ວກ.ອອນ​ໄລ - ​​ໂດຍຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ ທ່ານ​ຫງວຽນຊວນ​ຝຸກ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ ຊິນ​ໂຊ ອາ​ເບະ ​ແລະ ພັນ​ລະ​ຍາ ​ໄດ້ມາ​ຢ້ຽ​ມຢາມ​ປະ​ເທດ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 16 ຫາ 17 ມັງກອນ 2017. 

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊ ອາເບະ ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝຸກ ເປັນເຈົ້າພາບ ໄດ້ຈັດຂຶ້ນຢ່າງສົມກຽດທີ່ເດີນທຳນຽບປະທານປະເທດ. (ພາບ: TTXVN)

ໃນ​ຂອບ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ ຊິນ​ໂຊ ອາ​ເບະ ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ​ນາ​ຍັກ​ລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ; ​ເປັນ​ປະທານ​ການ​ປະຊຸມ​ນັກ​ຂ່າວ; ຢ້ຽມ​ຄຳນັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ; ພົບ​ປະ​ຫາລື​ກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທີ້ກິມ​ເງິນ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ​ແລ​ະ ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ ຊິນ​ໂຊ ອາ​ເບະ ​ເປັນ​ປະທານ​ການ​ສຳ​ມະ​ນາ​ວິ​ສາ​ຫະກິດ​ຫວຽດນາມ - ຍີ່ປຸ່ນ; ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ ຊິນ​ໂຊ ອາ​ເບະ ຍັງ​ໄດ້​ພົບ​ປະ​ກັບ​ທ່ານ ຟ້າ​ມມິ​ງຈິ໊ງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ກຸ່ມ​ມິດຕະພາບ​ລັດຖະສະພາ​ ຫວຽດນາມ-ຍີ່ປຸ່ນ; ພົບ​ປະ​ກັບ​ຜູ້ອຳນວຍການມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ແລະ ພະນັກງານ, ນັກຮຽນ​ນັກ​ສຶກສາ​ຈຳນວນ​ໜຶ່ງ​ ຂອງ​ມະຫາວິທະຍາ​ໄລ​ຫວຽດນາມ - ຍີ່ປຸ່ນ. 

​ໃນ​ບັນຍາກາດ​ແຫ່ງ​ໄມຕີ​ຈິດ​ມິດຕະພາບ, ຄວາມ​ເຊື່ອ​ຖື ​ແລະ ​ຄວາມເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ສອງ​ຝ່າຍ​ໄດ້​ບັນລຸ​ເຖິງຄວາມ​ເປັນ​ເອກະສັນ​ສູງ ກ່ຽວ​ກັບ​ບັນດາ​ທິດ​ທາງ​ໃຫຍ່ ​ແລະ ບັນດາ​ມາດ​ຕະການ​ອັນ​ລະອຽດ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ຄວາມ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ຍີ່ປຸ່ນ ຂະຫຍາຍຕົວ​ຢ່າງຮອບດ້ານ, ຕົວ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ ​ໃນ​ເວລາ​ຕໍ່ໜ້າ. 

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ເຊື່ອ​ຖື​ຊຶ່ງ​ກັນ​ແລະ​ກັນ​ທາງ​ດ້ານ​ການ​ເມືອງ ​ໂດຍ​ຜ່ານ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ, ​ເພີ່ມ​ທະວີ​ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກການ​ເຈລະຈາ​ຫາລື; ຢືນຢັນ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ ເພື່ອ​​ເຮັດໃຫ້ການ​ຢ້ຽມຢາມ​ຫວຽດນາມ ຂອງພະ​ມະຫາ​ກະສັດ​ແລະ​ພະ​ລາ​ຊີ​ນີ ​ແຫ່ງ​ຍີ່ປຸ່ນ ​ໃນ​ລະດູບານ​ໃໝ່​ປີ 2017 ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕົວ​ຈິງ​ທາງ​ດ້ານ​ການ​ປ້ອງ​ກັບ​ຊາດ - ຮັກສາ​ຄວາມ​ສະຫງົບ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ເກັບ​ກູ້​ລູກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ ​ແລະ ຍົກ​ສູງ​ຄວາມ​ສາມາດ​ປະຕິບັດ​ກົດໝາຍ​ຢູ່​ທະ​ເລ. 

ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ສອງ​ຝ່າຍ​ບັນລຸ​ເຖິງ​ຄວາມ​ຮັບ​ຮູ້​ລວມ ກ່ຽວ​ກັບການ​ຊຸກຍູ້ຜັນ​ຂະຫຍາຍ​ການ​ເຊື່ອມ​ຕໍ່​ລະຫວ່າງ​ສອງ​ພື້ນຖານ​ເສດຖະກິດ ​ໂດຍ​ຜ່ານ​ການ​ລົງທຶນ, ການ​ຄ້າ, ​ການ​ຊ່ວຍ​ເຫຼືອ ໂອ​ດີ​ເອ (ODA) ​ແລະ ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ອາດ​ຈະຊ່ວຍໜູນ​ໃຫ້​ແກ່​ກັນ​ເຊັ່ນ ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ, ກະສິກຳ, ​ແຮງ​ງານ. ສອງ​ຝ່າຍ​ເປັນ​ເອກະສັນ​ຈະຜັນ​ຂະຫຍາຍ​ແຜນ​ຍຸດ​ທະ​ສາດການຫັນ​ເປັນ​ອຸດສາ​ຫະກຳ​ຂອງ​ຫວຽດນາມ ​ໃນຂອບການ​ຮ່ວມ​ມື​ຫວຽດນາມ - ຍີ່ປຸ່ນ ​ຮອດ​ປີ 2020 ວິ​ໄສ​ທັດ​ຮອດ​ປີ 2030 ກໍ່​ຄື ຄວາມ​ມຸ່ງ​ໝັ້ນ​ຮ່ວມ​ກັນ​ຫວຽດນາມ - ຍີ່ປຸ່ນ ​ໄລຍະ​ທີ 6 ​ເພື່ອ​ແນ​ໃສ່​ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ຫວຽດນາມ; ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃຫຍ່ກ່ຽວ​ກັບ​ໂຄງ​ສ້າງ​ພື້ນຖານ​ສອງ​ປະ​ເທດ​ຄື ສາຍ​ທາງ​ດ່ວນ​ເໜືອ - ​ໃຕ້. ສອງ​ຝ່າຍ​ເປັນ​ເອກະສັນຊຸກຍູ້​ການ​ຮ່ວມ​ມື​ຫວຽດນາມ - ຍີ່ປຸ່ນ​ ໃນ​ບັນດາ​ຂົງ​ເຂດກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ, ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ ​ແລະ ​ເພີ່ມຈຳນວນ​ຜູ້​ຝຶກ​ງານແລະ​ຂົງ​ເຂດຕ້ອນຮັບ​ຜູ້​ຝຶກ​ງານ​ຫວຽດນາມ ​ທີ່ໄປ​ຝຶກ​ອົບຮົມ​ຢູ່ປະ​ເທດ​ຍີ່ປຸ່ນ.

ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ ຊິນ​ໂຊ ອາ​ເບະ ປະກາດ​ວ່າ ​ຍີ່​ປຸ່ນ​ໃຫ້​ໃບ​ອະນຸຍາດ​ນຳ​ເຂົ້າໝາກ​ແກ້ວ​ມັງກອນ​ເນື້ອ​ແດງ​ຂອງ​ຫວຽດນາມ ​ແລະ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ກໍ່​ແຈ້ງ​ຂ່າວວ່າ ຫວຽດນາມ​ໄດ້​ໃຫ້​ໃບ​ອະນຸຍາດ​ນຳ​ເຂົ້າໝາກ​ແພຣ໌ຂອງ​ຍີ່ປຸ່ນ. 

ຍີ່ປຸ່ນ​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ໃຫ້​ຫວຽດນາມ​ພັດທະນາ​ເສດຖະກິດ - ສັງ​ຄົນ​ ໂດຍ​ຜ່ານ​ແຫຼ່ງທຶນ ​ໂອ​ດີ​ເອ ກໍ່​ຄື​ຊຸກຍູ້​ການ​ຮ່ວມ​ມື​ປະຕິບັດ​ບັນດາ​ໂຄງການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ຄຸນ​ນະພາ​ບສູງ, ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ເພີ່ມ​ເງິນ​ໃຫ້​ກູ້​ຢືມ ​ໂອ​ດີ​ເອ ​ໃນ​ປີ​ງົບປະມານ 2016 ​ໃຫ້​ແກ່​ຫວຽດນາມ ຊຶ່ງ​ມີ​ມູນ​ຄ່າ​ປະມານ 123 ຕື້​ເຢັນ (​ເທົ່າ​ກັບ 1,05 ຕື້​ໂດ​ລາ​ສະຫະລັດ) ​ໃນ​ບັນດາ​ຂົງ​ເຂດ ​ຄວາມ​ໝັ້ນຄົງ​ທາງ​ການ​ເດີນ​ທະ​ເລ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ລະບາຍ​ນ້ຳ​ແລະລະບົບ​ບຳບັດ​ນ້ຳ​ເສຍ. ຍີ່​ປຸນ​ໄດ້​ກຽມ​ຄວາມ​ພ້ອມ​ທີ່​ຈະຊຸກຍູ້​ການ​ເຄື່ອນ​ໄຫວປະ​ຢຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ລົງທຶນ​ໃນ​ບັນດາ​ຮູບ​ການ​ລະດົມ​ທຶນ​ຂອງ​ວິ​ສາ​ຫະກິດ​ແຫ່ງ​ລັດ, ອົບຮົມກໍ່ສ້າງ​ພະນັກງານ, ອຳນວຍ​ຄວາມ​ສະດວກ​ໃຫ້​ຊາວ​ຫວຽດນາມ​ໄປ​ທ່ອງ​ທ່ຽວ​ທີ່​ຍີ່​ປຸນ, ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ. 

ສອງຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນທີ່​ມີ​ຄວາມ​ສົມ​ໃຈ​ຮ່ວມ​ກັນ ​ແລະ ຢືນຢັນ​ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນນຳ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ ​ແລະ ​ເສລີພາບ​ໃນ​ການ​ເດີນ​ທະ​ເລ ​ແລະ ​ເດີນ​ອາກາດ, ບັນ​ຝ່າຍ​ທີ່​ກ່ຽວ​ບໍ່​ມີ​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງ ​ແລະ ການ​ຫັນ​ເປັນ​ການ​ທະຫານ ທີ່​ພາ​ໃຫ້​ສະພາບດັ້ງ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປ່ຽນ​ແປງ​ໄປ, ຊຸກຍູ້​ການ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ່ງ​ດ້ວຍ​ສັນຕິ​ວິທີ, ​ເຄົາລົບນັບຖື​ບັນດາຂະ​ບວນການ​ທາງ​ການ​ທູດ​ແລະ​ທາງ​ກົດໝາຍ ​ຢ່າງ​ຄົບ​ຖ້ວນ, ບໍ່​ໃຊ້​ກຳລັງ​ທະຫານ​ ຫຼືນາບ​ຂູ່​ຈະ​ໃຊ້​ກຳລັງ​ທະຫານ, ປະຕິບັດ​ຕາມ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ, ​ໂດຍ​ສະ​ເພາະແມ່ນ ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982 ກໍ່​ຄື​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ກໍ່ສ້າງປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ (COC)​ ໂດຍ​ໄວ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​​ຝຸກ ​ແລະ ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ ຊິນ​ໂຊ ອາ​ເບະ ​ໄດ້​ເປັນ​ສັກຂີ​ພະຍາ​ມ​ໃນພິທີ​ແລກປ່ຽນ​ເອກະສານ​ທີ່​ໄດ້​ລົງ​ນາມ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ວິ​ສາ​ຫະກິດ​ສອງ​ປະ​ເທດ ປະກອບ​ມີ: ຈົດໝາຍ​ທາງ​ການ​ແລກປ່ຽນ ​ໂອ​ດີ​ເອ ​ເງິນ​ກູ້​ຢືມສຳລັບ​​ແຜນ​ງານ​ຊ່ວຍ​ເຫຼື​ອ​ໃຫ້​ແກ່​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ຮອບ​ທີ 7 (ມູນ​ຄ່າ 10 ຕື້​ເຢັນ); ຈົດໝາຍ​ທາງ​ການ​ແລກປ່ຽນ​ກ່ຽວ​ກັບ​ໂຄງການ​ຊ່ວຍ​ເຫຼືອລ້າ​ ໃຫ້​ແກ່​ແຜນ​ງານ​ພັດທະນາ​ເສດຖະກິດ - ສັງຄົມ ສະໜອງອຸປະກອນ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ຂົນ​ສົ່ງ​ທາງນ້ຳ​ (ມູນ​ຄ່າ 300 ລ້ານ​ເຢັນ); ສັນຍາ​ການກູ້​ຢືມ​ເງິນ ​ໂອ​ດີ​ເອ ​ໃຫ້​ແກ່​ໂຄງການ​ຄຸ້ມ​ຄອງ​ເສດຖະກິດ ​ແລະ ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ (ມູນ​ຄ່າ 11 ຕື້​ເຢັນ); ສັນຍາ​ການກູ້​ຢືມ​ເງິນ ​ໂອ​ດີ​ເອ ​ສຳລັບໂຄງການ​ຊ່ວຍ​ເຫຼື​ອ​ໃຫ້​ແກ່​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ຮອບ​ທີ 7 (ມູນ​ຄ່າ 10 ຕື້​ເຢັນ); ຂໍ້​ຕົກລົງ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ກຸ່ມ​ບໍລິສັດສິ່ງ​ທໍ​ເຄື່ອງ​ຫຍິບ​ຫວຽດນາມ (Vinatex) ​ແລະ ບໍລິສັດ​ສິ່ງ​ທໍ​ ອີ​ໂຕ​ຈູ, ສັງກັດ​ກຸ່ມບໍ​ລິສັດ ອີ​ໂຕ​ຈູ ຍີ່ປຸ່ນ; ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ລົງທຶນ​ກໍ່ສ້າງ​ໂຮງງານ​ໄຟຟ້າ ຫວຸງອາງ ທີ 2. 

​ໃນ​ເວລາ​ຢູ່​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ ອາ​ເກ​ຍ ອາ​ເບະ, ພັນ​ລະ​ຍາ​ຂອງທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ ຊິນ​ໂຊ ອາ​ເບະ ​ໄດ້​ມີ​ການ​ໂອ້​ລົ​ມຢ່າງ​ສະໜິດສະໜົມ​ກັບທ່ານ​ນາງ ​ເຈິ່ນງວຽດ​ແອ໋ງ ພັນ​ລະ​ຍາ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ; ​ໄປ​ຢາມ​ໂຮງໝໍ​ຟື້ນ​ຟູ​ສະມັດຖະພາບ​ໃນ​ຮ່າ​ໂນ້ຍ; ພົບ​ປະ​ກັບ​ຊາວ​ຫວຽດນາມ​ຈຳນວນ​ໜຶ່ງ​ທີ່​ເຄີຍ​ເຂົ້າ​ຮ່ວມ​ໂຄງການ “​ເຮືອ​ເຍົາວະ​ຊົນ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້”./. 

​ໂດຍ ບນ (ສັງ​ລວມຈາກ​ຂ່າວສານ​ຫວຽດນາມ)