ວກ.ອອນ​ໄລ - ​ແຕ່​ວັນ​ທີ 11 ຫາ 13 ທັນວາ 2016, ຢູ່​ທີ່​ນະຄອນຫຼວງ ອາ​ບູ ດາ​ບີ ​ແຫ່ງ​ສະຫະລັດ​ອາຣັບ​ເອມິ​ເຣດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທີ້ກິມເງິນ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້ຮ່ວມກອງປະຊຸມສຸດຍອດ ບັນດາ​ທ່ານ​ນາງ​ປະທານ​ສະພາ​​ແຫ່ງຊາດ​ຂອງ​ໂລກ ຄັ້ງທີ 11. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ​ມີ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທີ້ກິມເງິນ ເຂົ້າຮ່ວມພິທີປິດກອງປະຊຸມສຸດຍອດ ບັນດາທ່ານນາງປະທານສະພາແຫ່ງຊາດຂອງໂລກ ຄັ້ງທີ 11. (ພາບ: TTXVN)

ທ່ານ​ນາງ ອາມາ​ນ ອາບ​ດູ​ນລາ ອານ ຄິວບາຍ​ຊີ ປະທານສະພາ​ແຫ່ງ​ຊາດ​ສະຫະລັດ​ອາຣັບ​ເອມີ​ເຣດ ກ່າວ​ຄຳ​ຂອບ​ໃຈ​ຜູ້​ແທນ​ບັນດາ​ປະ​ເທດ​ທີ່​ມາ​ຮ່ວມ​ກອງ​ປະຊຸມ; ພ້ອມ​ນັ້ນ ກໍ​ຢືນຢັນ ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ 50 ທ່ານ ພ້ອມ​ດ້ວຍຜູ້​ແທນ​ອົງການ​ລັດຖະບານ​ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງ​ສາກົນ… ​ໄດ້​ປະກອບສ່ວນ​ເຂົ້າ​ໃນຄວາມ​ສຳ​ເລັດ​ລວມຂອງ​ກອງ​ປະຊຸມ. ພາຍຫຼັງ​ການ​ເຮັດ​ວຽກ​ໃນ​ເວລາ​ສອງ​ວັນ, ບັນດາ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ເປັນ​ເອກະ​ພາບ​ຮັບຮອງຜ່ານຖະ​ແຫຼ​ງການ ອາ​ບູ ດາ​ບີ ທີ່​ມີ​ຫົວ​ຂໍ້​ວ່າ “ສາມັກຄີ​ເພື່ອ​ກຳນົດ​ທິດ​ອະນາຄົດ, ​ເພື່ອ​ໂລກ​ທີ່​ດີງາມກ​ວ່າ”.

ຖະ​ແຫຼ​ງການ​ໄດ້​ຢືນຢັນ 38 ປະການ ​ໃນ​ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ໂລກຄັ້ງ​ທີ​ສີ່ ​ຂອງ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ ​ກ່ຽວ​ກັບປະຊາທິປະ​ໄຕ​ສຳລັບ​ສັນຕິພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ ກໍ່ສ້າງ​ໂລກ​ຕາມ​ຄວາມ​ປະສົງ​ຂອງ​ປະຊາຊົນ; ລຶ້ມຄືນ​ບັນດາ​ຫຼັກການ ​ແລະ​ການ​ກະທຳ​ທີ່​ໄດ້​ແນະນຳ​ໃນ​ລາຍ​ງານສະຫຼຸບ​ ຂອງກອງປະຊຸມບັນດາທ່ານນາງປະທານສະພາແຫ່ງຊາດຄັ້ງທີ 10 ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ເພື່ອ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ: ຫັນ​ເປັນຄວາມ​ຈິງ​ການ​ພັດທະນາ, ສັນຕິພາບ ​ແລະ ປະຊາທິປະ​ໄຕ ​ເພື່ອ​ແມ່ຍິງ ​ແລະ ຜູ້​ຊາຍ. 

ຖະ​ແຫຼ​ງການມຸ່ງ​ໝັ້ນ​ປະກອບສ່ວນ​ປະຕິບັດ ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ 2030 ຊອງ​ສະຫະ​ປະຊາ​ຊາດ, ຂໍ້​ຕົກລົງ​ປາຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ ​ແລະ ຂອບ​ການ​ກະທຳ ​ແຊນ​ດາຍ ກ່ຽວ​ກັບ ຫລຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພພິບັດ; ຍັງ​ມຸ່ງ​ໝັ້ນ​ປະກອບສ່ວນ​ປະຕິບັດ​ຖະ​ແຫຼງການ ​ແລະ ​ໂຄງການການ​ດຳ​ເນີນ​ງານ ປັກ​ກິ​ງ, ກໍ່​ຄື​ແກ້​ໄຂ​ບັນດາ​ຮູບ​ການຈຳ​ແນ​ກການ​ປະພຶດ ​ແລະ ຄວາມ​ຮຸນ​ແຮງຕ້ານ​ແມ່ຍິງ ​ແລະ ​ເດັກ​ຍິງ ທຸກ​ຮູບ​ການ... 

ຖະ​ແຫຼ​ງການ​ເປັນ​ເອກະ​ພາບ “ສາມັກຄີ​ເພື່ອ​ກຳນົດ​ທິດ​ອະນາຄົດ” ​ໂດ​ຍຜ່ານຄວາມມຸ່ງ​ໝັ້ນ​ຮ່ວມ​ມື ​ແລະ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ ລະຫວ່າງລັດຖະບານ, ຂົງ​ເຂດ​ເອກະ​ຊົນ ​ແລະ ສັງຄົມ​ເວົ້າ​ລວມ ​ເພື່ອ​​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍທີ່​ໂລກ​ຂອງ​ພວກ​ເຮົາ​ພວມ​ປະ​ເຊີນ​ໜ້າ. 

​ໃນ​ຖະ​ແຫຼ​ງການ ອາ​ບູ ດາ​ບີ, ບັນດາທ່ານນາງປະທານສະພາແຫ່ງຊາດ​ ໃຫ້​ຄຳ​ໝັ້ນ​ສັນຍາ: ຕັ້ງ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ, ສັນຕິພາບ, ຄວາມ​ວັດທະນາ​ຖາວອນ ​ແລະ ຄວາມ​ຄົບ​ຖ້ວນ​ຂອງໜ່ວຍ​ໂລກ​ແລະມະນຸດຊາດ ​ເຂົ້າ​ໃນ​ທີ່​ຕັ້ງ​ຫຼັກ ​ໃນ​ບັນດາ​ເປົ້າ​ໝາຍ​ຍຸດ​ທະ​ສາດຂອງ​ສະພາ​ແຫ່ງ​ຊາດ, ​ແລະ​ ​ເຂົ້າ​ໃນ​ທີ່​ຕັ້ງ​ໃຈກາງ​ ໃນ​ຄວາມ​ພະຍາຍາມ​ພັດທະນາ. 

ກ່ອນ​ນັ້ນ, ກ່າວ​ປາ​ໄສ​ໃນ​ວາລະ​ສົນທະນາ​ສະ​ເພາະ ​ກ່ຽວ​ກັບຖະ​ແຫຼ​ງການ ອາ​ບູ ດາ​ບີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທີ້ກິມເງິນ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ສະພາ​ແຫ່ງ​ຊາດ​ສະຫະລັດ​ເອມິ​ເຣດ ​ແລະ ຄະນະ​ເລຂາທິການ​ສະຫະພາບ​ລັດຖະສະພາ​ໂລກ (IPU) ທີ່​ໄດ້​ສ້າງ​ຮ່າງຖະ​ແຫຼງການ ອາ​ບູ ດາ​ບີ ຊຶ່ງ​ໄດ້​ສະ​ແດງ​ອອກ​ເຖິງ​ເຈ​ດຈຳນົງ, ຄຳ​ໝັ້ນ​ສັນຍາ ​ຂອງ​ບັນດາ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ​ໃນ​ການ​ຮ່ວມ​ມື​ຮ່ວມ​ແຮງ​ກັນ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍທົ່ວ​ໂລກ ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ. 

ກອງປະຊຸມສຸດຍອດ ບັນດາທ່ານນາງປະທານສະພາແຫ່ງຊາດຂອງໂລກ ຄັ້ງທີ 11 ​ໄດ້​ດຳ​ເນີນ​ການ​ປະຊຸ​ມສົນທະນາ​ບັນຫາ​ສະ​ເພາະ 4 ຄັ້ງ. ຕໍ່​ຈາກນັ້ນ, ບັນດາ​ຜູ້​ແທນ​ກໍ່​ໄດ້​ສົນທະນາ​ບັນດາ​ເນື້ອ​ໃນ​ຄື: “ຄວບ​ຄຸມ​ຄວາມ​ອະນຸ​ໂລມ​ຜ່ອນຜັນ”, “ທັດ​ສະນະ​ຂອງຊາວ​ໜຸ່ມ”, “​ເຕັກ​ໂນ​ໂລ​ຊີ​ການ​ຫັນປ່ຽນ: ບັນດາ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ”, “ປ່ຽນ​ແປງ​ໃໝ່​ລັດ​ຖະສະພາ​ ເພື່ອ​ອະນາຄົດ​ທີ່​ດີງາມ​ກວ່າ”

ພາຍຫຼັງ​ທີ່ກອງປະຊຸມສຸດຍອດ ບັນດາທ່ານນາງປະທານສະພາແຫ່ງຊາດຂອງໂລກ ຄັ້ງທີ 11 ປິດ​ລົງ, ຄ່ຳ​ວັນ​ທີ 13 ທັນວາ, ຢູ່​ທີ່​ນະຄອນຫຼວງ ອາ​ບູ ດາ​ບີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທີ້ກິມເງິນ ​ໄດ້​ພົບ​ປະ​ ​ແລະ ​ໂອ້​ລົມ​ກັບພະນັກງານ, ລັດຖະກອນ​ ສະຖານທູດ​ຫວຽດນາມ ​ແລະ ຜູ້​ແທນ​ຂອງ​ຊຸມ​ຊົນ​ຊາວ​ຫວຽດນາມຢູ່​ສະຫະລັດ​ເອມິ​ເຣດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທີ້ກິມເງິນ ​ໄດ້​ໃຫ້​ທຸກ​ຄົນຮູ້​ກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ ​ກໍ່​ຄືສ່ວນ​ປະກອບ​ຂອງຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດຫວຽດນາມ ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ ກອງປະຊຸມສຸດຍອດບັນດາ​ທ່ານ​ນາງ​ປະທານ​ສະພາ​​ແຫ່ງ​ຊາດ ຂອງ​ໂລກ ຄັ້ງ​ທີ 11. ທ່ານນາງປະທານສະພາແຫ່ງຊາດ​ໃຫ້​ຮູ້​ວ່າ, ຖະ​ແຫຼ​ງການ ອາ​ບູ ດາ​ບີ ​ໄດ້​ຮັບ​ເອົາ​ຄຳ​ສະ​ເໜີ​ຂອງ​ຫວຽດນາມ​ກ່ຽວ​ກັບ​ເນື້ອ​ໃນ​ສັນຕິພາບ ​ແລະ ຄວາມ​ສະຫງົບ. ​ເນື້ອ​ໃນ​ນີ້​ຖືກ​ຮັບ​ຮອງຜ່ານ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ເຈດ​ຈຳນົງ, ຄຳໝັ້ນສັນຍາ​ຂອງ​ບັນດາ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ​ໃນ​ການ​ຮ່ວມ​ແຮງ​ຮ່ວມ​ມື​ກັນ​ແກ້​ໄຂ​ບັນດາສິ່ງ​ທ້າ​ທາຍ​ທົ່ວ​ໂລກ ທີ່​ມີ​ຕໍ່​ສັນ​ຕະພາບ, ຄວາມ​ສະຫງົບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ, ​ເຖິງ​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ຊຸກຍູ້​ແກ້​ໄຂ​ຄວາມ​ຂັດ​ແຍ້​ງພິພາດ​ດ້ວຍ​ສັນຕິ​ວິທີ, ​ເຄົາລົບ​ກົດ​ໝາຍສາກົນ​ຢ່າງ​ຄົບ​ຖ້ວນ. ພ້ອມ​ກັນ​ນັ້ນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ​ໄດ້​ມີ​ບົດ​ປາ​ໄສ ​ແລະ ​ເປັນ​ປະທານ​ຮ່ວມ​ການ​ສົນທະນາ​ກ່ຽວ​ກັບ​ຫົວ​ຂໍ້ "ສາມັກຄີ​ກັນ​ປົກ​ປັກ​ຮັກສາ​ໜ່ວຍ​ໂລກ​ໃຫ້ມີຄວາມ​ສົກ​ໃສ" ​ແລະ ມີ​ບັນດາການພົບ​ປະ​ຂັ້ນ​ສູງ​ສອງ​ຝ່າຍ...

ຕອນ​ເຊົ້າ​ວັນ​ທີ 14 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທີ້ກິມເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ອອກ​ເດີນທາງ​ກັບ​ເມືອ​ປະ​ເທດ, ສຳ​ເລັດ​ສິ້ນສຸດການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍ​ອດບັນດາ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຂາດ ຄັ້ງ​ທີ 11 ຕາມ​ຄຳ​ເຊີນ​ຂອງທ່ານ ຊາເບີ ​ໂຈ​ພູຣີ ປະທານ​ສະຫະພາບ​ລັດຖະສະພາ​ໂລກ (IPU) ​ແລະ ຂອງທ່ານ​ນາງ ອາມາ​ນ ອາບ​ດູ​ນລາ ອານ ຄິວບາຍ​ຊີ ປະທານ​ສະພາ​ແຫ່ງ​ຊາດ​ສະຫະລັດ​ເອມິ​​ເຣດ./.

​ໂດຍ ບນ (ສັງ​ລວມຈາກ​ຂ່າວສານ​ຫວຽດນາມ)