນ້ຍ, ສຳ​ເລັດ​ສິ້ນ​ສຸດຢ່າງ​ຈົບ​ງາມ ​ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ເປັນ​ທາງ​ການ ທີ່​ປະ​ເທດ ສປປ ລາວ ຕາມ​ຄຳ​ເຊີນ​ຂອງ ​ທ່ານເລຂາທິການ​ໃຫຍ່ ປະທາ​ປະ​ເທດລາວ ບຸນ​ຍັງ ວໍລະ​ຈິດ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຕ້ອນຮັບທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ. (ພາບ: TTXVN)

ໃນ​ເວລາ​ຂອງ​ການ​ຢ້ຽມຢາມ, ທ່ານເລຂາທິການ​ໃຫຍ່​ ຫງວຽນ​ຝູຈ້ອງ ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານເລຂາທິການ​ໃຫຍ່ ປະທານ​ປະ​ເທດລາວ ບຸນ​ຍັງ ວໍລະ​ຈິດ; ພົບ​ປະ​ຫາລື​ກັບ​ທ່ານ​ນາຍົກລັດຖະມົນ​ຕີ​ລາວ ທອງ​ລຸນ ສີ​ສູ​ລິດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ປານີ ຍາ​ທໍ້ຕູ້; ຕ້ອນຮັບ​ທ່ານປະທານ​ຄະນະ​ກຳມະການ​ແນວ​ລາວ​ສ້າງ​ຊາດ ​ໄຊ​ສົມ​ພອນ ພົມວິຫານ; ທ່ານປະທານ​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ ວິ​ໄລ​ວົງ ບຸດ​ດາ​ຄຳ ​ແລະ ​ໄປ​ຢາມ​ບັນດາ​ສະຫາຍ​ອະດີດ​ການ​ນຳຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ​ລາວ; ຢາມ​ແລະ​ໂອ້​ລົມ​ກັບ​ພະນັກງານ, ຄູ​ອາຈານ, ນັກຮຽນ​ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ; ​ໄປ​ຢາມ​ພື້ນຖານ​ເສດຖະກິດ, ວັດທະນະທຳ​ຈຳນວນ​ໜຶ່ງ ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ​ແຂວງ​ບໍລິ​ຄຳ​ໄຊ.

ບັນດາ​ການ​ພົບ​ປະ​ເຈລະ​ຈາ ຫາລື​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ມິດຕະພາບ​ ສາມັກຄີ​ພິ​ເສດ ​ແລະ ​ໄວ້​ວາງ​ໄຈ​ຊຶ່ງ​ກັນ​ແລະ​ກັນ. ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ; ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ເຮັດ​ໃຫ້ຄວາມ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ຂະຫຍາຍ​ຄົວ​ເຂົ້າ​ສູ່​ລວງ​ເລິກ ​ແລະມີ​ປະສິດທິ​ຜົນຕົວ​ຈິງ; ພ້ອມ​ກັນ​ນັ້ນ​ ກໍ່​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ ຊຶ່ງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ. 

ສອງ​ຝ່າຍ​ເນັ້ນເຖິງ​ການປົກ​ປ້ອງ ຮັກສາ ​ແລະ ພັດທະນາ​ ຄວາມ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ຊຶ່ງ​ເປັນຄວາ​ມຮັບຜິດຊອບ​ລວມຂອງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ຊາວ​ໜຸ່ມ ຕໍ່​ປະຫວັດສາດ​ຂອງ​ສອງ​ຊາດ, ມີ​ຄວາມ​ໝາຍຕັດສິນ ຮັບປະກັນ​ການ​ພັດທະນາ​ຍືນ​ຍົງ ​ແລະ ອະນາຄົດ​ຂອງ​ສອງ​ປະ​ເທດ, ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ, ຮ່ວມ​ມື​ກັນ​ໃນ​ບັນດາ​ຂົງ​ເຂດ: ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ-​ເຕັກນິກ…; ຍູ້​ແຮງ​ການ​ໂຄສະນາ, ອົບຮົມ​ສຶກສາ​ກ່ຽວ​ກັບ​ມູນ​ເຊື້ອພົວພັນ​ພິ​ເສດ ຫວຽດນາມ - ລາວ ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ຊາວ​ໜຸ່ມ​ ຂອງ​ສອງ​ປະ​ເທດ; ສົມທົບ​ກັນ​ຈັດ​ຕັ້ງ​ເປັນ​ຢ່າງ​ດີ ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ ວັນ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດລະຫວ່າງ​ສອງ​ປະ​ເທດ ​ຄົບຮອບ 55 ປີ ​ແລະ ວັນ​ເຊັນສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 40 ປີ ​ໃນ​ປີ 2017. 

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນຈະ​ແບ່​ງປັນຂໍ້​ມູນ​ຂ່າວສານ​ຢ່າງ​ທັນ​ການ ​ແລະ ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນ​ ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ; ​ເນັ້ນ​ເຖິງ​ຄວາມ​ສຳຄັນຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບປອດ​ໄພ ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຫັນ​ດີ​ເປັນ​ເອກະສັນ​ກັບ​ການ​ຊຸກຍູ້​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງພິພາດ​ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາຊາດວ່າ​ດ້ວຍ​ກົດໝາຍ​ທະ​ເລດ​ປີ 1982 (UNCLOS 1982); ພ້ອມ​ກັນ​ກັບ​ບັນດາ​ປະ​ເທດ​ທີ່ກ່ຽວຂ້ອງ ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ ​ແລະ ບັນລຸ​ເຖິງ​ປະ​ມວນຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ ​ເພື່ອ​ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ການ​ຮ່ວມ​ມື ​ແລະ ພັດທະນາ ​ຢູ່​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ.

​ເນື່ອງ​ໃນ​ໂອ​ກາດ​ນີ້, ພັກ ລັດ ​ແລະປະຊາຊົນ​ຫວຽດນາມ ​ໄດ້​ມອບ​ກິດຈະການ​ກໍ່ສ້າງ​ອາຄານ​ສະພາ​ແຫ່ງ​ຊາດ​ຢູ່​ທີ່​ສະໜາມ​ຫຼວງ ທາດຫຼວງ​ວຽງ​ຈັນ ​ເປັນຂອງ​ຂວັນ​ໃຫ້ ພັກ ລັດ ​ແລະ ປະຊາຊົນ​ລາວ, ​ແລະ ທ່ານເລຂາທິການ​ໃຫຍ່​ ຫງວຽນ​ຝູຈ້ອງ ກໍ່​ໄດ້ມອບ​ກິດຈະການ​ກໍ່ສ້າງ​ໂຮງຮຽນ​ມັດທະຍົມ​ສຶກສາ ​ເປັນ​ຂອງຂວັນ​ໃຫ້​ແຂວງ​ບໍລິຄຳໄຊ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເອກະສານ ​7 ສະບັບ ກ່ຽວ​ກັບການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ. ​ໃນ​ໂອກາດ​ການຢ້ຽມຢາມ, ສອງຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ຫວຽດນາມ - ລາວ./.

ບນ ສັງ​ລວມຈາກ​ຂ່າວສານ​ຫວຽດນາມ