ວກ.ອອນ​ໄລ - ​ເພື່ອ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສສ ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ, ​ແລະຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວ, ທ່ານ ຟ້າ​ມບິ່ງ​ມິ​ງ ​ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນ​ຕີກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 25 - 26 ທັນວາ 2016 ​ແລະ ​ເປັນ​ປະທານ​ຮ່ວມ​ທີ່​ກອງ​ປະຊຸມ​ປຶກສາ​ຫາລື​ຂັ້ນ​ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ - ລາວ ຄັ້ງ​ທີ III.

ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທີ່ພິທີຕ້ອນຮັບ. (ພາບ: TTXVN)

ໃນ​ຂອບ​ການ​ຢ່ຽມຢາມ, ທ່ານຟ້າ​ມບິ່ງ​ມິ​ງ ​ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນ​ຕີກະຊວງ​ການ​ຕ່າງປະ​ເທດຫວຽດນາມ​ ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ ບຸນ​ຍັງ​ວໍລະ​ຈິດ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີລາວ.

​ໃນ​ທີ່​ການ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ນັ້ນ, ບັນດາ​ທ່ານ​ຜູ້ນຳ​ຂັ້ນ​ສູງ​ລາວ ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍຕໍ່ທ່ານຟ້າ​ມບິ່ງ​ມິ​ງ ​ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນ​ຕີກະຊວງ​ການ​ຕ່າງປະ​ເທດຫວຽດນາມ ທີ່​ໄດ້​ມາ​ຢ້ຽມຢາມ​ປະ​ເທດ​ລາວ ​ຢ່າງ​ເປັນ​ທາງ​ການ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ເມືອງ​ຂັ້ນ​ລັດຖະມົນຕີ​ກະຊວງ ​ຄັ້ງ​ທີ III; ຕີ​ລາຄາ​ສູງ​ຕໍ່​ກົນ​ໄກ​ຮ່ວມ​ມືທີ່​ສຳຄັນ​ນີ້ ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກປ່ຽນ​ຢ່າງ​ກວ້າງຂວາງ ​ເລິກ​ເຊິ່ງ ກ່ຽວ​ກັບ​ບັນດາ​ບັນຫາ​ຍຸດ​ທະ​ສາດ ບົນ​ພື້ນຖານ​ຄວາມ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​​ແລ​ະກັນ ​ແລະ ການ​ສົມທົບ​ຢ່າງ​ມີ​ປະສິດທິ​ຜົນ​ ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ ​ເພື່ອ​ເປັນ​ທີ່​ປຶກສາ​ໃຫ້​ແກ່​ການ​ນຳ​ພັກ, ລັດ​ຂອງ​ແຕ່ລະ​ຝ່າຍ​ໃນ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ.

ບັນດາ​ສະ​ຫາຍ​ຜູ້ນຳຂອງ​ລາວ ກໍ​ໄດ້​ຕີ​ລາຄາ​ສູງ ​ແລະ ຂອບ​ໃຈ​ຕໍ່​ການ​ສະໜັບສະໜູນ, ຊ່ວຍ​ເຫຼືອອັນ​ໃຫຍ່​ຫຼວງ, ສຸດ​ອົກ​ສຸດ​ໃຈ​ຂອງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ທີ່ມີ​ຕໍ່​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ​ລາວອ້າຍ​ນ້ອງ ​ແລະ ຢືນຢັນ​ວ່າ ​ຍາມ​ໃດ​ກໍ່​ໃຫ້​ຄວາມ​ສຳຄັນ ​ແລະ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ; ຂອບ​ໃຂ​ເປັນ​ພິ​ເສດ​ຕໍ່​ການ​ຊ່ວຍ​ເຫຼືອ​ຢ່າງ​ຈິງ​ໃຈ​ຂອງ​ຫວຽດນາມ ທີ່​ໄດ້​ຊ່ວຍ​ໃຫ້​ລາວຮັບຜິດ​ຊອບບົດບາດ​ປະທານ​ໝູນວຽນ​ ອາ​ຊຽນ ​ໃນ​ປີ 2016 ຢ່າງ​ສຳ​ເລັດ​ຜົນ, ຊ່ວຍ​ຍົກ​ສູງ​ຖານະ​ບົດບາດ​ຂອງ​ລາວ​ໃນ​ເວທີ​ສາກົນ. ບັນດາ​ສະຫາຍ​ຜູ້ນຳ​ຂອງ​ລາວສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ວ່າ ສອງ​ຝ່າຍ​ຈະ​ສືບຕໍ່ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ ໃນ​ເວລາ​ສະ​ເພາະ​ໜ້າ; ພ້ອມ​ກັນ​ນັ້ນ​ກໍ່​ເນັ້ນ​ຢ້ຳວ່າ ​ສອງ​ຝ່າຍ​ຄວນ​ສົມທົບ​ກັນ​ກະກຽມ​ເປັນ​ຢ່າງ​ດີ ການສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ລາວ ຄົບຮອບ 55 ປີ ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 40 ປີ​ ໃນ​ປີ 2017.

ທ່ານຟ້າ​ມບິ່ງ​ມິ​ງ ​ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນ​ຕີກະຊວງ​ການ​ຕ່າງປະ​ເທດ ຖື​ເປັນ​ກຽດ​ສົ່ງ​ຄຳ​ຢ້ຽມຢາມ​ຖາມ​ຂ່າວທີ່​ອົບ​ອຸ່ນ ສະໜິດສະໜົມ ຂອງ​ບັນດາ​ສະຫາຍ​ຜູ້ນຳ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານຫວຽດນາມ ມາ​ຍັງ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ, ສະຫາຍ ທອງ​ລຸນ ​ສີ​ສຸ​ລີດ ນາຍົກລັດຖະມົນ​ຕີ​ລາວ; ອວຍພອນຊົມ​ເຊີຍ​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ​ທີ່​ປະຊາຊົນ​ລາວ​ອ້າຍນ້ອງ​ຍາດ​ມາ​ໄດ້ ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາງ​ສ່ອງ​ໃສ​ຂອງ​ພັກປະຊາຊົນ​ປະຕິວັດ​ລາວ ​ແລະ ລັດຖະບານ​ລາວ; ພິ​ເສດ, ອວຍພອນຊົມ​ເຊີຍຜົນສຳ​ເລັດ​ຂອງລາວ​ໃນ​ການ​ປະຕິບັດບົດບາດ​ປະທານ​ໝູນວຽນ​ ອາ​ຊຽນ ​ໃນ​ປີ 2016; ພ້ອມ​ກັນ​ນັ້ນ​ກໍ່​ຢືນຢັນ​ວ່າ​ ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໃນ​ການ​ປັບປຸງ​ແລະ​ເພີ່ມ​ທະວີ​ຄວາມ​ພົວພັນ​ພິ​ເສດຫວຽດນາມ - ລາວ ຍິ່ງ​ກວ່າ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ​ຄວາມ​ສຳ​ເລັດ​ຂອງ​ພາລະກິດ​ການ​ປະຕິວັດ​ ໃນ​ແຕ່ລະ​ປະ​ເທດ.

​ໃນ​ທີ່ກອງ​ປະຊຸມ​ປຶກສາຫາລື​ລະຫວ່າງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ - ລາວ, ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈ​ຕໍ່​ການ​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ ຂອງ​ຄວາມ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ຫວຽດນາມ - ລາວ. ສອງ​ຝ່າຍ​ກໍ່ໄດ້ສຸມ​ໃສ່​ແກ້​ໄຂ​ເທື່ອ​ລະ​ກ້າວ​ ຄວາມ​ຫຍຸ້ງຍາກ ສິ່ງ​ຄົງ​ຄ້າງຕ່າງ​ໆ ​ເພື່ອຍູ້​ແຮງການ​ຮ່ວມ​ມື​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ​ລະຫວ່າງ​ສອງ​ປະ​ເທດ ທາງ​ດ້ານ​ເສດຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ເຊື່ອມ​ຕໍ່​ຈຸດ​ໜັກ​ທາງ​ດ້ານ​ພະລັງງານ ​ແລະ ​ຄົມມະນາຄົມຂົນ​ສົ່ງ; ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກສາ ກໍ່ສ້າງ ພັດທະນາ​ຊັບພະຍາກອນ​ມະນຸດ, ຄຸ້ມ​ຄອງ​ແລະ​ນຳໃຊ້​ທຶນ​ຊ່ວຍ​ເຫຼືອ​ໃຫ້​ແກ່​ລາວ.

​ທ່ານລັດຖະມົນຕີ​ທັງ​ສອງ​ໄດ້ຢືນຢັນຈະ​ຊີ້​ນຳ​​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ລາວ ສືບ​ຕໍ່ສົມທົບ​ກັນຮັບ​​ໃຊ້​ເປັນ​ຢ່າງ​ດີ​ ໃຫ້​ແກ່​ບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ ລະຫວ່າງ​ສອງ​ປະ​ເທດ, ສົມທົບ​ກັນ​ເພີ່ມ​ທະວີ​ປະສິດທິ​ຜົນ​ ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ພັດທະນາ​ຄວາມ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ມີປະສິດທິ​ຜົນ; ຊຸກຍູ້​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ, ພິ​ເສດ​ແມ່ນ​ບັນດາ​ຖະ​ແຫຼ​ງການ​ຮ່ວມ​ ໃນ​ການ​ຢ້ຽມຢາມ​​ປະ​ເທດ​ຫວຽດນາມຢ່າງເປັນ​ທາງ​ການ ​ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ ​ເລຂະ​ທິການ​ໃຫຍ່ ປະທານ​ປະ​ເທດ​ລາວ ​ແລະ ການ​ຢ້ຽມຢາມ​ປະ​ເທ​ດລາວຢ່າງເປັນ​ທາງ​ການ ​ຂອງ​ທ່ານ ຫງວຽນຝູຈ້ອງ. ສອງ​ຝ່າ​ຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ ກວ້າງຂວາງ ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ລາວ ຄົບຮອບ 55 ປີ ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 40 ປີ​ ໃນ​ປີ 2017, ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ​ ເລິກ​ເຊິ່ງ ກ່ຽວ​ກັບ​ຄວາມ​ສາມັກຄີ​ພິ​ເສດ​ຫວຽດນາມ - ລາວ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ຂອງ​ສອງ​ປະ​ເທດ.

ສອງ​ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ກວ້າງຂວາງ​ ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ​ສາກົນ​ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈຮ່ວມ​ກັນ, ​ໃນ​ນັ້ນ​ມີ​ສິ່ງ​ແວດ​ລ້ອມ​ຍຸດ​ທະ​ສາດ​ອາຊີ - ປາຊີ​ຟິກ, ການ​ຮ່ວມ​ມື​ໃນ ອາ​ຊຽນ, ການ​ພັດທະນາ​ອະນຸ​ພາກ​ພື້ນ ​ແລະ ການ​ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ, ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ສອງຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ; ​ເປັນ​ເຈົ້າ​ການ ​ແລະ ຕັ້ງ​ໜ້າ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ​ແລກປ່ຽນ​ທັດສະນະ ​ແລະ ສົມທົບ​ຫຼັກ​ໝັ້ນ​ໃນ​ການ​ປຶກສາ​ຫາລືຢູ່​ທຸກ​ຊ່ອງ​ທາງ ​ແລະ ຂັ້ນ​ຕ່າງໆ, ປະກອບສ່ວນ​ຍົກ​ສູງ​ຖານະ​ບົດບາດ​ສາກົນ​ຂອງ​ແຕ່ລະ​ປະ​ເທດ.

ຫຼັງ​ຈາກ​ການ​ພົບ​ປະ​ປຶກສາ​ຫາລື, ທ່ານຟ້າ​ມບິ່ງ​ມິ​ງ ​ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນ​ຕີກະຊວງ​ການ​ຕ່າງປະ​ເທດ ​ໄດ້​ເປັນ​ສັກຂີ​ພະຍານ​ພິທີ​ມອບ​ປະກາສະ​ນິຍະ​ບັດ​ປີນ​ຍາ​ເອກ​ກິ​ຕິ​ມະ​ສັກ ຂອງ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ແກ່​ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ./.

ສັງ​ລວມ​ໂດຍ ​ເຟືອງ​ຈ່າ