ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງທ່ານ​ ສີ ຈິ້ນ​ຜິ​ງ ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ຈີນ, ທ່ານເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ ສາທາລະນະ​ລັດ ປະຊາຊົນ​ຈີນ ​ແຕ່​ວັນ​ທີ 12 ຫາ 15 ມັງກອນ 2017.

ທ່ານເລຂາທິການໃຫຍ່ ປະທານປະເທດຈີນ ສີ ຈິ້ນຜິງ ເປັນເຈົ້າພາບງານລ້ຽງນ້ຳຊາ ເພື່ອຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. (ພາບ: TTXVN)

ໃນ​ເວລາ​ຢ້ຽມຢາມ​ປະ​ເທດຈີນ, ທ່ານເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ພົບປະ​ເຈລະຈາ​ກັບທ່ານ​ ສີ ຈິ້ນ​ຜິ​ງ ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ຈີນ; ພົບ​ປະ​ຫາລື​ກັບ​ບັນດາ​ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງພັກ: ນາຍົກລັດຖະມົນຕີຈີນ ຫລີ່ ​ເຄີ້ສຽງ, ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ​ ຈາງ ​ເຕີ້​ຈຽງ, ປະທານ​ການ​ປະຊຸມ​ປຶກສາ​ຫາລື​ການ​ເມືອງ​ປະຊາຊົນ​ຈີນ ຢູ ​ເຈິ​ງ​ເຊິງ, ​ເລຂາ​ຄະນະ​ກຳມະການ​ກວດກາ​ວິ​ໄນ​ສູນ​ກາງ ຫວາງ ກີ໋​ຊານ; ​ເຂົ້າ​ຮ່ວມ​ການ​ພົບ​ປະມິດຕະພາບສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ຈີນ ຄົບຮອບ 67 ປີ ​ແລະ ຕ້ອນຮັບປີ​ໃໝ່ 2017. ​ໃນ​ການ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເອກະສານ​ການ​ຮ່ວມ​ມື 15 ສະບັບ​ກ່ຽວ​ກັບ​ຂົງ​ເຂດ​ຕ່າງໆ; ອອກ​ຖະ​ແຫຼ​ງການ​ຮ່ວມທີ່​ປະກອບ​ດ້ວຍ 10 ຂໍ້.

ທ່ານເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ແລະ​ຄະນະ​ຜູ້​ແທນຂັ້ນ​ສູງ​ຫວຽດນາມໄດ້​ໄປ​ຢາມ​ແຂວງ​ເຈີ໋ຈຽງ ​ເຊິ່ງ​ເປັນ​ທ້ອງ​ຖິ່ນ​ທີ່​ເປັນ​ແບບຢ່າງ​ກ່ຽວ​ກັບ​ຈິດ​ໃຈທຸລະ​ກິດ, ຂະຫຍັນ​ຂັນ​ເຄື່ອນ, ປະດິດ​ສ້າງ ​ເປັນອັນ​ດັບ​ໜຶ່ງ​ຂອງ​ຈີນ; ພົບ​ປະ​ກັບ​ບັນດາ​ນັກທຸລະກິດ​ທີ່​ດີ​ເດັ່ນ​ຂອງ​ຈີນ.

ຜ່ານ​ການ​ພົບ​ປະ​ຫາລື ປຶກສາ​ເຈລະຈາ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທ​ດ; ລົງ​ເລິກ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ນຳ​ກັນ ​ແລະບັນລຸ​ເຖິງ​ຄວາມ​ຮັບ​ຮູ້​ລວມທີ່​ກວ້າງຂວາງກ່ຽວກັບການ​ພັດທະນາ ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງລັດໃນ​ໄລຍະ​ໃໝ່​ ຂະຫຍາຍຕົວ​ເລິກ​ເຊິ່ງຍິ່ງ​ຂຶ້ນ​; ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃນ​ຮ່ວມ​ກັນ.

ສອງ​ຝ່າຍ​ໃຫ້​ທັດສະນະ​ວ່າ, ຫວຽດນາມ ​ແລະ ຈີນ ​​ເປັນ​ສອງ​ປະ​ເທດ​ເພື່ອນ​ບ້ານ​ໄກ້​ຄຽງທີ່​ມີ​ມູນ​ເຊື້ອ​ມິດຕະພາບ​ມາ​ແຕ່​ດົນ​ນານ, ລ້ວນ​ແຕ່​ເປັນ​ປະ​ເທ​ດສັງຄົມ​ນິຍົມ​ໂດຍ​ແມ່ນ​ພັກ​ກອມ​ມູນິດ​ນຳພາ; ການ​ພັດທະນາ​ຍືນ​ຍົງ​ຂອງ​ແຕ່ລະ​ປະ​ເທດ ​ແລະ ຄວາມ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ໝາຍສຳຄັນ​ສຳ​ລັບ​ທັງ​ສອງ​ປະ​ເທດ.

ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ວ່າ, ​ໄມຕີ​ຈິດ​ມິດຕະພາບອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ຈີນ ທີ່​ທ່ານ​ປະ​ທານ​ໂຮ່ຈີ​ມິນ ​ແລະ ທ່ານ​ປະ​ທານ​ເໝົາ​ເຈີ໋ຕຸ​ງ ພ້ອມ​ດ້ວຍ​ບັນດາທ່ານ​​ຜູ້ນຳຮຸ່ນກ່ອນ ​ໄດ້​ກໍ່​ຕັ້ງ​ແລະ​ເພີ່ມ​ພູນ​ຄູນ​ສ້າງ​ມາ​ຕະຫຼອດນັ້ນ ​ແມ່ນ​ຊັບ​ສົມບັດ​ອັນ​ປະ​ເສີດ​ຂອງ​ສອງ​ພັກ, ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຕ້ອງ​ສືບ​ທອດ, ຮັກສາ ​ແລະ ​ເສີມ​ຂະຫຍາຍ​ໃນ​ສະພາບ​ການ​ໃໝ່​ໃຫ້​ໄດ້​ດີ​ວ່າວ​ອີກ. 

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຮັກສາ ​ແລະ ​ເພີ່ມ​ທະວີການ​ແລກປ່ຽນ​ຂັ້ນ​ສູງ​ຫວຽດນາມ - ຈີນ; ​ເສີມ​ຂະຫຍາຍ​ບົດບາດ​ປະສານ​ງານ​ລວມ ຂອງ​ບັນດາ​ກົນ​ໄກ​ແລກປ່ຽນ, ຮ່ວມ​ມື​ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ; ​ເພີ່ມ​ທະວີ​ການ​ແລກປ່ຽນ, ຮ່ວມ​ມື​ນຳ​ກັນ ​ໃນ​ບັນດາ​ຂົງ​ເຂດ​ ການ​ທູດ, ການ​ປ້ອງ​ກັນຊາ​ດ, ການ​ຮັກສາ​ຄວາມ​ສະຫງົບ ​ແລະ ປະຕິບັດ​ກົດໝາຍ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ, ຍູ້​ແຮງ​ການ​ແລກປ່ຽນ, ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເຊັ່ນ ກະສິກຳ, ສິ່ງ​ແວດ​ລ້ອມ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ຄົມມະນາຄົມ​ຂົນ​ສົ່ງ... ສົ່ງ​ເສີມ​ໃຫ້​ບັນດາ​ວິ​ສາ​ຫະກິດ​ດີ​ເດັ່ນ​ຂອງ​ຈີນ​ ມາ​ລົງທຶນ​ໃນ​ບັນດາ​ໂຄງການທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ ​ແລະ ຍຸດ​ທະ​ສາດ​ການ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ​ຫວຽດນາມ, ​ເປີດ​ກວ້າງ​ການ​ນຳ​ເຂົ້າບັນດາ​ປະ​ເພດ​ສິນຄ້າ​ທີ່​ມີ​ແຮງ​ແຂ່ງຂັນ​ຂອງ​ຫວຽດນາມ, ພ້ອມ​ນັ້ນ​ກໍ່ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ເຂົ້າລົງທຶນ ທຳ​​ທຸລະ​ກິດທີ່​ປະ​ທດ​ຈີນ.

ສອງ​ຝ່າຍ​​ໃຫ້​ທັດສະນະ​ວ່າ, ຕ້ອງ​ຊຸກຍູ້​ການ​ແລກປ່ຽນ​ຢ່າງຟົກ​ຟື້ນ, ​ເຊື່ອມ​ຕິດ​ສະໜິດ​ແໜ້ນ​ລະຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ລະຫວ່າງ​ຊາວ​ໜຸ່ມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ແລະ​ມິດຕະພາບ​ລະຫວ່າງສອງປະ​ເທດ. ສອງຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ ຊື່​ສັດ​ສຸດຈະລິດ ​ກ່ຽວກັບບັນຫາ​ເທິງ​ທະ​ເລ; ​ເນັ້ນໜັກວ່າຄວນ​ປະຕິ​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນ ​ເຊິ່ງການ​ນຳ​ຂອງ​ສອງ​ພັກ, ສອງ​ປະ​ເທດ​ໄດ້​ບັນລຸ ​ແລະ “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ອັນ​ພື້ນຖານ ທີ່​ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ຫວຽດນາມ - ຈີນ”; ນຳ​ໃຊ້​ເປັນ​ຢ່າງ​ດີ ​ກົນ​ໄກ​ເຈລະຈາ​ຂັ້ນ​ລັດຖະບານ ກ່ຽວ​ກັບ​ຊາຍ​ແດນ​ປະ​ເທດ​ຫວຽດນາ - ຈີນ; ຕັ້ງ​ໝັ້ນ​ຜ່ານ​ການປຶກສາ​ຫາລື, ​ເຈລະຈາມິດຕະພາບ ​ເພື່ອ​ຊອກ​ຫາ​ວິທີ​ແກ້​​ໄຂອັນ​ພື້ນຖານ ​ແລະ ຍາວ​ນານ ທີ່​ສອງ​ຝ່າຍ​ອາດ​ຈະ​ຍອມຮັບ​ໄດ້; ຕັ້ງໜ້າ​ຄົ້ນຄວ້າ​ວິທີ​ແກ້​ໄຂ​ທີ່​ມີ​ລັກ​ສະ​ນະ​ຂ້າມ​ຜ່ານ ທີ່​ບໍ່​ເປັນ​ຜົນ​ສະທ້ອນ​ເຖິງ​ຫຼັກ​ໝັ້ນ ​ແລະ ​ແຜນ​ນະ​ໂຍບາຍ​ຂອງ​ແຕ່ລະ​ຝ່າຍ, ປະກອບ​ດ້ວຍ​ການ​ຄົ້ນ​ຄວ້າ ​ແລະ ປຶກສາ​ເຈລະຈາ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ. 

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະສືບ​ຕໍ່​ປະຕິບັດ “ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ” (DOC) ຢ່າງຮອບດ້ານ ​ແລະ ມີ​ປະສິດທິ​ຜົນ ບົນ​ພື້ນຖານ​ປຶກສາ​ເຈລະຈາ​ເປັນ​ເອກະ​ພາບ, ກໍ່ສ້າງ “ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ” ​ໂດຍ​ໄວ” (COC); ຄວບ​ຄຸມ​ຂໍ້​ພິພາດ​ຂັດ​ແຍ້​ງຢູ່​ທະ​ເລ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ບໍ່​ມີ​ການ​ກະທຳທີ່​ເປັນ​ການ​ກໍ່​ຄວາມ​ສັບສົນ ​ເປີດ​ກວ້າງຂໍ້​ພິພາດ​ຂັດ​ແຍ່ງ, ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ./.

ໂດຍ ບນ (ສັງລວມຈາກຂ່າວສານ​ຫວຽດນາມ)