ວກ.ອອນ​ໄລ - ​ໃນ​ສອງ​ວັນ​ ຄື​ວັນ​ທີ 7 ​ແລະ 8 ກຸມພາ 2017, ກອງ​ປະຊຸມ​ຄັ້ງ​ທີ 39 ຄະນະ​ກຳມະການລະຫວ່າງ​ລັດຖະບານ ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດນາມ - ລາວ ​ໄດ້​ດຳ​ເນີນ​ທີ່​ນະຄອນ​ຮ່າ​ໂນ້ຍ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ​ແລະ ທ່ານ​ນາຍົກລັດຖະມົນຕີລາວ ທອງ​ລຸນ ສີ​ສຸ​ລິດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. (ພາບ: TTXVN)

ກອງ​ປະຊຸມ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດນາມ - ລາວ ຄັ້ງ​ທີ 39 ນີ້​​ ແມ່ນການ​ປະຊຸມ​ຄັ້ງ​ທຳ​ອິດ​ ​ໂດຍ​ນາຍົກລັດຖະມົນຕີທັງສອງ​ທ່ານເປັນ​ປະທານ​ຮ່ວມ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຢ່າງ​ສູງ ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ການ​ຮ່ວມ​ມື​​ປີ 2017. 

​ໃນ​ເວລາ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ເຂົ້າ​ຢ້ຽມຂ່ຳນັບ: ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຝູຈ້ອງ, ປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ; ພົບ​ປະ​ຫາ​ລະ​ກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທີ້ກິມ​ເງິນ.

​ໃນ​ທີ່​ບັນດາການ​ພົບ​ປະ ຫາລືລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດດັ່ງກ່າວ​ນັ້ນ, ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາ​ມດີ​ໃຈ​ກ່ຽວ​ກັບຄວາມ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ຮ່ວມ​ມື​ຮອບດ້ານ ​ລະຫວ່າງຫວຽດນາມ - ລາວ ທີ່​ນັບ​ມື້​ນັບຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລິກ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ການ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ​ຂອງ​ແຕ່ລະ​ປະ​ເທດ. ສອງ​ຝ່າຍ​ຢືນຢັນ​ຈະ​ພ້ອມ​ກັນຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ, ​ເສີມ​ຂະຫຍາຍ​ ຄວາມ​ພົວພັນສາມັກຄີ​ແບບພິ​ເສດ ຫວຽດນາມ - ລາວ ​ໃຫ້​ໝັ້ນຄົງ​ຂະໜົງ​ແກ່ນ​ຕະຫຼອດ​ກາລະ​ນານ.

ສອງ​ຝ່າຍ​ຕີ​ລາຄາ​ສູງ​ໝາກຜົນຂອງ​ກອງ​ປະຊຸມ​ຄະນະ​ກຳມະການ​ລະ​ຫວ່າງ​ລັດຖະບານ​ຄັ້ງ​ທີ 39 ​ໂດຍ​ນາຍົກລັດຖະມົນຕີ 2 ປະ​ເທດ​ເປັນ​ປະທານ​ຮ່ວມ; ພ້ອມ​ກັນ​ນັ້ນ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ບັນດາຂໍ້​ຕົກລົງ​ຂັ້ນ​ສູງລະຫວ່າງ​ສອງ​ປະ​ເທດ ​ແລະ ບັນດາ​ສັນຍາ​ລະຫວ່າງ​ສອງ​ລັດຖະບານ; ​ເພີ່ມ​ທະວີ​ການ​ປະສານ​ສົບ​ທົບ​ໃນ​ການ​ຕິດຕາມ​ກວດກາ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແຫ່​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ລົງທຶນ, ການ​ຄ້າ​ ລະຫວ່າງ​ສອງ​ປະ​ເທດ ກໍ່​ຄື​ບັນດາ​ເນື້ອ​ໃນທີ່ນາ​ຍົກ​ລັດຖະມົນຕີ​ທັງສອງທ່ານ​ ໄດ້​ເຫັນ​ດີ​ປັນ​ເອກະ​ພາບ​ກັນ ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 39, ປະກອບສ່ວນ​ປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານ ປີ 2017 ຢ່າງ​ສຳ​ເລັດ​ມີ​ໄຊ. 

​ໃນ​​ກອງ​ປະຊຸມ, ສອງ​ຝ່າຍ​ກໍ່​ໄດ້​ຕີ​ລາຄາ​ສູງ ​ແລະ ສະ​ແດງ​ຄວາມປິ​ຕິ​ຍິນ​ດີ​ ກ່ຽວ​ກັບ​ຜົນງານ​ຂອງ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ປີ 2016, ສອງ​ຝ່າຍ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ ​ແລະ ຂໍ້​ຕົກລົງ​ລະຫວ່າງ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ ຂອງ​ສອງ​ປະ​ເທດ. ພິ​ເສດ, ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ - ສັງຄົມ, ພົວພັນ​ແລກ​ປ່ຽນ​ປະຊາຊົນ ນັບ​ມື້​ນັບ​ໄດ້​ເພີ່ມ​ທະວີ ​ແລະ ຂະຫຍາຍຕົວ​ຢ່າງກວ້າງຂວາງ ​ເລິກ​ເຊິ່ງ, ຂົງ​ເຂດ​ການ​ສຶກສາກໍ່ສ້າງ​ໄດ້​ຮັບ​ການ​ຍູ້​ແຮງ. ປະຈຸ​ບັນ, ມີ​ນັກຮຽນ, ນັກ​ສຶກສາລາວ ກວ່າ 14.000 ຄົນ​ ກຳລັງ​ຮ່ຳຮຽນ​ສຶກສາ​ຢູ່​ຫວຽດນາມ. ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ໄດ້​ລົງທຶນ​ເຂົ້າ​ລາວ ​ໃນ 400 ​ກວ່າໂຄງການ ດ້ວຍ​ຈຳນວນ​ທຶນ​ປະມານ 3,7 ຕື້​ໂດ​ລາ​ສະຫະລັດ. 

​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ວາງ​ກົນ​ໄກ​ໃໝ່​ເພື່ອ​ຂັບ​ເຄື່ອນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ປີ 2017, ສອງ​ຝ່າຍ​ເປັນ​ເອກະ​ພາບ​ຈະ​ສຸມ​ໃສ່​ປະຕິບັດການ​ຊີ້​ນຳ​ຂອງ​ສອງ​ກົມ​ການ​ເມືອງ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ຊຸກຍູ້​ການ​ພົວພັນ ການ​ເມືອງ-ການ​ຕ່າງປະ​ເທດ-ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ລົງທຶນ, ການ​ຄ້າ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ກໍ່ສ້າງ​ແຫຼ່ງກຳລັງ​ຄົນ, ລົງທຶນ​ເຂົ້າ​ໃນ​ບັນດາ​ໂຄງການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ຄົມມະນາຄົມ​ເຊື່ອມ​ຕໍ່​ສອງ​ປະ​ເທດ, ຮ່ວມ​ມື​ຄຸ້ມຄອງນຳ​ໃຊ້​ແຫຼ່ງນ້ຳ ​ແລະ ຊັບພະຍາກອນທຳ​ມະ​ຊາດ​ຢ່າງ​ຍືນ​ຍົງ..., ພ້ອມ​ກັນ​ຈັດ​ຕັ້ງ​ເປັນ​ຢ່າງ​ດີ “ປີ​ສາມັກຄີ​ມິດຕະພາບຫວຽດນາມ - ລາວ 2017”, ສະ​ເຫຼີມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາວ. ບົນ​ຈິດ​ໃຈ​ເຊື່ອ​ຖື​ຊຶ່ງ​ກັນ​ແລະ​ກັນ, ສອງ​ປະ​ເທດ​ສະໜັບສະໜູນ ​ແລະ ຮ່ວມ​ມື​ນຳ​ກັນ​ເປັນ​ຢ່າງ​ດີ​ ຢູ່​ໃນ​ບັນດາ​ການຈັດ​ຕັ້ງ ​ແລະ ​ເວທີ​ປາ​ໄສ​ສາ​ກກົນ ​ແລະ ພາກ​ພື້ນ. 

ຫຼັງ​ຈາກ​ການ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຝຸກ ​ແລະ ທ່ານ​ນາຍົກລັດຖະມົນຕີລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ເປັນ​ສັກຂີ​ພະຍານ​ໃນ​ພິທີ​ເຊັນ​ເອກະສານ​ການ​ຮ່ວມ​ມື  4 ສະບັບ ​ແລະ ​ເປັນ​ປະທານ​ຮ່ວມ​ ໃນ​ການ​ປະຊຸມ​ນັກ​ຂ່າວ​ ເພື່ອ​ແຈ້ງ​ຂ່າວ ​ກ່ຽວ​ກັບ​ຜົນສຳ​ເລັດ​ຂອງກອງ​ປະຊຸມ​ຄັ້ງ​ທີ 39 ຄະນະ​ກຳ​ສະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ​ແລະ ​ເຂົ້າ​ຮ່ວມ​ພິທີ​ປະດັບ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ຂອງ​ລັດຖະບານ​ສອງ​ປະ​ເທດ ​ໃຫ້​ແກ່ໜ່ວຍ​ງານ ​ແລະ ພະນັກງານ​ຫ້ອງການ​ຄະນະ​ກຳມະການ​ຮ່ວມ​ມື​ສອງ​ປະ​ເທດ ທີ່​ມີ​ຄຸນງາມ​ຄວາມ​ດີ​ໃນ​ໄລຍະ 2012 - 2015./. 

ໂດນ ບນ. (ສັງ​ລວມຈາກ​ຂ່າວ​ສາມ​ຫວຽດນາມ)