ວກ. ອອນ​ໄລ - ໂດຍ​ຮັບ​ຄຳ​ເຊີນ​ຂອງ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ, ທ່ານສົມ­ເດັດ ອັກຄະ­ມະ­ຫາ­ເສ­ນາ​ບໍ­ດີ ເຕ​ໂຈ ຮຸນ​ແຊນ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ​ລາ­ຊະ​ອາ­ນາ­ຈັກ ກຳ­ປູ­ເຈຍ ໄດ້​ນຳ​ໜ້າ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງລັດ­ຖະ­ບານ​ລາ­ຊະ­ວົງ ກຳ­ປູ­ເຈຍ ໄດ້​ມາ​ຢ້ຽມ­ຢາມ​ປະ­ເທດ ສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນິ­ຍົມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 20 ຫາ 21 ທັນ­ວາ 2016.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກ ກຳປູເຈຍ. (ພາບ: ຂ່າວພາບຫວຽດນາມ)

ໃນ​ໄລ­ຍະ​ເວ­ລາ​ຢູ່ຫວຽດ­ນາມ, ທ່ານຮຸນ​ແຊນ ໄດ້​ມີ​ການ​ພົບ​ປະ​ເຈລະ­ຈາ​ກັບ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ, ເຂົ້າ​ຢ້ຽມ​ຄຳ­ນັບ​ເລ­ຂາ­ທິ­ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ­ນາມ​ ທ່ານ​ຫງວ​ຽນ​ຝູ​ຈ້ອງ, ປະ­ທານ​ປະເທດ ເຈີ່ນ​ດ້າຍ​ກວາງ, ພົບ​ປະ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ກັບ ທ່ານ​ນາງປະ­ທານ​ສະ­ພາ​ແຫ່ງ​ຊາດ ຫງວ​ຽນ​ທິ​ກິມເງິນ;    ຕັ້ງ​ພວງ­ມາ­ລາ​ທີ່​ອະ­ນຸ­ສາ­ວະ­ລີ​ບັນ­ດາ​ນັກ­ຮົບ​ວິ­ລະ​ຊົນ​ຜູ້​ທີ່​ເສຍ​ຊີ­ວິດ​ເພື່ອ​ຊາດ, ເຂົ້າ​ໄຫວ້​ອາ­ໄລ​ທີ່​ອະນຸ­ສາ­ວະ­ລີ​ຫໍ​ສົບ​ຂອງ​ທ່ານ​ປະ­ທານ​ໂຮ່​ຈີ​ມິນ; ໄປ​ຢ້ຽມ­ຢາມ​ນະ­ຄອນ​ໂຮ່​ຈີ​ມິນ ແລະ ແຂວງ ດົ່ງ​ນາຍ.

​ໃນ​ບັນ­ດາ​ການ​ພົບ​ປະ​ຫາ­ລື, ດ້ວຍ​ບັນ­ຍາ­ກາດ​ແຫ່ງ​ຄວາມ​ສາ­ມັກ­ຄີ​ມິດ­ຕະ­ພາບ, ເຂົ້າ­ໃຈ ແລະ ເຊື່ອ​ໝັ້ນ​ເຊິ່ງ​ກັນ ແລະ ກັນ, ການ​ນຳ​ຂັ້ນ​ສູງ​ທັງ​ສອງ​ປະ­ເທດ​ໄດ້​ມີ​ການ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ຢ່າງ​ເລິກ­ເຊິ່ງ​ກວ້າງ­ຂວາງ​ກ່ຽວ​ກັບ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການຮ່ວມ​ມື​ຮອບ­ດ້ານ ​ລະ­ຫວ່າງ ຫວຽດ­ນາມ ແລະ ກຳ­ປູ­ເຈຍ, ບັນ­ດາ​ບັນ­ຫາ​ສາ­ກົນ, ພາກ​ພື້ນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ­ໃຈຮ່ວມ​ກັນ.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຮຸນ​ແຊນ ໄດ້​​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ບັນ­ດາ​ຜົນ­ງານ​ອັນ​ໃຫຍ່​ຫຼວງ​ທີ່​ປະ­ຊາ­ຊົນ ຫວຽດນາມ ບັນ­ລຸ​ໄດ້​ ໃນ​ພາ­ລະ­ກິດ​ແຫ່ງ​ການ​ປ່ຽນ­ແປງ​ໃໝ່, ກໍ່­ສ້າງ ແລະ ພັດ­ທະ­ນາ​ປະ­ເທດ; ໃຫ້​ຄຳ​ອວຍ­ພອນ​ໄຊ​ປະ­ຊາ­ຊົນຫວຽດ­ນາມ ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກກອມ​ມູ​ນິດ ຫວຽດ­ນາມ ແລະ ລັດ­ຖະ­ບານຫວຽດ­ນາມ ປະຕິ­ບັດ​ພາ­ລະ­ກິດ​ແຫ່ງ​ການ​ຫັນ​ປະ­ເທດ​ເປັນ​ອຸດ­ສາ­ຫະ­ກຳ ທັນ​ສະ­ໄໝ​ຢ່າງ​ສຳ­ເລັດ​ຜົນ.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ ແລະ ບັນ­ດາ​ທ່ານ​ການ​ນຳ​ຂອງຫວຽດ­ນາມ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ­ດາ​ຜົນ­ງານ​ອັນ​ສຳ­ຄັນ​ທີ່ ປະ­ຊາ­ຊົນກຳ­ປູ­ເຈຍບັນ­ລຸ​ໄດ້, ພາຍ​ໃຕ້​ການ​ປົກ­ຄອງ​ຢ່າງ​ສະ­ຫຼາດ​ສ່ອງ​ໃສ​ຂອງພະ​ມະຫາ​ກະ­ສັດ ໂນ​ໂຣ​ດົມ ສີ­ຫະ​ໂມ​ນີ, ການ​ນຳ­ພາ​ຂອງ​ສະ­ພາ​ສູງ, ສະ­ພາ​ແຫ່ງ​ຊາດ ແລະ ລັດຖະ­ບານ​ລາ​ຊະ​ວົງ ກຳປູເຈຍ ໂດຍ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຮຸນ​ແຊນ ເປັນ​ຫົວ­ໜ້າ, ໃນ​ພາ­ລະ­ກິດ​ແຫ່ງ​ການ​ກໍ່­ສ້າງ ແລະ ພັດ­ທະ­ນາ​ປະ­ເທດ, ດ້ວຍ​ສະ­ພາບ​ການ​ການ­ເມືອງ - ສັງ­ຄົມ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ເປັນ​ສະ​ຖຽມ​ລະ​ພາບ, ເສດ­ຖະ­ກິດ​ພັດທະນາ​ດ້ວຍ​ຄວາມ​ໄວ​ສູງ, ພາ­ລະ​ບົດ­ບາດ ແລະ ຖາ­ນະ​ຂອງ​ກຳ­ປູ­ເຈຍ​ໃນ​ພາກ​ພື້ນ ແລະ ໃນ​ໂລກ ​ໄດ້​ຮັບ​ການ​ຍົກ​ສູງ​ຢ່າງ​ບໍ່​ຢຸດ​ຢັ້ງ. ເນື່ອງ​ໃນ​ໂອ­ກາດ​ນີ້, ບັນ­ດາ​ການ​ນຳຂອງຫວຽດ­ນາມ ໄດ້​ໃຫ້​ຄຳ​ອວຍພອນ​​ໄຊຢ່າງ​ຈິງ​ໃຈ​ຕໍ່ກຳ­ປູ­ເຈຍ ຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະ­ພາ​ປະ­ຊາ­ຊົນ​ຕາ​ແສງ​ໃນ​ປີ 2017 ແລະ ການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ໃນ​ປີ 2018 ຢ່າງ​​ສຳ­ເລັດ​ຜົນ, ສືບ​ຕໍ່​ກໍ່­ສ້າງລາ­ຊະ​ອາ­ນາ­ຈັກ ກຳ­ປູ­ເຈຍ ມີສັນ­ຕິ­ພາບ ແລະ ພັດ­ທະ­ນາຈະ​ເລີ​ນ​ຮຸ່ງ­ເຮືອງ​ສີ­ວິ­ໄລ.

* ທີ່​ການ​ພົບປະເຈລະ­ຈາ​ລະ­ຫວ່າງ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ ແລະ ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີ ຮຸນ​ແຊນ, ທັງ​ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະ­ພາບ​ການ​ຂອງ​ແຕ່​ລະ​ປະ­ເທດ.

ໃນ​ສະ­ພາບ​ການ​ໂລກ ແລະ ພາກ​ພື້ນ​ມີ​ການ​ຫັນ­ປ່ຽນ​ຫຼາຍ​ຢ່າງ​ຄື​ປະ­ຈຸ​ປັນ, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ ໄດ້​ເນັ້ນ​ໜັກ​ວ່າ ຫວຽດ­ນາມ​ປະ­ຕິ­ບັດ​ແນວ­ທາງ​ພົວ­ພັນ​ຕ່າງ­ປະ­ເທດ​ທີ່​ເປັນ​ເອ­ກະ­ລາດ​ ເປັນ​ເຈົ້າ​ຕົນ​ເອງ, ການ​ພົວ­ພັນ​ຫຼາຍ​ຮູບ​ຫຼາຍ​ແບບ​ ກັບ​ປະ­ເທດ​ຕ່າງໆ​ຢູ່​ໃນ​ໂລກ, ແຕ່​ຍາມ​ໃດ​ກໍ່​ຖື​ເປັນ​ສຳ­ຄັນ​ສຳ­ລັບ​ສາຍ​ພົວພັນ​ກັບ​ບັນ­ດາ​ປະ­ເທດ​​ເພື່ອນ​ບ້ານ​ໃກ້​ຄຽງ. ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄດ້​ສະ­ແດງ​ຄວາມ​ມຸ່ງ​ຫວັງ​ວ່າ ສອງ​ປະເທດ​ຕ້ອງ​ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ ແລະ ຮ່ວມ​ມື​ກັນ​ຍິ່ງກວ່າ​​ອີກ, ເຄົາ­ລົບ​​ຜົບ​ປະ­ໂຫຍດ​ອັນ​ຊອບ​ທຳ​ຂອງ​ກັນ ແລະ ກັນ, ຮ່ວມ​ມື​ກັນແກ້​ໄຂ​ໃຫ້​ໄດ້​ດີ​ ບັນ­ດາ​ບັນ­ຫາ​ທີ່​ຍັງ​ຄ້າງ​ຄາ, ຮັກ­ສາ​ສະ­ພາບ​ແວດ​ລ້ອມ​ແຫ່ງ​ສັນ­ຕິ­ພາບ, ສະ​ຖຽບ​ລະ​ພາບ, ກໍ່​ຄື​ເພີ່ມ​ທະ­ວີ​ຄວາມ​ໄມ­ຕີ​ຈິດ ມິດ­ຕະ­ພາບ ຂອງ​ປະ­ຊາ­ຊົນ​ທັງ​ສອງ​ປະ­ເທດ​.

ນາ­ຍົກ­ລັດ­ຖະ­ມົນ­ຕີ​ທັງ​ສອງ​ທ່ານ​ກໍ່​ໄດ້​ມີ​ການ​ເຫັນ​ດີ​ເປັນ​ເອ­ກະ​ພາບ​ກັນ​ ຈະ​ຮັກ­ສາ​ການ​ແລກ­ປ່ຽນ​ການ​ຢ້ຽມຢາມ, ພົບ​ປະ​ຕ່າງໆ ​ລະ­ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ທັງ​ສອງ​ປະ­ເທດ, ກໍ່​ຄື​ລະ­ຫວ່າງ​ບັນ­ດາ​ກະ­ຊວງ, ຂະແໜງການ, ທ້ອງ​ຖີ່ນ, ອົງ​ການ­ຈັດ­ຕັ້ງ​ຂອງ​ທັງ​ສອງ​ປະ­ເທດ ແນ­ໃສ່​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ. ສອງ​ຝ່າຍ​ໄດ້​ມີ​ຄຳ​ໝັ້ນ​ສັນ­ຍາ​ຈະ​ສືບ​ຕໍ່​ປັບ­ປຸງ ແລະ ຂະ­ຫຍາຍ​ສາຍ​ພົວ­ພັນ​ລະຫວ່າງສອງ​ປະ­ເທດ​ຕາມ​ທິດ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ມິດ­ຕະ­ພາບ​ອັນ​ເປັນ​ມູນ­ເຊື້ອ, ການ​ຮ່ວມ​ມື​ຮອບ­ດ້ານ, ໝັ້ນ­ຄົງ​ຍາວ​ນານ”, ປະ­ຕິ­ບັດ​ບັນ­ດາ​ຫຼັກການ​ທີ່​ໄດ້​ວາງ​ອອກ​ ໃນ​ບັນ­ດາ​ຖະ­ແຫຼງ­ການ​ຮ່ວມ ​ລະ­ຫວ່າງຫວຽດ­ນາມ - ກຳ­ປູ­ເຈຍ ໃນ​ບັນ­ດາ​ປີ 1999, 2005, 2009, 2011, 2014, 2016, ເຄົາ­ລົບ​ຄວາມ​ເປັນ​ເອ­ກະ­ລາດ, ​ອະ­ທິ­ປະ​ໄຕ ແລະ ຜືນ​ແຜ່ນ­ດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ແລະ ກັນ, ບໍ່​ໃຫ້​ກຳ­ລັງ​ສັດ­ຕູ​ໃດໆ​ນຳ​ໃຊ້​ດິນ­ແດນ​ປະເທດ​ຕົນ ​ເພື່ອ​ນາບ​ຂູ່​ຕໍ່​ຄວາມ​ສະ­ຫງົບ​ຂອງ​ປະ­ເທດ​ອື່ນ, ແກ້​ໄຂ​ບັນ­ຫາ​ທີ່​ເກີດ​ຂຶ້ນ​ລະ­ຫວ່າງ​ສອງ​ປະເທດ​ດ້ວຍ​ສັນ­ຕິ​ພິ­ທີ.

ກ່ຽວ​ກັບ​ບັນ­ຫາ​ຊາຍ​ແດນ, ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ກັນ ​ຈະ​ມອບ​ໃຫ້ຄະ­ນະ​ກຳ­ມະ­ການ​ຮ່ວມ​ກ່ຽວ​ກັບ​ການ​ແບ່ງ​ເຂດ​ປັກ​ຫຼັກ​ໝາຍ​ຊາຍ​ແດນສອງ​ຝ່າຍ​ ປະ­ສານ​ສົມ­ທົບ​ກັນແກ້​ໄຂ​ດ້ວຍ​ມາດ​ຕະ­ການ​ຍຸຕິທຳ, ເໝາະສົມ ເຊິ່ງທັງສອງຝ່າຍອາດສາມາດຮັບຮອງໄດ້ ແນ­ໃສ່​ສຳ­ເລັດ​ວຽກ​ງານ​ແບ່ງ​ເຂດ​ປັກ​ຫຼັກ​ໝາຍ​ຊາຍແດນ​ຢູ່​ທາງ­ບົກ​​ໂດຍ​ໄວ, ກໍ່​ຄື​ແກ້​ໄຂ​ໃຫ້​ໄດ້​ດີ​ ບັນ­ດາ​ບັນ­ຫາ​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ສາຍ​ຊາຍ​ແດນ​ຕາມ​ກົນ​ໄກ​ທີ່​ມີຢູ່ ແລະ ບົນ​ຈິດ­ໃຈ​ບ້ານ​ໃກ້​ເຮືອນ​ຄຽງ​ ​​ມິດ­ຕະ­ພາບ ​ລະ­ຫວ່າງ​ສອງ​ປະ­ເທດ.

ສອງຝ່າຍໄດ້​ເນັ້ນເຖິງ​ຄວາມ​ສຳ­ຄັນ​ຂອງ​ການ​ຮັກ­ສາ​​ສັນ­ຕິ­ພາບ, ສະ​ຖຽມ​ລະ​ພາບ ແລະ ຄວາມ​ສະ­ຫງົບ​ປອດ​ໄພ ​ຢູ່​ທະ­ເລ​ຕາ­ເວັນ​ອອກ; ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ພິ­ພາດ​ຕ່າງໆ ​ດ້ວຍ​ສັນ­ຕິ​ວິ­ທີ, ​ອົດ­ທົນ​ອົດ​ກັ້ນ, ບໍ່​ນຳ​ໃຊ້​ກຳ­ລັງ​ອາ­ວຸດ ຫຼື​ນາບ​ຂູ່​ໃຊ້​ກຳ­ລັງ​ອາ­ວຸດ, ສອດຄ່ອງ​ກັບ​ບັນ­ດາ​ຫຼັກ­ການ​ທີ່​ໄດ້​ຮັບ​ການ​ຮັບ­ຮອງ​ເອົາ​ຢ່າງ​ກວ້າງ­ຂວາງ​ຂອງ​ກົດ­ໝາຍ​ສາ­ກົນ ​ລວມ​ທັງອະ​ນຸ​ສັນ­ຍາ​ສະ­ຫະ​ປະ­ຊາ​ຊາດ​ວ່າ​ດ້ວຍ​ກົດ­ໝາຍ​ທະ­ເລ​ປີ 1982 (UNCLOS), ສອງ​ຝ່າຍ​ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ ຈະ​ປະ­ສານ​ສົມ­ທົບ​ພ້ອມ​ກັນ​ພະ­ຍາ­ຍາມ​ປະ­ຕິ­ບັດ​ຖະ­ແຫຼງ­ການ​ກ່ຽວ​ກັບ​ການ​ປະ­ພຶດ​ຂອງ​ບັນ­ດາ​ຝ່າຍ​ຢູ່​ທະ­ເລ​ຕາ­ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະ​ສິດ­ທິ​ຜົນ​, ແລະ​ບັນ­ລຸ​ປະ­ມວນ​ຂໍ້​ກຳ­ນົດ​ກ່ຽວ​ກັບ​ວິທີ​ປະ­ພຶດ​ຢູ່​ທະ­ເລ​ຕາ­ເວັນ​ອອກ (COC) ໂດຍ​ໄວ.

ສອງ​ຝ່າຍ​ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ຈະ​ສືບ​ຕໍ່​ປະ­ສານ​ສົມ­ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ກັບ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ອື່ນ ​ໃນ​ບັນ­ດາ​ຂອບ​ຂອງ​ຄະ­ນະ​ກຳ­ມາ​ທິ​ການ​ແມ່­ນ້ຳ​ຂອງ​ສາ­ກົນ, ຮ່ວມ​ມື​ແມ່­ນ້ຳ​ຂອງ - ລານກາງ ແລະ ການ​ຮ່ວມ​ມື​ອື່ນໆ ​ແນ­ໃສ່​ຮັບ­ປະ­ກັນ​ການ​ຄຸ້ມ​ຄອງ ແລະ ນຳ​ໃຊ້​ແຫຼ່ງ​ນ້ຳ​ຢູ່​ລົ່ງ​ແມ່­ນ້ຳ​ຂອງ​ຢ່າງຍືນ​ຍົງ.

ນາຍົກ​ລັດ­ຖະ­ມົນ­ຕີ​ທັງ​ສອງ​ທ່ານ​ກໍ່​ໄດ້​ເປັນ​ສັກ­ຂີ​ພິ­ຍານ​ພິ­ທີ​ລົງ​ນາມ​​ໃນເອ­ກະ­ສານ​ຮ່ວມ​ມື 3 ສະ­ບັບ​ຄື: ສົມ​ທິ​ສັນ­ຍາ​ວ່າ​ດ້ວຍ​ການ​ຊ່ວຍ­ເຫຼືອ​ຊຶ່ງ​ກັນ​ແລະ​ກັນທາງ​ດ້ານ​ກົດໝາຍອາ­ຍາ​ ລະ­ຫວ່າງ​ລັດຖະບານສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນິ­ຍົມ ຫວຽດ­ນາມ ແລະ ລັດ­ຖະ­ບານ​ລາ­ຊະ­ວົງ ກຳ­ປູ­ເຈຍ; ສັນ­ຍາ​ວ່າ​ດ້ວຍ​ການ​ສົ່ງ​ຜູ້​ທີ່​ຖືກ​ຕັດ­ສິນ​ຈຳ​ຄຸກ ລະ­ຫວ່າງ​ສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນິ­ຍົມ ຫວຽດ­ນາມ ແລະ ລາ­ຊະ​ອາ­ນາ­ຈັກ ກຳ­ປູ­ເຈຍ; ຂໍ້​ຕົກ­ລົງ​ຮ່ວມ​ມື​ລະຫວ່າງ​ ຄະ­ນະ​ກຳ­ມະ­ການ​ຊົນ­ເຜົ່າ ແຫ່ງ​ສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນິ­ຍົມ ຫວຽດ­ນາມ ແລະ ກະຊວງ​ພິທີ​ກຳແລະສາ­ສະ­ໜາ ແຫ່ງ​ລາ­ຊະ​ອາ­ນາ­ຈັກ ກຳ­ປູ­ເຈຍ.

ສອງ​ຝ່າຍ​ໄດ້​ເປັນ​ເອ­ກະ​ພາບ ​ໃນ​ການ​ປະ­ສານ​ສົມ­ທົບ​ຈັດ​ຕັ້ງ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງຕັ້ງ​ສາຍ​ພົວ­ພັນ​ທາງການ​ທູດ ຫວຽດ­ນາມ - ກຳ­ປູ­ເຈຍ ຄົບຮອບ 50 ປີ (24 ມິຖຸ​ນາ 1967 – 24 ມິຖຸ​ນາ 2017) ແນ­ໃສ່​ເພີ່ມ​ທະ­ວີ​ຄວາມ​ເຂົ້າ­ໃຈ​ລະ​ຫ່າງ​ປະ­ຊາ­ຊົນ​ສອງ​ປະ­ເທດ, ພິ­ເສດ​ແມ່ນ​ໄວ​ໜຸ່ມ ແລະ ມອບ​ໃຫ້ກະ­ຊວງ​ການ​ຕ່າງປະ­ເທດ​ຂອງ​ທັງ​ສອງ​ປະ­ເທດ​ ​ຈັດ​ຕັ້ງ​ບັນ­ດາ​ການ­ເຄື່ອນ­ໄຫວ​ສະ­ເຫຼີມ­ສະ­ຫຼອງ​ນີ້.

ເນື່ອງ​ໃນ​ໂອ­ກາດ​ນີ້, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຮຸນ​ແຊນ ໄດ້​ຖື​ເປັນ​ກຽດ​ເຊີນ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ​ ໄປ​ຢ້ຽມ­ຢາມລາ­ຊະ​ອາ­ນາ­ຈັກ ກຳ­ປູ­ເຈຍ​ໃນ​ປີ­ໜ້າ​ນີ້. ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນ​ຟຸກ ໄດ້​ສະ­ແດງ​ຄວາມ​ຂອບ​ອົກ​ຂອບ­ໃຈ​ຢ່າງ​ຈິງ​ໃຈ ແລະ ຮັບ​ຄຳ​ເຊີນ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ.

* ໃນ​ຂອບ​ການ​ຢ້ຽມ­ຢາມ​ຄັ້ງ​ນີ້, ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຮຸນ​ແຊນ ໄດ້​ມາ​ຢ້ຽມ­ຢາມ​ເຂດ​ຮ່ອງ­ຮອຍ​ປະຫວັດ­ສາດ ກອງ 125 - ເປັນ​ບັນພະອົງ­ການ​​ຂອງ​ກອງກຳ­ລັງ​ປະ­ກອບ​ອາ­ວຸດ​ສາ­ມັກ­ຄີ​ກູ້​ຊາດ ກຳ­ປູ­ເຈຍ, ທີ່​ຕາ​ແສງ ລອງ​ຢາວ, ເມືອງ​ເກີ໋ມ​ໝີ, ແຂວງ​ດົ່ງ​ນາຍ; ​ໄປ​ເຜົາ​ເຄື່ອງ​ຫອມ​ທີ່​ຂຸມ​ຝັງ​ສົບ​ຂອງນັກ­ຮົບກຳປູ​ເຈຍ​ 49 ຄົນໃນສຸສານທີ່​ນັ້ນ.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຮຸນ​ແຊນ ໄດ້​ສະ­ແດງ​ຄວາມ​ຂອບ​ອົກ​ຄອບ​ໃຈ​ຕໍ່ພັກ, ລັດ­ຖະ­ບານ ຫວຽດນາມ ທີ່ໄດ້​ໃຫ້​ການ​ເບິ່ງ­ແຍງ​ຮັກ­ສາ​ ເຂດ​ຮ່ອງ­ຮອຍ ກອງ 125 ​ແລະ ສຸສານ​ຂອງ​ນັກ­ຮົບກຳປູ​ເຂ​ຍ​ຢູ່ບໍລິ​ເວນ​​ນີ້.

ການ​ຢ້ຽມ­ຢາມ​ຫວຽດ­ນາມ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຮຸນ​ແຊນ ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ຜົນ­ສຳ­ເລັດ​ອັນ​ດີງາມ, ໄດ້​ປະ­ກອບ­ສ່ວນ​ສ້າງ​ກຳ­ລັງ​ໜູນ​ເພື່ອ​ຊຸກ­ຍູ້​ສາຍ​ພົວ­ພັນ​ມິດ­ຕະ­ພາບ​ອັນ​ເປັນ​ມູນ­ເຊື້ອ ແລະ ການຮ່ວມ​ມື​ແບບ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ­ງາມ​ ​ລະ­ຫວ່າງ​ສອງ​ປະ­ເທດ ຫວຽດ­ນາມ - ກຳ­ປູ­ເຈຍ ​ໃຫ້​ຂະຫຍາຍຕົວຢ່າງ​ແຂງແຮງກວ່າ​ອີກ./.

                                                ສັງ​ລວມ​ໂດຍ ເຟືອງ​ຈ່າ