ວກ. ອອນ​ໄລ - ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນທີ້ກິມ​ເງິນ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດຫວຽດນາມ ຢ້ຽມຢາມ​ສັນທະ​ວະ​ໄມຕີ​ເປັນ​ທາງ​ການ​ທີ່ ສາທາລະນະ​ລັດ ອິນ​ເດຍ ຕາມ​ຄຳ​ເຊີນ​ຂອງທ່ານ ​ໂມ​ຮາມ​ມັດ ຮາ​ມິດ ອານ​ຊາຣິນ ​ປະທານ​ສະພາ​ສູງ​ແຫ່ງ​ສາທາລະນະ​ລັດ​ອີນ​ເດຍ ​ແລະ ທ່ານ​ນາງ ຊຸ​ມີ​ຕຣາ ມະຫາ​ຈານ ​ປະ​ທາ​ສະພາ​ຕ່ຳ​ແຫ່ງ​ສາທາລະນະ​ລັດ ອິນ​ເດຍ ​ແຕ່​ວັນ​ທີ 8 ຫາ 11 ທັນວາ 2016.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທີ້ກິມເງິນ ພົບປະເຈລະຈາກັບ ທ່ານນາງປະທານສະພາຕ່ຳອິນເດຍ ຊຸມີຕຣາ ມະຫາຈານ. (ພາບ: TTXVN)

ໃນ​ຂອບ​ການ​ຢ້ຽມຢາມ, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນທີ້ກິມ​ເງິນ ​ໄດ້​ພົບ​ປະ​ຫາລື​ກັບ​ທ່ານ​ປະທານາທິບໍດີອິນ​ເດຍ ປຣະນັບ ມຸກ​ເຄີ​ຈີ, ພົບ​ປະ​ຫາລື​ກັບ​ທ່ານ​ຮອງ​ປະທານາທິບໍດີ - ປະທານ​ສະພາ​ສູງ​ອິນ​ເດຍ ​ໂມ​ຮາ​ມັດ ຮາ​ມິດ ອານ​ຊາຣີ, ພົບ​ປະ​ຫາລື​ກັບທ່ານ​ນາຍົກລັດຖະມົນຕີອີນ​ເດຍ ນະ​ເຣນທຣະ ​ໂມ​ທີ, ຕ້ອນຮັບ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ອິນ​ເດຍມາກ​ຊິດ (CPI-M) ຊີ​ຕາຣາມ ຢີຈູຣີ ​ແລະ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ອິນ​ເດຍ (CPI) ຊຸ​ພະ​ຄາ ​ເຣດທີ, ຕ້ອນຮັບທ່ານ ກຣີ​ແຕດ ຊາມາ ​ປະທານ​ຄະນະ​ກຳມະການ​ສາມັກຄີ ອິນ​ເດຍ - ຫວຽດນາມ ຂອງລັດ​ເບ​ງກອນ​ຕາ​ເວັນ​ຕົກ, ພົບ​ປະ​ກັບ​ທ່ານ​ ໂຊ​ເນຍຄານ​ທີ ປະທານ​ພັກຄອງ​ເກຣສ ອິນ​ເດຍ ​​ແລະ ພົບ​ປະ​ກັບ​ຜູ້​ແທນ​ກອງ​ທຶນ​ອິນ​ເດຍ ​ແລະ ບໍລິສັດ​ນ້ຳມັນ​ອາຍ​ແກ​ສ ອິນ​ເດຍ.

​ໃນ​ບັນດາ​ການ​ພົບ​ປະ​ເຫຼົ່າ​ນັ້ນ, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນທີ້ກິມ​ເງິນ ສະ​ແດງ​ຄວາມ​ດີ​ໃຈ​ທີ່​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ມາ​ຢ້ຽມຢາມ​ປະ​ເທດ​ອິນ​ເດຍ ຊຶ່ງ​ເປັນ​ແຫຼ່ງກຳ​ເນີ​ດຂອງ​ໜຶ່ງ​ໃນ​ອາລະຍະ​ທຳ​ທີ່​ເກົ່າ​ແກ່​ທີ່​ສຸດ​ໃນ​ໂລກ. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນທີ້ກິມ​ເງິນ  ອວຍພອນ​ໄຊ​ປະຊາຊົນ​ອິນ​ເດຍ ທີ່​ໄດ້​ຮັບຜົນສຳ​ເລັ​ດອັນ​ໃຫຍ່​ຫຼວງ​ໃນ​ການກໍ່ສ້າງ ​ແລະ​ພັດທະນາ​ປະ​ເທດ; ຢືນຢັນ​ວ່າ ຫວຽດນາມ​ຖື​ອິນ​ເດຍ​ເປັນ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ​ໃກ້ຊິດ ​ແລະ​ໄວ້​ວາງ​ໃຈຂອງຕົນ; ພ້ອມ​ກັນ​ນັ້ນ​ກໍ່​ຕີ​ລາຄາ​ສູງ​ຕໍ່​ບັນດາ​ບາດກ້າວ​ທີ່​ສຳຄັນ​ ໃນ​ການ​ພົວພັນ​ຮ່ວມ​ມືຫຼາຍ​ດ້ານ​ ລະຫວ່າງ​ສອງ​ປະ​ເທດ​ໃນ 45 ປີ​ທີ່​ຜ່ານ​ມາ.

ທາງ​ຝ່າຍ​ອິນ​ເດຍກໍ່​ຕີ​ລາຄາ​ສູງ​ຕໍ່​ບັນດາ​ຜົນສຳ​ເລັດ​ທີ່​ຫວຽດນາມ​ຍາດ​ມາ​ໄດ້​ໃນ​ການ​ປ່ຽນ​ແປງ​ໃໝ່; ເຖິງວ່າ​​ໄດ້​ຜ່ານ​ການ​ຕໍ່ສູ້​ອັນ​ຍືດ​ເຍື້ອຍາວ​ນາມ ​ເພື່ອຍາດ​ເອົາ​ເອກະລາດ ອິດ​ສະລະ​ພາບ ​ແລະ ​ເອກະລາດ​ແຫ່ງ​ຊາດ​ກໍ່ຕາມ ​ແຕ່ບັນດາ​ຜົນສຳ​ເລັດທາງ​ດ້ານ​ເສດຖະກິດ - ວັດທະນະທຳ ທີ່​ຫວຽດນາມ​ຍາດ​ມາ​ໄດ້​​ໃນ​ການ​ປ່ຽນ​ແປງ​ໃໝ່ນັ້ນ ​ແມ່ນ​ໜ້າ​ຊົມ​ເຊີຍ​ທີ່​ສຸດ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ທ່ານ​ຜູ້ນຳ​ອິນ​ເດຍກໍ່​ໄດ້​ແບ່ງປັນ​ຄວາມ​ຮັກ​ແພງ ​ເຄົາລົບ​ນັບຖື​ຂອງ​ປະຊາຊົນ​ອິນ​ເດຍ ທີ່​ມີ​ຕໍ່​ທ່ານ​ປະທານ​ໂຮ່ຈີ​ມິນ, ກໍ່​ຄື​ຕໍ່​ປະຊາຊົນ​ຫວຽດນາມ​ຜູ້​ທີ່​ໄດ້​ດຳ​ເນີນ​ການຕໍ່ສູ້​ຢ່າງ​ບໍ່​ຢຸດ​ຢັ້ງນັບ​ແຕ່​ເມື່ອ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ມາ​ຈົນ​ເຖິງ​ປະຈຸ​ບັນ​ນີ້.

* ​ໃນ​ການ​ພົບ​ປະ​ເຈລະຈາ​ລະ​ຫວ່າງ ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນທີ້ກິມ​ເງິນ ​ແລະ ທ່ານນາງປະທານ​ສະພາ​ຕ່ຳອິນ​ເດຍ ຊຸ​ມີ​ຕຣາ ມະຫາ​ຈານ, ສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ ຈະ​ເພີ່ມ​ທະວີການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ຍິ່ງ​ກວ່າ​ອີກ ​ໂດຍ​ຜ່ານ​ການຮ່ວມ​ມື​ໃນ​ຂົງ​ເຂດ​ນິຕິບັນຍັດ,​ແລກປ່ຽນລະຫວ່າງ​ບັນດາ​ກຸ່ມ​ມິດຕະພາບ​ລັດຖະສະພາ ​ແລະ ບັນດາ​ອົງການ​ ຂອງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ... ນອກຈາກ​ນີ້ ​ໃນ​ການ​ພົບ​ປະ​ເຈລະຈາ, ສອງ​ທ່າ​ນນາງ​ປະທານ​ສະພາ​ແຫ່ງ​ຊາດ​ ກໍ່​ໄດ້​ເປັນ​ສັກຂີ​ພະຍານ​ການ​ລົງ​ນາມ​ໃນ ສັນຍາ​ກ່ຽວ​ກັບ​ການ​ພັດທະນາ​ພະລັງງານ​ນິວ​ເຄຼຍ ​ເພື່ອ​ຈຸດປະສົງ​ສັນຕິພາບ; ​ເປັນ​ສັກຂີ​ພະຍານ​ການ​ຮ່ວມ​ມື​ລະຫວ່າງ ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ ​ແລະ ບໍລິສັດ​ທຸລະ​ກິດ​ພະລັງງານ​ແຫ່ງ​ລັດ​ອິນ​ເດຍ ກ່ຽວ​ກັບ​ການ​ພັດທະນາ​ໄຟຟ້າ; ການ​ລົງ​ນາມ​ຂໍ້​ຕົກລົງ​ຮ່ວມ​ມື​ລະ​ຫວ່າງບໍລິສັດ​ການບິນ Vietjet Air ​ແລະ ບໍລິສັດການບິນ​ອິນ​ເດຍ ຊຶ່ງ​ຄາດວ່າ​ຈະ​ເປີດ​ສາຍ​ການບິນ​ໂດຍ​ກົງ​ຈາດ​ຫວຽດນາມ ​ໄປ​ອິນ​ເດຍ ​ໃນ​ປີ 2017.

ອາດ​ຈະ​ເວົ້າ​ໄດ້​ວ່າ, ຂໍ້​ຕົກລົງ​ຮ່ວມ​ມືທີ່ສອງ​ທ່າ​ນນາງ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ລົງ​ນາມ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ມີ​ບົດບາດ ​ແລະ ຄວາມສຳຄັນ​ທາງ​ປະຫວັດສາດທີ່​ຍິ່ງ​ໃຫຍ່. ນີ້​ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ປະທານ​ສະພາ​ແຫ່ງ​ຊາດ​ອິນ​ເດຍລົງ​ນາມ​ໂດຍ​ກົງ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ກັບ​ຕ່າງປະ​ເທດ.

* ​ພາຍຫຼັງ​ການ​ຢ້ຽມຢາມ​ຫວຽດນາມຂອງທ່ານ​ນາຍົກລັດຖະມົນຕີອິນ​ເດຍ ນະ​ເຣນທຣະ ​ໂມ​ທີ, ເດືອນ​ກັນ​ຍາ 2016, ສອງ​ປະ​ເທດ​ໄດ້​ຍົກ​ລະດັບ​ຄວາມ​ພົວພັນ​ຂຶ້ນ​ເປັນ “ຄູ່​ຮ່ວມ​ມືທຍຸດ​ທະ​ສາ​ຮອບດ້ານ”, ສ້າງ​ຂອບ​​ພົວພັນ​ທີ່​ສຳຄັນລະຫວ່າງ​ສອງ​ປະ​ເທດ ທີ່​ໄວ້​ວາງ​ໃຈ ​ເລິກ​ເຊິ່ງ ​ແລະ ​ແທດ​ຈິ​ງ​ຍິ່ງ​ກວ່າ​ອີກ ​ໃນ​ທຸກ​ຂົງ​ເຂດ. ​ໃນ​ການ​ພົບ​ປະ​ຫາລື​ກັບ​ທ່ານ​ນາຍົກລັດ​ຖະມົນຕີ ນະ​ເຣນທຣະ ​ໂມ​ທີ, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນທີ້ກິມ​ເງິນ ​ໄດ້ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ອັນ​ໃຫຍ່ຫຼວງ​ ຂອງທ່ານ​ນາຍົກລັດຖະມົນຕີ ນະ​ເຣນທຣະ ​ໂມ​ທີ; ພ້ອມ​ນັ້ນ​ກໍ່ສະ​ແດງ​ຄວາມ​ປະສົງ​ວ່າ ທ່ານ​ນາຍົກລັດຖະມົນຕີຈະສືບຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ ​​ໃຫ້ຄວາມ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື​ນັບ​ຂະຫຍາຍຕົວ. ທ່ານ​ນາຍົກລັດ​ຖະມົນຕີ ນະ​ເຣນທຣະ ​ໂມ​ທີ ​ໃຫ້​ທັດສະນະ​ວ່າ, ລະຫວ່າງ ອິນ​ເດຍ ​ແລະ ຫວຽດນາມ ​​ໄດ້​ມີ​ຄວາມພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ຜູກ​ພັນ​ສະໜິດ​ແໜ້ນມາ​ແຕ່​ດົນ​ນາມ, ນີ້​ເປັນ​ມໍລະດົກ​ອັນ​ລ້ຳ​ຄ່າ​ສຳລັບ​ຄົນ​ຮຸ່ນອະນາຄົດ ຊຶ່ງ​ສອງ​ປະ​ເທດ​ຕ້ອງ​ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

* ​ໃນ​ການພົບ​ປະ​ຫາລື​ກັບ​ທ່ານ​ຮອງ​ປະທານາທິບໍດີ ປະທານ​ສະພາ​ສູງ​ອິນ​ເດຍ ​ໂມ​ຮາ​ມັດ ຮາ​ມິດ ອານ​ຊາຣີ, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນທີ້ກິມ​ເງິນ ​ໄດ້​ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ຂອງ​ສະພາ​ສູງ​ອິນ​ເດຍ ​ໃນ​ການ​ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ ຄວາມ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ກັບ​ຫວຽດນາມ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ; ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ​ໄດ້ສະ​ແດງ​ຄວາມ​ດີ​ໃຈ​ທີ່​ເຫັນ​ວ່າ ​ໃນ​ເວລາ​ທີ່​ຜ່ານ​ມາ ຄວາມ​ພົວ​ພັນ​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດຂອງ​ສອງ​ປະ​ເທດ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ຈົບງາມ. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຢືນຢັນ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ມຸ່ງ​ໝັ້ນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ພົວພັນ​ສອງ​ຝ່າຍ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ສະພາ​ແຫ່ງ​ຊາດ​ອິນ​ເດຍ ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

ທ່ານ​ຮອງ​ປະທານາທິບໍດີ ປະທານ​ສະພາ​ສູງ​ອິນ​ເດຍ ​ໂມ​ຮາ​ມັດ ຮາ​ມິດ ອານ​ຊາຣີ ຫວນ​ຄຶດ​ຄືນ​​ເຖິງ​ຄວາມ​ປະ​ທັບ​ໃຈ​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ກ່ອນ​ໜ້າ​ນີ້​ສອງ​ປີ, ​ແລະ​ເນັ້ນ​ວ່າ ອິນ​ເດຍ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ຄວາມ​ພົວພັນ​ລະຫວ່າງອິນ​ເດຍ ​ແລະ​ບັນດາ​ປ​ະເທດອາ​ຊຽນ. ປະຈຸ​ບັນ​ນີ້, ລັດຖະບານ​ອິນ​ເດຍພວມ​ຕັ້ງໜ້າ​ປະຕິບັດ​ນະ​ໂຍບາຍ “ການ​ດຳ​ເນີນ​ງານ​ຫັນ​ໄປສູ່​ພາກ​ຕາ​ເວັນ​ອອກ”, ​ໃນ​ນັ້ນ​​ຫວຽດນາມ​ຖືກ​ຖືເປັນ​ເສົາ​ຄ້ຳ​ທີ່​ສຳຄັນ​ໜຶ່ງ. 

* ​ໃນ​ການພົບ​ປະ​ຫາລື​ກັບ​ທ່ານ​ປະທານາທິບໍດີອິນ​ເດຍ ປຣະນັບ ມຸກ​ເຄີ​ຈີ, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນທີ້ກິມ​ເງິນ ຢືນຢັນ​ສະໜັບສະໜູນ​ຢ່າງ​ເຕັມທີ​ຕໍ່​ນະ​ໂຍບາຍ “ການ​ດຳ​ເນີນ​ງານ​ຫັນໄປສູ່​ພາກ​ຕາ​ເວັນ​ອອກ” ​ແລະ ການ​ເພີ່ມ​ທະວີ​ການ​ມີໜ້າ ​ເຊື່ອມ​ຕໍ່​ຂອງ​ອິນ​ເດຍ ກັບ​ພາກ​ພື້ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫວັງ​ວ່າ ທ່ານ​ປະທານາທິບໍດີອິນ​ເດຍ ປຣະນັບ ມຸກ​ເຄີ​ຈີ ຈະສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ ​ເພື່ອ​ໃຫ້ຄວາມ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບຂະຫຍາຍຕົວ​, ​ໃນ​ນັ້ນ​ມີຄວາມ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ ການ​ພັດທະນາ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທ່ານ​ປະທານາທິບໍດີອິນ​ເດຍ ປຣະນັບ ມຸກ​ເຄີ​ຈີ ​ໃຫ້​ທັດສະນະ​ວ່າ ອິນ​ເດຍ ​ແລະ ຫວຽດນາມ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ຍູ້​ແຮງ​ບັນດາ​ມາດ​ຕະການ​ແລກປ່ຽນ​ການ​ຄ້າ, ສ້າງ​ສິ່ງ​ແວດ​ລ້ອມອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ລົງທຶນ. ທ່ານ​ປະທານາທິບໍດີອິນ​ເດຍ ປຣະນັບ ມຸກ​ເຄີ​ຈີ ກໍ່​ໄດ້​ເນັ້ນ​ຢ້ຳຫຼັກ​ໝັ້ນ​ຂອງ ອິນ​ເດຍ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບໍ່​ໄດ້​ຫັນ​ເປັນ​ການ​ທະຫານ, ​ແກ້​ໄຂ​ຂໍ້​ຂັດ​ແຍ້ງພິພາດດ້ວຽສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ.

ການ​ຢ້ຽມຢາມ​ເປັນ​ທາງ​ການ​ທີ່​ປະ​ເທດ​ສາທາລະນະ​ລັດ ອິນ​ເດຍ ຂອງທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນທີ້ກິມ​ເງິນ ​ໄດ້​ສິ້ນ​ສຸດລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ, ມີຄສາມ​ໝາຍ​ສຳຄັນ, ​ເຮັດ​ໃຫ້ຄວາມພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ເດຍ ຂະຫຍາຍຕົວ​ກວ່າ​ເກົ່າ; ຫັນ​ເປັນ​ລະອຽດ​ຄວາມ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ; ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ອິນດູຈີນ ​ໃນ​ສະພາບ​ທີ່​ສອງ​ປະ​ເທດພວມ​ຫັນ​ໄປ​ສູ່​ການສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງ​ສາຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 45 ປີ (1972 - 2017) ​ແລະ 10 ປີ ​ແຫ່ງ​ການ​ສ້າງ​ຕັ້ງຄວາມ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ຫວຽດນາມ - ອິນ​ເດຍ (2007 - 2017)./.

ສັງ​ລວມ​ໂດຍ ​ເຟືອງ​ຈ່າ